ນ້ຳໃຈຕ້ອນຮັບແຂກເຮັດໃຫ້ມີຄວາມສຸກແລະສຳຄັນຫຼາຍ!
“ໃຫ້ຍິນດີຕ້ອນຮັບກັນໂດຍບໍ່ຈົ່ມ.”—1 ເປໂຕ 4:9, ລ.ມ.
1. ຄລິດສະຕຽນໃນສະຕະວັດທຳອິດມີຄວາມຫຍຸ້ງຍາກຫຍັງ?
ໃນໄລຍະໜຶ່ງລະຫວ່າງປີ ຄ.ສ. 62 ເຖິງ 64 ອັກຄະສາວົກເປໂຕຂຽນຈົດໝາຍເຖິງ ‘ແຂກເມືອງທີ່ພັດພາກກັນຢູ່ໃນແຂວງປົນໂຕ ແຂວງຄາລາຊີ ແຂວງກາປາໂດດ ແຂວງອາຊີ ແລະໃນແຂວງບີທີນີ.’ (1 ເປໂຕ 1:1) ພີ່ນ້ອງເຫຼົ່ານີ້ມາຈາກຫຼາຍບ່ອນ. ເຂົາເຈົ້າກຳລັງເຈິກັບ “ການທົດສອບທີ່ເປັນເໝືອນໄຟ” ຫຼື ການຂົ່ມເຫງ ແລະຈຳເປັນຕ້ອງໄດ້ຮັບກຳລັງໃຈແລະຄຳແນະນຳທີ່ຈຳເປັນ. ເຂົາເຈົ້າຍັງມີຊີວິດຢູ່ໃນຊ່ວງເວລາທີ່ອັນຕະລາຍແທ້ໆ. ເປໂຕຈຶ່ງຂຽນວ່າ: “ຈຸດຈົບຂອງທຸກສິ່ງມາໃກ້ແລ້ວ” ພາຍໃນເວລາບໍ່ເຖິງ 10 ປີ ເມືອງເຢຣຶຊາເລມກໍຖືກທຳລາຍ. ອັນໃດຈະຊ່ວຍຄລິດສະຕຽນໃນທຸກບ່ອນໃຫ້ຜ່ານຊ່ວງເວລາທີ່ເຄັ່ງຕຶງເຫຼົ່ານີ້ໄປໄດ້?—1 ເປໂຕ 4:4, 7, 12, ລ.ມ.
2, 3. ເປັນຫຍັງເປໂຕຈຶ່ງກະຕຸ້ນພີ່ນ້ອງໃຫ້ສະແດງນ້ຳໃຈຕ້ອນຮັບກັນ? (ເບິ່ງຮູບທຳອິດ)
2 ສິ່ງໜຶ່ງທີ່ເປໂຕກະຕຸ້ນພີ່ນ້ອງໃຫ້ເຮັດກໍຄື “ໃຫ້ຍິນດີຕ້ອນຮັບກັນ.” (1 ເປໂຕ 4:9, ລ.ມ.) ຄຳວ່າ: “ຍິນດີຕ້ອນຮັບ” ໃນພາສາເກັຣກແປຕາມຕົວວ່າ “ຄວາມຮັກຫຼືຄວາມເມດຕາຕໍ່ຄົນແປກໜ້າ.” ແຕ່ຂໍໃຫ້ສັງເກດວ່າເປໂຕໄດ້ກະຕຸ້ນພີ່ນ້ອງໃຫ້ສະແດງນ້ຳໃຈຕ້ອນຮັບ “ກັນ” ເຖິງວ່າຈະຮູ້ຈັກແລະເຮັດສິ່ງຕ່າງໆນຳກັນຢູ່ແລ້ວ. ການສະແດງນ້ຳໃຈຕ້ອນຮັບຈະຊ່ວຍເຂົາເຈົ້າໄດ້ແນວໃດ?
3 ການສະແດງນ້ຳໃຈຕ້ອນຮັບຈະເຮັດໃຫ້ເຂົາເຈົ້າໃກ້ຊິດກັນຫຼາຍຂຶ້ນ. ແລ້ວເຈົ້າເດ? ເຈົ້າຈື່ຊ່ວງເວລາທີ່ມີຄວາມສຸກໄດ້ບໍເມື່ອມີບາງຄົນຊວນເຈົ້າໃຫ້ມາເຮືອນຂອງລາວ? ແລະເມື່ອເຈົ້າຊວນບາງຄົນມາເຮືອນຂອງເຈົ້າ ນັ້ນເຮັດໃຫ້ເຈົ້າໃກ້ຊິດກັບເຂົາເຈົ້າຫຼາຍຂຶ້ນແມ່ນບໍ? ວິທີໜຶ່ງທີ່ດີທີ່ຈະຮູ້ຈັກພີ່ນ້ອງຂອງເຮົາກໍຄືໂດຍການສະແດງນ້ຳໃຈຕ້ອນຮັບເຂົາເຈົ້າ. ຄລິດສະຕຽນໃນສະໄໝຂອງເປໂຕຈຳເປັນຕ້ອງໃກ້ຊິດກັນໃຫ້ຫຼາຍຂຶ້ນຍ້ອນວ່າເຂົາເຈົ້າກຳລັງເຈິກັບບັນຫາທີ່ຮ້າຍແຮງຂຶ້ນເລື້ອຍໆ. ໃນ “ສະໄໝສຸດທ້າຍ” ພວກເຮົາຈຳເປັນຕ້ອງເຮັດແບບນັ້ນຄືກັນ.—2 ຕີໂມເຕ 3:1
4. ມີຄຳຖາມຫຍັງແດ່ທີ່ເຮົາຈະພິຈາລະນາໃນບົດຄວາມນີ້?
