ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຜູ້​ເຖົ້າ​ແກ່​ທັງ​ຫຼາຍ ເຈົ້າ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ການ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ
    ຫໍສັງເກດການ—2015 | 15 ເມສາ
    • ຊາເມືອນ​ແລະ​ຊາອຶລ​ກິນ​ເຂົ້າ​ນຳ​ກັນ​ຢ່າງ​ມີ​ຄວາມ​ສຸກ​ຢູ່​ເທິງ​ດາດ​ຟ້າ

      ຜູ້​ເຖົ້າ​ແກ່​ທັງ​ຫຼາຍ ເຈົ້າ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ການ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ?

      “ມີ​ລະດູ [ເວລາ] ສຳລັບ​ທຸກ​ສິ່ງ.”—ຜູ້​ເທສະໜາ​ປ່າວ​ປະກາດ 3:1

      ເຮົາ​ຈະ​ຕອບ​ແນວ​ໃດ?

      • ການ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ​ສຳຄັນ​ແນວ​ໃດ ແລະ​ເປັນ​ຫຍັງ​ຈຶ່ງ​ສຳຄັນ?

      • ເມື່ອ​ຜູ້​ເຖົ້າ​ແກ່​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ ພີ່​ນ້ອງ​ໃນ​ປະຊາຄົມ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ?

      • ເມື່ອ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ ຜູ້​ເຖົ້າ​ແກ່​ຈະ​ຮຽນ​ແບບ​ຕົວຢ່າງ​ຂອງ​ຊາເມືອນ​ແນວ​ໃດ?

      1, 2. ໃນ​ຫຼາຍ​ປະຊາຄົມ ຜູ້​ດູ​ແລ​ໝວດ​ສັງເກດ​ເຫັນ​ຫຍັງ?

      ເມື່ອ​ຜູ້​ດູ​ແລ​ໝວດ​ໃກ້​ຈະ​ຈົບ​ການ​ປະຊຸມ​ກັບ​ຜູ້​ເຖົ້າ​ແກ່. ລາວ​ແນມ​ເບິ່ງ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ຮັກ​ອັນ​ເລິກ​ເຊິ່ງ​ສຳລັບ​ວຽກ​ໜັກ​ທີ່​ເຂົາ​ເຈົ້າ​ເຮັດ. ບາງ​ຄົນ​ອາຍຸ​ຫຼາຍ​ຈົນ​ສາມາດ​ເປັນ​ພໍ່​ຂອງ​ລາວ​ໄດ້. ລາວ​ຖາມ​ຜູ້​ເຖົ້າ​ແກ່​ໃນ​ເລື່ອງ​ທີ່​ລາວ​ເປັນ​ຫ່ວງ​ວ່າ: “ພີ່​ນ້ອງ ພີ່​ນ້ອງ​ໄດ້​ຊ່ວຍ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ​ໃຫ້​ຮັບ​ເອົາ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຍັງ​ແດ່​ແລ້ວ​ໃນ​ປະຊາຄົມ?” ຜູ້​ເຖົ້າ​ແກ່​ຮູ້​ວ່າ​ໃນ​ການ​ຢ້ຽມ​ເທື່ອ​ແລ້ວ​ນີ້ ຜູ້​ດູ​ແລ​ໝວດ​ກະຕຸ້ນ​ເຂົາ​ເຈົ້າ​ໃຫ້​ໃຊ້​ເວລາ​ຫຼາຍ​ຂຶ້ນ​ເພື່ອ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ. ມີ​ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ຍອມ​ຮັບ​ວ່າ: “ເຮົາ​ບໍ່​ໄດ້​ເຮັດ​ປານ​ໃດ.” ຜູ້​ເຖົ້າ​ແກ່​ຄົນ​ອື່ນໆ​ກໍ​ຍອມ​ຮັບ​ໃນ​ແບບ​ດຽວ​ກັນ.

      2 ຖ້າ​ເຮົາ​ເປັນ​ຜູ້​ເຖົ້າ​ແກ່ ບາງ​ເທື່ອ​ກໍ​ອາດ​ຈະ​ຕອບ​ຄ້າຍໆ​ກັນ. ທີ່​ຈິງ ຜູ້​ດູ​ແລ​ໝວດ​ຫຼາຍ​ຄົນ​ສັງເກດ​ເຫັນ​ວ່າ​ຜູ້​ເຖົ້າ​ແກ່​ຈຳ​ເປັນ​ຕ້ອງ​ໃຊ້​ເວລາ​ຫຼາຍ​ຂຶ້ນ​ເພື່ອ​ຝຶກ​ອົບຮົມ​ພີ່ນ້ອງ​ຊາຍ​ບໍ່​ວ່າ​ຈະ​ເປັນ​ຄົນ​ໜຸ່ມ​ຫຼື​ອາຍຸ​ຫຼາຍ​ແລ້ວ​ໃຫ້​ຊ່ວຍ​ເບິ່ງ​ແຍງ​ປະຊາຄົມ. ແຕ່​ວ່າ​ການ​ເຮັດ​ແບບ​ນັ້ນ​ອາດ​ເປັນ​ເລື່ອງ​ຍາກ. ຍ້ອນ​ຫຍັງ?

      3. (ກ) ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ການ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ​ເປັນ​ເລື່ອງ​ສຳຄັນ ແລະ​ເປັນ​ຫຍັງ​ເຮົາ​ທຸກ​ຄົນ​ຄວນ​ສົນ​ໃຈ​ການ​ຝຶກ​ອົບຮົມ​ນີ້? (ເບິ່ງ​ຂໍ້​ຄວາມ​ໄຂ​ເງື່ອນ) (ຂ) ເປັນ​ຫຍັງ​ຈຶ່ງ​ບໍ່​ງ່າຍ​ສຳລັບ​ຜູ້​ເຖົ້າ​ແກ່​ບາງ​ຄົນ​ທີ່​ຈະ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ?

      3 ໃນ​ຖານະ​ເປັນ​ຜູ້​ເຖົ້າ​ແກ່ ເຮົາ​ຮູ້​ວ່າ​ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ແບ່ງ​ເວລາ​ໄວ້​ເພື່ອ​ຝຶກ​ອົບຮົມ​ພີ່ນ້ອງ​ຊາຍ.a ເຮົາ​ຮູ້​ວ່າ​ຈຳເປັນ​ຕ້ອງ​ມີ​ພີ່​ນ້ອງ​ຊາຍ​ຫຼາຍ​ຂຶ້ນ​ໃນ​ຕອນ​ນີ້​ເພື່ອ​ຊ່ວຍ​ປະຊາຄົມ​ໃຫ້​ເຂັ້ມແຂງ ແລະ​ເພື່ອ​ສະໜັບສະໜູນ​ປະຊາຄົມ​ໃໝ່ໆ​ທີ່​ຈະ​ຕັ້ງ​ຂຶ້ນ​ໃນອະນາຄົດ. (ອ່ານ ເອຊາອີ 60:22) ຄຳພີ​ໄບ​ເບິນ​ບອກ​ວ່າ​ເຮົາ​ຄວນ “ສອນ​ຄົນ​ອື່ນ.” (ອ່ານ 2 ຕີໂມເຕ 2:2) ແຕ່​ອາດ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ແບ່ງ​ເວ​ລາ​ໄວ້​ເພື່ອ​ເຮັດ​ແບບ​ນັ້ນ ເພາະ​ເຮົາ​ຕ້ອງ​ເບິ່ງ​ແຍງ​ເອົາໃຈໃສ່​ຄວາມ​ຈຳເປັນ​ຂອງ​ຄອບຄົວ​ແລະ​ຕ້ອງ​ເຮັດ​ວຽກ​ອາຊີບ​ນຳ​ອີກ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຕ້ອງ​ເບິ່ງ​ແຍງ​ເລື່ອງ​ທີ່​ຈຳເປັນ​ໃນ​ປະຊາຄົມ​ແລະ​ເລື່ອງ​ຮີບ​ດ່ວນ​ອື່ນໆ. ເຖິງ​ວ່າ​ມີ​ຫຼາຍ​ຢ່າງ​ທີ່​ຕ້ອງ​ເຮັດ ແຕ່​ໃຫ້​ມາ​ເບິ່ງ​ວ່າ​ເປັນ​ຫຍັງ​ການ​ແບ່ງ​ເວລາ​ໄວ້​ເພື່ອ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ.

      ການ​ຝຶກ​ອົບຮົມ​ເປັນ​ເລື່ອງ​ທີ່​ຮີບ​ດ່ວນ

      4. ບາງ​ຄັ້ງ ເປັນ​ຫຍັງ​ຜູ້​ເຖົ້າ​ແກ່​ຊັກຊ້າ​ໃນ​ການ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ?

      4 ເປັນ​ຫຍັງ​ການ​ແບ່ງ​ເວລາ​ໄວ້​ເພື່ອ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ​ໃນ​ປະຊາຄົມ​ຈຶ່ງ​ເປັນ​ເລື່ອງ​ຍາກ? ຜູ້​ເຖົ້າ​ແກ່​ບາງ​ຄົນ​ອາດ​ຈະ​ຄຶດ​ວ່າ: ‘ມີ​ເລື່ອງ​ອື່ນ​ໃນ​ປະຊາ​ຄົມ​ທີ່​ຮີບ​ດ່ວນ​ກວ່າ​ແລະ​ຕ້ອງ​ໄດ້​ເອົາໃຈໃສ່​ໂດຍ​ທັນທີ. ຖ້າ​ບໍ່​ໄດ້​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ​ໃນ​ຕອນ​ນີ້ ຄົງ​ຈະ​ບໍ່​ເປັນ​ຫຍັງ​ດອກ.’ ເປັນ​ແນວ​ນັ້ນ​ແທ້ໆ​ບໍ? ແມ່ນ​ຢູ່ ໃນ​ປະຊາຄົມ​ອາດ​ຈະ​ມີ​ເລື່ອງ​ອື່ນໆ​ທີ່​ຈຳເປັນ​ຕ້ອງ​ໄດ້​ເອົາໃຈໃສ່​ໂດຍ​ທັນທີ ແຕ່​ຖ້າ​ເຮົາ​ຊັກຊ້າ​ໃນ​ການ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ ປະຊາຄົມ​ກໍ​ອາດ​ຈະ​ໄດ້​ຮັບ​ຄວາມ​ເສຍຫາຍ.

      5, 6. ເຮົາ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ເລື່ອງ​ຄົນ​ຂັບ​ລົດ​ແລະ​ວິທີ​ທີ່​ລາວ​ເບິ່ງ​ແຍງ​ຮັກສາ​ລົດ? ເຮົາ​ຈະ​ສົມ​ທຽບ​ຕົວຢ່າງ​ນີ້​ແນວ​ໃດ​ກັບ​ການ​ຝຶກ​ອົບຮົມ​ໃນ​ປະຊາຄົມ?

      5 ຂໍ​ໃຫ້​ຄຶດ​ເຖິງ​ຕົວຢ່າງ​ນີ້ ເພື່ອ​ຈະ​ເບິ່ງ​ແຍງ​ຮັກສາ​ລົດ​ໃຫຍ່​ໃຫ້​ຢູ່​ໃນ​ສະພາບ​ດີ ຄົນ​ຂັບ​ລົດ​ຮູ້​ວ່າ​ຕ້ອງ​ປ່ຽນ​ນ້ຳມັນ​ເຄື່ອງ​ເປັນ​ປະຈຳ. ແຕ່​ລາວ​ອາດ​ຄຶດ​ວ່າ​ການ​ຕື່ມ​ນ້ຳມັນ​ສຳຄັນ​ກວ່າ ເພາະ​ຖ້າ​ບໍ່​ມີ​ນ້ຳ​ມັນ​ລົດ​ກໍ​ແລ່ນ​ໄປ​ບໍ່​ໄດ້. ລາວ​ອາດ​ຄຶດ​ວ່າ​ຖ້າ​ຕອນ​ນີ້​ກຳລັງ​ຄາ​ວຽກ​ຢູ່ ມື້​ໜ້າ​ຈຶ່ງ​ປ່ຽນ​ນ້ຳມັນ​ເຄື່ອງ​ກໍ​ໄດ້. ລົດ​ອາດ​ແລ່ນ​ຕໍ່​ໄປ​ໄດ້​ອີກ​ໄລຍະ​ໜຶ່ງ ແຕ່​ຖ້າ​ບໍ່​ປ່ຽນ​ນ້ຳມັນ​ເຄື່ອງ​ເມື່ອ​ຮອດ​ເວລາ​ກຳນົດ ແນ່ນອນ​ວ່າ​ອີກ​ບໍ່​ດົນ​ລົດ​ກໍ​ຈະ​ເພ. ຮອດ​ຕອນ​ນັ້ນ​ຈະ​ຕ້ອງ​ເສຍ​ເວລາ​ແລະ​ເງິນ​ຈຳນວນ​ຫຼາຍ​ເພື່ອ​ແປງ​ລົດ. ເຮົາ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ນີ້?

      6 ຜູ້​ເຖົ້າ​ແກ່​ຕ້ອງ​ຟ້າວ​ເອົາໃຈໃສ່​ໃນ​ເລື່ອງ​ທີ່​ສຳ​ຄັນ. ຖ້າ​ຫາກ​ບໍ່​ເຮັດ ປະຊາຄົມ​ອາດ​ຈະ​ໄດ້​ຮັບ​ຄວາມ​ເສຍຫາຍ. ຄ້າຍ​ຄື​ກັບ​ຄົນ​ຂັບ​ລົດ​ທີ່​ຕ້ອງ​ຕື່ມ​ນ້ຳມັນ​ລົດ​ເປັນ​ປະຈຳ ຜູ້​ເຖົ້າ​ແກ່​ຕ້ອງ “ກວດ​ເບິ່ງ​ໃຫ້​ແນ່​ໃຈ​ວ່າ​ສິ່ງ​ໃດ​ສຳຄັນ​ກວ່າ, ລ.ມ.” (ຟີລິບ 1:10) ແຕ່​ຜູ້​ເຖົ້າ​ແກ່​ບາງ​ຄົນ​ອາດ​ຫຍຸ້ງ​ຫຼາຍ​ກັບ​ວຽກ​ທີ່​ສຳຄັນ​ຫຼາຍ​ເລື່ອງ​ຈົນ​ບໍ່​ມີ​ເວລາ​ຝຶກ​ອົບຮົມ​ພີ່​​ນ້ອງ​ຊາຍ ການ​ເຮັດ​ແບບ​ນັ້ນ​ເປັນ​ຄື​ກັບ​ການ​ບໍ່​ສົນ​ໃຈ​ປ່ຽນ​ນ້ຳມັນ​ເຄື່ອງ​ເມື່ອ​ຮອດ​ເວລາ​ກຳນົດ. ຖ້າ​ຜູ້​ເຖົ້າ​ແກ່​ຊັກຊ້າ​ໃນ​ການ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ ອີກ​ບໍ່​ດົນ​ກໍ​ຈະ​ບໍ່​ມີ​ພີ່​ນ້ອງ​ຊາຍ​ພຽງ​ພໍ​ທີ່​ຈະ​ເອົາ​ໃຈ​ໃສ່​ຄວາມ​ຈຳເປັນ​ຕ່າງໆ​ໃນ​ປະຊາຄົມ.

      7. ສຳລັບ​ຜູ້​ເຖົ້າ​ແກ່​ທີ່​ແບ່ງ​ເວລາ​ໄວ້​ເພື່ອ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ ເຮົາ​ຄວນ​ຈະ​ເບິ່ງ​ເຂົາ​ເຈົ້າ​ແນວ​ໃດ?

      7 ບໍ່​ຄວນ​ຄຶດ​ວ່າ​ການ​ຝຶກ​ອົບຮົມ​ເປັນ​ເລື່ອງບໍ່​ສຳ​ຄັນ. ຜູ້​ເຖົ້າ​ແກ່​ທີ່​ສົນ​ໃຈ​ອະນາຄົດ​ຂອງ​ປະ​ຊາ​ຄົມ​ແລະ​ໃຊ້​ເວລາ​ເພື່ອ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ​ຖື​ວ່າ​ເປັນ​ຄົນ​ທີ່​ສະຫຼາດ​ສຸຂຸມ​ແລະ​ມີ​ຄຸນຄ່າ​ຕໍ່​ພີ່ນ້ອງ​ໃນ​ປະຊາຄົມ. (ອ່ານ 1 ເປໂຕ 4:10) ການ​ຝຶກ​ອົບ​ຮົມ​ເປັນ​ປະໂຫຍດ​ແນວ​ໃດ​ຕໍ່​ປະຊາຄົມ?

      ໃຊ້​ເວລາ​ໃຫ້​ຄຸ້ມ​ຄ່າ​ທີ່​ສຸດ

      8. (ກ) ເປັນ​ຫຍັງ​ຜູ້​ເຖົ້າ​ແກ່​ຕ້ອງ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ? (ຂ) ຜູ້​ເຖົ້າ​ແກ່​ທີ່​ຮັບໃຊ້​ໃນ​ບ່ອນ​ທີ່​ມີ​ຄວາມ​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ອັນ​ໃດ​ທີ່​ຕ້ອງ​ຟ້າວ​ເຮັດ? (ເບິ່ງ​ຂອບ “ວຽກ​ມອບ​ໝາຍ​ທີ່​ຕ້ອງ​ຟ້າວ​ເຮັດ”)

      8 ແມ່ນ​ແຕ່​ຜູ້​ເຖົ້າ​ແກ່​ທີ່​ມີ​ປະສົບການ​ຫຼາຍ​ທີ່​ສຸດ​ກໍ​ຕ້ອງ​ຖ່ອມ​ໃຈ​ແລະ​ເຂົ້າ​ໃຈ​ວ່າ​ເມື່ອ​ມີ​ອາຍຸ​ຫຼາຍ​ຂຶ້ນ ຕົນ​ເອງ​ຈະ​ບໍ່​ສາມາດ​ເຮັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໄດ້​ຫຼາຍ​ຄື​ກັບ​ຕອນ​ນີ້. (ມີເກ 6:8) ຜູ້​ເຖົ້າ​ແກ່​ຄວນ​ຄຶດ​ອີກ​ວ່າ: “ວາລະ​ແລະ​ເຫດການ​ທີ່​ບໍ່​ໄດ້​ຄາດ​ລ່ວງ​ໜ້າ” ອາດ​ເກີດ​ຂຶ້ນ​ຢ່າງ​ກະທັນຫັນ​ຈົນ​ເຮັດໃຫ້​ບໍ່​ສາມາດ​ເຮັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕ່າງໆ​ໄດ້. (ຜູ້​ເທ​ສະໜາ​ປ່າວ​ປະກາດ 9:11, 12 ແປ​ຈາກ​ພາສາ​ອັງກິດ; ຢາໂກໂບ 4:13, 14) ເນື່ອງ​ຈາກ​ຮັກ​ແລະ​ເປັນ​ຫ່ວງ​ປະຊາຊົນ​ຂອງ​ພະ​ເຢໂຫວາ ຜູ້​ເຖົ້າ​ແກ່​ຈຶ່ງ​ເຮັດ​ວຽກ​ໜັກ​ເພື່ອ​ສອນ​ສິ່ງ​ທີ່​ຕົນ​ໄດ້​ຮຽນ​ຮູ້​ເປັນ​ເວລາ​ຫຼາຍ​ປີ​ໃຫ້​ກັບ​ພີ່​ນ້ອງ​ຊາຍ​ທີ່​ອາຍຸ​ນ້ອຍ​ກວ່າ.—ອ່ານ ຄຳເພງ 71:17, 18

      9. ມີ​ເຫດການ​ອັນ​ໃດ​ໃນ​ອະນາຄົດ​ທີ່​ເຮັດ​ໃຫ້​ການ​ຝຶກ​ອົບຮົມ​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ໃນ​ຕອນ​ນີ້?

      9 ຜູ້​ເຖົ້າ​ແກ່​ທີ່​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ​ຖື​ວ່າ​ມີ​ຄ່າ​ຫຼາຍ​ເພາະ​ເຂົາ​ເຈົ້າ​ພະຍາຍາມ​ຊ່ວຍ​ເສີມ​ສ້າງ​ປະ​ຊາຄົມ. ການ​ຝຶກ​ອົບຮົມ​ນີ້​ເຮັດ​ໃຫ້​ມີ​ພີ່​ນ້ອງ​ຊາຍ​ຫຼາຍ​ຂຶ້ນ​ເຊິ່ງ​ພ້ອມ​ຈະ​ຊ່ວຍ​ເຫຼືອ​ປະຊາຄົມ​ໃຫ້​ເປັນ​ເອກະພາບ​ແລະ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ຢູ່​ສະເໝີ. ເລື່ອງ​ນີ້​ຖື​ວ່າ​ສຳຄັນ​ຫຼາຍ​ໃນ​ລະຫວ່າງ​ສະໄໝ​ສຸດ​ທ້າຍ ແລະ​ແຮ່ງ​ຈະ​ສຳຄັນ​ຫຼາຍ​ຂຶ້ນ​ໃນ​ລະຫວ່າງ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ທີ່​ກຳລັງ​ໃກ້​ເຂົ້າ​ມາ. (ເອເຊກຽນ 38:10-12; ມີເກ 5:5, 6) ດັ່ງ​ນັ້ນ ຜູ້​ເຖົ້າ​ແກ່​ທັງ​ຫຼາຍ​ທີ່​ເປັນ​ທີ່​ຮັກ ຂໍ​ໃຫ້​ແບ່ງ​ເວລາ​ໄວ້​ເພື່ອ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ​ເປັນ​ປະຈຳ​ໂດຍ​ເລີ່ມ​ຕົ້ນ​ຕັ້ງ​ແຕ່​ຕອນ​ນີ້.

      10. ເພື່ອ​ຈະ​ມີ​ເວລາ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ ຜູ້​ເຖົ້າ​ແກ່​ອາດ​ຈຳເປັນ​ຕ້ອງ​ເຮັດ​ຫຍັງ?

      10 ເນື່ອງ​ຈາກ​ວ່າ​ຕ້ອງ​ເອົາໃຈໃສ່​ເລື່ອງ​ຕ່າງໆ​ທີ່​ສຳ​ຄັນ​ໃນ​ປະຊາຄົມ ເຮົາ​ຈຶ່ງ​ເຂົ້າ​ໃຈ​ວ່າ​ຕາ​ຕະ​ລາງ​ວຽກ​ຂອງ​ຜູ້​ເຖົ້າ​ແກ່​ເຕັມ​ແໜ້ນ​ຢູ່​ແລ້ວ. ແຕ່​ຜູ້​ເຖົ້າ​ແກ່​ອາດ​ຈຳເປັນ​ຕ້ອງ​ແບ່ງ​ເວລາ​ບາງ​ສ່ວນ​ທີ່​ໃຊ້​ເບິ່ງ​ແຍງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເຫຼົ່າ​ນັ້ນ​ມາ​ໃຊ້​ເພື່ອ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ. (ຜູ້​ເທສະໜາ​ປ່າວ​ປະ​ກາດ 3:1) ການ​ເຮັດ​ແບບ​ນັ້ນ​ເປັນ​ການໃຊ້​ເວ​ລາ​ໃນ​ແບບ​ທີ່​ຄຸ້ມ​ຄ່າ​ທີ່​ສຸດ​ແລະ​ຈະ​ເຮັດ​ໃຫ້​ປະ​ຊາ​ຄົມ​ໄດ້​ຮັບ​ປະໂຫຍດ​ໃນ​ອະນາຄົດ.

      ສ້າງ​ບັນຍາກາດ​ທີ່​ດີ

      11. (ກ) ຈາກ​ຄຳ​ແນະນຳ​ໃນ​ການ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ​ຂອງ​ຜູ້​ເຖົ້າ​ແກ່​ໃນ​ຫຼາຍໆ​ປະເທດ ມີ​ຫຍັງ​ທີ່​ເປັນ​ຕາ​ໜ້າ​ສັງເກດ? (ຂ) ຕາມ​ທີ່​ບອກ​ໄວ້​ໃນ​ສຸພາສິດ 15:22 ເປັນ​ຫຍັງ​ຈຶ່ງ​ເປັນ​ປະໂຫຍດ​ທີ່​ຈະ​ພິຈາລະນາ​ຄຳ​ແນະນຳ​ຂອງ​ຜູ້​ເຖົ້າ​ແກ່​ຄົນ​ອື່ນ?

      11 ເມື່ອ​ບໍ່​ດົນ​ມາ​ນີ້​ມີ​ການ​ຖາມ​ຜູ້​ເຖົ້າ​ແກ່​ບາງ​ຄົນ​ວ່າ​ເຮັດ​ແນວ​ໃດ​ເຂົາ​ເຈົ້າ​ຈຶ່ງ​ປະສົບ​ຜົນ​ສຳເລັດ​ໃນ​ການ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ​ໃຫ້​ເຮັດ​ວຽກ​ຫຼາຍ​ຂຶ້ນ​ໃນ​ປະຊາຄົມ.b ເຖິງ​ວ່າ​ຜູ້​ເຖົ້າ​ແກ່​ເຫຼົ່າ​ນັ້ນ​ຈະ​ຢູ່​ໃນ​ເຂດ​ທີ່​ມີ​ສະພາບການ​ແຕກຕ່າງ​ກັນ ແຕ່​ທຸກ​ຄົນ​ໃຫ້​ຄຳ​ແນະນຳ​ທີ່​ຄ້າຍໆ​ກັນ. ເລື່ອງ​ນີ້​ສະແດງ​ໃຫ້​ເຫັນ​ຫຍັງ? ສະແດງ​ໃຫ້​ເຫັນ​ວ່າ​ການ​ຝຶກ​ອົບ​ຮົມ​ທີ່​ອາໄສ​ຄຳພີ​ໄບເບິນ​ເປັນ​ຫຼັກ​ມີ​ປະໂຫຍດ​ຫຼາຍ​ຕໍ່​ພີ່​ນ້ອງ​ຊາຍ​ທີ່​ຖືກ​ຝຶກ​ສອນ​ໃນ “ພວກ​ຊຸມ​ນຸມ [ປະຊາຄົມ] ທຸກ​ທີ່​ທຸກ​ບ່ອນ.” (1 ໂກລິນໂທ 4:17) ດັ່ງ​ນັ້ນ ໃນ​ບົດ​ຄວາມ​ນີ້​ແລະ​ບົດ​ຄວາມ​ຕໍ່​ໄປ​ເຮົາ​ຈະ​ພິຈາລະ​ນາ​ຄຳ​ແນະນຳ​ບາງ​ຢ່າງ​ຂອງ​ຜູ້​ເຖົ້າ​ແກ່​ເຫຼົ່າ​ນີ້.—ສຸພາສິດ 15:22

      12. ຜູ້​ເຖົ້າ​ແກ່​ຈຳເປັນ​ຕ້ອງ​ສ້າງ​ຫຍັງ ແລະ​ຍ້ອນ​ຫຍັງ?

      12 ກ່ອນ​ອື່ນ​ຜູ້​ເຖົ້າ​ແກ່​ຕ້ອງ​ສ້າງ​ບັນຍາກາດ​ທີ່​ດີ. ເປັນ​ຫຍັງ​ການ​ເຮັດ​ແບບ​ນີ້​ຈຶ່ງ​ສຳຄັນ? ເຊັ່ນ​ດຽວ​ກັບ​ຊາວ​ສວນ​ຕ້ອງ​ກຽມ​ດິນ​ກ່ອນ​ຈະ​ຫວ່ານ​ເມັດ​ພືດ ຜູ້​ເຖົ້າ​ແກ່​ກໍ​ຈຳເປັນ​ຈະ​ຕ້ອງ​ກຽມ​ຫົວໃຈ​ຂອງ​ພີ່​ນ້ອງ​ຊາຍ​ກ່ອນ​ແລ້ວ​ຈຶ່ງ​ຄ່ອຍ​ສອນ​ຄວາມ​ຮູ້​ໃໝ່ໆ​ໃຫ້​ກັບ​ລາວ. ຜູ້​ເຖົ້າ​ແກ່​ຈະ​ສ້າງ​ບັນຍາ​ກາດ​ທີ່​ດີ​ແນວ​ໃດ​ເພື່ອ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ? ຜູ້​ເຖົ້າແກ່​ຮຽນ​ເລື່ອງ​ນີ້​ໄດ້​ຈາກ​​ຕົວຢ່າງ​ຂອງ​ຜູ້​ພະ​ຍາ​ກອນ​ຊາເມືອນ.

      13-15. (ກ) ພະ​ເຢໂຫວາ​ໄດ້​ບອກ​ຊາເມືອນ​ໃຫ້​ເຮັດ​ຫຍັງ? (ຂ) ຊາ​ເມືອນ​ໄດ້​ກຽມ​ຊາອຶລ​ແນວ​ໃດ​ໃຫ້​ພ້ອມ​ສຳລັບ​ເຮັດ​ວຽກ​ມອບ​ໝາຍ​ໃໝ່? (ເບິ່ງ​ຮູບ​ທຳອິດ) (ຄ) ເປັນ​ຫຍັງ​ຕົວຢ່າງ​ຂອງ​ຊາເມືອນ​ທີ່​ບັນທຶກ​ໄວ້​ໃນ​ຄຳພີ​ໄບເບິນ​ຈຶ່ງ​ມີ​ຄ່າ​ຫຼາຍ​ສຳ​ລັບ​ຜູ້​ເຖົ້າ​ແກ່​ໃນ​ທຸກ​ມື້​ນີ້?

      13 ໃນ​ມື້​ໜຶ່ງ​ເມື່ອ​ປະມານ 3,000 ປີ​ມາ​ແລ້ວ ພະ​ເຢໂຫວາ​ໄດ້​ບອກ​ຊາເມືອນ​ຜູ້​ພະຍາກອນ​ທີ່​ເຖົ້າ​ແກ່​ວ່າ: “ມື້​ອື່ນ​ໃນ​ໂມງ​ນີ້​ເຮົາ​ຈະ​ໃຊ້​ຊາຍ​ຜູ້​ໜຶ່ງ​ແຕ່​ແຂວງ​ເບນຢາມີນ​ມາ​ຫາ​ເຈົ້າ ເຈົ້າ​ຈົ່ງ​ສະໂລມ​ທາ​ເພິ່ນ​ໃຫ້​ເປັນ​ເຈົ້ານາຍ​ພວກ​ຂອງ​ເຮົາ​ພວກ​ຍິດ​ສະລາເອນ.” (1 ຊາເມືອນ 9:15, 16) ຊາເມືອນ​ເຂົ້າ​ໃຈ​ວ່າ​ລາວ​ຈະ​ບໍ່​ໄດ້​ນຳ​ໜ້າ​ຊາດ​ອິດ​ສະ​ແອນ​ອີກ​ຕໍ່​ໄປ ແລະ​ພະ​ເຢໂຫວາ​ຕ້ອງການ​ໃຫ້​ລາວ​ແຕ່ງ​ຕັ້ງ​ຜູ້​ນຳ​ຄົນ​ໃໝ່. ດັ່ງ​ນັ້ນ ຊາເມືອນ​ຈຶ່ງ​ຄຶດ​ແລະ​ຂຶ້ນ​ແຜນ​ເພື່ອ​ກຽມ​ຊາຍ​ຄົນ​ນັ້ນ​ໃຫ້​ພ້ອມ​ສຳ​ລັບ​ວຽກ​ມອບ​ໝາຍ​ໃໝ່.

      14 ມື້​ຕໍ່​ມາ​ຊາເມືອນ​ໄດ້​ພົບ​ກັບ​ຊາອຶລ ແລະ​ພະ​ເຢ​ໂຫວາ​ກໍ​ໄດ້​ບອກ​ຊາເມືອນ​ວ່າ: “ຊາຍ​ທີ່​ເຮົາ​ໄດ້​ບອກ​ທ່ານ . . . ກໍ​ຢູ່​ຫັ້ນ​ແລ້ວ.” ທັນ​ໃດ​ນັ້ນ ຊາ​ເມືອນ​ກໍ​ເຮັດ​ຕາມ​ທີ່​ຄຶດ​ໄວ້. ລາວ​ສ້າງ​ບັນ​ຍາ​ກາດ​ທີ່​ດີ​ເພື່ອ​ຈະ​ລົມ​ກັບ​ຊາອຶລ. ຊາເມືອນ​ໄດ້​ເຊີນ​ຊາອຶລ​ກັບ​ຄົນ​ຮັບໃຊ້​ໃຫ້​ມາ​ນັ່ງ​ກິນ​ເຂົ້າ​ນຳ​ກັນ ໂດຍ​ໃຫ້​ເຂົາ​ເຈົ້າ​ນັ່ງ​ໃນ​ບ່ອນ​ທີ່​ດີ​ກວ່າ​ຄົນ​ອື່ນ​ແລະ​ຈັດ​ອາຫານ​ສ່ວນ​ທີ່​ດີ​ທີ່​ສຸດ​ໃຫ້​ນຳ. ຊາເມືອນ​ບອກ​ວ່າ: “ຈົ່ງ​ເອົາ . . . ແລະ​ກິນ​ເຖີ້ນ ເຫດ​ວ່າ​ອັນ​ນີ້​ເປັນ​ທີ່​ມ້ຽນ​ໄວ້​ສຳລັບ​ເຈົ້າ​ເຖິງ​ເວລາ​ກຳນົດ.” ຫຼັງ​ຈາກ​ກິນ​ເຂົ້າ​ແລ້ວ ຊາເມືອນ​ເຊີນ​ຊາອຶລ​ໄປ​ເຮືອນ​ຂອງ​ລາວ. ເມື່ອ​ຍ່າງ​ໄປ ທັງ​ສອງ​ລົມ​ກັນ​ຢ່າງ​ມ່ວນ​ຊື່ນ. ເມື່ອ​ຮອດ​ເຮືອນ​ຂອງ​ຊາເມືອນ ເຂົາ​ເຈົ້າ​ພາ​ກັນ​ຂຶ້ນ​ໄປ​ເທິງ​ດາດ​ຟ້າ​ແລະ​ຊາເມືອນ ‘ໄດ້​ເວົ້າ​ກັບ​ຊາອຶລ​ຢູ່​ເທິງ​ດາດ​ຟ້າ’ ຈົນ​ຮອດ​ເວລາ​ໄປ​ນອນ. ມື້​ຕໍ່​ມາ ຊາເມືອນ​ໄດ້​ແຕ່ງ​ຕັ້ງ​ຊາອຶລ ຈູບ​ລາວ ແລະ​ໃຫ້​ຄຳ​ແນະນຳ​ເພີ່ມ​ເຕີມ. ຫຼັງ​ຈາກ​ນັ້ນ ຊາອຶລ​ກໍ​ໄປ​ແລະ​ກຽມ​ພ້ອມ​ສຳລັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ວັນ​ຂ້າງ​ໜ້າ.—1 ຊາເມືອນ 9:17-27; 10:1

      15 ແນ່ນອນ​ວ່າ​ການ​ທີ່​ຊາເມືອນ​ແຕ່ງ​ຕັ້ງ​ຊາອຶລ​ໃຫ້​ເປັນ​ຜູ້​ນຳ​ຊາດ​ອິດສະລາແອນ​ແຕກຕ່າງ​ກັນ​ຫຼາຍ​ກັບ​ການ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ​ໃຫ້​ເປັນ​ຜູ້​ເຖົ້າ​ແກ່​ຫຼື​ຜູ້​ຊ່ວຍ​ງານ​ຮັບໃຊ້​ໃນ​ປະຊາຄົມ. ແຕ່​ຜູ້ເຖົ້າ​ແກ່​ກໍ​ສາມາດ​ຮຽນ​ຮູ້​ບົດຮຽນ​ທີ່​ສຳຄັນ​ຫຼາຍ​ຢ່າງ​ຈາກ​ວິທີ​ທີ່​ຊາເມືອນ​ກຽມ​ຫົວໃຈ​ຂອງ​ຊາອຶລ. ໃຫ້​ເຮົາ​ພິຈາລະນາ​ບົດຮຽນ​ສອງ​ເລື່ອງ​ນຳ​ກັນ.

      ເປັນ​ຜູ້​ສອນ​ທີ່​ເຕັມ​ໃຈ​ແລະ​ເປັນ​ໝູ່​ທີ່​ດີ

      16. (ກ) ເມື່ອ​ຊາວ​ອິດສະລາແອນ​ຂໍ​ໃຫ້​ມີ​ກະສັດ ຊາເມືອນ​ຮູ້ສຶກ​ແນວ​ໃດ? (ຂ) ເມື່ອ​ພະ​ເຢໂຫວາ​ບອກ​ໃຫ້​ແຕ່ງ​ຕັ້ງ​ຊາອຶລ ຊາເມືອນ​ມີ​ທ່າທີ​ແນວ​ໃດ?

      16 ເຕັມ​ໃຈ​ແລະ​ບໍ່​ລັງເລ​ໃຈ. ຕອນ​ທຳອິດທີ່​ຊາ​ເມືອນ​ໄດ້​ຍິນ​ວ່າ​ຊາວ​ອິດສະລາແອນ​ຢາກ​ໄດ້ກະ​ສັດ​ທີ່​ເປັນ​ມະນຸດ ລາວ​ຮູ້ສຶກ​ຜິດ​ຫວັງ​ແລະ​ຮູ້​ສຶກ​ວ່າ​ຊາວ​ອິດ​ສະ​ແອນ​ບໍ່​ຢາກ​ໃຫ້​ລາວ​ເປັນ​ຜູ້​ນຳ​ອີກ​ຕໍ່​ໄປ. (1 ຊາເມືອນ 8:4-8) ຍ້ອນ​ວ່າ​ຊາເມືອນ​ບໍ່​ຕ້ອງການ​ແຕ່ງ​ຕັ້ງ​ກະສັດ​ໃຫ້​ເຂົາ​ເຈົ້າ ພະ​ເຢ​ໂຫ​ວາ​ຈຶ່ງ​ຕ້ອງ​ບອກ​ຊາເມືອນ​ເຖິງ​ສາມ​ຄັ້ງ​ໃຫ້ຟັງ​ປະ​ຊາ​ຊົນ. (1 ຊາເມືອນ 8:7, 9, 22) ເຖິງ​ວ່າ​ຊາ​ເມືອນ​ຮູ້ສຶກ​ແບບ​ນີ້ ແຕ່​ລາວ​ບໍ່​ໄດ້​ອິດສາຫຼື​ວ່າ​ຄຽດ​ໃຫ້​ຜູ້​ທີ່​ຈະ​ມາ​ເຮັດ​ໜ້າ​ທີ່​ເປັນ​ຜູ້​ນຳ​ແທນ​ລາວ. ເມື່ອ​ພະ​ເຢໂຫວາ​ບອກ​ຊາເມືອນ​ໃຫ້​ແຕ່ງ​ຕັ້ງ​ຊາ​ອຶລ ລາວ​ບໍ່​ໄດ້​ລັງເລ​ໃຈ. ລາວ​ເຕັມ​ໃຈ​ເຊື່ອ​ຟັງ​ບໍ່​ແມ່ນ​ຍ້ອນ​ໜ້າ​ທີ່ ແຕ່​ຍ້ອນ​ວ່າ​ລາວ​ຮັກ​ພະ​ເຢ​ໂຫ​ວາ.

      ຜູ້​ເຖົ້າ​ແກ່​ແບ່ງ​ເວລາ​ຈາກ​ຕາ​ຕະລາງ​ທີ່​ເຕັມ​ແໜ້ນ​ເພື່ອ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ

      17. ໃນ​ທຸກ​ມື້​ນີ້​ຜູ້​ເຖົ້າ​ແກ່​ຮຽນ​ແບບ​ຢ່າງ​ຂອງ​ຊາເມືອນ​ແນວ​ໃດ ແລະ​ອັນ​ໃດ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສຸກ?

      17 ໃນ​ທຸກ​ມື້​ນີ້ ຜູ້​ເຖົ້າ​ແກ່​ຫຼາຍ​ຄົນ​ທີ່​ມີ​ປະ​ສົບ​ການ​ໄດ້​ຮຽນ​ແບບ​ຢ່າງ​ຂອງ​ຊາເມືອນ​ແລະ​ຝຶກ​ອົບ​ຮົບ​ພີ່​ນ້ອງ​ຊາຍ​ດ້ວຍ​ຄວາມ​ຮັກ. (1 ເປໂຕ 5:2) ຜູ້​ເຖົ້າ​ແກ່​ເຫຼົ່າ​ນີ້​ທີ່​ມີ​ຄວາມ​ກະລຸນາ ເຕັມ​ໃຈ​ສອນ​ພີ່​ນ້ອງ​ຊາຍ​ແລະ​ບໍ່​ລັງເລ​ໃຈ​ທີ່​ຈະ​ແບ່ງ​ປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ປະຊາຄົມ​ໃຫ້​ກັບ​ເຂົາ​ເຈົ້າ. ຜູ້​ເຖົ້າ​ແກ່​ຮູ້ສຶກ​ວ່າ​ພີ່​ນ້ອງ​ຊາຍ​ເຫຼົ່າ​ນີ້​ເປັນ ‘ເພື່ອນ​ຮ່ວມ​ງານ’ ທີ່​ມີ​ຄ່າ​ເຊິ່ງ​ຈະ​ຊ່ວຍ​ເຂົາ​ເຈົ້າ​ເບິ່ງ​ແຍງ​ຄວາມ​ຈຳເປັນ​ຕ່າງໆ​ໃນ​ປະຊາຄົມ. (2 ໂກລິນໂທ 1:24; ເຫບເລີ 13:16) ຜູ້​ເຖົ້າ​ແກ່​ເຫຼົ່າ​ນີ້​ທີ່​ບໍ່​ມີ​ຄວາມ​ເຫັນ​ແກ່​ຕົວ ມີ​ຄວາມ​ສຸກ​ເມື່ອ​ເຫັນ​ພີ່​ນ້ອງ​ຊາຍ​ທີ່​ໄດ້​ຮັບ​ການ​ຝຶກ​ອົບຮົມ​ໃຊ້​ຄວາມ​ສາມາດ​ເພື່ອ​ຊ່ວຍ​ປະ​ຊາຊົນ​ຂອງ​ພະ​ເຢໂຫວາ.—ກິດຈະການ 20:35

      18, 19. ຜູ້​ເຖົ້າ​ແກ່​ຈະ​ກຽມ​ຫົວໃຈ​ຂອງ​ພີ່​ນ້ອງ​ຊາຍ​ແນວ​ໃດ ແລະ​ເປັນ​ຫຍັງ​ການ​ເຮັດ​ແບບ​ນີ້​ຈຶ່ງ​ສຳຄັນ?

      18 ໃຫ້​ເປັນ​ໝູ່ ບໍ່​ແມ່ນ​ເປັນ​ແຕ່​ຜູ້​ສອນ. ທີ່​ຈິງ​ເມື່ອ​ພົບ​ກັບ​ຊາອຶລ ຊາເມືອນ​ສາມາດ​ແຕ່ງ​ຕັ້ງ​ລາວ​ໃຫ້​ເປັນ​ກະສັດ​ໄດ້​ທັນທີ​ໂດຍ​ເທ​ນ້ຳມັນ​ໃສ່​ຫົວ​ຊາອຶລ ແລະ​ລາວ​ກໍ​ຈະ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ນຳ​ຄົນ​ໃໝ່ ແຕ່​ການ​ເຮັດ​ແບບ​ນັ້ນ​ບໍ່​ໄດ້​ຊ່ວຍ​ຊາ​ອຶລ​ໃຫ້​ກຽມ​ພ້ອມ​ເພື່ອ​ຈະ​ເປັນ​ຜູ້​ນຳ​ປະຊາຊົນ​ຂອງ​ພະ​ເຢໂຫວາ. ແທນ​ທີ່​ຈະ​ເຮັດ​ແນວ​ນັ້ນ ຊາ​ເມືອນ​ໃຊ້​ເວລາ​ກຽມ​ຫົວໃຈ​ຂອງ​ຊາອຶລ​ສຳລັບ​ວຽກ​ມອບ​ໝາຍ​ໃໝ່ ນັ້ນ​ຄື ກ່ອນ​ທີ່​ຊາເມືອນ​ຈະ​ແຕ່ງ​ຕັ້ງ​ຊາອຶລ ເຂົາ​ເຈົ້າ​ກິນ​ເຂົ້າ​ນຳ​ກັນ ອອກ​ໄປ​ຍ່າງ​ຫຼິ້ນ​ນຳ​ກັນ ລົມ​ກັນ​ເປັນ​ເວລາ​ດົນ​ນານ ແລະ​ພັກຜ່ອນ​ໃຫ້​ເຊົາ​ເມື່ອຍ. ຊາເມືອນ​ລໍ​ຖ້າ​ຈົນ​ເຖິງ​ເວລາ​ທີ່​ເໝາະ​ສົມ​ຈຶ່ງ​ແຕ່ງ​ຕັ້ງ​ຊາອຶລ​ໃຫ້​ເປັນ​ກະສັດ.

      ຜູ້​ເຖົ້າ​ແກ່​ແລະ​ຜູ້​ຊ່ວຍ​ງານ​ຮັບໃຊ້​ລົມ​ກັນ​ແບບ​ຜ່ອນຄາຍ

      ການ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ​ເລີ່ມ​ຕົ້ນ​ຈາກ​ການ​ເປັນ​ໝູ່​ທີ່​ດີ (ເບິ່ງ​ຂໍ້ 18, 19)

      19 ທຸກ​ມື້​ນີ້​ກໍ​ຄື​ກັນ ກ່ອນ​ຈະ​ເລີ່ມ​ຕົ້ນ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ ຜູ້​ເຖົ້າ​ແກ່​ຄວນ​ພະຍາຍາມ​ເປັນ​ໝູ່​ກັບ​ເຂົາ​ເຈົ້າ. ສິ່ງ​ທີ່​ຜູ້​ເຖົ້າ​ແກ່​ເຮັດ​ເພື່ອ​ໃຫ້​ພີ່​ນ້ອງ​ຊາຍ​ຮູ້ສຶກ​ສະດວກ​ໃຈ​ນຳ​ແມ່ນ​ຈະ​ແຕກຕ່າງ​ກັນ​ໄປ​ເຊິ່ງ​ແລ້ວ​ແຕ່​ສະພາບການ​ແລະ​ວັດທະນາ​ທຳ​ໃນ​ທ້ອງຖິ່ນ. ບໍ່​ວ່າ​ຈະ​ຢູ່​ໃສ ຖ້າ​ຜູ້​ເຖົ້າ​ແກ່​ແບ່ງ​ເວລາ​ຈາກ​ຕາ​ຕະລາງ​ທີ່​ເຕັມ​ແໜ້ນ​ເພື່ອ​ຝຶກ​ອົບ​ຮົມ​ພີ່​ນ້ອງ​ຊາຍ ລາວ​ຈະ​ຮູ້ສຶກ​ວ່າ​ຜູ້​ເຖົ້າ​ແກ່​ໃຫ້​ຄວາມ​ສຳຄັນ​ຕໍ່​ລາວ. (ອ່ານ ໂລມ 12:10) ຂໍ​ໃຫ້​ໝັ້ນ​ໃຈ​ວ່າ​ພີ່​ນ້ອງ​ຊາຍ​ຮູ້ສຶກ​ຂອບໃຈ​ຫຼາຍ​ທີ່​ເຮົາ​ເປັນ​ຫ່ວງ​ແລະ​ເອົາໃຈໃສ່​ລາວ​ດ້ວຍ​ຄວາມ​ຮັກ.

      20, 21. (ກ) ຜູ້​ສອນ​ທີ່​ປະສົບ​ຜົນ​ສຳເລັດ​ຕ້ອງ​ເຮັດ​ແນວ​ໃດ? (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

      20 ຂໍ​ໃຫ້​ຈື່​ໄວ້​ວ່າ​ຜູ້​ສອນ​ທີ່​ປະສົບ​ຜົນ​ສຳເລັດ​ບໍ່​ແມ່ນ​ຍ້ອນ​ມັກ​ສອນ​ຄົນ​ອື່ນ​ເທົ່າ​ນັ້ນ ແຕ່​ຕ້ອງ​ຮັກ​ຄົນ​ທີ່​ຕົນ​ເອງ​ກຳລັງ​ສອນ​ນຳ. (ສົມ​ທຽບ​ກັບ​ໂຢຮັນ 5:20) ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ? ຍ້ອນ​ວ່າ​ຖ້າ​ຜູ້​ຖືກ​ຝຶກ​ສອນ​ຮູ້ສຶກ​ວ່າ​ເຮົາ​ສົນ​ໃຈ​ລາວ​ແທ້ໆ ລາວ​ກໍ​ຈະ​ເຕັມ​ໃຈ​ຮຽນ​ຮູ້​ຈາກ​ເຮົາ. ຜູ້​ເຖົ້າ​ແກ່​ທັງ​ຫຼາຍ ບໍ່​ຄວນ​ເປັນ​ແຕ່​ຜູ້​ສອນ​ເທົ່າ​ນັ້ນ​ແຕ່​ໃຫ້​ເປັນ​ໝູ່​ທີ່​ດີ​ນຳ.—ສຸພາສິດ 17:17; ໂຢຮັນ 15:15

      21 ຫຼັງ​ຈາກ​ທີ່​ກຽມ​ຫົວໃຈ​ຂອງ​ພີ່​ນ້ອງ​ຊາຍ​ແລ້ວ ຜູ້​ເຖົ້າ​ແກ່​ກໍ​ສາມາດ​ເລີ່ມ​ຕົ້ນ​ຝຶກ​ອົບຮົມ​ລາວ​ໄດ້. ຜູ້​ເຖົ້າ​ແກ່​ສາມາດ​ໃຊ້​ວິທີ​ການ​ໃດ​ແດ່? ເຮົາ​ຈະ​ພິຈາລະນາ​ໃນ​ບົດ​ຄວາມ​ຕໍ່​ໄປ.

      a ເຖິງ​ວ່າ​ບົດ​ຄວາມ​ນີ້​ແລະ​ບົດ​ຄວາມ​ຕໍ່​ໄປ​ຂຽນ​ເພື່ອ​ຜູ້​ເຖົ້າ​ແກ່​ໂດຍ​ສະເພາະ ແຕ່​ທຸກ​ຄົນ​ຄວນ​ສົນ​ໃຈ​ເລື່ອງ​ນີ້ ເພາະ​ຈະ​ຊ່ວຍ​ພີ່​ນ້ອງ​ຊາຍ​ທຸກ​ຄົນ​ໃຫ້​ເຂົ້າ​ໃຈ​ວ່າ​ເຂົາ​ເຈົ້າ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ເພື່ອ​ຈະ​ເຮັດ​ວຽກ​ຫຼາຍ​ຂຶ້ນ​ໃນ​ປະຊາຄົມ. ຖ້າ​ໃນ​ປະຊາຄົມ​ມີ​ພີ່​ນ້ອງ​ຊາຍ​ທີ່​ໄດ້​ຮັບ​ການ​ຝຶກ​ອົບຮົມ​ຫຼາຍ​ຂຶ້ນ ທຸກ​ຄົນ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ.

      b ຜູ້​ເຖົ້າ​ແກ່​ເຫຼົ່າ​ນີ້​ຢູ່​ໃນ​ປະເທດ​ອົດສະຕຣາລີ ບັງ​ກະລາ​ເທດ ແບນ​ຊິກ ເບຣ​ຊິນ ຝຣັ່ງ ກຸຍ​ຢາ​ນ (ຝຣັ່ງ) ຍີ່ປຸ່ນ ເກົາ​ຫຼີ ແມັກ​ຊິກ ນາ​ມີ​ບີ ນີເຊເຣຍ ເຣອູຍນີ​ອົງ ລັດເຊຍ ອາ​ຝຼິກ​ກາ​ໃຕ້ ແລະ​ອາເມລິກາ.

      ວຽກ​ມອບ​ໝາຍ​ທີ່​ຕ້ອງ​ຟ້າວ​ເຮັດ

      ພີ່​ນ້ອງ​ທີ່​ຮັບໃຊ້​ໃນ​ບ່ອນ​ທີ່ “ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ” ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ​ໃນ​ທ້ອງຖິ່ນ​ເພື່ອ​ໃຫ້​ເປັນ​ຜູ້​ດູ​ແລ​ຝູງ​ແກະ

      ພີ່​ນ້ອງ​ຊາຍ​ຍິງ​ຈາກ​ທົ່ວ​ໂລກ​ໄດ້​ຍ້າຍ​ໄປ​ປະເທດ​ຕ່າງໆ​ເພື່ອ​ຊ່ວຍ​ປະຊາຄົມ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ. ເຂົາ​ເຈົ້າ​ເຮັດ​ວຽກ​ໜັກ​ໃນ​ການ​ປະກາດ​ແລະ​ໃນ​ການ​ສອນ​ເລື່ອງ​ຂ່າວ​ດີ. ຖ້າ​ພີ່​ນ້ອງ​ເຫຼົ່າ​ນັ້ນ​ຕ້ອງ​ອອກ​ຈາກ​ປະເທດ​ນັ້ນ ຈະ​ມີ​ຫຍັງ​ເກີດ​ຂຶ້ນ? ໃນ​ຫຼາຍໆ​ເຂດ ມີ​ພີ່​ນ້ອງ​ຊາຍ​ໃນ​ທ້ອງຖິ່ນ​ທີ່​ບໍ່​ໄດ້​ຮັບ​ການ​ຝຶກ​ອົບຮົມ​ຢ່າງ​ພຽງ​ພໍ​ເພື່ອ​ຈະ​ເອົາໃຈໃສ່​ຄວາມ​ຈຳເປັນ​ຕ່າງໆ​ຂອງ​ປະຊາຄົມ. ຖ້າ​ເຮົາ​ເປັນ​ຜູ້​ເຖົ້າ​ແກ່​ທີ່​ໄດ້​ຍ້າຍ​ໄປ​ຮັບໃຊ້​ໃນ​ເຂດ​ແບບ​ນັ້ນ ຂໍ​ໃຫ້​ເຮົາ​ຢ່າ​ຊັກຊ້າ​ທີ່​ຈະ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ​ເຫຼົ່າ​ນັ້ນ​ເພື່ອ​ເຂົາ​ເຈົ້າ​ຈະ​ເບິ່ງ​ແຍງ​ປະຊາຄົມ​ໄດ້.

  • ວິທີ​ທີ່​ຜູ້​ເຖົ້າ​ແກ່​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ​ໃຫ້​ມີ​ຄຸນສົມບັດ
    ຫໍສັງເກດການ—2015 | 15 ເມສາ
    • ເອລີເຊ​ເບິ່ງ​ເອລີຢາ​ໃຊ້​ເສື້ອ​ຊັ້ນ​ນອກ​ຟາດ​ນ້ຳ​ໃນ​ແມ່ນ້ຳ​ຢູລະເດນ​ໃຫ້​ແຍກ​ຈາກ​ກັນ

      ວິທີ​ທີ່​ຜູ້​ເຖົ້າ​ແກ່​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ​ໃຫ້​ມີ​ຄຸນສົມບັດ

      “ຂໍ້​ຄວາມ​ທັງ​ຫຼາຍ​ນັ້ນ​ທີ່​ທ່ານ​ໄດ້​ຍິນ​ແຕ່​ເຮົາ . . . ຈົ່ງ​ຝາກ​ໄວ້​ແກ່​ຄົນ​ທັງ​ຫຼາຍ​ຜູ້​ສັດ​ຊື່.”—2 ຕີໂມເຕ 2:2

      ເຮົາ​ຈະ​ຕອບ​ແນວ​ໃດ?

      • ຜູ້​ເຖົ້າ​ແກ່​ຈະ​ຊ່ວຍ​ພີ່​ນ້ອງ​ຊາຍ​ແນວ​ໃດ​ໃຫ້​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ?

      • ເພື່ອ​ຊ່ວຍ​ພີ່​ນ້ອງ​ຊາຍ​ທີ່​ບໍ່​ຢາກ​ຮັບ​ເອົາ​ວຽກ​ມອບ​ໝາຍ​ຫຼາຍ​ຂຶ້ນ​ໃນ​ປະຊາຄົມ ຜູ້​ເຖົ້າ​ແກ່​ອາດ​ໃຊ້​ພະ​ຄຳພີ​ຂໍ້​ໃດ?

      • ພີ່​ນ້ອງ​ຊາຍ​ທີ່​ຖືກ​ຝຶກ​ອົບຮົມ​ຈະ​ຮຽນ​ແບບ​ເອລີເຊ​ໄດ້​ແນວ​ໃດ?

      1. (ກ) ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ເບິ່ງ​ການ​ຝຶກ​ອົບຮົມ​ວ່າ​ເປັນ​ແນວ​ໃດ ແລະ​ໃນ​ທຸກ​ມື້​ນີ້ ເປັນ​ຫຍັງ​ການ​ຝຶກ​ອົບຮົມ​ຈຶ່ງ​ເປັນ​ສິ່ງ​ຈຳເປັນ? (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

      ຜູ້​ຮັບ​ໃຊ້​ຂອງ​ພະ​ເຢໂຫວາ​ຮູ້​ດີ​ວ່າ​ການ​ຝຶກ​ອົບຮົມ​ເຮັດ​ໃຫ້​ເກີດ​ຄວາມ​ສຳ​ເລັດ. ຕົວຢ່າງ​ເຊັ່ນ: ໂດຍ​ລວບລວມ “ຂ້າ​ໃຊ້​ຜູ້​ຈັດ​ຕຽມ​ແລ້ວ” ຫຼື​ຄົນ​ທີ່​ຖືກ​ຝຶກ​ມາ​ຈົນ​ຊຳນານ ອັບລາມ​ຈຶ່ງ​ສາມາດ​ຊ່ວຍ​ໂລດ​ໄດ້​ສຳເລັດ. (ຕົ້ນເດີມ 14:14-16) ຄ້າຍ​ກັນ ນັກ​ຮ້ອງ​ໃນ​ສະໄໝ​ຂອງ​ກະສັດ​ດາວິດ “ໄດ້​ຮັບ​ການ​ຝຶກ” ໃຫ້​ຮ້ອງ​ເພງ​ສັນລະເສີນ​ພະ​ເຢໂຫວາ. (1 ຂ່າວຄາວ 25:7, ທ.ປ.) ໃນ​ທຸກ​ມື້​ນີ້ ເຮົາ​ຕ້ອງ​ຕໍ່​ສູ້​ກັບ​ຊາຕານ​ແລະ​ໂລກ​ທີ່​ມັນ​ປົກຄອງ. (ເອເຟດ 6:11-13) ນອກ​ຈາກ​ນັ້ນ ເຮົາ​ຍັງ​ເຮັດ​ວຽກ​ໜັກ​ເພື່ອ​ສັນລະເສີນ​ພະ​ເຢໂຫວາ​ໂດຍ​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ຊື່​ຂອງ​ພະອົງ. (ເຫບເລີ 13:15, 16) ເພື່ອ​ເຮົາ​ຈະ​ປະສົບ​ຄວາມ​ສຳ​ເລັດ​ຄື​ກັບ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໃນ​ສະໄໝ​ອະດີດ ເຮົາ​ກໍ​ຕ້ອງ​ໄດ້​ຮັບ​ການ​ຝຶກ​ອົບຮົມ. ທີ່​ຈິງ ພະ​ເຢໂຫວາ​ໄດ້​ມອບ​ໝາຍ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃຫ້​ຜູ້​ເຖົ້າ​ແກ່​ເພື່ອ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ​ໃນ​ປະຊາຄົມ. (2 ຕີໂມເຕ 2:2) ມີ​ວິທີ​ໃດ​ແດ່​ທີ່​ຜູ້​ເຖົ້າ​ແກ່​ບາງ​ຄົນ​ໃຊ້​ເພື່ອ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ​ໃຫ້​ເບິ່ງ​ແຍງ​ປະຊາຊົນ​ຂອງ​ພະ​ເຢໂຫວາ?

      ຊ່ວຍ​ພີ່​ນ້ອງ​ຊາຍ​ໃຫ້​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ

      2. ກ່ອນ​ຈະ​ສອນ​ຄວາມ​ຮູ້​ໃໝ່ໆ​ໃຫ້​ກັບ​ພີ່​ນ້ອງ​ຊາຍ ຜູ້​ເຖົ້າ​ແກ່​ອາດ​ຈະ​ເຮັດ​ຫຍັງ​ແລະ​ຍ້ອນ​ຫຍັງ​ຈຶ່ງ​ເຮັດ​ແນວ​ນັ້ນ?

      2 ອາດ​ສົມ​ທຽບ​ຜູ້​ເຖົ້າ​ແກ່​ຄື​ກັບ​ຊາວ​ສວນ. ກ່ອນ​ທີ່​ຈະ​ປູກ​ພືດ​ຊາວ​ສວນ​ອາດ​ຈະ​ຕ້ອງ​ໃສ່​ຝຸ່ນ​ໃນ​ດິນ​ເພື່ອ​ເຮັດ​ໃຫ້​ຕົ້ນ​ໄມ້​ເຕີບ​ໃຫຍ່​ແລະ​ແຂງແຮງ. ຄ້າຍຄືກັນ ກ່ອນ​ທີ່​ຜູ້​ເຖົ້າ​ແກ່​ຈະ​ເລີ່ມ​ສອນ​ຄວາມ​ຮູ້​ໃໝ່ໆໃຫ້ກັບ​ພີ່​ນ້ອງ​ຊາຍ​ລາວ​ອາດ​ຈະ​ຕ້ອງ​ລົມ​ກັບ​ພີ່​ນ້ອງ​ຊາຍ​ເລື່ອງ​ຫຼັກການ​ບາງ​ຢ່າງ​ໃນ​ຄຳພີ​ໄບເບິນ​ເພື່ອ​ໃຫ້​ພີ່​ນ້ອງຊາຍກຽມ​ພ້ອມ​ທີ່​ຈະ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ຮູ້​ໄປ​ນຳ​ໃຊ້.—1 ຕີໂມເຕ 4:6

      3. (ກ) ເມື່ອ​ລົມ​ກັບ​ພີ່​ນ້ອງ​ຊາຍ ຜູ້​ເຖົ້າ​ແກ່​ອາດ​ໃຊ້​ຄຳ​ເວົ້າ​ຂອງ​ພະ​ເຍຊູ​ໃນ​ມາລະໂກ 12:29, 30 ແນວ​ໃດ? (ຂ) ຄຳ​ອະທິດຖານ​ຂອງ​ຜູ້​ເຖົ້າ​ແກ່​ອາດ​ມີ​ຜົນ​ກະທົບ​ແນວ​ໃດ​ຕໍ່​ພີ່​ນ້ອງ​ຊາຍ?

      3 ເປັນ​ສິ່ງ​ສຳຄັນ​ທີ່​ຈະ​ຮູ້​ວ່າ​ຄວາມ​ຈິງ​ມີ​ຜົນ​ກະ​ທົບ​ແນວ​ໃດ​ຕໍ່​ຄວາມ​ຄຶດ​ແລະ​ຄວາມ​ຮູ້ສຶກ​ຂອງ​ພີ່​ນ້ອງ​ຊາຍ. ເພື່ອ​ຈະ​ຮູ້​ເລື່ອງ​ນີ້ ຜູ້​ເຖົ້າ​ແກ່​ອາດ​ຖາມ​ພີ່ນ້ອງ​ຊາຍ​ວ່າ​ການ​ທີ່​ລາວ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ມີ​ຜົນ​ກະທົບ​ແນວ​ໃດ​ຕໍ່​ການ​ຕັດສິນ​ໃຈ​ໃນ​ຊີວິດ​ຂອງລາວ. ຄຳຖາມ​ນັ້ນ​ອາດ​ນຳ​ໄປ​ສູ່​ການ​ລົມ​ກັນ​ກ່ຽວ​ກັບ​ວິທີ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ດ້ວຍ​ສຸດ​ຫົວ​ໃຈ. (ອ່ານ ມາລະໂກ 12:29, 30) ຜູ້​ເຖົ້າ​ແກ່​ອາດ​ອະທິດຖານ​ນຳ​ກັນ​ກັບ​ພີ່​ນ້ອງ​ຊາຍ​ແລະ​ຂໍ​ພະລັງ​ບໍລິສຸດ​ຂອງ​ພະ​ເຢ​ໂຫວາ​ເພື່ອ​ຊ່ວຍ​ພີ່​ນ້ອງ​ຊາຍ​ໃຫ້​ປະສົບ​ຜົນ​ສຳເລັດ​ໃນ​ການ​ຝຶກ​ອົບຮົມ. ເມື່ອ​ພີ່​ນ້ອງ​ຊາຍ​ໄດ້​ຍິນ​ຜູ້​ເຖົ້າ​ແກ່​ອະທິດຖານ​ເພື່ອ​ລາວ ນັ້ນ​ອາດ​ກະຕຸ້ນ​ລາວ​ໃຫ້​ຢາກ​ເຮັດ​ຫຼາຍ​ຂຶ້ນ.

      4. (ກ) ຂໍ​ໃຫ້​ຍົກ​ຕົວຢ່າງ​ບາງ​ເລື່ອງ​ໃນ​ຄຳພີ​ໄບເບິນ​ທີ່​ຈະ​ຊ່ວຍ​ພີ່​ນ້ອງ​ຊາຍ​ໃຫ້​ເຮັດ​ຄວາມ​ກ້າວ​ໜ້າ. (ຂ) ເມື່ອ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ ຜູ້​ເຖົ້າ​ແກ່​ຄວນ​ມີ​ເປົ້າ​ໝາຍ​ຫຍັງ?

      4 ເມື່ອ​ເລີ່ມ​ຕົ້ນ​ຝຶກ​ອົບຮົມ ເປັນ​ສິ່ງ​ທີ່​ດີ​ຖ້າ​ຜູ້​ເຖົ້າ​ແກ່​ຈະ​ພິຈາລະນາ​ບາງ​ເລື່ອງ​ໃນ​ຄຳພີ​ໄບເບິນ​ນຳກັນ​​ເພື່ອ​ຊ່ວຍ​ພີ່​ນ້ອງ​ຊາຍ​ໃຫ້​ເຫັນ​ຄວາມ​ສຳຄັນ​ໃນການ​ເປັນ​ຄົນ​ມີ​ນ້ຳໃຈ​ຊ່ວຍ​ເຫຼືອ ໄວ້​ໃຈ​ໄດ້ ແລະຖ່ອມ​ໃຈ. (1 ກະສັດ 19:19-21; ເນເຫມີ 7:2; 13:13; ກິດ​ຈະການ 18:24-26) ຄຸນ​ລັກສະນະ​ຕ່າງໆ​ເຫຼົ່າ​ນີ້​ເປັນ​ປະໂຫຍດ​ຕໍ່​ພີ່​ນ້ອງ​ຊາຍ​ຄື​ກັບ​ທີ່​ຝຸ່ນ​ເປັນ​ປະໂຫຍດ​ຕໍ່​ດິນ ເພາະ​ຄຸນ​ລັກສະນະ​ເຫຼົ່າ​ນີ້​ຈະ​ຊ່ວຍ​ພີ່​ນ້ອງ​ຊາຍ​ໃຫ້​ເຕີບ​ໃຫຍ່ ນັ້ນ​ຄື​ເຮັດ​ໃຫ້​ກ້າວ​ໜ້າ​ໄວ​ຂຶ້ນ. ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ຈາກ​ປະເທດ​ຝຣັ່ງ ຊື່ ຊ໋ອງ ຄລໍ ບອກ​ວ່າ: ເມື່ອ​ຝຶກ​ອົບຮົມ ເປົ້າ​ໝາຍ​ຂອງ​ລາວ​ກໍ​ຄື​ຊ່ວຍ​ພີ່​ນ້ອງ​ຊາຍ​ໃຫ້​ຕັດສິນ​ໃຈ​ຢ່າງ​ສະຫຼາດ​ສຸຂຸມ​ໂດຍ​ອາໄສຫຼັກ​ການ​ໃນ​ຄຳພີ​ໄບເບິນ. ລາວ​ບອກ​ວ່າ: “ຂ້ອຍ​ຊອກ​ຫາ​ໂອກາດ​ອ່ານ​ຂໍ້​ພະ​ຄຳພີ​ນຳ​ກັນ​ກັບ​ພີ່​ນ້ອງ​ຊາຍ​ເພື່ອ ‘ເປີດ​ຕາ’ ຂອງ​ລາວ​ໃຫ້​ເຫັນ ‘ຂໍ້​ອັດສະຈັນ​ໃຈ​ທັງ​ຫຼາຍ’ ທີ່​ຢູ່​ໃນ​ຄຳພີ​ໄບເບິນ.” (ຄຳເພງ 119:18) ມີ​ວິທີໃດ​ອີກ​ບໍ​ທີ່​ຈະ​ຊ່ວຍ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ?

      ແນະນຳ​ໃຫ້​ຕັ້ງ​ເປົ້າ​ໝາຍ​ແລະ​ບອກ​ເຫດຜົນ

      5. (ກ) ການ​ທີ່​ຜູ້​ເຖົ້າ​ແກ່​ລົມ​ກັບ​ພີ່​ນ້ອງ​ຊາຍ​ກ່ຽວ​ກັບ​ເປົ້າ​ໝາຍ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ​ສຳຄັນ​ແນວ​ໃດ? (ຂ) ເປັນ​ຫຍັງ​ຜູ້​ເຖົ້າ​ແກ່​ຄວນ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ​ຕັ້ງ​ແຕ່​ອາຍຸ​ຍັງ​ນ້ອຍ? (ເບິ່ງ​ຂໍ້​ຄວາມ​ໄຂ​ເງື່ອນ)

      5 ຜູ້​ເຖົ້າ​ແກ່​ອາດ​ຖາມ​ພີ່​ນ້ອງ​ຊາຍ​ວ່າ​ມີ​ເປົ້າ​ໝາຍ​ຫຍັງ​ແດ່​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ. ຖ້າ​ບໍ່​ມີ​ເປົ້າ​ໝາຍ​ຫຍັງ​ເລີຍ ກໍ​ອາດ​ຊ່ວຍ​ລາວ​ໃຫ້​ຕັ້ງ​ເປົ້າ​ໝາຍ​ຈັກ​ຢ່າງ​ໜຶ່ງ​ທີ່​ຈະ​ເຮັດ​ໄດ້. ເລົ່າ​ໃຫ້​ລາວ​ຟັງ​ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ​ກ່ຽວ​ກັບ​ເປົ້າ​ໝາຍ​ທີ່​ເຮົາ​ເຄີຍ​ມີ​ແລະ​ຄວາມ​ຍິນ​ດີ​ທີ່​ໄດ້​ຮັບ​ເມື່ອ​ເຮັດ​ຕາມ​ເປົ້າ​ໝາຍ​ນັ້ນ​ຈົນ​ສຳເລັດ. ນີ້​ເປັນ​ວິທີ​ທີ່​ງ່າຍໆ​ແຕ່​ກໍ​ເກີດ​ຜົນ​ດີ. ວິກເຕີ​ເຊິ່ງ​ເປັນ​ຜູ້​ເຖົ້າ​ແກ່​ແລະ​ເປັນ​ໄພໂອເນຍ​ໃນ​ປະເທດ​ອາ​ຝຼິກ​ກາ​ບອກ​ວ່າ: “ຕອນ​ທີ່​ເປັນ​ໄວຮຸ່ນ ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ຖາມ​ຂ້ອຍ​ກ່ຽວ​ກັບ​ເປົ້າ​ໝາຍ​ໃນ​ການ​ຮັບໃຊ້. ຄຳຖາມ​ເຫຼົ່າ​ນັ້ນ​ຊ່ວຍ​ຂ້ອຍ​ໃຫ້​ເລີ່ມ​ຄຶດ​ຢ່າງ​ຈິງ​ຈັງ​ກ່ຽວ​ກັບ​ວຽກ​ຮັບ​ໃຊ້.” ຜູ້​ເຖົ້າ​ແກ່​ທີ່​ມີ​ປະສົບການ​ຫຼາຍ​ຄົນ​ບອກ​ວ່າ​ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ​ຕອນ​ທີ່​ເຂົາ​ເຈົ້າ​ອາຍຸ​ຍັງ​ນ້ອຍ ຫຼື​ເມື່ອ​ເລີ່ມ​ເປັນ​ໄວຮຸ່ນ. ຜູ້​ເຖົ້າ​ແກ່​ອາດ​ມອບ​ໝາຍ​ວຽກ​ບາງ​ຢ່າງ​ໃນ​ປະຊາຄົມ​ທີ່​ເໝາະ​ກັບ​ອາຍຸ​ຂອງ​ເຂົາ​ເຈົ້າ. ຖ້າ​ພີ່​ນ້ອງ​ຊາຍ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ຕັ້ງ​ແຕ່​ອາຍຸ​ຍັງ​ນ້ອຍ ນັ້ນ​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ຈົດຈໍ່​ຢູ່​ກັບ​ເປົ້າ​ໝາຍ​ຕໍ່​ໄປ​ເຖິງ​ວ່າ​ຈະ​ມີ​ຫຼາຍ​ສິ່ງ​ທີ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຫຼື​ມີ​ອາຍຸ​ຫຼາຍ​ຂຶ້ນ​ກໍ​ຕາມ.—ອ່ານ ຄຳເພງ 71:5, 17a

      ຢູ່​ຫໍ​ປະຊຸມ ຜູ້​ເຖົ້າ​ແກ່​ອະທິບາຍ​ໃຫ້​ພີ່​ນ້ອງ​ຊາຍ​ໜຸ່ມ​ເຂົ້າ​ໃຈ​ຄວາມ​ສຳຄັນ​ຂອງ​ວຽກ​ທີ່​ລາວ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ເຮັດ

      ອະທິບາຍ​ໃຫ້​ພີ່​ນ້ອງ​ຊາຍ​ເຂົ້າ​ໃຈ​ຄວາມ​ສຳຄັນ​ຂອງ​ວຽກ​ທີ່​ລາວ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ເຮັດ ແລະ​ຊົມ​ເຊີຍ​ຄວາມ​ພະຍາຍາມ​ຂອງ​ລາວ (ເບິ່ງ​ຂໍ້ 5-8)

      6. ພະ​ເຍຊູ​ຝຶກ​ອົບຮົມ​ອັກຄະສາວົກ​ແນວ​ໃດ?

      6 ເພື່ອ​ກະຕຸ້ນ​ພີ່​ນ້ອງ​ຊາຍ​ໃຫ້​ຮັບໃຊ້​ຫຼາຍ​ຂຶ້ນ ຜູ້​ເຖົ້າ​ແກ່​ຢ່າ​ພຽງ​ແຕ່​ບອກ​ວ່າ​ຕ້ອງ​ເຮັດ​ຫຍັງ ແຕ່​ຕ້ອງ​ອະທິບາຍ​ນຳ​ວ່າ​ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຕ້ອງ​ເຮັດ​ແບບ​ນັ້ນ. ເມື່ອ​ພະ​ເຍຊູ​ຄູ​ຜູ້​ຍິ່ງໃຫຍ່​ບອກ​ອັກ​ຄະສາວົກ​ໃຫ້​ໄປ​ປະກາດ ພະອົງ​ບອກ​ເຫດຜົນ​ກັບ​ເຂົາ​ເຈົ້າ​ກ່ອນ​ວ່າ​ເປັນ​ຫຍັງ​ຈຶ່ງ​ຄວນ​ເຊື່ອ​ຟັງ​ສິ່ງ​ທີ່​ພະ​ອົງ​ເວົ້າ. ພະ​ເຍຊູ​ບອກ​ວ່າ: “ອຳນາດ​ທຸກ​ສິ່ງ​ເປັນ​ທີ່​ປະທານ​ໃຫ້​ແກ່​ເຮົາ​ແລ້ວ​ໃນ​ຟ້າ​ສະຫວັນ​ກໍ​ດີ ແລະ​ທີ່​ແຜ່ນດິນ​ໂລກ​ກໍ​ດີ. ເຫດ​ສັນນີ້​ທ່ານ​ທັງ​ຫຼາຍ​ຈົ່ງ​ໄປ​ແລະ​ກະທຳ​ໃຫ້​ພວກ​ຕ່າງ​ປະເທດ​ທັງ​ປວງ​ເຂົ້າ​ເປັນ​ລູກ​ສິດ.” (ມັດທາຍ 28:18, 19) ຜູ້​ເຖົ້າ​ແກ່​ຈະ​ຮຽນ​ແບບ​ວິທີ​ຝຶກ​ອົບຮົມ​ຂອງ​ພະ​ເຍຊູ​ໄດ້​ແນວ​ໃດ?

      7, 8. (ກ) ໃນ​ທຸກ​ມື້​ນີ້ ຜູ້​ເຖົ້າ​ແກ່​ຈະ​ຮຽນ​ແບບ​ວິທີ​ການ​ສອນ​ຂອງ​ພະ​ເຍຊູ​ໄດ້​ແນວ​ໃດ? (ຂ) ການ​ຊົມ​ເຊີຍ​ພີ່​ນ້ອງ​ຊາຍ​ສຳຄັນ​ຂະ​ໜາດ​ໃດ? (ຄ) ມີ​ຄຳ​ແນະນຳ​ອັນ​ໃດ​ອີກ​ທີ່​ຊ່ວຍ​ຜູ້​ເຖົ້າ​ແກ່​ໃນ​ການ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ? (ເບິ່ງ​ຂອບ “ວິທີ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ”)

      7 ເມື່ອ​ຂໍ​ພີ່​ນ້ອງ​ຊາຍ​ໃຫ້​ເຮັດ​ວຽກ​ບາງ​ຢ່າງໃຫ້​ອະ​ທິບາຍ​ຈາກ​ຄຳພີ​ໄບເບິນ​ວ່າ​ເປັນ​ຫຍັງ​ວຽກ​ນີ້​ຈຶ່ງ​ສຳ​ຄັນ. ການ​ເຮັດ​ແບບ​ນີ້​ຈະ​ສອນ​ພີ່​ນ້ອງ​ຊາຍ​ໃຫ້​ເຮັດ​ສິ່ງ​ຕ່າງໆ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ແລະ​ບໍ່​ແມ່ນ​ເປັນ​ພຽງ​ແຕ່​ກົດ​ລະບຽບ​ເທົ່າ​ນັ້ນ. ຕົວຢ່າງ​ເຊັ່ນ: ຖ້າ​ຜູ້​ເຖົ້າ​ແກ່​ຂໍ​ພີ່​ນ້ອງ​ຊາຍ​ໃຫ້​ເບິ່ງ​ແຍງ​ທາງ​ເຂົ້າ​ຫໍ​ປະ​ຊຸມ​ໃຫ້​ສະອາດ​ແລະ​ປອດໄພ ຜູ້​ເຖົ້າ​ແກ່​ອາດ​ໃຫ້​ລາວ​ເບິ່ງ​ຕິໂຕ 2:10. ແລ້ວ​ອະທິບາຍ​ວ່າ​ວຽກ​ທີ່​ລາວ​ເຮັດ​ຈະ​ເຮັດ​ໃຫ້​ຂ່າວ​ສານ​ເລື່ອງ​ລາຊະ​ອານາຈັກ​ເປັນ​ຕາ​ໜ້າ​ດຶງ​ດູດ​ໃຈ​ຫຼາຍ​ຂຶ້ນ​ຄື​ແນວ​ໃດ ແລະ​ຜູ້​ສູງ​ອາຍຸ​ໃນ​ປະຊາຄົມ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ. ວິທີ​ຝຶກ​ອົບ​ຮົມ​ແບບ​ນີ້​ຈະ​ຊ່ວຍ​ພີ່​ນ້ອງ​ຊາຍ​ໃຫ້​ຄຶດ​ເຖິງ​ຄົນ​ອື່ນ​ຫຼາຍ​ກວ່າ ແທນ​ທີ່​ຈະ​ຄຶດ​ວ່າ​ເປັນ​ພຽງ​ກົດ​ລະບຽບ​ທີ່​ຕ້ອງ​ປະຕິບັດ​ຕາມ. ເມື່ອ​ເຫັນ​ວ່າ​ພີ່​ນ້ອງ​ຊາຍ​ຍິງ​ໄດ້​ຮັບ​ປະໂຫຍດ​ຈາກ​ວຽກ​ທີ່​ຕົນ​ເອງ​ເຮັດ ລາວ​ກໍ​ຈະ​ມີ​ຄວາມ​ສຸກ​ທີ່​ໄດ້​ຮັບໃຊ້​ຄົນ​ອື່ນ.

      8 ຢ່າ​ລືມ​ຊົມ​ເຊີຍ ເມື່ອ​ພີ່​ນ້ອງ​ຊາຍ​ເອົາ​ຄຳ​ແນະນຳ​ຂອງ​ເຮົາ​ໄປ​ໃຊ້. ການ​ເຮັດ​ແບບ​ນັ້ນ​ສຳຄັນ​ຂະໜາດ​ໃດ? ນ້ຳ​ເຮັດ​ໃຫ້​ຕົ້ນ​ໄມ້​ເຕີບ​ໃຫຍ່​ແລະ​ແຂງແຮງ​ຄື​ກັນ​ກັບ​ການ​ຊົມ​ເຊີຍ​ຊ່ວຍ​ເຮັດ​ໃຫ້​ພີ່​ນ້ອງ​ຊາຍ​ກ້າວໜ້າ​ໃນ​ວຽກ​ຮັບໃຊ້​ພະ​ເຢໂຫວາ.—ສົມ​ທຽບ​ກັບ​ມັດທາຍ 3:17

      ອຸປະສັກ​ອື່ນໆ

      9. (ກ) ສິ່ງ​ໃດ​ອາດ​ເປັນ​ເລື່ອງ​ຍາກ​ສຳລັບ​ຜູ້​ເຖົ້າ​ແກ່​ເຊິ່ງ​ຢູ່​ໃນ​ປະເທດ​ທີ່​ຮັ່ງມີ? (ຂ) ເປັນ​ຫຍັງ​ພີ່​ນ້ອງ​ຊາຍ​ບາງ​ຄົນ​ຈຶ່ງ​ບໍ່​ໄດ້​ໃຫ້​ການ​ຮັບໃຊ້​ພະ​ເຢໂຫວາ​ມາ​ເປັນ​ອັນ​ດັບ​ທຳອິດ​ໃນ​ຊີວິດ?

      9 ຜູ້​ເຖົ້າ​ແກ່​ເຊິ່ງ​ຢູ່​ໃນ​ປະເທດ​ຮັ່ງມີ​ອາດ​ຖື​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ສະໜັບສະໜູນ​ພີ່​ນ້ອງ​ຊາຍ​ທີ່​ຮັບ​ບັບ​ເຕມາ​ແລ້ວ​ເຊິ່ງ​ອາຍຸ​ລະຫວ່າງ 20-40 ປີ ໃຫ້​ເຮັດ​ວຽກ​ຫຼາຍ​ຂຶ້ນ​ໃນ​ປະຊາຄົມ. ຜູ້​ເຖົ້າ​ແກ່​ທີ່​ມີ​ປະສົບການ​ຈາກ​ປະມານ 20 ປະເທດ​ບອກ​ສາເຫດ​ທີ່​ເຂົາ​ເຈົ້າ​ເຫັນ​ວ່າ​ເປັນ​ຫຍັງ​ພີ່​ນ້ອງ​ຊາຍ​ໜຸ່ມ​ບາງ​ຄົນ​ຈຶ່ງ​ບໍ່​ໄດ້​ເຮັດ​ວຽກ​ຫຼາຍ​ຂຶ້ນ​ໃນ​ປະຊາຄົມ. ຜູ້​ເຖົ້າ​ແກ່​ສ່ວນ​ຫຼາຍ​ບອກ​ວ່າ ຕອນ​ທີ່​ພີ່​ນ້ອງ​ຊາຍ​ເຫຼົ່າ​ນັ້ນ​ອາຍຸ​ຍັງ​ນ້ອຍ ພໍ່​ແມ່​ບໍ່​ໄດ້​ສະໜັບສະໜູນ​ໃຫ້​ຕັ້ງ​ເປົ້າ​ໝາຍ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ ແລະ​ເມື່ອ​ພີ່​ນ້ອງ​ຊາຍ​ໜຸ່ມ​ເຫຼົ່າ​ນັ້ນ​ຢາກ​ຈະ​ຮັບໃຊ້​ຫຼາຍ​ຂຶ້ນ ພໍ່​ແມ່​ກໍ​ສະໜັບສະໜູນ​ໃຫ້​ຮຽນ​ສູງໆ​ຫຼື​ເຮັດ​ວຽກ​ອາຊີບ​ທີ່​ມີ​ໜ້າ​ມີ​ຕາ. ດັ່ງ​ນັ້ນ ວຽກ​ຮັບໃຊ້​ພະ​ເຢໂຫວາ​ຈຶ່ງ​ບໍ່​ເຄີຍ​ເປັນ​ອັນ​ດັບ​ທຳອິດ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ.—ມັດທາຍ 10:24

      10, 11. (ກ) ຜູ້​ເຖົ້າ​ແກ່​ອາດ​ຈະ​ຄ່ອຍໆ​ຊ່ວຍ​ພີ່​ນ້ອງ​ຊາຍ​ແນວ​ໃດ​ໃຫ້​ປັບ​ປ່ຽນ​ວິທີ​ຄຶດ? (ຂ) ຜູ້​ເຖົ້າ​ແກ່​ອາດ​ຈະ​ໃຊ້​ພະ​ຄຳພີ​ຂໍ້​ໃດ​ແດ່​ເພື່ອ​ກະຕຸ້ນ​ພີ່​ນ້ອງ​ຊາຍ ແລະ​ເປັນ​ຫຍັງ? (ເບິ່ງ​ຂໍ້​ຄວາມ​ໄຂ​ເງື່ອນ)

      10 ຖ້າ​ເບິ່ງ​ຄື​ວ່າ​ພີ່​ນ້ອງ​ຊາຍ​ບໍ່​ຢາກ​ຮັບ​ເອົາ​ວຽກ​ມອບ​ໝາຍ​ຫຼາຍ​ຂຶ້ນ​ໃນ​ປະຊາຄົມ ຜູ້​ເຖົ້າ​ແກ່​ອາດ​ຕ້ອງ​ໃຊ້​ເວລາ​ແລະ​ຄວາມ​ອົດ​ທົນ​ເພື່ອ​ຊ່ວຍ​ພີ່​ນ້ອງ​ຊາຍ​ຄົນ​ນັ້ນ​ໃຫ້​ປ່ຽນ​ວິທີ​ຄຶດ ເຊິ່ງ​ເລື່ອງ​ນີ້​ສາມາດ​ເປັນ​ໄປ​ໄດ້. ເຊັ່ນ​ດຽວ​ກັບ​ທີ່​ຊາວ​ສວນ​ຄ່ອຍໆ​ດັດ​ແປງ​ຕົ້ນ​ໄມ້​ເພື່ອ​ໃຫ້​ຕົ້ນ​ຂອງ​ມັນ​ຊື່ ຜູ້​ເຖົ້າ​ແກ່​ກໍ​ຕ້ອງ​ຄ່ອຍໆ​ຊ່ວຍ​ເຫຼືອ​ພີ່​ນ້ອງ​ຊາຍ​ໃຫ້​ປັບ​ປ່ຽນ​ຄວາມ​ຄຶດ​ເພື່ອ​ໃຫ້​ຢາກ​ຮັບ​ເອົາ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ປະຊາຄົມ​ໃຫ້​ຫຼາຍ​ຂຶ້ນ. ແຕ່​ຈະ​ເຮັດ​ໂດຍ​ວິທີ​ໃດ?

      11 ຜູ້​ເຖົ້າ​ແກ່​ຄວນ​ພະຍາຍາມ​ເປັນ​ໝູ່​ກັບ​ພີ່​ນ້ອງ​ຊາຍ ໂດຍ​ການ​ໃຊ້​ເວລາ​ກັບ​ລາວ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້ ແລະ​ບອກ​ໃຫ້​ຮູ້​ວ່າ​ປະຊາຄົມ​ຕ້ອງການ​ລາວ. ຕໍ່​ຈາກ​ນັ້ນ ຜູ້​ເຖົ້າ​ແກ່​ອາດ​ຊອກ​ຫາ​ໂອກາດ​ທີ່​ເໝາະ​ສົມ​ເພື່ອ​ລົມ​ແລະ​ຫາ​ເຫດຜົນ​ກັບ​ພີ່​ນ້ອງ​ຊາຍ​ໂດຍ​ໃຊ້​ຂໍ້​ພະ​ຄຳພີ​ທີ່​ຊ່ວຍ​ລາວ​ໃຫ້​ຄຶດ​ເຖິງ​ການ​ອຸທິດ​ຕົວ​ຂອງ​ລາວ​ຕໍ່​ພະ​ເຢໂຫວາ. (ຜູ້​ເທສະໜາ​ປ່າວ​ປະ​ກາດ 5:4; ເອຊາອີ 6:8; ມັດທາຍ 6:24, 33; ລືກາ 9:57-62; 1 ໂກລິນໂທ 15:58; 2 ໂກລິນໂທ 5:15; 13:5) ພະຍາຍາມ​ເຂົ້າ​ເຖິງ​ຫົວໃຈ​ຂອງ​ພີ່​ນ້ອງ​ຊາຍ​ໂດຍ​ຕັ້ງ​ຄຳຖາມ​ເຊັ່ນ: ‘ຕອນ​ທີ່​ອຸທິດ​ຕົວ​ໃຫ້​ກັບ​ພະ​ເຢໂຫວາ ເຈົ້າ​ໄດ້​ສັນຍາ​ຫຍັງ? ຕອນ​ທີ່​ເຈົ້າ​ຮັບ​ບັບ​ເຕ​ມາ ເຈົ້າ​ຄຶດ​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ?’ (ສຸພາສິດ 27:11) ‘ເຈົ້າ​ຄຶດ​ວ່າ​ຊາຕານ​ຮູ້ສຶກ​ແນວ​ໃດ?’ (1 ເປໂຕ 5:8) ຂໍ້​ພະ​ຄຳພີ​ເຫຼົ່າ​ນັ້ນ​ມີ​ພະລັງ​ຫຼາຍ​ແລະ​ອາດ​ມີ​ຜົນ​ກະທົບ​ຕໍ່​ຫົວໃຈ​ຂອງ​ພີ່​ນ້ອງ​ຊາຍ.—ອ່ານ ເຫບເລີ 4:12b

      ພີ່​ນ້ອງ​ຊາຍ​ທັງ​ຫຼາຍ​ຂໍ​ໃຫ້​ພິສູດ​ຕົວ​ວ່າ​ສັດ​ຊື່

      12, 13. (ກ) ເມື່ອ​ຖືກ​ເຊີນ​ໃຫ້​ຮັບ​ການ​ຝຶກ​ອົບຮົມ ເອລີເຊ​ມີ​ທ່າທີ​ແນວ​ໃດ? (ຂ) ພະ​ເຢໂຫວາ​ໃຫ້​ລາງວັນ​ຫຍັງ​ສຳລັບ​ຄວາມ​ສັດ​ຊື່​ຂອງ​ເອລີເຊ?

      12 ພີ່​ນ້ອງ​ຊາຍ​ໜຸ່ມ​ທັງ​ຫຼາຍ ປະຊາຄົມ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ເຈົ້າ! ການ​ມີ​ຄວາມ​ຄຶດ​ແບບ​ໃດ​ຈະ​ຊ່ວຍ​ພີ່​ນ້ອງ​ຊາຍ​ໃຫ້​ປະສົບ​ຜົນ​ສຳເລັດ​ໃນການ​ຮັບ​ໃຊ້​ພະ​ເຢໂຫວາ? ເພື່ອ​ຈະ​ຮູ້​ຄຳຕອບ ຂໍ​ໃຫ້​ພິຈາລະນາ​ບາງ​ເຫດການ​ໃນ​ຊີວິດ​ຂອງ​ເອລີເຊ ຜູ້​ທີ່​ໄດ້​ຮັບ​ການ​ຝຶກ​ອົບຮົມ​ໃນ​ອະດີດ.

      13 ປະມານ 3.000 ປີ​ມາ​ແລ້ວ ຜູ້​ພະຍາກອນ​ເອລີຢາ​ໄດ້​ເຊີນ​ຊາຍ​ໜຸ່ມ​ຊື່​ເອລີເຊ​ໃຫ້​ມາ​ເປັນ​ຜູ້​ຊ່ວຍ. ເອລີເຊ​ຕອບ​ຕົກ​ລົງ​ທັນທີ​ແລະ​ເຮັດ​ວຽກ​ທີ່​ຕ່ຳ​ຕ້ອຍ​ຢ່າງ​ສັດ​ຊື່​ໃຫ້​ເອລີຢາ. (2 ກະສັດ 3:11) ເອລີຢາ​ໄດ້​ຝຶກ​ອົບຮົມ​ເອລີເຊ​ປະມານ 6 ປີ. ຕໍ່​ມາ​ເມື່ອ​ວຽກ​ຂອງ​ເອລີຢາ​ໃນ​ອິດສະລາແອນ​ໃກ້​ຈະ​ແລ້ວ ເອລີຢາ​ຈຶ່ງ​ບອກ​ເອລີເຊ​ວ່າ​ບໍ່​ຕ້ອງ​ຢູ່​ຮັບ​ໃຊ້​ລາວ​ອີກ​ຕໍ່​ໄປ. ແຕ່​ເອລີເຊ​ຕອບ​ເຖິງ 3 ເທື່ອ​ວ່າ: “ຜູ້​ຂ້າ​ຈະ​ບໍ່​ປະ​ທ່ານ.” ເອລີເຊ​ຕັ້ງ​ໃຈ​ທີ່​ຈະ​ຢູ່​ກັບ​ເອລີຢາ​ຜູ້​ທີ່​ໄດ້​ຝຶກ​ອົບຮົມ​ລາວ​ໃຫ້​ດົນ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້. ພະ​ເຢໂຫວາ​ໃຫ້​ລາງວັນ​ສຳລັບ​ຄວາມ​ພັກດີ​ແລະ​ຄວາມ​ສັດ​ຊື່​ຂອງ​ເອລີເຊ ໂດຍ​ໃຫ້​ລາວ​ເຫັນ​ເຫດການ​ຕອນ​ທີ່​ເອລີຢາ​ຖືກ​ລົມ​ພະ​ຍຸ​ພັດ​ເອົາ​ໄປ.—2 ກະສັດ 2:1-12

      14. (ກ) ພີ່​ນ້ອງ​ຊາຍ​ທີ່​ໄດ້​ຮັບ​ການ​ຝຶກ​ອົບຮົມ​ໃນ​ທຸກ​ມື້​ນີ້​ຈະ​ຮຽນ​ແບບ​ເອລີເຊ​ໄດ້​ແນວ​ໃດ? (ຂ) ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ທີ່​ພີ່​ນ້ອງ​ຊາຍ​ຈະ​ເປັນ​ຄົນ​ສັດ​ຊື່?

      14 ພີ່​ນ້ອງ​ຊາຍ​ທີ່​ໄດ້​ຮັບ​ການ​ຝຶກ​ອົບຮົມ​ຈະ​ຮຽນ​ແບບ​ເອລີເຊ​ໄດ້​ແນວ​ໃດ? ໂດຍ​ຕອບ​ຮັບ​ວຽກ​ມອບ​ໝາຍ​ທັນທີ​ເຖິງ​ວ່າ​ຈະ​ເປັນ​ວຽກ​ທີ່​ຕ່ຳ​ຕ້ອຍ ແລະ​ໃຫ້​ເບິ່ງ​ຜູ້​ເຖົ້າ​ແກ່​ທີ່​ສອນ​ວ່າ​ເປັນ​ຄື​ກັບ​ໝູ່. ໃຫ້​ບອກ​ຜູ້​ເຖົ້າ​ແກ່​ວ່າ​ເຮົາ​ເຫັນ​ຄຸນຄ່າ​ສິ່ງ​ທີ່​ລາວ​ເຮັດ​ເພື່ອ​ເຮົາ ແລະ​ສະແດງ​ໃຫ້​ຜູ້​ເຖົ້າ​ແກ່​ເຫັນ​ວ່າ​ເຮົາ​ຢາກ​ຈະ​ຮຽນ​ຮູ້​ຈາກ​ລາວ​ຕໍ່ໆ​ໄປ. ສິ່ງ​ສຳຄັນ​ທີ່​ສຸດ ໃຫ້​ສັດ​ຊື່​ໃນ​ການ​ເອົາໃຈໃສ່​ວຽກ​ມອບ​ໝາຍ​ທີ່​ໄດ້​ຮັບ. ເປັນ​ຫຍັງ​ຈຶ່ງ​ສຳຄັນ? ເມື່ອ​ພີ່​ນ້ອງ​ຊາຍ​ພິສູດ​ຕົວ​ວ່າ​ເປັນ​ຄົນ​ທີ່​ສັດ​ຊື່​ແລະ​ໄວ້​ໃຈ​ໄດ້ ຜູ້​ເຖົ້າ​ແກ່​ກໍ​ຈະ​ໝັ້ນໃຈ​ວ່າ​ພະ​ເຢ​ໂຫວາ​ຢາກ​ໃຫ້​ພີ່​ນ້ອງ​ຊາຍ​ມີ​ໜ້າ​ທີ່​ຮັບ​ຜິດຊອບ​ຫຼາຍ​ຂຶ້ນ​ໃນ​ປະຊາຄົມ.—ຄຳເພງ 101:6; ອ່ານ 2 ຕີໂມເຕ 2:2

      ສະແດງ​ຄວາມ​ນັບຖື​ຕໍ່​ຜູ້​ເຖົ້າ​ແກ່​ທີ່​ມີ​ປະສົບການ

      15, 16. (ກ) ເອລີເຊ​ສະແດງ​ໃຫ້​ເຫັນ​ໂດຍ​ວິທີ​ໃດ​ວ່າ​ນັບຖື​ເອ​ລີ​ຢາ​ຜູ້​ທີ່​ສອນ​ລາວ? (ເບິ່ງ​ຮູບ​ທຳອິດ) (ຂ) ເປັນ​ຫຍັງ​ຜູ້​ພະ​ຍາ​ກອນ​ຄົນ​ອື່ນໆ​ຈຶ່ງ​ມີ​ຄວາມ​ໝັ້ນ​ໃຈ​ໃນ​ເອລີເຊ?

      15 ຕົວຢ່າງ​ຂອງ​ເອລີເຊ​ສະແດງ​ໃຫ້​ເຫັນ​ວ່າ​ເປັນ​ເລື່ອງ​ສຳຄັນ​ທີ່​ພີ່​ນ້ອງ​ຊາຍ​ໃນ​ທຸກ​ມື້​ນີ້​ຈະ​ສະແດງ​ຄວາມ​ນັບຖື​ຕໍ່​ຜູ້​ເຖົ້າ​ແກ່​ທີ່​ມີ​ປະສົບການ. ຫຼັງ​ຈາກ​ເອລີຢາ​ແລະ​ເອລີເຊ​ໄປ​ຢາມ​ພວກ​ຜູ້​ພະຍາກອນ​ໃນ​ເມືອງ​ເຢລິໂກ ທັງ​ສອງ​ກໍ​ເດີນ​ທາງ​ມາ​ຮອດ​ແມ່ນ້ຳ​ຢູລະເດນ. ຈາກ​ນັ້ນ ‘ເອລີຢາ​ມ້ວນ​ເສື້ອ​ຊັ້ນ​ນອກ​ຂອງ​ຕົນ​ແລະ​ຟາດ​ໃສ່​ນ້ຳ . . . ແລະ​ນ້ຳ​ໄດ້​ແຍກຈາກ​ກັນ.’ ທັງ​ສອງ​ຈຶ່ງ​ຍ່າງ​ຂ້າມ​ແມ່ນ້ຳ​ຢູລະເດນ​ເທິງ​ດິນ​ແຫ້ງ ແລະ ‘ລົມ​ກັນ’ ເມື່ອ​ພວມ​ຍ່າງ​ໄປ. ເອ​ລີ​ເຊ​ຕັ້ງ​ໃຈ​ຟັງ​ແລະ​ຮຽນ​ຮູ້​ທຸກ​ສິ່ງ​ທີ່​ເອລີຢາ​ສອນ. ເອລີເຊ​ບໍ່​ໄດ້​ຄຶດ​ວ່າ​ຕົນ​ເອງ​ຮູ້​ໝົດ​ທຸກ​ສິ່ງ​ແລ້ວ. ຈາກ​ນັ້ນ​ເອລີຢາ​ກໍ​ຖືກ​ລົມ​ພະ​ຍຸ​ພັດ​ເອົາ​ໄປ ແລະ​ເອລີເຊ​ກໍ​ຍ່າງ​ກັບ​ໄປ​ທີ່​ແມ່ນ້ຳ​ຢູລະເດນ. ຢູ່​ທີ່​ນັ້ນ ລາວ​ເອົາ​ເສື້ອ​ຊັ້ນ​ນອກ​ຂອງ​ເອລີຢາ​ຟາດໃສ່​ນ້ຳ​ແລະ​ເວົ້າ​ວ່າ “ພະ​ເຢໂຫວາ​ພະເຈົ້າ​ຂອງ​ທ່ານ​ເອ​ລີຢາ​ຢູ່​ໃນ​ໃສ?” ແລະ​ນ້ຳ​ໃນ​ແມ່ນ້ຳ​ກໍ​ແຍກ​ອອກ​ຈາກ​ກັນ.—2 ກະສັດ 2:8-14

      16 ເຮົາ​ສັງເກດ​ບໍ​ວ່າ​ການ​ອັດສະຈັນ​ເທື່ອ​ທຳອິດ​ຂອງ​ເອລີເຊ​ຄື​ກັບ​ການ​ອັດສະຈັນ​ເທື່ອ​ສຸດ​ທ້າຍທີ່​ເອ​ລີ​ຢາ​ໄດ້​ເຮັດ? ເລື່ອງ​ນີ້​ສອນ​ຫຍັງ? ເຖິງ​ວ່າເອ​ລີ​ເຊ​ຈະ​ໄດ້​ຮັບ​ຕຳແໜ່ງ​ຜູ້​ພະຍາກອນ​ແທນ​ເອ​ລີ​ຢາ ແຕ່​ລາວ​ບໍ່​ໄດ້​ຮູ້ສຶກ​ວ່າ​ຕ້ອງ​ເຮັດ​ແຕກຕ່າງ​ຈາກ​ທີ່​ເອລີຢາ​ເຄີຍ​ເຮັດ. ໂດຍ​ການ​ຮຽນ​ແບບ​ວິທີ​ຂອງ​ເອລີຢາ ເອລີເຊ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ນັບຖື​ເອ​ລີ​ຢາ ເຊິ່ງ​ຊ່ວຍ​ໃຫ້​ຜູ້​ພະຍາກອນ​ຄົນ​ອື່ນ​ໝັ້ນ​ໃຈ​ໃນ​ເອລີເຊ. (2 ກະສັດ 2:15) ເອລີເຊ​ຮັບໃຊ້​ເປັນ​ຜູ້​ພະຍາກອນ​ເປັນ​ເວລາ 60 ປີ ແລະ​ພະ​ເຢໂຫວາ​ໃຫ້​ລິດເດດ​ແກ່​ລາວ​ໃນ​ການ​ເຮັດ​ການ​ອັດສະຈັນ​ຫຼາຍ​ກວ່າ​ທີ່​ເອລີຢາ​ເຄີຍ​ເຮັດ. ພີ່​ນ້ອງ​ຊາຍ​ທີ່​ໄດ້​ຮັບ​ການ​ຝຶກ​ອົບຮົມ​ໃນ​ທຸກ​ມື້​ນີ້​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້?

      17. (ກ) ພີ່​ນ້ອງ​ຊາຍ​ໃນ​ທຸກ​ມື້​ນີ້​ຈະ​ຮຽນ​ແບບ​ທັດສະນະ​ຂອງ​ເອລີເຊ​ໄດ້​ແນວ​ໃດ? (ຂ) ພະ​ເຢໂຫວາ​ອາດ​ໃຊ້​ພີ່​ນ້ອງ​ຊາຍ​ທີ່​ສັດ​ຊື່​ແນວ​ໃດ?

      17 ເມື່ອ​ພີ່​ນ້ອງ​ຊາຍ​ໄດ້​ຮັບ​ໜ້າ​ທີ່​ມອບ​ໝາຍ​ຫຼາຍ​ຂຶ້ນ​ໃນ​ປະຊາຄົມ ຢ່າ​ຄຶດ​ວ່າ​ຕ້ອງ​ໄດ້​ເຮັດ​ຕ່າງ​ຈາກ​ວິທີ​ທີ່​ເຄີຍ​ເຮັດ​ຜ່ານ​ມາ. ຂໍ​ໃຫ້​ຈື່​ໄວ້​ວ່າ ການ​ປ່ຽນ​ແປງ​ຄວນ​ເປັນ​ເພາະ​ຄວາມ​ຈຳເປັນ​ໃນ​ປະຊາຄົມ​ຫຼື​ມີ​ການ​ຊີ້​ນຳ​ທີ່​ມາ​ຈາກ​ອົງການ​ຂອງ​ພະ​ເຢໂຫວາ​ເທົ່າ​ນັ້ນ. ດັ່ງ​ນັ້ນ ບໍ່​ຄວນ​ປ່ຽນ​ວິທີ​ຕ່າງໆ​ຍ້ອນ​ວ່າ​ຢາກ​ປ່ຽນ. ເມື່ອ​ເຮັດ​ຕາມ​ວິທີ​ຂອງ​ເອລີຢາ​ຕໍ່ໆ​ໄປ ເອລີເຊ​ໄດ້​ຊ່ວຍ​ຜູ້​ພະຍາກອນ​ຄົນ​ອື່ນໆ​ໃຫ້​ມີ​ຄວາມ​ໝັ້ນ​ໃຈ​ໃນ​ຕົວ​ລາວ ແລະ​ຍັງ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ນັບຖື​ຜູ້​ທີ່​ສອນ​ຕົນ. ຄ້າຍ​ຄື​ກັນ ຖ້າ​ພີ່​ນ້ອງ​ຊາຍ​ໃຊ້​ວິທີ​ການ​ທີ່​ອາ​ໃສ​ຄຳພີ​ໄບເບິນ​ເປັນ​ຫຼັກ​ຄື​ກັບ​ຜູ້​ເຖົ້າ​ແກ່​ທີ່​ສອນ​ລາວ ນັ້ນ​ສະແດງ​ວ່າ​ພີ່​ນ້ອງ​ຊາຍ​ໃຫ້​ຄວາມ​ນັບຖື​ຕໍ່​ຜູ້​ເຖົ້າ​ແກ່​ທີ່​ມີ​ປະສົບການ ແລະ​ພີ່​ນ້ອງ​ຊາຍ​ຍິງ​ກໍ​ຈະ​ມີ​ຄວາມ​ໝັ້ນ​ໃຈ​ໃນ​ຕົວ​ລາວ. (ອ່ານ 1 ໂກລິນໂທ 4:17) ເມື່ອ​ມີ​ປະສົບການ​ຫຼາຍ​ຂຶ້ນ ພີ່​ນ້ອງ​ຊາຍ​ອາດ​ຈະ​ປັບ​ປ່ຽນ​ບາງ​ສິ່ງ​ໃນ​ປະຊາຄົມ​ຕາມ​ການ​ຊີ້​ນຳ​ຈາກ​ອົງການ​ເພື່ອ​ຊ່ວຍ​ພີ່​ນ້ອງ​ໃນ​ປະຊາຄົມ​ໃຫ້​ຕິດ​ຕາມ​ອົງການ​ຂອງ​ພະ​ເຢໂຫວາ​ທີ່​ກຳລັງ​ກ້າວ​ໄປ​ຂ້າງ​ໜ້າ​ສະເໝີ ແລະ​ໃນ​ທີ່​ສຸດ​ພະ​ເຢໂຫວາ​ອາດ​ຊ່ວຍ​ພີ່​ນ້ອງ​ຊາຍ​ໃຫ້​ເຮັດ​ວຽກ​ທີ່​ໃຫຍ່​ກວ່າ​ວຽກ​ທີ່​ຜູ້​ສອນ​ຂອງ​ຕົນ​ເອງ​ໄດ້​ເຮັດ​ຄື​ກັບ​ທີ່​ພະ​ເຢໂຫວາ​ໄດ້​ຊ່ວຍ​ເອລີເຊ.—ໂຢຮັນ 14:12

      18. ໃນ​ທຸກ​ມື້​ນີ້ ເປັນ​ຫຍັງ​ການ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ​ໃນ​ປະ​ຊາ​ຄົມ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ?

      18 ເຮົາ​ຫວັງ​ວ່າ​ຄຳ​ແນະນຳ​ໃນ​ບົດ​ຄວາມ​ນີ້ແລະ​ບົດ​ຄວາມ​ທີ່​ແລ້ວ​ຄົງ​ຈະ​ກະຕຸ້ນ​ໃຫ້​ມີ​ຜູ້​ເຖົ້າ​ແກ່​ຈຳ​ນວນ​ຫຼາຍ​ຂຶ້ນ​ທີ່​ຈະ​ແບ່ງ​ເວລາ​ໄວ້​ເພື່ອ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ ແລະ​ເຮົາ​ອະທິດຖານ​ຂໍ​ໃຫ້​ມີ​ພີ່​ນ້ອງ​ຊາຍ​ຫຼາຍ​ຂຶ້ນ​ທີ່​ເຕັມ​ໃຈ​ຮັບ​ການ​ຝຶກ​ອົບຮົມ​ແລະ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ຮູ້​ໄປ​ໃຊ້​ເພື່ອ​ຈະ​ເບິ່ງ​ແຍງ​ປະ​ຊາ​ຊົນ​ຂອງ​ພະ​ເຢ​ໂຫ​ວາ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເສີມ​ສ້າງ​ປະຊາຄົມ​ຕ່າງໆ​ຢູ່​ທົ່ວ​ໂລກ ແລະ​ຊ່ວຍ​ເຮົາ​ແຕ່​ລະ​ຄົນ​ໃຫ້​ຮັກສາ​ຄວາມ​ສັດ​ຊື່​ໃນ​ລະຫວ່າງ​ເວລາ​ທີ່​ໜ້າ​ຕື່ນເຕັ້ນ​ເຊິ່ງ​ຄອຍ​ຖ້າ​ຢູ່​ຂ້າງ​ໜ້າ.

      a ເມື່ອ​ພີ່​ນ້ອງ​ຊາຍ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ມີ​ຄວາມ​ຄຶດ​ເປັນ​ຜູ້​ໃຫຍ່ ຖ່ອມ​ໃຈ ແລະ​ມີ​ຄຸນ​ລັກສະນະ​ອື່ນໆ​ທີ່​ຈຳເປັນ​ໃນ​ການ​ຮັບໃຊ້​ໃນ​ປະຊາຄົມ ຜູ້​ເຖົ້າ​ແກ່​ອາດ​ສະເໜີ​ແຕ່ງ​ຕັ້ງ​ລາວ​ໃຫ້​ເປັນ​ຜູ້​ຊ່ວຍ​ງານ​ຮັບໃຊ້​ເຖິງ​ວ່າ​ອາຍຸ​ຍັງ​ບໍ່​ທັນ​ຮອດ 20 ປີ​ກໍ​ຕາມ.—1 ຕີໂມເຕ 3:8-10, 12; ເບິ່ງ​ຫໍສັງເກດການ 1 ກໍລະກົດ 1989 ໜ້າ 29 (ພາສາ​ອັງກິດ)

      b ຜູ້​ເຖົ້າ​ແກ່​ອາດ​ພິຈາລະນາ​ຈຸດ​ຕ່າງໆ​ທີ່​ຢູ່​ໃນ​ຫໍສັງເກດການ 15 ເມສາ 2012 ໜ້າ 14-16 ຫຍໍ້​ໜ້າ 8-13 ແລະ​ໃນ​ປຶ້ມ “ຈົ່ງ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ” ບົດ 16 ຫຍໍ້​ໜ້າ 1-3.

      ວິທີ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ

      ຜູ້​ເຖົ້າ​ແກ່​ຫຼາຍ​ຄົນ​ທີ່​ປະສົບ​ຜົນ​ສຳເລັດ​ໃນ​ການ​ຝຶກ​ອົບຮົມ​ພີ່​ນ້ອງ​ຊາຍ​ໃຫ້​ຄຳ​ແນະນຳ​ຕໍ່​ໄປ​ນີ້:

      1. ເປັນ​ຕົວຢ່າງ​ໃນ​ການ​ເວົ້າ​ແລະ​ການ​ກະທຳ

      2. ສະໜັບສະໜູນ​ພີ່​ນ້ອງ​ຊາຍ​ໃຫ້​ສ້າງ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ​ໂດຍ​ອ່ານ​ຄຳພີ​ໄບເບິນ​ໃຫ້​ຈົບ​ໝົດ​ຫົວ​ພາຍ​ໃນ 1 ປີ

      3. ໄປ​ປະກາດ​ນຳ​ກັນ

      4. ສອນ​ພີ່​ນ້ອງ​ຊາຍ​ໃຫ້​ນຳ​ກຸ່ມ​ການ​ປະຊຸມ​ເພື່ອ​ການ​ປະກາດ​ໃນ​ແບບ​ທີ່​ເປັນ​ປະໂຫຍດ​ຕໍ່​ພີ່​ນ້ອງ

      5. ເມື່ອ​ເຮົາ​ບັນລະຍາຍ​ສາທາລະນະ ໃຫ້​ເອົາ​ໂຄງ​ຮ່າງ​ຄຳ​ບັນລະຍາຍ​ໃຫ້​ພີ່​ນ້ອງ​ຊາຍ​ເພື່ອ​ລາວ​ຈະ​ເຫັນ​ວິທີ​ທີ່​ເຮົາ​ຂະຫຍາຍ​ເລື່ອງ

      6. ບາງ​ຄັ້ງ ເຮົາ​ອາດ​ຊວນ​ລາວ​ແລະ​ຄອບຄົວ​ໃຫ້​ມາ​ຮ່ວມ​ການ​ນະມັດສະການ​ປະຈຳ​ຄອບຄົວ​ກັບ​ເຮົາ

      7. ເມື່ອ​ໄປ​ປະກາດ​ໃນ​ເຂດ​ທີ່​ມີ​ຜູ້​ປະກາດ​ໜ້ອຍ​ຫຼື​ບໍ່​ມີ​ຜູ້​ປະກາດ​ເລີຍ ໃຫ້​ຊວນ​ລາວ​ແລະ​ຄອບຄົວ​ໄປ​ກັບ​ເຮົາ​ແລະ​ຄອບຄົວc​—ເບິ່ງ​ຂໍ້​ຄວາມ​ໄຂ​ເງື່ອນ

      c ຜູ້​ເຖົ້າ​ແກ່​ໃນ​ປະເທດ​ອາ​ຝຼິກ​ກາ ອາເມລິກາ ອາຊີ ອົດສະຕຣາລີ ແລະ​ເອີ​ຣົບ​ໄດ້​ພະຍາຍາມ​ເຮັດ​ຕາມ​ຄຳ​ແນະນຳ​ເຫຼົ່າ​ນີ້​ແລະ​ກໍ​ເກີດ​ຜົນ​ດີ.

  • ລະວັງ​ໃຫ້​ດີ—ຊາຕານ​ຢາກ​ກັດ​ກິນ​ເຮົາ!
    ຫໍສັງເກດການ—2015 | 15 ພຶດສະພາ
    • ຜູ້​ປະກາດ​ເອົາ​ແຜ່ນ​ພັບ​ໃຫ້​ຜູ້​ຊາຍ​ສອງ​ຄົນ​ເບິ່ງ ແລະ​ມີ​ຮູບ​ໂຕ​ສິງ​ທີ່​ແຜດ​ສຽງ​ຮ້ອງ​ຢູ່​ທາງ​ຂ້າງ​ເຂົາ​ເຈົ້າ

      ລະວັງ​ໃຫ້​ດີ—ຊາຕານ​ຢາກ​ກັດ​ກິນ​ເຮົາ!

      “ເຝົ້າ​ລະວັງ​ໃຫ້​ດີ. ສັດຕູ​ຂອງ​ພວກ​ທ່ານ ຄື​ວ່າ​ພະຍາມານ​ເໝືອນ​ດັ່ງ​ສິງ​ຕົວ​ໜຶ່ງ​ທີ່​ຮ້ອງ​ຫະນາດ ກໍ​ທຽວ​ໄປ​ມາ​ວຽນ​ອ້ອມ​ຮອບ​ພວກ​ທ່ານ​ຊອກ​ຫາ​ຄົນ​ໃດ​ທີ່​ມັນ​ຈະ​ກັດ​ກິນ​ໄດ້.”—1 ເປໂຕ 5:8

      ຊາຕານ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ມັນ . . .

      • ມີ​ລິດ​ອຳນາດ?

      • ໂຫດ​ຫ້ຽມ?

      • ຫຼອກ​ລວງ?

      1. ທູດ​ສະຫວັນ​ອົງ​ໜຶ່ງ​ກາຍ​ເປັນ​ຊາຕານ​ໄດ້​ແນວ​ໃດ?

      ກາຍ​ວິນຍານ​ຫຼື​ທູດ​ສະຫວັນ​ອົງ​ໜຶ່ງ​ເຄີຍ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ ແຕ່​ຕໍ່​ມາ​ມັນ​ຢາກ​ໃຫ້​ມະນຸດ​ນະມັດສະການ​ມັນ. ແທນ​ທີ່​ຈະ​ຟ້າວ​ກຳຈັດ​ຄວາມ​ປາຖະໜາ​ທີ່​ຜິດ​ນັ້ນ​ອອກ​ໄປ ມັນ​ພັດ​ປ່ອຍ​ໃຫ້​ຄວາມ​ປາຖະໜາ​ນັ້ນ​ນັບ​ມື້​ນັບ​ຮຸນແຮງ​ຂຶ້ນ​ຈົນ​ເຖິງ​ຂັ້ນ​ເຮັດ​ຜິດ. (ຢາໂກໂບ 1:14, 15) ເຮົາ​ບໍ່​ຮູ້​ວ່າ​ທີ່​ຈິງ​ແລ້ວ​ມັນ​ຊື່​ຫຍັງ ແຕ່​ຕອນ​ນີ້​ເຮົາ​ເອີ້ນ​ມັນ​ວ່າ​ຊາຕານ ເພາະ​ວ່າ​ມັນ “ບໍ່​ໄດ້​ຕັ້ງ​ຢູ່​ໃນ​ຄວາມ​ຈິງ.” ມັນ​ກະບົດ​ຕໍ່​ພະ​ເຢໂຫວາ​ແລະ​ກາຍ​ເປັນ “ພໍ່​ແຫ່ງ​ຄວາມ​ຕົວະ.”—ໂຢຮັນ 8:44

      2, 3. ຄຳ​ວ່າ “ຊາຕານ” “ພະຍາມານ” “ງູ” ແລະ “ມັງກອນ” ບອກ​ເຮົາ​ໃຫ້​ຮູ້​ຫຍັງ​ກ່ຽວ​ກັບ​ສັດຕູ​ຕົວ​ສຳຄັນ​ຂອງ​ພະ​ເຢໂຫວາ?

      2 ຕັ້ງ​ແຕ່​ຊາຕານ​ກະບົດ ມັນ​ກໍ​ກາຍ​ເປັນ​ສັດຕູ​ຕົວ​ສຳຄັນ​ຂອງ​ພະ​ເຢໂຫວາ​ແລະ​ຂອງ​ມະນຸດ. ເມື່ອ​ອ່ານ​ຄຳພີ​ໄບເບິນ​ເຮົາ​ກໍ​ຮູ້​ວ່າ​ຊາຕານ​ມັນ​ຊົ່ວ​ຫຼາຍ​ສ່ຳ​ໃດ. ຄຳ​ວ່າ​ຊາຕານ​ໝາຍ​ເຖິງ “ຜູ້​ຕໍ່​ຕ້ານ” ເຊິ່ງ​ສະແດງ​ວ່າ​ທູດ​ສະຫວັນ​ຊົ່ວ​ຜູ້​ນີ້​ຊັງ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ແລະ​ມັນ​ໃຊ້​ລິດ​ອຳນາດ​ທັງ​ໝົດ​ທີ່​ມີ​ເພື່ອ​ຕໍ່​ຕ້ານ​ການ​ປົກຄອງ​ນັ້ນ. ສິ່ງ​ທີ່​ຊາຕານ​ຕ້ອງການ​ແທ້ໆ​ກໍ​ຄື ມັນ​ຢາກ​ເຫັນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ເຖິງ​ຈຸດ​ຈົບ.

      3 ໃນ​ຄຳ​ປະ​ກົດ 12:9 ຍັງ​ມີ​ຄຳ​ທີ່​ເອີ້ນ​ຊາຕານ​ອີກ​ຫຼາຍ​ຊື່ ເຊັ່ນ: ຄຳ​ວ່າ ພະຍາມານ ໝາຍ​ເຖິງ “ຜູ້​ໃສ່​ຮ້າຍ​ປ້າຍ​ສີ.” ຊາຕານ​ບໍ່​ໄດ້​ໃຫ້​ກຽດ​ພະ​ເຢໂຫວາ​ໂດຍ​ເອີ້ນ​ພະອົງ​ວ່າ​ເປັນ​ຜູ້​ເວົ້າ​ຕົວະ. ຄຳ​ວ່າ “ງູ​ບູຮານ” ເຮັດ​ໃຫ້​ເຮົາ​ຄິດ​ເຖິງ​ຕອນ​ທີ່​ຊາຕານ​ໃຊ້​ງູ​ເພື່ອ​ຫຼອກ​ລວງ​ເອວາ. ຄຳ​ວ່າ “ມັງກອນ​ໃຫຍ່” ກໍ​ບອກ​ເຖິງ​ລັກສະນະ​ຂອງ​ຊາຕານ​ໄດ້​ຢ່າງ​ເໝາະ​ສົມ ເພາະ​ຊາຕານ​ມັນ​ອຳມະຫິດ ໂຫດ​ຫ້ຽມ ແລະ​ຊົ່ວ​ຮ້າຍ. ມັນ​ບໍ່​ຢາກ​ໃຫ້​ຈຸດ​ປະສົງ​ຂອງ​ພະ​ເຢໂຫວາ​ສຳເລັດ​ເປັນ​ຈິງ​ແລະ​ມັນ​ຍັງ​ຕ້ອງການ​ທຳລາຍ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ນຳ​ອີກ.

      4. ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

      4 ເຫັນ​ໄດ້​ແຈ້ງ​ວ່າ​ຊາຕານ​ເປັນ​ສັດຕູ​ຕົວ​ຮ້າຍກາດ​ທີ່​ຄຸກຄາມ​ຄວາມ​ສັດ​ຊື່​ຂອງ​ເຮົາ. ສະນັ້ນ ຄຳພີ​ໄບເບິນ​ຈຶ່ງ​ເຕືອນ​ເຮົາ​ວ່າ: “ຈົ່ງ​ເປັນ​ຄົນ​ອົດ​ຕົວ [ມີ​ສະຕິ] ແລະ​ເຝົ້າ​ລະວັງ​ໃຫ້​ດີ. ສັດຕູ​ຂອງ​ພວກ​ທ່ານ ຄື​ວ່າ​ພະຍາມານ​ເໝືອນ​ດັ່ງ​ສິງ​ຕົວ​ໜຶ່ງ​ທີ່​ຮ້ອງ​ຫະນາດ​ກໍ​ທຽວ​ໄປ​ມາ​ວຽນ​ອ້ອມ​ຮອບ​ພວກ​ທ່ານ​ຊອກ​ຫາ​ຄົນ​ໃດ​ທີ່​ມັນ​ຈະ​ກັດ​ກິນ​ໄດ້.” (1 ເປໂຕ 5:8) ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ໄດ້​ພິຈາລະນາ​ລັກສະນະ​ພິເສດ​ສາມ​ຢ່າງ​ຂອງ​ຊາຕານ​ທີ່​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ​ເປັນ​ຫຍັງ​ເຮົາ​ຕ້ອງ​ປ້ອງກັນ​ຕົວ​ເອງ​ຈາກ​ສັດຕູ​ທີ່​ຊົ່ວ​ຮ້າຍ​ນີ້.

      ຊາຕານ​ມີ​ລິດ​ອຳນາດ​ຫຼາຍ

      5, 6. (ກ) ມີ​ຕົວຢ່າງ​ຫຍັງ​ແດ່​ທີ່​ສະແດງ​ວ່າ​ທູດ​ສະຫວັນ “ມີ​ອຳນາດ​ມີ​ລິດເດດ”? (ຂ) ຊາຕານ​ມີ ‘ລິດ​ອຳນາດ​ເຮັດ​ໃຫ້​ເກີດ​ຄວາມ​ຕາຍ’ ຄື​ແນວ​ໃດ?

      5 ພວກ​ທູດ​ສະຫວັນ “ມີ​ອຳນາດ​ມີ​ລິດເດດ.” (ຄຳເພງ 103:20) ເຂົາ​ເຈົ້າ​ມີ​ກຳລັງ​ແລະ​ສະຕິ​ປັນຍາ​ຫຼາຍ​ກວ່າ​ມະນຸດ. ແນ່ນອນ​ວ່າ​ທູດ​ສະຫວັນ​ທີ່​ສັດ​ຊື່​ໃຊ້​ລິດເດດ​ໃນ​ທາງ​ທີ່​ຖືກຕ້ອງ. ຕົວຢ່າງ​ເຊັ່ນ: ທູດ​ສະຫວັນ​ຂອງ​ພະ​ເຢໂຫວາ​ພຽງ​ແຕ່​ອົງ​ດຽວ​ສາມາດ​ຂ້າ​ທະຫານ​ຂອງ​ອາຊີລີ​ໄດ້​ເຖິງ 185.000 ຄົນ. ຖ້າ​ເປັນ​ມະນຸດ​ພຽງ​ຄົນ​ດຽວ​ຄົງ​ຈະ​ເຮັດ​ແບບ​ນີ້​ບໍ່​ໄດ້ ຫຼື​ແມ່ນ​ແຕ່​ທະຫານ​ໝົດ​ກອງທັບ​ກໍ​ເຮັດ​ບໍ່​ໄດ້​ເຊັ່ນ​ດຽວ​ກັນ. (2 ກະສັດ 19:35) ອີກ​ໂອກາດ​ໜຶ່ງ ທູດ​ສະຫວັນ​ໃຊ້​ສະຕິ​ປັນຍາ​ແລະ​ລິດເດດ​ເພື່ອ​ປ່ອຍ​ອັກຄະສາວົກ​ຂອງ​ພະ​ເຍຊູ​ອອກ​ຈາກ​ຄຸກ. ເຖິງ​ວ່າ​ມີ​ທະຫານ​ຍາມ​ຢູ່​ໃກ້ໆ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ເຫັນ​ທູດ​ສະຫວັນ​ໄຂ​ກະແຈ​ປະຕູ​ແລະ​ປ່ອຍ​ອັກຄະສາວົກ​ອອກ​ໄປ ແລ້ວ​ຈາກ​ນັ້ນ​ກໍ​ລ໋ອກ​ປະຕູ​ໄວ້​ຄື​ເກົ່າ.—ກິດຈະການ 5:18-23

      6 ທູດ​ສະຫວັນ​ທີ່​ສັດ​ຊື່​ໃຊ້​ລິດເດດ​ໃນ​ທາງ​ທີ່​ຖືກຕ້ອງ ແຕ່​ຊາຕານ​ໃຊ້​ລິດເດດ​ໃນ​ທາງ​ທີ່​ຜິດ. ແນ່ນອນ​ວ່າ​ຊາຕານ​ມີ​ລິດ​ອຳນາດ​ແລະ​ມີ​ອິດທິພົນ​ຫຼາຍ ຈົນ​ເຖິງ​ຂັ້ນ​ທີ່​ຄຳພີ​ໄບເບິນ​ບອກ​ວ່າ​ມັນ​ເປັນ “ເຈົ້ານາຍ​ແຫ່ງ​ໂລກ​ນີ້” ແລະ​ເປັນ “ພະ[ເຈົ້າ] ຂອງ​ໂລກ​ນີ້.” (ໂຢຮັນ 12:31; 2 ໂກລິນໂທ 4:4) ຊາຕານ​ຍັງ​ມີ ‘ລິດ​ອຳນາດ​ເຮັດ​ໃຫ້​ເກີດ​ຄວາມ​ຕາຍ.’ (ເຫບເລີ 2:14) ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ມັນ​ຂ້າ​ທຸກ​ຄົນ​ໂດຍ​ກົງ. ຄັນ​ຊັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ? ໝາຍ​ຄວາມ​ວ່າ (1) ຊາຕານ​ເຮັດ​ໃຫ້​ໂລກ​ນີ້​ເຕັມ​ໄປ​ດ້ວຍ​ຄວາມ​ກຽດ​ຊັງ​ແລະ​ຄວາມ​ຮຸນແຮງ. (2) ເນື່ອງ​ຈາກ​ເອວາ​ເຊື່ອ​ຄຳ​ຕົວະ​ຂອງ​ຊາຕານ​ແລະ​ອາດາມ​ກໍ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ ສະນັ້ນ​ມະນຸດ​ທຸກ​ຄົນ​ຈຶ່ງ​ກາຍ​ເປັນ​ຄົນ​ບາບ​ແລະ​ໃນ​ທີ່​ສຸດ​ກໍ​ຕາຍ. (ໂລມ 5:12) ດັ່ງ​ນັ້ນ ພະ​ເຍຊູ​ຈຶ່ງ​ເອີ້ນ​ຊາຕານ​ວ່າ ເປັນ​ຜູ້ “ຂ້າ​ຄົນ.” (ໂຢຮັນ 8:44) ຊາຕານ​ເປັນ​ສັດຕູ​ທີ່​ມີ​ລິດ​ອຳນາດ​ຫຼາຍ​ແທ້ໆ.

