ເພງທີ 150
ຈົ່ງຊອກຫາພະເຈົ້າເພື່ອເຈົ້າຈະລອດ
1. ຫຼາຍຊາດໄດ້ລວມຕົວກັນ ຕໍ່ສູ້ລູກຊາຍເຢໂຫວາ
ເວລາການປົກຄອງຂອງພວກເຂົາ ໃກ້ຈະເຖິງວັນອະວະສານ
ເຫຼືອເວລາອີກບໍ່ດົນ ພະເຈົ້າຕັ້ງການປົກຄອງແລ້ວ
ເວລາພະຄລິດຈະທຳລາຍສັດຕູ ຈະເກີດຂຶ້ນອີກໃນບໍ່ຊ້າ
(ທ່ອນຊ້ຳ)
ຊອກຫາພະເຈົ້າ ເພື່ອເຈົ້າຈະລອດ
ຄອຍຖ້າພະອົງ ດ້ວຍຄວາມໝັ້ນໃຈ
ຊອກຫາຄວາມ ຊອບທຳ
ຈົ່ງເປັນຄົນສັດຊື່
ເພິ່ງອຳນາດ ພະອົງ ຢ່າຫວັ່ນໄຫວ
ພະເຈົ້າຈະຊ່ວຍ ພວກເຮົາໃຫ້ລອດ
ໂດຍລິດເດດພະອົງ
2. ທຸກຄົນຕ້ອງເລືອກຕອນນີ້ ວ່າຈະຍອມຮັບເອົາຂ່າວດີ
ທີ່ເຮົາໄດ້ບອກໃຫ້ພວກເຂົາຟັງ ຫຼືຍັງຈະອວດຍິ່ງທະນົງ
ການທົດລອງນັ້ນຮຸນແຮງ ຢ່າປ່ອຍໃຫ້ໃຈເຮົາຫວັ່ນໄຫວ
ເຢໂຫວາເບິ່ງແຍງຄົນທີ່ພັກດີ ພະອົງຈະຟັງເຮົາຮ້ອງຂໍ
(ທ່ອນຊ້ຳ)
ຊອກຫາພະເຈົ້າ ເພື່ອເຈົ້າຈະລອດ
ຄອຍຖ້າພະອົງ ດ້ວຍຄວາມໝັ້ນໃຈ
ຊອກຫາຄວາມ ຊອບທຳ
ຈົ່ງເປັນຄົນສັດຊື່
ເພິ່ງອຳນາດ ພະອົງ ຢ່າຫວັ່ນໄຫວ
ພະເຈົ້າຈະຊ່ວຍ ພວກເຮົາໃຫ້ລອດ
ໂດຍລິດເດດພະອົງ
(ເບິ່ງຕື່ມ 1 ຊາມ. 2:9; ເພງ. 2:2, 3, 9; ສຸພາ. 2:8; ມັດ. 6:33)