ເພງທີ 129
ເຮົາຈະອົດທົນຕໍ່ໄປ
1. ຈະທົນໄດ້ແນວໃດ
ຖ້າຖືກຂົ່ມເຫງດັ່ງພະເຍຊູ
ທ່ານທົນທຸກເຈັບປວດ
ຄວາມສຸກຂອງທ່ານຢູ່ທີ່ຄວາມຫວັງ
ຄຳສັນຍາຂອງພະເຈົ້າ
ຊ່ວຍໃຫ້ທ່ານອົດທົນໄດ້
(ທ່ອນຊ້ຳ)
ພວກເຮົາ ຕ້ອງອົດທົນທຸກຢ່າງ
ວາງໃຈ ຄວາມຮັກພະເຈົ້າ
ຍຶດໝັ້ນ ໃນຄວາມເຊື່ອຂອງເຮົາ
ຊ່ວຍໃຫ້ ເຮົາອົດທົນໄດ້ ຈົນວັນສຸດທ້າຍ
2. ເຖິງຫຼາຍປີຜ່ານໄປ
ເຮົາອາດເຈັບປວດແລະເສຍນ້ຳຕາ
ເບິ່ງສິ່ງທີ່ດີກວ່າ
ຄືເຮົາຈະໄດ້ຊີວິດນິລັນ
ເພື່ອຈະໄດ້ຢູ່ທີ່ນັ້ນ
ເຮົາຕ້ອງຕັ້ງໃຈແນ່ວແນ່
(ທ່ອນຊ້ຳ)
ພວກເຮົາ ຕ້ອງອົດທົນທຸກຢ່າງ
ວາງໃຈ ຄວາມຮັກພະເຈົ້າ
ຍຶດໝັ້ນ ໃນຄວາມເຊື່ອຂອງເຮົາ
ຊ່ວຍໃຫ້ ເຮົາອົດທົນໄດ້ ຈົນວັນສຸດທ້າຍ
3. ເຮົາຈະບໍ່ເລີກລາ
ບໍ່ວ່າຄວາມຢ້ານຫຼືຄວາມສົງໄສ
ຈະຮັບໃຊ້ເລື້ອຍໄປ
ຈົນເຖິງວັນໃຫຍ່ຂອງເຢໂຫວາ
ຈະອົດທົນຕໍ່ຕໍ່ໄປ
ວັນນັ້ນໃກ້ມາຮອດແລ້ວ
(ທ່ອນຊ້ຳ)
ພວກເຮົາ ຕ້ອງອົດທົນທຸກຢ່າງ
ວາງໃຈ ຄວາມຮັກພະເຈົ້າ
ຍຶດໝັ້ນ ໃນຄວາມເຊື່ອຂອງເຮົາ
ຊ່ວຍໃຫ້ ເຮົາອົດທົນໄດ້ ຈົນວັນສຸດທ້າຍ
(ເບິ່ງຕື່ມ ກິດ. 20:19, 20; ຢໂກ. 1:12; 1 ເປ. 4:12-14)