ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຖຖ ບົດທີ 25 ໜ້າ 196-202
  • “ຂ້ອຍ​ຂໍ​ອຸທອນ​ຕໍ່​ເຊຊາ!”

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • “ຂ້ອຍ​ຂໍ​ອຸທອນ​ຕໍ່​ເຊຊາ!”
  • ‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • “ຢືນ​ຢູ່​ຕໍ່​ໜ້າ​ບັນລັງ​ພິພາກສາ​ຂອງ​ເຊຊາ” (ກິດຈະການ 25:1-12)
  • “ຂ້ອຍ​ຈຶ່ງ​ເຮັດ​ຕາມ” (ກິດຈະການ 25:13–26:23)
  • “ເຈົ້າ​ຈະ​ໂນ້ມນ້າວ​ຂ້ອຍ​ໃຫ້​ເຂົ້າ​ມາ​ເປັນ​ຄລິດສະຕຽນ” (ກິດຈະການ 26:24-32)
  • ໃຫ້​ມີ​ກຳລັງ​ໃຈ​ຍ້ອນ​ພະ​ເຢໂຫວາ​ເປັນ​ຜູ້​ຊ່ວຍ​ເຫຼືອ​ເຈົ້າ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
  • ໂປໂລ​ຖືກ​ສົ່ງ​ໄປ​ເມືອງ​ໂຣມ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • “ຄຳ​ສອນ​ຂອງ​ພະ​ເຢໂຫວາ​ກໍ​ແພ່​ອອກ​ໄປ”
    ‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
ຖຖ ບົດທີ 25 ໜ້າ 196-202

ບົດ​ທີ 25

“ຂ້ອຍ​ຂໍ​ອຸທອນ​ຕໍ່​ເຊຊາ!”

ໂປໂລ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ການ​ປົກປ້ອງ​ຂ່າວ​ດີ

ຈາກ​ກິດຈະການ 25:1–26:32

1, 2. (ກ) ຕອນນີ້​ໂປໂລ​ຢູ່​ໃນ​ສະ​ພາບ​ການ​ແບບ​ໃດ? (ຂ) ການ​ທີ່​ໂປໂລ​ອຸທອນ​ຕໍ່​ເຊຊາ​ເຮັດ​ໃຫ້​ມີ​ຄຳ​ຖາມ​ຫຍັງ​ເກີດຂຶ້ນ?

ຕອນນີ້​ໂປໂລ​ຍັງ​ຖືກ​ຄວບຄຸມ​ໂຕ​ຢ່າງ​ເຂັ້ມ​ງວດ​ໃນ​ເມືອງ​ກາຍຊາເຣຍ. ສອງ​ປີ​ກ່ອນ​ໜ້າ​ນີ້​ທີ່​ໂປໂລ​ກັບ​ໄປ​ແຂວງ​ຢູດາຍ​ໄດ້​ບໍ່​ເທົ່າ​ໃດ​ມື້ ພວກ​ຢິວ​ກໍ​ພະຍາຍາມ​ຂ້າ​ລາວ​ຢ່າງ​ໜ້ອຍ 3 ເທື່ອ. (ກຈກ. 21:27-36; 23:10, 12-15, 27) ເຖິງ​ພວກ​ສັດຕູ​ຈະ​ເຮັດ​ບໍ່​ສຳເລັດ ແຕ່​ເຂົາເຈົ້າ​ກໍ​ບໍ່​ຍອມແພ້. ເມື່ອ​ໂປໂລ​ເຫັນ​ວ່າ​ໂຕເອງ​ອາດ​ຖືກ​ສົ່ງ​ໄປ​ໃຫ້​ພວກ​ສັດຕູ ລາວ​ຈຶ່ງ​ບອກ​ເຟຊະໂຕ​ເຈົ້າແຂວງ​ຄົນ​ໂຣມ​ວ່າ: “ຂ້ອຍ​ຂໍ​ອຸທອນ​ຕໍ່​ເຊຊາ!”—ກຈກ. 25:11

2 ພະ​ເຢໂຫວາ​ສະໜັບສະໜູນ​ການ​ຕັດສິນໃຈ​ຂອງ​ໂປໂລ​ທີ່​ຈະ​ອຸທອນ​ຕໍ່​ເຊຊາ​ບໍ? ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ຮູ້​ຄຳ​ຕອບ ເພາະ​ຕອນນີ້​ເຮົາ​ກໍ​ກຳລັງ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ຢ່າງ​ຖີ່​ຖ້ວນ. ດັ່ງນັ້ນ ເຮົາ​ຈຶ່ງ​ຈຳເປັນ​ຕ້ອງ​ຮູ້​ວ່າ​ເຮົາ​ຄວນ​ຮຽນ​ແບບ​ໂປໂລ​ບໍ​ໃນ​ການ “ປົກປ້ອງ​ຂ່າວ​ດີ​ແລະ​ພະຍາຍາມ​ເຮັດ​ໃຫ້​ການ​ປະກາດ​ຂ່າວ​ດີ​ເປັນ​ທີ່​ຍອມຮັບ​ຕາມ​ກົດໝາຍ.”—ຟລປ. 1:7

“ຢືນ​ຢູ່​ຕໍ່​ໜ້າ​ບັນລັງ​ພິພາກສາ​ຂອງ​ເຊຊາ” (ກິດຈະການ 25:1-12)

3, 4. (ກ) ເປັນ​ຫຍັງ​ພວກ​ຢິວ​ຈຶ່ງ​ຂໍ​ໃຫ້​ສົ່ງ​ໂປໂລ​ມາ​ເມືອງ​ເຢຣູຊາເລັມ ແລະ​ໂປໂລ​ລອດ​ຊີວິດ​ໄດ້​ແນວ​ໃດ? (ຂ) ພະ​ເຢໂຫວາ​ຊ່ວຍ​ເຫຼືອ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໃນ​ທຸກ​ມື້​ນີ້​ຄື​ກັບ​ທີ່​ເຄີຍ​ຊ່ວຍ​ໂປໂລ​ແນວ​ໃດ?

3 ຫຼັງ​ຈາກ​ທີ່​ຮັບ​ຕຳແໜ່ງ​ໄດ້ 3 ມື້ ເຟຊະໂຕ​ເຈົ້າແຂວງ​ໃນ​ແຂວງ​ຢູດາຍ​ຄົນ​ໃໝ່​ຂອງ​ໂຣມ​ກໍ​ໄດ້​ເດີນທາງ​ໄປ​ເມືອງ​ເຢຣູຊາເລັມ.a ຢູ່​ຫັ້ນ ລາວ​ໄດ້​ຟັງ​ພວກ​ປະໂລຫິດ​ກັບ​ພວກ​ຢິວ​ທີ່​ເປັນ​ຄົນ​ສຳຄັນ​ກ່າວຫາ​ວ່າ​ໂປໂລ​ເຮັດ​ຜິດ​ຮ້າຍ​ແຮ​ງ. ຄົນ​ເຫຼົ່າ​ນີ້​ຮູ້​ວ່າ​ພວກ​ໂຣມ​ຢາກ​ໃຫ້​ເຟຊະໂຕ​ຮັກສາ​ສັນຕິສຸກ​ກັບ​ເຂົາເຈົ້າ​ແລະ​ຄົນ​ຢິວ​ທຸກ​ຄົນ. ດັ່ງນັ້ນ ເຂົາເຈົ້າ​ຈຶ່ງ​ຂໍ​ເຟຊະໂຕ​ໃຫ້​ສົ່ງ​ໂປໂລ​ມາ​ເຢຣູຊາເລັມ ແລະ​ພິຈາລະນາ​ຄະດີ​ຂອງ​ລາວ​ຢູ່​ຫັ້ນ. ແຕ່​ຄວາມ​ຈິງ​ແລ້ວ ເຂົາເຈົ້າ​ໄດ້​ວາງ​ແຜນ​ຈະ​ຂ້າ​ໂປໂລ​ລະຫວ່າງ​ທາງ​ຈາກ​ເມືອງ​ກາຍຊາເຣຍ​ມາ​ເມືອງ​ເຢຣູຊາເລັມ. ເຟຊະໂຕ​ປະຕິເສດ​ຄຳ​ຂໍ​ຂອງ​ເຂົາເຈົ້າ​ໂດຍ​ບອກ​ວ່າ: “ຖ້າ​ໂປໂລ​ເຮັດ​ຫຍັງ​ຜິດ​ແທ້ ກໍ​ໃຫ້​ຄົນ​ທີ່​ມີ​ອຳນາດ​ໃນ​ພວກ​ເຈົ້າ​ໄປ​ນຳ​ຂ້ອຍ [ໄປ​ເມືອງ​ກາຍຊາເຣຍ] ແລະ​ໄປ​ຟ້ອງ​ລາວ​ຢູ່​ຫັ້ນ.” (ກຈກ. 25:5) ນີ້​ຈຶ່ງ​ເຮັດ​ໃຫ້​ໂປໂລ​ລອດ​ຊີວິດ​ອີກ​ເທື່ອ​ໜຶ່ງ.

