ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບສ ບົດທີ 4 ໜ້າ 37-46
  • ພະ​ເຍຊູ​ຄລິດ​ແມ່ນ​ໃຜ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຍຊູ​ຄລິດ​ແມ່ນ​ໃຜ?
  • ຄຳພີໄບເບິນສອນແນວໃດແທ້ໆ?
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຜູ້​ເປັນ​ເມຊີ​ຕາມ​ທີ່​ສັນຍາ​ໄວ້
  • ພະ​ເຍຊູ​ມາ​ຈາກ​ໃສ?
  • ພະ​ເຍຊູ​ເປັນ ບຸກຄົນ​ແບບ​ໃດ?
  • ສັດ​ຊື່​ຈົນ​ເຖິງ​ທີ່​ສຸດ
  • ພະ​ເຢຊູ​ຄລິດ​ແມ່ນ​ໃຜ?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ພະ​ເຢຊູ​ແມ່ນ​ໃຜ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ການ​ປາກົດ​ຕົວ​ຂອງ​ເມຊີ
    ຄຳພີໄບເບິນ—ບອກເລື່ອງຫຍັງ?
  • “ເຮົາ​ເປັນ​ທາງ​ນັ້ນ​ແລະ​ເປັນ​ຄວາມ​ຈິງ​ແລະ​ເປັນ​ຊີວິດ”
    “ຕາມເຮົາໄປເຖີ້ນ”
ຄຳພີໄບເບິນສອນແນວໃດແທ້ໆ?
ບສ ບົດທີ 4 ໜ້າ 37-46

ບົດ​ທີ​ສີ່

ພະ​ເຍຊູ​ຄລິດ​ແມ່ນ​ໃຜ?

  • ພະ​ເຍຊູ​ມີ​ບົດບາດ​ທີ່​ພິເສດ​ອັນ​ໃດ?

  • ພະອົງ​ມາ​ຈາກ​ໃສ?

  • ພະອົງ​ເປັນ​ບຸກຄົນ​ແບບ​ໃດ?

1, 2. (ກ) ເປັນ​ຫຍັງ​ການ​ຮູ້​ບາງ​ເລື່ອງ​ຂອງ​ຄົນ​ທີ່​ມີ​ຊື່ສຽງ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ຮູ້ຈັກ​ຜູ້​ນັ້ນ​ແທ້ໆ? (ຂ) ມີ​ຄວາມ​ສັບສົນ​ແນວ​ໃດ​ກ່ຽວ​ກັບ​ພະ​ເຍຊູ?

ໃນ​ໂລກ​ນີ້​ມີ​ຫຼາຍ​ຄົນ​ທີ່​ມີ​ຊື່ສຽງ. ບາງ​ຄົນ​ເປັນ​ທີ່​ຮູ້ຈັກ​ດີ​ໃນ​ຊຸມຊົນ ໃນ​ເມືອງ​ຫຼື​ໃນ​ປະເທດ​ຂອງ​ຕົນ. ບາງ​ຄົນ​ເປັນ​ທີ່​ຮູ້ຈັກ​ທົ່ວ​ໂລກ. ແນວ​ໃດ​ກໍ​ຕາມ ພຽງ​ແຕ່​ຮູ້ຈັກ​ຊື່​ຂອງ​ຜູ້​ທີ່​ມີ​ຊື່ສຽງ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ຮູ້ຈັກ​ຜູ້​ນັ້ນ​ແທ້ໆ. ການ​ຮູ້ຈັກ​ຊື່​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ຮູ້ຈັກ​ທຸກ​ລາຍ​ລະອຽດ​ກ່ຽວ​ກັບ​ພູມ​ຫຼັງ​ແລະ​ທາດ​ແທ້​ຂອງ​ຜູ້​ນັ້ນ.

2 ເຖິງ​ແມ່ນ​ວ່າ​ພະ​ເຍຊູ​ເຄີຍ​ມີ​ຊີວິດ​ຢູ່​ເທິງ​ແຜ່ນດິນ​ໂລກ​ປະມານ 2.000 ປີ​ມາ​ແລ້ວ​ກໍ​ຕາມ ແຕ່​ຄົນ​ທົ່ວ​ໂລກ​ເຄີຍ​ໄດ້​ຍິນ​ບາງ​ສິ່ງ​ກ່ຽວ​ກັບ​ພະອົງ. ແນວ​ໃດ​ກໍ​ຕາມ ຫຼາຍ​ຄົນ​ຮູ້ສຶກ​ສັບສົນ​ວ່າ​ພະ​ເຍຊູ​ແມ່ນ​ໃຜ​ແທ້ໆ. ບາງ​ຄົນ​ບອກ​ວ່າ​ພະອົງ​ເປັນ​ພຽງ​ແຕ່​ຄົນ​ດີ​ຄົນ​ໜຶ່ງ. ບາງ​ຄົນ​ບອກ​ວ່າ​ພະອົງ​ເປັນ​ຜູ້​ພະຍາກອນ​ເທົ່າ​ນັ້ນ. ບາງ​ຄົນ​ເຊື່ອ​ວ່າ​ພະ​ເຍຊູ​ເປັນ​ພະເຈົ້າ​ແລະ​ຄວນ​ໄດ້​ຮັບ​ການ​ນະມັດສະການ. ເຮົາ​ຄວນ​ນະມັດສະການ​ພະອົງ​ບໍ?

3. ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ຕໍ່​ເຈົ້າ​ທີ່​ຈະ​ຮູ້ຈັກ​ຄວາມ​ຈິງ​ກ່ຽວ​ກັບ​ພະ​ເຍຊູ?

3 ການ​ຮູ້ຈັກ​ຄວາມ​ຈິງ​ກ່ຽວ​ກັບ​ພະ​ເຍຊູ​ເປັນ​ເລື່ອງ​ສຳຄັນ​ຕໍ່​ເຈົ້າ. ເປັນ​ຫຍັງ​ຈຶ່ງ​ສຳຄັນ? ເພາະ​ຄຳພີ​ໄບເບິນ​ບອກ​ວ່າ “ອັນ​ນີ້​ເປັນ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ ຄື​ວ່າ​ໃຫ້​ເຂົາ​ຮູ້ຈັກ​ພະເຈົ້າ​ອົງ​ດຽວ​ທ່ຽງ​ແທ້​ແລະ​ພະ​ເຍຊູ​ຄລິດ​ທີ່​ພະເຈົ້າ​ໄດ້​ໃຊ້​ມາ.” (ໂຢຮັນ 17:3) ແມ່ນ​ແລ້ວ ການ​ຮູ້ຈັກ​ຄວາມ​ຈິງ​ກ່ຽວ​ກັບ​ພະ​ເຢໂຫວາ​ພະເຈົ້າ​ແລະ​ພະ​ເຍຊູ​ຄລິດ​ຈະ​ເປີດ​ໂອກາດ​ເພື່ອ​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ​ຢູ່​ເທິງ​ແຜ່ນດິນ​ໂລກ​ທີ່​ເປັນ​ອຸທິຍານ. (ໂຢຮັນ 14:6) ນອກ​ຈາກ​ນັ້ນ ພະ​ເຍຊູ​ວາງ​ແບບ​ຢ່າງ​ອັນ​ດີ​ທີ່​ສຸດ​ໃນ​ວິທີ​ດຳເນີນ​ຊີວິດ​ແລະ​ວິທີ​ປະຕິບັດ​ຕໍ່​ຄົນ​ອື່ນ. (ໂຢຮັນ 13:34, 35) ໃນ​ບົດ​ທຳອິດ​ຂອງ​ປຶ້ມ​ນີ້​ເຮົາ​ໄດ້​ພິຈາລະນາ​ຄວາມ​ຈິງ​ກ່ຽວ​ກັບ​ພະເຈົ້າ​ໄປ​ແລ້ວ. ຕອນ​ນີ້​ໃຫ້​ເຮົາ​ພິຈາລະນາ​ວ່າ​ຄຳພີ​ໄບເບິນ​ສອນ​ຫຍັງ​ແທ້​ກ່ຽວ​ກັບ​ພະ​ເຍຊູ​ຄລິດ.

