ເພງທີ 63
ເຮົາເປັນພະຍານຂອງພະເຢໂຫວາ!
1. ຄົນເອົາໄມ້ແລະຫີນເປັນພະ
ແຕ່ພະແທ້ນັ້ນເຂົາບໍ່ຮູ້
ຜູ້ມີລິດອຳນາດໃຫຍ່
ທີ່ສາມາດພິສູດ
ພະອື່ນໆນັ້ນເບິ່ງບໍ່ເຫັນ
ອະນາຄົດຈະເປັນຈັ່ງໃດ
ບໍ່ມີຜູ້ໃດສາມາດຈະພິສູດ
ວ່າພະເຫຼົ່ານັ້ນເປັນພະເຈົ້າແທ້
(ທ່ອນຊ້ຳ)
ເຮົາເປັນພະຍານເຢໂຫວາ
ເຮົາຈຶ່ງກ້າທີ່ຈະປະກາດ
ວ່າພະອົງເປັນຜູ້ພະຍາກອນແທ້
ທຸກສິ່ງຈະຕ້ອງເກີດຂຶ້ນຈິງ
2. ເຮົາພູມໃຈໄດ້ປະກາດນາມ
ເປັນພະຍານໃຫ້ຊື່ພະອົງ
ເລື່ອງລາຊະອານາຈັກ
ເຮົາກ້າຫານປະກາດ
ຊ່ວຍຄົນອື່ນໃຫ້ເຂົາໄດ້ຮູ້
ວ່າຄວາມຈິງຈະໃຫ້ເສລີ
ເຂົາຈະເຂັ້ມແຂງແລະຍົກຍ້ອງພະເຈົ້າ
ຮ້ອງສັນລະເສີນພະເຢໂຫວາ
(ທ່ອນຊ້ຳ)
ເຮົາເປັນພະຍານເຢໂຫວາ
ເຮົາຈຶ່ງກ້າທີ່ຈະປະກາດ
ວ່າພະອົງເປັນຜູ້ພະຍາກອນແທ້
ທຸກສິ່ງຈະຕ້ອງເກີດຂຶ້ນຈິງ
3. ເຮົາເຊີດຊູນາມຊື່ພະເຈົ້າ
ບໍ່ຍອມໃຫ້ຜູ້ໃດທຳລາຍ
ຄອຍເຕືອນຄົນຊົ່ວທັງຫຼາຍ
ທີ່ໝິ່ນນາມພະອົງ
ວ່າພະເຈົ້າພ້ອມໃຫ້ອະໄພ
ຖ້າພວກເຂົາເຊື່ອຟັງພະອົງ
ຫັນກັບຄືນມາຈະພົບຄວາມຍິນດີ
ແລະຈະໄດ້ຮັບຊີວິດນິລັນ
(ທ່ອນຊ້ຳ)
ເຮົາເປັນພະຍານເຢໂຫວາ
ເຮົາຈຶ່ງກ້າທີ່ຈະປະກາດ
ວ່າພະອົງເປັນຜູ້ພະຍາກອນແທ້
ທຸກສິ່ງຈະຕ້ອງເກີດຂຶ້ນຈິງ
(ເບິ່ງຕື່ມ ເອຊາ. 37:19; 55:11; ເອເຊກ. 3:19)