4 ໃນ​ໄລຍະ​ທີ່​ໂປໂລ​ຖືກ​ພິຈາລະນາ​ຄະດີ ພະ​ເຢໂຫວາ​ໄດ້​ໃຊ້​ພະ​ເຢຊູ​ຄລິດ​ມາ​ໃຫ້​ກຳລັງ​ໃຈ​ແລະ​ຊ່ວຍ​ເຫຼືອ​ໂປໂລ. ຕົວຢ່າງ​ເຊັ່ນ ພະ​ເຢຊູ​ໄດ້​ບອກ​ໂປໂລ​ໃນ​ນິມິດ​ວ່າ: “ໃຫ້​ກ້າຫານ!” (ກຈກ. 23:11) ໃນ​ທຸກ​ມື້​ນີ້ ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ກໍ​ເຈິ​ບັນຫາ​ຫຼາຍ​ຢ່າງ​ແລະ​ການ​ຂົ່ມເຫງ. ແມ່ນ​ຢູ່​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ປົກປ້ອງ​ເຮົາ​ຈາກ​ຄວາມ​ລຳບາກ​ທຸກ​ຢ່າງ ແຕ່​ເພິ່ນ​ຈະ​ໃຫ້​ສະຕິ​ປັນຍາ​ແລະ​ກຳລັງ​ກັບ​ເຮົາ​ເພື່ອ​ຈະ​ອົດທົນ​ໄດ້. ເຮົາ​ສາມາດ​ໝັ້ນໃຈ​ໄດ້​ວ່າ​ພະເຈົ້າ​ຜູ້​ເປັນ​ຄວາມ​ຮັກ​ຈະ​ໃຫ້ “ກຳລັງ​ທີ່​ຫຼາຍ​ກວ່າ​ປົກກະຕິ” ກັບ​ເຮົາ​ສະເໝີ.—2ກຣ. 4:7

5. ຕອນ​ທຳອິດ​ເຟຊະໂຕ​ຕັ້ງໃຈ​ຈະ​ຈັດການ​ຄະດີ​ຂອງ​ໂປໂລ​ແນວ​ໃດ?

5 ຫຼາຍ​ມື້​ຕໍ່​ມາ ໂປໂລ​ແລະ​ພວກ​ທີ່​ກ່າວຫາ​ໄດ້​ມາ​ຢືນ​ຢູ່​ຕໍ່​ໜ້າ​ເຟຊະໂຕ​ທີ່​ນັ່ງ​ເທິງ “ບັນລັງ​ພິພາກສາ” ໃນ​ເມືອງ​ກາຍຊາເຣຍ.b ເຂົາເຈົ້າ​ກ່າວຫາ​ວ່າ​ໂປໂລ​ເຮັດ​ຜິດ​ທັງໆ​ທີ່​ລາວ​ບໍ່​ໄດ້​ເຮັດ​ຫຍັງ. ລາວ​ຈຶ່ງ​ເວົ້າ​ວ່າ: “ຂ້ອຍ​ບໍ່​ໄດ້​ເຮັດ​ຜິດ​ກົດໝາຍ​ຂອງ​ຊາວ​ຢິວ ແລະ​ບໍ່​ໄດ້​ເຮັດ​ຫຍັງ​ທີ່​ລົບ​ລູ່​ວິຫານ​ຫຼື​ເຮັດ​ຜິດ​ຕໍ່​ເຊຊາ.” ໂປໂລ​ບໍ່​ມີ​ຄວາມ​ຜິດ​ແລະ​ສົມຄວນ​ຖືກ​ປ່ອຍ​ໂຕ. ແລ້ວ​ເຟຊະໂຕ​ຕັດສິນໃຈ​ເລື່ອງ​ນີ້​ແນວ​ໃດ? ຍ້ອນ​ລາວ​ຢາກ​ເອົາ​ໃຈ​ຄົນ​ຢິວ ລາວ​ເລີຍ​ຖາມ​ໂປໂລ​ວ່າ: “ເຈົ້າ​ຢາກ​ໄປ​ເມືອງ​ເຢຣູຊາເລັມ​ແລະ​ໃຫ້​ຂ້ອຍ​ຕັດສິນ​ເລື່ອງ​ຢູ່​ຫັ້ນ​ບໍ?” (ກຈກ. 25:6-9) ນີ້​ເປັນ​ຂໍ້​ສະເໜີ​ທີ່​ບໍ່​ດີ​ແທ້ໆ! ຖ້າ​ໂປໂລ​ຖືກ​ສົ່ງ​ກັບ​ໄປ​ເຢຣູຊາເລັມ ລາວ​ຈະ​ຖືກ​ພວກ​ຢິວ​ຕັດສິນ​ແລະ​ຈະ​ຖືກ​ຂ້າ​ແທ້. ຈາກ​ເຫດການ​ນີ້ ເຮົາ​ໄດ້​ເຫັນ​ວ່າ​ເຟຊະໂຕ​ເລືອກ​ທີ່​ຈະ​ເອົາ​ໃຈ​ຜູ້​ຄົນ​ແທນ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ຫຼາຍ​ປີ​ກ່ອນ​ໜ້າ​ນີ້ ປົນຕີໂອປີລາດ​ທີ່​ເປັນ​ເຈົ້າແຂວງ​ຄົນ​ກ່ອນ​ກໍ​ໄດ້​ເຮັດ​ກັບ​ພະ​ເຢຊູ​ຄ້າຍໆ​ກັນ​ນີ້. (ຢຮ. 19:12-16) ໃນ​ທຸກ​ມື້​ນີ້ ຜູ້​ພິພາກສາ​ກໍ​ອາດ​ຕັດສິນ​ແບບ​ບໍ່​ຍຸຕິທຳ​ຍ້ອນ​ເຂົາເຈົ້າ​ຢາກ​ເອົາ​ໃຈ​ບາງ​ຄົນ. ດັ່ງນັ້ນ ເຮົາ​ຈຶ່ງ​ບໍ່​ແປກໃຈ​ທີ່​ສານ​ຕັດສິນ​ຄະດີ​ແບບ​ບໍ່​ຍຸຕິທຳ​ໃນ​ເລື່ອງ​ທີ່​ກ່ຽວ​ຂ້ອງ​ກັບ​ປະຊາຊົນ​ຂອງ​ພະເຈົ້າ.

6, 7. ເປັນ​ຫຍັງ​ໂປໂລ​ຈຶ່ງ​ອຸທອນ​ຕໍ່​ເຊຊາ ແລະ​ເຮົາ​ຮຽນ​ຫຍັງ​ໄດ້​ຈາກ​ຕົວຢ່າງ​ຂອງ​ລາວ?

6 ການ​ທີ່​ເຟຊະໂຕ​ຢາກ​ເອົາ​ໃຈ​ຄົນ​ຢິວ​ອາດ​ເຮັດ​ໃຫ້​ໂປໂລ​ຕ້ອງ​ຕາ​ຍ. ດັ່ງນັ້ນ ໂປໂລ​ຈຶ່ງ​ໃຊ້​ສິດ​ຂອງ​ລາວ​ໃນ​ຖານະ​ພົນລະເມືອງ​ໂຣມ. ລາວ​ບອກ​ເຟຊະໂຕ​ວ່າ: “ຂ້ອຍ​ກໍ​ຢືນ​ຢູ່​ຕໍ່​ໜ້າ​ບັນລັງ​ພິພາກສາ​ຂອງ​ເຊຊາ​ຢູ່​ແລ້ວ ຂ້ອຍ​ກໍ​ຄວນ​ຈະ​ຖືກ​ຕັດສິນ​ຢູ່​ນີ້​ບໍ່​ແມ່ນ​ບໍ. ທີ່ຈິງ ທ່ານ​ກໍ​ຮູ້​ດີ​ວ່າ​ຂ້ອຍ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ​ຕໍ່​ຊາວ​ຢິວ . . . ຂ້ອຍ​ຂໍ​ອຸທອນ​ຕໍ່​ເຊຊາ!” ຕາມ​ປົກກະຕິ​ແລ້ວ ຖ້າ​ມີ​ໃຜ​ຮ້ອງ​ຂໍ​ແບບ​ນີ້ ຄຳ​ຮ້ອງ​ຂໍ​ນັ້ນ​ຈະ​ປ່ຽນແປງ​ບໍ່​ໄດ້ ເຊິ່ງ​ເຟຊະໂຕ​ກໍ​ເຮັດ​ໃຫ້​ເລື່ອງ​ນີ້​ຊັດເຈນ​ໂດຍ​ບອກ​ວ່າ: “ໃນ​ເມື່ອ​ເຈົ້າ​ອຸທອນ​ຕໍ່​ເຊຊາ ເຈົ້າ​ກໍ​ຕ້ອງ​ໄປ​ຫາ​ເຊຊາ.” (ກຈກ. 25:10-12) ຕອນ​ທີ່​ໂປໂລ​ອຸທອນ​ຕໍ່​ເຊຊາ ລາວ​ໄດ້​ເຮັດ​ໃຫ້​ເຫັນ​ວ່າ​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ຄວນ​ເຮັດ​ແນວ​ໃດ​ເມື່ອ​ເຈິ​ເຫດການ​ທີ່​ຄ້າຍໆ​ກັນ. ເມື່ອ​ຜູ້​ຕໍ່ຕ້ານ​ພະຍາຍາມ​ຈະ “ອອກ​ກົດໝາຍ​ເພື່ອ​ສ້າງ​ຄວາມ​ເດືອດຮ້ອນ” ພະຍານ​ພະ​ເຢໂຫວາ​ກໍ​ໃຊ້​ວິທີ​ການ​ທາງ​ກົດໝາຍ​ໃຫ້​ເປັນ​ປະໂຫຍດ​ເພື່ອ​ປົກປ້ອງ​ຂ່າວ​ດີ.c—ເພງ. 94:20, ລ.ມ

7 ໂປໂລ​ຖືກ​ຂັງ​ຄຸກ​ຫຼາຍ​ກວ່າ 2 ປີ​ທັງໆ​ທີ່​ບໍ່​ໄດ້​ເຮັດ​ຫຍັງ​ຜິດ ແລະ​ຕອນນີ້​ລາວ​ມີ​ໂອກາດ​ທີ່​ຈະ​ໄປ​ແກ້​ຄະດີ​ໃນ​ໂຣມ. ແຕ່​ກ່ອນ​ທີ່​ໂປໂລ​ຈະ​ເດີນທາງ ເຈົ້າ​ໜ້າທີ່​ລັດ​ອີກ​ຄົນ​ໜຶ່ງ​ຢາກ​ເຈິ​ລາວ.

