ກ3
ຄຳພີໄບເບິນລອດມາຮອດເຮົາໄດ້ແນວໃດ?
ຄຳພີໄບເບິນມາຈາກພະເຈົ້າ ແລະເພິ່ນເປັນຜູ້ແຕ່ງປຶ້ມນີ້. ເພິ່ນປົກປ້ອງເບິ່ງແຍງຄຳພີໄບເບິນໃຫ້ຍັງມີຢູ່ ແລະເພິ່ນໄດ້ດົນໃຈໃຫ້ຂຽນວ່າ:
“ຄຳເວົ້າຂອງພະເຈົ້າຈະຢູ່ຕະຫຼອດໄປ.”—ເອຊາຢາ 40:8
ຄຳເວົ້ານີ້ເປັນຄວາມຈິງ ເຖິງວ່າຈະບໍ່ມີຕົ້ນສະບັບທີ່ເປັນພາສາເຮັບເຣີແລະພາສາອາຣາເມອິກa ຫຼືພະຄຳພີຄລິດສະຕຽນພາກພາສາກຣີກເຫຼືອມາຈົນຮອດສະໄໝຂອງເຮົາ. ແຕ່ເຮົາຈະໝັ້ນໃຈໄດ້ແນວໃດວ່າສິ່ງທີ່ຂຽນໄວ້ໃນຄຳພີໄບເບິນທີ່ເຮົາມີໃນທຸກມື້ນີ້ກົງກັນແທ້ໆກັບສິ່ງທີ່ພະເຈົ້າດົນໃຈໃຫ້ຂຽນໃນຕອນທຳອິດ?
ຜູ້ຄັດລອກຮັກສາຄຳເວົ້າຂອງພະເຈົ້າໄວ້
ສິ່ງໜຶ່ງທີ່ຊ່ວຍຮັກສາຂໍ້ຄວາມທີ່ຢູ່ໃນພະຄຳພີພາກພາສາເຮັບເຣີໄວ້ແມ່ນ ທຳນຽມເກົ່າແກ່ໃນການຄັດລອກພະຄຳພີທີ່ພະເຈົ້າກຳນົດໄວ້.b ຕົວຢ່າງເຊັ່ນ ພະເຢໂຫວາສັ່ງໃຫ້ກະສັດຂອງອິດສະຣາເອນກ່າຍຄືນປຶ້ມກົດໝາຍດ້ວຍໂຕເອງ. (ພະບັນຍັດ 17:18) ນອກຈາກນັ້ນ ພະເຈົ້າຍັງສັ່ງໃຫ້ຄົນເລວີຮັກສາກົດໝາຍຂອງເພິ່ນແລະສອນກົດໝາຍເຫຼົ່ານັ້ນໃຫ້ປະຊາຊົນ. (ພະບັນຍັດ 31:26; ເນເຮມີຢາ 8:7) ຫຼັງຈາກຄົນຢິວໄປເປັນຊະເລີຍຢູ່ບາບີໂລນກໍເລີ່ມມີຄົນກຸ່ມໜຶ່ງຊື່ໂຊເຟຣິມເຮັດໜ້າທີ່ເປັນຜູ້ຄັດລອກ. (ເອັດຊະຣາ 7:6) ເມື່ອເວລາຜ່ານໄປ ຜູ້ຄັດລອກເຫຼົ່ານີ້ໄດ້ເຮັດສຳເນົາປຶ້ມ 39 ຫົວໃນພະຄຳພີພາກພາສາເຮັບເຣີໄວ້ຫຼາຍສະບັບ.
