ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮບບ ບົດທີ 12 ໜ້າ 124-134
  • ເຈົ້າ​ຈະ​ເປັນ​ໝູ່​ກັບ​ພະເຈົ້າ​ໄດ້​ແນວ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຈົ້າ​ຈະ​ເປັນ​ໝູ່​ກັບ​ພະເຈົ້າ​ໄດ້​ແນວ​ໃດ?
  • ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ອ່ານໃນ ໄບເບິນສອນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ພະ​ເຢໂຫວາ​ຊ່ວຍ​ເຫຼືອ​ແລະ​ປົກ​ປ້ອງ​ຄົນ​ທີ່​ເປັນ​ໝູ່​ຂອງ​ພະອົງ
  • ຄຳ​ກ່າວ​ຫາ​ຂອງ​ຊາຕານ
  • ຊາຕານ​ໂຈມຕີ​ໂຢບ
  • ຊາຕານ​ໃສ່​ຮ້າຍ​ເຈົ້າ​ຄື​ກັນ
  • ເຊື່ອ​ຟັງ​ພະ​ເຢໂຫວາ
  • ຮຽນ​ຮູ້​ທີ່​ຈະ​ຮັກ​ສິ່ງ​ທີ່​ພະເຈົ້າ​ຮັກ
  • ວິທີ​ທີ່​ຈະ​ເຮັດ​ໃຫ້​ພະເຈົ້າ​ມີ​ຄວາມ​ຍິນດີ
    ຮຽນຈາກຄູຜູ້ຍິ່ງໃຫຍ່
  • ຂໍ​ໃຫ້ “ລໍ​ຖ້າ​ພະ​ເຢໂຫວາ”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • ໂຢບ​ແມ່ນ​ໃຜ?
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ໂຢບ​ຮັກສາ​ຄວາມ​ສັດ​ຊື່​ໝັ້ນ​ຄົງ
    ຄຳພີໄບເບິນ—ບອກເລື່ອງຫຍັງ?
ເບິ່ງຕື່ມ
ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
ຮບບ ບົດທີ 12 ໜ້າ 124-134

ບົດ​ທີ 12

ເຈົ້າ​ຈະ​ເປັນ​ໝູ່​ກັບ​ພະເຈົ້າ​ໄດ້​ແນວ​ໃດ?

1, 2. ມີ​ໃຜ​ແດ່​ທີ່​ເປັນ​ໝູ່​ຂອງ​ພະ​ເຢໂຫວາ?

ເຈົ້າ​ຢາກ​ເປັນ​ໝູ່​ກັບ​ຄົນ​ແບບ​ໃດ? ເຈົ້າ​ຄື​ຊິ​ຢາກ​ເປັນ​ໝູ່​ກັບ​ຄົນ​ທີ່​ເຈົ້າ​ມັກ ຄົນ​ທີ່​ນິດໄສ​ດີ​ແລະ​ເຂົ້າ​ກັບ​ເຈົ້າ​ໄດ້.

2 ພະ​ເຢໂຫວາ​ພະເຈົ້າ​ເລືອກ​ບາງ​ຄົນ​ໃຫ້​ເປັນ​ໝູ່​ກັບ​ພະອົງ. ຕົວຢ່າງ​ເຊັ່ນ: ອັບຣາຮາມ​ເປັນ​ໝູ່​ຄົນ​ໜຶ່ງ​ຂອງ​ພະ​ເຢໂຫວາ. (ເອຊາອີ 41:8; ຢາໂກໂບ 2:23) ພະ​ເຢໂຫວາ​ຍັງ​ມັກ​ດາວິດ​ນຳ​ອີກ ພະອົງ​ບອກ​ວ່າ​ລາວ​ເປັນ ‘ຄົນ​ທີ່​ພະອົງ​ພໍ​ໃຈ.’ (ກິດຈະການ 13:22) ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ຖື​ວ່າ​ຜູ້​ພະຍາກອນ​ດານີເອນ​ເປັນ​ໝູ່​ທີ່ “ມີ​ຄ່າ​ຫຼາຍ” ສຳລັບ​ພະອົງ.—ດານຽນ 9:23, ລ.ມ.

3. ເປັນ​ຫຍັງ​ອັບຣາຮາມ ດາວິດ ແລະ​ດານີເອນ​ຈຶ່ງ​ເປັນ​ໝູ່​ຂອງ​ພະ​ເຢໂຫວາ​ໄດ້?

3 ອັບຣາຮາມ ດາວິດ ແລະ​ດານີເອນ​ເປັນ​ໝູ່​ຂອງ​ພະ​ເຢໂຫວາ​ໄດ້​ແນວ​ໃດ? ພະ​ເຢໂຫວາ​ເວົ້າ​ກັບ​ອັບຣາຮາມ​ວ່າ: “ເຈົ້າ​ໄດ້​ເຊື່ອ​ຟັງ​ຄວາມ​ເຮົາ.” (ຕົ້ນເດີມ 22:18) ນີ້​ສະແດງ​ວ່າ​ພະ​ເຢໂຫວາ​ເປັນ​ໝູ່​ກັບ​ຄົນ​ທີ່​ຖ່ອມ​ຕົວ​ແລະ​ເຊື່ອ​ຟັງ​ພະອົງ. ແມ່ນ​ແຕ່​ຄົນ​ໝົດ​ຊາດ​ກໍ​ເປັນ​ໝູ່​ກັບ​ພະອົງ​ໄດ້​ຄື​ກັນ. ພະ​ເຢໂຫວາ​ບອກ​ຊາດ​ອິດສະຣາເອນ​ວ່າ: “ຈົ່ງ​ຟັງ​ຄວາມ​ຂອງ​ເຮົາ​ແລະ​ເຮົາ​ຈະ​ເປັນ​ພະເຈົ້າ​ຂອງ​ພວກ​ທ່ານ​ແລະ​ທ່ານ​ທັງ​ຫຼາຍ​ຈະ​ເປັນ​ພວກ [“ປະຊາຊົນ,” ລ.ມ.] ຂອງ​ເຮົາ.” (ເຢເຣມີ 7:23) ດັ່ງ​ນັ້ນ ຖ້າ​ເຈົ້າ​ຢາກ​ເປັນ​ໝູ່​ກັບ​ພະ​ເຢໂຫວາ ເຈົ້າ​ຕ້ອງ​ເຊື່ອ​ຟັງ​ພະອົງ.

ພະ​ເຢໂຫວາ​ຊ່ວຍ​ເຫຼືອ​ແລະ​ປົກ​ປ້ອງ​ຄົນ​ທີ່​ເປັນ​ໝູ່​ຂອງ​ພະອົງ

4, 5. ພະ​ເຢໂຫວາ​ຊ່ວຍ​ເຫຼືອ​ແລະ​ປົກ​ປ້ອງ​ໝູ່​ຂອງ​ພະອົງ​ແນວ​ໃດ?

