ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລມ ໜ້າ 2430-2434
  • ກ3 ຄຳພີໄບເບິນລອດມາຮອດເຮົາໄດ້ແນວໃດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ກ3 ຄຳພີໄບເບິນລອດມາຮອດເຮົາໄດ້ແນວໃດ
  • ຄຳພີໄບເບິນສະບັບແປໂລກໃໝ່
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຜູ້​ຄັດລອກ​ຮັກສາ​ຄຳເວົ້າ​ຂອງ​ພະເຈົ້າ​ໄວ້
  • ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ຂໍ້ຄວາມ​ໃນ​ພາກ​ພາສາ​ເຮັບເຣີ​ແລະ​ພາສາ​ກຣີກ​ດັ້ງເດີມ​ເປັນ​ຈັ່ງ​ໃດ?
  • ຄຳ​ພີ​ໄບເບິນ​ຖືກ​ບິດ​ເບືອນ​ບໍ?
    ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ
  • ຄຳ​ພີ​ໄບເບິນ​ລອດ​ຈາກ​ການ​ພະຍາຍາມ​ປ່ຽນ​ຂ່າວ​ສານ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສາທາລະນະ)—2016
ຄຳພີໄບເບິນສະບັບແປໂລກໃໝ່
ກ3 ຄຳພີໄບເບິນລອດມາຮອດເຮົາໄດ້ແນວໃດ

ກ3

ຄຳພີ​ໄບເບິນ​ລອດ​ມາ​ຮອດ​ເຮົາ​ໄດ້​ແນວ​ໃດ?

ຄຳພີ​ໄບເບິນ​ມາ​ຈາກ​ພະເຈົ້າ ແລະ​ເພິ່ນ​ເປັນ​ຜູ້​ແຕ່ງ​ປຶ້ມ​ນີ້. ເພິ່ນ​ປົກປ້ອງ​ເບິ່ງແຍງ​ຄຳພີ​ໄບເບິນ​ໃຫ້​ຍັງ​ມີ​ຢູ່ ແລະ​ເພິ່ນ​ໄດ້​ດົນໃຈ​ໃຫ້​ຂຽນ​ວ່າ:

“ຄຳເວົ້າ​ຂອງ​ພະເຈົ້າ​ຈະ​ຢູ່​ຕະຫຼອດ​ໄປ.”—ເອຊາຢາ 40:8

ຄຳເວົ້າ​ນີ້​ເປັນ​ຄວາມ​ຈິງ ເຖິງ​ວ່າ​ຈະ​ບໍ່​ມີ​ຕົ້ນ​ສະບັບ​ທີ່​ເປັນ​ພາສາ​ເຮັບເຣີ​ແລະ​ພາສາ​ອາຣາເມອິກa ຫຼື​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ​ເຫຼືອ​ມາ​ຈົນ​ຮອດ​ສະໄໝ​ຂອງ​ເຮົາ. ແຕ່​ເຮົາ​ຈະ​ໝັ້ນໃຈ​ໄດ້​ແນວ​ໃດ​ວ່າ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ຄຳພີ​ໄບເບິນ​ທີ່​ເຮົາ​ມີ​ໃນ​ທຸກ​ມື້​ນີ້​ກົງ​ກັນ​ແທ້​ໆ​ກັບ​ສິ່ງ​ທີ່​ພະເຈົ້າ​ດົນໃຈ​ໃຫ້​ຂຽນ​ໃນ​ຕອນ​ທຳອິດ?

