Kokkinakis v. Greece: Droit réservé
ຈາກຮູບທາງເທິງເບື້ອງຊ້າຍ: ຄະດີລະຫວ່າງຄະນະກຳມະການສຶກສາຂອງລັດເວັດເວີຈິເນຍກັບບາເນດ. ຄະດີລະຫວ່າງໂຄຄີນາຄິດສກັບລັດຖະບານກຣີກ. ຄະດີລະຫວ່າງອົງການສາສະໜາທ້ອງຖິ່ນຕາກັນຣ໋ອກແລະຄົນອື່ນໆກັບລັດຖະບານຣັດເຊຍ. ຄະດີລະຫວ່າງຊາແລະຄົນອື່ນໆກັບລັດຖະບານເກົາຫຼີໃຕ້.
ຊີວິດຄລິດສະຕຽນ
“ປົກປ້ອງຂ່າວດີແລະພະຍາຍາມເຮັດໃຫ້ການປະກາດຂ່າວດີເປັນທີ່ຍອມຮັບຕາມກົດໝາຍ”
ເມື່ອຄົນອິດສະຣາເອນຖືກພວກຜູ້ຕໍ່ຕ້ານພະຍາຍາມຂັດຂວາງບໍ່ໃຫ້ສ້າງວິຫານຂຶ້ນໃໝ່ ເຂົາເຈົ້າກໍພະຍາຍາມເຮັດບາງຢ່າງເພື່ອໃຫ້ວຽກກໍ່ສ້າງເປັນທີ່ຍອມຮັບຕາມກົດໝາຍ. (ອຊຣ 5:11-16) ທຸກມື້ນີ້ຄລິດສະຕຽນກໍພະຍາຍາມປົກປ້ອງຂ່າວດີແລະເຮັດໃຫ້ວຽກປະກາດເປັນທີ່ຍອມຮັບຕາມກົດໝາຍ. (ຟລປ 1:7) ດັ່ງນັ້ນໃນປີ 1936 ຈຶ່ງມີການຕັ້ງພະແນກກົດໝາຍຂຶ້ນທີ່ສຳນັກງານໃຫຍ່ເພື່ອຊ່ວຍປົກປ້ອງຜົນປະໂຫຍດຂອງການປົກຄອງຂອງພະເຈົ້າທົ່ວໂລກ. ພະແນກນີ້ເຮັດຫຍັງແດ່ເພື່ອສົ່ງເສີມຜົນປະໂຫຍດຂອງການປົກຄອງຂອງພະເຈົ້າແລະຊ່ວຍເຫຼືອປະຊາຊົນຂອງເພິ່ນ?
ເບິ່ງວິດີໂອຢ້ຽມຊົມພະແນກກົດໝາຍທີ່ສຳນັກງານໃຫຍ່ ແລ້ວຕອບຄຳຖາມຕໍ່ໄປນີ້:
ພະຍານພະເຢໂຫວາເຈິຂໍ້ທ້າທາຍຫຍັງແດ່ກ່ຽວກັບກົດໝາຍ?
ເຮົາໄດ້ຮັບໄຊຊະນະທາງກົດໝາຍຫຍັງແດ່? ຂໍໃຫ້ຍົກຕົວຢ່າງ
ເຮົາແຕ່ລະຄົນຈະຊ່ວຍ “ປົກປ້ອງຂ່າວດີແລະພະຍາຍາມເຮັດໃຫ້ການປະກາດຂ່າວດີເປັນທີ່ຍອມຮັບຕາມກົດໝາຍ” ໄດ້ແນວໃດ?
ຖ້າຢາກຮູ້ຄວາມຄືບໜ້າດ້ານກົດໝາຍທີ່ມີຜົນກັບປະຊາຊົນຂອງພະເຈົ້າແລະລາຍຊື່ຂອງພະຍານພະເຢໂຫວາທີ່ຕິດຄຸກຍ້ອນຄວາມເຊື່ອ ເຈົ້າຈະເບິ່ງຢູ່ໃສໃນເວັບໄຊຂອງເຮົາ?