      ຖ້າ​ບໍ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ເຮົາ​ບໍ່​ມີ​ທາງ​ທີ່​ຈະ​ຕໍ່​ສູ້​ຊະນະ​ຊາຕານ​ໄດ້​ສຳເລັດ

      7. ພວກ​ຜີ​ປີສາດ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພວກ​ມັນ​ມີ​ລິດ​ອຳນາດ​ຫຼາຍ?

      7 ເມື່ອ​ເຮົາ​ຂັດ​ຂວາງ​ຕໍ່​ສູ້​ຊາຕານ ເຮົາ​ກໍ​ກຳລັງ​ຂັດ​ຂວາງ​ຕໍ່​ສູ້​ຜູ້​ທີ່​ສະໜັບສະໜູນ​ມັນ​ແລະ​ຜູ້​ທີ່​ຂັດຂືນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ ເຊິ່ງ​ລວມ​ເຖິງ​ພວກ​ທູດ​ສະຫວັນ​ອົງ​ອື່ນໆ​ທີ່​ກະບົດ​ເຊິ່ງ​ເອີ້ນ​ວ່າ​ພວກ​ຜີ​ປີສາດ. (ຄຳປາກົດ 12:3, 4) ມີ​ຫຼາຍ​ເທື່ອ​ທີ່​ພວກ​ມັນ​ເຮັດ​ໃຫ້​ເຫັນ​ວ່າ​ມີ​ລິດ​ອຳນາດ​ຫຼາຍ​ກວ່າ​ມະນຸດ ເຊິ່ງ​ເຮັດ​ໃຫ້​ມະນຸດ​ຕ້ອງ​ປະສົບ​ກັບ​ຄວາມ​ທຸກ​ທໍລະມານ​ຢ່າງ​ມາກ​ມາຍ. (ມັດທາຍ 8:28-32; ມາລະໂກ 5:1-5) ຂໍ​ໃຫ້​ຈື່​ໄວ້​ວ່າ​ພວກ​ຜີ​ປີສາດ​ແລະ​ຫົວ​ໜ້າ​ຂອງ​ພວກ​ມັນ​ມີ​ລິດ​ອຳນາດ​ຫຼາຍ​ແທ້ໆ. (ມັດທາຍ 9:34) ຖ້າ​ເຮົາ​ບໍ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ເຮົາ​ບໍ່​ມີ​ທາງ​ທີ່​ຈະ​ຕໍ່​ສູ້​ຊະນະ​ຊາຕານ​ໄດ້​ສຳເລັດ.

      ຊາຕານ​ໂຫດ​ຫ້ຽມ

      8. (ກ) ຊາຕານ​ມີ​ເປົ້າ​ໝາຍ​ຫຍັງ? (ເບິ່ງ​ຮູບ​ທຳອິດ) (ຂ) ເຮົາ​ເຫັນ​ວ່າ​ຜູ້​ຄົນ​ໃນ​ໂລກ​ນີ້​ມີ​ນິດໄສ​ທີ່​ໂຫດ​ຫ້ຽມ​ຄື​ກັບ​ຊາຕານ​ແນວ​ໃດ?

      8 ອັກຄະສາວົກ​ເປໂຕ​ສົມ​ທຽບ​ຊາຕານ​ວ່າ​ເປັນ​ຄື​ກັບ “ສິງ . . . ທີ່​ຮ້ອງ​ຫະນາດ.” ປຶ້ມ​ອ້າງອີງ​ຫົວ​ໜຶ່ງ​ອະທິບາຍ​ວ່າ ຄຳ​ພາສາ​ເກັຣກ​ທີ່​ແປ​ວ່າ “ຮ້ອງ​ຫະນາດ” ໝາຍ​ເຖິງ “ສຽງ​ແຜດ​ຮ້ອງ​ຂອງ​ສັດ​ທີ່​ຫິວ​ໂຫຍ​ຢ່າງ​ຮຸນແຮງ.” ຄຳ​ສົມ​ທຽບ​ນັ້ນ​ເໝາະ​ສົມ​ແທ້ໆ​ກັບ​ລັກສະນະ​ນິດໄສ​ທີ່​ໂຫດ​ຫ້ຽມ​ແລະ​ຊົ່ວ​ຮ້າຍ​ຂອງ​ຊາຕານ! ຕອນ​ນີ້​ມັນ​ຄວບຄຸມ​ໂລກ​ທັງ​ໝົດ​ຢູ່​ແລ້ວ ແຕ່​ກໍ​ຍັງ​ບໍ່​ພໍ​ໃຈ. ຊາຕານ​ເປັນ​ຄື​ກັບ​ໂຕ​ສິງ​ທີ່​ຫິວ​ໂຫຍ​ເຊິ່ງ​ຢາກ​ກິນ​ເຫຍື່ອ​ຫຼາຍ​ຂຶ້ນ. (1 ໂຢຮັນ 5:19) ເປົ້າ​ໝາຍ​ຫຼັກ​ຂອງ​ມັນ​ແມ່ນ​ຜູ້​ຖືກ​ເຈີມ​ທີ່​ຍັງ​ເຫຼືອ​ຢູ່​ແຜ່ນດິນ​ໂລກ ແລະ​ກຸ່ມ​ທີ່​ສະໜັບສະໜູນ​ເຂົາ​ເຈົ້າ ເຊິ່ງ​ກໍ​ຄື “ແກະ​ອື່ນ.” (ໂຢຮັນ 10:16; ຄຳປາກົດ 12:17) ຊາຕານ​ມີ​ເປົ້າ​ໝາຍ​ທີ່​ຈະ​ທຳລາຍ​ປະຊາຊົນ​ຂອງ​ພະ​ເຢໂຫວາ. ການ​ກົດ​ຂີ່​ຂົ່ມເຫງ​ຄລິດສະຕຽນ​ແທ້​ຕັ້ງ​ແຕ່​ສະຕະວັດ​ທຳອິດ​ຈົນ​ເຖິງ​ສະໄໝ​ປັດຈຸບັນ​ສະແດງ​ໃຫ້​ເຫັນ​ວ່າ​ມັນ​ໂຫດ​ຫ້ຽມ​ທີ່​ສຸດ.

      9, 10. (ກ) ຊາຕານ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ຊາດ​ອິດສະລາແອນ​ເຮັດ​ຜິດ? (ຂໍ​ໃຫ້​ຍົກ​ຕົວຢ່າງ) (ຂ) ຊາຕານ​ມີ​ເຫດຜົນ​ສຳຄັນ​ອັນ​ໃດ​ໃນ​ການ​ເລັງ​ເປົ້າ​ໄປ​ໃສ່​ຊາດ​ອິດສະລາແອນ​ບູຮານ? (ຄ) ເມື່ອ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ເຮັດ​ຜິດ​ຮ້າຍແຮງ​ໃນ​ທຸກ​ມື້​ນີ້ ຊາຕານ​ຮູ້ສຶກ​ແນວ​ໃດ?

      9 ຊາຕານ​ຍັງ​ສະແດງ​ຄວາມ​ໂຫດ​ຫ້ຽມ​ໃນ​ອີກ​ແງ່​ໜຶ່ງ. ກ່ອນ​ລົງ​ມື​ຂ້າ ໂຕ​ສິງ​ທີ່​ຫິວ​ໂຫຍ​ບໍ່​ມີ​ຄວາມ​ອີ່ດູ​ສົງສານ​ຕໍ່​ກັບ​ເຫຍື່ອ ແລະ​ມັນ​ກໍ​ບໍ່​ຮູ້ສຶກ​ຜິດ​ຫຼັງ​ຈາກ​ທີ່​ໄດ້​ຂ້າ​ແລ້ວ. ຊາຕານ​ກໍ​ຄ້າຍ​ຄື​ກັນ ມັນ​ບໍ່​ເຄີຍ​ອີ່ດູ​ສົງສານ​ຄົນ​ທີ່​ມັນ​ກັດ​ກິນ. ລອງ​ນຶກ​ພາບ​ເບິ່ງ​ວ່າ​ຊາຕານ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ຊາວ​ອິດສະລາແອນ​ເຮັດ​ຜິດ ເຊັ່ນ: ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ແລະ​ເປັນ​ຄົນ​ໂລບ​ມາກ​ໂລພາ? ເຮົາ​ເຫັນ​ພາບ​ບໍ​ວ່າ​ຊາຕານ​ດີ​ໃຈ​ຫຼາຍ​ສ່ຳ​ໃດ​ທີ່​ມັນ​ເຫັນ​ຜົນ​ອັນ​ໜ້າ​ເສົ້າ​ສະ​ຫຼົດ​ໃຈ​ຈາກ​ການ​ເຮັດ​ຜິດ​ສິນລະທຳ​ຂອງ​ຊີມລີ ແລະ​ຄວາມ​ໂລບ​ມາກ​ໂລພາ​ຂອງ​ເຄຫາຊີ?—ຈົດເຊັນບັນຊີ 25:6-8, 14, 15; 2 ກະສັດ 5:20-27

      ຜູ້​ຊາຍ​ຄົນ​ໜຶ່ງ​ເບິ່ງ​ຮູບ​ພາບ​ທີ່​ບໍ່​ດີ​ໃນ​ຄອມພິວເຕີ​ຂອງ​ລາວ​ໃນ​ຕອນ​ກາງຄືນ ແລະ​ມີ​ຮູບ​ສິງໂຕ​ໃຫຍ່​ເຊິ່ງ​ດີ​ໃຈ​ປາກົດ​ຢູ່​ໃນ​ຫ້ອງ

      ຊາຕານ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ເຫັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ເຮັດ​ຜິດ (ເບິ່ງ​ຂໍ້ 10)

      10 ຊາຕານ​ມີ​ເຫດຜົນ​ສຳຄັນ​ໃນ​ການ​ເລັງ​ເປົ້າ​ໄປ​ໃສ່​ຊາດ​ອິດສະລາແອນ​ບູຮານ. ຢ່າ​ລືມ​ວ່າ​ຜູ້​ເປັນ​ເມຊີ​ຈະ​ມາ​ຈາກ​ຊາດ​ນີ້ ແລະ​ຈະ​ເປັນ​ຜູ້​ທີ່​ທຳລາຍ​ຊາຕານ​ແລະ​ພິສູດ​ວ່າ​ພະ​ເຢໂຫວາ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ມີ​ສິດ​ໃນ​ການ​ປົກຄອງ. (ຕົ້ນເດີມ 3:15) ຊາຕານ​ບໍ່​ຢາກ​ໃຫ້​ຊາດ​ອິດສະລາແອນ​ໄດ້​ຮັບ​ຄວາມ​ພໍ​ໃຈ​ຈາກ​ພະ​ເຢໂຫວາ. ດັ່ງ​ນັ້ນ ມັນ​ຈຶ່ງ​ພະຍາຍາມ​ເຮັດ​ທຸກ​ວິທີ​ເພື່ອ​ໃຫ້​ເຂົາ​ເຈົ້າ​ເຮັດ​ຜິດ. ຊາຕານ​ມັນ​ບໍ່​ໄດ້​ເສຍໃຈ​ເມື່ອ​ເຫັນ​ດາວິດ​ຫຼິ້ນ​ຊູ້ ແລະ​ມັນ​ກໍ​ບໍ່​ຮູ້ສຶກ​ອີ່​ຕົນ​ເມື່ອ​ເຫັນ​ໂມເຊ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ສັນຍາ​ໄວ້. ກົງ​ກັນ​ຂ້າມ ຊາຕານ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ເຫັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ເຮັດ​ຜິດ​ຮ້າຍແຮງ. ທີ່​ຈິງ ຊາຕານ​ໃຊ້​ໄຊ​ຊະນະ​ແບບ​ນີ້​ເພື່ອ​ເຍາະ​ເຍີ້ຍ​ພະ​ເຢໂຫວາ.—ສຸພາສິດ 27:11

      11. ເປັນ​ຫຍັງ​ຊາລາ​ຈຶ່ງ​ອາດ​ຕົກ​ເປັນ​ເປົ້າ​ໝາຍ​ຂອງ​ຊາຕານ?

      11 ຊາຕານ​ກຽດ​ຊັງ​ວົງ​ຕະກູນ​ທີ່​ເມຊີ​ຈະ​ມາ​ເກີດ. ຂໍ​ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ​ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ບອກ​ກັບ​ອັບລາຫາມ​ວ່າ​ລາວ​ຈະ​ກາຍ​ເປັນ “ພວກ​ປະເທດ​ໃຫຍ່.” (ຕົ້ນເດີມ 12:1-3) ຕອນ​ທີ່​ອັບລາຫາມ​ແລະ​ຊາລາ​ຢູ່​ປະເທດ​ເອຢີບ ກະສັດ​ຟາໂລ​ສັ່ງ​ໃຫ້​ຄົນ​ໄປ​ເອົາ​ຊາລາ​ມາ​ທີ່​ພະ​ລາຊະວັງ ເພາະ​ຢາກ​ໄດ້​ຊາລາ​ມາ​ເປັນ​ເມຍ​ຂອງ​ລາວ. ແຕ່​ພະ​ເຢໂຫວາ​ໄດ້​ປົກ​ປ້ອງ​ຊາລາ​ແລະ​ຊ່ວຍ​ລາວ​ໃຫ້​ປອດໄພ​ຈາກ​ສະຖານະການ​ທີ່​ຫຍຸ້ງຍາກ​ນັ້ນ. (ອ່ານ ຕົ້ນເດີມ 12:14-20) ເຫດການ​ຄ້າຍ​ກັນ​ນັ້ນ​ໄດ້​ເກີດ​ຂຶ້ນ​ອີກ​ໃນ​ເມືອງ​ເຄຣານ​ກ່ອນ​ທີ່​ອີຊາກ​ຈະ​ເກີດ. (ຕົ້ນເດີມ 20:1-7) ເປັນ​ໄປ​ໄດ້​ບໍ​ວ່າ​ຊາຕານ​ຢູ່​ເບື້ອງ​ຫຼັງ​ເຫດການ​ເຫຼົ່າ​ນີ້? ຢ່າ​ລືມ​ວ່າ​ຊາລາ​ໄດ້​ອອກ​ມາ​ຈາກ​ເມືອງ​ອູຣ​ທີ່​ຈະເລີນ​ຮຸ່ງເຮືອງ​ແລ້ວ​ມາ​ອາໄສ​ຢູ່​ໃນ​ເຕັ້ນ. ເປັນ​ໄປ​ໄດ້​ບໍ​ວ່າ​ຊາຕານ​ຫວັງ​ຈະ​ລໍ້​ໃຈ​ຊາລາ​ດ້ວຍ​ພະ​ລາຊະວັງ​ທີ່​ຫຼູຫຼາ​ຂອງ​ກະສັດ​ຟາໂລ​ແລະ​ຂອງ​ກະສັດ​ອາບີເມເລກ? ຊາຕານ​ຄິດ​ບໍ​ວ່າ​ຊາລາ​ອາດ​ຈະ​ທໍລະຍົດ​ຜົວ​ຂອງ​ຕົນ​ເອງ​ແລະ​ພະ​ເຢໂຫວາ​ໂດຍ​ແຕ່ງ​ດອງ​ກັບ​ກະສັດ​ອົງ​ໃດ​ອົງ​ໜຶ່ງ? ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ໄວ້ ແຕ່​ຊາຕານ​ຄົງ​ຈະ​ດີ​ໃຈ​ຫຼາຍ​ແທ້ໆ​ຖ້າ​ສາມາດ​ເຮັດ​ໃຫ້​ຊາລາ​ບໍ່​ໄດ້​ເປັນ​ຕົ້ນ​ຕະກູນ​ຂອງ​ເມຊີ. ຊາຕານ​ຈະ​ບໍ່​ຮູ້ສຶກ​ຜິດ​ເລີຍ​ຖ້າ​ມັນ​ທຳລາຍ​ຜູ້​ຍິງ​ທີ່​ມີ​ຊື່ສຽງ​ທີ່​ດີ ມີ​ຊີວິດ​ຄອບຄົວ​ທີ່​ດີ ແລະ​ມີ​ສາຍ​ສຳພັນ​ທີ່​ແໜ້ນແຟ້ນ​ກັບ​ພະ​ເຢໂຫວາ. ເຫັນ​ໄດ້​ແຈ້ງ​ວ່າ ຊາຕານ​ມັນ​ໂຫດ​ຫ້ຽມ​ແລະ​ຊົ່ວ​ຮ້າຍ​ແທ້ໆ!

      ຊາຕານ​ບໍ່​ສົນ​ໃຈ​ວ່າ​ສິ່ງ​ໃດ​ຖືກ​ສິ່ງ​ໃດ​ຜິດ

      12, 13. (ກ) ຫຼັງ​ຈາກ​ພະ​ເຍຊູ​ເກີດ ຊາຕານ​ສະແດງ​ຄວາມ​ໂຫດ​ຫ້ຽມ​ແນວ​ໃດ? (ຂ) ຊາຕານ​ຮູ້ສຶກ​ແນວ​ໃດ​ຕໍ່​ຄົນ​ໜຸ່ມ​ນ້ອຍ​ທີ່​ຮັກ​ພະ​ເຢໂຫວາ​ແລະ​ພະຍາຍາມ​ຈະ​ຮັບໃຊ້​ພະອົງ​ໃນ​ທຸກ​ມື້​ນີ້?

      12 ພະ​ເຍຊູ​ໄດ້​ເກີດ​ຫຼັງ​ຈາກ​ສະໄໝ​ຂອງ​ອັບລາຫາມ​ຫຼາຍ​ຮ້ອຍ​ປີ. ຊາຕານ​ບໍ່​ໄດ້​ເບິ່ງ​ວ່າ​ແອ​ນ້ອຍ​ຜູ້​ນີ້​ເປັນ​ຕາ​ຮັກ ເພາະ​ມັນ​ຮູ້​ວ່າ​ເມື່ອ​ໃຫຍ່​ຂຶ້ນ​ແອ​ນ້ອຍ​ຄົນ​ນີ້​ຈະ​ເປັນ​ເມຊີ​ຕາມ​ທີ່​ສັນຍາ​ໄວ້. ທີ່​ຈິງ ພະ​ເຍຊູ​ເປັນ​ບຸກຄົນ​ທີ່​ສຳຄັນ​ໃນ​ເຊື້ອ​ສາຍ​ຂອງ​ອັບລາຫາມ ເຊິ່ງ​ຈະ​ເປັນ​ຜູ້​ທີ່ “ກະທຳ​ໃຫ້​ການ [ງານ] ຂອງ​ພະຍາມານ​ຈິບຫາຍ​ເສຍ.” (1 ໂຢຮັນ 3:8) ຊາຕານ​ຄິດ​ບໍ ວ່າ​ການ​ຂ້າ​ເດັກ​ນ້ອຍ​ເປັນ​ການ​ກະທຳ​ທີ່​ໂຫດ​ຫ້ຽມ​ຫຼາຍ? ມັນ​ບໍ່​ໄດ້​ຄິດ​ແນວ​ນັ້ນ! ຊາຕານ​ບໍ່​ສົນ​ໃຈ​ວ່າ​ສິ່ງ​ໃດ​ຖືກ​ສິ່ງ​ໃດ​ຜິດ. ມັນ​ລົງ​ມື​ທັນທີ​ເພື່ອ​ພະຍາຍາມ​ຂ້າ​ພະ​ເຍຊູຕັ້ງແຕ່​ຕອນ​ຍັງ​ນ້ອຍໆ. ມັນ​ເຮັດ​ແນວ​ໃດ?

      13 ເມື່ອ​ກະສັດ​ເຫໂລດ​ໄດ້​ຍິນ​ທີ່​ພວກ​ໝໍ​ໂຫລາສາດ​ບອກ​ວ່າ: “ກະສັດ​ແຫ່ງ​ພວກ​ຊາວ​ຢູເດ” ໄດ້​ເກີດ​ມາ​ແລ້ວ ລາວ​ກໍ​ໃຈ​ຮ້າຍ​ຫຼາຍ​ແລະ​ຢາກ​ຂ້າ​ແອ​ນ້ອຍ​ຄົນ​ນັ້ນ. (ມັດທາຍ 2:1-3, 13) ດັ່ງ​ນັ້ນ ເຫໂລດ​ຈຶ່ງ​ອອກ​ຄຳ​ສັ່ງ​ໃຫ້​ຂ້າ​ເດັກ​ນ້ອຍ​ຜູ້​ຊາຍ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່​ສອງ​ປີ​ລົງ​ມາ​ເຊິ່ງ​ອາໄສ​ຢູ່​ເມືອງ​ເບດເລເຫມ​ແລະ​ເມືອງ​ທີ່​ຢູ່​ອ້ອມ​ແອ້ມ. (ອ່ານ ມັດທາຍ 2:13-18) ພະ​ເຍຊູ​ລອດ​ຈາກ​ການ​ຂ້າ​ທີ່​ໂຫດ​ຫ້ຽມ​ນັ້ນ ແຕ່​ເລື່ອງ​ນີ້​ບອກ​ຫຍັງ​ກ່ຽວ​ກັບ​ຊາຕານ​ສັດຕູ​ຂອງ​ເຮົາ? ເຫັນ​ໄດ້​ແຈ້ງ ຊາຕານ​ຖື​ວ່າ​ຊີວິດ​ມະນຸດ​ບໍ່​ມີ​ຄ່າ​ເຖິງ​ວ່າ​ຈະ​ເປັນ​ເດັກ​ນ້ອຍ​ກໍ​ຕາມ. ຊາຕານ​ເປັນ “ສິງ​ຕົວ​ໜຶ່ງ​ທີ່​ຮ້ອງ​ຫະນາດ.” ເຊິ່ງ​ໂຫດ​ຫ້ຽມ​ແທ້ໆ!

      ຊາຕານ​ຫຼອກ​ລວງ

      14, 15. ຊາຕານ​ໄດ້​ເຮັດ​ໃຫ້​ຄວາມ​ຄຶດ​ຂອງ​ຄົນ​ທີ່​ບໍ່​ເຊື່ອ​ມືດ​ໄປ​ຄື​ແນວ​ໃດ?

      14 ການ​ຫຼອກ​ລວງ​ເປັນ​ວິທີ​ດຽວ​ທີ່​ຊາຕານ​ໃຊ້​ເພື່ອ​ຈະ​ເຮັດ​ໃຫ້​ຜູ້​ຄົນ​ຫັນ​ມາ​ຂັດຂືນ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ. (1 ໂຢຮັນ 4:8) ຊາຕານ​ພະຍາຍາມ​ຫຼອກ​ລວງ​ຜູ້​ຄົນ​ເພື່ອ​ບໍ່​ໃຫ້​ເຂົາ​ເຈົ້າ “ຕ້ອງການ​ພະເຈົ້າ, ທ.ປ.” ນັ້ນ​ຄື​ຄິດ​ວ່າ​ບໍ່​ຈຳເປັນ​ຕ້ອງ​ມີ​ສາຍ​ສຳພັນ​ກັບ​ພະເຈົ້າ. (ມັດທາຍ 5:3) ຊາຕານ “ໄດ້​ກະທຳ​ຄວາມ​ຄຶດ​ຂອງ​ຄົນ​ທີ່​ບໍ່​ເຊື່ອ​ໃຫ້​ມືດ​ໄປ” ເພື່ອ​ເຂົາ​ເຈົ້າ​ຈະ​ບໍ່​ເຫັນ​ຄວາມ​ຈິງ​ກ່ຽວ​ກັບ​ພະ​ເຢໂຫວາ.—2 ໂກລິນໂທ 4:4

      15 ວິທີ​ທີ່​ຊາຕານ​ໃຊ້​ໄດ້​ຜົນ​ດີ​ທີ່​ສຸດ​ຢ່າງ​ໜຶ່ງ​ຄື​ສາສະໜາ​ປອມ. ມັນ​ຮູ້​ວ່າ​ພະ​ເຢໂຫວາ​ແມ່ນ “ພະເຈົ້າ​ຫວງແຫນ” ຫຼື​ຮຽກ​ຮ້ອງ​ໃຫ້​ນະມັດສະການ​ພະອົງ​ພຽງ​ຜູ້​ດຽວ​ເທົ່າ​ນັ້ນ. (ອົບພະຍົບ 20:5) ລອງ​ນຶກ​ພາບ​ເບິ່ງ​ວ່າ​ຊາຕານ​ຈະ​ດີ​ໃຈ​ຂະໜາດ​ໃດ​ເມື່ອ​ເຫັນ​ຜູ້​ຄົນ​ນະມັດສະການ​ບັນພະບູລຸດ ຂາບ​ໄຫວ້​ບູຊາ​ສິ່ງ​ໃນ​ທຳມະຊາດ ຫຼື​ສັດ​ຕ່າງໆ ເວົ້າ​ງ່າຍໆ​ກໍ​ຄື​ນະມັດສະການ​ຄົນ​ຜູ້​ໃດ​ກໍ​ໄດ້​ຫຼື​ສິ່ງ​ຂອງ​ອັນ​ໃດ​ກໍ​ໄດ້​ແທນ​ທີ່​ຈະ​ນະມັດສະການ​ພະ​ເຢໂຫວາ. ເປັນ​ຕາ​ໜ້າ​ເສຍໃຈ​ທີ່​ຫຼາຍ​ຄົນ​ຄິດ​ວ່າ​ພະເຈົ້າ​ຍອມ​ຮັບ​ການ​ນະມັດສະການ​ຂອງ​ເຂົາ​ເຈົ້າ ແຕ່​ທີ່​ຈິງ​ແລ້ວ​ເຂົາ​ເຈົ້າ​ຖືກ​ຄອບງຳ​ໂດຍ​ຄວາມ​ເຊື່ອ​ທີ່​ຫຼອກ​ລວງ​ແລະ​ພິທີ​ກຳ​ທີ່​ບໍ່​ເປັນ​ປະໂຫຍດ. ຊາວ​ອິດສະລາແອນ​ໃນ​ສະໄໝ​ຂອງ​ເອຊາອີ​ກໍ​ເຮັດ​ຄ້າຍໆ​ກັນ. ພະ​ເຢໂຫວາ​ຖາມ​ເຂົາ​ເຈົ້າ​ວ່າ: “ເຫດ​ສັນ​ໃດ​ທ່ານ​ທັງ​ຫຼາຍ​ຊື້​ຂອງ​ທີ່​ບໍ່​ເປັນ​ອາຫານ ແລະ​ເສຍ​ແຮງ​ຈຶ່ງ​ໄດ້​ຂອງ​ທີ່​ບໍ່​ໃຫ້​ອີ່ມ​ໃຈ? ຈົ່ງ​ເອົາໃຈໃສ່​ຟັງ​ເຮົາ​ແລະ​ຈົ່ງ​ກິນ​ອາຫານ​ອັນ​ວິເສດ​ດີ ແລະ​ຈົ່ງ​ໃຫ້​ຈິດ​ໃຈ​ຂອງ​ທ່ານ​ມີ​ຄວາມ​ສະໜຸກ​ໃນ​ສິ່ງ​ຂອງ​ອັນ​ມີ​ນ້ຳມັນ.”—ເອຊາອີ 55:2

      ຊາຕານ​ຍັງ​ສາມາດ​ຫຼອກ​ລວງ​ຜູ້​ຮັບໃຊ້​ທີ່​ກະຕືລືລົ້ນ​ຂອງ​ພະ​ເຢໂຫວາ​ໄດ້​ນຳ​ອີກ

      16, 17. (ກ) ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ບອກ​ເປໂຕ​ວ່າ: “ຊາຕານ ຈົ່ງ​ຖອຍ​ໜີ​ເສຍ​ຈາກ​ເຮົາ”? (ຂ) ຊາຕານ​ອາດ​ຫຼອກ​ລວງ​ເຮົາ​ແນວ​ໃດ​ເພື່ອ​ໃຫ້​ເຮົາ​ເຊົາ​ເຝົ້າ​ລະວັງ?

      16 ຊາຕານ​ຍັງ​ສາມາດ​ຫຼອກ​ລວງ​ຜູ້​ຮັບໃຊ້​ທີ່​ກະຕືລືລົ້ນ​ຂອງ​ພະ​ເຢໂຫວາ​ໄດ້​ນຳ​ອີກ. ຕົວຢ່າງ​ເຊັ່ນ: ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ​ຕອນ​ທີ່​ພະ​ເຍຊູ​ບອກ​ພວກ​ລູກ​ສິດ​ວ່າ​ອີກ​ບໍ່​ດົນ​ພະອົງ​ຈະ​ຖືກ​ຂ້າ. ອັກຄະສາວົກ​ເປໂຕ​ເຊິ່ງ​ເປັນ​ຄົນ​ທີ່​ຮັກ​ພະ​ເຍຊູ​ຫຼາຍ​ບອກ​ວ່າ: “ພະອົງ​ເຈົ້າ​ຂ້າ ຂໍ​ພະເຈົ້າ​ຊ່ອຍ [ກະລຸນາ] ພະອົງ​ເຖີ້ນ ການ​ນີ້​ຈະ​ບໍ່​ບັງເກີດ​ມາ​ຖືກ​ພະອົງ​ສັກ​ເທື່ອ.” ພະ​ເຍຊູ​ບອກ​ເປໂຕ​ວ່າ: “ຊາຕານ ຈົ່ງ​ຖອຍ​ໜີ​ເສຍ​ຈາກ​ເຮົາ.” (ມັດທາຍ 16:22, 23) ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ເອີ້ນ​ເປໂຕ​ວ່າ “ຊາຕານ”? ເພາະ​ພະ​ເຍຊູ​ຮູ້​ວ່າ​ອີກ​ບໍ່​ດົນ​ພະອົງ​ຈະ​ເສຍ​ຊີວິດ​ເພື່ອ​ເປັນ​ຄ່າໄຖ່ ແລະ​ຈະ​ພິສູດ​ວ່າ​ຊາຕານ​ເປັນ​ຜູ້​ຕົວະ. ນີ້​ເປັນ​ເວລາ​ທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ເປັນ​ຄວາມ​ຕາຍ​ຂອງ​ມະນຸດ​ທຸກ​ຄົນ ບໍ່​ແມ່ນ​ເວລາ​ທີ່​ພະ​ເຍຊູ​ຈະ “ກະລຸນາ” ຕົວ​ເອງ. ຊາຕານ​ຈະ​ດີ​ໃຈ​ແທ້ໆ ຖ້າ​ພະ​ເຍຊູ​ເຊົາ​ເຝົ້າ​ລະວັງ.

      17 ອະວະສານ​ຂອງ​ລະບົບ​ນີ້​ໃກ້​ເຂົ້າ​ມາ​ແລ້ວ ແລະ​ເຮົາ​ກຳລັງ​ມີ​ຊີວິດ​ຢູ່​ໃນ​ໄລຍະ​ວິກິດການ​ເຊິ່ງ​ຍາກ​ທີ່​ຈະ​ຮັບ​ມື​ໄດ້. ຊາຕານ​ຢາກ​ໃຫ້​ເຮົາ “ກະລຸນາ” ຕົວ​ເອງ ໂດຍ​ມຸ່ງ​ຄວາມ​ສົນ​ໃຈ​ໄປ​ໃສ່​ການ​ປະສົບ​ຜົນ​ສຳເລັດ​ໃນ​ໂລກ​ນີ້. ມັນ​ຢາກ​ໃຫ້​ເຮົາ​ລືມ​ວ່າ​ເຮົາ​ມີ​ຊີວິດ​ຢູ່​ໃນ​ສະໄໝ​ສຸດ​ທ້າຍ​ແລະ​ໃຫ້​ເຮົາ​ເຊົາ​ເຝົ້າ​ລະວັງ. ຢ່າ​ຍອມ​ໃຫ້​ເລື່ອງ​ນີ້​ເກີດ​ຂຶ້ນ​ກັບ​ເຮົາ! ແທນ​ທີ່​ຈະ​ເປັນ​ແບບ​ນັ້ນ “ຈົ່ງ​ເຝົ້າ​ລະວັງ​ໃຫ້​ດີ.” (ມັດທາຍ 24:42) ຢ່າ​ເຊື່ອ​ຄຳ​ຕົວະ​ຂອງ​ຊາຕານ​ທີ່​ວ່າ​ຍັງ​ອີກ​ດົນ​ອະວະສານ​ຈຶ່ງ​ຈະ​ມາ​ຫຼື​ອາດ​ຈະ​ບໍ່​ມາ​ເລີຍ.

      18, 19. (ກ) ເພື່ອ​ເຮັດ​ໃຫ້​ເຮົາ​ຄິດ​ວ່າ​ເຮົາ​ບໍ່​ສົມຄວນ​ທີ່​ຈະ​ໄດ້​ຮັບ​ຄວາມ​ຮັກ​ຈາກ​ພະ​ເຢໂຫວາ ຊາຕານ​ອາດ​ພະຍາຍາມ​ຫຼອກ​ລວງ​ເຮົາ​ແນວ​ໃດ? (ຂ) ພະ​ເຢໂຫວາ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເຝົ້າ​ລະວັງ​ຕໍ່ໆ​ໄປ?

      18 ຊາຕານ​ຍັງ​ໃຊ້​ວິທີ​ອື່ນ​ເພື່ອ​ຫຼອກ​ລວງ​ເຮົາ ເຊັ່ນ: ມັນ​ຢາກ​ໃຫ້​ເຮົາ​ເຊື່ອ​ວ່າ​ເຮົາ​ບໍ່​ສົມຄວນ​ໄດ້​ຮັບ​ຄວາມ​ຮັກ​ຈາກ​ພະ​ເຢໂຫວາ ແລະ​ເຊື່ອ​ວ່າ​ພະອົງ​ຈະ​ບໍ່​ໃຫ້​ອະໄພ​ສຳລັບ​ຄວາມ​ຜິດ​ທີ່​ເຮົາ​ໄດ້​ເຮັດ. ແຕ່​ທັງ​ໝົດ​ນີ້​ເປັນ​ຄຳ​ຕົວະ​ຂອງ​ຊາຕານ. ຂໍ​ໃຫ້​ຄິດ​ເບິ່ງ​ວ່າ ແມ່ນ​ໃຜ​ແທ້ໆ​ທີ່​ບໍ່​ສົມຄວນ​ຈະ​ໄດ້​ຮັບ​ຄວາມ​ຮັກ​ຈາກ​ພະ​ເຢໂຫວາ? ແມ່ນ​ໃຜ​ແທ້ໆ​ທີ່​ພະ​ເຢໂຫວາ​ຈະ​ບໍ່​ໃຫ້​ອະໄພ? ແມ່ນ​ຊາຕານ​ນັ້ນ​ແຫຼະ. ແຕ່​ສຳລັບ​ເຮົາ ຄຳພີ​ໄບເບິນ​ບອກ​ວ່າ: ‘ພະເຈົ້າ​ບໍ່​ແມ່ນ​ບໍ່​ຊອບທຳ​ທີ່​ຈະ​ລືມ​ກິດຈະການ​ຂອງ​ທ່ານ​ທັງ​ຫຼາຍ ແລະ​ຄວາມ​ຮັກ​ທີ່​ທ່ານ​ທັງ​ຫຼາຍ​ໄດ້​ສຳແດງ​ສຳລັບ​ນາມ​ຊື່​ຂອງ​ພະອົງ.’ (ເຫບເລີ 6:10) ພະ​ເຢໂຫວາ​ເຫັນ​ຄຸນຄ່າ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ເພື່ອ​ໃຫ້​ພະອົງ​ພໍ​ໃຈ​ແລະ​ວຽກ​ຮັບໃຊ້​ທີ່​ເຮົາ​ເຮັດ​ເພື່ອ​ພະອົງ​ບໍ່​ເຄີຍ​ໄຮ້​ປະໂຫຍດ. (ອ່ານ 1 ໂກລິນໂທ 15:58) ດັ່ງ​ນັ້ນ ຢ່າ​ເຊື່ອ​ຄຳ​ຕົວະ​ຂອງ​ຊາຕານ.

      19 ດັ່ງ​ທີ່​ເຮົາ​ໄດ້​ເຫັນ ຊາຕານ​ມີ​ລິດ​ອຳນາດ ໂຫດ​ຫ້ຽມ ແລະ​ຫຼອກ​ລວງ. ເຮົາ​ຈະ​ເອົາ​ຊະນະ​ສັດຕູ​ທີ່​ຊົ່ວ​ຮ້າຍ​ແບບ​ນີ້​ໄດ້​ແນວ​ໃດ? ພະ​ເຢໂຫວາ​ຊ່ວຍ​ເຮົາ​ໂດຍ​ທາງ​ຄຳພີ​ໄບເບິນ​ເພື່ອ​ໃຫ້​ເຮົາ “ຮູ້ຈັກ​ອຸບາຍ” ຂອງ​ມັນ. (2 ໂກລິນໂທ 2:11) ເມື່ອ​ເຂົ້າ​ໃຈ​ກົນ​ອຸບາຍ​ຕ່າງໆ​ທີ່​ຊາຕານ​ໃຊ້​ໂຈມຕີ​ເຮົາ ມັນ​ຈຶ່ງ​ງ່າຍ​ຂຶ້ນ​ທີ່​ເຮົາ​ຈະ​ເຝົ້າ​ລະວັງ​ຕໍ່ໆ​ໄປ. ແຕ່​ການ​ຮູ້ຈັກ​ກົນ​ອຸບາຍ​ເທົ່າ​ນັ້ນ​ຍັງ​ບໍ່​ພໍ ເພາະ​ຄຳພີ​ໄບເບິນ​ບອກ​ວ່າ: “ຈົ່ງ​ຂັດ​ຂວາງ​ຕໍ່​ສູ້​ພະຍາມານ ແລະ​ມັນ​ຈະ​ປົບ​ໜີ​ໄປ​ຈາກ​ພວກ​ທ່ານ.” (ຢາໂກໂບ 4:7) ບົດ​ຄວາມ​ຕໍ່​ໄປ​ຈະ​ພິຈາລະນາ​ສາມ​ວິທີ​ທີ່​ເຮົາ​ສາມາດ​ຕໍ່​ສູ້​ຊາຕານ​ແລະ​ເອົາ​ຊະນະ​ມັນ​ໄດ້.

  • ເຮົາ​ສາມາດ​ຕໍ່​ສູ້​ຊາຕານ—ແລະ​ເອົາ​ຊະນະ​ມັນ​ໄດ້!
    ຫໍສັງເກດການ—2015 | 15 ພຶດສະພາ
    • ຜູ້​ຄົນ​ທີ່​ມີ​ອາຍຸ​ແລະ​ເຊື້ອ​ຊາດ​ຕ່າງ​ກັນ​ມ່ວນ​ຊື່ນ​ກັບ​ການ​ກິນ​ເຂົ້າ​ໜົມ​ແລະ​ເຄື່ອງ​ດື່ມ​ນຳ​ກັນ ແລະ​ມີ​ຮູບ​ໂຕ​ສິງ​ເບິ່ງ​ຢູ່​ປ່ອງ​ຢ້ຽມ​ດ້ວຍ​ຄວາມ​ໃຈ​ຮ້າຍ

      ເຮົາ​ສາມາດ​ຕໍ່​ສູ້​ຊາຕານ—ແລະ​ເອົາ​ຊະນະ​ມັນ​ໄດ້!

      “ຈົ່ງ​ຕໍ່​ສູ້ . . . ພະຍາມານ​ນັ້ນ​ດ້ວຍ​ຕັ້ງ . . . ໝັ້ນ​ຄົງ​ຢູ່​ໃນ​ຄວາມ​ເຊື່ອ.”—1 ເປໂຕ 5:9

      ເຮົາ​ຈະ​ຫຼີກ​ລ່ຽງ​ບ້ວງ​ແຮ້ວ​ຕໍ່​ໄປ​ນີ້​ຂອງ​ຊາຕານ​ໄດ້​ແນວ​ໃດ?

      • ຄວາມ​ຍິ່ງ

      • ການ​ນິຍົມ​ວັດຖຸ

      • ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ

      1. (ກ) ໂດຍ​ສະເພາະ​ໃນ​ຕອນ​ນີ້ ເປັນ​ຫຍັງ​ການ​ຕໍ່​ສູ້​ກັບ​ຊາຕານ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ? (ຂ) ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ເຮົາ​ສາມາດ​ຕໍ່​ສູ້​ແລະ​ເອົາ​ຊະນະ​ຊາຕານ​ໄດ້?

      ຊາຕານ​ກຳລັງ​ຕໍ່​ສູ້​ກັບ​ຜູ້​ຖືກ​ເຈີມ​ທີ່​ຍັງ​ເຫຼືອ​ຢູ່​ແຜ່ນດິນ​ໂລກ ແລະ​ກັບ “ແກະ​ອື່ນ.” (ໂຢຮັນ 10:16) ເນື່ອງ​ຈາກ​ຮູ້​ວ່າ​ເວລາ​ຂອງ​ມັນ​ຍັງ​ເຫຼືອ​ໜ້ອຍ ຊາຕານ​ຈຶ່ງ​ພະຍາຍາມ​ທຸກ​ວິທີ​ເພື່ອ​ທຳລາຍ​ຄວາມ​ເຊື່ອ​ຂອງ​ຜູ້​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້. (ອ່ານ ຄຳປາກົດ 12:9, 12) ແຕ່​ເຮົາ​ສາມາດ​ຕໍ່​ສູ້​ແລະ​ເອົາ​ຊະນະ​ຊາຕານ​ໄດ້. ຄຳພີ​ໄບເບິນ​ບອກ​ວ່າ: “ຈົ່ງ​ຂັດ​ຂວາງ​ຕໍ່​ສູ້​ພະຍາມານ ແລະ​ມັນ​ຈະ​ປົບ​ໜີ​ໄປ​ຈາກ​ພວກ​ທ່ານ.”—ຢາໂກໂບ 4:7

      2, 3. (ກ) ເປັນ​ຫຍັງ​ຊາຕານ​ຈຶ່ງ​ຢາກ​ໃຫ້​ຄົນ​ເຊື່ອ​ວ່າ​ມັນ​ບໍ່​ມີ​ຕົວຕົນ​ແທ້? (ຂ) ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ຊາຕານ​ມີ​ຕົວຕົນ​ແທ້?

      2 ຫຼາຍ​ຄົນ​ພາ​ກັນ​ຫົວຂວັນ​ກັບ​ຄວາມ​ຄິດ​ທີ່​ວ່າ​ຊາຕານ​ມີ​ຕົວຕົນ​ແທ້. ສຳລັບ​ເຂົາ​ເຈົ້າ ຊາຕານ​ແລະ​ພວກ​ຜີ​ປີສາດ​ເປັນ​ພຽງ​ຕົວ​ລະຄອນ​ທີ່​ຢູ່​ໃນ​ປຶ້ມ​ເລື່ອງ ໜັງ​ຜີ ແລະ​ເກມ​ຄອມພິວເຕີ​ເທົ່າ​ນັ້ນ. ເຂົາ​ເຈົ້າ​ຄິດ​ວ່າ​ມີ​ແຕ່​ຄົນ​ໂງ່​ເທົ່າ​ນັ້ນ​ທີ່​ເຊື່ອ​ວ່າ​ພວກ​ກາຍ​ວິນຍານ​ຊົ່ວ​ມີ​ຕົວຕົນ​ແທ້. ຊາຕານ​ໃຈ​ຮ້າຍ​ບໍ​ທີ່​ຫຼາຍ​ຄົນ​ບໍ່​ໄດ້​ເຊື່ອ​ວ່າ​ມັນ​ແລະ​ພວກ​ຜີ​ປີສາດ​ມີ​ຕົວຕົນ​ແທ້? ບໍ່​ໃຈ​ຮ້າຍ​ເລີຍ. ຄົນ​ທີ່​ບໍ່​ເຊື່ອ​ວ່າ​ຊາຕານ​ມີ​ຕົວຕົນ​ແທ້​ຈະ​ຖືກ​ມັນ​ຫຼອກ​ລວງ​ໄດ້​ງ່າຍ. (2 ໂກລິນໂທ 4:4) ທີ່​ຈິງ ຊາຕານ​ຢາກ​ໃຫ້​ຄົນ​ຄິດ​ວ່າ​ມັນ​ບໍ່​ມີ​ຕົວຕົນ​ແທ້ ເພື່ອ​ມັນ​ຈະ​ຫຼອກ​ລວງ​ເຂົາ​ເຈົ້າ​ໄດ້.

      3 ພວກ​ເຮົາ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ບໍ່​ໄດ້​ຖືກ​ຫຼອກ​ລວງ ເພາະ​ເຮົາ​ຮູ້​ວ່າ​ພະຍາມານ​ມີ​ຕົວຕົນ​ແທ້. ເຮົາ​ຮູ້​ໄດ້​ແນວ​ໃດ? ເພາະ​ຄຳພີ​ໄບເບິນ​ບອກ​ວ່າ ຊາຕານ​ເວົ້າ​ກັບ​ເອວາ​ຜ່ານ​ທາງ​ງູ. (ຕົ້ນເດີມ 3:1-5) ຊາຕານ​ເວົ້າ​ກັບ​ພະ​ເຢໂຫວາ​ແລະ​ຕັ້ງ​ຂໍ້​ສົງໄສ​ກ່ຽວ​ກັບ​ແຮງ​ຈູງ​ໃຈ​ຂອງ​ໂຢບ. (ໂຢບ 1:9-12) ຊາຕານ​ພະຍາຍາມ​ລໍ້​ໃຈ​ພະ​ເຍຊູ. (ມັດທາຍ 4:1-10) ຫຼັງ​ຈາກ​ທີ່​ພະ​ເຍຊູ​ຂຶ້ນ​ເປັນ​ກະສັດ​ໃນ​ປີ 1914 ຊາຕານ​ໄດ້ “ທຳ​ເສິກ [ເຮັດ​ສົງຄາມ]” ກັບ​ຜູ້​ຖືກ​ເຈີມ​ທີ່​ຍັງ​ເຫຼືອ​ຢູ່​ແຜ່ນດິນ​ໂລກ. (ຄຳປາກົດ 12:17) ສົງຄາມ​ນີ້​ຍັງ​ດຳເນີນ​ຕໍ່​ໄປ​ໂດຍ​ທີ່​ຊາຕານ​ພະຍາຍາມ​ທຳລາຍ​ຄວາມ​ເຊື່ອ​ຂອງ​ຜູ້​ຖືກ​ເຈີມ​ແລະ​ແກະ​ອື່ນ. ເພື່ອ​ຈະ​ຊະນະ​ສົງຄາມ​ນີ້ ເຮົາ​ຕ້ອງ​ຕໍ່​ສູ້​ກັບ​ຊາຕານ​ແລະ​ຮັກສາ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ຢູ່​ສະເໝີ. ໃນ​ບົດ​ຄວາມ​ນີ້​ຈະ​ພິຈາລະນາ​ສາມ​ວິທີ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ແບບ​ນັ້ນ.

      ຢ່າ​ເປັນ​ຄົນ​ຍິ່ງ

      4. ຊາຕານ​ເປັນ​ຕົວຢ່າງ​ທີ່​ດີ​ເລີດ​ແນວ​ໃດ​ຂອງ​ການ​ພູມ​ໃຈ​ໃນ​ຕົວ​ເອງ​ຫຼາຍ​ເກີນ​ໄປ?

      4 ເນື່ອງ​ຈາກ​ພູມ​ໃຈ​ໃນ​ຕົວ​ເອງ​ຫຼາຍ​ເກີນ​ໄປ ຊາຕານ​ຈຶ່ງ​ກ້າ​ທ້າທາຍ​ສິດ​ໃນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ ແລະ​ພະຍາຍາມ​ເຮັດ​ໃຫ້​ມະນຸດ​ນະມັດສະການ​ມັນ​ແທນ​ທີ່​ຈະ​ນະມັດສະການ​ພະ​ເຢໂຫວາ. ດັ່ງ​ນັ້ນ ຊາຕານ​ຈຶ່ງ​ເປັນ​ຕົວຢ່າງ​ທີ່​ດີ​ເລີດ​ຂອງ​ຄວາມ​ຈອງຫອງ​ແລະ​ການ​ພູມ​ໃຈ​ໃນ​ຕົວ​ເອງ​ຫຼາຍ​ເກີນ​ໄປ. ສະນັ້ນ ວິທີ​ໜຶ່ງ​ທີ່​ເຮົາ​ສາມາດ​ຕໍ່​ສູ້​ກັບ​ຊາຕານ​ໄດ້​ກໍ​ຄື ບໍ່​ຕ້ອງ​ພູມ​ໃຈ​ໃນ​ຕົວ​ເອງ​ຫຼາຍ​ເກີນ​ໄປ ແຕ່​ຕ້ອງ​ເປັນ​ຄົນ​ຖ່ອມ​ໃຈ. (ອ່ານ 1 ເປໂຕ 5:5) ການ​ພູມ​ໃຈ​ໃນ​ຕົວ​ເອງ​ແມ່ນ​ຫຍັງ? ການ​ພູມ​ໃຈ​ໃນ​ຕົວ​ເອງ​ເປັນ​ສິ່ງ​ທີ່​ບໍ່​ດີ​ສະເໝີ​ໄປ​ບໍ?

      5, 6. (ກ) ການ​ພູມ​ໃຈ​ເປັນ​ສິ່ງ​ທີ່​ບໍ່​ດີ​ສະເໝີ​ໄປ​ບໍ? ຂໍ​ໃຫ້​ອະທິບາຍ. (ຂ) ການ​ພູມ​ໃຈ​ແບບ​ໃດ​ທີ່​ເປັນ​ອັນຕະລາຍ ແລະ​ໃນ​ຄຳພີ​ໄບເບິນ​ມີ​ຕົວຢ່າງ​ຫຍັງ​ໃນ​ເລື່ອງ​ນີ້?

      5 ວັດຈະນານຸກົມ​ຫົວ​ໜຶ່ງ​ບອກ​ວ່າ: ການ​ພູມ​ໃຈ​ໃນ​ຕົວ​ເອງ​ແມ່ນ​ຄວາມ​ຮູ້ສຶກ​ໝັ້ນ​ໃຈ​ແລະ​ມີ​ຄວາມ​ນັບຖື​ຕົວ​ເອງ. ວັດຈະນານຸກົມ​ຫົວ​ນັ້ນ​ຍັງ​ບອກ​ຕື່ມ​ວ່າ ການ​ພູມ​ໃຈ​ໃນ​ຕົວ​ເອງ “ເປັນ​ການ​ພໍ​ໃຈ​ໃນ​ສິ່ງ​ທີ່​ມີ ເພາະ​ວ່າ​ເຮົາ​ຫຼື​ຄົນ​ໃກ້​ຊິດ​ໄດ້​ເຮັດ​ບາງ​ສິ່ງ​ທີ່​ດີ​ຫຼື​ເປັນ​ເຈົ້າ​ຂອງ​ບາງ​ຢ່າງ​ທີ່​ດີ.” ການ​ມີ​ຄວາມ​ຮູ້ສຶກ​ແບບ​ນັ້ນ​ບໍ່​ແມ່ນ​ສິ່ງ​ທີ່​ຜິດ ເພາະ​ອັກຄະສາວົກ​ໂປໂລ​ບອກ​ພີ່​ນ້ອງ​ໃນ​ເມືອງ​ເທຊະໂລນີກ​ວ່າ: “ພວກ​ເຮົາ​ໄດ້​ອວດ​ຕົວ​ເອງ​ເພາະ​ທ່ານ​ທັງ​ຫຼາຍ​ໃນ​ທ່າມກາງ​ພວກ​ຊຸມນຸມ​ທັງ​ຫຼາຍ​ແຫ່ງ​ພະເຈົ້າ ເພາະ​ເຫດ​ຄວາມ​ພຽນ [ອົດ​ທົນ] ແລະ​ຄວາມ​ເຊື່ອ​ຂອງ​ພວກ​ທ່ານ​ໃນ​ການ​ຂົ່ມເຫງ​ທັງ​ປວງ​ແລະ​ໃນ​ຄວາມ​ທຸກ​ຍາກ​ທີ່​ພວກ​ທ່ານ​ໄດ້​ທົນ.” (2 ເທຊະໂລນີກ 1:4) ດັ່ງ​ນັ້ນ ການ​ມີ​ຄວາມ​ຮູ້ສຶກ​ທີ່​ດີ​ຕໍ່​ກັບ​ວຽກ​ທີ່​ຄົນ​ອື່ນ​ເຮັດ​ແລະ​ການ​ພູມ​ໃຈ​ໃນ​ຕົວ​ເອງ​ແດ່​ກໍ​ເປັນ​ປະໂຫຍດ. ເຮົາ​ບໍ່​ຈຳເປັນ​ຕ້ອງ​ອາຍ​ກ່ຽວ​ກັບ​ເລື່ອງ​ຄອບຄົວ ວັດທະນະທຳ ຫຼື​ບ້ານ​ເກີດ​ເມືອງ​ນອນ​ຂອງ​ເຮົາ.—ກິດຈະການ 21:39

      6 ການ​ທີ່​ເຮົາ​ພູມ​ໃຈ​ໃນ​ຕົວ​ເອງ​ຫຼາຍ​ເກີນ​ໄປ​ສາມາດ​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ຄົນ​ອື່ນ​ໄດ້ ໂດຍ​ສະເພາະ​ແມ່ນ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ. ການ​ພູມ​ໃຈ​ໃນ​ຕົວ​ເອງ​ແບບ​ນີ້​ສາມາດ​ເຮັດ​ໃຫ້​ເຮົາ​ບໍ່​ພໍ​ໃຈ​ເມື່ອ​ໄດ້​ຮັບ​ຄຳ​ແນະນຳ ຫຼື​ເຖິງ​ຂັ້ນ​ບໍ່​ຍອມ​ຟັງ​ຄຳ​ແນະນຳ​ຊ້ຳ. (ຄຳເພງ 141:5) ມີ​ການ​ພັນລະນາ​ຄວາມ​ພູມ​ໃຈ​ແບບ​ນີ້​ວ່າ​ເປັນ​ການ​ຄິດ​ເຖິງ​ຕົວ​ເອງ​ຫຼາຍ​ເກີນ​ໄປ ຫຼື​ເປັນ “ຄວາມ​ຍິ່ງ​ທີ່​ຜູ້​ຄົນ​ມັກ​ສະແດງ​ອອກ​ມາ​ແລະ​ຖື​ວ່າ​ຕົວ​ເອງ​ດີ​ກວ່າ​ຄົນ​ອື່ນ.” ພະ​ເຢໂຫວາ​ກຽດ​ຊັງ​ຄວາມ​ຍິ່ງ​ຈອງຫອງ. (ເອເຊກຽນ 33:28; ອາໂມດ 6:8) ແຕ່​ຊາຕານ​ມັກ​ເມື່ອ​ເຫັນ​ມະນຸດ​ຮຽນ​ແບບ​ຄວາມ​ຍິ່ງ​ຈອງຫອງ​ຂອງ​ມັນ​ໂດຍ​ການ​ຍົກຍ້ອງ​ຕົວ​ເອງ. ລອງ​ນຶກ​ພາບ​ເບິ່ງ​ວ່າ​ຊາຕານ​ຈະ​ດີ​ໃຈ​ຫຼາຍ​ສ່ຳ​ໃດ​ເມື່ອ​ເຫັນ​ເນມໂຣດ ຟາໂລ ແລະ​ອາບຊາໂລມ​ສະແດງ​ຄວາມ​ພູມ​ໃຈ​ໃນ​ຕົວ​ເອງ​ຫຼາຍ​ເກີນ​ໄປ​ໂດຍ​ຍົກຍ້ອງ​ຕົວ​ເອງ. (ຕົ້ນເດີມ 10:8, 9; ອົບພະຍົບ 5:1, 2; 2 ຊາເມືອນ 15:4-6) ຄວາມ​ຍິ່ງ​ເຮັດ​ໃຫ້​ກາອີນ​ສູນ​ເສຍ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ. ເມື່ອ​ພະ​ເຢໂຫວາ​ເອງ​ເປັນ​ຜູ້​ໃຫ້​ຄຳ​ແນະນຳ ກາອີນ​ພັດ​ຍິ່ງ​ໂພດ​ຈຶ່ງ​ບໍ່​ສົນ​ໃຈ​ຟັງ. ກາອີນ​ຫົວ​ແຂງ ບໍ່​ສົນ​ໃຈ​ຄຳ​ເຕືອນ ແລະ​ລາວ​ໄດ້​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ.—ຕົ້ນເດີມ 4:6-8

      7, 8. (ກ) ການ​ຈຳແນກ​ເຊື້ອ​ຊາດ​ແມ່ນ​ຫຍັງ ແລະ​ເລື່ອງ​ນີ້​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ຄວາມ​ຍິ່ງ? (ຂ) ຂໍ​ໃຫ້​ອະທິບາຍ​ວ່າ​ຄວາມ ຍິ່ງ​ອາດ​ທຳລາຍ​ຄວາມ​ສະຫງົບ​ສຸກ​ໃນ​ປະຊາຄົມ​ແນວ​ໃດ.

      7 ໃນ​ທຸກ​ມື້​ນີ້ ຄວາມ​ຍິ່ງ​ທີ່​ຜູ້​ຄົນ​ສະແດງ​ອອກ​ມາ​ເຮັດ​ໃຫ້​ເກີດ​ຄວາມ​ເສຍຫາຍ​ມາກ​ມາຍ. ບາງ​ຄັ້ງ​ຄວາມ​ຍິ່ງ​ກ່ຽວ​ຂ້ອງ​ກັບ​ການ​ຈຳແນກ​ເຊື້ອ​ຊາດ. ວັດຈະນານຸກົມ​ຫົວ​ໜຶ່ງ​ອະທິບາຍ​ວ່າ “ການ​ຈຳແນກ​ເຊື້ອ​ຊາດ​ໝາຍ​ເຖິງ​ການ​ມີ​ອະຄະຕິ​ຕໍ່​ກັບ​ຄົນ​ທີ່​ມີ​ເຊື້ອ​ຊາດ​ຕ່າງ​ຈາກ​ເຮົາ” ແລະ “ເປັນ​ຄວາມ​ເຊື່ອ​ທີ່​ວ່າ​ຄົນ​ທີ່​ມີ​ເຊື້ອ​ຊາດ​ຕ່າງ​ກັນ​ຈະ​ມີ​ຄຸນ​ລັກສະນະ​ແລະ​ຄວາມ​ສາມາດ​ຕ່າງ​ກັນ ແລະ​ຖື​ວ່າ​ບາງ​ເຊື້ອ​ຊາດ​ເໜືອ​ກວ່າ​ຫຼື​ຕ່ຳ​ຕ້ອຍ​ກວ່າ​ອີກ​ເຊື້ອ​ຊາດ​ໜຶ່ງ.” ການ​ຈຳແນກ​ເຊື້ອ​ຊາດ​ແບບ​ນີ້​ເຮັດ​ໃຫ້​ເກີດ​ການ​ຕໍ່​ສູ້​ກັນ ສົງຄາມ ແລະ​ລວມ​ເຖິງ​ການ​ສັງຫານ​ໝູ່.

      ການ​ພູມ​ໃຈ​ໃນ​ຕົວ​ເອງ​ຫຼາຍ​ເກີນ​ໄປ​ສາມາດ​ທຳລາຍ​ຄວາມ​ສະຫງົບ​ສຸກ​ໃນ​ປະຊາຄົມ​ໄດ້

      8 ແນ່ນອນ​ວ່າ​ບໍ່​ຄວນ​ມີ​ຄວາມ​ຍິ່ງ​ແບບ​ນີ້​ໃນ​ປະຊາຄົມ​ຄລິດສະຕຽນ. ແນວ​ໃດ​ກໍ​ຕາມ ການ​ບໍ່​ເຫັນ​ດີ​ນຳ​ກັນ​ລະຫວ່າງ​ພີ່​ນ້ອງ​ຊາຍ​ຍິງ​ອາດ​ເລີ່ມ​ຈາກ​ການ​ພູມ​ໃຈ​ໃນ​ຕົວ​ເອງ​ຫຼາຍ​ເກີນ​ໄປ​ຈົນ​ກາຍ​ເປັນ​ຄວາມ​ຍິ່ງ. ເລື່ອງ​ແບບ​ນີ້​ເຄີຍ​ເກີດ​ຂຶ້ນ​ກັບ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ຈົນ​ຢາໂກໂບ​ຕ້ອງ​ຖາມ​ເຂົາ​ເຈົ້າ​ກົງໆ​ວ່າ: “ການ​ເລວ​ກັນ​ແລະ​ການ​ຜິດ​ກັນ​ໃນ​ທ່າມກາງ​ພວກ​ທ່ານ​ນັ້ນ​ມາ​ແຕ່​ໃສ?” (ຢາໂກໂບ 4:1) ຖ້າ​ເຮົາ​ຮູ້ສຶກ​ວ່າ​ກຽດ​ຊັງ​ຄົນ​ອື່ນ​ແລະ​ຮູ້ສຶກ​ວ່າ​ຕົວ​ເອງ​ດີ​ກວ່າ​ເຂົາ​ເຈົ້າ ນັ້ນ​ອາດ​ເຮັດ​ໃຫ້​ເຮົາ​ເວົ້າ​ຫຼື​ເຮັດ​ບາງ​ສິ່ງ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ເຈັບ​ໃຈ. (ສຸພາສິດ 12:18) ເຫັນ​ໄດ້​ແຈ້ງ​ວ່າ​ການ​ພູມ​ໃຈ​ໃນ​ຕົວ​ເອງ​ຫຼາຍ​ເກີນ​ໄປ​ສາມາດ​ທຳລາຍ​ຄວາມ​ສະຫງົບ​ສຸກ​ໃນ​ປະຊາຄົມ​ໄດ້.

      9. ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຫຼີກ​ລ່ຽງ​ຄວາມ​ຍິ່ງ​ແລະ​ການ​ຈຳແນກ​ເຊື້ອ​ຊາດ? (ເບິ່ງ​ຮູບ​ທຳອິດ)

      9 ຖ້າ​ເຮົາ​ມີ​ທ່າ​ອຽງ​ທີ່​ຈະ​ຄິດ​ວ່າ​ຕົວ​ເອງ​ດີ​ກວ່າ​ຄົນ​ອື່ນ ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ພະ​ເຢໂຫວາ ‘ກຽດ​ຊັງ​ທຸກ​ຄົນ​ທີ່​ຈອງຫອງ.’ (ສຸພາສິດ 16:5) ເຮົາ​ຕ້ອງ​ກວດ​ກາ​ເບິ່ງ​ຕົວ​ເອງ​ແລະ​ຖາມ​ຕົວ​ເອງ​ວ່າ: ‘ເຮົາ​ຖື​ວ່າ​ຕົວ​ເອງ​ດີ​ກວ່າ​ຄົນ​ເຊື້ອ​ຊາດ​ອື່ນ ສັນຊາດ​ອື່ນ ແລະ​ວັດທະນະທຳ​ອື່ນ​ບໍ?’ ຖ້າ​ຮູ້ສຶກ​ແບບ​ນັ້ນ ເຮົາ​ກໍ​ກຳລັງ​ລືມ​ທີ່​ວ່າ ພະເຈົ້າ​ໄດ້ “ສ້າງ​ມະນຸດ​ທຸກ​ຊາດ​ໃຫ້​ເກີດ​ມາ​ຈາກ​ມະນຸດ​ຄົນ​ດຽວ, ທ.ປ.” (ກິດຈະການ 17:26) ຄວາມ​ຈິງ​ກໍ​ຄື ພວກ​ເຮົາ​ທຸກ​ຄົນ​ມີ​ເຊື້ອ​ຊາດ​ດຽວ​ກັນ​ເພາະ​ທຸກ​ຄົນ​ມາ​ຈາກ​ອາດາມ. ເປັນ​ເລື່ອງ​ໂງ່​ແທ້ໆ​ທີ່​ເຊື່ອ​ວ່າ​ພະເຈົ້າ​ສ້າງ​ຄົນ​ບາງ​ຊາດ​ດີ​ກວ່າ​ຊາດ​ອື່ນ. ຖ້າ​ຄິດ​ແບບ​ນີ້ ເຮົາ​ກໍ​ກຳລັງ​ຍອມ​ໃຫ້​ຊາຕານ​ທຳລາຍ​ຄວາມ​ຮັກ​ແລະ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ຂອງ​ພວກ​ເຮົາ. (ໂຢຮັນ 13:35) ດັ່ງ​ນັ້ນ ເພື່ອ​ຈະ​ຕໍ່​ສູ້​ແລະ​ເອົາ​ຊະນະ​ຊາຕານ​ໄດ້ ເຮົາ​ຕ້ອງ​ຫຼີກ​ລ່ຽງ​ຄວາມ​ຍິ່ງ​ທຸກ​ຮູບ​ແບບ.—ສຸພາສິດ 16:18

      ຫຼີກ​ລ່ຽງ​ການ​ນິຍົມ​ວັດຖຸ​ແລະ​ການ​ຮັກ​ໂລກ

      10, 11. (ກ) ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ງ່າຍ​ທີ່​ເຮົາ​ຈະ​ຮັກ​ໂລກ​ນີ້? (ຂ) ການ​ທີ່​ເດມາ​ຮັກ​ໂລກ​ນີ້​ມີ​ຜົນ​ກະທົບ​ຕໍ່​ລາວ​ແນວ​ໃດ?

      10 ຊາຕານ​ເປັນ “ເຈົ້ານາຍ​ແຫ່ງ​ໂລກ​ນີ້” ແລະ​ມັນ​ກໍ​ຄວບຄຸມ​ໂລກ​ນີ້. (ໂຢຮັນ 12:31; 1 ໂຢຮັນ 5:19) ຫຼາຍ​ສິ່ງ​ທີ່​ໂລກ​ນີ້​ສົ່ງເສີມ​ຂັດ​ກັບ​ມາດຕະຖານ​ໃນ​ຄຳພີ​ໄບເບິນ. ແນ່ນອນ ບໍ່​ແມ່ນ​ທຸກ​ສິ່ງ​ໃນ​ໂລກ​ນີ້​ຊົ່ວ​ຮ້າຍ​ໝົດ. ແຕ່​ແນ່​ໃຈ​ໄດ້​ເລີຍ​ວ່າ​ຊາຕານ​ຈະ​ໃຊ້​ໂລກ​ທີ່​ມັນ​ຄວບຄຸມ​ຢູ່​ເພື່ອ​ສວຍ​ໂອກາດ​ຈາກ​ຄວາມ​ປາຖະໜາ​ຂອງ​ເຮົາ​ແລະ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ເຮັດ​ຜິດ ຫຼື​ອາດ​ຈະ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ຮັກ​ໂລກ​ແລ້ວ​ກໍ​ປະ​ຖິ້ມ​ການ​ນະມັດສະການ​ພະ​ເຢໂຫວາ.—ອ່ານ 1 ໂຢຮັນ 2:15, 16

      11 ຄລິດສະຕຽນ​ບາງ​ຄົນ​ໃນ​ສະຕະວັດ​ທຳອິດ​ໄດ້​ຮັກ​ໂລກ. ຕົວຢ່າງ​ເຊັ່ນ: ໂປໂລ​ບອກ​ວ່າ: “ທ່ານ​ເດມາ​ໄດ້​ປະ​ເຮົາ​ເສຍ​ເພາະ​ໄດ້​ຮັກ​ໂລກ​ນີ້.” (2 ຕີໂມເຕ 4:10) ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ເດມາ​ຮັກ​ຫຍັງ​ໃນ​ໂລກ​ນີ້​ຈົນ​ເຮັດ​ໃຫ້​ລາວ​ປະ​ຖິ້ມ​ໂປໂລ. ອາດ​ເປັນ​ໄປ​ໄດ້​ທີ່​ເດມາ​ເລີ່ມ​ຮັກ​ວັດຖຸ​ສິ່ງ​ຂອງ​ຫຼາຍ​ກວ່າ​ຮັກ​ການ​ຮັບໃຊ້​ພະ​ເຢໂຫວາ. ຖ້າ​ເປັນ​ແບບ​ນັ້ນ​ແທ້ ເດມາ​ກໍ​ສູນ​ເສຍ​ໂອກາດ​ທີ່​ຈະ​ມີ​ສິດທິ​ພິເສດ​ອັນ​ໜ້າ​ຕື່ນ​ເຕັ້ນ​ໃນ​ວຽກ​ຮັບໃຊ້​ພະ​ເຢໂຫວາ. ນັ້ນ​ຄຸ້ມ​ຄ່າ​ບໍ? ບໍ່​ຄຸ້ມ​ຄ່າ​ເລີຍ. ສິ່ງ​ທີ່​ໂລກ​ນີ້​ສະເໜີ​ໃຫ້​ເດມາ​ບໍ່​ມີ​ຄ່າ​ເທົ່າ​ກັບ​ສິ່ງ​ທີ່​ໄດ້​ຮັບ​ຈາກ​ພະ​ເຢໂຫວາ ນັ້ນ​ຄື​ການ​ໄດ້​ເປັນ​ເພື່ອນ​ຮ່ວມ​ງານ​ກັບ​ໂປໂລ!—ສຸພາສິດ 10:22

      ຂໍ​ເຮົາ​ຢ່າ​ປ່ອຍ​ໃຫ້​ເງິນ​ຄຳ​ມີ​ຄວາມ​ສຳຄັນ​ຫຼາຍ​ກວ່າ​ມິດຕະພາບ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ

      12. ຊາຕານ​ສວຍ​ໂອກາດ​ແນວ​ໃດ​ຈາກ​ຄວາມ​ປາຖະໜາ​ຂອງ​ເຮົາ​ໂດຍ​ໃຊ້ “ຄວາມ​ລໍ້​ລວງ​ດ້ວຍ​ຢາກ​ໄດ້​ເຂົ້າ​ຂອງ​ເງິນ​ຄຳ”?

      12 ເລື່ອງ​ນີ້​ສາມາດ​ເກີດ​ຂຶ້ນ​ກັບ​ເຮົາ​ໃນ​ທຸກ​ມື້​ນີ້​ໄດ້. ເນື່ອງ​ຈາກ​ເປັນ​ພະຍານ​ພະ​ເຢໂຫວາ​ຈຶ່ງ​ເປັນ​ເລື່ອງ​ທຳມະດາ​ທີ່​ເຮົາ​ຢາກ​ຈັດ​ຫາ​ສິ່ງ​ຈຳເປັນ​ສຳລັບ​ຕົວ​ເອງ​ແລະ​ຄອບຄົວ. (1 ຕີໂມເຕ 5:8) ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ໃນ​ຊີວິດ. ເຮົາ​ຮູ້​ກໍ​ຍ້ອນ​ວ່າ​ພະອົງ​ໃຫ້​ອາດາມ​ແລະ​ເອວາ​ມີ​ຊີວິດ​ຢູ່​ໃນ​ສວນ​ອຸທິຍານ​ທີ່​ສວຍ​ງາມ. (ຕົ້ນເດີມ 2:9) ແຕ່​ຊາຕານ​ມັກ​ສວຍ​ໂອກາດ​ຈາກ​ຄວາມ​ປາຖະໜາ​ຂອງ​ເຮົາ​ໂດຍ​ໃຊ້ “ຄວາມ​ລໍ້​ລວງ​ດ້ວຍ​ຢາກ​ໄດ້​ເຂົ້າ​ຂອງ​ເງິນ​ຄຳ.” (ມັດທາຍ 13:22) ຫຼາຍ​ຄົນ​ຄິດ​ວ່າ​ເງິນ​ແລະ​ວັດຖຸ​ສິ່ງ​ຂອງ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ຫຼື​ປະສົບ​ຜົນ​ສຳເລັດ. ແຕ່​ຖ້າ​ຄິດ​ແບບ​ນີ້​ກໍ​ຈະ​ເຮັດ​ໃຫ້​ເຮົາ​ສູນ​ເສຍ​ສິ່ງ​ອັນ​ມີ​ຄ່າ​ທີ່​ສຸດ​ເຊິ່ງ​ເຮົາ​ມີ ນັ້ນ​ຄື​ມິດຕະພາບ​ກັບ​ພະ​ເຢໂຫວາ. ພະ​ເຍຊູ​ເຕືອນ​ວ່າ: “ບໍ່​ມີ​ຜູ້​ໃດ​ອາດ​ເປັນ​ຂ້າ​ໃຊ້​ຂອງ​ເຈົ້ານາຍ 2 ທ່ານ​ໄດ້ ເຫດ​ວ່າ​ເພິ່ນ​ຈະ​ຊັງ​ນາຍ​ຜູ້​ນີ້​ແລະ​ຮັກ​ນາຍ​ຜູ້​ນັ້ນ ຫຼື​ຈະ​ຕິດ​ພັນ​ກັບ​ນາຍ​ຜູ້​ນີ້​ແລະ​ປະໝາດ​ນາຍ​ຜູ້​ນັ້ນ. ທ່ານ​ທັງ​ຫຼາຍ​ອາດ​ເປັນ​ຂ້າ​ໃຊ້​ຂອງ​ພະເຈົ້າ​ແລະ​ຂ້າ​ໃຊ້​ຂອງ​ເຂົ້າ​ຂອງ​ເງິນ​ຄຳ​ກໍ​ບໍ່​ໄດ້.” (ມັດທາຍ 6:24) ຖ້າ​ເຮົາ​ເປັນ​ທາດ​ຂອງ​ວັດຖຸ​ເງິນ​ຄຳ ເຮົາ​ກໍ​ຈະ​ເຊົາ​ຮັບໃຊ້​ພະ​ເຢໂຫວາ. ຊາຕານ​ຢາກ​ໃຫ້​ເຮົາ​ເປັນ​ແບບ​ນັ້ນ​ແຫຼະ! ຂໍ​ເຮົາ​ຢ່າ​ປ່ອຍ​ໃຫ້​ເງິນ​ຄຳ​ຫຼື​ສິ່ງ​ຂອງ​ຕ່າງໆ​ທີ່​ເງິນ​ສາມາດ​ຊື້​ໄດ້​ມີ​ຄວາມ​ສຳຄັນ​ຫຼາຍ​ກວ່າ​ມິດຕະພາບ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ. ດັ່ງ​ນັ້ນ ເພື່ອ​ຈະ​ຕໍ່​ສູ້​ແລະ​ເອົາ​ຊະນະ​ຊາຕານ​ໄດ້ ເຮົາ​ຕ້ອງ​ມີ​ແນວ​ຄິດ​ທີ່​ຖືກຕ້ອງ​ຕໍ່​ກັບ​ວັດຖຸ​ເງິນ​ຄຳ.—ອ່ານ 1 ຕີໂມເຕ 6:6-10

      ຕ້ານ​ທານ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ

      13. ໂລກ​ນີ້​ສົ່ງເສີມ​ຄວາມ​ຄິດ​ຜິດໆ​ແນວ​ໃດ ໃນ​ເລື່ອງ​ການ​ແຕ່ງ​ດອງ​ແລະ​ເລື່ອງ​ເພດ​ສຳພັນ?

      13 ບ້ວງ​ແຮ້ວ​ອີກ​ຢ່າງ​ໜຶ່ງ​ຂອງ​ຊາຕານ​ຄື​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. ຫຼາຍ​ຄົນ​ຄິດ​ວ່າ​ການ​ສັດ​ຊື່​ຕໍ່​ຜົວ​ຫຼື​ເມຍ ທັງ​ສັດ​ຊື່​ຕໍ່​ການ​ແຕ່ງ​ດອງ​ເປັນ​ເລື່ອງ​ທີ່​ຫຼ້າ​ສະໄໝ​ແລະ​ເຮັດ​ໃຫ້​ບໍ່​ມີ​ອິດ​ສະຫຼະ. ຕົວຢ່າງ​ເຊັ່ນ: ດາລາ​ຍິງ​ຄົນ​ໜຶ່ງ​ບອກ​ວ່າ​ເປັນ​ໄປ​ບໍ່​ໄດ້​ທີ່​ເຮົາ​ຈະ​ຮັກ​ດຽວ​ໃຈ​ດຽວ. ລາວ​ຍັງ​ບອກ​ອີກ​ວ່າ: “ຂ້ອຍ​ບໍ່​ຮູ້ຈັກ​ໃຜ​ທີ່​ຮັກ​ດຽວ​ໃຈ​ດຽວ​ຫຼື​ຢາກ​ເປັນ​ຄົນ​ແບບ​ນັ້ນ.” ດາລາ​ຊາຍ​ຄົນ​ໜຶ່ງ​ບອກ​ວ່າ: “ຂ້ອຍ​ບໍ່​ແນ່​ໃຈ​ວ່າ​ເປັນ​ທຳມະຊາດ​ຂອງ​ຄົນ​ເຮົາ​ແທ້ໆບໍ ທີ່​ຈະ​ຢູ່​ກັບ​ຜູ້​ໃດ​ຜູ້​ໜຶ່ງ​ຕະຫຼອດ​ຊີວິດ.” ຊາຕານ​ຕ້ອງ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ​ທີ່​ຄົນ​ມີ​ຊື່ສຽງ​ວິພາກ​ວິຈານ​ເລື່ອງ​ການ​ແຕ່ງ​ດອງ​ທີ່​ເປັນ​ຂອງ​ຂວັນ​ຈາກ​ພະ​ເຢໂຫວາ. ພະຍາມານ​ບໍ່​ໄດ້​ສະໜັບສະໜູນ​ການ​ຈັດ​ຕຽມ​ເລື່ອງ​ການ​ແຕ່ງ​ດອງ ແລະ​ມັນ​ກໍ​ບໍ່​ຢາກ​ໃຫ້​ເຮົາ​ມີ​ຊີວິດ​ຄອບຄົວ​ທີ່​ປະສົບ​ຜົນ​ສຳເລັດ. ດັ່ງ​ນັ້ນ ເພື່ອ​ຈະ​ຕໍ່​ສູ້​ແລະ​ເອົາ​ຊະນະ​ຊາຕານ​ໄດ້ ເຮົາ​ຕ້ອງ​ເບິ່ງ​ເລື່ອງ​ການ​ແຕ່ງ​ດອງ​ຄື​ກັບ​ທີ່​ພະ​ເຢໂຫວາ​ເບິ່ງ.

      14, 15. ເຮົາ​ຈະ​ເຮັດ​ແນວ​ໃດ​ເມື່ອ​ຖືກ​ລໍ້​ໃຈ​ໃຫ້​ເຮັດ​ຜິດ​ສິນລະທຳ​ທາງ​ເພດ?

      14 ບໍ່​ວ່າ​ເຮົາ​ຈະ​ແຕ່ງ​ດອງ​ແລ້ວ​ຫຼື​ເປັນ​ໂສດ ເຮົາ​ກໍ​ຕ້ອງ​ພະຍາຍາມ​ຢ່າງ​ໜັກ​ເພື່ອ​ຕໍ່​ສູ້​ກັບ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ທຸກ​ຮູບ​ແບບ. ແຕ່​ມັນ​ງ່າຍ​ບໍ? ບໍ່​ງ່າຍ​ເລີຍ! ຕົວຢ່າງ​ເຊັ່ນ: ຖ້າ​ເປັນ​ໄວຮຸ່ນ ເຮົາ​ອາດ​ໄດ້​ຍິນ​ໝູ່​ທີ່​ຮຽນ​ນຳ​ກັນ​ເວົ້າ​ໂອ້​ອວດ​ວ່າ​ຈະ​ມີ​ເພດ​ສຳພັນ​ກັບ​ໃຜ​ກໍ​ໄດ້​ທີ່​ເຂົາ​ເຈົ້າ​ຕ້ອງການ. ເຂົາ​ເຈົ້າ​ອາດ​ເວົ້າ​ໂອ້​ອວດ​ເລື່ອງ​ການ​ສົ່ງ​ຂໍ້​ຄວາມ​ແລະ​ຮູບ​ພາບ​ກ່ຽວ​ກັບ​ເລື່ອງ​ເພດ​ທາງ​ໂທລະສັບ​ມື​ຖື. ທີ່​ຈິງ ໃນ​ບາງ​ປະເທດ​ເຂົ້າ​ໃຈ​ວ່າ​ການ​ສົ່ງ​ຂໍ້​ມູນ​ແບບ​ນີ້​ຮ້າຍແຮງ​ເທົ່າ​ກັບ​ການ​ສົ່ງ​ຮູບ​ໂປ້​ຂອງ​ເດັກ​ນ້ອຍ​ໄປ​ໃຫ້​ຜູ້​ໃດ​ຜູ້​ໜຶ່ງ. ຄຳພີ​ໄບເບິນ​ບອກ​ວ່າ: “ຄົນ​ທີ່ . . . ຜິດ​ຊາຍ​ຍິງ​ກໍ​ຜິດ​ຕໍ່​ກາຍ​ຂອງ​ຕົນ​ເອງ.” (1 ໂກລິນໂທ 6:18) ພະຍາດ​ຕິດ​ຕໍ່​ຕ່າງໆ​ທີ່​ແພ່​ລະ​ບາດ​ໂດຍ​ທາງ​ເພດ​ສຳພັນ​ພາ​ໃຫ້​ມີ​ຄວາມ​ເຈັບ​ປວດ​ມາກ​ມາຍ​ແລະ​ຄວາມ​ຕາຍ. ໜຸ່ມ​ສາວ​ສ່ວນ​ຫຼາຍ​ທີ່​ມີ​ເພດ​ສຳພັນ​ແຕ່​ຍັງ​ບໍ່​ທັນ​ໄດ້​ແຕ່ງ​ດອງ​ບອກ​ວ່າ ເຂົາ​ເຈົ້າ​ເສຍໃຈ​ໃນ​ສິ່ງ​ທີ່​ໄດ້​ເຮັດ. ຄວາມ​ບັນເທີງ​ຂອງ​ໂລກ​ນີ້​ຢາກ​ໃຫ້​ເຮົາ​ເຊື່ອ​ວ່າ​ເຮົາ​ຈະ​ບໍ່​ໄດ້​ຮັບ​ຜົນ​ເສຍຫາຍ​ຫຍັງ​ຈາກ​ການ​ລະເມີດ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ. ຖ້າ​ເຮົາ​ເຊື່ອ​ຄຳ​ຕົວະ​ແບບ​ນັ້ນ ເຮົາ​ກໍ​ຈະ​ຖືກ​ຫຼອກ​ລວງ​ດ້ວຍ “ຄວາມ​ລໍ້​ລວງ​ແຫ່ງ​ຄວາມ​ບາບ.”—ເຫບເລີ 3:13

      15 ຖ້າ​ຖືກ​ລໍ້​ໃຈ​ໃຫ້​ເຮັດ​ຜິດ​ສິນລະທຳ​ທາງ​ເພດ ເຮົາ​ຄວນ​ຈະ​ເຮັດ​ແນວ​ໃດ? ທຳອິດ ເຮົາ​ຕ້ອງ​ຍອມ​ຮັບ​ວ່າ​ຕົວ​ເອງ​ມີ​ຈຸດ​ອ່ອນ. (ໂລມ 7:22, 23) ຈາກ​ນັ້ນ ເຮົາ​ຕ້ອງ​ອະທິດຖານ​ຂໍ​ກຳລັງ​ຈາກ​ພະ​ເຢໂຫວາ. (ຟີລິບ 4:6, 7, 13) ຫຼີກ​ລ່ຽງ​ສະຖານະການ​ທີ່​ອາດ​ຈະ​ເຮັດ​ໃຫ້​ເຮົາ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. (ສຸພາສິດ 22:3) ເມື່ອ​ມີ​ການ​ລໍ້​ໃຈ​ກໍ​ໃຫ້​ປະຕິເສດ​ທັນທີ.—ຕົ້ນເດີມ 39:12

      16. ເມື່ອ​ຊາຕານ​ພະຍາຍາມ​ລໍ້​ໃຈ ພະ​ເຍຊູ​ເວົ້າ​ແນວ​ໃດ ແລະ​ເຮົາ​ຮຽນ​ຫຍັງ​ໄດ້​ແດ່​ຈາກ​ຕົວຢ່າງ​ນັ້ນ?

      16 ພະ​ເຍຊູ​ວາງ​ຕົວຢ່າງ​ທີ່​ດີ​ເລີດ​ໃຫ້​ກັບ​ເຮົາ. ພະອົງ​ບໍ່​ໄດ້​ຫຼົງ​ເຊື່ອ​ຄຳ​ສັນຍາ​ຂອງ​ຊາຕານ ແລະ​ບໍ່​ໄດ້​ເສຍ​ເວລາ​ຄິດ​ໃນ​ເລື່ອງ​ນັ້ນ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ພະ​ເຍຊູ​ຕອບ​ໂຕ້​ທັນທີ​ວ່າ: “ມີ​ຄຳ​ຂຽນ​ໄວ້​ວ່າ.” (ອ່ານ ມັດທາຍ 4:4-10) ພະ​ເຍຊູ​ຮູ້ຈັກ​ຄຳພີ​ໄບເບິນ​ຈຶ່ງ​ເຮັດ​ໃຫ້​ພະອົງ​ຍົກ​ຂໍ້​ຄວາມ​ຈາກ​ພະ​ຄຳພີ​ຂຶ້ນ​ມາ​ອ້າງ​ໄດ້​ທັນທີ​ເມື່ອ​ຊາຕານ​ພະຍາຍາມ​ລໍ້​ໃຈ​ພະອົງ. ດັ່ງ​ນັ້ນ ເພື່ອ​ຈະ​ຕໍ່​ສູ້​ແລະ​ເອົາ​ຊະນະ​ຊາຕານ​ໄດ້ ເຮົາ​ຕ້ອງ​ບໍ່​ຍອມ​ຖືກ​ລໍ້​ໃຈ​ໃຫ້​ເຮັດ​ຜິດ​ສິນລະທຳ​ທາງ​ເພດ.—1 ໂກລິນໂທ 6:9, 10

      ຊະນະ​ການ​ຕໍ່​ສູ້​ໂດຍ​ການ​ອົດ​ທົນ

      17, 18. (ກ) ມີ​ບ້ວງ​ແຮ້ວ​ອັນ​ໃດ​ອີກ​ທີ່​ຊາຕານ​ໃຊ້ ແລະ​ເປັນ​ຫຍັງ​ເຮົາ​ຄາດ​ໝາຍ​ໄດ້​ວ່າ​ຈະ​ປະສົບ​ກັບ​ສິ່ງ​ນັ້ນ? (ຂ) ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຊາຕານ ແລະ​ນັ້ນ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ອົດ​ທົນ?

      17 ຄວາມ​ຍິ່ງ ການ​ນິຍົມ​ວັດຖຸ ແລະ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ເປັນ​ບ້ວງ​ແຮ້ວ​ພຽງ​ແຕ່​ສາມ​ຢ່າງ​ທີ່​ຊາຕານ​ໃຊ້ ແຕ່​ທີ່​ຈິງ​ແລ້ວ​ຍັງ​ມີ​ຫຼາຍ​ກວ່າ​ນີ້​ອີກ. ຕົວຢ່າງ​ເຊັ່ນ: ພະຍານ​ພະ​ເຢໂຫວາ​ບາງ​ຄົນ​ຖືກ​ຄອບຄົວ​ຕໍ່​ຕ້ານ​ຫຼື​ຖືກ​ໝູ່​ຢູ່​ໂຮງ​ຮຽນ​ເຍາະ​ເຍີ້ຍ ສ່ວນ​ຄົນ​ອື່ນໆ​ອາໄສ​ຢູ່​ໃນ​ປະເທດ​ທີ່​ລັດຖະບານ​ພະຍາຍາມ​ສັ່ງ​ຫ້າມ​ວຽກ​ການ​ປະກາດ. ທີ່​ຈິງ ເຮົາ​ຄາດ​ໝາຍ​ໄດ້​ວ່າ​ຈະ​ພົບ​ຄວາມ​ຫຍຸ້ງຍາກ​ແບບ​ນັ້ນ. ພະ​ເຍຊູ​ເຕືອນ​ວ່າ: “ຄົນ​ທັງ​ປວງ​ຈະ​ກຽດ​ຊັງ​ທ່ານ​ທັງ​ຫຼາຍ​ເພາະ . . . ນາມ​ຊື່​ຂອງ​ເຮົາ ແຕ່​ວ່າ​ຜູ້​ທີ່​ຈະ​ອົດ​ທົນ​ເຖິງ​ທີ່​ສຸດ​ຜູ້​ນັ້ນ​ຈະ​ໄດ້​ພົ້ນ.”—ມັດທາຍ 10:22

      ພະ​ເຍຊູ​ຄລິດ​ທີ່​ໄດ້​ຮັບ​ສະຫງ່າ​ລາສີ​ໂຍນ​ຊາຕານ​ເຊິ່ງ​ເປັນ​ຮູບ​ໂຕ​ສິງ​ທີ່​ແຜດ​ສຽງ​ຮ້ອງ​ເພື່ອ​ໃຫ້​ມັນ​ຖືກ​ທຳລາຍ

      ໃນ​ທີ່​ສຸດ​ຊາຕານ​ຈະ​ຖືກ​ທຳລາຍ (ເບິ່ງ​ຂໍ້ 18)

      18 ເຮົາ​ຈະ​ສາມາດ​ຕໍ່​ສູ້​ແລະ​ເອົາ​ຊະນະ​ຊາຕານ​ໄດ້​ແນວ​ໃດ? ພະ​ເຍຊູ​ບອກ​ໄວ້​ວ່າ: “ທ່ານ​ທັງ​ຫຼາຍ​ຈະ​ໄດ້​ຊີວິດ . . . ດ້ວຍ​ຄວາມ​ພຽນ [ອົດ​ທົນ] ຂອງ​ທ່ານ.” (ລືກາ 21:19) ຈື່​ໄວ້​ວ່າ ບໍ່​ມີ​ມະນຸດ​ຄົນ​ໃດ​ເຮັດ​ຄວາມ​ເສຍຫາຍ​ໃຫ້​ເຮົາ​ໄດ້​ຢ່າງ​ຖາວອນ ແລະ​ບໍ່​ມີ​ຜູ້​ໃດ​ຈະ​ສາມາດ​ພາກ​ເອົາ​ມິດຕະພາບ​ລະຫວ່າງ​ເຮົາ​ກັບ​ພະ​ເຢໂຫວາ​ໄປ​ໄດ້ ນອກ​ຈາກ​ວ່າ​ຕົວ​ເຮົາ​ເອງ​ຈະ​ຍອມ​ໃຫ້​ເກີດ​ຂຶ້ນ. (ໂລມ 8:38, 39) ເຖິງ​ແມ່ນ​ວ່າ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ບາງ​ຄົນ​ຕ້ອງ​ຕາຍ ແຕ່​ນັ້ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຊາຕານ​ເປັນ​ຜູ້​ຊະນະ ເພາະ​ພະ​ເຢໂຫວາ​ຈະ​ປຸກ​ເຂົາ​ເຈົ້າ​ໃຫ້​ຟື້ນ​ຄືນ​ມາ​ໃຫ້​ມີ​ຊີວິດ​ອີກ. (ໂຢຮັນ 5:28, 29) ແຕ່​ສຳລັບ​ຊາຕານ​ມັນ​ບໍ່​ມີ​ອະນາຄົດ. ຫຼັງ​ຈາກ​ທີ່​ໂລກ​ຊົ່ວ​ນີ້​ຖືກ​ທຳລາຍ ມັນ​ຈະ​ຖືກ​ຖິ້ມ​ລົງ​ໃນ​ເຫວ​ເລິກ​ເປັນ​ເວລາ 1.000 ປີ. (ຄຳປາກົດ 20:1-3) ເມື່ອ​ການ​ປົກຄອງ 1.000 ປີ ຂອງ​ພະ​ຄລິດ​ສິ້ນ​ສຸດ​ລົງ ຊາຕານ​ກໍ​ຈະ​ຖືກ “ປ່ອຍ​ອອກ​ຈາກ​ຄຸກ​ທີ່​ມັນ​ຢູ່​ນັ້ນ” ແລະ​ມັນ​ຈະ​ໃຊ້​ຄວາມ​ພະຍາຍາມ​ເປັນ​ຄັ້ງ​ສຸດ​ທ້າຍ​ເພື່ອ​ທີ່​ຈະ​ລໍ້​ລວງ​ມະນຸດ​ທີ່​ສົມບູນ​ແບບ. ຫຼັງ​ຈາກ​ນັ້ນ ມັນ​ກໍ​ຈະ​ຖືກ​ທຳລາຍ. (ຄຳປາກົດ 20:7-10) ຊາຕານ​ບໍ່​ມີ​ອະນາຄົດ ແຕ່​ເຮົາ​ມີ! ດັ່ງ​ນັ້ນ ໃຫ້​ເຮົາ​ຕໍ່​ສູ້​ຊາຕານ​ຕໍ່ໆ​ໄປ​ແລະ​ຮັກສາ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ຢູ່​ສະເໝີ ເພາະ​ເຮົາ​ສາມາດ​ຕໍ່​ສູ້​ແລະ​ເອົາ​ຊະນະ​ຊາຕານ​ໄດ້!

  • ພະ​ຄລິດ​ເປັນ​ລິດເດດ​ຂອງ​ພະເຈົ້າ
    ຫໍສັງເກດການ—2015 | 15 ມິຖຸນາ
    • ເມື່ອ​ພະ​ເຍຊູ​ປົກຄອງ​ເປັນ​ກະສັດ​ເພິ່ນ​ຈະ​ເຮັດ​ໃຫ້​ມີ​ສິ່ງ​ດີໆ​ຢູ່​ທົ່ວ​ໂລກ​ນີ້

      ພະ​ຄລິດ​ເປັນ​ລິດເດດ​ຂອງ​ພະເຈົ້າ

      “ພະ​ຄລິດ​ເປັນ​ລິດເດດ​ຂອງ​ພະເຈົ້າ.”—1 ໂກລິນໂທ 1:24

      ເຈົ້າ​ອະທິບາຍ​ໄດ້​ບໍ?

      • ເມື່ອ​ເຮັດ​ການ​ອັດສະຈັນ​ຄັ້ງ​ທຳອິດ ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ຄຸນ​ລັກສະນະ​ອັນ​ໃດ?

      • ຕາມ​ທີ່​ບັນທຶກ​ໄວ້​ໃນ​ມັດທາຍ 14:14-21 ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ເຮັດ​ການ​ອັດສະຈັນ?

      • ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ຫຍັງ​ເມື່ອ​ເຮັດ​ໃຫ້​ລົມ​ພາຍຸ​ເຊົາ?

      1. ເປັນ​ຫຍັງ​ໂປໂລ​ຈຶ່ງ​ເວົ້າ​ວ່າ “ພະ​ຄລິດ​ເປັນ​ລິດເດດ​ຂອງ​ພະເຈົ້າ”?

      ໂດຍ​ທາງ​ພະ​ເຍຊູ​ຄລິດ ພະ​ເຢໂຫວາ​ໄດ້​ສະແດງ​ໃຫ້​ເຫັນ​ລິດເດດ​ຂອງ​ພະອົງ​ດ້ວຍ​ວິທີ​ທີ່​ໜ້າ​ອັດສະຈັນ​ໃຈ. ເມື່ອ​ມີ​ຊີວິດ​ຢູ່​ແຜ່ນດິນ​ໂລກ​ພະ​ເຍຊູ​ໄດ້​ເຮັດ​ການ​ອັດສະຈັນ​ຕ່າງໆ. ເຮົາ​ສາມາດ​ອ່ານ​ກ່ຽວ​ກັບ​ການ​ອັດສະຈັນ​ບາງ​ຢ່າງ​ໃນ​ຄຳພີ​ໄບເບິນ​ແລະ​ສິ່ງ​ນັ້ນ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຂຶ້ນ. (ມັດທາຍ 9:35; ລືກາ 9:11) ແມ່ນ​ແລ້ວ ພະ​ເຢໂຫວາ​ໄດ້​ມອບ​ລິດເດດ​ອັນ​ຍິ່ງໃຫຍ່​ໃຫ້​ພະ​ເຍຊູ ດັ່ງ​ນັ້ນ ອັກຄະສາວົກ​ໂປໂລ​ຈຶ່ງ​ສາມາດ​ເວົ້າ​ໄດ້​ວ່າ: “ພະ​ຄລິດ​ເປັນ​ລິດເດດ​ຂອງ​ພະເຈົ້າ.” (1 ໂກລິນໂທ 1:24) ການ​ອັດສະຈັນ​ທີ່​ພະ​ເຍຊູ​ເຮັດ​ມີ​ຜົນ​ກະທົບ​ຕໍ່​ເຮົາ​ແນວ​ໃດ?

      2. ເຮົາ​ຮຽນ​ຮູ້​ຫຍັງ​ຈາກ​ການ​ອັດສະຈັນ​ທີ່​ພະ​ເຍຊູ​ເຮັດ?

      2 ອັກຄະສາວົກ​ເປໂຕ​ເວົ້າ​ວ່າ ພະ​ເຍຊູ​ໄດ້​ເຮັດ “ການ​ອັດສະຈັນ.” (ກິດຈະການ 2:22) ການ​ອັດສະຈັນ​ເຫຼົ່າ​ນີ້​ສອນ​ຫຍັງ​ເຮົາ? ສອນ​ເຮົາ​ກ່ຽວ​ກັບ​ສິ່ງ​ທີ່​ພະ​ເຍຊູ​ຈະ​ເຮັດ​ໃນ​ໄລຍະ​ທີ່​ພະອົງ​ປົກຄອງ​ໜຶ່ງ​ພັນ​ປີ. ໃນ​ຕອນ​ນັ້ນ ພະອົງ​ຈະ​ເຮັດ​ການ​ອັດສະຈັນ​ທີ່​ຍິ່ງໃຫຍ່​ກວ່າ​ອີກ​ເພື່ອ​ປະໂຫຍດ​ຂອງ​ມະນຸດ​ທຸກ​ຄົນ​ທີ່​ອາໄສ​ໃນ​ໂລກ​ນີ້. ການ​ອັດສະຈັນ​ທີ່​ພະ​ເຍຊູ​ເຮັດ​ຍັງ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ຄຸນ​ລັກສະນະ​ຕ່າງໆ​ຂອງ​ພະ​ເຍຊູ​ແລະ​ພະ​ເຢໂຫວາ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ກ່ຽວ​ກັບ​ການ​ອັດສະຈັນ​ສາມ​ຢ່າງ​ທີ່​ພະ​ເຍຊູ​ເຮັດ ແລະ​ເຮົາ​ຈະ​ຮຽນ​ຮູ້​ວ່າ​ການ​ອັດສະຈັນ​ເຫຼົ່າ​ນັ້ນ​ມີ​ຜົນ​ກະທົບ​ຕໍ່​ເຮົາ​ແນວ​ໃດ​ໃນ​ທຸກ​ມື້​ນີ້​ແລະ​ໃນ​ອະນາຄົດ.

      ການ​ອັດສະຈັນ​ທີ່​ສອນ​ເລື່ອງ​ຄວາມ​ໃຈ​ກວ້າງ

      3. (ກ) ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ເຮັດ​ການ​ອັດສະຈັນ​ເທື່ອ​ທຳອິດ? (ຂ) ຢູ່​ເມືອງ​ການາ ພະ​ເຍຊູ​ສະແດງ​ຄວາມ​ໃຈ​ກວ້າງ​ແນວ​ໃດ?

      3 ພະ​ເຍຊູ​ໄດ້​ເຮັດ​ການ​ອັດສະຈັນ​ເທື່ອ​ທຳອິດ​ໃນ​ງານ​ແຕ່ງ​ດອງ​ຢູ່​ເມືອງ​ການາ. ເຮົາ​ບໍ່​ຮູ້​ວ່າ​ເປັນ​ຫຍັງ​ຈຶ່ງ​ບໍ່​ມີ​ເຫຼົ້າ​ອະງຸ່ນ​ພຽງ​ພໍ​ສຳລັບ​ແຂກ​ທຸກ​ຄົນ​ທີ່​ມາ​ຮ່ວມ​ງານ. ນີ້​ເປັນ​ເລື່ອງ​ທີ່​ໜ້າ​ອາຍ​ຫຼາຍ​ສຳລັບ​ຄູ່​ແຕ່ງ​ດອງ​ໃໝ່ ເພາະ​ແມ່ນ​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ຕ້ອງ​ຕ້ອນຮັບ​ແຂກ​ເປັນ​ຢ່າງ​ດີ. ມາລີ​ແມ່​ຂອງ​ພະ​ເຍຊູ​ກໍ​ເປັນ​ແຂກ​ຄົນ​ໜຶ່ງ​ທີ່​ເຂົ້າ​ຮ່ວມ​ໃນ​ງານ​ນີ້. ເນື່ອງ​ຈາກ​ເຊື່ອ​ວ່າ​ພະ​ເຍຊູ​ມີ​ລິດເດດ​ທີ່​ຈະ​ເຮັດ​ການ​ອັດສະຈັນ ມາລີ​ໄດ້​ຂໍ​ໃຫ້​ພະອົງ​ຊ່ວຍ​ບໍ? ແນວ​ໃດ​ກໍ​ຕາມ ມາລີ​ຄົງ​ຕ້ອງ​ຄິດ​ເຖິງ​ຄຳ​ພະຍາກອນ​ທັງ​ໝົດ​ກ່ຽວ​ກັບ​ລູກ​ຊາຍ​ຂອງ​ຕົນ ແລະ​ລາວ​ຮູ້​ວ່າ​ລູກ​ຊາຍ​ຈະ​ຖືກ​ເອີ້ນ​ວ່າ: “ພະ​ບຸດ​ຂອງ​ພະເຈົ້າ​ອົງ​ທີ່​ສູງ​ສຸດ.” (ລືກາ 1:30-32; 2:52) ສິ່ງ​ທີ່​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ກໍ​ຄື ທັງ​ມາລີ​ແລະ​ພະ​ເຍຊູ​ຢາກ​ຊ່ວຍ​ຄູ່​ທີ່​ແຕ່ງ​ດອງ​ໃໝ່​ນີ້. ດັ່ງ​ນັ້ນ ພະ​ເຍຊູ​ຈຶ່ງ​ເຮັດ​ການ​ອັດສະຈັນ​ໂດຍ​ປ່ຽນ​ນ້ຳ 380 ລິດ​ໃຫ້​ກາຍ​ເປັນ ‘ເຫຼົ້າ​ອະງຸ່ນ​ຢ່າງ​ດີ.’ (ອ່ານ ໂຢຮັນ 2:3, 6-11) ພະ​ເຍຊູ​ຈຳເປັນ​ຕ້ອງ​ເຮັດ​ການ​ອັດສະຈັນ​ນີ້​ບໍ? ບໍ່​ຈຳເປັນ. ແຕ່​ຍ້ອນ​ວ່າ​ເປັນ​ຫ່ວງ​ຜູ້​ຄົນ ພະ​ເຍຊູ​ຈຶ່ງ​ເຮັດ ແລະ​ພະອົງ​ກຳລັງ​ຮຽນ​ແບບ​ພໍ່​ຂອງ​ເພິ່ນ​ທີ່​ເປັນ​ຜູ້​ໃຈ​ກວ້າງ.

      ພະ​ເຍຊູ​ບອກ​ວ່າ​ເຮົາ​ຄວນ “ປະທານ​ໃຫ້”

      4, 5. (ກ) ການ​ອັດສະຈັນ​ເທື່ອ​ທຳອິດ​ຂອງ​ພະ​ເຍຊູ​ສອນ​ຫຍັງ​ເຮົາ? (ຂ) ການ​ອັດສະຈັນ​ຢູ່​ເມືອງ​ການາ​ສອນ​ຫຍັງ​ເຮົາ​ກ່ຽວ​ກັບ​ອະນາຄົດ?

      4 ພະ​ເຍຊູ​ໄດ້​ເຮັດ​ການ​ອັດສະຈັນ​ເພື່ອ​ໃຫ້​ມີ​ເຫຼົ້າ​ອະງຸ່ນ​ຢ່າງ​ດີ​ແລະ​ຫຼາຍ​ພຽງ​ພໍ​ສຳລັບ​ແຂກ​ກຸ່ມ​ໃຫຍ່​ທີ່​ມາ​ຮ່ວມ​ງານ. ການ​ອັດສະຈັນ​ນີ້​ສອນ​ຫຍັງ​ເຮົາ? ສອນ​ເຮົາ​ວ່າ​ທັງ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ບໍ່​ໄດ້​ຂີ້​ຖີ່ ແຕ່​ມີ​ຄວາມ​ໃຈ​ກວ້າງ​ຫຼາຍ. ການ​ອັດສະຈັນ​ນີ້​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ພະອົງ​ທັງ​ສອງ​ສົນ​ໃຈ​ຄວາມ​ຮູ້ສຶກ​ຂອງ​ຜູ້​ຄົນ​ຢ່າງ​ແທ້​ຈິງ ແລະ​ຍັງ​ສະແດງ​ໃຫ້​ເຫັນ​ວ່າ​ໃນ​ໂລກ​ໃໝ່​ພະ​ເຢໂຫວາ​ຈະ​ໃຊ້​ລິດເດດ​ຂອງ​ພະອົງ​ເພື່ອ​ຈັດ​ໃຫ້​ມີ​ອາຫານ​ຢ່າງ​ພຽງ​ພໍ ບໍ່​ວ່າ​ເຮົາ​ຈະ​ອາໄສ​ຢູ່​ສ່ວນ​ໃດ​ຂອງ​ໂລກ​ນີ້​ກໍ​ຕາມ.—ອ່ານ ເອຊາອີ 25:6

      5 ຄິດ​ເບິ່ງ​ແມ! ອີກ​ບໍ່​ດົນ​ພະ​ເຢໂຫວາ​ຈະ​ຈັດ​ໃຫ້​ມີ​ທຸກໆ​ສິ່ງ​ທີ່​ເຮົາ​ຈຳເປັນ​ແທ້ໆ. ແຕ່​ລະ​ຄົນ​ຈະ​ມີ​ເຮືອນ​ຫຼັງ​ງາມໆ​ແລະ​ມີ​ອາຫານ​ທີ່​ເປັນ​ປະໂຫຍດ​ຢ່າງ​ພຽງ​ພໍ. ເຮົາ​ຮູ້ສຶກ​ຂອບໃຈ​ແທ້ໆ​ເມື່ອ​ຄິດ​ເຖິງ​ສິ່ງ​ດີ​ເລີດ​ທຸກ​ຢ່າງ​ທີ່​ພະ​ເຢໂຫວາ​ຈະ​ໃຫ້​ເຮົາ​ຢ່າງ​ໃຈ​ກວ້າງ​ໃນ​ອຸທິຍານ​ເທິງ​ໂລກ​ນີ້.

      ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ກຳລັງ​ຟັງ​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ຝຶກ​ຊ້ອມ​ຄຳ​ບັນລະຍາຍ

      ເຮົາ​ຮຽນ​ແບບ​ພະ​ເຍຊູ​ເມື່ອ​ໃຊ້​ເວລາ​ຂອງ​ເຮົາ​ຢ່າງ​ໃຈ​ກວ້າງ (ເບິ່ງ​ຂໍ້ 6)

      6. ພະ​ເຍຊູ​ໃຊ້​ລິດເດດ​ຂອງ​ພະອົງ​ແນວ​ໃດ ແລະ​ເຮົາ​ຈະ​ຮຽນ​ແບບ​ພະ​ເຍຊູ​ໄດ້​ແນວ​ໃດ?

      6 ພະ​ເຍຊູ​ບໍ່​ເຄີຍ​ໃຊ້​ລິດເດດ​ຂອງ​ພະອົງ​ໃນ​ທາງ​ທີ່​ເຫັນ​ແກ່​ຕົວ. ຂໍ​ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ຕອນ​ທີ່​ພະຍາມານ​ລໍ້​ໃຈ​ພະ​ເຍຊູ​ໃຫ້​ປ່ຽນ​ກ້ອນ​ຫີນ​ເປັນ​ເຂົ້າຈີ່. ພະ​ເຍຊູ​ບໍ່​ໄດ້​ໃຊ້​ລິດເດດ​ເພື່ອ​ຜົນ​ປະໂຫຍດ​ຂອງ​ຕົວ​ເອງ. (ມັດທາຍ 4:2-4) ແຕ່​ພະ​ເຍຊູ​ເຕັມ​ໃຈ​ທີ່​ຈະ​ໃຊ້​ລິດເດດ​ຂອງ​ພະອົງ​ເພື່ອ​ຊ່ວຍ​ເຫຼືອ​ຄົນ​ອື່ນ. ເຮົາ​ຈະ​ຮຽນ​ແບບ​ຄວາມ​ຄິດ​ທີ່​ບໍ່​ເຫັນ​ແກ່​ຕົວ​ຂອງ​ພະ​ເຍຊູ​ໄດ້​ແນວ​ໃດ? ພະ​ເຍຊູ​ບອກ​ວ່າ​ເຮົາ​ຄວນ “ປະທານ​ໃຫ້.” (ລືກາ 6:38) ເຮົາ​ສາມາດ​ເຮັດ​ໄດ້​ໂດຍ​ການ​ເຊີນ​ຄົນ​ອື່ນ​ໃຫ້​ມາ​ກິນ​ເຂົ້າ​ຢູ່​ເຮືອນ. ເຮົາ​ຍັງ​ສາມາດ​ໃຊ້​ເວລາ​ຫຼັງ​ຈາກ​ປະຊຸມ​ແລ້ວ​ເພື່ອ​ຊ່ວຍ​ບາງ​ຄົນ ເຊັ່ນ: ຟັງ​ພີ່​ນ້ອງ​ຊາຍ​ເມື່ອ​ລາວ​ຝຶກ​ຊ້ອມ​ຄຳ​ບັນລະຍາຍ ຫຼື​ເຮົາ​ອາດ​ຊ່ວຍ​ເຫຼືອ​ແລະ​ການ​ຝຶກ​ອົບຮົມ​ຄົນ​ອື່ນໆ​ໃນ​ເລື່ອງ​ວຽກ​ປະກາດ. ເຮົາ​ຮຽນ​ແບບ​ພະ​ເຍຊູ​ໃນ​ການ​ເປັນ​ຄົນ​ໃຈ​ກວ້າງ​ເມື່ອ​ເຮົາ​ກະຕືລືລົ້ນ​ໃນ​ການ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ຕາມ​ທີ່​ເຮົາ​ສາມາດ​ເຮັດ​ໄດ້.

      “ຄົນ​ທັງ​ປວງ​ໄດ້​ກິນ​ອີ່ມ”

      7. ໃນ​ໂລກ​ທີ່​ຊາຕານ​ປົກຄອງ ບັນຫາ​ອັນ​ໃດ​ທີ່​ຍັງ​ຈະ​ມີ​ຕໍ່​ໄປ?

      7 ຄວາມ​ອຶດຢາກ​ບໍ່​ແມ່ນ​ບັນຫາ​ໃໝ່. ພະ​ເຢໂຫວາ​ບອກ​ຊາວ​ອິດສະລາແອນ​ວ່າ: “ຄົນ​ຈົນ​ຈະ​ບໍ່​ຂາດ​ໃນ​ກາງ​ແຜ່ນດິນ.” (ພະບັນຍັດ 15:11) ຫຼາຍ​ຮ້ອຍ​ປີ​ຕໍ່​ມາ ພະ​ເຍຊູ​ບອກ​ວ່າ: “ຄົນ​ຈົນ​ທັງ​ຫຼາຍ​ມີ​ຢູ່​ກັບ​ທ່ານ​ທັງ​ຫຼາຍ​ເລື້ອຍ.” (ມັດທາຍ 26:11) ພະ​ເຍຊູ​ໝາຍ​ຄວາມ​ວ່າ​ຈະ​ມີ​ຄົນ​ທຸກ​ຍາກ​ຢູ່​ໃນ​ໂລກ​ຕະຫຼອດ​ໄປ​ບໍ? ບໍ່​ແມ່ນ. ພະອົງ​ໝາຍ​ຄວາມ​ວ່າ​ຕາບ​ໃດ​ທີ່​ເຮົາ​ມີ​ຊີວິດ​ຢູ່​ໃນ​ໂລກ​ທີ່​ຊາຕານ​ປົກຄອງ ຄວາມ​ທຸກ​ຍາກ​ກໍ​ຈະ​ຍັງ​ມີ​ຢູ່​ຕໍ່​ໄປ. ແຕ່​ຈະ​ບໍ່​ເປັນ​ແບບ​ນັ້ນ​ໃນ​ໂລກ​ໃໝ່! ໃນ​ຕອນ​ນັ້ນ​ຄວາມ​ອຶດຢາກ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ ທຸກ​ຄົນ​ຈະ​ມີ​ອາຫານ​ບໍລິບູນ​ແລະ​ມີ​ທຸກ​ສິ່ງ​ຈົນ​ອີ່ມ​ໃຈ​ພໍ​ໃຈ!

      8, 9. (ກ) ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ລ້ຽງ​ອາຫານ​ປະຊາຊົນ​ຫຼາຍ​ພັນ​ຄົນ? (ຂ) ເຈົ້າ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ການ​ອັດສະຈັນ​ນີ້?

      8 ຜູ້​ແຕ່ງ​ຄຳເພງ​ກ່າວ​ເຖິງ​ພະ​ເຢໂຫວາ​ວ່າ: “ພະອົງ​ແບ​ມື​ອອກ​ແລະ​ໃຫ້​ສິ່ງ​ທັງ​ປວງ​ທີ່​ມີ​ຊີວິດ​ຢູ່​ກິນ​ອີ່ມ​ບໍລິບູນ.” (ຄຳເພງ 145:16) ຕອນ​ທີ່​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້ ພະ​ເຍຊູ​ໄດ້​ຮຽນ​ແບບ​ພໍ່​ຂອງ​ເພິ່ນ​ຢ່າງ​ສົມບູນ​ແບບ​ແລະ​ເບິ່ງ​ແຍງ​ເອົາໃຈໃສ່​ຄວາມ​ຈຳເປັນ​ຂອງ​ຄົນ​ອື່ນໆ​ຢູ່​ສະເໝີ. ພະອົງ​ບໍ່​ໄດ້​ເຮັດ​ພຽງ​ເພື່ອ​ສະແດງ​ວ່າ​ຕົນ​ເອງ​ມີ​ລິດເດດ ແຕ່​ເຮັດ​ຍ້ອນ​ເປັນ​ຫ່ວງ​ຜູ້​ຄົນ​ຢ່າງ​ແທ້​ຈິງ. ຂໍ​ໃຫ້​ເຮົາ​ພິຈາລະນາ​ມັດທາຍ 14:14-21. (ອ່ານ) ຝູງ​ຄົນ​ຈາກ​ຫຼາຍໆ​ເມືອງ​ໄດ້​ຍ່າງ​ຕິດ​ຕາມ​ພະ​ເຍຊູ​ໄປ. (ມັດທາຍ 14:13) ເມື່ອ​ຮອດ​ຕອນ​ແລງ ພວກ​ລູກ​ສິດ​ເປັນ​ຫ່ວງ​ວ່າ​ຝູງ​ຄົນ​ຈະ​ເມື່ອຍ​ແລະ​ຫິວ​ເຂົ້າ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ຂໍ​ໃຫ້​ພະ​ເຍຊູ​ບອກ​ຝູງ​ຄົນ​ໄປ​ຊື້​ອາຫານ​ສຳລັບ​ຕົນ​ເອງ. ພະ​ເຍຊູ​ຈະ​ເຮັດ​ແນວ​ໃດ?

      9 ພະ​ເຍຊູ​ໃຊ້​ເຂົ້າຈີ່​ຫ້າ​ກ້ອນ​ແລະ​ປາ​ສອງ​ໂຕ​ເພື່ອ​ລ້ຽງ​ຜູ້​ຊາຍ 5.000 ຄົນ​ແລະ​ຍັງ​ມີ​ຜູ້​ຍິງ​ກັບ​ເດັກ​ນ້ອຍ​ນຳ​ອີກ. ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ເຮັດ​ການ​ອັດສະຈັນ​ນີ້? ຍ້ອນ​ວ່າ​ພະອົງ​ຮັກ​ແລະ​ເປັນ​ຫ່ວງ​ປະຊາຊົນ​ແທ້ໆ. ພະ​ເຍຊູ​ຕ້ອງ​ເຮັດ​ໃຫ້​ມີ​ອາຫານ​ຢ່າງ​ຫຼວງ​ຫຼາຍ​ແທ້ໆ ເພາະ​ຝູງ​ຄົນ​ໄດ້ “ກິນ​ຈົນ​ອີ່ມ.” ອາຫານ​ທີ່​ກິນ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ແຮງ​ຍ່າງ​ກັບ​ເມືອ​ຮອດ​ເຮືອນ​ທີ່​ຢູ່​ໄກໆ​ໄດ້. (ລືກາ 9:10-17) ຫຼັງ​ຈາກ​ປະຊາຊົນ​ກິນ​ອີ່ມ​ແລ້ວ ພວກ​ລູກ​ສິດ​ເກັບ​ອາຫານ​ທີ່​ເຫຼືອ​ໄດ້ 12 ກະບຸງ​ເຕັມໆ!

      10. ໃນ​ອະນາຄົດ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຄວາມ​ອຶດຢາກ?

      10 ເນື່ອງ​ຈາກ​ຜູ້​ມີ​ອຳນາດ​ໃນ​ໂລກ​ນີ້​ໂລບ​ມາກ​ໂລພາ​ແລະ​ສໍ້​ໂກງ ດັ່ງ​ນັ້ນ​ປະຊາຊົນ​ຫຼາຍ​ຮ້ອຍ​ລ້ານ​ຄົນ​ຈຶ່ງ​ມີ​ຊີວິດ​ທີ່​ອຶດຢາກ. ແມ່ນ​ແຕ່​ພີ່​ນ້ອງ​ຂອງ​ເຮົາ​ບາງ​ຄົນ​ກໍ​ບໍ່​ມີ​ອາຫານ​ພຽງ​ພໍ​ທີ່​ຈະ​ກິນ. ແຕ່​ອີກ​ບໍ່​ດົນ​ຜູ້​ທີ່​ເຊື່ອ​ຟັງ​ພະ​ເຢໂຫວາ​ຈະ​ມີ​ຊີວິດ​ຢູ່​ໃນ​ໂລກ​ທີ່​ບໍ່​ມີ​ຄວາມ​ອຶດຢາກ​ແລະ​ການ​ສໍ້​ໂກງ. ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ລິດເດດ​ຍິ່ງໃຫຍ່​ທີ່​ສຸດ ສະນັ້ນ​ພະອົງ​ຈຶ່ງ​ມີ​ລິດ​ອຳນາດ​ແລະ​ມີ​ຄວາມ​ປາຖະໜາ​ທີ່​ຈະ​ເຮັດ​ໃຫ້​ທຸກ​ຄົນ​ມີ​ສິ່ງ​ທີ່​ຕ້ອງການ​ຢ່າງ​ພຽງ​ພໍ. ພະອົງ​ສັນຍາ​ວ່າ​ຈະ​ເຮັດ​ໃຫ້​ຄວາມ​ອຶດຢາກ​ໝົດ​ໄປ​ໃນ​ໄວໆ​ນີ້!—ອ່ານ ຄຳເພງ 72:16

      ການ​ອັດສະຈັນ​ທີ່​ພະ​ເຍຊູ​ເຮັດ​ຮັບຮອງ​ກັບ​ເຮົາ​ວ່າ​ພະອົງ​ຢາກ​ໃຊ້​ລິດເດດ​ທີ່​ມີ​ເພື່ອ​ຜົນ​ປະໂຫຍດ​ຂອງ​ເຮົາ

      11. ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໝັ້ນ​ໃຈ​ວ່າ​ອີກ​ບໍ່​ດົນ​ພະ​ເຍຊູ​ຈະ​ໃຊ້​ລິດເດດ​ເພື່ອ​ແກ້ໄຂ​ບັນຫາ​ຕ່າງໆ​ທີ່​ມີ​ຢູ່​ທົ່ວ​ໂລກ ແລະ​ຍ້ອນ​ແນວ​ນັ້ນ​ເຈົ້າ​ຈຶ່ງ​ຢາກ​ເຮັດ​ຫຍັງ?

      11 ເມື່ອ​ມີ​ຊີວິດ​ຢູ່​ໂລກ​ນີ້ ພະ​ເຍຊູ​ເຮັດ​ການ​ອັດສະຈັນ​ໃນ​ຂອບ​ເຂດ​ນ້ອຍໆ​ສຳລັບ​ເວລາ​ພຽງ​ສາມ​ປີ​ເຄິ່ງ. (ມັດທາຍ 15:24) ແຕ່​ໃນ​ຖານະ​ເປັນ​ກະສັດ ພະ​ເຍຊູ​ຈະ​ຊ່ວຍ​ມະນຸດ​ທຸກ​ຄົນ​ໃນ​ລະຫວ່າງ​ທີ່​ພະອົງ​ປົກຄອງ​ໜຶ່ງ​ພັນ​ປີ. (ຄຳເພງ 72:8) ການ​ອັດສະຈັນ​ທີ່​ພະ​ເຍຊູ​ເຮັດ​ຮັບຮອງ​ກັບ​ເຮົາ​ວ່າ​ພະອົງ​ຢາກ​ໃຊ້​ລິດເດດ​ທີ່​ມີ​ເພື່ອ​ຜົນ​ປະໂຫຍດ​ຂອງ​ເຮົາ. ເຮົາ​ບໍ່​ມີ​ລິດເດດ​ທີ່​ຈະ​ເຮັດ​ການ​ອັດສະຈັນ ແຕ່​ເຮົາ​ສາມາດ​ເຮັດ​ຫຍັງ​ໄດ້? ເຮົາ​ສາມາດ​ໃຊ້​ເວລາ​ແລະ​ເຫື່ອ​ແຮງ​ທີ່​ມີ​ໃນ​ການ​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ອະນາຄົດ​ອັນ​ດີ​ເລີດ​ຕາມ​ຄຳ​ສັນຍາ​ທີ່​ມີ​ໃນ​ຄຳພີ​ໄບເບິນ. ເນື່ອງ​ຈາກ​ເຮົາ​ເປັນ​ພະຍານ​ພະ​ເຢໂຫວາ ນັ້ນ​ຈຶ່ງ​ເປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຮົາ. (ໂລມ 1:14, 15) ເມື່ອ​ຄິດ​ຕຶກຕອງ​ເຖິງ​ສິ່ງ​ທີ່​ພະ​ເຍຊູ​ຈະ​ເຮັດ​ໃນ​ໄວໆ​ນີ້ ເຮົາ​ກໍ​ຈະ​ກະຕືລືລົ້ນ​ໃນ​ການ​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ເລື່ອງ​ນັ້ນ.—ຄຳເພງ 45:1; 49:3

      ພະ​ເຢໂຫວາ​ແລະ​ພະ​ເຍຊູ​ໃຊ້​ລິດເດດ​ເພື່ອ​ຄວບຄຸມ​ພະລັງ​ທີ່​ມີ​ໃນ​ທຳມະຊາດ

      12. ເປັນ​ຫຍັງ​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຍຊູ​ມີ​ຄວາມ​ເຂົ້າ​ໃຈ​ແທ້ໆ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ຂອງ​ໂລກ?

      12 ເມື່ອ​ພະ​ເຢໂຫວາ​ສ້າງ​ໂລກ​ແລະ​ທຸກ​ສິ່ງ​ທີ່​ຢູ່​ໃນ​ໂລກ ພະ​ເຍຊູ “ໄດ້​ຢູ່​ຂ້າງ​ພະອົງ​ເປັນ​ຜູ້​ຮັບໃຊ້​ສຳເລັດ​ການ [ເປັນ​ນາຍ​ຊ່າງ].” (ສຸພາສິດ 8:22, 30, 31; ໂກໂລດ 1:15-17) ດັ່ງ​ນັ້ນ ພະ​ເຍຊູ​ຈຶ່ງ​ມີ​ຄວາມ​ເຂົ້າ​ໃຈ​ແທ້ໆ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ຂອງ​ໂລກ. ພະອົງ​ຮູ້​ວິທີ​ໃຊ້​ແລະ​ຄວບຄຸມ​ທາດ​ຕ່າງໆ​ທີ່​ມີ​ໃນ​ທຳມະຊາດ.

      ພະ​ເຍຊູ​ເຮັດ​ໃຫ້​ລົມ​ພາຍຸ​ເຊົາ​ຢ່າງ​ໜ້າ​ອັດສະຈັນ​ໃຈ

      ສິ່ງ​ໃດ​ທີ່​ເຮັດ​ໃຫ້​ເຈົ້າ​ປະທັບ​ໃຈ​ກ່ຽວ​ກັບ​ວິທີ​ທີ່​ພະ​ເຍຊູ​ໃຊ້​ລິດເດດ​ຂອງ​ພະອົງ​ຢ່າງ​ອັດສະຈັນ? (ເບິ່ງ​ຂໍ້ 13, 14)

      13, 14. ຂໍ​ໃຫ້​ຍົກ​ຕົວຢ່າງ​ທີ່​ສະແດງ​ເຖິງ​ວິທີ​ທີ່​ພະ​ເຍຊູ​ສາມາດ​ຄວບຄຸມ​ພະລັງ​ທີ່​ມີ​ໃນ​ທຳມະຊາດ?

