ເພງທີ 118
‘ຂໍຊ່ວຍໃຫ້ພວກເຮົາມີຄວາມເຊື່ອຫຼາຍຂຶ້ນ’
- 1. ໂອ້ພະເຢໂຫວາເພາະວ່າເຮົາບໍ່ສົມບູນ - ຫົວໃຈເຮົາມັກໂນ້ມອຽງໄປທາງບໍ່ດີ - ບາບຢ່າງໜຶ່ງນັ້ນທີ່ໄລ່ຈັບເຮົາໃຫ້ເປັນເຫຍື່ອ - ຄືຂາດຄວາມເຊື່ອໃນພະເຈົ້າອົງທ່ຽງແທ້ - (ທ່ອນຊ້ຳ) - ພະເຢໂຫວາ ຂໍໃຫ້ຄວາມເຊື່ອເຮົາເພີ່ມຂຶ້ນ - ຂໍຊ່ວຍໃຫ້ເຮົາ ເຮັດຕາມສິ່ງເຮົາຕ້ອງການ - ຂໍໃຫ້ເມດຕາ ໃຫ້ເຮົາມີຄວາມເຊື່ອເພີ່ມຂຶ້ນ - ໃຫ້ກຽດພະອົງ ໂດຍສິ່ງທີ່ເວົ້າແລະທຳ 
- 2. ພະອົງຈະບໍ່ພໍໃຈຄົນທີ່ຂາດຄວາມເຊື່ອ - ເຮົາຕ້ອງເຊື່ອວ່າຄວາມເຊື່ອຈະໃຫ້ລາງວັນ - ຄວາມເຊື່ອເປັນໂລ້ແລະເປັນບ່ອນຫຼົບໄພຂອງເຮົາ - ໃຫ້ເຮົາປະເຊີນອະນາຄົດຢ່າງໝັ້ນໃຈ - (ທ່ອນຊ້ຳ) - ພະເຢໂຫວາ ຂໍໃຫ້ຄວາມເຊື່ອເຮົາເພີ່ມຂຶ້ນ - ຂໍຊ່ວຍໃຫ້ເຮົາ ເຮັດຕາມສິ່ງເຮົາຕ້ອງການ - ຂໍໃຫ້ເມດຕາ ໃຫ້ເຮົາມີຄວາມເຊື່ອເພີ່ມຂຶ້ນ - ໃຫ້ກຽດພະອົງ ໂດຍສິ່ງທີ່ເວົ້າແລະທຳ 
(ເບິ່ງຕື່ມ ຕົ້ນ. 8:21; ເຫບ. 11:6; 12:1)