ເພງທີ 15
ສັນລະເສີນລູກຫົວປີຂອງພະເຢໂຫວາ!
- 1. ມາສັນເສີນລູກຫົວປີ ທີ່ພະເຈົ້າຕັ້ງເປັນກະສັດ - ປົກຄອງດ້ວຍຄວາມຍຸຕິທຳ ແລະນຳພອນມາກລົ້ນເຂົ້າມາ - ມີກຽດມີຄວາມສະຫງ່າງາມ ຮັກນາມຊື່ຂອງບິດາ - ພິສູດວ່າພະເຢໂຫວາ ເປັນຜູ້ສູງສຸດອົງດຽວ - (ທ່ອນຊ້ຳ) - ມາສັນເສີນລູກຫົວປີ - ເຊີດຊູຜູ້ທີ່ພະເຈົ້າເຈີມ - ທ່ານຮັບອຳນາດແລ້ວຕອນນີ້ - ປົກຄອງທີ່ພູເຂົາຊີໂອນ 
- 2. ມາສັນເສີນລູກຫົວປີ ຜູ້ທີ່ໄດ້ຕາຍແທນພວກເຮົາ - ທ່ານເອົາຊີວິດເປັນຄ່າໄຖ່ ບາບເຮົາພະເຈົ້າໃຫ້ອະໄພ - ຈົ່ງເບິ່ງເຈົ້າສາວຂອງພະຄລິດ ໃສ່ຊຸດສີຂາວເຝົ້າລໍ - ຄອຍຖ້າແຕ່ງງານທີ່ສະຫວັນ ພິສູດພະເຈົ້າຄູ່ຄວນ - (ທ່ອນຊ້ຳ) - ມາສັນເສີນລູກຫົວປີ - ເຊີດຊູຜູ້ທີ່ພະເຈົ້າເຈີມ - ທ່ານຮັບອຳນາດແລ້ວຕອນນີ້ - ປົກຄອງທີ່ພູເຂົາຊີໂອນ