ເພງທີ 45
ສິ່ງທີ່ຄິດຕຶກຕອງໃນໃຈ
- 1. ຂ້ອຍຄິດຕຶກຕອງຢູ່ພາຍໃນໃຈ - ຄິດເຖິງເລື່ອງນີ້ຕະຫຼອດທັງວັນ - ຢາກເປັນຄົນທີ່ພະເຈົ້າຍອມຮັບ - ໃຫ້ຂ້ອຍໝັ້ນຄົງໃນທາງພະອົງ - ເມື່ອຂ້ອຍເກີດຄວາມກັງວົນໃນໃຈ - ກາງຄືນຈຶ່ງຂົ່ມຕາຫຼັບບໍ່ລົງ - ຂ້ອຍຄິດໄຄ່ຄວນເລື່ອງຂອງພະອົງ - ຂ້ອຍຈະຄິດເຖິງແຕ່ສິ່ງທີ່ດີ 
- 2. ສິ່ງໃດທີ່ຈິງແລະບໍລິສຸດ - ສິ່ງໃດທີ່ເປັນສິ່ງທີ່ຊອບທຳ - ສິ່ງໃດໜ້າຊົມເຊີຍແລະສຳຄັນ - ໃຫ້ຂ້ອຍໄຄ່ຄວນເພື່ອສະຫງົບໃຈ - ຄວາມຄິດຂອງພະເຈົ້າມີຄ່າຫຼາຍ - ເລີດລ້ຳເກີນກວ່າຈະພັນລະນາ - ຈຶ່ງຂໍຕຶກຕອງຄຳຂອງພະອົງ - ໃຫ້ຂ້ອຍຄິດເຖິງແຕ່ເລື່ອງພະເຈົ້າ 
(ເບິ່ງຕື່ມ ເພງ. 49:3; 63:6; 139:17, 23; ຟີລິບ 4:7, 8; 1 ຕີໂມ. 4:15)