ເພງທີ 44
ຄຳອະທິດຖານຂອງຄົນທຸກໃຈ
1. ພະເຢໂຫວາຂໍພະອົງຟັງທີ່ຂ້ອຍໄດ້ອະທິດຖານ
ຂ້ອຍມີບັນຫາສຸດແສນເຈັບປວດເປັນທຸກແລະກັງວົນໃຈ
ທໍ້ແທ້ສິ້ນຫວັງອ່ອນລ້າດຽວດາຍໝົດແຮງທັງກາຍແລະໃຈ
ໂອ້ພະເຢໂຫວາຜູ້ປອບໂຍນຂ້ອຍຂໍໃຫ້ເມດຕາຂ້ອຍ
(ທ່ອນຊ້ຳ)
ຊ່ວຍຂ້ອຍລຸກຂຶ້ນ ໃຫ້ຂ້ອຍອົດທົນ
ຕອນຂ້ອຍກັງວົນ ຊ່ວຍໃຫ້ໝັ້ນໃຈ
ໃນຕອນສິ້ນຫວັງ ວາງໃຈພະອົງ
ໂອ້ເຢໂຫວາ ໃຫ້ມີກຳລັງ
2. ຄຳເວົ້າພະອົງໄດ້ຊ່ວຍຊູໃຈຕອນຂ້ອຍມີຄວາມກັງວົນ
ຫຼາຍຄັ້ງໄດ້ພົບຄຳທີ່ຊາບຊຶ້ງໃຈຈົນຂ້ອຍເວົ້າບໍ່ອອກ
ຂໍໃຫ້ຂ້ອຍມີຄວາມເຊື່ອແລະວາງໃຈໃນຄຳຂອງພະອົງ
ຊ່ວຍຂ້ອຍໃຫ້ໝັ້ນໃຈວ່າພະອົງຮັກແລະເຂົ້າໃຈຂ້ອຍດີ
(ທ່ອນຊ້ຳ)
ຊ່ວຍຂ້ອຍລຸກຂຶ້ນ ໃຫ້ຂ້ອຍອົດທົນ
ຕອນຂ້ອຍກັງວົນ ຊ່ວຍໃຫ້ໝັ້ນໃຈ
ໃນຕອນສິ້ນຫວັງ ວາງໃຈພະອົງ
ໂອ້ເຢໂຫວາ ໃຫ້ມີກຳລັງ
(ເບິ່ງຕື່ມ ເພງ. 42:6; 119:28; ໂລມ 8:26; 2 ໂກ. 4:16; 1 ໂຢ. 3:20)