ເພງທີ 118
‘ຂໍຊ່ວຍໃຫ້ພວກເຮົາມີຄວາມເຊື່ອຫຼາຍຂຶ້ນ’
1. ໂອ້ພະເຢໂຫວາເພາະວ່າເຮົາບໍ່ສົມບູນ
ຫົວໃຈເຮົາມັກໂນ້ມອຽງໄປທາງບໍ່ດີ
ບາບຢ່າງໜຶ່ງນັ້ນທີ່ໄລ່ຈັບເຮົາໃຫ້ເປັນເຫຍື່ອ
ຄືຂາດຄວາມເຊື່ອໃນພະເຈົ້າອົງທ່ຽງແທ້
(ທ່ອນຊ້ຳ)
ພະເຢໂຫວາ ຂໍໃຫ້ຄວາມເຊື່ອເຮົາເພີ່ມຂຶ້ນ
ຂໍຊ່ວຍໃຫ້ເຮົາ ເຮັດຕາມສິ່ງເຮົາຕ້ອງການ
ຂໍໃຫ້ເມດຕາ ໃຫ້ເຮົາມີຄວາມເຊື່ອເພີ່ມຂຶ້ນ
ໃຫ້ກຽດພະອົງ ໂດຍສິ່ງທີ່ເວົ້າແລະທຳ
2. ພະອົງຈະບໍ່ພໍໃຈຄົນທີ່ຂາດຄວາມເຊື່ອ
ເຮົາຕ້ອງເຊື່ອວ່າຄວາມເຊື່ອຈະໃຫ້ລາງວັນ
ຄວາມເຊື່ອເປັນໂລ້ແລະເປັນບ່ອນຫຼົບໄພຂອງເຮົາ
ໃຫ້ເຮົາປະເຊີນອະນາຄົດຢ່າງໝັ້ນໃຈ
(ທ່ອນຊ້ຳ)
ພະເຢໂຫວາ ຂໍໃຫ້ຄວາມເຊື່ອເຮົາເພີ່ມຂຶ້ນ
ຂໍຊ່ວຍໃຫ້ເຮົາ ເຮັດຕາມສິ່ງເຮົາຕ້ອງການ
ຂໍໃຫ້ເມດຕາ ໃຫ້ເຮົາມີຄວາມເຊື່ອເພີ່ມຂຶ້ນ
ໃຫ້ກຽດພະອົງ ໂດຍສິ່ງທີ່ເວົ້າແລະທຳ
(ເບິ່ງຕື່ມ ຕົ້ນ. 8:21; ເຫບ. 11:6; 12:1)