      13 ຕອນ​ທີ່​ມີ​ຊີວິດ​ຢູ່​ໂລກ​ນີ້ ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ລິດເດດ​ຂອງ​ພະເຈົ້າ​ໂດຍ​ຄວບຄຸມ​ພະລັງ​ທີ່​ມີ​ໃນ​ທຳມະຊາດ. ຕົວຢ່າງ​ເຊັ່ນ: ຂໍ​ໃຫ້​ຄິດ​ເຖິງ​ວິທີ​ທີ່​ພະ​ເຍຊູ​ສາມາດ​ຄວບຄຸມ​ລົມ​ພາຍຸ. (ອ່ານ ມາລະໂກ 4:37-39) ຜູ້​ຊ່ຽວຊານ​ດ້ານ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ອະທິບາຍ​ວ່າ: ຄຳ​ພາສາ​ເກັຣກ​ສຳລັບ​ຄຳ​ວ່າ “ລົມ​ແດງ [ລົມ​ພາຍຸ]” ໃນ​ພະທຳ​ມາລະໂກ​ແມ່ນ​ໃຊ້​ເພື່ອ​ພັນລະນາ​ເຖິງ​ລົມ​ພາຍຸ​ທີ່​ຮຸນແຮງ ເຊິ່ງ​ເປັນ​ລົມ​ທີ່​ພັດ​ມາ​ພ້ອມ​ກັບ​ເມກ​ສີ​ດຳ ມີ​ລົມ​ພັດ​ມາ​ແຮງໆ​ເປັນ​ບາດໆ ມີ​ຟ້າ​ຮ້ອງ ແລະ​ມີ​ຝົນ​ຕົກ​ແຮງໆ​ຈົນ​ເຮັດ​ໃຫ້​ນ້ຳ​ຖ້ວມ. ເມື່ອ​ລົມ​ພາຍຸ​ເຊົາ ທຸກ​ຢ່າງ​ກໍ​ເສຍຫາຍ​ໝົດ. ອັກຄະສາວົກ​ມັດທາຍ​ພັນລະນາ​ເຖິງ​ລົມ​ພາຍຸ​ນີ້​ວ່າ​ເປັນ “ລົມ​ພາຍຸ​ໃຫຍ່, ທ.ປ.”—ມັດທາຍ 8:24

      14 ຂໍ​ໃຫ້​ນຶກ​ພາບ​ເຫດການ​ຕໍ່​ໄປ​ນີ້ ຄື້ນ​ທະເລ​ກຳລັງ​ຕີ​ຟາດ​ໃສ່​ເຮືອ​ແລະ​ຊັດ​ນ້ຳ​ເຂົ້າ​ເຮືອ​ເປັນ​ບາດໆ. ເຖິງ​ວ່າ​ຈະ​ມີ​ສຽງ​ລົມ​ພາຍຸ​ແລະ​ເຮືອ​ກໍ​ໂອນ​ເອນ​ໄປ​ມາ ພະ​ເຍຊູ​ກໍ​ຍັງ​ນອນ​ຫຼັບ​ຢູ່​ເພາະ​ວ່າ​ເມື່ອຍ. ແຕ່​ພວກ​ລູກ​ສິດ​ພາ​ກັນ​ຢ້ານ ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ປຸກ​ພະ​ເຍຊູ​ໃຫ້​ຕື່ນ​ແລະ​ເວົ້າ​ວ່າ: “ໝູ່​ຂ້າພະເຈົ້າ​ພວມ​ຈິບຫາຍ​ໄປ!” (ມັດທາຍ 8:25) ພະ​ເຍຊູ​ມີ​ທ່າທີ​ແນວ​ໃດ? ພະອົງ​ລຸກ​ຂຶ້ນ ບອກ​ລົມ​ແລະ​ທະເລ​ວ່າ: “ຈົ່ງ​ເຊົາ ຈົ່ງ​ມິດ​ຢູ່​ເຖີ້ນ!” (ມາລະໂກ 4:39) ລົມ​ພາຍຸ​ທີ່​ເປັນ​ຕາ​ຢ້ານ​ກໍ​ເຊົາ ແລະ​ມີ​ຄວາມ “ສະຫງັດ​ງຽບ​ອັນ​ໃຫຍ່.” ຈັ່ງ​ແມ່ນ​ເປັນ​ຕາ​ໜ້າ​ງຶດງໍ້​ແທ້ໆ​ທີ່​ພະ​ເຍຊູ​ສາມາດ​ໃຊ້​ລິດເດດ​ເພື່ອ​ຄວບຄຸມ​ພະລັງ​ທີ່​ມີ​ໃນ​ທຳມະຊາດ​ໄດ້!

      15. ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ສາມາດ​ຄວບຄຸມ​ພະລັງ​ທີ່​ມີ​ໃນ​ທຳມະຊາດ​ໄດ້?

      15 ລິດເດດ​ຂອງ​ພະ​ເຍຊູ​ມາ​ຈາກ​ພະ​ເຢໂຫວາ ດັ່ງ​ນັ້ນ ເຮົາ​ຈຶ່ງ​ຮູ້​ວ່າ​ພະ​ເຢໂຫວາ​ມີ​ລິດເດດ​ທີ່​ຍິ່ງໃຫຍ່​ເຊິ່ງ​ສາມາດ​ຄວບຄຸມ​ພະລັງ​ທີ່​ມີ​ໃນ​ທຳມະຊາດ​ໄດ້. ຕົວຢ່າງ​ເຊັ່ນ: ກ່ອນ​ນ້ຳ​ຖ້ວມ​ໂລກ ພະ​ເຢໂຫວາ​ບອກ​ວ່າ: “ຍັງ 7 ວັນ ແລະ​ເຮົາ​ຈະ​ໃຫ້​ຝົນ​ຕົກ​ເທິງ​ແຜ່ນດິນ​ລະຫວ່າງ 40 ວັນ 40 ຄືນ.” (ຕົ້ນເດີມ 7:4) ໃນ​ອົບພະຍົບ 14:12 ຍັງ​ບອກ​ວ່າ: “ພະ​ເຢໂຫວາ​ໄດ້​ໃຫ້​ລົມ​ພັດ​ກ້າ​ມາ​ແຕ່​ທິດ​ຕາເວັນ​ອອກ.” ແລະ​ໃນ​ໂຢນາ 1:4 ເຮົາ​ອ່ານ​ວ່າ: “ພະ​ເຢໂຫວາ​ໄດ້​ໃຊ້​ລົມ​ແດງ [ລົມ​ພາຍຸ] ພັດ​ເທິງ​ນ້ຳ​ທະເລ ແລະ​ມີ​ລົມ . . . ຂັດ​ຝົນ​ແຮງ​ເທິງ​ນ້ຳ​ທະເລ​ເປັນ​ຢ່າງ​ຄື​ໃຫ້​ສະເພົາ​ຫັກ​ແຕກ​ເສຍ.” ເປັນ​ສິ່ງ​ທີ່​ດີ​ແທ້ໆ​ທີ່​ຮູ້​ວ່າ​ໃນ​ໂລກ​ໃໝ່​ພະ​ເຢໂຫວາ​ຈະ​ຄວບຄຸມ​ທາດ​ຕ່າງໆ​ໄດ້​ສະເໝີ.

      16. ເປັນ​ຫຍັງ​ເຮົາ​ຈຶ່ງ​ຮູ້ສຶກ​ສະບາຍ​ໃຈ​ແທ້ໆ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ມີ​ລິດເດດ​ທີ່​ສາມາດ​ຄວບຄຸມ​ພະລັງ​ທີ່​ມີ​ໃນ​ທຳມະຊາດ?

      16 ເຮົາ​ຮູ້ສຶກ​ສະບາຍ​ໃຈ​ແທ້ໆ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ມີ​ລິດເດດ​ທີ່​ຈະ​ຄວບຄຸມ​ພະລັງ​ທີ່​ມີ​ໃນ​ທຳມະຊາດ. ໃນ​ລະຫວ່າງ​ທີ່​ພະ​ເຍຊູ​ປົກຄອງ​ໜຶ່ງ​ພັນ​ປີ ທຸກໆ​ຄົນ​ທີ່​ອາໄສ​ຢູ່​ໃນ​ໂລກ​ນີ້​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ. ຈະ​ບໍ່​ມີ​ໃຜ​ບາດເຈັບ​ຫຼື​ເສຍ​ຊີວິດ​ເນື່ອງ​ຈາກ​ໄພ​ທຳມະຊາດ ເຊັ່ນ: ພາຍຸ​ໄຕ້​ຝຸ່ນ ຊຶນາມິ ພູເຂົາ​ໄຟ​ລະເບີດ ຫຼື​ແຜ່ນດິນ​ໄຫວ​ຕ່າງໆ. ເຮົາ​ຈະ​ບໍ່​ຢ້ານ​ໄພ​ພິບັດ​ໃດໆ​ເພາະ​ວ່າ ພະ​ເຢໂຫວາ​ຈະ​ປົກ​ປ້ອງ​ມະນຸດ. (ຄຳປາກົດ 21:3, 4) ເຮົາ​ໝັ້ນ​ໃຈ​ໄດ້​ວ່າ ໃນ​ລະຫວ່າງ​ທີ່​ພະ​ເຍຊູ​ປົກຄອງ​ໜຶ່ງ​ພັນ​ປີ ພະ​ເຢໂຫວາ​ຈະ​ໃຫ້​ລິດເດດ​ແກ່​ພະ​ເຍຊູ​ເພື່ອ​ຄວບຄຸມ​ພະລັງ​ທີ່​ມີ​ໃນ​ທຳມະຊາດ.

      ຮຽນ​ແບບ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຕັ້ງ​ແຕ່​ດຽວ​ນີ້

      17. ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ແມ່ນ​ການ​ເຮັດ​ຫຍັງ?

      17 ເຮົາ​ບໍ່​ສາມາດ​ຫ້າມ​ໄພ​ທຳມະຊາດ​ໄດ້ ມີ​ພຽງ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ເທົ່າ​ນັ້ນ​ທີ່​ເຮັດ​ໄດ້. ແຕ່​ມີ​ບາງ​ຢ່າງ​ທີ່​ເຮົາ​ສາມາດ​ເຮັດ​ໄດ້. ເຮົາ​ສາມາດ​ເຮັດ​ຄື​ກັບ​ທີ່​ກ່າວ​ໄວ້​ໃນ​ສຸພາສິດ 3:27. (ອ່ານ) ເມື່ອ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ຂອງ​ເຮົາ​ປະສົບ​ກັບ​ຄວາມ​ຍາກ​ລຳບາກ ເຮົາ​ສາມາດ​ຊ່ວຍ​ເຫຼືອ​ເບິ່ງ​ແຍງ​ຄວາມ​ຈຳເປັນ​ທາງ​ດ້ານ​ຮ່າງກາຍ​ແລະ​ທາງ​ດ້ານ​ອາລົມ ແລະ​ສາມາດ​ປອບ​ໂຍນ​ເຂົາ​ເຈົ້າ​ໄດ້. (ສຸພາສິດ 17:17) ຕົວຢ່າງ​ເຊັ່ນ: ເຮົາ​ອາດ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ຫຼັງ​ຈາກ​ທີ່​ເກີດ​ໄພ​ທຳມະຊາດ. ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ໝ້າຍ​ເຊິ່ງ​ເຮືອນ​ຂອງ​ລາວ​ຖືກ​ພາຍຸ​ເຮີຣິເຄນ (ພາຍຸ​ໃຫຍ່) ທຳລາຍ ລາວ​ໄດ້​ເວົ້າ​ວ່າ: “ຂ້ອຍ​ຮູ້ສຶກ​ຂອບໃຈ​ແທ້ໆ​ທີ່​ໄດ້​ຢູ່​ໃນ​ອົງການ​ຂອງ​ພະ​ເຢໂຫວາ ຂ້ອຍ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ບໍ່​ແມ່ນ​ພຽງ​ແຕ່​ທາງ​ດ້ານ​ຮ່າງກາຍ​ເທົ່າ​ນັ້ນ ແຕ່​ຍັງ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ທາງ​ດ້ານ​ຄວາມ​ເຊື່ອ​ນຳ​ອີກ.” ພີ່​ນ້ອງ​ຍິງ​ໂສດ​ຄົນ​ໜຶ່ງ​ຮູ້ສຶກ​ໝົດ​ຫວັງ​ເມື່ອ​ລົມ​ພາຍຸ​ໄດ້​ທຳລາຍ​ເຮືອນ​ຂອງ​ລາວ. ຫຼັງ​ຈາກ​ທີ່​ພີ່​ນ້ອງ​ຊ່ວຍ​ແປງ​ເຮືອນ​ໃຫ້​ແລ້ວ ລາວ​ໄດ້​ເວົ້າ​ວ່າ: “ຂ້ອຍ​ພັນລະນາ​ອອກ​ມາ​ເປັນ​ຄຳ​ເວົ້າ​ບໍ່​ໄດ້! ຂ້ອຍ​ບໍ່​ຮູ້​ວ່າ​ຈະ​ເວົ້າ​ອອກ​ມາ​ແນວ​ໃດ.” ລາວ​ເວົ້າ​ຕື່ມ​ວ່າ: “ຂອບໃຈ​ພະ​ເຢໂຫວາ​ແທ້ໆ!” ພວກ​ເຮົາ​ຂອບໃຈ​ທີ່​ພີ່​ນ້ອງ​ຊາຍ​ຍິງ​ໄດ້​ສະແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ກັບ​ຄວາມ​ຈຳເປັນ​ຂອງ​ກັນ​ແລະ​ກັນ. ຍິ່ງ​ກວ່າ​ນັ້ນ ພວກ​ເຮົາ​ຂອບໃຈ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຄລິດ​ເປັນ​ຫ່ວງ​ພວກ​ເຮົາ​ຢ່າງ​ແທ້​ຈິງ.

      18. ສິ່ງ​ໃດ​ເຮັດ​ໃຫ້​ເຈົ້າ​ປະທັບ​ໃຈ​ກ່ຽວ​ກັບ​ເຫດຜົນ​ທີ່​ພະ​ເຍຊູ​ເຮັດ​ການ​ອັດສະຈັນ​ຕ່າງໆ?

      18 ຕອນ​ທີ່​ຮັບໃຊ້​ຢູ່​ໂລກ​ນີ້ ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ເປັນ “ລິດເດດ​ຂອງ​ພະເຈົ້າ.” ແຕ່​ພະອົງ​ບໍ່​ເຄີຍ​ໃຊ້​ລິດເດດ​ເພື່ອ​ເຮັດ​ໃຫ້​ຄົນ​ອື່ນ​ປະທັບ​ໃຈ​ຫຼື​ເພື່ອ​ຜົນ​ປະໂຫຍດ​ສ່ວນ​ຕົວ. ແທນ​ທີ່​ຈະ​ເຮັດ​ແນວ​ນັ້ນ ພະ​ເຍຊູ​ໃຊ້​ລິດເດດ​ເພື່ອ​ເຮັດ​ການ​ອັດສະຈັນ​ຕ່າງໆ​ເພາະ​ວ່າ​ພະອົງ​ຮັກ​ຜູ້​ຄົນ​ຢ່າງ​ແທ້​ຈິງ. ເຮົາ​ຈະ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ເລື່ອງ​ນີ້​ໃນ​ບົດ​ຄວາມ​ຕໍ່​ໄປ.

      ການ​ອະທິບາຍ​ບາງ​ສຳນວນ

      • “ພະ​ຄລິດ​ເປັນ​ລິດເດດ​ຂອງ​ພະເຈົ້າ” ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ມອບ​ລິດເດດ​ໃຫ້​ພະ​ເຍຊູ​ເພື່ອ​ເຮັດ​ການ​ອັດສະຈັນ​ຕ່າງໆ. ຕົວຢ່າງ​ເຊັ່ນ: ພະ​ເຍຊູ​ປ່ຽນ​ນ້ຳ​ໃຫ້​ກາຍ​ເປັນ​ເຫຼົ້າ​ອະງຸ່ນ ລ້ຽງ​ອາຫານ​ຫຼາຍ​ພັນ​ຄົນ​ໃນ​ເວລາ​ດຽວ ແລະ​ຄວບຄຸມ​ພະລັງ​ທີ່​ມີ​ໃນ​ທຳມະຊາດ

      • ການ​ປົກຄອງ​ໜຶ່ງ​ພັນ​ປີ​ຂອງ​ພະ​ເຍຊູ ໝາຍ​ຄວາມ​ວ່າ​ຫຼັງ​ຈາກ​ສົງຄາມ​ອະລະມະເຄໂດນ ພະ​ເຍຊູ​ຈະ​ປົກຄອງ​ຈາກ​ສະຫວັນ​ເປັນ​ເວລາ​ໜຶ່ງ​ພັນ​ປີ. ໃນ​ເວລາ​ນັ້ນ ພະ​ເຍຊູ​ຈະ​ໃຊ້​ລິດເດດ​ເພື່ອ​ເຮັດ​ການ​ອັດສະຈັນ​ຕ່າງໆ​ທີ່​ຍິ່ງໃຫຍ່​ເຊິ່ງ​ຈະ​ເປັນ​ປະໂຫຍດ​ຕໍ່​ມະນຸດ​ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ​ນີ້

  • ພະ​ເຍຊູ​ຮັກ​ຜູ້​ຄົນ
    ຫໍສັງເກດການ—2015 | 15 ມິຖຸນາ
    • ຢູ່​ສະ​ນ້ຳ​ເບເທສະດາ ພະ​ເຍຊູ​ຍ່າງ​ເຂົ້າ​ໄປ​ຫາ​ຊາຍ​ຄົນ​ໜຶ່ງ​ທີ່​ເຈັບ​ປ່ວຍ

      ພະ​ເຍຊູ​ຮັກ​ຜູ້​ຄົນ

      “ເຮົາ​ມີ​ຄວາມ​ສະໜຸກ [ຄວາມ​ຍິນດີ ] ໃນ​ລູກ​ມະນຸດ​ທັງ​ຫຼາຍ.”—ສຸພາສິດ 8:31

      ເຈົ້າ​ອະທິບາຍ​ໄດ້​ບໍ?

      • ສິ່ງ​ໃດ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຍຊູ​ມີ​ຄວາມ​ຮັກ​ຢ່າງ​ແທ້​ຈິງ​ຕໍ່​ມະນຸດ?

      • ການ​ອັດສະຈັນ​ທີ່​ພະ​ເຍຊູ​ເຮັດ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ມີ​ຄວາມ​ໝັ້ນ​ໃຈ​ສຳລັບ​ອະນາຄົດ?

      • ເຮົາ​ຄອຍ​ຖ້າ​ທີ່​ຈະ​ເຫັນ​ພະ​ເຍຊູ​ເຮັດ​ການ​ອັດສະຈັນ​ຫຍັງ?

      1, 2. ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ມີ​ຄວາມ​ຮັກ​ຢ່າງ​ແທ້​ຈິງ​ຕໍ່​ມະນຸດ?

      ລູກ​ຊາຍ​ກົກ​ຂອງ​ພະ​ເຢໂຫວາ​ເປັນ​ຕົວຢ່າງ​ອັນ​ດີ​ເລີດ​ຂອງ​ສະຕິ​ປັນຍາ​ທີ່​ໜ້າ​ເຫຼືອ​ເຊື່ອ​ຂອງ​ພະ​ເຢໂຫວາ​ແລະ​ເປັນ “ຜູ້​ຮັບໃຊ້​ສຳເລັດ​ການ [ນາຍ​ຊ່າງ]” ຂອງ​ພະອົງ. ລອງ​ນຶກ​ພາບ​ເບິ່ງ​ວ່າ​ພະ​ເຍຊູ​ຈະ​ມີ​ຄວາມ​ສຸກ​ແລະ​ຄວາມ​ພໍ​ໃຈ​ຫຼາຍ​ສ່ຳ​ໃດ​ເມື່ອ​ເຫັນ​ພໍ່ “ແຕ່ງ​ຟ້າ​ສະຫວັນ” ແລະ “ວາງ​ພື້ນຖານ​ແຜ່ນດິນ​ໂລກ, ທ.ປ.” ແຕ່​ໃນ​ທຸກ​ສິ່ງ​ທີ່​ພໍ່​ໄດ້​ສ້າງ ພະ​ເຍຊູ “ມີ​ຄວາມ​ສະໜຸກ [ຄວາມ​ຍິນດີ] ໃນ​ລູກ​ມະນຸດ​ທັງ​ຫຼາຍ.” (ສຸພາສິດ 8:22-31) ແມ່ນ​ແລ້ວ ພະ​ເຍຊູ​ຮັກ​ມະນຸດ​ຕັ້ງ​ແຕ່​ເລີ່ມ​ຕົ້ນ​ເລີຍ.

      2 ຕໍ່​ມາ ພະ​ເຍຊູ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ສັດ​ຊື່​ແລະ​ຮັກ​ພໍ່ ແລະ​ມີ​ຄວາມ​ຮັກ​ຢ່າງ​ແທ້​ຈິງ​ຕໍ່​ທຸກ​ຄົນ ພະອົງ​ຈຶ່ງ​ເຕັມ​ໃຈ​ປະ​ຖິ້ມ​ຊີວິດ​ໃນ​ສະຫວັນ​ແລະ​ລົງ​ມາ​ເກີດ​ເປັນ​ມະນຸດ​ຢູ່​ໃນ​ໂລກ​ນີ້. ພະ​ເຍຊູ​ເຮັດ​ເຊັ່ນ​ນີ້​ກໍ​ຍ້ອນ​ມີ​ຄວາມ​ຮັກ​ແລະ​ສາມາດ​ມອບ​ຊີວິດ​ເພື່ອ​ເປັນ “ລາຄາ​ໄຖ່​ໂທດ​ຄົນ​ຫຼາຍ​ຄົນ.” (ມັດທາຍ 20:28; ຟີລິບ 2:5-8) ຕອນ​ທີ່​ພະ​ເຍຊູ​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້ ພະ​ເຢໂຫວາ​ໄດ້​ໃຫ້​ລິດເດດ​ແກ່​ພະ​ເຍຊູ​ເພື່ອ​ເຮັດ​ການ​ອັດສະຈັນ​ຕ່າງໆ. ການ​ອັດສະຈັນ​ເຫຼົ່າ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຍຊູ​ຮັກ​ຜູ້​ຄົນ​ຫຼາຍ​ແທ້ໆ​ແລະ​ສະແດງ​ເຖິງ​ສິ່ງ​ທີ່​ດີ​ເລີດ​ຕ່າງໆ​ທີ່​ພະອົງ​ຈະ​ເຮັດ​ສຳລັບ​ມະນຸດ​ໃນ​ໄວໆ​ນີ້.

      3. ເຮົາ​ຈະ​ພິຈາລະນາ​ເລື່ອງ​ຫຍັງ​ໃນ​ບົດ​ຄວາມ​ນີ້?

      3 ຕອນ​ທີ່​ຢູ່​ໂລກ​ນີ້ ພະ​ເຍຊູ​ປະກາດ​ເລື່ອງ “ແຜ່ນດິນ [ຂ່າວ​ດີ​ເລື່ອງ​ລາຊະອານາຈັກ] ຂອງ​ພະເຈົ້າ.” (ລືກາ 4:43) ພະ​ເຍຊູ​ຮູ້​ດີ​ວ່າ​ລາຊະອານາຈັກ​ນີ້​ຈະ​ເຮັດ​ໃຫ້​ຊື່​ຂອງ​ພໍ່​ເພິ່ນ​ໄດ້​ຮັບ​ຄວາມ​ນັບຖື​ອັນ​ບໍລິສຸດ​ແລະ​ຈະ​ແກ້ໄຂ​ບັນຫາ​ຕ່າງໆ​ຂອງ​ມະນຸດ​ຕະຫຼອດ​ໄປ. ຕອນ​ທີ່​ເຮັດ​ວຽກ​ປະກາດ ພະ​ເຍຊູ​ໄດ້​ເຮັດ​ການ​ອັດສະຈັນ​ຫຼາຍ​ຢ່າງ. ການ​ອັດສະຈັນ​ເຫຼົ່າ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ພະອົງ​ຫ່ວງໃຍ​ທຸກ​ຄົນ​ຫຼາຍ​ແທ້ໆ. ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ​ຕໍ່​ເຮົາ? ເພາະ​ສິ່ງ​ທີ່​ພະ​ເຍຊູ​ເຮັດ​ໃຫ້​ຄວາມ​ຫວັງ​ແລະ​ຄວາມ​ໝັ້ນ​ໃຈ​ແກ່​ເຮົາ​ສຳລັບ​ອະນາຄົດ. ສະນັ້ນ ຂໍ​ໃຫ້​ເຮົາ​ພິຈາລະນາ​ການ​ອັດສະຈັນ​ສີ່​ຢ່າງ​ທີ່​ພະ​ເຍຊູ​ເຮັດ.

      “ລິດເດດ​ຂອງ​ພະ​ເຢໂຫວາ​ໄດ້​ສະຖິດ​ຢູ່​ຫັ້ນ​ເພື່ອ​ຈະ​ໃຫ້​ເຂົາ​ດີ​ພະຍາດ”

      4. ເກີດ​ຫຍັງ​ຂຶ້ນ​ເມື່ອ​ພະ​ເຍຊູ​ພົບ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ຂີ້ທູດ?

      4 ໃນ​ລະຫວ່າງ​ການ​ຮັບໃຊ້ ພະ​ເຍຊູ​ໄດ້​ໄປ​ແຂວງ​ຄາລິເລ. ຢູ່​ໃນ​ເມືອງ​ໜຶ່ງ ພະອົງ​ໄດ້​ພົບ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ຂີ້ທູດ. (ມາລະໂກ 1:39, 40) ຜູ້​ຊາຍ​ຄົນ​ນີ້​ເຈັບ​ປ່ວຍ​ໜັກ​ຫຼາຍ ຈົນ​ລືກາ​ຜູ້​ທີ່​ເຄີຍ​ເປັນ​ທ່ານ​ໝໍ​ກ່າວ​ເຖິງ​ລາວ​ວ່າ “ເປັນ​ຂີ້ທູດ​ເຕັມ​ຕົວ.” (ລືກາ 5:12) ຄຳພີ​ໄບເບິນ​ບອກ​ວ່າ ເມື່ອ​ຊາຍ​ຄົນ​ນີ້​ເຫັນ​ພະ​ເຍຊູ ລາວ​ໄດ້ “ນົບ​ນ້ອມ​ໜ້າ​ລົງ​ແລະ​ເຊີນ [ຂໍ] ພະອົງ​ວ່າ ‘ພະອົງ​ເຈົ້າ​ຂ້າ​ຖ້າ​ພະອົງ​ມີ​ນ້ຳໃຈ [ຕ້ອງການ] ພະອົງ​ອາດ​ກະທຳ​ໃຫ້​ຂ້າພະເຈົ້າ​ດີ​ສະອາດ​ໄດ້.’” ຊາຍ​ຄົນ​ນີ້​ຮູ້​ວ່າ​ພະ​ເຍຊູ​ມີ​ລິດເດດ​ທີ່​ຈະ​ປິ່ນປົວ​ລາວ​ໄດ້. ແຕ່​ລາວ​ຢາກ​ຮູ້​ວ່າ​ພະ​ເຍຊູ​ຕ້ອງການ​ທີ່​ຈະ​ປິ່ນປົວ​ລາວ​ຫຼື​ບໍ່. ເປັນ​ຫຍັງ​ລາວ​ຈຶ່ງ​ຄິດ​ແບບ​ນັ້ນ? ກໍ​ຍ້ອນ​ວ່າ​ລາວ​ລຶ້ງ​ກັບ​ວິທີ​ທີ່​ພວກ​ຟາລິຊຽນ​ດູຖູກ​ຄົນ​ເປັນ​ຂີ້ທູດ. ແຕ່​ພະ​ເຍຊູ​ຄິດ​ແນວ​ໃດ? ພະ​ເຍຊູ​ຈະ​ປິ່ນປົວ​ຊາຍ​ທີ່​ໜ້າ​ລັງກຽດ​ຄົນ​ນີ້​ແນວ​ໃດ? ເຈົ້າ​ເດ​ຈະ​ເຮັດ​ແນວ​ໃດ?

      5. ເປັນ​ຫຍັງ​ພະ​ເຍຊູ​ຕ້ອງການ​ປິ່ນປົວ​ຊາຍ​ທີ່​ເປັນ​ຂີ້ທູດ?

      5 ປາກົດ​ວ່າ​ຊາຍ​ທີ່​ເປັນ​ຂີ້ທູດ​ຄົນ​ນີ້​ບໍ່​ໄດ້​ຮ້ອງ​ວ່າ “ຖ່ອຍ​ຮ້າຍ ຖ່ອຍ​ຮ້າຍ” ຕາມ​ທີ່​ກົດ​ໝາຍ​ຂອງ​ໂມເຊ​ກຳນົດ​ໄວ້. (ພວກເລວີ 13:43-46) ແຕ່​ພະ​ເຍຊູ​ບໍ່​ໄດ້​ໃຈ​ຮ້າຍ​ໃຫ້​ລາວ. ແທນ​ທີ່​ຈະ​ຮູ້ສຶກ​ແນວ​ນັ້ນ ພະອົງ​ພັດ​ເປັນ​ຫ່ວງ​ແລະ​ຕ້ອງການ​ຊ່ວຍ​ເຫຼືອ​ລາວ. ເຮົາ​ບໍ່​ຮູ້​ວ່າ​ພະ​ເຍຊູ​ຄິດ​ແນວ​ໃດ​ແທ້ໆ ແຕ່​ຮູ້​ວ່າ​ພະອົງ​ຮູ້ສຶກ​ແນວ​ໃດ. ພະອົງ​ອີ່ຕົນ​ຊາຍ​ຄົນ​ນີ້​ແທ້ໆ​ຈົນ​ເຖິງ​ຂັ້ນ​ເຮັດ​ການ​ອັດສະຈັນ. ພະ​ເຍຊູ​ໄດ້​ເດ່​ມື​ອອກ​ໄປ​ບາຍ​ລາວ​ເຊິ່ງ​ເປັນ​ສິ່ງ​ທີ່​ບໍ່​ມີ​ໃຜ​ຈະ​ເຮັດ. ດ້ວຍ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ອີ່ຕົນ​ສົງສານ ພະ​ເຍຊູ​ເວົ້າ​ກັບ​ລາວ​ວ່າ: “ເຮົາ​ມີ​ນ້ຳໃຈ [ຕ້ອງການ]. ໃຫ້​ເຈົ້າ​ດີ​ສະອາດ​ເຖີ້ນ!” ຈາກ​ນັ້ນ “ຂີ້ທູດ​ໄດ້​ຫາຍ​ໄປ​ຈາກ​ເພິ່ນ.” (ລືກາ 5:13) ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ໃຫ້​ລິດເດດ​ແກ່​ພະ​ເຍຊູ​ເພື່ອ​ເຮັດ​ການ​ອັດສະຈັນ​ທີ່​ຍິ່ງໃຫຍ່ ແລະ​ເພື່ອ​ໃຫ້​ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ຮັກ​ມະນຸດ​ຫຼາຍ​ແທ້ໆ.—ລືກາ 5:17

      6. ມີ​ສິ່ງ​ໃດ​ໜ້າ​ສົນ​ໃຈ​ກ່ຽວ​ກັບ​ການ​ອັດສະຈັນ​ທີ່​ພະ​ເຍຊູ​ເຮັດ ແລະ​ການ​ອັດສະຈັນ​ເຫຼົ່າ​ນັ້ນ​ສະແດງ​ເຖິງ​ຫຍັງ?

      6 ລິດເດດ​ທີ່​ພະ​ເຍຊູ​ໄດ້​ຮັບ​ຈາກ​ພະ​ເຢໂຫວາ​ເຮັດ​ໃຫ້​ເພິ່ນ​ສາມາດ​ເຮັດ​ການ​ອັດສະຈັນ​ຫຼາຍ​ຢ່າງ​ທີ່​ໜ້າ​ງຶດງໍ້. ພະ​ເຍຊູ​ບໍ່​ພຽງ​ແຕ່​ປິ່ນປົວ​ຄົນ​ຂີ້ທູດ​ເທົ່າ​ນັ້ນ ແຕ່​ຍັງ​ປິ່ນປົວ​ຄົນ​ທີ່​ເປັນ​ພະຍາດ​ອື່ນໆ​ນຳ​ອີກ. ຜູ້​ຄົນ​ພາ​ກັນ​ປະຫຼາດ​ໃຈ​ເມື່ອ​ເຫັນ “ຄົນ​ປາກ​ກືກ​ປາກ​ໄດ້ ແລະ​ຄົນ​ເສຍ​ອົງຄະ​ດີ​ແລ້ວ ແລະ​ຄົນ​ຂາ​ເຢກ​ຂາ​ຫ້ານ​ຍ່າງ​ໄປ ແລະ​ຄົນ​ຕາ​ບອດ​ເຫັນ​ໄດ້.” (ມັດທາຍ 15:31) ເມື່ອ​ປິ່ນປົວ​ບາງ​ຄົນ ພະ​ເຍຊູ​ບໍ່​ຈຳເປັນ​ຕ້ອງ​ຂໍ​ບໍລິຈາກ​ອະໄວຍະວະ​ຈາກ​ຄົນ​ທີ່​ມີ​ສຸຂະພາບ​ແຂງແຮງ. ພະ​ເຍຊູ​ມີ​ລິດເດດ​ທີ່​ຈະ​ປິ່ນປົວ​ສ່ວນ​ຕ່າງໆ​ຂອງ​ຮ່າງກາຍ ແລະ​ພະອົງ​ກໍ​ປິ່ນປົວ​ໄດ້​ທັນທີ​ເລີຍ ແຕ່​ບາງ​ເທື່ອ​ພະອົງ​ກໍ​ປິ່ນປົວ​ຄົນ​ທີ່​ຢູ່​ຫ່າງ​ໄກ​ຈາກ​ພະອົງ​ຊ້ຳ. (ໂຢຮັນ 4:46-54) ຕົວຢ່າງ​ຂອງ​ການ​ອັດສະຈັນ​ທີ່​ໜ້າ​ງຶດງໍ້​ນີ້​ສະແດງ​ໃຫ້​ເຫັນ​ຫຍັງ? ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຍຊູ​ຄລິດ​ກະສັດ​ຂອງ​ເຮົາ​ມີ​ລິດເດດ​ແລະ​ມີ​ຄວາມ​ປາຖະໜາ​ທີ່​ຈະ​ກຳຈັດ​ຄວາມ​ເຈັບ​ປ່ວຍ​ທຸກ​ຢ່າງ​ໃຫ້​ໝົດ​ໄປ​ຕະຫຼອດ​ການ. ເມື່ອ​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ເລື່ອງ​ທີ່​ພະ​ເຍຊູ​ປະຕິບັດ​ກັບ​ຜູ້​ຄົນ ສິ່ງ​ນີ້​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ໃນ​ໂລກ​ໃໝ່ “ພະອົງ​ຈະ​ອີ່ດູ​ຄົນ​ທຸກ​ຍາກ​ກັບ​ຄົນ​ຈົນ.” (ຄຳເພງ 72:13) ພະ​ເຍຊູ​ຈະ​ປິ່ນປົວ​ທຸກ​ຄົນ​ທີ່​ເຈັບ​ປວດ​ທໍລະມານ ເພາະ​ວ່າ​ພະອົງ​ຕ້ອງການ​ທີ່​ຈະ​ເຮັດ​ແບບ​ນັ້ນ​ແທ້ໆ.

      “ຈົ່ງ​ລຸກ​ຂຶ້ນ! ເອົາ​ຕຽງ​ນອນ​ຂອງ​ເຈົ້າ​ແລະ​ຍ່າງ​ໄປ​ເຖີ້ນ”

      7, 8. ມີ​ຫຍັງ​ເກີດ​ຂຶ້ນ ກ່ອນ​ທີ່​ພະ​ເຍຊູ​ໄດ້​ພົບ​ກັບ​ຊາຍ​ຄົນ​ໜຶ່ງ​ທີ່​ເຈັບ​ປ່ວຍ​ຢູ່​ສະ​ນ້ຳ​ເບເທສະດາ?

      7 ຫຼັງ​ຈາກ​ທີ່​ປິ່ນປົວ​ຄົນ​ຂີ້ທູດ​ໄດ້​ສອງ​ສາມ​ເດືອນ ພະ​ເຍຊູ​ກໍ​ເດີນ​ທາງ​ຈາກ​ແຂວງ​ຄາລິເລ​ໄປ​ແຂວງ​ຢູເດ​ເພື່ອ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ. ຢູ່​ທີ່​ນັ້ນ​ຕ້ອງ​ມີ​ປະຊາຊົນ​ຫຼາຍ​ພັນ​ຄົນ​ທີ່​ໄດ້​ຍິນ​ເລື່ອງ​ທີ່​ພະ​ເຍຊູ​ສອນ ແລະ​ເຂົາ​ເຈົ້າ​ຄົງ​ປະທັບ​ໃຈ​ທີ່​ພະອົງ​ສະແດງ​ຄວາມ​ຮັກ​ຕໍ່​ເຂົາ​ເຈົ້າ. ພະ​ເຍຊູ​ຕ້ອງການ​ແທ້ໆ​ທີ່​ຈະ​ໃຫ້​ການ​ປອບ​ໂຍນ​ຄົນ​ທຸກ​ຍາກ​ແລະ​ຄົນ​ທີ່​ຖືກ​ກົດ​ຂີ່​ຂົ່ມເຫງ ແລະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ຄວາມ​ຫວັງ.—ເອຊາອີ 61:1, 2; ລືກາ 4:18-21

      8 ໃນ​ເດືອນ​ນີຊານ ພະ​ເຍຊູ​ໄດ້​ເດີນ​ທາງ​ໄປ​ເມືອງ​ເຢຣຶຊາເລມ​ເພື່ອ​ສະຫຼອງ​ປັດສະຄາ. ໃນ​ເມືອງ​ເຕັມ​ໄປ​ດ້ວຍ​ຜູ້​ຄົນ​ທີ່​ເດີນ​ທາງ​ມາ​ຮ່ວມ​ເທດ​ສະ​ການ​ເຊິ່ງ​ພິເສດ​ນີ້. ຢູ່​ທາງ​ເໜືອ​ຂອງ​ວິຫານ​ມີ​ສະ​ນ້ຳ​ທີ່​ຊື່​ວ່າ​ເບເທສະດາ ແລະ​ຢູ່​ບ່ອນ​ນັ້ນ​ພະ​ເຍຊູ​ໄດ້​ພົບ​ກັບ​ຊາຍ​ຄົນ​ໜຶ່ງ​ທີ່​ຍ່າງ​ບໍ່​ໄດ້.

      9, 10. (ກ) ເປັນ​ຫຍັງ​ຫຼາຍ​ຄົນ​ຈຶ່ງ​ໄປ​ທີ່​ສະ​ນ້ຳ​ເບເທສະດາ? (ຂ) ພະ​ເຍຊູ​ເຮັດ​ຫຍັງ​ຢູ່​ສະ​ນ້ຳ​ນັ້ນ ແລະ​ເລື່ອງ​ນີ້​ສອນ​ຫຍັງ​ເຮົາ? (ເບິ່ງ​ຮູບ​ທຳອິດ)

      9 ຄົນ​ເຈັບ​ປ່ວຍ​ຈຳນວນ​ຫຼາຍ​ພາ​ກັນ​ໄປ​ສະ​ນ້ຳ​ເບເທສະດາ. ເຂົາ​ເຈົ້າ​ໄປ​ເຮັດ​ຫຍັງ? ເນື່ອງ​ຈາກ​ເຂົາ​ເຈົ້າ​ຄິດ​ວ່າ​ຄົນ​ທີ່​ເຈັບ​ປ່ວຍ​ຈະ​ໄດ້​ຮັບ​ການ​ປິ່ນປົວ​ຢ່າງ​ອັດສະຈັນ​ຖ້າ​ລົງ​ໄປ​ໃນ​ສະ​ນ້ຳ​ຕອນ​ທີ່​ນ້ຳ​ກຳລັງ​ເຟືອດ. ລອງ​ນຶກ​ພາບ​ເບິ່ງ​ວ່າ​ບ່ອນ​ນັ້ນ​ຈະ​ສັບສົນ​ວຸ່ນວາຍ​ຂະໜາດ​ໃດ​ທີ່​ມີ​ຫຼາຍ​ຄົນ​ເຊິ່ງ​ໝົດ​ຫວັງ ກັງວົນ​ໃຈ ແລະ​ຕ້ອງການ​ແທ້ໆ​ທີ່​ຈະ​ໄດ້​ຮັບ​ການ​ປິ່ນປົວ​ໃຫ້​ຫາຍ​ດີ. ພະ​ເຍຊູ​ເປັນ​ມະນຸດ​ສົມບູນ​ແບບ​ແລະ​ແນ່ນອນ​ວ່າ​ພະອົງ​ບໍ່​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ປິ່ນປົວ ແຕ່​ພະອົງ​ໄປ​ບ່ອນ​ນັ້ນ​ເຮັດ​ຫຍັງ? ຄວາມ​ຮັກ​ທີ່​ມີ​ຕໍ່​ຜູ້​ຄົນ​ກະຕຸ້ນ​ພະ​ເຍຊູ​ໃຫ້​ໄປ​ບ່ອນ​ນັ້ນ ແລະ​ຢູ່​ນີ້​ພະອົງ​ໄດ້​ພົບ​ກັບ​ຊາຍ​ຄົນ​ໜຶ່ງ​ທີ່​ເຈັບ​ປ່ວຍ​ມາ​ເປັນ​ເວລາ​ຫຼາຍ​ປີ​ເຊິ່ງ​ດົນ​ກວ່າ​ທີ່​ພະອົງ​ມີ​ຊີວິດ​ຢູ່​ແຜ່ນດິນ​ໂລກ​ດ້ວຍ​ຊ້ຳ.—ອ່ານ ໂຢຮັນ 5:5-9

      ພະ​ເຍຊູ​ຊອກ​ຫາ​ຄົນ​ທີ່​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ

      10 ພະ​ເຍຊູ​ຖາມ​ຊາຍ​ຄົນ​ນີ້​ວ່າ ເຈົ້າ​ຢາກ​ຍ່າງ​ໄດ້​ຄື​ແຕ່​ກ່ອນ​ບໍ. ລອງ​ນຶກ​ພາບ​ເຖິງ​ຄວາມ​ໂສກ​ເສົ້າ​ຂອງ​ຊາຍ​ຄົນ​ນີ້​ເມື່ອ​ລາວ​ບອກ​ພະ​ເຍຊູ​ວ່າ ລາວ​ຢາກ​ຍ່າງ​ໄດ້ ແຕ່​ກໍ​ບໍ່​ສາມາດ​ເຮັດ​ໄດ້​ເພາະ​ບໍ່​ມີ​ໃຜ​ພາ​ລົງ​ໄປ​ໃນ​ສະ​ນ້ຳ. ຈາກ​ນັ້ນ ພະ​ເຍຊູ​ບອກ​ຊາຍ​ຄົນ​ນີ້​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ເປັນ​ໄປ​ບໍ່​ໄດ້. ພະອົງ​ບອກ​ລາວ​ໃຫ້​ເອົາ​ຕຽງ​ນອນ​ແລະ​ຍ່າງ​ໄປ. ດັ່ງ​ນັ້ນ ລາວ​ຈຶ່ງ​ເອົາ​ຕຽງ​ນອນ​ແລະ​ເລີ່ມ​ຕົ້ນ​ຍ່າງ​ໄປ​ທັນທີ! ການ​ອັດສະຈັນ​ນີ້​ເປັນ​ຫຼັກ​ຖານ​ອັນ​ດີ​ເລີດ​ເຖິງ​ສິ່ງ​ທີ່​ພະ​ເຍຊູ​ຈະ​ເຮັດ​ໃນ​ໂລກ​ໃໝ່ ແລະ​ຍັງ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຍຊູ​ຮັກ​ຜູ້​ຄົນ​ຢ່າງ​ແທ້​ຈິງ. ພະອົງ​ຊອກ​ຫາ​ຄົນ​ທີ່​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ. ດັ່ງ​ນັ້ນ ຕົວຢ່າງ​ຂອງ​ພະ​ເຍຊູ​ຄວນ​ກະຕຸ້ນ​ເຮົາ​ໃຫ້​ໄປ​ໃນ​ເຂດ​ປະກາດ​ຕໍ່ໆ​ໄປ​ແລະ​ຊອກ​ຫາ​ຄົນ​ທີ່​ໝົດ​ຫວັງ​ເນື່ອງ​ຈາກ​ບັນຫາ​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ໂລກ​ນີ້.

      “ໃຜ​ໄດ້​ບາຍ​ເສື້ອ​ຂອງ​ເຮົາ?”

      11. ໃນ​ມາລະໂກ 5:25-34 ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະ​ເຍຊູ​ມີ​ຄວາມ​ຮັກ​ຕໍ່​ຄົນ​ທີ່​ເຈັບ​ປ່ວຍ?

      11 ອ່ານ ມາລະໂກ 5:25-34. ເປັນ​ເວລາ 12 ປີ​ທີ່​ຜູ້​ຍິງ​ຄົນ​ໜຶ່ງ​ທົນ​ທຸກ​ທໍລະມານ​ຍ້ອນ​ພະຍາດ​ທີ່​ເປັນ​ຕາ​ໜ້າ​ອາຍ. ຄວາມ​ເຈັບ​ປ່ວຍ​ນັ້ນ​ກະທົບ​ໃສ່​ທຸກ​ແງ່​ມຸມ​ໃນ​ຊີວິດ​ຂອງ​ລາວ ເຊິ່ງ​ລວມ​ເຖິງ​ເລື່ອງ​ການ​ນະມັດສະການ​ນຳ​ອີກ. ລາວ​ໄປ​ຫາ​ທ່ານ​ໝໍ​ຫຼາຍ​ຄົນ​ແລະ​ໃຊ້​ຈ່າຍ​ເງິນ​ທັງ​ໝົດ​ທີ່​ມີ​ເພື່ອ​ພະຍາຍາມ​ຊອກ​ຫາ​ການ​ປິ່ນປົວ ແຕ່​ລາວ​ພັດ​ເປັນ​ໜັກ​ກວ່າ​ເກົ່າ. ໃນ​ມື້​ໜຶ່ງ ເພື່ອ​ທີ່​ຈະ​ເຊົາ​ເປັນ​ປົກກະຕິ ຜູ້​ຍິງ​ຄົນ​ນີ້​ຈຶ່ງ​ວາງ​ແຜນ​ແບບ​ໃໝ່​ໃນ​ການ​ປິ່ນປົວ ໂດຍ​ໄດ້​ຍ່າງ​ຜ່າ​ຝູງ​ຄົນ​ໄປ​ຈັບ​ເຄື່ອງ​ນຸ່ງ​ຂອງ​ພະ​ເຍຊູ. (ພວກເລວີ 15:19, 25) ເມື່ອ​ພະ​ເຍຊູ​ຮູ້ສຶກ​ວ່າ​ລິດເດດ​ໄດ້​ອອກ​ໄປ​ຈາກ​ຕົວ​ຂອງ​ພະອົງ ພະອົງ​ຈຶ່ງ​ຖາມ​ວ່າ​ໃຜ​ໄດ້​ບາຍ​ເຮົາ. ເນື່ອງ​ຈາກ “ຢ້ານ​ຈົນ​ຕົວ​ສັ່ນ” ຜູ້​ຍິງ​ຄົນ​ນັ້ນ​ຈຶ່ງ “ນົບ​ນ້ອມ​ຕົວ​ລົງ​ຕໍ່​ໜ້າ​ພະອົງ​ແລະ​ໄດ້​ແຈ້ງ​ຄວາມ​ຈິງ​ທຸກ​ຂໍ້​ໃຫ້​ພະອົງ​ຟັງ.” ພະ​ເຍຊູ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ປິ່ນປົວ​ຜູ້​ຍິງ​ຄົນ​ນີ້ ດັ່ງ​ນັ້ນ ພະອົງ​ຈຶ່ງ​ເວົ້າ​ຢ່າງ​ກະລຸນາ​ວ່າ: “ລູກ​ຍິງ​ເອີຍ ຄວາມ​ເຊື່ອ​ຂອງ​ເຈົ້າ​ໄດ້​ກະທຳ​ໃຫ້​ເຈົ້າ​ດີ​ແລ້ວ. ຈົ່ງ​ໄປ​ດ້ວຍ​ຄວາມ​ສຸກ​ສຳລານ​ແລະ​ໃຫ້​ເຈົ້າ​ດີ​ພະຍາດ​ເຖີ້ນ.”

      ພະ​ເຍຊູ​ເວົ້າ​ຢ່າງ​ກະລຸນາ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ທົນ​ທຸກ​ທໍລະມານ​ຍ້ອນ​ຄວາມ​ເຈັບ​ປ່ວຍ​ເປັນ​ເວລາ 12 ປີ

      ການ​ອັດສະຈັນ​ທີ່​ພະ​ເຍຊູ​ເຮັດ​ພິສູດ​ໃຫ້​ເຫັນ​ວ່າ​ພະອົງ​ສົນ​ໃຈ​ແທ້ໆ​ໃນ​ຕົວ​ເຮົາ​ແລະ​ບັນຫາ​ຕ່າງໆ​ທີ່​ເຮົາ​ປະສົບ (ເບິ່ງ​ຂໍ້ 11, 12)

      12. (ກ) ຈາກ​ສິ່ງ​ທີ່​ເຮົາ​ໄດ້​ຮຽນ ເຈົ້າ​ຈະ​ພັນລະນາ​ວ່າ​ພະ​ເຍຊູ​ເປັນ​ຄົນ​ແນວ​ໃດ? (ຂ) ພະ​ເຍຊູ​ໄດ້​ວາງ​ຕົວຢ່າງ​ແນວ​ໃດ​ສຳລັບ​ເຮົາ?

      12 ຈັ່ງ​ແມ່ນ​ຮູ້ສຶກ​ອົບອຸ່ນ​ໃຈ​ແທ້ໆ​ທີ່​ເຫັນ​ວ່າ​ພະ​ເຍຊູ​ມີ​ຄວາມ​ຮັກ​ຕໍ່​ຜູ້​ຄົນ ໂດຍ​ສະເພາະ​ຕໍ່​ກັບ​ຄົນ​ທີ່​ເຈັບ​ປ່ວຍ. ພະ​ເຍຊູ​ແຕກຕ່າງ​ຫຼາຍ​ຈາກ​ຊາຕານ ເຊິ່ງ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ເຊື່ອ​ວ່າ​ເຮົາ​ເປັນ​ຄົນ​ທີ່​ບໍ່​ມີ​ຄ່າ​ແລະ​ບໍ່​ມີ​ໃຜ​ຮັກ. ພະ​ເຍຊູ​ເຮັດ​ການ​ອັດສະຈັນ​ກໍ​ເພື່ອ​ພິສູດ​ວ່າ​ພະອົງ​ສົນ​ໃຈ​ເຮົາ​ແທ້ໆ​ແລະ​ບັນຫາ​ຕ່າງໆ​ທີ່​ເຮົາ​ປະສົບ. ເຮົາ​ສາມາດ​ສະແດງ​ຄວາມ​ຂອບໃຈ​ທີ່​ມີ​ກະສັດ​ແລະ​ປະໂລຫິດ​ໃຫຍ່​ແບບ​ນີ້​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ. (ເຫບເລີ 4:15) ອາດ​ເປັນ​ເລື່ອງ​ຍາກ​ທີ່​ເຮົາ​ຈະ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ບາງ​ຄົນ​ທີ່​ເຈັບ​ປ່ວຍ​ເປັນ​ເວລາ​ດົນ​ນານ ໂດຍ​ສະເພາະ​ຖ້າ​ເຮົາ​ບໍ່​ເຄີຍ​ເຈັບ​ປ່ວຍ. ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ພະ​ເຍຊູ ພະອົງ​ມີ​ຄວາມ​ອີ່ຕົນ​ສົງສານ​ຄົນ​ທີ່​ເຈັບ​ປ່ວຍ​ເຖິງ​ແມ່ນ​ວ່າ​ພະອົງ​ບໍ່​ເຄີຍ​ເຈັບ​ປ່ວຍ​ກໍ​ຕາມ.—1 ເປໂຕ 3:8

      “ພະ​ເຍຊູ​ໄດ້​ຮ້ອງໄຫ້​ນ້ຳ​ຕາ​ໄຫຼ​ອອກ”

      13. ການ​ທີ່​ລາຊະໂລ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ສະແດງ​ໃຫ້​ເຫັນ​ຫຍັງ​ກ່ຽວ​ກັບ​ພະ​ເຍຊູ?

      13 ຄວາມ​ໂສກ​ເສົ້າ​ຂອງ​ຄົນ​ອື່ນ​ກະທົບ​ໃສ່​ຄວາມ​ຮູ້ສຶກ​ສ່ວນ​ເລິກ​ຂອງ​ພະ​ເຍຊູ. ຕົວຢ່າງ​ເຊັ່ນ: ເມື່ອ​ລາຊະໂລ​ສ່ຽວ​ຂອງ​ພະ​ເຍຊູ​ເສຍ​ຊີວິດ ພະ​ເຍຊູ​ເຫັນ​ໝູ່​ເພື່ອນ​ແລະ​ຄອບຄົວ​ຂອງ​ລາວ​ໂສກ​ເສົ້າ ດັ່ງ​ນັ້ນ​ພະອົງ “ໄດ້​ສັ່ນ​ໃນ​ຈິດວິນຍານ [ສະເທືອນ​ໃຈ, ລ.ມ.]” ແລະ “ວຸ່ນວາຍ​ໄປ [ເປັນ​ທຸກ, ລ.ມ.].” (ອ່ານ ໂຢຮັນ 11:33-36) ເຖິງ​ແມ່ນ​ພະ​ເຍຊູ​ຮູ້​ວ່າ​ພະອົງ​ຈະ​ປຸກ​ລາຊະໂລ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ ແຕ່​ພະອົງ​ກໍ​ຍັງ​ຮ້ອງໄຫ້​ເສຍໃຈ. ພະ​ເຍຊູ​ບໍ່​ໄດ້​ຢ້ານ​ທີ່​ຄົນ​ອື່ນ​ຈະ​ເຫັນ​ຄວາມ​ຮູ້ສຶກ​ຂອງ​ພະອົງ. ພະ​ເຍຊູ​ຮັກ​ລາຊະໂລ​ແລະ​ຄອບຄົວ​ຂອງ​ລາວ​ຫຼາຍ​ຈົນ​ໄດ້​ໃຊ້​ລິດເດດ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ລາຊະໂລ​ກັບ​ມາ​ມີ​ຊີວິດ​ອີກ!—ໂຢຮັນ 11:43, 44

      14, 15. (ກ) ສິ່ງ​ໃດ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຢາກ​ກຳຈັດ​ຄວາມ​ທຸກ​ທໍລະມານ​ຂອງ​ມະນຸດ​ໃຫ້​ໝົດ​ໄປ? (ຂ) ເຮົາ​ຮຽນ​ຫຍັງ​ຈາກ​ຄຳ​ເວົ້າ​ຂອງ​ພະ​ເຍຊູ​ທີ່​ກ່າວ​ວ່າ “ອຸ​ໂມງ​ລະນຶກ”?

      14 ຄຳພີ​ໄບເບິນ​ພັນລະນາ​ເຖິງ​ພະ​ເຍຊູ​ວ່າ​ຄື​ກັນ​ແທ້ໆ​ກັບ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ. (ເຫບເລີ 1:3) ດັ່ງ​ນັ້ນ ການ​ອັດສະຈັນ​ທີ່​ພະ​ເຍຊູ​ເຮັດ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ກໍ​ຕ້ອງການ​ທີ່​ຈະ​ກຳຈັດ​ຄວາມ​ເຈັບ​ປ່ວຍ ຄວາມ​ເຈັບ​ປວດ ແລະ​ຄວາມ​ຕາຍ​ໃຫ້​ໝົດ​ໄປ. ອີກ​ບໍ່​ດົນ ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຈະ​ເຮັດ​ໃຫ້​ອີກ​ຫຼາຍ​ຄົນ​ກັບ​ມາ​ມີ​ຊີວິດ​ອີກ. ພະ​ເຍຊູ​ເວົ້າ​ວ່າ: “ຄາວ​ມາ​ໃກ້​ແລ້ວ​ເວລາ​ຄົນ​ທັງ​ປວງ​ທີ່​ຢູ່​ໃນ​ບ່ອນ​ຝັງ​ສົບ” ຈະ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ.—ໂຢຮັນ 5:28, 29

      15 ພະ​ເຍຊູ​ໃຊ້​ຄຳ​ວ່າ “ບ່ອນ​ຝັງ​ສົບ” ຫຼື “ອຸ​ໂມງ​ລະນຶກ” ເຊິ່ງ​ການ​ໃຊ້​ຄຳ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ຄວາມ​ຊົງ​ຈຳ​ຂອງ​ພະ​ເຢໂຫວາ​ກ່ຽວ​ຂ້ອງ​ຢູ່​ນຳ. ພະເຈົ້າ​ຜູ້​ມີ​ລິດເດດ​ຍິ່ງໃຫຍ່ ເຊິ່ງ​ເປັນ​ຜູ້​ສ້າງ​ເອກະພົບ​ທັງ​ໝົດ​ສາມາດ​ຈື່​ລາຍ​ລະອຽດ​ທຸກ​ຢ່າງ​ແລະ​ລວມ​ເຖິງ​ນິດໄສ​ໃຈ​ຄໍ​ຂອງ​ຄົນ​ທີ່​ເຮົາ​ຮັກ​ເຊິ່ງ​ເສຍ​ຊີວິດ​ໄປ​ແລ້ວ. (ເອຊາອີ 40:26) ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ສາມາດ​ຈື່​ລາຍ​ລະອຽດ​ເຫຼົ່າ​ນີ້​ໄດ້​ເທົ່າ​ນັ້ນ ແຕ່​ພະອົງ​ຕ້ອງການ​ທີ່​ຈະ​ຈື່​ລາຍ​ລະອຽດ​ເຫຼົ່າ​ນີ້. ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ທີ່​ກ່າວ​ເຖິງ​ໃນ​ຄຳພີ​ໄບເບິນ​ເປັນ​ຕົວຢ່າງ​ທີ່​ດີ​ເລີດ​ຂອງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ໂລກ​ໃໝ່.

      ສິ່ງ​ທີ່​ເຮົາ​ຮຽນ​ຈາກ​ການ​ອັດສະຈັນ​ທີ່​ພະ​ເຍຊູ​ເຮັດ

      16. ຜູ້​ຮັບໃຊ້​ຫຼາຍ​ຄົນ​ຂອງ​ພະ​ເຢໂຫວາ​ຈະ​ມີ​ໂອກາດ​ຫຍັງ?

      16 ຖ້າ​ເຮົາ​ຮັກສາ​ຄວາມ​ເຊື່ອ​ຕໍ່ໆ​ໄປ ເຮົາ​ກໍ​ອາດ​ມີ​ໂອກາດ​ທີ່​ຈະ​ໄດ້​ເຫັນ​ການ​ອັດສະຈັນ​ຢ່າງ​ໜຶ່ງ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ເຊິ່ງ​ບໍ່​ເຄີຍ​ເກີດ​ຂຶ້ນ​ມາ​ກ່ອນ ນັ້ນ​ຄື​ການ​ລອດ​ຜ່ານ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່! ບໍ່​ດົນ​ຫຼັງ​ຈາກ​ສົງຄາມ​ອະລະມະເຄໂດນ ເຮົາ​ຈະ​ໄດ້​ເຫັນ​ການ​ອັດສະຈັນ​ຫຼາຍ​ຢ່າງ​ຕື່ມ​ອີກ. ໃນ​ຕອນ​ນັ້ນ ມະນຸດ​ທຸກ​ຄົນ​ຈະ​ມີ​ສຸຂະພາບ​ແຂງແຮງ​ສົມບູນ. (ເອຊາອີ 33:24; 35:5, 6; ຄຳປາກົດ 21:4) ລອງ​ນຶກ​ພາບ​ເບິ່ງ ເຮົາ​ຈະ​ເຫັນ​ຄົນ​ຖິ້ມ​ແວ່ນຕາ ໄມ້​ຄ້ອນ​ເທົ້າ ໄມ້​ຄ້ຳ ລໍ້​ຍູ້ ແລະ​ເຄື່ອງ​ຊ່ວຍ​ຟັງ. ພະ​ເຢໂຫວາ​ຮູ້​ວ່າ​ທຸກ​ຄົນ​ທີ່​ລອດ​ຜ່ານ​ສົງຄາມ​ອະລະມະເຄໂດນ​ຈະ​ຕ້ອງ​ແຂງແຮງ​ແລະ​ມີ​ສຸຂະພາບ​ດີ ຍ້ອນ​ວ່າ​ເຂົາ​ເຈົ້າ​ຈະ​ມີ​ວຽກ​ຫຼາຍ​ຢ່າງ​ທີ່​ຕ້ອງ​ເຮັດ. ເຂົາ​ເຈົ້າ​ຈະ​ເປັນ​ຜູ້​ທີ່​ເຮັດ​ໃຫ້​ໂລກ​ນີ້​ກັບ​ຄືນ​ສູ່​ຄວາມ​ສວຍ​ງາມ ໃຫ້​ກາຍ​ເປັນ​ອຸທິຍານ​ທົ່ວ​ແຜ່ນດິນ​ໂລກ.—ຄຳເພງ 115:16

      17, 18. (ກ) ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ເຮັດ​ການ​ອັດສະຈັນ? (ຂ) ເປັນ​ຫຍັງ​ເຮົາ​ຄວນ​ເຮັດ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ຮຽກ​ຮ້ອງ​ເພື່ອ​ຈະ​ມີ​ຄຸນສົມບັດ​ໄດ້​ຢູ່​ໃນ​ໂລກ​ໃໝ່?

      17 ໃນ​ທຸກ​ມື້​ນີ້ “ຝູງ​ຄົນ​ເປັນ​ອັນ​ມາກ” ໄດ້​ຮັບ​ກຳລັງ​ໃຈ​ເມື່ອ​ອ່ານ​ກ່ຽວ​ກັບ​ເລື່ອງ​ທີ່​ພະ​ເຍຊູ​ໄດ້​ປິ່ນປົວ​ຄົນ​ເຈັບ​ປ່ວຍ. (ຄຳປາກົດ 7:9) ການ​ອັດສະຈັນ​ເຫຼົ່າ​ນີ້​ເສີມ​ຄວາມ​ຫວັງ​ອັນ​ດີ​ເລີດ​ຂອງ​ເຮົາ​ໃນ​ເລື່ອງ​ທີ່​ວ່າ​ຈະ​ໄດ້​ຮັບ​ການ​ປິ່ນປົວ​ແທ້ໆ​ໃນ​ໂລກ​ໃໝ່. ການ​ອັດສະຈັນ​ເຫຼົ່າ​ນີ້​ຍັງ​ສະແດງ​ໃຫ້​ເຫັນ​ວ່າ​ລູກ​ຊາຍ​ກົກ​ຂອງ​ພະເຈົ້າ​ຮັກ​ມະນຸດ​ຫຼາຍ​ສ່ຳ​ໃດ. (ໂຢຮັນ 10:11; 15:12, 13) ຄວາມ​ອີ່ຕົນ​ສົງສານ​ອັນ​ຍິ່ງໃຫຍ່​ຂອງ​ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ມີ​ຄວາມ​ຮັກ​ຢ່າງ​ແທ້​ຈິງ​ຕໍ່​ຜູ້​ຮັບໃຊ້​ຂອງ​ພະອົງ​ແຕ່​ລະ​ຄົນ.—ໂຢຮັນ 5:19

      18 ໂລກ​ຂອງ​ເຮົາ​ໃນ​ທຸກ​ມື້​ນີ້​ເຕັມ​ໄປ​ດ້ວຍ​ຄວາມ​ເຈັບ​ປວດ ຄວາມ​ທຸກ​ລຳບາກ ແລະ​ຄວາມ​ຕາຍ. (ໂລມ 8:22) ຍ້ອນ​ແນວ​ນັ້ນ​ເຮົາ​ຈຶ່ງ​ຕ້ອງການ​ໂລກ​ໃໝ່​ຂອງ​ພະ​ເຢໂຫວາ. ຢູ່​ທີ່​ນັ້ນ​ມະນຸດ​ທຸກ​ຄົນ​ຈະ​ມີ​ສຸຂະພາບ​ທີ່​ແຂງແຮງ​ສົມບູນ​ຕາມ​ທີ່​ພະ​ເຢໂຫວາ​ສັນຍາ​ໄວ້. ມາລາກີ 4:2 ໃຫ້​ຄວາມ​ຫວັງ​ທີ່​ວ່າ​ພວກ​ເຮົາ​ຈະ ‘ໂດດ​ເຕັ້ນ​ອອກ​ໄປ’ ດ້ວຍ​ຄວາມ​ສຸກ​ແລະ​ຄວາມ​ຕື່ນ​ເຕັ້ນ​ຍິນດີ ເພາະ​ເຮົາ​ໄດ້​ຮັບ​ການ​ປິ່ນປົວ​ແລະ​ຫຼຸດ​ພົ້ນ​ຈາກ​ຄວາມ​ບໍ່​ສົມບູນ​ແບບ. ຂໍ​ໃຫ້​ເຮົາ​ສະແດງ​ຄວາມ​ຮູ້​ຄຸນຄ່າ​ຕໍ່​ພະ​ເຢໂຫວາ​ແລະ​ມີ​ຄວາມ​ເຊື່ອ​ໃນ​ຄຳ​ສັນຍາ​ຕ່າງໆ​ຂອງ​ພະອົງ ເພາະ​ສິ່ງ​ເຫຼົ່າ​ນີ້​ຈະ​ກະຕຸ້ນ​ເຮົາ​ໃຫ້​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ພະ​ເຢໂຫວາ​ຮຽກ​ຮ້ອງ​ເພື່ອ​ເຮົາ​ຈະ​ມີ​ຄຸນສົມບັດ​ໄດ້​ຢູ່​ໃນ​ໂລກ​ໃໝ່. ເຮົາ​ໄດ້​ກຳລັງ​ໃຈ​ແທ້ໆ​ທີ່​ຮູ້​ວ່າ​ການ​ອັດສະຈັນ​ຕ່າງໆ​ທີ່​ພະ​ເຍຊູ​ເຮັດ​ເປັນ​ສິ່ງ​ທີ່​ສະແດງ​ໃຫ້​ເຫັນ​ການ​ຊ່ວຍ​ໃຫ້​ພົ້ນ​ຢ່າງ​ຖາວອນ​ເຊິ່ງ​ອີກ​ບໍ່​ດົນ​ມະນຸດ​ຈະ​ຊື່ນຊົມ​ຍິນດີ​ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະອົງ!

  • ເຮົາ​ສາມາດ​ເປັນ​ຄົນ​ບໍລິສຸດ​ໄດ້
    ຫໍສັງເກດການ—2015 | 15 ມິຖຸນາ
    • ຜົວ​ເມຍ​ສອງ​ຄູ່​ກຳລັງ​ກິນ​ເຂົ້າ​ຢູ່​ຮ້ານ​ອາຫານ

      ເຮົາ​ສາມາດ​ເປັນ​ຄົນ​ບໍລິສຸດ​ໄດ້

      “ຈົ່ງ​ຊຳຮະ​ລ້າງ​ມື​ແຫ່ງ​ຕົນ ແລະ . . . ຈົ່ງ​ຊຳຮະ​ໃຈ​ໃຫ້​ເປັນ​ບໍລິສຸດ.”—ຢາໂກໂບ 4:8

      ຂໍ້​ພະ​ຄຳພີ​ຕໍ່​ໄປ​ນີ້​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເປັນ​ຄົນ​ບໍລິສຸດ?

      • ຢາໂກໂບ 1:14, 15

      • ຢາໂກໂບ 4:8

      • ຢາໂກໂບ 5:13-15

      1. ຫຼາຍ​ຄົນ​ຄິດ​ວ່າ​ສິ່ງ​ໃດ​ເປັນ​ເລື່ອງ​ທຳມະດາ?

      ເຮົາ​ມີ​ຊີວິດ​ຢູ່​ໃນ​ໂລກ​ທີ່​ສິນລະທຳ​ເສື່ອມຊາມ​ຫຼາຍ. ຕົວຢ່າງ​ເຊັ່ນ: ຫຼາຍ​ຄົນ​ຄິດ​ວ່າ​ເປັນ​ເລື່ອງ​ທຳມະດາ​ທີ່​ຈະ​ເປັນ​ຄົນ​ຮັກ​ຮ່ວມ​ເພດ ຫຼື​ມີ​ເພດ​ສຳພັນ​ກັບ​ຄົນ​ທີ່​ບໍ່​ແມ່ນ​ຜົວ​ບໍ່​ແມ່ນ​ເມຍ​ຂອງ​ເຂົາ​ເຈົ້າ. ໃນ​ທຸກ​ມື້​ນີ້ ໜັງ ປຶ້ມ​ເລື່ອງ ເພງ ແລະ​ການ​ໂຄສະນາ​ຕ່າງໆ​ເຕັມ​ໄປ​ດ້ວຍ​ການ​ເຮັດ​ຜິດ​ສິນລະທຳ. (ຄຳເພງ 12:8) ແຕ່​ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຮົາ​ໃຫ້​ໃຊ້​ຊີວິດ​ໃນ​ແນວ​ທາງ​ທີ່​ພະອົງ​ພໍ​ໃຈ. ເຮົາ​ສາມາດ​ເປັນ​ຄົນ​ບໍລິສຸດ​ຫຼື​ຄົນ​ທີ່​ສະອາດ​ໄດ້​ໃນ​ໂລກ​ທີ່​ສິນລະທຳ​ເສື່ອມຊາມ​ຫຼາຍ.—ອ່ານ 1 ເທຊະໂລນີກ 4:3-5

      2, 3. (ກ) ເປັນ​ຫຍັງ​ເຮົາ​ຕ້ອງ​ກຳຈັດ​ຄວາມ​ປາຖະໜາ​ທີ່​ຜິດໆ? (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

      2 ເພື່ອ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ເຮົາ​ຕ້ອງ​ປະຕິເສດ​ທຸກ​ສິ່ງ​ທີ່​ພະອົງ​ກຽດ​ຊັງ. ແຕ່​ເນື່ອງ​ຈາກ​ວ່າ​ເຮົາ​ບໍ່​ສົມບູນ​ແບບ ເຮົາ​ອາດ​ຖືກ​ລໍ້​ໃຈ​ດ້ວຍ​ສິ່ງ​ທີ່​ຜິດ​ສິນລະທຳ ຄື​ກັບ​ປາ​ທີ່​ຖືກ​ລໍ້​ໃຈ​ດ້ວຍ​ເຫຍື່ອ. ຖ້າ​ເຮົາ​ເລີ່ມ​ມີ​ຄວາມ​ຄິດ​ທີ່​ບໍ່​ດີ ເຮົາ​ຕ້ອງ​ຟ້າວ​ກຳຈັດ​ມັນ​ທັນທີ. ຖ້າ​ຫາກ​ບໍ່​ເຮັດ​ແນວ​ນັ້ນ ຄວາມ​ປາຖະໜາ​ທີ່​ຜິດໆ​ກໍ​ຈະ​ຮຸນແຮງ​ຂຶ້ນ​ແລະ​ເມື່ອ​ມີ​ໂອກາດ​ທີ່​ຈະ​ເຮັດ​ຜິດ ເຮົາ​ອາດ​ຈະ​ລົງ​ມື​ເຮັດ​ໂລດ. ນັ້ນ​ເປັນ​ຄື​ກັບ​ສິ່ງ​ທີ່​ຄຳພີ​ໄບເບິນ​ເວົ້າ​ທີ່​ວ່າ: “ເມື່ອ​ໄດ້​ປະຕິສົນທິ​ແລ້ວ ຄວາມ​ຄຶດ​ຢາກ​ໄດ້​ນັ້ນ​ບັງເກີດ​ການ​ຜິດ.”—ອ່ານ ຢາໂກໂບ 1:14, 15

      3 ຄວາມ​ປາຖະໜາ​ທີ່​ຜິດໆ​ສາມາດ​ເຕີບ​ໃຫຍ່​ຂຶ້ນ​ໃນ​ຫົວໃຈ​ຂອງ​ເຮົາ. ຍ້ອນ​ແນວ​ນັ້ນ​ເຮົາ​ຄວນ​ລະ​ມັດ​ລະວັງ​ເປັນ​ພິເສດ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ເລີ່ມ​ຕົ້ນ​ມີ​ຄວາມ​ປາຖະໜາ. ຖ້າ​ເຮົາ​ກຳຈັດ​ຄວາມ​ປາຖະໜາ​ທີ່​ຜິດໆ ເຮົາ​ກໍ​ຈະ​ຫຼີກ​ລ່ຽງ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ແລະ​ຜົນ​ໄດ້​ຮັບ​ທີ່​ບໍ່​ດີ​ຈາກ​ການ​ກະທຳ​ນັ້ນ. (ຄາລາຊີ 5:16) ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ສາມ​ສິ່ງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ຕໍ່​ສູ້​ກັບ​ຄວາມ​ປາຖະໜາ​ທີ່​ຜິດໆ ນັ້ນ​ຄື ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ ແລະ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄລິດສະຕຽນ​ທີ່​ອາວຸໂສ.

      “ຈົ່ງ​ຫຍັບ​ເຂົ້າ​ມາ​ໃກ້​ພະເຈົ້າ”

      4. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຈະ​ຫຍັບ​ເຂົ້າ​ໃກ້​ພະ​ເຢໂຫວາ?

      4 ຄຳພີ​ໄບເບິນ​ບອກ​ຜູ້​ທີ່​ຕ້ອງການ “ຫຍັບ​ເຂົ້າ​ມາ​ໃກ້​ພະເຈົ້າ” ວ່າ: “ຈົ່ງ​ຊຳຮະ​ລ້າງ​ມື​ແຫ່ງ​ຕົນ” ແລະ “ຈົ່ງ​ຊຳຮະ​ໃຈ​ໃຫ້​ເປັນ​ບໍລິສຸດ.” (ຢາໂກໂບ 4:8) ເມື່ອ​ພະ​ເຢໂຫວາ​ເປັນ​ໝູ່​ທີ່​ດີ​ທີ່​ສຸດ​ຂອງ​ເຮົາ ເຮົາ​ຢາກ​ເຮັດ​ໃຫ້​ທັງ​ການ​ກະທຳ​ແລະ​ຄວາມ​ຄິດ​ຂອງ​ເຮົາ​ເຮັດ​ໃຫ້​ພະອົງ​ພໍ​ໃຈ. ຖ້າ​ຄວາມ​ຄິດ​ຂອງ​ເຮົາ​ບໍລິສຸດ​ແລະ​ສະອາດ ຫົວໃຈ​ຂອງ​ເຮົາ​ກໍ​ຈະ​ສະອາດ​ເຊັ່ນ​ກັນ. (ຄຳເພງ 24:3, 4; 51:6; ຟີລິບ 4:8) ພະ​ເຢໂຫວາ​ເຂົ້າ​ໃຈ​ວ່າ​ເຮົາ​ເປັນ​ຄົນ​ບໍ່​ສົມບູນ​ແບບ​ແລະ​ເຮົາ​ອາດ​ເລີ່ມ​ຕົ້ນ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ບໍ່​ດີ. ເນື່ອງ​ຈາກ​ບໍ່​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ເສຍໃຈ ເຮົາ​ຕ້ອງ​ເຮັດ​ທຸກ​ສິ່ງ​ທີ່​ສາມາດ​ເຮັດ​ໄດ້​ເພື່ອ​ກຳຈັດ​ຄວາມ​ຄິດ​ທີ່​ບໍ່​ດີ​ນັ້ນ​ອອກ​ໄປ. (ຕົ້ນເດີມ 6:5, 6) ເຮົາ​ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ສາມາດ​ເຮັດ​ໄດ້​ເພື່ອ​ຮັກສາ​ຄວາມ​ຄິດ​ຂອງ​ເຮົາ​ໃຫ້​ບໍລິສຸດ​ສະອາດ.

      5, 6. ການ​ອະທິດຖານ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຕໍ່​ສູ້​ກັບ​ຄວາມ​ປາຖະໜາ​ທີ່​ບໍ່​ດີ

      5 ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ຕໍ່​ສູ້​ກັບ​ຄວາມ​ຄິດ​ທີ່​ບໍ່​ດີ​ເມື່ອ​ເຮົາ​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະອົງ​ຕໍ່ໆ​ໄປ. ພະອົງ​ໃຫ້​ພະລັງ​ບໍລິສຸດ​ແກ່​ເຮົາ​ເພື່ອ​ເຮົາ​ຈະ​ມີ​ກຳລັງ​ທີ່​ຈະ​ຮັກສາ​ຕົວ​ໃຫ້​ເປັນ​ຄົນ​ບໍລິສຸດ. ໃນ​ຄຳ​ອະທິດຖານ ເຮົາ​ສາມາດ​ບອກ​ພະ​ເຢໂຫວາ​ວ່າ​ເຮົາ​ຕ້ອງການ​ໃຫ້​ຄວາມ​ຄິດ​ຂອງ​ເຮົາ​ເຮັດ​ໃຫ້​ພະອົງ​ພໍ​ໃຈ. (ຄຳເພງ 19:14) ເຮົາ​ຂໍ​ພະ​ເຢໂຫວາ​ດ້ວຍ​ຄວາມ​ຖ່ອມ​ໃຈ​ເພື່ອ​ໃຫ້​ພະອົງ​ກວດ​ເບິ່ງ​ວ່າ​ມີ​ຄວາມ​ປາຖະໜາ​ໃດໆ​ທີ່​ເປັນ​ອັນຕະລາຍ​ໃນ​ຫົວໃຈ​ຂອງ​ເຮົາ​ຫຼື​ບໍ່ ເຊິ່ງ​ອາດ​ພາ​ໃຫ້​ເຮົາ​ເຮັດ​ຜິດ​ໄດ້. (ຄຳເພງ 139:23, 24) ອະທິດຖານ​ຂໍ​ກັບ​ພະ​ເຢໂຫວາ​ຕໍ່ໆ​ໄປ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ປະຕິເສດ​ສິ່ງ​ທີ່​ບໍ່​ດີ​ແລະ​ພະຍາຍາມ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເຖິງ​ວ່າ​ຈະ​ບໍ່​ງ່າຍ​ກໍ​ຕາມ.—ມັດທາຍ 6:13

      6 ກ່ອນ​ມາ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ ເຮົາ​ອາດ​ມັກ​ເຮັດ​ສິ່ງ​ທີ່​ພະອົງ​ບໍ່​ຍອມ​ຮັບ ແລະ​ເຮົາ​ອາດ​ກຳລັງ​ຕໍ່​ສູ້​ກັບ​ຄວາມ​ປາຖະໜາ​ທີ່​ຜິດໆ​ເຫຼົ່າ​ນັ້ນ. ແຕ່​ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຮົາ​ໃຫ້​ປ່ຽນ​ແປງ​ແລະ​ເຮັດ​ໃນ​ສິ່ງ​ທີ່​ພະອົງ​ພໍ​ໃຈ. ຕົວຢ່າງ​ເຊັ່ນ: ຫຼັງ​ຈາກ​ທີ່​ກະສັດ​ດາວິດ​ໄດ້​ເຮັດ​ຜິດ​ປະເວນີ​ກັບ​ນາງ​ບາດເຊບາ ດາວິດ​ໄດ້​ສຳນຶກ​ຜິດ​ແລະ​ອະທິດຖານ​ຂໍ​ກັບ​ພະ​ເຢໂຫວາ​ທີ່​ຈະ​ໃຫ້​ລາວ​ມີ “ໃຈ​ບໍລິສຸດ” ແລະ​ຊ່ວຍ​ລາວ​ໃຫ້​ມີ​ໃຈ​ທີ່​ເຊື່ອ​ຟັງ. (ຄຳເພງ 51:10, 12) ດັ່ງ​ນັ້ນ ຖ້າ​ໃນ​ອະດີດ​ເຮົາ​ເຄີຍ​ມີ​ຄວາມ​ປາຖະໜາ​ທີ່​ຮຸນແຮງ​ໃນ​ເລື່ອງ​ການ​ເຮັດ​ສິ່ງ​ທີ່​ບໍ່​ດີ​ແລະ​ຍັງ​ຕໍ່​ສູ້​ກັບ​ຄວາມ​ປາຖະໜາ​ນັ້ນ​ຢູ່ ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ປາຖະໜາ​ຫຼາຍ​ຂຶ້ນ​ທີ່​ຈະ​ເຊື່ອ​ຟັງ​ພະອົງ​ແລະ​ພະຍາຍາມ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຮົາ​ໃຫ້​ຄວບຄຸມ​ຄວາມ​ຄິດ​ທີ່​ບໍ່​ດີ​ໄດ້.—ຄຳເພງ 119:133

      1. 1. ຄລິດສະຕຽນ​ສອງ​ຄົນ​ທີ່​ເປັນ​ເພດ​ກົງ​ກັນ​ຂ້າມ​ກັນ ກຳລັງ​ລົມ​ກັນ; 2. ຄລິດສະຕຽນ​ສອງ​ຄົນ​ສົ່ງ​ຂໍ້​ຄວາມ​ຫາ​ກັນ​ໃນ​ຂະນະ​ທີ່​ຜົວ​ແລະ​ເມຍ​ຂອງ​ເຂົາ​ເຈົ້າ​ຢືນ​ຢູ່​ໃກ້ໆ; 3. ໃນ​ຂະນະ​ທີ່​ພີ່​ນ້ອງ​ຊາຍ​ຄລິດສະຕຽນ​ອ່ານ​ຄຳພີ​ໄບເບິນ ລາວ​ສຳນຶກ​ວ່າ​ຈຳເປັນ​ຕ້ອງ​ຖອນ​ຮາກ​ຖອນ​ເຫງົ້າ​ຄວາມ​ປາຖະໜາ​ທີ່​ບໍ່​ສະອາດ​ໃຫ້​ໝົດ​ໄປ

      ຖ້າ​ມີ​ຄວາມ​ປາຖະໜາ​ທີ່​ບໍ່​ດີ​ເລີ່ມ​ເກີດ​ຂຶ້ນ​ໃນ​ຫົວໃຈ ເຮົາ​ຕ້ອງ​ຟ້າວ​ກຳຈັດ​ທັນທີ (ເບິ່ງ​ຂໍ້ 6)

      “ຈົ່ງ​ຂັບ​ຕາມ​ພະ​ຄຳ​ນັ້ນ”

      7. ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ປະຕິເສດ​ຄວາມ​ຄິດ​ທີ່​ບໍ່​ດີ?

      7 ພະ​ເຢໂຫວາ​ສາມາດ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ໂດຍ​ທາງ​ຄຳພີ​ໄບເບິນ. ໃນ​ຄຳພີ​ໄບເບິນ​ເຮົາ​ພົບ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ທີ່​ບໍລິສຸດ​ສະອາດ. (ຢາໂກໂບ 3:17) ເມື່ອ​ເຮົາ​ອ່ານ​ຄຳພີ​ໄບເບິນ​ທຸກໆ​ມື້ ຄວາມ​ຄິດ​ຂອງ​ເຮົາ​ກໍ​ຈະ​ສະອາດ. (ຄຳເພງ 19:7, 11; 119:9, 11) ນອກ​ຈາກ​ນັ້ນ ໃນ​ຄຳພີ​ໄບເບິນ​ຍັງ​ມີ​ຕົວຢ່າງ​ແລະ​ຂໍ້​ເຕືອນ​ໃຈ​ຕ່າງໆ​ທີ່​ຊ່ວຍ​ເຮົາ​ໃຫ້​ປະຕິເສດ​ຄວາມ​ຄິດ​ແລະ​ຄວາມ​ປາຖະໜາ​ທີ່​ບໍ່​ດີ.

      8, 9. (ກ) ເປັນ​ຫຍັງ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຈຶ່ງ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ກັບ​ຜູ້​ຍິງ​ທີ່​ບໍ່​ດີ? (ຂ) ຕົວຢ່າງ​ທີ່​ຢູ່​ໃນ​ສຸພາສິດ⁠ບົດ​ທີ 7 ຊ່ວຍ​ເຮົາ​ໃຫ້​ຫຼີກ​ລ່ຽງ​ສະຖານະການ​ແບບ​ໃດ?

      8 ໃນ​ສຸພາສິດ 5:8 ເຕືອນ​ເຮົາ​ໃຫ້​ຫຼີກ​ໜີ​ຈາກ​ການ​ເຮັດ​ຜິດ​ສິນລະທຳ. ໃນ​ສຸພາສິດ​ບົດ​ທີ 7 ເຮົາ​ອ່ານ​ເລື່ອງ​ຂອງ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ທີ່​ຍ່າງ​ອອກ​ໄປ​ຫຼິ້ນ​ໃນ​ຕອນ​ກາງຄືນ​ຢູ່​ໃກ້​ເຮືອນ​ຂອງ​ຜູ້​ຍິງ​ທີ່​ບໍ່​ດີ. ຜູ້​ຍິງ​ນັ້ນ​ຢືນ​ຢູ່​ແຈ​ຫົນ​ທາງ ‘ແຕ່ງ​ຕົວ​ຄື​ຍິງ​ແມ່​ຈ້າງ.’ ລາວ​ຍ່າງ​ໄປ​ຫາ​ຊາຍ​ໜຸ່ມ​ຄົນ​ນັ້ນ ແລ້ວ​ກໍ​ຈັບ ຈູບ ແລະ​ເວົ້າ​ໃນ​ສິ່ງ​ທີ່​ເຮັດ​ໃຫ້​ຊາຍ​ໜຸ່ມ​ຄົນ​ນັ້ນ​ເກີດ​ມີ​ຄວາມ​ປາຖະໜາ​ທີ່​ບໍ່​ດີ. ຊາຍ​ໜຸ່ມ​ຄົນ​ນັ້ນ​ບໍ່​ໄດ້​ປະຕິເສດ​ຄວາມ​ປາຖະໜາ​ເຫຼົ່າ​ນັ້ນ​ແລະ​ຜົນ​ກໍ​ຄື​ລາວ​ໄດ້​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ກັບ​ຍິງ​ຄົນ​ນັ້ນ. ເຖິງ​ວ່າ​ຊາຍ​ໜຸ່ມ​ຄົນ​ນັ້ນ​ບໍ່​ໄດ້​ວາງ​ແຜນ​ໄວ້​ວ່າ​ຈະ​ເຮັດ​ຜິດ ແຕ່​ໃນ​ທີ່​ສຸດ​ລາວ​ກໍ​ໄດ້​ເຮັດ​ຜິດ. ຈາກ​ນັ້ນ​ລາວ​ຕ້ອງ​ໃຊ້​ຊີວິດ​ຢູ່​ກັບ​ຜົນ​ໄດ້​ຮັບ​ທີ່​ຮ້າຍແຮງ​ຂອງ​ການ​ກະທຳ​ນັ້ນ. ຖ້າ​ລາວ​ເຂົ້າ​ໃຈ​ເຖິງ​ອັນຕະລາຍ​ນີ້ ລາວ​ກໍ​ຈະ​ຫຼີກ​ໜີ​ຈາກ​ຜູ້​ຍິງ​ຄົນ​ນັ້ນ!—ສຸພາສິດ 7:6-27

      9 ຄ້າຍ​ກັບ​ຊາຍ​ໜຸ່ມ​ຄົນ​ນັ້ນ ເຮົາ​ອາດ​ຕັດສິນ​ໃຈ​ແບບ​ບໍ່​ສະຫຼາດ​ຍ້ອນ​ບໍ່​ເຂົ້າ​ໃຈ​ເຖິງ​ອັນຕະລາຍ. ຕົວຢ່າງ​ເຊັ່ນ: ໃນ​ຕອນ​ເດິກ ໂທລະພາບ​ບາງ​ຊ່ອງ​ມີ​ລາຍການ​ກ່ຽວ​ກັບ​ເລື່ອງ​ຜິດ​ສິນລະທຳ ສະນັ້ນ​ຈຶ່ງ​ເປັນ​ອັນຕະລາຍ​ທີ່​ຈະ​ກົດ​ປ່ຽນ​ຊ່ອງ​ໄປ​ເລື້ອຍໆ​ເພື່ອ​ເບິ່ງ​ວ່າ​ມີ​ລາຍການ​ຫຍັງ​ແດ່. ນອກ​ຈາກ​ນັ້ນ ອາດ​ເປັນ​ອັນຕະລາຍ​ຄື​ກັນ​ທີ່​ຈະ​ກົດ​ລິ້ງ​ເຊື່ອມ​ຕໍ່​ໃນ​ອິນເຕີເນັດ​ໂດຍ​ບໍ່​ຮູ້​ວ່າ​ມັນ​ຈະ​ພາ​ເຮົາ​ໄປ​ໃສ ລວມ​ທັງ​ການ​ເຂົ້າ​ໄປ​ເບິ່ງ​ຫ້ອງ​ສົນທະນາ​ໃນ​ອິນເຕີເນັດ​ຫຼື​ເວັບໄຊ​ທີ່​ມີ​ການ​ໂຄສະນາ​ເລື່ອງ​ຜິດ​ສິນລະທຳ​ຫຼື​ລິ້ງ​ເຊື່ອມ​ຕໍ່​ໃນ​ອິນເຕີເນັດ​ທີ່​ພາ​ເຮົາ​ເຂົ້າ​ໄປ​ຫາ​ພາບ​ລາມົກ. ໃນ​ສະຖານະການ​ແບບ​ນີ້ ສິ່ງ​ທີ່​ເຮົາ​ເບິ່ງ​ສາມາດ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ປາຖະໜາ​ທີ່​ບໍ່​ດີ ແລະ​ເຮັດ​ໃຫ້​ເຮົາ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ.

      10. ເປັນ​ຫຍັງ​ການ​ຈີບ​ຫຼິ້ນໆ​ຈຶ່ງ​ເປັນ​ເລື່ອງ​ອັນຕະລາຍ? (ເບິ່ງ​ຮູບ​ທຳອິດ)

      10 ຄຳພີ​ໄບເບິນ​ຍັງ​ບອກ​ວິທີ​ທີ່​ຜູ້​ຊາຍ​ແລະ​ຜູ້​ຍິງ​ຄວນ​ປະຕິບັດ​ຕໍ່​ກັນ. (ອ່ານ 1 ຕີໂມເຕ 5:2) ຄລິດສະຕຽນ​ຄວນ​ສະແດງ​ຄວາມ​ຮັກ​ແບບ​ຫວານ​ຊື່ນ​ຕໍ່​ກັບ​ຜົວ​ຫຼື​ເມຍ​ຂອງ​ຕົນ​ເອງ​ເທົ່າ​ນັ້ນ ຫຼື​ກັບ​ຜູ້​ທີ່​ເຂົາ​ເຈົ້າ​ຈະ​ແຕ່ງ​ດອງ​ນຳ. ຄລິດສະຕຽນ​ບໍ່​ຈີບ​ຫຼິ້ນໆ. ບາງ​ຄົນ​ອາດ​ຄິດ​ວ່າ​ການ​ສະແດງ​ອອກ​ໃນ​ທາງ​ທີ່​ຫວານ​ຊື່ນ​ກັບ​ບາງ​ຄົນ ເຊັ່ນ: ການ​ໃຊ້​ທ່າ​ທາງ ຫຼື​ການ​ສົ່ງ​ສາຍ​ຕາ​ບໍ່​ແມ່ນ​ເລື່ອງ​ຜິດ​ຖ້າ​ບໍ່​ໄດ້​ຈັບ​ບາຍ​ກັນ. ແຕ່​ເມື່ອ​ສອງ​ຄົນ​ຈີບ​ກັນ​ຫຼິ້ນໆ ເຂົາ​ເຈົ້າ​ອາດ​ເລີ່ມ​ມີ​ຄວາມ​ຄິດ​ທີ່​ຜິດໆ​ແລະ​ອາດ​ນຳ​ໄປ​ສູ່​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. ເລື່ອງ​ນີ້​ເຄີຍ​ເກີດ​ຂຶ້ນ​ມາ​ແລ້ວ ແລະ​ສາມາດ​ເກີດ​ຂຶ້ນ​ໄດ້​ອີກ.

      11. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ໂຢເຊບ?

      11 ໂຢເຊບ​ເປັນ​ຕົວຢ່າງ​ທີ່​ດີ​ສຳລັບ​ເຮົາ. ເມຍ​ຂອງ​ໂຟຕີຟາ​ໄດ້​ພະຍາຍາມ​ຍົວະ​ເຍົ້າ​ໂຢເຊບ​ໃຫ້​ນອນ​ນຳ. ໂຢເຊບ​ປະຕິເສດ ແຕ່​ລາວ​ກໍ​ບໍ່​ເຊົາ​ຍົວະ​ເຍົ້າ​ໂຢເຊບ. ລາວ​ຊວນ​ໂຢເຊບ​ທຸກໆ​ມື້​ໃຫ້ “ຢູ່​ນຳ” ລາວ. (ຕົ້ນເດີມ 39:7, 8, 10) ຜູ້​ຊ່ຽວຊານ​ດ້ານ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ອະທິບາຍ​ວ່າ: ເມຍ​ຂອງ​ໂຟຕີຟາ​ອາດ​ຈະ​ຄາດ​ຫວັງ​ວ່າ​ຖ້າ​ມີ​ແຕ່​ເຂົາ​ເຈົ້າ​ຢູ່​ນຳ​ກັນ​ສອງ​ຄົນ ໂຢເຊບ​ກໍ​ຈະ​ຍອມ​ນອນ​ນຳ. ແຕ່​ໂຢເຊບ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ບໍ່​ຍອມ​ໃຫ້​ກັບ​ການ​ຍົວະ​ເຍົ້າ​ນັ້ນ ແລະ​ໂຢເຊບ​ເອງ​ກໍ​ບໍ່​ໄດ້​ສະແດງ​ທ່າທີ​ວ່າ​ຢາກ​ມີ​ຫຍັງ​ກັບ​ເມຍ​ຂອງ​ໂຟຕີຟາ. ໂຢເຊບ​ບໍ່​ໄດ້​ປ່ອຍ​ໃຫ້​ຄວາມ​ປາຖະໜາ​ທີ່​ຜິດ​ເກີດ​ຂຶ້ນ​ໃນ​ຫົວໃຈ​ຂອງ​ລາວ. ເມື່ອ​ເມຍ​ຂອງ​ໂຟຕີຟາ​ດຶງ​ເຄື່ອງ​ນຸ່ງ​ຂອງ​ໂຢເຊບ​ແລະ​ພະຍາຍາມ​ບັງຄັບ​ລາວ​ໃຫ້​ນອນ​ນຳ ໂຢເຊບ​ໄດ້ “ປະ​ເຄື່ອງ​ນຸ່ງ​ແຫ່ງ​ຕົນ​ໄວ້​ໃນ​ມື​ນາງ ແລະ​ປົບ​ໜີ​ໄປ​ທາງ​ນອກ” ທັນທີ.—ຕົ້ນເດີມ 39:12

      12. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ສິ່ງ​ທີ່​ເຮົາ​ເບິ່ງ​ມີ​ຜົນ​ກະທົບ​ຕໍ່​ຫົວໃຈ​ຂອງ​ເຮົາ?

      12 ພະ​ເຍຊູ​ເຕືອນ​ວ່າ​ສິ່ງ​ທີ່​ເຮົາ​ເບິ່ງ​ສາມາດ​ມີ​ຜົນ​ກະທົບ​ຕໍ່​ຫົວໃຈ​ຂອງ​ເຮົາ​ແລະ​ເຮັດ​ໃຫ້​ເກີດ​ຄວາມ​ປາຖະໜາ​ທີ່​ບໍ່​ດີ. ພະອົງ​ບອກ​ວ່າ: “ຄົນ​ທຸກ​ຄົນ​ທີ່​ເບິ່ງ​ຍິງ​ຜູ້​ໜຶ່ງ​ດ້ວຍ​ໃຈ​ຄຶດ​ຢາກ​ໄດ້​ໃນ​ຍິງ​ນັ້ນ ຜູ້​ນັ້ນ​ໄດ້​ຫຼິ້ນ​ຊູ້​ສູ່​ໃນ​ໃຈ​ເອງ​ກັບ​ຍິງ​ນັ້ນ​ແລ້ວ.” (ມັດທາຍ 5:28) ນີ້​ເປັນ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ກະສັດ​ດາວິດ ຕອນ​ທີ່​ຢູ່​ເທິງ “ຫຼັງ [ຄາ] ນັ້ນ​ກະສັດ​ໄດ້​ເຫັນ​ຍິງ​ຜູ້​ໜຶ່ງ​ພວມ​ອາບ​ນ້ຳ” ແຕ່​ດາວິດ​ບໍ່​ໄດ້​ເຊົາ​ແນມ​ເບິ່ງ​ຜູ້​ຍິງ​ຄົນ​ນັ້ນ​ແລະ​ບໍ່​ເຊົາ​ຄິດ​ກ່ຽວ​ກັບ​ລາວ. (2 ຊາເມືອນ 11:2) ເຖິງ​ວ່າ​ຜູ້​ຍິງ​ຄົນ​ນັ້ນ​ເປັນ​ເມຍ​ຂອງ​ຄົນ​ອື່ນ​ກໍ​ຕາມ ແຕ່​ດາວິດ​ເລີ່ມ​ມີ​ຄວາມ​ຢາກ​ໄດ້​ຜູ້​ຍິງ​ຄົນ​ນັ້ນ​ແລະ​ໃນ​ທີ່​ສຸດ​ດາວິດ​ກໍ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ກັບ​ລາວ.

      13. ເປັນ​ຫຍັງ​ເຮົາ​ຕ້ອງ​ເຮັດ “ສັນຍາ” ກັບ​ຕາ​ຂອງ​ຕົວ​ເອງ ແລະ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

      13 ຖ້າ​ເຮົາ​ຕ້ອງການ​ທີ່​ຈະ​ປະຕິເສດ​ຄວາມ​ຄິດ​ທີ່​ບໍ່​ດີ ເຮົາ​ຕ້ອງ​ເຮັດ​ຕາມ​ຕົວຢ່າງ​ຂອງ​ໂຢບ. ລາວ​ເວົ້າ​ວ່າ: “ຂ້ອຍ​ໄດ້​ທຳ​ສັນຍາ​ກັບ​ຕາ​ເອງ.” (ໂຢບ 31:1, 7, 9) ເຮົາ​ສາມາດ​ຕັ້ງ​ໃຈ​ແນ່ວ​ແນ່​ຄື​ກັບ​ໂຢບ​ທີ່​ຈະ​ບໍ່​ເບິ່ງ​ຄົນ​ອື່ນ​ແລະ​ຄິດ​ກັບ​ເຂົາ​ເຈົ້າ​ໃນ​ທາງ​ທີ່​ຜິດ​ສິນລະທຳ. ເມື່ອ​ເຮົາ​ເຫັນ​ຮູບ​ພາບ​ທີ່​ຜິດ​ສິນລະທຳ​ບໍ່​ວ່າ​ຈະ​ຢູ່​ໜ້າ​ຈໍ​ຄອມພິວເຕີ ປ້າຍ​ໂຄສະນາ ໃນ​ວາລະສານ ຫຼື​ຢູ່​ບ່ອນ​ອື່ນໆ ເຮົາ​ຈະ​ປິ່ນ​ໜ້າ​ໄປ​ທາງ​ອື່ນ​ທັນທີ.

      14. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຮັກສາ​ຕົວ​ໃຫ້​ເປັນ​ຄົນ​ບໍລິສຸດ?

      14 ເມື່ອ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ໄດ້​ພິຈາລະນາ ເຈົ້າ​ອາດ​ສຳນຶກ​ວ່າ​ຕົວ​ເອງ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ຫຼາຍ​ກວ່າ​ເກົ່າ​ເພື່ອ​ຈະ​ຕໍ່​ສູ້​ກັບ​ຄວາມ​ປາຖະໜາ​ທີ່​ບໍ່​ດີ. ຖ້າ​ເຈົ້າ​ຈຳເປັນ​ຕ້ອງ​ເຮັດ​ການ​ປ່ຽນ​ແປງ ກໍ​ຂໍ​ໃຫ້​ເຮັດ​ໂດຍ​ທັນທີ! ເມື່ອ​ເຊື່ອ​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ ເຈົ້າ​ກໍ​ຈະ​ຫຼີກ​ລ່ຽງ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ ແລະ​ຮັກສາ​ຕົວ​ໃຫ້​ເປັນ​ຄົນ​ບໍລິສຸດ​ໄດ້.—ອ່ານ ຢາໂກໂບ 1:21-25

      ເຊີນ “​ພວກ​ຜູ້​ເຖົ້າ​ແກ່​ມາ”

      15. ຖ້າ​ເຮົາ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຕໍ່​ສູ້​ກັບ​ຄວາມ​ປາຖະໜາ​ທີ່​ບໍ່​ດີ ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ?

      15 ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຕໍ່​ສູ້​ກັບ​ຄວາມ​ປາຖະໜາ​ທີ່​ບໍ່​ດີ ຂໍ​ໃຫ້​ລົມ​ກັບ​ບາງ​ຄົນ​ໃນ​ປະຊາຄົມ​ເຊິ່ງ​ຮັບໃຊ້​ພະ​ເຢໂຫວາ​ມາ​ເປັນ​ເວລາ​ຫຼາຍ​ປີ​ແລະ​ເປັນ​ຜູ້​ທີ່​ສາມາດ​ໃຫ້​ຄຳ​ແນະນຳ​ທີ່​ດີ​ຈາກ​ພະ​ຄຳພີ​ໄບເບິນ. ອາດ​ບໍ່​ງ່າຍ​ສຳລັບ​ເຈົ້າ​ທີ່​ຈະ​ເວົ້າ​ບັນຫາ​ສ່ວນ​ຕົວ​ກັບ​ຄົນ​ອື່ນ ແຕ່​ເປັນ​ສິ່ງ​ສຳຄັນ​ທີ່​ຈະ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ. (ສຸພາສິດ 18:1; ເຫບເລີ 3:12, 13) ຄລິດສະຕຽນ​ທີ່​ອາວຸໂສ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ມີ​ສິ່ງ​ໃດ​ທີ່​ຈຳເປັນ​ຕ້ອງ​ປ່ຽນ​ແປງ. ແລ້ວ​ຈາກ​ນັ້ນ​ກໍ​ເຮັດ​ຕາມ​ເພື່ອ​ເຈົ້າ​ຈະ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ຕໍ່ໆ​ໄປ.

      16, 17. (ກ) ຜູ້​ເຖົ້າ​ແກ່​ຈະ​ຊ່ວຍ​ແນວ​ໃດ​ສຳລັບ​ຄົນ​ທີ່​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ຕໍ່​ສູ້​ກັບ​ຄວາມ​ປາຖະໜາ​ທີ່​ບໍ່​ດີ? ຂໍ​ໃຫ້​ຍົກ​ຕົວຢ່າງ. (ຂ) ເປັນ​ຫຍັງ​ຈຶ່ງ​ສຳຄັນ​ສຳລັບ​ຄົນ​ທີ່​ມັກ​ເບິ່ງ​ຮູບ​ໂປ້​ຈະ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ທັນທີ?

      16 ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ມີ​ຄຸນສົມບັດ​ເໝາະ​ສົມ​ເປັນ​ພິເສດ​ທີ່​ຈະ​ຊ່ວຍ​ເຮົາ. (ອ່ານ ຢາໂກໂບ 5:13-15) ເປັນ​ເວລາ​ຫຼາຍ​ປີ​ທີ່​ພີ່​ນ້ອງ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ໃນ​ປະເທດ​ເບຣຊີນ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຕໍ່​ສູ້​ກັບ​ຄວາມ​ປາຖະໜາ​ທີ່​ບໍ່​ດີ. ລາວ​ບອກ​ວ່າ: “ຂ້ອຍ​ຮູ້​ວ່າ​ຄວາມ​ຄິດ​ຂອງ​ຂ້ອຍ​ເຮັດ​ໃຫ້​ພະ​ເຢໂຫວາ​ບໍ່​ພໍ​ໃຈ ແຕ່​ຂ້ອຍ​ອາຍ​ແທ້ໆ​ທີ່​ຈະ​ບອກ​ໃຫ້​ຄົນ​ອື່ນ​ຮູ້​ວ່າ​ຂ້ອຍ​ຮູ້ສຶກ​ແນວ​ໃດ.” ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ຮູ້​ວ່າ​ພີ່​ນ້ອງ​ຊາຍ​ໜຸ່ມ​ຄົນ​ນີ້​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ຈຶ່ງ​ໄດ້​ສະໜັບສະໜູນ​ລາວ​ໃຫ້​ຮັບ​ເອົາ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ເຖົ້າ​ແກ່. ພີ່​ນ້ອງ​ຊາຍ​ໜຸ່ມ​ເວົ້າ​ວ່າ: “ຂ້ອຍ​ແປກ​ໃຈ​ທີ່​ຜູ້​ເຖົ້າ​ແກ່​ດີ​ຕໍ່​ຂ້ອຍ​ຫຼາຍ ເຂົາ​ເຈົ້າ​ມີ​ຄວາມ​ກະລຸນາ​ແລະ​ເຂົ້າ​ໃຈ​ຂ້ອຍ​ຫຼາຍ​ກວ່າ​ທີ່​ຂ້ອຍ​ຄິດ​ໄວ້. ເຂົາ​ເຈົ້າ​ຕັ້ງ​ໃຈ​ຟັງ​ກ່ຽວ​ກັບ​ບັນຫາ​ຂອງ​ຂ້ອຍ. ເຂົາ​ເຈົ້າ​ໃຊ້​ຄຳພີ​ໄບເບິນ​ເພື່ອ​ຢືນຢັນ​ວ່າ​ພະ​ເຢໂຫວາ​ຍັງ​ຮັກ​ຂ້ອຍ​ຢູ່ ແລະ​ເຂົາ​ເຈົ້າ​ໄດ້​ອະທິດຖານ​ກັບ​ຂ້ອຍ. ສະນັ້ນ ຈຶ່ງ​ເຮັດ​ໃຫ້​ງ່າຍ​ຂຶ້ນ​ທີ່​ຂ້ອຍ​ຈະ​ຍອມ​ຮັບ​ເອົາ​ຄຳ​ແນະນຳ​ທີ່​ເຂົາ​ເຈົ້າ​ໃຫ້​ເຊິ່ງ​ມາ​ຈາກ​ຄຳພີ​ໄບເບິນ.” ຫຼັງ​ຈາກ​ທີ່​ສາຍ​ສຳພັນ​ຂອງ​ລາວ​ກັບ​ພະ​ເຢໂຫວາ​ເຂັ້ມແຂງ​ຂຶ້ນ ລາວ​ບອກ​ວ່າ: “ຕອນ​ນີ້​ຂ້ອຍ​ຮູ້​ແລ້ວ​ວ່າ​ເປັນ​ເລື່ອງ​ສຳຄັນ​ແທ້ໆ​ທີ່​ຈະ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ ແທນ​ທີ່​ຈະ​ພະຍາຍາມ​ຕໍ່​ສູ້​ກັບ​ຄວາມ​ປາຖະໜາ​ທີ່​ບໍ່​ດີ​ນັ້ນ​ດ້ວຍ​ຕົວ​ເອງ.”

      17 ຖ້າ​ເຈົ້າ​ມີ​ນິດໄສ​ມັກ​ເບິ່ງ​ຮູບ​ໂປ້ ເຈົ້າ​ຄວນ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ທັນທີ. ຖ້າ​ປ່ອຍ​ເລື່ອງ​ນີ້​ໄວ້​ດົນ​ກໍ​ແຮ່ງ​ມີ​ຄວາມ​ສ່ຽງ​ຫຼາຍ​ຂຶ້ນ​ທີ່​ເຈົ້າ​ຈະ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. ຈາກ​ນັ້ນ​ເຈົ້າ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ເຈັບ​ປວດ​ໃຈ ແລະ​ອາດ​ເຮັດ​ໃຫ້​ຄົນ​ເວົ້າ​ເຖິງ​ພະ​ເຢໂຫວາ​ໃນ​ທາງ​ທີ່​ບໍ່​ດີ. ຫຼາຍ​ຄົນ​ໄດ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ເຖົ້າ​ແກ່​ແລະ​ຍອມ​ຮັບ​ເອົາ​ຄຳ​ແນະນຳ​ນັ້ນ ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ແລະ​ເພື່ອ​ຢູ່​ໃນ​ປະຊາຄົມ​ຄລິດສະຕຽນ​ຕໍ່ໆ​ໄປ.—ຄຳເພງ 141:5; ເຫບເລີ 12:5, 6; ຢາໂກໂບ 1:15

      ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ເປັນ​ຄົນ​ບໍລິສຸດ!

      18. ເຈົ້າ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ເຮັດ​ຫຍັງ?

      18 ມີ​ການ​ເຮັດ​ຜິດ​ສິນລະທຳ​ຫຼາຍ​ຂຶ້ນ​ເລື້ອຍໆ​ໃນ​ໂລກ​ທີ່​ຊາຕານ​ປົກຄອງ. ແຕ່​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ຢ່າງ​ໜັກ​ເພື່ອ​ຈະ​ຮັກສາ​ຄວາມ​ຄິດ​ໃຫ້​ສະອາດ​ແລະ​ເປັນ​ຄົນ​ບໍລິສຸດ​ຕໍ່ໆ​ໄປ. ພະ​ເຢໂຫວາ​ພູມ​ໃຈ​ຫຼາຍ​ຕໍ່​ກັບ​ຜູ້​ຮັບໃຊ້​ເຫຼົ່າ​ນີ້. ຂໍ​ໃຫ້​ເຮົາ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ແລະ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ໄດ້​ຮັບ​ຈາກ​ຄຳພີ​ໄບເບິນ​ແລະ​ຈາກ​ປະຊາຄົມ. ເມື່ອ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ​ແລະ​ມີ​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ສະອາດ. (ຄຳເພງ 119:5, 6) ໃນ​ອະນາຄົດ ຫຼັງ​ຈາກ​ທີ່​ຊາຕານ​ຖືກ​ທຳລາຍ ເຮົາ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ໃໝ່​ຂອງ​ພະເຈົ້າ​ເຊິ່ງ​ເປັນ​ໂລກ​ທີ່​ສະອາດ.

      ການ​ອະທິບາຍ​ບາງ​ສຳນວນ

      • ການ​ເປັນ​ຄົນ​ບໍລິສຸດ ໝາຍ​ເຖິງ​ການ​ປະຕິເສດ​ຄວາມ​ຄິດ​ທີ່​ບໍ່​ສະອາດ​ແລະ​ບໍ່​ຍອມ​ແພ້​ຕໍ່​ກັບ​ຄວາມ​ປາຖະໜາ​ທາງ​ເພດ​ທີ່​ຜິດໆ

  • ມີ​ສ່ວນ​ໃນ​ການ​ເຮັດ​ໃຫ້​ອຸທິຍານ​ຝ່າຍ​ວິນຍານ​ເຕີບ​ໃຫຍ່​ຂຶ້ນ
    ຫໍສັງເກດການ—2015 | 15 ກໍລະກົດ
    • ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ອາຍຸ​ຫຼາຍ​ແລ້ວ​ຈັບ​ຮູບ​ຖ່າຍ​ຂອງ​ຕົນ​ເອງ​ໃນ​ການ​ປະກາດ​ຕາມ​ບ່ອນ​ຕ່າງໆ

      ມີ​ສ່ວນ​ໃນ​ການ​ເຮັດ​ໃຫ້​ອຸທິຍານ​ຝ່າຍ​ວິນຍານ​ເຕີບ​ໃຫຍ່​ຂຶ້ນ

      “ເຮົາ​ຈະ​ເອົາ​ຍົດ​ສັກ​ໃຫ້​ແກ່​ມ້າ​ຮອງ​ຕີນ​ຂອງ​ເຮົາ.”—ເອຊາອີ 60:13

      ເພງ: 102, 75

      ເຈົ້າ​ອະທິບາຍ​ໄດ້​ບໍ?

      • ຜູ້​ນະມັດສະການ​ແທ້​ທຸກ​ຄົນ​ຂອງ​ພະ​ເຢໂຫວາ​ຕ້ອງ​ເຮັດ​ຫຍັງ?

      • “ທີ່​ສຸກກະເສີມ [ອຸທິຍານ]” ເຊິ່ງ​ໂປໂລ​ເຫັນ​ໃນ​ນິມິດ​ໝາຍ​ເຖິງ​ຫຍັງ?

      • ເຮົາ​ຈະ​ເຮັດ​ໃຫ້​ອຸທິຍານ​ຝ່າຍ​ວິນຍານ​ງົດງາມ​ຂຶ້ນ​ໄດ້​ແນວ​ໃດ?

      1, 2. ໃນ​ພະ​ຄຳພີ​ພາກ​ພາສາ​ເຫບເລີ ຄຳ​ວ່າ “ມ້າ​ຮອງ​ຕີນ” ໝາຍ​ເຖິງ​ຫຍັງ?

      ພະ​ເຢໂຫວາ​ພະເຈົ້າ​ກ່າວ​ວ່າ: “ຟ້າ​ສະຫວັນ​ແມ່ນ​ພະ​ທີ່​ນັ່ງ​ຂອງ​ເຮົາ ແລະ​ແຜ່ນດິນ​ແມ່ນ​ມ້າ​ຮອງ​ຕີນ​ຂອງ​ເຮົາ.” (ເອຊາອີ 66:1) ພະອົງ​ຍັງ​ເວົ້າ​ເຖິງ “ມ້າ​ຮອງ​ຕີນ” ຂອງ​ພະອົງ​ເມື່ອ​ກ່າວ​ວ່າ: “ເຮົາ​ຈະ​ເອົາ​ຍົດ​ສັກ​ໃຫ້​ແກ່​ມ້າ​ຮອງ​ຕີນ​ຂອງ​ເຮົາ.” (ເອຊາອີ 60:13) ພະອົງ​ຈະ​ເອົາ​ຍົດ​ສັກ​ມາ​ໃຫ້​ມ້າ​ຮອງ​ຕີນ ຫຼື​ເຮັດ​ໃຫ້​ມ້າ​ຮອງ​ຕີນ​ນັ້ນ​ງົດງາມ​ໄດ້​ແນວ​ໃດ? ແລະ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ​ສຳລັບ​ຄົນ​ທີ່​ອາໄສ​ຢູ່​ເທິງ​ມ້າ​ຮອງ​ຕີນ​ຂອງ​ພະອົງ​ເຊິ່ງ​ກໍ​ຄື​ໂລກ​ນີ້?

      2 ໃນ​ພະ​ຄຳພີ​ພາກ​ພາສາ​ເຫບເລີ ຄຳ​ວ່າ “ມ້າ​ຮອງ​ຕີນ” ຍັງ​ໝາຍ​ເຖິງ​ວິຫານ​ໃນ​ອິດສະລາແອນ​ບູຮານ. (1 ຂ່າວຄາວ 28:2; ຄຳເພງ 132:7) ວິຫານ​ນັ້ນ​ງົດງາມ​ຫຼາຍ​ໃນ​ສາຍ​ຕາ​ຂອງ​ພະ​ເຢໂຫວາ ເພາະ​ເປັນ​ສູນ​ກາງ​ຂອງ​ການ​ນະມັດສະການ​ແທ້ ແລະ​ໃຊ້​ເພື່ອ​ເປັນ​ບ່ອນ​ສັນລະເສີນ​ພະ​ເຢໂຫວາ​ຢູ່​ໃນ​ໂລກ​ນີ້.

      3. ໃນ​ທຸກ​ມື້​ນີ້ ແມ່ນ​ຫຍັງ​ເປັນ​ສູນ​ກາງ​ຂອງ​ການ​ນະມັດສະການ​ແທ້ ແລະ​ເລີ່ມ​ຕົ້ນ​ໃນ​ປີ​ໃດ?

      3 ໃນ​ທຸກ​ມື້​ນີ້ ແມ່ນ​ຫຍັງ​ເປັນ​ສູນ​ກາງ​ຂອງ​ການ​ນະມັດສະການ​ແທ້? ສູນ​ກາງ​ຂອງ​ການ​ນະມັດສະການ​ແທ້​ບໍ່​ໄດ້​ເປັນ​ຕຶກ​ອາຄານ​ຄື​ກັບ​ວິຫານ ແຕ່​ເປັນ​ວິຫານ​ຝ່າຍ​ວິນຍານ​ເຊິ່ງ​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ຄວາມ​ສັນລະເສີນ​ຫຼາຍ​ກວ່າ​ຕຶກ​ອາຄານ​ໃດໆ​ທີ່​ເຄີຍ​ມີ. ວິຫານ​ຝ່າຍ​ວິນຍານ​ແມ່ນ​ຫຍັງ? ແມ່ນ​ການ​ຈັດ​ຕຽມ​ຂອງ​ພະ​ເຢໂຫວາ​ທີ່​ເປີດ​ໂອກາດ​ໃຫ້​ມະນຸດ​ເຂົ້າ​ມາ​ເປັນ​ເພື່ອນ​ຂອງ​ພະອົງ​ແລະ​ເພື່ອ​ນະມັດສະການ​ພະອົງ. ການ​ຈັດ​ຕຽມ​ນີ້​ເປັນ​ໄປ​ໄດ້​ກໍ​ໂດຍ​ທາງ​ຄ່າໄຖ່​ຂອງ​ພະ​ເຍຊູ​ເທົ່າ​ນັ້ນ. ການ​ຈັດ​ຕຽມ​ນີ້​ເລີ່ມ​ຕົ້ນ​ໃນ​ປີ ຄ.ສ 29 ເມື່ອ​ພະ​ເຍຊູ​ຮັບ​ບັບເຕມາ​ແລະ​ຖືກ​ເຈີມ​ໃຫ້​ເປັນ​ປະໂລຫິດ​ໃຫຍ່​ໃນ​ວິຫານ​ຝ່າຍ​ວິນຍານ​ຂອງ​ພະ​ເຢໂຫວາ.—ເຫບເລີ 9:11, 12

      ປະຊາຊົນ​ຂອງ​ພະ​ເຢໂຫວາ​ຕ້ອງ​ສັນລະເສີນ​ພະອົງ​ໃນ​ຕອນ​ນີ້​ແລະ​ຢູ່​ໃນ​ໂລກ​ນີ້

      4, 5. (ກ) ຕາມ​ທີ່​ບອກ​ໄວ້​ໃນ​ຄຳເພງ⁠ບົດ​ທີ 99 ຜູ້​ນະມັດສະການ​ແທ້​ຂອງ​ພະ​ເຢໂຫວາ​ຕ້ອງການ​ທີ່​ຈະ​ເຮັດ​ຫຍັງ? (ຂ) ເຮົາ​ຄວນ​ຖາມ​ຕົວ​ເອງ​ແນວ​ໃດ?

      4 ເຮົາ​ຂອບໃຈ​ພະ​ເຢໂຫວາ​ແທ້ໆ​ທີ່​ໄດ້​ຈັດ​ຕຽມ​ໃຫ້​ມີ​ການ​ນະມັດສະການ​ແທ້. ເຮົາ​ສະແດງ​ຄວາມ​ຂອບໃຈ​ໂດຍ​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ຊື່​ຂອງ​ພະ​ເຢໂຫວາ​ແລະ​ເລື່ອງ​ຄ່າໄຖ່​ເຊິ່ງ​ເປັນ​ຂອງ​ຂວັນ​ທີ່​ດີ​ເລີດ. ເຮົາ​ຮູ້ສຶກ​ຕື່ນ​ເຕັ້ນ​ຍິນດີ​ທີ່​ແຕ່​ລະ​ມື້​ມີ​ຄລິດສະຕຽນ​ແທ້​ຫຼາຍ​ກວ່າ​ແປດ​ລ້ານ​ຄົນ​ສັນລະເສີນ​ພະ​ເຢໂຫວາ! ໃນ​ຂະນະ​ທີ່​ຜູ້​ຄົນ​ໃນ​ຫຼາຍ​ສາສະໜາ​ມີ​ຄວາມ​ຄິດ​ທີ່​ຜິດໆ​ວ່າ​ເຂົາ​ເຈົ້າ​ຈະ​ສັນລະເສີນ​ພະເຈົ້າ​ໃນ​ສະຫວັນ​ຫຼັງ​ຈາກ​ທີ່​ຕາຍ​ໄປ​ແລ້ວ ແຕ່​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຮູ້​ວ່າ​ເປັນ​ສິ່ງ​ສຳຄັນ​ທີ່​ຈະ​ສັນລະເສີນ​ພະອົງ​ໃນ​ຕອນ​ນີ້​ແລະ​ຢູ່​ໃນ​ໂລກ​ນີ້.

      5 ເມື່ອ​ສັນລະເສີນ​ພະ​ເຢໂຫວາ ເຮົາ​ຮຽນ​ເອົາ​ແບບ​ຢ່າງ​ຂອງ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະອົງ​ຕາມ​ທີ່​ກ່າວ​ໄວ້​ໃນ​ຄຳເພງ 99:1-3, 5-7 (ອ່ານ). ໃນ​ອະດີດ ຜູ້​ຊາຍ​ທີ່​ສັດ​ຊື່​ເຊັ່ນ: ໂມເຊ ອາໂລນ ແລະ​ຊາເມືອນ​ໄດ້​ສະໜັບສະໜູນ​ການ​ຈັດ​ຕຽມ​ຂອງ​ພະ​ເຢໂຫວາ​ຢ່າງ​ເຕັມທີ​ໃນ​ເລື່ອງ​ການ​ນະມັດສະການ​ແທ້. ໃນ​ທຸກ​ມື້​ນີ້ ກ່ອນ​ທີ່​ຜູ້​ຖືກ​ເຈີມ​ຈະ​ເລີ່ມ​ຮັບໃຊ້​ເປັນ​ປະໂລຫິດ​ຮ່ວມ​ກັບ​ພະ​ເຍຊູ​ໃນ​ສະຫວັນ ເຂົາ​ເຈົ້າ​ໄດ້​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ຢູ່​ໃນ​ວິຫານ​ຝ່າຍ​ວິນຍານ​ທີ່​ຢູ່​ໃນ​ໂລກ​ນີ້. ຫຼາຍ​ລ້ານ​ຄົນ​ທີ່​ເປັນ “ແກະ​ອື່ນ” ໄດ້​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ຢ່າງ​ຈົງ​ຮັກ​ພັກດີ. (ໂຢຮັນ 10:16) ທັງ​ສອງ​ກຸ່ມ​ນະມັດສະການ​ພະ​ເຢໂຫວາ​ຢ່າງ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. ເຮົາ​ຄວນ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ສະໜັບສະໜູນ​ການ​ຈັດ​ຕຽມ​ເລື່ອງ​ການ​ນະມັດສະການ​ແທ້​ຂອງ​ພະ​ເຢໂຫວາ​ຢ່າງ​ເຕັມທີ​ແລ້ວ​ບໍ?’

      ລະບຸ​ຕົວ​ຄົນ​ທີ່​ຮັບໃຊ້​ໃນ​ວິຫານ​ຝ່າຍ​ວິນຍານ​ຂອງ​ພະເຈົ້າ

      6, 7. ໃນ​ສະຕະວັດ​ທຳອິດ ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ປະຊາຄົມ​ຄລິດສະຕຽນ ແລະ​ເມື່ອ​ຮອດ​ປີ 1919 ມີ​ຫຍັງ​ເກີດ​ຂຶ້ນ?

      6 ຫຼັງ​ຈາກ​ທີ່​ປະຊາຄົມ​ຄລິດສະຕຽນ​ຖືກ​ກໍ່​ຕັ້ງ​ຂຶ້ນ​ໄດ້​ບໍ່​ເຖິງ 100 ປີ ການ​ອອກ​ຫາກ​ກໍ​ເລີ່ມ​ມີ​ຂຶ້ນ​ຄື​ທີ່​ບອກ​ໄວ້​ລ່ວງ​ໜ້າ. (ກິດຈະການ 20:28-30; 2 ເທຊະໂລນີກ 2:3, 4) ຫຼັງ​ຈາກ​ນັ້ນ​ກໍ​ເປັນ​ເລື່ອງ​ຍາກ​ຂຶ້ນ​ເລື້ອຍໆ​ທີ່​ຈະ​ລະບຸ​ຕົວ​ຜູ້​ນະມັດສະການ​ແທ້​ຂອງ​ພະເຈົ້າ. ຫຼາຍ​ຮ້ອຍ​ປີ​ຜ່ານ​ໄປ ພະ​ເຢໂຫວາ​ຈຶ່ງ​ໄດ້​ໃຊ້​ພະ​ເຍຊູ​ໃຫ້​ລະບຸ​ຕົວ​ຄົນ​ທີ່​ເປັນ​ຜູ້​ຮັບໃຊ້​ແທ້​ທີ່​ຢູ່​ໃນ​ວິຫານ​ຝ່າຍ​ວິນຍານ​ຂອງ​ພະອົງ.

      7 ເມື່ອ​ຮອດ​ປີ 1919 ເຫັນ​ໄດ້​ແຈ້ງ​ວ່າ​ພະເຈົ້າ​ໄດ້​ລະບຸ​ຕົວ​ຜູ້​ທີ່​ພະອົງ​ຍອມ​ຮັບ​ແລະ​ກຳລັງ​ຮັບໃຊ້​ໃນ​ວິຫານ​ຝ່າຍ​ວິນຍານ​ຂອງ​ພະອົງ. ເຂົາ​ເຈົ້າ​ໄດ້​ເຮັດ​ການ​ປັບ​ປ່ຽນ​ບາງ​ຢ່າງ​ເພື່ອ​ໃຫ້​ພະ​ເຢໂຫວາ​ຍອມ​ຮັບ​ການ​ນະມັດສະການ​ຂອງ​ເຂົາ​ເຈົ້າ​ຫຼາຍ​ຂຶ້ນ. (ເອຊາອີ 4:2, 3; ມາລາກີ 3:1-4) ດັ່ງ​ນັ້ນ ນິມິດ​ທີ່​ອັກຄະສາວົກ​ໂປໂລ​ເຫັນ​ເມື່ອ​ຫຼາຍ​ຮ້ອຍ​ປີ​ກ່ອນ​ໄດ້​ເລີ່ມ​ສຳເລັດ​ເປັນ​ຈິງ.

      8, 9. “ທີ່​ສຸກກະເສີມ [ອຸທິຍານ]” ທີ່​ໂປໂລ​ເຫັນ​ໃນ​ນິມິດ​ໝາຍ​ເຖິງ​ຫຍັງ?

      8 ນິມິດ​ທີ່​ໂປໂລ​ເຫັນ​ຖືກ​ກ່າວ​ໄວ້​ໃນ 2 ໂກລິນໂທ 12:1-4 (ອ່ານ). ໃນ​ນິມິດ​ນັ້ນ ພະ​ເຢໂຫວາ​ໄດ້​ໃຫ້​ລາວ​ເຫັນ​ບາງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ. “ທີ່​ສຸກກະເສີມ [ອຸທິຍານ]” ທີ່​ໂປໂລ​ເຫັນ​ໝາຍ​ເຖິງ​ຫຍັງ? ໃນ​ຄວາມ​ໝາຍ​ທຳອິດ​ສາມາດ​ໝາຍ​ເຖິງ​ອຸທິຍານ​ແທ້ໆ​ທີ່​ຈະ​ມີ​ຢູ່​ໃນ​ໂລກ​ນີ້​ອີກ​ບໍ່​ດົນ. (ລືກາ 23:43) ໃນ​ຄວາມ​ໝາຍ​ທີ​ສອງ​ສາມາດ​ໝາຍ​ເຖິງ​ອຸທິຍານ​ຝ່າຍ​ວິນຍານ ເຊິ່ງ​ເຮົາ​ຈະ​ເພີດເພີນ​ໄດ້​ຢ່າງ​ເຕັມທີ​ໃນ​ໂລກ​ໃໝ່. ໃນ​ຄວາມ​ໝາຍ​ທີ​ສາມ​ສາມາດ​ໝາຍ​ເຖິງ​ສະພາບການ​ທີ່​ດີ​ເລີດ​ໃນ​ສະຫວັນ​ໃນ​ທີ່ “ສຸກກະເສີມ [ອຸທິຍານ] ຂອງ​ພະເຈົ້າ.”—ຄຳປາກົດ 2:7

      9 ເປັນ​ຫຍັງ​ໂປໂລ​ຈຶ່ງ​ເວົ້າ​ວ່າ​ລາວ “ໄດ້​ຍິນ​ຄຳ​ທີ່​ເຫຼືອ​ລົ້ນ​ຄວາມ​ເວົ້າ [ບໍ່​ອາດ​ອະທິບາຍ​ໄດ້] ແລະ​ທີ່​ຄົນ​ຜູ້​ໜຶ່ງ​ບໍ່​ມີ​ອະນຸຍາດ​ຈະ​ກ່າວ”? ເພາະ​ຕອນ​ນັ້ນ​ຍັງ​ບໍ່​ເຖິງ​ເວລາ​ທີ່​ຈະ​ອະທິບາຍ​ລາຍ​ລະອຽດ​ຂອງ​ສິ່ງ​ຕ່າງໆ​ທີ່​ໜ້າ​ງຶດງໍ້​ເຊິ່ງ​ລາວ​ໄດ້​ເຫັນ​ໃນ​ນິມິດ. ແຕ່​ໃນ​ທຸກ​ມື້​ນີ້​ພະ​ເຢໂຫວາ​ເປີດ​ໂອກາດ​ໃຫ້​ເຮົາ​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ສິ່ງ​ດີ​ຕ່າງໆ​ທີ່​ປະຊາຊົນ​ຂອງ​ພະອົງ​ໄດ້​ຮັບ​ໃນ​ຕອນ​ນີ້!