4 ຄຳພີ​ໄບເບິນ​ບອກ​ວ່າ​ພະ​ເຢໂຫວາ​ຊອກ​ຫາ​ວິທີ “ເພື່ອ​ຈະ​ໃຊ້​ອຳນາດ​ຂອງ​ພະອົງ​ຊ່ວຍ​ເຫຼືອ​ຄົນ​ທີ່​ຮັບໃຊ້​ພະອົງ​ສຸດ​ຫົວໃຈ.” (2 ຂ່າວຄາວ 16:9, ລ.ມ.) ໃນ​ຄຳເພງ 32:8 ພະ​ເຢໂຫວາ​ສັນຍາ​ກັບ​ຄົນ​ທີ່​ເປັນ​ໝູ່​ຂອງ​ພະອົງ​ວ່າ: “ເຮົາ​ຈະ​ສອນ​ເຈົ້າ [“ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ,” ລ.ມ.] ເຮົາ​ຈະ​ບອກ​ທາງ​ທີ່​ເຈົ້າ​ຕ້ອງ​ທຽວ​ໄປ. ເຮົາ​ຈະ​ເຕືອນ​ສະຕິ​ເຈົ້າ​ດ້ວຍ​ຕາ​ຂອງ​ເຮົາ​ແຍງ​ເບິ່ງ​ເຈົ້າ.”

5 ຊາຕານ​ສັດຕູ​ທີ່​ມີ​ອຳນາດ​ຫຼາຍ​ຢາກ​ໃຫ້​ເຮົາ​ເຊົາ​ເປັນ​ໝູ່​ກັບ​ພະ​ເຢໂຫວາ ແຕ່​ພະອົງ​ຈະ​ປົກ​ປ້ອງ​ເຮົາ ພະອົງ​ຢາກ​ຊ່ວຍ​ເຮົາ. (ອ່ານ​ຄຳເພງ 55:22) ຖ້າ​ເຮົາ​ເປັນ​ໝູ່​ຂອງ​ພະ​ເຢໂຫວາ ຮັບໃຊ້​ພະອົງ​ຢ່າງ​ສຸດ​ຫົວໃຈ ແລະ​ສັດ​ຊື່​ພັກດີ​ຕໍ່​ພະອົງ​ສະເໝີ​ເຖິງ​ວ່າ​ຈະ​ມີ​ບັນຫາ​ຫຍຸ້ງຍາກ​ສ່ຳ​ໃດ​ກໍ​ຕາມ ເຮົາ​ກໍ​ຈະ​ໝັ້ນ​ໃຈ​ໃນ​ພະ​ເຢໂຫວາ​ຄື​ກັບ​ທີ່​ຜູ້​ຂຽນ​ຄຳເພງ​ໝັ້ນ​ໃຈ. ລາວ​ບອກ​ວ່າ: ‘ຂ້າ​ນ້ອຍ​ຈະ​ບໍ່​ຫວັ່ນໄຫວ​ຍ້ອນ​ພະອົງ​ຢູ່​ຂ້າງ [ມື] ຂວາ​ຂ້າ​ນ້ອຍ.’ (ຄຳເພງ 16:8; 63:8) ຊາຕານ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ເຮົາ​ເຊົາ​ເປັນ​ໝູ່​ກັບ​ພະເຈົ້າ?

ຄຳ​ກ່າວ​ຫາ​ຂອງ​ຊາຕານ

6. ຊາຕານ​ກ່າວ​ຫາ​ມະນຸດ​ແນວ​ໃດ?

6 ໃນ​ບົດ​ທີ 11 ຊາຕານ​ທ້າທາຍ​ພະ​ເຢໂຫວາ​ແລະ​ໃສ່​ຮ້າຍ​ພະອົງ​ວ່າ​ເວົ້າ​ຕົວະ ມັນ​ບອກ​ວ່າ​ບໍ່​ຍຸຕິທຳ​ເລີຍ​ທີ່​ພະ​ເຢໂຫວາ​ບໍ່​ຍອມ​ໃຫ້​ອາດາມ​ກັບ​ເອວາ​ຕັດສິນ​ໃຈ​ເອງ​ວ່າ​ສິ່ງ​ໃດ​ຖືກ​ສິ່ງ​ໃດ​ຜິດ. ປຶ້ມ​ໂຢບ​ຍັງ​ບອກ​ເຮົາ​ວ່າ​ຊາຕານ​ກ່າວ​ຫາ​ຄົນ​ທີ່​ຢາກ​ເປັນ​ໝູ່​ກັບ​ພະເຈົ້າ​ນຳ​ອີກ​ວ່າ ພວກ​ເຂົາ​ຮັບໃຊ້​ພະອົງ​ກໍ​ຍ້ອນ​ຢາກ​ໄດ້​ຜົນ​ປະໂຫຍດ ບໍ່​ແມ່ນ​ຍ້ອນ​ພວກ​ເຂົາ​ຮັກ​ພະອົງ. ຊາຕານ​ຍັງ​ອ້າງ​ວ່າ​ມັນ​ສາມາດ​ເຮັດ​ໃຫ້​ຜູ້​ໃດ​ກໍ​ໄດ້​ເຊົາ​ເປັນ​ໝູ່​ກັບ​ພະເຈົ້າ. ໃຫ້​ມາ​ເບິ່ງ​ວ່າ​ເຮົາ​ຮຽນ​ຫຍັງ​ໄດ້​ຈາກ​ຕົວຢ່າງ​ຂອງ​ໂຢບ ແລະ​ພະ​ເຢໂຫວາ​ປົກ​ປ້ອງ​ໂຢບ​ແນວ​ໃດ.

7, 8. (ກ) ໂຢບ​ແມ່ນ​ໃຜ? (ຂ) ຊາຕານ​ເວົ້າ​ໃຫ້​ໂຢບ​ແນວ​ໃດ?

7 ໂຢບ​ແມ່ນ​ໃຜ? ໂຢບ​ແມ່ນ​ໝູ່​ແທ້​ຂອງ​ພະ​ເຢໂຫວາ. ລາວ​ເປັນ​ຄົນ​ດີ​ຄົນ​ໜຶ່ງ ຜູ້​ຊາຍ​ຄົນ​ນີ້​ເຄີຍ​ມີ​ຊີວິດ​ຢູ່​ປະມານ 3.600 ປີ​ມາ​ແລ້ວ. ພະ​ເຢໂຫວາ​ບອກ​ວ່າ ຕອນ​ນັ້ນ​ບໍ່​ມີ​ຜູ້​ໃດ​ໃນ​ໂລກ​ທີ່​ເປັນ​ຄື​ກັບ​ລາວ. ໂຢບ​ເຄົາລົບ​ແລະ​ເຊື່ອ​ຟັງ​ພະເຈົ້າ ແລະ​ຍັງ​ກຽດ​ຊັງ​ສິ່ງ​ທີ່​ຊົ່ວ​ນຳ​ອີກ.—ໂຢບ 1:8