ຜູ້​ຄັດລອກ​ຮັກສາ​ຄຳເວົ້າ​ຂອງ​ພະເຈົ້າ​ໄວ້

ສິ່ງ​ໜຶ່ງ​ທີ່​ຊ່ວຍ​ຮັກສາ​ຂໍ້ຄວາມ​ທີ່​ຢູ່​ໃນ​ພະຄຳພີ​ພາກ​ພາສາ​ເຮັບເຣີ​ໄວ້​ແມ່ນ ທຳນຽມ​ເກົ່າ​ແກ່​ໃນ​ການ​ຄັດລອກ​ພະຄຳພີ​ທີ່​ພະເຈົ້າ​ກຳນົດ​ໄວ້.b ຕົວຢ່າງ​ເຊັ່ນ ພະ​ເຢໂຫວາ​ສັ່ງ​ໃຫ້​ກະສັດ​ຂອງ​ອິດສະຣາເອນ​ກ່າຍ​ຄືນ​ປຶ້ມ​ກົດໝາຍ​ດ້ວຍ​ໂຕເອງ. (ພະ​ບັນຍັດ 17:18) ນອກ​ຈາກນັ້ນ ພະເຈົ້າ​ຍັງ​ສັ່ງ​ໃຫ້​ຄົນ​ເລວີ​ຮັກສາ​ກົດໝາຍ​ຂອງ​ເພິ່ນ​ແລະ​ສອນ​ກົດໝາຍ​ເຫຼົ່າ​ນັ້ນ​ໃຫ້​ປະຊາຊົນ. (ພະ​ບັນຍັດ 31:26; ເນເຮມີຢາ 8:7) ຫຼັງ​ຈາກ​ຄົນ​ຢິວ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ​ກໍ​ເລີ່ມ​ມີ​ຄົນ​ກຸ່ມ​ໜຶ່ງ​ຊື່​ໂຊເຟຣິມ​ເຮັດ​ໜ້າທີ່​ເປັນ​ຜູ້​ຄັດລອກ. (ເອັດຊະຣາ 7:6) ເມື່ອ​ເວລາ​ຜ່ານ​ໄປ ຜູ້​ຄັດລອກ​ເຫຼົ່າ​ນີ້​ໄດ້​ເຮັດ​ສຳເນົາ​ປຶ້ມ 39 ຫົວ​ໃນ​ພະຄຳພີ​ພາກ​ພາສາ​ເຮັບເຣີ​ໄວ້​ຫຼາຍ​ສະບັບ.

ຕະຫຼອດ​ເວລາ​ຫຼາຍ​ຮ້ອຍ​ປີ ພວກ​ຜູ້​ຄັດລອກ​ພະຍາຍາມ​ກ່າຍ​ຄືນ​ຂໍ້ຄວາມ​ໃນ​ພະຄຳພີ​ຢ່າງ​ລະມັດ​ລະວັງ. ໃນ​ໄລຍະ​ຍຸກ​ກາງ ມີ​ຜູ້​ຄັດລອກ​ຄົນ​ຢິວ​ກຸ່ມ​ໜຶ່ງ​ທີ່​ເອີ້ນ​ວ່າ​ມາໂຊເຣດ​ໄດ້​ສືບ​ຕໍ່​ທຳນຽມ​ນີ້. ສຳເນົາ​ພະຄຳພີ​ທີ່​ຄົບ​ຖ້ວນ​ແລະ​ເກົ່າ​ແກ່​ທີ່​ສຸດ​ຂອງ​ພວກ​ມາໂຊເຣດ​ແມ່ນ​ໂຄເດັກສ໌​ເລນິນກຣາດ​ເຊິ່ງ​ຂຽນ​ໃນ​ປີ 1008/1009. ແຕ່​ປະມານ​ປີ 1950 ມີ​ຄົນ​ຄົ້ນພົບ​ມ້ວນ​ໜັງສື​ທະເລ​ຕາຍ​ທີ່​ມີ​ສຳເນົາ​ຂໍ້ຄວາມ​ຫຼື​ຊິ້ນສ່ວນ​ຂອງ​ຄຳພີ​ໄບເບິນ​ປະມານ 220 ອັນ. ສຳເນົາ​ພະຄຳພີ​ເຫຼົ່າ​ນີ້​ມີ​ອາຍຸ​ເກົ່າ​ແກ່​ກວ່າ​ໂຄເດັກສ໌​ເລນິນກຣາດ 1.000 ກວ່າ​ປີ. ການ​ປຽບທຽບ​ຂໍ້ຄວາມ​ໃນ​ມ້ວນ​ໜັງສື​ທະເລ​ຕາຍ​ກັບ​ໂຄເດັກສ໌​ເລນິນກຣາດ​ເຮັດ​ໃຫ້​ໄດ້​ຂໍ້​ສະຫຼຸບ​ສຳຄັນ​ເລື່ອງ​ໜຶ່ງ. ເຖິງ​ວ່າ​ໃນ​ມ້ວນ​ໜັງສື​ທະເລ​ຕາຍ​ຈະ​ໃຊ້​ຄຳ​ຫຼື​ສຳນວນ​ບໍ່​ຄື​ກັນ​ປານ​ໃດ ແຕ່​ຄວາມ​ແຕກຕ່າງ​ເຫຼົ່າ​ນີ້​ບໍ່​ໄດ້​ເຮັດ​ໃຫ້​ເນື້ອໃນ​ຫຼັກ​ຂອງ​ພະຄຳພີ​ປ່ຽນ​ໄປ.