ຜູ້​ເປັນ​ເມຊີ​ຕາມ​ທີ່​ສັນຍາ​ໄວ້

4. ຄຳ​ບອກ​ຕຳແໜ່ງ “ເມຊີ” ແລະ “ພະ​ຄລິດ” ມີ​ຄວາມໝາຍ​ວ່າ​ແນວ​ໃດ?

4 ເປັນ​ເວລາ​ດົນ​ນານ​ກ່ອນ​ພະ​ເຍຊູ​ເກີດ ຄຳພີ​ໄບເບິນ​ໄດ້​ບອກ​ລ່ວງ​ໜ້າ​ວ່າ​ພະເຈົ້າ​ຈະ​ສົ່ງ​ຜູ້​ໜຶ່ງ​ໃຫ້​ມາ​ເປັນ​ເມຊີ​ຫຼື​ພະ​ຄລິດ. ຄຳ​ບອກ​ຕຳແໜ່ງ “ເມຊີ” (ມາ​ຈາກ​ຄຳ​ພາສາ​ເຫບເລີ) ແລະ “ພະ​ຄລິດ” (ມາ​ຈາກ​ຄຳ​ພາສາ​ກະເລັກ) ທັງ​ສອງ​ຄຳ​ໝາຍ​ຄວາມ​ວ່າ “ຜູ້​ທີ່​ຖືກ​ເຈີມ.” ຜູ້​ທີ່​ພະເຈົ້າ​ສັນຍາ​ໄວ້​ນີ້​ຈະ​ຖືກ​ເຈີມ​ເຊິ່ງ​ເປັນ​ການ​ແຕ່ງ​ຕັ້ງ​ໃຫ້​ມີ​ຕຳແໜ່ງ​ພິເສດ. ໃນ​ບົດ​ຕໍ່ໆໄປ​ຂອງ​ປຶ້ມ​ນີ້ ເຮົາ​ຈະ​ຮຽນ​ຫຼາຍ​ຂຶ້ນ​ວ່າ​ເມຊີ​ມີ​ບົດບາດ​ສຳຄັນ​ແນວ​ໃດ​ຕໍ່​ຄວາມ​ສຳເລັດ​ເປັນ​ຈິງ​ໃນ​ຄຳ​ສັນຍາ​ຕ່າງໆຂອງ​ພະເຈົ້າ. ນອກ​ຈາກ​ນີ້ ເຮົາ​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ພອນ​ຕ່າງໆທີ່​ພະ​ເຍຊູ​ສາມາດ​ນຳ​ມາ​ໃຫ້​ແມ່ນ​ແຕ່​ໃນ​ຕອນ​ນີ້. ແນວ​ໃດ​ກໍ​ຕາມ ກ່ອນ​ພະ​ເຍຊູ​ເກີດ ຫຼາຍ​ຄົນ​ຄົງ​ຢາກ​ຈະ​ຮູ້​ວ່າ ‘ໃຜ​ຈະ​ເປັນ​ເມຊີ?’

5. ພວກ​ລູກ​ສິດ​ຂອງ​ພະ​ເຍຊູ​ໝັ້ນ​ໃຈ​ຫຍັງ​ຢ່າງ​ເຕັມທີ​ກ່ຽວ​ກັບ​ພະອົງ?

5 ໃນ​ສະຕະວັດ​ທຳອິດ ສ.ສ. ພວກ​ລູກ​ສິດ​ຂອງ​ພະ​ເຍຊູ​ຊາວ​ນາຊາເລດ​ໝັ້ນ​ໃຈ​ເຕັມທີ​ວ່າ​ພະອົງ​ເປັນ​ເມຊີ​ຕາມ​ທີ່​ບອກ​ໄວ້​ລ່ວງ​ໜ້າ. (ໂຢຮັນ 1:41) ລູກ​ສິດ​ຜູ້​ໜຶ່ງ​ທີ່​ຊື່​ວ່າ​ຊີໂມນ​ເປໂຕ​ໄດ້​ເວົ້າ​ກົງໆກັບ​ພະ​ເຍຊູ​ວ່າ “ພະອົງ​ເປັນ​ພະ​ຄລິດ.” (ມັດທາຍ 16:16) ແນວ​ໃດ​ກໍ​ຕາມ ພວກ​ສາວົກ​ເຫຼົ່າ​ນັ້ນ​ແລະ​ລວມ​ທັງ​ພວກ​ເຮົາ​ຈະ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ພະ​ເຍຊູ​ເປັນ​ເມຊີ​ແທ້ໆຕາມ​ທີ່​ສັນຍາ​ໄວ້?

6. ຈົ່ງ​ໃຫ້​ຕົວຢ່າງ​ເຖິງ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ຜູ້​ສັດ​ຊື່​ໃຫ້​ລະບຸ​ຕົວ​ເມຊີ.

6 ຜູ້​ພະຍາກອນ​ຂອງ​ພະເຈົ້າ​ທີ່​ມີ​ຊີວິດ​ຢູ່​ກ່ອນ​ສະໄໝ​ຂອງ​ພະ​ເຍຊູ​ໄດ້​ບອກ​ຂໍ້​ມູນ​ຫຼາຍ​ຢ່າງ​ລ່ວງ​ໜ້າ​ກ່ຽວ​ກັບ​ຜູ້​ເປັນ​ເມຊີ. ຂໍ້​ມູນ​ນີ້​ຈະ​ຊ່ວຍ​ຄົນ​ອື່ນ​ໃຫ້​ລະບຸ​ຕົວ​ພະອົງ​ໄດ້. ເຮົາ​ອາດ​ຍົກ​ຕົວຢ່າງ​ໃນ​ທຳນອງ​ນີ້ ສົມມຸດ​ວ່າ​ມີ​ຄົນ​ຂໍ​ໃຫ້​ເຈົ້າ​ໄປ​ຮັບ​ຜູ້​ໜຶ່ງ​ທີ່​ບໍ່​ເຄີຍ​ຮູ້ຈັກ​ມາ​ກ່ອນ​ຢູ່​ຄິວ​ລົດ​ເມ ຫຼື​ຢູ່​ສະຖານີ​ລົດ​ໄຟ ຫຼື​ຢູ່​ເດີ່ນ​ບິນ ເຊິ່ງ​ເປັນ​ບ່ອນ​ທີ່​ມີ​ຄົນ​ຫຼາຍ. ຖ້າ​ມີ​ຄົນ​ໃຫ້​ຂໍ້​ມູນ​ບາງ​ຢ່າງ​ກ່ຽວ​ກັບ​ຄົນ​ນັ້ນ ມັນ​ກໍ​ຈະ​ຊ່ວຍ​ເຈົ້າ​ໄດ້​ຫຼາຍ​ແມ່ນ​ບໍ? ຄ້າຍ​ຄື​ກັນ ພະ​ເຢໂຫວາ​ໃຫ້​ຂໍ້​ມູນ​ຢ່າງ​ລະອຽດ​ໂດຍ​ທາງ​ຜູ້​ພະຍາກອນ​ຫຼາຍ​ຄົນ​ໃນ​ຄຳພີ​ໄບເບິນ​ວ່າ ຜູ້​ເປັນ​ເມຊີ​ຈະ​ເຮັດ​ສິ່ງ​ໃດ​ແລະ​ຈະ​ປະສົບ​ອັນ​ໃດ. ຄວາມ​ສຳເລັດ​ເປັນ​ຈິງ​ຂອງ​ຄຳ​ພະຍາກອນ​ເຫຼົ່າ​ນີ້​ເຊິ່ງ​ມີ​ຫຼາຍ​ຂໍ້​ຈະ​ຊ່ວຍ​ຜູ້​ສັດ​ຊື່​ໃຫ້​ລະບຸ​ຕົວ​ເມຊີ​ໄດ້​ຢ່າງ​ຊັດເຈນ.

