ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ15 15/11 ໜ້າ 15
  • ຄຳຖາມ​ຈາກ​ຜູ້​ອ່ານ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄຳຖາມ​ຈາກ​ຜູ້​ອ່ານ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
  • ເລື່ອງທີ່ຄ້າຍກັນ
  • ໄວ້​ວາງໃຈ​ພະ​ຄລິດ​ຜູ້​ນຳ​ຂອງ​ເຮົາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ກຳແພງເມືອງເຢລິໂກ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ຊາວ​ອິດສະລາແອນ​ເຂົ້າ​ສູ່​ແຜ່ນດິນ​ການາອານ
    ຄຳພີໄບເບິນ—ບອກເລື່ອງຫຍັງ?
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
ຫ15 15/11 ໜ້າ 15
ປະໂລຫິດ​ເປົ່າ​ແກ​ທີ່​ເປັນ​ເຂົາ​ແກະ ໂຢຊວຍ​ກໍ​ໂຫ່​ຮ້ອງ ແລ້ວ​ກຳແພງ​ເມືອງ​ເຢລິໂກ​ກໍ​ເລີ່ມ​ພັງ​ລົງ​ມາ

ຄຳຖາມ​ຈາກ​ຜູ້​ອ່ານ

ນັກ​ບູຮານຄະດີ​ໄດ້​ພົບ​ສິ່ງ​ໃດ​ທີ່​ພິສູດ​ວ່າ​ເມືອງ​ເຢລິໂກ​ຖືກ​ຍຶດ​ພາຍ​ໃນ​ເວລາ​ສັ້ນໆ?

ໂຢຊວຍ 6:10-15, 20 ກ່າວ​ວ່າ ທະຫານ​ອິດສະລາແອນ​ໄດ້​ແຫ່​ຂະບວນ​ຍ່າງ​ອ້ອມ​ເມືອງ​ເຢລິໂກ​ມື້​ລະ​ໜຶ່ງ​ຮອບ​ເປັນ​ເວລາ​ຫົກ​ມື້. ແຕ່​ໃນ​ມື້​ທີ​ເຈັດ ເຂົາ​ເຈົ້າ​ໄດ້​ຍ່າງ​ອ້ອມ​ເມືອງ​ເຖິງ​ເຈັດ​ຮອບ. ຈາກ​ນັ້ນ ພະ​ເຢໂຫວາ​ກໍ​ໄດ້​ເຮັດ​ໃຫ້​ກຳແພງ​ເມືອງ​ເຢລິໂກ​ທີ່​ແໜ້ນ​ໜາ​ພັງ​ລົງ​ມາ ແລະ​ຊາວ​ອິດສະລາແອນ​ກໍ​ໄດ້​ບຸກ​ຍຶດ​ເມືອງ​ນັ້ນ. ນັກ​ບູຮານຄະດີ​ໄດ້​ພົບ​ສິ່ງ​ໃດ​ບໍ​ທີ່​ພິສູດ​ວ່າ​ເມືອງ​ເຢລິໂກ​ຖືກ​ລ້ອມ​ພາຍ​ໃນ​ເວລາ​ສັ້ນໆ ຄື​ດັ່ງ​ທີ່​ຄຳພີ​ໄບເບິນ​ບອກ​ໄວ້?