ແລ້ວ​ປຶ້ມ 27 ຫົວ​ໃນ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ​ເດ? ອັກຄະ​ສາວົກ​ບາງ​ຄົນ​ຂອງ​ພະ​ເຢຊູ​ກັບ​ພວກ​ລູກສິດ​ລຸ້ນ​ທຳອິດ​ເປັນ​ຜູ້​ຂຽນ​ປຶ້ມ​ເຫຼົ່າ​ນີ້. ຈາກນັ້ນ ມີ​ຄລິດສະຕຽນ​ບາງ​ຄົນ​ໃນ​ຍຸກ​ທຳອິດ​ທີ່​ສືບ​ຕໍ່​ທຳນຽມ​ຂອງ​ຜູ້​ຄັດລອກ​ຄົນ​ຢິວ​ໂດຍ​ເຮັດ​ສຳເນົາ​ປຶ້ມ​ເຫຼົ່າ​ນີ້​ໄວ້. (ໂກໂລຊາຍ 4:16) ເຖິງ​ວ່າ​ຈັກກະພັດ​ໂຣມ​ທີ່​ຊື່​ດິໂອເຄລຕຽນ​ແລະ​ຄົນ​ອື່ນ​ໆ​ພະຍາຍາມ​ທຳລາຍ​ທຸກ​ສິ່ງ​ທີ່​ຄລິດສະຕຽນ​ໃນ​ຍຸກ​ທຳອິດ​ໄດ້​ຂຽນ​ໄວ້ ແຕ່​ກໍ​ຍັງ​ມີ​ສຳເນົາ​ແລະ​ຊິ້ນສ່ວນ​ພະຄຳພີ​ຫຼາຍ​ພັນ​ອັນ​ເຫຼືອ​ມາ​ຈົນ​ຮອດ​ສະໄໝ​ຂອງ​ເຮົາ.

ສິ່ງ​ເຫຼົ່າ​ນີ້​ທີ່​ຄລິດສະຕຽນ​ຂຽນ​ໄວ້​ຖືກ​ແປ​ເປັນ​ພາສາ​ອື່ນ​ໆ​ນຳ. ມີ​ການ​ແປ​ຄຳພີ​ໄບເບິນ​ເປັນ​ພາສາ​ບູຮານ​ຫຼາຍ​ພາສາ​ເຊັ່ນ: ພາສາ​ອາກເມນີ ພາສາ​ຄ໋ອບຕິກ ພາສາ​ເອທິໂອເປຍ ພາສາ​ຈໍເຈຍ ພາສາ​ລາຕິນ ແລະ​ພາສາ​ຊີເຣຍ.

ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ຂໍ້ຄວາມ​ໃນ​ພາກ​ພາສາ​ເຮັບເຣີ​ແລະ​ພາສາ​ກຣີກ​ດັ້ງເດີມ​ເປັນ​ຈັ່ງ​ໃດ?

ສຳເນົາ​ຄຳພີ​ໄບເບິນ​ຫຼາຍ​ສະບັບ​ທີ່​ຖືກ​ຄັດລອກ​ໄວ້​ໃນ​ສະໄໝ​ບູຮານ​ບໍ່​ໄດ້​ມີ​ຂໍ້ຄວາມ​ຄື​ກັນ​ທຸກ​ໂຕ. ຄັນຊັ້ນ ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ຕົ້ນ​ສະບັບ​ຂຽນ​ວ່າ​ຈັ່ງ​ໃດ?

