ເພງທີ 34
ສັດຊື່ຕໍ່ພະເຈົ້າສະເໝີ
(ຄຳເພງ 26)
1. ໂອ້ເຢໂຫວາ ຂໍຈົ່ງກວດສອບເບິ່ງຂ້ອຍ
ກວດເບິ່ງຄວາມໄວ້ວາງໃຈ ໝັ້ນຄົງສັດຊື່ພຽງໃດ
ກວດເບິ່ງໃຫ້ຮູ້ ວ່າຂ້ອຍເປັນຄົນແບບໃດ
ຊ່ວຍຂ້ອຍປັບປ່ຽນຈິດໃຈ ເພື່ອໃຫ້ຂ້ອຍໄດ້ຮັບພອນ
(ທ່ອນຊ້ຳ)
ສ່ວນຕົວຂ້ອຍເອງ ຕັ້ງໃຈແນ່ວແນ່ໝັ້ນຄົງ
ຈະສັດຊື່ຕໍ່ພະອົງ ໄປຈົນຊົ່ວນິລັນດອນ
2. ຂ້ອຍບໍ່ຢູ່ຮ່ວມ ກັບຄົນທີ່ເວົ້າມຸສາ
ຈະບໍ່ຄົບຫາກັບຄົນ ດູໝິ່ນຄຳຂອງພະເຈົ້າ
ໂອ້ເຢໂຫວາ ຂໍຊ່ວຍຊີວິດຂ້ອຍໄວ້
ບໍ່ໃຫ້ຂ້ອຍຖືກທຳລາຍ ພ້ອມຄົນທີ່ກິນສິນບົນ
(ທ່ອນຊ້ຳ)
ສ່ວນຕົວຂ້ອຍເອງ ຕັ້ງໃຈແນ່ວແນ່ໝັ້ນຄົງ
ຈະສັດຊື່ຕໍ່ພະອົງ ໄປຈົນຊົ່ວນິລັນດອນ
3. ຂ້ອຍຮັກວິຫານ ທີ່ເປັນບ່ອນຢູ່ພະເຈົ້າ
ຮັກການນະມັດສະການ ຂ້ອຍເຮັດຕາມເປັນຊີວິດ
ຂ້ອຍຈະຍ່າງອ້ອມ ຮອບແທ່ນບູຊາເລື້ອຍໄປ
ເພື່ອມາຂອບໃຈພະອົງ ໃຫ້ດັງກ້ອງທົ່ວແຜ່ນດິນ
(ທ່ອນຊ້ຳ)
ສ່ວນຕົວຂ້ອຍເອງ ຕັ້ງໃຈແນ່ວແນ່ໝັ້ນຄົງ
ຈະສັດຊື່ຕໍ່ພະອົງ ໄປຈົນຊົ່ວນິລັນດອນ
(ເບິ່ງຕື່ມ ເພງ. 25:2)