ເພງທີ 149
ເພງສະຫຼອງໄຊຊະນະ
1. ເຊີດຊູເຢໂຫວາ ດ້ວຍຮ້ອງເພງສັນເສີນຊື່ທີ່ຍິ່ງໃຫຍ່
ເອຢິບທີ່ຍິ່ງທະນົງ ພະອົງຖິ້ມໄປໃນທະເລ
ສັນເສີນເຢໂຫວາ ຜູ້ທີ່ມີອຳນາດເໜືອກວ່າຜູ້ໃດ
ຊື່ພະເຈົ້າເຢໂຫວາ ຈະໄດ້ໄຊຊະນະແນ່ນອນ
(ທ່ອນຊ້ຳ)
ພະເຢໂຫວາ ຜູ້ໃຫຍ່ຍິ່ງສູງສຸດ
ເປັນພະເຈົ້າຜູ້ໝັ້ນຄົງຢູ່ຕະຫຼອດການ
ອີກບໍ່ນານພະອົງຈະດັບສູນສັດຕູ
ນາມບໍລິສຸດໄດ້ການເຊີດຊູ
2. ຕອນນີ້ຊາດທັງປວງ ຂັດຂືນການປົກຄອງຂອງເຢໂຫວາ
ເຖິງຈະເໜືອກວ່າຟາໂລ ແຕ່ຈະຕ້ອງອັບອາຍເຊັ່ນກັນ
ວັນໃຫຍ່ໃກ້ເຂົ້າມາ ເຂົາຈະໜີບໍ່ພົ້ນອະມາເຄໂດນ
ທຸກຄົນຈະໄດ້ຮູ້ວ່າ ເຢໂຫວາຄືພະເຈົ້າແທ້
(ທ່ອນຊ້ຳ)
ພະເຢໂຫວາ ຜູ້ໃຫຍ່ຍິ່ງສູງສຸດ
ເປັນພະເຈົ້າຜູ້ໝັ້ນຄົງຢູ່ຕະຫຼອດການ
ອີກບໍ່ນານພະອົງຈະດັບສູນສັດຕູ
ນາມບໍລິສຸດໄດ້ການເຊີດຊູ
(ເບິ່ງຕື່ມ ເພງ. 2:2, 9; 92:8; ມລກີ. 3:6; ຄຳປ. 16:16)