ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຂດ ບົດຮຽນ 13 ques. 1-4
  • ແມ່ນ​ຫຍັງ​ເປັນ​ຂ່າວ​ດີ​ກ່ຽວ​ກັບ​ສາສະໜາ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ແມ່ນ​ຫຍັງ​ເປັນ​ຂ່າວ​ດີ​ກ່ຽວ​ກັບ​ສາສະໜາ?
  • ຂ່າວດີຈາກພະເຈົ້າ!
  • ເລື່ອງທີ່ຄ້າຍກັນ
  • ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ​ເຮັດ​ໃຫ້​ພະເຈົ້າ​ເສື່ອມ​ເສຍ
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ການ​ນະມັດສະການ​ທີ່​ພະເຈົ້າ​ຍອມ​ຮັບ
    ຄຳພີໄບເບິນສອນແນວໃດແທ້ໆ?
  • ຈົ່ງ​ປະຕິເສດ​ສາສະໜາ​ປອມ!
    ທ່ານສາມາດເປັນເພື່ອນຂອງພະເຈົ້າ!
  • ທ່ານ​ຈະ​ຮູ້ຈັກ​ການ​ນະມັດສະການ​ແທ້​ໄດ້​ແນວ​ໃດ?
    ຂ່າວດີຈາກພະເຈົ້າ!
ຂ່າວດີຈາກພະເຈົ້າ!
ຂດ ບົດຮຽນ 13 ques. 1-4

ບົດ​ຮຽນ 13

ແມ່ນ​ຫຍັງ​ເປັນ​ຂ່າວ​ດີ​ກ່ຽວ​ກັບ​ສາສະໜາ?

1. ທຸກ​ສາສະໜາ​ດີ​ໝົດ​ບໍ?

ຜູ້​ຊາຍ​ອ່ານ​ຄຳພີ​ໄບເບິນ

ໃນ​ທຸກ​ສາສະໜາ​ຄົງ​ຈະ​ມີ​ຄົນ​ທີ່​ມີ​ນ້ຳ​ໃສ​ໃຈ​ຈິງ. ນັບ​ວ່າ​ເປັນ​ຂ່າວ​ດີ​ທີ່​ພະເຈົ້າ​ເຫັນ​ຄົນ​ແບບ​ນັ້ນ ແລະ​ໄດ້​ຫ່ວງໃຍ​ເຂົາ​ເຈົ້າ. ແຕ່​ໜ້າ​ເສຍດາຍ​ທີ່​ສາສະໜາ​ຖືກ​ນຳ​ໃຊ້​ເຂົ້າ​ໃນ​ຈຸດ​ປະສົງ​ທີ່​ຊົ່ວ​ຮ້າຍ. (2 ໂກລິນໂທ 4:3, 4; 11:13-15) ຕາມ​ລາຍງານ​ຂ່າວ ບາງ​ສາສະໜາ​ກ່ຽວ​ຂ້ອງ​ກັບ​ການ​ກໍ່​ການ​ຮ້າຍ ການ​ຂ້າ​ລ້າງ​ເຜົ່າ​ພັນ ສົງຄາມ​ແລະ​ການ​ທຳ​ຮ້າຍ​ເດັກ. ສະພາບການ​ແບບ​ນີ້ ຕ້ອງ​ເຮັດ​ໃຫ້​ສຸຈະລິດ​ຊົນ​ທີ່​ເຊື່ອ​ໃນ​ພະເຈົ້າ​ເສຍໃຈ​ຫຼາຍ​ສ່ຳ​ໃດ!—ອ່ານ​ມັດທາຍ 24:3-5, 11, 12

ສາສະໜາ​ທີ່​ສອນ​ຄວາມ​ຈິງ​ຍົກຍ້ອງ​ພະເຈົ້າ ແຕ່​ສາສະໜາ​ທີ່​ສອນ​ບໍ່​ຈິງ​ເຮັດ​ໃຫ້​ພະເຈົ້າ​ບໍ່​ພໍ​ໃຈ. ສາສະໜາ​ທີ່​ສອນ​ບໍ່​ຈິງ​ສອນ​ສິ່ງ​ທີ່​ບໍ່​ມີ​ໃນ​ຄຳພີ​ໄບເບິນ​ເຊັ່ນ​ວ່າ ເລື່ອງ​ພະເຈົ້າ​ແລະ​ສະພາບ​ຂອງ​ຄົນ​ຕາຍ. ແຕ່​ວ່າ​ພະ​ເຢໂຫວາ​ຕ້ອງການ​ໃຫ້​ເຮົາ​ຮູ້ຈັກ​ຄວາມ​ຈິງ​ກ່ຽວ​ກັບ​ພະອົງ.—ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 9:5; 1 ຕີໂມເຕ 2:3-5

2. ຂ່າວ​ດີ​ເລື່ອງ​ສາສະໜາ​ແມ່ນ​ຂ່າວ​ຫຍັງ?

