ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮພ ບົດທີ 13 ໜ້າ 144-159
  • ການ​ສະຫລອງ​ຕ່າງໆທີ່​ພະເຈົ້າ​ບໍ່​ພໍ​ໃຈ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ການ​ສະຫລອງ​ຕ່າງໆທີ່​ພະເຈົ້າ​ບໍ່​ພໍ​ໃຈ
  • “ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ”
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ບຸນ​ຄລິດສະມາດ—ຊື່​ໃຫມ່​ຂອງ​ການ​ນະມັດສະການ​ດວງ​ຕາເວັນ
  • ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ໃນ​ເລື່ອງ​ວັນ​ເກີດ?
  • ບຸນ​ອີສະເຕີ—ໂສມ​ໃຫມ່​ຂອງ​ການ​ນະມັດສະການ​ເທບ​ທິດາ​ແຫ່ງ​ການ​ຈະເລີນ​ພັນ
  • ວັນ​ຮາໂລວີນ​ບໍ່​ແມ່ນ​ວັນ​ສັກສິດ
  • ໃຫ້​ງານ​ແຕ່ງ​ດອງ​ຂອງ​ເຈົ້າ​ບໍລິສຸດ​ສະອາດ​ສະເຫມີ
  • ການ​ດື່ມ​ອວຍ​ພອນ—ມີ​ຄວາມຫມາຍ​ທາງ​ສາສະໜາ​ບໍ?
  • “ຄົນ​ທັງ​ຫລາຍ​ທີ່​ຮັກ​ພະ​ເຢໂຫວາ​ຈົ່ງ​ກຽດ​ຊັງ​ການ​ຊົ່ວ​ຮ້າຍ”
  • ຈົ່ງ​ສັນລະເສີນ​ພະເຈົ້າ​ດ້ວຍ​ຄຳ​ເວົ້າ​ແລະ​ການ​ກະທຳ
  • ເລືອກ​ນະມັດສະການ​ພະເຈົ້າ​ໃນ​ແບບ​ທີ່​ພະອົງ​ຍອມ​ຮັບ
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ຈົ່ງ​ຢືນຢັດ​ຢູ່​ກັບ​ການ​ນະມັດສະການ​ແທ້
    ຄຳພີໄບເບິນສອນແນວໃດແທ້ໆ?
  • ພະເຈົ້າ​ພໍໃຈ​ການ​ສະຫຼອງ​ທຸກ​ຢ່າງ​ບໍ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
“ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ”
ຮພ ບົດທີ 13 ໜ້າ 144-159
ລູກ​ຊາຍ​ແກະ​ຫໍ່​ຂອງ​ຂວັນ​ທີ່​ພໍ່​ແມ່​ເອົາ​ໃຫ້

ບົດ​ທີ 13

ການ​ສະຫລອງ​ຕ່າງໆທີ່​ພະເຈົ້າ​ບໍ່​ພໍ​ໃຈ

“ຈົ່ງ​ພິຈາລະນາ​ລອງ​ເບິ່ງ​ການ​ທີ່​ເປັນ​ຊອບ​ໃຈ​ພະອົງ​ເຈົ້າ.”—ເອເຟດ 5:10.

1. ພະ​ເຢໂຫວາ​ຊັກ​ນຳ​ຄົນ​ຊະນິດ​ໃດ​ໃຫ້​ເຂົ້າ​ມາ​ຫາ​ພະອົງ ແລະ​ເພາະ​ເຫດ​ໃດ​ເຂົາ​ເຈົ້າ​ຕ້ອງ​ໃສ່​ໃຈ​ສະເຫມີ​ວ່າ​ພະເຈົ້າ​ພໍ​ໃຈ​ສິ່ງ​ໃດ?

ພະ​ເຍຊູ​ກ່າວ​ວ່າ “ຄົນ​ທັງ​ຫລາຍ​ທີ່​ຂາບ​ໄຫວ້​ຈິງ​ກໍ​ຈະ​ຂາບ​ໄຫວ້​ພະ​ບິດາ​ໃນ​ວິນຍານ​ແລະ​ໃນ​ຄວາມ​ຈິງ ເພາະ​ວ່າ​ພະ​ບິດາ​ທັງ​ມວນ​ຊອກ​ຫາ​ຜູ້​ຂາບ​ໄຫວ້​ຢ່າງ​ນັ້ນ.” (ໂຢຮັນ 4:23) ເມື່ອ​ພະ​ເຢໂຫວາ​ພົບ​ຄົນ​ແບບ​ນັ້ນ ແບບ​ທີ່​ໄດ້​ພົບ​ເຈົ້າ ພະອົງ​ຊັກ​ນຳ​ເຂົາ​ເຈົ້າ​ໃຫ້​ມາ​ຫາ​ພະອົງ​ເອງ​ແລະ​ລູກ​ຊາຍ​ຂອງ​ພະອົງ. (ໂຢຮັນ 6:44) ຖື​ວ່າ​ນັ້ນ​ເປັນ​ກຽດ​ແທ້ໆ! ແນວ​ໃດ​ກໍ​ຕາມ ຜູ້​ທີ່​ຮັກ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ຕ້ອງ “ພິຈາລະນາ​ລອງ​ເບິ່ງ​ການ​ທີ່​ເປັນ​ຊອບ​ໃຈ​ພະອົງ​ເຈົ້າ” ເນື່ອງ​ຈາກ​ຊາຕານ​ເປັນ​ຜູ້​ຊຳນານ​ໃນ​ການ​ຫລອກ​ລວງ.—ເອເຟດ 5:10; ຄຳປາກົດ 12:9.

2. ຈົ່ງ​ອະທິບາຍ​ເຖິງ​ທັດສະນະ​ຂອງ​ພະ​ເຢໂຫວາ​ຕໍ່​ຄົນ​ທີ່​ພະຍາຍາມ​ເອົາ​ສາສະໜາ​ແທ້​ໄປ​ປົນ​ກັບ​ສາສະໜາ​ປອມ.

2 ຂໍ​ໃຫ້​ພິຈາລະນາ​ເຫດການ​ທີ່​ໄດ້​ເກີດ​ຂຶ້ນ​ໃກ້​ພູເຂົາ​ຊີ​ນາຍ​ເມື່ອ​ຊາວ​ອິດສະລາແອນ​ໄດ້​ຂໍ​ໃຫ້​ອາໂລນ​ເຮັດ​ພະ​ໃຫ້​ເຂົາ​ເຈົ້າ. ອາໂລນ​ຍິນ​ຍອມ​ໃຫ້​ສ້າງ​ຮູບ​ລູກ​ງົວ​ຄຳ​ທັງ​ບອກ​ເປັນ​ໄນ​ວ່າ​ຮູບ​ນີ້​ເປັນ​ສິ່ງ​ທີ່​ໃຊ້​ສະແດງ​ເຖິງ​ພະ​ເຢໂຫວາ. ລາວ​ເວົ້າ​ວ່າ “ນີ້​ຈະ​ເປັນ​ວັນ​ເທສະການ​ລ້ຽງ​ກັນ​ແກ່​ພະ​ເຢໂຫວາ.” ພະ​ເຢໂຫວາ​ເມີນ​ເສີຍ​ຕໍ່​ການ​ເອົາ​ສາສະໜາ​ແທ້​ໄປ​ປົນ​ກັບ​ສາສະໜາ​ປອມ​ບໍ? ບໍ່​ໄດ້​ເມີນ​ເສີຍ. ພະອົງ​ປະຫານ​ຜູ້​ທີ່​ບູຊາ​ຮູບ​ປັ້ນ​ປະມານ​ສາມ​ພັນ​ຄົນ. (ອົບພະຍົບ 32:1-6, 10, 28) ເຮົາ​ຄວນ​ຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ຖ້າ​ເຮົາ​ຢາກ​ຮັກສາ​ຕົວ​ໃຫ້​ຢູ່​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ​ຕໍ່ໆໄປ ເຮົາ “ຢ່າຊູ່​ບາຍ​ສິ່ງ​ຂອງ​ອັນ​ຖ່ອຍ​ຮ້າຍ” ແລະ​ຕ້ອງ​ປົກ​ປ້ອງ​ຄວາມ​ຈິງ​ໄວ້​ດ້ວຍ​ຄວາມ​ຫວງແຫນ​ຈາກ​ຄວາມ​ເສື່ອມຊາມ​ບໍ່​ວ່າ​ຮູບ​ແບບ​ໃດ​ກໍ​ຕາມ.—ເອຊາອີ 52:11; ເອເຊກຽນ 44:23; ຄາລາຊີ 5:9.

3, 4. ເມື່ອ​ກວດ​ສອບ​ເບິ່ງ​ປະເພນີ​ແລະ​ການ​ສະຫລອງ​ຕ່າງໆເຊິ່ງ​ເປັນ​ທີ່​ນິຍົມ​ກັນ ເປັນ​ຫຍັງ​ເຮົາ​ຄວນ​ໃສ່​ໃຈ​ຢ່າງ​ຈິງ​ຈັງ​ຕໍ່​ຫລັກ​ການ​ໃນ​ຄຳພີ​ໄບເບິນ?

3 ຫນ້າ​ເສົ້າໃຈ ພາຍ​ຫລັງ​ການ​ເສຍ​ຊີວິດ​ຂອງ​ພວກ​ອັກຄະສາວົກ​ທີ່​ໄດ້​ເຮັດ​ຫນ້າທີ່​ຢັບຍັ້ງ​ການ​ອອກ​ຫາກ ຜູ້​ທີ່​ອ້າງ​ຕົວ​ເປັນ​ຄລິດສະຕຽນ​ເຊິ່ງ​ບໍ່​ໄດ້​ຮັກ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ໄດ້​ເລີ່ມ​ຮັບ​ເອົາ​ປະເພນີ ການ​ສະຫລອງ​ເທສະການ ແລະ​ວັນ “ສັກສິດ” ຕ່າງໆແບບ​ນອກ​ຮີດ​ເຊິ່ງ​ເຂົາ​ເຈົ້າ​ໄດ້​ບັນຍັດ​ໃຫ້​ເປັນ​ຂອງ​ຄລິດສະຕຽນ. (2 ເທຊະໂລນີກ 2:7, 10) ຂະນະ​ທີ່​ເຈົ້າ​ພິຈາລະນາ​ເບິ່ງ​ການ​ສະຫລອງ​ເຫລົ່າ​ນີ້​ບາງ​ຢ່າງ ຂໍ​ໃຫ້​ສັງເກດ​ວ່າ​ການ​ສະຫລອງ​ດັ່ງ​ກ່າວ​ບໍ່​ໄດ້​ສະທ້ອນ​ເຖິງ​ນ້ຳໃຈ​ຂອງ​ພະເຈົ້າ ແຕ່​ສະແດງ​ນ້ຳໃຈ​ຂອງ​ໂລກ. ໂດຍ​ທົ່ວໄປ​ແລ້ວ ການ​ສະຫລອງ​ຕ່າງໆທາງ​ໂລກ​ມີ​ແງ່​ມຸມ​ບາງ​ຢ່າງ​ທີ່​ຄ້າຍໆກັນ​ນັ້ນ​ຄື ດຶງ​ດູດ​ຄວາມ​ປາຖະຫນາ​ທາງ​ກາຍ​ແລະ​ສົ່ງເສີມ​ຄວາມ​ເຊື່ອ​ຂອງ​ສາສະໜາ​ປອມ​ລວມ​ທັງ​ລັດທິ​ຜີ​ປີສາດ ເຊິ່ງ​ເປັນ​ລັກສະນະ​ເດັ່ນ​ຂອງ “ບາບີໂລນ​ໃຫຍ່.”a (ຄຳປາກົດ 18:2-4, 23) ຂໍ​ໃຫ້​ຈື່​ໄວ້​ເຊັ່ນ​ກັນ​ວ່າ​ພະ​ເຢໂຫວາ​ໄດ້​ສັງເກດ​ເຫັນ​ດ້ວຍ​ພະອົງ​ເອງ​ກ່ຽວ​ກັບ​ກິດ​ປະຕິບັດ​ຕ່າງໆທີ່​ຫນ້າ​ລັງກຽດ​ຂອງ​ສາສະໜາ​ແບບ​ນອກ​ຮີດ ທີ່​ເປັນ​ຕົ້ນ​ກຳເນີດ​ຂອງ​ປະເພນີ​ຫລາຍ​ຢ່າງ​ເຊິ່ງ​ເປັນ​ທີ່​ນິຍົມ​ກັນ. ແນ່ນອນ ພະອົງ​ເຫັນ​ວ່າ​ການ​ສະຫລອງ​ດັ່ງ​ກ່າວ​ໃນ​ທຸກ​ມື້​ນີ້​ເປັນ​ຕາ​ຫນ້າ​ລັງກຽດ​ເຊັ່ນ​ດຽວ​ກັນ. ທັດສະນະ​ຂອງ​ພະອົງ​ຄວນ​ມີ​ຄວາມ​ສຳຄັນ​ທີ່​ສຸດ​ຕໍ່​ເຮົາ​ບໍ່​ແມ່ນ​ບໍ?—2 ໂຢຮັນ 6, 7.

