ເພງທີ 70
ຊອກຫາຄົນທີ່ຄູ່ຄວນ
1. ບອກເລື່ອງ ພະເຈົ້າແລະ ສອນຄວາມຈິງໃຫ້ທຸກຄົນ
ພະຄລິດວາງແບບໄວ້ ໃຫ້ພວກເຮົາ
ໃນການຊອກຫາຄົນ ທີ່ຕ້ອນຮັບແລະຢາກຟັງ
ຜູ້ທີ່ສຳນຶກວ່າຕ້ອງ ເພິ່ງພະເຈົ້າ
ທັກທາຍສະບາຍດີ ສ້າງສັນຕິທຸກບ້ານເຮືອນ
ອາດເປີດທາງໃຫ້ໄດ້ເວົ້າ ເລື່ອງຄວາມຈິງ
ແຕ່ຖ້າເຈົ້າຖືກຄົນປະຕິເສດ ແລະຖືກໄລ່
ໃຫ້ປັດຝຸ່ນ ອອກຈາກຕີນ ແລ້ວໄປຕໍ່
2. ຜູ້ໃດ ຕ້ອນຮັບເຈົ້າ ກໍຄືຕ້ອນຮັບພະອົງ
ຖ້າເຂົາເປີດໃຈແລະ ຍອມຮັບຟັງ
ເຂົາກໍຈະມີສິດ ໄດ້ຊີວິດຕະຫຼອດໄປ
ນີ້ກະຕຸ້ນເຂົາຮັບໃຊ້ ຢູ່ຂ້າງເຈົ້າ
ເຈົ້າບໍ່ຕ້ອງກັງວົນ ທີ່ເຈົ້ານັ້ນເວົ້າບໍ່ເກັ່ງ
ເພາະວ່າພະເຢໂຫວາ ຈະຊ່ວຍເຈົ້າ
ຄຳເວົ້າທີ່ດີຄືກັບອາຫານ ປຸງດ້ວຍເກືອ
ຈະກະຕຸ້ນ ຄົນຖ່ອມໃຈ ໃຫ້ມາຟັງ
(ເບິ່ງຕື່ມ ກິດ. 13:48; 16:14; ໂກໂລ. 4:6)