ບົດທີ 1
ສາເຫດທີ່ພະເຍຊູເປັນຄູຜູ້ຍິ່ງໃຫຍ່
ຫຼາຍກວ່າສອງພັນປີມາແລ້ວ ມີເດັກນ້ອຍຄົນໜຶ່ງທີ່ພິເສດອີ່ຫຼີໄດ້ເກີດມາ ລາວໃຫຍ່ຂຶ້ນເປັນບຸລຸດທີ່ຍິ່ງໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາ. ບໍ່ມີໃຜໃນສະໄໝນັ້ນມີຍົນຫຼືລົດໃຫຍ່. ບໍ່ມີສິ່ງຕ່າງໆດັ່ງເຊັ່ນ ໂທລະພາບ ຄອມພິວເຕີແລະລະບົບອິນເຕີເນັດ.
ມີການຕັ້ງຊື່ເຍຊູໃຫ້ເດັກນ້ອຍນັ້ນ. ລາວກາຍເປັນຄົນທີ່ສະຫຼາດທີ່ສຸດເທົ່າທີ່ເຄີຍມີຢູ່ເທິງແຜ່ນດິນໂລກ. ພະເຍຊູຍັງກາຍເປັນຄູສອນທີ່ດີທີ່ສຸດ. ພະອົງອະທິບາຍເລື່ອງທີ່ຍາກໆໃນວິທີທີ່ເຂົ້າໃຈໄດ້ງ່າຍໆ.
ພະເຍຊູສັ່ງສອນຄົນຕາມບ່ອນຕ່າງໆທີ່ພະອົງພົບ. ພະອົງສອນເຂົາເຈົ້າຕາມຫາດຊາຍແລະເທິງເຮືອ. ພະອົງສອນເຂົາເຈົ້າໃນເຮືອນແລະລະຫວ່າງເດີນທາງ. ພະເຍຊູບໍ່ມີລົດໃຫຍ່ ແລະບໍ່ໄດ້ເດີນທາງດ້ວຍລົດເມຫຼືລົດໄຟ. ພະເຍຊູຍ່າງຈາກບ່ອນໜຶ່ງໄປອີກບ່ອນໜຶ່ງເພື່ອສັ່ງສອນຄົນອື່ນ.
ເຮົາຮຽນຮູ້ຫຼາຍສິ່ງຈາກຄົນອື່ນໆ. ແຕ່ເຮົາຮຽນຮູ້ສິ່ງທີ່ສຳຄັນທີ່ສຸດຈາກພະເຍຊູຄູສອນຜູ້ຍິ່ງໃຫຍ່. ຖ້ອຍຄຳຂອງພະເຍຊູພົບໄດ້ຢູ່ໃນຄຳພີໄບເບິນ. ເມື່ອເຮົາໄດ້ຍິນຖ້ອຍຄຳເຫຼົ່ານີ້ຈາກຄຳພີໄບເບິນ ກໍຄືກັບວ່າພະເຍຊູກຳລັງເວົ້າກັບເຮົາຢູ່.
ເປັນຫຍັງພະເຍຊູຈຶ່ງເປັນຄູສອນຜູ້ຍິ່ງໃຫຍ່ເຊັ່ນນັ້ນ? ເຫດຜົນໜຶ່ງແມ່ນພະເຍຊູເອງໄດ້ຮັບການສອນ. ແລະພະອົງຮູ້ວ່າການຟັງສຳຄັນແທ້ໆ. ແຕ່ວ່າພະເຍຊູໄດ້ຟັງຜູ້ໃດ? ໃຜສອນພະອົງ?— ແມ່ນພໍ່ຂອງພະອົງນັ້ນແຫຼະສອນ. ແລະພໍ່ຂອງພະເຍຊູແມ່ນພະເຈົ້າ.