      10. ເປັນ​ຫຍັງ​ອຸທິຍານ​ຝ່າຍ​ວິນຍານ​ແລະ​ວິຫານ​ຝ່າຍ​ວິນຍານ​ຈຶ່ງ​ບໍ່​ຄື​ກັນ?

      10 ເຮົາ​ມັກ​ເວົ້າ​ເຖິງ​ອຸທິຍານ​ຝ່າຍ​ວິນຍານ​ເລື້ອຍໆ ແຕ່​ອຸທິຍານ​ນີ້​ແມ່ນ​ຫຍັງ? ແມ່ນ​ສະພາບ​ທີ່​ສະຫງົບ​ສຸກ​ແລະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ທີ່​ພະ​ເຢໂຫວາ​ຈັດ​ໃຫ້​ເຮົາ​ຢູ່​ໃນ​ອົງການ​ຂອງ​ພະອົງ. ດັ່ງ​ນັ້ນ ອຸທິຍານ​ຝ່າຍ​ວິນຍານ​ແລະ​ວິຫານ​ຝ່າຍ​ວິນຍານ​ຈຶ່ງ​ບໍ່​ຄື​ກັນ. ວິຫານ​ຝ່າຍ​ວິນຍານ​ແມ່ນ​ການ​ຈັດ​ຕຽມ​ຂອງ​ພະເຈົ້າ​ສຳລັບ​ການ​ນະມັດສະການ​ແທ້. ສ່ວນ​ອຸທິຍານ​ຝ່າຍ​ວິນຍານ​ແມ່ນ​ສະພາບ​ທີ່​ສະຫງົບ​ສຸກ​ຂອງ​ກຸ່ມ​ຄົນ​ທີ່​ພະເຈົ້າ​ຍອມ​ຮັບ​ແລະ​ເຂົາ​ເຈົ້າ​ກຳລັງ​ຮັບໃຊ້​ໃນ​ວິຫານ​ຝ່າຍ​ວິນຍານ​ຂອງ​ພະອົງ​ໃນ​ທຸກ​ມື້​ນີ້.—ມາລາກີ 3:18

      11. ໃນ​ທຸກ​ມື້​ນີ້​ເຮົາ​ໄດ້​ຮັບ​ສິດທິ​ພິເສດ​ຫຍັງ?

      11 ເປັນ​ຕາ​ຕື່ນ​ເຕັ້ນ​ແທ້ໆ​ທີ່​ຮູ້​ວ່າ​ຕັ້ງ​ແຕ່​ປີ 1919 ພະ​ເຢໂຫວາ​ໄດ້​ເປີດ​ໂອກາດ​ໃຫ້​ມະນຸດ​ທີ່​ບໍ່​ສົມບູນ​ແບບ​ໄດ້​ປັບ​ປຸງ ເສີມ​ສ້າງ ແລະ​ຂະຫຍາຍ​ອຸທິຍານ​ຝ່າຍ​ວິນຍານ. ເຈົ້າ​ກຳລັງ​ມີ​ສ່ວນ​ເຮັດ​ວຽກ​ທີ່​ພິເສດ​ນີ້​ບໍ? ເຈົ້າ​ຮູ້​ຄຸນຄ່າ​ສິດທິ​ພິເສດ​ທີ່​ໄດ້​ຮ່ວມ​ວຽກ​ກັບ​ພະ​ເຢໂຫວາ​ບໍ ເພື່ອ​ເຮັດ​ໃຫ້​ພະອົງ​ໄດ້​ຮັບ​ການ​ສັນລະເສີນ​ຢູ່​ໃນ​ໂລກ​ນີ້?

      ພະ​ເຢໂຫວາ​ເຮັດ​ໃຫ້​ອົງການ​ຂອງ​ພະອົງ​ງົດງາມ​ຂຶ້ນ

      12. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ເອຊາອີ 60:17 ໄດ້​ສຳເລັດ​ເປັນ​ຈິງ? (ເບິ່ງ​ຮູບ​ໃນ​ໜ້າ 3)

      12 ຜູ້​ພະຍາກອນ​ເອຊາອີ​ໄດ້​ບອກ​ລ່ວງ​ໜ້າ​ວ່າ​ຈະ​ມີ​ການ​ປ່ຽນ​ແປງ​ແລະ​ການ​ປັບ​ປ່ຽນ​ຫຼາຍ​ຢ່າງ​ທີ່​ໜ້າ​ງຶດງໍ້​ເຊິ່ງ​ຈະ​ເກີດ​ຂຶ້ນ​ໃນ​ອົງການ​ຂອງ​ພະເຈົ້າ​ໃນ​ສ່ວນ​ທີ່​ຢູ່​ໃນ​ໂລກ​ນີ້. (ອ່ານ ເອຊາອີ 60:17) ຄົນ​ໜຸ່ມ​ນ້ອຍ​ຫຼື​ຄົນ​ໃໝ່​ທີ່​ຫາ​ກໍ​ເຂົ້າ​ມາ​ສົມທົບ​ກັບ​ອົງການ​ພຽງ​ແຕ່​ໄດ້​ອ່ານ​ຫຼື​ໄດ້​ຍິນ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຕ່າງໆ ແຕ່​ມີ​ພີ່​ນ້ອງ​ຊາຍ​ຍິງ​ຫຼາຍ​ຄົນ​ມີ​ສິດທິ​ພິເສດ​ໄດ້​ເຫັນ​ການ​ປັບ​ປ່ຽນ​ທີ່​ໜ້າ​ງຶດງໍ້​ເຫຼົ່າ​ນີ້! ຜູ້​ຮັບໃຊ້​ທີ່​ສັດ​ຊື່​ເຫຼົ່າ​ນີ້​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ກຳລັງ​ໃຊ້​ພະ​ເຍຊູ​ກະສັດ​ຂອງ​ເຮົາ​ໃຫ້​ຊີ້​ນຳ​ແລະ​ນຳ​ພາ​ອົງການ​ຂອງ​ພະອົງ. ເມື່ອ​ຟັງ​ປະສົບການ​ຂອງ​ພີ່​ນ້ອງ​ທີ່​ຮັກ​ເຫຼົ່າ​ນີ້ ເຮົາ​ກໍ​ມີ​ຄວາມ​ເຊື່ອ​ແລະ​ມີ​ຄວາມ​ໄວ້​ວາງໃຈ​ໃນ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.

      ອຸທິຍານ​ຝ່າຍ​ວິນຍານ​ແມ່ນ​ສະພາບ​ທີ່​ສະຫງົບ​ສຸກ​ແລະ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ທ່າມກາງ​ຄລິດສະຕຽນ​ແທ້​ໃນ​ທຸກ​ມື້​ນີ້

      13. ຕາມ​ທີ່​ບອກ​ໄວ້​ໃນ​ຄຳເພງ 48:12-14 ເຮົາ​ຕ້ອງ​ເຮັດ​ຫຍັງ?

      13 ຄລິດສະຕຽນ​ແທ້​ທຸກ​ຄົນ​ຕ້ອງ​ບອກ​ຄົນ​ອື່ນ​ໃຫ້​ຮູ້​ກ່ຽວ​ກັບ​ອົງການ​ຂອງ​ພະ​ເຢໂຫວາ. ເຖິງ​ວ່າ​ເຮົາ​ຈະ​ຢູ່​ໃນ​ໂລກ​ຊົ່ວ​ທີ່​ຊາຕານ​ປົກຄອງ ແຕ່​ເປັນ​ເລື່ອງ​ທີ່​ດີ​ເລີດ​ແທ້ໆ​ທີ່​ເຮົາ​ຍັງ​ມີ​ສັນຕິສຸກ​ແລະ​ມີ​ຄວາມ​ສາມັກຄີ​ໃນ​ສັງຄົມ​ພີ່​ນ້ອງ! ເຮົາ​ຕ້ອງ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ຈະ​ບອກ “ໃຫ້​ຊົ່ວ​ອາຍຸ​ພາຍ​ໜ້າ [ຄົນ​ຮຸ່ນ​ຫຼັງ]” ຮູ້ຈັກ​ເລື່ອງ​ອົງການ​ຂອງ​ພະ​ເຢໂຫວາ​ແລະ​ເລື່ອງ​ອຸທິຍານ​ຝ່າຍ​ວິນຍານ!—ອ່ານ ຄຳເພງ 48:12-14

      14, 15. ຫຼັງ​ຈາກ​ປີ 1970 ມີ​ການ​ປັບ​ປ່ຽນ​ຫຍັງ​ແລະ​ອົງການ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ການ​ປັບ​ປ່ຽນ​ນັ້ນ?

      14 ຜູ້​ສູງ​ອາຍຸ​ຫຼາຍ​ຄົນ​ໃນ​ປະຊາຄົມ​ໄດ້​ເຫັນ​ການ​ປັບ​ປ່ຽນ​ທີ່​ເຮັດ​ໃຫ້​ອົງການ​ທີ່​ຢູ່​ໃນ​ໂລກ​ນີ້​ງົດງາມ​ຂຶ້ນ. ເຂົາ​ເຈົ້າ​ຈື່​ວ່າ​ເມື່ອ​ກ່ອນ​ໃນ​ປະຊາຄົມ​ຕ່າງໆ​ມີ​ຜູ້​ຮັບໃຊ້​ປະຊາຄົມ​ພຽງ​ຄົນ​ດຽວ ແຕ່​ຕອນ​ນີ້​ປ່ຽນ​ມາ​ເປັນ​ຄະນະ​ຜູ້​ເຖົ້າ​ແກ່. ເມື່ອ​ກ່ອນ​ປະເທດ​ຕ່າງໆ​ມີ​ຜູ້​ຮັບໃຊ້​ສາຂາ​ພຽງ​ຄົນ​ດຽວ ແຕ່​ຕອນ​ນີ້​ປ່ຽນ​ມາ​ເປັນ​ຄະນະ​ກຳມະການ​ສາຂາ. ເມື່ອ​ກ່ອນ​ມີ​ປະທານ​ຂອງ​ສະມາຄົມ​ວັອດ ທາວ​ເວີ ພຽງ​ຄົນ​ດຽວ​ທີ່​ໃຫ້​ການ​ຊີ້​ນຳ ແຕ່​ຕອນ​ນີ້​ປ່ຽນ​ມາ​ເປັນ​ຄະນະ​ກຳມະການ​ປົກຄອງ​ຂອງ​ພະຍານ​ພະ​ເຢໂຫວາ​ທີ່​ໃຫ້​ການ​ຊີ້​ນຳ. ເຖິງ​ວ່າ​ພີ່​ນ້ອງ​ຊາຍ​ເຫຼົ່າ​ນີ້​ມີ​ຜູ້​ຊ່ວຍ​ທີ່​ສັດ​ຊື່ ແຕ່​ທີ່​ຈິງ​ແລ້ວ​ມີ​ພີ່​ນ້ອງ​ຊາຍ​ພຽງ​ຄົນ​ດຽວ​ເທົ່າ​ນັ້ນ​ທີ່​ຕັດສິນ​ໃຈ​ໃນ​ເລື່ອງ​ຕ່າງໆ​ຂອງ​ປະຊາຄົມ ສຳນັກງານ​ສາຂາ ແລະ​ສຳນັກງານ​ໃຫຍ່. ແຕ່​ຫຼັງ​ຈາກ​ປີ 1970 ໄດ້​ມີ​ການ​ປັບ​ປ່ຽນ​ໃຫ້​ມີ​ການ​ຕັດສິນ​ໃຈ​ເປັນ​ຄະນະ​ໃນ​ເລື່ອງ​ຕ່າງໆ​ແທນ​ທີ່​ຈະ​ເປັນ​ພີ່​ນ້ອງ​ຊາຍ​ພຽງ​ຄົນ​ດຽວ​ທີ່​ຕັດສິນ​ໃຈ.

      15 ເປັນ​ຫຍັງ​ການ​ປັບ​ປ່ຽນ​ເຫຼົ່າ​ນີ້​ຈຶ່ງ​ເປັນ​ປະໂຫຍດ​ຕໍ່​ອົງການ? ຍ້ອນ​ພີ່​ນ້ອງ​ຊາຍ​ເຫຼົ່າ​ນັ້ນ​ໄດ້​ອາໄສ​ຄວາມ​ເຂົ້າ​ໃຈ​ທີ່​ແຈ້ງ​ຂຶ້ນ​ກວ່າ​ເກົ່າ​ຈາກ​ພະ​ຄຳພີ. ແທນ​ທີ່​ຈະ​ມີ​ພີ່​ນ້ອງ​ຊາຍ​ພຽງ​ຄົນ​ດຽວ​ຕັດສິນ​ໃຈ​ໃນ​ທຸກ​ເລື່ອງ ແຕ່​ອົງການ​ໄດ້​ຮັບ​ປະໂຫຍດ​ຈາກ​ຄຸນ​ລັກສະນະ​ທີ່​ດີ​ຕ່າງໆ​ຂອງ​ຜູ້​ເຖົ້າ​ແກ່​ທຸກ​ຄົນ ເຊິ່ງ​ເປັນ “ເຄື່ອງ​ປະທານ” ໃນ​ລັກສະນະ​ມະນຸດ​ທີ່​ພະ​ເຢໂຫວາ​ຈັດ​ຕຽມ​ໃຫ້.—ເອເຟດ 4:8; ສຸພາສິດ 24:6

      ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຈັບ​ເອົາ​ແຜ່ນ​ພັບ​ຈາກ​ລໍ້​ຍູ້​ທີ່​ມີ​ຖານ​ໃສ່​ປຶ້ມ ເຂົ້າ​ໄປ​ໃນ​ເວັບໄຊ jw.org ແລະ​ຮຽນ​ຄຳພີ​ໄບເບິນ

      ພະ​ເຢໂຫວາ​ຈັດ​ໃຫ້​ມີ​ຄຳ​ແນະນຳ​ທີ່​ຈຳເປັນ​ສຳລັບ​ຜູ້​ຄົນ​ທົ່ວ​ໂລກ (ເບິ່ງ​ຂໍ້ 16, 17)

      16, 17. ເມື່ອ​ບໍ່​ດົນ​ມາ​ນີ້​ເຈົ້າ​ປະທັບ​ໃຈ​ການ​ປັບ​ປ່ຽນ​ຫຍັງ​ໃນ​ອົງການ ແລະ​ຍ້ອນ​ຫຍັງ​ຈຶ່ງ​ປະທັບ​ໃຈ?

      16 ຂໍ​ໃຫ້​ຄິດ​ເຖິງ​ການ​ປັບ​ປ່ຽນ​ບາງ​ຢ່າງ​ເມື່ອ​ບໍ່​ດົນ​ມາ​ນີ້​ກ່ຽວ​ກັບ​ໜັງສື​ຕ່າງໆ​ຂອງ​ເຮົາ. ໃນ​ການ​ປະກາດ ເຮົາ​ມັກ​ການ​ສະເໜີ​ໜັງສື​ທີ່​ເປັນ​ປະໂຫຍດ​ແລະ​ເປັນ​ຕາ​ດຶງ​ດູດ​ໃຈ. ນອກ​ຈາກ​ນັ້ນ ຂໍ​ໃຫ້​ຄິດ​ເຖິງ​ວິທີ​ທີ່​ເຮົາ​ໃຊ້​ເຕັກໂນໂລຊີ​ໃໝ່ໆ​ໃນ​ການ​ປະກາດ​ຂ່າວ​ດີ. ຕົວຢ່າງ​ເຊັ່ນ: ເຮົາ​ມີ​ເວັບໄຊ jw.org ທີ່​ສາມາດ​ເຂົ້າ​ເຖິງ​ຫຼາຍ​ຄົນ​ຕື່ມ​ອີກ​ເພື່ອ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຕາມ​ທີ່​ເຂົາ​ເຈົ້າ​ຈຳເປັນ​ແທ້ໆ. ການ​ປັບ​ປ່ຽນ​ທັງ​ໝົດ​ນີ້​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ສົນ​ໃຈ​ຜູ້​ຄົນ​ຢ່າງ​ແທ້​ຈິງ.

      ເຮົາ​ຮູ້ສຶກ​ຂອບໃຈ​ສຳລັບ​ການ​ຝຶກ​ອົບຮົມ​ທີ່​ໄດ້​ຮັບ​ຈາກ​ໂຮງ​ຮຽນ​ຕ່າງໆ​ຕາມ​ລະບອບ​ຂອງ​ພະເຈົ້າ

      17 ເຮົາ​ຍັງ​ຮູ້ສຶກ​ຂອບໃຈ​ທີ່​ມີ​ການ​ປັບ​ປ່ຽນ​ເລື່ອງ​ການ​ປະຊຸມ​ເພື່ອ​ເຮັດ​ໃຫ້​ເຮົາ​ມີ​ເວລາ​ທີ່​ຈະ​ນະມັດສະການ​ປະຈຳ​ຄອບຄົວ​ຫຼື​ສຶກສາ​ສ່ວນ​ຕົວ. ນອກ​ຈາກ​ນັ້ນ ເຮົາ​ຮູ້​ຄຸນຄ່າ​ທີ່​ມີ​ການ​ປ່ຽນ​ແປງ​ສ່ວນ​ຕ່າງໆ​ຂອງ​ລາຍການ​ການ​ປະຊຸມ​ໝວດ​ແລະ​ການ​ປະຊຸມ​ພາກ ເຊິ່ງ​ເບິ່ງ​ຄື​ວ່າ​ສິ່ງ​ທີ່​ເຮົາ​ໄດ້​ຮັບ​ນັ້ນ​ດີ​ຂຶ້ນ​ທຸກໆ​ປີ! ເຮົາ​ຍັງ​ຮູ້ສຶກ​ຂອບໃຈ​ສຳລັບ​ການ​ຝຶກ​ອົບຮົມ​ທີ່​ໄດ້​ຮັບ​ຈາກ​ໂຮງ​ຮຽນ​ຕ່າງໆ​ຕາມ​ລະບອບ​ຂອງ​ພະເຈົ້າ. ການ​ປັບ​ປ່ຽນ​ທັງ​ໝົດ​ນີ້​ເຮັດ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ​ພະ​ເຢໂຫວາ​ກຳລັງ​ຊີ້​ນຳ​ອົງການ​ຂອງ​ພະອົງ​ແລະ​ຍັງ​ເຮັດ​ໃຫ້​ອຸທິຍານ​ຝ່າຍ​ວິນຍານ​ງົດງາມ​ຂຶ້ນ​ເລື້ອຍໆ!

      ເຮົາ ຈະ​ມີ​ສ່ວນ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ອຸທິຍານ​ຝ່າຍ​ວິນຍານ​ງົດງາມ​ຂຶ້ນ​ເລື້ອຍໆ​

      18, 19. ເຮົາ​ຈະ​ມີ​ສ່ວນ​ເຮັດ​ໃຫ້​ອຸທິຍານ​ຝ່າຍ​ວິນຍານ​ງົດງາມ​ຂຶ້ນ​ເລື້ອຍໆ​ໄດ້​ແນວ​ໃດ?

      18 ພະ​ເຢໂຫວາ​ໃຫ້​ກຽດ​ເຮົາ​ໃນ​ການ​ມີ​ສ່ວນ​ເຮັດ​ໃຫ້​ອຸທິຍານ​ທາງ​ຝ່າຍ​ວິນຍານ​ງົດງາມ​ຂຶ້ນ​ເລື້ອຍໆ. ແຕ່​ເຮົາ​ຈະ​ເຮັດ​ໄດ້​ແນວ​ໃດ? ໂດຍ​ໃຫ້​ເຮົາ​ກະຕືລືລົ້ນ​ໃນ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ແລະ​ເຮັດ​ໃຫ້​ຄົນ​ເຂົ້າ​ມາ​ເປັນ​ລູກ​ສິດ​ຫຼາຍ​ຂຶ້ນ​ຕື່ມ​ອີກ. ທຸກ​ຄັ້ງ​ທີ່​ເຮົາ​ຊ່ວຍ​ຄົນ​ໜຶ່ງ​ເຂົ້າ​ມາ​ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ມີ​ສ່ວນ​ເຮັດ​ໃຫ້​ອຸທິຍານ​ຝ່າຍ​ວິນຍານ​ເຕີບ​ໃຫຍ່​ຂະຫຍາຍ​ຕົວ​ຂຶ້ນ​ເລື້ອຍໆ.—ເອຊາອີ 26:15; 54:2

      19 ນອກ​ຈາກ​ນັ້ນ ເຮົາ​ຍັງ​ມີ​ສ່ວນ​ເຮັດ​ໃຫ້​ອຸທິຍານ​ຝ່າຍ​ວິນຍານ​ງົດງາມ​ຂຶ້ນ​ເມື່ອ​ເຮົາ​ພະຍາຍາມ​ພັດທະນາ​ຄຸນ​ລັກສະນະ​ແບບ​ຄລິດສະຕຽນ. ສິ່ງ​ນີ້​ຊ່ວຍ​ເຮັດ​ໃຫ້​ອຸທິຍານ​ຝ່າຍ​ວິນຍານ​ເປັນ​ຕາ​ດຶງ​ດູດ​ໃຈ​ຫຼາຍ​ຂຶ້ນ​ສຳລັບ​ຄົນ​ອື່ນ. ຕາມ​ປົກກະຕິ​ແລ້ວ ສິ່ງ​ທຳອິດ​ທີ່​ດຶງ​ດູດ​ຜູ້​ຄົນ​ໃຫ້​ເຂົ້າ​ມາ​ສົມທົບ​ກັບ​ອົງການ ບໍ່​ແມ່ນ​ພຽງ​ຍ້ອນ​ວ່າ​ເຮົາ​ມີ​ຄວາມ​ຮູ້​ໃນ​ຄຳພີ​ໄບເບິນ ແຕ່​ຍ້ອນ​ເຮົາ​ມີ​ການ​ປະພຶດ​ທີ່​ສະອາດ​ແລະ​ມີ​ຄວາມ​ສະຫງົບ​ສຸກ ແລະ​ຈາກ​ນັ້ນ​ກໍ​ແມ່ນ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ທີ່​ດຶງ​ດູດ​ໃຈ​ເຂົາ​ເຈົ້າ.

      ຊາຍ​ໜຸ່ມ​ຄົນ​ໜຶ່ງ​ເຂົ້າ​ຮ່ວມ​ການ​ປະຊຸມ ອອກ​ຄຳ​ຄິດ​ເຫັນ​ຢູ່​ການ​ປະຊຸມ ແລະ​ຮັບ​ບັບເຕມາ

      ເຈົ້າ​ສາມາດ​ມີ​ສ່ວນ​ເຮັດ​ໃຫ້​ອຸທິຍານ​ຝ່າຍ​ວິນຍານ​ເຕີບ​ໃຫຍ່​ຂະຫຍາຍ​ຕົວ​ຂຶ້ນ (ເບິ່ງ​ຂໍ້ 18, 19)

      20. ຕາມ​ທີ່​ບອກ​ໄວ້​ໃນ​ສຸພາສິດ 14:35 ເຮົາ​ຄວນ​ມີ​ຄວາມ​ປາຖະໜາ​ຢາກ​ຈະ​ເຮັດ​ຫຍັງ?

      20 ໃນ​ທຸກ​ມື້​ນີ້​ທັງ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຕ້ອງ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ​ທີ່​ເຫັນ​ອຸທິຍານ​ຝ່າຍ​ວິນຍານ​ຂອງ​ເຮົາ​ງົດງາມ​ຂຶ້ນ. ຄວາມ​ສຸກ​ທີ່​ໄດ້​ໃນ​ຕອນ​ນີ້​ຈາກ​ການ​ເຮັດ​ໃຫ້​ອຸທິຍານ​ຝ່າຍ​ວິນຍານ​ງົດງາມ​ຂຶ້ນ ເປັນ​ພຽງ​ຄວາມ​ຮູ້ສຶກ​ເລັກໆ​ນ້ອຍໆ​ຖ້າ​ທຽບ​ກັບ​ຄວາມ​ສຸກ​ທີ່​ເຮົາ​ຈະ​ໄດ້​ເມື່ອ​ເຮົາ​ເຮັດ​ໃຫ້​ໂລກ​ນີ້​ເປັນ​ອຸທິຍານ​ແທ້ໆ. ເຮົາ​ຄວນ​ຈື່​ໄວ້​ສະເໝີ​ໃນ​ສິ່ງ​ທີ່​ສຸພາສິດ 14:35 ບອກ​ທີ່​ວ່າ: “ກະສັດ​ກໍ​ຊອບ​ໃຈ​ດ້ວຍ​ຂ້າ​ໃຊ້​ຜູ້​ມີ​ຄວາມ​ເຂົ້າ​ໃຈ [ສະຕິ​ປັນຍາ].” ຂໍ​ໃຫ້​ເຮົາ​ເປັນ​ຄົນ​ສະຫຼາດ​ສຸຂຸມ​ໃນ​ຂະນະ​ທີ່​ເຮັດ​ວຽກ​ໜັກ​ເພື່ອ​ເຮັດ​ໃຫ້​ອຸທິຍານ​ຝ່າຍ​ວິນຍານ​ງົດງາມ​ຂຶ້ນ!

      ການ​ອະທິບາຍ​ບາງ​ສຳນວນ

      • ຄຳ​ວ່າ “ມ້າ​ຮອງ​ຕີນ” ຂອງ​ພະເຈົ້າ ໝາຍ​ເຖິງ​ໂລກ​ນີ້. ນອກ​ຈາກ​ນັ້ນ​ກໍ​ຍັງ​ໃຊ້​ຄຳ​ນີ້​ເພື່ອ​ກ່າວ​ເຖິງ​ວິຫານ​ໃນ​ອິດສະລາແອນ​ບູຮານ

      • ວິຫານ​ຝ່າຍ​ວິນຍານ ໝາຍ​ເຖິງ​ການ​ຈັດ​ຕຽມ​ຂອງ​ພະ​ເຢໂຫວາ​ທີ່​ເຮັດ​ໃຫ້​ເຮົາ​ສາມາດ​ນະມັດສະການ​ພະອົງ​ໃນ​ວິທີ​ທີ່​ພະອົງ​ຍອມ​ຮັບ

      • ອຸທິຍານ​ຝ່າຍ​ວິນຍານ ໝາຍ​ເຖິງ​ສະພາບ​ທີ່​ສະຫງົບ​ສຸກ​ແລະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ທີ່​ພະ​ເຢໂຫວາ​ຈັດ​ໃຫ້​ເຮົາ​ຢູ່​ໃນ​ອົງການ​ຂອງ​ພະອົງ

  • “ຄວາມ​ພົ້ນ​ຂອງ​ທ່ານ​ທັງ​ຫຼາຍ​ກໍ​ມາ​ໃກ້​ແລ້ວ”!
    ຫໍສັງເກດການ—2015 | 15 ກໍລະກົດ
    • ຄລິດສະຕຽນ​ຄອບຄົວ​ໜຶ່ງ​ທີ່​ມີ​ຊີວິດ​ຢູ່​ໃນ​ສະຕະວັດ​ທຳອິດ​ແນມ​ເບິ່ງ​ຈາກ​ຫຼັງ​ຄາ​ເຮືອນ​ໃນ​ຂະນະ​ທີ່​ກຳແພງ​ດ້ານ​ນອກ​ຂອງ​ວິຫານ​ຖືກ​ທຳລາຍ

      “ຄວາມ​ພົ້ນ​ຂອງ​ທ່ານ​ທັງ​ຫຼາຍ​ກໍ​ມາ​ໃກ້​ແລ້ວ”!

      “ຈົ່ງ​ເບິ່ງ​ທາງ​ເທິງ [ຢືນ​ຕົວ​ຊື່] ແລະ​ເງີຍ​ຫົວ​ຂຶ້ນ ເພາະ​ວ່າ​ຄວາມ​ພົ້ນ​ຂອງ​ທ່ານ​ທັງ​ຫຼາຍ​ກໍ​ມາ​ໃກ້​ແລ້ວ.”—ລືກາ 21:28

      ເພງ: 133, 43

      ເຈົ້າ​ຈະ​ຕອບ​ແນວ​ໃດ?

      • ອີກ​ບໍ່​ດົນ​ເຮົາ​ຈະ​ປະສົບ​ກັບ​ເຫດການ​ຫຍັງ ເຊິ່ງ​ຄ້າຍ​ຄື​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ປີ 66?

      • ຫຼັງ​ຈາກ​ທີ່ “ບາບີໂລນ . . . ໃຫຍ່” ຖືກ​ທຳລາຍ ຈະ​ເປັນ​ເວລາ​ຂອງ​ການ​ທົດ​ສອບ​ຫຍັງ?

      • ໃນ​ມັດທາຍ 24:31 ກ່າວ​ເຖິງ​ການ​ຮີບ​ໂຮມ​ຫຍັງ?

      1. ມີ​ເຫດການ​ຫຍັງ​ເກີດ​ຂຶ້ນ​ໃນ​ປີ ຄ.ສ. 66? (ເບິ່ງ​ຮູບ​ທຳອິດ)

      ໃຫ້​ນຶກ​ພາບ​ວ່າ​ເຈົ້າ​ເປັນ​ຄລິດສະຕຽນ​ທີ່​ມີ​ຊີວິດ​ຢູ່​ໃນ​ເມືອງ​ເຢຣຶຊາເລມ​ໃນ​ປີ ຄ.ສ. 66 ມີ​ຫຼາຍ​ສິ່ງ​ໄດ້​ເກີດ​ຂຶ້ນ. ເຈົ້າ​ແຂວງ​ຄົນ​ໂລມ​ທີ່​ຊື່ ຟ​ລໍ​ຣຸດ ໄດ້​ຍຶດ​ເງິນ 17 ຕະລັນ​ຈາກ​ຕູ້​ເກັບ​ເງິນ​ໃນ​ວິຫານ​ເຊິ່ງ​ເຮັດ​ໃຫ້​ພວກ​ຢິວ​ພາ​ກັນ​ຄຽດ​ແຄ້ນ​ທັນທີ. ເຂົາ​ເຈົ້າ​ຈຶ່ງ​ຂ້າ​ທະຫານ​ໂລມ​ຫຼາຍ​ຄົນ​ແລະ​ປະກາດ​ຕົວ​ເປັນ​ເອກະລາດ​ຈາກ​ໂລມ. ແຕ່​ພວກ​ໂລມ​ກໍ​ຕອບ​ໂຕ້​ທັນທີ. ພາຍ​ໃນ​ສາມ​ເດືອນ ເຊ​ຕິ​ອຸດ ກັດ​ລຸ​ສ ໄດ້​ພາ​ກອງ​ທະຫານ 30.000 ຄົນ ມາ​ລ້ອມ​ເມືອງ​ເຢຣຶຊາເລມ. ພວກ​ຢິວ​ທີ່​ກະບົດ​ໄດ້​ພາ​ກັນ​ລີ້​ຕົວ​ຢູ່​ໃນ​ວິຫານ ແຕ່​ໃນ​ທີ່​ສຸດ​ພວກ​ທະຫານ​ໂລມ​ກໍ​ເຂົ້າ​ໄປ​ເຖິງ​ກຳແພງ​ທາງ​ດ້ານ​ນອກ​ຂອງ​ວິຫານ​ແລະ​ພະຍາຍາມ​ບຸກ​ເຂົ້າ​ໄປ​ໃນ​ວິຫານ. ທຸກໆ​ຄົນ​ທີ່​ຢູ່​ໃນ​ເມືອງ​ເລີ່ມ​ຕົກໃຈ​ຢ້ານ. ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ​ຖ້າ​ເຫັນ​ເຫດການ​ທັງ​ໝົດ​ນີ້?

      2. ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ຕ້ອງ​ເຮັດ​ຫຍັງ​ເມື່ອ​ເຂົາ​ເຈົ້າ​ເຫັນ​ພວກ​ທະຫານ​ໂລມ​ມາ​ອ້ອມ​ເມືອງ ແລະ​ເລື່ອງ​ນີ້​ຈະ​ເປັນ​ໄປ​ໄດ້​ແນວ​ໃດ?

      2 ຫຼາຍ​ປີ​ກ່ອນ​ໜ້າ​ນີ້​ພະ​ເຍຊູ​ໄດ້​ເຕືອນ​ລູກ​ສິດ​ຂອງ​ພະອົງ​ກ່ຽວ​ກັບ​ເຫດການ​ນີ້​ແລະ​ໄດ້​ສັ່ງ​ວ່າ: “ເວລາ​ທ່ານ​ທັງ​ຫຼາຍ​ຈະ​ເຫັນ​ເມືອງ​ເຢຣຶຊາເລມ​ແວດ​ລ້ອມ​ດ້ວຍ​ກອງທັບ​ທັງ​ຫຼາຍ ໃນ​ເວລາ​ນັ້ນ​ທ່ານ​ຈົ່ງ​ຮູ້ຈັກ​ວ່າ​ຄວາມ​ຈິບຫາຍ​ຂອງ​ເມືອງ​ນັ້ນ​ໄດ້​ມາ​ໃກ້​ແລ້ວ. ໃນ​ເວລາ​ນັ້ນ​ຄົນ​ທັງ​ຫຼາຍ​ທີ່​ຢູ່​ໃນ​ແຂວງ​ຢູເດ​ຈົ່ງ​ປົບ​ໜີ​ໄປ​ທີ່​ພູເຂົາ​ເຖີ້ນ ແລະ​ຄົນ​ທັງ​ຫຼາຍ​ທີ່​ຢູ່​ໃນ​ເມືອງ​ເຢຣຶຊາເລມ​ຈົ່ງ​ອອກ​ຈາກ​ເມືອງ​ນັ້ນ ແລະ​ຄົນ​ທັງ​ຫຼາຍ​ທີ່​ຢູ່​ບ້ານ​ນອກ​ຢ່າ​ເຂົ້າ​ໄປ​ໃນ​ເມືອງ​ນັ້ນ.” (ລືກາ 21:20, 21) ເຂົາ​ເຈົ້າ​ຈະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຍຊູ​ໄດ້​ແນວ​ໃດ​ທີ່​ໃຫ້​ອອກ​ຈາກ​ເມືອງ​ເຢຣຶຊາເລມ​ໃນ​ເມື່ອ​ມີ​ທະຫານ​ອ້ອມ​ເມືອງ​ໄວ້​ຢູ່? ມີ​ສິ່ງ​ທີ່​ບໍ່​ຄາດ​ຄິດ​ເກີດ​ຂຶ້ນ. ກອງ​ທະຫານ​ໂລມ​ໄດ້​ເຄື່ອນ​ທັບ​ອອກ​ຈາກ​ເມືອງ​ເຢຣຶຊາເລມ​ຢ່າງ​ກະທັນຫັນ! ນັ້ນ​ຈຶ່ງ​ເປັນ​ຕາມ​ທີ່​ພະ​ເຍຊູ​ໄດ້​ບອກ​ໄວ້​ທີ່​ວ່າ ການ​ໂຈມຕີ​ນັ້ນ​ຈະ​ຖືກ “ຕັດ​ໃຫ້​ສັ້ນ​ເຂົ້າ.” (ມັດທາຍ 24:22) ເມື່ອ​ກອງ​ທະຫານ​ຖອຍ​ອອກ​ໄປ ຕອນ​ນີ້​ຄລິດສະຕຽນ​ທີ່​ສັດ​ຊື່​ຈຶ່ງ​ມີ​ໂອກາດ​ທີ່​ຈະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຍຊູ​ທີ່​ໃຫ້​ໜີ​ໄປ​ທີ່​ພູເຂົາ​ທັນທີ.a ຫຼັງ​ຈາກ​ນັ້ນ ໃນ​ປີ ຄ.ສ. 70 ກອງ​ທະຫານ​ໂລມ​ພວກ​ໃໝ່​ກໍ​ໄດ້​ກັບ​ຄືນ​ມາ​ເມືອງ​ເຢຣຶຊາເລມ​ອີກ. ເທື່ອ​ນີ້ ພວກ​ທະຫານ​ໄດ້​ທຳລາຍ​ເມືອງ​ຈົນ​ບໍ່​ເຫຼືອ​ຫຍັງ​ເລີຍ. ແຕ່​ທຸກ​ຄົນ​ທີ່​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຍຊູ​ໄດ້​ລອດ​ຊີວິດ.

      3. ອີກ​ບໍ່​ດົນ​ຈະ​ມີ​ເຫດການ​ຫຍັງ​ທີ່​ຄ້າຍໆ​ກັນ​ນີ້​ເກີດ​ຂຶ້ນ​ກັບ​ຄລິດສະຕຽນ ແລະ​ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

      3 ຄຳ​ເຕືອນ​ແລະ​ຄຳ​ສັ່ງ​ທີ່​ພະ​ເຍຊູ​ໃຫ້​ນັ້ນ​ຍັງ​ໃຊ້​ໄດ້​ກັບ​ສະໄໝ​ຂອງ​ເຮົາ​ນຳ. ອີກ​ບໍ່​ດົນ ເຮົາ​ກໍ​ຈະ​ຕົກ​ຢູ່​ໃນ​ສະຖານະການ​ທີ່​ຄ້າຍ​ຄື​ກັນ​ນັ້ນ. ພະ​ເຍຊູ​ໃຊ້​ເຫດການ​ຕ່າງໆ​ໃນ​ສະຕະວັດ​ທຳອິດ​ເພື່ອ​ອະທິບາຍ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ເມື່ອ “ຄວາມ​ທຸກ​ທໍລະມານ​ຢ່າງ​ໜັກ [ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່]” ເລີ່ມ​ຕົ້ນ​ຂຶ້ນ​ຢ່າງ​ກະທັນຫັນ. (ມັດທາຍ 24:3, 21, 29) ຄື​ກັບ​ຄລິດສະຕຽນ​ທີ່​ສັດ​ຊື່​ໄດ້​ລອດ​ຊີວິດ​ຈາກ​ການ​ທຳລາຍ​ເມືອງ​ເຢຣຶຊາເລມ ຈະ​ມີ “ຝູງ​ຄົນ​ເປັນ​ອັນ​ມາກ [ຊົນ​ຝູງ​ໃຫຍ່]” ລອດ​ຊີວິດ​ຈາກ​ໄພ​ພິບັດ​ທີ່​ກຳລັງ​ຈະ​ເກີດ​ຂຶ້ນ​ຢູ່​ທົ່ວ​ໂລກ. (ອ່ານ ຄຳປາກົດ 7:9, 13, 14) ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ເຂົ້າ​ໃຈ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ໄວ້​ກ່ຽວ​ກັບ​ເຫດການ​ເຫຼົ່າ​ນີ້​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ. ເປັນ​ຫຍັງ​ຈຶ່ງ​ສຳຄັນ? ກໍ​ຍ້ອນ​ວ່າ​ຊີວິດ​ຂອງ​ເຮົາ​ຂຶ້ນ​ຢູ່​ກັບ​ຄວາມ​ເຂົ້າ​ໃຈ​ໃນ​ເລື່ອງ​ນີ້. ດັ່ງ​ນັ້ນ ໃຫ້​ເຮົາ​ມາ​ພິຈາລະນາ​ເບິ່ງ​ວ່າ​ເຫດການ​ເຫຼົ່າ​ນີ້​ຈະ​ມີ​ຜົນ​ກະທົບ​ຕໍ່​ເຮົາ​ເປັນ​ສ່ວນ​ຕົວ​ແນວ​ໃດ.

      ການ​ເລີ່ມ​ຕົ້ນ​ຂອງ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່

      4. ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ຈະ​ເລີ່ມ​ຕົ້ນ​ແນວ​ໃດ?

      4 ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ຈະ​ເລີ່ມ​ຕົ້ນ​ແນວ​ໃດ? ເຫດການ​ຈະ​ເລີ່ມ​ຕົ້ນ​ໂດຍ​ການ​ທຳລາຍ​ສາສະໜາ​ທັງ​ໝົດ​ທີ່​ສອນ​ບໍ່​ຈິງ. ຄຳພີ​ໄບເບິນ​ເອີ້ນ​ສາສະໜາ​ເຫຼົ່າ​ນັ້ນ​ວ່າ: “ບາບີໂລນ​ໃຫຍ່ [ເຊິ່ງ] ເປັນ​ແມ່​ຂອງ​ຍິງ​ແມ່​ຈ້າງ​ທັງ​ຫຼາຍ.” (ຄຳປາກົດ 17:5-7) ເປັນ​ຫຍັງ​ຈຶ່ງ​ເອີ້ນ​ສາສະໜາ​ເຫຼົ່າ​ນັ້ນ​ວ່າ​ເປັນ​ຍິງ​ແມ່​ຈ້າງ? ກໍ​ເພາະ​ວ່າ​ພວກ​ອາຈານ​ຂອງ​ສາສະໜາ​ເຫຼົ່າ​ນັ້ນ​ບໍ່​ສັດ​ຊື່​ຕໍ່​ພະເຈົ້າ. ແທນ​ທີ່​ຈະ​ສະໜັບສະໜູນ​ພະ​ເຍຊູ​ແລະ​ລາຊະອານາຈັກ​ຂອງ​ພະອົງ​ຢ່າງ​ສັດ​ຊື່ ແຕ່​ເຂົາ​ເຈົ້າ​ພັດ​ສະໜັບສະໜູນ​ລັດຖະບານ​ຂອງ​ມະນຸດ ແລະ​ເພື່ອ​ຈະ​ໄດ້​ອຳນາດ​ຫຼາຍ​ຂຶ້ນ​ເຂົາ​ເຈົ້າ​ຈຶ່ງ​ບໍ່​ໄດ້​ສອນ​ຕາມ​ຫຼັກ​ຄຳ​ສອນ​ຕ່າງໆ​ທີ່​ມີ​ຢູ່​ໃນ​ຄຳພີ​ໄບເບິນ. ການ​ນະມັດສະການ​ຂອງ​ເຂົາ​ເຈົ້າ​ບໍ່​ສະອາດ​ຄື​ກັບ​ການ​ນະມັດສະການ​ຂອງ​ຜູ້​ຖືກ​ເຈີມ. (2 ໂກລິນໂທ 11:2; ຢາໂກໂບ 1:27; ຄຳປາກົດ 14:4) ແຕ່​ໃຜ​ຈະ​ທຳລາຍ​ບາບີໂລນ​ໃຫຍ່? ພະ​ເຢໂຫວາ​ຈະ​ກະຕຸ້ນ “ເຂົາ 10 ອັນ” ຂອງ “ສັດ​ຮ້າຍ​ຕົວ​ໜຶ່ງ​ສີ​ແດງ​ຈັດ” ໃຫ້ “ກະທຳ​ຕາມ​ນ້ຳໃຈ​ຂອງ​ພະອົງ.” ໃນ​ນີ້ “ສັດ​ຮ້າຍ​ຕົວ​ໜຶ່ງ​ສີ​ແດງ​ຈັດ” ໝາຍ​ເຖິງ​ອົງການ​ສະຫະປະຊາຊາດ ແລະ “ເຂົາ 10 ອັນ” ໝາຍ​ເຖິງ​ອຳນາດ​ທາງ​ການ​ເມືອງ​ທັງ​ໝົດ​ທີ່​ໃຫ້​ການ​ສະໜັບສະໜູນ​ອົງການ​ສະຫະປະຊາຊາດ.—ອ່ານ ຄຳປາກົດ 17:3, 16-18

      5, 6. ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ວ່າ​ການ​ທຳລາຍ​ບາບີໂລນ​ໃຫຍ່​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ສະມາຊິກ​ທຸກ​ຄົນ​ຂອງ​ສາສະໜາ​ທີ່​ສອນ​ບໍ່​ຈິງ​ຈະ​ຕາຍ​ໝົດ?

      5 ເມື່ອ​ບາບີໂລນ​ໃຫຍ່​ຖືກ​ທຳລາຍ ສະມາຊິກ​ທຸກ​ຄົນ​ຂອງ​ສາສະໜາ​ທີ່​ສອນ​ບໍ່​ຈິງ​ຈະ​ຖືກ​ຂ້າ​ໝົດ​ບໍ? ບໍ່. ພະ​ເຢໂຫວາ​ດົນ​ໃຈ​ໃຫ້​ຜູ້​ພະຍາກອນ​ຊາກາລີ​ຂຽນ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ. ໃນ​ຕອນ​ນັ້ນ ບາງ​ຄົນ​ທີ່​ເຄີຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ສາສະໜາ​ເຫຼົ່າ​ນັ້ນ​ຈະ​ເວົ້າ​ວ່າ: “‘ຂ້ອຍ​ບໍ່​ເປັນ​ຜູ້​ທຳນວາຍ. ຂ້ອຍ​ເປັນ​ຄົນ​ໄຖ​ນາ ເຫດ​ວ່າ​ເຂົາ​ໄດ້​ຊື້​ຂ້ອຍ​ເປັນ​ທາດ​ຕັ້ງ​ແຕ່​ຍັງ​ໜຸ່ມ.’ ແລະ​ເຂົາ​ຈະ​ຖາມ​ເພິ່ນ​ວ່າ ‘ເຈົ້າ​ເປັນ​ບາດ​ມື​ເປັນ​ສິ່ງ​ໃດ? [ບາດ​ແຜ​ຫຍັງ​ທີ່​ໜ້າ​ເອິກ​ຂອງ​ເຈົ້າ?, ທ.ປ.]’ ແລະ​ເພິ່ນ​ຈະ​ຕອບ​ວ່າ ‘ຂ້ອຍ​ໄດ້​ຖືກ​ບາດ​ໃນ​ເຮືອນ​ຂອງ​ພວກ​ສ່ຽວ.’” (ຊາກາລີ 13:4-6) ດັ່ງ​ນັ້ນ ຈຶ່ງ​ເຫັນ​ໄດ້​ວ່າ​ແມ່ນ​ແຕ່​ຜູ້​ນຳ​ທາງ​ສາສະໜາ​ກໍ​ຈະ​ເຮັດ​ຄື​ກັບ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ນັບຖື​ສາສະໜາ​ແລະ​ຈະ​ປະຕິເສດ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ເປັນ​ສ່ວນ​ຂອງ​ສາສະໜາ​ເຫຼົ່າ​ນັ້ນ.

      6 ໃນ​ໄລຍະ​ນັ້ນ​ປະຊາ​ຂົນ​ຂອງ​ພະເຈົ້າ​ຈະ​ເປັນ​ແນວ​ໃດ? ພະ​ເຍຊູ​ອະທິບາຍ​ວ່າ: “ຖ້າ​ແມ່ນ​ວັນ​ທັງ​ຫຼາຍ​ນັ້ນ​ບໍ່​ຕ້ອງ​ຕັດ​ໃຫ້​ສັ້ນ​ເຂົ້າ ເນື້ອ [ໜັງ] ຈະ​ພົ້ນ​ບໍ່​ໄດ້​ສັກ​ຕົວ​ດຽວ ແຕ່​ວ່າ​ເພາະ​ເຫັນ​ແກ່​ຄົນ​ທັງ​ຫຼາຍ​ທີ່​ເລືອກ​ໄວ້​ນັ້ນ ວັນ​ທັງ​ຫຼາຍ​ນັ້ນ​ຈະ​ໄດ້​ເປັນ​ທີ່​ຕັດ​ໃຫ້​ສັ້ນ​ເຂົ້າ.” (ມັດທາຍ 24:22) ໃນ​ສະຕະວັດ​ທຳອິດ ຄວາມ​ທຸກ​ລຳບາກ​ໃນ​ເມືອງ​ເຢຣຶຊາເລມ​ຖືກ “ຕັດ​ໃຫ້​ສັ້ນ​ເຂົ້າ” ກໍ​ເພື່ອ​ເປີດ​ໂອກາດ​ໃຫ້​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ທີ່​ເປັນ “ຄົນ​ທັງ​ຫຼາຍ​ທີ່​ເລືອກ​ໄວ້” ສາມາດ​ໜີ​ໄປ​ໄດ້. ຄ້າຍ​ຄື​ກັນ ໃນ​ໄລຍະ​ເລີ່ມ​ຕົ້ນ​ຂອງ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ຈະ​ຖືກ “ຕັດ​ໃຫ້​ສັ້ນ​ເຂົ້າ” ເພາະ​ເຫັນ​ແກ່ “ຄົນ​ທັງ​ຫຼາຍ​ທີ່​ເລືອກ​ໄວ້.” ອຳນາດ​ຕ່າງໆ​ທາງ​ການ​ເມືອງ​ເຊິ່ງ​ກໍ​ຄື “ເຂົາ 10 ອັນ” ຈະ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ກຳຈັດ​ປະຊາຊົນ​ຂອງ​ພະເຈົ້າ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ຈະ​ມີ​ຄວາມ​ສະຫງົບ​ເປັນ​ເວລາ​ສັ້ນໆ​ໃນ​ໄລຍະ​ໜຶ່ງ​ຫຼັງ​ຈາກ​ການ​ໂຈມຕີ​ໃນ​ໄລຍະ​ທຳອິດ​ໄດ້​ຜ່ານ​ພົ້ນ​ໄປ.

      ເວລາ​ຂອງ​ການ​ທົດ​ສອບ​ແລະ​ການ​ຕັດສິນ

      7, 8. ຫຼັງ​ຈາກ​ສາສະໜາ​ທີ່​ສອນ​ບໍ່​ຈິງ​ຖືກ​ທຳລາຍ​ແລ້ວ​ຈະ​ມີ​ໂອກາດ​ຫຍັງ ແຕ່​ໃນ​ເວລາ​ນັ້ນ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ຈະ​ຕ່າງ​ຈາກ​ຄົນ​ອື່ນໆ​ແນວ​ໃດ?

      7 ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ຫຼັງ​ຈາກ​ທີ່​ສາສະໜາ​ເຊິ່ງ​ສອນ​ບໍ່​ຈິງ​ຖືກ​ທຳລາຍ? ນັ້ນ​ຈະ​ເປັນ​ເວລາ​ທີ່​ສະແດງ​ໃຫ້​ເຫັນ​ສິ່ງ​ທີ່​ຢູ່​ໃນ​ຫົວໃຈ​ຂອງ​ເຮົາ​ແທ້ໆ. ໃນ​ເວລາ​ນັ້ນ ມະນຸດ​ສ່ວນ​ຫຼາຍ​ຈະ​ພະຍາຍາມ​ຊອກ​ຫາ​ການ​ປົກ​ປ້ອງ​ແລະ​ການ​ຊ່ວຍ​ເຫຼືອ​ຈາກ​ອົງການ​ຂອງ​ມະນຸດ ເຊິ່ງ​ເປັນ “ຫີນ​ດານ​ແຫ່ງ [ຕາມ] ພູເຂົາ.” (ຄຳປາກົດ 6:15-17) ແຕ່​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຈະ​ໝາຍ​ເພິ່ງ​ການ​ປົກ​ປ້ອງ​ຈາກ​ພະອົງ. ເມື່ອ​ການ​ໂຈມຕີ​ຖືກ “ຕັດ​ໃຫ້​ສັ້ນ​ເຂົ້າ” ນັ້ນ​ບໍ່​ແມ່ນ​ເວລາ​ສຳລັບ​ຄົນ​ຢິວ​ທັງ​ໝົດ​ທີ່​ຈະ​ປ່ຽນ​ມາ​ເປັນ​ຄລິດສະຕຽນ​ທັນທີ ແຕ່​ເປັນ​ເວລາ​ສຳລັບ​ຄົນ​ທີ່​ເປັນ​ຄລິດສະຕຽນ​ຢູ່​ແລ້ວ​ທີ່​ຈະ​ອອກ​ມາ​ຈາກ​ເມືອງ​ເຢຣຶຊາເລມ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຍຊູ. ຄ້າຍ​ຄື​ກັນ ໃນ​ອະນາຄົດ​ເມື່ອ​ການ​ໂຈມຕີ​ບາບີໂລນ​ໃຫຍ່​ຖືກ “ຕັດ​ໃຫ້​ສັ້ນ​ເຂົ້າ” ເຮົາ​ບໍ່​ສາມາດ​ຄາດ​ໝາຍ​ໄດ້​ວ່າ​ຈະ​ມີ​ຫຼາຍ​ຄົນ​ປ່ຽນ​ມາ​ເປັນ​ຄລິດສະຕຽນ​ແທ້​ໃນ​ທັນທີ. ແຕ່​ໃນ​ຕອນ​ນັ້ນ​ຈະ​ເປັນ​ເວລາ​ສຳລັບ​ຜູ້​ນະມັດສະການ​ແທ້​ທຸກ​ຄົນ​ທີ່​ຈະ​ພິສູດ​ຕົວ​ວ່າ​ຮັກ​ພະ​ເຢໂຫວາ​ແລະ​ສະໜັບສະໜູນ​ຜູ້​ຖືກ​ເຈີມ​ຂອງ​ພະອົງ.—ມັດທາຍ 25:34-40

      ນັ້ນ​ຈະ​ເປັນ​ໂອກາດ​ທີ່​ຈະ​ພິສູດ​ຕົວ​ວ່າ​ຮັກ​ພະ​ເຢໂຫວາ​ແລະ​ສະໜັບສະໜູນ​ຜູ້​ຖືກ​ເຈີມ

      8 ເຮົາ​ບໍ່​ຮູ້​ແທ້ໆ​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ໃນ​ເວລາ​ຂອງ​ການ​ທົດ​ສອບ. ແຕ່​ເຮົາ​ຄາດ​ໝາຍ​ໄດ້​ວ່າ​ຊີວິດ​ຈະ​ບໍ່​ງ່າຍ​ແລະ​ເຮົາ​ຕ້ອງ​ພ້ອມ​ທີ່​ຈະ​ເສຍ​ສະຫຼະ. ໃນ​ສະຕະວັດ​ທຳອິດ ເພື່ອ​ຈະ​ລອດ​ຊີວິດ ຄລິດສະຕຽນ​ຕ້ອງ​ປະ​ເຮືອນ​ຊານ​ຂອງ​ຕົນ​ແລະ​ອົດ​ທົນ​ກັບ​ຄວາມ​ຍາກ​ລຳບາກ​ຕ່າງໆ. (ມາລະໂກ 13:15-18) ເຮົາ​ຄວນ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ພ້ອມ​ບໍ​ທີ່​ຈະ​ສະລະ​ຊັບ​ສົມບັດ​ວັດຖຸ​ຕ່າງໆ? ຂ້ອຍ​ເຕັມ​ໃຈ​ຈະ​ເຮັດ​ທຸກ​ສິ່ງ​ທີ່​ຈຳເປັນ​ບໍ ເພື່ອ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ?’ ຂໍ​ໃຫ້​ຄິດ​ເຖິງ​ເລື່ອງ​ນີ້! ໃນ​ຕອນ​ນັ້ນ ຄື​ກັບ​ທີ່​ຜູ້​ພະຍາກອນ​ດານຽນ​ໄດ້​ເຮັດ ຈະ​ມີ​ແຕ່​ພວກ​ເຮົາ​ເທົ່າ​ນັ້ນ​ທີ່​ນະມັດສະການ​ພະ​ເຢໂຫວາ​ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກໍ​ຕາມ.—ດານຽນ 6:10, 11

      ເວລາ “ທີ່​ສຸດ [ອະວະສານ]” ຈະ​ມາ​ເຖິງ​ແລ້ວ!

      9, 10. (ກ) ຂ່າວ​ສານ​ຫຍັງ​ທີ່​ປະຊາຊົນ​ຂອງ​ພະເຈົ້າ​ຈະ​ປະກາດ​ໃນ​ລະຫວ່າງ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່? (ຂ) ພວກ​ສັດຕູ​ຈະ​ມີ​ທ່າທີ​ແນວ​ໃດ​ຕໍ່​ປະຊາຊົນ​ຂອງ​ພະເຈົ້າ?

      9 ໃນ​ເວລາ​ທີ່​ມີ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ຈະ​ບໍ່​ແມ່ນ​ເວລາ​ທີ່​ຈະ​ປະກາດ “ຄຳ​ປະເສີດ​ນີ້​ແຫ່ງ​ແຜ່ນດິນ [ຂ່າວ​ດີ​ເລື່ອງ​ລາຊະອານາຈັກ]” ເພາະ​ເວລາ​ທີ່​ປະກາດ​ຂ່າວ​ສານ​ນັ້ນ​ໄດ້​ຜ່ານ​ໄປ​ແລ້ວ ແລະ​ເວລາ “ທີ່​ສຸດ [ອະວະສານ]” ຈະ​ມາ​ເຖິງ​ແລ້ວ! (ມັດທາຍ 24:14) ປະຊາຊົນ​ຂອງ​ພະເຈົ້າ​ຈະ​ປະກາດ​ດ້ວຍ​ຄວາມ​ກ້າຫານ​ເລື່ອງ​ຂ່າວ​ສານ​ທີ່​ໜັກແໜ້ນ​ກ່ຽວ​ກັບ​ການ​ພິພາກສາ​ເຊິ່ງ​ຈະ​ມີ​ຜົນ​ກະທົບ​ຕໍ່​ມະນຸດ​ທຸກ​ຄົນ. ຂ່າວ​ສານ​ນັ້ນ​ອາດ​ຈະ​ແມ່ນ​ຂ່າວ​ເລື່ອງ​ການ​ທຳລາຍ​ຢ່າງ​ຮາບ​ກ້ຽງ​ຂອງ​ໂລກ​ຊົ່ວ​ທີ່​ຊາຕານ​ປົກຄອງ. ຄຳພີ​ໄບເບິນ​ສົມ​ທຽບ​ຂ່າວ​ສານ​ນີ້​ເປັນ​ຄື​ກັບ​ໝາກ​ເຫັບ​ຫ່າ​ໃຫຍ່ ເມື່ອ​ກ່າວ​ວ່າ: “ມີ​ໝາກ​ເຫັບ [ຫ່າ] ໃຫຍ່ [ເຊິ່ງ​ແຕ່​ລະ​ກ້ອນ] ໜັກ​ປະມານ​ຕະລັນ​ໜຶ່ງ [ຊາວ​ກິໂລ​ກ​ຣາມ] ຕົກ​ລົງ​ມາ​ຈາກ​ຟ້າ​ສະຫວັນ​ຖືກ​ຄົນ​ທັງ​ຫຼາຍ ແລະ​ຄົນ​ທັງ​ຫຼາຍ​ນັ້ນ​ປ້ອຍ​ດ່າ​ພະເຈົ້າ​ເພາະ​ເຫດ​ໄພ​ອັນຕະລາຍ​ມາ​ແຕ່​ໝາກ​ເຫັບ​ນັ້ນ ເພາະ​ວ່າ​ໄພ​ອັນຕະລາຍ​ນັ້ນ​ໜັກ​ເຫຼືອ​ເກີນ.”—ຄຳປາກົດ 16:21

      10 ສັດຕູ​ຂອງ​ເຮົາ​ຈະ​ໄດ້​ຍິນ​ຂ່າວ​ສານ​ທີ່​ໜັກແໜ້ນ​ນີ້. ພະ​ເຢໂຫວາ​ໄດ້​ດົນ​ໃຈ​ໃຫ້​ຜູ້​ພະຍາກອນ​ເອເຊກຽນ​ອະທິບາຍ​ວ່າ ກຸ່ມ​ຊາດ​ຕ່າງໆ​ເຊິ່ງ​ໃນ​ຄຳພີ​ໄບເບິນ​ເອີ້ນ​ວ່າ​ໂຄກ​ແຫ່ງ​ມາໂຄກ​ຈະ​ມີ​ວິທີ​ຕອບ​ໂຕ້​ດັ່ງ​ນີ້: “ພະອົງ​ເຈົ້າ​ພະ​ເຢໂຫວາ​ກ່າວ​ດັ່ງ​ນີ້​ວ່າ ‘ຢູ່​ມາ​ໃນ​ວັນ​ນັ້ນ​ມີ​ຄວາມ​ຄຶດ​ຈະ​ເກີດ​ຂຶ້ນ​ໃນ​ໃຈ​ເຈົ້າ​ແລະ​ເຈົ້າ​ຈະ​ຜິປອງ​ຄຶດ​ຮ້າຍ ແລະ​ຈະ​ກ່າວ​ວ່າ “ຂ້ອຍ​ຈະ​ຂຶ້ນ​ໄປ​ໃນ​ປະເທດ​ມີ​ເມືອງ​ທັງ​ຫຼາຍ​ປາສະຈາກ​ກຳແພງ. ຂ້ອຍ​ຈະ​ໄປ​ຫາ​ຄົນ​ທັງ​ຫຼາຍ​ທີ່​ຢູ່​ສຳບາຍ [ຢ່າງ​ສັນຕິສຸກ] ທີ່​ອາໄສ​ຢູ່​ໃນ​ຄຳ​ຖາວອນ [ຢ່າງ​ປອດໄພ] ເຂົາ​ທັງ​ປວງ​ຢູ່​ໃນ​ບ້ານ​ເມືອງ​ບໍ່​ມີ​ກຳແພງ ບໍ່​ມີ​ຮາວ ບໍ່​ມີ​ປະຕູ.” ເພື່ອ​ຈະ​ເອົາ​ເຂົ້າ​ຂອງ​ໄປ​ແລະ​ປຸ້ນ​ຂອງ​ໄປ ເພື່ອ​ຈະ​ລົງ​ມື​ເທິງ​ບ່ອນ​ຊຳລຸດ​ທີ່​ມີ​ຊາວ​ຊົນ​ອີກ ແລະ​ເທິງ​ຄົນ​ທັງ​ຫຼາຍ​ທີ່​ໄດ້​ໂຮມ​ມາ​ຈາກ​ກາງ​ພວກ​ຕ່າງ​ປະເທດ​ທີ່​ໄດ້​ໂຮມ​ຝູງ​ສັດ​ບ້ານ​ກັບ​ຊັບ​ສົມບັດ​ແລະ​ທີ່​ຢູ່​ໃນ​ກາງ​ປະເທດ [ແຜ່ນດິນ​ໂລກ] ນັ້ນ.’” (ເອເຊກຽນ 38:10-12) ປະຊາຊົນ​ຂອງ​ພະເຈົ້າ​ຈະ​ໂດດ​ເດັ່ນ​ຕ່າງ​ຈາກ​ຄົນ​ອື່ນໆ ຈົນ​ເປັນ​ຄື​ກັບ​ວ່າ​ເຂົາ​ເຈົ້າ​ກຳລັງ​ມີ​ຊີວິດ ‘ຢູ່​ໃນ​ກາງ​ແຜ່ນດິນ​ໂລກ.’ ຊາດ​ຕ່າງໆ​ຈະ​ບໍ່​ສາມາດ​ຫັກ​ຫ້າມ​ຕົນ​ເອງ​ໄດ້​ອີກ​ຕໍ່​ໄປ ແລະ​ເຂົາ​ເຈົ້າ​ກະຫາຍ​ທີ່​ຈະ​ໂຈມຕີ​ບັນດາ​ຜູ້​ຖືກ​ເຈີມ​ຂອງ​ພະ​ເຢໂຫວາ​ແລະ​ຜູ້​ທີ່​ສະໜັບສະໜູນ​ເຂົາ​ເຈົ້າ.

      11. (ກ) ເຮົາ​ຕ້ອງ​ຈື່​ຫຍັງ​ໄວ້​ກ່ຽວ​ກັບ​ເຫດການ​ອື່ນໆ​ໃນ​ໄລຍະ​ທີ່​ເກີດ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່? (ຂ) ຜູ້​ຄົນ​ຈະ​ມີ​ທ່າທີ​ແນວ​ໃດ​ເມື່ອ​ເຫັນ​ສັນຍານ?

      11 ແລ້ວ​ຈາກ​ນັ້ນ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ? ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ເຮົາ​ຢ່າງ​ຄັກ​ແນ່​ກ່ຽວ​ກັບ​ລຳດັບ​ເຫດການ​ຕ່າງໆ ແຕ່​ອາດ​ຈະ​ມີ​ເຫດການ​ບາງ​ຢ່າງ​ເກີດ​ຂຶ້ນ​ໃນ​ເວລາ​ທີ່​ໃກ້​ຄຽງ​ກັນ. ພະ​ເຍຊູ​ໄດ້​ພະຍາກອນ​ໄວ້​ກ່ຽວ​ກັບ​ຕອນ​ທ້າຍ​ຂອງ​ລະບົບ​ນີ້​ວ່າ: “ຈະ​ມີ​ສຳຄັນ [ສັນຍານ] ໃນ​ດວງ​ຕາເວັນ ແລະ​ໃນ​ດວງ​ເດືອນ​ແລະ​ໃນ​ດວງ​ດາວ​ທັງ​ຫຼາຍ ແລະ​ເທິງ​ແຜ່ນດິນ​ໂລກ​ຈະ​ມີ​ຄວາມ​ວຸ່ນວາຍ ໃຈ​ຂອງ​ພວກ​ຕ່າງ​ປະເທດ​ທີ່​ຈະ​ສະ​ຫຼ້າ​ງ​ຕົກໃຈ​ເພາະ​ເຫດ​ສຽງ​ອັນ​ດັງ​ແຫ່ງ​ນ້ຳ​ທະເລ​ແລະ​ນ້ຳ​ຟອງ ຄົນ​ທັງ​ຫຼາຍ​ຈະ​ໄດ້​ຖອດ​ຈິດ​ໃຈ​ຂອງ​ເຂົາ​ອອກ​ເສຍ [ສະ​ຫຼົບ] ດ້ວຍ​ຄວາມ​ຢ້ານ​ແລະ​ເພາະ​ເຂົາ​ຈະ​ຄອຍ​ຖ້າ​ການ​ທັງ​ຫຼາຍ​ທີ່​ບັງເກີດ​ມາ​ເທິງ​ແຜ່ນດິນ​ໂລກ ເຫດ​ວ່າ​ອຳນາດ​ຂອງ​ຟ້າ​ອາກາດ​ຈະ​ຫວັ່ນໄຫວ​ໄປ. ແລະ​ໃນ​ເວລາ​ນັ້ນ​ເຂົາ​ຈະ​ເຫັນ​ບຸດ​ມະນຸດ​ພວມ​ມາ​ເທິງ​ເມກ​ອັນ​ໜຶ່ງ​ດ້ວຍ​ລິດເດດ​ແລະ​ລັດ​ສະໝີ​ອັນ​ໃຫຍ່.” (ລືກາ 21:25-27; ອ່ານ ມາລະໂກ 13:24-26) ເປັນ​ໄປ​ໄດ້​ບໍ ທີ່​ຄວາມ​ສຳເລັດ​ຂອງ​ຄຳ​ພະຍາກອນ​ນີ້​ຈະ​ລວມ​ເຖິງ​ສັນຍານ​ທີ່​ເປັນ​ຕາ​ຢ້ານ​ແລະ​ເຫດການ​ຕ່າງໆ​ທີ່​ຢູ່​ໃນ​ທ້ອງຟ້າ? ເຮົາ​ຕ້ອງ​ຄອຍ​ຖ້າ​ເບິ່ງ​ວ່າ​ຈະ​ເປັນ​ແນວ​ໃດ. ຢ່າງ​ໃດ​ກໍ​ຕາມ ເຮົາ​ຮູ້​ວ່າ​ເມື່ອ​ສັດຕູ​ຂອງ​ພະເຈົ້າ​ເຫັນ​ສັນຍານ​ນີ້​ແລ້ວ ເຂົາ​ເຈົ້າ​ຈະ​ຢ້ານ​ແລະ​ເສຍ​ຂວັນ.

      ຄລິດສະຕຽນ​ຄອບຄົວ​ໜຶ່ງ​ທີ່​ມີ​ຊີວິດ​ຢູ່​ໃນ​ສະຕະວັດ​ທຳອິດ​ແນມ​ເບິ່ງ​ຈາກ​ຫຼັງ​ຄາ​ເຮືອນ​ໃນ​ຂະນະ​ທີ່​ກຳແພງ​ດ້ານ​ນອກ​ຂອງ​ວິຫານ​ຖືກ​ທຳລາຍ

      ເຮົາ​ບໍ່​ຢ້ານ​ເພາະ​ເຮົາ​ໝັ້ນ​ໃຈ​ວ່າ​ຈະໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ! (ເບິ່ງ​ຂໍ້ 12, 13)

      12, 13. (ກ) ຈະ​ເກີດ​ຫຍັງ​ຂຶ້ນ​ເມື່ອ​ພະ​ເຍຊູ​ມາ​ພ້ອມ “ດ້ວຍ​ລິດເດດ​ແລະ​ລັດ​ສະໝີ​ອັນ​ໃຫຍ່”? (ຂ) ໃນ​ເວລາ​ນັ້ນ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ຈະ​ມີ​ທ່າທີ​ແນວ​ໃດ?

      12 ຈະ​ເກີດ​ຫຍັງ​ຂຶ້ນ​ເມື່ອ​ພະ​ເຍຊູ​ມາ​ພ້ອມ “ດ້ວຍ​ລິດເດດ​ແລະ​ລັດ​ສະໝີ​ອັນ​ໃຫຍ່”? ພະອົງ​ຈະ​ໃຫ້​ລາງວັນ​ແກ່​ຜູ້​ທີ່​ສັດ​ຊື່​ແລະ​ຈະ​ລົງໂທດ​ຄົນ​ທີ່​ບໍ່​ສັດ​ຊື່. (ມັດທາຍ 24:46, 47, 50, 51; 25:19, 28-30) ພະ​ເຍຊູ​ໃຊ້​ຕົວຢ່າງ​ປຽບ​ທຽບ​ເພື່ອ​ອະທິບາຍ​ລາຍ​ລະອຽດ​ນີ້​ຕື່ມ​ອີກ. ພະອົງ​ກ່າວ​ວ່າ: “ເມື່ອ​ບຸດ​ມະນຸດ​ຈະ​ສະເດັດ​ມາ​ໃນ​ລັດ​ສະໝີ​ແຫ່ງ​ພະອົງ​ກັບ​ຝູງ​ທູດ​ທັງ​ປວງ​ແຫ່ງ​ພະອົງ ເມື່ອ​ນັ້ນ​ພະອົງ​ຈະ​ນັ່ງ​ເທິງ​ພະ​ທີ່​ນັ່ງ​ລັດ​ສະໝີ​ແຫ່ງ​ພະອົງ. ແລະ​ພວກ​ປະເທດ​ທັງ​ປວງ​ຈະ​ເປັນ​ທີ່​ໂຮມ​ກັນ​ຕໍ່​ໜ້າ​ພະອົງ ແລະ​ພະອົງ​ຈະ​ແຍກ​ເຂົາ​ຈາກ​ກັນ​ເໝືອນ​ດັ່ງ​ຜູ້​ລ້ຽງ​ແກະ​ໄດ້​ແຍກ​ຝູງ​ແກະ​ອອກ​ຈາກ​ຝູງ​ແບ້. ແລະ​ຝູງ​ແກະ​ນັ້ນ ພະອົງ​ຈະ​ຕັ້ງ​ໄວ້​ເບື້ອງ​ຂວາ​ມື​ແຫ່ງ​ພະອົງ​ແລະ​ຝູງ​ແບ້​ນັ້ນ​ຈະ​ຕັ້ງ​ໄວ້​ເບື້ອງ​ຊ້າຍ​ມື.” (ມັດທາຍ 25:31-33) ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ແກະ​ແລະ​ແບ້? ເຂົາ​ເຈົ້າ​ຈະ​ຖືກ​ຕັດສິນ. ໃນ​ຕອນ​ນັ້ນ ພວກ​ທີ່​ເປັນ​ແບ້​ຫຼື​ຄົນ​ທີ່​ບໍ່​ສັດ​ຊື່​ຈະ​ຖືກ​ທຳລາຍ “ຕະຫຼອດ​ໄປ​ເປັນ​ນິດ.” ແຕ່​ພວກ​ທີ່​ເປັນ​ແກະ​ຫຼື​ຜູ້​ທີ່​ສັດ​ຊື່​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ.—ມັດທາຍ 25:46

      13 ຄົນ​ທີ່​ບໍ່​ສັດ​ຊື່​ຈະ​ມີ​ທ່າທີ​ແນວ​ໃດ​ເມື່ອ​ສຳນຶກ​ວ່າ​ຕົນ​ເອງ​ຈະ​ຖືກ​ທຳລາຍ? ເຂົາ​ເຈົ້າ​ຈະ​ຕີ​ຕົວ​ເອງ​ແລະ “ຈະ​ຮ້ອງ​ຄາງ.” (ມັດທາຍ 24:30) ແຕ່​ຜູ້​ຖືກ​ເຈີມ​ກັບ​ຄົນ​ທີ່​ສະໜັບສະໜູນ​ເຂົາ​ເຈົ້າ​ຈະ​ມີ​ທ່າທີ​ແນວ​ໃດ? ເຂົາ​ເຈົ້າ​ຈະ​ເຮັດ​ໃນ​ສິ່ງ​ທີ່​ພະ​ເຍຊູ​ບອກ​ວ່າ: “ເວລາ​ການ​ທັງ​ຫຼາຍ​ນີ້​ຈະ​ຕັ້ງ​ຕົ້ນ​ບັງເກີດ​ມາ ທ່ານ​ທັງ​ຫຼາຍ​ຈົ່ງ​ເບິ່ງ​ທາງ​ເທິງ [ຢືນ​ຕົວ​ຊື່] ແລະ​ເງີຍ​ຫົວ​ຂຶ້ນ ເພາະ​ວ່າ​ຄວາມ​ພົ້ນ​ຂອງ​ທ່ານ​ທັງ​ຫຼາຍ​ກໍ​ມາ​ໃກ້​ແລ້ວ.”—ລືກາ 21:28

      ສ່ອງ​ແສງ​ກ້າ​ໃນ​ລາຊະອານາຈັກ

      14, 15. ຫຼັງ​ຈາກ​ການ​ໂຈມຕີ​ໂດຍ​ໂຄກ​ແຫ່ງ​ມາໂຄກ ຈະ​ມີ​ວຽກ​ຮີບ​ໂຮມ​ຫຍັງ ແລະ​ສິ່ງ​ນີ້​ຈະ​ເກີດ​ຂຶ້ນ​ແນວ​ໃດ?

      14 ຈະ​ເກີດ​ຫຍັງ​ຂຶ້ນ​ຫຼັງ​ຈາກ​ທີ່​ໂຄກ​ແຫ່ງ​ມາໂຄກ​ເລີ່ມ​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ? ຄຳພີ​ໄບເບິນ​ກ່າວ​ວ່າ​ບຸດ​ມະນຸດ ‘ຈະ​ໃຊ້​ຝູງ​ທູດ​ສະຫວັນ​ໄປ ແລະ​ຈະ​ໂຮມ​ເອົາ​ຄົນ​ທັງ​ຫຼາຍ​ທີ່​ພະອົງ​ໄດ້​ເລືອກ​ໄວ້​ແລ້ວ​ໃຫ້​ມາ​ຈາກ​ລົມ​ທັງ​ສີ່​ທິດ​ນັ້ນ​ຕັ້ງ​ແຕ່​ທີ່​ສຸດ​ແຜ່ນດິນ​ໂລກ​ເຖິງ​ທີ່​ສຸດ​ຟ້າ​ອາກາດ.’ (ມາລະໂກ 13:27; ມັດທາຍ 24:31) ການ​ຮີບ​ໂຮມ​ນີ້​ບໍ່​ໄດ້​ໝາຍ​ເຖິງ​ເວລາ​ທີ່​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ຖືກ​ເລືອກ​ໃນ​ຕອນ​ທຳອິດ ແລະ​ບໍ່​ໄດ້​ໝາຍ​ເຖິງ​ການ​ຕີ​ຕາ​ປະທັບ​ຄັ້ງ​ສຸດ​ທ້າຍ​ສຳລັບ​ຜູ້​ຖືກ​ເຈີມ​ທີ່​ຍັງ​ຢູ່​ໂລກ​ນີ້. (ມັດທາຍ 13:37, 38) ການ​ຕີ​ຕາ​ປະທັບ​ນັ້ນ​ຈະ​ເກີດ​ຂຶ້ນ​ກ່ອນ​ທີ່​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ຈະ​ເລີ່ມ​ຕົ້ນ. (ຄຳປາກົດ 7:1-4) ດັ່ງ​ນັ້ນ ການ​ຮີບ​ໂຮມ​ນີ້​ແມ່ນ​ຫຍັງ? ແມ່ນ​ຕອນ​ທີ່​ຜູ້​ຖືກ​ເຈີມ​ເຊິ່ງ​ຍັງ​ຢູ່​ໃນ​ໂລກ​ນີ້​ຈະ​ຮັບ​ລາງວັນ​ແລະ​ຂຶ້ນ​ໄປ​ສະຫວັນ. (1 ເທຊະໂລນີກ 4:15-17; ຄຳປາກົດ 14:1) ເຫດການ​ນີ້​ຈະ​ເກີດ​ຂຶ້ນ​ໃນ​ໄລຍະ​ໃດ​ໜຶ່ງ​ຫຼັງ​ຈາກ​ທີ່​ໂຄກ​ແຫ່ງ​ມາໂຄກ​ເລີ່ມ​ໂຈມຕີ. (ເອເຊກຽນ 38:11) ຈາກ​ນັ້ນ​ກໍ​ຈະ​ເປັນ​ຄື​ກັບ​ທີ່​ພະ​ເຍຊູ​ບອກ​ໄວ້​ທີ່​ວ່າ: ‘ເມື່ອ​ນັ້ນ​ຄົນ​ຊອບທຳ​ຈະ​ສ່ອງ​ແສງ​ກ້າ​ໃນ​ລາຊະອານາຈັກ​ແຫ່ງ​ພະ​ບິດາ​ຂອງ​ເຂົາ​ເໝືອນ​ດັ່ງ​ຕາເວັນ. ຜູ້​ທີ່​ມີ​ຫູ​ຍິນ​ໄດ້ ຈົ່ງ​ໃຫ້​ເພິ່ນ​ຟັງ​ເອົາ​ເຖີ້ນ.’—ມັດທາຍ 13:43b

      15 ນີ້​ໝາຍ​ຄວາມ​ວ່າ​ຜູ້​ຖືກ​ເຈີມ​ຈະ​ຖືກ​ຮັບ​ຂຶ້ນ​ໄປ​ສະຫວັນ​ໃນ​ສະພາບ​ທີ່​ຖືກ​ເອີ້ນ​ວ່າ​ແຣັບເຈີ​ບໍ? ແຣັບເຈີ​ໝາຍ​ເຖິງ​ການ​ຖືກ​ຮັບ​ຂຶ້ນ​ໄປ​ໃນ​ສະຫວັນ​ແບບ​ໄວໆ​ແລະ​ບໍ່​ທັນ​ສັງເກດ​ເຫັນ​ສິ່ງ​ທີ່​ເກີດ​ຂຶ້ນ. ຫຼາຍ​ຄົນ​ໃນ​ຄລິດ​ສາສະໜາ​ຈັກ​ເຊື່ອ​ວ່າ​ຄລິດສະຕຽນ​ຈະ​ຖືກ​ຮັບ​ຂຶ້ນ​ໄປ​ສະຫວັນ​ໃນ​ສະພາບ​ທີ່​ມີ​ຮ່າງກາຍ​ເປັນ​ເນື້ອ​ໜັງ. ເຂົາ​ເຈົ້າ​ຍັງ​ຄິດ​ວ່າ​ຈະ​ເຫັນ​ພະ​ເຍຊູ​ມາ​ເປັນ​ຕົວ​ຕົນ​ແທ້ໆ​ເມື່ອ​ພະອົງ​ກັບ​ມາ​ປົກຄອງ​ໂລກ​ນີ້. ແຕ່​ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ​ພະ​ເຍຊູ​ຈະ​ກັບ​ມາ​ໃນ​ແບບ​ທີ່​ບໍ່​ສາມາດ​ເຫັນ​ໄດ້​ເມື່ອ​ບອກ​ວ່າ: ‘ການ​ສຳຄັນ [ສັນຍານ] ແຫ່ງ​ບຸດ​ມະນຸດ​ຈະ​ປາກົດ​ໃນ​ທ້ອງຟ້າ’ ແລະ​ພະ​ເຍຊູ​ຈະ​ມາ ‘ເທິງ​ເມກ​ໃນ​ຟ້າ​ສະຫວັນ.’ (ມັດທາຍ 24:30) ຄຳພີ​ໄບເບິນ​ຍັງ​ກ່າວ​ອີກ​ວ່າ: ‘ເນື້ອ​ໜັງ​ແລະ​ເລືອດ​ຈະ​ຮັບ​ລາຊະອານາຈັກ​ຂອງ​ພະເຈົ້າ​ເປັນ​ມູນ​ກໍ​ບໍ່​ໄດ້.’ ດັ່ງ​ນັ້ນ ຄົນ​ທີ່​ຈະ​ຖືກ​ຮັບ​ໄປ​ສະຫວັນ ທຳອິດ​ຈະ​ຕ້ອງ “ປ່ຽນ​ແປງ​ໃໝ່ ໃນ​ບັດ​ດຽວ​ໜຶ່ງ ໃນ​ເວລາ​ພັບ​ຕາ​ໄດ້ ຄາວ​ເມື່ອ​ແກ​ທີ່​ສຸດ [ອັນ​ສຸດ​ທ້າຍ] ຈະ​ເປົ່າ.”c (ອ່ານ 1 ໂກລິນໂທ 15:50-53) ເມື່ອ​ພັນລະນາ​ເຖິງ​ເຫດການ​ນີ້ ພວກ​ເຮົາ​ບໍ່​ໃຊ້​ຄຳ​ວ່າ “ແຣັບເຈີ” ເພາະ​ຄຳ​ນີ້​ກ່ຽວ​ຂ້ອງ​ກັບ​ຄຳ​ສອນ​ທີ່​ບໍ່​ຖືກຕ້ອງ​ຂອງ​ຄລິດ​ສາສະໜາ​ຈັກ. ຢ່າງ​ໃດ​ກໍ​ຕາມ ຜູ້​ຖືກ​ເຈີມ​ທີ່​ສັດ​ຊື່​ເຊິ່ງ​ຍັງ​ຢູ່​ໂລກ​ນີ້​ຈະ​ຖືກ​ຮີບ​ໂຮມ​ເຂົ້າ​ນຳ​ກັນ​ໃນ​ທັນທີ​ທັນໃດ​ເລີຍ.

      16, 17. ກ່ອນ​ຈະ​ມີ​ພິທີ​ແຕ່ງ​ດອງ​ຂອງ​ລູກ​ແກະ ຕ້ອງ​ມີ​ເຫດການ​ຫຍັງ​ເກີດ​ຂຶ້ນ?

      16 ເມື່ອ​ຜູ້​ຖືກ​ເຈີມ​ທັງ​ໝົດ​ຈຳນວນ 144.000 ຄົນ ຢູ່​ໃນ​ສະຫວັນ​ແລ້ວ ການ​ກະກຽມ​ຂັ້ນ​ສຸດ​ທ້າຍ​ສຳລັບ​ພິທີ​ການ​ແຕ່ງ​ດອງ​ຂອງ​ລູກ​ແກະ​ກໍ​ຈະ​ເລີ່ມ​ຂຶ້ນ. (ຄຳປາກົດ 19:9) ແຕ່​ຍັງ​ມີ​ສິ່ງ​ອື່ນ​ອີກ​ຕ້ອງ​ເກີດ​ຂຶ້ນ​ກ່ອນ​ເຫດການ​ທີ່​ໜ້າ​ຕື່ນ​ເຕັ້ນ​ນີ້. ຂໍ​ໃຫ້​ຈື່​ໄວ້​ວ່າ​ໂຄກ​ຈະ​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ​ເມື່ອ​ຜູ້​ຖືກ​ເຈີມ​ຍັງ​ເຫຼືອ​ຢູ່​ໃນ​ໂລກ​ນີ້. (ເອເຊກຽນ 38:16) ປະຊາຊົນ​ຂອງ​ພະເຈົ້າ​ຈະ​ມີ​ທ່າທີ​ແນວ​ໃດ? ເຂົາ​ເຈົ້າ​ຈະ​ເຮັດ​ຕາມ​ຄຳ​ສັ່ງ​ທີ່​ວ່າ: “ບໍ່​ແມ່ນ​ການ​ພວກ​ທ່ານ​ຈະ​ເລວເສິກ​ໃນ​ຄວາມ​ທຸລະ​ນີ້. ຈົ່ງ​ໄປ​ແລະ​ຢືນ​ຢູ່​ທີ່​ນັ້ນ​ແລະ​ເຫັນ​ຄວາມ​ພົ້ນ​ແຕ່​ພະ​ເຢໂຫວາ . . . ຢ່າຊູ່​ຢ້ານ ຢ່າຊູ່​ຕົກໃຈ.” (2 ຂ່າວຄາວ 20:17) ໃນ​ໄລຍະ​ໃດ​ໜຶ່ງ​ຫຼັງ​ຈາກ​ທີ່​ໂຄກ​ເລີ່ມ​ໂຈມຕີ ຜູ້​ຖືກ​ເຈີມ​ທັງ​ໝົດ​ທີ່​ຍັງ​ເຫຼືອ​ຢູ່​ໃນ​ໂລກ​ນີ້​ຈະ​ຖືກ​ຮັບ​ໄປ​ສະຫວັນ. ຄຳປາກົດ 17:14 ບອກ​ເຮົາ​ກ່ຽວ​ກັບ​ການ​ໂຕ້​ຕອບ​ໃນ​ສະຫວັນ​ຕໍ່​ການ​ໂຈມຕີ​ຂອງ​ໂຄກ​ທີ່​ວ່າ ພວກ​ສັດຕູ​ຂອງ​ປະຊາຊົນ​ຂອງ​ພະເຈົ້າ “ຈະ​ທຳ​ເສິກ​ຕໍ່​ສູ້​ລູກ​ແກະ ແລະ​ລູກ​ແກະ​ຈະ​ແພ້ [ຊະນະ] ເຂົາ​ເພາະ​ວ່າ​ລູກ​ແກະ​ເປັນ​ພະອົງ​ເຈົ້າ​ເທິງ​ອົງ​ເຈົ້າ​ທັງ​ຫຼາຍ​ແລະ​ເປັນ​ພະ​ມະຫາ​ກະສັດ​ເທິງ​ກະສັດ​ທັງ​ຫຼາຍ. ແລະ​ຄົນ​ທັງ​ຫຼາຍ​ທີ່​ຢູ່​ກັບ​ພະອົງ​ເປັນ​ຄົນ​ທີ່​ເອີ້ນ​ແລະ​ເລືອກ​ໄວ້​ແລະ​ເປັນ​ຄົນ​ສັດ​ຊື່.” ດັ່ງ​ນັ້ນ ພະ​ເຍຊູ​ພ້ອມ​ກັບ​ຜູ້​ຖືກ​ເຈີມ 144.000 ຄົນ ເຊິ່ງ​ເປັນ​ກະສັດ​ຢູ່​ໃນ​ສະຫວັນ​ຈະ​ຊ່ວຍ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ທີ່​ຢູ່​ໃນ​ໂລກ​ນີ້​ໃຫ້​ລອດ​ຊີວິດ.

      17 ການ​ຊ່ວຍ​ໃຫ້​ລອດ​ໃນ​ຕອນ​ນັ້ນ​ຈະ​ກໍ່​ໃຫ້​ເກີດ​ສົງຄາມ​ອະລະມະເຄໂດນ ເຊິ່ງ​ຈະ​ນຳ​ຄຳ​ສັນລະເສີນ​ມາ​ໃຫ້​ຊື່​ທີ່​ບໍລິສຸດ​ຂອງ​ພະ​ເຢໂຫວາ. (ຄຳປາກົດ 16:16) ທຸກ​ຄົນ​ທີ່​ຖືກ​ຕັດສິນ​ວ່າ​ເປັນ​ແບ້​ຫຼື​ຄົນ​ທີ່​ບໍ່​ສັດ​ຊື່​ຈະ​ຖືກ​ທຳລາຍ. ຄວາມ​ຊົ່ວ​ຮ້າຍ​ຈະ​ໝົດ​ໄປ​ຈາກ​ໂລກ​ນີ້ ແລະ “ຊົນ​ຝູງ​ໃຫຍ່” ກໍ​ຈະ​ມີ​ຊີວິດ​ລອດ​ຜ່ານ​ສົງຄາມ​ອະລະມະເຄໂດນ. ໃນ​ທີ່​ສຸດ ເຫດການ​ທີ່​ໜ້າ​ຕື່ນ​ເຕັ້ນ​ຂອງ​ພະທຳ​ຄຳປາກົດ​ກໍ​ຈະ​ຈົບ​ລົງ​ດ້ວຍ​ພິທີ​ແຕ່ງ​ດອງ​ຂອງ​ລູກ​ແກະ! (ຄຳປາກົດ 21:1-4)d ທຸກ​ຄົນ​ທີ່​ລອດ​ຊີວິດ​ຢູ່​ໃນ​ໂລກ​ນີ້​ຈະ​ຍິນດີ​ທີ່​ໄດ້​ຮັບ​ຄວາມ​ພໍ​ໃຈ​ຈາກ​ພະເຈົ້າ ແລະ​ປະສົບ​ກັບ​ຄວາມ​ຮັກ​ອັນ​ຍິ່ງໃຫຍ່​ແລະ​ຄວາມ​ກະລຸນາ​ຂອງ​ພະອົງ. ເຮົາ​ຄອຍ​ຖ້າ​ດ້ວຍ​ໃຈ​ຮ້ອນຮົນ​ໃຫ້​ເຖິງ​ເວລາ​ນັ້ນ. ນັ້ນ​ຈະ​ເປັນ​ພິທີ​ແຕ່ງ​ດອງ​ທີ່​ມີ​ການ​ກິນ​ລ້ຽງ​ທີ່​ຍິ່ງໃຫຍ່​ແທ້ໆ!—ອ່ານ 2 ເປໂຕ 3:13

      18. ເນື່ອງ​ຈາກ​ມີ​ການ​ບອກ​ລ່ວງ​ໜ້າ​ເລື່ອງ​ເຫດການ​ຕ່າງໆ​ທີ່​ໜ້າ​ຕື່ນ​ເຕັ້ນ​ເຊິ່ງ​ຈະ​ເກີດ​ຂຶ້ນ​ໃນ​ໄວໆ​ນີ້ ເຮົາ​ຄວນ​ຕັ້ງ​ໃຈ​ຈະ​ເຮັດ​ຫຍັງ?

      18 ເນື່ອງ​ຈາກ​ເຫດການ​ທີ່​ໜ້າ​ຕື່ນ​ເຕັ້ນ​ເຫຼົ່າ​ນີ້​ຈະ​ເກີດ​ຂຶ້ນ​ໃນ​ໄວໆ​ນີ້ ສະນັ້ນ​ເຮົາ​ແຕ່​ລະ​ຄົນ​ຄວນ​ເຮັດ​ຫຍັງ​ໃນ​ຕອນ​ນີ້? ພະ​ເຢໂຫວາ​ໄດ້​ດົນ​ໃຈ​ໃຫ້​ອັກຄະສາວົກ​ເປໂຕ​ຂຽນ​ວ່າ: “ຄັນ​ເຫັນ​ແລ້ວ​ວ່າ​ສິ່ງ​ທັງ​ປວງ​ນີ້​ຕ້ອງ​ເປື່ອຍ​ໄປ​ໝົດ​ສິ້ນ ທ່ານ​ທັງ​ຫຼາຍ​ສົມຄວນ​ຈະ​ໄດ້​ເປັນ​ຄົນ​ຢ່າງ​ໃດ ດ້ວຍ​ກະທຳ​ການ​ບໍລິສຸດ​ແລະ​ການ​ຕາມ​ຄວາມ​ນັບຖື​ພະເຈົ້າ ຄອຍ​ຖ້າ​ແລະ​ຮີບ​ຫາ​ວັນ​ຂອງ​ພະເຈົ້າ [ພະ​ເຢໂຫວາ] . . . ເຫດ​ສັນນີ້ ພວກ​ພີ່​ນ້ອງ​ທີ່​ຮັກ​ເອີຍ ພວມ​ທ່ານ​ທັງ​ຫຼາຍ​ຄອຍ​ຖ້າ​ສິ່ງ​ທັງ​ຫຼາຍ​ນັ້ນ ຈົ່ງ​ເອົາໃຈໃສ່​ໃຫ້​ເປັນ​ທີ່​ພົບ​ຢູ່​ໃນ​ຄວາມ​ສຸກ​ສຳລານ​ປາສະຈາກ​ຜິດ​ແລະ​ປາສະຈາກ​ຕິຕຽນ​ໄດ້​ຕໍ່​ໜ້າ​ພະອົງ.” (2 ເປໂຕ 3:11, 12, 14) ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ຕັ້ງ​ໃຈ​ທີ່​ຈະ​ຮັກສາ​ການ​ນະມັດສະການ​ຂອງ​ເຮົາ​ໃຫ້​ບໍລິສຸດ ໂດຍ​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ສາສະໜາ​ທີ່​ສອນ​ບໍ່​ຈິງ ແລະ​ສະໜັບສະໜູນ​ພະ​ເຍຊູ​ຄລິດ​ກະສັດ​ແຫ່ງ​ຄວາມ​ສຸກ​ສຳລານ.

      a ເບິ່ງ​ຫໍສັງເກດການ 15 ເມສາ 2012 ໜ້າ 25-26

      b ເບິ່ງ​ຫໍສັງເກດການ 15 ກໍລະກົດ 2013 ໜ້າ 13-14

      c ຮ່າງກາຍ​ທີ່​ເປັນ​ເນື້ອ​ໜັງ​ຂອງ​ຜູ້​ຖືກ​ເຈີມ​ເຊິ່ງ​ຍັງ​ມີ​ຊີວິດ​ໃນ​ເວລາ​ນັ້ນ​ຈະ​ບໍ່​ຖືກ​ຮັບ​ຂຶ້ນ​ໄປ​ໃນ​ສະຫວັນ. (1 ໂກລິນໂທ 15:48, 49) ເບິ່ງ​ຄື​ວ່າ​ຮ່າງກາຍ​ຂອງ​ເຂົາ​ເຈົ້າ​ຈະ​ຫາຍ​ໄປ​ແບບ​ດຽວ​ກັບ​ທີ່​ຮ່າງ​ຂອງ​ພະ​ເຍຊູ​ຫາຍ​ໄປ.

      d ຄຳເພງ⁠ບົດ​ທີ 45 ຍັງ​ບອກ​ລາຍ​ລະອຽດ​ບາງ​ຢ່າງ​ກ່ຽວ​ກັບ​ລຳດັບ​ເຫດການ​ຕ່າງໆ ນັ້ນ​ຄື ທຳອິດ​ກະສັດ​ຈະ​ຕໍ່​ສູ້​ໃນ​ສົງຄາມ​ແລະ​ຫຼັງ​ຈາກ​ນັ້ນ​ພິທີ​ແຕ່ງ​ດອງ​ກໍ​ຈະ​ເກີດ​ຂຶ້ນ.

      ການ​ອະທິບາຍ​ບາງ​ສຳນວນ

      • ພິທີ​ແຕ່ງ​ດອງ​ຂອງ​ລູກ​ແກະ: ທັງ​ລູກ​ແກະ​ແລະ​ເຈົ້າ​ບ່າວ​ໝາຍ​ເຖິງ​ພະ​ເຍຊູ​ຄລິດ. ເຈົ້າ​ສາວ​ໝາຍ​ເຖິງ​ກຸ່ມ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ທັງ​ໝົດ​ເມື່ອ​ເຂົາ​ເຈົ້າ​ຢູ່​ໃນ​ສະຫວັນ​ແລ້ວ. ພິທີ​ແຕ່ງ​ດອງ​ໝາຍ​ເຖິງ​ການ​ຮ່ວມ​ເປັນ​ອັນ​ດຽວ​ກັນ​ລະຫວ່າງ​ພະ​ເຍຊູ​ກັບ​ຜູ້​ຖືກ​ເຈີມ​ທັງ​ໝົດ​ທີ່​ຖືກ​ປຸກ​ໃຫ້​ຂຶ້ນ​ໄປ​ສະຫວັນ​ເພື່ອ​ຈະ​ສາມາດ​ເຮັດ​ວຽກ​ຮ່ວມ​ກັນ. ພິທີ​ແຕ່ງ​ດອງ​ຈະ​ຈັດ​ຂຶ້ນ​ໃນ​ສະຫວັນ​ຫຼັງ​ຈາກ​ສົງຄາມ​ອະລະມະເຄໂດນ

      • ໂຄກ​ແຫ່ງ​ມາໂຄກ: ໝາຍ​ເຖິງ​ກຸ່ມ​ຊາດ​ຕ່າງໆ​ທີ່​ຈະ​ພ້ອມ​ໃຈ​ກັນ​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ​ໃນ​ລະຫວ່າງ​ທີ່​ມີ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່

  • ໃຫ້​ຄິດ​ຕຶກຕອງ​ເຖິງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະ​ເຢໂຫວາ
    ຫໍສັງເກດການ—2015 | 15 ສິງຫາ
    • ຜູ້​ຊາຍ​ຄົນ​ໜຶ່ງ​ອະທິດຖານ​ໃນ​ຕອນ​ເຊົ້າໆ

      ໃຫ້​ຄິດ​ຕຶກຕອງ​ເຖິງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະ​ເຢໂຫວາ

      “ຂ້າ​ນ້ອຍ​ຈະ​ຄຶດ​ເຖິງ​ການ​ທັງ​ສິ້ນ​ຂອງ​ພະອົງ.”—ຄຳເພງ 77:12

      ເພງ: 18, 61

      ເຈົ້າ​ຈະ​ຕອບ​ແນວ​ໃດ?

      • ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ປະຊາຊົນ​ຂອງ​ພະອົງ?

      • ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ມີ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ເຮົາ?

      • ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ?

      1, 2. (ກ) ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ປະຊາຊົນ​ຂອງ​ພະອົງ? (ຂ) ມະນຸດ​ຖືກ​ສ້າງ​ໃຫ້​ມີ​ຄວາມ​ຕ້ອງການ​ໃນ​ສິ່ງ​ໃດ?

      ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ປະຊາຊົນ​ຂອງ​ພະອົງ? ກ່ອນ​ຈະ​ຕອບ​ຄຳຖາມ​ນັ້ນ ຂໍ​ໃຫ້​ພິຈາລະນາ​ຕົວຢ່າງ​ຕໍ່​ໄປ​ນີ້: ເປັນ​ເວລາ​ຫຼາຍ​ປິ​ທີ່​ພີ່​ນ້ອງ​ຊາຍ​ຍິງ​ໄດ້​ໜູນ​ກຳລັງ​ໃຈ​ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ຊື່​ເທ​ລິນ. ເຂົາ​ເຈົ້າ​ບອກ​ລາວ​ວ່າ​ບໍ່​ຄວນ​ຄາດ​ໝາຍ​ຈາກ​ຕົວ​ເອງ​ຫຼາຍ​ເກີນ​ໄປ. ເທ​ລິນ​ບອກ​ວ່າ: “ຖ້າ​ພະ​ເຢໂຫວາ​ບໍ່​ຮັກ​ຂ້ອຍ ພະອົງ​ຄົງ​ຈະ​ບໍ່​ໃຫ້​ຄຳ​ແນະນຳ​ສຳລັບ​ຂ້ອຍ​ສະເໝີ.” ບຣິ​ຈິດ​ລ້ຽງ​ລູກ​ສອງ​ຄົນ​ຕາມ​ລຳພັງ​ຕັ້ງ​ແຕ່​ຜົວ​ຕາຍ ລາວ​ເວົ້າ​ວ່າ: “ການ​ລ້ຽງ​ລູກ​ໃນ​ລະບົບ​ທີ່​ຊາຕານ​ປົກຄອງ​ເປັນ​ຂໍ້​ທ້າທາຍ​ຢ່າງ​ໜຶ່ງ​ທີ່​ຍາກ​ທີ່​ສຸດ ໂດຍ​ສະເພາະ​ສຳລັບ​ພໍ່​ຫຼື​ແມ່​ທີ່​ຂາດ​ຄູ່. ແຕ່​ຂ້ອຍ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ຂ້ອຍ ເພາະ​ພະອົງ​ໄດ້​ຊີ້​ນຳ​ຂ້ອຍ​ໃຫ້​ຜ່ານ​ພົ້ນ​ຄວາມ​ທຸກ​ລະທົມ​ແລະ​ຄວາມ​ເຈັບ​ປວດ​ໃຈ ແລະ​ພະອົງ​ບໍ່​ເຄີຍ​ປ່ອຍ​ໃຫ້​ຂ້ອຍ​ປະສົບ​ກັບ​ບັນຫາ​ເກີນ​ກວ່າ​ຈະ​ທົນ​ໄດ້.” (1 ໂກລິນໂທ 10:13) ແຊນດຣາ​ເຈັບ​ປ່ວຍ​ຮ້າຍແຮງ​ເຊິ່ງ​ບໍ່​ສາມາດ​ປິ່ນປົວ​ໄດ້. ເມື່ອ​ຢູ່​ການ​ປະຊຸມ​ພາກ​ມີ​ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ສະແດງ​ຄວາມ​ສົນ​ໃຈ​ຕໍ່​ແຊນດຣາ​ເປັນ​ສ່ວນ​ຕົວ. ຜົວ​ຂອງ​ແຊນດຣາ​ເວົ້າ​ວ່າ: “ເຖິງ​ວ່າ​ເຮົາ​ບໍ່​ຮູ້ຈັກ​ກັບ​ລາວ​ເປັນ​ສ່ວນ​ຕົວ ແຕ່​ຄວາມ​ຫ່ວງໃຍ​ທີ່​ແທ້​ຈິງ​ຂອງ​ລາວ​ເຮັດ​ໃຫ້​ໃຈ​ຂອງ​ພວກ​ເຮົາ​ມີ​ຄວາມ​ຍິນດີ​ຫຼາຍ. ແມ່ນ​ແຕ່​ການ​ສະແດງ​ຄວາມ​ຮັກ​ແບບ​ເລັກໆ​ນ້ອຍໆ​ຈາກ​ພີ່​ນ້ອງ​ຊາຍ​ຍິງ​ກໍ​ເຮັດ​ໃຫ້​ຂ້ອຍ​ເຫັນ​ວ່າ​ພະ​ເຢໂຫວາ​ຮັກ​ພວກ​ເຮົາ​ຫຼາຍ​ສ່ຳ​ໃດ.”

      2 ພະ​ເຢໂຫວາ​ສ້າງ​ມະນຸດ​ໃຫ້​ຕ້ອງການ​ຄວາມ​ຮັກ​ແລະ​ໃຫ້​ຮູ້ສຶກ​ທີ່​ຈະ​ຮັກ​ຄົນ​ອື່ນ. ຢ່າງ​ໃດ​ກໍ​ຕາມ ເປັນ​ເລື່ອງ​ງ່າຍ​ທີ່​ເຮົາ​ຈະ​ຮູ້ສຶກ​ທໍ້​ໃຈ​ເນື່ອງ​ຈາກ​ຄວາມ​ເຈັບ​ປ່ວຍ ບັນຫາ​ທາງ​ການ​ເງິນ ຫຼື​ຍ້ອນ​ວຽກ​ປະກາດ​ຂອງ​ເຮົາ​ຍັງ​ບໍ່​ເກີດ​ດອກ​ອອກ​ຜົນ. ຖ້າ​ເລີ່ມ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ບໍ່​ຮັກ​ເຮົາ ເຮົາ​ຄວນ​ຈື່​ໄວ້​ວ່າ​ພະອົງ​ຖື​ວ່າ​ເຮົາ​ມີ​ຄ່າ​ແລະ​ພະອົງ​ຢູ່​ນຳ​ເຮົາ ພະອົງ​ຈັບ​ມື​ຂວາ​ຂອງ​ເຮົາ​ໄວ້​ແລະ​ພ້ອມ​ຈະ​ຊ່ວຍ​ເຫຼືອ​ເຮົາ. ພະອົງ​ບໍ່​ເຄີຍ​ລືມ​ເຮົາ​ຖ້າ​ເຮົາ​ສັດ​ຊື່​ຕໍ່​ພະອົງ.—ເອຊາອີ 41:13; 49:15

      3. ມີ​ຫຍັງ​ແດ່​ຈະ​ຊ່ວຍ​ເຮົາ​ໃຫ້​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ວ່າ​ພະ​ເຢໂຫວາ​ມີ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ເຮົາ?

      3 ພະຍານ​ພະ​ເຢໂຫວາ​ທີ່​ມີ​ການ​ກ່າວ​ເຖິງ​ໃນ​ຕອນ​ຕົ້ນ​ຂອງ​ບົດ​ຄວາມ​ນີ້ ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຢູ່​ກັບ​ເຂົາ​ເຈົ້າ​ໃນ​ລະຫວ່າງ​ທີ່​ປະສົບ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ. ເຮົາ​ເອງ​ກໍ​ສາມາດ​ໝັ້ນ​ໃຈ​ໄດ້​ຄື​ກັນ​ວ່າ​ພະອົງ​ຢູ່​ຄຽງ​ຂ້າງ​ເຮົາ. (ຄຳເພງ 118:6, 7) ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ຂອງ​ຂວັນ​ສີ່​ຢ່າງ​ທີ່​ພິສູດ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ ນັ້ນ​ຄື (1) ສິ່ງ​ຕ່າງໆ​ທີ່​ພະອົງ​ສ້າງ (2) ຄຳພີ​ໄບເບິນ (3) ການ​ອະທິດຖານ ແລະ (4) ຄ່າໄຖ່. ການ​ຄິດ​ຕຶກຕອງ​ເຖິງ​ສິ່ງ​ດີໆ​ທີ່​ພະ​ເຢໂຫວາ​ໄດ້​ເຮັດ​ສາມາດ​ຊ່ວຍ​ເຮົາ​ໃຫ້​ຮູ້​ຄຸນຄ່າ​ຫຼາຍ​ຂຶ້ນ​ໃນ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະອົງ.—ອ່ານ ຄຳເພງ 77:11, 12

      ຄິດ​ຕຶກຕອງ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ

      4. ເຮົາ​ຮຽນ​ຮູ້​ຫຍັງ​ຈາກ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ?

      4 ເມື່ອ​ເບິ່ງ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ ເຮົາ​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ​ແທ້ໆ. (ໂລມ 1:20) ຕົວຢ່າງ​ເຊັ່ນ: ພະ​ເຢໂຫວາ​ອອກ​ແບບ​ໜ່ວຍ​ໂລກ​ບໍ່​ພຽງ​ແຕ່​ໃຫ້​ເຮົາ​ມີ​ຊີວິດ​ຢູ່​ໄດ້ ແຕ່​ພະອົງ​ຍັງ​ຈັດ​ໃຫ້​ມີ​ທຸກ​ສິ່ງ​ທີ່​ຈຳເປັນ​ເພື່ອ​ເຮົາ​ຈະ​ມີ​ຄວາມ​ສຸກ​ໃນ​ຊີວິດ. ເຮົາ​ຕ້ອງ​ກິນ​ອາຫານ​ເພື່ອ​ຈະ​ມີ​ຊີວິດ​ຢູ່​ໄດ້ ແລະ​ພະ​ເຢໂຫວາ​ຍັງ​ຈັດ​ໃຫ້​ມີ​ອາຫານ​ທີ່​ຫຼາກ​ຫຼາຍ​ເພື່ອ​ເຮົາ​ຈະ​ມີ​ຄວາມ​ສຸກ​ໃນ​ການ​ກິນ! (ຜູ້​ເທສະໜາ​ປ່າວ​ປະກາດ 9:7) ພີ່​ນ້ອງ​ຍິງ​ຊື່​ແຄັດ​ເທີ​ຣິນ​ມີ​ຄວາມ​ສຸກ​ທີ່​ໄດ້​ເຫັນ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ ໂດຍ​ສະເພາະ​ໃນ​ລະດູ​ໃບ​ໄມ້​ປົ່ງ​ຢູ່​ປະເທດ​ການາດາ. ລາວ​ເວົ້າ​ວ່າ: “ທຸກໆ​ສິ່ງ​ທີ່​ເກີດ​ຂຶ້ນ​ເປັນ​ຕາ​ໜ້າ​ອັດສະຈັນ​ໃຈ​ແທ້ໆ ເຊັ່ນ: ດອກ​ໄມ້​ຖືກ​ອອກ​ແບບ​ມາ​ໃຫ້​ປົ່ງ​ຂຶ້ນ​ຈາກ​ໜ້າ​ດິນ ແລະ​ນົກ​ຕ່າງໆ​ສາມາດ​ເດີນ​ທາງ​ກັບ​ຄືນ​ມາ​ຈາກ​ການ​ຍ້າຍ​ຖິ່ນ​ຖານ ໃນ​ນີ້​ຍັງ​ມີ​ນົກ​ກະຈິບ​ເຜີ້ງ​ສົບ​ຍາວ​ໂຕ​ນ້ອຍໆ​ທີ່​ຮູ້ຈັກ​ທາງ​ມາ​ຫາ​ປ່ອງ​ຢ້ຽມ​ເຮືອນ​ຄົວ​ຂອງ​ຂ້ອຍ​ເພື່ອ​ມາ​ຫາ​ຄົນ​ທີ່​ເກືອ​ມັນ. ພະ​ເຢໂຫວາ​ຕ້ອງ​ຮັກ​ເຮົາ​ຫຼາຍ​ແທ້ໆ​ຈຶ່ງ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຍິນດີ​ຫຼາຍ​ສ່ຳ​ນີ້.” ພະ​ເຢໂຫວາ​ຮັກ​ສິ່ງ​ທີ່​ພະອົງ​ສ້າງ ແລະ​ພະອົງ​ກໍ​ຢາກ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ກັບ​ສິ່ງ​ເຫຼົ່າ​ນັ້ນ​ເຊັ່ນ​ກັນ.—ກິດຈະການ 14:16, 17

      ເມື່ອ​ເບິ່ງ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ ເຮົາ​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ​ແທ້ໆ

      5. ເຮົາ​ເຫັນ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ໄດ້​ແນວ​ໃດ​ຈາກ​ວິທີ​ທີ່​ພະອົງ​ສ້າງ​ມະນຸດ?

      5 ພະ​ເຢໂຫວາ​ສ້າງ​ເຮົາ​ໃຫ້​ມີ​ຄວາມ​ສາມາດ​ທີ່​ຈະ​ເຮັດ​ວຽກ​ທີ່​ມີ​ຄວາມ​ໝາຍ​ແລະ​ໃຫ້​ເຮັດ​ວຽກ​ນັ້ນ​ຢ່າງ​ມີ​ຄວາມ​ສຸກ. (ຜູ້​ເທສະໜາ​ປ່າວ​ປະກາດ 2:24) ພະອົງ​ມອບ​ໝາຍ​ໃຫ້​ມະນຸດ​ອອກ​ແມ່​ແພ່​ລູກ​ໃຫ້​ເຕັມ​ໂລກ​ນີ້ ໃຫ້​ປັບ​ປຸງ​ແຜ່ນດິນ​ໂລກ ເບິ່ງ​ແຍງ​ຝູງ​ປາ ຝູງ​ນົກ ແລະ​ສິ່ງ​ອື່ນໆ​ທີ່​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້. (ຕົ້ນເດີມ 1:26-28) ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ສ້າງ​ເຮົາ​ໃຫ້​ມີ​ຄຸນ​ລັກສະນະ​ທີ່​ດີ​ງາມ​ເພື່ອ​ເຮົາ​ຈະ​ສາມາດ​ຮຽນ​ແບບ​ພະອົງ​ໄດ້!—ເອເຟດ 5:1

      ຄຳພີ​ໄບເບິນ​ເປັນ​ສິ່ງ​ທີ່​ມີ​ຄ່າ

      6. ເປັນ​ຫຍັງ​ເຮົາ​ຄວນ​ສະແດງ​ຄວາມ​ຮູ້​ຄຸນຄ່າ​ຢ່າງ​ແທ້​ຈິງ​ຕໍ່​ຄຳພີ​ໄບເບິນ?

      6 ຍ້ອນ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ​ຈຶ່ງ​ໄດ້​ຈັດ​ໃຫ້​ມີ​ຄຳພີ​ໄບເບິນ​ສຳລັບ​ເຮົາ. ຄຳພີ​ໄບເບິນ​ບອກ​ເຖິງ​ສິ່ງ​ທີ່​ເຮົາ​ຕ້ອງ​ຮູ້​ກ່ຽວ​ກັບ​ພະອົງ ແລະ​ບອກ​ໃຫ້​ຮູ້​ວ່າ​ພະອົງ​ຮູ້ສຶກ​ແນວ​ໃດ​ຕໍ່​ມະນຸດ. ຕົວຢ່າງ​ເຊັ່ນ: ຄຳພີ​ໄບເບິນ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ຊາວ​ອິດສະລາແອນ​ທີ່​ຫຼາຍ​ຄັ້ງ​ບໍ່​ເຊື່ອ​ຟັງ​ພະອົງ. ຄຳເພງ 78:38 ບອກ​ວ່າ: “ພະອົງ​ຜູ້​ອີ່ດູ​ໄດ້​ໂຜດ​ຍົກ​ຄວາມ​ອະທຳ​ແລະ​ບໍ່​ທຳລາຍ​ເຂົາ. ແຕ່​ວ່າ​ພະອົງ​ໄດ້​ເວັ້ນ​ຈາກ​ຄວາມ​ຄຽດ​ຫຼາຍ​ເທື່ອ ແລະ​ບໍ່​ໃຫ້​ຄວາມ​ຄຽດ​ອັນ​ເຜົາ​ຮ້ອນ​ຂອງ​ພະອົງ​ລຸກ​ຂຶ້ນ​ທັງ​ສິ້ນ.” ການ​ຄິດ​ຕຶກຕອງ​ໃນ​ຂໍ້​ນີ້​ອາດ​ຊ່ວຍ​ເຈົ້າ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ຫ່ວງໃຍ​ເຈົ້າ​ຫຼາຍ​ສ່ຳ​ໃດ. ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຫ່ວງໃຍ​ເຮົາ​ຢ່າງ​ແທ້​ຈິງ.—ອ່ານ 1 ເປໂຕ 5:6, 7

      ຄຳພີ​ໄບເບິນ​ບອກ​ເຖິງ​ສິ່ງ​ທີ່​ເຮົາ​ຕ້ອງ​ຮູ້​ກ່ຽວ​ກັບ​ພະເຈົ້າ ແລະ​ບອກ​ໃຫ້​ຮູ້​ວ່າ​ພະອົງ​ຮູ້ສຶກ​ແນວ​ໃດ​ຕໍ່​ມະນຸດ

      7. ເປັນ​ຫຍັງ​ຄຳພີ​ໄບເບິນ​ຈຶ່ງ​ເປັນ​ສິ່ງ​ທີ່​ມີ​ຄ່າ​ສຳລັບ​ເຮົາ?

      7 ເຮົາ​ຕ້ອງ​ຖື​ວ່າ​ຄຳພີ​ໄບເບິນ​ມີ​ຄ່າ​ຫຼາຍ​ສຳລັບ​ເຮົາ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ພະ​ເຢໂຫວາ​ເວົ້າ​ກັບ​ເຮົາ​ໂດຍ​ທາງ​ຄຳພີ​ໄບເບິນ. ເມື່ອ​ພໍ່​ແມ່​ແລະ​ລູກ​ເປີດ​ໃຈ​ເວົ້າ​ລົມ​ກັນ ເຂົາ​ເຈົ້າ​ກໍ​ຈະ​ຮັກ​ແລະ​ໄວ້​ໃຈ​ກັນ​ແລະ​ກັນ​ຫຼາຍ​ຂຶ້ນ. ພະ​ເຢໂຫວາ​ເປັນ​ພໍ່​ທີ່​ຮັກ​ເຮົາ ແລະ​ເຖິງ​ວ່າ​ເຮົາ​ບໍ່​ເຄີຍ​ເຫັນ​ຫຼື​ໄດ້​ຍິນ​ສຽງ​ຂອງ​ພະອົງ ແຕ່​ພະອົງ​ກໍ​ເວົ້າ​ກັບ​ເຮົາ​ໂດຍ​ທາງ​ຄຳພີ​ໄບເບິນ. ດັ່ງ​ນັ້ນ ເຮົາ​ຄວນ​ຟັງ​ພະອົງ​ໂດຍ​ທາງ​ນີ້​ຕໍ່ໆ​ໄປ! (ເອຊາອີ 30:20, 21) ເມື່ອ​ອ່ານ​ຄຳພີ​ໄບເບິນ ເຮົາ​ຈະ​ຮູ້ຈັກ​ແລະ​ໄວ້​ໃຈ​ພະ​ເຢໂຫວາ​ວ່າ​ພະອົງ​ເປັນ​ຜູ້​ທີ່​ຊີ້​ນຳ​ແລະ​ປົກ​ປ້ອງ​ເຮົາ.—ອ່ານ ຄຳເພງ 19:7-11; ສຸພາສິດ 1:33

      ເຢຫຶ​ໃຫ້​ຄຳ​ແນະນຳ​ໂຢຊາຟາດ ແຕ່​ລາວ​ກໍ​ຍອມ​ຮັບ​ໃນ​ສິ່ງ​ດີ​ທີ່​ໂຢຊາຟາດ​ໄດ້​ເຮັດ

      ເຖິງ​ວ່າ​ເຢຫຶ​ຈຳເປັນ​ຕ້ອງ​ໃຫ້​ຄຳ​ແນະນຳ​ໂຢຊາຟາດ ແຕ່​ພະ​ເຢໂຫວາ​ຍັງ​ເຫັນ “ສິ່ງ . . . ດີ” ໃນ​ຕົວ​ໂຢຊາຟາດ (ເບິ່ງ​ຂໍ້ 8, 9)

      8, 9. ພະ​ເຢໂຫວາ​ຕ້ອງການ​ໃຫ້​ເຮົາ​ຮູ້ຈັກ​ຫຍັງ? ຂໍ​ໃຫ້​ຍົກ​ຕົວຢ່າງ​ຈາກ​ຄຳພີ​ໄບເບິນ.

      8 ພະ​ເຢໂຫວາ​ຕ້ອງການ​ໃຫ້​ເຮົາ​ຮູ້​ວ່າ​ພະອົງ​ຮັກ​ເຮົາ. ຍ້ອນ​ແນວ​ນັ້ນ​ພະອົງ​ຈຶ່ງ​ເບິ່ງ​ຂ້າມ​ຄວາມ​ຜິດ​ພາດ​ຂອງ​ເຮົາ ແລະ​ເບິ່ງ​ຫາ​ສ່ວນ​ດີ​ໃນ​ຕົວ​ເຮົາ. (2 ຂ່າວຄາວ 16:9) ໃຫ້​ເຮົາ​ມາ​ພິຈາລະນາ​ວ່າ​ພະ​ເຢໂຫວາ​ເຫັນ​ສິ່ງ​ທີ່​ດີ​ອັນ​ໃດ​ໃນ​ຕົວ​ຂອງ​ໂຢຊາຟາດ​ກະສັດ​ຂອງ​ຢູດາ. ໂຢຊາຟາດ​ຕັດສິນ​ໃຈ​ບໍ່​ຖືກຕ້ອງ​ທີ່​ໄປ​ຮ່ວມ​ມື​ກັບ​ອາກາບ​ກະສັດ​ຂອງ​ອິດສະລາແອນ​ເພື່ອ​ຕໍ່​ສູ້​ກັບ​ກະສັດ​ຂອງ​ຊີລີ​ຢູ່​ເມືອງ​ຣາໂມດຄາລາອາດ. ເຖິງ​ວ່າ​ຜູ້​ພະຍາກອນ​ປອມ​ທັງ 400 ຄົນ ບອກ​ວ່າ​ອາກາບ​ຜູ້​ຊົ່ວ​ຮ້າຍ​ຈະ​ຊະນະ​ໃນ​ການ​ຕໍ່​ສູ້​ຄັ້ງ​ນັ້ນ ແຕ່​ມີກາຢາ​ຜູ້​ພະຍາກອນ​ແທ້​ຂອງ​ພະ​ເຢໂຫວາ​ບອກ​ໂຢຊາຟາດ​ແລະ​ອາກາບ​ວ່າ ຖ້າ​ເຂົາ​ເຈົ້າ​ສູ້​ຮົບ​ກໍ​ຈະ​ບໍ່​ຊະນະ ແລະ​ສິ່ງ​ນັ້ນ​ໄດ້​ເກີດ​ຂຶ້ນ​ແທ້ໆ. ອາກາບ​ຕາຍ​ໃນ​ການ​ສູ້​ຮົບ ແລະ​ໂຢຊາຟາດ​ເກືອບ​ຈະ​ບໍ່​ລອດ​ຊີວິດ. ພາຍ​ຫຼັງ​ການ​ສູ້​ຮົບ ພະ​ເຢໂຫວາ​ໄດ້​ສົ່ງ​ຜູ້​ພະຍາກອນ​ເຢຫຶ​ໄປ​ໃຫ້​ຄຳ​ແນະນຳ​ໂຢຊາຟາດ​ສຳລັບ​ຄວາມ​ຜິດ​ຂອງ​ລາວ ແຕ່​ເຢຫຶ​ຍັງ​ບອກ​ໂຢຊາຟາດ​ວ່າ: “ຍັງ​ມີ​ສິ່ງ . . . ດີ​ໃນ​ທ່ານ.”—2 ຂ່າວຄາວ 18:4, 5, 18-22, 33, 34; 19:1-3

      9 ຫຼາຍ​ປີ​ກ່ອນ​ໜ້າ​ນັ້ນ ໂຢຊາຟາດ​ໄດ້​ສັ່ງ​ໃຫ້​ພວກ​ເຈົ້ານາຍ ພວກເລວີ ແລະ​ພວກ​ປະໂລຫິດ​ໄປ​ຢາມ​ເມືອງ​ຕ່າງໆ​ໃນ​ແຂວງ​ຢູດາ​ເພື່ອ​ສັ່ງ​ສອນ​ປະຊາຊົນ​ໃຫ້​ຮູ້​ກົດ​ໝາຍ​ຂອງ​ພະ​ເຢໂຫວາ. ເຂົາ​ເຈົ້າ​ປະສົບ​ຜົນ​ສຳເລັດ​ໃນ​ເລື່ອງ​ນີ້​ຈົນ​ກະທັ່ງ​ວ່າ​ຄົນ​ຈາກ​ຊາດ​ອື່ນໆ​ກໍ​ໄດ້​ຮູ້ຈັກ​ພະ​ເຢໂຫວາ. (2 ຂ່າວຄາວ 17:3-10) ດັ່ງ​ນັ້ນ ເຖິງ​ວ່າ​ໃນ​ເວລາ​ຕໍ່​ມາ​ໂຢຊາຟາດ​ຕັດສິນ​ໃຈ​ບໍ່​ຖືກຕ້ອງ ແຕ່​ພະ​ເຢໂຫວາ​ກໍ​ບໍ່​ໄດ້​ລືມ​ສິ່ງ​ດີໆ​ທີ່​ລາວ​ເຄີຍ​ເຮັດ​ກ່ອນ​ໜ້າ​ນັ້ນ. ຕົວຢ່າງ​ນີ້​ໃຫ້​ກຳລັງ​ໃຈ​ເຮົາ​ຫຼາຍ​ແທ້ໆ ເພາະ​ບາງ​ຄັ້ງ​ເຮົາ​ກໍ​ເຮັດ​ສິ່ງ​ທີ່​ຜິດ​ພາດ. ແຕ່​ຖ້າ​ເຮົາ​ເຮັດ​ດີ​ທີ່​ສຸດ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ ພະອົງ​ກໍ​ຈະ​ຮັກ​ເຮົາ​ຕໍ່ໆ​ໄປ​ແລະ​ບໍ່​ລືມ​ສິ່ງ​ດີໆ​ທີ່​ເຮົາ​ໄດ້​ເຮັດ.

      ຮູ້​ຄຸນຄ່າ​ສິດທິ​ພິເສດ​ຂອງ​ການ​ອະທິດຖານ

      10, 11. (ກ) ເປັນ​ຫຍັງ​ການ​ອະທິດຖານ​ຈຶ່ງ​ເປັນ​ຂອງ​ຂວັນ​ທີ່​ພິເສດ​ຈາກ​ພະ​ເຢໂຫວາ? (ຂ) ພະ​ເຢໂຫວາ​ອາດ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ໂດຍ​ທາງ​ໃດ​ແດ່? (ເບິ່ງ​ຮູບ​ທຳອິດ)

      10 ພໍ່​ທີ່​ມີ​ຄວາມ​ຮັກ​ຈະ​ໃຊ້​ເວລາ​ຟັງ​ເມື່ອ​ລູກ​ຕ້ອງການ​ລົມ​ນຳ. ພໍ່​ຢາກ​ຮູ້​ວ່າ​ລູກ​ຮູ້ສຶກ​ແນວ​ໃດ ເພາະ​ລາວ​ຫ່ວງໃຍ​ລູກ​ຢ່າງ​ແທ້​ຈິງ. ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ກໍ​ເຮັດ​ແບບ​ນັ້ນ​ຄື​ກັນ. ພະອົງ​ຟັງ​ເມື່ອ​ເຮົາ​ອະທິດຖານ​ເຖິງ​ພະອົງ. ການ​ໄດ້​ລົມ​ກັບ​ພະ​ເຢໂຫວາ​ເປັນ​ສິດທິ​ພິເສດ​ທີ່​ມີ​ຄ່າ​ຫຼາຍ​ແທ້ໆ!

      ພະ​ເຢໂຫວາ​ໄດ້​ຍິນ​ຄຳ​ຮ້ອງ​ຂໍ​ທີ່​ຈິງ​ໃຈ​ຂອງ​ເຮົາ ແລະ​ພະອົງ​ເຂົ້າ​ໃຈ​ເຮົາ​ເຖິງ​ວ່າ​ຈະ​ບໍ່​ມີ​ໃຜ​ເຂົ້າ​ໃຈ

      11 ເຮົາ​ສາມາດ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເວລາ​ໃດ​ກໍ​ໄດ້. ພະອົງ​ເປັນ​ເພື່ອນ​ຂອງ​ເຮົາ​ແລະ​ພ້ອມ​ສະເໝີ​ທີ່​ຈະ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ. ເທ​ລິນ​ທີ່​ກ່າວ​ເຖິງ​ກ່ອນ​ໜ້າ​ນີ້​ເວົ້າ​ວ່າ: “ເຈົ້າ​ສາມາດ​ເວົ້າ​ຫຍັງ​ກໍ​ໄດ້​ແລະ​ເວົ້າ​ກັບ​ພະ​ເຢໂຫວາ​ໄດ້​ທຸກ​ເລື່ອງ.” ເມື່ອ​ເຮົາ​ບອກ​ໃຫ້​ພະ​ເຢໂຫວາ​ຮູ້ຈັກ​ຄວາມ​ຮູ້ສຶກ​ນຶກ​ຄິດ​ໃນ​ສ່ວນ​ທີ່​ເລິກ​ທີ່​ສຸດ​ໃນ​ໃຈ​ຂອງ​ເຮົາ ພະອົງ​ອາດ​ຈະ​ຕອບ​ໂດຍ​ທາງ​ຂໍ້​ພະ​ຄຳພີ​ໃດ​ໜຶ່ງ ໂດຍ​ທາງ​ບົດ​ຄວາມ​ໃດ​ໜຶ່ງ​ໃນ​ໜັງສື​ຂອງ​ເຮົາ ຫຼື​ໂດຍ​ທາງ​ພີ່​ນ້ອງ​ຊາຍ​ຍິງ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ໃຫ້​ການ​ໜູນ​ກຳລັງ​ໃຈ​ເຮົາ. ພະ​ເຢໂຫວາ​ໄດ້​ຍິນ​ຄຳ​ຮ້ອງ​ຂໍ​ທີ່​ຈິງ​ໃຈ​ຂອງ​ເຮົາ ແລະ​ພະອົງ​ເຂົ້າ​ໃຈ​ເຮົາ​ເຖິງ​ວ່າ​ຈະ​ບໍ່​ມີ​ໃຜ​ເຂົ້າ​ໃຈ. ພະ​ເຢໂຫວາ​ໄດ້​ພິສູດ​ວ່າ​ມີ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ເຮົາ​ໂດຍ​ການ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ.