4 ໃນ​ຖານະ​ເປັນ​ຄລິດສະຕຽນ​ແທ້ ເຮົາ​ຮູ້​ວ່າ​ການ​ສະຫລອງ​ບາງ​ຢ່າງ​ເຮັດ​ໃຫ້​ພະ​ເຢໂຫວາ​ບໍ່​ພໍ​ໃຈ. ແຕ່​ເຮົາ​ຕ້ອງ​ຕັ້ງ​ໃຈ​ຢ່າງ​ແນ່ວ​ແນ່​ວ່າ​ຈະ​ບໍ່​ເຂົ້າ​ໄປ​ກ່ຽວ​ຂ້ອງ​ກັບ​ການ​ສະຫລອງ​ເຫລົ່າ​ນັ້ນ​ຢ່າງ​ເດັດ​ຂາດ. ການ​ທວນ​ຄືນ​ເຫດຜົນ​ທີ່​ພະ​ເຢໂຫວາ​ບໍ່​ພໍ​ໃຈ​ຕໍ່​ການ​ສະຫລອງ​ດັ່ງ​ກ່າວ​ຈະ​ເສີມ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ທີ່​ຈະ​ຫລີກ​ຫນີ​ຈາກ​ສິ່ງ​ໃດໆກໍ​ຕາມ​ທີ່​ອາດ​ຂັດ​ຂວາງ​ເຮົາ​ບໍ່​ໃຫ້​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ.

ບຸນ​ຄລິດສະມາດ—ຊື່​ໃຫມ່​ຂອງ​ການ​ນະມັດສະການ​ດວງ​ຕາເວັນ

5. ເປັນ​ຫຍັງ​ເຮົາ​ຈຶ່ງ​ແນ່​ໃຈ​ວ່າ​ພະ​ເຍຊູ​ບໍ່​ໄດ້​ເກີດ​ໃນ​ວັນ​ທີ 25 ເດືອນ​ທັນວາ?

5 ຄຳພີ​ໄບເບິນ​ບໍ່​ໄດ້​ກ່າວ​ເຖິງ​ການ​ສະຫລອງ​ວັນ​ເກີດ​ຂອງ​ພະ​ເຍຊູ. ທີ່​ຈິງ ບໍ່​ມີ​ໃຜ​ຮູ້​ວັນ​ເກີດ​ທີ່​ແນ່ນອນ​ຂອງ​ພະອົງ. ແຕ່​ເຮົາ​ແນ່​ໃຈ​ໄດ້​ວ່າ​ພະອົງ​ບໍ່​ໄດ້​ເກີດ​ໃນ​ວັນ​ທີ 25 ເດືອນ​ທັນວາ ເຊິ່ງ​ເປັນ​ລະດູ​ຫນາວ​ທີ່​ຫນາວ​ເຢັນ​ໃນ​ພູມິພາກ​ແຖບ​ນັ້ນ​ຂອງ​ໂລກ.b ເຫດຜົນ​ຫນຶ່ງ​ກໍ​ຄື ລືກາ​ບັນທຶກ​ວ່າ​ຕອນ​ທີ່​ພະ​ເຍຊູ​ເກີດ “ຄົນ​ຜູ້​ລ້ຽງ​ແກະ . . . ອາໄສ​ຢູ່​ໃນ​ທົ່ງ​ນາ” ເຝົ້າ​ເບິ່ງ​ແຍງ​ແກະ​ຂອງ​ຕົນ. (ລືກາ 2:8-11) ຖ້າ​ເຂົາ​ເຈົ້າ “ຢູ່​ໃນ​ທົ່ງ​ນາ” ເປັນ​ປະຈຳ​ຕະຫລອດ​ທັງ​ປີ​ກໍ​ຄົງ​ບໍ່​ມີ​ອັນ​ໃດ​ສຳຄັນ. ແນວ​ໃດ​ກໍ​ຕາມ ເນື່ອງ​ຈາກ​ເມືອງ​ເບດເລເຫມ​ມີ​ອາກາດ​ຫນາວ​ເຢັນ​ຍ້ອນ​ມີ​ຝົນ​ແລະ​ຫິມະ​ຕົກ ໃນ​ລະດູ​ຫນາວ​ຝູງ​ແກະ​ຈຶ່ງ​ຢູ່​ກາງ​ແຈ້ງ​ບໍ່​ໄດ້​ແລະ​ຜູ້​ລ້ຽງ​ແກະ​ກໍ​ຄົງ​ບໍ່​ໄປ “ຢູ່​ໃນ​ທົ່ງ​ນາ.” ນອກ​ຈາກ​ນີ້ ໂຢເຊບ​ກັບ​ມາລີ​ໄດ້​ໄປ​ເມືອງ​ເບດເລເຫມ​ກໍ​ເພາະ​ກະສັດ​ເຊຊາໂອກຶດ​ອອກ​ຄຳ​ສັ່ງ​ໃຫ້​ປະຊາກອນ​ຂຶ້ນ​ສຳມະໂນຄົວ. (ລືກາ 2:1-7) ບໍ່​ຫນ້າ​ຈະ​ເປັນ​ໄປ​ໄດ້​ທີ່​ກະສັດ​ເຊຊາ​ຈະ​ອອກ​ຄຳ​ສັ່ງ​ແກ່​ປະຊາຊົນ​ທີ່​ບໍ່​ມັກ​ການ​ປົກຄອງ​ຂອງ​ໂລມ​ຢູ່​ແລ້ວ​ໃຫ້​ເດີນ​ທາງ​ໃນ​ຍາມ​ທີ່​ຫນາວ​ທີ່​ສຸດ​ຂອງ​ລະດູ​ຫນາວ​ໄປ​ບ້ານ​ເກີດ​ຂອງ​ບັນພະບຸລຸດ.

6, 7. (ກ) ທຳນຽມ​ຫລາຍ​ຢ່າງ​ຂອງ​ຄລິດສະມາດ​ມີ​ຕົ້ນ​ກຳເນີດ​ມາ​ຈາກ​ໃສ? (ຂ) ອາດ​ເຫັນ​ຄວາມ​ແຕກຕ່າງ​ອັນ​ໃດ​ລະຫວ່າງ​ການ​ໃຫ້​ໃນ​ໄລຍະ​ບຸນ​ຄລິດສະມາດ​ກັບ​ການ​ໃຫ້​ແບບ​ຄລິດສະຕຽນ​ແທ້?

6 ຕົ້ນ​ກຳເນີດ​ຂອງ​ບຸນ​ຄລິດສະມາດ​ບໍ່​ໄດ້​ມາ​ຈາກ​ພະ​ຄຳພີ ແຕ່​ມາ​ຈາກ​ເທສະການ​ຂອງ​ພວກ​ນອກ​ຮີດ​ໃນ​ສະໄຫມ​ບູຮານ ຕົວ​ຢ່າງ​ເຊັ່ນ ບຸນ​ຊາ​ເຕີນາ​ເລຍ​ຂອງ​ຊາວ​ໂລມັນ​ເຊິ່ງ​ເປັນ​ການ​ສະຫລອງ​ທີ່​ອຸທິດ​ໃຫ້​ແກ່​ພະ​ເສົາ ເທບ​ພະເຈົ້າ​ຂອງ​ການ​ປູກ​ຝັງ. ແນວ​ດຽວ​ກັນ ປຶ້ມ​ສາລານຸກົມ​ກາໂຕລິກ​ສະບັບ​ໃຫມ່ (ພາສາ​ອັງກິດ) ກ່າວ​ວ່າ ຍ້ອນ​ການ​ຄິດ​ໄລ່​ຂອງ​ພວກ​ທີ່​ນະມັດສະການ​ເທບ​ມິດ​ທຣາ ເຂົາ​ເຈົ້າ​ຈຶ່ງ​ໄດ້​ສະຫລອງ​ວັນ​ທີ 25 ທັນວາ​ເຊິ່ງ​ເປັນ “ວັນ​ເກີດ​ຂອງ​ດວງ​ຕາເວັນ​ທີ່​ບໍ່​ມີ​ໃຜ​ພິຊິດ​ໄດ້. ບຸນ​ຄລິດສະມາດ​ເລີ່ມ​ຕົ້ນ​ໃນ​ໄລຍະ​ທີ່​ການ​ນະມັດສະການ​ດວງ​ຕາເວັນ​ເປັນ​ທີ່​ນິຍົມ​ຫລາຍ​ທີ່​ສຸດ​ໃນ​ໂລມ” ນັ້ນ​ປະມານ​ສາມ​ຮ້ອຍ​ປີ​ພາຍ​ຫລັງ​ການ​ສິ້ນ​ຊີວິດ​ຂອງ​ພະ​ຄລິດ.

ຄລິດສະຕຽນ​ແທ້​ໃຫ້​ເນື່ອງ​ດ້ວຍ​ຄວາມ​ຮັກ

7 ລະຫວ່າງ​ການ​ສະຫລອງ​ບຸນ ພວກ​ນອກ​ຮີດ​ໄດ້​ແລກ​ປ່ຽນ​ຂອງ​ຂວັນ​ກັນ​ແລະ​ມີ​ການ​ກິນ​ລ້ຽງ ເຊິ່ງ​ເປັນ​ກິດ​ປະຕິບັດ​ທີ່​ຍັງ​ຄົງ​ເປັນ​ສ່ວນ​ຫນຶ່ງ​ຂອງ​ການ​ສະຫລອງ​ຄລິດສະມາດ​ໃນ​ສະໄຫມ​ປັດຈຸບັນ. ເຖິງ​ແມ່ນ​ວ່າ​ໃນ​ທຸກ​ມື້​ນີ້ ຜູ້​ຄົນ​ແລກ​ປ່ຽນ​ຂອງ​ຂວັນ​ກັນ​ໃນ​ຍາມ​ບຸນ​ຄລິດສະມາດ ແຕ່​ການ​ໃຫ້​ເຊັ່ນ​ນັ້ນ​ບໍ່​ແມ່ນ​ການ​ໃຫ້​ຕາມ​ທີ່​ບອກ​ໄວ້​ໃນ 2 ໂກລິນໂທ 9:7 ທີ່​ວ່າ “ທ່ານ​ທຸກ​ຄົນ​ຈົ່ງ​ປະທານ​ໃຫ້​ຕາມ​ທີ່​ໄດ້​ຄຶດ​ຫມາຍ​ໄວ້​ໃນ​ໃຈ ບໍ່​ໃຊ່​ດ້ວຍ​ຄຶດ​ເສຍດາຍ ບໍ່​ໃຊ່​ດ້ວຍ​ຂືນ​ໃຈ​ໃຫ້ ເຫດ​ວ່າ​ພະເຈົ້າ​ຮັກ​ຄົນ​ທີ່​ໃຫ້​ດ້ວຍ​ໃຈ​ຍິນດີ.” ຄລິດສະຕຽນ​ແທ້​ໃຫ້​ເນື່ອງ​ດ້ວຍ​ຄວາມ​ຮັກ ເຂົາ​ເຈົ້າ​ບໍ່​ໄດ້​ຈຳກັດ​ການ​ໃຫ້​ໄວ້​ສະເພາະ​ແຕ່​ໃນ​ວັນ​ພິເສດ​ເທົ່າ​ນັ້ນ ອີກ​ທັງ​ບໍ່​ໄດ້​ຄາດ​ຫມາຍ​ວ່າ​ຈະ​ໄດ້​ຮັບ​ຂອງ​ຂວັນ​ຕອບ​ແທນ​ຄືນ. (ລືກາ 14:12-14; ກິດຈະການ 20:35) ຍິ່ງ​ກວ່າ​ນັ້ນ ເຂົາ​ເຈົ້າ​ຮູ້ສຶກ​ຂອບໃຈ​ຢ່າງ​ຍິ່ງ​ທີ່​ໄດ້​ຫລຸດ​ພົ້ນ​ຈາກ​ບັນຍາກາດ​ທີ່​ວຸ່ນວາຍ​ແລະ​ເຮັດ​ໃຫ້​ເຄັ່ງ​ຕຶງ​ໃນ​ໄລຍະ​ບຸນ​ຄລິດສະມາດ ແລະ​ໄດ້​ຮັບ​ການ​ປົດ​ປ່ອຍ​ຈາກ​ຫນີ້​ສິນ​ອັນ​ເປັນ​ພາລະ​ຫນັກ​ທີ່​ຫລາຍ​ຄົນ​ໄດ້​ກໍ່​ຂຶ້ນ​ໃນ​ໄລຍະ​ນັ້ນ​ຂອງ​ປີ.—ມັດທາຍ 11:28-30; ໂຢຮັນ 8:32.