ກ່ອນມາເປັນມະນຸດເທິງແຜ່ນດິນໂລກ ພະເຍຊູເຄີຍຢູ່ໃນສະຫວັນກັບພະເຈົ້າ. ດັ່ງນັ້ນ ພະເຍຊູຈຶ່ງຕ່າງຈາກຄົນອື່ນໆ ເພາະວ່າບໍ່ມີມະນຸດຄົນໃດເຄີຍຢູ່ໃນສະຫວັນກ່ອນເກີດເທິງແຜ່ນດິນໂລກ. ໃນສະຫວັນພະເຍຊູເປັນລູກທີ່ດີສະເໝີມາ ເປັນລູກທີ່ຟັງພໍ່. ດ້ວຍເຫດນີ້ ພະເຍຊູຈຶ່ງສາມາດສອນສິ່ງທີ່ພະອົງຮຽນຮູ້ຈາກພະເຈົ້າໃຫ້ແກ່ຄົນອື່ນ. ໂດຍການຟັງພໍ່ແລະແມ່ ລູກກໍສາມາດຮຽນແບບພະເຍຊູໄດ້.
ເຫດຜົນອີກຢ່າງໜຶ່ງທີ່ເຮັດໃຫ້ພະເຍຊູເປັນຄູສອນຜູ້ຍິ່ງໃຫຍ່ແມ່ນ ພະອົງຮັກຄົນອື່ນ. ພະອົງຕ້ອງການຊ່ອຍເຫຼືອຄົນອື່ນໃຫ້ຮຽນຮູ້ເລື່ອງພະເຈົ້າ. ພະເຍຊູຮັກຜູ້ໃຫຍ່ ແຕ່ພະອົງກໍຮັກເດັກນ້ອຍຄືກັນ. ແລະເດັກນ້ອຍກໍມັກຢູ່ນຳພະເຍຊູເພາະພະອົງເວົ້າກັບເຂົາເຈົ້າແລະຟັງເຂົາເຈົ້າເວົ້າ.
ເປັນຫຍັງເດັກນ້ອຍຈຶ່ງມັກຢູ່ກັບພະເຍຊູ?
ມື້ໜຶ່ງ ພໍ່ແມ່ບາງຄົນໄດ້ພາລູກນ້ອຍຂອງເຂົາເຈົ້າມາຫາພະເຍຊູ. ແຕ່ພວກເພື່ອນຂອງພະເຍຊູຄິດວ່າຄູສອນຜູ້ຍິ່ງໃຫຍ່ມີວຽກຫຼາຍຈຶ່ງບໍ່ມີເວລາເວົ້າກັບເດັກນ້ອຍ. ດັ່ງນັ້ນ ເຂົາເຈົ້າຈຶ່ງບອກພໍ່ແມ່ໃຫ້ພາເດັກນ້ອຍອອກໄປກ່ອນ. ແຕ່ພະເຍຊູໄດ້ເວົ້າແນວໃດ?— ພະເຍຊູກ່າວວ່າ: “ຈົ່ງໃຫ້ຫມູ່ເດັກນ້ອຍມາຫາເຮົາເຖີ້ນ ຢ່າຊູ່ຫ້າມເຂົາ.” ແມ່ນແລ້ວ ພະເຍຊູຢາກໃຫ້ເດັກນ້ອຍເຂົ້າມາຫາພະອົງ. ເຖິງແມ່ນວ່າພະອົງເປັນບຸກຄົນທີ່ສະຫຼາດແລະສຳຄັນຫຼາຍ ແຕ່ພະເຍຊູກໍຍັງໃຊ້ເວລາສັ່ງສອນເດັກນ້ອຍ.—ມາລະໂກ 10:13, 14.
ລູກຮູ້ບໍ່ວ່າເປັນຫຍັງພະເຍຊູຈຶ່ງສອນເດັກນ້ອຍແລະຟັງເຂົາເຈົ້າ? ເຫດຜົນຢ່າງໜຶ່ງແມ່ນພະອົງຕ້ອງການໃຫ້ເຂົາເຈົ້າມີຄວາມສຸກໂດຍການເລົ່າໃຫ້ເຂົາເຈົ້າຟັງເລື່ອງຕ່າງໆກ່ຽວກັບພະເຈົ້າ ພໍ່ຝ່າຍສະຫວັນຂອງພະອົງ. ລູກຈະເຮັດໃຫ້ຄົນອື່ນມີຄວາມສຸກໄດ້ແນວໃດ?— ໂດຍການບອກສິ່ງທີ່ລູກໄດ້ຮຽນຮູ້ກ່ຽວກັບພະເຈົ້າໃຫ້ເຂົາເຈົ້າຟັງ.