ເລື່ອງ​ນີ້​ອາດ​ສົມທຽບ​ໄດ້​ກັບ​ຄູ​ທີ່​ສັ່ງ​ໃຫ້​ນັກຮຽນ 100 ຄົນ​ກ່າຍ​ຄືນ​ບົດຮຽນ​ບົດ​ໜຶ່ງ​ຈາກ​ປຶ້ມ​ແບບຮຽນ. ຕໍ່ມາ ເຖິງ​ວ່າ​ປຶ້ມ​ທີ່​ເປັນ​ຕົ້ນ​ສະບັບ​ບໍ່​ມີ​ແລ້ວ ແຕ່​ຖ້າ​ເອົາ​ສຳເນົາ​ທີ່​ນັກຮຽນ 100 ຄົນ​ຈົດ​ໄວ້​ມາ​ສົມທຽບ​ກັນ​ກໍ​ຈະ​ຮູ້​ວ່າ​ຂໍ້ຄວາມ​ໃນ​ຕົ້ນ​ສະບັບ​ເປັນ​ແນວ​ໃດ. ນັກຮຽນ​ແຕ່​ລະ​ຄົນ​ອາດຈະ​ກ່າຍ​ຄືນ​ຜິດ​ບາງ​ບ່ອນ ແຕ່​ເປັນ​ໄປ​ບໍ່​ໄດ້​ທີ່​ນັກຮຽນ​ທຸກ​ຄົນ​ຈະ​ຜິດ​ບ່ອນ​ດຽວ​ກັນ. ຄ້າຍຄື​ກັນ ເມື່ອ​ຜູ້​ຊ່ຽວຊານ​ເອົາ​ສຳເນົາ​ບູຮານ​ຫຼາຍ​ພັນ​ອັນ​ຂອງ​ຄຳພີ​ໄບເບິນ​ມາ​ສົມທຽບ​ກັນ ເຂົາເຈົ້າ​ສາມາດ​ບອກ​ໄດ້​ວ່າ​ມີ​ບ່ອນ​ໃດ​ແດ່​ທີ່​ກ່າຍ​ຄືນ​ຜິດ ແລະ​ຮູ້​ວ່າ​ຂໍ້ຄວາມ​ໃນ​ຕົ້ນ​ສະບັບ​ຂຽນ​ໄວ້​ແນວ​ໃດ.

“ເວົ້າ​ໄດ້​ເຕັມ​ປາກ​ວ່າ ບໍ່​ມີ​ຜົນ​ງານ​ການ​ຂຽນ​ຍຸກ​ບູຮານ​ອັນ​ໃດ​ທີ່​ຖ່າຍທອດ​ໄດ້​ຖືກຕ້ອງ​ສ່ຳ​ນີ້”

ເຮົາ​ຈະ​ໝັ້ນໃຈ​ໄດ້​ແນວ​ໃດ​ວ່າ​ຄວາມ​ຄິດ​ໃນ​ຂໍ້ຄວາມ​ຕົ້ນ​ສະບັບ​ຖ່າຍທອດ​ມາ​ຮອດ​ເຮົາ​ຢ່າງ​ຖືກຕ້ອງ? ຜູ້​ຊ່ຽວຊານ​ຊື່​ວິນລຽມ ເອັດຊ໌. ກຣີນ ໃຫ້​ຄວາມ​ເຫັນ​ກ່ຽວກັບ​ຂໍ້ຄວາມ​ໃນ​ພະຄຳພີ​ພາກ​ພາສາ​ເຮັບເຣີ​ວ່າ: “ເວົ້າ​ໄດ້​ເຕັມ​ປາກ​ວ່າ ບໍ່​ມີ​ຜົນ​ງານ​ການ​ຂຽນ​ຍຸກ​ບູຮານ​ອັນ​ໃດ​ທີ່​ຖ່າຍທອດ​ໄດ້​ຖືກຕ້ອງ​ສ່ຳ​ນີ້.” ຜູ້​ຊ່ຽວຊານ​ດ້ານ​ຄຳພີ​ໄບເບິນ​ຊື່​ເອັບຟ໌. ເອັບຟ໌. ບຣູດສ໌ ໃຫ້​ຄວາມ​ເຫັນ​ກ່ຽວກັບ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ​ຫຼື​ທີ່​ບາງ​ຄົນ​ເອີ້ນ​ວ່າ​ພະຄຳພີ​ພາກ​ພັນທະ​ສັນຍາ​ໃໝ່​ວ່າ: “ຫຼັກຖານ​ຢືນຢັນ​ພະຄຳພີ​ພາກ​ພັນທະ​ສັນຍາ​ໃໝ່​ມີ​ຫຼາຍ​ກວ່າ​ຫຼັກຖານ​ຢືນຢັນ​ຜົນ​ງານ​ການ​ຂຽນ​ຂອງ​ພວກ​ນັກຂຽນ​ຍຸກ​ບູຮານ​ຫຼາຍ​ເທົ່າ. ບໍ່​ມີ​ໃຜ​ສົງໄສ​ວ່າ​ຜົນ​ງານ​ການ​ຂຽນ​ຂອງ​ນັກຂຽນ​ເຫຼົ່າ​ນັ້ນ​ຖ່າຍທອດ​ຖືກຕ້ອງ​ຫຼື​ບໍ່.” ລາວ​ຍັງ​ເວົ້າ​ອີກ​ວ່າ: “ຖ້າ​ພະຄຳພີ​ພາກ​ພັນທະ​ສັນຍາ​ໃໝ່​ເປັນ​ຜົນ​ງານ​ການ​ຂຽນ​ແບບ​ທົ່ວໄປ ຜູ້​ຊ່ຽວຊານ​ສ່ວນ​ຫຼາຍ​ຄື​ຊິ​ຍອມຮັບ​ແລ້ວ​ວ່າ​ຜົນ​ງານ​ການ​ຂຽນ​ນີ້​ຖືກຕ້ອງ​ໂດຍ​ບໍ່​ມີ​ຂໍ້​ສົງໄສ​ໃດ​ໆ​ເລີຍ.”