8. ພວກ​ຫມໍ​ຫູຮາ​ເອົາ​ຂອງ​ຂວັນ​ວັນ​ເກີດ​ມາ​ໃຫ້​ພະ​ເຍຊູ​ບໍ? ຈົ່ງ​ອະທິບາຍ.

8 ແຕ່​ບາງ​ຄົນ​ອາດ​ໂຕ້​ຄືນ​ວ່າ ພວກ​ຫມໍ​ຫູຮາ​ໄດ້​ເອົາ​ຂອງ​ຂວັນ​ວັນ​ເກີດ​ມາ​ໃຫ້​ພະ​ເຍຊູ​ບໍ່​ແມ່ນ​ບໍ? ບໍ່​ແມ່ນ. ການ​ໃຫ້​ຂອງ​ຂວັນ​ຂອງ​ເຂົາ​ເຈົ້າ​ເປັນ​ພຽງ​ວິທີ​ຕາມ​ມາລະຍາດ​ທີ່​ສະແດງ​ຄວາມ​ນັບຖື​ຕໍ່​ບຸກຄົນ​ສຳຄັນ ເຊິ່ງ​ເປັນ​ທຳນຽມ​ທົ່ວໄປ​ໃນ​ສະໄຫມ​ທີ່​ຂຽນ​ຄຳພີ​ໄບເບິນ. (1 ກະສັດ 10:1, 2, 10, 13; ມັດທາຍ 2:2, 11) ທີ່​ຈິງ ເຂົາ​ເຈົ້າ​ບໍ່​ໄດ້​ມາ​ໃນ​ຄືນ​ທີ່​ພະ​ເຍຊູ​ເກີດ. ພະ​ເຍຊູ​ບໍ່​ແມ່ນ​ແອ​ນ້ອຍ​ຢູ່​ໃນ​ຮາງ​ຫຍ້າ ແຕ່​ມີ​ອາຍຸ​ໄດ້​ຫລາຍ​ເດືອນ​ແລ້ວ​ແລະ​ຢູ່​ໃນ​ເຮືອນ​ຫລັງ​ຫນຶ່ງ​ຕອນ​ທີ່​ພວກ​ຫມໍ​ຫູຮາ​ໄປ​ຫາ​ພະອົງ.

ຂ້ອຍ​ຄວນ​ເຂົ້າ​ຮ່ວມ​ການ​ສະຫລອງ​ບຸນ​ບໍ?

ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ຖືກ​ຂໍ​ໃຫ້​ຈັດ​ສະຖານ​ທີ່​ສຳລັບ​ສະຫຼອງ​ມື້​ບຸນ ແຕ່​ພີ່​ນ້ອງ​ຍິງ​ຄົນ​ກໍ​ປະຕິເສດ

ຫລັກ​ການ: “[ພະ​ເຢໂຫວາ] ບອກ​ວ່າ ‘ທ່ານ​ທັງ​ຫລາຍ​ຈົ່ງ​ອອກ​ມາ​ຈາກ​ທ່າມກາງ​ເຂົາ​ແລະ​ຈົ່ງ​ຢູ່​ຕ່າງ​ຫາກ ແລະ​ຢ່າ​ບາຍ​ສິ່ງ​ຂອງ​ອັນ​ຖ່ອຍ​ຮ້າຍ ແລະ​ເຮົາ​ຈະ​ຮັບ​ທ່ານ​ທັງ​ຫລາຍ​ໄວ້.’”—2 ໂກລິນໂທ 6:17.

ຄຳຖາມ​ບາງ​ຂໍ້​ທີ່​ຄວນ​ຖາມ​ຕົນ​ເອງ​ກ່ຽວ​ກັບ​ການ​ສະຫລອງ​ຫລື​ທຳນຽມ​ເຊິ່ງ​ເປັນ​ທີ່​ນິຍົມ

  • ເຫັນ​ໄດ້​ແຈ້ງ​ວ່າ​ການ​ສະຫລອງ​ນັ້ນ​ມີ​ຕົ້ນ​ກຳເນີດ​ມາ​ຈາກ​ກິດ​ປະຕິບັດ​ຫລື​ຄຳ​ສອນ​ຂອງ​ສາສະໜາ​ປອມ ລວມ​ທັງ​ລັດທິ​ຜີ​ປີສາດ​ບໍ?—ເອຊາອີ 52:11; 1 ໂກລິນໂທ 4:6; 2 ໂກລິນໂທ 6:14-18; ຄຳປາກົດ 18:4.

  • ການ​ສະຫລອງ​ນັ້ນ​ເປັນ​ການ​ໃຫ້​ກຽດ​ຫລື​ການ​ຍົກຍ້ອງ​ເກີນ​ຄວນ​ແກ່​ມະນຸດ ອົງການ​ຈັດ​ຕັ້ງ ຫລື​ສັນຍະລັກ​ປະຈຳ​ຊາດ​ບໍ?—ເຢເຣມີ 17:5-7; ກິດຈະການ 10:25, 26; 1 ໂຢຮັນ 5:21.

  • ການ​ສະຫລອງ​ນັ້ນ​ຍົກ​ຊາດ​ຫນຶ່ງ​ຫລື​ກຸ່ມ​ເຜົ່າ​ພັນ​ຫນຶ່ງ​ເຫນືອ​ກວ່າ​ອີກ​ຊາດ​ຫນຶ່ງ​ບໍ?—ກິດຈະການ 10:34, 35; 17:26.

  • ການ​ສະຫລອງ​ນັ້ນ​ສະທ້ອນ “ນ້ຳໃຈ​ຂອງ​ໂລກ” ເຊິ່ງ​ຂັດ​ກັບ​ພະ​ວິນຍານ​ບໍລິສຸດ​ຂອງ​ພະເຈົ້າ​ບໍ?—1 ໂກລິນໂທ 2:12, ລ.ມ.; ເອເຟດ 2:2.

  • ຖ້າ​ຂ້ອຍ​ເຂົ້າ​ຮ່ວມ​ໃນ​ການ​ສະຫລອງ​ນັ້ນ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ສະດຸດ​ບໍ?—ໂລມ 14:21.

  • ຖ້າ​ຂ້ອຍ​ເລືອກ​ທີ່​ຈະ​ບໍ່​ເຂົ້າ​ຮ່ວມ ຂ້ອຍ​ຈະ​ອະທິບາຍ​ເຫດຜົນ​ແບບ​ທີ່​ສະແດງ​ຄວາມ​ນັບຖື​ແກ່​ຄົນ​ອື່ນ​ໄດ້​ແນວ​ໃດ?—ໂລມ 12:1, 2; ໂກໂລດ 4:6.

ຂໍ້​ພະ​ຄຳພີ​ຕໍ່​ໄປ​ນີ້​ອາດ​ຊ່ວຍ​ຕອບ​ຄຳຖາມ​ກ່ຽວ​ກັບ​ເທສະການ​ຕ່າງໆເຊິ່ງ​ເປັນ​ທີ່​ນິຍົມ

  • “[ຊາວ​ອິດສະລາແອນ​ທີ່​ບໍ່​ສັດ​ຊື່] ໄດ້​ປົນ​ກັນ​ກັບ​ພວກ​ຕ່າງ​ປະເທດ​ແລະ​ໄດ້​ຮຽນ​ການ​ທັງ​ຫລາຍ​ຂອງ​ເຂົາ.”—ຄຳເພງ 106:35.

  • “ຜູ້​ທີ່​ເປັນ​ສັດ​ຊື່​ໃນ​ຂອງ​ນ້ອຍໆກໍ​ເປັນ​ສັດ​ຊື່​ໃນ​ຂອງ​ໃຫຍ່​ດ້ວຍ ແລະ​ຜູ້​ທີ່​ບໍ່​ສັດ​ຊື່​ໃນ​ຂອງ​ນ້ອຍໆກໍ​ບໍ່​ສັດ​ຊື່​ໃນ​ຂອງ​ໃຫຍ່​ດ້ວຍ.”—ລືກາ 16:10.

  • “ທ່ານ​ບໍ່​ຢູ່​ຝ່າຍ​ມະນຸດສະໂລກ.”—ໂຢຮັນ 15:19.

  • “ທ່ານ​ທັງ​ຫລາຍ​ຈະ . . . ຮັບ​ປະທານ​ທີ່ “ໂຕະ​ຂອງ​ພະອົງ​ເຈົ້າ” ແລະ​ທີ່​ໂຕະ​ຂອງ​ຜີ​ທັງ​ຫລາຍ​ບໍ່​ໄດ້.”—1 ໂກລິນໂທ 10:21.

  • “ເຫດ​ວ່າ​ເຮົາ​ທັງ​ຫລາຍ​ໃນ​ເວລາ​ຫວິດ​ໄປ​ແລ້ວ​ໄດ້​ກະທຳ​ຕາມ​ນ້ຳໃຈ​ແຫ່ງ​ຄົນ​ຕ່າງ​ປະເທດ​ກໍ​ພໍ​ແລ້ວ ຄາວ​ເມື່ອ​ເຮົາ​ທັງ​ຫລາຍ​ໄດ້​ທຽວ​ໄປ​ຕາມ​ການ​ຫລິ້ນ​ຊົ່ວ​ຮ້າຍ ແລະ​ຕາມ​ຄວາມ​ຄຶດ​ຢາກ​ໄດ້​ອັນ​ຊົ່ວ ເມົາ​ນ້ຳ​ອະງຸ່ນ ກິນ​ແລະ​ດື່ມ​ເກີນ​ກຳນົດ ແລະ​ຂາບ​ໄຫວ້​ຮູບ​ພະ​ອັນ​ເປັນ​ຫນ້າ​ກຽດ.”—1 ເປໂຕ 4:3.

ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ໃນ​ເລື່ອງ​ວັນ​ເກີດ?

9. ເກີດ​ຫຍັງ​ຂຶ້ນ​ໃນ​ການ​ສະຫລອງ​ວັນ​ເກີດ​ທີ່​ມີ​ການ​ກ່າວ​ເຖິງ​ໃນ​ຄຳພີ​ໄບເບິນ?

9 ເຖິງ​ແມ່ນ​ວ່າ​ການ​ເກີດ​ຂອງ​ແອ​ນ້ອຍ​ເປັນ​ໂອກາດ​ທີ່​ຫນ້າ​ຍິນດີ​ສະເຫມີ ແຕ່​ຄຳພີ​ໄບເບິນ​ບໍ່​ໄດ້​ກ່າວ​ເຖິງ​ການ​ສະຫລອງ​ວັນ​ເກີດ​ຂອງ​ຜູ້​ຮັບໃຊ້​ພະເຈົ້າ. (ຄຳເພງ 127:3) ດັ່ງ​ນັ້ນ​ຜູ້​ບັນທຶກ​ມອງ​ຂ້າມ​ເລື່ອງ​ນີ້​ບໍ? ບໍ່​ແມ່ນ ເນື່ອງ​ຈາກ​ມີ​ການ​ກ່າວ​ເຖິງ​ການ​ສະຫລອງ​ວັນ​ເກີດ​ຂອງ​ສອງ​ບຸກຄົນ ນັ້ນ​ຄື​ກະສັດ​ຟາໂລ​ແຫ່ງ​ອີ​ຢິບ​ແລະ​ກະສັດ​ເຫໂລດ​ອັນຕິປາ. (ຕົ້ນເດີມ 40:20-22; ມາລະໂກ 6:21-29) ແນວ​ໃດ​ກໍ​ຕາມ ໃນ​ການ​ສະຫລອງ​ວັນ​ເກີດ​ຂອງ​ທັງ​ສອງ​ບຸກຄົນ​ມີ​ເຫດການ​ທີ່​ບໍ່​ດີ​ເກີດ​ຂຶ້ນ ໂດຍ​ສະເພາະ​ຢ່າງ​ຍິ່ງ​ໃນ​ການ​ສະຫລອງ​ວັນ​ເກີດ​ຂອງ​ກະສັດ​ເຫໂລດ​ອັນຕິປາ ໂຢຮັນ​ຜູ້​ໃຫ້​ບັບເຕມາ​ໄດ້​ຖືກ​ຕັດ​ຫົວ.

10, 11. ຄລິດສະຕຽນ​ໃນ​ຍຸກ​ທຳອິດ​ມີ​ທັດສະນະ​ແນວ​ໃດ​ກ່ຽວ​ກັບ​ການ​ສະຫລອງ​ວັນ​ເກີດ ແລະ​ເພາະ​ເຫດ​ໃດ?

