ຊີວິດຄລິດສະຕຽນ
ຄລິດສະຕຽນແທ້ມີຄວາມຮັກຕໍ່ກັນ—ບໍ່ເຫັນແກ່ປະໂຫຍດສ່ວນຕົວແລະບໍ່ຮ້າຍງ່າຍ
ເປັນຫຍັງຈຶ່ງສຳຄັນ? ພະເຍຊູສອນວ່າຄວາມຮັກເປັນເອກະລັກຂອງລູກສິດເພິ່ນ. (ໂຢ. 13:34, 35) ເພື່ອຈະສະແດງຄວາມຮັກແບບພະຄລິດ ເຮົາຕ້ອງຄິດເຖິງຜົນປະໂຫຍດຂອງຄົນອື່ນແລະບໍ່ໃຈຮ້າຍງ່າຍ.—1 ໂກ. 13:5
ສິ່ງທີ່ຄວນເຮັດ:
ເມື່ອມີໃຜເວົ້າຫຼືເຮັດໃຫ້ເສຍໃຈ ໃຫ້ຢຸດແລະຄິດເຖິງສາເຫດຂອງບັນຫາ ແລະຜົນເສຍທີ່ຕາມມາຖ້າເຈົ້າຕອບໂຕ້.—ສຸພາ. 19:11
ຈື່ໄວ້ວ່າບໍ່ມີໃຜສົມບູນແບບ ບາງເທື່ອເຮົາກໍເວົ້າຫຼືເຮັດບາງຢ່າງທີ່ເຮັດໃຫ້ເຮົາຕ້ອງເສຍໃຈພາຍຫຼັງ.
ແກ້ໄຂເລື່ອງທີ່ຂັດແຍ້ງກັນທັນທີ.
ເປີດວິດີໂອໃຫ້ “ມີຄວາມຮັກໃນທ່າມກາງພວກທ່ານ”—ບໍ່ເຫັນແກ່ປະໂຫຍດສ່ວນຕົວແລະບໍ່ຮ້າຍງ່າຍ ແລ້ວຕອບຄຳຖາມຕໍ່ໄປນີ້:
ລາຣີສະແດງທ່າທີທີ່ບໍ່ດີຕໍ່ທອມແນວໃດ?
ການຢຸດແລະຄິດກ່ອນຈະຕອບຊ່ວຍທອມບໍ່ໃຫ້ເປັນຄົນໃຈຮ້າຍງ່າຍແນວໃດ?
ການທີ່ທອມຕອບແບບສຸພາບຊ່ວຍໃຫ້ສະຖານະການດີຂຶ້ນແນວໃດ?
ປະຊາຄົມຈະໄດ້ຮັບປະໂຫຍດແນວໃດ ຖ້າເຮົາບໍ່ໃຈຮ້າຍງ່າຍເຖິງວ່າຈະຖືກຍົວະໃຫ້ໃຈຮ້າຍ?