ຂໍ້ຄວາມພາສາເຮັບເຣີໃນມ້ວນໜັງສືທະເລຕາຍ

ຂໍ້ຄວາມ​ຈາກ​ປຶ້ມ​ເອຊາຢາ​ບົດ 40 ໃນ​ມ້ວນ​ໜັງສື​ທະເລ​ຕາຍ (ປີ 125-100 ກ່ອນ ຄ.ສ)

ເມື່ອ​ສົມທຽບ​ກັບ​ສຳເນົາ​ພະຄຳພີ​ພາກ​ພາສາ​ເຮັບເຣີ​ສະບັບ​ອື່ນ​ໆ​ທີ່​ມີ​ອາຍຸ​ໜ້ອຍ​ກວ່າ​ປະມານ 1.000 ປີ ຈະ​ເຫັນ​ວ່າ​ຕ່າງ​ກັນ​ໜ້ອຍ​ດຽວ​ແລະ​ສ່ວນ​ຫຼາຍ​ຕ່າງ​ກັນ​ແຕ່​ການ​ສະກົດ

ຂໍ້ຄວາມພາສາເຮັບເຣີໃນໂຄເດັກສ໌ອາເລັບໂປ

ຂໍ້ຄວາມ​ຈາກ​ປຶ້ມ​ເອຊາຢາ​ບົດ 40 ໃນ​ໂຄເດັກສ໌​ອາເລັບໂປ​ເຊິ່ງ​ເປັນ​ສຳເນົາ​ພະຄຳພີ​ສະບັບ​ສຳຄັນ​ທີ່​ພວກ​ມາໂຊເຣດ​ເຮັດ​ປະມານ​ປີ 930