10 ສາລານຸກົມ​ເດີ ເວິລດ ບຸກ (ພາສາ​ອັງກິດ) ກ່າວ​ວ່າ “ຄລິດສະຕຽນ​ໃນ​ຍຸກ​ທຳອິດ​ຖື​ວ່າ​ການ​ສະຫລອງ​ວັນ​ເກີດ​ຂອງ​ຜູ້​ໃດ​ຜູ້​ຫນຶ່ງ​ເປັນ​ປະເພນີ​ແບບ​ນອກ​ຮີດ.” ຕົວຢ່າງ​ເຊັ່ນ ຊາວ​ກະເລັກ​ບູຮານ​ເຊື່ອ​ວ່າ​ມີ​ວິນຍານ​ຕົນ​ຫນຶ່ງ​ປົກ​ປັກ​ຮັກສາ​ມະນຸດ​ແຕ່​ລະ​ຄົນ​ຕັ້ງ​ແຕ່​ຕອນ​ທີ່​ລາວ​ເກີດ​ມາ​ແລະ​ເຝົ້າ​ເບິ່ງ​ແຍງ​ຄົນ​ນັ້ນ​ໄປ​ຕະຫລອດ​ຊີວິດ. ປຶ້ມ​ຕຳນານ​ກ່ຽວ​ກັບ​ວັນ​ເກີດ (ພາສາ​ອັງກິດ) ກ່າວ​ວ່າ ວິນຍານ​ດັ່ງ​ກ່າວ “ມີ​ຄວາມ​ກ່ຽວ​ຂ້ອງ​ຢ່າງ​ເລິກ​ລັບ​ກັບ​ເທບ​ພະເຈົ້າ​ອົງ​ທີ່​ມີ​ວັນ​ເກີດ​ກົງ​ກັບ​ວັນ​ເກີດ​ຂອງ​ຄົນ​ນັ້ນ.” ເປັນ​ເວລາ​ດົນ​ນານ​ມາ​ແລ້ວ​ທີ່​ວັນ​ເກີດ​ກ່ຽວ​ຂ້ອງ​ຢ່າງ​ໃກ້​ຊິດ​ກັບ​ໂຫລາສາດ​ແລະ​ການ​ເບິ່ງ​ດວງ​ຊາຕາ.

ວັນ “ສັກສິດ” ແລະ​ລັດທິ​ຊາຕານ

ເປັນ​ຕາ​ຫນ້າ​ສົນ​ໃຈ​ທີ່​ຈະ​ສັງເກດ​ວ່າ​ວັນ​ສຳຄັນ​ທີ່​ສຸດ​ໃນ​ສາສະໜາ​ທີ່​ເອີ້ນ​ວ່າ​ລັດທິ​ຊາຕານ​ແມ່ນ​ວັນ​ເກີດ​ຂອງ​ຄົນ​ເຮົາ. ຍ້ອນ​ຫຍັງ? ເພາະ​ຜູ້​ນັບຖື​ລັດທິ​ຊາຕານ​ເຊື່ອ​ວ່າ​ຄົນ​ເຮົາ​ແຕ່​ລະ​ຄົນ​ເປັນ​ພະເຈົ້າ ຖ້າ​ເລືອກ​ທີ່​ຈະ​ເບິ່ງ​ຕົວ​ເອງ​ແບບ​ນັ້ນ. ດັ່ງ​ນັ້ນ ການ​ສະຫລອງ​ວັນ​ເກີດ​ຂອງ​ຕົວ​ເອງ​ຈຶ່ງ​ເປັນ​ການ​ສະຫລອງ​ວັນ​ເກີດ​ຂອງ​ພະເຈົ້າ​ອົງ​ຫນຶ່ງ. ແນ່ນອນ​ວ່າ​ຄົນ​ສ່ວນ​ຫລາຍ​ບໍ່​ໄດ້​ມີ​ທັດສະນະ​ແບບ​ສຸດ​ໂຕ່ງ​ທີ່​ຖື​ວ່າ​ຕົວ​ເອງ​ສຳຄັນ​ເຊັ່ນ​ນັ້ນ. ແນວ​ໃດ​ກໍ​ຕາມ ປຶ້ມ​ຕຳນານ​ກ່ຽວ​ກັບ​ວັນ​ເກີດ ກ່າວ​ວ່າ “ການ​ສະຫລອງ​ບຸນ​ອື່ນໆເຮັດ​ໃຫ້​ຫົວໃຈ​ເບີກບານ​ຍິນດີ ແຕ່​ການ​ສະຫລອງ​ວັນ​ເກີດ​ເຮັດ​ໃຫ້​ຄວາມ​ຮູ້ສຶກ​ທີ່​ວ່າ​ຕົວ​ເອງ​ສຳຄັນ​ມີ​ເພີ່ມ​ຂຶ້ນ.”

ວັນ “ສັກສິດ” ທີ່​ສຸດ​ອີກ​ວັນ​ຫນຶ່ງ​ໃນ​ປະຕິທິນ​ຂອງ​ຜູ້​ນັບຖື​ລັດທິ​ຊາຕານ​ຄື ວໍ​ພໍ​ກິດ​ສ ໄນ ແລະ​ຮາໂລວີນ. ວັດຈະນານຸກົມ​ເມີ​ລຽມ ເວັບສະເຕີ ຄໍລິຈິເອດ (ພາສາ​ອັງກິດ) ນິຍາມ​ຄຳ ວໍ​ພໍ​ກິດ​ສ ໄນ ວ່າ​ເປັນ “ຄືນ​ກ່ອນ​ວັນ​ກຳມະກອນ​ເຊິ່ງ​ເຊື່ອ​ກັນ​ວ່າ​ພວກ​ແມ່​ມົດ​ເຫາະ​ໄປ​ສະຖານ​ທີ່​ຊຸມນຸມ​ເຊິ່ງ​ມີ​ການ​ເລືອກ​ໄວ້​ແລ້ວ.”

11 ການ​ທີ່​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ໃນ​ອະດີດ​ໄດ້​ປະຕິເສດ​ປະເພນີ​ການ​ສະຫລອງ​ວັນ​ເກີດ ນອກ​ຈາກ​ຈະ​ຍ້ອນ​ວ່າ​ມີ​ຕົ້ນ​ກຳເນີດ​ຈາກ​ພວກ​ນອກ​ຮີດ​ແລະ​ການ​ຖື​ຜີ​ແລ້ວ ເຂົາ​ເຈົ້າ​ຍັງ​ປະຕິເສດ​ປະເພນີ​ດັ່ງ​ກ່າວ​ກໍ​ຄົງ​ຈະ​ແມ່ນ​ຍ້ອນ​ຫລັກ​ການ​ທີ່​ເຂົາ​ເຈົ້າ​ຍຶດ​ຖື​ນຳ​ອີກ. ເປັນ​ຫຍັງ​ຈຶ່ງ​ເວົ້າ​ແນວ​ນັ້ນ? ບັນດາ​ຊາຍ​ຍິງ​ທີ່​ຖ່ອມ​ໃຈ​ແລະ​ຈຽມ​ຕົວ​ບໍ່​ໄດ້​ຖື​ວ່າ​ການ​ເກີດ​ຂອງ​ຕົນ​ສຳຄັນ​ເຖິງ​ຂະຫນາດ​ທີ່​ຄວນ​ຈະ​ສະຫລອງ.c (ມີເກ 6:8; ລືກາ 9:48) ແທນ​ທີ່​ຈະ​ຍົກຍ້ອງ​ຕົວ​ເອງ ເຂົາ​ເຈົ້າ​ຍົກຍ້ອງ​ສັນລະເສີນ​ພະ​ເຢໂຫວາ​ແລະ​ຂອບໃຈ​ພະອົງ​ສຳລັບ​ຊີວິດ​ເຊິ່ງ​ເປັນ​ຂອງ​ປະທານ​ອັນ​ມີ​ຄ່າ.d—ຄຳເພງ 8:3, 4; 36:9; ຄຳປາກົດ 4:11.

12. ວັນ​ຕາຍ​ຂອງ​ເຮົາ​ດີ​ກວ່າ​ວັນ​ເກີດ​ແນວ​ໃດ?

12 ເມື່ອ​ສິ້ນ​ຊີວິດ ທຸກ​ຄົນ​ທີ່​ຮັກສາ​ຄວາມ​ສັດ​ຊື່​ຈົນ​ເຖິງ​ທີ່​ສຸດ​ກໍ​ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງ​ພະເຈົ້າ​ຢ່າງ​ປອດໄພ ແລະ​ຊີວິດ​ໃນ​ອະນາຄົດ​ຂອງ​ເຂົາ​ເຈົ້າ​ກໍ​ໄດ້​ຮັບ​ການ​ຄ້ຳ​ປະກັນ. (ໂຢບ 14:14, 15) ຜູ້ເທສະໜາປ່າວປະກາດ 7:1 ກ່າວ​ວ່າ “ຊື່ສຽງ​ດີ​ກໍ​ປະເສີດ​ກວ່າ​ເຄື່ອງ​ຫອມ ແລະ​ວັນ​ຕາຍ​ດີ​ກວ່າ​ວັນ​ເກີດ.” “ຊື່ສຽງ” ຂອງ​ເຮົາ​ຫມາຍ​ເຖິງ​ຊື່ສຽງ​ທີ່​ດີ​ເຊິ່ງ​ເຮົາ​ມີ​ກັບ​ພະເຈົ້າ​ໂດຍ​ການ​ຮັບໃຊ້​ຢ່າງ​ສັດ​ຊື່. ຫນ້າ​ສັງເກດ​ເປັນ​ພິເສດ​ວ່າ​ເຫດການ​ດຽວ​ທີ່​ຄລິດສະຕຽນ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ສະຫລອງ​ນັ້ນ​ກ່ຽວ​ຂ້ອງ​ກັບ​ການ​ຕາຍ ບໍ່​ແມ່ນ​ການ​ເກີດ ນັ້ນ​ຄື​ການ​ຕາຍ​ຂອງ​ພະ​ເຍຊູ​ຜູ້​ທີ່ “ນາມ​ຊື່” ອັນ​ປະເສີດ​ຂອງ​ພະອົງ​ເປັນ​ປັດໄຈ​ສຳຄັນ​ສຳລັບ​ຄວາມ​ລອດ​ຂອງ​ເຮົາ.—ລືກາ 22:17-20; ເຫບເລີ 1:3, 4.

ບຸນ​ອີສະເຕີ—ໂສມ​ໃຫມ່​ຂອງ​ການ​ນະມັດສະການ​ເທບ​ທິດາ​ແຫ່ງ​ການ​ຈະເລີນ​ພັນ

13, 14. ປະເພນີ​ບຸນ​ອີສະເຕີ​ເຊິ່ງ​ເປັນ​ທີ່​ນິຍົມ​ກັນ​ມີ​ຕົ້ນ​ກຳເນີດ​ມາ​ຈາກ​ໃສ?

13 ເຖິງ​ແມ່ນ​ມີ​ການ​ອ້າງ​ວ່າ​ບຸນ​ອີສະເຕີ​ເປັນ​ການ​ສະຫລອງ​ການ​ຟື້ນ​ຄືນ​ຈາກ​ຕາຍ​ຂອງ​ພະ​ຄລິດ​ກໍ​ຕາມ ແຕ່​ທີ່​ຈິງ​ແລ້ວ​ການ​ສະຫລອງ​ບຸນ​ນີ້​ມີ​ຕົ້ນ​ກຳເນີດ​ມາ​ຈາກ​ສາສະໜາ​ປອມ. ຊື່​ອີສະເຕີ​ພົວ​ພັນ​ກັບ​ອີ​ອໍ​ສະ​ເຕີ ຫລື​ອໍ​ສະ​ຕາ​ຣາ ເທບ​ທິດາ​ຍາມ​ຮຸ່ງ​ເຊົ້າ​ແລະ​ລະດູ​ໃບ​ໄມ້​ປົ່ງ​ຂອງ​ຊາວ​ອັງໂກ-​ຊັກ​ຊັນ. ການ​ໃຊ້​ໄຂ່​ກັບ​ກະຕ່າຍ​ກ່ຽວ​ຂ້ອງ​ກັບ​ອີສະເຕີ​ແນວ​ໃດ? ສາລານຸກົມ​ບຣິແທນນິກາ (ພາສາ​ອັງກິດ) ກ່າວ​ວ່າ ໄຂ່ “ເປັນ​ສັນຍະລັກ​ທີ່​ໂດດ​ເດັ່ນ​ຂອງ​ຊີວິດ​ໃຫມ່​ແລະ​ການ​ຟື້ນ​ຄືນ​ຈາກ​ຕາຍ” ສ່ວນ​ກະຕ່າຍ​ປ່າ​ແລະ​ກະຕ່າຍ​ບ້ານ​ໃຊ້​ເປັນ​ສັນຍະລັກ​ຂອງ​ການ​ຈະເລີນ​ພັນ​ມາ​ດົນ​ແລ້ວ. ດັ່ງ​ນັ້ນ​ແທ້ໆແລ້ວ​ອີສະເຕີ​ຈຶ່ງ​ເປັນ​ພິທີ​ກຳ​ຂອງ​ການ​ຈະເລີນ​ພັນ​ທີ່​ແປງ​ໂສມ​ມາ​ເປັນ​ການ​ສະຫລອງ​ການ​ຟື້ນ​ຄືນ​ຈາກ​ຕາຍ​ຂອງ​ພະ​ຄລິດ.e

14 ພະ​ເຢໂຫວາ​ຈະ​ພໍ​ໃຈ​ບໍ​ກັບ​ການ​ໃຊ້​ພິທີ​ກຳ​ກ່ຽວ​ກັບ​ການ​ຈະເລີນ​ພັນ​ທີ່​ຫນ້າ​ລັງກຽດ​ນັ້ນ​ເພື່ອ​ລະນຶກ​ເຖິງ​ການ​ຟື້ນ​ຄືນ​ຈາກ​ຕາຍ​ຂອງ​ລູກ​ຊາຍ​ພະອົງ? ບໍ່​ພໍ​ໃຈ​ເດັດ​ຂາດ! (2 ໂກລິນໂທ 6:17, 18) ທີ່​ຈິງ ຕັ້ງ​ແຕ່​ທຳອິດ​ພະ​ຄຳພີ​ບໍ່​ໄດ້​ສັ່ງ​ຫລື​ອະນຸຍາດ​ໃຫ້​ສະຫລອງ​ເພື່ອ​ລະນຶກ​ເຖິງ​ການ​ຟື້ນ​ຄືນ​ຈາກ​ຕາຍ​ຂອງ​ພະ​ເຍຊູ. ດັ່ງ​ນັ້ນ ການ​ລະນຶກ​ເຖິງ​ການ​ຟື້ນ​ຄືນ​ຈາກ​ຕາຍ​ຂອງ​ພະ​ເຍຊູ​ໂດຍ​ເອີ້ນ​ວ່າ​ອີສະເຕີ​ແຮ່ງ​ເປັນ​ການ​ສະແດງ​ຄວາມ​ບໍ່​ສັດ​ຊື່​ຕື່ມ​ອີກ.

