ເພງທີ 150
ຈົ່ງຊອກຫາພະເຈົ້າເພື່ອເຈົ້າຈະລອດ
- 1. ຫຼາຍຊາດໄດ້ລວມຕົວກັນ ຕໍ່ສູ້ລູກຊາຍເຢໂຫວາ - ເວລາການປົກຄອງຂອງພວກເຂົາ ໃກ້ຈະເຖິງວັນອະວະສານ - ເຫຼືອເວລາອີກບໍ່ດົນ ພະເຈົ້າຕັ້ງການປົກຄອງແລ້ວ - ເວລາພະຄລິດຈະທຳລາຍສັດຕູ ຈະເກີດຂຶ້ນອີກໃນບໍ່ຊ້າ - (ທ່ອນຊ້ຳ) - ຊອກຫາພະເຈົ້າ ເພື່ອເຈົ້າຈະລອດ - ຄອຍຖ້າພະອົງ ດ້ວຍຄວາມໝັ້ນໃຈ - ຊອກຫາຄວາມ ຊອບທຳ - ຈົ່ງເປັນຄົນສັດຊື່ - ເພິ່ງອຳນາດ ພະອົງ ຢ່າຫວັ່ນໄຫວ - ພະເຈົ້າຈະຊ່ວຍ ພວກເຮົາໃຫ້ລອດ - ໂດຍລິດເດດພະອົງ 
- 2. ທຸກຄົນຕ້ອງເລືອກຕອນນີ້ ວ່າຈະຍອມຮັບເອົາຂ່າວດີ - ທີ່ເຮົາໄດ້ບອກໃຫ້ພວກເຂົາຟັງ ຫຼືຍັງຈະອວດຍິ່ງທະນົງ - ການທົດລອງນັ້ນຮຸນແຮງ ຢ່າປ່ອຍໃຫ້ໃຈເຮົາຫວັ່ນໄຫວ - ເຢໂຫວາເບິ່ງແຍງຄົນທີ່ພັກດີ ພະອົງຈະຟັງເຮົາຮ້ອງຂໍ - (ທ່ອນຊ້ຳ) - ຊອກຫາພະເຈົ້າ ເພື່ອເຈົ້າຈະລອດ - ຄອຍຖ້າພະອົງ ດ້ວຍຄວາມໝັ້ນໃຈ - ຊອກຫາຄວາມ ຊອບທຳ - ຈົ່ງເປັນຄົນສັດຊື່ - ເພິ່ງອຳນາດ ພະອົງ ຢ່າຫວັ່ນໄຫວ - ພະເຈົ້າຈະຊ່ວຍ ພວກເຮົາໃຫ້ລອດ - ໂດຍລິດເດດພະອົງ 
(ເບິ່ງຕື່ມ 1 ຊາມ. 2:9; ເພງ. 2:2, 3, 9; ສຸພາ. 2:8; ມັດ. 6:33)