8 ຊາຕານ​ກ່າວ​ຫາ​ໂຢບ​ວ່າ​ຮັບໃຊ້​ພະເຈົ້າ​ກໍ​ຍ້ອນ​ຫວັງ​ຜົນ​ປະໂຫຍດ. ຊາຕານ​ເວົ້າ​ກັບ​ພະ​ເຢໂຫວາ​ວ່າ: “ພະອົງ​ປົກ​ປ້ອງ​ຕົວ​ເຂົາ ຄອບຄົວ​ຂອງ​ເຂົາ ແລະ​ທຸກ​ສິ່ງ​ທີ່​ເຂົາ​ມີ​ບໍ່​ແມ່ນ​ບໍ? ເຂົາ​ເຮັດ​ຫຍັງ​ພະອົງ​ກໍ​ອວຍ​ພອນ ແລະ​ຝູງ​ສັດ​ຂອງ​ເຂົາ​ກໍ​ເພີ່ມ​ຂຶ້ນ​ຈົນ​ເຕັມ​ແຜ່ນດິນ. ແຕ່​ລອງ​ເຮັດ​ໃຫ້​ເຂົາ​ສູນ​ເສຍ​ທຸກ​ສິ່ງ​ທຸກ​ຢ່າງ​ເບິ່ງ​ແມ້ ເຂົາ​ຈະ​ແຊ່ງ​ດ່າ​ພະອົງ​ແນ່ນອນ.”—ໂຢບ 1:10, 11, ລ.ມ.

9. ພະ​ເຢໂຫວາ​ຍອມ​ໃຫ້​ຊາຕານ​ເຮັດ​ຫຍັງ?

9 ຊາຕານ​ກ່າວ​ຫາ​ໂຢບ​ວ່າ​ຮັບໃຊ້​ພະ​ເຢໂຫວາ​ຍ້ອນ​ຢາກ​ໄດ້​ບາງ​ສິ່ງ​ບາງ​ຢ່າງ​ຈາກ​ພະອົງ​ເທົ່າ​ນັ້ນ. ຊາຕານ​ຍັງ​ເວົ້າ​ອີກ​ວ່າ​ມັນ​ສາມາດ​ເຮັດ​ໃຫ້​ໂຢບ​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ໄດ້. ເຖິງ​ວ່າ​ພະ​ເຢໂຫວາ​ບໍ່​ເຫັນ​ດີ​ນຳ ແຕ່​ພະອົງ​ກໍ​ຍອມ​ໃຫ້​ມັນ​ທົດ​ສອບ​ໂຢບ​ເພື່ອ​ພິສູດ​ວ່າ​ໂຢບ​ເປັນ​ໝູ່​ກັບ​ພະອົງ​ຍ້ອນ​ລາວ​ຮັກ​ພະອົງ​ແທ້ໆ.

ຊາຕານ​ໂຈມຕີ​ໂຢບ

10. ຊາຕານ​ໂຈມຕີ​ໂຢບ​ເຖິງ​ຂັ້ນ​ໃດ ແລະ​ສິ່ງ​ເຫຼົ່າ​ນີ້​ເຮັດ​ໃຫ້​ໂຢບ​ເຊົາ​ສັດ​ຊື່​ພັກດີ​ຕໍ່​ພະເຈົ້າ​ບໍ?

10 ທຳອິດ ຊາຕານ​ໂຈມຕີ​ໂຢບ​ໂດຍ​ເຮັດ​ໃຫ້​ລາວ​ສູນ​ເສຍ​ຝູງ​ສັດ​ທັງ​ໝົດ. ຈາກ​ນັ້ນ ຊາຕານ​ເຮັດ​ໃຫ້​ຄົນ​ຮັບໃຊ້​ເກືອບ​ທັງ​ໝົດ​ຂອງ​ໂຢບ​ຕາຍ. ໂຢບ​ບໍ່​ເຫຼືອ​ຫຍັງ​ເລີຍ. ສຸດ​ທ້າຍ ຊາຕານ​ເຮັດ​ໃຫ້​ລູກ​ທັງ 10 ຄົນ​ຂອງ​ໂຢບ​ຕາຍ​ໃນ​ພາຍຸ. ແຕ່​ໂຢບ​ກໍ​ຍັງ​ສັດ​ຊື່​ພັກດີ​ຕໍ່​ພະ​ເຢໂຫວາ. ຄຳພີ​ໄບເບິນ​ບອກ​ວ່າ “ເຖິງ​ຈະ​ເຈິ​ເຫດການ​ທັງ​ໝົດ​ນີ້ ໂຢບ​ກໍ​ບໍ່​ໄດ້​ເຮັດ​ບາບ​ຫຼື​ກ່າວ​ຫາ​ວ່າ​ພະເຈົ້າ​ເຮັດ​ຜິດ​ເລີຍ.”—ໂຢບ 1:12-19, 22, ລ.ມ.

ໂຢບ ເມຍ​ກັບ​ລູກ 10 ຄົນ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ

ພະ​ເຢໂຫວາ​ອວຍ​ພອນ​ໂຢບ​ຍ້ອນ​ລາວ​ຮັກ​ແລະ​ສັດ​ຊື່​ພັກດີ​ຕໍ່​ພະອົງ

11. (ກ) ຊາຕານ​ເຮັດ​ຫຍັງ​ໃຫ້​ໂຢບ​ອີກ? (ຂ) ໂຢບ​ຍັງ​ສັດ​ຊື່​ພັກດີ​ຕໍ່​ພະເຈົ້າ​ບໍ?

11 ຊາຕານ​ຍັງ​ບໍ່​ຍອມ​ຢຸດ. ມັນ​ທ້າທາຍ​ພະເຈົ້າ​ໂດຍ​ບອກ​ວ່າ: “ລອງ​ທຳ​ຮ້າຍ​ຕົວ​ເຂົາ​ເບິ່ງ​ແມ້ ເຂົາ​ຈະ​ແຊ່ງ​ດ່າ​ພະອົງ​ແນ່ນອນ.” ຊາຕານ​ເຮັດ​ໃຫ້​ໂຢບ​ເຈັບ​ປ່ວຍ​ເປັນ​ພະຍາດ​ທີ່​ເຈັບ​ປວດ​ທໍລະມານ​ຫຼາຍ. (ໂຢບ 2:5, 7, ລ.ມ.) ແຕ່​ໂຢບ​ກໍ​ຍັງ​ສັດ​ຊື່​ພັກດີ​ຕໍ່​ພະ​ເຢໂຫວາ​ຢູ່. ລາວ​ເວົ້າ​ວ່າ: “ຂ້ອຍ​ຈະ​ຊື່​ສັດ​ຕໍ່​ພະເຈົ້າ​ຈົນ​ວັນ​ຕາຍ!”—ໂຢບ 27:5, ລ.ມ.

12. ໂຢບ​ເຮັດ​ຫຍັງ​ທີ່​ພິສູດ​ວ່າ​ຊາຕານ​ເວົ້າ​ຕົວະ?

