ເພງທີ 128
ອົດທົນຈົນເຖິງທີ່ສຸດ
1. ຍ້ອນສັນຍາແລະຄຳສອນພະເຈົ້າ
ເຮົາຈຶ່ງມີຄວາມອົດທົນ
ທີ່ເຮົາໄດ້ຮຽນໄດ້ຮັບຄວາມຮັກ
ນີ້ຈຶ່ງຊ່ວຍໃຫ້ເຮົາໝັ້ນໃຈ
ໝັ້ນຄົງໃນຄວາມເຊື່ອບໍລິສຸດ
ເພາະວັນໃຫຍ່ກຳລັງໃກ້ມາ
ໃຫ້ຮັກສາຄວາມສັດຊື່ໝັ້ນຄົງ
ການທົດສອບເຮັດໃຫ້ເຂັ້ມແຂງ
2. ຮັກສາຄວາມຮັກໃນຕອນທຳອິດ
ລະວັງຢ່າໃຫ້ເສຍໄປ
ເຖິງວ່າຖືກການທົດລອງແບບໃດ
ຂໍໃຫ້ເຮົາອົດທົນເລື້ອຍໄປ
ການທົດລອງເປັນເລື່ອງໃດກໍຕາມ
ເຮົາບໍ່ຢ້ານແລະບໍ່ສົງໄສ
ເຢໂຫວາຈະໃຫ້ມີທາງອອກ
ພະອົງຈະຢູ່ຄຽງຂ້າງເຮົາ
3. ຜູ້ທີ່ອົດທົນຈົນເຖິງທີ່ສຸດ
ເຂົາຈະໄດ້ຮັບຄວາມລອດ
ໃນປຶ້ມຊີວິດຈະມີຊື່ເຂົາ
ທີ່ຖືກຂຽນໄວ້ຢ່າງຊັດເຈນ
ຂໍໃຫ້ຕັ້ງໃຈທີ່ຈະອົດທົນ
ຈົນວຽກງານຈະແລ້ວສົມບູນ
ຈະເຮັດໃຫ້ເຢໂຫວາພໍໃຈ
ແລ້ວເຈົ້າຈະໄດ້ຄວາມຍິນດີ
(ເບິ່ງຕື່ມ ເຫບ. 6:19; ຢໂກ. 1:4; 2 ເປ. 3:12; ຄຳປ. 2:4)