4 ເຮົາຈະສະແດງນ້ຳໃຈ “ຕ້ອນຮັບກັນ” ໄດ້ແນວໃດ? ສິ່ງໃດທີ່ອາດຂັດຂວາງເຮົາບໍ່ໃຫ້ສະແດງນ້ຳໃຈຕ້ອນຮັບແຂກແລະເຮົາຈະປັບປ່ຽນໄດ້ແນວໃດ? ອັນໃດຈະຊ່ວຍເຮົາໃຫ້ເປັນແຂກທີ່ດີ?
ໂອກາດທີ່ຈະສະແດງນ້ຳໃຈຕ້ອນຮັບ
5. ເຮົາຈະສະແດງນ້ຳໃຈຕ້ອນຮັບແຂກໃນການປະຊຸມໄດ້ແນວໃດ?
5 ໃນການປະຊຸມ: ພະເຢໂຫວາແລະອົງການຂອງພະອົງເຊີນເຮົາໃຫ້ມາປະຊຸມ. ເຮົາຢາກໃຫ້ທຸກຄົນທີ່ເຂົ້າຮ່ວມປະຊຸມຮູ້ສຶກໄດ້ຮັບການຕ້ອນຮັບໂດຍສະເພາະຄົນໃໝ່. (ໂລມ 15:7) ເຂົາເຈົ້າເປັນແຂກຂອງພະເຢໂຫວາ ດັ່ງນັ້ນ ເຮົາຈຳເປັນຕ້ອງເຮັດໃຫ້ເຂົາເຈົ້າຮູ້ສຶກສະບາຍໃຈ ບໍ່ວ່າເຂົາເຈົ້າຈະແຕ່ງຕົວຫຼືມີລັກສະນະແນວໃດກໍຕາມ. (ຢາໂກໂບ 2:1-4) ຖ້າເຈົ້າສັງເກດເຫັນວ່າຄົນທີ່ມາໃໝ່ນັ່ງຢູ່ຜູ້ດຽວ ເຈົ້າຈະຊວນລາວມານັ່ງນຳໄດ້ບໍ? ລາວອາດຮູ້ສຶກຂອບໃຈຖ້າເຈົ້າຊ່ວຍລາວໃຫ້ເຂົ້າໃຈເລື່ອງທີ່ກຳລັງປະຊຸມຢູ່ຫຼືຊ່ວຍເປີດຂໍ້ຄຳພີໃຫ້ລາວອ່ານນຳກັນ. ນີ້ເປັນວິທີທີ່ດີຫຼາຍທີ່ຈະ “ມີນ້ຳໃຈຕ້ອນຮັບແຂກ.”—ໂລມ 12:13, ລ.ມ.
6. ໃຜທີ່ເຮົາຄວນສະແດງນ້ຳໃຈຕ້ອນຮັບຫຼາຍທີ່ສຸດ?
6 ລ້ຽງເຂົ້າຫຼືເຂົ້າໜົມ: ຜູ້ຄົນໃນສະໄໝຄຳພີໄບເບິນມັກຈະສະແດງນ້ຳໃຈຕ້ອນຮັບແຂກໂດຍຊວນຄົນອື່ນມາກິນເຂົ້າຢູ່ເຮືອນ ເພື່ອສະແດງວ່າເຂົາເຈົ້າຢາກເປັນໝູ່ແລະສ້າງສັນຕິສຸກນຳກັນ. (ຕົ້ນເດີມ 18:1-8; ຜູ້ຕັດສິນ 13:15; ລືກາ 24:28-30) ໃຜທີ່ເຮົາຄວນສະແດງນ້ຳໃຈຕ້ອນຮັບຫຼາຍທີ່ສຸດ? ກໍຄືພີ່ນ້ອງໃນປະຊາຄົມຂອງເຮົາ. ໃນລະບົບທີ່ເສື່ອມຊາມນີ້ ເຮົາຈຳເປັນຕ້ອງເພິ່ງພາພີ່ນ້ອງຂອງເຮົາແລະເປັນໝູ່ທີ່ພັກດີ. ໃນປີ 2011 ຄະນະກຳມະການປົກຄອງໄດ້ປ່ຽນເວລາການສຶກສາຫໍສັງເກດການ ຂອງຄອບຄົວເບເທນໃນສະຫະລັດອາເມຣິກາຈາກ 6:45 ປ່ຽນເປັນ 6:15. ຍ້ອນຫຍັງ? ໃນຄຳປະກາດນັ້ນບອກວ່າຖ້າການປະຊຸມຈົບລົງໄວສະມາຊິກຄອບຄົວເບເທນກໍຈະມີເວລາຫຼາຍຂຶ້ນທີ່ຈະສະແດງນ້ຳໃຈຕ້ອນຮັບກັນແລະຕອບຮັບຄຳເຊີນຂອງຄົນອື່ນ.