7. ຄຳ​ພະຍາກອນ​ສອງ​ເລື່ອງ​ໃດ​ແດ່​ໄດ້​ສຳເລັດ​ເປັນ​ຈິງ​ໃນ​ພະ​ເຍຊູ?

7 ຂໍ​ໃຫ້​ພິຈາລະນາ​ພຽງ​ສອງ​ຕົວຢ່າງ. ຕົວຢ່າງ​ທຳອິດ ຜູ້​ພະຍາກອນ​ມີເກ​ໄດ້​ບອກ​ລ່ວງ​ໜ້າ​ຫຼາຍ​ກວ່າ 700 ປີ​ວ່າ​ຜູ້​ທີ່​ພະເຈົ້າ​ສັນຍາ​ໄວ້​ຈະ​ມາ​ເກີດ​ໃນ​ເມືອງ​ເບດເລເຫມ​ເຊິ່ງ​ເປັນ​ເມືອງ​ນ້ອຍ​ໃນ​ແຜ່ນດິນ​ຢູດາ. (ມີເກ 5:2) ພະ​ເຍຊູ​ເດ​ເກີດ​ຢູ່​ໃສ? ເກີດ​ໃນ​ເມືອງ​ນັ້ນ! (ມັດທາຍ 2:1, 3-9) ຕົວຢ່າງ​ທີ​ສອງ ຄຳ​ພະຍາກອນ​ທີ່​ບັນທຶກ​ລ່ວງ​ໜ້າ​ຫຼາຍ​ສະຕະວັດ​ຢູ່​ດານຽນ 9:25 ໄດ້​ບອກ​ປີ​ທີ່​ເມຊີ​ຈະ​ປາກົດ​ຕົວ ເຊິ່ງ​ແມ່ນ​ປີ 29 ສ.ສ.a ຄວາມ​ສຳເລັດ​ເປັນ​ຈິງ​ຂອງ​ຄຳ​ພະຍາກອນ​ເຫຼົ່າ​ນີ້​ແລະ​ຄຳ​ພະຍາກອນ​ອື່ນໆພິສູດ​ວ່າ​ພະ​ເຍຊູ​ເປັນ​ເມຊີ​ຕາມ​ຄຳ​ສັນຍາ.

ຕອນທີ່ພະເຍຊູຮັບບັບເຕມາ ພະວິນຍານຂອງພະເຈົ້າໄດ້ລົງມາເປັນຄືນົກເຂົາເຊິ່ງເປັນສັນຍະລັກບົ່ງວ່າພະເຍຊູເປັນເມຊີ

ຕອນ​ທີ່​ພະ​ເຍຊູ​ຮັບ​ບັບເຕມາ ພະອົງ​ກາຍ​ເປັນ​ເມຊີ​ຫຼື​ພະ​ຄລິດ

8, 9. ໃນ​ຕອນ​ທີ່​ພະ​ເຍຊູ​ຮັບ​ບັບເຕມາ ມີ​ຫຼັກຖານ​ອັນ​ໃດ​ແດ່​ທີ່​ປາກົດ​ແຈ້ງ​ວ່າ​ພະອົງ​ເປັນ​ເມຊີ?

8 ຫຼັກຖານ​ເພີ່ມ​ເຕີມ​ທີ່​ວ່າ​ພະ​ເຍຊູ​ເປັນ​ເມຊີ​ໄດ້​ປາກົດ​ແຈ້ງ​ໃນ​ທ້າຍ​ປີ 29 ສ.ສ. ນັ້ນ​ເປັນ​ປີ​ທີ່​ພະ​ເຍຊູ​ໄປ​ຫາ​ໂຢຮັນ​ຜູ້​ໃຫ້​ຮັບ​ບັບເຕມາ​ເພື່ອ​ຈະ​ຮັບ​ບັບເຕມາ​ໃນ​ແມ່ນ້ຳ​ຢູລະເດນ. ພະ​ເຢໂຫວາ​ໄດ້​ສັນຍາ​ວ່າ​ຈະ​ໃຫ້​ສັນຍະລັກ​ສຳຄັນ​ແກ່​ໂຢຮັນ​ເພື່ອ​ສາມາດ​ລະບຸ​ຕົວ​ຜູ້​ເປັນ​ເມຊີ​ໄດ້. ຕອນ​ທີ່​ພະ​ເຍຊູ​ຮັບ​ບັບເຕມາ ໂຢຮັນ​ໄດ້​ເຫັນ​ສັນຍະລັກ​ທີ່​ສຳຄັນ​ນັ້ນ. ຄຳພີ​ໄບເບິນ​ກ່າວ​ເຖິງ​ເຫດການ​ໃນ​ຕອນ​ນັ້ນ​ວ່າ “ເມື່ອ​ໄດ້​ຮັບ​ສິນ​ບັບເຕມາ​ແລ້ວ ພະ​ເຍຊູ​ໄດ້​ຂຶ້ນ​ມາ​ຈາກ​ນ້ຳ​ໂລດ ແລະ​ຈົ່ງ​ເບິ່ງ​ຟ້າ​ສະຫວັນ​ແຫວກ​ອອກ​ແກ່​ພະອົງ ແລະ​ພະອົງ​ໄດ້​ເຫັນ​ພະ​ວິນຍານ​ແຫ່ງ​ພະເຈົ້າ​ລົງ​ມາ​ເໝືອນ​ດັ່ງ​ນົກ​ເຂົາ​ແລະ​ມາ​ຢູ່​ເທິງ​ພະອົງ. ແລະ​ຈົ່ງ​ເບິ່ງ​ມີ​ສຽງ​ປາກ​ອອກ​ມາ​ແຕ່​ຟ້າ​ສະຫວັນ​ວ່າ ‘ພະອົງ​ນີ້​ເປັນ​ພະ​ບຸດ​ທີ່​ຮັກ​ຂອງ​ເຮົາ ເຮົາ​ຊອບ​ໃຈ​ຫຼາຍ​ໃນ​ພະອົງ.’” (ມັດທາຍ 3:16, 17) ຫຼັງ​ຈາກ​ໄດ້​ຍິນ​ແລະ​ໄດ້​ເຫັນ​ໃນ​ສິ່ງ​ທີ່​ເກີດ​ຂຶ້ນ ໂຢຮັນ​ແນ່​ໃຈ​ວ່າ​ພະ​ເຍຊູ​ເປັນ​ຜູ້​ທີ່​ພະເຈົ້າ​ສົ່ງ​ມາ. (ໂຢຮັນ 1:32-34) ໃນ​ຕອນ​ທີ່​ມີ​ການ​ເທ​ພະ​ວິນຍານ​ຫຼື​ພະລັງ​ປະຕິບັດ​ການ​ຂອງ​ພະເຈົ້າ​ລົງ​ມາ​ໃສ່​ພະ​ເຍຊູ ໃນ​ມື້​ນັ້ນ​ພະອົງ​ກາຍ​ເປັນ​ເມຊີ​ຫຼື​ພະ​ຄລິດ ຜູ້​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ນຳ​ແລະ​ເປັນ​ກະສັດ.—ເອຊາອີ 55:4.