ວັນ​ຮາໂລວີນ​ບໍ່​ແມ່ນ​ວັນ​ສັກສິດ

15. ວັນ​ຮາໂລວີນ​ມີ​ຕົ້ນ​ກຳເນີດ​ມາ​ຈາກ​ໃສ ແລະ​ວັນ​ທີ່​ເລືອກ​ໄວ້​ເພື່ອ​ສະຫລອງ​ບຸນ​ນີ້​ອາດ​ມີ​ຄວາມຫມາຍ​ແນວ​ໃດ?

15 ວັນ​ຮາໂລວີນ​ເປັນ​ທີ່​ຮູ້ຈັກ​ເນື່ອງ​ດ້ວຍ​ມີ​ແມ່​ມົດ ປີ​ສາດ ແລະ​ການ​ປະດັບ​ຕົກແຕ່ງ​ລວມ​ທັງ​ສິ່ງ​ຂອງ​ເຄື່ອງ​ໃຊ້​ອື່ນໆແບບ​ທີ່​ສະ​ຫຍອງ​ຂວັນ. ວັນ​ຮາໂລວີນ​ຍັງ​ຖືກ​ເອີ້ນ​ວ່າ​ມື້​ສະຫລອງ​ກ່ອນ​ເທສະການ​ຊຸມນຸມ​ກັນ​ຂອງ​ພວກ​ນັກ​ບຸນ ອາດ​ມີ​ຕົ້ນ​ກຳເນີດ​ມາ​ຈາກ​ຊາວ​ເຊ​ນ​ຕິກ​ບູຮານ​ໃນ​ບໍ​ລິ​ເຕັນ​ຫລື​ອຽກລັງ. ໃນ​ມື້​ເດືອນ​ເພັງ​ເຊິ່ງ​ໃກ້​ທີ່​ສຸດ​ກັບ​ວັນ​ທີ 1 ພະຈິກ ເຂົາ​ເຈົ້າ​ສະຫລອງ​ເທສະການ​ຊໍ​ອັນ​ເຊິ່ງ​ຫມາຍ​ເຖິງ “ການ​ສິ້ນ​ສຸດ​ຂອງ​ລະດູ​ຮ້ອນ.” ເຂົາ​ເຈົ້າ​ເຊື່ອ​ວ່າ​ໃນ​ໄລຍະ​ລະຫວ່າງ​ຊໍ​ອັນ​ມີ​ການ​ເປີດ​ຜ້າ​ກັ້ງ​ລະຫວ່າງ​ໂລກ​ມະນຸດ​ກັບ​ໂລກ​ທີ່​ເຫນືອ​ທຳມະຊາດ ແລະ​ພວກ​ວິນຍານ​ທັງ​ຊົ່ວ​ແລະ​ດີ​ຈະ​ທ່ອງ​ທ່ຽວ​ໄປ​ທົ່ວ​ໂລກ. ເຊື່ອ​ກັນ​ວ່າ​ວິນຍານ​ຄົນ​ຕາຍ​ກັບ​ໄປ​ເຮືອນ​ຂອງ​ຕົນ ແລະ​ຄອບຄົວ​ກໍ​ຈະ​ຕັ້ງ​ອາຫານ​ແລະ​ເຄື່ອງ​ດື່ມ​ໄວ້​ສຳລັບ​ພວກ​ຜີ​ທີ່​ກັບ​ມາ ເພື່ອ​ຈະ​ເອົາ​ໃຈ​ຜີ​ພວກ​ນັ້ນ. ດ້ວຍ​ເຫດ​ນີ້ ເມື່ອ​ເດັກ​ນ້ອຍ​ໃນ​ທຸກ​ມື້​ນີ້​ເຊິ່ງ​ແຕ່ງ​ໂຕ​ເປັນ​ຜີ​ຫລື​ແມ່​ມົດ​ໄປ​ຕາມ​ເຮືອນ​ເຮັດ​ທ່າ​ທາງ​ຫລອກ​ໃຫ້​ຄົນ​ຢ້ານ​ກົວ​ຈົນ​ກວ່າ​ຈະ​ໄດ້​ຂອງ​ຂວັນ​ເລັກ​ນ້ອຍ ເຂົາ​ເຈົ້າ​ຈຶ່ງ​ເຮັດ​ໃຫ້​ພິທີ​ກຳ​ກ່ຽວ​ກັບ​ເທສະການ​ຊໍ​ອັນ​ຍັງ​ມີ​ຕໍ່​ໄປ​ໂດຍ​ບໍ່​ຮູ້​ໂຕ.

ໃຫ້​ງານ​ແຕ່ງ​ດອງ​ຂອງ​ເຈົ້າ​ບໍລິສຸດ​ສະອາດ​ສະເຫມີ

16, 17. ເປັນ​ຫຍັງ​ຄູ່​ບ່າວ​ສາວ​ຄລິດສະຕຽນ​ທີ່​ວາງ​ແຜນ​ຈະ​ແຕ່ງ​ດອງ​ຄວນ​ກວດ​ສອບ​ເບິ່ງ​ຮີດຄອງ​ການ​ແຕ່ງ​ດອງ​ໃນ​ທ້ອງຖິ່ນ​ໂດຍ​ຄຳນຶງ​ເຖິງ​ຫລັກ​ການ​ໃນ​ຄຳພີ​ໄບເບິນ? (ຂ) ກ່ຽວ​ກັບ​ຮີດຄອງ​ການ​ໂຍນ​ເຂົ້າ​ສານ​ຫລື​ສິ່ງ​ອື່ນໆທີ່​ໃຊ້​ແທນ​ໄດ້ ຄລິດສະຕຽນ​ຄວນ​ຄຳນຶງ​ເຖິງ​ອັນ​ໃດ?

16 ອີກ​ບໍ່​ດົນ “ສຽງ​ປາກ​ເຈົ້າ​ບ່າວ​ເຈົ້າ​ສາວ​ເຂົາ​ຈະ​ບໍ່​ຍິນ​ໃນ​ເຈົ້າ [ບາບີໂລນ​ໃຫຍ່] ຕໍ່​ໄປ​ສັກ​ເທື່ອ.” (ຄຳປາກົດ 18:23) ເພາະ​ເຫດ​ໃດ? ເຫດຜົນ​ຢ່າງ​ຫນຶ່ງ​ຄື ເນື່ອງ​ຈາກ​ກິດ​ປະຕິບັດ​ກ່ຽວ​ກັບ​ລັດທິ​ຜີ​ປີ​ສາດ​ຂອງ​ເມືອງ​ນັ້ນ​ເຮັດ​ໃຫ້​ການ​ສົມລົດ​ເປັນ​ມົນທິນ​ຕັ້ງ​ແຕ່​ວັນ​ແຕ່ງ​ດອງ​ດ້ວຍ​ຊ້ຳ.—ມາລະໂກ 10:6-9.

17 ໃນ​ແຕ່​ລະ​ປະເທດ​ມີ​ຮີດຄອງ​ແຕກຕ່າງ​ກັນ​ໄປ. ຮີດຄອງ​ບາງ​ຢ່າງ​ອາດ​ເບິ່ງ​ຄື​ວ່າ​ບໍ່​ມີ​ພິດ​ມີ​ໄພ​ອາດ​ມີ​ຕົ້ນ​ກຳເນີດ​ມາ​ຈາກ​ກິດ​ປະຕິບັດ​ແບບ​ບາບີໂລນ​ເຊິ່ງ​ເຂົ້າ​ໃຈ​ວ່າ​ເຮັດ​ໃຫ້​ຄູ່​ບ່າວ​ສາວ​ຫລື​ແຂກ​ຂອງ​ເຂົາ​ເຈົ້າ​ມີ “ໂຊກ​ລາບ.” (ເອຊາອີ 65:11, ທ.ປ.) ຮີດຄອງ​ດັ່ງ​ກ່າວ​ຢ່າງ​ຫນຶ່ງ​ກ່ຽວ​ຂ້ອງ​ກັບ​ການ​ໂຍນ​ເຂົ້າ​ສານ​ຫລື​ສິ່ງ​ອື່ນໆທີ່​ໃຊ້​ແທນ​ໄດ້. ກິດ​ປະຕິບັດ​ດັ່ງ​ກ່າວ​ອາດ​ມີ​ຕົ້ນ​ກຳເນີດ​ມາ​ຈາກ​ຄວາມ​ເຊື່ອ​ທີ່​ວ່າ​ອາຫານ​ເຮັດ​ໃຫ້​ວິນຍານ​ຊົ່ວ​ພໍ​ໃຈ​ແລະ​ປ້ອງກັນ​ພວກ​ມັນ​ບໍ່​ໃຫ້​ທຳ​ຮ້າຍ​ເຈົ້າ​ບ່າວ​ແລະ​ເຈົ້າ​ສາວ. ນອກ​ຈາກ​ນັ້ນ ເຂົ້າ​ຍັງ​ມີ​ຄວາມ​ກ່ຽວ​ຂ້ອງ​ຢ່າງ​ເລິກ​ລັບ​ມາ​ດົນ​ນານ​ແລ້ວ​ກັບ​ການ​ຈະເລີນ​ພັນ ຄວາມ​ສຸກ ແລະ​ອາຍຸ​ຍືນ. ເຫັນ​ໄດ້​ແຈ້ງ​ວ່າ ທຸກ​ຄົນ​ທີ່​ຢາກ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ​ຈະ​ຫລີກ​ລ່ຽງ​ຮີດຄອງ​ທີ່​ເປັນ​ມົນທິນ​ນັ້ນ.—2 ໂກລິນໂທ 6:14-18.

18. ຫລັກ​ການ​ອັນ​ໃດ​ໃນ​ຄຳພີ​ໄບເບິນ​ຄວນ​ຊີ້​ນຳ​ຄູ່​ບ່າວ​ສາວ​ທີ່​ກຳລັງ​ວາງ​ແຜນ​ຈະ​ຈັດ​ງານ​ແຕ່ງ​ດອງ​ແລະ​ຜູ້​ທີ່​ໄດ້​ຮັບ​ເຊີນ​ໃຫ້​ເຂົ້າ​ຮ່ວມ?