ເຈົ້າຈະຊວນເຂົາເຈົ້າມາກິນເຂົ້າໜົມຫຼືອາຫານຈັກຄາບນຳກັນໄດ້ບໍ?
7, 8. ເຮົາຈະສະແດງນ້ຳໃຈຕ້ອນຮັບຜູ້ບັນລະຍາຍທີ່ມາຢາມແນວໃດ?
7 ບາງເທື່ອພີ່ນ້ອງຈາກປະຊາຄົມອື່ນ ຜູ້ດູແລໝວດ ຫຼືຕົວແທນຈາກເບເທນມາບັນລະຍາຍໃນປະຊາຄົມຂອງເຮົາ. ເຮົາຈະໃຊ້ໂອກາດນີ້ເພື່ອສະແດງນ້ຳໃຈຕ້ອນຮັບໄດ້ບໍ? (ອ່ານ 3 ໂຢຮັນ 5-8) ວິທີໜຶ່ງທີ່ເຮົາເຮັດໄດ້ກໍຄືຊວນເຂົາເຈົ້າມາກິນເຂົ້າຫຼືເຂົ້າໜົມຢູ່ເຮືອນນຳກັນ.
8 ພີ່ນ້ອງຍິງຄົນໜຶ່ງໃນສະຫະລັດອາເມຣິກາຈື່ໄດ້ວ່າ: “ຫຼາຍປີທີ່ຜ່ານມາ ຂ້ອຍກັບຜົວໄດ້ມີໂອກາດຊວນຜູ້ບັນລະຍາຍຫຼາຍຄົນແລະເມຍມາເຮືອນ.” ລາວຮູ້ສຶກວ່າທຸກຄັ້ງທີ່ເຊີນເຂົາເຈົ້າມານັ້ນຊ່ວຍໃຫ້ລາວກັບຄອບຄົວມີຄວາມເຊື່ອເຂັ້ມແຂງຂຶ້ນແລະກໍຍັງຮູ້ສຶກມ່ວນຊື່ນນຳ. ລາວບອກວ່າ: “ພວກເຮົາບໍ່ເຄີຍຜິດຫວັງເລີຍ.”
9, 10. (ກ) ໃຜແດ່ທີ່ຕ້ອງການມາພັກກັບເຮົາໃນໄລຍະໜຶ່ງ? (ຂ) ຄົນທີ່ມີເຮືອນຫຼັງນ້ອຍຈະຊ່ວຍໄດ້ບໍ? ຂໍໃຫ້ຍົກຕົວຢ່າງ.
9 ແຂກທີ່ມາພັກໄລຍະໜຶ່ງ: ໃນສະໄໝຄຳພີໄບເບິນເປັນເລື່ອງປົກກະຕິທີ່ຈະໃຫ້ແຂກມາພັກຢູ່ເຮືອນນຳ. (ໂຢບ 31:32; ຟີເລໂມນ 22) ທຸກມື້ນີ້ ເຮົາກໍອາດຕ້ອງເຮັດແບບດຽວກັນ. ປະຊາຄົມຕ່າງໆອາດຕ້ອງກຽມບ່ອນພັກໃຫ້ກັບຜູ້ດູແລໝວດຕອນທີ່ລາວມາຢາມ ຫຼືຕອນທີ່ມີໂຮງຮຽນທີ່ອົງການຈັດຂຶ້ນ ນັກຮຽນອາດຕ້ອງການບ່ອນພັກ ຫຼືອາສາສະໝັກເຮັດວຽກກໍ່ສ້າງກໍອາດຕ້ອງການບ່ອນພັກຄືກັນ. ແລ້ວຈະວ່າແນວໃດສຳລັບພີ່ນ້ອງທີ່ບໍ່ມີບ່ອນຢູ່ເນື່ອງຈາກປະສົບໄພທຳມະຊາດ? ເຂົາເຈົ້າກໍອາດຕ້ອງການບ່ອນພັກຈົນກວ່າເຮືອນຈະສ້ອມແປງແລ້ວ. ເຮົາບໍ່ຄວນຄິດວ່າສະເພາະພີ່ນ້ອງທີ່ມີເຮືອນຫຼັງໃຫຍ່ເທົ່ານັ້ນທີ່ຊ່ວຍໄດ້. ເຂົາເຈົ້າອາດເຄີຍຕ້ອນຮັບພີ່ນ້ອງມາຫຼາຍເທື່ອແລ້ວ. ແທ້ໆແລ້ວເຈົ້າກໍສາມາດໃຫ້ພີ່ນ້ອງມາພັກຢູ່ເຮືອນນຳໄດ້ເຖິງວ່າເຮືອນຂອງເຈົ້າຈະຫຼັງນ້ອຍກໍຕາມ.