9 ຄວາມ​ສຳເລັດ​ເປັນ​ຈິງ​ຂອງ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ແລະ​ການ​ຢືນຢັນ​ຈາກ​ພະ​ເຢໂຫວາ​ພະເຈົ້າ​ສະແດງ​ໃຫ້​ເຫັນ​ຢ່າງ​ຊັດເຈນ​ວ່າ​ພະ​ເຍຊູ​ເປັນ​ເມຊີ​ຕາມ​ທີ່​ສັນຍາ​ໄວ້. ນອກ​ຈາກ​ນັ້ນ ຄຳພີ​ໄບເບິນ​ຍັງ​ຕອບ​ຄຳຖາມ​ອີກ​ສອງ​ຂໍ້​ທີ່​ສຳຄັນ​ກ່ຽວ​ກັບ​ພະ​ເຍຊູ​ຄລິດ ນັ້ນ​ຄື​ພະອົງ​ມາ​ຈາກ​ໃສ​ແລະ​ພະອົງ​ເປັນ​ບຸກຄົນ​ແບບ​ໃດ?

ພະ​ເຍຊູ​ມາ​ຈາກ​ໃສ?

10. ຄຳພີ​ໄບເບິນ​ສອນ​ວ່າ​ແນວ​ໃດ​ກ່ຽວ​ກັບ​ຊີວິດ​ພະ​ເຍຊູ​ກ່ອນ​ມາ​ເກີດ​ຢູ່​ເທິງ​ແຜ່ນດິນ​ໂລກ?

10 ຄຳພີ​ໄບເບິນ​ສອນ​ວ່າ​ພະ​ເຍຊູ​ເຄີຍ​ມີ​ຊີວິດ​ຢູ່​ໃນ​ສະຫວັນ​ກ່ອນ​ມາ​ແຜ່ນດິນ​ໂລກ. ມີເກ​ໄດ້​ພະຍາກອນ​ວ່າ​ເມຊີ​ຈະ​ເກີດ​ຢູ່​ເມືອງ​ເບດເລເຫມ​ແລະ​ຍັງ​ບອກ​ອີກ​ວ່າ​ຈະ​ມີ​ຕົ້ນ​ກຳເນີດ “ແຕ່​ບູຮານ.” (ມີເກ 5:2) ໃນ​ຫຼາຍ​ໂອກາດ ພະ​ເຍຊູ​ບອກ​ວ່າ​ເຄີຍ​ມີ​ຊີວິດ​ຢູ່​ໃນ​ສະຫວັນ​ກ່ອນ​ມາ​ເກີດ​ເປັນ​ມະນຸດ. (ໂຢຮັນ 3:13; 6:38, 62; 17:4, 5) ໃນ​ຖານະ​ເປັນ​ກາຍ​ວິນຍານ​ທີ່​ຢູ່​ໃນ​ສະຫວັນ ພະ​ເຍຊູ​ມີ​ສາຍ​ສຳພັນ​ທີ່​ພິເສດ​ກັບ​ພະ​ເຢໂຫວາ.

11. ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະ​ເຍຊູ​ເປັນ​ລູກ​ທີ່​ພະ​ເຢໂຫວາ​ແພງ​ຫຼາຍ​ທີ່​ສຸດ?

11 ພະ​ເຍຊູ​ເປັນ​ລູກ​ທີ່​ພະ​ເຢໂຫວາ​ແພງ​ຫຼາຍ​ທີ່​ສຸດ​ແລະ​ນີ້​ມີ​ເຫດຜົນ​ທີ່​ຟັງ​ຂຶ້ນ. ມີ​ການ​ເອີ້ນ​ພະອົງ​ວ່າ “ເປັນ​ບຸດ​ຫົວ​ທີ​ແຫ່ງ​ສັບພະ​ທຸກ​ສິ່ງ​ທີ່​ສ້າງ​ແລ້ວ” ເນື່ອງ​ຈາກ​ພະອົງ​ເປັນ​ຜູ້​ທຳອິດ​ທີ່​ພະເຈົ້າ​ສ້າງ.b (ໂກໂລດ 1:15) ຍັງ​ມີ​ອີກ​ສິ່ງ​ໜຶ່ງ​ທີ່​ເຮັດ​ໃຫ້​ລູກ​ຊາຍ​ຜູ້​ນີ້​ພິເສດ. ພະອົງ​ເປັນ “ພະ​ບຸດ​ອົງ​ດຽວ.” (ໂຢຮັນ 3:16) ນີ້​ໝາຍ​ຄວາມ​ວ່າ​ພະ​ເຍຊູ​ເປັນ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ພະເຈົ້າ​ໄດ້​ສ້າງ​ໂດຍ​ກົງ. ພະ​ເຍຊູ​ຍັງ​ເປັນ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ພະເຈົ້າ​ໃຊ້​ໃນ​ຄາວ​ສ້າງ​ສັບພະ​ທຸກ​ສິ່ງ. (ໂກໂລດ 1:16) ນອກ​ຈາກ​ນັ້ນ​ຍັງ​ມີ​ການ​ເອີ້ນ​ພະ​ເຍຊູ​ວ່າ​ເປັນ “ພະ​ຄຳ.” (ໂຢຮັນ 1:14) ເລື່ອງ​ນີ້​ບອກ​ເຮົາ​ວ່າ​ພະອົງ​ເປັນ​ຜູ້​ເວົ້າ​ແທນ​ພະເຈົ້າ ດັງ​ນັ້ນ​ພະອົງ​ຈຶ່ງ​ເປັນ​ຜູ້​ສົ່ງ​ຂ່າວ​ແລະ​ຄຳ​ສັ່ງ​ຕ່າງໆຂອງ​ຜູ້​ເປັນ​ພໍ່​ໃຫ້​ກັບ​ລູກ​ທັງ​ຫຼາຍ​ທັງ​ທີ່​ເປັນ​ກາຍ​ວິນຍານ​ແລະ​ເປັນ​ມະນຸດ.

12. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ລູກ​ຊາຍ​ກົກ​ບໍ່​ທຽບ​ເທົ່າ​ກັບ​ພະເຈົ້າ?

12 ລູກ​ຊາຍ​ກົກ​ຜູ້​ນີ້​ທຽບ​ເທົ່າ​ກັບ​ພະເຈົ້າ​ຄື​ກັບ​ທີ່​ບາງ​ຄົນ​ເຊື່ອ​ບໍ? ຄຳພີ​ໄບເບິນ​ບໍ່​ໄດ້​ສອນ​ແນວ​ນັ້ນ. ດັ່ງ​ທີ່​ເຮົາ​ສັງເກດ​ເຫັນ​ໃນ​ຫຍໍ້​ໜ້າ​ກ່ອນ ລູກ​ຊາຍ​ຜູ້​ນີ້​ຖືກ​ສ້າງ​ຂຶ້ນ​ມາ. ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ວ່າ ພະອົງ​ມີ​ຈຸດ​ເລີ່ມ​ຕົ້ນ ໃນ​ຂະນະ​ທີ່​ພະ​ເຢໂຫວາ​ບໍ່​ມີ​ຈຸດ​ເລີ່ມ​ຕົ້ນ​ແລະ​ບໍ່​ມີ​ຈຸດ​ສິ້ນ​ສຸດ. (ຄຳເພງ 90:2) ລູກ​ຊາຍ​ຜູ້​ນີ້​ເປັນ​ຜູ້​ດຽວ​ທີ່​ພະ​ເຢໂຫວາ​ໄດ້​ສ້າງ​ໂດຍ​ກົງ​ບໍ່​ເຄີຍ​ແມ່ນ​ແຕ່​ຄິດ​ທີ່​ຈະ​ພະຍາຍາມ​ເຮັດ​ໃຫ້​ຕົວ​ເອງ​ທຽບ​ເທົ່າ​ກັບ​ພໍ່. ຄຳພີ​ໄບເບິນ​ສອນ​ຢ່າງ​ຈະ​ແຈ້ງ​ວ່າ​ພໍ່​ໃຫຍ່​ກວ່າ​ລູກ. (ໂຢຮັນ 14:28; 1 ໂກລິນໂທ 11:3) ພະ​ເຢໂຫວາ​ຜູ້​ດຽວ​ເທົ່າ​ນັ້ນ​ເປັນ “ພະເຈົ້າ​ອົງ​ມີ​ລິດເດດ​ອັນ​ໃຫຍ່​ທີ່​ສຸດ.” (ຕົ້ນເດີມ 17:1) ດ້ວຍ​ເຫດ​ນີ້ ຈຶ່ງ​ບໍ່​ມີ​ໃຜ​ທຽບ​ເທົ່າ​ພະອົງ​ໄດ້.c

13. ຄຳພີ​ໄບເບິນ​ໝາຍ​ຄວາມ​ວ່າ​ແນວ​ໃດ​ເມື່ອ​ກ່າວ​ວ່າ ລູກ​ຊາຍ​ເປັນ “ຮູບ​ແຫ່ງ​ພະເຈົ້າ​ທີ່​ຕາ​ເຫັນ​ບໍ່​ໄດ້”?

