ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ຕົ້ນເດີມ 6-8
“ລາວເຮັດຕາມທຸກຢ່າງ”
ລອງນຶກພາບວ່າໂນອາແລະຄອບຄົວຕ້ອງພະຍາຍາມຫຼາຍສ່ຳໃດເພື່ອຈະສ້າງເຮືອໃຫ້ແລ້ວໂດຍບໍ່ມີເຄື່ອງມືທີ່ທັນສະໄໝແລະບໍ່ຮູ້ວິທີກໍ່ສ້າງ.
ເຮືອນີ້ມີຂະໜາດໃຫຍ່ຫຼາຍ ຍາວປະມານ 133 ແມັດ ກວ້າງ 22 ແມັດ ແລະສູງ 13 ແມັດ
ຕ້ອງໄດ້ບັກຕົ້ນໄມ້ ຕັດໃຫ້ໄດ້ຂະໜາດແລະຖືກຮູບຊົງຕາມທີ່ຕ້ອງການ ແລ້ວຂົນຂຶ້ນໄປປະກອບ
ຕ້ອງທາຂີ້ຊີທັງທາງໃນແລະທາງນອກຂອງເຮືອທີ່ໃຫຍ່ນີ້
ຕ້ອງສະສົມອາຫານສຳລັບສັດແລະຄົນໃນຄອບຄົວຂອງໂນອາເພື່ອຈະກິນກຸ້ມໜຶ່ງປີ
ເບິ່ງຄືວ່າໂຄງການນີ້ໃຊ້ເວລາປະມານ 40 ຫາ 50 ປີຈຶ່ງສ້າງແລ້ວ
ເລື່ອງຂອງໂນອາໃຫ້ກຳລັງໃຈເຮົາແນວໃດເມື່ອເຮົາຮູ້ສຶກວ່າການເຮັດຕາມຄຳສັ່ງຂອງພະເຢໂຫວາເປັນເລື່ອງຍາກ?