ຜູ້​ຄົນ​ໃນ​ສານ​ມີ​ປະຕິກິລິຍາ​ທີ່​ແຕກຕ່າງ​ກັນ. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ ທະນາຍ​ຄວາມ​ຂອງ​ລາວ ແລະ​ພີ່ນ້ອງ​ຄົນ​ອື່ນໆ​ຟັງ​ຄຳ​ຕັດສິນ​ຢ່າງ​ສະຫງົບ. ສ່ວນ​ຄົນ​ທີ່​ບໍ່​ແມ່ນ​ພະຍານ​ພະ​ເຢໂຫວາ​ກໍ​ເບິ່ງ​ຄື​ມີ​ຄວາມ​ສຸກ​ທີ່​ໄດ້​ຮ້ອງ​ຟ້ອງ​ພີ່ນ້ອງ​ຂອງ​ເຮົາ.

ເຮົາ​ຈະ​ຂໍ​ອຸທອນ​ຕໍ່​ສານ​ສູງ​ເມື່ອ​ຖືກ​ຕັດສິນ​ໃຫ້​ແພ້​ຄະດີ

“ຂ້ອຍ​ຈຶ່ງ​ເຮັດ​ຕາມ” (ກິດຈະການ 25:13–26:23)

8, 9. ເປັນ​ຫຍັງ​ກະສັດ​ອັກກິບປາ​ຈຶ່ງ​ໄປ​ຢາມ​ເມືອງ​ກາຍຊາເຣຍ?

8 ຫຼາຍ​ມື້​ຫຼັງ​ຈາກ​ທີ່​ເຟຊະໂຕ​ໄດ້​ພິຈາລະນາ​ຄຳ​ອຸທອນ​ຂອງ​ໂປໂລ​ຕໍ່​ເຊຊາ ກະສັດ​ອັກກິບປາ​ກັບ​ເບນີເກ​ນ້ອງ​ສາວ​ຂອງ​ລາວ​ກໍ​ໄດ້​ມາ “ຢ້ຽມຢາມ” ເຈົ້າແຂວງ​ຄົນ​ໃໝ່.d ໃນ​ສະໄໝ​ໂຣມ ເປັນ​ທຳນຽມ​ທີ່​ເຈົ້າ​ໜ້າທີ່​ຂອງ​ລັດ​ຈະ​ໄປ​ຢາມ​ເຈົ້າແຂວງ​ທີ່​ຫາກໍ​ໄດ້​ຮັບ​ການ​ແຕ່ງຕັ້ງ. ການ​ທີ່​ອັກກິບປາ​ມາ​ຢາມ​ເພື່ອ​ສະແດງ​ຄວາມ​ຍິນດີ​ກັບ​ເຟຊະໂຕ​ສະແດງ​ວ່າ​ລາວ​ພະຍາຍາມ​ທີ່​ຈະ​ສ້າງ​ຄວາມ​ສຳພັນ​ທີ່​ດີ​ກັບ​ເຟຊະໂຕ ເຊິ່ງ​ກ່ຽວ​ຂ້ອງ​ກັບ​ຜົນ​ປະໂຫຍດ​ທາງ​ການເມືອງ​ໃນ​ອະນາຄົດ.—ກຈກ. 25:13

ການ​ອຸທອນ​ເພື່ອ​ປະໂຫຍດ​ຂອງ​ການ​ນະມັດສະການ​ແທ້​ໃນ​ປັດຈຸບັນ

ບາງ​ເທື່ອ​ພະຍານ​ພະ​ເຢໂຫວາ​ໄດ້​ອຸທອນ​ຕໍ່​ສານ​ສູງ​ໂດຍ​ຫວັງ​ວ່າ​ເຂົາເຈົ້າ​ຈະ​ສາມາດ​ປະກາດ​ຂ່າວ​ດີ​ໄດ້​ຢ່າງ​ອິດສະຫຼະ. ຕໍ່​ໄປ​ນີ້​ເປັນ​ຕົວຢ່າງ​ຂອງ 2 ຄະດີ.

ໃນ​ວັນ​ທີ 28 ມີນາ 1938 ສານ​ສູງ​ສຸດ​ຂອງ​ສະຫະລັດ​ອາເມຣິກາ​ໄດ້​ກັບ​ຄຳ​ຕັດສິນ​ຂອງ​ສານ​ແຫ່ງ​ລັດ ແລະ​ເຮັດ​ໃຫ້​ກຸ່ມ​ພະຍານ​ພະ​ເຢໂຫວາ​ພົ້ນ​ຈາກ​ຄວາມ​ຜິ​ດ. ຕອນ​ນັ້ນ​ເຂົາ​ເຈົ້າ​ຖືກ​ຈັບ​ຍ້ອນ​ແຈກຢາຍ​ປຶ້ມ​ທີ່​ກ່ຽວກັບ​ຄຳພີ​ໄບເບິນ​ໃນ​ເມືອງ​ກຣິບຟິນ ລັດ​ຈໍເຈຍ ສະຫະລັດ​ອາເມຣິກາ. ນີ້​ເປັນ​ການ​ອຸທອນ​ຄັ້ງ​ທຳອິດ​ໃນ​ຫຼາຍໆ​ຄັ້ງ​ຕໍ່​ສານ​ສູງ​ສຸດ​ກ່ຽວກັບ​ສິດ​ຂອງ​ພະຍານ​ພະ​ເຢໂຫວາ​ທີ່​ຈະ​ປະກາດ​ຂ່າວ​ດີ.g

ອີກ​ຄະດີ​ໜຶ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ພະຍານ​ພະ​ເຢໂຫວາ​ແມ່ນ ຄະດີ​ຂອງ​ພີ່ນ້ອງ​ມິໂນດສ໌ ໂກກີນາກິດສ໌​ໃນ​ປະເທດ​ກຣີກ. ຕະຫຼອດ​ເວລາ 48 ປີ ລາວ​ຖືກ​ຈັບ​ເຂົ້າ​ຄຸກ​ຫຼາຍ​ກວ່າ 60 ເທື່ອ​ດ້ວຍ​ຂໍ້ຫາ “ຊັກຊວນ​ຄົນ​ໃຫ້​ປ່ຽນ​ສາສະໜາ.” ລາວ​ຖືກ​ຮ້ອງ​ຟ້ອງ​ດຳເນີນ​ຄະດີ 18 ເທື່ອ. ລາວ​ຕິດ​ຄຸກ​ຫຼາຍ​ປີ​ແລະ​ຖືກ​ເນລະເທດ​ໄປ​ຢູ່​ເກາະ​ຕ່າງໆ​ທີ່​ຫ່າງ​ໄກ​ໃນ​ທະເລ​ອີ​ຈຽນ. ຫຼັງ​ຈາກ​ການ​ຕັດສິນ​ເທື່ອ​ສຸດທ້າຍ​ໃນ​ປີ 1986 ສານ​ສູງ​ຂອງ​ປະເທດ​ກຣີກ​ໄດ້​ຕັດສິນ​ໃຫ້​ພີ່ນ້ອງ​ໂກກີນາກິດສ໌​ແພ້​ຄະດີ. ລາວ​ຈຶ່ງ​ໄດ້​ໄປ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ສານ​ສິດທິ​ມະນຸດ​ແຫ່ງ​ເອີຣົບ. ໃນ​ວັນ​ທີ 25 ພຶດສະພາ 1993 ສານ​ນີ້​ຕັດສິນ​ວ່າ​ປະເທດ​ກຣີກ​ໄດ້​ລະເມີດ​ເສລີ​ພາບ​ທາງ​ສາສະໜາ​ຂອງ​ພີ່ນ້ອງ​ໂກກີນາກິດສ໌.

