ເພງທີ 33
ມອບພາລະຂອງເຈົ້າໄວ້ກັບພະເຢໂຫວາ
(ຄຳເພງ 55)
1. ເຢໂຫວາຂໍຟັງຂ້ອຍອ້ອນວອນ
ຂໍໃຫ້ຂ້ອຍໄດ້ພົບພະອົງ
ຊ່ວຍເບິ່ງເຫັນຄວາມເຈັບປວດເລິກໃນໃຈ
ຊ່ວຍໃຫ້ຂ້ອຍເຊົາກັງວົນ
(ທ່ອນຊ້ຳ)
ມອບພາລະກັບພະເຢໂຫວາ
ເພິ່ນສັນຍາວ່າຈະຊ່ວຍຊີວິດເຮົາ
ຈະປົກປ້ອງເບິ່ງແຍງເຮົາສະເໝີໄປ
ພະເຈົ້າພັກດີສັດຊື່
2. ຖ້າຂ້ອຍມີປີກບິນໄດ້ດັ່ງນົກ
ຂ້ອຍຈະບິນໄປບ່ອນປອດໄພ
ຈະຫຼົບຫຼີກໃຫ້ພົ້ນຈາກຄົນປອງຮ້າຍ
ປົກປ້ອງຈາກສຽງຂົ່ມຂູ່
(ທ່ອນຊ້ຳ)
ມອບພາລະກັບພະເຢໂຫວາ
ເພິ່ນສັນຍາວ່າຈະຊ່ວຍຊີວິດເຮົາ
ຈະປົກປ້ອງເບິ່ງແຍງເຮົາສະເໝີໄປ
ພະເຈົ້າພັກດີສັດຊື່
3. ໄດ້ກຳລັງໃຈຈາກເຢໂຫວາ
ເຮັດໃຫ້ເຮົາໄດ້ອົບອຸ່ນໃຈ
ພະອົງແບກພາລະຂອງເຮົາເລື້ອຍໄປ
ດ້ວຍຮັກແລະຄວາມເມດຕາ
(ທ່ອນຊ້ຳ)
ມອບພາລະກັບພະເຢໂຫວາ
ເພິ່ນສັນຍາວ່າຈະຊ່ວຍຊີວິດເຮົາ
ຈະປົກປ້ອງເບິ່ງແຍງເຮົາສະເໝີໄປ
ພະເຈົ້າພັກດີສັດຊື່
(ເບິ່ງຕື່ມ ເພງ. 22:5; 31:1-24)