ເທື່ອໜຶ່ງ ພະເຍຊູໃຊ້ເດັກນ້ອຍເພື່ອສອນບົດຮຽນທີ່ສຳຄັນໃຫ້ແກ່ເພື່ອນຂອງພະອົງ. ພະອົງພາເດັກນ້ອຍຜູ້ໜຶ່ງມາຢືນຢູ່ຫວ່າງກາງເຫຼົ່າສາວົກຂອງພະອົງ. ແລ້ວພະເຍຊູກ່າວວ່າ ພວກຜູ້ໃຫຍ່ເຫຼົ່ານີ້ຕ້ອງປ່ຽນແນວຄິດຂອງຕົນໃຫ້ເປັນຄືເດັກນ້ອຍໆຄົນນີ້.
ເດັກທີ່ໃຫຍ່ແດ່ແລະຜູ້ໃຫຍ່ໄດ້ບົດຮຽນແບບໃດຈາກເດັກນ້ອຍ?
ພະເຍຊູໝາຍຄວາມຢ່າງໃດເມື່ອພະອົງກ່າວເຊັ່ນນັ້ນ? ລູກຮູ້ບໍ່ວ່າຜູ້ໃຫຍ່ຫຼືແມ່ນແຕ່ເດັກທີ່ໃຫຍ່ແດ່ແລ້ວຄວນຈະເປັນຄືກັບເດັກນ້ອຍໆຢ່າງໃດ?— ເດັກນ້ອຍໆບໍ່ຮູ້ຫຼາຍທໍ່ຜູ້ໃຫຍ່ແຕ່ເຂົາເຈົ້າເຕັມໃຈທີ່ຈະຮຽນຮູ້. ສະນັ້ນ ພະເຍຊູໝາຍຄວາມວ່າສາວົກຂອງພະອົງຕ້ອງຖ່ອມຕົວຄືກັບເດັກນ້ອຍໆນັ້ນ. ແມ່ນແລ້ວ ເຮົາທຸກຄົນຮຽນຫຼາຍສິ່ງຈາກຄົນອື່ນໄດ້. ແລະເຮົາຄວນຈະສຳນຶກວ່າຄຳສອນຂອງພະເຍຊູສຳຄັນຍິ່ງກວ່າຄວາມຄິດຂອງເຮົາເອງ—ມັດທາຍ 18:1-5.
ເຫດຜົນອີກຢ່າງໜຶ່ງທີ່ພະເຍຊູເປັນຄູສອນຜູ້ຍິ່ງໃຫຍ່ກໍແມ່ນ ພະອົງຮູ້ຈັກວິທີເຮັດສິ່ງຕ່າງໆໃຫ້ເປັນເລື່ອງທີ່ໜ້າສົນໃຈສຳລັບຄົນອື່ນ. ພະອົງອະທິບາຍສິ່ງເຫຼົ່ານັ້ນໃຫ້ງ່າຍແລະຈະແຈ້ງ. ພະອົງກ່າວເຖິງນົກ ດອກໄມ້ແລະສິ່ງທີ່ມີຢູ່ທົ່ວໄປເພື່ອໃຫ້ຜູ້ຟັງເຂົ້າໃຈເລື່ອງພະເຈົ້າ.
ມື້ໜຶ່ງ ເມື່ອພະເຍຊູຢູ່ທີ່ເນີນພູເຂົາ ຫຼາຍຄົນມາຫາພະອົງ. ພະເຍຊູນັ່ງລົງແລ້ວບັນລະຍາຍຫຼືເທດໃຫ້ເຂົາເຈົ້າຟັງ ດັ່ງທີ່ລູກເຫັນໃນພາບນີ້. ຄຳບັນລະຍາຍນີ້ເອີ້ນວ່າຄຳເທດເທິງພູເຂົາ. ພະອົງກ່າວວ່າ: ‘ເບິ່ງຝູງນົກໃນທ້ອງຟ້າ. ມັນບໍ່ໄດ້ຫວ່ານ. ມັນບໍ່ໄດ້ສະສົມອາຫານໄວ້ໃນສາງ. ແຕ່ພະເຈົ້າຜູ້ຢູ່ໃນສະຫວັນໄດ້ລ້ຽງນົກເຫຼົ່ານັ້ນ. ເຈົ້າທັງຫຼາຍບໍ່ປະເສີດຍິ່ງກວ່ານົກຝູງນັ້ນບໍ?’