ພະຍານ​ພະ​ເຢໂຫວາ​ໄດ້​ອຸທອນ​ຕໍ່​ສານ​ສິດທິ​ມະນຸດ​ແຫ່ງ​ເອີຣົບ​ເພື່ອ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ໃນ​ຫຼາຍ​ຄະດີ ແລະ​ສ່ວນ​ໃຫຍ່​ກໍ​ຊະນະ​ຄະດີ. ບໍ່​ມີ​ອົງການ​ໃດ​ທັງ​ທາງ​ສາສະໜາ​ຫຼື​ອື່ນໆ​ທີ່​ເຄີຍ​ປະສົບ​ຄວາມ​ສຳເລັດ​ຫຼາຍ​ຂະໜາດ​ນີ້​ໃນ​ການ​ປົກປ້ອງ​ສິດທິ​ມະນຸດ​ຂັ້ນ​ພື້ນຖານ​ຕໍ່​ສານ​ສິດທິ​ມະນຸດ​ແຫ່ງ​ເອີຣົບ.

ຄົນ​ອື່ນໆ​ໄດ້​ຮັບ​ປະໂຫຍດ​ຈາກ​ໄຊ​ຊະນະ​ທາງ​ກົດໝາຍ​ຂອງ​ພະຍານ​ພະ​ເຢໂຫວາ​ບໍ? ຜູ້​ຊ່ຽວຊານ​ຄົນ​ໜຶ່ງ​ຊື່ ຊານ ຊີ. ເຮເນດສ໌​ໄດ້​ຂຽນ​ວ່າ: “ເຮົາ​ທຸກ​ຄົນ​ເປັນ​ໜີ້​ບຸນ​ຄຸນ​ພະຍານ​ພະ​ເຢໂຫວາ. ບໍ່​ວ່າ​ຈະ​ຖືກ​ໝິ່ນ​ປະໝາດ ຖືກ​ໄລ່​ອອກ​ຈາກ​ເມືອງ ຫຼື​ຖືກ​ທຳຮ້າຍ​ຮ່າງກາຍ​ຈັກ​ເທື່ອ ເຂົາເຈົ້າ​ກໍ​ຍັງ​ສູ້​ຕໍ່​ໄປ​ເລື້ອຍໆ​ເພື່ອ​ເສລີ​ພາບ​ທາງ​ສາສະໜາ​ຂອງ​ໂຕເອງ (ແລະ​ກໍ​ຂອງ​ພວກ​ເຮົາ​ນຳ) ແລະ​ເມື່ອ​ເຂົາເຈົ້າ​ຊະນະ ເຮົາ​ທຸກ​ຄົນ​ກໍ​ຊະນະ​ນຳ.”

g ເບິ່ງ​ເລື່ອງ​ຄຳ​ຕັດສິນ​ໂດຍ​ສານ​ສູງ​ສຸດ​ຂອງ​ສະຫະລັດ​ອາເມຣິກາ​ກ່ຽວກັບ​ເສລີ​ພາບ​ໃນ​ການ​ເວົ້າ​ເຊິ່ງ​ຢູ່​ໃນ​ປຶ້ມ​ຕື່ນເຖີດ! ສະບັບ 8 ມັງກອນ 2003 ໜ້າ 3-11 (ພາສາ​ໄທ)

9 ເຟຊະໂຕ​ໄດ້​ເລົ່າ​ເລື່ອງ​ຂອງ​ໂປໂລ​ໃຫ້​ກະສັດ​ອັກກິບປາ​ຟັງ ອັກກິບປາ​ຈຶ່ງ​ຢາກ​ຟັງ​ໂປໂລ. ມື້​ຕໍ່​ມາ​ກະສັດ​ອັກກິບປາ​ແລະ​ນ້ອງ​ສາວ​ຂອງ​ລາວ​ກໍ​ເດີນທາງ​ມາ​ຢ່າງ​ຍິ່ງໃຫຍ່​ອະລັງການ. ອັກກິບປາ​ນັ່ງ​ເທິງ​ບັນລັງ​ພິພາກສາ​ເພື່ອ​ຟັງ​ໂປໂລ​ເວົ້າ ແຕ່​ສິ່ງ​ທີ່​ໂປໂລ​ກຳລັງ​ຈະ​ເວົ້າ​ເຮັດ​ໃຫ້​ຜູ້​ຄົນ​ປະທັບໃຈ​ຫຼາຍ​ກວ່າ​ການ​ສະແດງ​ອຳນາດ​ທີ່​ຍິ່ງໃຫຍ່​ຂອງ​ອັກກິບປາ​ແລະ​ເຟຊະໂຕ.—ກຈກ. 25:22-27

10, 11. ໂປໂລ​ສະແດງ​ຄວາມ​ນັບຖື​ຕໍ່​ອັກກິບປາ​ແນວ​ໃດ​ແລະ​ໂປໂລ​ໄດ້​ບອກ​ໃຫ້​ກະສັດ​ຮູ້​ລາຍລະອຽດ​ອັນ​ໃດ​ກ່ຽວກັບ​ສິ່ງ​ທີ່​ລາວ​ເຄີຍ​ເຮັດ​ໃນ​ອະດີດ?

10 ໂປໂລ​ຂອບໃຈ​ກະສັດ​ອັກກິບປາ​ດ້ວຍ​ຄວາມ​ນັບຖື​ທີ່​ໃຫ້​ລາວ​ມີ​ໂອກາດ​ໄດ້​ແກ້​ຄະດີ​ເພາະ​ອັກກິບປາ​ຊຳນານ​ເລື່ອງ​ທຳນຽມ​ທັງໝົດ​ຂອງ​ຄົນ​ຢິວ​ແລະ​ຮູ້​ເລື່ອງ​ຂໍ້​ຂັດແຍ່ງ​ຕ່າງໆ​ຂອງ​ຄົນ​ຢິວ​ເປັນ​ຢ່າງ​ດີ. ຕໍ່​ຈາກນັ້ນ ໂປໂລ​ໄດ້​ເວົ້າ​ເຖິງ​ຊີວິດ​ໃນ​ອະດີດ​ຂອງ​ໂຕ​ລາວ​ເອງ​ວ່າ: “ຂ້ອຍ​ເຄີຍ​ເປັນ​ຟາຣິຊາຍ​ເຊິ່ງ​ເປັນ​ນິກາຍ​ທີ່​ເຄັ່ງ​ທີ່​ສຸດ​ໃນ​ສາສະໜາ​ຂອງ​ຊາດ​ນີ້.” (ກຈກ. 26:5) ຕອນ​ທີ່​ໂປໂລ​ເປັນ​ຟາຣິຊາຍ ລາວ​ເຊື່ອ​ໃນ​ຄຳ​ສັນຍາ​ຂອງ​ພະເຈົ້າ​ວ່າ​ເມຊີອາ​ຈະ​ມາ ແລະ​ຫຼັງ​ຈາກ​ທີ່​ໂປໂລ​ເປັນ​ຄລິດສະຕຽນ ລາວ​ກໍ​ໄດ້​ປະກາດ​ຢ່າງ​ກ້າຫານ​ວ່າ​ພະ​ເຢຊູ​ແມ່ນ​ເມຊີອາ​ທີ່​ພະເຈົ້າ​ສັນຍາ​ໄວ້. ດັ່ງນັ້ນ ໂປໂລ​ຈຶ່ງ​ອະທິບາຍ​ກັບ​ອັກກິບປາ​ວ່າ ເຫດຜົນ​ທີ່​ລາວ​ຖືກ​ພິຈາລະນາ​ຄະດີ​ໃນ​ມື້​ນີ້​ກໍ​ຍ້ອນ​ລາວ​ປະກາດ​ວ່າ​ຄຳ​ສັນຍາ​ຂອງ​ພະເຈົ້າ​ໄດ້​ເກີດຂຶ້ນ​ແທ້​ແລ້ວ ແລະ​ນີ້​ກໍ​ເປັນ​ຄຳ​ສັນຍາ​ທີ່​ຜູ້​ຕໍ່ຕ້ານ​ເຊື່ອ​ຄື​ກັນ. ຫຼັງ​ຈາກ​ຟັງ​ສິ່ງ​ທີ່​ໂປໂລ​ເວົ້າ​ແລ້ວ ອັກກິບປາ​ກໍ​ແຮ່ງ​ສົນໃຈ​ຫຼາຍ​ຂຶ້ນ​ວ່າ​ໂປໂລ​ຈະ​ເວົ້າ​ຫຍັງ​ອີກ.e

11 ຈາກນັ້ນ​ໂປໂລ​ກໍ​ອະທິບາຍ​ວ່າ​ລາວ​ເຄີຍ​ຂົ່ມເຫງ​ຄລິດສະຕຽນ​ໃນ​ອະດີດ​ແນວ​ໃດ ລາວ​ບອກ​ວ່າ: “ທີ່ຈິງ ຂ້ອຍ​ເຄີຍ​ເຊື່ອ​ໝັ້ນ​ວ່າ​ຂ້ອຍ​ຕ້ອງ​ເຮັດ​ທຸກ​ຢ່າງ​ເພື່ອ​ຕໍ່ຕ້ານ​ພະ​ເຢຊູ ຊາວ​ນາຊາເຣັດ, ຂ້ອຍ​ໃຈ​ຮ້າຍ​ຫຼາຍ ເຖິງຂັ້ນ​ນຳ​ໄປ​ຂົ່ມເຫງ​ພວກ​ເຂົາ​ໃນ​ເມືອງ​ອື່ນໆ​ທີ່​ຢູ່​ໄກໆ.” (ກຈກ. 26:9-11) ໂປໂລ​ບໍ່​ໄດ້​ເວົ້າ​ເກີນ​ຄວາມ​ເປັນ​ຈິງ ຫຼາຍ​ຄົນ​ຮູ້​ດີ​ວ່າ​ລາວ​ເຄີຍ​ຂົ່ມເຫງ​ຄລິດສະຕຽນ​ຢ່າງ​ຮຸນແຮງ. (ຄລຕ. 1:13, 23) ອັກກິບປາ​ອາດ​ສົງໄສ​ວ່າ ‘ອັນ​ໃດ​ເຮັດ​ໃຫ້​ຄົນ​ແບບ​ນີ້​ປ່ຽນ​ມາ​ເປັນ​ຄລິດສະຕຽນ?’