ຕະຫຼອດເວລາຫຼາຍຮ້ອຍປີ ພວກຜູ້ຄັດລອກພະຍາຍາມກ່າຍຄືນຂໍ້ຄວາມໃນພະຄຳພີຢ່າງລະມັດລະວັງ. ໃນໄລຍະຍຸກກາງ ມີຜູ້ຄັດລອກຄົນຢິວກຸ່ມໜຶ່ງທີ່ເອີ້ນວ່າມາໂຊເຣດໄດ້ສືບຕໍ່ທຳນຽມນີ້. ສຳເນົາພະຄຳພີທີ່ຄົບຖ້ວນແລະເກົ່າແກ່ທີ່ສຸດຂອງພວກມາໂຊເຣດແມ່ນໂຄເດັກສ໌ເລນິນກຣາດເຊິ່ງຂຽນໃນປີ 1008/1009. ແຕ່ປະມານປີ 1950 ມີຄົນຄົ້ນພົບມ້ວນໜັງສືທະເລຕາຍທີ່ມີສຳເນົາຂໍ້ຄວາມຫຼືຊິ້ນສ່ວນຂອງຄຳພີໄບເບິນປະມານ 220 ອັນ. ສຳເນົາພະຄຳພີເຫຼົ່ານີ້ມີອາຍຸເກົ່າແກ່ກວ່າໂຄເດັກສ໌ເລນິນກຣາດ 1.000 ກວ່າປີ. ການປຽບທຽບຂໍ້ຄວາມໃນມ້ວນໜັງສືທະເລຕາຍກັບໂຄເດັກສ໌ເລນິນກຣາດເຮັດໃຫ້ໄດ້ຂໍ້ສະຫຼຸບສຳຄັນເລື່ອງໜຶ່ງ. ເຖິງວ່າໃນມ້ວນໜັງສືທະເລຕາຍຈະໃຊ້ຄຳຫຼືສຳນວນບໍ່ຄືກັນປານໃດ ແຕ່ຄວາມແຕກຕ່າງເຫຼົ່ານີ້ບໍ່ໄດ້ເຮັດໃຫ້ເນື້ອໃນຫຼັກຂອງພະຄຳພີປ່ຽນໄປ.
ແລ້ວປຶ້ມ 27 ຫົວໃນພະຄຳພີຄລິດສະຕຽນພາກພາສາກຣີກເດ? ອັກຄະສາວົກບາງຄົນຂອງພະເຢຊູກັບພວກລູກສິດລຸ້ນທຳອິດເປັນຜູ້ຂຽນປຶ້ມເຫຼົ່ານີ້. ຈາກນັ້ນ ມີຄລິດສະຕຽນບາງຄົນໃນຍຸກທຳອິດທີ່ສືບຕໍ່ທຳນຽມຂອງຜູ້ຄັດລອກຄົນຢິວໂດຍເຮັດສຳເນົາປຶ້ມເຫຼົ່ານີ້ໄວ້. (ໂກໂລຊາຍ 4:16) ເຖິງວ່າຈັກກະພັດໂຣມທີ່ຊື່ດິໂອເຄລຕຽນແລະຄົນອື່ນໆພະຍາຍາມທຳລາຍທຸກສິ່ງທີ່ຄລິດສະຕຽນໃນຍຸກທຳອິດໄດ້ຂຽນໄວ້ ແຕ່ກໍຍັງມີສຳເນົາແລະຊິ້ນສ່ວນພະຄຳພີຫຼາຍພັນອັນເຫຼືອມາຈົນຮອດສະໄໝຂອງເຮົາ.
ສິ່ງເຫຼົ່ານີ້ທີ່ຄລິດສະຕຽນຂຽນໄວ້ຖືກແປເປັນພາສາອື່ນໆນຳ. ມີການແປຄຳພີໄບເບິນເປັນພາສາບູຮານຫຼາຍພາສາເຊັ່ນ: ພາສາອາກເມນີ ພາສາຄ໋ອບຕິກ ພາສາເອທິໂອເປຍ ພາສາຈໍເຈຍ ພາສາລາຕິນ ແລະພາສາຊີເຣຍ.
ເຮົາຈະຮູ້ໄດ້ແນວໃດວ່າຂໍ້ຄວາມໃນພາກພາສາເຮັບເຣີແລະພາສາກຣີກດັ້ງເດີມເປັນຈັ່ງໃດ?