10 ພີ່ນ້ອງຊາຍຄົນໜຶ່ງທີ່ຢູ່ປະເທດເກົາຫຼີໃຕ້ຄິດເຖິງຕອນທີ່ມີນັກຮຽນຈາກໂຮງຮຽນທີ່ອົງການຈັດຂຶ້ນມາພັກຢູ່ເຮືອນນຳລາວ. ລາວຂຽນວ່າ: “ທຳອິດຂ້ອຍກໍຮູ້ສຶກລັງເລເພາະວ່າຂ້ອຍຫາກໍແຕ່ງດອງແລະອາໄສຢູ່ໃນເຮືອນຫຼັງນ້ອຍໆ. ແຕ່ເມື່ອໄດ້ເຂົາເຈົ້າມາພັກນຳເຮົາມັນເປັນປະສົບການທີ່ເຮັດໃຫ້ເຮົາມີຄວາມສຸກຫຼາຍແທ້ໆ. ຄືກັບຄູ່ແຕ່ງດອງໃໝ່ຄູ່ນີ້ ເຮົາເຫັນໄດ້ວ່າເຂົາເຈົ້າມີຄວາມສຸກຫຼາຍສ່ຳໃດເມື່ອໄດ້ຮັບໃຊ້ພະເຢໂຫວາແລະໄດ້ມີເປົ້າໝາຍທາງດ້ານຄວາມເຊື່ອຮ່ວມກັນ.”
11. ເປັນຫຍັງເຮົາຕ້ອງສະແດງນ້ຳໃຈຕ້ອນຮັບພີ່ນ້ອງທີ່ຍ້າຍມາໃໝ່?
11 ພີ່ນ້ອງທີ່ຫາກໍຍ້າຍມາໃໝ່: ອາດມີພີ່ນ້ອງບາງຄົນຫຼືບາງຄອບຄົວຈາກປະຊາຄົມອື່ນຍ້າຍມາຢູ່ໃນເຂດຂອງເຮົາ. ເຂົາເຈົ້າອາດຍ້າຍມາເພື່ອຢາກຊ່ວຍປະຊາຄົມຂອງເຈົ້າ. ຫຼືເຂົາເຈົ້າອາດເປັນໄພໂອເນຍທີ່ໄດ້ຮັບມອບໝາຍໃຫ້ມາປະຊາຄົມຂອງເຈົ້າ. ນີ້ເປັນການປ່ຽນແປງຄັ້ງຍິ່ງໃຫຍ່ສຳລັບເຂົາເຈົ້າ. ເຂົາເຈົ້າຕ້ອງປັບຕົວໃຫ້ເຂົ້າກັບເຂດໃໝ່ ປະຊາຄົມໃໝ່ ຫຼືບາງທີອາດເປັນພາສາຫຼືວັດທະນະທຳໃໝ່. ເຈົ້າຈະຊວນເຂົາເຈົ້າມາກິນເຂົ້າໜົມຫຼືອາຫານຈັກຄາບນຳກັນໄດ້ບໍ? ນີ້ເປັນການຊ່ວຍເຫຼືອເຂົາເຈົ້າໃຫ້ມີໝູ່ໃໝ່ ແລະສາມາດປັບຕົວໄດ້.
12. ປະສົບການຫຍັງທີ່ສະແດງໃຫ້ເຫັນວ່າເຈົ້າບໍ່ຈຳເປັນຕ້ອງກຽມຫຼາຍຢ່າງເພື່ອຈະສະແດງນ້ຳໃຈຕ້ອນຮັບແຂກ?
12 ເຈົ້າບໍ່ຈຳເປັນຕ້ອງກຽມຫຼາຍຢ່າງເພື່ອຈະສະແດງນ້ຳໃຈຕ້ອນຮັບແຂກ. (ອ່ານລືກາ 10:41, 42) ພີ່ນ້ອງຊາຍຄົນໜຶ່ງຄິດເຖິງຕອນທີ່ລາວແລະເມຍເລີ່ມເປັນມິດຊັນນາລີ. ລາວບອກວ່າ: “ຕອນນັ້ນພວກເຮົາຍັງໜຸ່ມ ຍັງບໍ່ມີປະສົບການແລະກໍຄິດຮອດບ້ານ. ແລງມື້ໜຶ່ງເມຍຂອງຂ້ອຍຮູ້ສຶກຄິດຮອດບ້ານແຮງ ແລະຂ້ອຍກໍພະຍາຍາມຊ່ວຍລາວແລ້ວແຕ່ກໍບໍ່ໄດ້ຜົນ. ແຕ່ປະມານ 7:30 ກໍໄດ້ຍິນສຽງເຄາະປະຕູດັງຂຶ້ນ. ປາກົດວ່າເປັນນັກສຶກສາຄຳພີໄບເບິນຜູ້ໜຶ່ງລາວເອົາໝາກກ້ຽງມາຕ້ອນເຮົາ 3 ໜ່ວຍ. ລາວຢາກຕ້ອນຮັບເຮົາທີ່ເປັນມິດຊັນນາລີໃໝ່. ພວກເຮົາໄດ້ຊວນລາວໃຫ້ເຂົ້າມາໃນເຮືອນ ແລະເອົານ້ຳໃຫ້ລາວກິນ. ຈາກນັ້ນກໍເຮັດນ້ຳຊາແລະຊ໋ອກໂກແລັດຮ້ອນໃຫ້ລາວ. ພວກເຮົາຍັງເວົ້າພາສາສະວາອິລິບໍ່ໄດ້ ແລະລາວກໍບໍ່ໄດ້ພາສາອັງກິດ.” ພີ່ນ້ອງຊາຍຄົນນີ້ບອກວ່າເຫດການຄັ້ງນັ້ນຊ່ວຍລາວກັບເມຍໃຫ້ເລີ່ມມີໝູ່ທີ່ເປັນພີ່ນ້ອງທ້ອງຖິ່ນ ແລະພວກເຮົາກໍມີຄວາມສຸກຫຼາຍຂຶ້ນ.