12, 13. (ກ) ໂປໂລ​ເວົ້າ​ເຖິງ​ການ​ປ່ຽນ​ຄວາມ​ເຊື່ອ​ຂອງ​ລາວ​ແນວ​ໃດ? (ຂ) ໂປໂລ​ໄດ້​ເຮັດ​ຄື​ກັບ​ວ່າ​ລາວ “ເຕະ​ກະຕັກ” ແນວ​ໃດ?

12 ຄຳ​ຕອບ​ຢູ່​ໃນ​ຄຳເວົ້າ​ຕໍ່​ໄປ​ຂອງ​ໂປໂລ ລາວ​ບອກ​ວ່າ: “ຕອນ​ທີ່​ຂ້ອຍ​ເດີນທາງ​ໄປ​ເມືອງ​ດາມາກັດ . . . ຕາມ​ທີ່​ໄດ້​ຮັບ​ອຳນາດ​ແລະ​ຄຳ​ສັ່ງ​ຈາກ​ພວກ​ປະໂລຫິດ​ໃຫຍ່ ຕອນ​ນັ້ນ​ເປັນ​ຕອນ​ທ່ຽງ ຂ້ອຍ​ເຫັນ​ແສງ​ສະຫວ່າງ​ເຈີດຈ້າ​ກວ່າ​ແສງ​ດວງ​ຕາເວັນ​ສ່ອງ​ມາ​ໃສ່​ຕົວ​ຂ້ອຍ​ກັບ​ຄົນ​ທີ່​ໄປ​ນຳ​ກັນ. ເມື່ອ​ພວກ​ເຮົາ​ລົ້ມ​ລົງ​ພື້ນ ຂ້ອຍ​ກໍ​ໄດ້​ຍິນ​ສຽງ​ເວົ້າ​ເປັນ​ພາສາ​ເຮັບເຣີ​ວ່າ: ‘ໂຊໂລ ໂຊໂລ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫງ​ຂ້ອຍ? ເຈົ້າ​ເຕະ​ກະຕັກ​ເຈົ້າ​ກໍ​ເຈັບ​ເອງ.’ ຂ້ອຍ​ຈຶ່ງ​ຖາມ​ວ່າ: ‘ນາຍ​ເອີຍ ທ່ານ​ແມ່ນ​ໃຜ?’ ເພິ່ນ​ຕອບ​ວ່າ: ‘ຂ້ອຍ​ແມ່ນ​ເຢຊູ​ຜູ້​ທີ່​ເຈົ້າ​ຂົ່ມເຫງ.’”f—ກຈກ. 26:12-15

13 ກ່ອນ​ທີ່​ເຫດການ​ອັດສະຈັນ​ນີ້​ຈະ​ເກີດຂຶ້ນ ສິ່ງ​ທີ່​ໂປໂລ​ເຮັດ​ເປັນ​ຄື​ກັບ​ວ່າ​ລາວ​ກຳລັງ “ເຕະ​ກະຕັກ.” ຍ້ອນຫຍັງ? ຄື​ກັບ​ສັດ​ທີ່​ເອົາ​ໄວ້​ໃຊ້​ວຽກ ຖ້າ​ສັດ​ນັ້ນ​ຂັດຂືນ ກະຕັກ​ທີ່​ແຫຼມ​ຄົມ​ກໍ​ຈະ​ເຮັດ​ໃຫ້​ມັນ​ເຈັບ​ໂຕ. ຄ້າຍ​ກັນ​ໂປໂລ​ກໍ​ໄດ້​ເຮັດ​ໃຫ້​ຄວາມ​ສຳພັນ​ຂອງ​ລາວ​ກັບ​ພະເຈົ້າ​ເສຍຫາຍ​ໂດຍ​ເຮັດ​ສິ່ງ​ທີ່​ຂັດ​ກັບ​ຄວາມ​ຕ້ອງການ​ຂອງ​ເພິ່ນ. ດັ່ງນັ້ນ ການ​ທີ່​ພະ​ເຢຊູ​ມາ​ເວົ້າ​ກັບ​ໂປໂລ​ລະຫວ່າງ​ທີ່​ເດີນທາງ​ໄປ​ເມືອງ​ດາມາກັດ​ສະແດງ​ວ່າ​ເພິ່ນ​ໄດ້​ຊ່ວຍ​ໂປໂລ​ທີ່​ເປັນ​ຄົນ​ຈິງໃຈ​ແຕ່​ຖືກ​ຊັກ​ນຳ​ໄປ​ຜິດ​ທາງ​ໃຫ້​ປ່ຽນ​ຄວາມ​ຄິດ​ຂອງ​ລາວ.—ຢຮ. 16:1, 2

14, 15. ໂປໂລ​ໄດ້​ເວົ້າ​ເຖິງ​ການ​ປ່ຽນແປງ​ໃນ​ຊີວິດ​ລາວ​ແນວ​ໃດ?

14 ໂປໂລ​ໄດ້​ປ່ຽນແປງ​ຄັ້ງ​ໃຫຍ່​ໃນ​ຊີວິດ ລາວ​ບອກ​ອັກກິບປາ​ວ່າ: “ຂ້ອຍ​ຈຶ່ງ​ເຮັດ​ຕາມ​ນິມິດ​ທີ່​ຂ້ອຍ​ໄດ້​ຮັບ​ຈາກ​ສະຫວັນ. ຂ້ອຍ​ໄປ​ປະກາດ​ກັບ​ຄົນ​ໃນ​ເມືອງ​ດາມາກັດ​ກ່ອນ ແລ້ວ​ກໍ​ປະກາດ​ກັບ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ແລະ​ຄົນ​ທົ່ວ​ແຂວງ​ຢູດາຍ ແລ້ວ​ກໍ​ຄົນ​ຕ່າງ​ຊາດ​ນຳ​ອີກ. ຂ້ອຍ​ບອກ​ໃຫ້​ພວກ​ເຂົາ​ກັບໃຈ​ແລະ​ມາ​ຫາ​ພະເຈົ້າ​ໂດຍ​ເຮັດ​ສິ່ງ​ທີ່​ສະແດງ​ວ່າ​ພວກ​ເຂົາ​ກັບໃຈ​ແທ້ໆ.” (ກຈກ. 26:19, 20) ເປັນ​ເວລາ​ຫຼາຍ​ປີ​ທີ່​ໂປໂລ​ໄດ້​ເຮັດ​ວຽກ​ມອບໝາຍ​ທີ່​ພະ​ເຢຊູ​ໃຫ້​ລາວ​ຕອນ​ທີ່​ເພິ່ນ​ມາ​ເວົ້າ​ກັບ​ລາວ​ລະຫວ່າງ​ທີ່​ເດີນທາງ​ໄປ​ເມືອງ​ດາມາກັດ. ແລ້ວ​ຜົນ​ເປັນ​ແນວ​ໃດ? ຫຼາຍ​ຄົນ​ໄດ້​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ​ຫຼັງ​ຈາກ​ທີ່​ໄດ້​ຟັງ​ໂປໂລ​ປະກາດ. ເຂົາເຈົ້າ​ກັບໃຈ​ໂດຍ​ເຊົາ​ເຮັດ​ສິ່ງ​ທີ່​ບໍ່​ດີ ເຊົາ​ເຮັດ​ຜິດ​ສິນລະທຳ ແລະ​ປ່ຽນ​ມາ​ເຮັດ​ສິ່ງ​ທີ່​ພະເຈົ້າ​ຕ້ອງການ. ຄົນ​ເຫຼົ່າ​ນັ້ນ​ກາຍ​ເປັນ​ພົນລະເມືອງ​ດີ ເຊື່ອຟັງ​ກົດໝາຍ ຢູ່​ຢ່າງ​ສະຫງົບ​ແລະ​ເປັນ​ລະບຽບ​ຮຽບຮ້ອຍ.

15 ເຖິງ​ຫຼາຍ​ຄົນ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ສິ່ງ​ທີ່​ໂປໂລ​ປະກາດ ແຕ່​ພວກ​ຜູ້​ຕໍ່ຕ້ານ​ກໍ​ບໍ່​ສົນໃຈ. ໂປໂລ​ບອກ​ວ່າ: “ຍ້ອນ​ເຫດຜົນ​ນີ້​ແຫຼະ ພວກ​ຢິວ​ຈຶ່ງ​ຈັບ​ຂ້ອຍ​ໃນ​ວິຫານ​ແລະ​ພະຍາຍາມ​ຂ້າ​ຂ້ອຍ. ແຕ່​ພະເຈົ້າ​ຊ່ວຍ​ຂ້ອຍ​ໄວ້ ຂ້ອຍ​ຈຶ່ງ​ໄດ້​ປະກາດ​ໃຫ້​ທັງ​ຄົນ​ທຳມະດາ​ແລະ​ຄົນ​ທີ່​ມີ​ອຳນາດ​ຟັງ​ຈົນ​ຮອດ​ມື້​ນີ້.”—ກຈກ. 26:21, 22

16. ເຮົາ​ຈະ​ຮຽນ​ແບບ​ໂປໂລ​ແນວ​ໃດ​ເມື່ອ​ຕ້ອງ​ເວົ້າ​ເລື່ອງ​ຄວາມ​ເຊື່ອ​ຂອງ​ເຮົາ​ຕໍ່​ໜ້າ​ຜູ້​ພິພາກສາ​ແລະ​ເຈົ້າ​ໜ້າທີ່​ບ້ານ​ເມືອງ?