ເມື່ອພະເຍຊູກ່າວເຖິງນົກແລະດອກໄມ້ ພະອົງສອນບົດຮຽນອັນໃດ?
ພະເຍຊູກ່າວອີກວ່າ: ‘ຈົ່ງເບິ່ງດອກໄມ້ຢູ່ທົ່ງນາ. ມັນປົ່ງຂຶ້ນໂດຍບໍ່ຕ້ອງເຮັດຫຍັງ. ແລະເບິ່ງແມມັນງາມແທ້ໆ! ແມ່ນແຕ່ກະສັດຊາໂລໂມນທີ່ຮັ່ງມີກໍບໍ່ໄດ້ນຸ່ງຫົ່ມເສື້ອຜ້າງາມທໍ່ກັບດອກໄມ້ໃນທົ່ງນາ. ດັ່ງນັ້ນ ຖ້າພະເຈົ້າເບິ່ງແຍງດອກໄມ້ໃຫ້ມັນງອກຂຶ້ນ ແລ້ວພະອົງຈະບໍ່ເບິ່ງແຍງເຈົ້າບໍ?’—ມັດທາຍ 6:25-33.
ລູກເຂົ້າໃຈບົດຮຽນທີ່ພະເຍຊູກຳລັງສອນບໍ?— ພະອົງບໍ່ຢາກໃຫ້ເຮົາກັງວົນວ່າຈະເອົາເຄື່ອງກິນມາແຕ່ໃສຫຼືຈະເອົາເຄື່ອງນຸ່ງຫົ່ມມາແຕ່ໃສ. ພະເຈົ້າຮູ້ວ່າເຮົາຕ້ອງມີສິ່ງເຫຼົ່ານີ້. ພະເຍຊູບໍ່ໄດ້ກ່າວວ່າເຮົາບໍ່ຄວນເຮັດວຽກເພື່ອຈະໄດ້ອາຫານແລະເຄື່ອງນຸ່ງຫົ່ມ. ແຕ່ພະອົງກ່າວວ່າເຮົາຄວນໃສ່ໃຈພະເຈົ້າກ່ອນສິ່ງອື່ນ. ຫາກເຮົາເຮັດເຊັ່ນນັ້ນ ພະເຈົ້າຈະຄອຍເບິ່ງແຍງໃຫ້ເຮົາມີອາຫານກິນແລະມີເສື້ອຜ້ານຸ່ງຫົ່ມ. ລູກເຊື່ອແນວນັ້ນບໍ?—
ເມື່ອພະເຍຊູກ່າວຈົບແລ້ວ ຜູ້ຟັງຄິດຢ່າງໃດ?— ຄຳພີໄບເບິນບອກວ່າ ເຂົາເຈົ້າຕ່າງກໍປະຫຼາດໃຈໃນວິທີທີ່ພະອົງສອນ. ນັບວ່າໜ້າສົນໃຈຫຼາຍທີ່ຈະຟັງພະອົງ. ສິ່ງທີ່ພະອົງກ່າວຊ່ອຍຄົນເຮົາໃຫ້ເຮັດສິ່ງທີ່ຖືກຕ້ອງ.—ມັດທາຍ 7:28.
ດັ່ງນັ້ນ ການຮຽນຈາກພະເຍຊູຈຶ່ງເປັນເລື່ອງທີ່ສຳຄັນຫຼາຍ. ລູກຮູ້ບໍ່ວ່າເຮົາຈະເຮັດເຊັ່ນນັ້ນໄດ້ຢ່າງໃດ?— ເອົາລະ ຄຳກ່າວຂອງພະອົງຂຽນໄວ້ໃນປຶ້ມຫົວໜຶ່ງ. ລູກຮູ້ບໍ່ວ່າປຶ້ມຫົວນັ້ນຊື່ວ່າແນວໃດ?— ຊື່ວ່າຄຳພີໄບເບິນ. ນັ້ນໝາຍຄວາມວ່າເຮົາຈະຟັງພະເຍຊູໄດ້ໂດຍການເອົາໃຈໃສ່ສິ່ງທີ່ເຮົາອ່ານຈາກຄຳພີໄບເບິນ. ທີ່ຈິງ ຄຳພີໄບເບິນມີເລື່ອງທີ່ໜ້າຕື່ນເຕັ້ນກ່ຽວກັບວິທີທີ່ພະເຈົ້າບອກເຮົາໃຫ້ຟັງພະເຍຊູ. ລອງມາເບິ່ງວ່າເກີດຫຍັງຂຶ້ນ.