ຢ່າໃຫ້ສິ່ງໃດມາຂັດຂວາງເຮົາບໍ່ໃຫ້ສະແດງນ້ຳໃຈຕ້ອນຮັບແຂກ
13. ການສະແດງນ້ຳໃຈຕ້ອນຮັບແຂກຊ່ວຍເຈົ້າແນວໃດ?
13 ເຈົ້າເຄີຍລັງເລບໍທີ່ຈະສະແດງນ້ຳໃຈຕ້ອນຮັບແຂກ? ຖ້າເປັນຢ່າງນັ້ນ ເຈົ້າກໍອາດພາດໂອກາດທີ່ຈະໄດ້ມີຊ່ວງເວລາແຫ່ງຄວາມມ່ວນຊື່ນແລະມີໝູ່ທີ່ຈະຮັກກັນຕະຫຼອດໄປ. ການສະແດງນ້ຳໃຈຕ້ອນຮັບແຂກເປັນວິທີທີ່ດີທີ່ສຸດວິທີໜຶ່ງທີ່ຈະເຮັດໃຫ້ເຈົ້າບໍ່ເຫງົາ. ແລ້ວເປັນຫຍັງບາງຄົນຈຶ່ງຮູ້ສຶກລັງເລທີ່ຈະສະແດງນ້ຳໃຈຕ້ອນຮັບແຂກ. ໃຫ້ເຮົາມາເບິ່ງເຫດຜົນບາງຢ່າງນຳກັນ.
14. ເຮົາຈະເຮັດແນວໃດຖ້າເຮົາບໍ່ມີເວລາແລະເຫື່ອແຮງເຫຼືອພໍທີ່ຈະສະແດງນ້ຳໃຈຕ້ອນຮັບແຂກ?
14 ເວລາແລະເຫື່ອແຮງ: ປະຊາຊົນຂອງພະເຢໂຫວາຕ່າງກໍຫຍຸ້ງແລະມີໜ້າທີ່ຮັບຜິດຊອບຫຼາຍຢ່າງ. ບາງຄົນກໍຮູ້ສຶກວ່າຕົວເອງບໍ່ມີເວລາແລະເຫື່ອແຮງເຫຼືອພໍທີ່ຈະສະແດງນ້ຳໃຈຕ້ອນຮັບແຂກ. ຖ້າເຈົ້າຮູ້ສຶກແບບນັ້ນເຈົ້າອາດຈຳເປັນຕ້ອງປັບປ່ຽນຕາຕະລາງເພື່ອຈະສາມາດສະແດງນ້ຳໃຈຕ້ອນຮັບແຂກແລະຕອບຮັບຄຳເຊີນ. ນີ້ເປັນສິ່ງທີ່ສຳຄັນເພາະຄຳພີໄບເບິນກະຕຸ້ນເຮົາໃຫ້ສະແດງນ້ຳໃຈຕ້ອນຮັບແຂກ. (ເຫບເລີ 13:2) ດັ່ງນັ້ນ ການສະແດງນ້ຳໃຈຕ້ອນຮັບແຂກເປັນສິ່ງທີ່ເຮົາຕ້ອງເຮັດ. ແຕ່ເພື່ອຈະເຮັດແບບນັ້ນ ເຈົ້າຕ້ອງໃຊ້ເວລາໃຫ້ໜ້ອຍລົງກັບສິ່ງທີ່ສຳຄັນໜ້ອຍກວ່າ.
15. ເປັນຫຍັງບາງຄົນອາດຮູ້ສຶກວ່າບໍ່ສາມາດສະແດງນ້ຳໃຈຕ້ອນຮັບແຂກໄດ້?
15 ວິທີທີ່ເຮົາເບິ່ງຕົວເອງ: ເຈົ້າເຄີຍຢາກສະແດງນ້ຳໃຈຕ້ອນຮັບແຂກແຕ່ພັດຮູ້ສຶກວ່າເຮັດບໍ່ໄດ້ບໍ? ບາງທີອາດເປັນເພາະວ່າເຈົ້າຮູ້ສຶກອາຍແລະຢ້ານວ່າແຂກຈະເບື່ອ. ບາງທີເຈົ້າອາດບໍ່ຄ່ອຍມີເງິນ ແລະຢ້ານວ່າບໍ່ສາມາດທີ່ຈະຕ້ອນຮັກແຂກໄດ້ດີຄືກັບທີ່ພີ່ນ້ອງຄົນອື່ນເຮັດ. ຂໍຈື່ໄວ້ວ່າເຮືອນຂອງເຈົ້າບໍ່ຈຳເປັນຕ້ອງຫຼູຫຼາ ແຕ່ຖ້າມັນສະອາດຮຽບຮ້ອຍແລະເຈົ້າຕ້ອນຮັບແບບເປັນກັນເອງ ແຂກຂອງເຈົ້າກໍມີຄວາມສຸກແລ້ວ.
16, 17. ເຈົ້າຈະເຮັດແນວໃດຖ້າເຈົ້າກັງວົນເລື່ອງການຕ້ອນຮັບແຂກ?