16 ເຮົາ​ທີ່​ເປັນ​ຄລິດສະຕຽນ​ແທ້​ຕ້ອງ “ພ້ອມ​ຢູ່​ສະເໝີ​ທີ່​ຈະ​ອະທິບາຍ” ຄວາມ​ເຊື່ອ​ຂອງ​ເຮົາ. (1ປຕ. 3:15) ເມື່ອ​ເຮົາ​ຕ້ອງ​ເວົ້າ​ເລື່ອງ​ຄວາມ​ເຊື່ອ​ຕໍ່​ໜ້າ​ຜູ້​ພິພາກສາ​ຫຼື​ເຈົ້າ​ໜ້າທີ່​ບ້ານ​ເມືອງ ເຮົາ​ສາມາດ​ຮຽນ​ແບບ​ວິທີ​ທີ່​ໂປໂລ​ເວົ້າ​ກັບ​ອັກກິບປາ​ແລະ​ເຟຊະໂຕ. ເຮົາ​ຈະ​ເວົ້າ​ກັບ​ເຂົາເຈົ້າ​ດ້ວຍ​ຄວາມ​ນັບຖື​ໂດຍ​ບອກ​ວ່າ ຄຳພີ​ໄບເບິນ​ໄດ້​ຊ່ວຍ​ໃຫ້​ຊີວິດ​ເຮົາ​ແລະ​ຄົນ​ອື່ນ​ດີ​ຂຶ້ນ​ແນວ​ໃດ. ການ​ເວົ້າ​ແບບ​ນີ້​ອາດ​ເຮັດ​ໃຫ້​ເຂົາເຈົ້າ​ປະທັບໃຈ​ໄດ້.

“ເຈົ້າ​ຈະ​ໂນ້ມນ້າວ​ຂ້ອຍ​ໃຫ້​ເຂົ້າ​ມາ​ເປັນ​ຄລິດສະຕຽນ” (ກິດຈະການ 26:24-32)

17. ເຟຊະໂຕ​ໄດ້​ເຮັດ​ຫຍັງ​ຕອນ​ທີ່​ໂປໂລ​ກຳລັງ​ເວົ້າ ແລະ​ຄົນ​ໃນ​ທຸກ​ມື້​ນີ້​ມີ​ຄວາມ​ຄິດ​ຄ້າຍ​ກັບ​ເຟຊະໂຕ​ແນວ​ໃດ?

17 ຕອນ​ທີ່​ຟັງ​ໂປໂລ​ອະທິບາຍ​ຄວາມ​ເຊື່ອ​ແບບ​ທີ່​ໂນ້ມນ້າວ​ໃຈ ເຟຊະໂຕ​ກັບ​ອັກກິບປາ​ກໍ​ຢູ່​ຊື່ໆ​ຕໍ່​ໄປ​ບໍ່​ໄດ້. ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ເກີດຂຶ້ນ​ຕໍ່​ຈາກນັ້ນ ຄຳພີ​ໄບເບິນ​ບອກ​ວ່າ: “ຕອນ​ທີ່​ໂປໂລ​ກຳລັງ​ເວົ້າ​ແກ້​ຄະດີ​ຢູ່ ເຟຊະໂຕ​ກໍ​ເວົ້າ​ສຽງ​ດັງ​ວ່າ: ‘ໂປໂລ ເຈົ້າ​ເປັນ​ບ້າ​ແລ້ວ​ຫວາ! ເຈົ້າ​ຮຽນ​ຫຼາຍ​ຈົນ​ເສຍ​ເສັ້ນ​ແລ້ວ!’” (ກຈກ. 26:24) ການ​ທີ່​ເຟຊະໂຕ​ເວົ້າ​ອອກ​ມາ​ແບບ​ນີ້​ເຮັດ​ໃຫ້​ເຫັນ​ວ່າ ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ເບິ່ງ​ວ່າ​ຄົນ​ທີ່​ສອນ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ເປັນ​ຄົນ​ທີ່​ບ້າ​ສາສະໜາ ແລະ​ຫຼາຍ​ເທື່ອ ຄົນ​ທີ່​ຮຽນ​ສູງໆ​ກໍ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ຍອມຮັບ​ຄຳສອນ​ຂອງ​ຄຳພີ​ໄບເບິນ​ໃນ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ.

18. ໂປໂລ​ຕອບ​ເຟຊະໂຕ​ແນວ​ໃດ ແລະ​ນີ້​ໄດ້​ເຮັດ​ໃຫ້​ອັກກິບປາ​ເວົ້າ​ຫຍັງ?

18 ແຕ່​ໂປໂລ​ໄດ້​ຕອບ​ເຈົ້າແຂວງ​ວ່າ: “ທ່ານ​ເຟຊະໂຕ​ທີ່​ນັບຖື ຂ້ອຍ​ບໍ່​ໄດ້​ເປັນ​ບ້າ. ຂ້ອຍ​ເວົ້າ​ຄວາມ​ຈິງ​ແລະ​ຍັງ​ມີ​ສະຕິ​ດີ​ຢູ່. ທີ່ຈິງ ກະສັດ​ອັກກິບປາ​ຮູ້​ເລື່ອງ​ທີ່​ຂ້ອຍ​ເວົ້າ​ເປັນ​ຢ່າງ​ດີ ແລະ​ຂ້ອຍ​ກໍ​ເວົ້າ​ກັບ​ກະສັດ​ແບບ​ກົງ​ໄປ​ກົງ​ມາ . . . ກະສັດ​ອັກກິບປາ ທ່ານ​ເຊື່ອ​ພວກ​ຜູ້​ພະຍາກອນ​ບໍ? ຂ້ອຍ​ຮູ້​ວ່າ​ທ່ານ​ເຊື່ອ.” ກະສັດ​ອັກກິບປາ​ຕອບ​ໂປໂລ​ວ່າ: “ຖ້າ​ຂ້ອຍ​ຟັງ​ເຈົ້າ​ເວົ້າ​ຕໍ່​ອີກ​ໜ້ອຍ​ໜຶ່ງ ເຈົ້າ​ຈະ​ໂນ້ມນ້າວ​ຂ້ອຍ​ໃຫ້​ເຂົ້າ​ມາ​ເປັນ​ຄລິດສະຕຽນ.” (ກຈກ. 26:25-28) ເຖິງ​ເຮົາ​ຈະ​ບໍ່​ຮູ້​ວ່າ​ອັກກິບປາ​ຄິດ​ແບບ​ທີ່​ລາວ​ເວົ້າ​ແທ້ໆ​ບໍ ແຕ່​ຢ່າງ​ໜ້ອຍ​ຄຳເວົ້າ​ຂອງ​ລາວ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ຄິດ​ຢ່າງ​ຈິງ​ຈັງ​ກ່ຽວກັບ​ສິ່ງ​ທີ່​ໂປໂລ​ເວົ້າ.

19. ເຟຊະໂຕ​ກັບ​ອັກກິບປາ​ໄດ້​ຕັດສິນ​ຄະດີ​ຂອງ​ໂປໂລ​ແນວ​ໃດ?

19 ຈາກນັ້ນ​ອັກກິບປາ​ແລະ​ເຟຊະໂຕ​ກໍ​ລຸກ​ຂຶ້ນ ເຊິ່ງ​ເປັນ​ສັນຍານ​ທີ່​ໃຫ້​ຜູ້​ຟັງ​ຮູ້​ວ່າ​ການ​ພິຈາລະນາ​ຄະດີ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ. “ຕອນ​ທີ່​ອອກ​ໄປ ພວກ​ເຂົາ​ພາກັນ​ເວົ້າ​ວ່າ: ‘ຜູ້​ນີ້​ບໍ່​ໄດ້​ເຮັດ​ຫຍັງ​ທີ່​ສົມຄວນ​ຕາຍ​ຫຼື​ຖືກ​ຂັງ​ຄຸກ.’ ແລ້ວ​ກະສັດ​ອັກກິບປາ​ກໍ​ເວົ້າ​ກັບ​ເຟຊະໂຕ​ວ່າ: ‘ຖ້າ​ຜູ້​ນີ້​ບໍ່​ໄດ້​ອຸທອນ​ຕໍ່​ເຊຊາ ກໍ​ຄວນ​ປ່ອຍ​ຕົວ​ລາວ​ໄປ​ໄດ້.’” (ກຈກ. 26:31, 32) ຄົນ​ເຫຼົ່າ​ນີ້​ຮູ້​ວ່າ​ໂປໂລ​ບໍ່​ມີ​ຄວາມ​ຜິດ. ບາງ​ທີ​ເຂົາເຈົ້າ​ອາດຈະ​ເບິ່ງ​ຄລິດສະຕຽນ​ໃນ​ແງ່​ດີ​ຫຼາຍ​ຂຶ້ນ.