12 ໂຢບ​ບໍ່​ຮູ້​ຫຍັງ​ເລີຍ​ກ່ຽວ​ກັບ​ເລື່ອງ​ທີ່​ຊາຕານ​ກ່າວ​ຫາ ແລະ​ບໍ່​ຮູ້​ຊ້ຳ​ວ່າ​ເປັນ​ຫຍັງ​ລາວ​ຕ້ອງ​ເຈິ​ຄວາມ​ທຸກ​ຫຼາຍ​ຂະໜາດ​ນີ້. ລາວ​ຄິດ​ວ່າ​ພະ​ເຢໂຫວາ​ເຮັດ​ໃຫ້​ລາວ​ຕ້ອງ​ເຈິ​ກັບ​ເລື່ອງ​ຮ້າຍໆເຫຼົ່າ​ນີ້. (ໂຢບ 6:4; 16:11-14) ແຕ່​ເຖິງ​ຢ່າງ​ນັ້ນ ໂຢບ​ກໍ​ຍັງ​ສັດ​ຊື່​ພັກດີ​ຕໍ່​ພະ​ເຢໂຫວາ. ນີ້​ເຮັດ​ໃຫ້​ເຫັນ​ຊັດເຈນ​ເລີຍ​ວ່າ​ໂຢບ​ເປັນ​ໝູ່​ກັບ​ພະເຈົ້າ​ກໍ​ຍ້ອນ​ລາວ​ຮັກ​ພະອົງ ບໍ່​ແມ່ນ​ຍ້ອນ​ຫວັງ​ຜົນ​ປະໂຫຍດ. ດັ່ງ​ນັ້ນ ທັງ​ໝົດ​ທີ່​ຊາຕານ​ໃສ່​ຮ້າຍ​ໂຢບ​ຈຶ່ງ​ເປັນ​ເລື່ອງ​ຕົວະ!

13. ຜົນ​ເປັນ​ແນວ​ໃດ​ເມື່ອ​ໂຢບ​ສັດ​ຊື່​ພັກດີ​ຕໍ່​ພະເຈົ້າ?

13 ເຖິງ​ແມ່ນ​ໂຢບ​ບໍ່​ຮູ້​ວ່າ​ເກີດ​ຫຍັງ​ຂຶ້ນ​ໃນ​ສະຫວັນ ແຕ່​ລາວ​ກໍ​ຍັງ​ສັດ​ຊື່​ພັກດີ​ຕໍ່​ພະເຈົ້າ​ແລະ​ພິສູດ​ວ່າ​ຊາຕານ​ຊົ່ວ​ຮ້າຍ. ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ອວຍ​ພອນ​ໂຢບ​ໝູ່​ທີ່​ພັກດີ​ຂອງ​ພະອົງ.—ໂຢບ 42:12-17

ຊາຕານ​ໃສ່​ຮ້າຍ​ເຈົ້າ​ຄື​ກັນ

14, 15. ຊາຕານ​ກ່າວ​ຫາ​ທຸກ​ຄົນ​ວ່າ​ແນວ​ໃດ?

14 ເຮົາ​ໄດ້​ບົດຮຽນ​ສຳຄັນ​ຈາກ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ໂຢບ. ໃນ​ທຸກ​ມື້​ນີ້​ຊາຕານ​ກ່າວ​ຫາ​ວ່າ​ເຮົາ​ຮັບໃຊ້​ພະ​ເຢໂຫວາ​ກໍ​ຍ້ອນ​ຫວັງ​ຜົນ​ປະໂຫຍດ​ຈາກ​ພະອົງ. ໃນ​ໂຢບ 2:4 (ລ.ມ.) ຊາຕານ​ອ້າງ​ວ່າ: “ມະນຸດ​ຍອມ​ສະລະ​ໄດ້​ທຸກ​ຢ່າງ​ເພື່ອ​ໃຫ້​ຕົວ​ເອງ​ມີ​ຊີວິດ​ລອດ.” ດັ່ງ​ນັ້ນ ຊາຕານ​ບໍ່​ໄດ້​ກ່າວ​ຫາ​ໂຢບ​ຄົນ​ດຽວ ແຕ່​ມັນ​ກ່າວ​ຫາ​ທຸກ​ຄົນ​ລວມ​ທັງ​ເຈົ້າ​ນຳ​ວ່າ​ເປັນ​ຄົນ​ເຫັນ​ແກ່​ຕົວ. ຫຼາຍ​ຮ້ອຍ​ປີ​ຫຼັງ​ຈາກ​ທີ່​ໂຢບ​ຕາຍ​ໄປ​ແລ້ວ ຊາຕານ​ກໍ​ຍັງ​ກ່າວ​ຫາ​ພະ​ເຢໂຫວາ​ແລະ​ຄົນ​ທີ່​ຮັບໃຊ້​ພະອົງ. ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ບອກ​ໃນ​ສຸພາສິດ 27:11 ວ່າ: “ລູກ​ຊາຍ​ເອີຍ​ຈົ່ງ​ເປັນ​ຄົນ​ປັນຍາ ແລະ​ຈົ່ງ​ໃຫ້​ໃຈ​ຂ້ອຍ​ຊື່ນ​ບານ​ເພື່ອ​ຂ້ອຍ​ອາດ​ຈະ​ຕອບ​ຄົນ​ທີ່​ປະຈານ​ຂາຍ​ໜ້າ [ຫຼື​ໃສ່​ຮ້າຍ] ຂ້ອຍ​ໄດ້.”

15 ເຈົ້າ​ເລືອກ​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ເປັນ​ໝູ່​ທີ່​ພັກດີ​ຂອງ​ພະອົງ​ໄດ້ ຖ້າ​ເຮັດ​ແບບ​ນັ້ນ​ເຈົ້າ​ກໍ​ຈະ​ພິສູດ​ວ່າ​ຊາຕານ​ເວົ້າ​ຕົວະ. ເຖິງ​ວ່າ​ເຈົ້າ​ຕ້ອງ​ປ່ຽນ​ແປງ​ຊີວິດ​ຂະໜາດ​ໃຫຍ່​ເພື່ອ​ຈະ​ເປັນ​ໝູ່​ກັບ​ພະເຈົ້າ ແຕ່​ການ​ເຮັດ​ແບບ​ນັ້ນ​ກໍ​ຖື​ວ່າ​ຄຸ້ມ​ຄ່າ​ແລະ​ເປັນ​ການ​ຕັດສິນ​ໃຈ​ທີ່​ດີ​ທີ່​ສຸດ​ໃນ​ຊີວິດ. ການ​ຕັດສິນ​ໃຈ​ນີ້​ສຳຄັນ​ຫຼາຍ ຍ້ອນ​ຊາຕານ​ອ້າງ​ວ່າ​ເຈົ້າ​ຈະ​ບໍ່​ສັດ​ຊື່​ຕໍ່​ພະເຈົ້າ​ຖ້າ​ຊີວິດ​ເຈົ້າ​ມີ​ບັນຫາ. ມັນ​ພະຍາຍາມ​ໃຊ້​ເລ່​ຫຼ່ຽມ​ເພື່ອ​ເຮັດ​ໃຫ້​ເຮົາ​ບໍ່​ສັດ​ຊື່​ຕໍ່​ພະເຈົ້າ. ມັນ​ເຮັດ​ແນວ​ໃດ?