16 ຖ້າເຈົ້າກັງວົນເລື່ອງການຕ້ອນຮັບແຂກ ບໍ່ແມ່ນເຈົ້າຄົນດຽວທີ່ຮູ້ສຶກແບບນັ້ນ. ຜູ້ເຖົ້າແກ່ຄົນໜຶ່ງໃນອັງກິດຍອມຮັບວ່າ: “ການກຽມຕົວຕ້ອນຮັບແຂກເຮັດໃຫ້ຮູ້ສຶກເຄັ່ງຕຶງ. ແຕ່ກໍຄືກັບການຮັບໃຊ້ພະເຢໂຫວາໃນດ້ານອື່ນໆ ການຕ້ອນຮັບແຂກເຮັດໃຫ້ເຮົາມີຄວາມສຸກແລະໄດ້ຮັບປະໂຫຍດຫຼາຍ ແລະຍັງເຮັດໃຫ້ເຮົາລືມຄວາມເຄັ່ງຕຶງເຫຼົ່ານັ້ນໄປເລີຍ. ພຽງແຕ່ໄດ້ລົມກັບແຂກແລະກິນກາເຟນຳກັນຂ້ອຍກໍມີຄວາມສຸກແລ້ວ.” ວິທີທີ່ດີຢ່າງໜຶ່ງກໍຄືການສົນໃຈແຂກ. (ຟີລິບ 2:4) ຫຼາຍຄົນມັກເວົ້າກ່ຽວກັບປະສົບການໃນຊີວິດ. ເຮົາຈະໄດ້ຍິນປະສົບການຂອງເຂົາເຈົ້າກໍຕໍ່ເມື່ອເຮົາຢູ່ນຳເຂົາເຈົ້າເທົ່ານັ້ນ. ຜູ້ເຖົ້າແກ່ຄົນໜຶ່ງຂຽນວ່າ: “ການຊວນໝູ່ໃນປະຊາຄົມມາເຮືອນຊ່ວຍຂ້ອຍໃຫ້ເຂົ້າໃຈເຂົາເຈົ້າແລະມີເວລາທີ່ຈະຮູ້ຈັກເຂົາເຈົ້າດີຂຶ້ນ ໂດຍສະເພາະເຮັດໃຫ້ຮູ້ວ່າເຂົາເຈົ້າເຂົ້າມາໃນຄວາມຈິງໄດ້ແນວໃດ.” ຖ້າເຈົ້າສົນໃຈແຂກ ເຈົ້າກໍໝັ້ນໃຈໄດ້ວ່າທຸກຄົນຈະມີຄວາມສຸກ.
17 ໄພໂອເນຍຍິງຄົນໜຶ່ງມັກໃຫ້ນັກຮຽນຈາກໂຮງຮຽນທີ່ອົງການຈັດຂຶ້ນມາພັກຢູ່ເຮືອນລາວ. ລາວບອກວ່າ: “ທຳອິດ ຂ້ອຍກໍຮູ້ສຶກກັງວົນ ເພາະເຮືອນຂອງຂ້ອຍກໍທຳມະດາ ແລະເຟີນິເຈີກໍມີແຕ່ຂອງມືສອງ. ແຕ່ເມຍຂອງຄູໂຮງຮຽນຄົນໜຶ່ງເຮັດໃຫ້ຂ້ອຍຮູ້ສຶກສະບາຍໃຈ. ລາວບອກວ່າຕອນທີ່ລາວກັບຜົວຮັບໃຊ້ໃນວຽກເດີນໝວດ ອາທິດທີ່ດີທີ່ສຸດສຳລັບເຂົາເຈົ້າກໍຄືອາທິດທີ່ໄດ້ໃຊ້ເວລາຢູ່ນຳພີ່ນ້ອງທີ່ມີຄວາມເຊື່ອທີ່ເຂັ້ມແຂງ ເຖິງເຂົາເຈົ້າຈະບໍ່ລວຍແຕ່ເຂົາເຈົ້າກໍໃຫ້ການຮັບໃຊ້ພະເຢໂຫວາເປັນສິ່ງສຳຄັນທີ່ສຸດແລະໃຊ້ຊີວິດແບບຮຽບງ່າຍ. ນີ້ເຮັດໃຫ້ຂ້ອຍຄິດເຖິງສິ່ງທີ່ແມ່ເວົ້າກັບຂ້ອຍຕອນຍັງນ້ອຍວ່າ: ‘ກິນແຕ່ຜັກກັບຄວາມຮັກກັນກໍປະເສີດກວ່າ.’” (ສຸພາສິດ 15:17) ເຈົ້າບໍ່ຈຳເປັນຕ້ອງກັງວົນ ເພາະສິ່ງທີ່ສຳຄັນແມ່ນການສະແດງຄວາມຮັກຕໍ່ແຂກ.
18, 19. ການສະແດງນ້ຳໃຈຕ້ອນຮັບແຂກຊ່ວຍເຮົາໃຫ້ເອົາຊະນະຄວາມຮູ້ສຶກໃນແງ່ລົບຕໍ່ຄົນອື່ນໄດ້ແນວໃດ?