ຂ່າວ​ດີ​ແມ່ນ​ພະເຈົ້າ​ບໍ່​ໄດ້​ຖືກ​ຫຼອກ​ລວງ​ໂດຍ​ສາສະໜາ​ທີ່​ອ້າງ​ວ່າ​ຮັກ​ພະອົງ ສາສະໜາ​ທີ່​ອ້າງ​ວ່າ​ຮັກ​ພະເຈົ້າ​ໃນ​ຕົວ​ຈິງ​ແລ້ວ​ຜູກ​ພັນ​ຢູ່​ກັບ​ໂລກ​ຂອງ​ຊາຕານ. (ຢາໂກໂບ 4:4) ພະ​ຄຳ​ຂອງ​ພະເຈົ້າ​ເອີ້ນ​ສາສະໜາ​ທັງ​ໝົດ​ທີ່​ສອນ​ບໍ່​ຈິງ​ວ່າ​ເປັນ “ເມືອງ​ບາບີໂລນ​ໃຫຍ່.” ຊື່​ນີ້​ຕັ້ງ​ຂຶ້ນ​ຕາມ​ຊື່​ເມືອງ​ບູຮານ​ທີ່​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ສາສະໜາ​ທີ່​ສອນ​ບໍ່​ຈິງ ເຊິ່ງ​ເມືອງ​ນັ້ນ​ເກີດ​ຂຶ້ນ​ຫຼັງ​ຈາກ​ນ້ຳ​ຖ້ວມ​ໃນ​ສະໄໝ​ໂນເອ. ອີກ​ບໍ່​ດົນ ໂດຍ​ກະທັນຫັນ​ພະເຈົ້າ​ຈະ​ກຳຈັດ​ສາສະໜາ​ທີ່​ຫຼອກ​ລວງ​ແລະ​ກົດ​ຂີ່​ມະນຸດ​ຊາດ.—ອ່ານ​ຄຳປາກົດ 17:1, 2, 5, 16, 17; 18:8

ຍັງ​ມີ​ຂ່າວ​ດີ​ອີກ ພະ​ເຢໂຫວາ​ບໍ່​ໄດ້​ລືມ​ສຸຈະລິດ​ຊົນ​ທີ່​ກະ​ແຈກ​ກະຈາຍ​ຢູ່​ທົ່ວ​ໂລກ​ໃນ​ທ່າມກາງ​ສາສະໜາ​ທີ່​ສອນ​ບໍ່​ຈິງ. ພະອົງ​ໂຮມ​ເອົາ​ຄົນ​ເຫຼົ່າ​ນີ້​ໃຫ້​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໂດຍ​ການ​ສອນ​ເຂົາ​ເຈົ້າ​ໃຫ້​ຮູ້​ຄວາມ​ຈິງ.—ອ່ານ​ມີເກ 4:2, 5

3. ສຸຈະລິດ​ຊົນ​ຄວນ​ຈະ​ເຮັດ​ແນວ​ໃດ?

ເມື່ອ​ຈົບ​ການ​ປະຊຸມ​ແລ້ວ​ຄລິດສະຕຽນ​ຫຼາຍ​ຄົນ​ໄດ້​ລົມ​ກັນ

ສາສະໜາ​ທີ່​ສອນ​ຄວາມ​ຈິງ​ເຮັດ​ໃຫ້​ຄົນ​ເປັນ​ເອກະພາບ​ກັນ

ພະ​ເຢໂຫວາ​ຫ່ວງໃຍ​ຄົນ​ທີ່​ຮັກ​ຄວາມ​ຈິງ​ແລະ​ເຮັດ​ການ​ດີ. ພະອົງ​ເຕືອນ​ເຂົາ​ເຈົ້າ​ໃຫ້​ປະ​ຖິ້ມ​ສາສະໜາ​ທີ່​ສອນ​ບໍ່​ຈິງ. ຄົນ​ທີ່​ຮັກ​ພະເຈົ້າ​ພ້ອມ​ທີ່​ຈະ​ປ່ຽນ​ແປງ​ຊີວິດ​ເພື່ອ​ເຮັດ​ໃຫ້​ພະອົງ​ພໍ​ໃຈ.—ອ່ານ​ຄຳປາກົດ 18:4