      12. ເປັນ​ຫຍັງ​ເຮົາ​ຄວນ​ສຶກສາ​ຄຳ​ອະທິດຖານ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ? ຂໍ​ໃຫ້​ຍົກ​ຕົວຢ່າງ

      12 ເຮົາ​ສາມາດ​ໄດ້​ບົດຮຽນ​ທີ່​ສຳຄັນ​ຈາກ​ຄຳ​ອະທິດຖານ​ທີ່​ມີ​ຢູ່​ໃນ​ຄຳພີ​ໄບເບິນ. ບາງ​ຄັ້ງ​ຈຶ່ງ​ເປັນ​ປະໂຫຍດ​ທີ່​ຈະ​ສຶກສາ​ຄຳ​ອະທິດຖານ​ບາງ​ເລື່ອງ​ເມື່ອ​ນະມັດສະການ​ປະຈຳ​ຄອບຄົວ. ການ​ຄິດ​ຕຶກຕອງ​ເຖິງ​ຄຳ​ອະທິດຖານ​ທີ່​ຈິງ​ໃຈ​ຂອງ​ຜູ້​ທີ່​ຮັບໃຊ້​ພະເຈົ້າ​ໃນ​ສະໄໝ​ອະດີດ​ຈະ​ຊ່ວຍ​ເຮົາ​ໃຫ້​ອະທິດຖານ​ຢ່າງ​ມີ​ຄວາມ​ໝາຍ​ຫຼາຍ​ຂຶ້ນ. ຕົວຢ່າງ​ເຊັ່ນ: ການ​ສຶກສາ​ເລື່ອງ​ຄຳ​ອະທິດຖານ​ທີ່​ຖ່ອມ​ໃຈ​ຂອງ​ໂຢນາ​ຕອນ​ຢູ່​ໃນ​ທ້ອງ​ປາ​ໃຫຍ່. (ໂຢນາ 1:17–2:10) ການ​ທົບ​ທວນ​ຄືນ​ຄຳ​ອະທິດຖານ​ທີ່​ຈິງ​ໃຈ​ຂອງ​ຊາໂລໂມນ​ຕອນ​ອຸທິດ​ວິຫານ. (1 ກະສັດ 8:22-53) ການ​ຄິດ​ຕຶກຕອງ​ໃນ​ຄຳ​ອະທິດຖານ​ແບບ​ຢ່າງ​ຂອງ​ພະ​ເຍຊູ. (ມັດທາຍ 6:9-13) ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ ‘ໃຫ້​ພະເຈົ້າ​ຊາບ​ດ້ວຍ​ການ​ອ້ອນ​ວອນ’ ເປັນ​ປະຈຳ. ຜົນ​ກໍ​ຄື “ຄວາມ​ສຸກ​ສຳລານ​ແຫ່ງ​ພະເຈົ້າ​ອັນ​ເຫຼືອ​ລົ້ນ​ທີ່​ຈະ​ເຂົ້າ​ໃຈ​ໄດ້​ກໍ​ຈະ​ຮັກສາ​ໃຈ​ແລະ​ຄວາມ​ຄຶດ​ທັງ​ຫຼາຍ​ຂອງ​ພວກ​ທ່ານ​ໄວ້.” ເມື່ອ​ເຮັດ​ເຊັ່ນ​ນັ້ນ ຄວາມ​ຮູ້​ຄຸນຄ່າ​ຂອງ​ເຮົາ​ຕໍ່​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະ​ເຢໂຫວາ​ກໍ​ຈະ​ເຕີບໂຕ​ຂຶ້ນ​ຕໍ່ໆ​ໄປ.—ຟີລິບ 4:6, 7

      ສະແດງ​ຄວາມ​ຮູ້​ຄຸນຄ່າ​ສຳລັບ​ຄ່າໄຖ່

      13. ຍ້ອນ​ມີ​ຄ່າໄຖ່ ເຮົາ​ຈຶ່ງ​ມີ​ໂອກາດ​ຫຍັງ?

      13 ພະ​ເຢໂຫວາ​ຈັດ​ຕຽມ​ຄ່າໄຖ່​ໃຫ້​ເປັນ​ຂອງ​ຂວັນ​ສຳລັບ​ເຮົາ ເພື່ອ “ເຮົາ​ທັງ​ຫຼາຍ​ຈະ​ໄດ້​ມີ​ຊີວິດ.” (1 ໂຢຮັນ 4:9) ເມື່ອ​ເວົ້າ​ເຖິງ​ການ​ສະແດງ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ ອັກຄະສາວົກ​ໂປໂລ​ຂຽນ​ວ່າ: “ພະ​ຄລິດ​ໄດ້​ຕາຍ​ແທນ​ຄົນ​ຊົ່ວ​ຮ້າຍ​ທັງ​ຫຼາຍ​ຕາມ​ເວລາ​ກຳນົດ. ເຫດ​ວ່າ​ບໍ່​ເຄີຍ​ມີ​ຜູ້​ໜຶ່ງ​ຜູ້​ໃດ​ຈະ​ຕາຍ​ແທນ​ຄົນ​ຊອບທຳ ຫາກ​ວ່າ​ມີ​ຜູ້​ໜຶ່ງ​ທີ່​ອາດ​ຈະ​ຕາຍ​ແທນ​ຄົນ​ດີ. ແຕ່​ວ່າ​ພະເຈົ້າ​ສຳແດງ​ຄວາມ​ຮັກ​ຂອງ​ພະອົງ​ແກ່​ເຮົາ​ທັງ​ຫຼາຍ​ໃນ​ສິ່ງ​ນີ້ ເມື່ອ​ເຮົາ​ທັງ​ຫຼາຍ​ຍັງ​ເປັນ​ຄົນ​ບາບ​ພະ​ຄລິດ​ໄດ້​ຕາຍ​ແທນ​ພວກ​ເຮົາ.” (ໂລມ 5:6-8) ຄ່າໄຖ່​ເປັນ​ຕົວຢ່າງ​ອັນ​ຍິ່ງໃຫຍ່​ທີ່​ສຸດ​ໃນ​ເລື່ອງ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ ແລະ​ຄ່າໄຖ່​ຍັງ​ເປີດ​ໂອກາດ​ໃຫ້​ມະນຸດ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະອົງ.

      14, 15. ຄ່າໄຖ່​ມີ​ຄວາມ​ໝາຍ​ແນວ​ໃດ​ຕໍ່ (ກ) ຄລິດສະຕຽນ​ຜູ້​ຖືກ​ເຈີມ? (ຂ) ຜູ້​ທີ່​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້?

      14 ຄລິດສະຕຽນ​ກຸ່ມ​ນ້ອຍໆ​ຮູ້ສຶກ​ໄດ້​ເຖິງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະ​ເຢໂຫວາ​ໃນ​ວິທີ​ທີ່​ພິເສດ. (ໂຢຮັນ 1: 12, 13; 3:5-7) ພະອົງ​ໄດ້​ເຈີມ​ຄົນ​ເຫຼົ່າ​ນີ້​ດ້ວຍ​ພະລັງ​ບໍລິສຸດ ແລະ​ຍ້ອນ​ແນວ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ເປັນ​ລູກ​ຂອງ​ພະອົງ​ໃນ​ຕອນ​ນີ້. (ໂລມ 8:15, 16) ເນື່ອງ​ຈາກ​ບາງ​ຄົນ​ຍັງ​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້ ແຕ່​ເປັນ​ຫຍັງ​ໂປໂລ​ຈຶ່ງ​ເວົ້າ​ວ່າ​ເຂົາ​ເຈົ້າ​ໄດ້​ນັ່ງ “ທີ່​ຟ້າ​ສະຫວັນ​ດ້ວຍ​ກັນ [ກັບ] . . . ພະ​ຄລິດ​ເຍຊູ”? (ເອເຟດ 2:6) ຍ້ອນ​ພະ​ເຢໂຫວາ​ໄດ້​ມອບ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ສະຫວັນ​ໃຫ້​ເຂົາ​ເຈົ້າ​ແລ້ວ.—ເອເຟດ 1:13, 14; ໂກໂລດ 1:5

      ຄ່າໄຖ່​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຮັກ​ມະນຸດ​ທຸກ​ຄົນ

      15 ຄົນ​ທີ່​ບໍ່​ໄດ້​ຖືກ​ເຈີມ​ກໍ​ສາມາດ​ເປັນ​ເພື່ອນ​ກັບ​ພະເຈົ້າ​ໄດ້ ຖ້າ​ເຂົາ​ເຈົ້າ​ສະແດງ​ຄວາມ​ເຊື່ອ​ໃນ​ຄ່າໄຖ່. ເຂົາ​ເຈົ້າ​ກໍ​ເຊັ່ນ​ກັນ​ມີ​ໂອກາດ​ທີ່​ຈະ​ຖືກ​ຮັບ​ເປັນ​ລູກ​ຂອງ​ພະເຈົ້າ​ແລະ​ມີ​ຊີວິດ​ຕະຫຼອດ​ໄປ​ຢູ່​ໃນ​ໂລກ​ທີ່​ເປັນ​ອຸທິຍານ. ຄ່າໄຖ່​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຮັກ​ມະນຸດ​ທຸກ​ຄົນ. (ໂຢຮັນ 3:16) ເປັນ​ຕາ​ໜ້າ​ຕື່ນ​ເຕັ້ນ​ແທ້ໆ​ທີ່​ຮູ້​ວ່າ​ຖ້າ​ເຮົາ​ຮັບໃຊ້​ພະເຈົ້າ​ຢ່າງ​ສັດ​ຊື່ ພະອົງ​ຈະ​ໃຫ້​ເຮົາ​ມີ​ຊີວິດ​ທີ່​ດີ​ທີ່​ສຸດ​ໃນ​ໂລກ​ໃໝ່! ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ສະແດງ​ຄວາມ​ຮູ້​ຄຸນຄ່າ​ສຳລັບ​ຄ່າໄຖ່​ເຊິ່ງ​ເປັນ​ຫຼັກ​ຖານ​ອັນ​ຍິ່ງໃຫຍ່​ທີ່​ສຸດ​ທີ່​ພິສູດ​ວ່າ​ພະ​ເຢໂຫວາ​ມີ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ເຮົາ.

      ສະແດງ​ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ

      16. ເຮົາ​ຈະ​ເຮັດ​ຫຍັງ​ຫຼັງ​ຈາກ​ທີ່​ຄິດ​ຕຶກຕອງ​ເຖິງ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ?

      16 ເປັນ​ໄປ​ບໍ່​ໄດ້​ທີ່​ເຮົາ​ຈະ​ນັບ​ວິທີ​ຕ່າງໆ​ທີ່​ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ. ກະສັດ​ດາວິດ​ຮ້ອງ​ເພງ​ວ່າ: “ໂອ້​ພະເຈົ້າ ຄວາມ​ຄຶດ​ທັງ​ຫຼາຍ​ແຫ່ງ​ພະອົງ​ກໍ​ແພງ​ປະເສີດ​ຫຼາຍ​ແທ້​ແກ່​ຂ້າ​ນ້ອຍ. ຈຳນວນ​ຄວາມ​ຄຶດ​ທັງ​ຫຼາຍ​ນັ້ນ​ເປັນ​ອັນ​ມາກ. ຖ້າ​ຂ້າ​ນ້ອຍ​ຢາກ​ນັບ​ຄວາມ​ຄຶດ​ນັ້ນ​ມີ​ຫຼາຍ​ກວ່າ​ເມັດ​ດິນ​ຊາຍ.” (ຄຳເພງ 139:17, 18) ການ​ຄິດ​ຕຶກຕອງ​ເຖິງ​ວິທີ​ຕ່າງໆ​ທີ່​ພະ​ເຢໂຫວາ​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ​ຈະ​ກະຕຸ້ນ​ເຮົາ​ໃຫ້​ຮັກ​ພະອົງ​ເປັນ​ການ​ຕອບ​ແທນ ແລະ​ເຮົາ​ຈະ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ແກ່​ພະອົງ.

      17, 18. ມີ​ວິທີ​ໃດ​ແດ່​ທີ່​ເຮົາ​ສາມາດ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ?

      17 ມີ​ຫຼາຍ​ວິທີ​ທີ່​ເຮົາ​ສາມາດ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ ເຊັ່ນ: ໂດຍ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຢ່າງ​ກະຕືລືລົ້ນ. (ມັດທາຍ 24:14; 28:19, 20) ເຮົາ​ຍັງ​ສະແດງ​ວ່າ​ຮັກ​ພະອົງ​ເມື່ອ​ເຮົາ​ອົດ​ທົນ​ຢ່າງ​ສັດ​ຊື່​ໃນ​ເລື່ອງ​ບັນຫາ​ຕ່າງໆ​ທີ່​ທົດ​ສອບ​ຄວາມ​ເຊື່ອ​ຂອງ​ເຮົາ. (ອ່ານ ຄຳເພງ 84:11; ຢາໂກໂບ 1:2-5) ເຖິງ​ວ່າ​ເຮົາ​ຈະ​ປະສົບ​ບັນຫາ​ຕ່າງໆ​ຢ່າງ​ຮ້າຍແຮງ ແຕ່​ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ເຫັນ​ທີ່​ເຮົາ​ມີ​ຄວາມ​ທຸກ​ລຳບາກ​ແລະ​ພະອົງ​ຈະ​ຊ່ວຍ​ເຫຼືອ​ເຮົາ ເພາະ​ພະອົງ​ຖື​ວ່າ​ເຮົາ​ມີ​ຄ່າ.—ຄຳເພງ 56:8

      18 ຖ້າ​ເຮົາ​ຮັກ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ຢາກ​ຄິດ​ຕຶກຕອງ​ເຖິງ​ສິ່ງ​ທີ່​ດີ​ເລີດ​ທຸກ​ຢ່າງ​ເຊິ່ງ​ພະອົງ​ໄດ້​ສ້າງ. ໃຫ້​ເຮົາ​ສະແດງ​ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ​ແລະ​ຕໍ່​ພະ​ຄຳ​ຂອງ​ພະອົງ​ໂດຍ​ການ​ເປັນ​ນັກ​ສຶກສາ​ຄຳພີ​ໄບເບິນ​ທີ່​ດີ. ໃຫ້​ເຮົາ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເປັນ​ປະຈຳ​ຍ້ອນ​ເຮົາ​ຮັກ​ແລະ​ຕ້ອງການ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະອົງ. ນອກ​ຈາກ​ນັ້ນ ເມື່ອ​ເຮົາ​ຄິດ​ຕຶກຕອງ​ເຖິງ​ຄ່າໄຖ່​ເຊິ່ງ​ເປັນ​ຂອງ​ຂວັນ​ທີ່​ມີ​ຄ່າ​ຫຼາຍ ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະ​ເຢໂຫວາ​ກໍ​ຈະ​ເລິກ​ເຊິ່ງ​ຍິ່ງ​ຂຶ້ນ. (1 ໂຢຮັນ 2:1, 2) ສິ່ງ​ເຫຼົ່າ​ນີ້​ເປັນ​ພຽງ​ບາງ​ວິທີ​ທີ່​ເຮົາ​ຈະ​ສະແດງ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ເຮົາ​ຮູ້​ຄຸນຄ່າ​ໃນ​ຄວາມ​ຮັກ​ອັນ​ໝັ້ນ​ຄົງ​ທີ່​ພະອົງ​ມີ​ຕໍ່​ເຮົາ.

      ການ​ອະທິບາຍ​ບາງ​ສຳນວນ

      • ພະ​ເຢໂຫວາ​ມີ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ເຮົາ ໝາຍ​ຄວາມ​ວ່າ​ຄວາມ​ຮັກ​ນັ້ນ​ຈະ​ຢູ່​ຕະຫຼອດ​ໄປ​ແລະ​ຈະ​ໝັ້ນ​ຄົງ​ຕາບ​ໃດ​ທີ່​ເຮົາ​ຍັງ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະອົງ

      • ການ​ຄິດ​ຕຶກຕອງ​ເຖິງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະ​ເຢໂຫວາ ໝາຍ​ເຖິງ​ການ​ຄິດ​ຢ່າງ​ລະອຽດ​ແລະ​ຢ່າງ​ຈິງ​ຈັງ​ກ່ຽວ​ກັບ​ວິທີ​ຕ່າງໆ​ທີ່​ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ

  • ຈົ່ງ​ຄອຍ​ຖ້າ​ຕໍ່ໆ​ໄປ!
    ຫໍສັງເກດການ—2015 | 15 ສິງຫາ
    • ຊາຍ​ຄົນ​ໜຶ່ງ​ເຝົ້າ​ລະວັງ​ແລະ​ເຕືອນ​ຄົນ​ອື່ນ

      ຈົ່ງ​ຄອຍ​ຖ້າ​ຕໍ່ໆໄປ!

      “ຖ້າ​ມາ​ຊ້າ​ນານ​ເຈົ້າ​ຈົ່ງ​ຄອຍ​ຖ້າ.”—ຫາບາກຸກ 2:3

      ເພງ: 128, 45

      ເຈົ້າ​ຈະ​ຕອບ​ແນວ​ໃດ?

      • ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນ​ໃຈ​ວ່າ​ເຮົາ​ກຳລັງ​ມີ​ຊີວິດ​ຢູ​ໃນ​ສະໄໝ​ສຸດ​ທ້າຍ?

      • ເຖິງ​ວ່າ​ເຮົາ​ຄອຍ​ຖ້າ​ມາ​ດົນ​ແລ້ວ ແຕ່​ເປັນ​ຫຍັງ​ເຮົາ​ຄວນ​ເຝົ້າ​ລະວັງ​ຢູ່​ສະເໝີ?

      • ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ທີ່​ເຮົາ​ໝັ້ນ​ໃຈ​ວ່າ​ອະວະສານ​ຈະ​ມາ​ໃນ​ໄວໆ​ນີ້?

      1, 2. ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ມີ​ທັດສະນະ​ແນວ​ໃດ?

      ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຄອຍ​ຖ້າ​ຢ່າງ​ອົດ​ທົນ​ກ່ຽວ​ກັບ​ຄວາມ​ສຳເລັດ​ເປັນ​ຈິງ​ຂອງ​ຄຳ​ພະຍາກອນ​ຕ່າງໆ. ຕົວຢ່າງ​ເຊັ່ນ: ເຢເຣມີ​ຄາດ​ໝາຍ​ວ່າ​ຊາວ​ບາບີໂລນ​ຈະ​ມາ​ທຳລາຍ​ຊາວ​ຢິວ ແລະ​ສິ່ງ​ນັ້ນ​ກໍ​ໄດ້​ເກີດ​ຂຶ້ນ​ໃນ​ປີ 607 ກ່ອນ ຄ.ສ. (ເຢເຣມີ 25:8-11) ເອຊາອີ​ໄດ້​ບອກ​ໄວ້​ລ່ວງ​ໜ້າ​ວ່າ​ພະ​ເຢໂຫວາ​ຈະ​ປົດ​ປ່ອຍ​ຊາວ​ຢິວ​ທີ່​ເປັນ​ຊະເລີຍ​ໃຫ້​ກັບ​ຄືນ​ມາ​ແຂວງ​ຢູດາ​ແລະ​ກ່າວ​ວ່າ: “ຄົນ​ທັງ​ປວງ​ທີ່​ປົງ​ໃຈ [ຄອຍ​ຖ້າ] ໃນ​ພະອົງ​ກໍ​ເປັນ​ສຸກ​ຫຼາຍ.” (ເອຊາອີ 30:18) ມີເກ​ກໍ​ເຊັ່ນ​ກັນ ຄອຍ​ຖ້າ​ໃຫ້​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ເປັນ​ຈິງ ແລະ​ເວົ້າ​ວ່າ: “ຂ້ອຍ​ຈະ​ເບິ່ງ [ຄອຍ] ຫາ​ພະ​ເຢໂຫວາ.” (ມີເກ 7:7) ນອກ​ຈາກ​ນັ້ນ ເປັນ​ເວລາ​ຫຼາຍ​ຮ້ອຍ​ປີ​ທີ່​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໝັ້ນ​ໃຈ​ວ່າ​ເມຊີ​ຕາມ​ທີ່​ສັນຍາ​ໄວ້​ຫຼື​ພະ​ຄລິດ​ຈະ​ມາ​ປາກົດ​ຕົວ.—ລືກາ 3:15; 1 ເປໂຕ 1:10-12a

      2 ໃນ​ທຸກ​ມື້​ນີ້ ເຮົາ​ກໍ​ກຳລັງ​ຄອຍ​ຖ້າ​ຄື​ກັນ​ທີ່​ຈະ​ໃຫ້​ຄຳ​ພະຍາກອນ​ຕ່າງໆ​ກ່ຽວ​ກັບ​ລາຊະອານາຈັກ​ຂອງ​ພະ​ເຢໂຫວາ​ສຳເລັດ​ເປັນ​ຈິງ. ອີກ​ບໍ່​ດົນ ພະ​ເຍຊູ​ກະສັດ​ຂອງ​ລາຊະອານາຈັກ​ນັ້ນ​ຈະ​ຊ່ວຍ​ຜູ້​ທີ່​ຮັບໃຊ້​ພະເຈົ້າ​ໃຫ້​ລອດ​ຊີວິດ​ຈາກ​ໂລກ​ທີ່​ອັນຕະລາຍ​ນີ້. ພະ​ເຍຊູ​ຈະ​ທຳລາຍ​ຄົນ​ຊົ່ວ​ແລະ​ເຮັດ​ໃຫ້​ຄວາມ​ທຸກ​ລຳບາກ​ທຸກ​ຢ່າງ​ໝົດ​ໄປ. (1 ໂຢຮັນ 5:19) ດັ່ງ​ນັ້ນ ເຮົາ​ຕ້ອງ​ຄາດ​ໝາຍ​ຕໍ່ໆ​ໄປ​ວ່າ​ວັນ​ຂອງ​ພະ​ເຢໂຫວາ​ຈະ​ມາ​ເວລາ​ໃດ​ກໍ​ໄດ້​ແລະ​ເຮົາ​ຕ້ອງ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ກຽມ​ພ້ອມ​ສຳລັບ​ວັນ​ນັ້ນ.

      3. ຖ້າ​ເຮົາ​ຄອຍ​ຖ້າ​ອະວະສານ​ມາ​ເປັນ​ເວລາ​ຫຼາຍ​ປີ​ແລ້ວ ເຮົາ​ອາດ​ສົງໄສ​ຫຍັງ?

      3 ເຮົາ​ຄອງ​ຄອຍ​ຖ້າ​ດ້ວຍ​ໃຈ​ຈົດຈໍ່​ໃຫ້​ເຖິງ​ມື້​ທີ່​ຈຸດ​ປະສົງ​ຂອງ​ພະເຈົ້າ​ຈະ​ສຳເລັດ​ເປັນ​ຈິງ​ຢູ່​ໃນ​ໂລກ​ນີ້. (ມັດທາຍ 6:10) ແຕ່​ຖ້າ​ເຮົາ​ຄອຍ​ຖ້າ​ອະວະສານ​ມາ​ເປັນ​ເວລາ​ຫຼາຍ​ປີ​ແລ້ວ ເຮົາ​ອາດ​ເລີ່ມ​ສົງໄສ​ວ່າ ‘ເປັນ​ຫຍັງ​ເຮົາ​ຄວນ​ຄອຍ​ຖ້າ​ຕໍ່ໆ​ໄປ​ວ່າ​ອະວະສານ​ຈະ​ມາ​ໃນ​ໄວໆ​ນີ້?’

      ເປັນ​ຫຍັງ​ເຮົາ​ຄວນ​ຄອຍ​ຖ້າ​ຕໍ່ໆ​ໄປ​ວ່າ​ອະວະສານ​ຈະ​ມາ​ໃນ​ໄວໆ​ນີ້?

      4. ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຕ້ອງ “ເຝົ້າ​ລະວັງ” ຢູ່​ສະເໝີ?

      4 ພະ​ເຍຊູ​ສັ່ງ​ລູກ​ສິດ​ໃຫ້ “ເຝົ້າ​ລະວັງ” ຢູ່​ສະເໝີ​ແລະ​ໃຫ້ ‘ຕື່ນ​ຕົວ​ທຸກ​ເວລາ.’ ຍ້ອນ​ແນວ​ນັ້ນ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ເຮົາ​ທີ່​ຈະ​ຄອຍ​ຖ້າ​ຕໍ່ໆ​ໄປ​ວ່າ​ອະວະສານ​ຈະ​ມາ​ໃນ​ໄວໆ​ນີ້. (ມັດທາຍ 24:42; ລືກາ 21:34-36) ນອກ​ຈາກ​ນັ້ນ ອົງການ​ຂອງ​ພະ​ເຢໂຫວາ​ຍັງ​ເຕືອນ​ເຮົາ​ສະເໝີ​ໃຫ້ “ຄອຍ​ຖ້າ​ແລະ​ຮີບ​ຫາ [ຄິດ​ເຖິງ] ວັນ​ຂອງ​ພະເຈົ້າ” ແລະ​ຈົດຈໍ່​ຢູ່​ກັບ​ຄຳ​ສັນຍາ​ຕ່າງໆ​ຂອງ​ພະ​ເຢໂຫວາ​ໃນ​ເລື່ອງ​ໂລກ​ໃໝ່.—ອ່ານ 2 ເປໂຕ 3:11-13

      5. ມີ​ເຫດຜົນ​ຫຍັງ​ອີກ​ທີ່​ເຮົາ​ຕ້ອງ​ຄອຍ​ຖ້າ​ວັນ​ຂອງ​ພະ​ເຢໂຫວາ​ຕໍ່ໆ​ໄປ?

      5 ຖ້າ​ລູກ​ສິດ​ຂອງ​ພະ​ເຍຊູ​ໃນ​ສະຕະວັດ​ທຳອິດ​ຈຳເປັນ​ຕ້ອງ​ຄອຍ​ຖ້າ​ວັນ​ຂອງ​ພະ​ເຢໂຫວາ​ຕໍ່ໆ​ໄປ ດັ່ງ​ນັ້ນ ເລື່ອງ​ນີ້​ຍິ່ງ​ສຳຄັນ​ຫຼາຍ​ຕໍ່​ເຮົາ​ໃນ​ທຸກ​ມື້​ນີ້. ຍ້ອນ​ຫຍັງ? ຍ້ອນ​ວ່າ​ສັນຍະລັກ​ທີ່​ພະ​ເຍຊູ​ບອກ​ໄວ້​ໄດ້​ພິສູດ​ວ່າ​ເພິ່ນ​ເປັນ​ກະສັດ​ແຫ່ງ​ລາຊະອານາຈັກ​ຂອງ​ພະເຈົ້າ​ຕັ້ງ​ແຕ່​ປີ 1914 ແລະ​ເຮົາ​ກໍ​ກຳລັງ​ມີ​ຊີວິດ​ຢູ່​ໃນ​ສະໄໝ​ສຸດ​ທ້າຍ ຫຼື “ທີ່​ສຸດ​ແຫ່ງ​ໂລກ​ນີ້.” ຄື​ດັ່ງ​ທີ່​ພະ​ເຍຊູ​ໄດ້​ບອກ​ໄວ້​ລ່ວງ​ໜ້າ ສະພາບການ​ຂອງ​ໂລກ​ກຳລັງ​ຊົ່ວ​ຮ້າຍ​ຫຼາຍ​ຂຶ້ນ ແລະ​ຂ່າວ​ດີ​ເລື່ອງ​ລາຊະ​ອານາ​ກຳລັງ​ໄດ້​ຮັບ​ການ​ປະກາດ​ໄປ​ທົ່ວ​ໂລກ. (ມັດທາຍ 24:3, 7-14) ພະ​ເຍຊູ​ບໍ່​ໄດ້​ບອກ​ວ່າ​ສະໄໝ​ສຸດ​ທ້າຍ​ຈະ​ຍາວ​ນານ​ເທົ່າ​ໃດ ດັ່ງ​ນັ້ນ ເຮົາ​ຕ້ອງ​ກຽມ​ຕົວ​ໃຫ້​ພ້ອມ​ສຳລັບ​ອະວະສານ​ທີ່​ຈະ​ມາ​ໃນ​ເວລາ​ໃດ​ກໍ​ໄດ້.

      6. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ສະພາບການ​ໃນ​ໂລກ​ນັບ​ມື້​ຈະ​ຮ້າຍແຮງ​ຂຶ້ນ​ເລື້ອຍໆ​ເມື່ອ​ອະວະສານ​ໃກ້​ເຂົ້າ​ມາ?

      6 “ທີ່​ສຸດ​ແຫ່ງ​ໂລກ​ນີ້” ຈະ​ໝາຍ​ເຖິງ​ເວລາ​ໃນ​ອະນາຄົດ​ເມື່ອ​ໂລກ​ນີ້​ຈະ​ມີ​ຄວາມ​ຊົ່ວ​ຮ້າຍ​ຫຼາຍ​ຍິ່ງ​ຂຶ້ນ​ບໍ? ຄຳພີ​ໄບເບິນ​ບອກ​ວ່າ​ຜູ້​ຄົນ​ນັບ​ມື້​ຈະ​ເຮັດ​ຊົ່ວ​ຫຼາຍ​ຂຶ້ນ​ເລື້ອຍໆ​ໃນ “ຍຸກ​ສຸດ​ທ້າຍ, ທ.ປ.” (2 ຕີໂມເຕ 3:1, 13; ມັດທາຍ 24:21; ຄຳປາກົດ 12:12) ເຖິງ​ວ່າ​ສິ່ງ​ຕ່າງໆ​ຊົ່ວ​ຮ້າຍ​ຫຼາຍ​ແລ້ວ​ໃນ​ຕອນ​ນີ້ ແຕ່​ເຮົາ​ຮູ້​ວ່າ​ສິ່ງ​ເຫຼົ່າ​ນີ້​ນັບ​ມື້​ຈະ​ຮ້າຍແຮງ​ຂຶ້ນ​ເລື້ອຍໆ.

      7. ມັດທາຍ 24:37-39 ສອນ​ຫຍັງ​ເຮົາ​ກ່ຽວ​ກັບ​ສະພາບການ​ຂອງ​ໂລກ​ໃນ​ສະໄໝ​ສຸດ​ທ້າຍ?

      7 ບາງ​ຄົນ​ຄິດ​ວ່າ​ກ່ອນ​ຈະ​ເກີດ “ຄວາມ​ທຸກ​ທໍລະມານ​ມາກ​ຫຼາຍ” ຈະ​ມີ​ສົງຄາມ​ເກີດ​ຂຶ້ນ​ໃນ​ທຸກໆ​ປະເທດ​ແລະ​ຄົນ​ສ່ວນ​ຫຼາຍ​ຈະ​ເຈັບ​ປ່ວຍ​ຫຼື​ອຶດຢາກ. (ຄຳປາກົດ 7:14) ແຕ່​ຖ້າ​ເປັນ​ແນວ​ນັ້ນ ທຸກ​ຄົນ​ຈະ​ເຫັນ​ໄດ້​ຢ່າງ​ຄັກ​ແນ່​ວ່າ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ໄວ້​ລ່ວງ​ໜ້າ​ກຳລັງ​ສຳເລັດ​ເປັນ​ຈິງ ແລະ​ແມ່ນ​ແຕ່​ຄົນ​ທີ່​ບໍ່​ສົນ​ໃຈ​ໃນ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ໄວ້​ກໍ​ຈະ​ເບິ່ງ​ເຫັນ​ເຫດການ​ໄດ້​ຢ່າງ​ຊັດເຈນ. ຂໍ​ໃຫ້​ຈື່​ສິ່ງ​ທີ່​ພະ​ເຍຊູ​ບອກ​ວ່າ ໃນ​ສະໄໝ​ສຸດ​ທ້າຍ​ຄົນ​ສ່ວນ​ຫຼາຍ​ຈະ “ບໍ່​ທັນ​ຮູ້ຈັກ​ອີ່​ສັງ [ບໍ່​ສັງເກດ​ເຫັນ​ຫຍັງ].” ເຂົາ​ເຈົ້າ​ຈະ​ໃຊ້​ຊີວິດ​ຕາມ​ທຳມະດາ​ແລະ​ຈະ​ຕົກ​ສະ​ເງີ້​ເມື່ອ​ວັນ​ຂອງ​ພະ​ເຢໂຫວາ​ມາ​ເຖິງ. (ອ່ານ ມັດທາຍ 24:37-39) ເຫັນ​ໄດ້​ແຈ້ງ​ວ່າ ເຮົາ​ບໍ່​ຄວນ​ຄາດ​ໝາຍ​ວ່າ​ສະພາບການ​ຂອງ​ໂລກ​ຈະ​ຊົ່ວ​ຮ້າຍ​ແທ້ໆ​ກ່ອນ “ຄວາມ​ທຸກ​ທໍລະມານ​ມາກ​ຫຼາຍ” ຈະ​ເກີດ​ຂຶ້ນ ຈົນ​ຜູ້​ຄົນ​ຖືກ​ບັງຄັບ​ໃຫ້​ເຊື່ອ​ວ່າ​ອະວະສານ​ໃກ້​ເຂົ້າ​ມາ​ແລ້ວ.—ລືກາ 17:20; 2 ເປໂຕ 3:3, 4

      ເຮົາ​ໝັ້ນ​ໃຈ​ວ່າ​ເຮົາ​ກຳລັງ​ມີ​ຊີວິດ​ຢູ່​ໃນ “ທີ່​ສຸດ​ແຫ່ງ​ໂລກ​ນີ້”

      8. ຍ້ອນ​ເຮົາ​ເຝົ້າ​ລະວັງ​ຕໍ່​ສັນຍະລັກ​ທີ່​ພະ​ເຍຊູ​ບອກ​ໄວ້ ເຮົາ​ຈຶ່ງ​ໝັ້ນ​ໃຈ​ໃນ​ເລື່ອງ​ໃດ?

      8 ສັນຍະລັກ​ທີ່​ພະ​ເຍຊູ​ບອກ​ໄວ້​ແມ່ນ​ເພື່ອ​ໃຫ້​ຄຳ​ເຕືອນ​ທີ່​ຈະ​ແຈ້ງ​ແກ່​ລູກ​ສິດ​ຂອງ​ເພິ່ນ​ກ່ຽວ​ກັບ​ໄລຍະ​ເວລາ​ທີ່​ເຂົາ​ເຈົ້າ​ມີ​ຊີວິດ​ຢູ່. ພວກ​ລູກ​ສິດ​ຂອງ​ພະ​ເຍຊູ​ເຝົ້າ​ລະວັງ​ຢູ່​ສະເໝີ. (ມັດທາຍ 24:27, 42) ຕັ້ງ​ແຕ່​ປີ 1914 ສ່ວນ​ຕ່າງໆ​ຂອງ​ສັນຍະລັກ​ທີ່​ພະ​ເຍຊູ​ໄດ້​ບອກ​ໄວ້​ກຳລັງ​ເປັນ​ຈິງ. ດັ່ງ​ນັ້ນ ເຮົາ​ຈຶ່ງ​ໝັ້ນ​ໃຈ​ວ່າ​ເຮົາ​ກຳລັງ​ມີ​ຊີວິດ​ຢູ່​ໃນ​ສະໄໝ​ສຸດ​ທ້າຍ ເຊິ່ງ​ກໍ​ຄື “ທີ່​ສຸດ​ແຫ່ງ​ໂລກ​ນີ້.” ພະ​ເຢໂຫວາ​ຕັດສິນ​ໃຈ​ແລ້ວ​ວ່າ​ເວລາ​ໃດ​ທີ່​ພະອົງ​ຈະ​ທຳລາຍ​ໂລກ​ຊົ່ວ​ຂອງ​ຊາຕານ.

      9. ເປັນ​ຫຍັງ​ເຮົາ​ຕ້ອງ​ຄາດ​ໝາຍ​ຕໍ່ໆ​ໄປ​ວ່າ​ອະວະສານ​ຈະ​ມາ​ໃນ​ໄວໆ​ນີ້?

      9 ດັ່ງ​ນັ້ນ ເປັນ​ຫຍັງ​ເຮົາ​ຕ້ອງ​ຄາດ​ໝາຍ​ຕໍ່ໆ​ໄປ​ວ່າ​ອະວະສານ​ຈະ​ມາ​ໃນ​ໄວໆ​ນີ້? ເພາະ​ເຮົາ​ເຊື່ອ​ຟັງ​ພະ​ເຍຊູ​ແລະ​ເຮົາ​ເຫັນ​ແຈ້ງ​ວ່າ​ສັນຍະລັກ​ທີ່​ເພິ່ນ​ບອກ​ໄວ້​ກ່ຽວ​ກັບ​ສະໄໝ​ສຸດ​ທ້າຍ​ກຳລັງ​ເປັນ​ຈິງ. ເຫດຜົນ​ທີ່​ເຮົາ​ເຊື່ອ​ວ່າ​ອະວະສານ​ໃກ້​ເຂົ້າ​ມາ ບໍ່​ແມ່ນ​ຍ້ອນ​ເຮົາ​ເຊື່ອ​ໃນ​ທຸກ​ສິ່ງ​ທີ່​ເຮົາ​ໄດ້​ຍິນ ແຕ່​ຍ້ອນ​ເຮົາ​ໝັ້ນ​ໃຈ​ວ່າ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ໄວ້​ລ່ວງ​ໜ້າ​ກຳລັງ​ສຳເລັດ​ເປັນ​ຈິງ. ສະນັ້ນ ເຮົາ​ຕ້ອງ​ເຝົ້າ​ລະວັງ​ແລະ​ກຽມ​ພ້ອມ​ສະເໝີ​ສຳລັບ​ອະວະສານ​ທີ່​ກຳລັງ​ຈະ​ມາ​ນີ້.

      ເຮົາ​ຕ້ອງ​ລໍ​ຖ້າ​ດົນ​ປານ​ໃດ?

      10, 11. (ກ) ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ບອກ​ພວກ​ລູກ​ສິດ​ໃຫ້ “ເຝົ້າ​ລະວັງ” ຢູ່​ສະເໝີ? (ຂ) ຖ້າ​ອະວະສານ​ບໍ່​ໄດ້​ມາ​ໃນ​ໄວໆ​ນີ້​ຄື​ກັບ​ທີ່​ພວກ​ລູກ​ສິດ​ຄິດ ພະ​ເຍຊູ​ບອກ​ເຂົາ​ເຈົ້າ​ໃຫ້​ເຮັດ​ຫຍັງ? (ເບິ່ງ​ຮູບ​ທຳອິດ)

      10 ເປັນ​ເວລາ​ຫຼາຍ​ປີ​ແລ້ວ​ທີ່​ພວກ​ເຮົາ​ຫຼາຍ​ຄົນ​ໄດ້​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ແລະ​ຕັ້ງ​ໃຈ​ຄອຍ​ຖ້າ​ໃຫ້​ວັນ​ຂອງ​ພະອົງ​ມາ​ຮອດ. ເຖິງ​ວ່າ​ຈະ​ລໍ​ຖ້າ​ມາ​ດົນ​ແລ້ວ ແຕ່​ເຮົາ​ຕ້ອງ​ຄາດ​ໝາຍ​ວ່າ​ວັນ​ນັ້ນ​ຈະ​ມາ​ໃນ​ໄວໆ​ນີ້. ເຮົາ​ຕ້ອງ​ກຽມ​ພ້ອມ​ເມື່ອ​ພະ​ເຍຊູ​ຈະ​ມາ​ທຳລາຍ​ໂລກ​ຊົ່ວ​ທີ່​ຊາຕານ​ປົກຄອງ. ຂໍ​ໃຫ້​ຈື່​ສິ່ງ​ທີ່​ພະ​ເຍຊູ​ບອກ​ພວກ​ລູກ​ສິດ​ໃຫ້​ເຮັດ ທີ່​ວ່າ “ຈົ່ງ​ເຝົ້າ​ລະວັງ [ເຝົ້າ​ເບິ່ງ] ແລະ​ອ້ອນ​ວອນ [ຕື່ນ​ຕົວ] ຢູ່ ເຫດ​ວ່າ​ທ່ານ​ທັງ​ຫຼາຍ​ບໍ່​ຮູ້ຈັກ​ເວລາ​ນັ້ນ​ຈະ​ມາ​ເຖິງ​ເມື່ອ​ໃດ. ເປັນ​ເໝືອນ​ເຈົ້າ​ເຮືອນ​ຜູ້​ໜຶ່ງ​ທີ່​ໄດ້​ໜີ​ໄປ​ນອກ​ແຜ່ນດິນ​ເອງ ລະ​ເຮືອນ​ຊານ​ແລະ​ມອບ​ອຳນາດ​ໃຫ້​ຂ້າ​ໃຊ້​ທັງ​ຫຼາຍ​ແຫ່ງ​ຕົນ​ແລະ​ບອກ​ການ​ງານ​ໃຫ້​ເຂົາ​ກະທຳ​ທຸກ​ຄົນ​ແລະ​ໄດ້​ສັ່ງ​ນາຍ​ປະຕູ​ໃຫ້​ເຝົ້າ​ຢູ່. ເຫດ​ສັນນີ້​ທ່ານ​ທັງ​ຫຼາຍ​ຈົ່ງ​ລະວັງ​ເຝົ້າ​ຢູ່ ເພາະ​ວ່າ​ທ່ານ​ທັງ​ຫຼາຍ​ບໍ່​ຮູ້ຈັກ​ວ່າ​ເຈົ້າ​ເຮືອນ​ຈະ​ມາ​ເມື່ອ​ໃດ ຈະ​ມາ​ຫົວ​ຄ່ຳ ຫຼື​ທ່ຽງ​ຄືນ ຫຼື​ເວລາ​ໄກ່​ຂັນ ຫຼື​ມື້​ເຊົ້າ ຢ້ານ​ວ່າ​ຫາກ​ມາ​ໃນ​ບັດ​ດຽວ​ໜຶ່ງ​ແລະ​ພົບ​ທ່ານ​ທັງ​ຫຼາຍ​ພວມ​ນອນ​ຫຼັບ​ຢູ່. ແລະ​ຖ້ອຍຄຳ​ທີ່​ເຮົາ​ກ່າວ​ແກ່​ພວກ​ທ່ານ ເຮົາ​ກ່າວ​ແກ່​ຄົນ​ທັງ​ປວງ ຈົ່ງ​ລະວັງ​ເຝົ້າ​ຢູ່​ເຖີ້ນ.”—ມາລະໂກ 13:33-37

      ການ​ໂຈມຕີ​ສາສະໜາ​ທີ່​ສອນ​ບໍ່​ຈິງ​ສາມາດ​ເກີດ​ຂຶ້ນ​ແບບ​ໄວ​ວາ​ແລະ​ໃນ​ເວລາ​ໃດ​ກໍ​ໄດ້

      11 ເມື່ອ​ພວກ​ລູກ​ສິດ​ເຂົ້າ​ໃຈ​ວ່າ​ພະ​ເຍຊູ​ເລີ່ມ​ຕົ້ນ​ປົກຄອງ​ໃນ​ປີ 1914 ເຂົາ​ເຈົ້າ​ຈຶ່ງ​ສຳນຶກ​ວ່າ​ອະວະສານ​ຈະ​ມາ​ເວລາ​ໃດ​ກໍ​ໄດ້. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ກຽມ​ພ້ອມ​ສຳລັບ​ວັນ​ນັ້ນ​ໂດຍ​ເຮັດ​ວຽກ​ປະກາດ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ. ພະ​ເຍຊູ​ບອກ​ວ່າ​ເພິ່ນ​ອາດ​ຈະ​ມາ​ເວລາ​ອື່ນ​ເຊັ່ນ: “ເວລາ​ໄກ່​ຂັນ ຫຼື​ມື້​ເຊົ້າ.” ຖ້າ​ເປັນ​ແນວ​ນັ້ນ ພວກ​ລູກ​ສິດ​ຈຳເປັນ​ຕ້ອງ​ເຮັດ​ຫຍັງ? ພະ​ເຍຊູ​ບອກ​ວ່າ​ໃຫ້ “ເຝົ້າ​ລະວັງ” ຢູ່​ສະເໝີ. ດັ່ງ​ນັ້ນ ເຖິງ​ເຮົາ​ຈະ​ຮູ້ສຶກ​ວ່າ​ໄດ້​ລໍ​ຖ້າ​ມາ​ດົນ​ແລ້ວ ແຕ່​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ອະວະສານ​ຍັງ​ຢູ່​ອີກ​ໄກ​ຫຼື​ຈະ​ບໍ່​ມາ​ໃນ​ໄລຍະ​ທີ່​ເຮົາ​ມີ​ຊີວິດ​ຢູ່.

      12. ຫາບາກຸກ​ຖາມ​ພະ​ເຢໂຫວາ​ວ່າ​ແນວ​ໃດ ແລະ​ພະອົງ​ຕອບ​ລາວ​ແນວ​ໃດ?

      12 ຜູ້​ພະຍາກອນ​ຫາບາກຸກ​ລໍ​ຖ້າ​ດ້ວຍ​ຄວາມ​ອົດ​ທົນ​ເມື່ອ​ປະກາດ​ເລື່ອງ​ການ​ທຳລາຍ​ເມືອງ​ເຢຣຶຊາເລມ. ຜູ້​ພະຍາກອນ​ຄົນ​ອື່ນໆ​ທີ່​ມີ​ຊີວິດ​ຢູ່​ກ່ອນ​ລາວ​ກໍ​ຍັງ​ໄດ້​ປະກາດ​ຂ່າວ​ສານ​ນັ້ນ​ເປັນ​ເວລາ​ຫຼາຍ​ປີ. ຫາບາກຸກ​ເຫັນ​ວ່າ​ມີ​ຄວາມ​ຊົ່ວ​ຮ້າຍ​ແລະ​ຄວາມ​ບໍ່​ຍຸຕິທຳ​ຫຼາຍ​ຂຶ້ນ​ກວ່າ​ແຕ່​ກ່ອນ. ລາວ​ໄດ້​ອ້ອນ​ວອນ​ໃຫ້​ພະ​ເຢໂຫວາ​ຊ່ວຍ ລາວ​ຖາມ​ວ່າ: ‘ໂອ້​ພະ​ເຢໂຫວາ ຂ້າ​ນ້ອຍ​ຈະ​ຮ້ອງ​ແລະ​ຍັງ​ດົນ​ປານ​ໃດ​ພະອົງ​ຈະ​ບໍ່​ຟັງ?’ ເຖິງ​ແມ່ນ​ພະ​ເຢໂຫວາ​ບໍ່​ໄດ້​ບອກ​ວ່າ​ການ​ທຳລາຍ​ນັ້ນ​ຈະ​ເກີດ​ຂຶ້ນ​ເມື່ອ​ໃດ ແຕ່​ພະອົງ​ສັນຍາ​ກັບ​ຫາບາກຸກ​ວ່າ: “ມັນ​ຈະ . . . ບໍ່​ຢອມ [ບໍ່​ຊັກຊ້າ]”! ພະ​ເຢໂຫວາ​ຍັງ​ບອກ​ໃຫ້​ຫາບາກຸກ “ຄອຍ​ຖ້າ” ຕໍ່ໆ​ໄປ.—ອ່ານ ຫາບາກຸກ 1:1-4; 2:3

      13. ຫາບາກຸກ​ອາດ​ຈະ​ຄິດ​ແນວ​ໃດ ແລະ​ເປັນ​ຫຍັງ​ການ​ຄິດ​ແນວ​ນັ້ນ​ຈຶ່ງ​ເປັນ​ເລື່ອງ​ອັນຕະລາຍ?

      13 ລອງ​ນຶກ​ພາບ​ເບິ່ງ​ວ່າ​ຖ້າ​ຫາບາກຸກ​ເມື່ອຍ​ລໍ​ຖ້າ​ການ​ທຳລາຍ​ທີ່​ຈະ​ເກີດ​ຂຶ້ນ ແລະ​ເວົ້າ​ວ່າ: ‘ຂ້ອຍ​ຄອຍ​ຖ້າ​ການ​ທຳລາຍ​ເມືອງ​ເຢຣຶຊາເລມ​ມາ​ຫຼາຍ​ປີ​ແລ້ວ ເວລາ​ນັ້ນ​ຍັງ​ຢູ່​ອີກ​ໄກ. ຂ້ອຍ​ບໍ່​ຈຳເປັນ​ຕ້ອງ​ປະກາດ​ກ່ຽວ​ກັບ​ເລື່ອງ​ນັ້ນ ໃຫ້​ຄົນ​ອື່ນ​ເຮັດ​ກໍ​ໄດ້.’ ຖ້າ​ຫາບາກຸກ​ຄິດ​ແບບ​ນັ້ນ​ຈະ​ເປັນ​ແນວ​ໃດ? ພະ​ເຢໂຫວາ​ຈະ​ບໍ່​ພໍ​ໃຈ​ລາວ ແລະ​ຖ້າ​ລາວ​ບໍ່​ກຽມ​ພ້ອມ​ສຳລັບ​ການ​ທຳລາຍ​ທີ່​ຈະ​ເກີດ​ຂຶ້ນ ລາວ​ອາດ​ຈະ​ຕາຍ​ກໍ​ໄດ້.

      14. ເປັນ​ຫຍັງ​ເຮົາ​ຮູ້ສຶກ​ຂອບໃຈ​ທີ່​ພະ​ເຢໂຫວາ​ເຕືອນ​ເຮົາ​ໃຫ້​ຄອຍ​ຖ້າ​ອະວະສານ​ຢູ່​ສະເໝີ?

      14 ລອງ​ນຶກ​ພາບ​ວ່າ​ເຈົ້າ​ຢູ່​ໃນ​ໂລກ​ໃໝ່​ແລ້ວ ແລະ​ເຫດການ​ທຸກ​ຢ່າງ​ກ່ຽວ​ກັບ​ສະໄໝ​ສຸດ​ທ້າຍ​ໄດ້​ເກີດ​ຂຶ້ນ​ຄື​ກັບ​ທີ່​ພະ​ເຢໂຫວາ​ບອກ​ໄວ້​ລ່ວງ​ໜ້າ. ແນ່ນອນ​ວ່າ​ເຈົ້າ​ຈະ​ວາງໃຈ​ໃນ​ພະ​ເຢໂຫວາ​ຫຼາຍ​ກວ່າ​ແຕ່​ກ່ອນ ແລະ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ວ່າ​ພະອົງ​ຈະ​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ໄດ້​ສັນຍາ​ໄວ້. (ອ່ານ ໂຢຊວຍ 23:14) ເຈົ້າ​ຈະ​ຮູ້ສຶກ​ຂອບໃຈ​ແທ້ໆ​ທີ່​ພະ​ເຢໂຫວາ​ໄດ້​ກຳນົດ​ໃຫ້​ອະວະສານ​ເກີດ​ຂຶ້ນ​ໃນ​ເວລາ​ທີ່​ເໝາະ​ສົມ ແລະ​ພະອົງ​ໄດ້​ເຕືອນ​ປະຊາຊົນ​ຂອງ​ພະອົງ​ໃຫ້​ຄອຍ​ຖ້າ​ວັນ​ນັ້ນ​ຢູ່​ສະເໝີ.—ກິດຈະການ 1:7; 1 ເປໂຕ 4:7

      ເຮົາ​ປະກາດ​ຕໍ່ໆ​ໄປ​ໃນ​ຂະນະ​ທີ່​ລໍ​ຖ້າ

      ພີ່​ນ້ອງ​ຍິງ​ຄລິດສະຕຽນ​ຄົນ​ໜຶ່ງ​ທີ່​ສູງ​ອາຍຸ​ກຳລັງ​ປະກາດ​ຂ່າວ​ດີ​ຢ່າງ​ກະຕືລືລົ້ນ

      ເຈົ້າ​ປະກາດ​ຂ່າວ​ດີ​ຢ່າງ​ກະຕືລືລົ້ນ​ບໍ? (ເບິ່ງ​ຂໍ້ 15)

      15, 16. ໃນ​ສະໄໝ​ສຸດ​ທ້າຍ​ນີ້ ເປັນ​ຫຍັງ​ເຮົາ​ຄວນ​ເຮັດ​ສຸດ​ຄວາມ​ສາມາດ​ໃນ​ວຽກ​ປະກາດ?

      15 ອົງການ​ຂອງ​ພະ​ເຢໂຫວາ​ຈະ​ເຕືອນ​ເຮົາ​ຕໍ່ໆ​ໄປ​ວ່າ​ໃຫ້​ໃຊ້​ຊີວິດ​ຈົດຈໍ່​ຢູ່​ກັບ​ການ​ຮັບໃຊ້​ພະອົງ. ຄຳ​ເຕືອນ​ເຫຼົ່າ​ນີ້​ຊ່ວຍ​ເຮົາ​ບໍ່​ພຽງ​ແຕ່​ໃຫ້​ຫຍຸ້ງ​ຢູ່​ກັບ​ການ​ຮັບໃຊ້​ພະ​ເຢໂຫວາ​ເທົ່າ​ນັ້ນ ແຕ່​ຍັງ​ຊ່ວຍ​ເຮົາ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ​ຂ່າວ​ສານ​ຂອງ​ເຮົາ​ເປັນ​ຂ່າວ​ທີ່​ຮີບ​ດ່ວນ. ເຮົາ​ໝັ້ນ​ໃຈ​ວ່າ​ສັນຍະລັກ​ທີ່​ພະ​ເຍຊູ​ບອກ​ໄວ້​ກຳລັງ​ສຳເລັດ​ເປັນ​ຈິງ​ໃນ​ຕອນ​ນີ້​ແລະ​ອະວະສານ​ກໍ​ກຳລັງ​ຈະ​ມາ​ໃນ​ໄວໆ​ນີ້. ດັ່ງ​ນັ້ນ ເຮົາ​ຈຶ່ງ​ຈັດ​ໃຫ້​ພະ​ເຢໂຫວາ​ມາ​ເປັນ​ອັນ​ດັບ​ທຳອິດ​ໃນ​ຊີວິດ​ຂອງ​ເຮົາ ແລະ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຕໍ່ໆ​ໄປ.—ມັດທາຍ 6:33; ມາລະໂກ 13:10

      16 ເມື່ອ​ປະກາດ​ຂ່າວ​ດີ​ໃຫ້​ຄົນ​ອື່ນ​ຮູ້ ເຮົາ​ຊ່ວຍ​ຊີວິດ​ເຂົາ​ເຈົ້າ​ໃຫ້​ລອດ​ຈາກ​ການ​ທຳລາຍ​ໂລກ​ຊົ່ວ​ທີ່​ຊາຕານ​ປົກຄອງ​ເຊິ່ງ​ຈະ​ເກີດ​ຂຶ້ນ​ໃນ​ໄວໆ​ນີ້. ຂໍ​ກ່າວ​ເຖິງ​ເຫດການ​ຕໍ່​ໄປ​ນີ້​ເປັນ​ຕົວຢ່າງ ໃນ​ປີ 1945 ໄດ້​ເກີດ​ໄພ​ພິບັດ​ທາງ​ທະເລ​ທີ່​ຮ້າຍແຮງ​ທີ່​ສຸດ ເມື່ອ​ເຮືອ​ກຳປັ່ນ​ວິວ​ແຮມ ກາດ​ສະ​ລ໋ອບ ຫຼົ້ມ ແລະ​ເຮັດ​ໃຫ້​ມີ​ຫຼາຍ​ພັນ​ຄົນ​ເສຍ​ຊີວິດ. ພີ່​ນ້ອງ​ຄົນ​ໜຶ່ງ​ກັບ​ຜົວ​ໄດ້​ລອດ​ຊີວິດ​ຈາກ​ກຳປັ່ນ​ລຳ​ນັ້ນ. ພີ່​ນ້ອງ​ຄົນ​ນີ້​ຈື່​ໄດ້​ວ່າ​ໃນ​ຂະນະ​ທີ່​ກຳປັ່ນ​ກຳລັງ​ຈະ​ຈົມ ມີ​ຜູ້​ຍິງ​ຄົນ​ໜຶ່ງ​ຮ້ອງໄຫ້​ບໍ່​ເຊົາ​ແລະ​ເວົ້າ​ວ່າ: “ກະເປົ໋າ​ຂອງ​ຂ້ອຍ! ກະເປົ໋າ​ຂອງ​ຂ້ອຍ! ເພັດ​ພອຍ​ຂອງ​ຂ້ອຍ! ເພັດ​ພອຍ​ຂອງ​ຂ້ອຍ​ທັງ​ໝົດ​ຢູ່​ໃນ​ຫ້ອງ​ພັກ​ທາງ​ລຸ່ມ. ຂ້ອຍ​ບໍ່​ເຫຼືອ​ຫຍັງ​ແລ້ວ!” ແຕ່​ຜູ້​ໂດຍ​ສານ​ຄົນ​ອື່ນ​ເຂົ້າ​ໃຈ​ວ່າ​ສິ່ງ​ໃດ​ສຳຄັນ​ທີ່​ສຸດ ແລະ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຊ່ວຍ​ຊີວິດ​ຜູ້​ຄົນ. ໃນ​ທຸກ​ມື້​ນີ້ ຊີວິດ​ຂອງ​ຜູ້​ຄົນ​ກຳລັງ​ຕົກ​ຢູ່​ໃນ​ອັນຕະລາຍ. ຄ້າຍ​ຄື​ກັນ ເຮົາ​ຢາກ​ເປັນ​ຄື​ກັບ​ຜູ້​ໂດຍ​ສານ​ທີ່​ບໍ່​ເຫັນ​ແກ່​ຕົວ​ແລະ​ໃສ່​ໃຈ​ສະເໝີ​ວ່າ​ວຽກ​ປະກາດ​ເປັນ​ເລື່ອງ​ທີ່​ຮີບ​ດ່ວນ​ຫຼາຍ. ດັ່ງ​ນັ້ນ ເຮົາ​ຕ້ອງ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຊ່ວຍ​ຊີວິດ​ຜູ້​ຄົນ​ໃຫ້​ລອດ​ຈາກ​ອະວະສານ​ຂອງ​ລະບົບ​ນີ້.

      1. ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ຄລິດສະຕຽນ​ເບິ່ງ​ໂທລະທັດ​ຈົນ​ຮອດ​ເດິກ​ແລະ​ຈາກ​ນັ້ນ​ກໍ​ຕື່ນ​ສວາຍ; 2. ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ຄລິດສະຕຽນ​ເບິ່ງ​ໂທລະທັດ​ຈົນ​ຮອດ​ເວລາ​ທີ່​ພໍ​ດີ​ພໍ​ງາມ​ແລະ​ສາມາດ​ຕື່ນ​ເພື່ອ​ອອກ​ໄປ​ປະກາດ​ຂ່າວ​ດີ

      ຕັດສິນ​ໃຈ​ຢ່າງ​ສຸຂຸມ​ແລະ​ໃສ່​ໃຈ​ສະເໝີ​ວ່າ​ວຽກ​ປະກາດ​ເປັນ​ເລື່ອງ​ທີ່​ຮີບ​ດ່ວນ​ຫຼາຍ (ເບິ່ງ​ຂໍ້ 17)

      17. ເປັນ​ຫຍັງ​ເຮົາ​ຄວນ​ເຊື່ອ​ວ່າ​ອະວະສານ​ຈະ​ມາ​ໃນ​ເວລາ​ໃດ​ກໍ​ໄດ້?

      17 ເຮົາ​ເຫັນ​ໄດ້​ຈະ​ແຈ້ງ​ວ່າ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ໄວ້​ລ່ວງ​ໜ້າ​ກຳລັງ​ສຳເລັດ​ເປັນ​ຈິງ ແລະ​ອະວະສານ​ຂອງ​ລະບົບ​ຊົ່ວ​ນີ້​ກຳລັງ​ໃກ້​ເຂົ້າ​ມາ​ຫຼາຍ​ແລ້ວ. ເຮົາ​ກຳລັງ​ລໍ​ຖ້າ​ໃຫ້ “ເຂົາ 10 ອັນ” ແລະ “ສັດ​ຮ້າຍ” ປ່ຽນ​ມາ​ຕໍ່​ສູ້​ສາສະໜາ​ທີ່​ສອນ​ບໍ່​ຈິງ​ເຊິ່ງ​ກໍ​ຄື​ບາບີໂລນ​ໃຫຍ່. (ຄຳປາກົດ 17:16) ເຮົາ​ບໍ່​ຄວນ​ຄິດ​ວ່າ​ຍັງ​ອີກ​ດົນ​ກ່ອນ​ທີ່​ສິ່ງ​ນີ້​ຈະ​ເກີດ​ຂຶ້ນ. ຢ່າ​ລືມ​ວ່າ​ພະເຈົ້າ​ຈະ​ກະຕຸ້ນ “ໃຫ້​ເຂົາ​ກະທຳ​ຕາມ​ນ້ຳໃຈ​ຂອງ​ພະອົງ” ເພື່ອ​ໂຈມຕີ​ສາສະໜາ​ທີ່​ສອນ​ບໍ່​ຈິງ​ແລະ​ສິ່ງ​ນີ້​ຈະ​ເກີດ​ຂຶ້ນ​ແບບ​ໄວ​ວາ​ແລະ​ໃນ​ເວລາ​ໃດ​ກໍ​ໄດ້! (ຄຳປາກົດ 17:17) ອະວະສານ​ຂອງ​ໂລກ​ຊົ່ວ​ທີ່​ຊາຕານ​ປົກຄອງ​ກຳລັງ​ຈະ​ມາ​ໃນ​ໄວໆ​ນີ້. ດັ່ງ​ນັ້ນ ເຮົາ​ຄວນ​ເຊື່ອ​ຟັງ​ຄຳ​ເຕືອນ​ຂອງ​ພະ​ເຍຊູ​ທີ່​ວ່າ: “ຈົ່ງ​ລະວັງ​ໃຫ້​ດີ [ເອົາໃຈໃສ່] ແກ່​ຕົວ​ເອງ​ຢ້ານ​ວ່າ​ໃຈ​ຂອງ​ທ່ານ​ທັງ​ຫຼາຍ​ຈະ​ເກີດ​ໜາ​ດ້ວຍ​ການ​ມັກ​ກິນ​ເຫຼືອ​ກຳນົດ​ແລະ​ເມົາ​ເຫຼົ້າ​ແລະ​ດ້ວຍ​ຄວາມ​ອຸກ​ໃຈ​ແຫ່ງ​ໂລກ​ນີ້ ແລະ​ວັນ​ນັ້ນ​ຈະ​ມາ​ເຖິງ​ທ່ານ​ທັງ​ຫຼາຍ​ເມື່ອ​ທ່ານ​ບໍ່​ທັນ​ຄຶດ ເຫດ​ວ່າ​ວັນ​ນັ້ນ​ຈະ​ຕົກ​ເໝືອນ​ດັ່ງ​ແຫ​ຈັບ​ປາ​ເທິງ​ຄົນ​ທັງ​ຫຼາຍ.” (ລືກາ 21:34, 35; ຄຳປາກົດ 16:15) ຂໍ​ໃຫ້​ເຮົາ​ເຝົ້າ​ລະວັງ​ແລະ​ຫຍຸ້ງ​ຢູ່​ສະເໝີ​ກັບ​ການ​ຮັບໃຊ້​ພະ​ເຢໂຫວາ ໂດຍ​ໝັ້ນ​ໃຈ​ວ່າ​ພະອົງ​ຈະ ‘ຊ່ວຍ​ເຫຼືອ​ຜູ້​ທີ່​ຄອງ​ຫາ​ພະອົງ.’—ເອຊາອີ 64:4

      18. ຈະ​ມີ​ການ​ຕອບ​ຄຳຖາມ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

      18 ໃນ​ຂະນະ​ທີ່​ລໍ​ຖ້າ​ອະວະສານ​ຂອງ​ໂລກ​ຊົ່ວ​ນີ້ ເຮົາ​ຄວນ​ຟັງ​ຄຳ​ແນະນຳ​ຈາກ ສາວົກ​ຢູດາ​ທີ່​ເຕືອນ​ວ່າ: “ພີ່​ນ້ອງ​ຜູ້​ເປັນ​ທີ່​ຮັກ​ເອີຍ ຈົ່ງ​ຈຳເລີນ​ຂຶ້ນ​ໃນ​ຄວາມ​ເຊື່ອ​ອັນ​ບໍລິສຸດ​ຂອງ​ພວກ​ທ່ານ ຈົ່ງ​ອ້ອນ​ວອນ​ດ້ວຍ​ພະ​ວິນຍານ​ບໍລິສຸດ ຈົ່ງ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ ຄອຍ​ຖ້າ​ພະ​ຄຸນ [ຄວາມ​ເມດຕາ] ແຫ່ງ​ພະ​ເຍຊູ​ຄລິດ​ພະອົງ​ເຈົ້າ​ຂອງ​ເຮົາ​ທັງ​ຫຼາຍ​ຈົນ​ໄດ້​ຊີວິດ​ອັນ​ຕະຫຼອດ​ໄປ.” (ຢູເດ 20, 21) ແຕ່​ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ກຳລັງ​ຄາດ​ໝາຍ​ວ່າ​ໂລກ​ໃໝ່​ຂອງ​ພະເຈົ້າ​ຈະ​ມາ​ໃນ​ໄວໆ​ນີ້ ແລະ​ເຮົາ​ກຳລັງ​ຄອຍ​ຖ້າ​ສິ່ງ​ນັ້ນ​ຢູ່? ເຮົາ​ຈະ​ພິຈາລະນາ​ເລື່ອງ​ນີ້​ໃນ​ບົດ​ຄວາມ​ຕໍ່​ໄປ.

      a ສຳລັບ​ຄຳ​ພະຍາກອນ​ບາງ​ຂໍ້​ໃນ​ຄຳພີ​ໄບເບິນ​ກ່ຽວ​ກັບ​ເມຊີ​ແລະ​ວິທີ​ທີ່​ຄຳ​ພະຍາກອນ​ເຫຼົ່າ​ນັ້ນ​ເປັນ​ຈິງ ຂໍ​ໃຫ້​ເບິ່ງ​ປຶ້ມ​ຄຳພີ​ໄບເບິນ​ສອນ​ແນວ​ໃດ​ແທ້ໆ? ໜ້າ 200

      ການ​ອະທິບາຍ​ບາງ​ສຳນວນ

      • ຄອຍ​ຖ້າ​ຕໍ່ໆ​ໄປ​ວ່າ​ວັນ​ຂອງ​ພະ​ເຢໂຫວາ​ຈະ​ມາ​ໃນ​ໄວໆ​ນີ້ ໝາຍ​ຄວາມ​ວ່າ​ເຮົາ​ເຝົ້າ​ລະວັງ​ຕໍ່​ສັນຍະລັກ​ທີ່​ພະ​ເຍຊູ​ໄດ້​ບອກ​ໄວ້​ແລະ​ໝັ້ນ​ໃຈ​ວ່າ​ເຮົາ​ກຳລັງ​ມີ​ຊີວິດ​ຢູ່​ໃນ “ທີ່​ສຸດ​ແຫ່ງ​ໂລກ​ນີ້.” ດັ່ງ​ນັ້ນ ເຮົາ​ຈຶ່ງ​ລໍ​ຖ້າ​ຕໍ່ໆ​ໄປ​ດ້ວຍ​ຄວາມ​ອົດ​ທົນ ແລະ​ເຮົາ​ໃຊ້​ຊີວິດ​ໃນ​ແນວ​ທາງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເຊື່ອ​ວ່າ​ອະວະສານ​ກຳລັງ​ຈະ​ມາ​ໃນ​ໄວໆ​ນີ້. ເຮົາ​ຈັດ​ໃຫ້​ພະ​ເຢໂຫວາ​ມາ​ເປັນ​ອັນ​ດັບ​ທຳອິດ​ໃນ​ຊີວິດ​ແລະ​ເຮັດ​ສຸດ​ຄວາມ​ສາມາດ​ໃນ​ການ​ປະກາດ​ຂ່າວ​ດີ

      • ທີ່​ສຸດ​ແຫ່ງ​ໂລກ​ນີ້ ໝາຍ​ເຖິງ​ໄລຍະ​ເວລາ​ເຊິ່ງ​ເລີ່ມ​ຕົ້ນ​ຕັ້ງ​ແຕ່​ປີ 1914 ແລະ​ນັ້ນ​ຈະ​ຈົບ​ລົງ​ເມື່ອ​ໂລກ​ຊົ່ວ​ທີ່​ຊາຕານ​ປົກຄອງ​ຖືກ​ທຳລາຍ

  • ເຈົ້າ​ກຳລັງ​ເຕີບໂຕ​ສູ່​ຄວາມ​ເປັນ​ຜູ້​ໃຫຍ່​ເຕັມທີ​ແບບ​ພະ​ຄລິດ​ບໍ?
    ຫໍສັງເກດການ—2015 | 15 ກັນຍາ
    • ໃນ​ຂະນະ​ທີ່​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ອາວຸໂສ​ອ່ານ​ຄຳພີ​ໄບເບິນ ລາວ​ນຶກ​ພາບ​ກ່ຽວ​ກັບ​ຕົວຢ່າງ​ຂອງ​ພະ​ເຍຊູ

      ເຈົ້າ​ກຳລັງ​ເຕີບໂຕ​ສູ່​ຄວາມ​ເປັນ​ຜູ້​ໃຫຍ່​ເຕັມທີ​ແບບ​ພະ​ຄລິດ​ບໍ?

      “ເຕີບໂຕ​ເຖິງ​ຂະໜາດ​ຄວາມ​ບໍລິບູນ​ຂອງ​ພະ​ຄລິດ.”—ເອເຟດ 4:13, ລ.ມ.

      ເພງ: 69, 70

      ເຈົ້າ​ຈະ​ຕອບ​ແນວ​ໃດ?

      • ຄລິດສະຕຽນ​ທີ່​ອາວຸໂສ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ຄວາມ​ຮູ້​ຖ້ອງ​ແທ້?

      • ຄລິດສະຕຽນ​ທີ່​ອາວຸໂສ​ຈະ​ສົ່ງເສີມ​ຄວາມ​ສາມັກຄີ​ໃນ​ປະຊາຄົມ​ແນວ​ໃດ?

      • ໝູ່​ທີ່​ດີ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເປັນ​ຄລິດສະຕຽນ​ທີ່​ອາວຸໂສ?

      1, 2. ຄລິດສະຕຽນ​ທຸກ​ຄົນ​ມີ​ເປົ້າ​ໝາຍ​ຫຍັງ? ຂໍ​ໃຫ້​ຍົກ​ຕົວຢ່າງ

      ເມື່ອ​ຊື້​ໝາກ​ໄມ້​ຢູ່​ຕະຫຼາດ ຄົນ​ທີ່​ເປັນ​ແມ່​ເຮືອນ​ຈະ​ເລືອກ​ແນວ​ໃດ? ແນ່ນອນ​ວ່າ​ລາວ​ຈະ​ບໍ່​ເລືອກ​ໜ່ວຍ​ໃຫຍ່​ທີ່​ສຸດ​ຫຼື​ລາຄາ​ຖືກ​ທີ່​ສຸດ ແຕ່​ຈະ​ເລືອກ​ໜ່ວຍ​ທີ່​ມີ​ກິ່ນ​ຫອມ ສົດ ແລະ​ກິນ​ໄດ້​ທັນທີ. ລາວ​ຢາກ​ໄດ້​ໜ່ວຍ​ທີ່​ສຸກ​ດີ​ເຊິ່ງ​ກໍ​ຄື​ໜ່ວຍ​ທີ່​ແກ່​ແລ້ວ.

      ຄລິດສະຕຽນ​ທີ່​ອາວຸໂສ​ຈະ​ຄົ້ນ​ຄວ້າ​ຕໍ່ໆ​ໄປ​ກ່ຽວ​ກັບ​ຫຼັກ​ການ​ຕ່າງໆ​ໃນ​ຄຳພີ​ໄບເບິນ​ທີ່​ຊ່ວຍ​ລາວ​ໃຫ້​ຮູ້ຈັກ​ສິ່ງ​ທີ່​ຖືກ​ແລະ​ສິ່ງ​ທີ່​ຜິດ

      2 ຫຼັງ​ຈາກ​ທີ່​ຄົນ​ຜູ້​ໜຶ່ງ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ຕັດສິນ​ໃຈ​ຮັບ​ບັບເຕມາ ສາຍ​ສຳພັນ​ຂອງ​ລາວ​ກັບ​ພະ​ເຢໂຫວາ​ຈະ​ເຕີບໂຕ​ຂຶ້ນ​ຕໍ່ໆ​ໄປ. ຈາກ​ນັ້ນ ລາວ​ກໍ​ມີ​ເປົ້າ​ໝາຍ​ທີ່​ຈະ​ເປັນ​ຄລິດສະຕຽນ​ທີ່​ອາວຸໂສ. ຄວາມ​ອາວຸໂສ​ນີ້​ບໍ່​ໄດ້​ໝາຍ​ເຖິງ​ການ​ມີ​ອາຍຸ​ຫຼາຍ ແຕ່​ໝາຍ​ເຖິງ​ການ​ເຕີບໂຕ​ໃນ​ເລື່ອງ​ຄວາມ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ເຊິ່ງ​ກໍ​ຄື​ການ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະອົງ​ຫຼາຍ​ຂຶ້ນ. ອັກຄະສາວົກ​ໂປໂລ​ຕ້ອງການ​ໃຫ້​ຄລິດສະຕຽນ​ໃນ​ເມືອງ​ເອເຟດ​ເປັນ​ຄົນ​ອາວຸໂສ. ລາວ​ສະໜັບສະໜູນ​ເຂົາ​ເຈົ້າ​ໃຫ້​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ທາງ​ດ້ານ​ຄວາມ​ເຊື່ອ​ແລະ​ຮຽນ​ຮູ້​ຕໍ່ໆ​ໄປ​ກ່ຽວ​ກັບ​ພະ​ເຍຊູ​ເພື່ອ​ຈະ “ເຕີບໂຕ​ເຖິງ​ຂະໜາດ​ຄວາມ​ບໍລິບູນ​ຂອງ​ພະ​ຄລິດ.”—ເອເຟດ 4:13, ລ.ມ.

      3. ປະຊາຄົມ​ເອເຟດ​ຄ້າຍ​ຄື​ກັນ​ແນວ​ໃດ​ກັບ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້?

      3 ປະຊາຄົມ​ເອເຟດ​ຖືກ​ກໍ່​ຕັ້ງ​ຂຶ້ນ​ໄດ້​ຫຼາຍ​ປີ​ແລ້ວ​ຕອນ​ທີ່​ໂປໂລ​ຂຽນ​ຈົດ​ໝາຍ​ໄປ​ຫາ​ປະຊາຄົມ​ນັ້ນ. ຫຼາຍ​ຄົນ​ໃນ​ປະຊາຄົມ​ນີ້​ມີ​ປະສົບການ ຍ້ອນ​ແນວ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ເປັນ​ຄລິດສະຕຽນ​ທີ່​ອາວຸໂສ. ແຕ່​ຍັງ​ມີ​ບາງ​ຄົນ​ທີ່​ຈຳເປັນ​ຕ້ອງ​ເຮັດ​ໃຫ້​ສາຍ​ສຳພັນ​ຂອງ​ເຂົາ​ເຈົ້າ​ກັບ​ພະ​ເຢໂຫວາ​ເຂັ້ມແຂງ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ. ໃນ​ທຸກ​ມື້​ນີ້​ກໍ​ຄ້າຍ​ຄື​ກັນ ພີ່​ນ້ອງ​ຊາຍ​ຍິງ​ຫຼາຍ​ຄົນ​ໄດ້​ຮັບໃຊ້​ພະ​ເຢໂຫວາ​ມາ​ເປັນ​ເວລາ​ຫຼາຍ​ປີ​ແລະ​ເປັນ​ຄລິດສະຕຽນ​ທີ່​ອາວຸໂສ ແຕ່​ກໍ​ມີ​ບາງ​ຄົນ​ໃນ​ປະຊາຄົມ​ຕ່າງໆ​ທີ່​ຍັງ​ບໍ່​ໄດ້​ເປັນ​ແນວ​ນັ້ນ. ຕົວຢ່າງ​ເຊັ່ນ: ໃນ​ແຕ່​ລະ​ປີ​ມີ​ຫຼາຍ​ພັນ​ຄົນ​ຮັບ​ບັບເຕມາ ດັ່ງ​ນັ້ນ ບາງ​ຄົນ​ຍັງ​ຈຳເປັນ​ຕ້ອງ​ເຕີບໂຕ​ສູ່​ຄວາມ​ອາວຸໂສ. ແລ້ວ​ເຈົ້າ​ເດ?—ໂກໂລດ 2:6, 7

      ຄລິດສະຕຽນ​ຈະ​ເຕີບໂຕ​ໄດ້​ແນວ​ໃດ?

      4, 5. ຄລິດສະຕຽນ​ແຕ່​ລະ​ຄົນ​ທີ່​ອາວຸໂສ​ແລ້ວ​ແຕກຕ່າງ​ກັນ​ແນວ​ໃດ ແຕ່​ເຂົາ​ເຈົ້າ​ມີ​ຫຍັງ​ທີ່​ຄື​ກັນ? (ເບິ່ງ​ຮູບ​ທຳອິດ)

      4 ເມື່ອ​ເບິ່ງ​ໝາກ​ໄມ້​ສຸກ​ຢູ່​ຕະຫຼາດ ເຈົ້າ​ກໍ​ຈະ​ເຫັນ​ວ່າ​ແຕ່​ລະ​ໜ່ວຍ​ສຸກ​ບໍ່​ຄື​ກັນ. ແຕ່​ມີ​ບາງ​ສິ່ງ​ທີ່​ໝາກ​ໄມ້​ເຫຼົ່າ​ນັ້ນ​ມີ​ຄື​ກັນ​ເຊິ່ງ​ເຮັດ​ໃຫ້​ຮູ້​ວ່າ​ມັນ​ສຸກ​ແລ້ວ. ເລື່ອງ​ນີ້​ກໍ​ເປັນ​ຈິງ​ຄື​ກັນ​ສຳລັບ​ຄລິດສະຕຽນ​ທີ່​ອາວຸໂສ ນັ້ນ​ຄື​ເຂົາ​ເຈົ້າ​ແຕ່​ລະ​ຄົນ​ບໍ່​ຄື​ກັນ. ເຂົາ​ເຈົ້າ​ມາ​ຈາກ​ຫຼາຍ​ປະເທດ​ແລະ​ຫຼາຍ​ພູມ​ຫຼັງ ມີ​ອາຍຸ​ແລະ​ຄວາມ​ມັກ​ທີ່​ແຕກຕ່າງ​ກັນ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ຄລິດສະຕຽນ​ທຸກ​ຄົນ​ທີ່​ອາວຸໂສ​ມີ​ຄຸນ​ລັກສະນະ​ບາງ​ຢ່າງ​ທີ່​ຄື​ກັນ​ເຊິ່ງ​ບອກ​ໃຫ້​ຮູ້​ວ່າ​ເຂົາ​ເຈົ້າ​ເປັນ​ຄົນ​ທີ່​ອາວຸໂສ. ຄຸນ​ລັກສະນະ​ບາງ​ຢ່າງ​ເຫຼົ່າ​ນີ້​ມີ​ຫຍັງ​ແດ່?

      ‘ຂ້ອຍ​ຕ້ອງ​ປ່ຽນ​ແປງ​ຫຍັງ​ແດ່​ເພື່ອ​ຈະ​ຮຽນ​ແບບ​ພະ​ເຍຊູ​ໃຫ້​ໄດ້​ໃກ້​ຄຽງ​ທີ່​ສຸດ?’

      5 ຄລິດສະຕຽນ​ທີ່​ອາວຸໂສ​ຈະ​ຮຽນ​ແບບ​ພະ​ເຍຊູ​ແລະ​ຕິດ​ຕາມ “ຮອຍ​ຕີນ​ຂອງ​ພະອົງ [ຢ່າງ​ໃກ້​ຊິດ].” (1 ເປໂຕ 2:21) ພະ​ເຍຊູ​ບອກ​ວ່າ​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ຄົນ​ຜູ້​ໜຶ່ງ​ຈະ​ຮັກ​ພະ​ເຢໂຫວາ​ດ້ວຍ​ສຸດ​ໃຈ ສຸດ​ຊີວິດ ແລະ​ສຸດ​ຄວາມ​ຄິດ ແລະ​ຮັກ​ເພື່ອນ​ບ້ານ​ຄື​ຮັກ​ຕົວ​ເອງ. (ມັດທາຍ 22:37-39) ຄລິດສະຕຽນ​ທີ່​ອາວຸໂສ​ຈະ​ພະຍາຍາມ​ແທ້ໆ​ໃນ​ການ​ເຊື່ອ​ຟັງ​ຄຳ​ແນະນຳ​ນັ້ນ. ແນວ​ທາງ​ການ​ໃຊ້​ຊີວິດ​ຂອງ​ລາວ​ພິສູດ​ໃຫ້​ເຫັນ​ວ່າ​ສາຍ​ສຳພັນ​ຂອງ​ລາວ​ກັບ​ພະ​ເຢໂຫວາ​ແລະ​ການ​ມີ​ຄວາມ​ຮັກ​ທີ່​ແທ້​ຈິງ​ຕໍ່​ກັບ​ຄົນ​ອື່ນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ສຳລັບ​ລາວ.

      ຄລິດສະຕຽນ​ຜູ້​ເຖົ້າ​ແກ່​ທີ່​ຍັງ​ໜຸ່ມ​ກົ້ມ​ຫົວ​ລົງ​ໃນ​ຂະນະ​ທີ່​ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ເຊິ່ງ​ອາຍຸ​ສູງ​ກວ່າ​ອະທິດຖານ

      ຄລິດສະຕຽນ​ທີ່​ສູງ​ອາຍຸ​ສາມາດ​ຮຽນ​ແບບ​ຄວາມ​ຖ່ອມ​ຂອງ​ພະ​ເຍຊູ​ໂດຍ​ການ​ສະໜັບສະໜູນ​ພີ່​ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ເຊິ່ງ​ຕອນ​ນີ້​ກຳລັງ​ນຳ​ໜ້າ​ໃນ​ປະຊາຄົມ (ເບິ່ງ​ຂໍ້ 6)

      6, 7. (ກ) ມີ​ຄຸນ​ລັກສະນະ​ອັນ​ໃດ​ອີກ​ທີ່​ບອກ​ໃຫ້​ຮູ້​ວ່າ​ຄລິດສະຕຽນ​ອາວຸໂສ​ແລ້ວ? (ຂ) ເຮົາ​ຄວນ​ຖາມ​ຕົວ​ເອງ​ແນວ​ໃດ?

      6 ຄວາມ​ຮັກ​ເປັນ​ພຽງ​ໜຶ່ງ​ໃນ​ຫຼາຍໆ​ຄຸນ​ລັກສະນະ​ເຊິ່ງ​ຄລິດສະຕຽນ​ທີ່​ອາວຸໂສ​ແລ້ວ​ສະແດງ​ອອກ​ມາ. (ຄາລາຊີ 5:​22, 23) ນອກ​ຈາກ​ນັ້ນ ລາວ​ຍັງ​ສະແດງ​ຄວາມ​ອ່ອນ​ໂຍນ ການ​ຄວບຄຸມ​ຕົນ​ເອງ ແລະ​ຄວາມ​ອົດ​ທົນ. ຄຸນ​ລັກສະນະ​ເຫຼົ່າ​ນີ້​ສາມາດ​ຊ່ວຍ​ລາວ​ໃຫ້​ອົດ​ທົນ​ກັບ​ສະຖານະການ​ທີ່​ຫຍຸ້ງຍາກ​ໂດຍ​ບໍ່​ໃຈ​ຮ້າຍ ແລະ​ຊ່ວຍ​ໃຫ້​ອົດ​ທົນ​ກັບ​ຄວາມ​ຜິດ​ຫວັງ​ໂດຍ​ທີ່​ບໍ່​ສູນ​ເສຍ​ຄວາມ​ຫວັງ. ໃນ​ການ​ສຶກສາ​ສ່ວນ​ຕົວ ຄລິດສະຕຽນ​ທີ່​ອາວຸໂສ​ຈະ​ຄົ້ນ​ຄວ້າ​ຕໍ່ໆ​ໄປ​ກ່ຽວ​ກັບ​ຫຼັກ​ການ​ຕ່າງໆ​ໃນ​ຄຳພີ​ໄບເບິນ​ທີ່​ຊ່ວຍ​ລາວ​ໃຫ້​ຮູ້ຈັກ​ສິ່ງ​ທີ່​ຖືກ​ແລະ​ສິ່ງ​ທີ່​ຜິດ. ຈາກ​ນັ້ນ ເມື່ອ​ລາວ​ໃຊ້​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ໄດ້​ຮັບ​ການ​ຝຶກ​ຝົນ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ ລາວ​ຈະ​ສາມາດ​ຕັດສິນ​ໃຈ​ຢ່າງ​ສຸຂຸມ. ຄລິດສະຕຽນ​ທີ່​ອາວຸໂສ​ຈະ​ເປັນ​ຄົນ​ຖ່ອມ​ໃຈ ດັ່ງ​ນັ້ນ ລາວ​ຈຶ່ງ​ເຊື່ອ​ວ່າ​ການ​ຊີ້​ນຳ​ແລະ​ມາດຕະຖານ​ຕ່າງໆ​ຂອງ​ພະ​ເຢໂຫວາ​ດີ​ກວ່າ​ຂອງ​ລາວ​ສະເໝີ.a ລາວ​ປະກາດ​ຂ່າວ​ດີ​ຢ່າງ​ກະຕືລືລົ້ນ​ແລະ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຊ່ວຍ​ປະຊາຄົມ​ໃຫ້​ມີ​ຄວາມ​ສາມັກຄີ​ກັນ​ຕໍ່ໆ​ໄປ.

      7 ບໍ່​ວ່າ​ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ມາ​ດົນ​ປານ​ໃດ​ແລ້ວ​ກໍ​ຕາມ ພວກ​ເຮົາ​ແຕ່​ລະ​ຄົນ​ຄວນ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ຕ້ອງ​ປ່ຽນ​ແປງ​ຫຍັງ​ແດ່​ເພື່ອ​ຈະ​ຮຽນ​ແບບ​ພະ​ເຍຊູ​ໃຫ້​ໄດ້​ໃກ້​ຄຽງ​ທີ່​ສຸດ? ມີ​ວິທີ​ໃດ​ແດ່​ທີ່​ຂ້ອຍ​ສາມາດ​ປັບ​ປຸງ​ຕົວ​ເອງ?’

      “ອາຫານ​ແຂງ​ນັ້ນ​ເປັນ​ສຳລັບ​ຄົນ​ແກ່ [ອາວຸໂສ]”

      8. ພະ​ເຍຊູ​ຮູ້​ແລະ​ເຂົ້າ​ໃຈ​ພະ​ຄຳພີ​ດີ​ສ່ຳ​ໃດ?

      8 ພະ​ເຍຊູ​ຮູ້​ແລະ​ເຂົ້າ​ໃຈ​ພະ​ຄຳພີ​ເປັນ​ຢ່າງ​ດີ. ເຖິງ​ວ່າ​ອາຍຸ​ພຽງ 12 ປີ ເພິ່ນ​ໄດ້​ຍົກ​ເອົາ​ຄຳ​ເວົ້າ​ຈາກ​ພະ​ຄຳພີ​ມາ​ລົມ​ກັບ​ພວກ​ອາຈານ​ຢູ່​ທີ່​ວິຫານ. ດັ່ງ​ນັ້ນ “ຄົນ​ທັງ​ປວງ​ທີ່​ໄດ້​ຍິນ​ພະອົງ​ໄດ້​ປະຫຼາດ​ໃຈ​ດ້ວຍ​ສະຕິ​ປັນຍາ​ແລະ​ດ້ວຍ​ຄຳຕອບ​ຂອງ​ພະອົງ.” (ລືກາ 2:46, 47) ຕໍ່​ມາ ເມື່ອ​ກຳ​ລັງ​ເຮັດ​ວຽກ​ປະກາດ ພະ​ເຍຊູ​ໄດ້​ໃຊ້​ຖ້ອຍຄຳ​ຂອງ​ພະເຈົ້າ​ຢ່າງ​ຊຳນານ​ເພື່ອ​ເຮັດ​ໃຫ້​ສັດຕູ​ຂອງ​ເພິ່ນ​ເວົ້າ​ຫຍັງ​ຕໍ່​ໄປ​ບໍ່​ໄດ້.​—ມັດທາຍ 22:41-46

      9. (ກ) ຄລິດສະຕຽນ​ທີ່​ອາວຸໂສ​ແລ້ວ​ມີ​ຕາ​ຕະລາງ​ການ​ສຶກສາ​ແບບ​ໃດ? (ຂ) ເປັນ​ຫຍັງ​ເຮົາ​ຕ້ອງ​ສຶກສາ​ຄຳພີ​ໄບເບິນ?

      9 ຄົນ​ທີ່​ຕ້ອງການ​ເປັນ​ຄລິດສະຕຽນ​ທີ່​ອາວຸໂສ​ຈະ​ຮຽນ​ແບບ​ພະ​ເຍຊູ ແລະ​ຕ້ອງການ​ເຂົ້າ​ໃຈ​ຄຳພີ​ໄບເບິນ​ໃຫ້​ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້. ລາວ​ຄົ້ນ​ຄວ້າ​ໃນ​ພະ​ຄຳພີ​ເປັນ​ປະຈຳ​ເພື່ອ​ຈະ​ໄດ້​ຄວາມ​ຮູ້​ທີ່​ເລິກ​ເຊິ່ງ ເພາະ​ລາວ​ຮູ້​ວ່າ “ອາຫານ​ແຂງ​ນັ້ນ​ເປັນ​ສຳລັບ​ຄົນ​ແກ່ [ອາວຸໂສ].” (ເຫບເລີ 5:14) ຄລິດສະຕຽນ​ທີ່​ອາວຸໂສ​ຕ້ອງການ​ມີ “ຄວາມ​ຮູ້ [ຖ້ອງ​ແທ້]” ທີ່​ຢູ່​ໃນ​ຄຳພີ​ໄບເບິນ. (ເອເຟດ 4:13) ດັ່ງ​ນັ້ນ ເຈົ້າ​ຄວນ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ອ່ານ​ຄຳພີ​ໄບເບິນ​ທຸກໆ​ມື້​ບໍ? ຂ້ອຍ​ມີ​ຕາ​ຕະລາງ​ສຶກສາ​ຄຳພີ​ໄບເບິນ​ເປັນ​ສ່ວນ​ຕົວ​ບໍ? ຂ້ອຍ​ມີ​ການ​ນະມັດສະການ​ປະຈຳ​ຄອບຄົວ​ໃນ​ທຸກໆ​ອາທິດ​ບໍ?’ ເມື່ອ​ສຶກສາ​ຄຳພີ​ໄບເບິນ ໃຫ້​ຄົ້ນ​ຄວ້າ​ເບິ່ງ​ຫຼັກ​ການ​ທີ່​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ຄິດ​ແລະ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ເລື່ອງ​ຕ່າງໆ. ຈາກ​ນັ້ນ ໃຫ້​ນຳ​ໃຊ້​ຫຼັກ​ການ​ເຫຼົ່າ​ນີ້​ເມື່ອ​ເຈົ້າ​ຕ້ອງ​ຕັດສິນ​ໃຈ​ໃນ​ເລື່ອງ​ນັ້ນ. ການ​ເຮັດ​ແນວ​ນັ້ນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ໃກ້​ຊິດ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ.

      10. ຄລິດສະຕຽນ​ທີ່​ອາວຸໂສ​ຮູ້ສຶກ​ແນວ​ໃດ​ຕໍ່​ກັບ​ຄຳ​ແນະນຳ​ແລະ​ຫຼັກ​ການ​ຕ່າງໆ​ຂອງ​ພະ​ເຢໂຫວາ?

      10 ຄລິດສະຕຽນ​ທີ່​ອາວຸໂສ​ຕ້ອງ​ບໍ່​ພຽງ​ແຕ່​ຮູ້​ໃນ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ເທົ່າ​ນັ້ນ. ລາວ​ຕ້ອງ​ຮັກ​ຄຳ​ແນະນຳ​ແລະ​ຫຼັກ​ການ​ຕ່າງໆ​ຂອງ​ພະ​ເຢໂຫວາ. ຈາກ​ນັ້ນ ລາວ​ຈະ​ສະແດງ​ຄວາມ​ຮັກ​ນີ້​ໂດຍ​ປາຖະໜາ​ທີ່​ຈະ​ເຮັດ​ຕາມ​ຈຸດ​ປະສົງ​ຂອງ​ພະອົງ ບໍ່​ແມ່ນ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ຕົນ​ເອງ. ລາວ​ເຖິງ​ຂັ້ນ​ວ່າ​ໄດ້​ປ່ຽນ​ແປງ​ແນວ​ທາງ​ການ​ໃຊ້​ຊີວິດ ວິທີ​ຄິດ ແລະ​ການ​ກະທຳ​ຕ່າງໆ. ຕົວຢ່າງ​ເຊັ່ນ: ລາວ​ຈະ​ຮຽນ​ແບບ​ພະ​ເຍຊູ​ແລະ​ປູກ​ຝັງ​ນິດໄສ​ໃຈ​ຄໍ​ໃໝ່​ທີ່ “ສ້າງ​ຂຶ້ນ​ໃໝ່​ຕາມ​ພະເຈົ້າ [ປະສົງ] ໃນ​ຄວາມ​ຊອບທຳ​ແລະ​ໃນ​ຄວາມ​ບໍລິສຸດ​ແຫ່ງ​ຄວາມ​ຈິງ [ຄວາມ​ພັກດີ​ທີ່​ແທ້​ຈິງ].” (ອ່ານ​ເອເຟດ 4:22-24) ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ໃຊ້​ພະລັງ​ບໍລິສຸດ​ຂອງ​ພະອົງ​ເພື່ອ​ຊີ້​ນຳ​ຜູ້​ທີ່​ຂຽນ​ຄຳພີ​ໄບເບິນ. ດັ່ງ​ນັ້ນ ເມື່ອ​ຄລິດສະຕຽນ​ຄົນ​ໜຶ່ງ​ໄດ້​ສຶກສາ​ຄຳພີ​ໄບເບິນ ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ກໍ​ຈະ​ຊ່ວຍ​ລາວ​ໃຫ້​ເຕີບໂຕ​ທາງ​ດ້ານ​ຄວາມ​ຮູ້ ຄວາມ​ຮັກ ແລະ​ສາຍ​ສຳພັນ​ກັບ​ພະອົງ.

      ສົ່ງເສີມ​ຄວາມ​ສາມັກຄີ

      11. ເມື່ອ​ຢູ່​ໂລກ​ນີ້ ພະ​ເຍຊູ​ມີ​ປະສົບການ​ໃນ​ເລື່ອງ​ໃດ?

      11 ພະ​ເຍຊູ​ເປັນ​ຄົນ​ສົມບູນ​ແບບ. ແຕ່​ເມື່ອ​ຢູ່​ໂລກ​ນີ້​ພັດ​ມີ​ແຕ່​ຄົນ​ທີ່​ບໍ່​ສົມບູນ​ແບບ​ຢູ່​ອ້ອມ​ຂ້າງ​ເພິ່ນ. ພໍ່​ແມ່​ແລະ​ນ້ອງ​ສາວ​ນ້ອງ​ຊາຍ​ຂອງ​ພະ​ເຍຊູ​ກໍ​ເປັນ​ຄົນ​ທີ່​ບໍ່​ສົມບູນ​ແບບ. ແມ່ນ​ແຕ່​ພວກ​ລູກ​ສິດ​ທີ່​ໃກ້​ຊິດ​ເພິ່ນ​ທີ່​ສຸດ​ກໍ​ສະແດງ​ຄຸນ​ລັກສະນະ​ຂອງ​ຄວາມ​ຍິ່ງ​ແລະ​ການ​ເຫັນ​ແກ່​ຕົວ. ຕົວຢ່າງ​ເຊັ່ນ: ໃນ​ຄືນ​ກ່ອນ​ທີ່​ພະ​ເຍຊູ​ຈະ​ເສຍ​ຊີວິດ ພວກ​ລູກ​ສິດ​ໄດ້​ຖຽງ​ກັນ​ວ່າ “ຜູ້​ໃດ​ແຕ່​ພວກ​ເຂົາ​ຈະ​ເປັນ​ທີ່​ຖື​ວ່າ​ເປັນ​ຜູ້​ໃຫຍ່​ທີ່​ສຸດ.” (ລືກາ 22:24) ເຖິງ​ວ່າ​ພວກ​ລູກ​ສິດ​ຈະ​ມີ​ຄວາມ​ຄິດ​ທີ່​ບໍ່​ສົມບູນ​ແບບ ພະ​ເຍຊູ​ຮູ້​ວ່າ​ອີກ​ບໍ່​ດົນ​ເຂົາ​ເຈົ້າ​ຈະ​ເປັນ​ຄລິດສະຕຽນ​ທີ່​ອາວຸໂສ​ແລະ​ຈະ​ກໍ່​ຕັ້ງ​ປະຊາຄົມ​ທີ່​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. ໃນ​ຄືນ​ດຽວ​ກັນ​ນັ້ນ​ເພິ່ນ​ໄດ້​ອະທິດຖານ​ຂໍ​ໃຫ້​ເຂົາ​ເຈົ້າ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. ພະ​ເຍຊູ​ຂໍ​ກັບ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ວ່າ​ໃຫ້​ເຂົາ​ເຈົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໂດຍ​ເວົ້າ​ວ່າ: “ເໝືອນ​ດັ່ງ​ພະ​ບິດາ​ຢູ່​ໃນ​ຂ້າພະເຈົ້າ​ແລະ​ຂ້າພະເຈົ້າ​ຢູ່​ໃນ​ພະ​ບິດາ.” ເພິ່ນ​ເວົ້າ​ຕື່ມ​ອີກ​ວ່າ “ເພື່ອ​ເຂົາ​ຈະ​ເປັນ​ອັນ​ໜຶ່ງ [ອັນ​ດຽວ​ກັນ] ເໝືອນ​ດັ່ງ​ເຮົາ​ທັງ​ສອງ​ເປັນ​ອັນ​ໜຶ່ງ [ອັນ​ດຽວ​ກັນ].”—ໂຢຮັນ 17:21, 22

      12, 13. (ກ) ເນື່ອງ​ຈາກ​ເປັນ​ຄລິດສະຕຽນ​ເຮົາ​ຈຶ່ງ​ມີ​ເປົ້າ​ໝາຍ​ຫຍັງ? (ຂ) ພີ່​ນ້ອງ​ອູເວ​ສົ່ງເສີມ​ຄວາມ​ສາມັກຄີ​ຄື​ແນວ​ໃດ?

      12 ຄລິດສະຕຽນ​ຜູ້​ທີ່​ອາວຸໂສ​ຈະ​ສົ່ງເສີມ​ຄວາມ​ສາມັກຄີ​ໃນ​ປະຊາຄົມ. (ອ່ານ​ເອເຟດ 4:1-6, 15, 16) ເນື່ອງ​ຈາກ​ເປັນ​ຄລິດສະຕຽນ ເຮົາ​ຈຶ່ງ​ມີ​ເປົ້າ​ໝາຍ​ທີ່​ຈະ “ຕິດ​ສະໜິດ​ກັນ” ເຊິ່ງ​ກໍ​ຄື​ເຮັດ​ວຽກ​ນຳ​ກັນ​ຢ່າງ​ເປັນ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. ເພື່ອ​ຈະ​ມີ​ຄວາມ​ສາມັກຄີ​ແບບ​ນີ້ ຄລິດສະຕຽນ​ຕ້ອງ​ເປັນ​ຄົນ​ຖ່ອມ​ໃຈ. ດັ່ງ​ນັ້ນ ເຖິງ​ວ່າ​ຈະ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ຄວາມ​ບໍ່​ສົມບູນ​ແບບ​ຂອງ​ຄົນ​ອື່ນ ຄລິດສະຕຽນ​ທີ່​ອາວຸໂສ​ຈະ​ພະຍາຍາມ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຮັກສາ​ຄວາມ​ສາມັກຄີ​ພາຍ​ໃນ​ປະຊາຄົມ​ໃຫ້​ເຂັ້ມແຂງ. ດັ່ງ​ນັ້ນ ເຈົ້າ​ຄວນ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ມີ​ທ່າທີ​ແນວ​ໃດ​ເມື່ອ​ພີ່​ນ້ອງ​ຊາຍ​ຫຼື​ພີ່​ນ້ອງ​ຍິງ​ເຮັດ​ຜິດ​ພາດ? ຂ້ອຍ​ຮູ້ສຶກ​ແນວ​ໃດ​ເມື່ອ​ພີ່​ນ້ອງ​ບາງ​ຄົນ​ເຮັດ​ໃຫ້​ຂ້ອຍ​ເຈັບ​ໃຈ? ຕາມ​ປົກກະຕິ​ແລ້ວ​ຂ້ອຍ​ເຊົາ​ເວົ້າ​ກັບ​ຄົນ​ນັ້ນ​ບໍ? ຫຼື​ຂ້ອຍ​ຈະ​ພະຍາຍາມ​ຟື້ນຟູ​ສາຍ​ສຳພັນ​ກັບ​ລາວ?’ ຄລິດສະຕຽນ​ທີ່​ອາວຸໂສ​ຕ້ອງການ​ທີ່​ຈະ​ເອົາ​ຊະນະ​ບັນຫາ​ທີ່​ເກີດ​ຂຶ້ນ ບໍ່​ແມ່ນ​ສ້າງ​ບັນຫາ​ໃຫ້​ຄົນ​ອື່ນ.

      13 ຂໍ​ໃຫ້​ພິຈາລະນາ​ຕົວຢ່າງ​ຂອງ​ພີ່​ນ້ອງ​ອູເວ. ໃນ​ອະດີດ ລາວ​ມັກ​ປ່ອຍ​ໃຫ້​ຄວາມ​ບໍ່​ສົມບູນ​ແບບ​ຂອງ​ພີ່​ນ້ອງ​ຊາຍ​ຍິງ​ເຮັດ​ໃຫ້​ລາວ​ເສຍໃຈ. ຈາກ​ນັ້ນ ລາວ​ຕັດສິນ​ໃຈ​ທີ່​ຈະ​ໃຊ້​ຄຳພີ​ໄບເບິນ​ແລະ​ປຶ້ມ​ອິນໄຊທ ອອນ ເດິ ສະຄຣິບເຈີ (Insight on the Scriptures) ເພື່ອ​ຮຽນ​ຮູ້​ເລື່ອງ​ຊີວິດ​ຂອງ​ດາວິດ. ເປັນ​ຫຍັງ​ຈຶ່ງ​ແມ່ນ​ເລື່ອງ​ຂອງ​ດາວິດ? ຍ້ອນ​ວ່າ​ດາວິດ​ກໍ​ເຄີຍ​ມີ​ບັນຫາ​ກັບ​ຜູ້​ຮັບໃຊ້​ບາງ​ຄົນ​ຂອງ​ພະເຈົ້າ. ຕົວຢ່າງ​ເຊັ່ນ: ກະສັດ​ຊາອຶລ​ພະຍາຍາມ​ທີ່​ຈະ​ຂ້າ​ດາວິດ ບາງ​ຄົນ​ຕ້ອງການ​ທີ່​ຈະ​ເອົາ​ກ້ອນ​ຫີນ​ຄວ່າງ​ໃສ່​ລາວ ແລະ​ແມ່ນ​ແຕ່​ເມຍ​ຂອງ​ດາວິດ​ເອງ​ກໍ​ຫົວຂວັນ​ໃສ່​ລາວ. (1 ຊາເມືອນ 19:9-11; 30:1-6; 2 ຊາເມືອນ 6:14-22) ບໍ່​ວ່າ​ຄົນ​ອື່ນ​ຈະ​ເຮັດ​ແນວ​ໃດ​ໃຫ້​ດາວິດ ລາວ​ກໍ​ຍັງ​ຮັກ​ພະ​ເຢໂຫວາ​ແລະ​ໄວ້​ວາງໃຈ​ໃນ​ພະອົງ. ນອກ​ຈາກ​ນັ້ນ ດາວິດ​ຍັງ​ສະແດງ​ຄວາມ​ເມດຕາ​ກະລຸນາ​ນຳ​ອີກ. ພີ່​ນ້ອງ​ອູເວ​ຍອມ​ຮັບ​ວ່າ​ລາວ​ກໍ​ຕ້ອງ​ເຮັດ​ແບບ​ດຽວ​ກັນ​ນັ້ນ. ໂດຍ​ທາງ​ການ​ສຶກສາ​ຄຳພີ​ໄບເບິນ ລາວ​ຮຽນ​ຮູ້​ວ່າ​ຕ້ອງ​ປ່ຽນ​ແປງ​ຄວາມ​ຮູ້ສຶກ​ຂອງ​ຕົນ​ເອງ​ຕໍ່​ກັບ​ຄວາມ​ບໍ່​ສົມບູນ​ແບບ​ຂອງ​ພີ່​ນ້ອງ. ລາວ​ຕ້ອງ​ບໍ່​ຈົດ​ຈຳ​ຄວາມ​ຜິດ​ຂອງ​ເຂົາ​ເຈົ້າ​ແລະ​ສົ່ງເສີມ​ຄວາມ​ສາມັກຄີ​ໃນ​ປະຊາຄົມ. ເຈົ້າ​ເດ​ມີ​ເປົ້າ​ໝາຍ​ທີ່​ຈະ​ເຮັດ​ແບບ​ນີ້​ບໍ?

      ເລືອກ​ໝູ່​ຈາກ​ທ່າມກາງ​ຄົນ​ທີ່​ເຮັດ​ຕາມ​ຈຸດ​ປະສົງ​ຂອງ​ພະເຈົ້າ

      14. ພະ​ເຍຊູ​ເລືອກ​ໝູ່​ແນວ​ໃດ?

      14 ພະ​ເຍຊູ​ເປັນ​ມິດ​ກັບ​ຄົນ​ອື່ນ. ທັງ​ຊາຍ​ແລະ​ຍິງ ຄົນ​ໜຸ່ມ​ແລະ​ຄົນ​ເຖົ້າ ແລະ​ແມ່ນ​ແຕ່​ເດັກ​ນ້ອຍ​ກໍ​ຮູ້ສຶກ​ສະບາຍ​ໃຈ​ເມື່ອ​ຢູ່​ກັບ​ເພິ່ນ. ຢ່າງ​ໃດ​ກໍ​ຕາມ ພະ​ເຍຊູ​ເລືອກ​ໝູ່​ສະໜິດ​ຢ່າງ​ລະ​ມັດ​ລະວັງ. ເພິ່ນ​ບອກ​ພວກ​ອັກຄະສາວົກ​ວ່າ: “ຖ້າ​ທ່ານ​ທັງ​ຫຼາຍ​ກະທຳ​ສັບພະ​ທຸກ​ສິ່ງ​ທີ່​ເຮົາ​ສັ່ງ​ແກ່​ທ່ານ ທ່ານ​ເປັນ​ສ່ຽວ​ຂອງ​ເຮົາ.” (ໂຢຮັນ 15:14) ພະ​ເຍຊູ​ເລືອກ​ໝູ່​ສະໜິດ​ຈາກ​ທ່າມກາງ​ຄົນ​ທີ່​ຕິດ​ຕາມ​ເພິ່ນ​ຢ່າງ​ພັກດີ ແລະ​ເປັນ​ຄົນ​ທີ່​ຮັກ​ແລະ​ຮັບໃຊ້​ພະ​ເຢໂຫວາ. ໝູ່​ທີ່​ເຈົ້າ​ເລືອກ​ເປັນ​ຄົນ​ທີ່​ຮັກ​ພະ​ເຢໂຫວາ​ຢ່າງ​ສິ້ນ​ສຸດ​ຫົວໃຈ​ຂອງ​ເຂົາ​ເຈົ້າ​ບໍ? ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ?

      ໝູ່​ທີ່​ເຈົ້າ​ເລືອກ​ເປັນ​ຄົນ​ທີ່​ຮັກ​ພະ​ເຢໂຫວາ​ຢ່າງ​ສິ້ນ​ສຸດ​ຫົວໃຈ​ຂອງ​ເຂົາ​ເຈົ້າ​ບໍ?

      15. ຄົນ​ໜຸ່ມ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ການ​ຄົບຫາ​ກັບ​ຄລິດສະຕຽນ​ທີ່​ອາວຸໂສ?

      15 ແສງ​ແດດ​ທີ່​ອຸ່ນໆ​ຈະ​ເຮັດ​ໃຫ້​ໝາກ​ໄມ້​ເກືອບ​ທຸກ​ຊະນິດ​ສຸກ​ດີ. ຄ້າຍ​ຄື​ກັນ ຄວາມ​ຮັກ​ທີ່​ອົບອຸ່ນ​ຂອງ​ພີ່​ນ້ອງ​ຊາຍ​ຍິງ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ເປັນ​ຄລິດສະຕຽນ​ທີ່​ອາວຸໂສ​ໄດ້. ເຈົ້າ​ເປັນ​ໜຸ່ມ​ສາວ​ທີ່​ກຳລັງ​ພະຍາຍາມ​ຕັດສິນ​ໃຈ​ວ່າ​ຈະ​ເຮັດ​ແນວ​ໃດ​ກັບ​ຊີວິດ​ຂອງ​ຕົນ​ເອງ​ບໍ? ຖ້າ​ເປັນ​ເຊັ່ນ​ນັ້ນ ເປັນ​ເລື່ອງ​ສຸຂຸມ​ທີ່​ຈະ​ເລືອກ​ໝູ່​ທີ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ມາ​ໄລຍະ​ໜຶ່ງ​ແລະ​ເປັນ​ຄົນ​ທີ່​ສົ່ງເສີມ​ຄວາມ​ສາມັກຄີ​ໃນ​ປະຊາຄົມ. ພີ່​ນ້ອງ​ເຫຼົ່າ​ນັ້ນ​ອາດ​ມີ​ບັນຫາ​ຕ່າງໆ​ໃນ​ຊີວິດ​ແລະ​ອາດ​ຕ້ອງ​ອົດ​ທົນ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ຂະນະ​ທີ່​ຮັບໃຊ້​ພະ​ເຢໂຫວາ ແຕ່​ເຂົາ​ເຈົ້າ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ເລືອກ​ແນວ​ທາງ​ຊີວິດ​ທີ່​ດີ​ທີ່​ສຸດ. ເມື່ອ​ໃຊ້​ເວລາ​ກັບ​ພີ່​ນ້ອງ​ແບບ​ນັ້ນ ເຂົາ​ເຈົ້າ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ຕັດສິນ​ໃຈ​ຢ່າງ​ສຸຂຸມ​ແລະ​ເຕີບໂຕ​ເປັນ​ຄລິດສະຕຽນ​ທີ່​ອາວຸໂສ.—ອ່ານ​ເຫບເລີ 5:14

      16. ຕອນ​ທີ່​ເຮວ​ກາ​ເປັນ​ໄວຮຸ່ນ ພີ່​ນ້ອງ​ທີ່​ເປັນ​ຜູ້​ໃຫຍ່​ແລ້ວ​ໃນ​ປະຊາຄົມ​ໄດ້​ຊ່ວຍ​ລາວ​ແນວ​ໃດ?

      16 ເຮວ​ກາ​ຈື່​ໄດ້​ວ່າ​ຕອນ​ຮຽນ​ຢູ່​ມັດທະຍົມ​ຕອນ​ປາຍ​ປີ​ສຸດ​ທ້າຍ ໝູ່​ເກືອບ​ໝົດ​ທຸກ​ຄົນ​ຢູ່​ໃນ​ຫ້ອງ​ລົມ​ກັນ​ເລື່ອງ​ເປົ້າ​ໝາຍ​ຂອງ​ເຂົາ​ເຈົ້າ​ກ່ຽວ​ກັບ​ອະນາຄົດ. ຫຼາຍ​ຄົນ​ຢາກ​ຮຽນ​ຕໍ່​ມະຫາ​ວິທະຍາໄລ​ເພື່ອ​ຈະ​ໄດ້​ປະສົບ​ຄວາມ​ສຳເລັດ​ໃນ​ເລື່ອງ​ວຽກ​ອາຊີບ. ຢ່າງ​ໃດ​ກໍ​ຕາມ ເຮວ​ກາ​ໄດ້​ລົມ​ກັບ​ໝູ່​ທີ່​ເປັນ​ຜູ້​ໃຫຍ່​ແລ້ວ​ໃນ​ປະຊາຄົມ​ຂອງ​ລາວ. ເຮວ​ກາ​ເວົ້າ​ວ່າ: “ມີ​ຫຼາຍ​ຄົນ​ທີ່​ອາຍຸ​ຫຼາຍ​ກວ່າ​ຂ້ອຍ ແລະ​ເຂົາ​ເຈົ້າ​ສາມາດ​ຊ່ວຍ​ຂ້ອຍ​ໄດ້​ຫຼາຍ. ເຂົາ​ເຈົ້າ​ສະໜັບສະໜູນ​ຂ້ອຍ​ໃຫ້​ເລີ່ມ​ຕົ້ນ​ຮັບໃຊ້​ເຕັມ​ເວລາ. ຍ້ອນ​ແນວ​ນັ້ນ ຂ້ອຍ​ຈຶ່ງ​ສາມາດ​ໃຊ້​ເວລາ​ຫ້າ​ປີ​ເພື່ອ​ຮັບ​ໃຊ້​ເປັນ​ໄພໂອເນຍ. ຕອນ​ນີ້ ເຖິງ​ວ່າ​ເວລາ​ຜ່ານ​ໄປ​ຫຼາຍ​ປີ​ແລ້ວ ຂ້ອຍ​ດີ​ໃຈ​ທີ່​ໄດ້​ໃຊ້​ຊີວິດ​ສ່ວນ​ຫຼາຍ​ຕອນ​ເປັນ​ໄວຮຸ່ນ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ. ຂ້ອຍ​ບໍ່​ມີ​ເຫດຜົນ​ທີ່​ຈະ​ເສຍໃຈ​ທີ່​ໄດ້​ເຮັດ​ແບບ​ນັ້ນ.”

      17, 18. ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ດີ​ທີ່​ສຸດ​ໂດຍ​ວິທີ​ໃດ?

      17 ເມື່ອ​ຮຽນ​ແບບ​ພະ​ເຍຊູ ເຮົາ​ຈະ​ເຕີບໂຕ​ເປັນ​ຄລິດສະຕຽນ​ທີ່​ອາວຸໂສ. ເຮົາ​ຈະ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ແລະ​ຄວາມ​ປາຖະໜາ​ທີ່​ຈະ​ຮັບໃຊ້​ພະອົງ​ກໍ​ຈະ​ເພີ່ມ​ຂຶ້ນ​ຄື​ກັນ. ຄົນ​ຜູ້​ໜຶ່ງ​ຈະ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ດີ​ທີ່​ສຸດ​ເມື່ອ​ລາວ​ເປັນ​ຄົນ​ອາວຸໂສ. ພະ​ເຍຊູ​ສະໜັບສະໜູນ​ພວກ​ລູກ​ສິດ​ຂອງ​ເພິ່ນ​ວ່າ: “ໃຫ້​ແຈ້ງ​ຂອງ​ທ່ານ​ທັງ​ຫຼາຍ​ສ່ອງ​ໄປ​ຕໍ່​ໜ້າ​ຄົນ​ທັງ​ຫຼາຍ ເພື່ອ​ເຂົາ​ຈະ​ໄດ້​ເຫັນ​ການ​ດີ​ທັງ​ຫຼາຍ​ຂອງ​ທ່ານ​ທັງ​ຫຼາຍ ແລະ​ຈະ​ໄດ້​ສັນລະເສີນ​ພະ​ບິດາ​ຂອງ​ພວກ​ທ່ານ​ຜູ້​ຢູ່​ໃນ​ສະຫວັນ.”—ມັດທາຍ 5:16

      18 ເຮົາ​ຮຽນ​ຮູ້​ວ່າ​ຄລິດສະຕຽນ​ທີ່​ອາວຸໂສ​ເປັນ​ປະໂຫຍດ​ຫຼາຍ​ຕໍ່​ປະຊາຄົມ. ນອກ​ຈາກ​ນັ້ນ ຄລິດສະຕຽນ​ຍັງ​ສະແດງ​ຄວາມ​ອາວຸໂສ​ໃນ​ວິທີ​ທີ່​ລາວ​ໃຊ້​ສະຕິ​ຮູ້ສຶກ​ຜິດ​ຊອບ. ສະຕິ​ຮູ້ສຶກ​ຜິດ​ຊອບ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ໃນ​ການ​ຕັດສິນ​ໃຈ​ຢ່າງ​ສຸຂຸມ? ແລະ​ເຮົາ​ຈະ​ນັບຖື​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ຄົນ​ອື່ນ​ໄດ້​ແນວ​ໃດ? ຈະ​ມີ​ການ​ຕອບ​ຄຳຖາມ​ເຫຼົ່າ​ນີ້​ໃນ​ບົດ​ຄວາມ​ຕໍ່​ໄປ.

      a ຕົວຢ່າງ​ເຊັ່ນ: ອາດ​ມີ​ການ​ຂໍ​ພີ່​ນ້ອງ​ຊາຍ​ທີ່​ສູງ​ອາຍຸ​ແລະ​ມີ​ປະສົບການ​ໃຫ້​ສະລະ​ວຽກ​ມອບ​ໝາຍ​ຂອງ​ຕົນ ແລະ​ໃຫ້​ສະໜັບສະໜູນ​ພີ່​ນ້ອງ​ຊາຍ​ທີ່​ໜຸ່ມ​ກວ່າ​ເຊິ່ງ​ໄດ້​ຮັບ​ການ​ມອບ​ໝາຍ​ສຳລັບ​ວຽກ​ນັ້ນ.

      ການ​ອະທິບາຍ​ບາງ​ສຳນວນ

      • ຄລິດສະຕຽນ​ທີ່​ອາວຸໂສ​ຮັກ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ. ລາວ​ຕ້ອງການ​ເຮັດ​ຕາມ​ຈຸດ​ປະສົງ​ຂອງ​ພະອົງ​ແທນ​ທີ່​ຈະ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ຕົນ​ເອງ ລາວ​ຮຽນ​ແບບ​ພະ​ເຍຊູ​ໃຫ້​ໄດ້​ໃກ້​ຄຽງ​ທີ່​ສຸດ​ໃນ​ວິທີ​ທີ່​ລາວ​ເວົ້າ​ແລະ​ປະຕິບັດ​ຕໍ່​ຄົນ​ອື່ນ. ລາວ​ຄົ້ນ​ຄວ້າ​ເບິ່ງ​ຫຼັກ​ການ​ຕ່າງໆ​ໃນ​ຄຳພີ​ໄບເບິນ​ທີ່​ຊ່ວຍ​ລາວ​ໃຫ້​ຮູ້ຈັກ​ຄວາມ​ແຕກຕ່າງ​ລະຫວ່າງ​ສິ່ງ​ທີ່​ຖືກ​ແລະ​ສິ່ງ​ທີ່​ຜິດ ແລະ​ລາວ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ເສີມ​ສ້າງ​ຄວາມ​ສາມັກຄີ​ພາຍ​ໃນ​ປະຊາຄົມ

  • ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຈົ້າ​ເປັນ​ສິ່ງ​ຊີ້​ນຳ​ທີ່​ໄວ້​ໃຈ​ໄດ້​ບໍ
    ຫໍສັງເກດການ—2015 | 15 ກັນຍາ
    • ຢູ່​ຕະຫຼາດ​ຂາຍ​ຊີ້ນ​ໃນ​ສະໄໝ​ບູຮານ ຜົວ​ເມຍ​ຄູ່​ໜຶ່ງ​ບໍ່​ພໍ​ໃຈ​ເມື່ອ​ສັງເກດ​ເຫັນ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ກຳລັງ​ຊື້​ຊີ້ນ

      ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຈົ້າ​ເປັນ​ສິ່ງ​ຊີ້​ນຳ​ທີ່​ໄວ້​ໃຈ​ໄດ້​ບໍ?

      “ຈຸດ​ປະສົງ​ຂອງ​ຄຳ​ສັ່ງ​ນີ້​ແມ່ນ​ເພື່ອ​ກໍ່​ໃຫ້​ເກີດ​ຄວາມ​ຮັກ​ຈາກ​ໃຈ​ບໍລິສຸດ ຈາກ​ໃຈ​ສຳນຶກ​ຜິດ​ແລະ​ຊອບ​ອັນ​ແຈ່ມ​ໃສ.”—1 ຕີໂມເຕ 1:5, ທ.ປ.

      ເພງ: 57, 48

      ເຈົ້າ​ຈະ​ຕອບ​ແນວ​ໃດ?

      ສະຕິ​ຮູ້ສຶກ​ຜິດ​ຊອບ​ສາມາດ​ຊ່ວຍ​ເຮົາ​ແນວ​ໃດ​ໃນ​ການ​ຕັດສິນ​ໃຈ​ກ່ຽວ​ກັບ​ເລື່ອງ . . .

      • ການ​ປິ່ນປົວ​ສຸຂະພາບ?

      • ການ​ພັກຜ່ອນ​ຢ່ອນ​ອາລົມ?

      • ການ​ງານ​ທີ່​ດີ?

      1, 2. ໃຜ​ທີ່​ໃຫ້​ເຮົາ​ມີ​ສະຕິ​ຮູ້ສຶກ​ຜິດ​ຊອບ ແລະ​ເປັນ​ຫຍັງ​ເຮົາ​ຈຶ່ງ​ຂອບໃຈ​ທີ່​ມີ​ສິ່ງ​ນີ້?

      ພະ​ເຢໂຫວາ​ສ້າງ​ມະນຸດ​ໃຫ້​ມີ​ອິດ​ສະລະ​ໃນ​ການ​ເລືອກ. ເພື່ອ​ຊ່ວຍ​ເຮົາ​ໃຫ້​ເລືອກ​ຢ່າງ​ຖືກຕ້ອງ ພະ​ເຢໂຫວາ​ໄດ້​ໃຫ້​ສິ່ງ​ທີ່​ຊີ້​ນຳ​ເຮົາ. ສິ່ງ​ນີ້​ເອີ້ນ​ວ່າ ສະຕິ​ຮູ້ສຶກ​ຜິດ​ຊອບ ເຊິ່ງ​ໝາຍ​ເຖິງ​ຄວາມ​ສຳນຶກ​ທີ່​ມີ​ຢູ່​ໃນ​ຕົວ​ເຮົາ​ກ່ຽວ​ກັບ​ສິ່ງ​ທີ່​ຖືກ​ແລະ​ສິ່ງ​ທີ່​ຜິດ. ເມື່ອ​ໃຊ້​ສະຕິ​ຮູ້ສຶກ​ຜິດ​ຊອບ​ໃນ​ທາງ​ທີ່​ຖືກຕ້ອງ ມັນ​ສາມາດ​ຊ່ວຍ​ເຮົາ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ດີ​ແລະ​ຫຼີກ​ລ່ຽງ​ການ​ເຮັດ​ສິ່ງ​ທີ່​ບໍ່​ດີ. ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ເປັນ​ສິ່ງ​ທີ່​ພິສູດ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ແລະ​ຕ້ອງການ​ໃຫ້​ເຮົາ​ປະສົບ​ຜົນ​ສຳເລັດ.

      2 ໃນ​ທຸກ​ມື້​ນີ້ ເຖິງ​ວ່າ​ບາງ​ຄົນ​ບໍ່​ຮູ້ຈັກ​ມາດຕະຖານ​ໃນ​ຄຳພີ​ໄບເບິນ ແຕ່​ເຂົາ​ເຈົ້າ​ກໍ​ເຮັດ​ສິ່ງ​ທີ່​ດີ​ແລະ​ກຽດ​ຊັງ​ສິ່ງ​ທີ່​ຊົ່ວ. (ອ່ານ​ໂລມ 2:14, 15) ເປັນ​ຫຍັງ​ຈຶ່ງ​ເປັນ​ແນວ​ນັ້ນ? ຍ້ອນ​ວ່າ​ເຂົາ​ເຈົ້າ​ມີ​ສະຕິ​ຮູ້ສຶກ​ຜິດ​ຊອບ. ສິ່ງ​ນີ້​ປ້ອງກັນ​ຫຼາຍ​ຄົນ​ບໍ່​ໃຫ້​ເຮັດ​ສິ່ງ​ຕ່າງໆ​ທີ່​ຊົ່ວ​ຮ້າຍ. ລອງ​ນຶກ​ພາບ​ເບິ່ງ​ວ່າ​ໂລກ​ນີ້​ຈະ​ເປັນ​ແນວ​ໃດ​ຖ້າ​ທຸກ​ຄົນ​ບໍ່​ມີ​ສະຕິ​ຮູ້ສຶກ​ຜິດ​ຊອບ! ເຮົາ​ຄົງ​ຈະ​ໄດ້​ຍິນ​ກ່ຽວ​ກັບ​ສິ່ງ​ທີ່​ຊົ່ວ​ຮ້າຍ​ຫຼາຍ​ກວ່າ​ນີ້. ດັ່ງ​ນັ້ນ ເຮົາ​ຄວນ​ຂອບໃຈ​ທີ່​ພະ​ເຢໂຫວາ​ໄດ້​ໃຫ້​ມະນຸດ​ມີ​ສະຕິ​ຮູ້ສຶກ​ຜິດ​ຊອບ!

      ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ໄດ້​ຮັບ​ການ​ຝຶກ​ຝົນ​ເປັນ​ຢ່າງ​ດີ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ເມື່ອ​ຕ້ອງ​ຕັດສິນ​ໃຈ

      3. ສະຕິ​ຮູ້ສຶກ​ຜິດ​ຊອບ​ສາມາດ​ຊ່ວຍ​ເຮົາ​ແນວ​ໃດ​ໃນ​ປະຊາຄົມ?

      3 ຄົນ​ສ່ວນ​ຫຼາຍ​ບໍ່​ໄດ້​ຄິດ​ທີ່​ຈະ​ຝຶກ​ຝົນ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ຕົນ​ເອງ. ແຕ່​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຕ້ອງການ​ໃຫ້​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຂົາ​ເຈົ້າ​ເຮັດ​ວຽກ​ຢ່າງ​ຖືກຕ້ອງ ເພາະ​ວ່າ​ສິ່ງ​ນີ້​ມີ​ພະລັງ​ໃນ​ການ​ສົ່ງເສີມ​ໃຫ້​ມີ​ຄວາມ​ສາມັກຄີ​ພາຍ​ໃນ​ປະຊາຄົມ. ເຮົາ​ຕ້ອງການ​ໃຫ້​ສະຕິ​ຮູ້ສຶກ​ຜິດ​ຊອບ​ເຕືອນ​ເຮົາ​ເລື່ອງ​ມາດຕະຖານ​ຕ່າງໆ​ໃນ​ຄຳພີ​ໄບເບິນ​ກ່ຽວ​ກັບ​ສິ່ງ​ທີ່​ຖືກ​ແລະ​ສິ່ງ​ທີ່​ຜິດ ສິ່ງ​ທີ່​ດີ​ແລະ​ສິ່ງ​ທີ່​ຊົ່ວ. ເພື່ອ​ຈະ​ຝຶກ​ຝົນ​ແລະ​ໃຊ້​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ ເຮົາ​ບໍ່​ພຽງ​ແຕ່​ຮຽນ​ຮູ້​ໃນ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ເທົ່າ​ນັ້ນ. ເຮົາ​ຕ້ອງ​ຮັກ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ແລະ​ເຊື່ອ​ວ່າ​ມາດຕະຖານ​ເຫຼົ່າ​ນັ້ນ​ເປັນ​ປະໂຫຍດ​ສຳລັບ​ເຮົາ. ໂປໂລ​ຂຽນ​ວ່າ: “ທີ່​ສຸດ​ແຫ່ງ​ຄຳ​ສັ່ງ​ນັ້ນ​ເປັນ​ຄວາມ​ຮັກ​ທີ່​ມາ​ແຕ່​ໃຈ​ບໍລິສຸດ​ແລະ​ແຕ່​ໃຈ​ຮູ້​ຜິດ​ແລະ​ຊອບ​ເປັນ​ອັນ​ດີ​ແລະ​ແຕ່​ຄວາມ​ເຊື່ອ​ອັນ​ສັດ​ຊື່.” (1 ຕີໂມເຕ 1:5) ເມື່ອ​ເຮົາ​ຝຶກ​ຝົນ​ສະຕິ​ຮູ້ສຶກ​ຜິດ​ຊອບ​ແລະ​ເຮັດ​ຕາມ​ທີ່​ສິ່ງ​ນັ້ນ​ຊີ້​ນຳ ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະ​ເຢໂຫວາ​ແລະ​ຄວາມ​ເຊື່ອ​ໃນ​ພະອົງ​ກໍ​ຈະ​ມີ​ຫຼາຍ​ຂຶ້ນ. ວິທີ​ທີ່​ເຮົາ​ໃຊ້​ສະຕິ​ຮູ້ສຶກ​ຜິດ​ຊອບ​ພິສູດ​ໃຫ້​ເຫັນ​ວ່າ​ເຮົາ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ສ່ຳ​ໃດ ແລະ​ເຮົາ​ຕ້ອງການ​ເຮັດ​ໃຫ້​ພະອົງ​ພໍ​ໃຈ​ຫຼາຍ​ສ່ຳ​ໃດ. ນອກ​ຈາກ​ນັ້ນ ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ຍັງ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ​ເຮົາ​ເປັນ​ຄົນ​ແບບ​ໃດ​ແທ້ໆ.