18 ວິທີທີ່ເຮົາເບິ່ງຄົນອື່ນ: ໃນປະຊາຄົມຂອງເຈົ້າມີໃຜທີ່ເຮັດໃຫ້ເຈົ້າຮູ້ສຶກຄຽດບໍ? ຖ້າເຈົ້າບໍ່ພະຍາຍາມເອົາຊະນະຄວາມຮູ້ສຶກນີ້ ມັນກໍຈະຢູ່ນຳເຈົ້າໄປຕະຫຼອດ ແລະຖ້າເຈົ້າບໍ່ມັກນິດໄສຂອງລາວເຈົ້າກໍບໍ່ຢາກຊວນລາວມາເຮືອນ ຫຼືອາດມີບາງຄົນເຄີຍເຮັດໃຫ້ເຈົ້າຮູ້ສຶກເຈັບແລ້ວເຈົ້າກໍລືມບໍ່ໄດ້.
19 ຄຳພີໄບເບິນບອກວ່າຖ້າເຈົ້າສະແດງນ້ຳໃຈຕ້ອນຮັບແຂກ ເຈົ້າຈະປັບປຸງສາຍສຳພັນທີ່ມີກັບຄົນອື່ນໃຫ້ດີຂຶ້ນໄດ້ແມ່ນແຕ່ກັບສັດຕູ. (ອ່ານສຸພາສິດ 25:21, 22) ຖ້າເຈົ້າຊວນບາງຄົນມາເຮືອນ ເຈົ້າອາດເອົາຊະນະຄວາມຮູ້ສຶກໃນແງ່ລົບແລະຊ່ວຍໃຫ້ສາຍສຳພັນຂອງເຈົ້າກັບລາວດີຂຶ້ນໄດ້. ເຈົ້າອາດຈະເລີ່ມເຫັນສ່ວນດີໃນຕົວລາວຄືກັບທີ່ພະເຢໂຫວາເຫັນຕອນທີ່ພະອົງຊັກນຳລາວໃຫ້ມາຮູ້ຈັກຄວາມຈິງ. (ໂຢຮັນ 6:44) ຖ້າເຈົ້າສະແດງຄວາມຮັກກັບພີ່ນ້ອງໂດຍຊວນຄົນທີ່ບໍ່ຄິດວ່າເຈົ້າຈະຊວນ ນີ້ອາດເປັນຈຸດເລີ່ມຕົ້ນຂອງການມີສາຍສຳພັນທີ່ດີກັບຄົນນັ້ນ. ແລ້ວເຈົ້າຈະໝັ້ນໃຈໄດ້ແນວໃດວ່າຄວາມຮັກເປັນແຮງກະຕຸ້ນທີ່ເຈົ້າສະແດງນ້ຳໃຈຕ້ອນຮັບແຂກແທ້ໆ? ວິທີໜຶ່ງກໍຄືການໃຊ້ຄຳແນະນຳໃນຟີລິບ 2:3 ທີ່ວ່າ: “ດ້ວຍໃຈຖ່ອມຕົວລົງ ໃຫ້ຜູ້ນີ້ຖືຜູ້ນັ້ນດີກວ່າຕົວເອງ” ເຮົາຄວນຄິດວ່າພີ່ນ້ອງຄົນນັ້ນດີກວ່າເຮົາ ແລະເຮົາອາດໄດ້ຮຽນຮູ້ຫຼາຍຢ່າງຈາກເຂົາເຈົ້າເຊັ່ນ: ຄວາມເຊື່ອ ຄວາມອົດທົນ ຫຼືຄຸນລັກສະນະອື່ນໆແບບຄລິດສະຕຽນ. ການຄິດເຖິງຄຸນລັກສະນະທີ່ດີຂອງເຂົາເຈົ້າຈະຊ່ວຍເຮົາໃຫ້ຮັກເຂົາເຈົ້າຫຼາຍຂຶ້ນແລະສະແດງນ້ຳໃຈຕ້ອນຮັບແຂກໄດ້ງ່າຍຂຶ້ນ.
ເປັນແຂກທີ່ດີ
ເຈົ້າຂອງບ້ານມັກຈະກຽມສິ່ງທີ່ດີສຸດໃຫ້ແຂກສະເໝີ (ເບິ່ງຂໍ້ 20)
20. ເມື່ອເຮົາຕອບຮັບຄຳເຊີນເຮົາຈະສະແດງແນວໃດວ່າເຮົາເປັນຄົນທີ່ຮັກສາຄຳເວົ້າແລະຍ້ອນຫຍັງ?