ສຳເນົາຄຳພີໄບເບິນຫຼາຍສະບັບທີ່ຖືກຄັດລອກໄວ້ໃນສະໄໝບູຮານບໍ່ໄດ້ມີຂໍ້ຄວາມຄືກັນທຸກໂຕ. ຄັນຊັ້ນ ເຮົາຈະຮູ້ໄດ້ແນວໃດວ່າຕົ້ນສະບັບຂຽນວ່າຈັ່ງໃດ?
ເລື່ອງນີ້ອາດສົມທຽບໄດ້ກັບຄູທີ່ສັ່ງໃຫ້ນັກຮຽນ 100 ຄົນກ່າຍຄືນບົດຮຽນບົດໜຶ່ງຈາກປຶ້ມແບບຮຽນ. ຕໍ່ມາ ເຖິງວ່າປຶ້ມທີ່ເປັນຕົ້ນສະບັບບໍ່ມີແລ້ວ ແຕ່ຖ້າເອົາສຳເນົາທີ່ນັກຮຽນ 100 ຄົນຈົດໄວ້ມາສົມທຽບກັນກໍຈະຮູ້ວ່າຂໍ້ຄວາມໃນຕົ້ນສະບັບເປັນແນວໃດ. ນັກຮຽນແຕ່ລະຄົນອາດຈະກ່າຍຄືນຜິດບາງບ່ອນ ແຕ່ເປັນໄປບໍ່ໄດ້ທີ່ນັກຮຽນທຸກຄົນຈະຜິດບ່ອນດຽວກັນ. ຄ້າຍຄືກັນ ເມື່ອຜູ້ຊ່ຽວຊານເອົາສຳເນົາບູຮານຫຼາຍພັນອັນຂອງຄຳພີໄບເບິນມາສົມທຽບກັນ ເຂົາເຈົ້າສາມາດບອກໄດ້ວ່າມີບ່ອນໃດແດ່ທີ່ກ່າຍຄືນຜິດ ແລະຮູ້ວ່າຂໍ້ຄວາມໃນຕົ້ນສະບັບຂຽນໄວ້ແນວໃດ.
“ເວົ້າໄດ້ເຕັມປາກວ່າ ບໍ່ມີຜົນງານການຂຽນຍຸກບູຮານອັນໃດທີ່ຖ່າຍທອດໄດ້ຖືກຕ້ອງສ່ຳນີ້”
ເຮົາຈະໝັ້ນໃຈໄດ້ແນວໃດວ່າຄວາມຄິດໃນຂໍ້ຄວາມຕົ້ນສະບັບຖ່າຍທອດມາຮອດເຮົາຢ່າງຖືກຕ້ອງ? ຜູ້ຊ່ຽວຊານຊື່ວິນລຽມ ເອັດຊ໌. ກຣີນ ໃຫ້ຄວາມເຫັນກ່ຽວກັບຂໍ້ຄວາມໃນພະຄຳພີພາກພາສາເຮັບເຣີວ່າ: “ເວົ້າໄດ້ເຕັມປາກວ່າ ບໍ່ມີຜົນງານການຂຽນຍຸກບູຮານອັນໃດທີ່ຖ່າຍທອດໄດ້ຖືກຕ້ອງສ່ຳນີ້.” ຜູ້ຊ່ຽວຊານດ້ານຄຳພີໄບເບິນຊື່ເອັບຟ໌. ເອັບຟ໌. ບຣູດສ໌ ໃຫ້ຄວາມເຫັນກ່ຽວກັບພະຄຳພີຄລິດສະຕຽນພາກພາສາກຣີກຫຼືທີ່ບາງຄົນເອີ້ນວ່າພະຄຳພີພາກພັນທະສັນຍາໃໝ່ວ່າ: “ຫຼັກຖານຢືນຢັນພະຄຳພີພາກພັນທະສັນຍາໃໝ່ມີຫຼາຍກວ່າຫຼັກຖານຢືນຢັນຜົນງານການຂຽນຂອງພວກນັກຂຽນຍຸກບູຮານຫຼາຍເທົ່າ. ບໍ່ມີໃຜສົງໄສວ່າຜົນງານການຂຽນຂອງນັກຂຽນເຫຼົ່ານັ້ນຖ່າຍທອດຖືກຕ້ອງຫຼືບໍ່.” ລາວຍັງເວົ້າອີກວ່າ: “ຖ້າພະຄຳພີພາກພັນທະສັນຍາໃໝ່ເປັນຜົນງານການຂຽນແບບທົ່ວໄປ ຜູ້ຊ່ຽວຊານສ່ວນຫຼາຍຄືຊິຍອມຮັບແລ້ວວ່າຜົນງານການຂຽນນີ້ຖືກຕ້ອງໂດຍບໍ່ມີຂໍ້ສົງໄສໃດໆເລີຍ.”
