ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ17 ກຸມພາ ໜ້າ 4
  • ໃຊ້ປຶ້ມຂອງເຮົາຢ່າງສຸຂຸມ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໃຊ້ປຶ້ມຂອງເຮົາຢ່າງສຸຂຸມ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2017
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2017
ຄມປ17 ກຸມພາ ໜ້າ 4
ຜູ້​ຍິງ​ຄົນ​ໜຶ່ງ​ຕັ້ງ​ໃຈ​ຟັງ​ເມື່ອ​ພະຍານ​ພະ​ເຢໂຫວາ​ສະເໜີ​ປຶ້ມ​ຂ່າວ​ດີ​ຈາກ​ພະເຈົ້າ​ໃຫ້​ລາວ!

ຊີວິດ​ຄລິດສະຕຽນ

ໃຊ້​ປຶ້ມ​ຂອງ​ເຮົາ​ຢ່າງ​ສຸຂຸມ

ພະ​ເຍຊູ​ສອນ​ວ່າ: “ເຈົ້າ​ໄດ້​ຮັບ​ມາ​ຟຣີໆ ກໍ​ໃຫ້​ຄົນ​ອື່ນ​ໄປ​ຟຣີໆ.” (ມັດ. 10:8, ລ.ມ.) ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ນີ້​ທີ່​ຈະ​ແຈ້ງ​ໂດຍ​ບໍ່​ເອົາ​ເງິນ​ກັບ​ຜູ້​ຄົນ​ສຳລັບ​ຄຳພີ​ໄບເບິນ​ຫຼື​ປຶ້ມ​ຕ່າງໆ. (2 ໂກ. 2:17) ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ປຶ້ມ​ເຫຼົ່າ​ນີ້​ມີ​ຄວາມ​ຈິງ​ທີ່​ລ້ຳ​ຄ່າ​ຈາກ​ຄຳພີ​ໄບເບິນ. ມີ​ການ​ອອກ​ຄວາມ​ພະຍາຍາມ​ຢ່າງ​ໜັກ​ແລະ​ມີ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ພິມ​ແລະ​ສົ່ງ​ປຶ້ມ​ໄປ​ໃຫ້​ປະຊາຄົມ​ຕ່າງໆຢູ່​ທົ່ວ​ໂລກ. ດັ່ງ​ນັ້ນ ເຮົາ​ຄວນ​ເອົາ​ສະເພາະ​ປຶ້ມ​ທີ່​ເຮົາ​ຕ້ອງການ​ເທົ່າ​ນັ້ນ.

ໃຊ້​ຄວາມ​ສຸຂຸມ​ເມື່ອ​ເອົາ​ປຶ້ມ​ໃຫ້​ຄົນ​ອື່ນ ແມ່ນ​ແຕ່​ເມື່ອ​ປະກາດ​ໃນ​ບ່ອນ​ສາທາລະນະ. (ມັດ. 7:6) ແທນ​ທີ່​ຈະ​ມີ​ແຕ່​ຍື່ນ​ປຶ້ມ​ໃຫ້​ຄົນ​ທີ່​ຍ່າງ​ກາຍ​ໄປ ໃຫ້​ພະຍາຍາມ​ລົມ​ກັບ​ຄົນ​ເຫຼົ່າ​ນັ້ນ​ເພື່ອ​ແນ່​ໃຈ​ວ່າ​ເຂົາ​ເຈົ້າ​ສົນ​ໃຈ​ຢາກ​ອ່ານ. ໃນ​ຄຳຖາມ​ທີ່​ຢູ່​ໜ້າ​ນີ້ ເຈົ້າ​ຕອບ​ຢ່າງ​ໜ້ອຍ​ຂໍ້​ໜຶ່ງ​ໄດ້​ບໍ​ວ່າ​ແມ່ນ? ຖ້າ​ເຈົ້າ​ບໍ່​ແນ່​ໃຈ​ວ່າ​ຄົນ​ນັ້ນ​ສົນ​ໃຈ​ຫຼື​ບໍ່ ດີ​ທີ່​ສຸດ​ແມ່ນ​ເອົາ​ແຜ່ນ​ພັບ​ໃຫ້​ລາວ. ແຕ່​ຖ້າ​ລາວ​ຂໍ​ວາລະສານ​ຫຼື​ປຶ້ມ​ອື່ນໆ ແນ່ນອນ​ວ່າ​ເຮົາ​ຈະ​ຍິນດີ​ເອົາ​ໃຫ້​ລາວ.—ສຸພາ. 3:27, 28

ຄົນ​ນັ້ນ . . .

  • ຕັ້ງ​ໃຈ​ຟັງ​ບໍ​ເມື່ອ​ເຮົາ​ເວົ້າ?

  • ຮ່ວມ​ໃນ​ການ​ສົນທະນາ​ບໍ?

  • ຕົກ​ລົງ​ທີ່​ຈະ​ອ່ານ​ປຶ້ມ​ນັ້ນ​ບໍ?

  • ສະເໜີ​ທີ່​ຈະ​ບໍລິຈາກ​ບໍ?

  • ສະແດງ​ຄວາມ​ຮູ້​ຄຸນຄ່າ​ໃນ​ສິ່ງ​ທີ່​ລາວ​ໄດ້​ຍິນ​ຈາກ​ຄຳພີ​ໄບເບິນ​ບໍ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