ມື້ໜຶ່ງ ພະເຍຊູພາເພື່ອນສາມຄົນຂຶ້ນໄປເທິງພູເຂົາ. ເຂົາເຈົ້າຊື່ວ່າຢາໂກໂບ ໂຢຮັນ ແລະເປໂຕ. ເຮົາຈະຮຽນເລື່ອງເຂົາເຈົ້າຫຼາຍຂຶ້ນໃນພາຍຫຼັງ ເນື່ອງຈາກເຂົາທັງສາມເປັນເພື່ອນສະໜິດຂອງພະເຍຊູ. ແຕ່ວ່າໃນໂອກາດພິເສດນີ້ ໜ້າຂອງພະເຍຊູເລີ່ມຮຸ່ງແຈ້ງສະຫວ່າງສະໄຫວແລະເຄື່ອງນຸ່ງຂອງພະອົງເຫຼື້ອມຮຸ່ງຂຶ້ນຄືກັບແສງໄຟ ດັ່ງທີ່ລູກເຫັນໃນພາບນີ້.
“ພະອົງນີ້ເປັນພະບຸດ . . . ຂອງເຮົາ ຈົ່ງຟັງພະອົງເຖີ້ນ”
ຫຼັງຈາກນັ້ນ ພະເຍຊູແລະເພື່ອນຂອງພະອົງໄດ້ຍິນສຽງຈາກສະຫວັນກ່າວວ່າ: “ພະອົງນີ້ເປັນພະບຸດທີ່ຮັກຂອງເຮົາ ເຮົາຊອບໃຈຫຼາຍໃນພະອົງ ທ່ານທັງຫຼາຍຈົ່ງຟັງພະອົງເຖີ້ນ.” (ມັດທາຍ 17:1-5) ລູກຮູ້ບໍ່ວ່ານັ້ນແມ່ນສຽງຂອງໃຜ?— ແມ່ນສຽງຂອງພະເຈົ້າ! ແມ່ນແລ້ວ ແມ່ນພະເຈົ້ານັ້ນແຫຼະທີ່ບອກວ່າເຂົາເຈົ້າຄວນຈະຟັງລູກຂອງພະອົງ.
ຊັ້ນໃນທຸກມື້ນີ້ເດ? ເຮົາຈະເຊື່ອຟັງພະເຈົ້າແລະຟັງລູກຂອງພະເຈົ້າເຊິ່ງເປັນຄູສອນຜູ້ຍິ່ງໃຫຍ່ບໍ?— ນັ້ນເປັນສິ່ງທີ່ເຮົາທຸກຄົນຕ້ອງເຮັດ. ລູກຈື່ບໍ່ວ່າເຮົາຈະເຮັດເຊັ່ນນັ້ນໄດ້ແນວໃດ?—
ແມ່ນແລ້ວ ເຮົາຟັງລູກຂອງພະເຈົ້າໄດ້ໂດຍການອ່ານເລື່ອງລາວຊີວິດຂອງພະອົງໃນຄຳພີໄບເບິນ. ມີສິ່ງພິເສດຫຼາຍຢ່າງທີ່ຄູສອນຜູ້ຍິ່ງໃຫຍ່ຈະບອກເຮົາ. ລູກຈະເພີດເພີນກັບການຮຽນຮູ້ສິ່ງຕ່າງໆທີ່ຂຽນໄວ້ໃນຄຳພີໄບເບິນ. ແລ້ວລູກກໍຍັງຈະມີຄວາມຍິນດີຖ້າຫາກລູກບອກສິ່ງດີຕ່າງໆທີ່ລູກໄດ້ຮຽນຮູ້ກັບຫມູ່.
ເພື່ອຈະໄດ້ແງ່ຄິດກ່ຽວກັບສິ່ງດີຕ່າງໆທີ່ໄດ້ຈາກການຟັງພະເຍຊູ ລອງເປີດຄຳພີໄບເບິນແລະອ່ານໂຢຮັນ 3:16; 8:28-30; ແລະກິດຈະການ 4:12.