ເພງທີ 2
ຊື່ຂອງພະອົງຄືເຢໂຫວາ
1. ຜູ້ເປັນພະເຈົ້າທ່ຽງແທ້
ທີ່ເປັນພະເຈົ້າຕະຫຼອດການ
ຜູ້ທີ່ສ້າງໂລກແລະສະຫວັນ
ຜູ້ນັ້ນຊື່ເຢໂຫວາ
ພວກເຮົາມີຄວາມພູມໃຈ
ທີ່ໄດ້ເປັນຄົນຂອງພະອົງ
ມາຈາກທຸກຊາດແລະທຸກເຜົ່າ
ປະກາດຊື່ຂອງພະອົງ
(ທ່ອນຊ້ຳ)
ເຢໂຫວາ ເຢໂຫວາ
ບໍ່ມີໃຜທຽບພະອົງ
ຍິ່ງໃຫຍ່ກວ່າໃຜຢູ່ໃນສະຫວັນ
ແລະໃນໂລກນີ້ເຊັ່ນກັນ
ມີອຳນາດສູງສົ່ງກວ່າຜູ້ໃດ
ເປັນສິ່ງທີ່ຄົນຕ້ອງຮູ້
ເຢໂຫວາ ເຢໂຫວາ
ເປັນພະເຈົ້າອົງທ່ຽງແທ້ ອົງດຽວ
2. ຊ່ວຍໃຫ້ພວກເຮົາໄດ້ເປັນ
ທຸກສິ່ງທີ່ພະອົງຕ້ອງການ
ຈະເປັນຕາມທີ່ຕັ້ງໃຈນັ້ນ
ໃຫ້ສົມຊື່ເຢໂຫວາ
ຍັງໄດ້ເມດຕາພວກເຮົາ
ໃຫ້ເຮົາໃຊ້ຊື່ຂອງພະອົງ
ໄດ້ເປັນພະຍານຂອງພະອົງ
ໃຫ້ກຽດພວກເຮົາທັງຫຼາຍ
(ທ່ອນຊ້ຳ)
ເຢໂຫວາ ເຢໂຫວາ
ບໍ່ມີໃຜທຽບພະອົງ
ຍິ່ງໃຫຍ່ກວ່າໃຜຢູ່ໃນສະຫວັນ
ແລະໃນໂລກນີ້ເຊັ່ນກັນ
ມີອຳນາດສູງສົ່ງກວ່າຜູ້ໃດ
ເປັນສິ່ງທີ່ຄົນຕ້ອງຮູ້
ເຢໂຫວາ ເຢໂຫວາ
ເປັນພະເຈົ້າອົງທ່ຽງແທ້ ອົງດຽວ
(ເບິ່ງຕື່ມ 2 ຂ່າວ. 6:14; ເພງ. 72:19; ເອຊາ. 42:8)