ເພງທີ 1
ຄຸນລັກສະນະຂອງພະເຢໂຫວາ
1. ພະເຈົ້າເຢໂຫວາ ມີອຳນາດຍິ່ງໃຫຍ່
ພະອົງເປັນຜູ້ໃຫ້ ຊີວິດແລະແສງສະຫວ່າງ
ສິ່ງທີ່ໄດ້ສ້າງ ບອກໃຫ້ຮູ້ເຖິງພະລັງ
ທັງໂລກແລະສະຫວັນ ຕັ້ງຢູ່ໝັ້ນຄົງ
2. ພະເຈົ້າເຢໂຫວາ ປົກຄອງດ້ວຍຊອບທຳ
ກົດໝາຍຄຳແນະນຳ ຂອງພະອົງລ້ວນຊອບທຳ
ເມື່ອເຮົາໄຄ່ຄວນ ໃນພະຄຳຍິ່ງເຂົ້າໃຈ
ປັນຍາຂອງພະອົງ ເລີດລ້ຳພຽງໃດ
3. ຄວາມຮັກຂອງພະອົງ ຍິ່ງໃຫຍ່ເໜືອທຸກສິ່ງ
ຂອງຂວັນທີ່ລ້ຳຄ່າ ຈາກພະອົງເທິງສະຫວັນ
ຄຸນງາມຄວາມດີ ນາມຊື່ນີ້ທີ່ຍິ່ງໃຫຍ່
ເຮົາຈະບອກອອກໄປ ດ້ວຍໃຈຍິນດີ
(ເບິ່ງຕື່ມ ເພງ. 36:9; 145:6-13; ຜູ້ປ. 3:14; ຢໂກ. 1:17)