ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ16 ກັນຍາ ໜ້າ 8
  • ຫຼີກລ່ຽງບ້ວງແຮ້ວເຫຼົ່ານີ້ເມື່ອນຳການສຶກສາຄຳພີໄບເບິນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຫຼີກລ່ຽງບ້ວງແຮ້ວເຫຼົ່ານີ້ເມື່ອນຳການສຶກສາຄຳພີໄບເບິນ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2016
  • ເລື່ອງທີ່ຄ້າຍກັນ
  • ຊ່ວຍ​ນັກ​ສຶກສາ​ໃຫ້​ຮັບ​ບັບເຕມາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
  • ສອນ​ດ້ວຍ​ວິທີ​ງ່າຍ​ໆ​
    ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
  • ວິທີ​ຊ່ອຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ—ຕອນ​ທີ 2
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
  • ວິທີ​ສອນ​ຄຳພີ​ໄບເບິນ​ໂດຍ​ໃຊ້​ປຶ້ມ “ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!”
    ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2016
ຄມປ16 ກັນຍາ ໜ້າ 8

ຊີວິດ​ຄລິດສະຕຽນ

ຫຼີກ​ລ່ຽງ​ບ້ວງ​ແຮ້ວ​ເຫຼົ່າ​ນີ້​ເມື່ອ​ນຳ​ການ​ສຶກສາ​ຄຳພີ​ໄບເບິນ

ສະບັບພິມ
ພີ່​ນ້ອງ​ຊາຍ​ເວົ້າ​ຫຼາຍ​ເກີນ​ໄປ​ກັບ​ນັກ​ສຶກສາ​ຂອງ​ລາວ

ເວົ້າ​ຫຼາຍ​ໂພດ: ຢ່າ​ຮູ້ສຶກ​ວ່າ​ເຈົ້າ​ຕ້ອງ​ອະທິບາຍ​ທຸກ​ສິ່ງ. ພະເຍຊູ​ໃຊ້​ຄຳຖາມ​ເພື່ອ​ຊ່ວຍ​ຜູ້​ຄົນ​ໃຫ້​ຄິດ​ແລະ​ໄດ້​ຂໍ້​ສະ​ຫຼຸບ​ທີ່​ຖືກຕ້ອງ. (ມັດ. 17:24-27) ຄຳຖາມ​ເຮັດ​ໃຫ້​ການ​ສຶກສາ​ມີ​ຊີວິດ​ຊີວາ​ແລະ​ຊ່ວຍ​ໃຫ້​ເຈົ້າ​ຮູ້​ວ່າ​ນັກ​ສຶກສາ​ເຂົ້າ​ໃຈ​ແລະ​ເຊື່ອ​ແນວ​ໃດ. (ຮຮ ໜ້າ 253 ຫຍໍ້​ໜ້າ 3-4) ເມື່ອ​ຖາມ​ຄຳຖາມ ໃຫ້​ອົດ​ທົນ​ແລະ​ລໍ​ຖ້າ​ຟັງ​ຄຳຕອບ. ຖ້າ​ນັກ​ສຶກສາ​ຕອບ​ຜິດ ແທນ​ທີ່​ຈະ​ບອກ​ຄຳຕອບ​ທີ່​ຖືກຕ້ອງ​ໃຫ້​ລາວ ແຕ່​ໃຫ້​ຊ່ວຍ​ລາວ​ເພື່ອ​ຈະ​ໄດ້​ຂໍ້​ສະ​ຫຼຸບ​ທີ່​ຖືກຕ້ອງ​ໂດຍ​ການ​ໃຊ້​ຄຳຖາມ​ເສີມ. (ຮຮ ໜ້າ 238 ຫຍໍ້​ໜ້າ 1-2) ເວົ້າ​ດ້ວຍ​ຄວາມ​ໄວ​ປານ​ກາງ​ເພື່ອ​ໃຫ້​ນັກ​ສຶກສາ​ເຂົ້າ​ໃຈ​ແນວ​ຄິດ​ໃໝ່ໆ.—ຮຮ ໜ້າ 230 ຫຍໍ້​ໜ້າ 4

ມີ​ລາຍ​ລະອຽດ​ຫຼາຍ​ຢ່າງ​ທີ່​ສັບສົນ​ກ່ຽວ​ກັບ​ເຫດຜົນ​ທີ່​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ເຖົ້າ​ແກ່​ລົງ

