ເພງທີ 84
ຮັບໃຊ້ໃຫ້ຫຼາຍຂຶ້ນ
1. ສິ່ງເຮົາຕ້ອງການ ເຢໂຫວາຮູ້
ໃນຊີວິດເຮົາ ໃນວຽກຮັບໃຊ້
ຢາກມີຄວາມສຸກ ແລະຄວາມສຳເລັດ
ພະອົງຈັດກຽມ ຫຼາຍຢ່າງເພື່ອເຮົາ
(ທ່ອນຊ້ຳ)
ພະຍາຍາມ ທຸ່ມເທຕົວ
ດ້ວຍຄວາມຮັກຂອງເຮົາ
ບ່ອນໃດມີຄວາມຕ້ອງການ ເຮົາຈະໄປ
ທຸ່ມເທເພື່ອ ພະເຈົ້າ
2. ມີວຽກຕ້ອງເຮັດ ຢູ່ທຸກດິນແດນ
ບ່ອນໃດຕ້ອງການ ພວກເຮົາຈະໄປ
ດ້ວຍຄວາມສົນໃຈ ເຮົາທຸ່ມເທຕົວ
ຕ້ອງການຈະຊ່ວຍ ແລະຢາກແບ່ງປັນ
(ທ່ອນຊ້ຳ)
ພະຍາຍາມ ທຸ່ມເທຕົວ
ດ້ວຍຄວາມຮັກຂອງເຮົາ
ບ່ອນໃດມີຄວາມຕ້ອງການ ເຮົາຈະໄປ
ທຸ່ມເທເພື່ອ ພະເຈົ້າ
3. ໃນເຂດບ້ານເຮົາ ເຮົາຫາວິທີ
ມີການກໍ່ສ້າງ ຝຶກທັກສະໃໝ່
ເຮົາຝຶກຮຽນເວົ້າ ພາສາອື່ນອື່ນ
ເພື່ອນຳຂ່າວດີ ໄປບອກທຸກຄົນ
(ທ່ອນຊ້ຳ)
ພະຍາຍາມ ທຸ່ມເທຕົວ
ດ້ວຍຄວາມຮັກຂອງເຮົາ
ບ່ອນໃດມີຄວາມຕ້ອງການ ເຮົາຈະໄປ
ທຸ່ມເທເພື່ອ ພະເຈົ້າ