13 ພະ​ເຢໂຫວາ​ແລະ​ລູກ​ຊາຍ​ກົກ​ຂອງ​ພະອົງ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ເປັນ​ເວລາ​ຫຼາຍ​ພັນ​ລ້ານ​ປີ ດົນ​ກ່ອນ​ທ້ອງຟ້າ​ທີ່​ເຕັມ​ໄປ​ດ້ວຍ​ດວງ​ດາວ​ແລະ​ແຜ່ນດິນ​ໂລກ​ຖືກ​ສ້າງ​ຂຶ້ນ. ທັງ​ສອງ​ຕ້ອງ​ຮັກ​ກັນ​ຫຼາຍ​ແທ້ໆ! (ໂຢຮັນ 3:35; 14:31) ລູກ​ຜູ້​ເປັນ​ທີ່​ຮັກ​ຜູ້​ນີ້​ຕ້ອງ​ຄື​ກັບ​ພໍ່​ຂອງ​ຕົນ. ດ້ວຍ​ເຫດ​ນີ້​ຄຳພີ​ໄບເບິນ​ຈຶ່ງ​ກ່າວ​ເຖິງ​ລູກ​ຜູ້​ນີ້​ວ່າ​ເປັນ “ຮູບ​ແຫ່ງ​ພະເຈົ້າ​ຜູ້​ທີ່​ຕາ​ເຫັນ​ບໍ່​ໄດ້.” (ໂກໂລດ 1:15) ແມ່ນ​ແລ້ວ ມະນຸດ​ອາດ​ມີ​ຫຼາຍ​ສິ່ງ​ທີ່​ຄ້າຍ​ຄື​ກັບ​ພໍ່​ຂອງ​ຕົນ​ສັນ​ໃດ ລູກ​ຜູ້​ນີ້​ທີ່​ຢູ່​ທາງ​ພາກ​ສະຫວັນ​ກໍ​ສະທ້ອນ​ຄຸນ​ລັກສະນະ​ຕ່າງໆແລະ​ນິດໄສ​ໃຈ​ຄໍ​ຂອງ​ພໍ່​ສັນ​ນັ້ນ.

14. ລູກ​ຊາຍ​ຜູ້​ດຽວ​ທີ່​ພະ​ເຢໂຫວາ​ໄດ້​ສ້າງ​ໂດຍ​ກົງ​ມາ​ເກີດ​ເປັນ​ມະນຸດ​ໄດ້​ແນວ​ໃດ?

14 ລູກ​ຊາຍ​ຜູ້​ດຽວ​ທີ່​ພະ​ເຢໂຫວາ​ສ້າງ​ໂດຍ​ກົງ​ເຕັມ​ໃຈ​ອອກ​ຈາກ​ສະຫວັນ​ລົງ​ມາ​ແຜ່ນດິນ​ໂລກ​ເພື່ອ​ມີ​ຊິ​ວິດ​ແບບ​ມະນຸດ. ແຕ່​ເຈົ້າ​ອາດ​ສົງໄສ​ວ່າ ‘ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ກາຍ​ວິນຍານ​ຈະ​ມາ​ເກີດ​ເປັນ​ມະນຸດ?’ ພະ​ເຢໂຫວາ​ໄດ້​ເຮັດ​ການ​ອັດສະຈັນ​ເພື່ອ​ໃຫ້​ເລື່ອງ​ນີ້​ສຳເລັດ. ພະອົງ​ຍ້າຍ​ຊີວິດ​ລູກ​ຊາຍ​ກົກ​ຈາກ​ສະຫວັນ​ມາ​ໄວ້​ໃນ​ທ້ອງ​ຂອງ​ສາວ​ບໍລິສຸດ​ຄົນ​ຢິວ​ທີ່​ຊື່​ວ່າ​ມາລີ. ບໍ່​ມີ​ພໍ່​ທີ່​ເປັນ​ມະນຸດ​ຄົນ​ໃດ​ເຂົ້າ​ມາ​ກ່ຽວ​ຂ້ອງ​ໃນ​ເລື່ອງ​ນີ້. ໂດຍ​ວິທີ​ນີ້ ມາລີ​ຈຶ່ງ​ໃຫ້​ກຳເນີດ​ລູກ​ຊາຍ​ທີ່​ສົມບູນ​ແບບ ແລະ​ຕັ້ງ​ຊື່​ລູກ​ວ່າ​ເຍຊູ.—ລືກາ 1:30-35.

ພະ​ເຍຊູ​ເປັນ ບຸກຄົນ​ແບບ​ໃດ?

ພະເຍຊູປະກຳລັງກາດກັບຜູ້ຄົນຢູ່ເຮືອນ

15. ເປັນ​ຫຍັງ​ເວົ້າ​ໄດ້​ວ່າ​ໂດຍ​ຜ່ານ​ທາງ​ພະ​ເຍຊູ​ເຮົາ​ຈຶ່ງ​ຮູ້ຈັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ?

15 ສິ່ງ​ທີ່​ພະ​ເຍຊູ​ເວົ້າ​ແລະ​ເຮັດ​ຕອນ​ຢູ່​ແຜ່ນດິນ​ໂລກ​ຊ່ວຍ​ເຮົາ​ໃຫ້​ຮູ້ຈັກ​ພະອົງ​ດີ​ຂຶ້ນ. ຍິ່ງ​ກວ່າ​ນັ້ນ ໂດຍ​ທາງ​ພະ​ເຍຊູ​ເຮົາ​ໄດ້​ມາ​ຮູ້ຈັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ເປັນ​ຫຍັງ​ຈຶ່ງ​ເວົ້າ​ແນວ​ນັ້ນ? ຂໍ​ໃຫ້​ຈື່​ໄວ້​ວ່າ​ລູກ​ຜູ້​ນີ້​ເປັນ​ພາບ​ສະທ້ອນ​ທີ່​ສົມບູນ​ແບບ​ຂອງ​ພໍ່​ຂອງ​ພະອົງ. ດ້ວຍ​ເຫດ​ນີ້​ພະ​ເຍຊູ​ຈຶ່ງ​ເວົ້າ​ກັບ​ລູກ​ສິດ​ຜູ້​ໜຶ່ງ​ຂອງ​ພະອົງ​ວ່າ “ຜູ້​ທີ່​ໄດ້​ເຫັນ​ເຮົາ​ກໍ​ໄດ້​ເຫັນ​ພະ​ບິດາ.” (ໂຢຮັນ 14:9) ສີ່​ພະທຳ​ໃນ​ຄຳພີ​ໄບເບິນ​ເຊິ່ງ​ເປັນ​ທີ່​ຮັບ​ຮູ້​ວ່າ​ເປັນ​ພະທຳ​ກິດຕິຄຸນ ຄື​ມັດທາຍ ມາລະໂກ ລືກາ ແລະ​ໂຢຮັນ ບອກ​ເຮົາ​ຫຼາຍ​ຢ່າງ​ກ່ຽວ​ກັບ​ຊີວິດ ວຽກ​ງານ ແລະ​ຄຸນ​ລັກສະນະ​ສະເພາະ​ຂອງ​ພະ​ເຍຊູ​ຄລິດ.