16. (ກ) ຊາຕານ​ໃຊ້​ວິທີ​ໃດ​ແດ່​ເພື່ອ​ເຮັດ​ໃຫ້​ຜູ້​ຄົນ​ເຊົາ​ຮັບໃຊ້​ພະ​ເຢໂຫວາ? (ຂ) ຊາຕານ​ອາດ​ໃຊ້​ວິທີ​ໃດ​ກັບ​ເຈົ້າ​ເພື່ອ​ໃຫ້​ເຊົາ​ຮັບໃຊ້​ພະ​ເຢໂຫວາ?

16 ຊາຕານ​ໃຊ້​ຫຼາຍ​ວິທີ​ເພື່ອ​ເຮັດ​ໃຫ້​ເຮົາ​ເຊົາ​ເປັນ​ໝູ່​ກັບ​ພະເຈົ້າ. ມັນ​ໂຈມຕີ​ເຮົາ​ຄື​ກັບ “ໂຕ​ສິງ​ທີ່​ຮ້ອງ​ແຜດ​ສຽງ​ກຳລັງ​ຍ່າງ​ໄປ​ຍ່າງ​ມາ​ເພື່ອ​ຊອກ​ຫາ​ຄົນ​ທີ່​ມັນ​ຈະ​ກັດ​ກິນ​ໄດ້.” (1 ເປໂຕ 5:8) ດັ່ງ​ນັ້ນ ຢ່າ​ແປກ​ໃຈ​ຖ້າ​ໝູ່​ເພື່ອນ ຄົນ​ໃນ​ຄອບຄົວ ຫຼື​ຜູ້​ໃດ​ກໍ​ຕາມ​ພະຍາຍາມ​ຫ້າມ​ບໍ່​ໃຫ້​ເຈົ້າ​ຮຽນ​ຄຳພີ​ໄບເບິນ​ແລະ​ເຮັດ​ຕາມ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ. ເມື່ອ​ເຈິ​ແບບ​ນີ້​ເຈົ້າ​ອາດ​ຮູ້ສຶກ​ຄື​ກັບ​ວ່າ​ກຳລັງ​ຖືກ​ໂຈມຕີ.a (ໂຢຮັນ 15:19, 20) ນອກ​ຈາກ​ນັ້ນ ຊາຕານ​ຍັງ​ປອມ​ຕົວ​ເປັນ “ທູດ​ຂອງ​ຄວາມ​ສະຫວ່າງ.” ມັນ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ​ໂດຍ​ຕົວະ​ເຮົາ​ໃຫ້​ເຮັດ​ຕາມ​ຄຳ​ສອນ​ຂອງ​ມັນ​ແທນ​ທີ່​ຈະ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພະ​ເຢໂຫວາ. (2 ໂກຣິນໂທ 11:14) ອີກ​ວິທີ​ໜຶ່ງ​ທີ່​ຊາຕານ​ໃຊ້​ເພື່ອ​ເຮັດ​ໃຫ້​ເຮົາ​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ກໍ​ຄື ເຮັດ​ໃຫ້​ເຮົາ​ຄິດ​ວ່າ​ເຮົາ​ບໍ່​ດີ​ພໍ​ທີ່​ຈະ​ຮັບໃຊ້​ພະອົງ.—ສຸພາສິດ 24:10

ເຊື່ອ​ຟັງ​ພະ​ເຢໂຫວາ

17. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເຊື່ອ​ຟັງ​ພະ​ເຢໂຫວາ?

17 ຖ້າ​ເຮົາ​ຢາກ​ພິສູດ​ວ່າ​ຊາຕານ​ເວົ້າ​ຕົວະ ເຮົາ​ຕ້ອງ​ເຊື່ອ​ຟັງ​ພະ​ເຢໂຫວາ. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເຊື່ອ​ຟັງ​ພະອົງ? ຄຳພີ​ໄບເບິນ​ບອກ​ວ່າ: “ເຈົ້າ​ຕ້ອງ​ຮັກ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ສຸດ​ຫົວໃຈ ສຸດ​ຊີວິດ ສຸດ​ຄວາມ​ຄິດ ແລະ​ສຸດ​ກຳລັງ.” (ມາຣະໂກ 12:30) ເຮົາ​ເຊື່ອ​ຟັງ​ພະ​ເຢໂຫວາ​ຍ້ອນ​ເຮົາ​ຮັກ​ພະອົງ. ເມື່ອ​ເຮົາ​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ເລື້ອຍໆ ເຮົາ​ກໍ​ຢາກ​ຈະ​ເຮັດ​ທຸກ​ສິ່ງ​ທີ່​ພະອົງ​ບອກ. ອັກຄະສາວົກ​ໂຢຮັນ​ຂຽນ​ວ່າ: “ການ​ຮັກ​ພະເຈົ້າ​ໝາຍ​ເຖິງ​ການ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະອົງ ແລະ​ຄຳ​ສັ່ງ​ຂອງ​ພະອົງ​ບໍ່​ຍາກ​ເກີນ​ໄປ.”—1 ໂຢຮັນ 5:3

18, 19. (ກ) ມີ​ຫຍັງ​ແດ່​ທີ່​ພະ​ເຢໂຫວາ​ບອກ​ວ່າ​ເປັນ​ສິ່ງ​ທີ່​ຜິດ? (ຂ) ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ບໍ່​ເຄີຍ​ບອກ​ໃຫ້​ເຮົາ​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ເຮັດ​ບໍ່​ໄດ້?

18 ມີ​ຫຍັງ​ແດ່​ທີ່​ພະ​ເຢໂຫວາ​ບອກ​ວ່າ​ເປັນ​ສິ່ງ​ທີ່​ຜິດ? ໃຫ້​ເບິ່ງ​ບາງ​ຕົວຢ່າງ​ໃນ​ຂອບ “ກຽດ​ຊັງ​ສິ່ງ​ທີ່​ພະ​ເຢໂຫວາ​ກຽດ​ຊັງ.” ທຳອິດ ເຈົ້າ​ອາດ​ຄິດ​ວ່າ​ບາງ​ສິ່ງ​ທີ່​ພະ​ເຢໂຫວາ​ກຽດ​ຊັງ​ບໍ່​ແມ່ນ​ເລື່ອງ​ທີ່​ຮ້າຍແຮງ​ປານ​ໃດ ແຕ່​ຖ້າ​ເຈົ້າ​ອ່ານ​ຄຳພີ​ໄບເບິນ​ແລະ​ຄິດ​ຄັກໆ ເຈົ້າ​ຈະ​ຮູ້​ວ່າ​ແທ້ໆແລ້ວ​ການ​ເຊື່ອ​ຟັງ​ກົດໝາຍ​ຂອງ​ພະ​ເຢໂຫວາ​ເປັນ​ເລື່ອງ​ທີ່​ສະຫຼາດ. ນອກ​ຈາກ​ນັ້ນ ອາດ​ມີ​ບາງ​ຢ່າງ​ທີ່​ເຈົ້າ​ຮູ້ສຶກ​ວ່າ​ຕ້ອງ​ປ່ຽນ​ແປງ ເຖິງ​ວ່າ​ບາງ​ຄັ້ງ​ຈະ​ເປັນ​ເລື່ອງ​ຍາກ ແຕ່​ຖ້າ​ເຈົ້າ​ປ່ຽນ ເຈົ້າ​ຈະ​ເປັນ​ໝູ່​ທີ່​ພັກດີ​ຂອງ​ພະເຈົ້າ ເຈົ້າ​ຈະ​ສະບາຍ​ໃຈ​ແລະ​ມີ​ຄວາມ​ສຸກ. (ເອຊາອີ 48:17, 18) ແລ້ວ​ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຮົາ​ສາມາດ​ປ່ຽນ​ແປງ​ຕົວ​ເອງ​ໄດ້?