ຂໍ້ຄວາມ​ພາກ​ພາສາ​ເຮັບເຣີ: ພະຄຳພີ​ສະບັບ​ແປ​ໂລກ​ໃໝ່​ພາກ​ພາສາ​ເຮັບເຣີ (ປີ 1953-1960) ແປ​ຈາກ​ບິບລິອາ ເຮັບຣາຍກາ ທີ່​ຣູດອບຟ໌ ຄິດເທວ​ເປັນ​ຜູ້​ລວບລວມ. ຫຼັງ​ຈາກ​ພະຄຳພີ​ສະບັບ​ນີ້​ພິມ​ອອກ​ມາ​ແລ້ວ​ກໍ​ມີ​ຜູ້​ຮຽບຮຽງ​ຂໍ້ຄວາມ​ພາສາ​ເຮັບເຣີ​ທີ່​ປັບປຸງ​ໃໝ່​ຂຶ້ນ​ມາ​ອີກ ໃນ​ນັ້ນ​ມີ​ສະບັບ​ທີ່​ຊື່​ບິບລິອາ ເຮັບຣາຍກາ ສະຕຸດການ​ເທັນເຊຍ ແລະ​ສະບັບ​ທີ່​ຊື່​ບິບລິອາ ເຮັບຣາຍກາ ຄວິນຕາ ເຊິ່ງ​ມີ​ຂໍ້ມູນ​ໃໝ່​ທີ່​ໄດ້​ຈາກ​ການ​ສຶກສາ​ຄົ້ນຄວ້າ​ມ້ວນ​ໜັງສື​ທະເລ​ຕາຍ​ແລະ​ສຳເນົາ​ບູຮານ​ອື່ນ​ໆ​. ທັງ​ສອງ​ສະບັບ​ນີ້​ໃຊ້​ຂໍ້ຄວາມ​ຈາກ​ໂຄເດັກສ໌​ເລນິນກຣາດ​ເປັນ​ເນື້ອໃນ​ຫຼັກ​ແລະ​ໃສ່​ຂໍ້ຄວາມ​ຈາກ​ສະບັບ​ອື່ນ​ໄວ້​ໃນ​ໄຂເງື່ອນ​ເພື່ອ​ປຽບທຽບ​ກັນ ເຊັ່ນ: ຂໍ້ຄວາມ​ຈາກ​ເພັນທາທຸກ​ຂອງ​ສະມາເຣຍ ມ້ວນ​ໜັງສື​ທະເລ​ຕາຍ ເຊັບຕົວຈິນ​ ພາສາ​ກຣີກ ທາກຸມ​ພາສາ​ອາຣາເມອິກ ວັນລ໌ເກດ​ ພາສາ​ລາຕິນ ແລະ​ເພຊິດຕາ​ ພາສາ​ຊີຣີແອກ. ຕອນ​ທີ່​ເຮັດ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່​ ພາສາ​ອັງກິດ​ສະບັບ​ປັບປຸງ​ປີ 2013 ກໍ​ມີ​ການ​ຄົ້ນຄວ້າ​ຈາກ​ສະບັບ​ບິບລິອາ ເຮັບຣາຍກາ ສະຕຸດການ​ເທັນເຊຍ ແລະ​ສະບັບ​ບິບລິອາ ເຮັບຣາຍກາ ຄວິນຕາ​ ນຳ.

ຂໍ້ຄວາມ​ພາກ​ພາສາ​ກຣີກ: ຕັ້ງແຕ່​ປີ 1853-1881 ຜູ້​ຊ່ຽວຊານ 2 ຄົນ​ຄື: ບີ. ເອັບຟ໌. ເວດສ໌ຄອດ ແລະ​ເອັບຟ໌. ເຈ. ເອ. ຫອດ ໄດ້​ສົມທຽບ​ສຳເນົາ​ແລະ​ຊິ້ນສ່ວນ​ຕ່າງ​ໆ​ຂອງ​ຄຳພີ​ໄບເບິນ​ເພື່ອ​ຈະ​ເຮັດ​ຂໍ້ຄວາມ​ພາກ​ພາສາ​ກຣີກ​ທີ່​ເຂົາເຈົ້າ​ຄິດ​ວ່າ​ໃກ້​ຄຽງ​ກັບ​ຕົ້ນ​ສະບັບ​ຫຼາຍ​ທີ່​ສຸດ. ເມື່ອ​ປະມານ​ປີ 1950 ຄະນະ​ກຳມະການ​ການ​ແປ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່​ພາສາ​ອັງກິດ​ໄດ້​ໃຊ້​ຂໍ້ຄວາມ​ທີ່ 2 ຄົນ​ນີ້​ໄດ້​ເຮັດ​ເພື່ອ​ເປັນ​ພື້ນຖານ​ໃນ​ການ​ແປ ລວມ​ທັງ​ສຳເນົາ​ພາໄພຣັດ​ບູຮານ​ອື່ນ​ໆ​ທີ່​ຄາດ​ວ່າ​ມີ​ອາຍຸ​ປະມານ​ປີ 125-300. ນັບ​ຕັ້ງແຕ່​ນັ້ນ​ມາ​ກໍ​ຍັງ​ມີ​ສຳເນົາ​ພາໄພຣັດ​ສະບັບ​ອື່ນ​ໆ​ຕື່ມ​ອີກ ແລະ​ຜູ້​ຊ່ຽວຊານ​ໄດ້​ສຶກສາ​ສຳເນົາ​ພະຄຳພີ​ພາກ​ພາສາ​ກຣີກ​ບູຮານ​ອີກ​ຫຼາຍ​ສະບັບ. ມີ​ການ​ໃຊ້​ຂໍ້ມູນ​ໃໝ່​ເຫຼົ່າ​ນີ້​ໃນ​ຂໍ້ຄວາມ​ພະຄຳພີ​ສະບັບ​ຕ່າງ​ໆ​ເຊັ່ນ ສະບັບ​ຂອງ​ເນັດສ໌ເລ​ແລະ​ອາລັນ ແລະ​ສະບັບ​ຂອງ​ສະມາຄົມ​ພະຄິດຕະທຳ​ຄຳພີ. ພະຄຳພີ​ສະບັບ​ແປ​ໂລກ​ໃໝ່​ ພາສາ​ອັງກິດ​ສະບັບ​ປັບປຸງ​ປີ 2013 ໄດ້​ໃຊ້​ຂໍ້ມູນ​ບາງ​ຢ່າງ​ຈາກ​ການ​ຄົ້ນຄວ້າ​ເຫຼົ່າ​ນີ້​ນຳ.