16. ຂ່າວ​ສານ​ຕົ້ນ​ຕໍ​ຂອງ​ພະ​ເຍຊູ​ແມ່ນ​ຫຍັງ ແລະ​ຄຳ​ສອນ​ຂອງ​ພະອົງ​ມາ​ຈາກ​ໃສ?

16 ພະ​ເຍຊູ​ຍັງ​ເປັນ​ທີ່​ຮູ້ຈັກ​ດີ​ໃນ​ຖານະ “ອາຈານ.” (ໂຢຮັນ 1:38; 13:13) ພະອົງ​ສອນ​ເລື່ອງ​ຫຍັງ? ຂ່າວ​ສານ​ຕົ້ນ​ຕໍ​ຂອງ​ພະອົງ​ກໍ​ຄື “ຂ່າວ​ດີ​ເລື່ອງ​ລາຊະອານາຈັກ” ເຊິ່ງ​ແມ່ນ​ລາຊະອານາຈັກ​ຂອງ​ພະເຈົ້າ​ທີ່​ເປັນ​ລັດຖະບານ​ທາງ​ພາກ​ສະຫວັນ​ເຊິ່ງ​ຈະ​ປົກຄອງ​ຢູ່​ທົ່ວ​ແຜ່ນດິນ​ໂລກ​ແລະ​ຈະ​ນຳ​ເອົາ​ຄວາມ​ພອນ​ຕ່າງໆທີ່​ບໍ່​ມີ​ສິ້ນ​ສຸດ​ມາ​ສູ່​ມະນຸດ​ທີ່​ເຊື່ອ​ຟັງ. (ມັດທາຍ 4:23, ລ.ມ.) ຂ່າວ​ສານ​ນີ້​ແມ່ນ​ຂອງ​ໃຜ? ພະ​ເຍຊູ​ບອກ​ວ່າ “ຄວາມ​ສັ່ງ​ສອນ​ຂອງ​ເຮົາ​ບໍ່​ມາ​ແຕ່​ເຮົາ ແຕ່​ວ່າ​ມາ​ແຕ່​ພະເຈົ້າ​ທີ່​ໄດ້​ໃຊ້​ເຮົາ​ມາ” ນັ້ນ​ຄື​ພະ​ເຢໂຫວາ. (ໂຢຮັນ 7:16) ພະ​ເຍຊູ​ຮູ້​ວ່າ​ພໍ່​ຂອງ​ພະອົງ​ຢາກ​ໃຫ້​ມະນຸດ​ໄດ້​ຍິນ​ກ່ຽວ​ກັບ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ. ໃນ​ບົດ​ທີ 8 ເຮົາ​ຈະ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ລາຊະອານາຈັກ​ຂອງ​ພະເຈົ້າ​ແລະ​ສິ່ງ​ທີ່​ລາຊະອານາຈັກ​ນີ້​ຈະ​ເຮັດ​ໃຫ້​ສຳເລັດ.

ພະເຍຊູກຳລັງປະກາດກັບຄົນຫາປາ

17. ພະ​ເຍຊູ​ສັ່ງ​ສອນ​ຢູ່​ໃສ ແລະ​ເປັນ​ຫຍັງ​ພະອົງ​ຈຶ່ງ​ທຸ່ມ​ເທ​ຕົວ​ຫຼາຍ​ປານ​ນັ້ນ​ໃນ​ການ​ສັ່ງ​ສອນ​ຄົນ​ອື່ນ?

17 ພະ​ເຍຊູ​ສັ່ງ​ສອນ​ຢູ່​ໃສ? ຢູ່​ທຸກ​ແຫ່ງ​ທີ່​ພະອົງ​ພົບ​ພໍ້​ຜູ້​ຄົນ ເຊັ່ນ​ຢູ່​ຊົນນະບົດ ຢູ່​ໃນ​ເມືອງ ຢູ່​ບ້ານ​ຕ່າງໆ ຢູ່​ຕະຫຼາດ ແລະ​ຢູ່​ເຮືອນ​ປະຊາຊົນ. ພະ​ເຍຊູ​ບໍ່​ໄດ້​ຄາດ​ໝາຍ​ໃຫ້​ປະຊາຊົນ​ມາ​ຫາ​ພະອົງ ແຕ່​ພະອົງ​ເອງ​ເປັນ​ຜູ້​ໄປ​ຫາ​ເຂົາ​ເຈົ້າ. (ມາລະໂກ 6:56; ລືກາ 19:5, 6) ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ທຸ່ມ​ເທ​ຕົວ​ປານ​ນັ້ນ​ແລະ​ໃຊ້​ເວລາ​ຫຼາຍ​ແທ້ໆໃນ​ການ​ປະກາດ​ແລະ​ການ​ສັ່ງ​ສອນ? ເພາະ​ວ່າ​ພະເຈົ້າ​ປະສົງ​ໃຫ້​ພະ​ເຍຊູ​ເຮັດ​ເຊັ່ນ​ນັ້ນ. ພະ​ເຍຊູ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພໍ່​ສະເໝີ. (ໂຢຮັນ 8:28, 29) ແຕ່​ມີ​ອີກ​ເຫດຜົນ​ໜຶ່ງ​ທີ່​ພະອົງ​ປະກາດ. ພະອົງ​ຮູ້ສຶກ​ອີ່​ຕົນ​ຝູງ​ຄົນ​ທີ່​ມາ​ຫາ​ພະອົງ. (ມັດທາຍ 9:35, 36) ແທນ​ທີ່​ພວກ​ຫົວໜ້າ​ສາສະໜາ​ຈະ​ສອນ​ຄວາມ​ຈິງ​ກ່ຽວ​ກັບ​ພະເຈົ້າ​ແລະ​ໃຈ​ປະສົງ​ຕ່າງໆຂອງ​ພະອົງ​ຕາມ​ທີ່​ຄວນ​ຈະ​ສອນ ແຕ່​ເຂົາ​ພັດ​ໄດ້​ປະ​ຖິ້ມ​ປະຊາຊົນ. ພະ​ເຍຊູ​ຮູ້​ວ່າ​ປະຊາຊົນ​ຈຳເປັນ​ຕ້ອງ​ໄດ້​ຍິນ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ຫຼາຍ​ສ່ຳ​ໃດ.

18. ຄຸນ​ລັກສະນະ​ອັນ​ໃດ​ຂອງ​ພະ​ເຍຊູ​ທີ່​ດຶງ​ດູດ​ໃຈ​ເຈົ້າ​ຫຼາຍ​ທີ່​ສຸດ?