ຂໍ້ຄວາມຈາກປຶ້ມເອຊາຢາບົດ 40 ໃນມ້ວນໜັງສືທະເລຕາຍ (ປີ 125-100 ກ່ອນ ຄ.ສ)
ເມື່ອສົມທຽບກັບສຳເນົາພະຄຳພີພາກພາສາເຮັບເຣີສະບັບອື່ນໆທີ່ມີອາຍຸໜ້ອຍກວ່າປະມານ 1.000 ປີ ຈະເຫັນວ່າຕ່າງກັນໜ້ອຍດຽວແລະສ່ວນຫຼາຍຕ່າງກັນແຕ່ການສະກົດ
ຂໍ້ຄວາມຈາກປຶ້ມເອຊາຢາບົດ 40 ໃນໂຄເດັກສ໌ອາເລັບໂປເຊິ່ງເປັນສຳເນົາພະຄຳພີສະບັບສຳຄັນທີ່ພວກມາໂຊເຣດເຮັດປະມານປີ 930
ຂໍ້ຄວາມພາກພາສາເຮັບເຣີ: ພະຄຳພີສະບັບແປໂລກໃໝ່ພາກພາສາເຮັບເຣີ (ປີ 1953-1960) ແປຈາກບິບລິອາ ເຮັບຣາຍກາ ທີ່ຣູດອບຟ໌ ຄິດເທວເປັນຜູ້ລວບລວມ. ຫຼັງຈາກພະຄຳພີສະບັບນີ້ພິມອອກມາແລ້ວກໍມີຜູ້ຮຽບຮຽງຂໍ້ຄວາມພາສາເຮັບເຣີທີ່ປັບປຸງໃໝ່ຂຶ້ນມາອີກ ໃນນັ້ນມີສະບັບທີ່ຊື່ບິບລິອາ ເຮັບຣາຍກາ ສະຕຸດການເທັນເຊຍ ແລະສະບັບທີ່ຊື່ບິບລິອາ ເຮັບຣາຍກາ ຄວິນຕາ ເຊິ່ງມີຂໍ້ມູນໃໝ່ທີ່ໄດ້ຈາກການສຶກສາຄົ້ນຄວ້າມ້ວນໜັງສືທະເລຕາຍແລະສຳເນົາບູຮານອື່ນໆ. ທັງສອງສະບັບນີ້ໃຊ້ຂໍ້ຄວາມຈາກໂຄເດັກສ໌ເລນິນກຣາດເປັນເນື້ອໃນຫຼັກແລະໃສ່ຂໍ້ຄວາມຈາກສະບັບອື່ນໄວ້ໃນໄຂເງື່ອນເພື່ອປຽບທຽບກັນ ເຊັ່ນ: ຂໍ້ຄວາມຈາກເພັນທາທຸກຂອງສະມາເຣຍ ມ້ວນໜັງສືທະເລຕາຍ ເຊັບຕົວຈິນ ພາສາກຣີກ ທາກຸມພາສາອາຣາເມອິກ ວັນລ໌ເກດ ພາສາລາຕິນ ແລະເພຊິດຕາ ພາສາຊີຣີແອກ. ຕອນທີ່ເຮັດຄຳພີໄບເບິນສະບັບແປໂລກໃໝ່ ພາສາອັງກິດສະບັບປັບປຸງປີ 2013 ກໍມີການຄົ້ນຄວ້າຈາກສະບັບບິບລິອາ ເຮັບຣາຍກາ ສະຕຸດການເທັນເຊຍ ແລະສະບັບບິບລິອາ ເຮັບຣາຍກາ ຄວິນຕາ ນຳ.