ໃນ​ສະໄໝ​ບູຮານ ເມືອງ​ໜຶ່ງ​ຈະ​ຖືກ​ລ້ອມ​ເມື່ອ​ມີ​ກອງທັບ​ໄດ້​ມາ​ອ້ອມ​ກຳແພງ​ເມືອງ​ໄວ້​ເຊິ່ງ​ພ້ອມ​ທີ່​ຈະ​ໂຈມຕີ​ໄດ້​ທຸກ​ເວລາ. ຖ້າ​ເມືອງ​ຖືກ​ລ້ອມ​ເປັນ​ເວລາ​ດົນ​ນານ ຜູ້​ຄົນ​ໃນ​ເມືອງ​ຈະ​ກິນ​ອາຫານ​ທີ່​ເຂົາ​ເຈົ້າ​ເກັບ​ທ້ອນ​ໄວ້​ຈົນ​ເກືອບ​ໝົດ. ໃນ​ທີ່​ສຸດ ເມື່ອ​ພວກ​ທະຫານ​ຍຶດ​ເມືອງ​ໄດ້​ແລ້ວ ເຂົາ​ເຈົ້າ​ຈະ​ເອົາ​ທຸກ​ສິ່ງ​ທີ່​ຕົວ​ເອງ​ຕ້ອງການ ລວມ​ເຖິງ​ອາຫານ​ທີ່​ຍັງ​ເຫຼືອ. ນັ້ນ​ຈຶ່ງ​ເປັນ​ເຫດຜົນ​ທີ່​ນັກ​ບູຮານຄະດີ​ຄົ້ນ​ພົບ​ວ່າ​ມີ​ອາຫານ​ຈຳນວນ​ໜ້ອຍ​ແທ້ໆຫຼື​ບໍ່​ມີ​ເຫຼືອ​ເລີຍ​ໃນ​ຊາກ​ທີ່​ເປ່ເພ​ຂອງ​ເມືອງ​ຕ່າງໆໃນ​ເຂດ​ປາແລດສະຕິນ​ເຊິ່ງ​ຖືກ​ໂຈມຕີ​ດ້ວຍ​ວິທີ​ດັ່ງ​ກ່າວ​ນີ້. ແຕ່​ຊາກ​ທີ່​ເປ່ເພ​ຂອງ​ເມືອງ​ເຢລິໂກ​ພັດ​ບໍ່​ເປັນ​ແບບ​ນັ້ນ. ປຶ້ມ​ຫົວ​ໜຶ່ງ​ທີ່​ຊື່​ວ່າ Biblical Archaeology Review ກ່າວ​ວ່າ: “ນອກ​ຈາກ​ເຫັນ​ເຄື່ອງ​ປັ້ນ​ດິນ​ເຜົາ​ແລ້ວ ຍັງ​ພົບ​ເຫັນ​ທັນຍະພືດ​ຈຳນວນ​ຫຼາຍ​ທີ່​ສຸດ.” ປຶ້ມ​ຫົວ​ນັ້ນ​ຍັງ​ບອກ​ຕື່ມ​ອີກ​ວ່າ: “ການ​ພົບ​ທັນຍະພືດ​ຈຳນວນ​ຫຼາຍ​ເຊັ່ນ​ນັ້ນ​ເປັນ​ເລື່ອງ​ທີ່​ຜິດ​ປົກກະຕິ​ແທ້ໆ.”

ຄຳພີ​ໄບເບິນ​ກ່າວ​ວ່າ ຊາວ​ອິດສະລາແອນ​ບໍ່​ໄດ້​ເອົາ​ອາຫານ​ຈາກ​ເມືອງ​ເຢລິໂກ ເພາະ​ພະ​ເຢໂຫວາ​ສັ່ງ​ວ່າ​ບໍ່​ໃຫ້​ເຂົາ​ເຈົ້າ​ເອົາ​ສິ່ງ​ໃດ​ເລີຍ. (ໂຢຊວຍ 6:17, 18) ນອກ​ຈາກ​ນັ້ນ ຄຳພີ​ໄບເບິນ​ຍັງ​ບອກ​ວ່າ​ຊາວ​ອິດສະລາແອນ​ໂຈມຕີ​ເມືອງ​ເຢລິໂກ​ໃນ​ລະດູ​ໃບ​ໄມ້​ປົ່ງ​ທີ່​ເປັນ​ລະດູ​ຕໍ່​ຈາກ​ລະດູ​ເກັບ​ກ່ຽວ ເຊິ່ງ​ຕອນ​ນັ້ນ​ມີ​ການ​ເກັບ​ທັນຍະພືດ​ຈຳນວນ​ຫຼາຍ​ໄວ້​ໃນ​ເມືອງ. (ໂຢຊວຍ 3:15-17; 5:10) ຄວາມ​ຈິງ​ທີ່​ວ່າ​ຍັງ​ມີ​ທັນຍະພືດ​ຈຳນວນ​ຫຼາຍ​ເຫຼືອ​ຢູ່​ໃນ​ເມືອງ​ເຢລິໂກ​ພາຍ​ຫຼັງ​ທີ່​ຖືກ​ລ້ອມ​ໄດ້​ຢັ້ງຢືນ​ວ່າ​ເມືອງ​ຖືກ​ລ້ອມ​ໃນ​ໄລຍະ​ເວລາ​ສັ້ນໆ ຄື​ດັ່ງ​ທີ່​ຄຳພີ​ໄບເບິນ​ບອກ​ໄວ້.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