19 ພະ​ເຢໂຫວາ​ບໍ່​ເຄີຍ​ບອກ​ໃຫ້​ເຮົາ​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ເຮັດ​ບໍ່​ໄດ້. (ພະບັນຍັດ 30:11-14) ພະອົງ​ເປັນ​ໝູ່​ແທ້ ແລະ​ພະອົງ​ຮູ້ຈັກ​ຕົວ​ເຮົາ​ດີ​ກວ່າ​ທີ່​ເຮົາ​ຮູ້ຈັກ​ຕົວ​ເອງ​ດ້ວຍ​ຊ້ຳ. ພະອົງ​ຮູ້​ວ່າ​ເຮົາ​ມີ​ຈຸດ​ດີ​ຫຼື​ຈຸດ​ອ່ອນ​ຢູ່​ບ່ອນ​ໃດ. (ຄຳເພງ 103:14) ອັກຄະສາວົກ​ໂປໂລ​ໃຫ້​ກຳລັງ​ໃຈ​ເຮົາ​ວ່າ: “ພະເຈົ້າ​ສັດ​ຊື່ ພະອົງ​ຈະ​ບໍ່​ປ່ອຍ​ໃຫ້​ພວກ​ເຈົ້າ​ຖືກ​ລໍ້​ໃຈ​ຈົນ​ອົດ​ທົນ​ບໍ່​ໄດ້ ແລະ​ເມື່ອ​ພວກ​ເຈົ້າ​ຖືກ​ລໍ້​ໃຈ ພະອົງ​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ມີ​ທາງ​ອອກ​ເພື່ອ​ຈະ​ອົດ​ທົນ​ໄດ້.” (1 ໂກຣິນໂທ 10:13) ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ກຳລັງ​ເຮົາ​ສະເໝີ​ເພື່ອ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ພະອົງ​ຈະ​ໃຫ້ “ກຳລັງ​ທີ່​ຫຼາຍ​ກວ່າ​ປົກກະຕິ” ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ອົດ​ທົນ​ເມື່ອ​ເຈິ​ກັບ​ສະຖານະການ​ທີ່​ກົດ​ດັນ. (2 ໂກຣິນໂທ 4:7) ຫຼັງ​ຈາກ​ທີ່​ໂປໂລ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ຫຼາຍ​ຄັ້ງ ລາວ​ເວົ້າ​ໄດ້​ເຕັມ​ປາກ​ວ່າ: “ຂ້ອຍ​ມີ​ກຳລັງ​ອົດ​ທົນ​ໄດ້​ທຸກ​ສິ່ງ​ຍ້ອນ​ພະອົງ​ໃຫ້​ກຳລັງ​ແກ່​ຂ້ອຍ.”—ຟີລິບປອຍ 4:13

ຮຽນ​ຮູ້​ທີ່​ຈະ​ຮັກ​ສິ່ງ​ທີ່​ພະເຈົ້າ​ຮັກ

20. ນິດໄສ​ແລະ​ຄຸນ​ລັກສະນະ​ອັນ​ໃດ​ຂອງ​ພະ​ເຢໂຫວາ​ທີ່​ເຮົາ​ຄວນ​ຮຽນ​ແບບ ແລະ​ເປັນ​ຫຍັງ​ເຮົາ​ຕ້ອງ​ເຮັດ​ແບບ​ນັ້ນ?

20 ຖ້າ​ເຮົາ​ຢາກ​ເປັນ​ໝູ່​ກັບ​ພະ​ເຢໂຫວາ ເຮົາ​ຕ້ອງ​ເຊົາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ວ່າ​ຜິດ ແຕ່​ສ່ຳ​ນັ້ນ​ຍັງ​ບໍ່​ພໍ. (ໂຣມ 12:9) ໝູ່​ຂອງ​ພະເຈົ້າ​ຕ້ອງ​ຮັກ​ສິ່ງ​ທີ່​ພະອົງ​ຮັກ​ນຳ​ອີກ. ເລື່ອງ​ນີ້​ອະທິບາຍ​ໄວ້​ໃນ​ຄຳເພງ 15:1-5 (ອ່ານ). ນອກ​ຈາກ​ນັ້ນ ໝູ່​ຂອງ​ພະ​ເຢໂຫວາ​ຍັງ​ຕ້ອງ​ຮຽນ​ແບບ​ນິດໄສ​ແລະ​ຄຸນ​ລັກສະນະ​ຂອງ​ພະອົງ ແລະ​ສະແດງ “ຄວາມ​ຮັກ ຄວາມ​ຍິນດີ ສັນຕິສຸກ ຄວາມ​ອົດ​ທົນ​ອົດ​ກັ້ນ ຄວາມ​ກະລຸນາ ຄວາມ​ດີ ຄວາມ​ເຊື່ອ ຄວາມ​ອ່ອນ​ໂຍນ ແລະ​ການ​ຄວບຄຸມ​ຕົວ​ເອງ.”—ຄາລາເຕຍ 5:22, 23

21. ເຈົ້າ​ຈະ​ມີ​ລັກສະນະ​ນິດໄສ​ທີ່​ດີ​ແບບ​ທີ່​ພະເຈົ້າ​ມັກ​ໄດ້​ແນວ​ໃດ?

21 ເຈົ້າ​ຈະ​ມີ​ລັກສະນະ​ນິດໄສ​ທີ່​ດີ​ແບບ​ນັ້ນ​ໄດ້​ແນວ​ໃດ? ເຈົ້າ​ຕ້ອງ​ຮຽນ​ຮູ້​ວ່າ​ມີ​ຫຍັງ​ແດ່​ທີ່​ພະ​ເຢໂຫວາ​ມັກ​ໂດຍ​ອ່ານ​ແລະ​ຮຽນ​ຄຳພີ​ໄບເບິນ​ເປັນ​ປະຈຳ. (ເອຊາອີ 30:20, 21) ຖ້າ​ເຈົ້າ​ເຮັດ​ແບບ​ນັ້ນ ເຈົ້າ​ກໍ​ຈະ​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ເລື້ອຍໆ ແລ້ວ​ເຈົ້າ​ກໍ​ຈະ​ຢາກ​ເຊື່ອ​ຟັງ​ແລະ​ເຮັດ​ຕາມ​ພະອົງ​ຫຼາຍ​ຂຶ້ນ.