18 ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ລະ​ເວັ້ນ​ຈາກ​ກິດ​ປະຕິບັດ​ທາງ​ໂລກ​ທີ່​ອາດ​ເຮັດ​ໃຫ້​ການ​ແຕ່ງ​ດອງ​ແລະ​ງານ​ລ້ຽງ​ສະຫລອງ​ການ​ແຕ່ງ​ດອງ​ຂາດ​ຄວາມ​ສະຫງ່າ​ງາມ​ແບບ​ຄລິດສະຕຽນ​ຫລື​ອາດ​ຂັດ​ກັບ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ບາງ​ຄົນ. ຕົວຢ່າງ​ເຊັ່ນ ເຂົາ​ເຈົ້າ​ຫລີກ​ລ່ຽງ​ການ​ໃຫ້​ຄຳ​ປາ​ໄສ​ທີ່​ເວົ້າ​ຢອກ​ໄຍ​ເຊິ່ງ​ສ້າງ​ຄວາມ​ເຈັບ​ປວດ ຫລື​ເວົ້າ​ເປັນ​ໄນໆກ່ຽວ​ກັບ​ເພດ​ສຳພັນ ແລະ​ຫລີກ​ເວັ້ນ​ຈາກ​ການ​ເວົ້າ​ຫລິ້ນ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ອາຍ​ຫລື​ຄຳ​ເວົ້າ​ທີ່​ອາດ​ເຮັດ​ໃຫ້​ຄົນ​ທີ່​ຫາ​ກໍ​ແຕ່ງ​ດອງ​ໃຫມ່​ຫນ້າ​ອາຍ. (ສຸພາສິດ 26:18, 19; ລືກາ 6:31; 10:27) ເຂົາ​ເຈົ້າ​ຍັງ​ຫລີກ​ລ່ຽງ​ການ​ຈັດ​ງານ​ລ້ຽງ​ສະຫລອງ​ທີ່​ຟຸມ​ເຟືອ​ຍ​ແບບ​ທີ່​ມີ​ໃນ​ນິຍາຍ​ຮັກ​ເຊິ່ງ​ບໍ່​ມີ​ຄວາມ​ຈຽມ​ຕົວ ແຕ່​ສະທ້ອນ​ເຖິງ “ການ​ອວດ​ຕົວ​ອັນ​ເປົ່າໆແຫ່ງ​ຊີວິດ​ນີ້.” (1 ໂຢຮັນ 2:16) ຖ້າ​ເຈົ້າ​ກຳລັງ​ວາງ​ແຜນ​ຈັດ​ງານ​ແຕ່ງ​ດອງ ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ປະສົງ​ໃຫ້​ເຈົ້າ​ມອງ​ຄືນ​ຫລັງ​ວັນ​ພິເສດ​ນັ້ນ​ດ້ວຍ​ຄວາມ​ຍິນດີ​ສະເຫມີ ບໍ່​ແມ່ນ​ດ້ວຍ​ຄວາມ​ເສຍໃຈ.f

ການ​ດື່ມ​ອວຍ​ພອນ—ມີ​ຄວາມຫມາຍ​ທາງ​ສາສະໜາ​ບໍ?

19, 20. ແຫລ່ງ​ຂໍ້​ມູນ​ທາງ​ໂລກ​ແຫລ່ງ​ຫນຶ່ງ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ຕົ້ນ​ກຳເນີດ​ຂອງ​ການ​ດື່ມ​ອວຍ​ພອນ ແລະ​ເພາະ​ເຫດ​ໃດ​ທຳນຽມ​ນີ້​ຈຶ່ງ​ບໍ່​ເປັນ​ທີ່​ຍອມ​ຮັບ​ສຳລັບ​ຄລິດສະຕຽນ?

19 ສິ່ງ​ທີ່​ເຮັດ​ເປັນ​ປົກກະຕິ​ຢູ່​ງານ​ແຕ່ງ​ດອງ​ແລະ​ງານ​ສັງ​ສັນ​ໃນ​ໂອກາດ​ອື່ນໆ ຄື​ການ​ດື່ມ​ອວຍ​ພອນ. ປຶ້ມ​ສາກົນ​ກ່ຽວ​ກັບ​ເຄື່ອງ​ດື່ມ​ປະເພດ​ເຫລົ້າ​ແລະ​ຮີດຄອງ (ພາສາ​ອັງກິດ) ກ່າວ​ວ່າ “ການ​ດື່ມ​ອວຍ​ພອນ . . . ອາດ​ເປັນ​ທຳນຽມ​ເຊິ່ງ​ເປັນ​ສິ່ງ​ທີ່​ເຫລືອ​ຢູ່​ຂອງ​ພິທີ​ບູຊາ​ສິ່ງ​ສັກສິດ​ທີ່​ເປັນ​ການ​ຖວາຍ​ເຄື່ອງ​ດື່ມ​ສັກສິດ​ແກ່​ພວກ​ເທບ​ພະເຈົ້າ . . . ເພື່ອ​ແລກ​ປ່ຽນ​ກັບ​ການ​ອວຍ​ພອນ ເຊິ່ງ​ຄຳ​ອະທິດຖານ​ສະຫລຸບ​ໄດ້​ດ້ວຍ​ຖ້ອຍຄຳ​ທີ່​ວ່າ ‘ຂໍ​ໃຫ້​ຢູ່​ດີ​ມີ​ແຮງ!’ ຫລື ‘ເພື່ອ​ສຸຂະພາບ!’”

20 ແມ່ນ​ຢູ່ ຫລາຍ​ຄົນ​ບໍ່​ໄດ້​ຖື​ວ່າ​ການ​ດື່ມ​ອວຍ​ພອນ​ເປັນ​ການ​ສະແດງ​ທ່າ​ທາງ​ທີ່​ມີ​ຄວາມຫມາຍ​ທາງ​ສາສະໜາ​ຫລື​ກ່ຽວ​ກັບ​ໂຊກ​ລາງ. ແນວ​ໃດ​ກໍ​ຕາມ ທຳນຽມ​ການ​ຍົກ​ຈອກ​ເຫລົ້າ​ຂຶ້ນ​ເທິງ​ຟ້າ​ຖື​ວ່າ​ເປັນ​ການ​ຂໍ​ພອນ​ຈາກ “ຟ້າ​ສະຫວັນ” ເຊິ່ງ​ເປັນ​ພະລັງ​ທີ່​ເຫນືອ​ທຳມະຊາດ ເປັນ​ວິທີ​ທີ່​ບໍ່​ປະສານ​ກັບ​ສິ່ງ​ທີ່​ອະທິບາຍ​ໄວ້​ໃນ​ພະ​ຄຳພີ.—ໂຢຮັນ 14:6; 16:23.g

“ຄົນ​ທັງ​ຫລາຍ​ທີ່​ຮັກ​ພະ​ເຢໂຫວາ​ຈົ່ງ​ກຽດ​ຊັງ​ການ​ຊົ່ວ​ຮ້າຍ”

21. ເຖິງ​ວ່າ​ອາດ​ຈະ​ບໍ່​ມີ​ຄວາມ​ກ່ຽວ​ຂ້ອງ​ກັບ​ສາສະໜາ ຄລິດສະຕຽນ​ຄວນ​ຫລີກ​ລ່ຽງ​ການ​ສະຫລອງ​ແບບ​ໃດ​ເຊິ່ງ​ເປັນ​ທີ່​ນິຍົມ​ກັນ ແລະ​ເພາະ​ເຫດ​ໃດ?

21 ສິ່ງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ມາດຕະຖານ​ຂອງ​ໂລກ​ທຸກ​ມື້​ນີ້​ຕົກ​ຕ່ຳ​ລົງ​ຢ່າງ​ໄວ​ວາ ເຊິ່ງ​ເປັນ​ແນວ​ໂນ້ມ​ທີ່​ໄດ້​ຮັບ​ການ​ສົ່ງເສີມ​ຈາກ​ບາບີໂລນ​ໃຫຍ່​ໂດຍ​ທາງ​ກົງ​ຫລື​ທາງ​ອ້ອມ​ຄື ບາງ​ປະເທດ​ສະຫນັບສະຫນູນ​ບຸນ​ຄາ​ນິວານ​ຫລື​ມາ​ດິກ​ຣາ​ປະຈຳ​ປີ ເຊິ່ງ​ເປັນ​ການ​ສະຫລອງ​ທີ່​ມີ​ລັກສະນະ​ເດັ່ນ​ຄື​ມີ​ການ​ເຕັ້ນ​ລຳ​ທີ່​ຍົວະ​ເຍົ້າ​ໃຫ້​ເກີດ​ຕັນຫາ ແລະ​ອາດ​ເຖິງ​ກັບ​ຈັດ​ຂະບວນ​ແຫ່​ເພື່ອ​ສະຫລອງ​ຮູບ​ແບບ​ຊີວິດ​ຂອງ​ພວກ​ທີ່​ມັກ​ເພດ​ດຽວ​ກັນ. ເຫມາະ​ສົມ​ບໍ​ທີ່ ‘ຄົນ​ທີ່​ຮັກ​ພະ​ເຢໂຫວາ​’ ຈະ​ເຂົ້າ​ຮ່ວມ​ຫລື​ເບິ່ງ​ການ​ສະຫລອງ​ດັ່ງ​ກ່າວ? ການ​ກະທຳ​ແບບ​ນັ້ນ​ຈະ​ສະແດງ​ວ່າ​ລາວ​ກຽດ​ຊັງ​ສິ່ງ​ຊົ່ວ​ແທ້ໆບໍ? (ຄຳເພງ 1:1, 2; 97:10) ເປັນ​ສິ່ງ​ດີ​ກວ່າ​ຖ້າ​ວ່າ​ຈະ​ຮຽນ​ແບບ​ເຈຕະຄະຕິ​ຂອງ​ຜູ້​ປະພັນ​ຄຳເພງ​ເຊິ່ງ​ອະທິດຖານ​ວ່າ “ຂໍ​ໂຜດ​ໃຫ້​ຕາ​ຂ້າ​ນ້ອຍ​ຫລຽວ​ຈາກ​ເບິ່ງ​ຄວາມ​ເປົ່າໆ.”—ຄຳເພງ 119:37.

22. ເມື່ອ​ໃດ​ທີ່​ຄລິດສະຕຽນ​ຄວນ​ຕັດສິນ​ໃຈ​ຕາມ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ຕົນ​ວ່າ​ຈະ​ເຂົ້າ​ຮ່ວມ​ໃນ​ການ​ສະຫລອງ​ຢ່າງ​ໃດ​ຢ່າງ​ຫນຶ່ງ​ຫລື​ບໍ່?

22 ໃນ​ວັນ​ຕ່າງໆທີ່​ມີ​ການ​ສະຫລອງ​ທາງ​ໂລກ ຄລິດສະຕຽນ​ຈະ​ລະວັງ​ເພື່ອ​ບໍ່​ໃຫ້​ການ​ປະພຶດ​ຂອງ​ຕົນ​ເຮັດ​ໃຫ້​ຄົນ​ອື່ນ​ເຂົ້າ​ໃຈ​ວ່າ​ລາວ​ເຂົ້າ​ຮ່ວມ​ໃນ​ການ​ສະຫລອງ​ນັ້ນ. ໂປໂລ​ຂຽນ​ວ່າ “ທ່ານ​ທັງ​ຫລາຍ​ກິນ​ກໍ​ດີ ດື່ມ​ກໍ​ດີ ຫລື​ກະທຳ​ການ​ໃດ​ກໍ​ດີ ຈົ່ງ​ກະທຳ​ທຸກ​ສິ່ງ​ໃຫ້​ເປັນ​ທີ່​ຖວາຍ​ລັດສະຫມີ​ແກ່​ພະເຈົ້າ.” (1 ໂກລິນໂທ 10:31; ເບິ່ງ​ຂອບ “ຕັດສິນ​ໃຈ​ຢ່າງ​ສະຫລາດ​ສຸຂຸມ”) ແນວ​ໃດ​ກໍ​ຕາມ ຖ້າ​ເຫັນ​ຊັດເຈນ​ວ່າ​ທຳນຽມ​ຫລື​ການ​ສະຫລອງ​ບໍ່​ມີ​ຄວາມຫມາຍ​ອອກ​ໄປ​ໃນ​ທາງ​ສາ​ສະ​ນາ​ປອມ ທັງ​ບໍ່​ເປັນ​ສ່ວນ​ຂອງ​ການ​ສະຫລອງ​ທາງ​ການ​ເມືອງ​ຫລື​ພິທີ​ສະແດງ​ຄວາມ​ຮັກ​ຊາດ ແລະ​ບໍ່​ລະເມີດ​ຫລັກ​ການ​ໃນ​ຄຳພີ​ໄບເບິນ ຄລິດສະຕຽນ​ແຕ່​ລະ​ຄົນ​ອາດ​ຕັດສິນ​ໃຈ​ເປັນ​ສ່ວນ​ຕົວ​ວ່າ​ຈະ​ເຂົ້າ​ຮ່ວມ​ການ​ສະຫລອງ​ດັ່ງ​ກ່າວ​ຫລື​ບໍ່. ໃນ​ຂະນະ​ດຽວ​ກັນ ລາວ​ຄົງ​ຈະ​ຄຳນຶງ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ​ເພື່ອ​ຈະ​ບໍ່​ເປັນ​ເຫດ​ໃຫ້​ໃຜ​ສະດຸດ.

ຈົ່ງ​ສັນລະເສີນ​ພະເຈົ້າ​ດ້ວຍ​ຄຳ​ເວົ້າ​ແລະ​ການ​ກະທຳ

23, 24. ເຮົາ​ອາດ​ໃຫ້​ຄຳ​ພະຍານ​ທີ່​ດີ​ກ່ຽວ​ກັບ​ມາດຕະຖານ​ອັນ​ຊອບທຳ​ຂອງ​ພະ​ເຢໂຫວາ​ໄດ້​ໂດຍ​ວິທີ​ໃດ?