20. ການ​ທີ່​ໂປໂລ​ໄດ້​ປະກາດ​ກັບ​ພວກ​ເຈົ້າ​ໜ້າທີ່​ລະດັບ​ສູງ​ສົ່ງ​ຜົນ​ດີ​ແນວ​ໃດ?

20 ເບິ່ງ​ຄື​ວ່າ​ເຟຊະໂຕ​ກັບ​ອັກກິບປາ​ບໍ່​ໄດ້​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ຫຼັງ​ຈາກ​ທີ່​ໂປໂລ​ປະກາດ​ໃຫ້​ເຂົາເຈົ້າ​ຟັງ. ຄັນຊັ້ນ​ທີ່​ໂປໂລ​ເວົ້າ​ກັບ​ເຂົາເຈົ້າ​ມີ​ປະໂຫຍດ​ຫຍັງ​ບໍ? ມີ​ແທ້. ການ​ທີ່​ໂປໂລ “ຖືກ​ພາ​ຕົວ​ໄປ​ຢູ່​ຕໍ່​ໜ້າ​ກະສັດ​ແລະ​ເຈົ້າແຂວງ” ໃນ​ແຂວງ​ຢູດາຍ​ເຮັດ​ໃຫ້​ລາວ​ມີ​ໂອກາດ​ທີ່​ຈະ​ປະກາດ​ຄວາມ​ຈິງ​ກັບ​ພວກ​ເຈົ້າ​ໜ້າທີ່​ລະດັບ​ສູງ​ຂອງ​ໂຣມ​ເຊິ່ງ​ອາດ​ບໍ່​ມີ​ໃຜ​ເຂົ້າ​ເຖິງ​ໄດ້. (ລກ. 21:12, 13) ນອກ​ຈາກນັ້ນ ປະສົບການ​ແລະ​ຄວາມ​ສັດຊື່​ຂອງ​ໂປໂລ​ຕອນ​ທີ່​ເຈິ​ຄວາມ​ຍາກ​ລຳບາກ​ຍັງ​ເຮັດ​ໃຫ້​ພີ່ນ້ອງ​ຄລິດສະຕຽນ​ໄດ້​ຮັບ​ກຳລັງ​ໃຈ​ແທ້ໆ.—ຟລປ. 1:12-14

21. ຖ້າ​ເຮົາ​ອົດທົນ​ປະກາດ​ຕໍ່​ໄປ​ອາດ​ເຮັດ​ໃຫ້​ມີ​ສິ່ງ​ດີໆ​ຫຍັງ​ແດ່​ເກີດ​ຂຶ້ນ?

21 ໃນ​ທຸກ​ມື້​ນີ້​ກໍ​ຄື​ກັນ ຖ້າ​ເຮົາ​ອົດທົນ​ປະກາດ​ຕໍ່ໆ​ໄປ​ທັງໆ​ທີ່​ມີ​ການ​ຕໍ່ຕ້ານ​ແລະ​ຄວາມ​ຍາກ​ລຳບາກ ກໍ​ອາດຈະ​ເຮັດ​ໃຫ້​ມີ​ສິ່ງ​ດີໆ​ຫຼາຍ​ຢ່າງ​ເກີດຂຶ້ນ. ເຮົາ​ອາດ​ມີ​ໂອກາດ​ໄດ້​ປະກາດ​ກັບ​ເຈົ້າ​ໜ້າທີ່​ທີ່​ປົກກະຕິ​ເຂົ້າ​ເຖິງ​ໄດ້​ຍາກ. ການ​ທີ່​ເຮົາ​ອົດທົນ​ຢ່າງ​ສັດຊື່​ອາດ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ຄລິດສະຕຽນ​ຫຼາຍ​ຄົນ ແລະ​ຊ່ວຍ​ເຂົາເຈົ້າ​ໃຫ້​ກ້າຫານ​ທີ່​ຈະ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ຢ່າງ​ລະອຽດ​ຖີ່​ຖ້ວນ.

ໂປກີໂອເຟຊະໂຕ​ເຈົ້າແຂວງ​ຄົນ​ໂຣມ

ເລື່ອງ​ຂອງ​ໂປກີໂອເຟຊະໂຕ​ຈາກ​ຄົນ​ທີ່​ຢູ່​ໃນ​ເຫດການ​ມີ​ຢູ່​ສະເພາະ​ແຕ່​ໃນ​ປຶ້ມ​ກິດຈະການ​ຂອງ​ອັກຄະສາວົກ​ແລະ​ໃນ​ຜົນ​ງານ​ຂຽນ​ຂອງ​ຟລາວິອຸດ ໂຢເຊຟຸດ​ເທົ່າ​ນັ້ນ. ເຟຊະໂຕ​ສືບ​ຕຳແໜ່ງ​ເຈົ້າແຂວງ​ແຂວງ​ຢູດາຍ​ຕໍ່​ຈາກ​ເຟລິກ​ປະມານ​ປີ 58 ແລະ​ເບິ່ງ​ຄື​ວ່າ​ລາວ​ເສຍ​ຊີວິດ​ຫຼັງ​ຈາກ​ທີ່​ລາວ​ປົກຄອງ​ໄດ້​ພຽງ​ແຕ່​ສອງ​ສາມ​ປີ.

ໂປກີໂອເຟຊະໂຕ.

ສ່ວນ​ໃຫຍ່​ແລ້ວ ເບິ່ງ​ຄື​ວ່າ​ເຟຊະໂຕ​ເປັນ​ເຈົ້າແຂວງ​ທີ່​ສະຫຼາດ​ສຸຂຸມ​ແລະ​ມີ​ຄວາມ​ສາມາດ ເຊິ່ງ​ຕ່າງ​ຈາກ​ເຟລິກ​ທີ່​ປົກຄອງ​ກ່ອນ​ໜ້າ​ນັ້ນ​ລວມ​ທັງ​ອາບີນຸດ​ທີ່​ສືບ​ຕຳແໜ່ງ​ຕໍ່​ຈາກ​ລາວ. ໄລຍະ​ທີ່​ເຟຊະໂຕ​ເລີ່ມ​ປົກຄອງ ໃນ​ຢູດາຍ​ກໍ​ມີ​ໂຈນ​ດັກ​ຊຸ້ມ​ຫຼາຍ. ຕາມ​ທີ່​ໂຢເຊຟຸດ​ບອກ​ໄວ້ “ເຟຊະໂຕ . . . ມີ​ເປົ້າໝາຍ​ທີ່​ຈະ​ປາບ​ປາມ​ຄົນ​ທີ່​ເຮັດ​ໃຫ້​ບ້ານ​ເມືອງ​ບໍ່​ສະຫງົບ ແລະ​ສັງຫານ​ໄປ​ຫຼາຍ​ຄົນ​ເລີຍ.” ລະຫວ່າງ​ທີ່​ລາວ​ເປັນ​ເຈົ້າແຂວງ ພວກ​ຢິວ​ໄດ້​ສ້າງ​ກຳແພງ​ກັ້ນ​ເພື່ອ​ບໍ່​ໃຫ້​ກະສັດ​ອັກກິບປາ​ສັງເກດ​ເຫັນ​ສິ່ງ​ທີ່​ເກີດຂຶ້ນ​ໃນ​ບໍລິເວນ​ວິຫານ. ທຳອິດ​ເຟຊະໂຕ​ສັ່ງ​ໃຫ້​ເຂົາ​ເຈົ້າ​ຮື້​ກຳແພງ​ລົງ. ແຕ່​ເມື່ອ​ພວກ​ຢິວ​ຮ້ອງ​ຂໍ ຕໍ່​ມາ​ເຟຊະໂຕ​ກໍ​ໄດ້​ອະນຸຍາດ​ໃຫ້​ເຂົາເຈົ້າ​ສະເໜີ​ເລື່ອງ​ນັ້ນ​ຕໍ່​ເນໂຣ​ຈັກກະພັດ​ໂຣມ.

ເບິ່ງ​ຄື​ວ່າ​ເຟຊະໂຕ​ໄດ້​ຢືນຢັດ​ຕໍ່ຕ້ານ​ອາຊະຍາກອນ​ແລະ​ພວກ​ທີ່​ກໍ່​ຄວາມ​ບໍ່​ສະຫງົບ. ແຕ່​ເນື່ອງ​ຈາກ​ລາວ​ຢາກ​ຮັກສາ​ຄວາມ​ສຳພັນ​ທີ່​ດີ​ກັບ​ພວກ​ຢິວ ລາວ​ຈຶ່ງ​ເຮັດ​ບາງ​ສິ່ງ​ທີ່​ບໍ່​ຍຸຕິທຳ ຢ່າງ​ໜ້ອຍ​ກໍ​ຄື​ຕອນ​ທີ່​ລາວ​ເຮັດ​ຕໍ່​ອັກຄະສາວົກ​ໂປໂລ.