22. ຈະ​ມີ​ຜົນ​ດີ​ຫຍັງ​ຖ້າ​ເຈົ້າ​ເຊື່ອ​ຟັງ​ພະ​ເຢໂຫວາ?

22 ເຈົ້າ​ອາດ​ຕ້ອງ​ປ່ຽນ​ແປງ​ບາງ​ສິ່ງ​ບາງ​ຢ່າງ ການ​ປ່ຽນ​ແປງ​ນັ້ນ​ອາດ​ສົມ​ທຽບ​ໄດ້​ກັບ​ການ​ແກ້​ເຄື່ອງ​ນຸ່ງ​ຊຸດ​ເກົ່າ​ອອກ​ແລ້ວ​ໃສ່​ຊຸດ​ໃໝ່. ຄຳພີ​ໄບເບິນ​ບອກ​ວ່າ ເຈົ້າ​ຕ້ອງ “ຖິ້ມ​ລັກສະນະ​ນິດໄສ​ເກົ່າ” ແລະ​ໃສ່ “ລັກສະນະ​ນິດໄສ​ໃໝ່.” (ໂກໂລຊາຍ 3:9, 10) ເຖິງ​ວ່າ​ການ​ປ່ຽນ​ແປງ​ແລະ​ການ​ເຊື່ອ​ຟັງ​ພະ​ເຢໂຫວາ​ອາດ​ບໍ່​ແມ່ນ​ເລື່ອງ​ງ່າຍ ແຕ່​ພະອົງ​ສັນຍາ​ວ່າ​ເຮົາ​ຈະ​ໄດ້​ຮັບ “ຜົນ​ດີ​ມາກ​ມາຍ.” (ຄຳເພງ 19:11, ລ.ມ.) ຂໍ​ໃຫ້​ເຈົ້າ​ເລືອກ​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ພິສູດ​ວ່າ​ຊາຕານ​ເວົ້າ​ຕົວະ. ເລືອກ​ຮັບໃຊ້​ພະ​ເຢໂຫວາ​ຍ້ອນ​ຮັກ​ພະອົງ ບໍ່​ແມ່ນ​ຍ້ອນ​ຫວັງ​ລາງວັນ​ທີ່​ຈະ​ໄດ້​ໃນ​ອະນາຄົດ. ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ເປັນ​ໝູ່​ແທ້​ຂອງ​ພະເຈົ້າ!

a ຖ້າ​ມີ​ຄົນ​ມາ​ຫ້າມ​ເຈົ້າ​ບໍ່​ໃຫ້​ຮຽນ​ຄຳພີ​ໄບເບິນ ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຊາຕານ​ໃຊ້​ຄົນ​ນັ້ນ​ມາ. ແຕ່​ເນື່ອງ​ຈາກ​ຊາຕານ​ເປັນ “ພະເຈົ້າ​ຂອງ​ໂລກ​ນີ້” ແລະ “ໂລກ​ທັງ​ໝົດ​ຢູ່​ໃນ​ອຳນາດ​ຊາຕານ.” ດັ່ງ​ນັ້ນ ບໍ່​ແມ່ນ​ເລື່ອງ​ແປກ​ຖ້າ​ມີ​ຄົນ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ເຊົາ​ຮັບໃຊ້​ພະ​ເຢໂຫວາ.—2 ໂກຣິນໂທ 4:4; 1 ໂຢຮັນ 5:19

ກຽດ​ຊັງ​ສິ່ງ​ທີ່​ພະ​ເຢໂຫວາ​ກຽດ​ຊັງ

  • ຂ້າ​ຄົນ

    ອົບພະຍົບ 20:13; 21:22, 23

  • ຜິດສິນລະທຳ​ທາງ​ເພດ

    ພວກເລວີ 20:10, 13, 15, 16; ໂຣມ 1:24, 26, 27, 32; 1 ໂກຣິນໂທ 6:9, 10

  • ຫຼິ້ນ​ໄສຍະສາດ

    ພະບັນຍັດ 18:9-13; 1 ໂກຣິນໂທ 10:21, 22; ຄາລາເຕຍ 5:20, 21

  • ຂາບ​ໄຫວ້​ຮູບ​ບູຊາ

    1 ໂກຣິນໂທ 10:14

  • ດື່ມ​ເຫຼົ້າ​ຈົນ​ເມົາ

    1 ໂກຣິນໂທ 5:11

  • ການ​ລັກ

    ພວກເລວີ 6:2, 4; ເອເຟໂຊ 4:28

  • ການ​ເວົ້າ​ຕົວະ

    ສຸພາສິດ 6:16, 19; ໂກໂລຊາຍ 3:9; ພະນິມິດ 22:15

  • ຄວາມ​ໂລບ

    1 ໂກຣິນໂທ 5:11

  • ຄວາມ​ຮຸນແຮງ

    ຄຳເພງ 11:5; ສຸພາສິດ 22:24, 25; ມາລາກີ 2:16; ຄາລາເຕຍ 5:20, 21

  • ໃຊ້​ຄຳເວົ້າ​ຫຍາບ​ຄາຍ​ແລະ​ຊຸບຊິບ​ນິນທາ

    ພວກເລວີ 19:16; ເອເຟໂຊ 5:4; ໂກໂລຊາຍ 3:8

  • ໃຊ້​ເລືອດ​ໃນ​ທາງ​ທີ່​ຜິດ

    ຕົ້ນເດີມ 9:4; ກິດຈະການ 15:20, 28, 29

  • ບໍ່​ຫາ​ລ້ຽງ​ຄອບຄົວ

    1 ຕີໂມທຽວ 5:8

  • ມີ​ສ່ວນ​ຮ່ວມ​ໃນ​ສົງຄາມ​ຫຼື​ການ​ເມືອງ

    ເອຊາອີ 2:4; ໂຢຮັນ 6:15; 17:16

  • ສູບ​ຢາ​ແລະ​ໃຊ້​ຢາເສບຕິດ

    ມາຣະໂກ 15:23; 2 ໂກຣິນໂທ 7:1

ສະຫຼຸບ

ຄວາມ​ຈິງ​ເລື່ອງ​ທີ 1 ໝູ່​ຂອງ​ພະ​ເຢໂຫວາ​ເຊື່ອ​ຟັງ​ພະອົງ

“ຈົ່ງ​ຟັງ​ຄວາມ​ຂອງ​ເຮົາ​ແລະ​ເຮົາ​ຈະ​ເປັນ​ພະເຈົ້າ​ຂອງ​ພວກ​ທ່ານ​ແລະ​ທ່ານ​ທັງ​ຫຼາຍ​ຈະ​ເປັນ​ພວກ [“ປະຊາຊົນ,” ລ.ມ.] ຂອງ​ເຮົາ.”—ເຢເຣມີ 7:23

ເຮົາ​ຈະ​ເປັນ​ໝູ່​ກັບ​ພະເຈົ້າ​ໄດ້​ບໍ?

  • ຕົ້ນເດີມ 22:18; ຢາໂກໂບ 2:23

    ອັບຣາຮາມ​ເປັນ​ໝູ່​ຂອງ​ພະ​ເຢໂຫວາ​ຍ້ອນ​ລາວ​ເຊື່ອ​ຟັງ​ພະອົງ​ແລະ​ມີ​ຄວາມ​ເຊື່ອ​ໃນ​ພະອົງ.