23 ຫລາຍ​ຄົນ​ໃຫ້​ຄວາມ​ຄິດ​ເຫັນ​ວ່າ​ການ​ສະຫລອງ​ບຸນ​ບາງ​ຢ່າງ​ເຊິ່ງ​ເປັນ​ທີ່​ນິຍົມ​ກັນ​ແມ່ນ​ເປັນ​ໂອກາດ​ໃຫ້​ຄອບຄົວ​ແລະ​ຫມູ່​ເພື່ອນ​ມາ​ພົບ​ປະ​ສັງ​ສັນ​ກັນ. ດັ່ງ​ນັ້ນ ຖ້າ​ບາງ​ຄົນ​ຄິດ​ຢ່າງ​ຜິດໆວ່າ​ຈຸດ​ຢືນ​ຂອງ​ເຮົາ​ຕາມ​ຫລັກ​ການ​ໃນ​ພະ​ຄຳພີ​ເປັນ​ການ​ບໍ່​ສະແດງ​ຄວາມ​ຮັກ​ຫລື​ແບບ​ສຸດ​ໂຕ່ງ ເຮົາ​ກໍ​ອາດ​ຊີ້​ແຈງ​ວ່າ​ພະຍານ​ພະ​ເຢໂຫວາ​ເຫັນ​ຄຸນຄ່າ​ຂອງ​ການ​ພົບ​ປະ​ສັງ​ສັນ​ທີ່​ດີ​ງາມ​ຂອງ​ຄອບຄົວ​ແລະ​ຫມູ່​ເພື່ອນ. (ສຸພາສິດ 11:25; ຜູ້ເທສະໜາປ່າວປະກາດ 3:12, 13; 2 ໂກລິນໂທ 9:7) ເຮົາ​ໄດ້​ຮັບ​ຄວາມ​ເພີດເພີນ​ໃນ​ການ​ຄົບຫາ​ກັບ​ຄົນ​ທີ່​ເຮົາ​ຮັກ​ໃນ​ໄລຍະ​ເວລາ​ອື່ນ​ຕະຫລອດ​ປີ ແຕ່​ເນື່ອງ​ຈາກ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະເຈົ້າ​ແລະ​ຕໍ່​ມາດຕະຖານ​ອັນ​ຊອບທຳ​ຂອງ​ພະອົງ ເຮົາ​ຈຶ່ງ​ບໍ່​ຢາກ​ໃຫ້​ໂອກາດ​ທີ່​ມີ​ຄວາມ​ສຸກ​ນັ້ນ​ເປັນ​ມົນທິນ​ດ້ວຍ​ທຳນຽມ​ທີ່​ພະອົງ​ລັງກຽດ.—ເບິ່ງ​ຂອບ “ການ​ນະມັດສະການ​ແທ້​ເຮັດ​ໃຫ້​ເກີດ​ຄວາມ​ຍິນດີ​ຫລາຍ​ທີ່​ສຸດ.”

ການ​ນະມັດສະການ​ແທ້​ເຮັດ​ໃຫ້​ເກີດ​ຄວາມ​ຍິນດີ​ຫລາຍ​ທີ່​ສຸດ

ພະ​ເຢໂຫວາ​ເປັນ “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ” ແລະ​ພະອົງ​ຕ້ອງການ​ໃຫ້​ຜູ້​ຮັບໃຊ້​ຂອງ​ພະອົງ​ມີ​ຄວາມ​ສຸກ. (1 ຕີໂມເຕ 1:11) ຄວາມ​ຈິງ​ກ່ຽວ​ກັບ​ເລື່ອງ​ນີ້​ສະແດງ​ໃຫ້​ເຫັນ​ໃນ​ຂໍ້​ພະ​ຄຳພີ​ຕ່າງໆຕໍ່​ໄປ​ນີ້:

  • “ຄົນ​ທີ່​ຈິດ​ໃຈ​ເປັນ​ສຸກ​ກໍ​ຊື່ນ​ໃຈ​ໄປ​ເລື້ອຍໆ.”—ສຸພາສິດ 15:15, ທ.ປ.

  • “ຂ້ອຍ​ໄດ້​ຮູ້ຈັກ​ວ່າ​ບໍ່​ມີ​ສິ່ງ​ຫນຶ່ງ​ສິ່ງ​ໃດ​ອັນ​ດີ​ສຳລັບ​ເຂົາ ເທົ່າ​ເວັ້ນ​ໄວ້​ແຕ່​ຊົມຊື່ນ​ຍິນດີ​ແລະ​ແຕ່​ເຮັດ​ການ​ດີ​ແກ່​ຕົວ​ເອງ​ຈົນ​ສິ້ນ​ຊີວິດ ອີກ​ໃຫ້​ຄົນ​ທຸກ​ຄົນ​ກິນ​ແລະ​ດື່ມ​ແລະ​ຊົມຊື່ນ​ຍິນດີ​ໃນ​ຄວາມ​ສຳບາຍ​ໃນ​ການ​ງານ​ທັງ​ສິ້ນ​ແຫ່ງ​ຕົນ. ອັນ​ນີ້​ແມ່ນ​ຂອງ​ປະທານ​ມາ​ແຕ່​ພະເຈົ້າ.”—ຜູ້ເທສະໜາປ່າວປະກາດ 3:12, 13.

  • “ຄົນ​ໃຈ​ກວ້າງ​ກໍ​ແນະນຳ​ແຕ່​ສິ່ງ​ທີ່​ດີ ແລະ​ເພິ່ນ​ຈະ​ຕັ້ງ​ຫມັ້ນຄົງ​ຢູ່​ດ້ວຍ​ສິ່ງ​ທີ່​ດີ.”—ເອຊາອີ 32:8, ແປ​ຈາກ​ສະບັບ​ພາສາ​ອັງກິດ.

  • “ທ່ານ​ທັງ​ຫລາຍ​ທີ່​ເມື່ອຍ​ດ້ວຍ​ການ​ຍາກ​ແລະ​ຖື​ຂອງ​ຫນັກ ຈົ່ງ​ມາ​ຫາ​ເຮົາ​ເຖີ້ນ ແລະ​ເຮົາ [ພະ​ເຍຊູ] ຈະ​ປະທານ​ຄວາມ​ເຊົາ​ເມື່ອຍ​ໃຫ້​ແກ່​ທ່ານ​ທັງ​ຫລາຍ. . . . ເຫດ​ວ່າ​ແອກ​ຂອງ​ເຮົາ​ກໍ​ງ່າຍ​ແລະ​ເຄື່ອງ​ແບກ​ຂອງ​ເຮົາ​ກໍ​ເບົາ.”—ມັດທາຍ 11:28, 30.

  • “ພວກ​ທ່ານ​ຈະ​ຮູ້ຈັກ​ຄວາມ​ຈິງ​ແລະ​ຄວາມ​ຈິງ​ຈະ​ໄຖ່​ທ່ານ​ໃຫ້​ພົ້ນ​ຈາກ​ເປັນ​ທາດ.”—ໂຢຮັນ 8:32.

  • “ທ່ານ​ທຸກ​ຄົນ​ຈົ່ງ​ປະທານ​ໃຫ້​ຕາມ​ທີ່​ໄດ້​ຄຶດ​ຫມາຍ​ໄວ້​ໃນ​ໃຈ ບໍ່​ໃຊ່​ດ້ວຍ​ຄຶດ​ເສຍດາຍ ບໍ່​ໃຊ່​ດ້ວຍ​ຂືນ​ໃຈ​ໃຫ້ ເຫດ​ວ່າ​ພະເຈົ້າ​ຮັກ​ຄົນ​ທີ່​ໃຫ້​ດ້ວຍ​ໃຈ​ຍິນດີ.”—2 ໂກລິນໂທ 9:7.

  • “ຜົນ​ຂອງ​ພະ​ວິນຍານ​ນັ້ນ​ຄື​ຄວາມ​ຮັກ ຄວາມ​ຍິນດີ ສັນຕິສຸກ . . . ຄວາມ​ກະລຸນາ ຄວາມ​ດີ.”—ຄາລາຊີ 5:22, ລ.ມ.

  • “ຫມາກ​ຂອງ​ແຈ້ງ​ນັ້ນ​ເປັນ​ຄວາມ​ດີ ແລະ​ຄວາມ​ຊອບທຳ ແລະ​ຄວາມ​ຈິງ​ທຸກ​ຢ່າງ.”—ເອເຟດ 5:9.

24 ພະຍານ​ພະ​ເຢໂຫວາ​ບາງ​ຄົນ​ປະສົບ​ຜົນ​ສຳເລັດ​ເປັນ​ຢ່າງ​ດີ​ໃນ​ການ​ອະທິບາຍ​ກັບ​ຜູ້​ສອບ​ຖາມ​ທີ່​ຈິງ​ໃຈ​ກ່ຽວ​ກັບ​ຈຸດ​ຕ່າງໆໃນ​ບົດ​ທີ 16 ຂອງ​ປຶ້ມ​ຄຳພີ​ໄບເບິນ​ສອນ​ແນວ​ໃດ​ແທ້ໆ?h ຂໍ​ໃຫ້​ຈື່​ວ່າ​ເປົ້າ​ຫມາຍ​ຂອງ​ເຮົາ​ແມ່ນ​ເພື່ອ​ດຶງ​ດູດ​ໃຈ​ບຸກຄົນ​ນັ້ນ​ໃຫ້​ເຂົ້າ​ມາ​ສູ່​ການ​ນະມັດສະການ​ແທ້ ບໍ່​ແມ່ນ​ເພື່ອ​ພິສູດ​ວ່າ​ລາວ​ເປັນ​ຝ່າຍ​ຜິດ. ດັ່ງ​ນັ້ນ ຈົ່ງ​ສະແດງ​ຄວາມ​ນັບຖື ຮັກສາ​ອາລົມ​ອ່ອນ​ໂຍນ​ໄວ້ ແລະ “ໃຫ້​ຖ້ອຍຄຳ​ຂອງ​ທ່ານ​ທັງ​ຫລາຍ​ອອກ​ເລື້ອຍ​ດ້ວຍ​ພະ​ຄຸນ ເຄັມ [“ປຸງ”, ລ.ມ.] ດ້ວຍ​ເກືອ.”—ໂກໂລດ 4:6.

25, 26. ພໍ່​ແມ່​ຈະ​ຊ່ວຍ​ລູກ​ແນວ​ໃດ​ໃຫ້​ພັດທະນາ​ຄວາມ​ເຊື່ອ​ແລະ​ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ?

25 ໃນ​ຖານະ​ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ ເຮົາ​ເປັນ​ຄົນ​ທີ່​ຮອບ​ຮູ້. ເຮົາ​ຮູ້​ເຫດຜົນ​ທີ່​ເຮົາ​ເຊື່ອ​ແລະ​ປະຕິບັດ​ບາງ​ສິ່ງ ແລະ​ລະ​ເວັ້ນ​ຈາກ​ບາງ​ສິ່ງ. (ເຫບເລີ 5:14) ດັ່ງ​ນັ້ນ ຜູ້​ເປັນ​ພໍ່​ແມ່​ຈົ່ງ​ສອນ​ລູກ​ໃຫ້​ຫາ​ເຫດຜົນ​ໂດຍ​ອາໄສ​ຫລັກ​ການ​ໃນ​ຄຳພີ​ໄບເບິນ. ໂດຍ​ການ​ເຮັດ​ເຊັ່ນ​ນັ້ນ ເຈົ້າ​ເສີມ​ສ້າງ​ຄວາມ​ເຊື່ອ​ຂອງ​ລູກ ທັງ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຕອບ​ຕາມ​ຫລັກ​ການ​ໃນ​ພະ​ຄຳພີ​ແກ່​ຜູ້​ທີ່​ຖາມ​ກ່ຽວ​ກັບ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ ແລະ​ເຈົ້າ​ເຮັດ​ໃຫ້​ລູກ​ຫມັ້ນ​ໃຈ​ໃນ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ.—ເອຊາອີ 48:17, 18; 1 ເປໂຕ 3:15.