ໃນ​ສະຕະວັດ​ທຳອິດ ເມື່ອ​ສຸຈະລິດ​ຊົນ​ໄດ້​ຍິນ​ຂ່າວ​ດີ​ຈາກ​ພວກ​ອັກຄະສາວົກ​ແລ້ວ ເຂົາ​ເຈົ້າ​ໄດ້​ຕອບ​ສະໜອງ​ດ້ວຍ​ຄວາມ​ຍິນດີ. ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ແນວ​ທາງ​ຊີວິດ​ໃໝ່​ຈາກ​ພະ​ເຢໂຫວາ ເປັນ​ແນວ​ທາງ​ຊີວິດ​ທີ່​ມີ​ຈຸດ​ປະສົງ​ແລະ​ຄວາມ​ຫວັງ​ເຊິ່ງ​ກໍ່​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ. ເຂົາ​ເຈົ້າ​ເປັນ​ຕົວຢ່າງ​ທີ່​ດີ​ແກ່​ເຮົາ​ໃນ​ທຸກ​ມື້​ນີ້ ເພາະ​ວ່າ​ເຂົາ​ເຈົ້າ​ໄດ້​ຕອບ​ສະໜອງ​ຕໍ່​ຂ່າວ​ດີ​ໂດຍ​ຈັດ​ໃຫ້​ພະ​ເຢໂຫວາ​ມາ​ກ່ອນ​ສິ່ງ​ອື່ນ​ໃນ​ຊີວິດ​ຂອງ​ຕົນ.—ອ່ານ 1 ເທຊະໂລນີກ 1:8, 9; 2:13

ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ຮັບ​ເອົາ​ຜູ້​ທີ່​ຫັນ​ໜີ​ຈາກ​ສາສະໜາ​ທີ່​ສອນ​ບໍ່​ຈິງ ແລ້ວ​ເຂົ້າ​ມາ​ຫາ​ກຸ່ມ​ຄົນ​ທີ່​ນະມັດສະການ​ພະອົງ. ຖ້າ​ຫາກ​ທ່ານ​ຮັບ​ເອົາ​ການ​ເຊື້ອ​ເຊີນ​ອັນ​ອົບອຸ່ນ​ຈາກ​ພະ​ເຢໂຫວາ ທ່ານ​ຈະ​ໄດ້​ເປັນ​ມິດ​ກັບ​ພະອົງ ແລະ​ຍັງ​ຈະ​ໄດ້​ພົບ​ປະ​ກັບ​ກຸ່ມ​ຄົນ​ທີ່​ນະມັດສະການ​ພະອົງ ເຊິ່ງ​ເປັນ​ຄອບຄົວ​ທີ່​ມີ​ຄວາມ​ຮັກ ແລະ​ທ່ານ​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ.—ອ່ານ​ມາລະໂກ 10:29, 30; 2 ໂກລິນໂທ 6:17, 18

4. ພະເຈົ້າ​ຈະ​ເຮັດ​ໃຫ້​ຄົນ​ທົ່ວ​ໂລກ​ມີ​ຄວາມ​ຍິນດີ​ໄດ້​ແນວ​ໃດ?

ຂ່າວ​ທີ່​ໜ້າ​ຍິນດີ​ກໍ​ຄື​ວ່າ ຈະ​ມີ​ການ​ພິພາກສາ​ສາສະໜາ​ຕ່າງໆທີ່​ສອນ​ບໍ່​ຈິງ. ການ​ພິພາກສາ​ນັ້ນ​ຈະ​ເຮັດ​ໃຫ້​ຄົນ​ທົ່ວ​ໂລກ​ຫລຸດ​ພົ້ນ​ຈາກ​ການ​ກົດ​ຂີ່​ຂົ່ມເຫງ. ສາສະໜາ​ທີ່​ສອນ​ບໍ່​ຈິງ​ຈະ​ເຮັດ​ການ​ແບ່ງ​ແຍກ​ແລະ​ເຮັດ​ໃຫ້​ຄົນ​ຫຼົງ​ຜິດ​ບໍ່​ໄດ້​ອີກ​ແລ້ວ. ໝົດ​ທຸກ​ຄົນ​ຈະ​ນະມັດສະການ​ພະເຈົ້າ​ທ່ຽງ​ແທ້​ແຕ່​ອົງ​ດຽວ​ຢ່າງ​ພ້ອມ​ພຽງ​ກັນ.—ອ່ານ​ຄຳປາກົດ 18:20, 21; 21:3, 4

ເພື່ອ​ໄດ້​ຂໍ້​ມູນ​ເພີ່ມ​ເຕີມ ໃຫ້​ອ່ານ​ບົດ​ທີ 15-16 ຂອງ​ປຶ້ມ​ຄຳພີ​ໄບເບິນ​ສອນ​ແນວ​ໃດ​ແທ້ໆ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