ເພງທີ 39
ສ້າງຊື່ສຽງດີກັບພະເຈົ້າ
1. ໃນຕະຫຼອດຊີວິດ ເຮົາຢາກເຮັດດີທຸກວັນ
ໂດຍສ້າງຊື່ສຽງດີ ເຊື່ອຟັງກົດໝາຍພະເຈົ້າ
ເຮົາພະຍາຍາມເຮັດດີ ເມື່ອພະເຢໂຫວາເຫັນ
ພະອົງມີຄວາມສຸກ ແລະຄວາມຍິນດີ
2. ໂລກນີ້ຢາກໃຫ້ເຮົາ ສ້າງຊື່ສຽງໃຫ້ຕົວເອງ
ໃຫ້ຄົນມາຊື່ນຊົມ ສັນເສີນຍ້ອງຍໍຕົວເຮົາ
ຖ້າເຮົາເປັນມິດກັບໂລກ ເຮົາຈະບໍ່ມີຄ່າເລີຍ
ບໍ່ໄດ້ການຍອມຮັບ ຈາກເຢໂຫວາ
3. ເຮົາຢາກໃຫ້ພະເຈົ້າ ຈົດຈຳຊື່ຂອງພວກເຮົາ
ແລະເຮົາຕ້ອງການມີ ຊື່ສຽງດີໄປຕະຫຼອດ
ແລະໄວ້ໃຈໃນພະອົງ ພ້ອມຈະປົກປ້ອງຄວາມຈິງ
ຮັກສາຊື່ສຽງໄວ້ ຈົນເຖິງທີ່ສຸດ
(ເບິ່ງຕື່ມ ຕົ້ນ. 11:4; ສຸພາ. 22:1; ມລກີ. 3:16; ຄຳປ. 20:15)