20 ດາວິດຜູ້ຂຽນຄຳເພງຖາມວ່າ: “ພະເຢໂຫວາ ໃຜຈະໄດ້ເປັນແຂກໃນເຕັ້ນຂອງພະອົງ?” (ຄຳເພງ 15:1, ລ.ມ.) ຈາກນັ້ນ ດາວິດກໍພິຈາລະນາຄຸນລັກສະນະທີ່ພະເຢໂຫວາຢາກໃຫ້ແຂກຂອງພະອົງມີ. ໜຶ່ງໃນນັ້ນກໍຄືການເປັນຄົນຮັກສາຄຳເວົ້າ ລາວຂຽນວ່າ: “ເຂົາບໍ່ຜິດສັນຍາເຖິງວ່າຈະຕ້ອງເສຍຜົນປະໂຫຍດ.” (ຄຳເພງ 15:4, ລ.ມ.) ຖ້າເຮົາໄດ້ຕອບຮັບຄຳເຊີນ ເຮົາກໍບໍ່ຄວນຍົກເລີກຖ້າບໍ່ຈຳເປັນແທ້ໆ. ເຈົ້າພາບອາດກຽມທຸກຢ່າງສຳລັບເຮົາໄວ້ແລ້ວ ແລະຖ້າເຮົາຍົກເລີກກໍຈະເຮັດໃຫ້ສິ່ງທີ່ເຈົ້າພາບກຽມໄວ້ນັ້ນເສຍໄປລ້າໆ. (ມັດທາຍ 5:37) ບາງຄົນຍົກເລີກນັດຂອງຄົນໜຶ່ງເພາະເຫັນວ່ານັດຂອງອີກຄົນໜຶ່ງດີກວ່າ. ນັ້ນຈະເປັນການສະແດງຄວາມຮັກແລະຄວາມນັບຖືບໍ? ເຮົາຄວນຂອບໃຈທຸກສິ່ງທີ່ເຈົ້າພາບຈັດກຽມໄວ້ໃຫ້ເຮົາ. (ລືກາ 10:7) ຖ້າເຮົາຈຳເປັນຕ້ອງຍົກເລີກແທ້ໆ ກໍຄວນບອກໃຫ້ເຈົ້າພາບຮູ້ໃຫ້ໄວທີ່ສຸດເພື່ອເປັນການສະແດງຄວາມຮັກແລະຄິດເຖິງຄວາມຮູ້ສຶກຂອງເຈົ້າພາບ.
21. ການທີ່ເຮົານັບຖືວັດທະນະທຳທ້ອງຖິ່ນຊ່ວຍເຮົາໃຫ້ເປັນແຂກທີ່ດີໄດ້ແນວໃດ?
21 ເປັນເລື່ອງທີ່ສຳຄັນທີ່ເຮົາຈະນັບຖືທຳນຽມທ້ອງຖິ່ນ. ບາງວັດທະນະທຳຍິນດີຕ້ອນຮັບແຂກທີ່ມາໂດຍບໍ່ຄາດຄິດ. ບາງບ່ອນກໍດີກວ່າທີ່ຈະນັດໄວ້ລ່ວງໜ້າກ່ອນ. ບາງເຂດເຈົ້າຂອງເຮືອນໄດ້ຈັດກຽມອາຫານທີ່ດີທີ່ສຸດໃຫ້ແຂກ ແຕ່ຄອບຄົວກໍກິນອາຫານທຳມະດາ. ບາງເຂດທຸກຄົນຈະກິນຄືກັນ. ບາງເຂດກໍເປັນເລື່ອງທຳມະດາທີ່ແຂກຈະເອົາອາຫານໄປສົມທົບ. ແຕ່ບາງເຂດເຈົ້າພາບກໍບໍ່ໃຫ້ແຂກເອົາຫຍັງໄປ. ບາງວັດທະນະທຳເປັນເລື່ອງທີ່ສຸພາບທີ່ແຂກຈະປະຕິເສດຄຳເຊີນໜຶ່ງຫຼືສອງເທື່ອທຳອິດກ່ອນ. ແຕ່ບາງບ່ອນກໍບໍ່ສຸພາບທີ່ຈະປະຕິເສດຕັ້ງແຕ່ເທື່ອທຳອິດ. ເຮົາຄວນເຮັດຢ່າງດີທີ່ສຸດສະເໝີເພື່ອຈະໝັ້ນໃຈວ່າເຈົ້າພາບມີຄວາມສຸກທີ່ໄດ້ຊວນເຮົາ.
22. ເປັນຫຍັງຈຶ່ງສຳຄັນທີ່ຈະ “ຍິນດີຕ້ອນຮັບກັນໂດຍບໍ່ຈົ່ມ.”?
22 ເປໂຕບອກໄວ້ວ່າ: “ຈຸດຈົບຂອງທຸກສິ່ງມາໃກ້ແລ້ວ.” (1 ເປໂຕ 4:7, ລ.ມ.) ໃນທຸກມື້ນີ້ ເຮົາກຳລັງຈະປະເຊີນໜ້າກັບຄວາມທຸກລຳບາກໃຫຍ່ທີ່ໂລກບໍ່ເຄີຍເຈິມາກ່ອນ. ເນື່ອງຈາກລະບົບນີ້ເສື່ອມຊາມລົງເລື້ອຍໆ ເຮົາຈຶ່ງຕ້ອງມີຄວາມຮັກຢ່າງເລິກເຊິ່ງຕໍ່ພີ່ນ້ອງຂອງເຮົາ. ເຮົາຕ້ອງເຮັດຕາມຄຳແນະນຳຂອງເປໂຕໃຫ້ຫຼາຍຂຶ້ນທີ່ບອກວ່າ: “ໃຫ້ຍິນດີຕ້ອນຮັບກັນໂດຍບໍ່ຈົ່ມ.” (1 ເປໂຕ 4:9, ລ.ມ.) ແມ່ນແລ້ວ ການທີ່ເຮົາໄດ້ສະແດງນ້ຳໃຈຕ້ອນຮັບແຂກນັ້ນເຮັດໃຫ້ເຮົາມີຄວາມສຸກແລະເປັນສິ່ງທີ່ສຳຄັນທັງຕອນນີ້ແລະຕະຫຼອດໄປ.