18 ພະ​ເຍຊູ​ເປັນ​ຄົນ​ທີ່​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ ທັງ​ມີ​ຄວາມ​ອ່ອນ​ໂຍນ​ແລະ​ທັງ​ອົບອຸ່ນ​ໄປ​ນຳ. ດ້ວຍ​ເຫດ​ນີ້ ຄົນ​ອື່ນໆຈຶ່ງ​ເຫັນ​ວ່າ​ພະອົງ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ​ແລະ​ເປັນ​ຄົນ​ໃຈ​ດີ. ແມ່ນ​ແຕ່​ເດັກ​ນ້ອຍ​ກໍ​ຮູ້ສຶກ​ສະບາຍ​ໃຈ​ເມື່ອ​ຢູ່​ນຳ​ພະອົງ. (ມາລະໂກ 10:13-16) ພະ​ເຍຊູ​ບໍ່​ລຳ​ອຽງ. ພະອົງ​ກຽດ​ຊັງ​ການ​ສໍ້​ໂກງ​ແລະ​ຄວາມ​ບໍ່​ຍຸຕິທຳ. (ມັດທາຍ 21:12, 13) ໃນ​ສະໄໝ​ທີ່​ພວກ​ຜູ້​ຍິງ​ເກືອບ​ຈະ​ບໍ່​ໄດ້​ຮັບ​ຄວາມ​ນັບຖື​ແລະ​ບໍ່​ມີ​ສິດທິ​ພິເສດ​ແມ່ນ​ແຕ່​ໜ້ອຍ​ດຽວ ພະອົງ​ພັດ​ປະຕິບັດ​ນຳ​ເຂົາ​ເຈົ້າ​ຢ່າງ​ທີ່​ໃຫ້​ກຽດ. (ໂຢຮັນ 4:9, 27) ພະ​ເຍຊູ​ເປັນ​ຄົນ​ທີ່​ມີ​ຄວາມ​ຖ່ອມ​ໃຈ​ຢ່າງ​ແທ້​ຈິງ. ຄັ້ງ​ໜຶ່ງ ພະອົງ​ໄດ້​ລ້າງ​ຕີນ​ໃຫ້​ພວກ​ອັກຄະສາວົກ​ເຊິ່ງ​ຕາມ​ປົກກະຕິ​ແລ້ວ​ເປັນ​ວຽກ​ຂອງ​ຄົນ​ຮັບໃຊ້​ທີ່​ຕ່ຳ​ຕ້ອຍ.

ພະເຍຊູຍື່ນມືອອກໄປຈັບບາຍແລະປິ່ນປົວຄົນປ່ວຍ

ພະ​ເຍຊູ​ປະກາດ​ສັ່ງ​ສອນ​ຢູ່​ທຸກ​ແຫ່ງ​ທີ່​ພົບ​ພໍ້​ຜູ້​ຄົນ

19. ຕົວຢ່າງ​ອັນ​ໃດ​ທີ່​ສະແດງ​ວ່າ​ພະ​ເຍຊູ​ມີ​ຄວາມ​ຮູ້ສຶກ​ທີ່​ວ່ອງໄວ​ຕໍ່​ຄວາມ​ຈຳເປັນ​ຂອງ​ຜູ້​ອື່ນ?

19 ພະ​ເຍຊູ​ມີ​ຄວາມ​ຮູ້ສຶກ​ທີ່​ວ່ອງໄວ​ຕໍ່​ຄວາມ​ຈຳເປັນ​ຂອງ​ຜູ້​ອື່ນ. ເລື່ອງ​ນີ້​ເຫັນ​ໄດ້​ແຈ້ງ​ຕອນ​ທີ່​ພະອົງ​ເຮັດ​ການ​ອັດສະຈັນ​ເພື່ອ​ປິ່ນປົວ​ໂດຍ​ໃຊ້​ລິດເດດ​ຈາກ​ພະ​ວິນຍານ​ຂອງ​ພະເຈົ້າ. (ມັດທາຍ 14:14) ຕົວຢ່າງ​ເຊັ່ນ ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ຂີ້ທູດ​ໄດ້​ມາ​ຫາ​ພະ​ເຍຊູ​ແລະ​ເວົ້າ​ວ່າ “ຖ້າ​ພະອົງ​ມີ​ນ້ຳໃຈ ພະອົງ​ອາດ​ກະທຳ​ໃຫ້​ຂ້າພະເຈົ້າ​ດີ​ສະອາດ​ໄດ້.” ພະ​ເຍຊູ​ຮູ້ສຶກ​ເຖິງ​ຄວາມ​ເຈັບ​ປວດ​ແລະ​ຄວາມ​ທຸກ​ຂອງ​ຊາຍ​ຜູ້​ນີ້. ຍ້ອນ​ຮູ້ສຶກ​ອີ່​ຕົນ ພະ​ເຍຊູ​ຈຶ່ງ​ເດ່​ມື​ອອກ​ບາຍ​ຊາຍ​ຄົນ​ນັ້ນ​ພ້ອມ​ທັງ​ກ່າວ​ວ່າ “ເຮົາ​ມີ​ນ້ຳໃຈ ໃຫ້​ເຈົ້າ​ດີ​ສະອາດ​ເຖີ້ນ.” ແລະ​ຊາຍ​ທີ່​ເຈັບ​ປ່ວຍ​ນີ້​ກໍ​ໄດ້​ເຊົາ​ພະຍາດ​ເລີຍ! (ມາລະໂກ 1:40-42) ເຈົ້າ​ນຶກ​ພາບ​ອອກ​ບໍ​ວ່າ​ຊາຍ​ຄົນ​ນັ້ນ​ຕ້ອງ​ຮູ້ສຶກ​ແນວ​ໃດ?

ສັດ​ຊື່​ຈົນ​ເຖິງ​ທີ່​ສຸດ

20, 21. ໃນ​ການ​ເຊື່ອ​ຟັງ​ພະເຈົ້າ​ຢ່າງ​ຈົງ​ຮັກ​ພັກດີ ພະ​ເຍຊູ​ໄດ້​ວາງ​ຕົວຢ່າງ​ແນວ​ໃດ?

20 ພະ​ເຍຊູ​ວາງ​ຕົວຢ່າງ​ດີ​ທີ່​ສຸດ​ໃນ​ການ​ເຊື່ອ​ຟັງ​ພະເຈົ້າ​ຢ່າງ​ຈົງ​ຮັກ​ພັກດີ. ພະອົງ​ຍັງ​ສັດ​ຊື່​ຕໍ່​ພໍ່​ທີ່​ຢູ່​ທາງ​ພາກ​ສະຫວັນ​ພາຍ​ໃຕ້​ທຸກ​ສະພາບການ​ແລະ​ທັງໆທີ່​ມີ​ການ​ຕໍ່​ຕ້ານ​ແລະ​ຄວາມ​ທຸກ​ໃນ​ທຸກ​ຮູບ​ແບບ. ພະ​ເຍຊູ​ຕ້ານ​ທານ​ການ​ລໍ້​ໃຈ​ຂອງ​ຊາຕານ​ໄດ້​ຢ່າງ​ໜັກ​ແໜ້ນ​ແລະ​ກໍ​ປະສົບ​ຜົນ​ສຳເລັດ. (ມັດທາຍ 4:1-11) ຄັ້ງ​ໜຶ່ງ ພີ່​ນ້ອງ​ຄີງໆບາງ​ຄົນ​ຂອງ​ພະ​ເຍຊູ​ທີ່​ບໍ່​ໄດ້​ເຊື່ອ​ໃນ​ພະອົງ ເຖິງ​ຂັ້ນ​ເວົ້າ​ວ່າ​ພະອົງ “ເສຍ​ຈິດ.” (ມາລະໂກ 3:21) ແຕ່​ພະ​ເຍຊູ​ບໍ່​ຍອມ​ໃຫ້​ເຂົາ​ເຈົ້າ​ມີ​ອິດທິພົນ​ຕໍ່​ພະອົງ ພະອົງ​ຍັງ​ເຮັດ​ວຽກ​ຂອງ​ພະເຈົ້າ​ຕໍ່ໆໄປ. ທັງໆທີ່​ຖືກ​ໝິ່ນ​ປະໝາດ​ແລະ​ຖືກ​ທາລຸນ ພະ​ເຍຊູ​ກໍ​ຍັງ​ຢັບຢັ້ງ​ຕົນ​ເອງ ບໍ່​ເຄີຍ​ພະຍາຍາມ​ທີ່​ຈະ​ທຳ​ຮ້າຍ​ຜູ້​ທີ່​ຕໍ່​ຕ້ານ​ພະອົງ.—1 ເປໂຕ 2:21-23.