      4. ເຮົາ​ຈະ​ຝຶກ​ຝົນ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ແນວ​ໃດ?

      4 ແຕ່​ເຮົາ​ຈະ​ຝຶກ​ຝົນ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ແນວ​ໃດ? ເຮົາ​ຕ້ອງ​ສຶກສາ​ຄຳພີ​ໄບເບິນ​ເປັນ​ປະຈຳ ຄິດ​ຕຶກຕອງ​ໃນ​ສິ່ງ​ທີ່​ອ່ານ ແລະ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ນຳ​ໃຊ້​ສິ່ງ​ທີ່​ໄດ້​ຮຽນ​ຮູ້. ນັ້ນ​ໝາຍ​ຄວາມ​ວ່າ​ເຮົາ​ບໍ່​ພຽງ​ແຕ່​ຮຽນ​ຮູ້​ຂໍ້​ມູນ​ທີ່​ເປັນ​ຈິງ​ແລະ​ຂໍ້​ກຳນົດ​ຕ່າງໆ​ເທົ່າ​ນັ້ນ ເມື່ອ​ສຶກສາ​ຄຳພີ​ໄບເບິນ ເຮົາ​ມີ​ເປົ້າ​ໝາຍ​ທີ່​ຈະ​ຮູ້ຈັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ເຮົາ​ໄດ້​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ຄົນ​ແບບ​ໃດ ແລະ​ພະອົງ​ມັກ​ຫຍັງ​ແລະ​ບໍ່​ມັກ​ຫຍັງ. ເມື່ອ​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ພະອົງ​ຫຼາຍ​ຂຶ້ນ ໃນ​ທີ່​ສຸດ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ຈະ​ສຳນຶກ​ໄດ້​ໄວ​ໃນ​ສິ່ງ​ທີ່​ພະອົງ​ຖື​ວ່າ​ຖືກ​ແລະ​ຜິດ. ແຮ່ງ​ເຮົາ​ຝຶກ​ຝົນ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ແຮ່ງ​ຈະ​ເລີ່ມ​ຄິດ​ຄື​ກັບ​ພະ​ເຢໂຫວາ​ຫຼາຍ​ເທົ່າ​ນັ້ນ.

      5. ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

      5 ຢ່າງ​ໃດ​ກໍ​ຕາມ ເຮົາ​ອາດ​ມີ​ຄຳຖາມ​ວ່າ: ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ໄດ້​ຮັບ​ການ​ຝຶກ​ຝົນ​ເປັນ​ຢ່າງ​ດີ​ຈະ​ຊ່ວຍ​ຂ້ອຍ​ແນວ​ໃດ​ເມື່ອ​ຕ້ອງ​ຕັດສິນ​ໃຈ? ເຮົາ​ຈະ​ສະແດງ​ຄວາມ​ນັບຖື​ຕໍ່​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ໄດ້​ແນວ​ໃດ? ແລະ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຈະ​ກະຕຸ້ນ​ເຮົາ​ແນວ​ໃດ​ໃຫ້​ເຮັດ​ສິ່ງ​ທີ່​ດີ? ຂໍ​ໃຫ້​ເຮົາ​ພິຈາລະນາ​ສາມ​ຂອບ​ເຂດ​ທີ່​ເຮົາ​ຕ້ອງ​ມີ​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ໄດ້​ຮັບ​ການ​ຝຶກ​ຝົນ​ເປັນ​ຢ່າງ​ດີ ຄື: (1) ການ​ປິ່ນປົວ​ສຸຂະພາບ (2) ການ​ພັກຜ່ອນ​ຢ່ອນ​ອາລົມ ແລະ (3) ການ​ປະກາດ.

      ເປັນ​ຄົນ​ມີ​ເຫດຜົນ

      6. ເຮົາ​ອາດ​ຕ້ອງ​ຕັດສິນ​ໃຈ​ຫຍັງ​ໃນ​ເລື່ອງ​ການ​ປິ່ນປົວ?

      6 ຄຳພີ​ໄບເບິນ​ບອກ​ເຮົາ​ໃຫ້​ຫຼີກ​ລ່ຽງ​ສິ່ງ​ຕ່າງໆ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ເຈັບ​ປວດ ແລະ​ໃຫ້​ເຮົາ​ເປັນ​ຄົນ​ມີ​ເຫດ​ມີ​ຜົນ​ໃນ​ເລື່ອງ​ນິດໄສ​ຕ່າງໆ ເຊັ່ນ: ເລື່ອງ​ການ​ກິນ​ແລະ​ການ​ດື່ມ. (ສຸພາສິດ 23:20; 2 ໂກລິນໂທ 7:1) ເມື່ອ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ ສິ່ງ​ນັ້ນ​ສາມາດ​ຊ່ວຍ​ເຮົາ​ເພື່ອ​ປົກ​ປ້ອງ​ສຸຂະພາບ​ຂອງ​ເຮົາ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ເຮົາ​ຍັງ​ເຈັບ​ປ່ວຍ​ແລະ​ເລີ່ມ​ເຖົ້າ​ລົງ. ເຮົາ​ອາດ​ຕ້ອງ​ຕັດສິນ​ໃຈ​ໃນ​ເລື່ອງ​ໃດ? ໃນ​ບາງ​ປະເທດ ມີ​ທັງ​ການ​ປິ່ນປົວ​ດ້ວຍ​ຢາ​ພື້ນເມືອງ​ແລະ​ຢາ​ຫຼວງ. ສຳນັກງານ​ສາຂາ​ໄດ້​ຮັບ​ຈົດ​ໝາຍ​ເປັນ​ປະຈຳ​ຈາກ​ພີ່​ນ້ອງ​ຊາຍ​ຍິງ​ທີ່​ຖາມ​ກ່ຽວ​ກັບ​ເລື່ອງ​ການ​ປິ່ນປົວ​ໃນ​ແບບ​ຕ່າງໆ. ຫຼາຍ​ຄົນ​ຖາມ​ວ່າ: “ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຍອມ​ຮັບ​ເອົາ​ການ​ປິ່ນປົວ​ແບບ​ນີ້​ຫຼື​ແບບ​ນັ້ນ​ໄດ້​ບໍ?”

      7. ເຮົາ​ຈະ​ຕັດສິນ​ໃຈ​ຢ່າງ​ສຸຂຸມ​ໄດ້​ແນວ​ໃດ​ໃນ​ເລື່ອງ​ເລືອດ?

      7 ສຳນັກງານ​ສາຂາ​ຫຼື​ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ທ້ອງຖິ່ນ​ບໍ່​ມີ​ສິດ​ທີ່​ຈະ​ຕັດສິນ​ໃຈ​ໃນ​ເລື່ອງ​ການ​ປິ່ນປົວ​ສຳລັບ​ຄລິດສະຕຽນ ເຖິງ​ວ່າ​ຈະ​ມີ​ການ​ຂໍ​ໃຫ້​ເຂົາ​ເຈົ້າ​ເຮັດ​ສິ່ງ​ນັ້ນ​ກໍ​ຕາມ. (ຄາລາຊີ 6:5) ແຕ່​ຜູ້​ເຖົ້າ​ແກ່​ສາມາດ​ບອກ​ໃຫ້​ຮູ້​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ກ່າວ​ໄວ້​ເຊິ່ງ​ຈະ​ຊ່ວຍ​ໃຫ້​ຄລິດສະຕຽນ​ຕັດສິນ​ໃຈ​ໄດ້​ຢ່າງ​ສຸຂຸມ. ຕົວຢ່າງ​ເຊັ່ນ: ພະ​ເຢໂຫວາ​ສັ່ງ​ໃຫ້​ເຮົາ​ລະ​ເວັ້ນ​ຈາກ​ເລືອດ. (ກິດຈະການ 15:29) ຄຳ​ສັ່ງ​ທີ່​ຈະ​ແຈ້ງ​ນີ້​ຊ່ວຍ​ຄລິດສະຕຽນ​ໃຫ້​ເຂົ້າ​ໃຈ​ວ່າ​ລາວ​ບໍ່​ສາມາດ​ຍອມ​ຮັບ​ການ​ປິ່ນປົວ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ໃສ່​ເລືອດ​ຫຼື​ແມ່ນ​ແຕ່​ສ່ວນ​ປະກອບ​ຫຼັກ​ສີ່​ຢ່າງ​ທີ່​ມີ​ຢູ່​ໃນ​ເລືອດ. ຂໍ້​ມູນ​ນີ້​ສາມາດ​ມີ​ຜົນ​ກະທົບ​ຕໍ່​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ຄລິດສະຕຽນ​ເມື່ອ​ຕ້ອງ​ຕັດສິນ​ໃຈ​ວ່າ​ຈະ​ຍອມ​ຮັບ​ເອົາ​ສ່ວນ​ປະກອບ​ຍ່ອຍ​ຕ່າງໆ​ຫຼື​ບໍ່ ເຊິ່ງ​ເປັນ​ສ່ວນ​ທີ່​ນ້ອຍ​ກວ່າ​ທີ່​ມາ​ຈາກ​ສ່ວນ​ປະກອບ​ຫຼັກ​ສີ່​ຢ່າງ​ທີ່​ມີ​ຢູ່​ໃນ​ເລືອດ.a ມີ​ຄຳ​ແນະນຳ​ອັນ​ໃດ​ອີກ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໃຫ້​ຕັດສິນ​ໃຈ​ຢ່າງ​ສຸຂຸມ​ໃນ​ເລື່ອງ​ການ​ປິ່ນປົວ?

      8. ຟິ​ລິບ 4:5 ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເລືອກ​ຢ່າງ​ສຸຂຸມ​ໃນ​ເລື່ອງ​ການ​ເບິ່ງ​ແຍງ​ສຸຂະພາບ?

      8 ໃນ​ສຸພາສິດ 14:15 ກ່າວ​ວ່າ: “ຄົນ​ຊື່​ກໍ​ເຊື່ອ​ຖ້ອຍຄຳ​ທຸກ​ຂໍ້ ແຕ່​ວ່າ​ຄົນ​ຮູ້​ກໍ​ຄອຍ​ລະວັງ​ບາດ​ຕີນ​ແຫ່ງ​ຕົນ.” ໃນ​ທຸກ​ມື້​ນີ້ ພະຍາດ​ບາງ​ຊະນິດ​ອາດ​ຍັງ​ບໍ່​ທັນ​ມີ​ວິທີ​ປິ່ນປົວ. ດັ່ງ​ນັ້ນ ເຮົາ​ຕ້ອງ​ລະວັງ​ກ່ຽວ​ກັບ​ການ​ປິ່ນປົວ​ໃນ​ຮູບ​ແບບ​ຕ່າງໆ​ທີ່​ອ້າງ​ວ່າ​ຈະ​ເຮັດ​ໃຫ້​ເຮົາ​ເຊົາ​ເຈັບ​ປ່ວຍ​ໄດ້ ແຕ່​ຍັງ​ບໍ່​ມີ​ສິ່ງ​ທີ່​ພິສູດ​ວ່າ​ເຮັດ​ໄດ້​ສຳເລັດ. ໂປໂລ​ຂຽນ​ວ່າ: “ຄວາມ​ອ່ອນ​ຫວານ [ຄວາມ​ມີ​ເຫດຜົນ] ຂອງ​ທ່ານ​ທັງ​ຫຼາຍ​ຈົ່ງ​ໃຫ້​ປາກົດ​ແກ່​ຄົນ​ທັງ​ປວງ.” (ຟິລິບ 4:5) ການ​ເປັນ​ຄົນ​ມີ​ເຫດຜົນ​ຊ່ວຍ​ເຮົາ​ໃຫ້​ຈົດຈໍ່​ຢູ່​ສະເໝີ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ​ແທນ​ທີ່​ເຮົາ​ຈະ​ຈົດຈໍ່​ຢູ່​ກັບ​ເລື່ອງ​ສຸຂະພາບ. ຖ້າ​ການ​ເບິ່ງ​ແຍງ​ສຸຂະພາບ​ກາຍ​ເປັນ​ເລື່ອງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ ເຮົາ​ອາດ​ກາຍ​ເປັນ​ຄົນ​ທີ່​ຄິດ​ເຖິງ​ແຕ່​ຕົວ​ເອງ. (ຟີລິບ 2:4) ເຮົາ​ຮູ້​ວ່າ​ເຮົາ​ບໍ່​ສາມາດ​ມີ​ສຸຂະພາບ​ທີ່​ສົມບູນ​ໄດ້​ໃນ​ລະບົບ​ນີ້. ດັ່ງ​ນັ້ນ ເຈົ້າ​ຕ້ອງ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ການ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຈົ້າ.—ອ່ານ​ຟີລິບ 1:10

      ຜົວ​ເມຍ​ຄູ່​ໜຶ່ງ​ກະຕຸ້ນ​ຢ່າງ​ຈິງ​ຈັງ​ເພື່ອ​ໃຫ້​ກິນ​ອາຫານ​ເສີມ

      ເຈົ້າ​ພະຍາຍາມ​ບັງຄັບ​ຄົນ​ອື່ນ​ໃຫ້​ເຮັດ​ຕາມ​ຄວາມ​ຄິດ​ເຫັນ​ຂອງ​ເຈົ້າ​ບໍ? (ເບິ່ງ​ຂໍ້ 9)

      9. ໂລມ 14:13, 19 ມີ​ຜົນ​ກະທົບ​ແນວ​ໃດ​ຕໍ່​ການ​ຕັດສິນ​ໃຈ​ຂອງ​ເຮົາ​ໃນ​ເລື່ອງ​ສຸຂະພາບ ແລະ​ຄວາມ​ສາມັກຄີ​ໃນ​ປະຊາຄົມ​ອາດ​ຖືກ​ທຳລາຍ​ໄດ້​ແນວ​ໃດ?

      9 ຄລິດສະຕຽນ​ທີ່​ມີ​ເຫດຜົນ​ຈະ​ບໍ່​ພະຍາຍາມ​ບັງຄັບ​ຄົນ​ອື່ນ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ຕົນ​ເອງ​ຄິດ​ວ່າ​ດີ​ທີ່​ສຸດ. ຕົວຢ່າງ​ເຊັ່ນ: ໃນ​ປະເທດ​ໜຶ່ງ ມີ​ຜົວ​ເມຍ​ຄູ່​ໜຶ່ງ​ໄດ້​ກະຕຸ້ນ​ຄົນ​ອື່ນ​ໃຫ້​ກິນ​ອາຫານ​ເສີມ​ແລະ​ກິນ​ຕາມ​ລາຍການ​ຄວບຄຸມ​ອາຫານ​ທີ່​ກຳນົດ​ໄວ້​ສະເພາະ. ເຂົາ​ເຈົ້າ​ໂນ້ມນ້າວ​ພີ່​ນ້ອງ​ບາງ​ຄົນ​ໃຫ້​ເຮັດ​ຄື​ກັນ ແຕ່​ບາງ​ຄົນ​ກໍ​ເລືອກ​ທີ່​ຈະ​ບໍ່​ເຮັດ. ແນວ​ໃດ​ກໍ​ຕາມ ມີ​ຫຼາຍ​ຄົນ​ເລືອກ​ທີ່​ຈະ​ເຮັດ ແຕ່​ເມື່ອ​ເຮັດ​ແລ້ວ​ບໍ່​ໄດ້​ຜົນ ເຂົາ​ເຈົ້າ​ກໍ​ຜິດ​ຫວັງ. ຜົວ​ເມຍ​ຄູ່​ນີ້​ມີ​ສິດ​ທີ່​ຈະ​ເລືອກ​ສຳລັບ​ເຂົາ​ເຈົ້າ​ເອງ​ວ່າ​ຈະ​ກິນ​ຫຼື​ບໍ່. ແຕ່​ມີ​ເຫດຜົນ​ບໍ​ທີ່​ຈະ​ໃຫ້​ປະເດັນ​ເລື່ອງ​ການ​ເບິ່ງ​ແຍງ​ສຸຂະພາບ​ມາ​ທຳລາຍ​ຄວາມ​ສາມັກຄີ​ໃນ​ປະຊາຄົມ? ໃນ​ໂລມ​ສະໄໝ​ບູຮານ ຄລິດສະຕຽນ​ບາງ​ຄົນ​ມີ​ຄວາມ​ຄິດ​ເຫັນ​ທີ່​ແຕກຕ່າງ​ກັນ​ໃນ​ເລື່ອງ​ອາຫານ​ແລະ​ການ​ສະຫຼອງ​ບາງ​ຢ່າງ. ໂປໂລ​ແນະນຳ​ເຂົາ​ເຈົ້າ​ວ່າ​ແນວ​ໃດ? ລາວ​ເວົ້າ​ວ່າ: “ຄົນ​ຜູ້​ໜຶ່ງ​ຖື​ວ່າ​ວັນ​ນີ້​ປະເສີດ​ກວ່າ​ວັນ​ນັ້ນ ແລະ​ຜູ້​ອື່ນ​ຖື​ວ່າ​ທຸກ​ວັນ​ສະເໝີ​ກັນ ໃຫ້​ທຸກ​ຄົນ​ປົງ​ໃຈ​ເປັນ​ແນ່​ໃນ​ຈິດວິນຍານ​ເອງ [ເຊື່ອ​ໝັ້ນ​ຕາມ​ຄວາມ​ຄິດ​ເຫັນ​ຂອງ​ຕົນ, ລ.ມ.]” ຂໍ​ໃຫ້​ເຮົາ​ລະວັງ​ທີ່​ຈະ​ບໍ່​ເຮັດ​ໃຫ້​ຄົນ​ອື່ນ​ສະດຸດ.—ອ່ານ​ໂລມ 14:5, 13, 15, 19, 20

      ຕ້ອງ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ການ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຈົ້າ

      10. ເປັນ​ຫຍັງ​ເຮົາ​ຄວນ​ນັບຖື​ການ​ຕັດສິນ​ໃຈ​ທີ່​ຄົນ​ອື່ນ​ເຮັດ​ເປັນ​ສ່ວນ​ຕົວ? (ເບິ່ງ​ຮູບ​ທຳ​ອິດ)

      10 ບາງ​ຄັ້ງ ເຮົາ​ອາດ​ບໍ່​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ບາງ​ຄົນ​ໃນ​ປະຊາຄົມ​ຈຶ່ງ​ຕັດສິນ​ໃຈ​ແບບ​ນັ້ນ​ໃນ​ສິ່ງ​ທີ່​ເປັນ​ເລື່ອງ​ສ່ວນ​ຕົວ. ເຮົາ​ຄວນ​ເຮັດ​ແນວ​ໃດ? ເຮົາ​ບໍ່​ຄວນ​ຟ້າວ​ຕັດສິນ​ລາວ​ຫຼື​ບັງຄັບ​ໃຫ້​ລາວ​ປ່ຽນ​ໃຈ. ບາງ​ທີ​ລາວ​ອາດ​ຈຳເປັນ​ຕ້ອງ​ໄດ້​ຝຶກ​ຝົນ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ລາວ​ຫຼາຍ​ຂຶ້ນ ຫຼື​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ລາວ​ອາດ​ອ່ອນ​ໄຫວ​ໂພດ. (1 ໂກລິນໂທ 8:11, 12) ບາງ​ທີ​ອາດ​ແມ່ນ​ຍ້ອນ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ເອງ​ທີ່​ບໍ່​ໄດ້​ຮັບ​ການ​ຝຶກ​ຝົນ​ຢ່າງ​ເຕັມທີ. ໃນ​ເລື່ອງ​ການ​ປິ່ນປົວ​ສຸຂະພາບ​ແລະ​ໃນ​ເລື່ອງ​ອື່ນໆ ເຮົາ​ແຕ່​ລະ​ຄົນ​ຕ້ອງ​ຕັດສິນ​ໃຈ​ເອົາ​ເອງ​ແລະ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ກັບ​ການ​ຕັດສິນ​ໃຈ​ນັ້ນ.

      ມ່ວນ​ຊື່ນ​ກັບ​ການ​ພັກຜ່ອນ​ຢ່ອນ​ອາລົມ

      11, 12. ເມື່ອ​ເລືອກ​ການ​ພັກຜ່ອນ​ຢ່ອນ​ອາລົມ ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ແນວ​ໃດ?

      11 ພະ​ເຢໂຫວາ​ສ້າງ​ເຮົາ​ໃຫ້​ມີ​ຄວາມ​ມ່ວນ​ຊື່ນ​ກັບ​ການ​ພັກຜ່ອນ​ຢ່ອນ​ມາ​ລົມ​ແລະ​ໄດ້​ຮັບ​ປະໂຫຍດ​ຈາກ​ສິ່ງ​ນັ້ນ. ຊາໂລໂມນ​ຂຽນ​ວ່າ: “ມີ​ເວລາ​ຫົວເລາະ” ແລະ “ມີ​ເວລາ​ເຕັ້ນ​ຍິນດີ.” (ຜູ້​ເທສະໜາ​ປ່າວ​ປະກາດ 3:4) ຢ່າງ​ໃດ​ກໍ​ຕາມ ບໍ່​ແມ່ນ​ການ​ພັກຜ່ອນ​ຢ່ອນ​ອາລົມ​ທຸກ​ຮູບ​ແບບ​ຈະ​ເປັນ​ປະໂຫຍດ ຜ່ອນຄາຍ ຫຼື​ເຮັດ​ໃຫ້​ສົດ​ຊື່ນ. ນອກ​ຈາກ​ນັ້ນ ເຮົາ​ຕ້ອງ​ບໍ່​ໃຊ້​ເວລາ​ຫຼາຍ​ເກີນ​ໄປ​ກັບ​ເລື່ອງ​ນີ້. ສະຕິ​ຮູ້ສຶກ​ຜິດ​ຊອບ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ມີ​ຄວາມ​ມ່ວນ​ຊື່ນ​ແລະ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ພັກຜ່ອນ​ຢ່ອນ​ອາລົມ​ໃນ​ແບບ​ທີ່​ພະ​ເຢໂຫວາ​ຍອມ​ຮັບ?

      ‘ເມື່ອ​ກຳລັງ​ຖືກ​ລໍ້​ໃຈ ສະຕິ​ຮູ້ສຶກ​ຜິດ​ຊອບ​ເຕືອນ​ຂ້ອຍ​ບໍ?’

      12 ຄຳພີ​ໄບເບິນ​ເຕືອນ​ເຮົາ​ໃຫ້​ຕ້ານ​ທານ “ການ​ທັງ​ຫຼາຍ​ຂອງ​ເນື້ອ​ໜັງ.” ການ​ທັງ​ຫຼາຍ​ນີ້​ລວມ​ເຖິງ ‘ການ​ຜິດ​ຊາຍ​ຍິງ ການ​ປະພຶດ​ທີ່​ບໍ່​ສະອາດ ການ​ປະພຶດ​ທີ່​ບໍ່​ມີ​ຢາງ​ອາຍ ການ​ນົບ​ຮູບ​ນົບ​ຜີ ການ​ໝໍ​ຜີ ການ​ເປັນ​ສັດຕູ​ກັນ ການ​ຜິດ​ກັນ ການ​ຫຶງສາ​ກັນ ຄວາມ​ຄຽດ​ກັນ ການ​ຊີງ​ດີ​ຊີງ​ເດັ່ນ​ກັນ ຄວາມ​ແຕກ​ແຍກ​ກັນ ຖື​ຮີດຄອງ​ຕ່າງໆ​ກັນ ຄວາມ​ອິດສາ​ກັນ ການ​ເມົາ​ເຫຼົ້າ ການ​ກິນ​ລ້ຽງ​ເຮຮາ​ແບບ​ເລີຍ​ເຖີດ​ແລະ​ເກີນ​ຂອບ​ເຂດ ແລະ​ການ​ຕ່າງໆ​ຢ່າງ​ອື່ນ​ອີກ.’ ໂປໂລ​ຂຽນ​ວ່າ: “ຄົນ​ທັງ​ຫຼາຍ​ທີ່​ກະທຳ​ການ​ຢ່າງ​ນັ້ນ​ຈະ​ຮັບ​ແຜ່ນດິນ [ລາຊະອານາຈັກ] ຂອງ​ພະເຈົ້າ​ເປັນ​ມູນ​ກໍ​ບໍ່​ໄດ້.” (ຄາລາຊີ 5:19-21) ດັ່ງ​ນັ້ນ ເຮົາ​ຄວນ​ຖາມ​ຕົວ​ເອງ​ວ່າ: ‘ສະຕິ​ຮູ້ສຶກ​ຜິດ​ຊອບ​ຊ່ວຍ​ຂ້ອຍ​ບໍ ໃຫ້​ຫຼີກ​ລ່ຽງ​ກິລາ​ທີ່​ຮຸນແຮງ ທີ່​ກະຕຸ້ນ​ໃຫ້​ມີ​ການ​ຕໍ່​ສູ້​ກັນ ທີ່​ຊີງ​ດີ​ຊີງ​ເດັ່ນ​ກັນ ຫຼື​ການ​ຮັກ​ຊາດ? ສະຕິ​ຮູ້ສຶກ​ຜິດ​ຊອບ​ເຕືອນ​ຂ້ອຍ​ບໍ ເມື່ອ​ຖືກ​ລໍ້​ໃຈ​ໃຫ້​ເບິ່ງ​ໜັງ​ທີ່​ມີ​ສາກ​ຕ່າງໆ​ທີ່​ເປັນ​ພາບ​ໂປ້​ຫຼື​ໜັງ​ທີ່​ສົ່ງເສີມ​ການ​ຜິດ​ສິນລະທຳ​ທາງ​ເພດ ການ​ເມົາ​ເຫຼົ້າ ຫຼື​ລັດທິ​ຜີ​ປີສາດ?’

      13. ຄຳ​ແນະນຳ​ໃນ 1 ຕີໂມເຕ 4:8 ແລະ​ສຸພາສິດ 13:20 ຊ່ວຍ​ເຮົາ​ແນວ​ໃດ​ໃນ​ເລື່ອງ​ການ​ພັກຜ່ອນ​ຢ່ອນ​ອາລົມ?

      13 ຫຼັກ​ການ​ຕ່າງໆ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ສາມາດ​ຊ່ວຍ​ເຮົາ​ໃຫ້​ຝຶກ​ຝົນ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ໃນ​ເລື່ອງ​ການ​ພັກຜ່ອນ​ຢ່ອນ​ອາລົມ. ຕົວຢ່າງ​ເຊັ່ນ: ຄຳພີ​ໄບເບິນ​ບອກ​ວ່າ ‘ການ​ຝຶກ​ຫັດ​ຮ່າງກາຍ​ກໍ​ມີ​ປະໂຫຍດ​ອັນ​ໜ້ອຍ.’ (1 ຕີໂມເຕ 4:8) ຫຼາຍ​ຄົນ​ຮູ້ສຶກ​ວ່າ​ການ​ອອກ​ກຳລັງ​ກາຍ​ເປັນ​ປະຈຳ​ເຮັດ​ໃຫ້​ສົດ​ຊື່ນ​ແລະ​ດີ​ຕໍ່​ສຸຂະພາບ. ແຕ່​ຈະ​ວ່າ​ແນວ​ໃດ​ຖ້າ​ເຮົາ​ຕ້ອງການ​ອອກ​ກຳລັງ​ກາຍ​ເປັນ​ກຸ່ມ? ຄົນ​ທີ່​ເຮົາ​ອອກ​ກຳລັງ​ກາຍ​ນຳ​ເປັນ​ປະເດັນ​ສຳຄັນ​ບໍ? ສຸພາສິດ 13:20 ບອກ​ວ່າ: “ຜູ້​ທີ່​ທຽວ​ໄປ​ນຳ​ພວກ​ຄົນ​ປັນຍາ​ກໍ​ເລີຍ​ເປັນ​ຄົນ​ປັນຍາ​ດ້ວຍ ແຕ່​ວ່າ​ຜູ້​ສ່ຽວ​ຂອງ​ພວກ​ຄົນ​ໂງ່​ກໍ​ຈະ​ໃຫ້​ຕົວ​ຊົ່ວ​ໄປ.” ເຫັນ​ໄດ້​ແຈ້ງ​ວ່າ​ເມື່ອ​ເລືອກ​ການ​ພັກຜ່ອນ​ຢ່ອນ​ອາລົມ ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ໃຊ້​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ໄດ້​ຮັບ​ການ​ຝຶກ​ຝົນ​ຕາມ​ຫຼັກ​ການ​ໃນ​ພະ​ຄຳພີ.

      14. ຄອບຄົວ​ໜຶ່ງ​ນຳ​ໃຊ້​ຫຼັກ​ການ​ໃນ​ໂລມ 14:2-4 ແນວ​ໃດ?

      14 ຄລິດສະຕຽນ​ແລະ​ດາ​ນິ​ເອລາ​ມີ​ລູກ​ສາວ​ສອງ​ຄົນ​ທີ່​ເປັນ​ໄວຮຸ່ນ. ຄລິດສະຕຽນ​ເວົ້າ​ວ່າ: “ໃນ​ການ​ນະມັດສະການ​ປະຈຳ​ຄອບຄົວ ພວກ​ເຮົາ​ໄດ້​ພິຈາລະນາ​ເລື່ອງ​ການ​ພັກຜ່ອນ​ຢ່ອນ​ອາລົມ. ພວກ​ເຮົາ​ເຫັນ​ດີ​ນຳ​ກັນ​ວ່າ​ຄວາມ​ມ່ວນ​ຊື່ນ​ບາງ​ຢ່າງ​ຍອມ​ຮັບ​ໄດ້​ແລະ​ບາງ​ຢ່າງ​ກໍ​ຍອມ​ຮັບ​ບໍ່​ໄດ້. ຄົນ​ແບບ​ໃດ​ທີ່​ເຮົາ​ຖື​ວ່າ​ເປັນ​ການ​ຄົບຫາ​ທີ່​ດີ? ລູກ​ສາວ​ຂອງ​ເຮົາ​ຄົນ​ໜຶ່ງ​ຈົ່ມ​ວ່າ​ໃນ​ຊົ່ວ​ໂມງ​ພັກຜ່ອນ​ຢູ່​ໂຮງ​ຮຽນ ພະຍານ​ພະ​ເຢໂຫວາ​ບາງ​ຄົນ​ທີ່​ເປັນ​ໄວຮຸ່ນ​ປະພຶດ​ຕົວ​ໃນ​ແບບ​ທີ່​ລາວ​ຄິດ​ວ່າ​ບໍ່​ເໝາະ​ສົມ. ລາວ​ຮູ້ສຶກ​ວ່າ​ຖືກ​ກົດ​ດັນ​ໃຫ້​ປະພຶດ​ແບບ​ດຽວ​ກັນ​ນັ້ນ. ພວກ​ເຮົາ​ຫາ​ເຫດຜົນ​ກັບ​ລາວ​ວ່າ ແຕ່​ລະ​ຄົນ​ມີ​ສະຕິ​ຮູ້ສຶກ​ຜິດ​ຊອບ​ແລະ​ທຸກ​ຄົນ​ຄວນ​ໃຫ້​ສິ່ງ​ນີ້​ຊີ້​ນຳ​ເມື່ອ​ເລືອກ​ວ່າ​ຈະ​ເຮັດ​ສິ່ງ​ໃດ​ແລະ​ເຮັດ​ກັບ​ໃຜ.”—ອ່ານ​ໂລມ 14:2-4

      1. ຢູ່​ທີ່​ການ​ປະຊຸມ​ຄລິດສະຕຽນ ໄວຮຸ່ນ​ຄົນ​ໜຶ່ງ​ອອກ​ຄຳ​ຄິດ​ເຫັນ​ໃນ​ຂະນະ​ທີ່​ອີກ​ຄົນ​ໜຶ່ງ​ນັ່ງ​ຫງອຍ 2. ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ທີ່​ເປັນ​ໄວຮຸ່ນ​ຮູ້ສຶກ​ວ່າ​ຖືກ​ລົບກວນ​ໃຈ​ເມື່ອ​ພະຍານ​ພະ​ເຢໂຫວາ​ອີກ​ຄົນ​ໜຶ່ງ​ທີ່​ເປັນ​ໄວຮຸ່ນ​ປະພຶດ​ຢ່າງ​ບໍ່​ເໝາະ​ສົມ

      ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ໄດ້​ຮັບ​ການ​ຝຶກ​ຝົນ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ສາມາດ​ຊ່ວຍ​ເຮົາ​ໃຫ້​ຫຼີກ​ລ່ຽງ​ອັນຕະລາຍ (ເບິ່ງ​ຂໍ້ 14)

      15. ມັດທາຍ 6:33 ຊ່ວຍ​ເຮົາ​ແນວ​ໃດ​ເມື່ອ​ວາງ​ແຜນ​ເລື່ອງ​ການ​ພັກຜ່ອນ​ຢ່ອນ​ອາລົມ?

      15 ເຈົ້າ​ໃຊ້​ເວລາ​ຫຼາຍ​ສ່ຳ​ໃດ​ກັບ​ການ​ພັກຜ່ອນ​ຢ່ອນ​ອາລົມ? ເຈົ້າ​ຈັດ​ໃຫ້​ກິດຈະກຳ​ຕ່າງໆ​ເຊັ່ນ: ການ​ປະຊຸມ ການ​ປະກາດ ແລະ​ການ​ສຶກສາ​ສ່ວນ​ຕົວ​ຢູ່​ໃນ​ອັນ​ດັບ​ທຳອິດ​ຂອງ​ຊີວິດ​ເຈົ້າ​ບໍ ຫຼື​ເຈົ້າ​ຈັດ​ໃຫ້​ການ​ພັກຜ່ອນ​ຢ່ອນ​ອາລົມ​ມາ​ເປັນ​ອັນ​ດັບ​ທຳອິດ? ສິ່ງ​ໃດ​ສຳຄັນ​ທີ່​ສຸດ​ສຳລັບ​ເຈົ້າ? ພະ​ເຍຊູ​ບອກ​ວ່າ: “ຈົ່ງ​ຊອກ​ຫາ​ແຜ່ນດິນ [ລາຊະອານາຈັກ] ແຫ່ງ​ພະເຈົ້າ​ແລະ​ຄວາມ​ຊອບທຳ​ແຫ່ງ​ພະອົງ​ກ່ອນ ແລະ​ສິ່ງ​ຂອງ​ທັງ​ປວງ​ນີ້​ຈະ​ເປັນ​ທີ່​ຕື່ມ​ໃຫ້​ແກ່​ທ່ານ​ທັງ​ຫຼາຍ.” (ມັດທາຍ 6:33) ເມື່ອ​ຕັດສິນ​ໃຈ​ວ່າ​ຈະ​ໃຊ້​ເວລາ​ແນວ​ໃດ ສະຕິ​ຮູ້ສຶກ​ຜິດ​ຊອບ​ເຕືອນ​ເຈົ້າ​ໃຫ້​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະ​ເຍຊູ​ບໍ?

      ເຮົາ​ໄດ້​ຮັບ​ການ​ກະຕຸ້ນ​ໃຫ້​ປະກາດ

      16. ສະຕິ​ຮູ້ສຶກ​ຜິດ​ຊອບ​ກະຕຸ້ນ​ເຮົາ​ແນວ​ໃດ​ໃຫ້​ປະກາດ?

      16 ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ໄດ້​ຮັບ​ການ​ຝຶກ​ຝົນ​ຈະ​ເຕືອນ​ເຮົາ​ໃຫ້​ຕ້ານ​ທານ​ການ​ເຮັດ​ສິ່ງ​ທີ່​ຜິດ ແລະ​ກະຕຸ້ນ​ເຮົາ​ໃຫ້​ເຮັດ​ສິ່ງ​ຕ່າງໆ​ທີ່​ດີ. ສິ່ງ​ດີ​ຢ່າງ​ໜຶ່ງ​ກໍ​ຄື​ການ​ປະກາດ​ຕາມ​ບ້ານ​ເຮືອນ​ແລະ​ການ​ປະກາດ​ແບບ​ບໍ່​ເປັນ​ທາງ​ການ. ໂປໂລ​ໄດ້​ເຮັດ​ແບບ​ນັ້ນ ລາວ​ຈຶ່ງ​ຂຽນ​ວ່າ: “ຈຳເປັນ​ທີ່​ເຮົາ​ຈະ​ກະທຳ​ຢ່າງ​ນັ້ນ. ເຫດ​ວ່າ​ວິບາກ​ແກ່​ເຮົາ​ຖ້າ​ເຮົາ​ບໍ່​ປ່າວ​ປະກາດ​ຄຳ​ປະເສີດ [ຂ່າວ​ດີ ].” (1 ໂກລິນໂທ 9:16) ເມື່ອ​ຮຽນ​ແບບ​ໂປໂລ ເຮົາ​ຈະ​ມີ​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ດີ​ເພາະ​ຮູ້​ວ່າ​ເຮົາ​ກຳລັງ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ເມື່ອ​ປະກາດ​ຂ່າວ​ດີ​ໃຫ້​ຄົນ​ອື່ນ​ຮູ້ ເຮົາ​ກໍ​ກະຕຸ້ນ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຂົາ​ເຈົ້າ. ໂປໂລ​ບອກ​ວ່າ: “ໂດຍ​ການ​ເຮັດ​ໃຫ້​ຄວາມ​ຈິງ​ປາກົດ ເຮົາ​ຈຶ່ງ​ເປັນ​ແບບ​ຢ່າງ​ທີ່​ດີ​ແກ່​ທຸກ​ຄົນ​ໃນ​ສາຍ​ຕາ​ຂອງ​ພະເຈົ້າ.”—2 ໂກລິນໂທ 4:2, ລ.ມ.

      17. ແຈັກເຄີລິນ​ເຮັດ​ຕາມ​ສະຕິ​ຮູ້ສຶກ​ຜິດ​ຊອບ​ແນວ​ໃດ​ທີ່​ໄດ້​ຮັບ​ການ​ຝຶກ​ຝົນ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ?

      17 ຕອນ​ອາຍຸ 16 ປີ ແຈັກເຄີລິນ​ໄດ້​ຮຽນ​ວິຊາ​ຊີວະ​ສາດ​ຢູ່​ໂຮງ​ຮຽນ. ພວກ​ນັກ​ຮຽນ​ກຳລັງ​ຮຽນ​ກ່ຽວ​ກັບ​ທິດສະດີ​ເລື່ອງ​ວິວັດທະນາການ. ແຈັກເຄີລິນ​ເວົ້າ​ວ່າ: “ສະຕິ​ຮູ້ສຶກ​ຜິດ​ຊອບ​ບໍ່​ຍອມ​ໃຫ້​ຂ້ອຍ​ມີ​ສ່ວນ​ຮ່ວມ​ຢ່າງ​ເຕັມທີ​ໃນ​ການ​ສົນທະນາ​ກັບ​ໝູ່​ໃນ​ຫ້ອງ​ຄື​ດັ່ງ​ທີ່​ຜ່ານ​ມາ. ເນື່ອງ​ຈາກ​ບໍ່​ເຫັນ​ດີ​ກັບ​ທິດສະດີ​ເລື່ອງ​ວິວັດທະນາການ ດັ່ງ​ນັ້ນ​ຂ້ອຍ​ຈຶ່ງ​ເຂົ້າ​ໄປ​ຫາ​ອາຈານ​ແລະ​ອະທິບາຍ​ຈຸດ​ຢືນ​ໃນ​ເລື່ອງ​ຄວາມ​ເຊື່ອ​ຂອງ​ຂ້ອຍ. ຂ້ອຍ​ແປກ​ໃຈ​ທີ່​ເພິ່ນ​ໃຈ​ດີ​ຫຼາຍ​ແລະ​ເປີດ​ໂອກາດ​ໃຫ້​ຂ້ອຍ​ໄດ້​ເວົ້າ​ໃຫ້​ທຸກ​ຄົນ​ໃນ​ຫ້ອງ​ຟັງ​ໃນ​ຫົວ​ເລື່ອງ​ກ່ຽວ​ກັບ​ການ​ສ້າງ.” ແຈັກເຄີລິນ​ມີ​ຄວາມ​ສຸກ​ທີ່​ຮູ້​ວ່າ​ຕົນ​ເອງ​ໄດ້​ຟັງ​ແລະ​ເຮັດ​ຕາມ​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ໄດ້​ຮັບ​ການ​ຝຶກ​ຝົນ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ. ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຈົ້າ​ກະຕຸ້ນ​ເຈົ້າ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ບໍ?

      18. ເປັນ​ຫຍັງ​ເຮົາ​ຄວນ​ມີ​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ດີ​ແລະ​ໄວ້​ໃຈ​ໄດ້?

      18 ເຮົາ​ມີ​ເປົ້າ​ໝາຍ​ທີ່​ຈະ​ໃຊ້​ຊີວິດ​ໃຫ້​ສອດຄ່ອງ​ກັບ​ຫຼັກ​ການ​ແລະ​ມາດຕະຖານ​ຕ່າງໆ​ຂອງ​ພະ​ເຢໂຫວາ. ສະຕິ​ຮູ້ສຶກ​ຜິດ​ຊອບ​ສາມາດ​ຊ່ວຍ​ເຮົາ​ໃຫ້​ບັນລຸ​ເປົ້າ​ໝາຍ​ນັ້ນ​ໄດ້. ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ເຮົາ​ຈະ​ໄດ້​ຮັບ​ການ​ຝຶກ​ຝົນ ເມື່ອ​ເຮົາ​ສຶກສາ​ຄຳພີ​ໄບເບິນ​ເປັນ​ປະຈຳ ຄິດ​ຕຶກຕອງ​ໃນ​ສິ່ງ​ນັ້ນ ແລະ​ນຳ​ໃຊ້​ສິ່ງ​ທີ່​ໄດ້​ຮຽນ​ຮູ້. ຈາກ​ນັ້ນ ຂອງ​ຂວັນ​ທີ່​ດີ​ເລີດ​ນີ້​ຈະ​ເປັນ​ສິ່ງ​ຊີ້​ນຳ​ທີ່​ໄວ້​ໃຈ​ໄດ້​ໃນ​ຊີວິດ​ຂອງ​ເຮົາ!

      a ເບິ່ງ “ຄຳຖາມ​ຈາກ​ຜູ້​ອ່ານ” ໃນ​ຫໍສັງເກດການ 15 ມິຖຸນາ 2004 ໜ້າ 29-31.

      ການ​ອະທິບາຍ​ບາງ​ສຳນວນ

      • ສະຕິ​ຮູ້ສຶກ​ຜິດ​ຊອບ ໝາຍ​ເຖິງ​ຄວາມ​ສຳນຶກ​ກ່ຽວ​ກັບ​ສິ່ງ​ທີ່​ຖືກ​ແລະ​ສິ່ງ​ທີ່​ຜິດ. ສະຕິ​ຮູ້ສຶກ​ຜິດ​ຊອບ​ສາມາດ​ຊ່ວຍ​ຊີ້​ນຳ​ເຮົາ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ດີ​ແລະ​ບໍ່​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ບໍ່​ດີ. ເມື່ອ​ເຮົາ​ຝຶກ​ຝົນ​ສະຕິ​ຮູ້ສຶກ​ຜິດ​ຊອບ​ແລະ​ເຮັດ​ຕາມ​ທີ່​ສິ່ງ​ນັ້ນ​ຊີ້​ນຳ ຄວາມ​ຮັກ​ແລະ​ຄວາມ​ເຊື່ອ​ທີ່​ເຮົາ​ມີ​ຕໍ່​ພະ​ເຢໂຫວາ​ກໍ​ຈະ​ມີ​ຫຼາຍ​ຂຶ້ນ

  • ໃນ​ຊີວິດ ເຈົ້າ​ເຫັນ​ມື​ຫຼື​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ​ບໍ?
    ຫໍສັງເກດການ—2015 | 15 ຕຸລາ
    • ໃນ​ຂະນະ​ທີ່​ຜູ້​ຍິງ​ຄົນ​ໜຶ່ງ​ອະທິດຖານ​ຢູ່​ໃນ​ເຮືອນ ພະຍານ​ພະ​ເຢໂຫວາ​ສອງ​ຄົນ​ກໍ​ມາ​ເຄາະ​ປະຕູ​ເຮືອນ​ຂອງ​ລາວ

      ໃນຊີວິດ​ເຈົ້າ​ເຫັນ​ມື​ຫຼື​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ​ບໍ?

      “ມື​ຂອງ​ພະ​ເຢໂຫວາ​ຈະ​ປາກົດ​ສຳລັບ​ພວກ​ຂ້າ​ໃຊ້​ຂອງ​ພະອົງ.”—ເອຊາອີ 66:14

      ເພງ: 65, 26

      ເຈົ້າ​ຈະ​ອະທິບາຍ​ແນວ​ໃດ?

      • ໃນ​ຊີວິດ ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ເຫັນ​ມື​ຫຼື​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ ໃນ​ຂະນະ​ທີ່​ບາງ​ຄົນ​ບໍ່​ເຫັນ​ສິ່ງ​ນັ້ນ?

      • ໃນ​ທຸກ​ມື້​ນີ້ ມີ​ຫຼັກ​ຖານ​ຫຍັງ​ທີ່​ພິສູດ​ວ່າ​ພະ​ເຢໂຫວາ​ສົນ​ໃຈ​ໃນ​ຕົວ​ເຮົາ?

      • ໃນ​ຊີວິດ ເຮົາ​ຈະ​ເຫັນ​ແຈ້ງ​ຂຶ້ນ​ໄດ້​ແນວ​ໃດ​ກ່ຽວ​ກັບ​ມື​ຫຼື​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ?

      1, 2. ບາງ​ຄົນ​ຄິດ​ແນວ​ໃດ​ກ່ຽວ​ກັບ​ພະເຈົ້າ?

      ຫຼາຍ​ຄົນ​ເຊື່ອ​ວ່າ​ເຂົາ​ເຈົ້າ​ເຮັດ​ຫຍັງ​ກໍ​ບໍ່​ສຳຄັນ​ຕໍ່​ພະເຈົ້າ. ເຂົາ​ເຈົ້າ​ຄິດ​ວ່າ​ພະອົງ​ບໍ່​ສົນ​ໃຈ​ກ່ຽວ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ເຂົາ​ເຈົ້າ. ຕົວຢ່າງ​ເຊັ່ນ: ຫຼັງ​ຈາກ​ພາຍຸ​ທີ່​ຮ້າຍແຮງ​ຫຼາຍ​ໄດ້​ທຳລາຍ​ເນື້ອ​ທີ່​ສ່ວນ​ຫຼາຍ​ຂອງ​ປະເທດ​ຟີລິບປິນ​ໃນ​ເດືອນ​ພະຈິກ ປີ 2013 ເຈົ້າ​ແຂວງ​ໃນ​ເມືອງ​ໃຫຍ່​ແຫ່ງ​ໜຶ່ງ​ໄດ້​ເວົ້າ​ວ່າ: “ພະເຈົ້າ​ຕ້ອງ​ໄປ​ຢູ່​ບ່ອນ​ອື່ນ​ແລ້ວ.”

      2 ສ່ວນ​ຄົນ​ອື່ນໆຄິດ​ວ່າ​ພະເຈົ້າ​ບໍ່​ສາມາດ​ເຫັນ​ສິ່ງ​ທີ່​ເຂົາ​ເຈົ້າ​ກຳລັງ​ເຮັດ. (ເອຊາອີ 26:10, 11; 3 ໂຢຮັນ 11) ໃນ​ສະໄໝ​ຂອງ​ອັກຄະສາວົກ​ໂປໂລ​ກໍ​ມີ​ບາງ​ຄົນ​ທີ່​ຄິດ​ແບບ​ນັ້ນ. ໂປໂລ​ເວົ້າ​ເຖິງ​ເຂົາ​ເຈົ້າ​ວ່າ: “ເຂົາ​ບໍ່​ເອົາໃຈໃສ່​ການ​ຈະ​ຖື​ຄວາມ​ຮູ້​ຂອງ​ພະເຈົ້າ.” ເຂົາ​ເຈົ້າ​ເປັນ​ຄົນ​ບໍ່​ຊອບທຳ ຄົນ​ຊົ່ວ​ຮ້າຍ ຄົນ​ໂລບ​ມາກ ແລະ​ຄົນ​ບໍ່​ດີ.—ໂລມ 1:28, 29

      3. (ກ) ເຮົາ​ຄວນ​ຖາມ​ຕົວ​ເອງ​ແນວ​ໃດ? (ຂ) ໃນ​ຄຳພີ​ໄບເບິນ ຫຼາຍ​ຄັ້ງ​ຄຳ​ວ່າ “ມື” ຂອງ​ພະເຈົ້າ​ໝາຍ​ເຖິງ​ຫຍັງ?

      3 ແລ້ວ​ເຮົາ​ເດ? ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ເຫັນ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ. ແຕ່​ເຮົາ​ເຊື່ອ​ບໍ​ວ່າ​ພະອົງ​ສົນ​ໃຈ​ໃນ​ຕົວ​ເຮົາ? ໃນ​ຊີວິດ ເຮົາ​ເຫັນ​ມື​ຂອງ​ພະອົງ​ບໍ? ໃນ​ຄຳພີ​ໄບເບິນ ຫຼາຍ​ຄັ້ງ​ຄຳ​ວ່າ “ມື” ຂອງ​ພະເຈົ້າ​ໝາຍ​ເຖິງ​ການ​ໃຊ້​ລິດເດດ​ຂອງ​ພະອົງ. ພະເຈົ້າ​ໃຊ້​ລິດເດດ​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ຮັບໃຊ້​ຂອງ​ພະອົງ​ແລະ​ເພື່ອ​ທຳລາຍ​ສັດຕູ​ຂອງ​ພະອົງ. (ອ່ານ​ພະບັນຍັດ 26:8) ພະ​ເຍຊູ​ກ່າວ​ວ່າ​ບາງ​ຄົນ​ຈະ “ເຫັນ​ພະເຈົ້າ.” (ມັດທາຍ 5:8) ເຮົາ​ເປັນ​ຄົນ​ໜຶ່ງ​ໃນ​ທ່າມກາງ​ຄົນ​ເຫຼົ່າ​ນັ້ນ​ບໍ? ເຮົາ​ຈະ “ເຫັນ​ພະເຈົ້າ” ໂດຍ​ວິທີ​ໃດ? ຂໍ​ໃຫ້​ເຮົາ​ຮຽນ​ຮູ້​ຈາກ​ຕົວຢ່າງ​ຕ່າງໆທີ່​ຢູ່​ໃນ​ຄຳພີ​ໄບເບິນ​ກ່ຽວ​ກັບ​ຜູ້​ທີ່​ເຫັນ​ແລະ​ຜູ້​ທີ່​ບໍ່ເຫັນ​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ຮຽນ​ຮູ້​ວ່າ​ຄວາມ​ເຊື່ອ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເຫັນ​ມື​ຫຼື​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ?

      ເຂົາ​ເຈົ້າ​ປະຕິເສດ​ທີ່​ຈະ​ເຫັນ​ມື​ຫຼື​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ

      4. ເປັນ​ຫຍັງ​ສັດຕູ​ຂອງ​ຊາດ​ອິດສະລາແອນ​ຈຶ່ງ​ບໍ່​ຍອມ​ຮັບ​ທີ່​ຈະ​ເຫັນ​ມື​ຫຼື​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ?

      4 ໃນ​ອະດີດ ຫຼາຍ​ຄົນ​ມີ​ໂອກາດ​ໄດ້​ຍິນ​ແລະ​ໄດ້​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຫຼືອ​ຊາດ​ອິດສະລາແອນ. ພະ​ເຢໂຫວາ​ໄດ້​ເຮັດ​ການ​ອັດສະຈັນ​ຕ່າງໆເພື່ອ​ປົດ​ປ່ອຍ​ປະຊາຊົນ​ຂອງ​ພະອົງ​ອອກ​ຈາກ​ປະເທດ​ເອຢິບ ແລະ​ໃຫ້​ເຂົາ​ເຈົ້າ​ເອົາ​ຊະນະ​ກະສັດ​ຫຼາຍ​ອົງ​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ​ໄວ້. (ໂຢຊວຍ 9:3, 9, 10) ເຖິງ​ວ່າ​ກະສັດ​ອົງ​ອື່ນໆໄດ້​ຍິນ​ແລະ​ໄດ້​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ຊີວິດ​ປະຊາຊົນ​ຂອງ​ພະອົງ ແຕ່​ພວກ​ເຂົາ​ຍັງ “ໄດ້​ໂຮມ​ກັນ​ຈຶ່ງ​ໄປ​ທຳ​ເສິກ​ຕໍ່​ສູ້​ທ່ານ​ໂຢຊວຍ​ແລະ​ຕໍ່​ສູ້​ພວກ​ຍິດສະລາເອນ.” (ໂຢຊວຍ 9:1, 2) ເມື່ອ​ຕໍ່​ສູ້​ກັບ​ຊາດ​ນີ້ ກະສັດ​ເຫຼົ່າ​ນັ້ນ​ມີ​ໂອກາດ​ທີ່​ຈະ​ເຫັນ​ມື​ຫຼື​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ. ເນື່ອງ​ຈາກ​ລິດເດດ​ທີ່​ຍິ່ງໃຫຍ່​ຂອງ​ພະອົງ “ດວງ​ຕາເວັນ​ໄດ້​ເຊົາ​ຢູ່ ແລະ​ດວງ​ເດືອນ​ໄດ້​ຢູ່​ບ່ອນ​ດຽວ​ຈົນ​ເຖິງ​ພວກ​ນັ້ນ​ໄດ້​ຕອບ​ແທນ​ຕໍ່​ສັດຕູ​ແລ້ວ.” (ໂຢຊວຍ 10:13) ແຕ່​ພະ​ເຢໂຫວາ​ຍອມ​ໃຫ້​ຫົວໃຈ​ຂອງ​ພວກ​ສັດຕູ “ແຂງ​ກະດ້າງ​ໄປ” ເພື່ອ​ພວກ​ເຂົາ​ຈະ​ຕໍ່​ສູ້​ກັບ​ຊາດ​ນີ້. (ໂຢຊວຍ 11:20) ສັດຕູ​ຂອງ​ຊາດ​ອິດສະລາແອນ​ໄດ້​ພ່າຍ​ແພ້​ຍ້ອນ​ພວກ​ເຂົາ​ບໍ່​ຍອມ​ຮັບ​ວ່າ​ພະ​ເຢໂຫວາ​ກຳລັງ​ສູ້​ຮົບ​ສຳລັບ​ປະຊາຊົນ​ຂອງ​ພະອົງ.

      ໃນ​ຊີວິດ​ເຮົາ​ຕ້ອງ​ຊອກ​ຫາ​ມື​ຫຼື​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ

      5. ອາກາບ​ກະສັດ​ຜູ້​ຊົ່ວ​ຮ້າຍ​ບໍ່​ຍອມ​ເຊື່ອ​ໃນ​ເລື່ອງ​ໃດ?

      5 ຕໍ່​ມາ​ມີ​ຫຼາຍ​ຄັ້ງ​ທີ່​ອາກາບ​ກະສັດ​ຜູ້​ຊົ່ວ​ຮ້າຍ​ມີ​ໂອກາດ​ທີ່​ຈະ​ເຫັນ​ມື​ຫຼື​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ. ເອລີຢາ​ບອກ​ອາກາບ​ວ່າ: “ໃນ​ປີ​ທັງ​ຫຼາຍ​ນີ້​ຝົນ​ຈະ​ບໍ່​ຕົກ​ນ້ຳ​ໝອກ​ຈະ​ບໍ່​ຕົກ​ເທົ່າ​ເວັ້ນ​ໄວ້​ຂ້ອຍ​ບອກ.” (1 ກະສັດ 17:1) ສິ່ງ​ນີ້​ເປັນ​ໄປ​ໄດ້​ໂດຍ​ທາງ​ລິດເດດ​ຂອງ​ພະ​ເຢໂຫວາ​ເທົ່າ​ນັ້ນ ແຕ່​ອາກາບ​ບໍ່​ຍອມ​ເຊື່ອ​ເລື່ອງ​ນັ້ນ. ຕໍ່​ມາ​ເອລີຢາ​ໄດ້​ອະທິດຖານ​ເຖິງ​ພະ​ເຢໂຫວາ ແລະ​ພະອົງ​ໄດ້​ຕອບ​ລາວ​ໂດຍ​ໃຫ້​ໄຟ​ຕົກ​ລົງ​ມາ​ຈາກ​ຟ້າ. ອາກາບ​ໄດ້​ເຫັນ​ສິ່ງ​ນັ້ນ​ເກີດ​ຂຶ້ນ​ແທ້. ຫຼັງ​ຈາກ​ນັ້ນ ເອລີຢາ​ກໍ​ໄດ້​ບອກ​ອາກາບ​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄວາມ​ແຫ້ງ​ແລ້ງ​ຍຸ​ຕິ​ລົງ​ແລະ​ຈະ​ໃຫ້​ມີ​ຝົນ​ຕົກ​ແຮງ. (1 ກະສັດ 18:22-45) ອາກາບ​ເຫັນ​ການ​ອັດສະຈັນ​ທັງ​ໝົດ​ນີ້​ແຕ່​ກໍ​ຍັງ​ບໍ່​ຍອມ​ເຊື່ອ​ວ່າ​ຕົນ​ເອງ​ໄດ້​ເຫັນ​ລິດເດດ​ຂອງ​ພະ​ເຢໂຫວາ. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ເຫຼົ່າ​ນີ້? ໃນ​ຊີວິດ ເຮົາ​ຕ້ອງ​ຊອກ​ຫາ​ມື​ຫຼື​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ.

      ເຂົາ​ເຈົ້າ​ເຫັນ​ມື​ຫຼື​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ

      6, 7. ຊາວ​ຄາບາໂອນ​ແລະ​ລາຫາບ​ຍອມ​ຮັບ​ໃນ​ເລື່ອງ​ໃດ?

      6 ຊາວ​ຄາບາໂອນ​ແຕກຕ່າງ​ຫຼາຍ​ແທ້ໆຈາກ​ຄົນ​ໃນ​ຊາດ​ອື່ນໆທີ່​ຢູ່​ອ້ອມ​ຂ້າງ​ເຂົາ​ເຈົ້າ. ຊາວ​ຄາບາໂອນ​ເຫັນ​ມື​ຫຼື​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ. ແທນ​ທີ່​ຈະ​ຕໍ່​ສູ້​ກັບ​ຊາວ​ອິດສະລາແອນ ຊາວ​ຄາບາໂອນ​ຕ້ອງການ​ທີ່​ຈະ​ຜູກ​ມິດ​ກັບ​ຄົນ​ໃນ​ຊາດ​ນີ້. ຍ້ອນ​ຫຍັງ? ຍ້ອນ​ເຂົາ​ເຈົ້າ​ໄດ້​ຍິນ​ເລື່ອງ​ຂອງ​ພະ​ເຢໂຫວາ​ແລະ​ທຸກ​ສິ່ງ​ທີ່​ພະອົງ​ໄດ້​ເຮັດ. (ໂຢຊວຍ 9:3, 9, 10) ເປັນ​ເລື່ອງ​ສຸຂຸມ​ທີ່​ຊາວ​ຄາບາໂອນ​ຍອມ​ຮັບ​ວ່າ​ພະ​ເຢໂຫວາ​ກຳລັງ​ຕໍ່​ສູ້​ສຳລັບ​ຊາດ​ອິດສະລາແອນ.

      7 ນອກ​ຈາກ​ນັ້ນ ລາຫາບ​ຍັງ​ເຫັນ​ມື​ຫຼື​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ. ລາວ​ບໍ່​ແມ່ນ​ຄົນ​ອິດສະລາແອນ ແຕ່​ລາວ​ໄດ້​ຍິນ​ເລື່ອງ​ທີ່​ພະ​ເຢໂຫວາ​ປົດ​ປ່ອຍ​ປະຊາຊົນ​ຂອງ​ພະອົງ​ອອກ​ຈາກ​ປະເທດ​ເອຢິບ. ເມື່ອ​ຄົນ​ສອດແນມ​ຊາວ​ອິດສະລາແອນ​ສອງ​ຄົນ​ມາ​ຫາ ລາຫາບ​ໄດ້​ບອກ​ກັບ​ເຂົາ​ເຈົ້າ​ວ່າ: “ຂ້າ​ນ້ອຍ​ຮູ້ຈັກ​ວ່າ​ພະ​ເຢໂຫວາ​ໄດ້​ປະທານ​ແຜ່ນດິນ​ນີ້​ໃຫ້​ແກ່​ພວກ​ທ່ານ​ແລ້ວ.” ລາຫາບ​ເຊື່ອ​ວ່າ​ພະ​ເຢໂຫວາ​ສາມາດ​ຊ່ວຍ​ຊີວິດ​ລາວ​ແລະ​ຄົນ​ໃນ​ຄອບຄົວ​ຂອງ​ລາວ​ໄດ້. ດັ່ງ​ນັ້ນ ລາຫາບ​ຈຶ່ງ​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ທັ່ງໆທີ່​ຮູ້​ວ່າ​ການ​ເຮັດ​ແບບ​ນັ້ນ​ເປັນ​ເລື່ອງ​ທີ່​ອັນຕະລາຍ​ຫຼາຍ.—ໂຢຊວຍ 2:9-13; 4:23, 24

      8. ຊາວ​ອິດສະລາແອນ​ບາງ​ຄົນ​ໄດ້​ຍອມ​ຮັບ​ແນວ​ໃດ​ໃນ​ເລື່ອງ​ມື​ຫຼື​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະເຈົ້າ?

      8 ບໍ່​ຄື​ກັບ​ອາກາບ​ກະສັດ​ຜູ້​ຊົ່ວ​ຮ້າຍ ຊາວ​ອິດສະລາແອນ​ບາງ​ຄົນ​ທີ່​ໄດ້​ເຫັນ​ໄຟ​ຕົກ​ລົງ​ມາ​ຈາກ​ຟ້າ​ເພື່ອ​ຕອບ​ຄຳ​ອະທິດຖານ​ຂອງ​ເອລີຢາ ເຂົາ​ເຈົ້າ​ຍອມ​ຮັບ​ວ່າ​ພະເຈົ້າ​ເປັນ​ຜູ້​ເຮັດ​ໃຫ້​ສິ່ງ​ນັ້ນ​ເກີດ​ຂຶ້ນ. ຄົນ​ເຫຼົ່າ​ນັ້ນ​ຈຶ່ງ​ຮ້ອງ​ອອກ​ມາ​ວ່າ: ‘ພະ​ເຢໂຫວາ​ແມ່ນ​ພະເຈົ້າ​ອົງ​ທ່ຽງ​ແທ້.’ (1 ກະສັດ 18:39) ສຳລັບ​ຄົນ​ທີ່​ໄດ້​ເຫັນ​ເຫດການ​ນັ້ນ ເປັນ​ເລື່ອງ​ທີ່​ຊັດເຈນ​ວ່າ​ເຂົາ​ເຈົ້າ​ໄດ້​ເຫັນ​ລິດເດດ​ຂອງ​ພະເຈົ້າ.

      9. ໃນ​ທຸກ​ມື້​ນີ້​ເຮົາ​ສາມາດ​ເຫັນ​ພະ​ເຢໂຫວາ​ແລະ​ມື​ຂອງ​ພະອົງ​ໂດຍ​ວິທີ​ໃດ?

      9 ເຮົາ​ໄດ້​ພິຈາລະນາ​ທັງ​ຕົວຢ່າງ​ທີ່​ດີ​ແລະ​ຕົວຢ່າງ​ທີ່​ບໍ່​ດີ​ເຊິ່ງ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ການ “ເຫັນ​ພະເຈົ້າ” ຫຼື​ການ​ເຫັນ​ມື​ຂອງ​ພະເຈົ້າ. ເມື່ອ​ເຮົາ​ໄດ້​ຮູ້ຈັກ​ພະ​ເຢໂຫວາ​ແລະ​ຄຸນ​ລັກສະນະ​ຕ່າງໆຂອງ​ພະອົງ ເຮົາ​ເຫັນ​ມື​ຂອງ​ພະອົງ​ດ້ວຍ ‘ຕາ​ແຫ່ງ​ໃຈ​ຂອງ​ເຮົາ.’ (ເອເຟດ 1:18) ສິ່ງ​ນີ້​ກະຕຸ້ນ​ເຮົາ​ໃຫ້​ຕ້ອງການ​ທີ່​ຈະ​ຮຽນ​ແບບ​ຜູ້​ທີ່​ສັດ​ຊື່​ທັງ​ໃນ​ສະໄໝ​ອະດີດ​ແລະ​ສະໄໝ​ປັດຈຸບັນ​ທີ່​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ໄດ້​ຊ່ວຍ​ປະຊາຊົນ​ຂອງ​ພະອົງ. ຢ່າງ​ໃດ​ກໍ​ຕາມ ເຮົາ​ມີ​ສິ່ງ​ທີ່​ພິສູດ​ບໍ​ວ່າ​ພະເຈົ້າ​ກຳລັງ​ຊ່ວຍ​ເຫຼືອ​ປະຊາຊົນ​ຂອງ​ພະອົງ​ໃນ​ທຸກ​ມື້​ນີ້?

      ສິ່ງ​ທີ່​ພິສູດ​ກ່ຽວ​ກັບ​ມື​ຫຼື​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້

      10. ເຮົາ​ມີ​ຫຼັກ​ຖານ​ຫຍັງ​ທີ່​ພິສູດ​ວ່າ​ພະ​ເຢໂຫວາ​ກຳລັງ​ຊ່ວຍ​ປະຊາຊົນ​ຂອງ​ພະອົງ​ໃນ​ທຸກ​ມື້​ນີ້? (ເບິ່ງ​ຮູບ​ທຳອິດ)

      10 ເຮົາ​ມີ​ຫຼັກ​ຖານ​ຢ່າງ​ລົ້ນ​ເຫຼືອ​ທີ່​ພິສູດ​ວ່າ​ພະ​ເຢໂຫວາ​ຍັງ​ຊ່ວຍ​ເຫຼືອ​ປະຊາຊົນ​ຂອງ​ພະອົງ​ຕໍ່ໆໄປ​ໃນ​ທຸກ​ມື້​ນີ້. ຫຼາຍ​ເທື່ອ​ເຮົາ​ໄດ້​ຍິນ​ກ່ຽວ​ກັບ​ປະສົບການ​ຂອງ​ຄົນ​ທີ່​ອະທິດຖານ​ຂໍ​ໃຫ້​ພະເຈົ້າ​ຊ່ວຍ​ແລະ​ພະອົງ​ໄດ້​ຕອບ​ຄຳ​ອະທິດຖານ​ຂອງ​ເຂົາ​ເຈົ້າ. (ຄຳເພງ 53:2) ຕົວຢ່າງ​ເຊັ່ນ: ເມື່ອ​ປະກາດ​ໃນ​ເກາະ​ນ້ອຍໆໃນ​ປະເທດ​ຟີລິບປິນ ອາ​ແລນ​ໄດ້​ພົບ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ເລີ່ມ​ຮ້ອງໄຫ້. ອາ​ແລນ​ເວົ້າ​ວ່າ: “ໃນ​ຕອນ​ເຊົ້າ​ຂອງ​ມື້​ນັ້ນ ຜູ້​ຍິງ​ຄົນ​ນັ້ນ​ໄດ້​ອະທິດຖານ​ເຖິງ​ພະ​ເຢໂຫວາ​ວ່າ ຂໍ​ໃຫ້​ພະຍານ​ຂອງ​ພະອົງ​ຊອກ​ຫາ​ລາວ​ພົບ.” ຕອນ​ທີ່​ເປັນ​ໄວຮຸ່ນ ຜູ້​ຍິງ​ຄົນ​ນັ້ນ​ໄດ້​ຮຽນ​ຄຳພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ ແຕ່​ເມື່ອ​ແຕ່ງ​ດອງ​ແລ້ວ​ລາວ​ໄດ້​ຍ້າຍ​ມາ​ຢູ່​ເກາະ​ນີ້ ແລະ​ກໍ​ບໍ່​ໄດ້​ຮຽນ​ຕໍ່​ອີກ​ເລີຍ. ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ລາວ​ໄວ​ຫຼາຍ​ຈົນ​ສິ່ງ​ນີ້​ປະທັບ​ໃຈ​ລາວ. ບໍ່​ເຖິງ​ໜຶ່ງ​ປີ ລາວ​ກໍ​ໄດ້​ອຸທິດ​ຊີວິດ​ໃຫ້​ແກ່​ພະ​ເຢໂຫວາ.

      1. ຜູ້​ຊາຍ​ຄົນ​ໜຶ່ງ​ປະຕິເສດ​ທີ່​ຈະ​ສູບ​ຢາ 2. ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ເຮັດ​ວຽກ​ປະກາດ​ຢູ່​ຕ່າງ​ປະເທດ 3. ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ຢູ່​ໃນ​ສານ

      ໃນ​ຊີວິດ ເຈົ້າ​ກຳລັງ​ຊອກ​ຫາ​ວິທີ​ຕ່າງໆເພື່ອ​ຈະ​ເຫັນ​ມື​ຫຼື​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ​ບໍ? (ເບິ່ງ​ຂໍ້ 11-13)

      11, 12. (ກ) ພະ​ເຢໂຫວາ​ຊ່ວຍ​ຜູ້​ຮັບໃຊ້​ຂອງ​ພະອົງ​ໂດຍ​ວິທີ​ໃດ? (ຂ) ຂໍ​ໃຫ້​ເລົ່າ​ກ່ຽວ​ກັບ​ວິທີ​ທີ່​ພະ​ເຢໂຫວາ​ໄດ້​ຊ່ວຍ​ພີ່​ນ້ອງ​ຍິງຄົນ​ໜຶ່ງ.

      11 ກ່ອນ​ທີ່​ຈະ​ເຂົ້າ​ມາ​ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ ຫຼາຍ​ຄົນ​ໄດ້​ເຫັນ​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະອົງ​ເມື່ອ​ເຂົາ​ເຈົ້າ​ພະຍາຍາມ​ຈະ​ເຊົາ​ນິດໄສ​ທີ່​ບໍ່​ດີ ເຊັ່ນ: ການ​ສູບ​ຢາ ການ​ໃຊ້​ຢາເສບຕິດ ຫຼື​ການ​ເບິ່ງ​ຮູບ​ໂປ້. ບາງ​ຄົນ​ບອກ​ວ່າ​ເຂົາ​ເຈົ້າ​ພະຍາຍາມ​ຈະ​ເຊົາ​ນິດໄສ​ແບບ​ນີ້​ດ້ວຍ​ຕົວ​ເອງ​ແຕ່​ກໍ​ເຮັດ​ບໍ່​ໄດ້ ເມື່ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ພະອົງ​ໄດ້​ໃຫ້​ເຂົາ​ເຈົ້າ “ມີ​ກຳລັງ​ທີ່​ຫຼາຍ​ກວ່າ​ປົກກະຕິ, ລ.ມ.” ແລະ​ໃນ​ທີ່​ສຸດ​ກໍ​ສາມາດ​ເຊົາ​ນິດໄສ​ທີ່​ບໍ່​ດີ​ນັ້ນ​ໄດ້.—2 ໂກລິນໂທ 4:7; ຄຳເພງ 37:23, 24

      ພະ​ເຢໂຫວາ​ຊ່ວຍ​ຜູ້​ຮັບໃຊ້​ຂອງ​ພະອົງ​ໃຫ້​ອົດ​ທົນ​ກັບ​ຄວາມ​ຫຍຸ້ງຍາກ​ສ່ວນ​ຕົວ

      12 ພະ​ເຢໂຫວາ​ຍັງ​ຊ່ວຍ​ຜູ້​ຮັບໃຊ້​ຂອງ​ພະອົງ​ໃຫ້​ອົດ​ທົນ​ກັບ​ຄວາມ​ຫຍຸ້ງຍາກ​ສ່ວນ​ຕົວ. ສິ່ງ​ນີ້​ເກີດ​ຂຶ້ນ​ກັບ​ເອມີ. ລາວ​ຖືກ​ມອບ​ໝາຍ​ໃຫ້​ໄປ​ຊ່ວຍ​ໃນ​ການ​ກໍ່​ສ້າງ​ຫໍ​ປະຊຸມ​ແລະ​ເຮືອນ​ຂອງ​ມິດຊັນນາລີ​ໃນ​ເກາະ​ນ້ອຍໆແຫ່ງ​ໜຶ່ງ​ໃນ​ມະຫາ​ສະໝຸດ​ປາຊີຟິກ. ຢູ່​ທີ່​ນັ້ນ​ວັດທະນາ​ທຳ​ກໍ​ບໍ່​ຄື​ກັບ​ບ່ອນ​ທີ່​ລາວ​ເຄີຍ​ຢູ່ ບໍ່​ມີ​ໄຟ​ຟ້າ​ແລະ​ບໍ່​ມີ​ນ້ຳ​ປະ​ປາ ຫົນ​ທາງ​ກໍ​ຖືກ​ນ້ຳ​ຖ້ວມ ລາວ​ຄິດ​ຮອດ​ຄອບຄົວ ແລະ​ລາວ​ພັກ​ຢູ່​ຫ້ອງ​ນ້ອຍໆໃນ​ໂຮງ​ແຮມ. ມີ​ມື້​ໜຶ່ງ ເອມີ​ໄດ້​ຮ້ອງ​ໃສ່​ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ລາວ​ເຮັດ​ວຽກ​ນຳ. ລາວ​ຮູ້ສຶກ​ເສຍໃຈ​ຫຼາຍ​ທີ່​ເຮັດ​ແບບ​ນັ້ນ. ເມື່ອ​ເອມີ​ກັບ​ໄປ​ຫ້ອງ​ພັກ​ທີ່​ມືດ ລາວ​ໄດ້​ອະທິດຖານ​ເຖິງ​ພະ​ເຢໂຫວາ​ແລະ​ຂໍ​ໃຫ້​ພະອົງ​ຊ່ວຍ. ຈາກ​ນັ້ນ ເມື່ອ​ໄຟ​ຟ້າ​ມາ ລາວ​ໄດ້​ອ່ານ​ບົດ​ຄວາມ​ໜຶ່ງ​ໃນ​ຫໍສັງເກດການ ກ່ຽວ​ກັບ​ວັນ​ສຳເລັດ​ການ​ສຶກສາ​ຂອງ​ນັກ​ຮຽນ​ກິລຽດ. ບົດ​ຄວາມ​ນັ້ນ​ໄດ້​ເວົ້າ​ເຖິງ​ຄວາມ​ຫຍຸ້ງຍາກ​ຕ່າງໆໃນ​ແບບ​ດຽວ​ກັບ​ທີ່​ລາວ​ປະສົບ​ຢູ່. ເອມີ​ເວົ້າ​ວ່າ: “ຂ້ອຍ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ກຳລັງ​ເວົ້າ​ກັບ​ຂ້ອຍ​ໃນ​ຄືນ​ນັ້ນ. ສິ່ງ​ທີ່​ຂ້ອຍ​ອ່ານ​ໄດ້​ກະຕຸ້ນ​ຂ້ອຍ​ໃຫ້​ເຮັດ​ວຽກ​ມອບ​ໝາຍ​ຕໍ່ໆໄປ.”—ຄຳເພງ 44:25, 26; ເອຊາອີ 41:10, 13

      13. ມີ​ຫຼັກ​ຖານ​ຫຍັງ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ຊ່ວຍ​ປະຊາຊົນ​ຂອງ​ພະອົງ​ເພື່ອ​ປົກ​ປ້ອງ​ສິດ​ໃນ​ການ​ປະກາດ?

      13 ພະ​ເຢໂຫວາ​ຍັງ​ຊ່ວຍ​ປະຊາຊົນ​ຂອງ​ພະອົງ​ໃຫ້​ປົກ​ປ້ອງ​ຂ່າວ​ດີ​ແລະ​ເຮັດ​ໃຫ້​ການ​ປະກາດ​ຂ່າວ​ດີ​ເປັນ​ສິ່ງ​ທີ່​ຖືກຕ້ອງ​ຕາມ​ກົດ​ໝາຍ. (ຟີລິບ 1:7) ຕົວຢ່າງ​ເຊັ່ນ: ເມື່ອ​ບາງ​ລັດຖະບານ​ພະຍາຍາມ​ທີ່​ຈະ​ເຮັດ​ໃຫ້​ວຽກ​ປະກາດ​ຢຸດ​ສະຫງັດ ພວກ​ເຮົາ​ໄດ້​ຕໍ່​ສູ້​ຄະດີ​ໃນ​ສານ. ໃນ​ທົ່ວ​ໂລກ ພວກ​ເຮົາ​ໄດ້​ຊະນະ 244 ຄະດີ​ໃນ​ສານ​ສູງ ແລະ 24 ຄະດີ​ໃນ​ສານ​ສິດທິ​ມະນຸດ​ແຫ່ງ​ເອີຣົບ​ນັບ​ຕັ້ງ​ແຕ່​ປີ 2000 ເປັນ​ຕົ້ນ​ມາ. ເຫັນ​ໄດ້​ແຈ້ງ​ວ່າ​ບໍ່​ມີ​ໃຜ​ຂັດ​ຂວາງ​ມື​ຂອງ​ພະ​ເຢໂຫວາ​ໄດ້!—ເອຊາອີ 54:17; ອ່ານ​ເອຊາອີ 59:1

      14. ມີ​ຫຼັກ​ຖານ​ຫຍັງ​ອີກ​ທີ່​ພິສູດ​ວ່າ​ພະ​ເຢໂຫວາ​ຢູ່​ກັບ​ປະຊາຊົນ​ຂອງ​ພະອົງ?

      14 ການ​ປະກາດ​ຂ່າວ​ດີ​ໃນ​ທົ່ວ​ໂລກ​ເປັນ​ຫຼັກ​ຖານ​ອີກ​ຢ່າງ​ໜຶ່ງ​ທີ່​ພິສູດ​ເຖິງ​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ. (ມັດທາຍ 24:14; ກິດຈະການ 1:8) ພະ​ເຢໂຫວາ​ເຮັດ​ໃຫ້​ຜູ້​ຮັບໃຊ້​ຂອງ​ພະອົງ​ທີ່​ມາ​ຈາກ​ທຸກ​ຊາດ​ມີ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ທ່າມກາງ​ເຂົາ​ເຈົ້າ. ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ແບບ​ນີ້​ບໍ່​ມີ​ຄົນ​ກຸ່ມ​ໃດ​ເຮັດ​ໄດ້! ແມ່ນ​ແຕ່​ຄົນ​ທີ່​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ​ກໍ​ຍອມ​ຮັບ​ວ່າ: “ພະເຈົ້າ​ສະຖິດ​ຢູ່​ໃນ​ທ່າມກາງ​ພວກ​ທ່ານ​ເປັນ​ແທ້.” (1 ໂກລິນໂທ 14:25) ເຮົາ​ມີ​ຫຼັກ​ຖານ​ຢ່າງ​ລົ້ນ​ເຫຼືອ​ທີ່​ພິສູດ​ວ່າ​ພະ​ເຢໂຫວາ​ຢູ່​ກັບ​ປະຊາຊົນ​ຂອງ​ພະອົງ. (ອ່ານ​ເອຊາອີ 66:14) ແລ້ວ​ເຈົ້າ​ເດ? ໃນ​ຊີວິດ ເຈົ້າ​ເຫັນ​ມື​ຫຼື​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ​ບໍ?

      ໃນ​ຊີວິດ ເຈົ້າ​ເຫັນ​ມື​ຫຼື​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ​ບໍ?

      15. ບາງ​ຄັ້ງ​ໃນ​ຊີວິດ​ຂອງ​ເຮົາ ເປັນ​ຫຍັງ​ເຮົາ​ອາດ​ບໍ່​ເຫັນ​ມື​ຫຼື​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ?

      15 ບາງ​ຄັ້ງ​ໃນ​ຊີວິດ​ຂອງ​ເຮົາ ເຮົາ​ອາດ​ຈະ​ບໍ່​ເຫັນ​ມື​ຫຼື​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ເມື່ອ​ມີ​ບັນຫາ​ຫຼາຍ​ຢ່າງ​ເຂົ້າ​ມາ​ໃນ​ຊີວິດ ເຮົາ​ອາດ​ຈະ​ລືມ​ວ່າ​ກ່ອນ​ໜ້າ​ນີ້​ພະ​ເຢໂຫວາ​ໄດ້​ຊ່ວຍ​ເຫຼືອ​ເຮົາ​ມາ​ຫຼາຍ​ເທື່ອ​ແລ້ວ. ສິ່ງ​ນີ້​ໄດ້​ເກີດ​ຂຶ້ນ​ກັບ​ເອລີຢາ. ລາວ​ເຄີຍ​ເປັນ​ຄົນ​ກ້າຫານ ແຕ່​ເມື່ອ​ລາຊິນີ​ເຢຊາເບນ​ຕ້ອງການ​ຈະ​ຂ້າ​ລາວ ລາວ​ຈຶ່ງ​ຮູ້ສຶກ​ຢ້ານ​ຫຼາຍ​ແລະ​ລືມ​ໄປ​ຄາວ​ໜຶ່ງ​ວ່າ​ກ່ອນ​ໜ້າ​ນີ້​ພະ​ເຢໂຫວາ​ໄດ້​ຊ່ວຍ​ເຫຼືອ​ລາວ. ຄຳພີ​ໄບເບິນ​ບອກ​ວ່າ​ລາວ​ຮູ້ສຶກ​ຢາກ​ຕາຍ. (1 ກະສັດ 19:1-4) ແຕ່​ເອລີຢາ​ຈະ​ພົບ​ການ​ຊ່ວຍ​ເຫຼືອ​ແລະ​ໄດ້​ຄວາມ​ກ້າຫານ​ມາ​ຈາກ​ໃສ? ລາວ​ຕ້ອງ​ເບິ່ງ​ທີ່​ພະ​ເຢໂຫວາ!—1 ກະສັດ 19:14-18

      16. ເມື່ອ​ປະສົບ​ກັບ​ບັນຫາ​ຕ່າງໆ ເຮົາ​ຈະ​ເຫັນ​ມື​ຫຼື​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ​ໄດ້​ແນວ​ໃດ?

      16 ໂຢບ​ຈົດຈໍ່​ຢູ່​ທີ່​ຄວາມ​ກັງວົນ​ຂອງ​ລາວ​ຫຼາຍ​ຈົນ​ບໍ່​ເຫັນ​ສະພາບການ​ຂອງ​ຕົນ​ເອງ​ຄື​ກັບ​ທີ່​ພະ​ເຢໂຫວາ​ເຫັນ. (ໂຢບ 42:3-6) ບາງ​ຄັ້ງ​ເຮົາ​ກໍ​ເປັນ​ແບບ​ນັ້ນ ເນື່ອງ​ຈາກ​ບັນຫາ​ຕ່າງໆທີ່​ເຮົາ​ປະສົບ​ຢູ່ ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຫັນ​ມື​ຫຼື​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ. ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ເຫັນ​ສິ່ງ​ທີ່​ພະອົງ​ເຮັດ​ສຳລັບ​ເຮົາ? ການ​ຄິດ​ຕຶກຕອງ​ໃນ​ສິ່ງ​ທີ່ຄຳພີ​ໄບເບິນ​ເວົ້າ​ກ່ຽວ​ກັບ​ບັນຫາ​ຕ່າງໆຂອງ​ເຮົາ​ສາມາດ​ຊ່ວຍ​ເຮົາ​ໄດ້. ຈາກ​ນັ້ນ ພະ​ເຢໂຫວາ​ກໍ​ຈະ​ເປັນ​ຈິງ​ຫຼາຍ​ຂຶ້ນ​ສຳລັບ​ເຮົາ ແລະ​ເຮົາ​ເອງ​ຈະ​ເວົ້າ​ໄດ້​ຄື​ກັບ​ໂຢບ​ທີ່​ວ່າ: “ຫູ​ຂ້າ​ນ້ອຍ​ໄດ້​ຍິນ​ຂ່າວ​ແລ້ວ​ແຕ່​ພະອົງ ດຽວ​ນີ້​ຕາ​ຂ້າ​ນ້ອຍ​ໄດ້​ເຫັນ​ພະອົງ.”

      ພີ່​ນ້ອງ​ຍິງ​ສອງ​ຄົນ​ປະກາດ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ຢູ່​ຕາມ​ຫົນ​ທາງ

      ພະ​ເຢໂຫວາ​ກຳລັງ​ໃຊ້​ເຈົ້າ​ເພື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຫັນ​ມື​ຫຼື​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະອົງ​ບໍ? (ເບິ່ງ​ຂໍ້ 17, 18)

      17, 18. (ກ) ໃນ​ຊີວິດ ເຈົ້າ​ຈະ​ເຫັນ​ມື​ຫຼື​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ​ໄດ້​ແນວ​ໃດ? (ຂ) ຂໍ​ໃຫ້​ເລົ່າ​ປະສົບການ​ທີ່​ສະແດງ​ເຖິງ​ວິທີ​ທີ່​ພະ​ເຢໂຫວາ​ໄດ້​ຊ່ວຍ​ເຫຼືອ​ເຮົາ​ໃນ​ທຸກ​ມື້​ນີ້.

      17 ໃນ​ຊີວິດ ເຈົ້າ​ຈະ​ເຫັນ​ມື​ຫຼື​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ​ໄດ້​ແນວ​ໃດ? ຂໍ​ໃຫ້​ເຮົາ​ພິຈາລະນາ 5 ຕົວຢ່າງ. ທຳອິດ ເຈົ້າ​ອາດ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ໄດ້​ຊ່ວຍ​ເຈົ້າ​ໃຫ້​ພົບ​ຄວາມ​ຈິງ. ທີ​ສອງ ເຈົ້າ​ອາດ​ຈື່​ໄດ້​ຕອນ​ທີ່​ເຂົ້າ​ຮ່ວມ​ການ​ປະຊຸມ​ຂອງ​ຄລິດສະຕຽນ ໄດ້​ຟັງ​ຄຳ​ບັນລະຍາຍ ແລະ​ເຈົ້າ​ໄດ້​ເວົ້າ​ວ່າ: “ເລື່ອງ​ນີ້​ເໝາະ​ກັບ​ຂ້ອຍ​ພໍ​ດີ​ເລີຍ!” ທີ​ສາມ ບາງ​ທີ​ເຈົ້າ​ອາດ​ຈະ​ໄດ້​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ເຈົ້າ​ໃນ​ເລື່ອງ​ໃດ​ເລື່ອງ​ໜຶ່ງ. ທີ​ສີ່ ບາງ​ທີ​ເຈົ້າ​ອາດ​ຕ້ອງການ​ເຮັດ​ຫຼາຍ​ຂຶ້ນ​ສຳລັບ​ພະ​ເຢໂຫວາ ແລະ​ເຈົ້າ​ກໍ​ເຫັນ​ວິທີ​ທີ່​ພະອົງ​ໄດ້​ຊ່ວຍ​ເຫຼືອ​ເຈົ້າ​ໃຫ້​ເຮັດ​ໄດ້​ສຳເລັດ. ທີ​ຫ້າ ເຈົ້າ​ອາດ​ໄດ້​ລາ​ອອກ​ຈາກ​ວຽກ​ເນື່ອງ​ຈາກ​ວຽກ​ນັ້ນ​ຍາດ​ເອົາ​ເວລາ​ທີ່​ເຈົ້າ​ຈະ​ຮັບໃຊ້​ພະ​ເຢໂຫວາ ແລະ​ຈາກ​ນັ້ນ​ເຈົ້າ​ກໍ​ເຫັນ​ວ່າ​ພະອົງ​ເຮັດ​ໃຫ້​ຄຳ​ສັນຍາ​ຂອງ​ພະອົງ​ສຳເລັດ​ເປັນ​ຈິງ​ທີ່​ວ່າ: “ເຮົາ​ຈະ​ບໍ່​ຖິ້ມ​ເຈົ້າ​ເສຍ​ສັກ​ເທື່ອ.” (ເຫບເລີ 13:5) ເມື່ອ​ເຮົາ​ມີ​ສາຍ​ສຳພັນ​ທີ່​ແໜ້ນ​ແຟ້ນ​ກັບ​ພະ​ເຢໂຫວາ ກໍ​ຈະ​ງ່າຍ​ຂຶ້ນ​ທີ່​ເຮົາ​ຈະ​ເຫັນ​ມື​ຫຼື​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະອົງ​ໃນ​ຊີວິດ​ຂອງ​ເຮົາ.

      18 ຊາລາ ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ເຊິ່ງ​ມາ​ຈາກ​ປະເທດ​ເກນ​ຢາ ລາວ​ເວົ້າ​ວ່າ: “ຂ້ອຍ​ອະທິດຖານ​ກ່ຽວ​ກັບ​ນັກ​ສຶກສາ​ຄົນ​ໜຶ່ງ​ທີ່​ຂ້ອຍ​ຮູ້ສຶກ​ວ່າ​ລາວ​ບໍ່​ຮູ້​ຄຸນຄ່າ​ຕໍ່​ການ​ຮຽນ​ຄຳພີ​ໄບເບິນ. ຂ້ອຍ​ຖາມ​ພະ​ເຢໂຫວາ​ວ່າ​ຂ້ອຍ​ຄວນ​ເຊົາ​ສອນ​ຄຳພີ​ໄບເບິນ​ໃຫ້​ລາວ​ບໍ. ທັນທີ​ທີ່​ຂ້ອຍ​ເວົ້າ ‘ອາແມນ’ ສຽງ​ໂທລະສັບ​ກໍ​ດັງ​ຂຶ້ນ. ນັກ​ສຶກສາ​ຄົນ​ນັ້ນ​ໂທມາ​ເພື່ອ​ຂໍ​ເຂົ້າ​ຮ່ວມ​ການ​ປະຊຸມ​ນຳ​ຂ້ອຍ. ຂ້ອຍ​ຕົກໃຈ​ຫຼາຍ!” ຖ້າ​ເຮົາ​ຊອກ​ຫາ​ສິ່ງ​ທີ່​ພະ​ເຢໂຫວາ​ກຳລັງ​ເຮັດ​ເພື່ອ​ເຮົາ ເຮົາ​ກໍ​ຈະ​ເຫັນ​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະອົງ. ຣອນນາ ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ອາໄສ​ຢູ່​ທະວີບ​ອາຊີ ລາວ​ເວົ້າ​ວ່າ ຕ້ອງ​ໃຊ້​ເວລາ​ໄລຍະ​ໜຶ່ງ​ເພື່ອ​ຈະ​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຫຼືອ​ໃນ​ຊີວິດ​ຂອງ​ເຮົາ. ລາວ​ເວົ້າ​ຕື່ມ​ອີກ​ວ່າ: “ເມື່ອ​ເວລາ​ຜ່ານ​ໄປ ເປັນ​ຕາ​ໜ້າ​ແປກ​ໃຈ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ສົນ​ໃຈ​ໃນ​ຕົວ​ເຮົາ​ຫຼາຍ​ແທ້ໆ!”

      19. ເພື່ອ​ຈະ​ເຫັນ​ພະເຈົ້າ ເຮົາ​ຕ້ອງ​ເຮັດ​ຫຍັງ​ອີກ?

      19 ພະ​ເຍຊູ​ກ່າວ​ວ່າ ຄົນ​ທີ່ “ຈະ​ເຫັນ​ພະເຈົ້າ” ຕ້ອງ​ເປັນ​ຄົນ​ທີ່ “ມີ​ໃຈ​ບໍລິສຸດ.” (ມັດທາຍ 5:8) ນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ? ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ຮັກສາ​ຄວາມ​ຄິດ​ຂອງ​ເຮົາ​ໃຫ້​ບໍລິສຸດ​ແລະ​ເຊົາ​ເຮັດ​ສິ່ງ​ທີ່​ບໍ່​ຖືກຕ້ອງ. (ອ່ານ 2 ໂກລິນໂທ 4:2) ໃນ​ບົດ​ຄວາມ​ນີ້ ເຮົາ​ໄດ້​ຮຽນ​ຮູ້​ວ່າ​ເພື່ອ​ທີ່​ເຮົາ​ຈະ​ເຫັນ​ມື​ຫຼືການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ ເຮົາ​ຕ້ອງ​ເຮັດ​ໃຫ້​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະອົງ​ແໜ້ນ​ແຟ້ນ​ຢູ່​ສະເໝີ. ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ພິຈາລະນາ​ວິທີ​ທີ່​ຄວາມ​ເຊື່ອ​ສາມາດ​ຊ່ວຍ​ເຮົາ​ໃຫ້​ເຫັນ​ໄດ້​ແຈ້ງ​ຂຶ້ນ​ເຖິງ​ມື​ຫຼື​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ​ໃນ​ຊີວິດ​ຂອງ​ເຮົາ.

      ການ​ອະທິບາຍ​ບາງ​ສຳນວນ

      • ໃນ​ຊີວິດ​ເຮົາ​ເຫັນ​ມື​ຫຼື​ການ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ພະ​ເຢໂຫວາ​ເມື່ອ​ເຮົາ​ເບິ່ງ​ອອກ​ວ່າ​ພະອົງ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ແລະ​ເມື່ອ​ເຮົາ​ເບິ່ງ​ອອກ​ເຖິງ​ວິທີ​ທີ່​ພະອົງ​ຊ່ວຍ​ເຫຼືອ​ເຮົາ

      • ເຮົາ​ເຫັນ​ພະ​ເຢໂຫວາ​ດ້ວຍ​ຕາ​ແຫ່ງ​ໃຈ ເມື່ອ​ເຮົາ​ໄດ້​ຮູ້ຈັກ​ພະອົງ​ແລະ​ຄຸນ​ລັກສະນະ​ຕ່າງໆຂອງ​ພະອົງ

  • “ຂໍ​ໂຜດ​ໃຫ້​ພວກ​ຂ້າພະເຈົ້າ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ”
    ຫໍສັງເກດການ—2015 | 15 ຕຸລາ
    • ໃນ​ເຂດ​ທີ່​ວຽກ​ການ​ປະກາດ​ຂອງ​ພະຍານ​ພະ​ເຢໂຫວາ​ຖືກ​ຈຳກັດ​ສິດ ເຂົາ​ເຈົ້າ​ຈັດການ​ປະຊຸມ​ຢູ່​ຫ້ອງ​ໃຕ້​ດິນ​ທີ່​ມືດໆ

      “ຂໍ​ໂຜດ​ໃຫ້​ພວກ​ຂ້າພະເຈົ້າ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ”

      “ໂຜດ​ຊ່ອຍ​ຜູ້​ຂ້າ​ໃຫ້​ມີ [ຄວາມ​ເຊື່ອ] ຫຼາຍ​ກວ່າ​ນີ້​ແດ່​ທ້ອນ!”—ມາລະໂກ 9:24, ທ.ປ.

      ເພງ: 81, 135

      ເຈົ້າ​ຈະ​ຕອບ​ແນວ​ໃດ?

      • ເປັນ​ຫຍັງ​ການ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ເຂັ້ມແຂງ​ຂຶ້ນ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ຫຼາຍ?

      • ເຮົາ​ຈະ​ເສີມ​ສ້າງ​ຄວາມ​ເຊື່ອ​ຂອງ​ເຮົາ​ໂດຍ​ວິທີ​ໃດ?

      • ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ໂດຍ​ວິທີ​ໃດ​ວ່າ​ເຮົາ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ?

      1. ຄວາມ​ເຊື່ອ​ສຳຄັນ​ຫຼາຍ​ສ່ຳ​ໃດ? (ເບິ່ງ​ຮູບ​ທຳອິດ)

      ເຈົ້າ​ເຄີຍ​ຖາມ​ຕົວ​ເອງ​ບໍ​ວ່າ ‘ຂ້ອຍ​ເປັນ​ຄົນ​ທີ່​ພະ​ເຢໂຫວາ​ຕ້ອງການ​ຈະ​ຊ່ວຍ​ຊີວິດ​ບໍ​ໃນ​ລະຫວ່າງ​ທີ່​ເກີດ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່?’ ອັກຄະສາວົກ​ໂປໂລ​ບອກ​ວ່າ ຄວາມ​ເຊື່ອ​ເປັນ​ຄຸນ​ລັກສະນະ​ຢ່າງ​ໜຶ່ງ​ທີ່​ສຳຄັນ​ຫຼາຍ​ເຊິ່ງ​ເຮົາ​ຈຳເປັນ​ຕ້ອງ​ມີ​ເພື່ອ​ຈະ​ລອດ​ຊີວິດ. ລາວ​ເວົ້າ​ວ່າ: “ປາສະຈາກ​ຄວາມ​ເຊື່ອ​ຈະ​ເປັນ​ທີ່​ຊອບ​ໃຈ [ພະເຈົ້າ] ກໍ​ບໍ່​ໄດ້.” (ເຫບເລີ 11:6) ສິ່ງ​ນັ້ນ​ຟັງ​ຄື​ວ່າ​ເປັນ​ເລື່ອງ​ທຳມະດາ ແຕ່​ຄວາມ​ຈິງ​ກໍ​ຄື “ບໍ່​ແມ່ນ​ທຸກ​ຄົນ​ມີ​ຄວາມ​ເຊື່ອ.” (2 ເທຊະໂລນີກ 3:2) ພະ​ຄຳພີ​ສອງ​ຂໍ້​ນີ້​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ​ເປັນ​ສິ່ງ​ທີ່​ສຳຄັນ​ຫຼາຍ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ເຂັ້ມແຂງ​ຂຶ້ນ.

      2, 3. (ກ) ຄວາມ​ເຊື່ອ​ຂອງ​ເຮົາ​ສຳຄັນ​ຫຼາຍ​ສ່ຳ​ໃດ? (ຂ) ໃນ​ຕອນ​ນີ້ ເຮົາ​ຈະ​ພິຈາລະນາ​ຫຍັງ​ແດ່?

      2 ອັກຄະສາວົກ​ເປໂຕ​ເວົ້າ​ເຖິງ​ການ “ລອງ [ທົດ​ສອບ] ເບິ່ງ” ຄວາມ​ເຊື່ອ. (ອ່ານ 1 ເປໂຕ 1:7) ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ໃກ້​ເຂົ້າ​ມາ​ຫຼາຍ​ແລ້ວ ແລະ​ເຮົາ​ຕ້ອງການ​ທີ່​ຈະ​ເປັນ ‘ຄົນ​ທີ່​ເຊື່ອ​ຈົນ​ໃຫ້​ຊີວິດ​ເຖິງ​ຄວາມ​ພົ້ນ.’ (ເຫບເລີ 10:39) ດັ່ງ​ນັ້ນ ເຮົາ​ຈຳເປັນ​ຕ້ອງ​ພະຍາຍາມ​ຢ່າງ​ໜັກ​ເພື່ອ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ເຂັ້ມແຂງ​ຂຶ້ນ. ເຮົາ​ຕ້ອງການ​ທີ່​ຈະ​ຢູ່​ໃນ​ທ່າມກາງ​ຄົນ​ທີ່​ຈະ​ໄດ້​ຮັບ​ລາງວັນ​ເມື່ອ​ພະ​ເຍຊູ​ຄລິດ​ຜູ້​ເປັນ​ກະສັດ​ຂອງ​ເຮົາ​ມາ​ປາກົດ​ຕົວ. ດັ່ງ​ນັ້ນ ຄື​ກັບ​ທີ່​ຊາຍ​ຄົນ​ໜຶ່ງ​ໄດ້​ອ້ອນ​ວອນ​ຂໍ​ກັບ​ພະ​ເຍຊູ​ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ ເຮົາ​ກໍ​ຄື​ກັນ​ອາດ​ຂໍ​ວ່າ: “ໂຜດ​ຊ່ອຍ​ຜູ້​ຂ້າ​ໃຫ້​ມີ [ຄວາມ​ເຊື່ອ] ຫຼາຍ​ກວ່າ​ນີ້​ແດ່​ທ້ອນ!” (ມາລະໂກ 9:24, ທ.ປ.) ຫຼື​ຄື​ກັບ​ພວກ​ອັກຄະສາວົກ ເຮົາ​ອາດ​ຈະ​ເວົ້າ​ວ່າ: “ຂໍ​ໂຜດ​ໃຫ້​ພວກ​ຂ້າພະເຈົ້າ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ.”—ລືກາ 17:5, ລ.ມ.

      3 ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ຈຸດ​ຕ່າງໆຕໍ່​ໄປ​ນີ້: ເຮົາ​ຈະ​ເສີມ​ສ້າງ​ຄວາມ​ເຊື່ອ​ຂອງ​ເຮົາ​ໂດຍ​ວິທີ​ໃດ? ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ໂດຍ​ວິທີ​ໃດ​ວ່າ​ເຮົາ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ? ແລະ​ເປັນ​ຫຍັງ​ເຮົາ​ຈຶ່ງ​ແນ່​ໃຈ​ໄດ້​ວ່າ​ພະເຈົ້າ​ຈະ​ຕອບ​ເມື່ອ​ເຮົາ​ຂໍ​ໃຫ້​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ?

      ພະເຈົ້າ​ພໍ​ໃຈ​ເມື່ອ​ເຮົາ​ເສີມ​ສ້າງ​ຄວາມ​ເຊື່ອ​ຂອງ​ເຮົາ

      4. ມີ​ຕົວຢ່າງ​ຂອງ​ໃຜ​ແດ່​ທີ່​ສາມາດ​ກະຕຸ້ນ​ເຮົາ​ໃຫ້​ເສີມ​ສ້າງ​ຄວາມ​ເຊື່ອ​ຂອງ​ເຮົາ​ເອງ​ໃຫ້​ເຂັ້ມແຂງ​ຂຶ້ນ?

      4 ເນື່ອງ​ຈາກ​ຄວາມ​ເຊື່ອ​ເປັນ​ສິ່ງ​ທີ່​ສຳຄັນ​ຫຼາຍ ດັ່ງ​ນັ້ນ ໃນ​ຄຳພີ​ໄບເບິນ​ພະ​ເຢໂຫວາ​ຈຶ່ງ​ໃຫ້​ມີ​ການ​ບັນທຶກ​ກ່ຽວ​ກັບ​ຕົວຢ່າງ​ຂອງ​ຫຼາຍ​ຄົນ​ທີ່​ເປັນ​ແບບ​ຢ່າງ​ຂອງ​ຄວາມ​ເຊື່ອ. ຕົວຢ່າງ​ເຫຼົ່າ​ນີ້ “ຂຽນ​ໄວ້​ເພື່ອ​ຈະ​ສັ່ງ​ສອນ​ພວກ​ເຮົາ.” (ໂລມ 15:4) ຕົວຢ່າງ​ຂອງ​ອັບລາຫາມ ຊາລາ ອີຊາກ ຢາໂຄບ ໂມເຊ ລາຫາບ ເຄເດໂອນ ບາຣາກ ແລະ​ຄົນ​ອື່ນໆອີກ​ຫຼາຍ​ຄົນ​ສາມາດ​ກະຕຸ້ນ​ເຮົາ​ໃຫ້​ເສີມ​ສ້າງ​ຄວາມ​ເຊື່ອ​ຂອງ​ເຮົາ​ເອງ​ໃຫ້​ເຂັ້ມແຂງ​ຂຶ້ນ. (ເຫບເລີ 11:32-35) ນອກ​ຈາກ​ຕົວຢ່າງ​ໃນ​ອະດີດ​ແລ້ວ ເຮົາ​ຍັງ​ມີ​ຕົວຢ່າງ​ທີ່​ໜ້າ​ງຶດງໍ້​ກ່ຽວ​ກັບ​ຄວາມ​ເຊື່ອ​ຂອງ​ພີ່​ນ້ອງ​ຊາຍ​ຍິງ​ຂອງ​ເຮົາ​ໃນ​ສະໄໝ​ປັດຈຸບັນ.a (ເບິ່ງ​ໄຂເງື່ອນ)

      ເຮົາ​ມີ​ຕົວຢ່າງ​ທີ່​ໜ້າ​ງຶດງໍ້​ກ່ຽວ​ກັບ​ຄວາມ​ເຊື່ອ​ຂອງ​ພີ່​ນ້ອງ​ຊາຍ​ຍິງ​ຂອງ​ເຮົາ​ໃນ​ສະໄໝ​ປັດຈຸບັນ

      5. ເອລີຢາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ໃນ​ພະ​ເຢໂຫວາ ແລະ​ເຮົາ​ຄວນ​ຖາມ​ຕົວ​ເອງ​ແນວ​ໃດ?

      5 ຕົວຢ່າງ​ໜຶ່ງ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ແມ່ນ​ເລື່ອງ​ຂອງ​ຜູ້​ພະຍາກອນ​ເອລີຢາ. ເມື່ອ​ຄິດ​ຕຶກຕອງ​ກ່ຽວ​ກັບ​ເລື່ອງ​ຂອງ​ລາວ ຂໍ​ໃຫ້​ສັງເກດ​ເບິ່ງ​ວ່າ​ມີ 5 ສະພາບການ​ທີ່​ເອລີຢາ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ເຊື່ອ​ໝັ້ນ​ຢ່າງ​ໜັກແໜ້ນ​ໃນ​ພະ​ເຢໂຫວາ ນັ້ນ​ຄື: (1) ເມື່ອ​ເອລີຢາ​ບອກ​ກະສັດ​ອາກາບ​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ມີ​ຄວາມ​ແຫ້ງ​ແລ້ງ ລາວ​ໄດ້​ປະກາດ​ດ້ວຍ​ຄວາມ​ໝັ້ນ​ໃຈ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ຍິດສະລາເອນ​ກໍ​ເປັນ​ຊີວິດ​ຢູ່ ຂ້ອຍ​ເຝົ້າ​ຢູ່​ຕໍ່​ໜ້າ​ພະອົງ ໃນ​ປີ​ທັງ​ຫຼາຍ​ນີ້ຝົນ​ຈະ​ບໍ່​ຕົກ​ນ້ຳ​ໝອກ​ຈະ​ບໍ່​ຕົກ​ເທົ່າ​ເວັ້ນ​ໄວ້​ຂ້ອຍ​ບອກ.” (1 ກະສັດ 17:1) (2) ເອລີຢາ​ເຊື່ອ​ວ່າ​ພະ​ເຢໂຫວາ​ຈະ​ຈັດ​ໃຫ້​ລາວ​ແລະ​ຄົນ​ອື່ນໆມີ​ສິ່ງ​ທີ່​ຈຳເປັນ​ໃນ​ລະຫວ່າງ​ທີ່​ເກີດ​ຄວາມ​ແຫ້ງ​ແລ້ງ. (1 ກະສັດ 17:4, 5, 13, 14) (3) ເອລີຢາ​ຍັງ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ສາມາດ​ປຸກ​ລູກ​ຊາຍ​ຂອງ​ຍິງ​ໝ້າຍ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ໄດ້. (1 ກະສັດ 17:21) (4) ລາວ​ບໍ່​ມີ​ຂໍ້​ສົງໄສ​ໃນ​ເລື່ອງ​ທີ່​ໄຟ​ຂອງ​ພະ​ເຢໂຫວາ​ຈະ​ມາ​ເຜົາ​ເຄື່ອງ​ບູຊາ​ທີ່​ລາວ​ຖວາຍ​ຢູ່​ເທິງ​ພູ​ກາເຣເມນ. (1 ກະສັດ 18:24, 37) (5) ເຖິງ​ວ່າ​ກ່ອນ​ໜ້າ​ນີ້​ບໍ່​ມີ​ຝົນ​ຕົກ​ຈັກ​ເທື່ອ ແຕ່​ເອລີຢາ​ກໍ​ຍັງ​ເວົ້າ​ກັບ​ກະສັດ​ອາກາບ​ດ້ວຍ​ຄວາມ​ໝັ້ນ​ໃຈ​ວ່າ: ‘ຈົ່ງ​ຂຶ້ນ​ໄປ ກິນ​ແລະ​ດື່ມ​ເຖີ້ນ ເຫດ​ວ່າ​ມີ​ສຽງ​ຝົນ​ຫ່າ​ໃຫຍ່​ມາ​ແລ້ວ.’ (1 ກະສັດ 18:41) ດັ່ງ​ນັ້ນ ຫຼັງ​ຈາກ​ທີ່​ຮຽນ​ຮູ້​ປະສົບການ​ເຫຼົ່າ​ນີ້​ແລ້ວ ເຮົາ​ສາມາດ​ຖາມ​ຕົວ​ເອງ​ວ່າ: ‘ຄວາມ​ເຊື່ອ​ຂອງ​ຂ້ອຍ​ເຂັ້ມແຂງ​ຄື​ກັບ​ຄວາມ​ເຊື່ອ​ຂອງ​ເອລີຢາ​ບໍ?’

      ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ເສີມ​ສ້າງ​ຄວາມ​ເຊື່ອ?

      6. ເພື່ອ​ເສີມ​ສ້າງ​ຄວາມ​ເຊື່ອ ເຮົາ​ຕ້ອງການ​ຫຍັງ​ຈາກ​ພະ​ເຢໂຫວາ?

      6 ເນື່ອງ​ຈາກ​ວ່າ​ເຮົາ​ບໍ່​ສາມາດ​ເສີມ​ສ້າງ​ຄວາມ​ເຊື່ອ​ຂອງ​ເຮົາ​ດ້ວຍ​ຕົວ​ເອງ ເຮົາ​ຕ້ອງ​ໄດ້​ຂໍ​ພະລັງ​ບໍລິສຸດ​ຈາກ​ພະເຈົ້າ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ຄວາມ​ເຊື່ອ​ເປັນ​ຜົນ​ຢ່າງ​ໜຶ່ງ​ຂອງ​ພະລັງ​ບໍລິສຸດ. (ຄາລາຊີ 5:22) ເຮົາ​ເປັນ​ຄົນ​ສຸຂຸມ​ເມື່ອ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະ​ເຍຊູ​ທີ່​ໃຫ້​ອະທິດຖານ​ເພື່ອ​ຈະ​ໄດ້​ພະລັງ​ບໍລິສຸດ​ຕື່ມ​ອີກ. ພະ​ເຍຊູ​ສັນຍາ​ວ່າ​ພະ​ເຢໂຫວາ​ຈະ “ປະທານ​ພະ​ວິນຍານ [ພະລັງ] ບໍລິສຸດ​ໃຫ້​ແກ່​ຄົນ​ທັງ​ຫຼາຍ​ທີ່​ຂໍ​ກັບ​ພະອົງ.”—ລືກາ 11:13

      ເຮົາ​ເປັນ​ຄົນ​ສຸຂຸມ​ເມື່ອ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະ​ເຍຊູ​ທີ່​ໃຫ້​ອະທິດຖານ​ເພື່ອ​ຈະ​ໄດ້​ພະລັງ​ບໍລິສຸດ​ຕື່ມ​ອີກ

      7. ຂໍ​ໃຫ້​ອະທິບາຍ​ວິທີ​ທີ່​ເຮົາ​ສາມາດ​ຮັກສາ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ຂຶ້ນ.

      7 ເມື່ອ​ເຮົາ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ໃນ​ພະ​ເຢໂຫວາ​ແລ້ວ ເຮົາ​ຕ້ອງ​ຮັກສາ​ສິ່ງ​ນັ້ນ​ໄວ້. ເຮົາ​ສາມາດ​ສົມ​ທຽບ​ຄວາມ​ເຊື່ອ​ຂອງ​ເຮົາ​ວ່າ​ເປັນ​ຄື​ກັບ​ໄຟ. ເມື່ອ​ເຮົາ​ເລີ່ມ​ດັງ​ໄຟ ແປວ​ໄຟ​ຈະ​ລຸກ​ແຮງ​ຂຶ້ນ. ແຕ່​ຖ້າ​ເຮົາ​ບໍ່​ຕື່ມ​ຟືນ​ໃສ່​ໄຟ ໃນ​ທີ່​ສຸດ​ໄຟ​ກໍ​ຈະ​ໄໝ້​ຟືນ​ຈົນ​ໝົດ​ແລະ​ເຫຼືອ​ແຕ່​ຂີ້​ເທົ່າ​ທີ່​ເຢັນ​ແລ້ວ. ຢ່າງ​ໃດ​ກໍ​ຕາມ ຖ້າ​ເຮົາ​ຕື່ມ​ຟືນ​ໃສ່​ໄຟ​ເປັນ​ປະຈຳ ເຮົາ​ກໍ​ຈະ​ເຮັດ​ໃຫ້​ໄຟ​ລຸກ​ຢູ່​ຕໍ່ໆໄປ. ຄວາມ​ເຊື່ອ​ຂອງ​ເຮົາ​ກໍ​ເປັນ​ແບບ​ດຽວ​ກັນ​ນີ້. ຖ້າ​ເຮົາ​ອ່ານ​ແລະ​ສຶກສາ​ຄຳພີ​ໄບເບິນ​ຕໍ່ໆໄປ​ທຸກ​ມື້ ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະ​ເຢໂຫວາ​ແລະ​ຕໍ່​ຄຳພີ​ໄບເບິນ​ກໍ​ຈະ​ເພີ່ມ​ພູນ​ຂຶ້ນ. ຜົນ​ກໍ​ຄື ເຮົາ​ຈະ​ທັງ​ຮັກສາ​ແລະ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ເຂັ້ມແຂງ​ຂຶ້ນ.

      8. ມີ​ສິ່ງ​ໃດ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ເສີມ​ສ້າງ​ແລະ​ຮັກສາ​ຄວາມ​ເຊື່ອ​ຂອງ​ເຈົ້າ​ໄວ້​ໄດ້?

      8 ເຈົ້າ​ຕ້ອງ​ບໍ່​ພໍ​ໃຈ​ແຕ່​ກັບ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນ​ຮູ້​ກ່ອນ​ຮັບ​ບັບເຕມາ​ເທົ່າ​ນັ້ນ. (ເຫບເລີ 6:1, 2) ຕົວຢ່າງ​ເຊັ່ນ: ການ​ສຶກສາ​ເລື່ອງ​ຄຳ​ພະຍາກອນ​ຕ່າງໆທີ່​ໄດ້​ສຳເລັດ​ເປັນ​ຈິງໄປ​ແລ້ວ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເສີມ​ສ້າງ​ແລະ​ຮັກສາ​ຄວາມ​ເຊື່ອ​ໄວ້ໄດ້. ນອກ​ຈາກ​ນັ້ນ ເຈົ້າ​ຍັງ​ສາມາດ​ໃຊ້​ຄຳພີ​ໄບເບິນ​ເພື່ອ​ກວດ​ສອບ​ເບິ່ງ​ວ່າ​ຄວາມ​ເຊື່ອ​ຂອງ​ເຈົ້າ​ເຂັ້ມແຂງ​ແທ້ໆຫຼື​ບໍ່.—ອ່ານ​ຢາໂກໂບ 1:25; 2:24, 26

      9, 10. ຄວາມ​ເຊື່ອ​ຂອງ​ເຮົາ​ຈະ​ເຂັ້ມແຂງ​ຂຶ້ນ​ໄດ້​ແນວ​ໃດ​ໂດຍ (ກ) ໝູ່​ທີ່​ດີ? (ຂ) ການ​ປະຊຸມ​ປະຈຳ​ປະຊາຄົມ (ຄ) ການ​ປະກາດ?

      9 ອັກຄະສາວົກ​ໂປໂລ​ໄດ້​ເວົ້າ​ວ່າ​ຄລິດສະຕຽນ​ສາມາດ “ໜູນ​ກຳລັງ​ໃຈ​ກັນ​ໂດຍ​ຄວາມ​ເຊື່ອ​ຂອງ​ທັງ​ສອງ​ຝ່າຍ.” (ໂລມ 1:12, ລ.ມ.) ນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ? ໝາຍ​ຄວາມ​ວ່າ​ເມື່ອ​ເຮົາ​ໃຊ້​ເວລາ​ກັບ​ພີ່​ນ້ອງ​ຊາຍ​ຍິງ ເຮົາ​ສາມາດ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ກັນ​ແລະ​ກັນ​ເຂັ້ມແຂງ​ຂຶ້ນ. ສິ່ງ​ນີ້​ເປັນ​ຄວາມ​ຈິງ​ແທ້ໆ ໂດຍ​ສະເພາະ​ເມື່ອ​ເຮົາ​ໃຊ້​ເວລາ​ກັບ​ຄົນ​ທີ່​ໄດ້ ‘ຖືກ​ທົດ​ສອບ’ ຄວາມ​ເຊື່ອ​ແລ້ວ. (ຢາໂກໂບ 1:3) ໝູ່​ທີ່​ບໍ່​ດີ​ທຳລາຍ​ຄວາມ​ເຊື່ອ​ຂອງ​ເຮົາ ແຕ່​ວ່າ​ໝູ່​ທີ່​ດີ​ເສີມ​ສ້າງ​ຄວາມ​ເຊື່ອ​ຂອງ​ເຮົາ. (1 ໂກລິນໂທ 15:33) ນັ້ນ​ເປັນ​ເຫດຜົນ​ທີ່​ເຮົາ​ໄດ້​ຮັບ​ຄຳ​ແນະນຳ​ໃຫ້​ເຂົ້າ​ຮ່ວມ​ການ​ປະຊຸມ​ເປັນ​ປະຈຳ. ຢູ່​ທີ່​ນັ້ນ ເຮົາ​ສາມາດ “ເຕືອນ​ສະຕິ [ໜູນ​ກຳລັງ​ໃຈ] ກັນ​ແລະ​ກັນ.” (ອ່ານ​ເຫບເລີ 10:24, 25) ນອກ​ຈາກ​ນັ້ນ ຄຳ​ແນະນຳ​ຕ່າງໆທີ່​ເຮົາ​ໄດ້​ຮັບ​ຢູ່​ທີ່​ການ​ປະຊຸມ​ຈະ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ເຂັ້ມແຂງ​ຂຶ້ນ. ຄຳພີ​ໄບເບິນ​ກ່າວ​ວ່າ: “ຄວາມ​ເຊື່ອ​ເກີດ​ຂຶ້ນ​ເພາະ​ໄດ້​ຍິນ.” (ໂລມ 10:17) ດັ່ງ​ນັ້ນ ຂໍ​ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ການ​ເຂົ້າ​ຮ່ວມ​ການ​ປະຊຸມ​ເປັນ​ປະຈຳ ເປັນ​ສ່ວນ​ໜຶ່ງ​ໃນ​ຊີວິດ​ຂອງ​ຂ້ອຍ​ບໍ?’

      10 ເຮົາ​ຍັງ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ເຂັ້ມແຂງ​ຂຶ້ນ ເມື່ອ​ເຮົາ​ປະກາດ​ແລະ​ສອນ​ເລື່ອງ​ຂ່າວ​ດີ​ທີ່​ມີ​ໃນ​ຄຳພີ​ໄບເບິນ. ຄື​ກັບ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ ເຮົາ​ຮຽນ​ຮູ້​ທີ່​ຈະ​ວາງໃຈ​ໃນ​ພະ​ເຢໂຫວາ​ແລະ​ເວົ້າ​ດ້ວຍ​ຄວາມ​ກ້າຫານ ບໍ່​ວ່າ​ສະພາບການ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ.—ກິດຈະການ 4:17-20; 13:46

      11. ເປັນ​ຫຍັງ​ກາເລບ​ແລະ​ໂຢຊວຍ​ຈຶ່ງ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ ແລະ​ເຮົາ​ຈະ​ເປັນ​ຄື​ກັບ​ເຂົາ​ເຈົ້າ​ໄດ້​ແນວ​ໃດ?

      11 ຄວາມ​ເຊື່ອ​ທີ່​ເຮົາ​ມີ​ໃນ​ພະ​ເຢໂຫວາ​ກໍ​ຈະ​ເພີ່ມ​ຂຶ້ນ​ເລື້ອຍໆ ເມື່ອ​ເຮົາ​ເຫັນ​ວິທີ​ທີ່​ພະອົງ​ຊ່ວຍ​ເຮົາ​ແລະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ. ນັ້ນ​ເປັນ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ກາເລບ​ແລະ​ໂຢຊວຍ​. ທັງ​ສອງ​ຄົນ​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ຕອນ​ທີ່​ເຂົາ​ເຈົ້າ​ຖືກ​ມອບ​ໝາຍ​ໃຫ້​ໄປ​ສອດແນມ​ເບິ່ງ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ​ໄວ້. ໃນ​ຂະນະ​ທີ່​ເວລາ​ຜ່ານ​ໄປ ຄວາມ​ເຊື່ອ​ຂອງ​ທັງ​ສອງ​ຄົນ​ກໍ​ເຂັ້ມແຂງ​ຂຶ້ນ​ທຸກໆເທື່ອ​ທີ່​ເຂົາ​ເຈົ້າ​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ໄດ້​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ. ໂຢຊວຍ​ສາມາດ​ບອກ​ຊາວ​ອິດສະລາແອນ​ດ້ວຍ​ຄວາມ​ໝັ້ນ​ໃຈ​ວ່າ: ‘ຄຳ​ສັນຍາ​ອັນ​ດີ​ປະເສີດ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ທ່ານ​ໄດ້​ເຮັດ​ກັບ​ທ່ານ ບໍ່​ມີ​ຂໍ້​ໃດ​ທີ່​ບໍ່​ສຳເລັດ.’ ຕໍ່​ມາ​ລາວ​ໄດ້​ເວົ້າ​ວ່າ: “ຈົ່ງ​ຢ້ານຢຳ​ພະ​ເຢໂຫວາ​ແລະ​ຈົ່ງ​ບົວລະບັດ​ພະອົງ​ດ້ວຍ​ໃຈ​ສັດ​ຊື່​ແລະ​ດ້ວຍ​ຄວາມ​ຈິງ [ຄວາມ​ພັກດີ].” ຈາກ​ນັ້ນ ລາວ​ເວົ້າ​ຕື່ມ​ອີກ​ວ່າ: “ຝ່າຍ​ຂ້ອຍ​ກັບ​ໄທ​ເຮືອນ​ຂອງ​ຂ້ອຍ​ກໍ​ຈະ​ບົວລະບັດ​ພະ​ເຢໂຫວາ.” (ໂຢຊວຍ 23:14; 24:14, 15) ເມື່ອ​ເຮົາ​ວາງໃຈ​ໃນ​ພະ​ເຢໂຫວາ​ແລະ​ໄດ້​ເຫັນ​ວິທີ​ທີ່​ພະອົງ​ຊ່ວຍ​ເຫຼືອ​ເຮົາ​ເປັນ​ສ່ວນ​ຕົວ ຄວາມ​ເຊື່ອ​ຂອງ​ເຮົາ​ກໍ​ຈະ​ເຂັ້ມແຂງ​ຂຶ້ນ.—ຄຳເພງ 34:8

      ວິທີ​ທີ່​ເຮົາ​ສາມາດ​ສະແດງ​ຄວາມ​ເຊື່ອ

      12. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ໂດຍ​ວິທີ​ໃດ​ວ່າ​ເຮົາ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ?

      12 ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ໂດຍ​ວິທີ​ໃດ​ວ່າ​ເຮົາ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຂຶ້ນ? ສາວົກ​ຢາໂກໂບ​ໄດ້​ເວົ້າ​ວ່າ: “ເຮົາ​ຈະ​ສຳແດງ​ຄວາມ​ເຊື່ອ​ຂອງ​ເຮົາ​ດ້ວຍ​ກິດຈະການ​ຂອງ​ເຮົາ​ໃຫ້​ທ່ານ​ເຫັນ.” (ຢາໂກໂບ 2:18) ການ​ກະທຳ​ຂອງ​ເຮົາ​ສາມາດ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ. ຂໍ​ໃຫ້​ມາ​ເບິ່ງ​ວ່າ​ເຮົາ​ຈະ​ເຮັດ​ໂດຍ​ວິທີ​ໃດ?

      ຄອບຄົວ​ໜຶ່ງ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ 1. ກຳລັງ​ສຶກສາ​ຄຳພີ​ໄບເບິນ 2. ກຳລັງ​ປະກາດ 3. ກຳລັງ​ມ່ວນ​ຊື່ນ​ກັບ​ການ​ພັກຜ່ອນ​ຢ່ອນ​ອາລົມ

      ຄົນ​ທີ່​ເຮັດ​ສຸດ​ຄວາມ​ສາມາດ​ໃນ​ວຽກ​ປະກາດ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ (ເບິ່ງ​ຂໍ້ 13)

      13. ເມື່ອ​ປະກາດ ເຮົາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ມີ​ຄວາມ​ເຊື່ອ?

      13 ການ​ປະກາດ​ແມ່ນ​ວິທີ​ທີ່​ດີ​ເລີດ​ທີ່​ຈະ​ສະແດງ​ຄວາມ​ເຊື່ອ​ຂອງ​ເຮົາ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ເມື່ອ​ປະກາດ ເຮົາ​ສະແດງ​ໃຫ້​ເຫັນ​ທີ່​ເຮົາ​ເຊື່ອ​ວ່າ​ອະວະສານ​ໃກ້​ເຂົ້າ​ມາ​ແລ້ວ​ແລະ “ມັນ​ຈະ​ບໍ່​ຊັກຊ້າ.” (ຫາບາກຸກ 2:3, ທ.ປ.) ເພື່ອ​ຈະ​ຮູ້​ວ່າ​ຄວາມ​ເຊື່ອ​ຂອງ​ເຮົາ​ເຂັ້ມແຂງ​ຫຼື​ບໍ່ ເຮົາ​ສາມາດ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ຖື​ວ່າ​ວຽກ​ປະກາດ​ສຳຄັນ​ບໍ? ຂ້ອຍ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ເລື່ອງ​ຂອງ​ພະ​ເຢໂຫວາ​ບໍ? ຂ້ອຍ​ຊອກ​ຫາ​ວິທີ​ຕ່າງໆເພື່ອ​ຈະ​ຮັບໃຊ້​ພະອົງ​ໃຫ້​ຫຼາຍ​ຂຶ້ນ​ບໍ?’ (2 ໂກລິນໂທ 13:5) ຂໍ​ໃຫ້​ເຮົາ​ສະແດງ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ໂດຍ​ການ​ປະກາດ​ຢ່າງ​ເປີດ​ເຜີຍ​ເຊິ່ງ​ນຳ​ໄປ​ເຖິງ “ຄວາມ​ພົ້ນ.”—ອ່ານ​ໂລມ 10:10

      14, 15. (ກ) ໃນ​ຊີວິດ​ປະຈຳ​ວັນ ເຮົາ​ຈະ​ສະແດງ​ຄວາມ​ເຊື່ອ​ໄດ້​ແນວ​ໃດ? (ຂ) ຂໍ​ໃຫ້​ເລົ່າ​ປະສົບການ​ທີ່​ສະແດງ​ເຖິງ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ທີ່​ເຫັນ​ໄດ້​ທາງ​ການ​ກະທຳ.