  • 2 ຂ່າວຄາວ 16:9

    ພະ​ເຢໂຫວາ​ຈະ​ຊ່ວຍ​ເຫຼືອ​ຄົນ​ທີ່​ເຊື່ອ​ຟັງ​ພະອົງ.

  • ຄຳເພງ 25:14; 32:8

    ພະ​ເຢໂຫວາ​ຊ່ວຍ​ໝູ່​ຂອງ​ພະອົງ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ.

  • ຄຳເພງ 55:22

    ພະ​ເຢໂຫວາ​ຊ່ວຍ​ແລະ​ປົກ​ປ້ອງ​ໝູ່​ຂອງ​ພະອົງ.

ຄວາມ​ຈິງ​ເລື່ອງ​ທີ 2 ໂຢບ​ເປັນ​ໝູ່​ທີ່​ສັດ​ຊື່​ພັກດີ​ຂອງ​ພະເຈົ້າ

“ເຖິງ​ຈະ​ເຈິ​ເຫດການ​ທັງ​ໝົດ​ນີ້ ໂຢບ​ກໍ​ບໍ່​ໄດ້​ເຮັດ​ບາບ​ຫຼື​ກ່າວ​ຫາ​ວ່າ​ພະເຈົ້າ​ເຮັດ​ຜິດ​ເລີຍ.”—ໂຢບ 1:22, ລ.ມ.

ຊາຕານ​ໂຈມຕີ​ໂຢບ​ເຖິງ​ຂັ້ນ​ໃດ ແລະ​ສິ່ງ​ເຫຼົ່າ​ນີ້​ເຮັດ​ໃຫ້​ໂຢບ​ເຊົາ​ສັດ​ຊື່​ພັກດີ​ຕໍ່​ພະເຈົ້າ​ບໍ?

  • ໂຢບ 1:10, 11

    ຊາຕານ​ກ່າວ​ຫາ​ໂຢບ​ວ່າ​ບໍ່​ໄດ້​ຮັກ​ພະເຈົ້າ​ແທ້ໆ ແຕ່​ລາວ​ຫວັງ​ຜົນ​ປະໂຫຍດ​ຈາກ​ພະອົງ.

  • ໂຢບ 1:12-19; 2:7

    ພະ​ເຢໂຫວາ​ຍອມ​ໃຫ້​ຊາຕານ​ເຮັດ​ໃຫ້​ໂຢບ​ສູນ​ເສຍ​ທຸກ​ຢ່າງ ມັນ​ເຖິງ​ຂັ້ນ​ເຮັດ​ໃຫ້​ໂຢບ​ເຈັບ​ປ່ວຍ​ເປັນ​ພະຍາດ​ທີ່​ເຈັບ​ປວດ​ທໍລະມານ.

  • ໂຢບ 27:5

    ທັງໆທີ່​ໂຢບ​ບໍ່​ຮູ້​ວ່າ​ເປັນ​ຫຍັງ​ລາວ​ຕ້ອງ​ເຈິ​ຄວາມ​ທຸກ​ຫຼາຍ​ຂະໜາດ​ນີ້ ແຕ່​ລາວ​ກໍ​ຍັງ​ສັດ​ຊື່​ພັກດີ​ຕໍ່​ພະ​ເຢໂຫວາ.

ຄວາມ​ຈິງ​ເລື່ອງ​ທີ 3 ຊາຕານ​ພະຍາຍາມ​ເຮັດ​ໃຫ້​ເຈົ້າ​ເຊົາ​ເປັນ​ໝູ່​ກັບ​ພະ​ເຢໂຫວາ

“ມະນຸດ​ຍອມ​ສະລະ​ໄດ້​ທຸກ​ຢ່າງ​ເພື່ອ​ໃຫ້​ຕົວ​ເອງ​ມີ​ຊີວິດ​ລອດ.”—ໂຢບ 2:4, ລ.ມ.

ຊາຕານ​ໃຊ້​ວິທີ​ໃດ​ແດ່​ເພື່ອ​ທຳລາຍ​ຄວາມ​ເປັນ​ໝູ່​ລະຫວ່າງ​ເຮົາ​ກັບ​ພະ​ເຢໂຫວາ?

  • 2 ໂກຣິນໂທ 11:14

    ຊາຕານ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ​ໂດຍ​ຕົວະ​ເຮົາ​ໃຫ້​ເຮັດ​ຕາມ​ຄຳ​ສອນ​ຂອງ​ມັນ​ແທນ​ທີ່​ຈະ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພະ​ເຢໂຫວາ.

  • ສຸພາສິດ 24:10

    ຊາຕານ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ຄິດ​ວ່າ​ເຮົາ​ບໍ່​ດີ​ພໍ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ.

  • 1 ເປໂຕ 5:8

    ຊາຕານ​ຫາ​ທາງ​ໂຈມຕີ​ເຮົາ​ໂດຍ​ໃຊ້​ຄົນ​ອື່ນ.

  • ສຸພາສິດ 27:11

    ເລືອກ​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ເປັນ​ໝູ່​ທີ່​ພັກດີ​ຂອງ​ພະອົງ​ເພື່ອ​ຈະ​ພິສູດ​ວ່າ​ຊາຕານ​ເວົ້າ​ຕົວະ.

ຄວາມ​ຈິງ​ເລື່ອງ​ທີ 4 ເຮົາ​ເຊື່ອ​ຟັງ​ພະ​ເຢໂຫວາ​ຍ້ອນ​ເຮົາ​ຮັກ​ພະອົງ

“ການ​ຮັກ​ພະເຈົ້າ​ໝາຍ​ເຖິງ​ການ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະອົງ.”—1 ໂຢຮັນ 5:3

ເຈົ້າ​ຈະ​ເປັນ​ໝູ່​ຂອງ​ພະ​ເຢໂຫວາ​ໄດ້​ແນວ​ໃດ?

  • ມາຣະໂກ 12:30

    ຮັກ​ພະເຈົ້າ​ໃຫ້​ຫຼາຍໆແລ້ວ​ເຈົ້າ​ຈະ​ເຊື່ອ​ຟັງ​ພະອົງ.

  • ເອຊາອີ 48:17, 18

    ເຊື່ອ​ຟັງ​ພະ​ເຢໂຫວາ​ແລ້ວ​ເຈົ້າ​ຈະ​ໄດ້​ຮັບ​ຜົນ​ດີ​ສະເໝີ.

  • ພະບັນຍັດ 30:11-14

    ໃຫ້​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ໃຫ້​ເຈົ້າ​ເຮັດ​ໃນ​ສິ່ງ​ທີ່​ເຈົ້າ​ເຮັດ​ບໍ່​ໄດ້.

  • ຟີລິບປອຍ 4:13

    ພະຍາຍາມ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ພະ​ເຢໂຫວາ​ຈະ​ໃຫ້​ກຳລັງ​ແກ່​ເຈົ້າ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