ເພງທີ 17
“ເຮົາຢາກຊ່ວຍ”
(ລືກາ 5:13, ລ.ມ.)
- 1. ຜູ້ເມດຕາອົດທົນຮັກສົມບູນ - ຄືພະຄລິດຜູ້ທີ່ໄດ້ລົງມາ - ທ່ານຊ່ວຍເຮົາໂດຍສອນສັ່ງແລະໂດຍການກະທຳ - ໃຫ້ເວລາແລະຄວາມຮັກກັບເຮົາ - ປິ່ນປົວຄົນປ່ວຍຫູໜວກຕາບອດ - ແລະປອບໂຍນຄົນຜູ້ທີ່ທຸກໃຈ - ເປັນຜູ້ທີ່ສັດຊື່ຕໍ່ວຽກທີ່ມອບໝາຍ - ເຕັມໃຈທີ່ຈະເວົ້າ “ເຮົາຢາກຊ່ວຍ” 
- 2. ເຮົາຕິດຕາມຕົວຢ່າງຂອງພະອົງ - ໃນການປະພຶດຂອງເຮົາທຸກວັນ - ໂດຍມີຮັກແລະເມດຕາຕໍ່ຜູ້ທີ່ໄດ້ພົບ - ຊ່ວຍເຂົາໃຫ້ຮຽນຮູ້ແລະເຊື່ອຟັງ - ເຮົາສົນໃຈພີ່ນ້ອງທີ່ລຳບາກ - ສະແດງຄວາມຮັກດ້ວຍການກະທຳ - ລູກກຳພ້າຫຼືແມ່ໝ້າຍຕ້ອງການໃຫ້ຊ່ວຍ - ບໍ່ຊ້າທີ່ຈະເວົ້າ “ຂ້ອຍຢາກຊ່ວຍ” 
(ເບິ່ງຕື່ມ ໂຢ. 18:37; ເອເຟ. 3:19; ຟີລິບ 2:7)