ບົດຮຽນ 13
ແມ່ນຫຍັງເປັນຂ່າວດີກ່ຽວກັບສາສະໜາ?
1. ທຸກສາສະໜາດີໝົດບໍ?
ໃນທຸກສາສະໜາຄົງຈະມີຄົນທີ່ມີນ້ຳໃສໃຈຈິງ. ນັບວ່າເປັນຂ່າວດີທີ່ພະເຈົ້າເຫັນຄົນແບບນັ້ນ ແລະໄດ້ຫ່ວງໃຍເຂົາເຈົ້າ. ແຕ່ໜ້າເສຍດາຍທີ່ສາສະໜາຖືກນຳໃຊ້ເຂົ້າໃນຈຸດປະສົງທີ່ຊົ່ວຮ້າຍ. (2 ໂກລິນໂທ 4:3, 4; 11:13-15) ຕາມລາຍງານຂ່າວ ບາງສາສະໜາກ່ຽວຂ້ອງກັບການກໍ່ການຮ້າຍ ການຂ້າລ້າງເຜົ່າພັນ ສົງຄາມແລະການທຳຮ້າຍເດັກ. ສະພາບການແບບນີ້ ຕ້ອງເຮັດໃຫ້ສຸຈະລິດຊົນທີ່ເຊື່ອໃນພະເຈົ້າເສຍໃຈຫຼາຍສ່ຳໃດ!—ອ່ານມັດທາຍ 24:3-5, 11, 12
ສາສະໜາທີ່ສອນຄວາມຈິງຍົກຍ້ອງພະເຈົ້າ ແຕ່ສາສະໜາທີ່ສອນບໍ່ຈິງເຮັດໃຫ້ພະເຈົ້າບໍ່ພໍໃຈ. ສາສະໜາທີ່ສອນບໍ່ຈິງສອນສິ່ງທີ່ບໍ່ມີໃນຄຳພີໄບເບິນເຊັ່ນວ່າ ເລື່ອງພະເຈົ້າແລະສະພາບຂອງຄົນຕາຍ. ແຕ່ວ່າພະເຢໂຫວາຕ້ອງການໃຫ້ເຮົາຮູ້ຈັກຄວາມຈິງກ່ຽວກັບພະອົງ.—ອ່ານຜູ້ເທສະໜາປ່າວປະກາດ 9:5; 1 ຕີໂມເຕ 2:3-5
2. ຂ່າວດີເລື່ອງສາສະໜາແມ່ນຂ່າວຫຍັງ?
ຂ່າວດີແມ່ນພະເຈົ້າບໍ່ໄດ້ຖືກຫຼອກລວງໂດຍສາສະໜາທີ່ອ້າງວ່າຮັກພະອົງ ສາສະໜາທີ່ອ້າງວ່າຮັກພະເຈົ້າໃນຕົວຈິງແລ້ວຜູກພັນຢູ່ກັບໂລກຂອງຊາຕານ. (ຢາໂກໂບ 4:4) ພະຄຳຂອງພະເຈົ້າເອີ້ນສາສະໜາທັງໝົດທີ່ສອນບໍ່ຈິງວ່າເປັນ “ເມືອງບາບີໂລນໃຫຍ່.” ຊື່ນີ້ຕັ້ງຂຶ້ນຕາມຊື່ເມືອງບູຮານທີ່ເປັນຈຸດເລີ່ມຕົ້ນຂອງສາສະໜາທີ່ສອນບໍ່ຈິງ ເຊິ່ງເມືອງນັ້ນເກີດຂຶ້ນຫຼັງຈາກນ້ຳຖ້ວມໃນສະໄໝໂນເອ. ອີກບໍ່ດົນ ໂດຍກະທັນຫັນພະເຈົ້າຈະກຳຈັດສາສະໜາທີ່ຫຼອກລວງແລະກົດຂີ່ມະນຸດຊາດ.—ອ່ານຄຳປາກົດ 17:1, 2, 5, 16, 17; 18:8
ຍັງມີຂ່າວດີອີກ ພະເຢໂຫວາບໍ່ໄດ້ລືມສຸຈະລິດຊົນທີ່ກະແຈກກະຈາຍຢູ່ທົ່ວໂລກໃນທ່າມກາງສາສະໜາທີ່ສອນບໍ່ຈິງ. ພະອົງໂຮມເອົາຄົນເຫຼົ່ານີ້ໃຫ້ເປັນອັນໜຶ່ງອັນດຽວກັນໂດຍການສອນເຂົາເຈົ້າໃຫ້ຮູ້ຄວາມຈິງ.—ອ່ານມີເກ 4:2, 5
3. ສຸຈະລິດຊົນຄວນຈະເຮັດແນວໃດ?