      14 ນອກ​ຈາກ​ນັ້ນ ເຮົາ​ຍັງ​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ໃນ​ຂະນະ​ທີ່​ເຮົາ​ອົດ​ທົນ​ຕໍ່​ຄວາມ​ຫຍຸ້ງຍາກ​ຕ່າງໆໃນ​ຊີວິດ. ເມື່ອ ເຈັບ​ປ່ວຍ ທໍ້​ແທ້ ໂສກ​ເສົ້າ ທຸກ​ຍາກ ຫຼື​ມີ​ບັນຫາ​ອື່ນໆອີກ ເຮົາ​ຕ້ອງ​ເຊື່ອ​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຈະ “ຊ່ອຍ​ພວກ​ເຮົາ​ໃນ​ເວລາ​ທີ່​ຕ້ອງການ.” (ເຫບເລີ 4:16, ທ.ປ.) ເຮົາ​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ເມື່ອ​ເຮົາ​ຂໍ​ໃຫ້​ພະອົງ​ຊ່ວຍ. ພະ​ເຍຊູ​ບອກ​ວ່າ​ເຮົາ​ສາມາດ​ຂໍ​ໃຫ້​ພະ​ເຢໂຫວາ​ປະທານ ‘ອາຫານ​ທີ່​ເຮົາ​ທັງ​ຫຼາຍ​ຕ້ອງການ​ໃນ​ແຕ່​ລະ​ວັນ.’ (ລືກາ 11:3) ບັນທຶກ​ໃນ​ຄຳພີ​ໄບເບິນ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ສາມາດ​ຈັດ​ໃຫ້​ເຮົາ​ມີ​ສິ່ງ​ທີ່​ຈຳເປັນ​ໃນ​ການ​ດຳລົງ​ຊີວິດ. ຕົວຢ່າງ​ເຊັ່ນ: ໃນ​ລະຫວ່າງ​ທີ່​ເກີດ​ຄວາມ​ແຫ້ງ​ແລ້ງ​ທີ່​ຮ້າຍແຮງ​ຫຼາຍ​ໃນ​ປະເທດ​ອິດສະລາແອນ ພະ​ເຢໂຫວາ​ໄດ້​ຈັດ​ໃຫ້​ມີ​ອາຫານ​ແລະ​ນ້ຳ​ສຳລັບ​ເອລີຢາ. ຄຳພີ​ໄບເບິນ​ກ່າວ​ວ່າ: “ຝູງ​ນົກ​ກາ​ໄດ້​ເອົາ​ເຂົ້າຈີ່​ກັບ​ຊີ້ນ​ມາ​ໃຫ້​ທ່ານ​ມື້​ເຊົ້າ​ແລະ​ເຂົ້າ​ຈີ້​ກັບ​ຊີ້ນ​ມື້​ແລງ ແລະ​ທ່ານ​ໄດ້​ກິນ​ນ້ຳ​ຫ້ວຍ.” (1 ກະສັດ 17:3-6) ເຮົາ​ເຊື່ອ​ວ່າ​ພະ​ເຢໂຫວາ​ສາມາດ​ຈັດ​ໃຫ້​ເຮົາ​ມີ​ສິ່ງ​ທີ່​ຈຳເປັນ​ໃນ​ການ​ດຳລົງ​ຊີວິດ.

      ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ 1. ກຳລັງ​ອະທິດຖານ​ຢູ່​ຂ້າງ​ຕຽງ​ຂອງ​ລູກ​ນ້ອຍ 2. ກຳລັງ​ປ້ອນ​ເຂົ້າ​ລູກ 3. ກຳລັງ​ຍູ້​ລໍ້​ທີ່​ລູກ​ນັ່ງ

      ເຮົາ​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ເມື່ອ​ເຮົາ​ອົດ​ທົນ​ກັບ​ຄວາມ​ຫຍຸ້ງຍາກ​ຕ່າງໆໃນ​ຊີວິດ (ເບິ່ງ​ຂໍ້ 14)

      15 ເຮົາ​ໝັ້ນ​ໃຈ​ວ່າ​ເມື່ອ​ນຳ​ໃຊ້​ຫຼັກ​ການ​ຕ່າງໆໃນ​ຄຳພີ​ໄບເບິນ ເຮົາ​ຈະ​ເບິ່ງ​ແຍງ​ຄວາມ​ຈຳເປັນ​ຂອງ​ຄອບຄົວ​ໄດ້. ເຣເບກາ ພີ່​ນ້ອງ​ຍິງ​ທີ່​ແຕ່ງ​ດອງ​ແລ້ວ​ເຊິ່ງ​ອາໄສ​ຢູ່​ທະວີບ​ອາຊີ ລາວ​ອະທິບາຍ​ເຖິງ​ວິທີ​ທີ່​ລາວ​ແລະ​ຄອບຄົວ​ໄດ້​ນຳ​ໃຊ້​ຫຼັກ​ການ​ໃນ​ມັດທາຍ 6:33 ແລະ​ສຸພາສິດ 10:4. ເຣເບກາ​ເວົ້າ​ວ່າ​ຜົວ​ຂອງ​ລາວ​ຮູ້ສຶກ​ວ່າ​ວຽກ​ທີ່​ເຮັດ​ຢູ່​ນັ້ນ​ເປັນ​ອັນຕະລາຍ​ຕໍ່​ສາຍ​ສຳພັນ​ຂອງ​ເຂົາ​ເຈົ້າ​ກັບ​ພະ​ເຢໂຫວາ. ດັ່ງ​ນັ້ນ ຜົວ​ຂອງ​ເຣເບກາ​ຈຶ່ງ​ລາ​ອອກ​ຈາກ​ວຽກ​ນັ້ນ. ເນື່ອງ​ຈາກ​ຕ້ອງ​ລ້ຽງ​ດູ​ລູກ​ສີ່​ຄົນ ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ເລີ່ມ​ຕົ້ນ​ເຮັດ​ອາຫານ​ຂາຍ. ຜົນ​ຈາກ​ການ​ເຮັດ​ວຽກ​ໜັກ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ເງິນ​ພຽງ​ພໍ​ທີ່​ຈະ​ເບິ່ງ​ແຍງ​ຄວາມ​ຈຳເປັນ​ຂອງ​ຄອບຄົວ​ໄດ້​ບໍ່​ຂາດ. ເຣເບກາ​ເວົ້າ​ວ່າ: “ພວກ​ເຮົາ​ບໍ່​ເຄີຍ​ຂາດ​ອາຫານ​ການ​ກິນ​ແມ່ນ​ແຕ່​ຄາບ​ດຽວ.” ເຈົ້າ​ມີ​ປະສົບການ​ທີ່​ຄ້າຍ​ຄື​ກັນ​ນີ້​ບໍ​ເຊິ່ງ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຈົ້າ​ເຂັ້ມແຂງ​ຂຶ້ນ?

      ເຮົາ​ໝັ້ນ​ໃຈ​ວ່າ​ເມື່ອ​ນຳ​ໃຊ້​ຫຼັກ​ການ​ຕ່າງໆໃນ​ຄຳພີ​ໄບເບິນ ເຮົາ​ຈະ​ເບິ່ງ​ແຍງ​ຄວາມ​ຈຳເປັນ​ຂອງ​ຄອບຄົວ​ໄດ້

      16. ຈະ​ເປັນ​ແນວ​ໃດ​ຖ້າ​ເຮົາ​ວາງໃຈ​ໃນ​ພະ​ເຢໂຫວາ?

      16 ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ຖ້າ​ເຮົາ​ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ພະ​ເຢໂຫວາ ພະອົງ​ກໍ​ຈະ​ຊ່ວຍ​ເຮົາ. ໂປໂລ​ໄດ້​ຍົກ​ເອົາ​ຄຳ​ເວົ້າ​ຂອງ​ຫາບາກຸກ​ມາ​ກ່າວ​ທີ່​ວ່າ: “ຄົນ​ຊອບທຳ​ຈະ​ມີ​ຊີວິດ​ຢູ່​ດ້ວຍ​ຄວາມ​ເຊື່ອ.” (ຄາລາຊີ 3:11; ຫາບາກຸກ 2:4) ນັ້ນ​ເປັນ​ເຫດຜົນ​ທີ່​ເຮົາ​ຄວນ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ໃນ​ຜູ້​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້​ແທ້ໆ. ໂປໂລ​ເຕືອນ​ເຮົາ​ວ່າ ພະເຈົ້າ​ເປັນ​ຜູ້ “ກະທຳ​ໄດ້​ມາກ​ຫຼາຍ​ກວ່າ . . . ສັບພະ​ທຸກ​ສິ່ງ​ທີ່​ເຮົາ​ທັງ​ຫຼາຍ​ຂໍ​ຫຼື​ຄຶດ.” (ເອເຟດ 3:20) ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ເຮັດ​ຕາມ​ຈຸດ​ປະສົງ​ຂອງ​ພະອົງ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ຮູ້​ດີ​ວ່າ​ຕົນ​ເອງ​ມີ​ຂີດ​ຈຳກັດ. ເຮົາ​ຮູ້ສຶກ​ຂອບໃຈ​ແທ້ໆທີ່​ພະ​ເຢໂຫວາ​ຢູ່​ກັບ​ເຮົາ ແລະ​ພະອົງ​ກຳລັງ​ອວຍ​ພອນ​ຄວາມ​ພະຍາຍາມ​ທັງ​ໝົດ​ຂອງ​ເຮົາ.

      ໄດ້​ຮັບ​ຄຳຕອບ​ເມື່ອ​ຂໍ​ໃຫ້​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ

      17. (ກ) ພະ​ເຍຊູ​ຕອບ​ຄຳ​ຂໍ​ຂອງ​ພວກ​ອັກຄະສາວົກ​ໂດຍ​ວິທີ​ໃດ? (ຂ) ເມື່ອ​ຂໍ​ໃຫ້​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ ເປັນ​ຫຍັງ​ເຮົາ​ຄາດ​ຫວັງ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ຕອບ​ເຮົາ?

      17 ຈາກ​ສິ່ງ​ທີ່​ເຮົາ​ໄດ້​ຮຽນ​ຮູ້​ໄປ​ແລ້ວ ເຮົາ​ອາດ​ຮູ້ສຶກ​ຄື​ກັບ​ທີ່​ພວກ​ອັກຄະສາວົກ​ໄດ້​ເຮັດ ເມື່ອ​ເຂົາເຈົ້າ​ຂໍ​ກັບ​ພະ​ເຍຊູ​ວ່າ: “ຂໍ​ໂຜດ​ໃຫ້​ພວກ​ຂ້າພະເຈົ້າ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ.” (ລືກາ 17:5, ລ.ມ.) ພະ​ເຍຊູ​ຕອບ​ຄຳ​ອະທິດຖານ​ຂອງ​ພວກ​ອັກຄະສາວົກ​ໃນ​ວິທີ​ທີ່​ພິເສດ ໃນ​ວັນ​ເພນເຕກອດ ປີ ຄ.ສ. 33 ເມື່ອ​ເຂົາ​ເຈົ້າ​ໄດ້​ຮັບ​ພະລັງ​ບໍລິສຸດ​ແລະ​ສາມາດ​ເຂົ້າ​ໃຈ​ເລິກ​ເຊິ່ງ​ຫຼາຍ​ຂຶ້ນ​ໃນ​ເລື່ອງ​ຈຸດ​ປະສົງ​ຂອງ​ພະເຈົ້າ. ສິ່ງ​ນີ້​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ​ເຂັ້ມແຂງ​ຂຶ້ນ. ຜົນ​ເປັນ​ແນວ​ໃດ? ເຂົາ​ເຈົ້າ​ເລີ່ມ​ຕົ້ນ​ໂຄງການ​ການ​ປະກາດ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ນັບ​ຕັ້ງ​ແຕ່​ຕອນ​ນັ້ນ​ເປັນ​ຕົ້ນ​ມາ. (ໂກໂລດ 1:23) ເມື່ອ​ຂໍ​ໃຫ້​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ ເຮົາ​ຄາດ​ຫວັງ​ໄດ້​ບໍ​ວ່າ​ຈະ​ໄດ້​ຮັບ​ຄຳຕອບ? ພະ​ເຢໂຫວາ​ສັນຍາ​ວ່າ​ເຮົາ​ສາມາດ​ຄາດ​ຫວັງ​ໄດ້ ເມື່ອ “ເຮົາ​ທັງ​ຫຼາຍ​ຂໍ​ສິ່ງ​ໜຶ່ງ​ສິ່ງ​ໃດ​ຕາມ​ນ້ຳໃຈ​ແຫ່ງ​ພະອົງ.”—1 ໂຢຮັນ 5:14

      18. ພະ​ເຢໂຫວາ​ຈະ​ອວຍ​ພອນ​ແນວ​ໃດ​ສຳລັບ​ຄົນ​ທີ່​ເສີມ​ສ້າງ​ຄວາມ​ເຊື່ອ​ຂອງ​ຕົນ​ເອງ?

      18 ເມື່ອ​ເຮົາ​ວາງໃຈ​ໃນ​ພະ​ເຢໂຫວາ​ຢ່າງ​ຄົບ​ຖ້ວນ ພະອົງ​ກໍ​ຈະ​ພໍ​ໃຈ​ໃນ​ຕົວ​ເຮົາ. ພະ​ເຢໂຫວາ​ຈະ​ຕອບ​ຄຳ​ຂໍ​ຂອງ​ເຮົາ​ທີ່​ຂໍ​ໃຫ້​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ ແລະ​ຄວາມ​ເຊື່ອ​ຂອງ​ເຮົາ​ກໍ​ຈະ​ເຂັ້ມແຂງ​ຂຶ້ນ ແລ້ວ​ເຮົາ​ຈະ​ເປັນ​ຜູ້​ທີ່ ‘ສົມຄວນ​ກັບ​ລາຊະອານາຈັກ​ຂອງ​ພະເຈົ້າ.’—2 ເທຊະໂລນີກ 1:3, 5

      a ສຳລັບ​ບາງ​ຕົວຢ່າງ ຂໍ​ໃຫ້​ເບິ່ງ​ເລື່ອງ​ຊີວິດ​ຈິງ​ຂອງ​ລິ​ລຽນ ໂກໄບທາສ ໂກລເຊ (ຕື່ນ​ເຖີດ! 22 ກໍລະກົດ 1993) ເຟລິກສ ບໍ​ເຣສ (ຕື່ນ​ເຖີດ! 22 ກຸມພາ 1994) ໂຈເຊຟິນ ເອລຽດສ (ຕື່ນ​ເຖີດ! ກັນ​ຍາ 2009).

      ການ​ອະທິບາຍ​ບາງ​ສຳນວນ

      • ເຮົາ​ເສີມ​ສ້າງ​ຫຼື​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ເຂັ້ມແຂງ​ຂຶ້ນ​ໂດຍ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ ສຶກສາ​ຄຳພີ​ໄບເບິນ​ທຸກ​ມື້ ເຂົ້າ​ຮ່ວມ​ການ​ປະຊຸມ ໃຊ້​ເວລາ​ກັບ​ພີ່​ນ້ອງ​ຊາຍ​ຍິງ ແລະ​ປະກາດ​ຂ່າວ​ດີ

  • ຝຶກ​ສອນ​ລູກ​ທີ່​ຍັງ​ນ້ອຍ​ໃຫ້​ຮັບໃຊ້​ພະ​ເຢໂຫວາ
    ຫໍສັງເກດການ—2015 | 15 ພະຈິກ
    • ຜູ້​ຊາຍ​ຄົນ​ໜຶ່ງ​ຫົ່ມ​ຜ້າ​ໃຫ້​ລູກ​ຊາຍ​ຢູ່​ຕຽງ​ນອນ ພິຈາລະນາ​ຂໍ້​ພະ​ຄຳພີ​ປະຈຳ​ວັນ​ກັບ​ເມຍ​ແລະ​ລູກ​ຊາຍ ແລະ​ສອນ​ລູກ​ຊາຍ​ໃຫ້​ຂີ່​ລົດ​ຖີບ

      ຝຶກ​ສອນ​ລູກ​ທີ່​ຍັງ​ນ້ອຍ​ໃຫ້​ຮັບໃຊ້​ພະ​ເຢໂຫວາ

      “ຄົນ​ຂອງ​ພະເຈົ້າ [ອົງ​ທ່ຽງ​ແທ້] . . . ໂຜດ . . . ສັ່ງ​ສອນ​ໝູ່​ຂ້າ​ນ້ອຍ​ໃຫ້​ຮູ້ຈັກ​ວ່າ​ຕ້ອງ​ເຮັດ​ການ​ໃດ​ແກ່​ເດັກ​ນ້ອຍ​ທີ່​ເກີດ​ມາ​ນັ້ນ.”—ຜູ້ຕັດສິນ 13:8

      ເພງ: 88, 120

      ເຈົ້າ​ຈະ​ຊ່ວຍ​ລູກ​ທີ່​ຍັງ​ນ້ອຍ​ແນວ​ໃດ​ໂດຍ​ການ​ຮຽນ​ແບບ​ພະ​ເຍຊູ​ໃນ​ເລື່ອງ . . .

      • ການ​ສະແດງ​ຄວາມ​ຮັກ?

      • ການ​ສະແດງ​ຄວາມ​ຖ່ອມ​ຕົວ?

      • ການ​ສະແດງ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ?

      1. ເມື່ອ​ຮູ້​ວ່າ​ຈະ​ມີ​ລູກ ມາໂນອາ​ໄດ້​ເຮັດ​ຫຍັງ?

      ມາໂນອາ​ແລະ​ເມຍ​ໝັ້ນ​ໃຈ​ວ່າ​ຈະ​ບໍ່​ມີ​ມື້​ທີ່​ຈະ​ມີ​ລູກ​ໄດ້. ແຕ່​ມີ​ມື້​ໜຶ່ງ ທູດ​ສະຫວັນ​ຂອງ​ພະ​ເຢໂຫວາ​ໄດ້​ມາ​ບອກ​ເມຍ​ຂອງ​ມາໂນອາ​ວ່າ​ຈະ​ໄດ້​ລູກ​ຊາຍ. ນັ້ນ​ເປັນ​ເລື່ອງ​ທີ່​ເຮັດ​ໃຫ້​ຕື່ນ​ເຕັ້ນ​ແທ້ໆ! ເມື່ອ​ລາວ​ບອກ​ມາໂນອາ​ກ່ຽວ​ກັບ​ເລື່ອງ​ນີ້ ມາໂນອາ​ກໍ​ດີ​ໃຈ​ຫຼາຍ. ແຕ່​ມາໂນອາ​ກໍ​ຍັງ​ຄິດ​ໜັກ​ໃຈ​ກ່ຽວ​ກັບ​ສິ່ງ​ທີ່​ພະ​ເຢໂຫວາ​ຄາດ​ໝາຍ​ຈາກ​ລາວ​ໃນ​ຖານະ​ທີ່​ເປັນ​ພໍ່. ລາວ​ແລະ​ເມຍ​ຈະ​ຝຶກ​ສອນ​ລູກ​ແນວ​ໃດ​ໃຫ້​ຮັກ​ພະ​ເຢໂຫວາ​ແລະ​ຮັບໃຊ້​ພະອົງ ໃນ​ຂະນະ​ທີ່​ຫຼາຍ​ຄົນ​ໃນ​ອິດສະລາແອນ​ກຳລັງ​ເຮັດ​ສິ່ງ​ທີ່​ບໍ່​ດີ? ມາໂນອາ​ໄດ້​ອ້ອນ​ວອນ​ຂໍ​ໃຫ້​ພະ​ເຢໂຫວາ​ສົ່ງ​ທູດ​ສະຫວັນ​ມາ​ຫາ​ອີກ​ຄັ້ງ ໂດຍ​ເວົ້າ​ວ່າ: “ໂອ້​ພະອົງ​ເຈົ້າ​ຂ້າ ຄົນ​ຂອງ​ພະເຈົ້າ​ນັ້ນ​ທີ່​ພະອົງ​ໄດ້​ໃຊ້​ມາ​ແລ້ວ ຂໍ​ພະອົງ​ໂຜດ​ໃຊ້​ມາ​ຫາ​ໝູ່​ຂ້າ​ນ້ອຍ​ອີກ​ຈຶ່ງ​ສັ່ງ​ສອນ​ໝູ່​ຂ້າ​ນ້ອຍ​ໃຫ້​ຮູ້ຈັກ​ວ່າ​ຕ້ອງ​ເຮັດ​ການ​ໃດ​ແກ່​ເດັກ​ນ້ອຍ​ທີ່​ເກີດ​ມາ​ນັ້ນ.”—ຜູ້ຕັດສິນ 13:1-8

      2. ເຈົ້າ​ຈຳເປັນ​ຕ້ອງ​ສອນ​ລູກ​ໃນ​ເລື່ອງ​ໃດ ແລະ​ຈະ​ເຮັດ​ເຊັ່ນ​ນັ້ນ​ໄດ້​ແນວ​ໃດ? (ຂໍ​ໃຫ້​ເບິ່ງ​ຂອບ “ນັກ​ສຶກສາ​ຄຳພີ​ໄບເບິນ​ຄົນ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ເຈົ້າ.”)

      2 ຖ້າ​ເຈົ້າ​ມີ​ລູກ​ແລ້ວ ເຈົ້າ​ຈະ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ມາໂນອາ ເພາະ​ເຈົ້າ​ເອງ​ກໍ​ຕ້ອງ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຄື​ກັນ​ທີ່​ຈະ​ຊ່ວຍ​ລູກ​ໃຫ້​ຮູ້ຈັກ​ແລະ​ຮັກ​ພະ​ເຢໂຫວາ. (ສຸພາສິດ 1:8) ໃນ​ລະຫວ່າງ​ການ​ນະມັດສະການ​ປະຈຳ​ຄອບຄົວ ເຈົ້າ​ສາມາດ​ຊ່ວຍ​ລູກ​ໃຫ້​ຮຽນ​ຮູ້​ຕໍ່ໆໄປ​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ຄຳພີ​ໄບເບິນ. ແນ່ນອນ ເຈົ້າ​ຕ້ອງ​ບໍ່​ພຽງ​ແຕ່​ສຶກສາ​ຄຳພີ​ໄບເບິນ​ໃຫ້​ລູກ​ທຸກໆອາທິດ​ເທົ່າ​ນັ້ນ. (ອ່ານ​ພະບັນຍັດ 6:6-9) ມີ​ສິ່ງ​ໃດ​ອີກ​ທີ່​ຈະ​ຊ່ວຍ​ເຈົ້າ​ຝຶກ​ສອນ​ລູກ​ໃຫ້​ຮັກ​ແລະ​ຮັບໃຊ້​ພະ​ເຢໂຫວາ? ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ຕົວຢ່າງ​ຂອງ​ພະ​ເຍຊູ. ເຖິງ​ວ່າ​ພະອົງ​ບໍ່​ມີ​ລູກ ແຕ່​ເຈົ້າ​ກໍ​ສາມາດ​ຮຽນ​ຮູ້​ຈາກ​ວິທີ​ທີ່​ພະອົງ​ສອນ​ແລະ​ຝຶກ​ສອນ​ພວກ​ລູກ​ສິດ. ພະ​ເຍຊູ​ຮັກ​ເຂົາ​ເຈົ້າ​ແລະ​ສະແດງ​ຄວາມ​ຖ່ອມ​ຕົວ. ພະອົງ​ມີ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ ດ້ວຍ​ເຫດ​ນັ້ນ ພະອົງ​ຈຶ່ງ​ເຂົ້າ​ໃຈ​ວ່າ​ພວກ​ລູກ​ສິດ​ຮູ້ສຶກ​ແນວ​ໃດ​ແທ້ໆແລະ​ຮູ້​ວ່າ​ຈະ​ຊ່ວຍ​ເຂົາ​ເຈົ້າ​ແນວ​ໃດ. ຕອນ​ນີ້​ຂໍ​ໃຫ້​ມາ​ເບິ່ງ​ວ່າ​ເຮົາ​ຈະ​ຮຽນ​ແບບ​ພະ​ເຍຊູ​ໄດ້​ແນວ​ໃດ.

      ສະແດງ​ຄວາມ​ຮັກ​ຕໍ່​ລູກ

      3. ພວກ​ລູກ​ສິດ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຍຊູ​ຮັກ​ເຂົາ​ເຈົ້າ?

      3 ພະ​ເຍຊູ​ບອກ​ພວກ​ລູກ​ສິດ​ສະເໝີ​ວ່າ​ພະອົງ​ຮັກ​ເຂົາ​ເຈົ້າ. (ອ່ານ​ໂຢຮັນ 15:9) ນອກ​ຈາກ​ນັ້ນ ພະອົງ​ຍັງ​ໃຊ້​ເວລາ​ຫຼາຍ​ກັບ​ພວກ​ລູກ​ສິດ. (ມາລະໂກ 6:31, 32; ໂຢຮັນ 2:2; 21:12, 13) ພະ​ເຍຊູ​ບໍ່​ໄດ້​ເປັນ​ພຽງ​ຜູ້​ສອນ​ເຂົາ​ເຈົ້າ ແຕ່​ຍັງ​ເປັນ​ໝູ່​ກັບ​ເຂົາ​ເຈົ້າ​ນຳ​ອີກ. ດັ່ງ​ນັ້ນ ພວກ​ລູກ​ສິດ​ຈຶ່ງ​ໝັ້ນ​ໃຈ​ໄດ້​ວ່າ​ພະອົງ​ຮັກ​ເຂົາ​ເຈົ້າ. ເຈົ້າ​ສາມາດ​ຮຽນ​ຮູ້​ຫຍັງ​ຈາກ​ພະ​ເຍຊູ?

      4. ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ລູກ​ເຫັນ​ວ່າ​ເຈົ້າ​ຮັກ​ເຂົາ​ເຈົ້າ? (ເບິ່ງ​ຮູບ​ທຳອິດ)

      4 ໃຫ້​ເຈົ້າ​ບອກ​ລູກ​ວ່າ​ເຈົ້າ​ຮັກ​ເຂົາ​ເຈົ້າ ແລະ​ເຮັດ​ໃຫ້​ລູກ​ເຫັນ​ວ່າ​ເຂົາ​ເຈົ້າ​ສຳຄັນ​ຕໍ່​ເຈົ້າ​ຫຼາຍ. (ສຸພາສິດ 4:3; ຕິໂຕ 2:4) ຊາເມືອນ​ເຊິ່ງ​ອາໄສ​ຢູ່​ປະເທດ​ອົດສະຕຣາລີ ລາວ​ເວົ້າ​ວ່າ: “ຕອນ​ຂ້ອຍ​ຍັງ​ເປັນ​ເດັກ​ນ້ອຍ ພໍ່​ໄດ້​ອ່ານ​ປຶ້ມ​ໜັງສື​ຂອງ​ຂ້ອຍ​ກ່ຽວ​ກັບ​ເລື່ອງ​ໃນ​ພະ​ຄຳພີ​ໄບເບິນ ໃຫ້​ຂ້ອຍ​ຟັງ​ທຸກໆແລງ. ພໍ່​ຕອບ​ຄຳຖາມ​ຕ່າງໆຂອງ​ຂ້ອຍ ພໍ່​ກອດ​ແລະ​ຈູບ​ຂ້ອຍ​ກ່ອນ​ຈະ​ເຂົ້າ​ນອນ. ຂ້ອຍ​ແປກ​ໃຈ​ຫຼາຍ​ແທ້ໆທີ່​ຮູ້​ວ່າ​ພໍ່​ບໍ່​ໄດ້​ຖືກ​ລ້ຽງ​ມາ​ໃນ​ຄອບຄົວ​ທີ່​ມັກ​ກອດ​ແລະ​ຈູບ! ເຖິງ​ແນວ​ນັ້ນ​ກໍ​ຕາມ ພໍ່​ໄດ້​ພະຍາຍາມ​ຫຼາຍ​ແທ້ໆ ທີ່​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ຂ້ອຍ. ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ມີ​ສາຍ​ສຳພັນ​ທີ່​ແໜ້ນແຟ້ນ​ກັບ​ພໍ່ ແລະ​ຂ້ອຍ​ຮູ້ສຶກ​ອົບອຸ່ນ​ແລະ​ປອດໄພ.” ໃຫ້​ເຈົ້າ​ຊ່ວຍ​ລູກ​ໃຫ້​ຮູ້ສຶກ​ແບບ​ນັ້ນ​ໂດຍ​ບອກ​ເຂົາ​ເຈົ້າ​ເລື້ອຍໆວ່າ: “ເຈົ້າ​ຮັກ​ເຂົາ​ເຈົ້າ.” ໃຫ້​ເຈົ້າ​ກອດ​ແລະ​ຈູບ​ລູກ. ນອກ​ຈາກ​ນັ້ນ ໃຫ້​ມີ​ເວລາ​ເວົ້າ​ລົມ​ກັນ ກິນ​ເຂົ້າ​ນຳ​ກັນ ແລະ​ຫຼິ້ນ​ນຳ​ກັນ​ກັບ​ເຂົາ​ເຈົ້າ.

      5, 6. (ກ) ຍ້ອນ​ພະ​ເຍຊູ​ຮັກ​ພວກ​ລູກ​ສິດ ພະອົງ​ຈຶ່ງ​ໄດ້​ເຮັດ​ຫຍັງ? (ຂ) ເຈົ້າ​ຄວນ​ຕີ​ສອນ​ລູກ​ແນວ​ໃດ?

      5 ພະ​ເຍຊູ​ກ່າວ​ວ່າ: ‘ຄົນ​ທັງ​ປວງ​ທີ່​ເຮົາ​ຮັກ ເຮົາ​ຕິຕຽນ​ແລະ​ຕີ​ສອນ.’a (ຄຳປາກົດ 3:19) ຕົວຢ່າງ​ເຊັ່ນ: ພວກ​ລູກ​ສິດ​ໄດ້​ຖຽງ​ກັນ​ຫຼາຍ​ຄັ້ງ​ວ່າ ໃຜ​ເປັນ​ໃຫຍ່​ທີ່​ສຸດ​ໃນ​ພວກ​ເຂົາ​ເຈົ້າ. ພະ​ເຍຊູ​ບໍ່​ໄດ້​ຖື​ເບົາ​ຕໍ່​ບັນຫາ​ນີ້ ແຕ່​ໄດ້​ແນະນຳ​ເຂົາ​ເຈົ້າ​ເທື່ອ​ແລ້ວ​ເທື່ອ​ອີກ​ຢ່າງ​ອົດ​ທົນ. ພະອົງ​ສະແດງ​ຄວາມ​ກະລຸນາ​ຕໍ່​ເຂົາ​ເຈົ້າ​ສະເໝີ ແລະ​ເມື່ອ​ຈະ​ແກ້ໄຂ​ເຂົາ​ເຈົ້າ ພະອົງ​ລໍ​ຖ້າ​ໃຫ້​ເຖິງ​ໂອກາດ​ທີ່​ເໝາະ​ສົມ.—ມາລະໂກ 9:33-37

      ໃຫ້​ຊອກ​ຫາ​ໂອກາດ​ທີ່​ເໝາະ​ສົມ​ເພື່ອ​ຕີ​ສອນ​ລູກ​ແລະ​ໃຫ້​ເຮັດ​ດ້ວຍ​ວິທີ​ທີ່​ກະລຸນາ

      6 ຍ້ອນ​ຮັກ​ລູກ ເຈົ້າ​ຈຶ່ງ​ຮູ້​ວ່າ​ຕ້ອງ​ຕີ​ສອນ​ເຂົາ​ເຈົ້າ. ບາງ​ຄັ້ງ​ພຽງ​ແຕ່​ອະທິບາຍ​ໃຫ້​ລູກ​ຮູ້​ເຫດຜົນ​ວ່າ​ສິ່ງ​ໃດ​ຖືກ​ຫຼື​ສິ່ງ​ໃດ​ຜິດ​ກໍ​ພຽງ​ພໍ​ແລ້ວ. ແຕ່​ຖ້າ​ລູກ​ຍັງ​ບໍ່​ເຊື່ອ​ຟັງ​ເດ? (ສຸພາສິດ 22:15) ໃຫ້​ເຈົ້າ​ຮຽນ​ຮູ້​ຈາກ​ຕົວຢ່າງ​ຂອງ​ພະ​ເຍຊູ. ໃຫ້​ອົດ​ທົນ​ຕີ​ສອນ​ເຂົາ​ເຈົ້າ​ຕໍ່ໆໄປ​ໂດຍ​ການ​ຊີ້​ນຳ ຝຶກ​ສອນ ແລະ​ແກ້ໄຂ​ເຂົາ​ເຈົ້າ. ໃຫ້​ຊອກ​ຫາ​ໂອກາດ​ທີ່​ເໝາະ​ສົມ​ເພື່ອ​ຕີ​ສອນ​ລູກ ແລະ​ໃຫ້​ເຮັດ​ດ້ວຍ​ວິທີ​ທີ່​ກະລຸນາ. ເອເລນ ພີ່​ນ້ອງ​ຍິງ​ຈາກ​ປະເທດ​ອາຝຼິກກາ​ໃຕ້​ຈື່​ວິທີ​ທີ່​ພໍ່​ແມ່​ຕີ​ສອນ​ລາວ. ພໍ່​ແມ່​ໄດ້​ບອກ​ລາວ​ເລື້ອຍໆວ່າ​ເຂົາ​ເຈົ້າ​ຄາດ​ໝາຍ​ສິ່ງ​ໃດ​ຈາກ​ລາວ. ຖ້າ​ພໍ່​ແມ່​ບອກ​ລາວ​ວ່າ​ຈະ​ຖືກ​ລົງໂທດ​ເມື່ອ​ບໍ່​ເຊື່ອ​ຟັງ ເຂົາ​ເຈົ້າ​ກໍ​ຈະ​ເຮັດ​ຕາມ​ນັ້ນ. ແຕ່​ເອເລນ​ບອກ​ວ່າ: “ພໍ່​ແມ່​ບໍ່​ເຄີຍ​ຕີ​ສອນ​ຂ້ອຍ​ຕອນ​ທີ່​ພວກ​ເພິ່ນ​ໃຈ​ຮ້າຍ​ຫຼື​ບໍ່​ໄດ້​ບອກ​ເຫດຜົນ​ວ່າ​ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ຖືກ​ຕີ​ສອນ.” ດ້ວຍ​ເຫດ​ນີ້ ເອເລນ​ຈຶ່ງ​ຮູ້ສຶກ​ໄດ້​ສະເໝີ​ວ່າ​ພໍ່​ແມ່​ຮັກ​ລາວ.

      ສະແດງ​ຄວາມ​ຖ່ອມ​ຕົວ

      7, 8. (ກ) ພວກ​ລູກ​ສິດ​ຂອງ​ພະ​ເຍຊູ​ຮຽນ​ຮູ້​ຫຍັງ​ຈາກ​ຄຳ​ອະທິດຖານ​ຂອງ​ພະອົງ? (ຂ) ເຈົ້າ​ຈະ​ອະທິດຖານ​ແນວ​ໃດ​ເພື່ອ​ເປັນ​ການ​ສອນ​ລູກ​ໃຫ້​ໄວ້​ວາງໃຈ​ໃນ​ພະ​ເຢໂຫວາ?

      7 ເມື່ອ​ກຳລັງ​ຈະ​ຖືກ​ຈັບ​ແລະ​ຖືກ​ຂ້າ ພະ​ເຍຊູ​ໄດ້​ອ້ອນ​ວອນ​ເຖິງ​ພະ​ເຢໂຫວາ​ວ່າ: “ອັບບາ ພະ​ບິດາ​ເຈົ້າ​ຂ້າພະອົງ​ອາດ​ກະທຳ​ສັບພະ​ທຸກ​ສິ່ງ​ໄດ້ ຂໍ​ໃຫ້​ຈອກ​ນີ້​ກາຍ​ໄປ​ຈາກ​ຂ້າພະເຈົ້າ​ເຖີ້ນ. ເຖິງ​ປານ​ນັ້ນ​ຢ່າ​ໃຫ້​ເປັນ​ຕາມ​ນ້ຳໃຈ​ຂອງ​ຂ້າພະເຈົ້າ ແຕ່​ວ່າ​ໃຫ້​ເປັນ​ຕາມ​ນ້ຳໃຈ​ຂອງ​ພະອົງ​ເຖີ້ນ.”b (ມາລະໂກ 14:36) ລອງ​ນຶກ​ພາບ​ເບິ່ງ​ວ່າ​ພວກ​ລູກ​ສິດ​ຂອງ​ພະ​ເຍຊູ​ຈະ​ຮູ້ສຶກ​ແນວ​ໃດ​ເມື່ອ​ໄດ້​ຍິນ​ຫຼື​ໄດ້​ຮຽນ​ຮູ້​ຄຳ​ອະທິດຖານ​ຂອງ​ພະອົງ​ໃນ​ພາຍ​ຫຼັງ. ເຂົາ​ເຈົ້າ​ສຳນຶກ​ວ່າ​ເຖິງ​ແມ່ນ​ພະອົງ​ເປັນ​ມະນຸດ​ທີ່​ສົມບູນ​ແບບ ພະອົງ​ກໍ​ຍັງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ. ດັ່ງ​ນັ້ນ ພວກ​ລູກ​ສິດ​ຈຶ່ງ​ຮຽນ​ຮູ້​ວ່າ​ເຂົາ​ເຈົ້າ​ເອງ​ກໍ​ຄວນ​ສະແດງ​ຄວາມ​ຖ່ອມ​ຕົວ​ແລະ​ໄວ້​ວາງໃຈ​ໃນ​ພະ​ເຢໂຫວາ.

      ເມື່ອ​ລູກ​ໄດ້​ຍິນ​ຄຳ​ອະທິດຖານ​ຂອງ​ເຈົ້າ ລູກ​ກໍ​ຈະ​ຮຽນ​ຮູ້​ວ່າ​ຕ້ອງ​ໝາຍ​ເພິ່ງ​ພະ​ເຢໂຫວາ​ຄື​ກັນ

      8 ລູກ​ສາມາດ​ຮຽນ​ຮູ້​ຫຼາຍ​ສິ່ງ​ຈາກ​ຄຳ​ອະທິດຖານ​ຂອງ​ເຈົ້າ. ແນ່ນອນ ເຫດຜົນ​ຫຼັກ​ທີ່​ເຈົ້າ​ອະທິດຖານ​ບໍ່​ແມ່ນ​ເພື່ອ​ສອນ​ລູກ​ເທົ່າ​ນັ້ນ ແຕ່​ເມື່ອ​ໄດ້​ຍິນ​ຄຳ​ອະທິດຖານ​ຂອງ​ເຈົ້າ ລູກ​ກໍ​ຈະ​ຮຽນ​ຮູ້​ວ່າ​ຕ້ອງ​ໝາຍ​ເພິ່ງ​ພະ​ເຢໂຫວາ. ເມື່ອ​ອະທິດຖານ ເຈົ້າ​ຢ່າ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ລູກ​ຂອງ​ເຈົ້າ​ເທົ່າ​ນັ້ນ ແຕ່​ເຈົ້າ​ຕ້ອງ​ຂໍ​ໃຫ້​ພະອົງ​ຊ່ວຍ​ເຈົ້າ​ນຳ​ອີກ. ພີ່​ນ້ອງ​ອານາ​ເຊິ່ງ​ອາໄສ​ຢູ່​ປະເທດ​ເບຣຊິນ ລາວ​ເລົ່າ​ວ່າ: “ເມື່ອ​ມີ​ບັນຫາ​ເກີດ​ຂຶ້ນ ເຊັ່ນ: ເມື່ອ​ພໍ່​ຕູ້​ແມ່​ຕູ້​ບໍ່​ສະບາຍ​ຫຼາຍ ພໍ່​ແມ່​ຈະ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ພວກ​ເພິ່ນ​ໃຫ້​ມີ​ກຳລັງ​ເພື່ອ​ຮັບ​ມື​ກັບ​ສະຖານະການ​ນັ້ນ ແລະ​ຂໍ​ໃຫ້​ມີ​ສະຕິ​ປັນຍາ​ເພື່ອ​ເຮັດ​ການ​ຕັດສິນ​ໃຈ​ທີ່​ດີ. ເຖິງ​ວ່າ​ຢູ່​ພາຍ​ໃຕ້​ຄວາມ​ກົດ​ດັນ​ຢ່າງ​ໜັກ ແຕ່​ພວກ​ເພິ່ນ​ກໍ​ຝາກ​ບັນຫາ​ນັ້ນ​ໄວ້​ກັບ​ພະ​ເຢໂຫວາ. ຜົນ​ກໍ​ຄື ຂ້ອຍ​ໄດ້​ຮຽນ​ຮູ້​ທີ່​ຈະ​ໄວ້​ວາງໃຈ​ໃນ​ພະ​ເຢໂຫວາ.” ເມື່ອ​ລູກ​ໄດ້​ຍິນ​ເຈົ້າ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ກ້າຫານ​ເພື່ອ​ປະກາດ​ກັບ​ເພື່ອນ​ບ້ານ ຫຼື​ຂໍ​ລາ​ພັກ​ວຽກ​ກັບ​ຫົວ​ໜ້າ​ເພື່ອ​ເຂົ້າ​ຮ່ວມ​ການ​ປະຊຸມ​ພາກ ເຂົາ​ເຈົ້າ​ກໍ​ຈະ​ສຳນຶກ​ວ່າ​ເຈົ້າ​ໄວ້​ວາງໃຈ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຫຼືອ ແລະ​ເຂົາ​ເຈົ້າ​ກໍ​ຈະ​ຮຽນ​ຮູ້​ທີ່​ຈະ​ເຮັດ​ໃນ​ແບບ​ດຽວ​ກັບ​ທີ່​ເຈົ້າ​ເຮັດ.

      9. (ກ) ພະ​ເຍຊູ​ໄດ້​ສອນ​ພວກ​ລູກ​ສິດ​ແນວ​ໃດ​ໃຫ້​ສະແດງ​ຄວາມ​ຖ່ອມ​ຕົວ​ແລະ​ບໍ່​ເຫັນ​ແກ່​ຕົວ? (ຂ) ຖ້າ​ເຈົ້າ​ສະແດງ​ຄວາມ​ຖ່ອມ​ຕົວ​ແລະ​ບໍ່​ເຫັນ​ແກ່​ຕົວ ລູກ​ຈະ​ຮຽນ​ຮູ້​ຫຍັງ​ຈາກ​ເຈົ້າ?

      9 ພະ​ເຍຊູ​ບອກ​ພວກ​ລູກ​ສິດ​ໃຫ້​ສະແດງ​ຄວາມ​ຖ່ອມ​ຕົວ​ແລະ​ບໍ່​ເຫັນ​ແກ່​ຕົວ ແລ້ວ​ພະອົງ​ກໍ​ຍັງ​ວາງ​ແບບ​ຢ່າງ​ໃຫ້​ເຂົາ​ເຈົ້າ​ນຳ​ອີກ. (ອ່ານ​ລືກາ 22:27) ພວກ​ອັກຄະສາວົກ​ເຫັນ​ວ່າ​ພະ​ເຍຊູ​ເສຍ​ສະລະ​ຕົວ​ເອງ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ​ແລະ​ຊ່ວຍ​ເຫຼືອ​ຄົນ​ອື່ນ ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ຮຽນ​ຮູ້​ທີ່​ຈະ​ເຮັດ​ໃນ​ແບບ​ດຽວ​ກັບ​ທີ່​ພະອົງ​ເຮັດ. ເຈົ້າ​ເອງ​ກໍ​ສາມາດ​ສອນ​ລູກ​ໂດຍ​ທາງ​ຕົວຢ່າງ​ຂອງ​ເຈົ້າ. ເດັບບີ​ເຊິ່ງ​ມີ​ລູກ​ສອງ​ຄົນ ລາວ​ເວົ້າ​ວ່າ: “ຂ້ອຍ​ບໍ່​ເຄີຍ​ຮູ້ສຶກ​ອິດສາ​ທີ່​ຜົວ​ຂອງ​ຂ້ອຍ​ໃຊ້​ເວລາ​ກັບ​ຄົນ​ອື່ນ​ໃນ​ຖານະ​ເປັນ​ຜູ້​ເຖົ້າ​ແກ່. ຂ້ອຍ​ຮູ້​ວ່າ ເມື່ອ​ຄອບຄົວ​ຂອງ​ເຮົາ​ຕ້ອງການ​ຄວາມ​ເອົາໃຈໃສ່ ຜົວ​ຂອງ​ຂ້ອຍ​ກໍ​ຈະ​ເຮັດ​ໃນ​ສິ່ງ​ນັ້ນ.” (1 ຕີໂມເຕ 3:4, 5) ຕົວຢ່າງ​ຂອງ​ເດັບບີ​ແລະ​ພຣານັດສ​ມີ​ຜົນ​ກະທົບ​ແນວ​ໃດ​ຕໍ່​ຄອບຄົວ? ພຣານັດສ​ເວົ້າ​ວ່າ: ລູກ​ຂອງ​ເຮົາ​ເຕັມ​ໃຈ​ສະເໝີ​ທີ່​ຈະ​ຊ່ວຍ​ວຽກ​ຢູ່​ການ​ປະຊຸມ​ໃຫຍ່. ເຂົາ​ເຈົ້າ​ມີ​ຄວາມ​ສຸກ ມີ​ໝູ່​ທີ່​ດີ ແລະ​ມັກ​ຢູ່​ກັບ​ພີ່​ນ້ອງ​ຊາຍ​ຍິງ. ຕອນ​ນີ້​ທຸກ​ຄົນ​ໃນ​ຄອບຄົວ​ຮັບໃຊ້​ພະ​ເຢໂຫວາ​ໃນ​ຮູບ​ແບບ​ເຕັມ​ເວລາ. ຖ້າ​ເຈົ້າ​ສະແດງ​ຄວາມ​ຖ່ອມ​ຕົວ​ແລະ​ບໍ່​ເຫັນ​ແກ່​ຕົວ ເຈົ້າ​ກໍ​ຈະ​ສອນ​ລູກ​ໃຫ້​ເຕັມ​ໃຈ​ທີ່​ຈະ​ຊ່ວຍ​ເຫຼືອ​ຄົນ​ອື່ນ.

      ມີ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ

      10. ເມື່ອ​ບາງ​ຄົນ​ມາ​ຈາກ​ແຂວງ​ຄາລິເລ​ເພື່ອ​ຊອກ​ຫາ​ພະ​ເຍຊູ ພະອົງ​ໄດ້​ໃຊ້​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ​ແນວ​ໃດ?

      10 ພະ​ເຍຊູ​ມີ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ​ຢ່າງ​ບໍ່​ຂາດ​ຕົກ​ບົກ​ພ່ອງ. ພະອົງ​ບໍ່​ໄດ້​ສົນ​ໃຈ​ສະເພາະ​ສິ່ງ​ທີ່​ຜູ້​ຄົນ​ເຮັດ ແຕ່​ສົນ​ໃຈ​ວ່າ​ເປັນ​ຫຍັງ​ເຂົາ​ເຈົ້າ​ເຮັດ​ສິ່ງ​ນັ້ນ. ພະອົງ​ສາມາດ​ອ່ານ​ຫົວໃຈ​ເຂົາ​ເຈົ້າ​ໄດ້. ຕົວຢ່າງ​ເຊັ່ນ: ມີ​ຄັ້ງ​ໜຶ່ງ​ທີ່​ບາງ​ຄົນ​ມາ​ຈາກ​ແຂວງ​ຄາລິເລ​ເພື່ອ​ຊອກ​ຫາ​ພະ​ເຍຊູ. (ໂຢຮັນ 6:22-24) ພະອົງ​ຮູ້​ເຫດຜົນ​ຕົ້ນ​ຕໍ​ທີ່​ເຂົາ​ເຈົ້າ​ມາ ບໍ່​ແມ່ນ​ຍ້ອນ​ຕ້ອງການ​ຟັງ​ພະອົງ​ສອນ ແຕ່​ຍ້ອນ​ຕ້ອງການ​ອາຫານ. (ໂຢຮັນ 2:25) ພະ​ເຍຊູ​ຮູ້​ວ່າ​ເຂົາ​ເຈົ້າ​ຮູ້ສຶກ​ແນວ​ໃດ​ແທ້ໆ. ຈາກ​ນັ້ນ ພະອົງ​ໄດ້​ແກ້ໄຂ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ອົດ​ທົນ​ແລະ​ອະທິບາຍ​ໃຫ້​ເຂົາ​ເຈົ້າ​ຮູ້​ໃນ​ສິ່ງ​ທີ່​ຕ້ອງ​ເຮັດ​ເພື່ອ​ຈະ​ປັບ​ປ່ຽນ​ຕົວ​ເອງ.—ອ່ານ​ໂຢຮັນ 6:25-27

      ພໍ່​ແລະ​ລູກ​ກຳລັງ​ປະກາດ

      ຊ່ວຍ​ລູກ​ຂອງ​ເຈົ້າ​ໃຫ້​ມ່ວນ​ກັບ​ວຽກ​ປະກາດ (ເບິ່ງ​ຂໍ້ 11)

      11. (ກ) ເຈົ້າ​ຈະ​ພະຍາຍາມ​ແນວ​ໃດ​ເພື່ອ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ທີ່​ລູກ​ມີ​ຕໍ່​ວຽກ​ປະກາດ? (ຂ) ເຈົ້າ​ຈະ​ຊ່ວຍ​ລູກ​ແນວ​ໃດ​ໃຫ້​ມ່ວນ​ກັບ​ວຽກ​ປະກາດ?

      11 ເຖິງ​ວ່າ​ເຈົ້າ​ບໍ່​ສາມາດ​ອ່ານ​ໃຈ​ຄົນ​ໄດ້ ແຕ່​ເຈົ້າ​ກໍ​ສາມາດ​ມີ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ​ໄດ້. ຕົວຢ່າງ​ເຊັ່ນ: ໃຫ້​ເຈົ້າ​ພະຍາຍາມ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ທີ່​ລູກ​ມີ​ຕໍ່​ວຽກ​ປະກາດ. ເຈົ້າ​ອາດ​ຖາມ​ຕົວ​ເອງ​ວ່າ: ‘ລູກ​ມ່ວນ​ບໍ​ຕອນ​ປະກາດ ຫຼື​ວ່າ​ມ່ວນ​ສະເພາະ​ຕອນ​ທີ່​ພວກ​ເຮົາ​ຢຸດ​ພັກ​ກິນ​ນ້ຳ​ແລະ​ກິນ​ເຂົ້າ​ໜົມ?’ ຖ້າ​ເຈົ້າ​ຮູ້​ວ່າ​ລູກ​ບໍ່​ມ່ວນ​ປານ​ໃດ​ໃນ​ວຽກ​ປະກາດ ໃຫ້​ພະຍາຍາມ​ເຮັດ​ໃຫ້​ສິ່ງ​ນັ້ນ​ເປັນ​ຕາ​ໜ້າ​ສົນ​ໃຈ​ຫຼາຍ​ຂຶ້ນ​ສຳລັບ​ເຂົາ​ເຈົ້າ. ໃຫ້​ລູກ​ເຮັດ​ສິ່ງ​ເລັກໆນ້ອຍໆທີ່​ລາວ​ສາມາດ​ເຮັດ​ໄດ້​ເພື່ອ​ໃຫ້​ເຂົາ​ເຈົ້າ​ຮູ້ສຶກ​ວ່າ​ຕົນ​ເອງ​ມີ​ສ່ວນ​ຮ່ວມ​ນຳ.

      12. (ກ) ພະ​ເຍຊູ​ໄດ້​ເຕືອນ​ພວກ​ລູກ​ສິດ​ໃນ​ເລື່ອງ​ໃດ? (ຂ) ເປັນ​ຫຍັງ​ຈຶ່ງ​ຈຳເປັນ​ແທ້ໆທີ່​ພວກ​ລູກ​ສິດ​ຕ້ອງ​ໄດ້​ຮັບ​ຄຳ​ເຕືອນ​ຈາກ​ພະອົງ?

      12 ພະ​ເຍຊູ​ໃຊ້​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ​ໂດຍ​ວິທີ​ໃດ​ອີກ? ພະອົງ​ຮູ້​ວ່າ​ການ​ເຮັດ​ຜິດ​ໃນ​ສິ່ງ​ໜຶ່ງ​ສາມາດ​ນຳ​ໄປ​ສູ່​ການ​ເຮັດ​ຜິດ​ໃນ​ສິ່ງ​ອື່ນ​ອີກ ແລະ​ເຖິງ​ຂັ້ນ​ເຮັດ​ຜິດ​ຮ້າຍແຮງ​ໄດ້. ດັ່ງ​ນັ້ນ ພະອົງ​ຈຶ່ງ​ເຕືອນ​ພວກ​ລູກ​ສິດ​ກ່ຽວ​ກັບ​ເລື່ອງ​ນີ້. ຕົວຢ່າງ​ເຊັ່ນ: ພວກ​ລູກ​ສິດ​ຮູ້​ແລ້ວ​ວ່າ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ເປັນ​ສິ່ງ​ທີ່​ຜິດ. ແຕ່​ພະ​ເຍຊູ​ໄດ້​ເຕືອນ​ເຂົາ​ເຈົ້າ​ໃຫ້​ຮູ້​ໃນ​ສິ່ງ​ທີ່​ຈະ​ນຳ​ໄປ​ສູ່​ການ​ເຮັດ​ຜິດ​ເຊັ່ນ​ນັ້ນ. ພະອົງ​ກ່າວ​ວ່າ: “ທຸກ​ຄົນ​ທີ່​ເບິ່ງ​ຍິງ​ຜູ້​ໜຶ່ງ​ດ້ວຍ​ໃຈ​ຄຶດ​ຢາກ​ໄດ້​ໃນ​ຍິງ​ນັ້ນ ຜູ້​ນັ້ນ​ໄດ້​ຫຼິ້ນ​ຊູ້​ສູ່​ໃນ​ໃຈ​ເອງ​ກັບ​ຍິງ​ນັ້ນ​ແລ້ວໆ. ແຕ່​ວ່າ​ຖ້າ​ຕາ​ເບື້ອງ​ຂວາ​ຂອງ​ທ່ານ​ກະທຳ​ໃຫ້​ທ່ານ​ຕົກ​ໃນ​ບາບ ຈົ່ງ​ຄວັດ​ຕາ​ນັ້ນ​ອອກ​ແລະ​ຖິ້ມ​ໄກຈາກ​ຕົວ​ເສຍ​ເຖີ້ນ.” (ມັດທາຍ 5:27-29) ເນື່ອງ​ຈາກ​ວ່າ​ພວກ​ລູກ​ສິດ​ມີ​ຊີວິດ​ຢູ່​ໃນ​ທ່າມກາງ​ຄົນ​ໂລມ​ທີ່​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ເຊິ່ງ​ມັກ​ເບິ່ງ​ລະຄອນ​ທີ່​ມີ​ສາກ​ຕ່າງໆທີ່​ເນັ້ນ​ແຕ່​ເລື່ອງ​ເພດ​ສຳພັນ​ແລະ​ພາສາ​ທີ່​ລາມົກ. ດັ່ງ​ນັ້ນ ພະ​ເຍຊູ​ຈຶ່ງ​ເຕືອນ​ດ້ວຍ​ຄວາມ​ຮັກ​ວ່າ ບໍ່​ໃຫ້​ພວກ​ລູກ​ສິດ​ເບິ່ງ​ສິ່ງ​ທີ່​ຈະ​ເຮັດ​ໃຫ້​ເປັນ​ເລື່ອງ​ຍາກ​ທີ່​ເຂົາ​ເຈົ້າ​ຈະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.

      13, 14. ເຈົ້າ​ຈະ​ຊ່ວຍ​ລູກ​ແນວ​ໃດ​ໃຫ້​ຫຼີກ​ລ່ຽງ​ຄວາມ​ບັນເທີງ​ທີ່​ຜິດ​ສິນລະທຳ​ທາງ​ເພດ?

      13 ເນື່ອງ​ຈາກ​ເປັນ​ພໍ່​ແມ່ ເຈົ້າ​ສາມາດ​ໃຊ້​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ​ເພື່ອ​ຈະ​ປົກ​ປ້ອງ​ລູກ​ຈາກ​ການ​ເຮັດ​ບາງ​ສິ່ງ​ທີ່​ພະ​ເຢໂຫວາ​ບໍ່​ພໍ​ໃຈ. ໜ້າ​ເສົ້າໃຈ ໃນ​ທຸກ​ມື້​ນີ້​ແມ່ນ​ແຕ່​ເດັກ​ນ້ອຍໆກໍມີຄວາມ​ສ່ຽງ​ທີ່​ຈະ​ເຫັນ​ພາບ​ໂປ້​ແລະ​ສິ່ງ​ທີ່​ຜິດ​ສິນລະທຳ​ທາງເພດ​ໃນ​ຮູບ​ແບບ​ຕ່າງໆໄດ້​ຢ່າງ​ໂຈ່ງແຈ້ງ. ແນ່ນອນ ເຈົ້າ​ຄວນ​ບອກ​ລູກ​ວ່າ​ການ​ເບິ່ງ​ສິ່ງ​ທີ່​ຜິດ​ສິນລະທຳ​ທາງ​ເພດ​ເປັນ​ສິ່ງ​ທີ່​ຜິດ. ແຕ່​ເພື່ອ​ປົກ​ປ້ອງ​ລູກ ເຈົ້າ​ສາມາດ​ເຮັດ​ຫຼາຍ​ກວ່າ​ນັ້ນ​ອີກ. ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ລູກ​ຂອງ​ຂ້ອຍ​ຮູ້​ບໍ​ວ່າ​ເປັນ​ຫຍັງ​ພາບ​ໂປ້​ຈຶ່ງ​ເປັນ​ອັນຕະລາຍ​ຫຼາຍ? ສິ່ງ​ໃດ​ທີ່​ເຮັດ​ໃຫ້​ລູກ​ຢາກ​ເບິ່ງ​ຮູບ​ພາບ​ເຫຼົ່າ​ນັ້ນ? ເພື່ອ​ລູກ​ຈະ​ກ້າ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ເມື່ອ​ຖືກ​ລໍ້​ໃຈ​ໃຫ້​ເບິ່ງ​ພາບ​ໂປ້ ຂ້ອຍ​ເຮັດ​ໃຫ້​ງ່າຍ​ສຳລັບ​ລູກ​ບໍ​ທີ່​ຈະ​ລົມ​ກັບ​ຂ້ອຍ​ໄດ້​ໃນ​ທຸກໆເລື່ອງ?’ ແມ່ນ​ແຕ່​ເມື່ອ​ລູກ​ຍັງ​ນ້ອຍ​ຢູ່ ເຈົ້າ​ກໍ​ສາມາດ​ເວົ້າ​ກັບ​ລູກ​ວ່າ: “ຖ້າ​ລູກ​ເຫັນ​ບາງ​ສິ່ງ​ໃນ​ອິນເຕີເນັດ​ທີ່​ເຮັດ​ໃຫ້​ລູກ​ຢາກ​ຮູ້​ໃນ​ເລື່ອງ​ເຊັກ​ແລະ​ຢາກ​ຈະ​ເບິ່ງ​ຮູບ​ນັ້ນ ຂໍ​ໃຫ້​ລູກ​ມາ​ລົມ​ກັບ​ພໍ່​ແມ່. ບໍ່​ຕ້ອງ​ຢ້ານ​ຫຼື​ອາຍ​ທີ່​ຈະ​ມາ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພໍ່​ແມ່. ພໍ່​ແມ່​ຢາກ​ຊ່ວຍ​ລູກ​ແທ້ໆ.”

      14 ເມື່ອ​ເລືອກ​ຄວາມ​ບັນເທີງ​ສຳລັບ​ຕົວ​ເອງ ຂໍ​ໃຫ້​ເຈົ້າ​ຄິດ​ຢ່າງ​ຮອບຄອບ​ວ່າ​ຈະ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ກັບ​ລູກ​ໄດ້​ແນວ​ໃດ. ພຣານັດສ​ທີ່​ກ່າວ​ເຖິງ​ກ່ອນ​ໜ້າ​ນີ້ ລາວ​ເວົ້າ​ວ່າ: “ເຈົ້າ​ສາມາດ​ເວົ້າ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ ແຕ່​ລູກ​ຈະ​ເບິ່ງ​ການ​ກະທຳ​ຂອງ​ເຈົ້າ​ແລ້ວ​ກໍ​ຮຽນ​ແບບ​ເຈົ້າ.” ຖ້າ​ເຈົ້າ​ລະວັງ​ຢູ່​ສະເໝີ​ໃນ​ການ​ເລືອກ​ຄວາມ​ບັນເທີງ​ທີ່​ສະອາດ​ກ່ຽວ​ກັບ​ເພງ​ທີ່​ຟັງ ປຶ້ມ​ທີ່​ອ່ານ ແລະ​ໜັງ​ທີ່​ເບິ່ງ ເຈົ້າ​ກໍ​ຈະ​ຊ່ວຍ​ລູກ​ໃຫ້​ເລືອກ​ໃນ​ແບບ​ດຽວ​ກັບ​ທີ່​ເຈົ້າ​ເລືອກ.—ໂລມ 2:21-24

      ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ

      15, 16. (ກ) ເຈົ້າ​ຈະ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃນ​ການ​ຝຶກ​ສອນ​ລູກ? (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

      15 ຜົນ​ເປັນ​ແນວ​ໃດ ເມື່ອ​ມາໂນອາ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ເປັນ​ພໍ່​ທີ່​ດີ? ຜົນ​ກໍ​ຄື: “ພະເຈົ້າ​ໄດ້​ຟັງ​ສຽງ​ປາກ​ທ່ານ​ມາໂນອາ.” (ຜູ້ຕັດສິນ 13:9) ພໍ່​ແມ່​ທັງ​ຫຼາຍ ພະ​ເຢໂຫວາ​ຈະ​ຟັງ​ຄຳ​ອະທິດຖານ​ຂອງ​ເຈົ້າ​ຄື​ກັນ. ພະອົງ​ຈະ​ຊ່ວຍ​ເຈົ້າ​ໃນ​ການ​ຝຶກ​ສອນ​ລູກ. ນອກ​ຈາກ​ນັ້ນ ພະອົງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ສະແດງ​ຄວາມ​ຮັກ ຄວາມ​ຖ່ອມ​ຕົວ ແລະ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ.

      16 ຄື​ກັບ​ທີ່​ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃນ​ການ​ຝຶກ​ສອນ​ລູກ​ເມື່ອ​ເຂົາ​ເຈົ້າ​ຍັງ​ນ້ອຍ ພະອົງ​ກໍ​ຈະ​ຊ່ວຍ​ເຈົ້າ​ໃນ​ການ​ຝຶກ​ສອນ​ລູກ​ເມື່ອ​ເຂົາ​ເຈົ້າ​ເປັນ​ໄວຮຸ່ນ. ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະພິຈາລະນາ​ວ່າ​ແບບ​ຢ່າງ​ຂອງ​ພະ​ເຍຊູ​ໃນ​ເລື່ອງ​ການ​ສະແດງ​ຄວາມ​ຮັກ ຄວາມ​ຖ່ອມ​ຕົວ ແລະ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ​ຈະ​ສາມາດ​ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ຝຶກ​ສອນ​ລູກ​ທີ່​ເປັນ​ໄວຮຸ່ນ​ໃຫ້​ຮັບໃຊ້​ພະ​ເຢໂຫວາ.

      a ຄຳພີ​ໄບເບິນ​ສອນ​ວ່າ​ການ​ຕີ​ສອນ​ໝາຍ​ເຖິງ​ການ​ຊີ້​ນຳ ຝຶກ​ສອນ ແກ້ໄຂ ແລະ​ບາງ​ຄັ້ງ​ກໍ​ຕ້ອງ​ໄດ້​ລົງໂທດ. ພໍ່​ແມ່​ຄວນ​ຕີ​ສອນ​ດ້ວຍ​ວິທີ​ທີ່​ກະລຸນາ​ແລະ​ບໍ່​ຄວນ​ເຮັດ​ຕອນ​ທີ່​ຕົນ​ເອງ​ໃຈ​ຮ້າຍ.

      b ປຶ້ມ​ອ້າງອີງ​ຫົວ​ໜຶ່ງ​ທີ່​ຊື່​ວ່າ The International Standard Bible Encyclopedia ກ່າວ​ວ່າ: ໃນ​ສະໄໝ​ຂອງ​ພະ​ເຍຊູ ລູກ​ຈະ​ເອີ້ນ​ພໍ່​ຂອງ​ຕົວ​ເອງ​ວ່າ ອັບບາ. ຄຳ​ນີ້​ສະແດງ​ເຖິງ​ຄວາມ​ຮັກ​ແລະ​ຄວາມ​ນັບຖື​ຢ່າງ​ຍິ່ງ.

      ນັກ​ສຶກສາ​ຄຳພີ​ໄບເບິນ​ຄົນ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ເຈົ້າ

      ພໍ່​ກຳລັງ​ໃຊ້​ຄູ່​ມື​ສຶກສາ​ໃນ​ເວັບໄຊ jw.org ແລະ​ປຶ້ມ​ໄບເບິນ​ສອນ​ເພື່ອ​ສຶກສາ​ກັບ​ລູກ​ຊາຍ

      ເມື່ອ​ສຶກສາ​ກັບ​ຜູ້​ຄົນ ຕາມ​ທຳມະດາ​ແລ້ວ​ເຮົາ​ມັກ​ໃຊ້​ປຶ້ມ​ຄຳພີ​ໄບເບິນ​ສອນ​ແນວ​ໃດ​ແທ້ໆ? ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮູ້ຈັກ​ພະ​ເຢໂຫວາ​ແລະ​ຮຽນ​ຮູ້​ເລື່ອງ​ຄວາມ​ຈິງ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ. ເຮົາ​ຍັງ​ສຶກສາ​ປຶ້ມ “ຈົ່ງ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ” ເພື່ອ​ຊ່ວຍ​ຜູ້​ຄົນ​ໃຫ້​ມີ​ຄວາມ​ຮັກ​ທີ່​ເລິກ​ເຊິ່ງ​ຕໍ່​ພະ​ເຢໂຫວາ​ແລະ​ຕໍ່​ມາດຕະຖານ​ຕ່າງໆຂອງ​ພະອົງ.

      ລູກ​ເປັນ​ນັກ​ສຶກສາ​ຄຳພີ​ໄບເບິນ​ຄົນ​ທີ່​ສຳຄັນ​ທີ່​ສຸດ. ລູກ​ຈຳເປັນ​ຕ້ອງ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ ຮັກ​ພະອົງ​ແລະ​ເຂົ້າ​ໃຈ​ໃນ​ສິ່ງ​ທີ່​ພະອົງ​ຄາດ​ໝາຍ​ຈາກ​ເຂົາ​ເຈົ້າ. ດັ່ງ​ນັ້ນ ໃຫ້​ສຶກສາ​ປຶ້ມ​ໄບເບິນ​ສອນ ແລະ​ປຶ້ມ “ຮັກ​ຂອງ​ພະເຈົ້າ” ກັບ​ລູກ​ເຖິງ​ວ່າ​ຜົວ​ຫຼື​ເມຍ​ຂອງ​ເຈົ້າ​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ກໍ​ຕາມ. (ສຸພາສິດ 6:20) ເຈົ້າ​ສາມາດ​ໃຊ້​ຄູ່​ມື​ສຶກສາ​ໃນ jw.org/th ເພື່ອ​ຊ່ວຍ​ລູກ​ໃຫ້​ຫາ​ເຫດຜົນ​ກ່ຽວ​ກັບ​ຂໍ້​ມູນ​ທີ່​ຢູ່​ໃນ​ປຶ້ມ​ໄບເບິນ​ສອນ ແລະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃຈ​ວ່າ​ຈະ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ຮູ້​ນັ້ນ​ໄປ​ໃຊ້​ແນວ​ໃດ.—ເບິ່ງ​ທາງ​ລຸ່ມ​ຫົວ​ຂໍ້ ຄຳ​ສອນ​ຂອງ​ຄຳພີ​ໄບເບິນ>ໄວຮຸ່ນ.c (ເບິ່ງ​ໄຂເງື່ອນ)

      c ພໍ່​ແມ່​ສາມາດ​ເລືອກ​ໄດ້​ວ່າ​ຈະ​ແມ່ນ​ພໍ່​ຫຼື​ແມ່​ກໍ​ໄດ້​ທີ່​ຈະ​ສຶກສາ​ປຶ້ມ​ເຫຼົ່າ​ນີ້​ກັບ​ລູກ​ໃນ​ເວລາ​ອື່ນ​ເຊິ່ງ​ບໍ່​ແມ່ນ​ໃນ​ຕອນ​ນະມັດສະການ​ປະຈຳ​ຄອບຄົວ.

      ການ​ອະທິບາຍ​ບາງ​ສຳນວນ

      • ການ​ສະແດງ​ຄວາມ​ຮັກ​ຕໍ່​ລູກ ໝາຍ​ເຖິງ​ການ​ບອກ​ລູກ​ໃຫ້​ຮູ້​ວ່າ​ເຈົ້າ​ຮັກ​ເຂົາ​ເຈົ້າ ແລະ​ເຮັດ​ໃຫ້​ລູກ​ເຫັນ​ວ່າ​ເຂົາ​ເຈົ້າ​ສຳຄັນ​ຕໍ່​ເຈົ້າ​ຫຼາຍ. ນອກ​ຈາກ​ນັ້ນ ໃຫ້​ໃຊ້​ເວລາ​ຫຼາຍໆເພື່ອ​ເວົ້າ​ລົມ​ກັນ ກິນ​ເຂົ້າ​ນຳ​ກັນ ແລະ​ຫຼິ້ນ​ນຳ​ກັນ​ກັບ​ເຂົາ​ເຈົ້າ. ເມື່ອ​ຕີ​ສອນ​ລູກ ໃຫ້​ເຮັດ​ດ້ວຍ​ຄວາມ​ອົດ​ທົນ​ແລະ​ດ້ວຍ​ຄວາມ​ກະລຸນາ

      • ການ​ສະແດງ​ຄວາມ​ຖ່ອມ​ຕົວ ໝາຍ​ຄວາມ​ວ່າ​ເມື່ອ​ອະທິດຖານ​ກັບ​ລູກ ໃຫ້​ເຂົາ​ເຈົ້າ​ໄດ້​ຍິນ​ສິ່ງ​ທີ່​ເຈົ້າ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຈົ້າ. ຈາກ​ນັ້ນ ລູກ​ຈະ​ເຫັນ​ວ່າ​ເຈົ້າ​ໄວ້​ວາງໃຈ​ໃນ​ພະອົງ ແລ້ວ​ເຂົາ​ເຈົ້າ​ກໍ​ຈະ​ຮຽນ​ຮູ້​ທີ່ຈະ​ເຮັດ​ໃນ​ແບບ​ດຽວ​ກັບ​ທີ່​ເຈົ້າ​ເຮັດ. ຖ້າ​ເຈົ້າ​ເປັນ​ຄົນ​ບໍ່​ເຫັນ​ແກ່​ຕົວ​ແລະ​ດຸ​ໝັ່ນ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ​ແລະ​ຊ່ວຍ​ເຫຼືອ​ຄົນ​ອື່ນ ເຈົ້າ​ກໍ​ຈະ​ສອນ​ລູກ​ໃຫ້​ເປັນ​ຄົນ​ຖ່ອມ​ຕົວ​ຄື​ກັນ

      • ການ​ສະແດງ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ ໝາຍ​ຄວາມ​ວ່າ​ບໍ່​ໃຫ້​ເລັງ​ໃສ່​ສະເພາະ​ສິ່ງ​ທີ່​ລູກ​ເຮັດ ແຕ່​ໃຫ້​ເລັງ​ໃສ່​ເຫດຜົນ​ທີ່​ເຂົາ​ເຈົ້າ​ເຮັດ​ສິ່ງ​ນັ້ນ. ໃຫ້​ພະຍາຍາມ​ເຂົ້າ​ໃຈ​ວ່າ​ລູກ​ຮູ້ສຶກ​ແນວ​ໃດ​ແທ້ໆ. ໃຫ້​ຄິດ​ເຖິງ​ສະຖານະການ​ຕ່າງໆທີ່​ອາດ​ເຮັດ​ໃຫ້​ຍາກ​ທີ່​ລູກ​ຈະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ ແລະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຫຼີກ​ລ່ຽງ​ສະຖານະການ​ແບບ​ນັ້ນ. ໃຫ້​ເຂົ້າ​ໃຈ​ວ່າ​ຕົວຢ່າງ​ຂອງ​ເຈົ້າ​ມີ​ຜົນ​ກະທົບ​ຕໍ່​ລູກ

  • ຝຶກ​ສອນ​ລູກ​ໄວຮຸ່ນ​ໃຫ້​ຮັບໃຊ້​ພະ​ເຢໂຫວາ
    ຫໍສັງເກດການ—2015 | 15 ພະຈິກ
    • ແມ່​ກຳລັງ​ຕັ້ງ​ໃຈ​ຟັງ​ລູກ​ສາວ​ທີ່​ເປັນ​ໄວຮຸ່ນ

      ຝຶກ​ສອນ​ລູກ​ໄວຮຸ່ນ​ໃຫ້​ຮັບໃຊ້​ພະ​ເຢໂຫວາ

      “ພະ​ເຍຊູ​ໄດ້​ຈຳເລີນ​ຂຶ້ນ​ໃນ​ສະຕິ​ປັນຍາ​ແລະ​ໃນ . . . ຮູບ​ຮ່າງ ແລະ​ເປັນ​ທີ່​ຊອບ​ໃຈ​ແກ່​ພະເຈົ້າ​ແລະ​ແກ່​ຄົນ​ທັງ​ຫຼາຍ.”—ລືກາ 2:5

      ເພງ: 41, 89

      ເຈົ້າ​ຈະ​ຊ່ວຍ​ລູກ​ໄວຮຸ່ນ​ແນວ​ໃດ​ໂດຍ​ການ​ຮຽນ​ແບບ​ພະ​ເຍຊູ​ໃນ​ເລື່ອງ . . .

      • ການ​ສະແດງ​ຄວາມ​ຮັກ?

      • ການ​ສະແດງ​ຄວາມ​ຖ່ອມ​ຕົວ?

      • ການ​ສະແດງ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ?

      1, 2. (ກ) ພໍ່​ແມ່​ທີ່​ມີ​ລູກ​ເປັນ​ໄວຮຸ່ນ​ເປັນ​ຫ່ວງ​ໃນ​ເລື່ອງ​ໃດ? (ຂ) ລູກ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ໃນ​ໄລຍະ​ທີ່​ເຂົາ​ເຈົ້າ​ເປັນ​ໄວຮຸ່ນ?

      ການ​ເຫັນ​ລູກ​ຮັບ​ບັບເຕມາ ເປັນ​ເວລາ​ທີ່​ພໍ່​ແມ່​ມີ​ຄວາມ​ສຸກ​ທີ່​ສຸດ. ເບເຣນິດສ​ມີ​ລູກ​ສີ່​ຄົນ​ເຊິ່ງ​ແຕ່​ລະ​ຄົນ​ຮັບ​ບັບເຕມາ​ກ່ອນ​ອາຍຸ 14 ປີ. ລາວ​ເລົ່າ​ວ່າ: “ການ​ທີ່​ລູກ​ຮັບ​ບັບເຕມາ​ເຮັດ​ໃຫ້​ພວກ​ເຮົາ​ຮູ້ສຶກ​ຕື່ນ​ເຕັ້ນ​ແທ້ໆ. ແນ່ນອນ ພວກ​ເຮົາ​ດີ​ໃຈ​ຫຼາຍ​ທີ່​ລູກ​ຕ້ອງການ​ຮັບໃຊ້​ພະ​ເຢໂຫວາ. ແຕ່​ພວກ​ເຮົາ​ກໍ​ຍັງ​ຮູ້​ວ່າ ເຂົາ​ເຈົ້າ​ຈະ​ປະສົບ​ກັບ​ຂໍ້​ທ້າທາຍ​ຫຼາຍ​ຢ່າງ​ເນື່ອງ​ຈາກ​ເປັນ​ໄວຮຸ່ນ.” ເຈົ້າ​ເອງ​ກໍ​ອາດ​ເປັນ​ຫ່ວງ​ກ່ຽວ​ກັບ​ເລື່ອງ​ນີ້​ຖ້າ​ເຈົ້າ​ມີ​ລູກ​ຊາຍ​ຫຼື​ລູກ​ສາວ​ທີ່​ເປັນ​ໄວຮຸ່ນ​ຫຼື​ກຳລັງ​ຈະ​ເປັນ​ໄວຮຸ່ນ.

      2 ຜູ້​ຊ່ຽວຊານ​ຄົນ​ໜຶ່ງ​ໃນ​ເລື່ອງ​ການ​ຈະເລີນ​ເຕີບໂຕ​ຂອງ​ເດັກ​ນ້ອຍ​ເວົ້າ​ວ່າ: ໄລຍະ​ທີ່​ເປັນ​ໄວຮຸ່ນ​ເປັນ​ເວລາ​ທີ່​ຍາກ​ຫຼາຍ​ສຳລັບ​ພໍ່​ແມ່​ແລະ​ລູກ ແຕ່​ພໍ່​ແມ່​ບໍ່​ຄວນ​ຄິດ​ວ່າ​ລູກ​ທີ່​ຢູ່​ໃນ​ໄວ​ນີ້​ເຮັດ​ຕົວ​ແປກໆແລະ​ບໍ່​ຮູ້ຈັກ​ໃຫຍ່. ຜູ້​ຊ່ຽວຊານ​ຄົນ​ນີ້​ເວົ້າ​ຕື່ມ​ອີກ​ວ່າ: ໄວຮຸ່ນ​ມີ​ຫົວ​ຄິດ​ປະດິດ​ສ້າງ ມີ​ຄວາມ​ຮູ້ສຶກ​ທີ່​ເລິກ​ເຊິ່ງ ແລະ​ມັກ​ໃຊ້​ເວລາ​ຢູ່​ກັບ​ໝູ່. ດັ່ງ​ນັ້ນ ໃນ​ຂະນະ​ທີ່​ເປັນ​ໄວຮຸ່ນ ລູກ​ຂອງ​ເຈົ້າ​ສາມາດ​ພັດທະນາ​ຄວາມ​ໃກ້​ຊິດ​ກັບ​ພະ​ເຢໂຫວາ ຄື​ກັບ​ທີ່​ພະ​ເຍຊູ​ໄດ້​ເຮັດ​ຕອນ​ທີ່​ພະອົງ​ຍັງ​ເປັນ​ໄວຮຸ່ນ. (ອ່ານ​ລືກາ 2:52) ນອກ​ຈາກ​ນັ້ນ ໄວຮຸ່ນ​ຍັງ​ສາມາດ​ປັບ​ປຸງ​ຄວາມ​ສາມາດ​ໃນ​ການ​ປະກາດ​ແລະ​ພັດທະນາ​ຄວາມ​ປາຖະໜາ​ທີ່​ແຮງ​ກ້າ​ເພື່ອ​ຈະ​ເຮັດ​ຫຼາຍ​ຂຶ້ນ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ. ເຂົາ​ເຈົ້າ​ສາມາດ​ຕັດສິນ​ໃຈ​ດ້ວຍ​ຕົວ​ເອງ ເຊັ່ນ: ເລື່ອງ​ການ​ອຸທິດ​ຊີວິດ​ໃຫ້​ກັບ​ພະ​ເຢໂຫວາ​ແລະ​ການ​ເຊື່ອ​ຟັງ​ພະອົງ. ແຕ່​ເນື່ອງ​ຈາກ​ເປັນ​ພໍ່​ແມ່ ເຈົ້າ​ຈະ​ຝຶກ​ສອນ​ລູກ​ໄວຮຸ່ນ​ແນວ​ໃດ​ໃຫ້​ຮັບໃຊ້​ພະ​ເຢໂຫວາ? ເຈົ້າ​ສາມາດ​ຮຽນ​ຮູ້​ຈາກ​ວິທີ​ທີ່​ພະ​ເຍຊູ​ໄດ້​ຝຶກ​ສອນ​ພວກ​ລູກ​ສິດ​ຂອງ​ພະອົງ​ດ້ວຍ​ການ​ສະແດງ​ຄວາມ​ຮັກ ຄວາມ​ຖ່ອມ​ຕົວ ແລະ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ.

      ສະແດງ​ຄວາມ​ຮັກ​ຕໍ່​ລູກ​ໄວຮຸ່ນ

      3. ພວກ​ອັກຄະສາວົກ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຍຊູ​ເປັນ​ໝູ່​ກັບ​ເຂົາ​ເຈົ້າ?

      3 ພະ​ເຍຊູ​ບໍ່​ພຽງ​ແຕ່​ເປັນ​ເຈົ້ານາຍ​ຂອງ​ພວກ​ອັກຄະສາວົກ ພະອົງ​ຍັງ​ເປັນ​ໝູ່​ກັບ​ເຂົາ​ເຈົ້າ​ນຳ​ອີກ. (ອ່ານ​ໂຢຮັນ 15:15) ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ຕາມ​ທຳມະດາ​ແລ້ວ​ຄົນ​ທີ່​ເປັນ​ເຈົ້ານາຍ​ຈະ​ບໍ່​ບອກ​ຄົນ​ຮັບໃຊ້​ຂອງ​ຕົນ​ໃຫ້​ຮູ້​ວ່າ​ລາວ​ຄິດ​ຫຍັງ​ແລະ​ຮູ້ສຶກ​ແນວ​ໃດ. ແຕ່​ພະ​ເຍຊູ​ບໍ່​ໄດ້​ປະຕິບັດ​ກັບ​ພວກ​ອັກຄະສາວົກ​ແບບ​ນັ້ນ. ພະອົງ​ຮັກ​ເຂົາ​ເຈົ້າ​ແລະ​ໃຊ້​ເວລາ​ກັບ​ເຂົາ​ເຈົ້າ. ພະອົງ​ມີ​ຄວາມ​ສຸກ​ທີ່​ໄດ້​ບອກ​ໃຫ້​ພວກ​ອັກຄະສາວົກ​ຮູ້​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ຂອງ​ພະອົງ ແລະ​ພະອົງ​ກໍ​ຕັ້ງ​ໃຈ​ຟັງ​ເມື່ອ​ເຂົາ​ເຈົ້າ​ບອກ​ໃຫ້​ພະອົງ​ຮູ້​ກ່ຽວ​ກັບ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ຂອງ​ເຂົາ​ເຈົ້າ. (ມາລະໂກ 6:30-32) ການ​ເວົ້າ​ລົມ​ກັນ​ແບບ​ນີ້​ເຮັດ​ໃຫ້​ພະ​ເຍຊູ​ແລະ​ພວກ​ອັກຄະສາວົກ​ເປັນ​ໝູ່​ທີ່​ໃກ້​ຊິດ​ກັນ​ຫຼາຍ​ແລະ​ເປັນ​ການ​ກຽມ​ເຂົາ​ເຈົ້າ​ໄວ້​ສຳລັບ​ວຽກ​ທີ່​ຈະ​ເຮັດ​ໃນ​ອະນາຄົດ.

      4. ພໍ່​ແມ່​ທັງ​ຫຼາຍ ເຈົ້າ​ຈະ​ເປັນ​ໝູ່​ກັບ​ລູກ​ໄດ້​ແນວ​ໃດ? (ເບິ່ງ​ຮູບ​ທຳອິດ)

      4 ເຖິງ​ວ່າ​ເຈົ້າ​ມີ​ສິດ​ອຳນາດ​ເໜືອ​ລູກ ແຕ່​ເຈົ້າ​ກໍ​ສາມາດ​ເປັນ​ໝູ່​ກັບ​ເຂົາ​ເຈົ້າ​ໄດ້. ຄົນ​ທີ່​ເປັນ​ໝູ່​ກັນ​ຈະ​ໃຊ້​ເວລາ​ນຳ​ກັນ. ເພື່ອ​ຈະ​ມີ​ເວລາ​ຫຼາຍ​ຂຶ້ນ​ກັບ​ລູກ ບາງ​ທີ​ເຈົ້າ​ສາມາດ​ໃຊ້​ເວລາ​ໜ້ອຍ​ລົງ​ໃນ​ການ​ເຮັດ​ວຽກ​ຫຼື​ໃນ​ການ​ເຮັດ​ສິ່ງ​ອື່ນ. ນີ້​ເປັນ​ສິ່ງ​ທີ່​ເຈົ້າ​ຄວນ​ອະທິດຖານ​ຂໍ​ແລະ​ຄິດ​ຢ່າງ​ຈິງ​ຈັງ. ຄົນ​ທີ່​ເປັນ​ໝູ່​ກັນ​ຍັງ​ມັກ​ສິ່ງ​ທີ່​ຄ້າຍໆກັນ. ດັ່ງ​ນັ້ນ ໃຫ້​ພໍ່​ແມ່​ຊອກ​ຮູ້​ໃນ​ສິ່ງ​ທີ່​ລູກ​ມັກ​ທີ່​ສຸດ​ກ່ຽວ​ກັບ​ເພງ ໜັງ ຫຼື​ກິລາ​ຕ່າງໆ. ຈາກ​ນັ້ນ ໃຫ້​ພະຍາຍາມ​ມັກ​ໃນ​ສິ່ງ​ທີ່​ລູກ​ມັກ. ອິລາເຣຍ​ເຊິ່ງ​ອາໄສ​ຢູ່​ປະເທດ​ອີຕາລີ ລາວ​ເລົ່າ​ວ່າ: “ພໍ່​ແມ່​ສະແດງ​ຄວາມ​ສົນ​ໃຈ​ໃນ​ເພງ​ທີ່​ຂ້ອຍ​ຟັງ. ທີ່​ຈິງ ພໍ່​ເປັນ​ໝູ່​ທີ່​ດີ​ທີ່​ສຸດ​ຂອງ​ຂ້ອຍ ແລະ​ຂ້ອຍ​ຮູ້ສຶກ​ສະດວກ​ໃຈ​ທີ່​ຈະ​ລົມ​ກັບ​ເພິ່ນ​ແມ່ນ​ແຕ່​ໃນ​ເລື່ອງ​ທີ່​ອ່ອນ​ໄຫວ​ທີ່​ສຸດ.” ການ​ເປັນ​ໝູ່​ກັບ​ລູກ​ແລະ​ຊ່ວຍ​ລູກ​ໃຫ້​ເປັນ​ໝູ່​ກັບ​ພະ​ເຢໂຫວາ ບໍ່​ໄດ້​ເຮັດ​ໃຫ້​ພໍ່​ແມ່​ສູນ​ເສຍ​ສິດ​ອຳນາດ​ຂອງ​ຕົນ. (ຄຳເພງ 25:14) ລູກ​ຈະ​ເຫັນ​ວ່າ​ເຈົ້າ​ຮັກ​ແລະ​ນັບຖື​ເຂົາ​ເຈົ້າ ແລະ​ນັ້ນ​ຈະ​ງ່າຍ​ຂຶ້ນ​ສຳລັບ​ເຂົາ​ເຈົ້າ​ທີ່​ຈະ​ລົມ​ກັບ​ເຈົ້າ​ໃນ​ທຸກ​ເລື່ອງ.

      5. ເພື່ອ​ຈະ​ມີ​ຄວາມ​ສຸກ ພວກ​ລູກ​ສິດ​ຂອງ​ພະ​ເຍຊູ​ຕ້ອງ​ຮັບໃຊ້​ພະ​ເຢໂຫວາ​ແນວ​ໃດ?

      5 ພະ​ເຍຊູ​ຮູ້​ວ່າ​ຖ້າ​ພວກ​ລູກ​ສິດ​ກະຕືລືລົ້ນ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ​ແລະ​ຫຍຸ້ງ​ຢູ່​ສະເໝີ​ໃນ​ການ​ປະກາດ​ຂ່າວ​ດີ ເຂົາ​ເຈົ້າ​ກໍ​ຈະ​ມີ​ຄວາມ​ສຸກ​ແທ້. ດັ່ງ​ນັ້ນ ພະອົງ​ຈຶ່ງ​ກະຕຸ້ນ​ພວກ​ລູກ​ສິດ​ໃຫ້​ດຸ​ໝັ່ນ​ໃນ​ການ​ປະກາດ ແລະ​ພະອົງ​ຍັງ​ໄດ້​ສັນຍາ​ວ່າ​ຈະ​ຊ່ວຍ​ເຂົາ​ເຈົ້າ.—ມັດທາຍ 28:19, 20

      6, 7. ເຈົ້າ​ສະແດງ​ຄວາມ​ຮັກ​ຕໍ່​ລູກ​ແນວ​ໃດ ເມື່ອ​ສອນ​ເຂົາ​ເຈົ້າ​ໃຫ້​ມີ​ກິດຈະກຳ​ທີ່​ເຮັດ​ເປັນ​ປະຈຳ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ?

      6 ເຈົ້າ​ຕ້ອງການ​ໃຫ້​ລູກ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຢູ່​ສະເໝີ ແລະ​ພະອົງ​ກໍ​ຕ້ອງການ​ໃຫ້​ເຈົ້າ​ຝຶກ​ສອນ​ແລະ​ຕີ​ສອນ​ເຂົາ​ເຈົ້າ. ເພື່ອ​ຈະ​ເຮັດ​ເຊັ່ນ​ນັ້ນ ພະອົງ​ໄດ້​ໃຫ້​ສິດ​ອຳນາດ​ແກ່​ເຈົ້າ. (ເອເຟດ 6:4) ດັ່ງ​ນັ້ນ ເຈົ້າ​ຕ້ອງ​ແນ່​ໃຈ​ວ່າ​ເຈົ້າ​ໄດ້​ຝຶກ​ສອນ​ລູກ​ເປັນ​ປະຈຳ. ຕົວຢ່າງ​ເຊັ່ນ: ເຈົ້າ​ຕ້ອງ​ໃຫ້​ລູກ​ໄດ້​ເຂົ້າ​ໂຮງ​ຮຽນ ເພາະ​ເຈົ້າ​ຮູ້​ວ່າ​ການ​ສຶກສາ​ເປັນ​ສິ່ງ​ສຳຄັນ​ແລະ​ເຈົ້າ​ຕ້ອງການ​ໃຫ້​ລູກ​ມ່ວນ​ກັບ​ການ​ຮຽນ​ຮູ້​ສິ່ງ​ໃໝ່ໆ. ຄ້າຍ​ຄື​ກັນ ເຈົ້າ​ກໍ​ຕ້ອງ​ຊ່ວຍ​ລູກ​ໃຫ້​ເຂົ້າ​ຮ່ວມ​ການ​ປະຊຸມ​ປະຈຳ​ປະຊາຄົມ ການ​ປະຊຸມ​ໃຫຍ່ ແລະ​ການ​ນະມັດສະການ​ປະຈຳ​ຄອບຄົວ. ໃນ​ທີ່​ສຸດ ການ​ສຶກສາ​ທີ່​ລູກ​ໄດ້​ຮັບ​ຈາກ​ພະ​ເຢໂຫວາ​ຈະ​ປົກ​ປ້ອງ​ຊີວິດ​ຂອງ​ເຂົາ​ເຈົ້າ​ໄວ້. ດັ່ງ​ນັ້ນ ຈົ່ງ​ຊ່ວຍ​ລູກ​ໃຫ້​ມ່ວນ​ໃນ​ການ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ຊ່ວຍ​ລູກ​ໃຫ້​ສຳນຶກ​ວ່າ​ພະອົງ​ສາມາດ​ສອນ​ເຂົາ​ເຈົ້າ​ໃຫ້​ເປັນ​ຄົນ​ທີ່​ມີ​ສະຕິ​ປັນຍາ​ແທ້. (ສຸພາສິດ 24:14) ນອກ​ຈາກ​ນັ້ນ ຈົ່ງ​ຝຶກ​ສອນ​ລູກ​ໃຫ້​ອອກ​ປະກາດ​ເປັນ​ປະຈຳ. ຂໍ​ໃຫ້​ເຈົ້າ​ຮຽນ​ແບບ​ພະ​ເຍຊູ​ໂດຍ​ຊ່ວຍ​ລູກ​ໃຫ້​ມ່ວນ​ໃນ​ການ​ສອນ​ຄຳພີ​ໄບເບິນ.

      7 ກິດຈະກຳ​ຕ່າງໆທີ່​ເຮັດ​ເປັນ​ປະຈຳ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ ເຊັ່ນ: ການ​ສຶກສາ​ສ່ວນ​ຕົວ ການ​ປະຊຸມ ແລະ​ການ​ປະກາດ​ຈະ​ຊ່ວຍ​ລູກ​ໄວຮຸ່ນ​ໄດ້​ແນວ​ໃດ? ເອຣິນ​ເຊິ່ງ​ອາໄສ​ຢູ່​ປະເທດ​ອາຝຼິກກາ​ໃຕ້ ລາວ​ເລົ່າ​ວ່າ: “ຕອນ​ທີ່​ເປັນ​ເດັກ​ນ້ອຍ ຫຼາຍ​ຄັ້ງ​ພວກ​ເຮົາ​ຈົ່ມ​ແລະ​ບໍ່​ພໍ​ໃຈ​ກ່ຽວ​ກັບ​ການ​ສຶກສາ​ຄຳພີ​ໄບເບິນ ການ​ເຂົ້າ​ຮ່ວມ​ການ​ປະຊຸມ​ຕ່າງໆ ແລະ​ການ​ປະກາດ. ບາງ​ຄັ້ງ​ພວກ​ເຮົາ​ກໍ​ຕັ້ງ​ໃຈ​ຊອກ​ເຮັດ​ສິ່ງ​ທີ່​ຈະ​ຂັດ​ຂວາງ​ບໍ່​ໃຫ້​ມີ​ການ​ສຶກສາ​ປະຈຳ​ຄອບຄົວ​ເພື່ອ​ພວກ​ເຮົາ​ຈະ​ໄດ້​ເຮັດ​ສິ່ງ​ອື່ນ. ແຕ່​ພໍ່​ແມ່​ກໍ​ຍັງ​ບໍ່​ຍົກ​ເລີກ​ການ​ສຶກສາ.” ເອຣິນ​ຮູ້ສຶກ​ຂອບໃຈ​ພໍ່​ແມ່ ເພາະ​ເຂົາ​ເຈົ້າ​ຊ່ວຍ​ລາວ​ໃຫ້​ສຳນຶກ​ວ່າ​ສິ່ງ​ເຫຼົ່າ​ນັ້ນ​ສຳຄັນ​ຫຼາຍ. ຕອນ​ນີ້​ເມື່ອ​ໃດ​ທີ່​ຂາດ​ການ​ປະຊຸມ​ຫຼື​ບໍ່​ສາມາດ​ອອກ​ໄປ​ປະກາດ​ໄດ້ ເອຣິນ​ກໍ​ຈະ​ພະຍາຍາມ​ກັບ​ໄປ​ເຮັດ​ກິດຈະກຳ​ນັ້ນ​ໃຫ້​ໄວ​ເທົ່າ​ທີ່​ເປັນ​ໄປ​ໄດ້.

      ສະແດງ​ຄວາມ​ຖ່ອມ​ຕົວ

      8. (ກ) ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະອົງ​ເປັນ​ຄົນ​ຖ່ອມ​ຕົວ? (ຂ) ຄວາມ​ຖ່ອມ​ຕົວ​ຂອງ​ພະ​ເຍຊູ​ຊ່ວຍ​ພວກ​ລູກ​ສິດ​ແນວ​ໃດ?

      8 ເຖິງ​ວ່າ​ພະ​ເຍຊູ​ເປັນ​ມະນຸດ​ທີ່​ສົມບູນ​ແບບ ແຕ່​ພະອົງ​ກໍ​ເປັນ​ຄົນ​ຖ່ອມ​ຕົວ​ແລະ​ໄດ້​ບອກ​ພວກ​ລູກ​ສິດ​ວ່າ​ພະອົງ​ຕ້ອງການ​ໃຫ້​ພະ​ເຢໂຫວາ​ຊ່ວຍ. (ອ່ານ​ໂຢຮັນ 5:19) ການ​ເຮັດ​ແນວ​ນີ້​ເຮັດ​ໃຫ້​ພວກ​ລູກ​ສິດ​ນັບຖື​ພະ​ເຍຊູ​ໜ້ອຍ​ລົງ​ບໍ? ບໍ່​ເລີຍ. ແຮ່ງ​ເຂົາ​ເຈົ້າ​ເຫັນ​ວ່າ​ພະ​ເຍຊູ​ໝາຍ​ເພິ່ງ​ໃນ​ພະ​ເຢໂຫວາ​ຫຼາຍ​ເທົ່າ​ໃດ ເຂົາ​ເຈົ້າ​ກໍ​ແຮ່ງ​ໄວ້​ວາງໃຈ​ໃນ​ພະ​ເຍຊູ​ຫຼາຍ​ເທົ່າ​ນັ້ນ. ຕໍ່​ມາ​ພວກ​ລູກ​ສິດ​ໄດ້​ຮຽນ​ແບບ​ຄວາມ​ຖ່ອມ​ຕົວ​ຂອງ​ພະ​ເຍຊູ.—ກິດຈະການ 3:12, 13, 16

      ເມື່ອ​ເຈົ້າ​ຍອມ​ຮັບ​ກ່ຽວ​ກັບ​ຄວາມ​ຜິດ​ພາດ​ຂອງ​ຕົວ​ເອງ​ລູກ​ຈະ​ນັບຖື​ເຈົ້າ

      9. ເມື່ອ​ເຈົ້າ​ຍອມ​ຮັບ​ຄວາມ​ຜິດ​ພາດ​ແລະ​ເວົ້າ​ຄຳ​ຂໍ​ໂທດ ສິ່ງ​ນີ້​ຈະ​ຊ່ວຍ​ລູກ​ທີ່​ເປັນ​ໄວຮຸ່ນ​ໄດ້​ແນວ​ໃດ?

      9 ບໍ່​ຄື​ກັບ​ພະ​ເຍຊູ ເຮົາ​ເປັນ​ມະນຸດ​ທີ່​ບໍ່​ສົມບູນ​ແບບ​ແລະ​ເຮັດ​ຜິດ​ພາດ​ໄດ້. ດັ່ງ​ນັ້ນ ຈົ່ງ​ເປັນ​ຄົນ​ຖ່ອມ​ຕົວ. ໃຫ້​ສຳນຶກ​ວ່າ​ມີ​ຫຼາຍ​ສິ່ງ​ທີ່​ເຈົ້າ​ບໍ່​ສາມາດ​ເຮັດ​ໄດ້ ແລະ​ໃຫ້​ຍອມ​ຮັບ​ຄວາມ​ຜິດ​ພາດ​ຂອງ​ຕົວ​ເອງ. (1 ໂຢຮັນ 1:8) ຈາກ​ນັ້ນ ລູກ​ທີ່​ເປັນ​ໄວຮຸ່ນ​ກໍ​ຈະ​ຮຽນ​ຮູ້​ທີ່​ຈະ​ຍອມ​ຮັບ​ຄວາມ​ຜິດ​ພາດ​ຂອງ​ຕົວ​ເອງ ແລະ​ຈະ​ນັບຖື​ເຈົ້າ​ຫຼາຍ​ຂຶ້ນ. ລອງ​ຄິດ​ເບິ່ງ​ວ່າ ເຈົ້າ​ຈະ​ນັບຖື​ໃຜ​ຫຼາຍ​ກວ່າ​ກັນ​ລະຫວ່າງ​ຫົວ​ໜ້າ​ທີ່​ຍອມ​ຮັບ​ຜິດ​ເມື່ອ​ເຮັດ​ຜິດ​ພາດ​ຫຼື​ຫົວ​ໜ້າ​ທີ່​ບໍ່​ເຄີຍ​ເວົ້າ​ແມ່ນ​ແຕ່​ຄຳ​ຂໍ​ໂທດ? ໂຣດສະແມຣີ​ເຊິ່ງ​ມີ​ລູກ​ສາມ​ຄົນ​ໄດ້​ບອກ​ວ່າ ລາວ​ກັບ​ຜົວ​ພ້ອມ​ທີ່​ຈະ​ຍອມ​ຮັບ​ຄວາມ​ຜິດ​ພາດ​ຂອງ​ຕົວ​ເອງ. ໂຣດສະແມຣີ​ອະທິບາຍ​ວ່າ: “ການ​ເຮັດ​ແບບ​ນີ້​ກະຕຸ້ນ​ລູກ​ໃຫ້​ເປີດ​ໃຈ​ເວົ້າ​ກັບ​ພວກ​ເຮົາ​ເມື່ອ​ເຂົາ​ເຈົ້າ​ມີ​ບັນຫາ.” ລາວ​ເວົ້າ​ຕື່ມ​ອີກ​ວ່າ: “ພວກ​ເຮົາ​ສອນ​ລູກ​ໃຫ້​ຮູ້​ວ່າ​ຈະ​ພົບ​ວີ​ທີ​ແກ້ໄຂ​ບັນຫາ​ທີ່​ດີ​ທີ່​ສຸດ​ໄດ້​ຈາກ​ໃສ. ທຸກ​ຄັ້ງ​ທີ່​ລູກ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ ພວກ​ເຮົາ​ໃຫ້​ລູກ​ຄົ້ນ​ຄວ້າ​ເບິ່ງ​ໃນ​ໜັງສື​ຂອງ​ອົງການ​ຂອງ​ເຮົາ​ທີ່​ອາໄສ​ຄຳພີ​ໄບເບິນ​ເປັນ​ຫຼັກ ແລະ​ພວກ​ເຮົາ​ໄດ້​ອະທິດຖານ​ກັບ​ເຂົາ​ເຈົ້າ.”

      10. ພະ​ເຍຊູ​ສະແດງ​ຄວາມ​ຖ່ອມ​ຕົວ​ແນວ​ໃດ​ເມື່ອ​ພະອົງ​ບອກ​ພວກ​ລູກ​ສິດ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ຄວນ​ເຮັດ?

      10 ພະ​ເຍຊູ​ມີ​ສິດ​ອຳນາດ​ທີ່​ຈະ​ບອກ​ພວກ​ລູກ​ສິດ​ໃຫ້​ເຮັດ​ສິ່ງ​ໃດ​ກໍ​ໄດ້. ແຕ່​ຍ້ອນ​ເປັນ​ຄົນ​ຖ່ອມ​ຕົວ ຫຼາຍ​ຄັ້ງ​ພະອົງ​ໄດ້​ອະທິບາຍ​ເຫດຜົນ​ໃຫ້​ເຂົາ​ເຈົ້າ​ຮູ້​ວ່າ​ເປັນ​ຫຍັງ​ຄວນ​ເຮັດ​ສິ່ງ​ນັ້ນ. ຕົວຢ່າງ​ເຊັ່ນ: ພະ​ເຍຊູ​ບໍ່​ພຽງ​ແຕ່​ບອກ​ພວກ​ລູກ​ສິດ​ໃຫ້​ຊອກ​ຫາ​ລາຊະອານາຈັກ​ແລະ​ຄວາມ​ຊອບທຳ​ຂອງ​ພະເຈົ້າ​ກ່ອນ ແຕ່​ພະອົງ​ຍັງ​ບອກ​ວ່າ: “ແລະ​ສິ່ງ​ຂອງ​ທັງ​ປວງ . . . ຈະ​ເປັນ​ທີ່​ຕື່ມ​ໃຫ້​ແກ່​ທ່ານ​ທັງ​ຫຼາຍ.” ເມື່ອ​ພະ​ເຍຊູ​ບອກ​ພວກ​ລູກ​ສິດ​ໃຫ້​ເຊົາ​ຕັດສິນ ພະອົງ​ໄດ້​ອະທິບາຍ​ວ່າ: “ຢ່າຊູ່​ຕັດສິນ ເພື່ອ​ທ່ານ​ທັງ​ຫຼາຍ​ຈະ​ບໍ່​ຖືກ​ຕັດສິນ ເພາະ​ວ່າ​ທ່ານ​ຈະ​ຕັດສິນ​ຢ່າງ​ໃດ ທ່ານ​ຈະ​ຖືກ​ຕັດສິນ​ຢ່າງ​ນັ້ນ.”—ມັດທາຍ 6:31–7:2

      11. ເຈົ້າ​ຈະ​ຊ່ວຍ​ລູກ​ໄວຮຸ່ນ​ແນວ​ໃດ​ເມື່ອ​ອະທິບາຍ​ເຫດຜົນ​ໃຫ້​ລູກ​ຮູ້​ວ່າ​ເປັນ​ຫຍັງ ເຈົ້າ​ຈຶ່ງ​ຕັ້ງ​ກົດ​ລະບຽບ​ຫຼື​ຕັດສິນ​ໃຈ​ແບບ​ນັ້ນ?

      11 ໃຫ້​ຊອກ​ໂອກາດ​ທີ່​ເໝາະ​ສົມ​ເພື່ອ​ອະທິບາຍ​ເຫດຜົນ​ໃຫ້​ລູກ​ທີ່​ເປັນ​ໄວຮຸ່ນ​ຮູ້​ວ່າ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຕັ້ງ​ກົດ​ລະບຽບ​ຫຼື​ຕັດສິນ​ໃຈ​ແບບ​ນັ້ນ. ເມື່ອ​ລູກ​ເຂົ້າ​ໃຈ​ເຫດຜົນ ເປັນ​ໄປ​ໄດ້​ທີ່​ລາວ​ຈະ​ເຊື່ອ​ຟັງ​ເຈົ້າ. ແບຣີ​ເຊິ່ງ​ລ້ຽງ​ລູກ​ສີ່​ຄົນ ລາວ​ເວົ້າ​ວ່າ: “ການ​ບອກ​ລູກ​ໄວຮຸ່ນ​ໃຫ້​ຮູ້​ເຫດຜົນ​ຕ່າງໆຈະ​ຊ່ວຍ​ລູກ​ໃຫ້​ໄວ້​ວາງໃຈ​ເຈົ້າ.” ລູກ​ຈະ​ເຫັນ​ວ່າ​ເຈົ້າ​ບໍ່​ໄດ້​ຕັ້ງ​ກົດ​ລະບຽບ​ຫຼື​ຕັດສິນ​ໃຈ​ແບບ​ນັ້ນ​ຍ້ອນ​ມີ​ສິດ​ອຳນາດ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ ແຕ່​ຍ້ອນ​ເຈົ້າ​ມີ​ເຫດຜົນ​ທີ່​ດີ. ນອກ​ຈາກ​ນັ້ນ ໃຫ້​ຈື່​ໄວ້​ວ່າ​ໄວຮຸ່ນ​ບໍ່​ແມ່ນ​ເດັກ​ນ້ອຍ​ອີກ​ຕໍ່​ໄປ ເພາະ​ເຂົາ​ເຈົ້າ​ເລີ່ມ​ຮຽນ​ຮູ້​ທີ່​ຈະ​ຄິດ​ດ້ວຍ​ຕົວ​ເອງ ແລະ​ກໍ​ຢາກ​ຕັດສິນ​ໃຈ​ດ້ວຍ​ຕົວ​ເອງ. (ໂລມ 12:1) ແບຣີ​ອະທິບາຍ​ວ່າ: “ໄວຮຸ່ນ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ຕັດສິນ​ໃຈ​ຕາມ​ເຫດຜົນ ບໍ່​ແມ່ນ​ຕາມ​ອາລົມ​ຄວາມ​ຮູ້ສຶກ.” (ຄຳເພງ 119:34) ດັ່ງ​ນັ້ນ ໃຫ້​ເປັນ​ຄົນ​ຖ່ອມ​ຕົວ​ແລະ​ອະທິບາຍ​ໃຫ້​ລູກ​ທີ່​ເປັນ​ໄວຮຸ່ນ​ຮູ້​ເຫດຜົນ​ທີ່​ເຈົ້າ​ຕັດສິນ​ໃຈ​ແບບ​ນັ້ນ. ໂດຍ​ວິທີ​ນັ້ນ ລູກ​ກໍ​ຈະ​ຮຽນ​ຮູ້​ທີ່​ຈະ​ຕັດສິນ​ໃຈ​ດ້ວຍ​ຕົວ​ເອງ ນອກ​ຈາກ​ນັ້ນ ລູກ​ຈະ​ຮູ້​ວ່າ​ເຈົ້າ​ນັບຖື​ລາວ ແລະ​ລູກ​ກໍ​ຈະ​ຮູ້​ວ່າ​ເຈົ້າ​ສຳນຶກ​ວ່າ​ລາວ​ກຳລັງ​ເປັນ​ຜູ້​ໃຫຍ່.

      ມີ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ

      12. ເນື່ອງ​ຈາກ​ມີ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ ພະ​ເຍຊູ​ໄດ້​ຊ່ວຍ​ເປໂຕ​ໂດຍ​ວິທີ​ໃດ?

      12 ພະ​ເຍຊູ​ມີ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ​ແລະ​ເຂົ້າ​ໃຈ​ວ່າ​ພວກ​ລູກ​ສິດ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ແບບ​ໃດ. ຕົວຢ່າງ​ເຊັ່ນ: ເມື່ອ​ພະ​ເຍຊູ​ບອກ​ພວກ​ລູກ​ສິດ​ວ່າ​ພະອົງ​ຈະ​ຖືກ​ຂ້າ ເປໂຕ​ຈຶ່ງ​ບອກ​ພະ​ເຍຊູ​ໃຫ້​ສະແດງ​ຄວາມ​ກະລຸນາ​ຕໍ່​ຕົວ​ເພິ່ນ​ເອງ. ພະ​ເຍຊູ​ຮູ້​ວ່າ​ເປໂຕ​ເວົ້າ​ດ້ວຍ​ຄວາມ​ຮັກ ແຕ່​ພະອົງ​ກໍ​ຍັງ​ຮູ້​ວ່າ​ເປໂຕ​ຫາ​ເຫດຜົນ​ໃນ​ແບບ​ທີ່​ບໍ່​ຖືກຕ້ອງ. ພະ​ເຍຊູ​ໄດ້​ຊ່ວຍ​ເປໂຕ​ແລະ​ລູກ​ສິດ​ຄົນ​ອື່ນໆໂດຍ​ວິທີ​ໃດ? ທຳອິດ ພະອົງ​ແກ້ໄຂ​ເປໂຕ ຈາກ​ນັ້ນ ພະ​ເຍຊູ​ກໍ​ໄດ້​ອະທິບາຍ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຄົນ​ທີ່​ບໍ່​ເຮັດ​ຕາມ​ຈຸດ​ປະສົງ​ຂອງ​ພະ​ເຢໂຫວາ​ເມື່ອ​ການ​ເຮັດ​ເຊັ່ນ​ນັ້ນ​ເປັນ​ເລື່ອງ​ທີ່​ຍາກ. ພະ​ເຍຊູ​ຍັງ​ບອກ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ລາງວັນ​ກັບ​ຄົນ​ທີ່​ບໍ່​ເຫັນ​ແກ່​ຕົວ. (ມັດທາຍ 16:21-27) ໃນ​ທີ່​ສຸດ ເປໂຕ​ກໍ​ໄດ້​ຮຽນ​ຮູ້​ບົດຮຽນ​ທີ່​ສຳຄັນ​ນີ້.—1 ເປໂຕ 2:20, 21

      13, 14. (ກ) ສິ່ງ​ໃດ​ອາດ​ສະແດງ​ໃຫ້​ເຫັນ​ວ່າ​ລູກ​ທີ່​ເປັນ​ໄວຮຸ່ນ​ຈຳເປັນ​ຕ້ອງ​ເສີມ​ສ້າງ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ຂຶ້ນ? (ຂ) ເຈົ້າ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ລູກ​ຊາຍ​ຫຼື​ລູກ​ສາວ​ຂອງ​ເຈົ້າ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ແບບ​ໃດ​ແທ້ໆ?

      13 ໃຫ້​ອະທິດຖານ​ຂໍ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ​ຈາກ​ພະ​ເຢໂຫວາ​ເພື່ອ​ເຈົ້າ​ຈະ​ເຂົ້າ​ໃຈ​ວ່າ​ລູກ​ທີ່​ເປັນ​ໄວຮຸ່ນ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ແບບ​ໃດ. (ຄຳເພງ 32:8) ບາງ​ທີ​ເຈົ້າ​ເຫັນ​ວ່າ​ລູກ​ບໍ່​ມີ​ຄວາມ​ສຸກ​ຄື​ແຕ່​ກ່ອນ ຫຼື​ເວົ້າ​ໃນ​ແງ່​ລົບ​ກ່ຽວ​ກັບ​ພີ່​ນ້ອງ. ເຈົ້າ​ອາດ​ຈະ​ຮູ້ສຶກ​ວ່າ​ມີ​ບາງ​ເລື່ອງ​ທີ່​ລູກ​ປິດ​ບັງ​ບໍ່​ໃຫ້​ເຈົ້າ​ຮູ້. ຢ່າ​ຟ້າວ​ສະ​ຫຼຸບ​ວ່າ​ລູກ​ທີ່​ເປັນ​ໄວຮຸ່ນ​ກຳລັງ​ລັກ​ເຮັດ​ບາງ​ສິ່ງ​ທີ່​ຜິດ​ຫຼາຍ.a ແຕ່​ກໍ​ຢ່າ​ຖື​ເບົາ​ຕໍ່​ກັບ​ບັນຫາ​ນັ້ນ​ແລະ​ຢ່າ​ຄາດ​ໝາຍ​ວ່າ​ບັນຫາ​ນັ້ນ​ຈະ​ໝົດ​ໄປ​ເອງ. ເຈົ້າ​ອາດ​ຈຳເປັນ​ຕ້ອງ​ໄດ້​ຊ່ວຍ​ລູກ​ໃຫ້​ເສີມ​ສ້າງ​ຄວາມ​ເຊື່ອ​ຂອງ​ລາວ​ໃຫ້​ເຂັ້ມແຂງ​ຂຶ້ນ.

      ພວກ​ຜູ້​ຍິງ​ທີ່​ເປັນ​ໄວຮຸ່ນ​ກຳລັງ​ເຮັດ​ເຂົ້າ​ໜົມ​ເຄັກ​ນຳ​ກັນ

      ຊ່ວຍ​ລູກ​ໃຫ້​ມີ​ໝູ່​ທີ່​ດີ​ໃນ​ປະຊາຄົມ (ເບິ່ງ​ຂໍ້ 14)

      14 ເພື່ອ​ຈະ​ຮູ້​ວິທີ​ຊ່ວຍ​ລູກ​ທີ່​ເປັນ​ໄວຮຸ່ນ ໃຫ້​ຖາມ​ລູກ​ໂດຍ​ໃຊ້​ຄຳຖາມ​ທີ່​ສະແດງ​ຄວາມ​ກະລຸນາ​ແລະ​ຄວາມ​ນັບຖື. ການ​ໃຊ້​ຄຳຖາມ​ເປັນ​ຄື​ກັບ​ການ​ຕັກ​ນ້ຳ​ຂຶ້ນ​ຈາກ​ສ້າງ. ຖ້າ​ດຶງ​ໄວ​ໂພດ ເຈົ້າ​ກໍ​ຈະ​ບໍ່​ໄດ້​ນ້ຳ​ຫຼາຍ​ຕາມ​ທີ່​ເຈົ້າ​ຕ້ອງການ. ຄ້າຍ​ຄື​ກັນ ຖ້າ​ເຈົ້າ​ບໍ່​ມີ​ຄວາມ​ອົດ​ທົນ​ເມື່ອ​ຖາມ​ຄຳຖາມ​ຫຼື​ພະຍາຍາມ​ບັງຄັບ​ໃຫ້​ລູກ​ເວົ້າ​ກັບ​ເຈົ້າ ເຈົ້າ​ຈະ​ບໍ່​ຮູ້​ໃນ​ສິ່ງ​ທີ່​ລູກ​ຄິດ​ແລະ​ສິ່ງ​ທີ່​ລູກ​ຮູ້ສຶກ​ແທ້ໆ. (ອ່ານ​ສຸພາສິດ 20:5) ອິລາເຣຍ​ຈື່​ໄດ້​ວ່າ​ຕອນ​ທີ່​ເປັນ​ໄວຮຸ່ນ ລາວ​ຢາກ​ໃຊ້​ເວລາ​ຫຼາຍ​ຂຶ້ນ​ກັບ​ໝູ່​ທີ່​ຮຽນ​ຢູ່​ຫ້ອງ​ດຽວ​ກັນ ແຕ່​ລາວ​ກໍ​ຮູ້​ວ່າ​ການ​ເຮັດ​ເຊັ່ນ​ນັ້ນ​ເປັນ​ສິ່ງ​ທີ່​ຜິດ. ພໍ່​ແມ່​ສັງເກດ​ເຫັນ​ວ່າ​ອິລາເຣຍ​ກັງວົນ​ກ່ຽວ​ກັບ​ບາງ​ຢ່າງ. ອິລາເຣຍ​ໄດ້​ເວົ້າ​ວ່າ: “ໃນ​ຕອນ​ແລງ​ຂອງ​ມື້​ໜຶ່ງ ພໍ່​ແມ່​ໄດ້​ເວົ້າ​ວ່າ​ພວກ​ເພິ່ນ​ສັງເກດ​ເຫັນ​ວ່າ​ຂ້ອຍ​ເຫງົາ​ໜ້ອຍ​ໜຶ່ງ ແລະ​ໄດ້​ຖາມ​ວ່າ​ມີ​ບັນຫາ​ຫຍັງ​ບໍ. ຂ້ອຍ​ຮ້ອງໄຫ້​ທັນທີ ແລະ​ບອກ​ໃຫ້​ພວກ​ເພິ່ນ​ຮູ້​ກ່ຽວ​ກັບ​ບັນຫາ​ນັ້ນ ແລະ​ຂ້ອຍ​ໄດ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພວກ​ເພິ່ນ. ພໍ່​ແມ່​ຈຶ່ງ​ກອດ​ຂ້ອຍ ແລະ​ເວົ້າ​ວ່າ​ເຂົ້າ​ໃຈ​ຂ້ອຍ​ແລະ​ສັນຍາ​ວ່າ​ຈະ​ຊ່ວຍ​ຂ້ອຍ.” ພໍ່​ແມ່​ຂອງ​ອິລາເຣຍ​ເລີ່ມ​ຊ່ວຍ​ລາວ​ທັນທີ​ໃຫ້​ມີ​ໝູ່​ທີ່​ດີ​ໃນ​ປະຊາຄົມ.

      ໃຫ້​ຊອກ​ຫາ​ຄຸນ​ລັກສະນະ​ທີ່​ດີ​ຂອງ​ລູກ​ແລະ​ໃຫ້​ຊົມ​ເຊີຍ​ລູກ

      15. ມີ​ຫຍັງ​ອີກ​ທີ່​ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ວ່າ​ພະອົງ​ມີ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ?

      15 ພະ​ເຍຊູ​ຍັງ​ມີ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ​ເມື່ອ​ພະອົງ​ສັງເກດ​ເຫັນ​ຄຸນ​ລັກສະນະ​ທີ່​ດີ​ຂອງ​ພວກ​ລູກ​ສິດ. ຕົວຢ່າງ​ເຊັ່ນ: ເມື່ອ​ນະ​ທາ​ເນ​ເອນ​ໄດ້​ຍິນ​ວ່າ​ພະ​ເຍຊູ​ຈະ​ມາ​ຈາກ​ເມືອງ​ນາຊາເລດ ລາວ​ໄດ້​ຖາມ​ວ່າ: ‘ສິ່ງ​ດີ​ຢ່າງ​ໃດ​ຢ່າງ​ໜຶ່ງ​ຈະ​ມາ​ແຕ່​ເມືອງ​ນາຊາເລດ​ໄດ້​ຫຼື?’ (ໂຢຮັນ 1:46) ຖ້າ​ເຈົ້າ​ຢູ່​ທີ່​ນັ້ນ ເຈົ້າ​ອາດ​ຈະ​ຄິດ​ວ່າ​ນະທານາເອນ​ມີ​ຄວາມ​ຄິດ​ໃນ​ແງ່​ລົບ ມີ​ອະຄະຕິ ຫຼື​ບໍ່​ມີ​ຄວາມ​ເຊື່ອ. ແຕ່​ພະ​ເຍຊູ​ບໍ່​ໄດ້​ຄິດ​ແບບ​ນັ້ນ. ພະອົງ​ມີ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ​ແລະ​ຮູ້​ວ່າ​ນະທານາເອນ​ເປັນ​ຄົນ​ສັດ​ຊື່. ດັ່ງ​ນັ້ນ ພະອົງ​ຈຶ່ງ​ເວົ້າ​ວ່າ: ‘ຜູ້​ນີ້​ເປັນ​ຊາວ​ອິດສະລາແອນ​ແທ້ ບໍ່​ມີ​ຄວາມ​ອຸບາຍ​ໃນ​ທ່ານ.’ (ໂຢຮັນ 1:47) ພະ​ເຍຊູ​ສາມາດ​ອ່ານ​ຫົວໃຈ​ຄົນ​ໄດ້ ແລະ​ພະອົງ​ໃຊ້​ຄວາມ​ສາມາດ​ນັ້ນ​ເພື່ອ​ຊອກ​ຫາ​ຄຸນ​ລັກສະນະ​ທີ່​ດີ​ຂອງ​ຜູ້​ຄົນ.

      16. ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ສະໜັບສະໜູນ​ລູກ​ທີ່​ເປັນ​ໄວຮຸ່ນ​ໃຫ້​ປັບ​ປຸງ​ຕົວ​ເອງ?

      16 ເຖິງ​ວ່າ​ເຈົ້າ​ບໍ່​ສາມາດ​ອ່ານ​ໃຈ​ຄົນ​ໄດ້​ຄື​ກັບ​ພະ​ເຍຊູ ແຕ່​ເຈົ້າ​ສາມາດ​ມີ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ​ໄດ້. ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ຊອກ​ເບິ່ງ​ຄຸນ​ລັກສະນະ​ທີ່​ດີ​ຂອງ​ລູກ​ທີ່​ເປັນ​ໄວຮຸ່ນ. ເຖິງ​ວ່າ​ລູກ​ເຮັດ​ໃຫ້​ເຈົ້າ​ຜິດ​ຫວັງ ແຕ່​ຢ່າ​ເວົ້າ​ວ່າ​ລາວ​ເປັນ​ຄົນ​ຊົ່ວ​ຫຼື​ເປັນ​ຜູ້​ສ້າງ​ບັນຫາ. ຢ່າ​ຄິດ​ແບບ​ນັ້ນ​ກັບ​ລູກ. ໃຫ້​ບອກ​ລູກ​ວ່າ​ເຈົ້າ​ເຫັນ​ຄຸນ​ລັກສະນະ​ທີ່​ດີ​ຂອງ​ລາວ​ແລະ​ເຈົ້າ​ກໍ​ໝັ້ນ​ໃຈ​ວ່າ​ລາວ​ຕ້ອງການ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ໃຫ້​ສັງເກດ​ເບິ່ງ​ສິ່ງ​ທີ່​ລູກ​ໄດ້​ເຮັດ​ເພື່ອ​ປັບ​ປຸງ​ຕົວ​ເອງ ແລະ​ໃຫ້​ຊົມ​ເຊີຍ​ລາວ. ໃຫ້​ຊ່ວຍ​ລູກ​ໃຫ້​ພະຍາຍາມ​ສະແດງ​ຄຸນ​ລັກສະນະ​ທີ່​ດີ​ໂດຍ​ມອບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຼາຍ​ຂຶ້ນ​ເມື່ອ​ເປັນ​ໄປ​ໄດ້. ພະ​ເຍຊູ​ເຮັດ​ແບບ​ນັ້ນ​ກັບ​ພວກ​ລູກ​ສິດ. ໜຶ່ງ​ປີ​ເຄິ່ງ​ຫຼັງ​ຈາກ​ທີ່​ພົບ​ກັບ​ນະ​ທາ​ເນ​ເອນ (ຍັງ​ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ ບາເທເລມີ) ພະ​ເຍຊູ​ໄດ້​ມອບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສຳຄັນ​ໃຫ້​ລາວ. ພະອົງ​ໄດ້​ແຕ່ງ​ຕັ້ງ​ໃຫ້​ນະ​ທາ​ເນ​ເອນ​ເປັນ​ອັກຄະສາວົກ ແລະ​ລາວ​ກໍ​ເຮັດ​ວຽກ​ນັ້ນ​ຢ່າງ​ສັດ​ຊື່. (ລືກາ 6:13, 14; ກິດຈະການ 1:13, 14) ດັ່ງ​ນັ້ນ ແທນ​ທີ່​ຈະ​ເຮັດ​ໃຫ້​ລູກ​ຮູ້ສຶກ​ວ່າ​ລາວ​ເຮັດ​ບໍ່​ດີ​ຈັກ​ຢ່າງ ໃຫ້​ຊົມ​ເຊີຍ​ແລະ​ໜູນ​ກຳລັງ​ໃຈ​ລູກ. ເຮັດ​ໃຫ້​ລູກ​ຮູ້ສຶກ​ວ່າ​ລາວ​ເຮັດ​ໃຫ້​ເຈົ້າ​ແລະ​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ໄດ້ ແລະ​ລາວ​ສາມາດ​ໃຊ້​ຄວາມ​ສາມາດ​ທີ່​ມີ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ.

      ການ​ຝຶກ​ສອນ​ລູກ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ຫຼາຍ

      17, 18. ຈະ​ເກີດ​ຜົນ​ຄື​ແນວ​ໃດ ຖ້າ​ເຈົ້າ​ຝຶກ​ສອນ​ລູກ​ຕໍ່ໆໄປ​ໃຫ້​ຮັບໃຊ້​ພະ​ເຢໂຫວາ?

      17 ເຈົ້າ​ອາດ​ຮູ້ສຶກ​ຄື​ກັບ​ອັກຄະສາວົກ​ໂປໂລ. ລາວ​ເປັນ​ຫ່ວງ​ຫຼາຍ​ກ່ຽວ​ກັບ​ຄົນ​ເຫຼົ່າ​ນັ້ນ​ທີ່​ເປັນ​ຄື​ກັບ​ລູກ​ຂອງ​ລາວ. ໂປໂລ​ໄດ້​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮຽນ​ຮູ້​ເລື່ອງ​ພະ​ເຢໂຫວາ ແລະ​ລາວ​ຮັກ​ເຂົ້າ​ເຈົ້າ​ຫຼາຍ. ດັ່ງ​ນັ້ນ ໂປໂລ​ຈະ​ເຈັບ​ປວດ​ໃຈ​ຫຼາຍ​ເມື່ອ​ຄິດ​ວ່າ​ບາງ​ຄົນ​ອາດ​ຈະ​ບໍ່​ຮັບໃຊ້​ພະ​ເຢໂຫວາ​ຕໍ່​ໄປ. (1 ໂກລິນໂທ 4:15; 2 ໂກລິນໂທ 2:4) ວິກເຕີ​ເຊິ່ງ​ລ້ຽງ​ລູກ​ສາມ​ຄົນ ລາວ​ເວົ້າ​ວ່າ: “ການ​ລ້ຽງ​ລູກ​ໃນ​ຕອນ​ທີ່​ເປັນ​ໄວຮຸ່ນ​ບໍ່​ງ່າຍ​ເລີຍ ແຕ່​ນັ້ນ​ກໍ​ເປັນ​ໄລຍະ​ເວລາ​ທີ່​ດີ​ເຊິ່ງ​ສຳຄັນ​ກວ່າ​ບັນຫາ​ຕ່າງໆທີ່​ພວກ​ເຮົາ​ປະສົບ. ດ້ວຍ​ການ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ພວກ​ເຮົາ​ຈຶ່ງ​ມີ​ຄວາມ​ສຸກ​ທີ່​ໄດ້​ໃກ້​ຊິດ​ກັບ​ລູກ.”

      18 ພໍ່​ແມ່​ທັງ​ຫຼາຍ ເພາະ​ເຈົ້າ​ຮັກ​ລູກ​ຫຼາຍ ເຈົ້າ​ຈຶ່ງ​ໄດ້​ອອກ​ຄວາມ​ພະຍາຍາມ​ຢ່າງ​ໜັກ​ເພື່ອ​ຝຶກ​ສອນ​ເຂົາ​ເຈົ້າ. ຂໍ​ໃຫ້​ເຈົ້າ​ເຮັດ​ເຊັ່ນ​ນີ້​ຕໍ່ໆ. ໃຫ້​ຄິດ​ເບິ່ງ​ວ່າ ເຈົ້າ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ສ່ຳ​ໃດ​ເມື່ອ​ລູກ​ຕັດສິນ​ໃຈ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ແລະ​ຮັບໃຊ້​ພະອົງ​ຢ່າງ​ສັດ​ຊື່​ຕໍ່ໆໄປ.—3 ໂຢຮັນ 4

      a ພໍ່​ແມ່​ອາດ​ເຫັນ​ວ່າ​ເປັນ​ປະໂຫຍດ​ທີ່​ຈະ​ອ່ານ​ປຶ້ມ​ຄຳຖາມ​ທີ່​ໜຸ່ມ​ສາວ​ຖາມ ຄຳຕອບ​ທີ່​ໃຊ້​ໄດ້​ຜົນ ເຫຼັ້ມ 1 ໜ້າ 317 ແລະ​ເຫຼັ້ມ 2 ໜ້າ 136-141.