ຂໍ້ຄວາມພາກພາສາກຣີກ: ຕັ້ງແຕ່ປີ 1853-1881 ຜູ້ຊ່ຽວຊານ 2 ຄົນຄື: ບີ. ເອັບຟ໌. ເວດສ໌ຄອດ ແລະເອັບຟ໌. ເຈ. ເອ. ຫອດ ໄດ້ສົມທຽບສຳເນົາແລະຊິ້ນສ່ວນຕ່າງໆຂອງຄຳພີໄບເບິນເພື່ອຈະເຮັດຂໍ້ຄວາມພາກພາສາກຣີກທີ່ເຂົາເຈົ້າຄິດວ່າໃກ້ຄຽງກັບຕົ້ນສະບັບຫຼາຍທີ່ສຸດ. ເມື່ອປະມານປີ 1950 ຄະນະກຳມະການການແປຄຳພີໄບເບິນສະບັບແປໂລກໃໝ່ພາສາອັງກິດໄດ້ໃຊ້ຂໍ້ຄວາມທີ່ 2 ຄົນນີ້ໄດ້ເຮັດເພື່ອເປັນພື້ນຖານໃນການແປ ລວມທັງສຳເນົາພາໄພຣັດບູຮານອື່ນໆທີ່ຄາດວ່າມີອາຍຸປະມານປີ 125-300. ນັບຕັ້ງແຕ່ນັ້ນມາກໍຍັງມີສຳເນົາພາໄພຣັດສະບັບອື່ນໆຕື່ມອີກ ແລະຜູ້ຊ່ຽວຊານໄດ້ສຶກສາສຳເນົາພະຄຳພີພາກພາສາກຣີກບູຮານອີກຫຼາຍສະບັບ. ມີການໃຊ້ຂໍ້ມູນໃໝ່ເຫຼົ່ານີ້ໃນຂໍ້ຄວາມພະຄຳພີສະບັບຕ່າງໆເຊັ່ນ ສະບັບຂອງເນັດສ໌ເລແລະອາລັນ ແລະສະບັບຂອງສະມາຄົມພະຄິດຕະທຳຄຳພີ. ພະຄຳພີສະບັບແປໂລກໃໝ່ ພາສາອັງກິດສະບັບປັບປຸງປີ 2013 ໄດ້ໃຊ້ຂໍ້ມູນບາງຢ່າງຈາກການຄົ້ນຄວ້າເຫຼົ່ານີ້ນຳ.
ຂໍ້ຄວາມພາກພາສາກຣີກທີ່ຜູ້ຊ່ຽວຊານເຫຼົ່ານີ້ເຮັດພິສູດວ່າຂໍ້ຄວາມບາງຕອນຂອງພະຄຳພີຄລິດສະຕຽນພາກພາສາກຣີກໃນສະບັບແປເກົ່າແກ່ບາງສະບັບເຊັ່ນສະບັບຄິງເຈມສ໌ ເປັນສ່ວນທີ່ຜູ້ຄັດລອກຕື່ມໃສ່ນຳຫຼັງແລະບໍ່ເຄີຍເປັນສ່ວນໜຶ່ງຂອງພະຄຳພີທີ່ຂຽນໂດຍການດົນໃຈ. ແຕ່ຍ້ອນມີການແບ່ງພະຄຳພີເປັນຂໍ້ໆມາຕັ້ງແຕ່ປະມານປີ 1550 ແລ້ວ ການຕັດຂໍ້ຄວາມເຫຼົ່ານີ້ອອກຈຶ່ງເຮັດໃຫ້ບໍ່ມີບາງຂໍ້ໃນສະບັບແປສ່ວນຫຼາຍ. ຂໍ້ທີ່ຕັດອອກມີມັດທາຍ 17:21; 18:11; 23:14; ມາຣະໂກ 7:16; 9:44, 46; 11:26; 15:28; ລູກາ 17:36; 23:17; ໂຢຮັນ 5:4; ກິດຈະການ 8:37; 15:34; 24:7; 28:29 ແລະ ໂຣມ 16:24. ດັ່ງນັ້ນ ຄຳພີໄບເບິນສະບັບນີ້ຈຶ່ງໃສ່ໄຂເງື່ອນໄວ້ໃນຂໍ້ເຫຼົ່ານີ້ເພື່ອໃຫ້ຮູ້ວ່າເປັນຫຍັງຈຶ່ງບໍ່ມີຂໍ້ຄວາມຢູ່ຫັ້ນ.
