ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ສຸພາສິດ 22-26
“ສັ່ງສອນລູກໃຫ້ຮູ້ທາງດຳເນີນຊີວິດ”
ພະທຳສຸພາສິດມີຄຳແນະນຳທີ່ດີແກ່ພໍ່ແມ່. ການດັດກິ່ງໄມ້ອ່ອນມີຜົນຕໍ່ການເຕີບໃຫຍ່ຂອງມັນ ເດັກນ້ອຍທີ່ໄດ້ຮັບການສັ່ງສອນມີທ່າອ່ຽງທີ່ຈະຮັບໃຊ້ພະເຢໂຫວາເມື່ອເຕີບໃຫຍ່ຂຶ້ນ.
- ການສັ່ງສອນລູກຢ່າງເໝາະສົມຕ້ອງໃຊ້ເວລາແລະຄວາມພະຍາຍາມຫຼາຍ 
- ພໍ່ແມ່ຕ້ອງວາງຕົວຢ່າງທີ່ດີແລະໃສ່ໃຈຕໍ່ການແນະນຳ ຕັກເຕືອນ ໃຫ້ກຳລັງໃຈ ແລະຕີສອນລູກຂອງຕົນ 
- ການຕີສອນເປັນການສັ່ງສອນດ້ວຍຄວາມຮັກເຊິ່ງແກ້ໄຂຈິດໃຈແລະຄວາມຄິດ 
- ເດັກນ້ອຍຕ້ອງໄດ້ຮັບການຕີສອນໃນແບບທີ່ຕ່າງກັນ