ເພງທີ 148
ພະເຢໂຫວາຊ່ວຍໃຫ້ພົ້ນໄພ
1. ເຢໂຫວາໄດ້ພິສູດວ່າເປັນພະເຈົ້າທ່ຽງແທ້
ແຜ່ນດິນທ້ອງຟ້າທະເລ ລ້ວນເປັນຜົນງານພະອົງ
ບໍ່ມີຜູ້ໃດຈະທຽບເທົ່າ ພະອົງໄດ້ເລີຍ ພວກສັດຕູ
ຈະຖືກທຳລາຍສາບສູນ
(ທ່ອນຊ້ຳ)
ເຢໂຫວາປົກປ້ອງຄຸ້ມຄອງ ຜູ້ທີ່ພັກດີ
ພະອົງເປັນ ຫີນດານ ເປັນປ້ອມຄຸ້ມໄພຂອງພວກເຮົາ
ເຮົາປະກາດໄປ ດ້ວຍໃຈທີ່ກ້າຫານ ແລະດ້ວຍຄວາມເຊື່ອ
ເຮົາຂໍສັນເສີນ ພະເຈົ້າເຢໂຫວາ ທີ່ປົກປ້ອງເຮົາ
2. ເຖິງຄວາມຕາຍທີ່ເປັນສັດຕູມາອ້ອມຮອບຂ້ອຍໄວ້
ຂໍໃຫ້ພະເຢໂຫວາ ຊ່ວຍຂ້ອຍກ້າຫານເຂັ້ມແຂງ
ຂໍພະອົງຟັງຄຳຮ້ອງຂໍ ທີ່ຂ້ອຍອ້ອນວອນ ແລະປົກປ້ອງ
ຊ່ວຍຂ້ອຍໃຫ້ລອດປອດໄພ
(ທ່ອນຊ້ຳ)
ເຢໂຫວາປົກປ້ອງຄຸ້ມຄອງ ຜູ້ທີ່ພັກດີ
ພະອົງເປັນ ຫີນດານ ເປັນປ້ອມຄຸ້ມໄພຂອງພວກເຮົາ
ເຮົາປະກາດໄປ ດ້ວຍໃຈທີ່ກ້າຫານ ແລະດ້ວຍຄວາມເຊື່ອ
ເຮົາຂໍສັນເສີນ ພະເຈົ້າເຢໂຫວາ ທີ່ປົກປ້ອງເຮົາ
3. ສຽງພະອົງຈາກສະຫວັນເປັນເໝືອນດັ່ງສຽງຟ້າຮ້ອງ
ສັດຕູພະອົງຕົວສັ່ນ ແຕ່ຄົນພະອົງດີໃຈ
ພະອົງຈະເຮັດທຸກສິ່ງທີ່ ໄດ້ຕັ້ງໃຈໄວ້ ເຮົາຈະເຫັນ
ພະອົງຊ່ວຍເຮົາໃຫ້ພົ້ນ
(ທ່ອນຊ້ຳ)
ເຢໂຫວາປົກປ້ອງຄຸ້ມຄອງ ຜູ້ທີ່ພັກດີ
ພະອົງເປັນ ຫີນດານ ເປັນປ້ອມຄຸ້ມໄພຂອງພວກເຮົາ
ເຮົາປະກາດໄປ ດ້ວຍໃຈທີ່ກ້າຫານ ແລະດ້ວຍຄວາມເຊື່ອ
ເຮົາຂໍສັນເສີນ ພະເຈົ້າເຢໂຫວາ ທີ່ປົກປ້ອງເຮົາ
(ເບິ່ງຕື່ມ ເພງ. 18:1, 2; 144:1, 2)