ເຮັດ​ໃຫ້​ມັນ​ຍາກ: ໃຫ້​ຫຼີກ​ລ່ຽງ​ການ​ເວົ້າ​ທຸກ​ສິ່ງ​ທີ່​ເຈົ້າ​ຮູ້​ກ່ຽວ​ກັບ​ຫົວ​ເລື່ອງ​ນັ້ນ. (ໂຢ. 16:12) ໃຫ້​ເລັງ​ໃສ່​ຈຸດ​ສຳຄັນ​ຂອງ​ຂໍ້ນັ້ນ. (ຮຮ ໜ້າ 226 ຫຍໍ້​ໜ້າ 4-5) ແມ່ນ​ແຕ່​ກັບ​ຄົນ​ທີ່​ສົນ​ໃຈ ຂໍ້​ປີກ​ຍ່ອຍ​ຕ່າງໆກໍ​ສາມາດ​ປົກ​ບັງ​ຈຸດ​ທີ່​ສຳຄັນ​ໄດ້. (ຮຮ ໜ້າ 235 ຫຍໍ້​ໜ້າ 3) ເມື່ອ​ນັກ​ສຶກສາ​ເຂົ້າ​ໃຈ​ຈຸດ​ທີ່​ສຳຄັນ​ແລ້ວ ໃຫ້ສຶກສາ​ຂໍ້​ຕໍ່​ໄປ.

ພີ່​ນ້ອງ​ຊາຍ​ກວມ​ເອົາ​ເນື້ອ​ໃນ​ຫຼາຍ​ເກີນ​ໄປ​ແລະ​ເຮັດ​ໃຫ້​ນັກ​ສຶກສາ​ສັບສົນ

ສຶກສາ​ເພື່ອ​ໃຫ້​ຈົບ​ບົດ​ຄວາມ: ຈຸດ​ປະສົງ​ຂອງ​ເຮົາ​ແມ່ນ​ໃຫ້​ບົດຮຽນ​ນັ້ນ​ເຂົ້າ​ເຖິງ​ໃຈ​ຂອງ​ນັກ​ສຶກສາ ບໍ່​ແມ່ນ​ເພື່ອ​ຮຽນ​ຜ່ານ​ເນື້ອ​ໃນ​ຂອງ​ບົດ​ເທົ່າ​ນັ້ນ. (ລືກາ 24:32) ໃຊ້​ລິດເດດ​ໃນ​ພະ​ຄຳ​ຂອງ​ພະເຈົ້າ​ໃຫ້​ເປັນ​ປະໂຫຍດ​ໂດຍ​ເລັງ​ໃສ່​ຂໍ້​ພະ​ຄຳພີ​ສຳຄັນ​ທີ່​ຢູ່​ໃນ​ບົດ​ນັ້ນ. (2 ໂກ. 10:4; ເຫບ. 4:12; ຮຮ ໜ້າ 144 ຫຍໍ້​ໜ້າ 1-3) ໃຊ້​ຕົວຢ່າງ​ປຽບ​ທຽບ​ທີ່​ງ່າຍໆ. (ຮຮ ໜ້າ 245 ຫຍໍ້​ໜ້າ 2-4) ຄິດ​ເຖິງ​ຂໍ້​ທ້າທາຍ​ສ່ວນ​ຕົວ​ແລະ​ຄວາມ​ເຊື່ອ​ຂອງ​ນັກ​ສຶກສາ ແລະ​ປັບ​ບົດຮຽນ​ໃຫ້​ເຂົ້າ​ກັບ​ລາວ. ເຈົ້າ​ອາດ​ຖາມ​ຄຳຖາມ​ໃນ​ທຳນອງ​ນີ້: “ເຈົ້າ​ຮູ້ສຶກ​ແນວ​ໃດ​ໃນ​ສິ່ງ​ທີ່​ຮຽນ​ໃນ​ຂໍ້​ນີ້?” “ເລື່ອງ​ນີ້​ສອນ​ຫຍັງ​ເຮົາ​ກ່ຽວ​ກັບ​ພະ​ເຢໂຫວາ?” “ເຈົ້າ​ເຫັນ​ວ່າ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ການ​ນຳ​ໃຊ້​ຄຳ​ແນະນຳ​ນັ້ນ?”—ຮຮ ໜ້າ 238 ຫຍໍ້​ໜ້າ 3-5; ໜ້າ 259 ຫຍໍ້​ໜ້າ 1

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