ສາສະໜາທີ່ສອນຄວາມຈິງເຮັດໃຫ້ຄົນເປັນເອກະພາບກັນ
ພະເຢໂຫວາຫ່ວງໃຍຄົນທີ່ຮັກຄວາມຈິງແລະເຮັດການດີ. ພະອົງເຕືອນເຂົາເຈົ້າໃຫ້ປະຖິ້ມສາສະໜາທີ່ສອນບໍ່ຈິງ. ຄົນທີ່ຮັກພະເຈົ້າພ້ອມທີ່ຈະປ່ຽນແປງຊີວິດເພື່ອເຮັດໃຫ້ພະອົງພໍໃຈ.—ອ່ານຄຳປາກົດ 18:4
ໃນສະຕະວັດທຳອິດ ເມື່ອສຸຈະລິດຊົນໄດ້ຍິນຂ່າວດີຈາກພວກອັກຄະສາວົກແລ້ວ ເຂົາເຈົ້າໄດ້ຕອບສະໜອງດ້ວຍຄວາມຍິນດີ. ເຂົາເຈົ້າໄດ້ຮຽນຮູ້ແນວທາງຊີວິດໃໝ່ຈາກພະເຢໂຫວາ ເປັນແນວທາງຊີວິດທີ່ມີຈຸດປະສົງແລະຄວາມຫວັງເຊິ່ງກໍ່ໃຫ້ມີຄວາມສຸກຫຼາຍຂຶ້ນ. ເຂົາເຈົ້າເປັນຕົວຢ່າງທີ່ດີແກ່ເຮົາໃນທຸກມື້ນີ້ ເພາະວ່າເຂົາເຈົ້າໄດ້ຕອບສະໜອງຕໍ່ຂ່າວດີໂດຍຈັດໃຫ້ພະເຢໂຫວາມາກ່ອນສິ່ງອື່ນໃນຊີວິດຂອງຕົນ.—ອ່ານ 1 ເທຊະໂລນີກ 1:8, 9; 2:13
ພະເຢໂຫວາພ້ອມທີ່ຈະຮັບເອົາຜູ້ທີ່ຫັນໜີຈາກສາສະໜາທີ່ສອນບໍ່ຈິງ ແລ້ວເຂົ້າມາຫາກຸ່ມຄົນທີ່ນະມັດສະການພະອົງ. ຖ້າຫາກທ່ານຮັບເອົາການເຊື້ອເຊີນອັນອົບອຸ່ນຈາກພະເຢໂຫວາ ທ່ານຈະໄດ້ເປັນມິດກັບພະອົງ ແລະຍັງຈະໄດ້ພົບປະກັບກຸ່ມຄົນທີ່ນະມັດສະການພະອົງ ເຊິ່ງເປັນຄອບຄົວທີ່ມີຄວາມຮັກ ແລະທ່ານຈະໄດ້ຊີວິດຕະຫຼອດໄປ.—ອ່ານມາລະໂກ 10:29, 30; 2 ໂກລິນໂທ 6:17, 18
4. ພະເຈົ້າຈະເຮັດໃຫ້ຄົນທົ່ວໂລກມີຄວາມຍິນດີໄດ້ແນວໃດ?
ຂ່າວທີ່ໜ້າຍິນດີກໍຄືວ່າ ຈະມີການພິພາກສາສາສະໜາຕ່າງໆທີ່ສອນບໍ່ຈິງ. ການພິພາກສານັ້ນຈະເຮັດໃຫ້ຄົນທົ່ວໂລກຫລຸດພົ້ນຈາກການກົດຂີ່ຂົ່ມເຫງ. ສາສະໜາທີ່ສອນບໍ່ຈິງຈະເຮັດການແບ່ງແຍກແລະເຮັດໃຫ້ຄົນຫຼົງຜິດບໍ່ໄດ້ອີກແລ້ວ. ໝົດທຸກຄົນຈະນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວຢ່າງພ້ອມພຽງກັນ.—ອ່ານຄຳປາກົດ 18:20, 21; 21:3, 4