ເພງທີ 132
ເຮົາສອງຄົນກາຍເປັນຄົນດຽວກັນ
- 1. ນີ້ເປັນເນື້ອໜັງ ແຫ່ງຊີວິດຂ້ອຍ - ເຈົ້າເຮັດໃຫ້ຂ້ອຍ ບໍ່ຕ້ອງຢູ່ຄົນດຽວ - ພະເຈົ້າໄດ້ໃຫ້ເຮົາມາຄູ່ກັນ - ໄດ້ເປັນເນື້ອໜັງດຽວກັນ - ເມື່ອເຮົາທັງສອງ ເປັນໜຶ່ງດຽວກັນ - ເຮົາຈະແບ່ງປັນ ສິ່ງດີໃຫ້ແກ່ກັນ - ເມື່ອຊາຍແລະຍິງໄດ້ຢູ່ຮ່ວມກັນ - ໄດ້ກາຍມາເປັນຄອບຄົວ - ທຸກທຸກວັນ ເຮົາຈະຮັບໃຊ້ພະເຈົ້າ - ໃຫ້ພະອົງຊີ້ນຳ - ເພື່ອເຮົາຈະຮັກກັນເລື້ອຍໄປ - ເຮົາຈະເຮັດຕາມທີ່ໄດ້ສາບານ - ເພື່ອເຮົາທັງສອງຈະສຸກໃຈຍິນດີ - ຮ່ວມກັນສັນເສີນພະເຢໂຫວາ - ເຈົ້າເປັນທີ່ຮັກຂອງຂ້ອຍ ເລື້ອຍໄປ 
(ເບິ່ງຕື່ມ ຕົ້ນ. 29:18; ຜູ້ປ. 4:9, 10; 1 ໂກ. 13:8)