ຂໍ້ຄວາມ​ພາກ​ພາສາ​ກຣີກ​ທີ່​ຜູ້​ຊ່ຽວຊານ​ເຫຼົ່າ​ນີ້​ເຮັດ​ພິສູດ​ວ່າ​ຂໍ້ຄວາມ​ບາງ​ຕອນ​ຂອງ​ພະຄຳພີ​ຄລິດສະຕຽນ​ພາກ​ພາສາ​ກຣີກ​ໃນ​ສະບັບ​ແປ​ເກົ່າ​ແກ່​ບາງ​ສະບັບ​ເຊັ່ນ​ສະບັບ​ຄິງເຈມສ໌ ເປັນ​ສ່ວນ​ທີ່​ຜູ້​ຄັດລອກ​ຕື່ມ​ໃສ່​ນຳ​ຫຼັງ​ແລະ​ບໍ່​ເຄີຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ພະຄຳພີ​ທີ່​ຂຽນ​ໂດຍ​ການ​ດົນໃຈ. ແຕ່​ຍ້ອນ​ມີ​ການ​ແບ່ງ​ພະຄຳພີ​ເປັນ​ຂໍ້​ໆ​ມາ​ຕັ້ງແຕ່​ປະມານ​ປີ 1550 ແລ້ວ ການ​ຕັດ​ຂໍ້ຄວາມ​ເຫຼົ່າ​ນີ້​ອອກ​ຈຶ່ງ​ເຮັດ​ໃຫ້​ບໍ່​ມີ​ບາງ​ຂໍ້​ໃນ​ສະບັບ​ແປ​ສ່ວນ​ຫຼາຍ. ຂໍ້​ທີ່​ຕັດ​ອອກ​ມີ​ມັດທາຍ 17:21; 18:11; 23:14; ມາຣະໂກ 7:16; 9:44, 46; 11:26; 15:28; ລູກາ 17:36; 23:17; ໂຢຮັນ 5:4; ກິດຈະການ 8:37; 15:34; 24:7; 28:29 ແລະ ໂຣມ 16:24. ດັ່ງນັ້ນ ຄຳພີ​ໄບເບິນ​ສະບັບ​ນີ້​ຈຶ່ງ​ໃສ່​ໄຂເງື່ອນ​ໄວ້​ໃນ​ຂໍ້​ເຫຼົ່າ​ນີ້​ເພື່ອ​ໃຫ້​ຮູ້​ວ່າ​ເປັນ​ຫຍັງ​ຈຶ່ງ​ບໍ່​ມີ​ຂໍ້ຄວາມ​ຢູ່​ຫັ້ນ.