21 ພະ​ເຍຊູ​ຮັກສາ​ຄວາມ​ສັດ​ຊື່​ຈົນ​ເທົ້າ​ມື້​ສິ້ນ​ຊີວິດ ເຊິ່ງ​ເປັນ​ການ​ຕາຍ​ແບບ​ທີ່​ໂຫດ​ຫ້ຽມ​ແລະ​ທໍລະມານ​ດ້ວຍ​ເງື້ອມ​ມື​ຂອງ​ພວກ​ສັດຕູ. (ຟີລິບ 2:8) ຂໍ​ໃຫ້​ພິຈາລະນາ​ວ່າ​ພະອົງ​ໄດ້​ອົດ​ທົນ​ກັບ​ສິ່ງ​ໃດ​ແດ່​ໃນ​ມື້​ສຸດ​ທ້າຍ​ທີ່​ພະອົງ​ເປັນ​ມະນຸດ. ພະອົງ​ຖືກ​ຈັບ ຖືກ​ກ່າວ​ຫາ​ໂດຍ​ພະຍານ​ປອມ ຖືກ​ຕັດສິນ​ລົງໂທດ​ໂດຍ​ຜູ້​ພິພາກສາ​ທີ່​ບໍ່​ສັດ​ຊື່ ຖືກ​ຝູງ​ຄົນ​ເຍາະ​ເຍີ້ຍ ແລະ​ຖືກ​ພວກ​ທະຫານ​ທໍລະມານ. ພະອົງ​ຖືກ​ຕອກ​ໃສ່​ເສົາ​ທໍລະມານ ແລະ​ເມື່ອ​ຫັນ​ໃຈ​ບາດ​ສຸດ​ທ້າຍ​ກໍ​ໄດ້​ຮ້ອງ​ວ່າ “ສຳເລັດ​ແລ້ວ.” (ໂຢຮັນ 19:30) ຢ່າງ​ໃດ​ກໍ​ຕາມ ຫຼັງ​ຈາກ​ພະອົງ​ສິ້ນ​ຊີວິດ​ໄດ້​ສາມ​ມື້ ພໍ່​ທີ່​ຢູ່​ທາງ​ພາກ​ສະຫວັນ​ໄດ້​ປຸກ​ພະອົງ​ໃຫ້​ຄືນ​ສູ່​ຊີວິດ​ໃຫ້​ເປັນ​ກາຍ​ວິນຍານ. (1 ເປໂຕ 3:18) ປະມານ​ສອງ​ຫຼື​ສາມ​ອາທິດ​ຕໍ່​ມາ ພະອົງ​ກໍ​ໄດ້​ກັບ​ໄປ​ສະຫວັນ. ຢູ່​ສະຫວັນ​ພະອົງ​ໄດ້ “ນັ່ງ​ເບື້ອງ​ຂວາ​ມື​ຂອງ​ພະເຈົ້າ” ແລະ​ລໍ​ຖ້າ​ເພື່ອ​ຈະ​ໄດ້​ຮັບ​ອຳນາດ​ໃນ​ຖານະ​ເປັນ​ກະສັດ.—ເຫບເລີ 10:12, 13.

22. ໂດຍ​ສັດ​ຊື່​ຈົນ​ກະທັ່ງ​ສິ້ນ​ຊີວິດ ພະ​ເຍຊູ​ເຮັດ​ໃຫ້​ອັນ​ໃດ​ບັນລຸ​ຜົນ​ສຳເລັດ?

22 ໂດຍ​ສັດ​ຊື່​ຈົນ​ກະທັ່ງ​ສິ້ນ​ຊີວິດ ພະ​ເຍຊູ​ເຮັດ​ໃຫ້​ອັນ​ໃດ​ບັນລຸ​ຜົນ​ສຳເລັດ? ການ​ສິ້ນ​ຊີວິດ​ຂອງ​ພະ​ເຍຊູ​ເປີດ​ໂອກາດ​ໃຫ້​ເຮົາ​ມີ​ຊີວິດ​ຕະຫຼອດ​ໄປ​ເທິງ​ແຜ່ນດິນ​ໂລກ​ທີ່​ເປັນ​ອຸທິຍານ​ເຊິ່ງ​ສອດຄ່ອງ​ກັບ​ຈຸດ​ປະສົງ​ດັ້ງເດີມ​ຂອງ​ພະ​ເຢໂຫວາ. ໃນ​ບົດ​ຕໍ່​ໄປ​ເຮົາ​ຈະ​ສຶກສາ​ວິທີ​ທີ່​ຄວາມ​ຕາຍ​ຂອງ​ພະ​ເຍຊູ​ຈະ​ເຮັດ​ໃຫ້​ເລື່ອງ​ນີ້​ເປັນ​ໄປ​ໄດ້.

a ສຳລັບ​ຄຳ​ອະທິບາຍ​ຄຳ​ພະຍາກອນ​ຂອງ​ດານຽນ​ເຊິ່ງ​ສຳເລັດ​ເປັນ​ຈິງ​ກ່ຽວ​ກັບ​ພະ​ເຍຊູ ຂໍ​ໃຫ້​ເບິ່ງ​ພາກ​ຜະໜວກ​ໜ້າ 197-199.

b ມີ​ການ​ເອີ້ນ​ພະ​ເຢໂຫວາ​ວ່າ​ເປັນ​ພໍ່​ຍ້ອນ​ວ່າ​ພະອົງ​ເປັນ​ຜູ້​ສ້າງ. (ເອຊາອີ 64:8) ເນື່ອງ​ຈາກ​ພະເຈົ້າ​ເປັນ​ຜູ້​ສ້າງ​ພະ​ເຍຊູ ຈຶ່ງ​ມີ​ການ​ເອີ້ນ​ພະ​ເຍຊູ​ວ່າ​ລູກ​ຂອງ​ພະເຈົ້າ. ດ້ວຍ​ເຫດຜົນ​ທີ່​ຄ້າຍ​ກັນ ມີ​ການ​ເອີ້ນ​ກາຍ​ວິນຍານ​ອື່ນໆແລະ​ແມ່ນ​ແຕ່​ອາດາມ​ທີ່​ເປັນ​ມະນຸດ​ວ່າ​ລູກ​ຂອງ​ພະເຈົ້າ.—ໂຢບ 1:6; ລືກາ 3:38.

c ສຳລັບ​ຫຼັກຖານ​ເພີ່ມ​ເຕີມ​ວ່າ​ລູກ​ຊາຍ​ກົກ​ບໍ່​ທຽບ​ເທົ່າ​ກັບ​ພະເຈົ້າ ຂໍ​ໃຫ້​ເບິ່ງ​ພາກ​ຜະໜວກ​ໜ້າ 201-204.

ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ

  • ຄຳ​ພະຍາກອນ​ທີ່​ສຳເລັດ​ເປັນ​ຈິງ​ແລະ​ການ​ຢືນຢັນ​ຈາກ​ພະເຈົ້າ​ພິສູດ​ວ່າ​ພະ​ເຍຊູ​ເປັນ​ເມຊີ​ຫຼື​ພະ​ຄລິດ.—ມັດທາຍ 16:16.

  • ດົນ​ກ່ອນ​ທີ່​ພະ​ເຍຊູ​ມາ​ແຜ່ນດິນ​ໂລກ ພະອົງ​ເຄີຍ​ມີ​ຊີວິດ​ຢູ່​ໃນ​ສະຫວັນ​ຖານະ​ເປັນ​ກາຍ​ວິນຍານ.—ໂຢຮັນ 3:13.

  • ພະ​ເຍຊູ​ເປັນ​ຄູ​ສອນ ເປັນ​ບຸກຄົນ​ທີ່​ທັງ​ອົບອຸ່ນ​ທັງ​ອ່ອນ​ໂຍນ ແລະ​ເປັນ​ຕົວຢ່າງ​ໃນ​ການ​ເຊື່ອ​ຟັງ​ພະເຈົ້າ​ແບບ​ຄົບ​ຖ້ວນ.—ມັດທາຍ 9:35, 36.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