ເນື່ອງຈາກມີຫຼັກຖານຈະແຈ້ງວ່າຄຳລົງທ້າຍໃນມາຣະໂກບົດ 16 (ຂໍ້ 9-20) ທັງແບບຍາວແລະແບບສັ້ນ ແລະຂໍ້ຄວາມໃນໂຢຮັນ 7:53–8:11 ບໍ່ມີໃນຕົ້ນສະບັບຂອງຄຳພີໄບເບິນ ຂໍ້ຄວາມເຫຼົ່ານີ້ຈຶ່ງຖືກຕັດອອກຈາກພະຄຳພີສະບັບນີ້.
ມີການປັບຂໍ້ຄວາມບາງຕອນໃຫ້ກົງກັບຂໍ້ມູນທີ່ພວກຜູ້ຊ່ຽວຊານຍອມຮັບວ່າມີຢູ່ໃນຕົ້ນສະບັບ. ຕົວຢ່າງເຊັ່ນ ໃນສຳເນົາພະຄຳພີບາງສະບັບມັດທາຍ 7:13 ຂຽນວ່າ: “ໃຫ້ພວກເຈົ້າເຂົ້າໄປທາງປະຕູແຄບ ຍ້ອນວ່າຫຼາຍຄົນມັກເຂົ້າໄປທາງປະຕູກວ້າງ ແລະທາງຢູ່ປະຕູນັ້ນກໍກວ້າງຄືກັນ ແຕ່ມັນຈະພາໄປເຖິງຄວາມຈິບຫາຍ.” ໃນພະຄຳພີສະບັບແປໂລກໃໝ່ ພາສາອັງກິດສະບັບກ່ອນບໍ່ມີຄຳວ່າ “ປະຕູ” ໃນຂໍ້ນີ້. ແຕ່ການສຶກສາຄົ້ນຄວ້າສຳເນົາຕ່າງໆເຮັດໃຫ້ໄດ້ຂໍ້ສະຫຼຸບວ່າມີຄຳວ່າ “ປະຕູ” ໃນຕົ້ນສະບັບ ພະຄຳພີສະບັບນີ້ຈຶ່ງໃສ່ຄຳນີ້. ຂໍ້ຄວາມບາງສ່ວນຂອງພະຄຳພີກໍມີການປັບຄ້າຍໆກັນ ແຕ່ເປັນການປັບເລັກໆນ້ອຍໆເຊິ່ງບໍ່ໄດ້ເຮັດໃຫ້ຄວາມໝາຍຫຼັກຂອງຖ້ອຍຄຳຂອງພະເຈົ້າປ່ຽນໄປ.
ສຳເນົາພາໄພຣັດປີ 200 ທີ່ມີຂໍ້ຄວາມຈາກ 2 ໂກຣິນໂທ 4:13–5:4
a ຕໍ່ໄປນີ້ຈະເອີ້ນສັ້ນໆວ່າພະຄຳພີພາກພາສາເຮັບເຣີ
b ເຫດຜົນໜຶ່ງທີ່ຕ້ອງເຮັດສຳເນົາພະຄຳພີກໍຍ້ອນຕົ້ນສະບັບດັ້ງເດີມຂຽນໃສ່ແນວທີ່ເປື່ອຍງ່າຍ