ເນື່ອງ​ຈາກ​ມີ​ຫຼັກຖານ​ຈະ​ແຈ້ງ​ວ່າ​ຄຳ​ລົງ​ທ້າຍ​ໃນ​ມາຣະໂກ​ບົດ 16 (ຂໍ້ 9-20) ທັງ​ແບບ​ຍາວ​ແລະ​ແບບ​ສັ້ນ ແລະ​ຂໍ້ຄວາມ​ໃນ​ໂຢຮັນ 7:53–8:11 ບໍ່​ມີ​ໃນ​ຕົ້ນ​ສະບັບ​ຂອງ​ຄຳພີ​ໄບເບິນ ຂໍ້ຄວາມ​ເຫຼົ່າ​ນີ້​ຈຶ່ງ​ຖືກ​ຕັດ​ອອກ​ຈາກ​ພະຄຳພີ​ສະບັບ​ນີ້.

ມີ​ການ​ປັບ​ຂໍ້ຄວາມ​ບາງ​ຕອນ​ໃຫ້​ກົງ​ກັບ​ຂໍ້ມູນ​ທີ່​ພວກ​ຜູ້​ຊ່ຽວຊານ​ຍອມຮັບ​ວ່າ​ມີ​ຢູ່​ໃນ​ຕົ້ນ​ສະບັບ. ຕົວຢ່າງ​ເຊັ່ນ ໃນ​ສຳເນົາ​ພະຄຳພີ​ບາງ​ສະບັບ​ມັດທາຍ 7:13 ຂຽນ​ວ່າ: “ໃຫ້​ພວກ​ເຈົ້າ​ເຂົ້າ​ໄປ​ທາງ​ປະຕູ​ແຄບ ຍ້ອນ​ວ່າ​ຫຼາຍ​ຄົນ​ມັກ​ເຂົ້າ​ໄປ​ທາງ​ປະຕູ​ກວ້າງ ແລະ​ທາງ​ຢູ່​ປະຕູ​ນັ້ນ​ກໍ​ກວ້າງ​ຄື​ກັນ ແຕ່​ມັນ​ຈະ​ພາ​ໄປ​ເຖິງ​ຄວາມ​ຈິບຫາຍ.” ໃນ​ພະຄຳພີ​ສະບັບ​ແປ​ໂລກ​ໃໝ່​ ພາສາ​ອັງກິດ​ສະບັບ​ກ່ອນ​ບໍ່​ມີ​ຄຳ​ວ່າ “ປະຕູ” ໃນ​ຂໍ້​ນີ້. ແຕ່​ການ​ສຶກສາ​ຄົ້ນຄວ້າ​ສຳເນົາ​ຕ່າງ​ໆ​ເຮັດ​ໃຫ້​ໄດ້​ຂໍ້​ສະຫຼຸບ​ວ່າ​ມີ​ຄຳ​ວ່າ “ປະຕູ” ໃນ​ຕົ້ນ​ສະບັບ ພະຄຳພີ​ສະບັບ​ນີ້​ຈຶ່ງ​ໃສ່​ຄຳ​ນີ້. ຂໍ້ຄວາມ​ບາງ​ສ່ວນ​ຂອງ​ພະຄຳພີ​ກໍ​ມີ​ການ​ປັບ​ຄ້າຍ​ໆ​ກັນ ແຕ່​ເປັນ​ການ​ປັບ​ເລັກ​ໆ​ນ້ອຍ​ໆ​ເຊິ່ງ​ບໍ່​ໄດ້​ເຮັດ​ໃຫ້​ຄວາມ​ໝາຍ​ຫຼັກ​ຂອງ​ຖ້ອຍຄຳ​ຂອງ​ພະເຈົ້າ​ປ່ຽນ​ໄປ.

ສຳເນົາພາໄພຣັດ

ສຳເນົາ​ພາໄພຣັດ​ປີ 200 ທີ່​ມີ​ຂໍ້ຄວາມ​ຈາກ 2 ໂກຣິນໂທ 4:13–5:4

a ຕໍ່​ໄປ​ນີ້​ຈະ​ເອີ້ນ​ສັ້ນ​ໆ​ວ່າ​ພະຄຳພີ​ພາກ​ພາສາ​ເຮັບເຣີ

b ເຫດຜົນ​ໜຶ່ງ​ທີ່​ຕ້ອງ​ເຮັດ​ສຳເນົາ​ພະຄຳພີ​ກໍ​ຍ້ອນ​ຕົ້ນ​ສະບັບ​ດັ້ງເດີມ​ຂຽນ​ໃສ່​ແນວ​ທີ່​ເປື່ອຍ​ງ່າຍ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