      ການ​ອະທິບາຍ​ບາງ​ສຳນວນ

      • ການ​ຮຽນ​ແບບ​ພະ​ເຍຊູ ໝາຍ​ເຖິງ​ການ​ຮຽນ​ຮູ້​ຈາກ​ວິທີ​ທີ່​ພະອົງ​ຝຶກ​ສອນ​ພວກ​ລູກ​ສິດ. ພະ​ເຍຊູ​ສອນ​ເຂົາ​ເຈົ້າ​ໃຫ້​ຮັກ​ແລະ​ຮັບໃຊ້​ພະ​ເຢໂຫວາ. ພະອົງ​ເປັນ​ໝູ່​ກັບ​ພວກ​ລູກ​ສິດ ແລະ​ຊອກ​ຫາ​ຄຸນ​ລັກສະນະ​ທີ່​ດີ​ຂອງ​ເຂົາ​ເຈົ້າ. ເມື່ອ​ພະ​ເຍຊູ​ຂໍ​ໃຫ້​ພວກ​ລູກ​ສິດ​ເຮັດ​ບາງ​ສິ່ງ ພະອົງ​ອະທິບາຍ​ເຫດຜົນ​ໃຫ້​ເຂົາ​ເຈົ້າ​ຮູ້​ວ່າ​ເປັນ​ຫຍັງ​ຄວນ​ເຮັດ​ສິ່ງ​ນັ້ນ

  • ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ການ​ສື່ສານ
    ຫໍສັງເກດການ—2015 | 15 ທັນວາ
    • ແສງ​ຂອງ​ດວງ​ຕາເວັນ​ສ່ອງ​ສະຫວ່າງ​ໃສ່​ອາດາມ​ຢູ່​ໃນ​ສວນ​ເອເດນ

      ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ການ​ສື່ສານ

      ‘ເຊີນ​ພະອົງ​ຟັງ​ແລະ​ຂ້າ​ນ້ອຍ​ຈະ​ເວົ້າ.’—ໂຢບ 42:4

      ເພງ: 113, 114

      ເຈົ້າ​ຈະ​ຕອບ​ແນວ​ໃດ?

      • ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໃຊ້​ພາສາ​ທີ່​ເຂົ້າ​ໃຈ​ງ່າຍ​ເມື່ອ​ສື່ສານ​ກັບ​ມະນຸດ?

      • ການ​ທີ່​ມະນຸດ​ໃຊ້​ຫຼາຍ​ພາສາ​ທີ່​ແຕກຕ່າງ​ກັນ ເປັນ​ຫຍັງ​ຈຶ່ງ​ບໍ່​ເປັນ​ອຸປະສັກ​ສຳລັບ​ພະ​ເຢໂຫວາ?

      • ອົງການ​ຂອງ​ພະ​ເຢໂຫວາ​ມີ​ເປົ້າ​ໝາຍ​ຫຍັງ​ຈຶ່ງ​ຈັດ​ໃຫ້​ມີ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່?

      1-3. (ກ) ເປັນ​ຫຍັງ​ຄວາມ​ຄິດ​ແລະ​ພາສາ​ຂອງ​ພະ​ເຢໂຫວາ​ຈຶ່ງ​ເໜືອ​ກວ່າ​ຂອງ​ມະນຸດ? (ຂ) ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ຮຽນ​ຮູ້​ເລື່ອງ​ຫຍັງ​ແດ່?

      ພະ​ເຢໂຫວາ​ໄດ້​ສ້າງ​ທູດ​ສະຫວັນ ແລະ​ຕໍ່​ມາ​ກໍ​ໄດ້​ສ້າງ​ມະນຸດ ກໍ​ຍ້ອນ​ວ່າ​ພະອົງ​ຕ້ອງການ​ໃຫ້​ຄົນ​ອື່ນ​ມີ​ຊີວິດ​ແລະ​ມີ​ຄວາມ​ສຸກ. (ຄຳເພງ 36:9; 1 ຕີໂມເຕ 1:11) ທຳອິດ ພະ​ເຢໂຫວາ​ໄດ້​ສ້າງ​ຜູ້​ໜຶ່ງ​ທີ່​ອັກຄະສາວົກ​ໂຢຮັນ​ເອີ້ນ​ວ່າ “ພະ​ຄຳ.” (ໂຢຮັນ 1:1; ຄຳປາກົດ 3:14) ພະ​ເຢໂຫວາ​ໄດ້​ສື່ສານ​ກັບ​ຜູ້​ນັ້ນ​ເຊິ່ງ​ກໍ​ແມ່ນ​ພະ​ເຍຊູ ແລະ​ພະ​ເຢໂຫວາ​ຍັງ​ໄດ້​ສະແດງ​ໃຫ້​ພະ​ເຍຊູ​ຮູ້​ເຖິງ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ຂອງ​ພະອົງ. (ໂຢຮັນ 1:14, 17; ໂກໂລດ 1:15) ອັກຄະສາວົກ​ໂປໂລ​ບອກ​ວ່າ​ພວກ​ທູດ​ສະຫວັນ​ກໍ​ມີ​ການ​ສື່ສານ​ກັນ​ແລະ​ມີ​ພາສາ​ຂອງ​ເຂົາ​ເຈົ້າ​ເອງ ເຊິ່ງ​ແຕກຕ່າງ​ຫຼາຍ​ແທ້ໆຈາກ​ພາສາ​ຂອງ​ມະນຸດ.—1 ໂກລິນໂທ 13:1

      2 ພະ​ເຢໂຫວາ​ຮູ້​ທຸກ​ສິ່ງ​ກ່ຽວ​ກັບ​ຜູ້​ທີ່​ພະອົງ​ສ້າງ​ທັງ​ທີ່​ເປັນ​ມະນຸດ​ແລະ​ທັງ​ທີ່​ເປັນ​ທູດ​ສະຫວັນ​ເຊິ່ງ​ມີ​ຈຳນວນ​ຕື້ໆອົງ. ພະ​ເຢໂຫວາ​ສາມາດ​ຟັງ​ຄຳ​ອະທິດຖານ​ຂອງ​ຫຼາຍ​ລ້ານ​ຄົນ​ໃນ​ເວລາ​ດຽວ​ກັນ ແລະ​ພະອົງ​ກໍ​ເຂົ້າ​ໃຈ​ຄຳ​ອະທິດຖານ​ເຫຼົ່າ​ນັ້ນ​ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ເວົ້າ​ພາສາ​ໃດ​ກໍ​ຕາມ. ໃນ​ຂະນະ​ທີ່​ພະ​ເຢໂຫວາ​ກຳລັງ​ຟັງ​ຄຳ​ອະທິດຖານ​ທັງ​ໝົດ​ນັ້ນ ພະອົງ​ໄດ້​ສື່ສານ​ແລະ​ຊີ້​ນຳ​ພວກ​ທູດ​ສະຫວັນ​ໄປ​ພ້ອມໆກັນ. ເພື່ອ​ຈະ​ເຮັດ​ໄດ້​ແບບ​ນັ້ນ ຄວາມ​ຄິດ​ແລະ​ພາສາ​ຂອງ​ພະ​ເຢໂຫວາ​ຕ້ອງ​ເໜືອ​ກວ່າ​ຄວາມ​ຄິດ​ແລະ​ພາສາ​ຂອງ​ມະນຸດ. (ອ່ານ​ເອຊາອີ 55:8, 9) ດັ່ງ​ນັ້ນ ເມື່ອ​ພະ​ເຢໂຫວາ​ສື່ສານ​ກັບ​ມະນຸດ ພະອົງ​ໄດ້​ເຮັດ​ໃຫ້​ຂ່າວ​ສານ​ຂອງ​ພະອົງ​ເປັນ​ເລື່ອງ​ງ່າຍໆເພື່ອ​ພວກ​ເຮົາ​ຈະ​ເຂົ້າ​ໃຈ​ໄດ້.

      3 ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ຮຽນ​ຮູ້​ວິທີ​ທີ່​ພະ​ເຢໂຫວາ​ສື່ສານ​ກັບ​ມະນຸດ​ໃນ​ແບບ​ທີ່​ຊັດເຈນ. ນອກ​ຈາກ​ນັ້ນ ເຮົາ​ຈະ​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ປ່ຽນ​ແປງ​ການ​ສື່ສານ​ຂອງ​ພະອົງ​ໂດຍ​ອີງ​ຕາມ​ສະພາບການ​ຕ່າງໆ.

      ພະເຈົ້າ​ສື່ສານ​ກັບ​ມະນຸດ

      4. (ກ) ພະ​ເຢໂຫວາ​ໃຊ້​ພາສາ​ໃດ​ເພື່ອ​ສື່ສານ​ກັບ​ໂມເຊ ຊາເມືອນ ແລະ​ດາວິດ? (ຂ) ຄຳພີ​ໄບເບິນ​ໄດ້​ບັນທຶກ​ເລື່ອງ​ຫຍັງ?

      4 ໃນ​ສວນ​ເອເດນ ອາດ​ເປັນ​ໄປ​ໄດ້​ທີ່​ພະ​ເຢໂຫວາ​ໃຊ້​ພາສາ​ເຫບເລີ​ບູຮານ​ເມື່ອ​ພະອົງ​ສື່ສານ​ກັບ​ອາດາມ​ມະນຸດ​ຄົນ​ທຳອິດ. ຕໍ່​ມາ​ພະ​ເຢໂຫວາ​ໄດ້​ສື່ສານ​ກັບ​ມະນຸດ​ຄົນ​ອື່ນໆ ເຊັ່ນ: ໂມເຊ ຊາເມືອນ ແລະ​ດາວິດ. ເຖິງ​ວ່າ​ເຂົາ​ເຈົ້າ​ໄດ້​ຂຽນ​ເປັນ​ພາສາ​ເຫບເລີ​ແລະ​ໃນ​ຮູບ​ແບບ​ການ​ຂຽນ​ຂອງ​ເຂົາ​ເຈົ້າ​ເອງ ແຕ່​ທີ່​ຈິງ​ແລ້ວ​ຄົນ​ເຫຼົ່າ​ນີ້​ກຳລັງ​ຂຽນ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ. ເຂົາ​ເຈົ້າ​ໄດ້​ຂຽນ​ຄຳ​ເວົ້າ​ທີ່​ພະ​ເຢໂຫວາ​ບອກ​ກັບ​ເຂົາ​ເຈົ້າ​ໂດຍ​ກົງ ແລະ​ຍັງ​ຂຽນ​ປະຫວັດ​ເລື່ອງ​ສາຍ​ສຳພັນ​ທີ່​ພະ​ເຢໂຫວາ​ມີ​ກັບ​ປະຊາຊົນ​ຂອງ​ພະອົງ. ຕົວຢ່າງ​ເຊັ່ນ: ຄຳພີ​ໄບເບິນ​ໄດ້​ບັນທຶກ​ເລື່ອງ​ຄວາມ​ເຊື່ອ​ແລະ​ຄວາມ​ຮັກ​ທີ່​ຄົນ​ເຫຼົ່າ​ນັ້ນ​ມີ​ຕໍ່​ພະ​ເຢໂຫວາ ນອກ​ຈາກ​ນັ້ນ​ກໍ​ຍັງ​ບັນທຶກ​ເລື່ອງ​ຄວາມ​ຜິດ​ພາດ​ແລະ​ຄວາມ​ບໍ່​ສັດ​ຊື່​ຂອງ​ເຂົາ​ເຈົ້າ​ນຳ​ອີກ. ຂໍ້​ມູນ​ທັງ​ໝົດ​ນີ້​ຂຽນ​ໄວ້​ກໍ​ເພື່ອ​ເປັນ​ປະໂຫຍດ​ສຳລັບ​ເຮົາ.—ໂລມ 15:4

      ຜູ້​ຂຽນ​ຄຳພີ​ໄບເບິນ​ໄດ້​ຂຽນ​ຄຳ​ເວົ້າ​ທີ່​ພະ​ເຢໂຫວາ​ບອກ​ກັບ​ເຂົາ​ເຈົ້າ​ໂດຍ​ກົງ ແລະ​ຍັງ​ຂຽນ​ກ່ຽວ​ກັບ​ປະຫວັດ​ເລື່ອງ​ສາຍ​ສຳພັນ​ທີ່​ພະ​ເຢໂຫວາ​ມີ​ກັບ​ປະຊາຊົນ​ຂອງ​ພະອົງ

      5. ພະ​ເຢໂຫວາ​ໃຊ້​ພຽງ​ພາສາ​ເຫບເລີ​ເທົ່າ​ນັ້ນ​ບໍ​ເພື່ອ​ສື່ສານ​ກັບ​ມະນຸດ? ຂໍ​ໃຫ້​ອະທິບາຍ.

      5 ພະ​ເຢໂຫວາ​ບໍ່​ໄດ້​ໃຊ້​ພຽງ​ພາສາ​ເຫບເລີ​ເທົ່າ​ນັ້ນ​ເພື່ອ​ສື່ສານ​ກັບ​ມະນຸດ. ເມື່ອ​ຊາວ​ອິດສະລາແອນ​ຫຼຸດ​ພົ້ນ​ຈາກ​ການ​ເປັນ​ຊະເລີຍ​ຂອງ​ປະເທດ​ບາບີໂລນ ປະຊາຊົນ​ຈຳນວນ​ໜຶ່ງ​ໄດ້​ເວົ້າ​ພາສາ​ອາຣະເມອິກ​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ເຂົາ​ເຈົ້າ. ບາງ​ທີ​ນັ້ນ​ອາດ​ເປັນ​ເຫດຜົນ​ທີ່​ດານຽນ ເຢເຣມີ ແລະ​ເອເຊດຣາເຊ​ໄດ້​ຂຽນ​ສ່ວນ​ໜຶ່ງ​ຂອງ​ຄຳພີ​ໄບເບິນ​ເປັນ​ພາສາ​ອາຣະເມອິກ.

      ການ​ແປ​ພະ​ຄຳ​ຂອງ​ພະເຈົ້າ​ຈາກ​ບົດ​ຂຽນ​ຕົ້ນ​ສະບັບ​ຈົນ​ເຖິງ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່​ສະບັບ​ປັບ​ປຸງ​ໃນ​ປີ 2013

      6. ເປັນ​ຫຍັງ​ຈຶ່ງ​ມີ​ການ​ແປ​ພະ​ຄຳພີ​ພາກ​ພາສາ​ເຫບເລີ​ເປັນ​ພາສາ​ເກັຣກ?

      6 ຕໍ່​ມາ ອາເລັກຊານເດີ​ຜູ້​ຍິ່ງໃຫຍ່​ໄດ້​ພິຊິດ​ດິນແດນ​ສ່ວນ​ໃຫຍ່​ຂອງ​ໂລກ​ນີ້ ແລະ​ພາສາ​ເກັຣກ​ທົ່ວໄປ​ຫຼື​ພາສາ​ເກັຣກ​ຄີນີ​ຈຶ່ງ​ກາຍ​ເປັນ​ພາສາ​ຫຼັກ​ຂອງ​ຫຼາຍ​ປະເທດ. ຄົນ​ຢິວ​ສ່ວນ​ຫຼາຍ​ໄດ້​ເລີ່ມ​ເວົ້າ​ພາສາ​ເກັຣກ ແລະ​ໃນ​ທີ່​ສຸດ​ຈຶ່ງ​ມີ​ການ​ແປ​ພະ​ຄຳພີ​ພາກ​ພາສາ​ເຫບເລີ​ເປັນ​ພາສາ​ເກັຣກ. ສະບັບ​ແປ​ນີ້​ມີ​ຊື່​ວ່າ​ເຊັບຕົວຈິນ. ນີ້​ເປັນ​ສະບັບ​ແປ​ສະບັບ​ທຳອິດ​ຂອງ​ຄຳພີ​ໄບເບິນ ແລະ​ເປັນ​ສະບັບ​ໜຶ່ງ​ທີ່​ສຳຄັນ​ທີ່​ສຸດ. ເພື່ອ​ແປ​ສະບັບ​ເຊັບຕົວຈິນ​ໃຫ້​ສຳເລັດ ຜູ້​ຊ່ຽວຊານ​ເຊື່ອ​ວ່າ​ມີ​ຜູ້​ແປ​ເຖິງ 72 ຄົນa ຜູ້​ແປ​ບາງ​ຄົນ​ແປ​ຈາກ​ພະ​ຄຳພີ​ພາກ​ພາສາ​ເຫບເລີ​ແບບ​ຄຳ​ຕໍ່​ຄຳ ແຕ່​ບາງ​ຄົນ​ກໍ​ບໍ່​ໄດ້​ເຮັດ​ແບບ​ນັ້ນ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ຄົນ​ຢິວ​ທີ່​ເວົ້າ​ພາສາ​ເກັຣກ​ແລະ​ຄລິດສະຕຽນ​ທີ່​ເວົ້າ​ພາສາ​ເກັຣກ​ເຊື່ອ​ວ່າ​ສະບັບ​ເຊັບຕົວຈິນ ເປັນ​ພະ​ຄຳ​ຂອງ​ພະເຈົ້າ.

      7. ພະ​ເຍຊູ​ໄດ້​ໃຊ້​ພາສາ​ໃດ​ໃນ​ການ​ສອນ​ພວກ​ລູກ​ສິດ?

      7 ເມື່ອ​ພະ​ເຍຊູ​ຢູ່​ໃນ​ໂລກ​ນີ້ ອາດ​ເປັນ​ໄປ​ໄດ້​ທີ່​ພະອົງ​ເວົ້າ​ພາສາ​ເຫບເລີ. (ໂຢຮັນ 19:20; 20:16; ກິດຈະການ 26:14) ພະອົງ​ອາດ​ໃຊ້​ບາງ​ສຳນວນ​ທີ່​ເປັນ​ພາສາ​ອາຣະເມອິກ​ທີ່​ໃຊ້​ກັນ​ທົ່ວໄປ​ໃນ​ສະໄໝ​ນັ້ນ. ນອກ​ຈາກ​ນັ້ນ ພະ​ເຍຊູ​ຍັງ​ຮູ້ຈັກ​ພາສາ​ເຫບເລີ​ບູຮານ​ທີ່​ໂມເຊ​ແລະ​ຜູ້​ພະຍາກອນ​ຄົນ​ອື່ນໆເວົ້າ ເຊິ່ງ​ໄດ້​ມີ​ການ​ອ່ານ​ບົດ​ຂຽນ​ຂອງ​ເຂົາ​ເຈົ້າ​ໃນ​ໂຮງ​ທຳ​ທຸກໆອາທິດ. (ລືກາ 4:17-19; 24:44, 45; ກິດຈະການ 15:21) ເຖິງ​ວ່າ​ໃນ​ສະໄໝ​ຂອງ​ພະ​ເຍຊູ​ຈະ​ມີ​ການ​ໃຊ້​ພາສາ​ເກັຣກ​ແລະ​ພາສາ​ລາ​ແຕງ ແຕ່​ຄຳພີ​ໄບເບິນ​ກໍ​ບໍ່​ໄດ້​ບອກ​ວ່າ​ພະ​ເຍຊູ​ເວົ້າ​ພາສາ​ເຫຼົ່າ​ນັ້ນ.

      8, 9. ເປັນ​ຫຍັງ​ຄລິດສະຕຽນ​ຫຼາຍ​ຄົນ​ຈຶ່ງ​ເວົ້າ​ພາສາ​ເກັຣກ ແລະ​ເລື່ອງ​ນີ້​ສອນ​ຫຍັງ​ເຮົາ​ກ່ຽວ​ກັບ​ພະ​ເຢໂຫວາ?

      8 ລູກ​ສິດ​ຮຸ່ນ​ທຳອິດ​ຂອງ​ພະ​ເຍຊູ​ໄດ້​ເວົ້າ​ພາສາ​ເຫບເລີ ແຕ່​ຫຼັງ​ຈາກ​ທີ່​ພະອົງ​ເສຍ​ຊີວິດ​ແລ້ວ ເຂົາ​ເຈົ້າ​ກໍ​ເວົ້າ​ພາສາ​ອື່ນ. (ອ່ານ​ກິດຈະການ 6:1) ເມື່ອ​ຂ່າວ​ດີ​ແຜ່​ຂະຫຍາຍ​ອອກ​ໄປ ຄລິດສະຕຽນ​ຫຼາຍ​ຄົນ​ໄດ້​ເວົ້າ​ພາສາ​ເກັຣກ​ຫຼາຍ​ກວ່າ​ພາສາ​ເຫບເລີ. ເນື່ອງ​ຈາກ​ພາສາ​ເກັຣກ​ເປັນ​ພາສາ​ທີ່​ໃຊ້​ກັນ​ທົ່ວໄປ ດັ່ງ​ນັ້ນ ພະທຳ​ມັດທາຍ ມາລະໂກ ລືກາ ແລະ​ໂຢຮັນ​ຈຶ່ງ​ຖືກ​ຂຽນ​ເປັນ​ພາສາ​ເກັຣກ.b ນອກ​ຈາກ​ນັ້ນ ຈົດ​ໝາຍ​ຕ່າງໆຂອງ​ອັກຄະສາວົກ​ໂປໂລ​ແລະ​ພະທຳ​ອື່ນໆທີ່​ຢູ່​ໃນ​ຄຳພີ​ໄບເບິນ​ກໍ​ໄດ້​ຂຽນ​ເປັນ​ພາສາ​ເກັຣກ.

      9 ໜ້າ​ສົນ​ໃຈ ເມື່ອ​ຜູ້​ຂຽນ​ພະ​ຄຳພີ​ພາກ​ພາສາ​ເກັຣກ​ຍົກ​ເອົາ​ຄຳ​ເວົ້າ​ຈາກ​ພະ​ຄຳພີ​ພາກ​ພາສາ​ເຫບເລີ ເຂົາ​ເຈົ້າ​ມັກ​ໃຊ້​ສະບັບ​ເຊັບຕົວຈິນ. ຫຼາຍ​ຄັ້ງ​ຄຳ​ເວົ້າ​ທີ່​ຍົກ​ມາ​ນັ້ນ​ແຕກຕ່າງ​ກັນ​ເລັກ​ໜ້ອຍ​ຈາກ​ຄຳ​ເວົ້າ​ໃນ​ຕົ້ນ​ສະບັບ​ທີ່​ເປັນ​ພາສາ​ເຫບເລີ. ດັ່ງ​ນັ້ນ ຜົນ​ງານ​ຂອງ​ຜູ້​ແປ​ເຊິ່ງ​ເປັນ​ມະນຸດ​ທີ່​ບໍ່​ສົມບູນ​ແບບ​ໄດ້​ກາຍ​ມາ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄຳພີ​ໄບເບິນ​ທີ່​ເຮົາ​ມີ​ໃນ​ທຸກ​ມື້​ນີ້. ເລື່ອງ​ນີ້​ສອນ​ເຮົາ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ຖື​ວ່າ​ພາສາ​ໃດ​ໜຶ່ງ​ຫຼື​ວັດທະນະທຳ​ໃດ​ໜຶ່ງ​ດີ​ກວ່າ​ພາສາ​ອື່ນ​ຫຼື​ວັດທະນະທຳ​ອື່ນ.—ອ່ານ​ກິດຈະການ 10:34

      ພະເຈົ້າ​ບໍ່​ໄດ້​ຄາດ​ໝາຍ​ໃຫ້​ເຮົາ​ເວົ້າ​ພາສາ​ໃດ​ໜຶ່ງ​ສະເພາະ​ເພື່ອ​ຈະ​ຮູ້ຈັກ​ພະອົງ​ຫຼື​ຈຸດ​ປະສົງ​ຂອງ​ພະອົງ

      10. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ວິທີ​ທີ່​ພະ​ເຢໂຫວາ​ສື່ສານ​ກັບ​ມະນຸດ?

      10 ເຮົາ​ໄດ້​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ສື່ສານ​ກັບ​ມະນຸດ​ໂດຍ​ອີງ​ຕາມ​ສະພາບການ​ຕ່າງໆ. ແຕ່​ພະ​ເຢໂຫວາ​ບໍ່​ໄດ້​ຄາດ​ໝາຍ​ໃຫ້​ເຮົາ​ເວົ້າ​ພາສາ​ໃດ​ໜຶ່ງ​ສະເພາະ​ເພື່ອ​ຈະ​ຮູ້ຈັກ​ພະອົງ​ຫຼື​ຈຸດ​ປະສົງ​ຂອງ​ພະອົງ. (ອ່ານ​ຊາກາລີ 8:23; ຄຳປາກົດ 7:9, 10) ນອກ​ຈາກ​ນັ້ນ ເຮົາ​ຍັງ​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ໄດ້​ຊີ້​ນຳ​ຜູ້​ທີ່​ຂຽນ​ຄຳພີ​ໄບເບິນ ແຕ່​ພະອົງ​ກໍ​ຍອມ​ໃຫ້​ເຂົາ​ເຈົ້າ​ຂຽນ​ຄວາມ​ຄິດ​ຂອງ​ພະອົງ​ເປັນ​ຄຳ​ເວົ້າ​ຂອງ​ເຂົາ​ເຈົ້າ​ເອງ.

      ພະເຈົ້າ​ປົກ​ປັກ​ຮັກສາ​ຂ່າວ​ສານ​ຂອງ​ພະອົງ

      11. ການ​ທີ່​ມະນຸດ​ໃຊ້​ຫຼາຍ​ພາສາ​ທີ່​ແຕກຕ່າງ​ກັນ ເປັນ​ຫຍັງ​ຈຶ່ງ​ບໍ່​ເປັນ​ອຸປະສັກ​ສຳລັບ​ພະ​ເຢໂຫວາ?

      11 ມະນຸດ​ໃຊ້​ຫຼາຍ​ພາສາ​ທີ່​ແຕກຕ່າງ​ກັນ ແຕ່​ເລື່ອງ​ນີ້​ບໍ່ໄດ້​ເປັນ​ອຸປະສັກ​ສຳລັບ​ພະ​ເຢໂຫວາ. ເຮົາ​ຮູ້​ໄດ້​ແນວ​ໃດ? ຄຳພີ​ໄບເບິນ​ມີ​ຄຳ​ເວົ້າ​ຂອງ​ພະ​ເຍຊູ​ພຽງ​ບໍ່​ເທົ່າ​ໃດ​ຄຳ​ທີ່​ເປັນ​ພາສາ​ດັ້ງເດີມ​ເຊິ່ງ​ພະອົງ​ໄດ້​ໃຊ້. (ມັດທາຍ 27:46; ມາລະໂກ 5:41; 7:34; 14:36) ແຕ່​ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ໝັ້ນ​ໃຈ​ວ່າ​ມີ​ການ​ຂຽນ​ແລະ​ການ​ແປ​ຄຳ​ເວົ້າ​ຂອງ​ພະ​ເຍຊູ​ອອກ​ເປັນ​ພາສາ​ເກັຣກ ແລະ​ໃນ​ທີ່​ສຸດ​ກໍ​ແປ​ອອກ​ເປັນ​ພາສາ​ອື່ນໆ. ນອກ​ຈາກ​ນັ້ນ ຍ້ອນ​ຄົນ​ຢິວ​ແລະ​ຄລິດສະຕຽນ​ບາງ​ຄົນ​ໄດ້​ກ່າຍ​ຄືນ​ຄຳພີ​ໄບເບິນ​ຫຼາຍ​ຮອບ ດັ່ງ​ນັ້ນ ຂ່າວ​ສານ​ຂອງ​ພະເຈົ້າ​ຈຶ່ງ​ຖືກ​ປົກ​ປັກ​ຮັກສາ​ໄວ້​ໄດ້. ຈາກ​ນັ້ນ​ຈຶ່ງ​ມີ​ການ​ແປ​ບົດ​ເຫຼົ່າ​ນັ້ນ​ອອກ​ເປັນ​ຫຼາຍ​ພາສາ​ຕື່ມ​ອີກ. ປະມານ 400 ປີ​ຫຼັງ​ຈາກ​ທີ່​ພະ​ເຍຊູ​ເກີດ ຈອນ ຄິດ​ໂຊ​ສະ​ເຕີມ​ໄດ້​ເວົ້າ​ວ່າ ມີ​ການ​ແປ​ຄຳ​ສອນ​ຂອງ​ພະ​ເຍຊູ​ອອກ​ເປັນ​ພາສາ​ຊີເຣຍ ພາສາ​ເອຢິບ ພາສາ​ອິນເດຍ ພາສາ​ເປີເຊຍ ພາສາ​ເອທິໂອເປຍ ແລະ​ອີກ​ຫຼາຍ​ພາສາ.

      12. ມີ​ການ​ພະຍາຍາມ​ເຮັດ​ແນວ​ໃດ​ເພື່ອ​ທຳລາຍ​ຄຳພີ​ໄບເບິນ?

      12 ຕະຫຼອດ​ປະຫວັດສາດ ຫຼາຍ​ຄັ້ງ​ໄດ້​ມີ​ການ​ພະຍາຍາມ​ທຳລາຍ​ຄຳພີ​ໄບເບິນ ຄົນ​ທີ່​ແປ​ຄຳພີ​ໄບເບິນ ແລະ​ຄົນ​ທີ່​ແຈກ​ຢາຍ​ຄຳພີ​ໄບເບິນ. ປະມານ 300 ປີ​ຫຼັງ​ຈາກ​ທີ່​ພະ​ເຍຊູ​ເກີດ ຈັກກະພັດ​ໂລມ​ທີ່​ຊື່ ດິໂອເຄລຕຽນ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ທຳລາຍ​ສຳເນົາ​ທີ່​ມີ​ການ​ກ່າຍ​ຄືນ​ທັງ​ໝົດ​ຂອງ​ຄຳພີ​ໄບເບິນ. ປະມານ 1.200 ປີ​ຕໍ່​ມາ ວິນລຽມ ທິນເດີ​ໄດ້​ເລີ່ມ​ຕົ້ນ​ແປ​ຄຳພີ​ໄບເບິນ​ຈາກ​ພາສາ​ເຫບເລີ​ແລະ​ພາສາ​ເກັຣກ​ເປັນ​ພາສາ​ອັງກິດ. ລາວ​ເວົ້າ​ວ່າ​ຖ້າ​ພະເຈົ້າ​ຍອມ​ໃຫ້​ລາວ​ມີ​ຊີວິດ​ຍືນ​ຍາວ ລາວ​ຈະ​ເຮັດ​ໃຫ້​ເດັກ​ນ້ອຍ​ທີ່​ເປັນ​ຊາວນາ​ໄດ້​ຮູ້ຈັກ​ຄຳພີ​ໄບເບິນ​ດີ​ກວ່າ​ທີ່​ຄຸນ​ພໍ່​ຮູ້ຈັກ​ດ້ວຍ​ຊ້ຳ. ເນື່ອງ​ຈາກ​ການ​ຂົ່ມເຫງ ວິນລຽມ​ຈຳເປັນ​ຕ້ອງ​ໜີ​ອອກ​ຈາກ​ປະເທດ​ອັງກິດ​ເພື່ອ​ຈະ​ສາມາດ​ແປ​ແລະ​ພິມ​ຄຳພີ​ໄບເບິນ​ໄດ້. ເຖິງ​ວ່າ​ພວກ​ຄຸນ​ພໍ່​ພະຍາຍາມ​ທີ່​ຈະ​ເຜົາ​ສຳເນົາ​ຄຳພີ​ໄບເບິນ​ທັງ​ໝົດ​ທີ່​ເຂົາ​ເຈົ້າ​ພົບ​ເຫັນ ແຕ່​ພະ​ຄຳພີ​ສະບັບ​ທີ່​ວິນລຽມ​ໄດ້​ແປ​ອອກ​ມາ ກໍ​ໄດ້​ມີ​ການ​ແຈກ​ຢາຍ​ໃຫ້​ກັບ​ຫຼາຍ​ຄົນ. ໃນ​ທີ່​ສຸດ ວິນລຽມ​ກໍ​ຖືກ​ແຂວນ​ຄໍ​ແລະ​ຖືກ​ເຜົາ​ເທິງ​ຫຼັກ​ເສົາ. ແຕ່​ຄຳພີ​ໄບເບິນ​ສະບັບ​ທີ່​ວິນລຽມ​ແປ​ກໍ​ລອດ​ພົ້ນ​ຈາກ​ການ​ທຳລາຍ​ຂອງ​ພວກ​ຄຸນ​ພໍ່​ໄດ້ ແລະ​ມີ​ການ​ໃຊ້​ສະບັບ​ແປ​ນັ້ນ​ເພື່ອ​ກະກຽມ​ສຳລັບ​ການ​ແປ​ຄຳພີ​ໄບເບິນ​ສະບັບ​ທີ່​ຊື່​ວ່າ ຄິງເຈມສ.—ອ່ານ 2 ຕີໂມເຕ 2:9

      13. ການ​ສຶກສາ​ຄົ້ນ​ຄວ້າ​ກ່ຽວ​ກັບ​ສຳເນົາ​ຂອງ​ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ຫຍັງ?

      13 ເປັນ​ຄວາມ​ຈິງ​ທີ່​ວ່າ​ສຳເນົາ​ຈຳນວນ​ໜຶ່ງ​ທີ່​ເກົ່າ​ແກ່​ທີ່​ສຸດ​ຂອງ​ຄຳພີ​ໄບເບິນ​ມີ​ຂໍ້​ຜິດ​ພາດ​ແລະ​ມີ​ຄວາມ​ແຕກຕ່າງ​ກັນ​ເລັກ​ໜ້ອຍ. ຢ່າງ​ໃດ​ກໍ​ຕາມ ຜູ້​ຊ່ຽວຊານ​ດ້ານ​ຄຳພີ​ໄບເບິນ​ໄດ້​ສຶກສາ​ຄົ້ນ​ຄວ້າ​ຢ່າງ​ຖີ່​ຖ້ວນ​ກ່ຽວ​ກັບ​ສຳເນົາ​ຫຼາຍ​ພັນ​ສະບັບ ສ່ວນ​ຕ່າງໆຂອງ​ສຳເນົາ ແລະ​ຄຳພີ​ໄບເບິນ​ສະບັບ​ແປ​ເກົ່າໆ. ຫຼັງ​ຈາກ​ທີ່​ສົມ​ທຽບ​ກັນ​ແລ້ວ ເຂົາ​ເຈົ້າ​ກໍເຫັນ​ວ່າ​ມີ​ພຽງ​ບໍ່​ເທົ່າ​ໃດ​ຂໍ້​ທີ່​ຕ່າງ​ກັນ​ເລັກ​ໜ້ອຍ ແລະ​ຈຸດເຫຼົ່າ​ນັ້ນ​ກໍ​ບໍ່​ສຳຄັນ​ຫຼາຍ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ​ຂ່າວ​ສານ​ໃນ​ຄຳພີ​ໄບເບິນ​ບໍ່​ໄດ້​ປ່ຽນ​ແປງ. ການ​ສຶກສາ​ຄົ້ນ​ຄວ້າ​ເຊັ່ນ​ນັ້ນ​ເສີມ​ຄວາມ​ໝັ້ນ​ໃຈ​ຂອງ​ນັກ​ສຶກສາ​ຄຳພີ​ໄບເບິນ​ທີ່​ມີ​ຄວາມ​ຈິງ​ໃຈ​ໃຫ້​ຮູ້​ວ່າ​ຄຳພີ​ໄບເບິນ​ທີ່​ເຂົາ​ເຈົ້າ​ມີ​ໃນ​ທຸກ​ມື້​ນີ້​ແມ່ນ​ພະ​ຄຳ​ທີ່​ພະ​ເຢໂຫວາ​ໄດ້​ດົນ​ໃຈ​ໃຫ້​ຂຽນ.—ເອຊາອີ 40:8c

      14. ໃນ​ທຸກ​ມື້​ນີ້ ຄຳພີ​ໄບເບິນ​ມີ​ຈັກ​ພາສາ?

      14 ເຖິງ​ວ່າ​ມີ​ຫຼາຍ​ຄັ້ງ​ທີ່​ຜູ້​ຄົນ​ພະຍາຍາມ​ຈະ​ທຳລາຍ​ຄຳພີ​ໄບເບິນ ແຕ່​ກໍ​ຍັງ​ມີ​ການ​ແປ​ຄຳພີ​ໄບເບິນ​ໃນ​ຫຼາຍ​ກວ່າ 2.800 ພາສາ ເຊິ່ງ​ໃນ​ທຸກ​ມື້​ນີ້​ບໍ່​ມີ​ປຶ້ມ​ຫົວ​ໃດ​ທີ່​ສາມາດ​ແປ​ໄດ້​ຫຼາຍ​ພາສາ​ເທົ່າ​ນີ້. ແມ່ນ​ຢູ່​ວ່າ​ຫຼາຍ​ຄົນ​ບໍ່​ມີ​ຄວາມ​ເຊື່ອ​ໃນ​ພະເຈົ້າ ແຕ່​ກໍ​ມີ​ການ​ແຈກ​ຢາຍ​ພະ​ຄຳ​ຂອງ​ພະອົງ​ອອກ​ໄປ​ຢ່າງ​ກວ້າງ​ຂວາງ​ທີ່​ສຸດ​ໃນ​ປະຫວັດສາດ. ໃນ​ຂະນະ​ທີ່​ສະບັບ​ແປ​ຄຳພີ​ໄບເບິນ​ບາງ​ສະບັບ​ກໍ​ອ່ານ​ເຂົ້າ​ໃຈ​ຍາກ​ຫຼື​ບໍ່​ຖືກຕ້ອງ​ປານ​ໃດ ແຕ່​ເກືອບ​ໝົດ​ທຸກ​ສະບັບ​ກໍ​ໃຫ້​ຂ່າວ​ສານ​ທີ່​ເຂົ້າ​ໃຈ​ງ່າຍ​ໃນ​ເລື່ອງ​ຄວາມ​ຫວັງ​ແລະ​ເລື່ອງ​ຊີວິດ​ຕະຫຼອດ​ໄປ.

      ຈຳເປັນ​ຕ້ອງ​ມີ​ຄຳພີ​ໄບເບິນ​ສະບັບ​ແປ​ໃໝ່

      15. (ກ) ນັບ​ແຕ່​ປີ 1919 ປຶ້ມ​ຂອງ​ພວກ​ເຮົາ​ກ່ຽວ​ກັບ​ຄຳພີ​ໄບເບິນ​ມີ​ການ​ປ່ຽນ​ແປງ​ແນວ​ໃດ? (ຂ) ເປັນ​ຫຍັງ​ປຶ້ມ​ຂອງ​ພວກ​ເຮົາ​ທຳອິດ​ຈຶ່ງ​ຂຽນ​ເປັນ​ພາສາ​ອັງກິດ?

      15 ໃນ​ປີ 1919 ນັກ​ສຶກສາ​ຄຳພີ​ໄບເບິນ​ກຸ່ມ​ນ້ອຍໆກຸ່ມ​ໜຶ່ງ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ ‘ຂ້າ​ໃຊ້​ຜູ້​ສັດ​ຊື່​ແລະ​ສຸຂຸມ.’ (ມັດທາຍ 24:45) ໃນ​ເວລາ​ນັ້ນ ສ່ວນ​ຫຼາຍ​ແລ້ວ​ຂ້າ​ໃຊ້​ຜູ້​ສັດ​ຊື່​ໄດ້​ສື່ສານ​ກັບ​ປະຊາຊົນ​ຂອງ​ພະເຈົ້າ​ໂດຍ​ໃຊ້​ພາສາ​ອັງກິດ. ແຕ່​ໃນ​ທຸກ​ມື້​ນີ້ ປຶ້ມ​ກ່ຽວ​ກັບ​ຄຳພີ​ໄບເບິນ​ມີ​ຫຼາຍ​ກວ່າ 700 ພາສາ. ຄື​ກັບ​ທີ່​ມີ​ການ​ນຳ​ໃຊ້​ພາສາ​ເກັຣກ​ໃນ​ອະດີດ ໃນ​ທຸກ​ມື້​ນີ້​ກໍ​ມີ​ການ​ນຳ​ໃຊ້​ພາສາ​ອັງກິດ​ໃນ​ແວດ​ວົງ​ທຸລະກິດ ແວດ​ວົງ​ການ​ສຶກສາ ແລະ​ຍັງ​ເປັນ​ພາສາ​ທີ່​ຜູ້​ຄົນ​ຮູ້ຈັກ​ຢ່າງ​ກວ້າງ​ຂວາງ. ດັ່ງ​ນັ້ນ ປຶ້ມ​ຂອງ​ອົງການ​ຂອງ​ພວກ​ເຮົາ​ທຳອິດ​ຈຶ່ງ​ຂຽນ​ເປັນ​ພາສາ​ອັງກິດ​ກ່ອນ ແລ້ວ​ຈາກ​ນັ້ນ​ກໍ​ແປ​ເປັນ​ພາສາ​ອື່ນໆ.

      16, 17. (ກ) ປະຊາຊົນ​ຂອງ​ພະເຈົ້າ​ຈຳເປັນ​ຕ້ອງ​ມີ​ຫຍັງ? (ຂ) ມີ​ການ​ເບິ່ງ​ແຍງ​ຄວາມ​ຈຳເປັນ​ນັ້ນ​ແນວ​ໃດ? (ຄ) ພີ່​ນ້ອງ​ນໍຣ​ຕ້ອງການ​ຫຍັງ?

      16 ປຶ້ມ​ທັງ​ໝົດ​ຂອງ​ອົງການ​ຂອງ​ພວກ​ເຮົາ​ໄດ້​ອາໄສ​ຄຳພີ​ໄບເບິນ​ເປັນ​ຫຼັກ. ໃນ​ຕອນ​ທຳອິດ​ປະຊາຊົນ​ຂອງ​ພະເຈົ້າ​ໃຊ້​ຄຳພີ​ໄບເບິນ​ສະບັບ​ຄິງເຈມສ ເຊິ່ງ​ແປ​ສຳເລັດ​ໃນ​ປີ 1611. ຢ່າງ​ໃດ​ກໍ​ຕາມ ຄຳ​ສັບ​ທີ່​ໃຊ້​ໃນ​ສະບັບ​ແປນີ້​ເປັນ​ຄຳທີ່​ເກົ່າ​ແກ່​ແລະ​ເຂົ້າ​ໃຈ​ໄດ້​ຍາກ. ເຖິງ​ວ່າ​ສຳເນົາ​ທີ່​ເກົ່າ​ແກ່​ຫຼາຍ​ໄດ້​ໃຊ້​ຊື່​ຂອງ​ພະເຈົ້າ​ຫຼາຍ​ພັນ​ເທື່ອ ແຕ່​ໃນສະບັບຄິງເຈມສ ມີ​ຊື່​ຂອງ​ພະເຈົ້າ​ພຽງ​ບໍ່​ເທົ່າ​ໃດ​ເທື່ອ​ເທົ່າ​ນັ້ນ. ນອກ​ຈາກ​ນັ້ນ ສະບັບ​ນີ້​ຍັງ​ແປ​ຜິດ​ແລະ​ມີ​ການ​ຕື່ມ​ຂໍ້​ພະ​ຄຳພີ​ອື່ນ​ໃສ່​ເຊິ່ງ​ບໍ່​ມີ​ໃນ​ສຳເນົາ​ທີ່​ເກົ່າ​ແກ່​ທີ່​ສຸດ. ຄຳພີ​ໄບເບິນ​ສະບັບ​ແປ​ອື່ນໆທີ່​ເປັນ​ພາສາ​ອັງກິດ​ກໍ​ມີ​ບັນຫາ​ທີ່​ຄ້າຍໆກັນ.

      17 ເຫັນ​ໄດ້​ແຈ້ງ​ວ່າ​ປະຊາຊົນ​ຂອງ​ພະເຈົ້າ​ຈຳເປັນ​ຕ້ອງ​ມີ​ຄຳພີ​ໄບເບິນ​ສະບັບ​ແປ​ທີ່​ຖືກຕ້ອງ​ແລະ​ເຂົ້າ​ໃຈ​ງ່າຍ. ດັ່ງ​ນັ້ນ​ຈຶ່ງ​ມີ​ການ​ຕັ້ງ​ຄະນະ​ກຳມະການ​ການ​ແປ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່ ແລະ​ຕັ້ງ​ແຕ່​ປີ 1950 ເຖິງ​ປີ 1960 ພີ່​ນ້ອງ​ທີ່​ຢູ່​ໃນ​ຄະນະ​ກຳມະການ​ນີ້​ໄດ້​ອອກ​ສ່ວນ​ຕ່າງໆຂອງ​ຄຳພີ​ໄບເບິນ. ມີ​ການ​ອອກ​ພະ​ຄຳພີ​ຫົກ​ຊຸດ​ທຳອິດ​ຢູ່​ການ​ປະຊຸມ​ພາກ​ໃນ​ວັນ​ທີ 2 ສິງ​ຫາ ປີ 1950. ໃນ​ການ​ປະຊຸມ​ຄັ້ງ​ນັ້ນ ພີ່​ນ້ອງ​ນໍຣ​ເວົ້າ​ວ່າ ປະຊາຊົນ​ຂອງ​ພະເຈົ້າ​ຈຳເປັນ​ຕ້ອງ​ມີ​ຄຳພີ​ໄບເບິນ​ສະບັບ​ແປ​ທີ່​ທັນ​ສະໄໝ​ເຊິ່ງ​ຖືກຕ້ອງ​ແລະ​ເຂົ້າ​ໃຈ​ງ່າຍ ແລະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮຽນ​ຮູ້​ເລື່ອງ​ຄວາມ​ຈິງ​ໄດ້​ຈະ​ແຈ້ງ​ຂຶ້ນ. ປະຊາຊົນ​ຂອງ​ພະເຈົ້າ​ຈຳເປັນ​ຕ້ອງ​ມີ​ຄຳພີ​ໄບເບິນ​ສະບັບ​ແປ​ທີ່​ອ່ານ​ໄດ້​ງ່າຍ​ແລະ​ເຂົ້າ​ໃຈ​ງ່າຍ​ຄື​ກັບ​ສະບັບ​ດັ້ງເດີມ​ທີ່​ພວກ​ລູກ​ສິດ​ຂອງ​ພະ​ເຍຊູ​ຂຽນ. ພີ່​ນ້ອງ​ນໍຣ​ຕ້ອງການ​ໃຫ້​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່ ຊ່ວຍ​ຫຼາຍ​ລ້ານ​ຄົນ​ໃຫ້​ຮູ້ຈັກ​ພະ​ເຢໂຫວາ.

      18. ມີ​ການ​ເຮັດ​ຫຍັງ​ເພື່ອ​ຊ່ວຍ​ໃນ​ການ​ແປ​ຄຳພີ​ໄບເບິນ?

      18 ເມື່ອ​ຮອດ​ປີ 1963 ຄວາມ​ຕ້ອງການ​ຂອງ​ພີ່​ນ້ອງ​ນໍຣ​ໄດ້​ກາຍ​ເປັນ​ຄວາມ​ຈິງ. ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່ ພາກ​ພາສາ​ເກັຣກ​ໄດ້​ແປ​ອອກ​ເປັນ​ພາສາ​ໂຮນລັງ ພາສາ​ຝຣັ່ງ ພາສາ​ເຢຍລະມັນ ພາສາ​ອີຕາລີ ພາສາ​ປອກຕຸຍການ ແລະ​ພາສາ​ແອດສະປາຍ. ໃນ​ປີ 1989 ຄະນະ​ກຳມະການ​ປົກຄອງ​ແຫ່ງ​ພະຍານ​ພະ​ເຢໂຫວາ​ໄດ້​ຕັ້ງ​ພະແນກ​ໃໝ່​ຢູ່​ທີ່​ສຳນັກງານ​ໃຫຍ່​ເພື່ອ​ຊ່ວຍ​ຜູ້​ແປ​ຄຳພີ​ໄບເບິນ. ຈາກ​ນັ້ນ ໃນ​ປີ 2005 ໄດ້​ມີ​ການ​ອະນຸຍາດ​ໃຫ້​ແປ​ຄຳພີ​ໄບເບິນ​ເປັນ​ພາສາ​ອື່ນໆຕາມ​ທີ່​ໄດ້​ມີ​ການ​ແປ​ຫໍສັງເກດການ ແລ້ວ. ຜົນ​ກໍ​ຄື ໃນ​ປັດຈຸບັນ​ນີ້​ມີ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່ ທີ່​ຄົບ​ຊຸດ​ຫຼື​ໃນ​ບາງ​ສ່ວນ​ໃນ​ຫຼາຍ​ກວ່າ 130 ພາສາ.

      19. ໃນ​ປີ 2013 ມີ​ເຫດການ​ທີ່​ສຳຄັນ​ຫຍັງ​ເກີດ​ຂຶ້ນ ແລະ​ໃນ​ບົດ​ຄວາມ​ຕໍ່​ໄປ​ເຮົາ​ຈະ​ຮຽນ​ຮູ້​ຫຍັງ?

      19 ນັບ​ຕັ້ງ​ແຕ່​ມີ​ການ​ອອກ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່ ເປັນ​ຄັ້ງ​ທຳອິດ​ຈົນ​ມາ​ຮອດ​ທຸກ​ມື້​ນີ້ ພາສາ​ອັງກິດ​ກໍ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ ດັ່ງ​ນັ້ນ​ຈຶ່ງ​ມີ​ຄວາມ​ຈຳເປັນ​ທີ່​ຕ້ອງ​ໄດ້​ປັບ​ປ່ຽນ​ຄຳ​ສັບ​ໃໝ່. ໃນ​ວັນ​ທີ 5 ແລະ​ທີ 6 ຕຸລາ ປີ 2013 ທີ່​ການ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 129 ເຊິ່ງ​ມີ​ຜູ້​ຟັງ​ຈຳນວນ 1.413.676 ຄົນ ຈາກ 31 ປະເທດ​ໄດ້​ເຂົ້າ​ຮ່ວມ​ຫຼື​ເບິ່ງ​ການ​ຖ່າຍ​ທອດ​ສົດ​ທາງ​ອິນເຕີເນັດ. ສະມາຊິກ​ຄົນ​ໜຶ່ງ​ຂອງ​ຄະນະ​ກຳມະການ​ປົກຄອງ​ໄດ້​ປະກາດ​ການ​ອອກ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່ ສະບັບ​ປັບ​ປຸງ​ໃນ​ພາສາ​ອັງກິດ. ຜູ້​ທີ່​ເຂົ້າ​ຮ່ວມ​ຮູ້ສຶກ​ຕື່ນ​ເຕັ້ນ ແລະ​ຫຼາຍ​ຄົນ​ດີ​ໃຈ​ຈົນ​ນ້ຳ​ຕາ​ໄຫຼ​ເມື່ອ​ເຂົາ​ເຈົ້າ​ໄດ້​ຮັບ​ພະ​ຄຳພີ​ສະບັບ​ປັບ​ປຸງ​ໃໝ່​ນີ້​ຄົນ​ລະ​ເຫຼັ້ມ. ເມື່ອ​ຜູ້​ບັນລະຍາຍ​ອ່ານ​ຂໍ້​ຕ່າງໆຈາກ​ພະ​ຄຳພີ​ສະບັບ​ນີ້ ທຸກ​ຄົນ​ເຫັນ​ໄດ້​ເລີຍ​ວ່າ​ພະ​ຄຳພີ​ສະບັບ​ປັບ​ປຸງ​ໃໝ່​ອ່ານ​ງ່າຍ​ກວ່າ​ແລະ​ເຂົ້າ​ໃຈ​ງ່າຍ​ກວ່າ. ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ພະ​ຄຳພີ​ສະບັບ​ປັບ​ປຸງ​ນີ້ ແລະ​ທັງ​ຈະ​ຮຽນ​ຮູ້​ວ່າ​ກຳລັງ​ມີ​ການ​ແປ​ພະ​ຄຳພີ​ສະບັບ​ປັບ​ປຸງ​ນີ້​ອອກ​ເປັນ​ພາສາ​ອື່ນໆໂດຍ​ວິທີ​ໃດ.

      a ຄຳ​ວ່າ​ເຊັບຕົວຈິນ ໝາຍ​ເຖິງ “ເຈັດ​ສິບ.” ເບິ່ງ​ຄື​ວ່າ​ການ​ແປ​ນີ້​ເລີ່ມ​ຕົ້ນ​ປະມານ 300 ປີ​ກ່ອນ​ພະ​ຄລິດ​ເກີດ ແລະ​ແປ​ແລ້ວ​ໃນ 150 ປີ​ຕໍ່​ມາ. ໃນ​ທຸກ​ມື້​ນີ້ ສະບັບ​ແປ​ນີ້​ຍັງ​ມີ​ຄວາມ​ສຳຄັນ​ເພາະ​ໄດ້​ຊ່ວຍ​ຜູ້​ຊ່ຽວຊານ​ໃຫ້​ເຂົ້າ​ໃຈ​ຄຳ​ສັບ​ຫຼື​ຂໍ້​ພະ​ຄຳພີ​ຕ່າງໆທີ່​ເຂົ້າ​ໃຈ​ຍາກ​ໃນ​ພາສາ​ເຫບເລີ.

      b ບາງ​ຄົນ​ຮູ້ສຶກ​ວ່າ​ມັດທາຍ​ໄດ້​ຂຽນ​ພະທຳ​ມັດທາຍ​ເປັນ​ພາສາ​ເຫບເລີ​ແລ້ວ​ຈາກ​ນັ້ນ​ກໍ​ແປ​ເປັນ​ພາສາ​ເກັຣກ ເຊິ່ງ​ອາດ​ຈະ​ແມ່ນ​ມັດທາຍ​ເອງ​ທີ່​ເປັນ​ຜູ້​ແປ.

      c ຂໍ​ໃຫ້​ເບິ່ງ​ຈຸນລະສານ​ໜັງສື​ສຳລັບ​ທຸກ​ຄົນ ທີ່​ມີ​ຫົວ​ເລື່ອງ​ວ່າ “ໜັງສື​ນີ້​ຢູ່​ລອດ​ມາ​ໄດ້​ແນວ​ໃດ” ໃນ​ໜ້າ 7-9. (ພາສາ​ໄທ)

      ການ​ອະທິບາຍ​ບາງ​ສຳນວນ

      • ພະ​ເຢໂຫວາ​ສື່ສານ​ກັບ​ມະນຸດ​ໃນ​ແບບ​ທີ່​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໃຈ​ໄດ້​ງ່າຍໆ. ໃນ​ຕອນ​ທຳອິດ ພະອົງ​ໃຊ້​ພາສາ​ເຫບເລີ​ບູຮານ​ເພື່ອ​ສື່ສານ​ກັບ​ອາດາມ ແຕ່​ພະ​ເຢໂຫວາ​ສາມາດ​ສື່ສານ​ກັບ​ມະນຸດ​ໃນ​ພາສາ​ໃດ​ກໍ​ໄດ້. ສິ່ງ​ທີ່​ສຳຄັນ​ສຳລັບ​ພະ​ເຢໂຫວາ​ແມ່ນ​ໃຫ້​ເຮົາ​ເຂົ້າ​ໃຈ​ຄວາມ​ຄິດ​ຂອງ​ພະອົງ ຄວາມ​ຮູ້ສຶກ​ຂອງ​ພະອົງ ແລະ​ເຂົ້າ​ໃຈ​ການ​ຊີ້​ນຳ​ທີ່​ພະອົງ​ໃຫ້​ຜ່ານ​ທາງ​ຜູ້​ຮັບໃຊ້​ຂອງ​ພະອົງ

  • ການ​ແປ​ພະ​ຄຳ​ຂອງ​ພະເຈົ້າ​ທີ່​ຈະ​ແຈ້ງ​ແລະ​ເຂົ້າ​ໃຈ​ງ່າຍ
    ຫໍສັງເກດການ—2015 | 15 ທັນວາ
    • ຄະນະ​ກຳມະການເຮັດ​ວຽກ​ຮ່ວມ​ກັນ​ໃນ​ການ​ແປ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່

      ການ​ແປ​ພະ​ຄຳ​ຂອງ​ພະເຈົ້າ​ທີ່​ຈະ​ແຈ້ງ​ແລະ​ເຂົ້າ​ໃຈ​ງ່າຍ

      “ພະ​ຄຳ​ຂອງ​ພະເຈົ້າ​ປະກອບ​ດ້ວຍ​ຊີວິດ.”—ເຫບເລີ 4:12

      ເພງ: 37, 116

      ເຈົ້າ​ຈະ​ຕອບ​ແນວ​ໃດ?

      • ເປັນ​ຫຍັງ​ຄວນ​ໃຊ້​ຊື່​ຂອງ​ພະເຈົ້າ​ໃນ​ການ​ແປ​ຄຳພີ​ໄບເບິນ?

      • ເປັນ​ຫຍັງ​ຈຶ່ງ​ມີ​ການ​ປັບ​ປຸງ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່?

      • ຫຼາຍ​ຄົນ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່?

      1. (ກ) ພະ​ເຢໂຫວາ​ໄດ້​ມອບ​ໝາຍ​ໃຫ້​ອາດາມ​ເຮັດ​ຫຍັງ? (ຂ) ຕັ້ງ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ ປະຊາຊົນ​ຂອງ​ພະ​ເຢໂຫວາ​ໄດ້​ໃຊ້​ຄວາມ​ສາມາດ​ທາງ​ດ້ານ​ພາສາ​ເພື່ອ​ເຮັດ​ຫຍັງ?

      ພະ​ເຢໂຫວາ​ພະເຈົ້າ​ໄດ້​ສ້າງ​ໃຫ້​ມະນຸດ​ມີ​ຄວາມ​ສາມາດ​ທາງ​ດ້ານ​ພາສາ. ໃນ​ສວນ​ເອເດນ ພະ​ເຢໂຫວາ​ໄດ້​ມອບ​ໝາຍ​ໃຫ້​ອາດາມ​ຕັ້ງ​ຊື່​ໃຫ້​ສັດ​ທຸກ​ຕົວ. ອາດາມ​ໄດ້​ຕັ້ງ​ຊື່​ທີ່​ມີ​ຄວາມ​ໝາຍ​ໃຫ້​ສັດ​ແຕ່​ລະ​ຊະນິດ. (ຕົ້ນເດີມ 2:19, 20) ຕັ້ງ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ ປະຊາຊົນ​ຂອງ​ພະ​ເຢໂຫວາ​ໄດ້​ໃຊ້​ຄວາມ​ສາມາດ​ທາງ​ດ້ານ​ພາສາ​ເພື່ອ​ສັນລະເສີນ​ແລະ​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ພະອົງ. ບໍ່​ດົນ​ມາ​ນີ້ ປະຊາຊົນ​ຂອງ​ພະ​ເຢໂຫວາ​ໄດ້​ໃຊ້​ຄວາມ​ສາມາດ​ທາງ​ດ້ານ​ພາສາ​ເຂົ້າ​ໃນ​ການ​ແປ​ຄຳພີ​ໄບເບິນ ເພື່ອ​ໃຫ້​ມີ​ຫຼາຍ​ຄົນ​ສາມາດ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ.

      2. (ກ) ສະມາຊິກ​ຂອງ​ຄະນະ​ກຳມະການ​ການ​ແປ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່​ໃຊ້​ຫຼັກ​ການ​ຫຍັງ​ແດ່​ໃນ​ວຽກ​ທີ່​ເຂົາ​ເຈົ້າ​ເຮັດ? (ຂ) ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ຮຽນ​ຮູ້​ເລື່ອງ​ໃດ?

      2 ມີ​ການ​ແປ​ຄຳພີ​ໄບເບິນ​ອອກ​ເປັນ​ຫຼາຍ​ພັນ​ສະບັບ ແຕ່​ກໍ​ມີ​ບາງ​ສະບັບ​ທີ່​ຖືກຕ້ອງ​ກວ່າ​ສະບັບ​ອື່ນໆ. ເພື່ອ​ຈະ​ແປ​ຄຳພີ​ໄບເບິນ​ໄດ້​ຢ່າງ​ຖືກຕ້ອງ ຄະນະ​ກຳມະການ​ການ​ແປ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່​ໄດ້​ຕັດສິນ​ໃຈ​ທີ່​ຈະ​ເຮັດ​ຕາມ​ສາມ​ຫຼັກ​ການ​ທີ່​ເປັນ​ພື້ນຖານ ນັ້ນ​ຄື: (1) ຍົກຍ້ອງ​ຊື່​ຂອງ​ພະເຈົ້າ​ແລະ​ໃຊ້​ຊື່​ນັ້ນ​ໃນ​ຄຳພີ​ໄບເບິນ​ໃນ​ບ່ອນ​ທີ່​ມີ​ໃນ​ຕົ້ນ​ສະບັບ​ໃຫ້​ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້. (ອ່ານ​ມັດທາຍ 6:9) (2) ແປ​ຄຳ​ທີ່​ມີ​ໃນ​ຕົ້ນ​ສະບັບ​ແບບ​ຄຳ​ຕໍ່​ຄຳ​ໃນ​ບ່ອນ​ທີ່​ເປັນ​ໄປ​ໄດ້ ແຕ່​ເມື່ອ​ເປັນ​ໄປ​ບໍ່​ໄດ້​ກໍ​ໃຫ້​ແປ​ຄວາມ​ໝາຍ​ທີ່​ຖືກຕ້ອງ. (3) ໃຊ້​ພາສາ​ທີ່​ອ່ານ​ງ່າຍ​ແລະ​ເຂົ້າ​ໃຈ​ງ່າຍ.a (ອ່ານ​ເນເຫມີ 8:8, 12) ຜູ້​ແປ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່ ໃນ​ຫຼາຍ​ກວ່າ 130 ພາສາ​ກໍ​ນຳ​ໃຊ້​ສາມ​ຫຼັກ​ການ​ນີ້. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ຮຽນ​ຮູ້​ວິທີ​ໃຊ້​ຫຼັກ​ການ​ເຫຼົ່າ​ນີ້​ໃນ​ການ​ແປ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່ ສະບັບ​ປັບ​ປຸງ​ປີ 2013 ແລະ​ຮຽນ​ຮູ້​ການ​ແປ​ພະ​ຄຳພີ​ສະບັບ​ນີ້​ໃນ​ພາສາ​ອື່ນ​ເຊັ່ນ​ດຽວ​ກັນ.

      ຄຳພີ​ໄບເບິນ​ທີ່​ຍົກຍ້ອງ​ຊື່​ຂອງ​ພະເຈົ້າ

      3, 4. (ກ) ເຮົາ​ພົບ​ເທຣາກຳມາທອນ​ໄດ້​ຢູ່​ໃສ​ແດ່? (ຂ) ຜູ້​ແປ​ຄຳພີ​ໄບເບິນ​ຫຼາຍ​ຄົນ​ເຮັດ​ແນວ​ໃດ​ກັບ​ຊື່​ຂອງ​ພະເຈົ້າ?

      3 ຊື່​ຂອງ​ພະເຈົ້າ​ປະກອບ​ດ້ວຍ​ຕົວ​ອັກສອນ​ເຫບເລີ​ສີ່​ຕົວ​ທີ່​ເອີ້ນ​ວ່າ ເທຣາກຳມາທອນ. ເຮົາ​ສາມາດ​ພົບ​ເທຣາກຳມາທອນ​ໃນ​ສຳເນົາ​ທີ່​ເກົ່າ​ແກ່​ຫຼາຍ​ສະບັບ​ທີ່​ເປັນ​ພາສາ​ເຫບເລີ ເຊັ່ນ: ໃນ​ມ້ວນ​ໜັງສື​ທະເລ​ຕາຍ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ສາມາດ​ພົບ​ເທຣາກຳມາທອນ​ໃນ​ບົດ​ທີ່​ກ່າຍ​ຄືນ​ຂອງ​ສະບັບ​ເຊັບຕົວຈິນ ທີ່​ເປັນ​ພາສາ​ເກັຣກ. ມີ​ການ​ແປ​ບົດ​ທີ່​ກ່າຍ​ຄືນ​ເຫຼົ່າ​ນີ້​ໃນ​ໄລຍະ​ເວລາ 200 ປີ​ກ່ອນ​ພະ​ເຍຊູ​ເກີດ​ຈົນ​ເຖິງ​ພາຍ​ຫຼັງ​ທີ່​ພະ​ເຍຊູ​ເກີດ​ໄດ້ 100 ປີ. ຫຼາຍ​ຄົນ​ປະທັບ​ໃຈ​ເມື່ອ​ເຂົາ​ເຈົ້າ​ເຫັນ​ວ່າ​ມີ​ຊື່​ຂອງ​ພະເຈົ້າ​ປາກົດ​ຫຼາຍ​ຄັ້ງ​ໃນ​ສຳເນົາ​ທີ່​ເກົ່າ​ແກ່.

      ຫຼາຍ​ຄົນ​ປະທັບ​ໃຈ​ເມື່ອ​ເຂົາ​ເຈົ້າ​ເຫັນ​ວ່າ​ມີ​ຊື່​ຂອງ​ພະເຈົ້າ​ປາກົດ​ຫຼາຍ​ຄັ້ງ​ໃນ​ສຳເນົາ​ທີ່​ເກົ່າ​ແກ່

      4 ເມື່ອ​ເປັນ​ເຊັ່ນ​ນັ້ນ​ຈຶ່ງ​ເຫັນ​ໄດ້​ແຈ້ງ​ວ່າ​ຊື່​ຂອງ​ພະເຈົ້າ​ຄວນ​ມີ​ຢູ່​ໃນ​ຄຳພີ​ໄບເບິນ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ຜູ້​ແປ​ຫຼາຍ​ຄົນ​ກໍ​ບໍ່​ໄດ້​ໃຊ້​ຊື່​ຂອງ​ພະເຈົ້າ. ຕົວຢ່າງ​ເຊັ່ນ: ຫຼັງ​ຈາກ​ທີ່​ມີ​ການ​ອອກ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່​ພາກ​ພາສາ​ເກັຣກ ໄດ້​ພຽງ​ສອງ​ປີ​ກໍ​ມີ​ການ​ອອກ​ພະ​ຄຳພີ​ສະບັບ​ຣີໄວອະເມລິກັນສະແຕນດາດ. ພະ​ຄຳພີ​ສະບັບ​ນີ້​ທີ່​ອອກ​ໃນ​ປີ 1901 ໄດ້​ໃຊ້​ຊື່​ຂອງ​ພະເຈົ້າ ແຕ່​ສະບັບ​ປັບ​ປຸງ​ທີ່​ອອກ​ໃນ​ປີ 1952 ບໍ່​ໄດ້​ໃຊ້​ຊື່​ຂອງ​ພະເຈົ້າ. ເປັນ​ຫຍັງ​ສະບັບ​ນັ້ນ​ຈຶ່ງ​ບໍ່​ໃຊ້​ຊື່​ຂອງ​ພະເຈົ້າ? ຍ້ອນ​ຜູ້​ແປ​ຮູ້ສຶກ​ວ່າ “ເປັນ​ເລື່ອງ​ບໍ່​ເໝາະ​ສົມ​ຢ່າງ​ຍິ່ງ” ທີ່​ຈະ​ໃຊ້​ຊື່​ຂອງ​ພະເຈົ້າ. ດັ່ງ​ນັ້ນ ຜູ້​ແປ​ຫຼາຍ​ຄົນ​ລວມ​ທັງ​ຜູ້​ທີ່​ແປ​ເປັນ​ພາສາ​ອັງກິດ​ແລະ​ເປັນ​ພາສາ​ອື່ນໆກໍ​ເຮັດ​ແບບ​ດຽວ​ກັນ​ນັ້ນ.

      5. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ໃຊ້​ຊື່​ຂອງ​ພະເຈົ້າ​ໃນ​ຄຳພີ​ໄບເບິນ?

      5 ເປັນ​ເລື່ອງ​ສຳຄັນ​ແທ້ໆບໍ​ທີ່​ຜູ້​ແປ​ຈະ​ໃຊ້​ຊື່​ຂອງ​ພະເຈົ້າ​ຫຼື​ບໍ່? ສຳຄັນ​ແທ້! ພະ​ເຢໂຫວາ​ຜູ້​ປະພັນ​ຄຳພີ​ໄບເບິນ​ຕ້ອງການ​ໃຫ້​ຜູ້​ຄົນ​ຮູ້ຈັກ​ຊື່​ຂອງ​ພະອົງ. ຜູ້​ແປ​ທີ່​ດີ​ຄວນ​ຮູ້​ສິ່ງ​ທີ່​ຜູ້​ປະພັນ​ຕ້ອງການ​ແລະ​ສິ່ງ​ນັ້ນ​ຄວນ​ສົ່ງ​ຜົນ​ກະທົບ​ຕໍ່​ການ​ຕັດສິນ​ໃຈ​ຂອງ​ລາວ​ກ່ຽວ​ກັບ​ການ​ແປ. ພະ​ຄຳພີ​ຫຼາຍ​ຂໍ້​ສະແດງ​ໃຫ້​ເຫັນ​ວ່າ​ຊື່​ຂອງ​ພະເຈົ້າ​ສຳຄັນ ແລະ​ຊື່​ນັ້ນ​ຕ້ອງ​ໄດ້​ຮັບ​ການ​ຍົກຍ້ອງ. (ອົບພະຍົບ 3:15; ຄຳເພງ 83:18; 148:13; ເອຊາອີ 42:8; 43:10; ໂຢຮັນ 17:6, 26; ກິດຈະການ 15:14) ພະ​ເຢໂຫວາ​ດົນ​ໃຈ​ໃຫ້​ຜູ້​ຂຽນ​ຄຳພີ​ໄບເບິນ​ໃຊ້​ຊື່​ຂອງ​ພະອົງ​ຫຼາຍ​ພັນ​ຄັ້ງ​ໃນ​ສຳເນົາ​ເກົ່າ​ແກ່. (ອ່ານ​ເອເຊກຽນ 38:23) ດັ່ງ​ນັ້ນ ເມື່ອ​ຜູ້​ແປ​ຕັດ​ຊື່​ຂອງ​ພະເຈົ້າ​ອອກ ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ໃຫ້​ຄວາມ​ນັບຖື​ພະອົງ.

      6. ເປັນ​ຫຍັງ​ຈຶ່ງ​ຕື່ມ​ຊື່​ຂອງ​ພະເຈົ້າ​ໃສ່​ຫົກ​ບ່ອນ​ໃນ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່ ສະບັບ​ປັບ​ປຸງ​ປີ 2013 ?

      6 ໃນ​ທຸກ​ມື້​ນີ້ ມີ​ຫຼັກ​ຖານ​ເພີ່ມ​ເຕີມ​ທີ່​ພິສູດ​ວ່າ​ເຮົາ​ຄວນ​ໃຊ້​ຊື່​ຂອງ​ພະ​ເຢໂຫວາ. ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່ ສະບັບ​ປັບ​ປຸງ​ປີ 2013 ໃຊ້​ຊື່​ຂອງ​ພະເຈົ້າ​ໃນ 7.216 ບ່ອນ ແລະ​ມີ​ການ​ໃສ່​ຊື່​ນັ້ນ​ເຂົ້າ​ໄປ​ອີກ 6 ບ່ອນ​ເມື່ອ​ສົມ​ທຽບ​ກັບ​ສະບັບ​ກ່ອນ. ເນື່ອງ​ຈາກ​ວ່າ​ໄດ້​ພົບ​ຊື່​ຂອງ​ພະເຈົ້າ​ຢູ່​ຫ້າ​ບ່ອນ​ໃນ​ມ້ວນ​ໜັງສື​ທະເລ​ຕາຍ​ທີ່​ຖືກ​ເຜີຍ​ແຜ່​ໃນ​ມໍ່ໆນີ້b ດັ່ງ​ນັ້ນ​ຈຶ່ງ​ໄດ້​ໃສ່​ຊື່​ຂອງ​ພະເຈົ້າ​ເຂົ້າ​ໄປ​ໃນ​ບ່ອນ​ເຫຼົ່າ​ນັ້ນ. ຫ້າ​ບ່ອນ​ນີ້​ພົບ​ໃນ 1 ຊາເມືອນ 2:25; 6:3; 10:26; 23:14, 16. ບ່ອນ​ທີ​ຫົກ​ແມ່ນ​ໃນ​ຜູ້ຕັດສິນ 19:18 ເຫດຜົນ​ທີ່​ເອົາ​ມາ​ໃສ່​ຄືນ​ກໍ​ຍ້ອນ​ວ່າ​ມີ​ການ​ສຶກສາ​ຄົ້ນ​ຄວ້າ​ເພີ່ມ​ເຕີມ​ໃນ​ສຳເນົາ​ຂອງ​ຄຳພີ​ໄບເບິນ​ທີ່​ເກົ່າ​ແກ່​ເຊິ່ງ​ໄວ້​ໃຈ​ໄດ້.

      7, 8. ຊື່​ຂອງ​ພະ​ເຢໂຫວາ​ມີ​ຄວາມ​ໝາຍ​ວ່າ​ແນວ​ໃດ?

      7 ຄລິດສະຕຽນ​ແທ້​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ເຂົ້າ​ໃຈ​ຄວາມ​ໝາຍ​ທີ່​ຄົບ​ຖ້ວນ​ກ່ຽວ​ກັບ​ຊື່​ຂອງ​ພະເຈົ້າ. ຊື່​ເຢໂຫວາ​ມີ​ຄວາມ​ໝາຍ​ວ່າ “ພະອົງ​ເຮັດ​ໃຫ້​ເປັນ.”c ໃນ​ອະດີດ ສິ່ງ​ພິມ​ຕ່າງໆຂອງ​ອົງການ​ໄດ້​ໃຊ້​ອົບພະຍົບ 3:14 (ລ.ມ.) ເພື່ອ​ອະທິບາຍ​ຊື່​ຂອງ​ພະເຈົ້າ ຂໍ້​ນີ້​ບອກ​ວ່າ “ເຮົາ​ຈະ​ເປັນ​ທຸກ​ຢ່າງ​ທີ່​ເຮົາ​ຕ້ອງການ​ຈະ​ເປັນ.” ພະ​ຄຳພີ​ສະບັບ​ປັບ​ປຸງ​ປີ 1984 ໄດ້​ອະທິບາຍ​ວ່າ​ພະ​ເຢໂຫວາ​ເຮັດ​ໃຫ້​ຕົນ​ເອງ​ເປັນ​ສິ່ງ​ໃດ​ກໍ​ໄດ້​ຕາມ​ທີ່​ພະອົງ​ຕ້ອງການ​ຈະ​ເປັນ​ເພື່ອ​ເຮັດ​ໃຫ້​ຄຳ​ສັນຍາ​ຂອງ​ພະອົງ​ສຳເລັດ. ຢ່າງ​ໃດ​ກໍ​ຕາມ ພະ​ຄຳພີ​ສະບັບ​ປັບ​ປຸງ​ປີ 2013 ອະທິບາຍ​ວ່າ: “ໃນ​ຂະນະ​ທີ່​ຊື່​ຂອງ​ພະ​ເຢໂຫວາ​ອາດ​ລວມ​ເຖິງ​ຄວາມ​ຄິດ​ນີ້ ແຕ່​ຄວາມ​ໝາຍ​ຂອງ​ຊື່​ນີ້​ບໍ່​ໄດ້​ຈຳກັດ​ໄວ້​ໃນ​ສິ່ງ​ທີ່​ພະອົງ​ຕ້ອງການ​ຈະ​ເປັນ​ເທົ່າ​ນັ້ນ. ຄວາມ​ໝາຍ​ຂອງ​ຊື່​ນີ້​ຍັງ​ລວມ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ໃຫ້​ເກີດ​ຂຶ້ນ​ເຊິ່ງ​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ພະອົງ​ສ້າງ​ແລະ​ຄວາມ​ສຳເລັດ​ເປັນ​ຈິງ​ຂອງ​ຈຸດ​ປະສົງ​ຂອງ​ພະອົງ.”

      8 ພະ​ເຢໂຫວາ​ເຮັດ​ໃຫ້​ສິ່ງ​ທີ່​ພະອົງ​ສ້າງ​ເປັນ​ສິ່ງ​ໃດ​ກໍ​ໄດ້​ຕາມ​ທີ່​ພະອົງ​ຕ້ອງການ. ຕົວຢ່າງ​ເຊັ່ນ: ພະອົງ​ເຮັດ​ໃຫ້​ໂນເອ​ເປັນ​ຜູ້​ສ້າງ​ເຮືອ​ໃຫຍ່ ພະອົງ​ເຮັດ​ໃຫ້​ເບຊາເລເອນ​ເປັນ​ຊ່າງ​ທີ່​ຊຳນານ ພະອົງ​ເຮັດ​ໃຫ້​ເຄເດໂອນ​ເປັນ​ນັກ​ຮົບ​ຜູ້​ຍິ່ງໃຫຍ່ ແລະ​ພະອົງ​ເຮັດ​ໃຫ້​ໂປໂລ​ເປັນ​ມິດຊັນນາລີ. ຊື່​ຂອງ​ພະເຈົ້າ​ມີ​ຄວາມ​ໝາຍ​ແທ້ໆຕໍ່​ປະຊາຊົນ​ຂອງ​ພະອົງ ແລະ​ນີ້​ຈຶ່ງ​ເປັນ​ເຫດຜົນ​ທີ່​ຄະນະ​ກຳມະການ​ການ​ແປ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່​ໄດ້​ໃຊ້​ຊື່​ຂອງ​ພະເຈົ້າ​ໃນ​ສະບັບ​ແປ​ນີ້.

      9. ເປັນ​ຫຍັງ​ການ​ແປ​ຄຳພີ​ໄບເບິນ​ເປັນ​ພາສາ​ອື່ນໆຈຶ່ງ​ມີ​ຄວາມ​ສຳຄັນ​ຫຼາຍ?

      9 ເມື່ອ​ເວລາ​ຜ່ານ​ໄປ​ກໍ​ແຮ່ງ​ມີ​ການ​ຕັດ​ຊື່​ສະເພາະ​ຂອງ​ພະເຈົ້າ​ອອກ​ຈາກ​ສະບັບ​ແປ​ຕ່າງໆຂອງ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ. ເຂົາ​ເຈົ້າ​ໃຊ້​ຄຳ​ທີ່​ເປັນ​ຕຳແໜ່ງ ເຊັ່ນ: “ພະອົງ​ເຈົ້າ” ຫຼື​ໃຊ້​ຊື່​ຂອງ​ພະເຈົ້າ​ໃນ​ທ້ອງຖິ່ນ​ແທນ​ຊື່​ສະເພາະ​ຂອງ​ພະເຈົ້າ. ນີ້​ຈຶ່ງ​ເປັນ​ເຫດຜົນ​ຫຼັກ​ຢ່າງ​ໜຶ່ງ​ທີ່​ວ່າ​ເປັນ​ຫຍັງ​ຄະນະ​ກຳມະການ​ປົກຄອງ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ຜູ້​ຄົນ​ໃນ​ທຸກ​ພາສາ​ຄວນ​ມີ​ຄຳພີ​ໄບເບິນ​ທີ່​ຍົກຍ້ອງ​ຊື່​ຂອງ​ພະເຈົ້າ. (ອ່ານ​ມາລາກີ 3:16) ມາ​ເຖິງ​ທຸກ​ມື້​ນີ້ ຊື່​ຂອງ​ພະ​ເຢໂຫວາ​ກຳລັງ​ໄດ້​ຮັບ​ການ​ຍົກຍ້ອງ​ໃນ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່ ທີ່​ມີ​ໃນ​ຫຼາຍ​ກວ່າ 130 ພາສາ.

      ການ​ແປ​ທີ່​ຈະ​ແຈ້ງ​ແລະ​ຖືກຕ້ອງ

      10, 11. ມີ​ຄວາມ​ຫຍຸ້ງຍາກ​ອັນ​ໃດ​ໃນ​ຂະນະ​ທີ່​ແປ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່ ເປັນ​ພາສາ​ອື່ນໆ?

      10 ນັບ​ວ່າ​ມີ​ຄວາມ​ຫຍຸ້ງຍາກ​ໃນ​ຂະນະ​ທີ່​ແປ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່ ທີ່​ເປັນ​ພາສາ​ອັງກິດ​ໃຫ້​ເປັນ​ພາສາ​ອື່ນໆ. ຕົວຢ່າງ​ເຊັ່ນ: ພະ​ຄຳພີ​ສະບັບ​ພາສາ​ອັງກິດ​ໃຊ້​ຄຳ​ພາສາ​ເຫບເລີ “ເຊໂອນ” ໃນ​ຜູ້​ເທສະໜາ​ປ່າວ​ປະກາດ 9:10 ແລະ​ໃນ​ຂໍ້​ອື່ນໆ. ຄຳ​ສັບ​ນີ້​ເຂົ້າ​ໃຈ​ໄດ້​ໃນ​ພະ​ຄຳພີ​ພາສາ​ອັງກິດ​ສະບັບ​ແປ​ອື່ນໆ. ຢ່າງ​ໃດ​ກໍ​ຕາມ ບໍ່​ສາມາດ​ໃຊ້​ຄຳ​ນີ້​ໄດ້​ໃນ​ຫຼາຍໆພາສາ ເພາະ​ວ່າ​ຜູ້​ອ່ານ​ສ່ວນ​ຫຼາຍ​ໃນ​ພາສາ​ເຫຼົ່າ​ນີ້​ບໍ່​ໄດ້​ຮູ້ຈັກ​ຄຳ​ພາສາ​ເຫບເລີ “ເຊໂອນ.” ຄຳ​ນີ້​ບໍ່​ມີ​ໃນ​ວັດຈະນານຸກົມ​ຂອງ​ເຂົາ​ເຈົ້າ ແລະ​ບາງ​ຄົນ​ເຖິງ​ຂັ້ນ​ຄິດ​ວ່າ​ຄຳ​ນີ້​ເປັນ​ຊື່​ສະເພາະ​ຂອງ​ສະຖານ​ທີ່​ໃດ​ໜຶ່ງ. ດ້ວຍ​ເຫດຜົນ​ເຫຼົ່າ​ນີ້ ຜູ້​ແປ​ຈຶ່ງ​ໄດ້​ຮັບ​ອະນຸຍາດ​ໃຫ້​ແປ​ຄຳ​ພາສາ​ເຫບເລີ “ເຊໂອນ” ແລະ​ຄຳ​ພາສາ​ເກັຣກ “ຮາເດສ” ວ່າ​ເປັນ “ບ່ອນ​ຝັງ​ສົບ.” ການ​ແປ​ແບບ​ນີ້​ຖືກຕ້ອງ​ແລະ​ເຮັດ​ໃຫ້​ເນື້ອ​ໃນ​ແຈ້ງ​ຂຶ້ນ.

      11 ນອກ​ຈາກ​ນັ້ນ ຄຳ​ວ່າ “ຈິດວິນຍານ” ໃນ​ພາສາ​ເຫບເລີ​ແລະ​ພາສາ​ເກັຣກ​ເປັນ​ຄຳ​ທີ່​ແປ​ໄດ້​ຍາກ​ໃນ​ບາງ​ພາສາ. ໃນ​ພາສາ​ເຫຼົ່າ​ນີ້ ຄຳ​ວ່າ “ຈິດວິນຍານ” ຕາມ​ປົກກະຕິ​ແລ້ວ​ມັກ​ໝາຍ​ເຖິງ​ຜີ​ຫຼື​ສິ່ງ​ທີ່​ອອກ​ຈາກ​ຮ່າງກາຍ​ເມື່ອ​ຕາຍ​ແລ້ວ. ເພື່ອ​ຫຼີກ​ລ່ຽງ​ການ​ເຂົ້າ​ໃຈ​ຜິດ​ແບບ​ນີ້ ຜູ້​ແປ​ຈຶ່ງ​ໄດ້​ຮັບ​ອະນຸຍາດ​ໃຫ້​ແປ​ຄຳ​ວ່າ “ຈິດວິນຍານ” ຕາມ​ແວດ​ບົດ​ຂອງ​ຄຳ. ມີ​ການ​ອະທິບາຍ​ຄວາມ​ໝາຍ​ທີ່​ຫຼາກ​ຫຼາຍ​ຂອງ​ຄຳ​ວ່າ “ຈິດວິນຍານ” ໃນ​ພາກ​ຜະໜວກ​ຂອງ​ພະ​ຄຳພີ​ບໍລິສຸດ​ສະບັບ​ແປ​ໂລກ​ໃໝ່—ພ້ອມ​ຂໍ້​ອ້າງອີງ (ພາສາ​ອັງກິດ). ມີ​ການ​ໃສ່​ຂໍ້​ມູນ​ທີ່​ເປັນ​ປະໂຫຍດ​ກ່ຽວ​ກັບ​ຄຳ​ສັບ​ພາສາ​ເຫບເລີ​ແລະ​ພາສາ​ເກັຣກ​ໃນ​ຂໍ້​ຄວາມ​ໄຂ​ເງື່ອນ​ຂອງ​ສະບັບ​ປັບ​ປຸງ​ເພື່ອ​ໃຫ້​ຂໍ້​ຄວາມ​ໃນ​ຄຳພີ​ໄບເບິນ​ອ່ານ​ງ່າຍ​ແລະ​ເຂົ້າ​ໃຈ​ງ່າຍ.

      ໃນ​ໄລຍະ​ທີ່​ເຮັດ​ການ​ປັບ​ປຸງ​ນັ້ນ ຄະນະ​ກຳມະການ​ໄດ້​ສຶກສາ​ຄົ້ນ​ຄວ້າ​ຄຳຖາມ​ຫຼາຍ​ພັນ​ຂໍ້​ຈາກ​ຜູ້​ແປ​ຄຳພີ​ໄບເບິນ

      12. ມີ​ການ​ປ່ຽນ​ແປງ​ຫຍັງ​ແດ່​ໃນ​ພະ​ຄຳພີ​ສະບັບ​ປັບ​ປຸງ​ປີ 2013 ? (ຂໍ​ໃຫ້​ເບິ່ງ​ບົດ​ຄວາມ “ສະບັບ​ແປ​ໂລກ​ໃໝ່​ສະບັບ​ປັບ​ປຸງ​ປີ 2013” ໃນ​ຫໍສັງເກດການ​ສະບັບ​ສຶກສາ​ທີ່​ເປັນ​ພາສາ​ໄທ)

      12 ຄຳຖາມ​ຕ່າງໆຈາກ​ຜູ້​ແປ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ເປັນ​ໄປ​ໄດ້​ທີ່​ຈະ​ເຂົ້າ​ໃຈ​ຜິດ​ໃນ​ເນື້ອ​ໃນ​ຂອງ​ຄຳພີ​ໄບເບິນ. ດັ່ງ​ນັ້ນ ໃນ​ເດືອນ​ກັນ​ຍາ ປີ 2007 ຄະນະ​ກຳມະການ​ປົກຄອງ​ຈຶ່ງ​ອະນຸຍາດ​ໃຫ້​ມີ​ການ​ປັບ​ປຸງ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່​ທີ່​ເປັນ​ພາສາ​ອັງກິດ. ໃນ​ໄລຍະ​ທີ່​ເຮັດ​ການ​ປັບ​ປຸງ​ນັ້ນ ຄະນະ​ກຳມະການ​ໄດ້​ສຶກສາ​ຄົ້ນ​ຄວ້າ​ຄຳຖາມ​ຫຼາຍ​ພັນ​ຂໍ້​ຈາກ​ຜູ້​ແປ​ຄຳພີ​ໄບເບິນ. ຄຳ​ສັບ​ພາສາ​ອັງກິດ​ທີ່​ເກົ່າ​ແກ່​ຖືກ​ປ່ຽນ​ແທນ​ດ້ວຍ​ຄຳ​ສັບ​ທີ່​ທັນ​ສະໄໝ ເຊິ່ງ​ເຮັດ​ໃຫ້​ເນື້ອ​ໃນ​ຂອງ​ພະ​ຄຳພີ​ອ່ານ​ງ່າຍ​ຂຶ້ນ​ແລະ​ເຂົ້າ​ໃຈ​ງ່າຍ​ຂຶ້ນ​ໃນ​ຂະນະ​ດຽວ​ກັນ​ກໍ​ຍັງ​ຮັກສາ​ຄວາມ​ຖືກຕ້ອງ​ຂອງ​ຄຳ​ສັບ​ນັ້ນ​ເອົາ​ໄວ້. ນອກ​ຈາກ​ນັ້ນ ການ​ແປ​ຄຳພີ​ໄບເບິນ​ໃນ​ພາສາ​ອື່ນໆທີ່​ຫາ​ກໍ​ສຳເລັດ​ໃນ​ມໍ່ໆນີ້​ກໍ​ຍັງ​ໄດ້​ຊ່ວຍ​ໃນ​ເລື່ອງ​ການ​ປັບ​ປຸງ​ເນື້ອ​ໃນ​ຂອງ​ສະບັບ​ພາສາ​ອັງກິດ​ນຳ​ອີກ.—ສຸພາສິດ 27:17

      ສະແດງ​ຄວາມ​ຂອບໃຈ​ຢ່າງ​ຍິ່ງ

      13. ຫຼາຍ​ຄົນ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່​ສະບັບ​ປັບ​ປຸງ​ປີ 2013 ?

      13 ຫຼາຍ​ຄົນ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່ ສະບັບ​ປັບ​ປຸງ​ປີ 2013​ທີ່​ເປັນ​ພາສາ​ອັງກິດ? ເພື່ອ​ສະແດງ​ຄວາມ​ຂອບໃຈ ພີ່​ນ້ອງ​ຊາຍ​ຍິງ​ໄດ້​ຂຽນ​ຈົດ​ໝາຍ​ຫຼາຍ​ພັນ​ສະບັບ​ໄປ​ເຖິງ​ສຳນັກງານ​ໃຫຍ່​ຂອງ​ພະຍານ​ພະ​ເຢໂຫວາ​ທີ່​ຕັ້ງ​ຢູ່​ເມືອງ​ບຸກ​ລິນ​ໃນ​ລັດ​ນິວຢອກ. ຫຼາຍ​ຄົນ​ຮູ້ສຶກ​ຄື​ກັບ​ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ເຊິ່ງ​ໄດ້​ຂຽນ​ມາ​ວ່າ: “ຄຳພີໄບເບິນ​ເປັນ​ຄື​ກັບ​ຫີບ​ສົມບັດ​ທີ່​ມີ​ເພັດ​ພອຍ​ລາຄາ​ແພງ. ການ​ອ່ານ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ຢ່າງ​ຈະ​ແຈ້ງ​ໂດຍ​ໃຊ້​ພະ​ຄຳພີ​ສະບັບ​ປັບ​ປຸງ​ປີ 2013 ສົມ​ທຽບ​ໄດ້​ຄື​ກັບ​ການ​ກວດ​ເບິ່ງ​ເພັດ​ພອຍ​ແຕ່​ລະ​ເມັດ​ແລະ​ຊື່ນຊົມ​ກັບ​ຫຼ່ຽມ​ຕ່າງໆ ຄວາມ​ໃສ ສີ​ສັນ ແລະ​ຄວາມ​ສວຍ​ງາມ​ຂອງ​ເພັດ​ພອຍ​ນັ້ນ. ມີ​ການ​ຖ່າຍ​ທອດ​ພະ​ຄຳພີ​ສະບັບ​ນີ້​ອອກ​ມາ​ໃນ​ພາສາ​ທີ່​ເຂົ້າ​ໃຈ​ງ່າຍ​ເຊິ່ງ​ຊ່ວຍ​ຂ້ອຍ​ໃຫ້​ຮູ້ຈັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ພະອົງ​ເປັນ​ຄື​ກັບ​ພໍ່​ທີ່​ກອດ​ຂ້ອຍ​ໄວ້​ໃນ​ຂະນະ​ທີ່​ພະອົງ​ອ່ານ​ຄຳ​ເວົ້າ​ທີ່​ປອບ​ໃຈ​ໃຫ້​ຂ້ອຍ​ຟັງ.”

      14, 15. ຜູ້​ຄົນ​ຮູ້ສຶກ​ແນວ​ໃດ​ຕໍ່​ກັບ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່ ທີ່​ເປັນ​ພາສາ​ອື່ນ?

      14 ຄົນ​ທີ່​ເວົ້າ​ພາສາ​ອື່ນ​ເຊິ່ງ​ບໍ່​ແມ່ນ​ພາສາ​ອັງກິດ​ກໍ​ຍັງ​ຮູ້ສຶກ​ຂອບໃຈ​ສຳລັບ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່. ພີ່​ນ້ອງ​ຊາຍ​ສູງ​ອາຍຸ​ຄົນ​ໜຶ່ງ​ຈາກ​ເມືອງ​ໂຊເຟຍ ປະເທດ​ບຸນກາຣີ​ໄດ້​ເວົ້າ​ກ່ຽວ​ກັບ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່​ທີ່​ເປັນ​ພາສາ​ບຸນກາຣີ​ວ່າ: “ຂ້ອຍ​ອ່ານ​ຄຳພີ​ໄບເບິນ​ມາ​ຫຼາຍ​ປີ​ແລ້ວ ແຕ່​ຂ້ອຍ​ບໍ່​ເຄີຍ​ອ່ານ​ສະບັບ​ແປ​ທີ່​ເຂົ້າ​ໃຈ​ງ່າຍ​ແລະ​ເຂົ້າ​ເຖິງ​ຫົວໃຈ​ໄດ້​ແບບ​ນີ້.” ຫຼັງ​ຈາກ​ທີ່​ໄດ້​ຮັບ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່​ທີ່​ຄົບ​ຊຸດ ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ຈາກ​ປະເທດ​ອານ​ບານີ​ກໍ​ຂຽນ​ແບບ​ດຽວ​ກັນ​ວ່າ: “ພະ​ຄຳ​ຂອງ​ພະເຈົ້າ​ທີ່​ເປັນ​ພາສາ​ອານ​ບານີ​ມ່ວນ​ແທ້ໆ! ເປັນ​ສິດທິ​ພິເສດ​ຢ່າງ​ຍິ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ກັບ​ພວກ​ເຮົາ​ເປັນ​ພາສາ​ຂອງ​ພວກ​ເຮົາ​ເອງ!”

      15 ໃນ​ຫຼາຍ​ປະເທດ ຄຳພີ​ໄບເບິນ​ມີ​ລາຄາ​ແພງ​ຫຼາຍ​ຫຼື​ຫາ​ໄດ້​ຍາກ. ການ​ໄດ້​ຮັບ​ຄຳພີ​ໄບເບິນ​ຈຶ່ງ​ເປັນ​ພະ​ພອນ​ແທ້ໆ! ລາຍງານ​ຈາກ​ປະເທດ​ຣູອັນດາ​ກ່າວ​ວ່າ: “ເປັນ​ເວລາ​ຫຼາຍ​ປີ​ແລ້ວ​ທີ່​ພີ່​ນ້ອງ​ໄດ້​ສຶກສາ​ນຳ​ຫຼາຍ​ຄົນ​ແຕ່​ຄົນ​ເຫຼົ່າ​ນັ້ນ​ກໍ​ບໍ່​ກ້າວ​ໜ້າ​ເພາະ​ເຂົາ​ເຈົ້າ​ບໍ່​ມີ​ຄຳພີ​ໄບເບິນ. ເຂົາ​ເຈົ້າ​ບໍ່​ມີ​ເງິນ​ພຽງ​ພໍ​ທີ່​ຈະ​ຊື້​ພະ​ຄຳພີ​ເຊິ່ງ​ເປັນ​ສະບັບ​ທີ່​ໂບດ​ໃນ​ທ້ອງຖິ່ນ​ໃຊ້. ຫຼາຍ​ຄັ້ງ​ເຂົາ​ເຈົ້າ​ກໍ​ບໍ່​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ພະ​ຄຳພີ​ບາງ​ຂໍ້​ເຊິ່ງ​ເລື່ອງ​ນີ້​ໄດ້​ຂັດ​ຂວາງ​ຄວາມ​ກ້າວ​ໜ້າ​ຂອງ​ເຂົາ​ເຈົ້າ.” ເມື່ອ​ມີ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່ ທີ່​ເປັນ​ພາສາ​ທ້ອງຖິ່ນ​ຂອງ​ເຂົາ​ເຈົ້າ ຄອບຄົວ​ໜຶ່ງ​ໃນ​ຣູອັນດາ​ທີ່​ມີ​ລູກ​ສີ່​ຄົນ ເຂົາ​ເຈົ້າ​ໄດ້​ຂຽນ​ວ່າ: “ພວກ​ເຮົາ​ຂອບໃຈ​ແທ້ໆທີ່​ພະ​ເຢໂຫວາ​ແລະ​ທາດ​ສັດ​ຊື່​ແລະ​ສຸຂຸມ​ໄດ້​ໃຫ້​ພວກ​ເຮົາ​ມີ​ຄຳພີ​ໄບເບິນ​ສະບັບ​ນີ້. ພວກ​ເຮົາ​ທຸກ​ຍາກ​ຫຼາຍ​ແລະ​ບໍ່​ມີ​ເງິນ​ພຽງ​ພໍ​ທີ່​ຈະ​ຊື້​ຄຳພີ​ໄບເບິນ​ສຳລັບ​ທຸກ​ຄົນ​ໃນ​ຄອບຄົວ. ແຕ່​ຕອນ​ນີ້​ພວກ​ເຮົາ​ທຸກ​ຄົນ​ມີ​ຄຳພີ​ໄບເບິນ​ເປັນ​ຂອງ​ຕົນ​ເອງ. ດັ່ງ​ນັ້ນ ເພື່ອ​ສະແດງ​ຄວາມ​ຂອບໃຈ​ຕໍ່​ພະ​ເຢໂຫວາ ພວກ​ເຮົາ​ຈຶ່ງ​ອ່ານ​ຄຳພີ​ໄບເບິນ​ທຸກໆມື້​ນຳ​ກັນ​ເປັນ​ຄອບຄົວ.”

      16, 17. (ກ) ພະ​ເຢໂຫວາ​ຕ້ອງການ​ໃຫ້​ປະຊາຊົນ​ຂອງ​ພະອົງ​ໄດ້​ຮັບ​ສິ່ງ​ໃດ? (ຂ) ເຮົາ​ຄວນ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຫຍັງ?

      16 ໃນ​ອະນາຄົດ ຈະ​ມີ​ການ​ແປ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່ ສະບັບ​ປັບ​ປຸງ​ປີ 2013 ອອກ​ເປັນ​ພາສາ​ອື່ນໆຕື່ມ​ອີກ. ຊາຕານ​ພະຍາຍາມ​ທີ່​ຈະ​ຢຸດ​ວຽກ​ນີ້ ແຕ່​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ຕ້ອງການ​ໃຫ້​ປະຊາຊົນ​ຂອງ​ພະອົງ​ທຸກ​ຄົນ​ໄດ້​ຍິນ​ເມື່ອ​ພະອົງ​ເວົ້າ​ກັບ​ເຂົາ​ເຈົ້າ​ໃນ​ພາສາ​ທີ່​ຈະ​ແຈ້ງ​ແລະ​ເຂົ້າ​ໃຈ​ໄດ້. (ອ່ານ​ເອຊາອີ 30:21) ອີກ​ບໍ່​ດົນ “ແຜ່ນດິນ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້ຈັກ​ພະ​ເຢໂຫວາ​ຄື​ນ້ຳ​ທັງ​ຫຼາຍ​ຖ້ວມ​ພື້ນ​ນ້ຳ​ທະເລ.”—ເອຊາອີ 11:9

      17 ຂໍ​ໃຫ້​ເຮົາ​ຕັ້ງ​ໃຈ​ທີ່​ຈະ​ໃຊ້​ຂອງ​ຂວັນ​ທຸກ​ຢ່າງ​ທີ່​ພະ​ເຢໂຫວາ​ມອບ​ໃຫ້ ເຊິ່ງ​ລວມ​ເຖິງ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່ ສະບັບ​ປັບ​ປຸງ​ປີ 2013 ທີ່​ຍົກຍ້ອງ​ຊື່​ຂອງ​ພະອົງ. ໃຫ້​ພະອົງ​ເວົ້າ​ກັບ​ເຈົ້າ​ທຸກໆມື້​ໂດຍ​ທາງ​ພະ​ຄຳ​ຂອງ​ພະອົງ. ພະອົງ​ສາມາດ​ຕັ້ງ​ໃຈ​ຟັງ​ຄຳ​ອະທິດຖານ​ທຸກ​ຢ່າງ​ຂອງ​ເຮົາ. ການ​ສື່ສານ​ແບບ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້ຈັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ຕື່ມ​ອີກ ແລະ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະອົງ​ກໍ​ຈະ​ມີ​ຫຼາຍ​ຂຶ້ນ​ເລື້ອຍໆ.—ໂຢຮັນ 17:3

      ຜູ້​ຄົນ​ໃນ​ຫຼາຍ​ແຫ່ງ​ຕື່ນ​ເຕັ້ນ​ກັບ​ການ​ອອກ​ພະ​ຄຳພີ​ສະບັບ​ແປ​ໂລກ​ໃໝ່​ສະບັບ​ປັບປຸງ

      “ເປັນ​ສິດທິ​ພິເສດ​ຢ່າງ​ຍິ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ກັບ​ພວກ​ເຮົາ​ເປັນ​ພາສາ​ຂອງ​ພວກ​ເຮົາ​ເອງ!”

  • ຕອນ​ນີ້​ຂ້ອຍ​ຮູ້ສຶກ​ວ່າ​ຂ້ອຍ​ກໍ​ຊ່ວຍ​ຄົນ​ອື່ນ​ໄດ້
    ຫໍສັງເກດການ—2015 | 1 ຕຸລາ
    • ຄຳ​ພີ​ໄບເບິນ​ປ່ຽນ​ຊີວິດ​ຄົນ

      ຕອນ​ນີ້​ຂ້ອຍ​ຮູ້ສຶກ​ວ່າ​ຂ້ອຍ​ກໍ​ຊ່ວຍ​ຄົນ​ອື່ນ​ໄດ້

      ເລົ່າ​ໂດຍ ຈູລິໂອ ໂຄຣິໂອ

      • ປີ​ເກີດ 1981

      • ປະເທດ​ບ້ານ​ເກີດ ກົວເຕມາລາ

      • ອະດີດ ມີຊີ​ວິດ​ທີ່​ບໍ່​ດີ​ຕອນ​ຍັງ​ນ້ອຍ

      ຊີວິດ​ທີ່​ຜ່ານ​ມາ:

      ຂ້ອຍ​ເກີດ​ຢູ່​ອາ​ຄູ ເມືອງ​ທີ່​ຢູ່​ຫ່າງ​ໄກ​ເທິງ​ພູ​ທາງ​ພາກ​ຕາເວັນ​ຕົກ​ຂອງ​ປະເທດ​ກົວເຕມາລາ. ຄອບຄົວ​ຂອງ​ຂ້ອຍ​ເປັນ​ຄົນ​ເຜົ່າ​ໄອ​ຊິວ ເຊິ່ງ​ເປັນ​ຊົນ​ກຸ່ມ​ໜຶ່ງ​ຂອງ​ເຜົ່າ​ມາ​ຢາ. ຂ້ອຍ​ເວົ້າ​ພາສາ​ແອັດສະປາຍ ແລະ​ເວົ້າ​ພາສາ​ຖິ່ນ​ຂອງ​ໂຕ​ເອງ​ໄດ້​ນຳ. ຂ້ອຍ​ເກີດ​ມາ​ໃນ​ໄລຍະ​ທ້າຍໆຂອງ​ຍຸກ​ສົງຄາມ​ກາງ​ເມືອງ​ທີ່​ໂຫດ​ຮ້າຍ​ໃນ​ກົວເຕມາລາ​ເຊິ່ງ​ຍາວ​ນານ​ເຖິງ 36 ປີ. ໃນ​ໄລຍະ​ນັ້ນ​ຄົນ​ໄອ​ຊິວ​ລົ້ມ​ຕາຍ​ເປັນ​ຈຳນວນ​ຫຼາຍ.

      ຈູລິໂອ ໂຄຣິໂອ

      ຕອນ​ຂ້ອຍ​ອາຍຸ 4 ປີ ອ້າຍ​ຂ້ອຍ​ທີ່​ອາຍຸ 7 ປີ​ຫຼິ້ນ​ລະເບີດ​ມື​ແລະ​ເກີດ​ລະເບີດ​ຂຶ້ນ​ມາ​ຈຶ່ງ​ເຮັດ​ໃຫ້​ຂ້ອຍ​ຕາ​ບອດ ແລະ​ທີ່​ຮ້າຍແຮງ​ກວ່າ​ນັ້ນ​ແມ່ນ​ອ້າຍ​ຂອງ​ຂ້ອຍ​ຕາຍ. ຫຼັງ​ຈາກ​ນັ້ນ ຂ້ອຍ​ເລີຍ​ຕ້ອງ​ໄປ​ຢູ່​ໂຮງ​ຮຽນ​ສຳລັບ​ເດັກ​ນ້ອຍ​ຕາ​ບອດ​ໃນ​ເມືອງ​ກົວເຕມາລາ ເຊິ່ງ​ເຮັດ​ໃຫ້​ຂ້ອຍ​ໄດ້​ຮຽນ​ອັກສອນ​ເບວ. ຕອນ​ຢູ່​ຫັ້ນ ຂ້ອຍ​ກໍ​ບໍ່​ຄ່ອຍ​ເຂົ້າ​ໃຈ​ວ່າ ເປັນ​ຫຍັງ​ຄູ​ຫ້າມ​ຂ້ອຍ​ບໍ່​ໃຫ້​ລົມ​ກັບ​ເດັກ​ນ້ອຍ​ຄົນ​ອື່ນໆແລະ​ໝູ່​ຄູ່​ກໍ​ບໍ່​ຢາກ​ລົມ​ກັບ​ຂ້ອຍ. ຂ້ອຍ​ຮູ້ສຶກ​ເຫງົາ​ຫຼາຍ ທຸກ​ປີ​ຂ້ອຍ​ລໍ​ຖ້າ​ວ່າ​ປານ​ໃດ​ຈະ​ຮອດ​ຊ່ວງ​ເວລາ 2 ເດືອນ​ທີ່​ຈະ​ໄດ້​ກັບ​ໄປ​ຢູ່​ກັບ​ແມ່​ທີ່​ໃຈ​ດີ​ແລະ​ເຂົ້າ​ໃຈ​ຂ້ອຍ. ໜ້າ​ເສົ້າ ແມ່​ຕາຍ​ຕອນ​ຂ້ອຍ​ອາຍຸ 10 ປີ. ຂ້ອຍ​ຮູ້ສຶກ​ວ່າ​ຂ້ອຍ​ສູນ​ເສຍ​ຄົນ​ທີ່​ຮັກ​ຂ້ອຍ​ຫຼາຍ​ທີ່​ສຸດ​ໃນ​ໂລກ​ພຽງ​ຄົນ​ດຽວ​ໄປ​ແລ້ວ ຂ້ອຍ​ຈຶ່ງ​ເສຍໃຈ​ຫຼາຍ.

      ຕອນ​ອາຍຸ 11 ປີ ຂ້ອຍ​ກັບ​ມາ​ຢູ່​ບ້ານ​ເກີດ​ແລະ​ອາໄສ​ຢູ່​ກັບ​ອ້າຍ​ຄົນ​ລະ​ແມ່​ເຊິ່ງ​ກໍ​ມີ​ຄອບຄົວ​ແລ້ວ. ເຂົາເຈົ້າ​ເບິ່ງ​ແຍງ​ຂ້ອຍ​ໃຫ້​ມີ​ເຄື່ອງ​ນຸ່ງ​ມີ​ອາຫານ​ບໍ່​ຂາດ ແຕ່​ເຂົາເຈົ້າ​ກໍ​ບໍ່​ໄດ້​ຊ່ວຍ​ໃຫ້​ຂ້ອຍ​ຮູ້ສຶກ​ອົບອຸ່ນ​ໃຈ. ບາງເທື່ອ ຂ້ອຍ​ຮ້ອງໄຫ້​ແລະ​ຮ້ອງ​ຖາມ​ພະເຈົ້າ​ວ່າ: “ເປັນ​ຫຍັງ​ແມ່​ຂ້ອຍ​ຈຶ່ງ​ຕາຍ? ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ຕ້ອງ​ຕາ​ບອດ?” ຫຼາຍ​ຄົນ​ບອກ​ຂ້ອຍ​ວ່າ​ທີ່​ເລື່ອງ​ບໍ່​ດີ​ເຫຼົ່າ​ນີ້​ເກີດຂຶ້ນ​ເປັນ​ຍ້ອນ​ພະເຈົ້າ​ກຳນົດ​ໄວ້​ແລ້ວ. ຂ້ອຍ​ຈຶ່ງ​ສະຫຼຸບ​ວ່າ​ພະເຈົ້າ​ໃຈ​ດຳ​ແລະ​ບໍ່​ຍຸຕິທຳ. ເຫດຜົນ​ດຽວ​ທີ່​ຂ້ອຍ​ບໍ່​ຂ້າ​ໂຕ​ຕາຍ​ກໍ​ຍ້ອນ​ຂ້ອຍ​ບໍ່​ຮູ້​ວ່າ​ຈະ​ຂ້າ​ໂຕ​ຕາຍ​ໂດຍ​ວິທີ​ໃດ​ດີ.

      ກາ​ນ​ເປັນ​ຄົນ​ຕາ​ບອດ​ເຮັດ​ໃຫ້​ຂ້ອຍ​ປ້ອງກັນ​ໂຕ​ເອງ​ບໍ່​ຄ່ອຍ​ໄດ້​ແລະ​ຈິດ​ໃຈ​ກໍ​ບອບ​ບາງ. ຕອນ​ເປັນ​ເດັກ​ນ້ອຍ ຂ້ອຍ​ຖືກ​ລ່ວງ​ລະເມີດ​ທາງ​ເພດ​ຢູ່​ຫຼາຍ​ເທື່ອ. ແຕ່​ຂ້ອຍ​ບໍ່​ເຄີຍ​ບອກ​ໃຜ ເພາະ​ຄິດ​ວ່າ​ຄື​ຊິ​ບໍ່​ມີ​ໃຜ​ສົນ​ໃຈ. ແຕ່​ລະ​ມື້​ກໍ​ບໍ່​ມີ​ໃຜ​ລົມ​ກັບ​ຂ້ອຍ ແລະ​ຂ້ອຍ​ກໍ​ບໍ່​ຄ່ອຍ​ລົມ​ກັບ​ໃຜ​ນຳ. ຂ້ອຍ​ຮູ້ສຶກ​ໂດດ​ດ່ຽວ​ແລະ​ສິ້ນ​ຫວັງ ແລະ​ບໍ່​ໄວ້​ໃຈ​ໃຜ​ທັງ​ນັ້ນ.

      ຄຳ​ພີ​ໄບເບິນ​ປ່ຽນ​ຊີວິດ​ຂ້ອຍ​ແນວ​ໃດ:

      ຕອນ​ເປັນ​ໄວ​ລຸ້ນ ມີ​ຜົວ​ເມຍ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ມາ​ຫາ​ຂ້ອຍ​ຢູ່​ໂຮງ​ຮຽນ​ຕອນ​ເລີກ​ຫຼິ້ນ. ເພາະ​ຄູ​ຄົນ​ໜຶ່ງ​ຮູ້ສຶກ​ອີ່ຕົນ​ຂ້ອຍ ຈຶ່ງ​ຂໍ​ໃຫ້​ພະຍານ​ມາ​ຢາມ​ຂ້ອຍ. ພະຍານ​ເລົ່າ​ໃຫ້​ຂ້ອຍ​ຟັງ​ເຖິງ​ຄຳ​ສັນຍາ​ໃນ​ຄຳ​ພີ​ໄບເບິນ​ວ່າ​ຄົນ​ຕາຍ​ຈະ​ໄດ້​ຮັບ​ການປຸກ​ໃຫ້​ກັບ​ມາ​ມີຊີ​ວິດ​ອີກ​ແລະ​ຈະ​ມີ​ມື້​ໜຶ່ງ​ທີ່​ຄົນ​ຕາ​ບອດ​ຈະ​ເບິ່ງ​ເຫັນ​ໄດ້. (ເອຊາອີ 35:5; ໂຢຮັນ 5:28, 29) ຂ້ອຍ​ມັກ​ສິ່ງ​ທີ່​ເຂົາເຈົ້າ​ສອນ ແຕ່​ມັນ​ກໍ​ຍາກ​ທີ່​ຈະ​ລົມ​ກັບ​ເຂົາເຈົ້າ ເພາະ​ຂ້ອຍ​ເວົ້າ​ບໍ່​ເກັ່ງ. ແຕ່​ເຖິງ​ວ່າ​ຂ້ອຍ​ຈະ​ບໍ່​ມັກ​ລົມ​ກັບ​ໃຜ ເຂົາເຈົ້າ​ກໍ​ຍັງ​ໃຈ​ດີ​ກັບ​ຂ້ອຍ​ຫຼາຍ​ແລະ​ອົດ​ທົນ​ແທ້ໆເພື່ອ​ຈະ​ມາ​ສອນ​ຄຳ​ພີ​ໄບເບິນ​ໃຫ້​ຂ້ອຍ. ທັງໆທີ່​ກວ່າ​ຈະ​ເດີນ​ທາງ​ມາ​ຮອດ​ເມືອງ​ທີ່​ຂ້ອຍ​ຢູ່​ເຂົາເຈົ້າ​ຕ້ອງ​ຍ່າງ​ຂ້າມ​ພູ​ເປັນ​ໄລຍະ​ທາງ​ເຖິງ 10 ກິໂລແມັດ.

      ອ້າຍ​ຄົນ​ລະ​ແມ່​ເລົ່າ​ໃຫ້​ຂ້ອຍ​ຟັງ​ວ່າ​ພະຍານ​ຄູ່​ນີ້​ແຕ່ງ​ໂຕ​ຮຽບຮ້ອຍ​ແຕ່​ກໍ​ບໍ່​ແມ່ນ​ຄົນ​ມີ​ເງິນ. ເຖິງ​ຈະ​ເປັນ​ແນວ​ນັ້ນ ເຂົາເຈົ້າ​ກໍ​ສົນ​ໃຈ​ຂ້ອຍ​ແທ້ໆ ແລະ​ມັກ​ຈະ​ເອົາ​ສິ່ງ​ຂອງ​ເລັກໆນ້ອຍໆມາ​ຝາກ. ຂ້ອຍ​ຮູ້ສຶກ​ວ່າ​ມີ​ແຕ່​ຄລິດສະຕຽນ​ແທ້​ເທົ່າ​ນັ້ນ​ທີ່​ມີ​ນ້ຳໃຈ​ເສຍ​ສະລະ​ແບບ​ນີ້.

      ຂ້ອຍ​ຮຽນ​ຄຳ​ພີ​ໄບເບິນ​ໂດຍ​ໃຊ້​ປຶ້ມ​ອັກສອນ​ເບວ. ເຖິງ​ວ່າ​ຂ້ອຍ​ຈະ​ເຂົ້າ​ໃຈ​ເລື່ອງ​ທີ່​ໄດ້​ຮຽນ​ຮູ້ ແຕ່​ກໍ​ມີ​ຫຍັງ​ບາງ​ຢ່າງ​ໃນ​ໃຈ​ທີ່​ເຮັດ​ໃຫ້​ຮູ້ສຶກ​ຍາກ​ທີ່​ຈະ​ຍອມ​ຮັບ. ຕົວຢ່າງ​ເຊັ່ນ ບໍ່​ງ່າຍ​ເລີຍ​ທີ່​ຈະ​ເຊື່ອ​ວ່າ​ພະເຈົ້າ​ຫ່ວງໃຍ​ຂ້ອຍ​ແທ້ໆແລະ​ເຊື່ອ​ວ່າ​ຄົນ​ອື່ນ​ຈະ​ຄິດ​ແລະ​ຮູ້ສຶກ​ຕໍ່​ຂ້ອຍ​ແບບ​ດຽວ​ກັບ​ພະເຈົ້າ. ຂ້ອຍ​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ຍອມ​ໃຫ້​ມີ​ຄວາມ​ຊົ່ວ​ຮ້າຍ​ເກີດຂຶ້ນ ແຕ່​ກວ່າ​ຈະ​ຍອມ​ຮັບ​ວ່າ​ເພິ່ນ​ເປັນ​ພໍ່​ທີ່​ຮັກ​ຂ້ອຍ​ແທ້ໆກໍ​ຕ້ອງ​ໃຊ້​ເວລາ​ພໍ​ສົມຄວນ.a

      ສິ່ງ​ທີ່​ຂ້ອຍ​ຮຽນ​ຈາກ​ພະ​ຄຳ​ພີ​ຄ່ອຍໆຊ່ວຍ​ໃຫ້​ຂ້ອຍ​ປ່ຽນ​ຄວາມ​ຄິດ. ຕົວຢ່າງ​ເຊັ່ນ ຂ້ອຍ​ໄດ້​ຮຽນ​ຮູ້​ວ່າ​ພະເຈົ້າ​ເຂົ້າ​ໃຈ​ແລະ​ເຫັນ​ໃຈ​ຄົນ​ທີ່​ຕົກ​ທຸກ​ໄດ້​ຍາກ. ເມື່ອ​ຜູ້​ນະມັດສະການ​ເພິ່ນ​ຖືກ​ຂົ່ມເຫງ ພະເຈົ້າ​ບອກ​ວ່າ: “ເຮົາ​ເຫັນ​ແລ້ວ​ວ່າ​ປະຊາຊົນ​ຂອງ​ເຮົາ . . . ກຳລັງ​ເຈິ​ກັບ​ຄວາມທຸກ​ຍາກ​ລຳບາກ . . . ເຮົາ​ຮູ້​ດີ​ວ່າ​ເຂົາເຈົ້າ​ເຈັບ​ປວດ​ສ່ຳ​ໃດ.” (ອົບພະຍົບ 3:7, ລ.ມ.) ເມື່ອ​ໄດ້​ມາ​ເຂົ້າ​ໃຈ​ຄຸນ​ລັກສະນະ​ທີ່​ອ່ອນ​ໂຍນ​ຂອງ​ພະ​ເຢໂຫວາ ໃນ​ປີ 1998 ຂ້ອຍ​ຈຶ່ງ​ຕັດສິນ​ໃຈ​ອຸທິດ​ຊີວິດ​ໃຫ້​ກັບ​ເພິ່ນ​ແລະ​ຮັບ​ບັບເຕມາ​ເປັນ​ພະຍານ​ພະ​ເຢໂຫວາ.

      ຈູລິໂອ ໂຄຣິໂອ​ກັບ​ຄອບຄົວ​ພະຍານ​ທີ່​ລາວ​ໄປ​ຢູ່​ນຳ

      ກັບ​ພີ່ນ້ອງ​ຊາຍ​ທີ່​ຂ້ອຍ​ໄປ​ຢູ່​ກັບ​ຄອບຄົວ​ລາວ

      ປະມານ 1 ປີ​ຫຼັງ​ຈາກ​ຮັບ​ບັບເຕມາ ຂ້ອຍ​ກໍ​ໄປ​ຮຽນ​ຫຼັກ​ສູດ​ສຳລັບ​ຄົນ​ຕາ​ບອດ​ໃກ້ໆເມືອງ​ເອດສ໌ກວິນລາ. ຜູ້​ດູ​ແລ​ໃນ​ປະຊາຄົມ​ທ້ອງຖິ່ນ​ເຫັນ​ວ່າ​ຂ້ອຍ​ຄື​ຊິ​ໄປ​ປະຊຸມ​ລຳບາກ​ຖ້າ​ຍັງ​ຢູ່​ໃນ​ເມືອງ​ອາ​ຄູ. ເພາະ​ຖ້າ​ຈະ​ໄປ​ປະຊາຄົມ​ທີ່​ໃກ້​ເຮືອນ​ທີ່​ສຸດ ຂ້ອຍ​ກໍ​ຕ້ອງ​ຂ້າມ​ພູ​ໄປ​ຄື​ກັບ​ທີ່​ພີ່ນ້ອງ​ຄູ່​ນັ້ນ​ເດີນ​ທາງ​ມາ​ສອນ​ຂ້ອຍ ແລະ​ມັນ​ຍາກ​ຫຼາຍ​ທີ່​ຂ້ອຍ​ຈະ​ເດີນ​ທາງ​ແບບ​ນັ້ນ. ເພື່ອ​ຊ່ວຍ​ຂ້ອຍ ຜູ້​ດູ​ແລ​ຄົນ​ນັ້ນ​ຈຶ່ງ​ຫາ​ຄອບຄົວ​ພະຍານ​ຄອບຄົວ​ໜຶ່ງ​ໃນ​ເມືອງ​ເອດສ໌ກວິນລາ​ເຊິ່ງ​ຍິນດີ​ໃຫ້​ຂ້ອຍ​ໄປ​ຢູ່​ກັບ​ເຂົາເຈົ້າ​ແລະ​ພາ​ຂ້ອຍ​ໄປ​ປະຊຸມ. ຈົນ​ຮອດ​ຕອນ​ນີ້ ເຂົາເຈົ້າ​ກໍ​ຍັງ​ເບິ່ງ​ແຍງ​ຂ້ອຍ​ຄື​ສະມາຊິກ​ຄົນ​ໜຶ່ງ​ໃນ​ຄອບຄົວ.

      ຖ້າ​ຈະ​ໃຫ້​ຂ້ອຍ​ເລົ່າ​ເລື່ອງ​ຄວາມ​ຮັກ​ແທ້​ທີ່​ພີ່ນ້ອງ​ໃນ​ປະຊາຄົມ​ມີ​ຕໍ່​ຂ້ອຍ ກໍ​ຍັງ​ເລົ່າ​ໄດ້​ອີກ​ຫຼາຍ. ແຕ່​ປະສົບການ​ທັງ​ໝົດ​ນີ້​ເຮັດ​ໃຫ້​ຂ້ອຍ​ເຊິ່ງ​ເປັນ​ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ໝັ້ນ​ໃຈ​ວ່າ ຂ້ອຍ​ຢູ່​ທ່າມກາງ​ຄລິດສະຕຽນ​ແທ້.—ໂຢຮັນ 13:34, 35

      ປະໂຫຍດ​ທີ່​ໄດ້​ຮັບ:

      ຂ້ອຍ​ບໍ່​ຮູ້ສຶກ​ວ່າ​ໂຕ​ເອງ​ບໍ່​ມີ​ຄ່າ​ແລະ​ໝົດ​ຫວັງ​ອີກ​ຕໍ່​ໄປ. ຕອນ​ນີ້​ຂ້ອຍ​ມີ​ເປົ້າ​ໝາຍ​ຫຼາຍ​ຢ່າງ​ໃນ​ຊີວິດ. ເນື່ອງ​ຈາກ​ຂ້ອຍ​ໃຊ້​ເວລາ​ສ່ວນ​ຫຼາຍ​ໄປ​ກັບ​ການສອນ​ຄຳ​ພີ​ໄບເບິນ​ທີ່​ພະຍານ​ພະ​ເຢໂຫວາ​ເຮັດ ແຕ່​ລະ​ມື້​ຂ້ອຍ​ຈຶ່ງ​ຄິດ​ແຕ່​ເລື່ອງ​ການສອນ​ຄົນ​ອື່ນ​ໃຫ້​ຮູ້​ຄວາມ​ຈິງ​ທີ່​ມີ​ຄ່າ​ຈາກ​ຄຳ​ພີ​ໄບເບິນ​ແທນ​ທີ່​ຈະ​ຄິດ​ເຖິງ​ຄວາມ​ພິການ​ຂອງ​ໂຕ​ເອງ. ນອກ​ຈາກ​ນີ້ ຂ້ອຍ​ໄດ້​ຮັບ​ການແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ດູ​ແລ​ໃນ​ປະຊາຄົມ​ແລະ​ໄດ້​ບັນຍາຍ​ໃນ​ປະຊາຄົມ​ຄລິດສະຕຽນ. ແລະ​ຂ້ອຍ​ຍັງ​ໄດ້​ຮັບ​ສິດທິ​ພິເສດ​ໃຫ້​ບັນຍາຍ​ໃນ​ການປະຊຸມ​ໃຫຍ່​ເຊິ່ງ​ເປັນ​ການບັນຍາຍ​ໂດຍ​ອາໄສ​ເນື້ອ​ຫາ​ໃນ​ພະ​ຄຳ​ພີ​ໃຫ້​ຜູ້​ເຂົ້າ​ຮ່ວມ​ປະຊຸມ​ເປັນ​ພັນໆຄົນ​ໄດ້​ຟັງ​ນຳ.

      ຈູລິໂອ ໂຄຣິໂອ​ໃຊ້​ຄຳ​ພີ​ໄບເບິນ​ອັກສອນ​ເບວ​ໃນ​ການບັນຍາຍ​ໃນ​ປະຊາຄົມ

      ໃຊ້​ພະ​ຄຳ​ພີ​ອັກສອນ​ເບວ​ໃນ​ການບັນຍາຍ

      ໃນ​ປີ 2010 ຂ້ອຍ​ໄດ້​ເຂົ້າ​ໂຮງ​ຮຽນ​ຝຶກ​ອົບ​ຮົມ​ເພື່ອ​ການຮັບໃຊ້ (ປັດຈຸບັນ​ເອີ້ນ​ວ່າ​ໂຮງ​ຮຽນ​ຜູ້​ປະກາດ​ລາຊະອານາຈັກ) ທີ່​ຈັດ​ຂຶ້ນ​ໃນ​ປະເທດ​ເອວ​ຊານ​ວາ​ດໍ. ໂຮງ​ຮຽນ​ນີ້​ຊ່ວຍ​ຂ້ອຍ​ໃຫ້​ເຮັດ​ໜ້າ​ທີ່​ໃນ​ປະຊາຄົມ​ໄດ້​ດີ​ຂຶ້ນ. ການຝຶກ​ອົບຮົມ​ນີ້​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າ​ໂຕ​ເອງ​ມີ​ຄ່າ​ແລະ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ຮັກ​ຂ້ອຍ ເພິ່ນ​ສາມາດ​ຝຶກ​ເຮົາ​ທຸກ​ຄົນ​ໃຫ້​ມີ​ຄຸນສົມບັດ​ທີ່​ຈະ​ເຮັດ​ວຽກ​ຂອງ​ເພິ່ນ​ໄດ້.

      ພະ​ເຢຊູ​ບອກ​ວ່າ: “ການໃຫ້​ເຮັດ​ໃຫ້​ມີ​ຄວາມສຸກ​ຫຼາຍ​ກວ່າ​ການຮັບ.” (ກິດຈະການ 20:35) ທຸກ​ມື້​ນີ້ ຂ້ອຍ​ເວົ້າ​ໄດ້​ເຕັມ​ປາກ​ເລີຍ​ວ່າ​ຂ້ອຍ​ມີ​ຄວາມສຸກ​ແທ້ໆ ເຖິງ​ວ່າ​ແຕ່​ກ່ອນ​ຂ້ອຍ​ຄິດ​ວ່າ​ບໍ່​ມີ​ທາງ​ເປັນ​ໄປ​ໄດ້ ແຕ່​ຕອນ​ນີ້​ຂ້ອຍ​ຮູ້ສຶກ​ວ່າ​ຂ້ອຍ​ກໍ​ຊ່ວຍ​ຄົນ​ອື່ນ​ໄດ້.

      a ສຳລັບ​ຂໍ້​ມູນ​ກ່ຽວ​ກັບ​ເລື່ອງ​ທີ່​ວ່າ​ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ມີ​ຄວາມ​ຊົ່ວ ຂໍ​ໃຫ້​ເບິ່ງ​ບົດທີ 11 ໃນ​ປຶ້ມ​ຮຽນ​ຄຳ​ພີ​ໄບເບິນ​ແລ້ວ​ໄດ້​ຫຍັງ? ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ.

ໜັງສືພາສາລາວ (1993-2026)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