ກະສັດ​ເຮໂຣດ​ອັກກິບປາ​ທີ 2

ອັກກິບປາ​ທີ່​ເວົ້າ​ເຖິງ​ໃນ​ກິດຈະການ​ບົດ 25 ແມ່ນ​ກະສັດ​ເຮໂຣດ​ອັກກິບປາ​ທີ 2. ລາວ​ເປັນ​ເຫຼນ​ຂອງ​ເຮໂຣດ​ມະຫາລາດ ແລະ​ເປັນ​ລູກ​ຂອງ​ເຮໂຣດ​ທີ່​ໄດ້​ທຳຮ້າຍ​ປະຊາຄົມ​ໃນ​ເຢຣູຊາເລັມ 14 ປີ​ກ່ອນ​ໜ້າ​ນັ້ນ. (ກຈກ. 12:1) ອັກກິບປາ​ເປັນ​ກະສັດ​ອົງ​ສຸດທ້າຍ​ໃນ​ລາຊະວົງ​ຂອງ​ເຮໂຣດ.

ກະສັດ​ອັກກິບປາ​ທີ 2.

ຕອນ​ທີ່​ພໍ່​ຂອງ​ອັກກິບປາ​ເສຍ​ຊີວິດ​ໃນ​ປີ 44 ອັກກິບປາ​ອາຍຸ​ໄດ້ 17 ປີ. ລາວ​ຢູ່​ໃນ​ໂຣມ ແລະ​ກຳລັງ​ຮຽນ​ຢູ່​ໃນ​ວັງ​ຂອງ​ກະລາວດີໂອ​ຈັກກະພັດ​ໂຣມ. ພວກ​ທີ່​ປຶກສາ​ຂອງ​ຈັກກະພັດ​ຖື​ວ່າ​ອັກກິບປາ​ຍັງ​ນ້ອຍ​ເກີນ​ໄປ​ທີ່​ຈະ​ສືບ​ທອດ​ການ​ປົກຄອງ​ຂອງ​ພໍ່. ດັ່ງນັ້ນ ຈຶ່ງ​ມີ​ການ​ຕັ້ງ​ເຈົ້າແຂວງ​ຄົນ​ໂຣມ​ຂຶ້ນ​ມາ​ແທນ. ແຕ່​ເຖິງ​ຈະ​ເປັນ​ແບບ​ນັ້ນ ຟລາວິອຸດ ໂຢເຊຟຸດ​ກໍ​ບອກ​ວ່າ ຕອນ​ທີ່​ອັກກິບປາ​ຍັງ​ຢູ່​ໃນ​ໂຣມ ລາວ​ໄດ້​ມາ​ຊ່ວຍ​ພວກ​ຢິວ​ແລະ​ເຮັດ​ໜ້າທີ່​ເປັນ​ຕົວແທນ​ເພື່ອ​ຮັກສາ​ຜົນ​ປະໂຫຍດ​ຂອງ​ເຂົາເຈົ້າ.

ປະມານ​ປີ 50 ກະລາວດີໂອ​ໄດ້​ຕັ້ງ​ອັກກິບປາ​ເປັນ​ກະສັດ​ປົກຄອງ​ແຂວງ​ຄາ​ຊິດ ແລະ​ໃນ​ປີ 53 ກໍ​ປົກຄອງ​ແຂວງ​ອູຕູຣາຍ ທາໂຄນິດ​ແລະ​ອາບີເລັນ. ນອກ​ຈາກນັ້ນ ອັກກິບປາ​ຍັງ​ຖືກ​ມອບໝາຍ​ໃຫ້​ເບິ່ງແຍງ​ວິຫານ​ໃນ​ເມືອງ​ເຢຣູຊາເລັມ. ລາວ​ມີ​ອຳນາດ​ທີ່​ຈະ​ແຕ່ງຕັ້ງ​ມະຫາ​ປະໂລຫິດ​ຄົນ​ຢິວ​ນຳ. ເນໂຣ​ຜູ້​ສືບ​ຕຳແໜ່ງ​ຕໍ່​ຈາກ​ກະລາວດີໂອ​ໄດ້​ຂະຫຍາຍ​ອຳນາດ​ການ​ປົກຄອງ​ຂອງ​ອັກກິບປາ​ໄປ​ຮອດ​ບາງ​ສ່ວນ​ຂອງ​ແຂວງ​ຄາລີເລ​ແລະ​ແຂວງ​ພີເຣຍ. ຕອນ​ທີ່​ພົບ​ກັບ​ໂປໂລ ອັກກິບປາ​ຢູ່​ໃນ​ເມືອງ​ກາຍຊາເຣຍ​ກັບ​ເບນີເກ​ນ້ອງ​ສາວ​ຂອງ​ລາວ​ເຊິ່ງ​ໄດ້​ຖິ້ມ​ຜົວ​ທີ່​ເປັນ​ກະສັດ​ໃນ​ແຂວງ​ກີລີເກຍ.—ກຈກ. 25:13

ໃນ​ປີ 66 ເມື່ອ​ອັກກິບປາ​ບໍ່​ສາມາດ​ຢັບຢັ້ງ​ການ​ກະບົດ​ຂອງ​ພວກ​ຢິວ​ຕໍ່​ໂຣມ​ໄດ້ ໂຕ​ລາວ​ເອງ​ກໍ​ຕົກ​ເປັນ​ເປົ້າໝາຍ​ຂອງ​ພວກ​ກະບົດ. ລາວ​ບໍ່​ມີ​ທາງ​ເລືອກ​ອື່ນ​ນອກ​ຈາກ​ເຂົ້າ​ຮ່ວມ​ກັບ​ພວກ​ໂຣມ. ຫຼັງ​ຈາກ​ທີ່​ປາບ​ກະບົດ​ຄົນ​ຢິວ​ແລ້ວ ເວດສ໌ປາຊຽນ​ຈັກກະພັດ​ອົງ​ໃໝ່​ໄດ້​ໃຫ້​ລາງວັນ​ອັກກິບປາ​ໂດຍ​ໃຫ້​ລາວ​ປົກຄອງ​ໃນ​ເຂດ​ແດນ​ຕ່າງໆ​ຫຼາຍ​ຂຶ້ນ.

a ເບິ່ງ​ຂອບ “ໂປກີໂອເຟຊະໂຕ​ເຈົ້າແຂວງ​ຄົນ​ໂຣມ”

b “ບັນລັງ​ພິພາກສາ” ແມ່ນ​ເວທີ​ທີ່​ຍົກ​ສູງ​ແລະ​ໃຫ້​ຜູ້​ພິພາກສາ​ນັ່ງ. ການ​ຕັ້ງ​ຢູ່​ໃນ​ບ່ອນ​ສູງ​ແບບ​ນີ້​ເຮັດ​ໃຫ້​ຜູ້​ຄົນ​ຮູ້ສຶກ​ວ່າ ຄຳ​ຕັດສິນ​ຂອງ​ຜູ້​ພິພາກສາ​ຖື​ວ່າ​ເດັດຂາດ​ແລະ​ປ່ຽນແປງ​ບໍ່​ໄດ້. ປີລາດ​ກໍ​ນັ່ງ​ເທິງ​ບັນລັງ​ພິພາກສາ​ຕອນ​ທີ່​ລາວ​ພິຈາລະນາ​ຂໍ້​ກ່າວຫາ​ຂອງ​ພະ​ເຢຊູ.

c ເບິ່ງ​ຂອບ “ການ​ອຸທອນ​ເພື່ອ​ປະໂຫຍດ​ຂອງ​ການ​ນະມັດສະການ​ແທ້​ໃນ​ປັດຈຸບັນ”

d ເບິ່ງ​ຂອບ “ກະສັດ​ເຮໂຣດ​ອັກກິບປາ​ທີ 2”

e ໂປໂລ​ເປັນ​ຄລິດສະຕຽນ​ແລະ​ລາວ​ຍອມຮັບ​ວ່າ​ພະ​ເຢຊູ​ເປັນ​ເມຊີອາ. ສ່ວນ​ພວກ​ຢິວ​ທີ່​ບໍ່​ຍອມຮັບ​ພະ​ເຢຊູ​ເບິ່ງ​ໂປໂລ​ວ່າ​ເປັນ​ຜູ້​ທໍລະຍົດ​ພະເຈົ້າ.—ກຈກ. 21:21, 27, 28

f ຈາກ​ຄຳເວົ້າ​ຂອງ​ໂປໂລ​ທີ່​ວ່າ ລາວ​ເດີນທາງ​ໃນ “ຕອນ​ທ່ຽງ” ຜູ້​ຊ່ຽວຊານ​ດ້ານ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ໃຫ້​ຂໍ້​ສັງເກດ​ວ່າ: “ປົກກະຕິ​ແລ້ວ​ນັກ​ເດີນທາງ​ຈະ​ຢຸດ​ພັກ​ໃນ​ຕອນ​ທ່ຽງ​ຂອງ​ມື້​ທີ່​ອາກາດ​ຮ້ອນ​ຍົກເວັ້ນ​ແຕ່​ວ່າ​ລາວ​ຈະ​ຟ້າວ​ແທ້ໆ. ດັ່ງນັ້ນ ເຮົາ​ເລີຍ​ເຫັນ​ວ່າ​ໂປໂລ​ມີ​ຄວາມ​ມຸ່ງ​ໝັ້ນ​ຫຼາຍ​ທີ່​ຈະ​ໄປ​ຂົ່ມເຫງ​ຄລິດສະຕຽນ.”

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