26 ທຸກ​ຄົນ​ທີ່​ນະມັດສະການ​ພະ​ເຢໂຫວາ​ດ້ວຍ ‘ວິນຍານ​ແລະ​ຄວາມ​ຈິງ​’ ບໍ່​ພຽງ​ແຕ່​ຫລີກ​ລ່ຽງ​ການ​ສະຫລອງ​ທີ່​ບໍ່​ເປັນ​ໄປ​ຕາມ​ຫລັກ​ການ​ໃນ​ພະ​ຄຳພີ​ເທົ່າ​ນັ້ນ ແຕ່​ພະຍາຍາມ​ຈະ​ເປັນ​ຄົນ​ສັດ​ຊື່​ໃນ​ທຸກ​ແງ່​ມຸມ​ຂອງ​ຊີວິດ​ນຳ​ອີກ. ໃນ​ທຸກ​ມື້​ນີ້ ຫລາຍ​ຄົນ​ເຊື່ອ​ວ່າ​ຄວາມ​ສັດ​ຊື່​ໃຊ້​ບໍ່​ໄດ້​ຜົນ. ແຕ່​ດັ່ງ​ທີ່​ເຮົາ​ຈະ​ເຫັນ​ໃນ​ບົດ​ຕໍ່​ໄປ ແນວ​ທາງ​ຂອງ​ພະເຈົ້າ​ດີ​ທີ່​ສຸດ​ສະເຫມີ.

a ຂໍ​ໃຫ້​ເບິ່ງ​ຂອບ “ຂ້ອຍ​ຄວນ​ເຂົ້າ​ຮ່ວມ​ການ​ສະຫລອງ​ບຸນ​ບໍ?”. ວັນ​ແລະ​ການ​ສະຫລອງ​ບາງ​ຢ່າງ​ທີ່​ຖື​ວ່າ “ສັກສິດ” ມີ​ລາຍການ​ບອກ​ໄວ້​ໃນ​ດັດຊະນີ​ຫນັງສື​ຂອງ​ວັອດທາວເວີ (ພາສາ​ອັງກິດ) ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ.

b ໂດຍ​ອີງ​ຕາມ​ການ​ຄິດ​ໄລ່​ລຳດັບ​ເວລາ​ໃນ​ຄຳພີ​ໄບເບິນ​ແລະ​ປະຫວັດສາດ​ໂລກ ເປັນ​ໄປ​ໄດ້​ວ່າ​ພະ​ເຍຊູ​ເກີດ​ໃນ​ປີ 2 ກ່ອນ ສ.ສ. ໃນ​ເດືອນ​ເອທານີມ​ຕາມ​ປະຕິທິນ​ຢິວ ເຊິ່ງ​ກົງ​ກັບ​ເດືອນ​ກັນ​ຍາ​–​ຕຸລາ​ຕາມ​ປະຕິທິນ​ໃນ​ປັດຈຸບັນ​ຂອງ​ເຮົາ.—ເບິ່ງ​ປຶ້ມ​ການ​ຢັ່ງ​ເຫັນ​ເຂົ້າ​ໃຈ​ພະ​ຄຳພີ (ພາສາ​ອັງກິດ) ຫົວ​ທີ 2 ຫນ້າ 56-57 ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ.

c ເບິ່ງ​ຂອບ “ວັນ ‘ສັກສິດ​’ ແລະ​ລັດທິ​ຊາຕານ”.

d ພະບັນຍັດ​ກຳນົດ​ວ່າ​ຫລັງ​ຈາກ​ເກີດ​ລູກ ຜູ້​ຍິງ​ຕ້ອງ​ຖວາຍ​ເຄື່ອງ​ບູຊາ​ໄຖ່​ບາບ​ແກ່​ພະເຈົ້າ. (ພວກເລວີ 12:1-8) ຂໍ້​ຮຽກ​ຮ້ອງ​ຕາມ​ກົດຫມາຍ​ນີ້​ເປັນ​ການ​ຢ້ຳ​ເຕືອນ​ວ່າ​ມະນຸດ​ຖ່າຍ​ທອດ​ບາບ​ໄປ​ໃຫ້​ລູກ​ຫລານ​ຂອງ​ຕົນ ແລະ​ຊ່ວຍ​ຊາວ​ອິດສະລາແອນ​ໃຫ້​ມີ​ທັດສະນະ​ທີ່​ສົມດຸນ​ກ່ຽວ​ກັບ​ການ​ກຳເນີດ​ລູກ​ແລະ​ອາດ​ຢັບຍັ້ງ​ພວກ​ເຂົາ​ບໍ່​ໃຫ້​ຮັບ​ເອົາ​ທຳນຽມ​ການ​ສະຫລອງ​ວັນ​ເກີດ​ຂອງ​ພວກ​ນອກ​ຮີດ.—ຄຳເພງ 51:5.

e ອີສະເຕີ​ຍັງ​ແມ່ນ​ເທບ​ທິດາ​ຂອງ​ການ​​ຈະເລີນ​ພັນ. ອີງ​ຕາມ​ປຶ້ມ​ກ່ຽວ​ກັບ​ເທບ​ນິຍາຍ (The Dictionary of Mythology) ກ່າວ​ວ່າ “ເທບ​ທິດາ​ອົງ​ນີ້​ເປັນ​ເຈົ້າ​ຂອງ​ກະຕ່າຍ​ປ່າ​ທີ່​ຢູ່​ໃນ​ດວງ​ເດືອນ ເຊິ່ງ​ມັນ​ມັກ​ໄຂ່ ແລະ​ບາງ​ຄັ້ງ​ມີ​ການ​ພັນລະນາ​ຫົວ​ຂອງ​ເທບ​ທິດາ​ອົງ​ນີ້​ວ່າ​ເປັນ​ຫົວ​ກະຕ່າຍ​ປ່າ.”

f ກ່ຽວ​ກັບ​ງານ​ແຕ່ງ​ດອງ​ແລະ​ງານ​ສັງ​ສັນ ຂໍ​ໃຫ້​ເບິ່ງ​ບົດ​ຄວາມ​ສາມ​ເລື່ອງ​ໃນ​ຫໍສັງເກດການ ສະບັບ​ວັນ​ທີ 15 ເດືອນ​ຕຸລາ ປີ 2006 ຫນ້າ 18-23, 24-27, ແລະ 28-31 (ພາສາ​ໄທ).

g ຂໍ​ໃຫ້​ເບິ່ງ​ຫໍສັງເກດການ ສະບັບ​ວັນ​ທີ 15 ເດືອນ​ກຸມພາ ປີ 2007 ຫນ້າ 30-31 (ພາສາ​ໄທ).

h ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ.

ຕັດສິນ​ໃຈ​ຢ່າງ​ສະຫລາດ​ສຸຂຸມ

ບາງ​ຄັ້ງ ອາດ​ເກີດ​ສະຖານະການ​ທີ່​ທົດ​ສອບ​ຄວາມ​ຮັກ​ເຊິ່ງ​ເຮົາ​ມີ​ຕໍ່​ພະ​ເຢໂຫວາ​ແລະ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ກ່ຽວ​ກັບ​ວິທີ​ນຳ​ເອົາ​ຫລັກ​ການ​ຕ່າງໆໃນ​ຄຳພີ​ໄບເບິນ​ໄປ​ໃຊ້. ຕົວຢ່າງ​ເຊັ່ນ ຄູ່​ສົມລົດ​ຂອງ​ຄລິດສະຕຽນ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ອາດ​ຊວນ​ຜົວ​ຫລື​ເມຍ​ທີ່​ມີ​ຄວາມ​ເຊື່ອ​ໃຫ້​ໄປ​ກິນ​ເຂົ້າ​ກັບ​ພີ່​ນ້ອງ​ໃນ​ວັນ​ບຸນ​ຝ່າຍ​ໂລກ. ຄລິດສະຕຽນ​ບາງ​ຄົນ​ອາດ​ຍອມ​ຮັບ​ຄຳ​ຊວນ​ໂດຍ​ຮັກສາ​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ດີ​ໄວ້ ບາງ​ຄົນ​ອາດ​ບໍ່​ຍອມ​ຮັບ​ຄຳ​ຊວນ​ນັ້ນ. ຖ້າ​ຄລິດສະຕຽນ​ຍອມ​ຮັບ​ຄຳ​ຊວນ​ແບບ​ນັ້ນ ລາວ​ຄວນ​ປະຕິບັດ​ຕົວ​ໃນ​ແບບ​ທີ່​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ​ລາວ​ບໍ່​ໄດ້​ສະຫລອງ​ວັນ​ບຸນ​ເທສະການ​ນັ້ນ​ແລະ​ການ​ທີ່​ລາວ​ໄປ​ກໍ​ເພື່ອ​ກິນ​ເຂົ້າ​ນຳ​ກັນ​ກັບ​ພີ່​ນ້ອງ​ເທົ່າ​ນັ້ນ.

ຄົງ​ຈະ​ເປັນ​ການ​ສະຫລາດ​ສຸຂຸມ​ທີ່​ຄລິດສະຕຽນ​ຈະ​ເວົ້າ​ດ້ວຍ​ຄວາມ​ນັບຖື​ກັບ​ຄູ່​ສົມລົດ​ກ່ອນ​ຈະ​ໄປ​ກິນ​ເຂົ້າ​ກັບ​ຍາດ​ພີ່​ນ້ອງ ໂດຍ​ຊີ້​ແຈງ​ວ່າ​ອາດ​ເກີດ​ຄວາມ​ອຶດ​ອັດ​ໃຈ​ຖ້າ​ຫາກ​ວ່າ​ຍາດ​ພີ່​ນ້ອງ​ມີ​ສ່ວນ​ຮ່ວມ​ໃນ​ກິດຈະກຳ​ຂອງ​ບຸນ​ນັ້ນ ແຕ່​ພະຍານ​ພະ​ເຢໂຫວາ​ປະຕິເສດ​ທີ່​ຈະ​ມີ​ສ່ວນ​ຮ່ວມ​ນຳ. ຝ່າຍ​ຄູ່​ສົມລົດ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ອາດ​ຕັດສິນ​ໃຈ​ທີ່​ຈະ​ໄປ​ຢາມ​ຍາດ​ພີ່​ນ້ອງ​ໃນ​ມື້​ໃຫມ່.—1 ເປໂຕ 3:15.

ຫລັງ​ຈາກ​ທີ່​ໄດ້​ຍິນ​ຄຳ​ຊີ້​ແຈງ​ຂອງ​ເມຍ ຈະ​ເຮັດ​ແນວ​ໃດ​ຖ້າ​ຜົວ​ຍັງ​ຢືນຢັນ​ໃຫ້​ເມຍ​ໄປ​ກັບ​ລາວ? ເມຍ​ອາດ​ລົງ​ຄວາມ​ເຫັນ​ວ່າ ໃນ​ຖານະ​ເປັນ​ປະມຸກ​ຂອງ​ຄອບຄົວ ຜົວ​ມີ​ຫນ້າທີ່​ຮັບ​ຜິດ​ຊອບ​ໃນ​ການ​ຈັດ​ຫາ​ອາຫານ​ສຳລັບ​ຄອບຄົວ. (ໂກໂລດ 3:18) ໃນ​ກໍລະນີ​ນີ້ ລາວ​ຈັດ​ໃຫ້​ຄອບຄົວ​ກິນ​ເຂົ້າ​ຢູ່​ເຮືອນ​ພີ່​ນ້ອງ​ຂອງ​ລາວ. ເມຍ​ອາດ​ເຖິງ​ກັບ​ສາມາດ​ໃຫ້​ຄຳ​ພະຍານ​ທີ່​ດີ​ໃນ​ໂອກາດ​ນັ້ນ. ອາຫານ​ບໍ່​ໄດ້​ເປັນ​ມົນທິນ​ເນື່ອງ​ຈາກ​ກິນ​ໃນ​ວັນ​ບຸນ​ທາງ​ໂລກ. (1 ໂກລິນໂທ 8:8) ຄລິດສະຕຽນ​ອາດ​ເບິ່ງ​ວ່າ​ນັ້ນ​ເປັນ​ການ​ກິນ​ເຂົ້າ​ທຳມະດາ​ຄາບ​ຫນຶ່ງ ແລະ​ບໍ່​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ກ່າວ​ຄຳ​ທັກທາຍ​ໃດໆຂອງ​ບຸນ​ນັ້ນ ການ​ຮ້ອງ​ເພງ ການ​ດື່ມ​ອວຍ​ພອນ ແລະ​ອື່ນໆ.

ປັດໄຈ​ຫນຶ່ງ​ທີ່​ຄວນ​ພິຈາລະນາ​ກໍ​ຄື ການ​ກິນ​ເຂົ້າ​ນຳ​ກັນ​ໃນ​ໂອກາດ​ດັ່ງ​ກ່າວ​ອາດ​ມີ​ຜົນ​ກະທົບ​ແນວ​ໃດ​ຕໍ່​ຄົນ​ອື່ນ. ເມຍ​ທີ່​ເປັນ​ຄລິດສະຕຽນ​ຄວນ​ຄຳນຶງ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ທີ່​ຄົນ​ອື່ນ​ອາດ​ສະດຸດ​ຖ້າ​ຮູ້​ວ່າ​ລາວ​ໄປ​ຢາມ​ຍາດ​ພີ່​ນ້ອງ​ທີ່​ເປັນ​ຊາວ​ໂລກ​ໃນ​ວັນ​ນັ້ນ.—1 ໂກລິນໂທ 8:9; 10:23, 24.

ນອກ​ຈາກ​ນັ້ນ ຄອບຄົວ​ຈະ​ກົດ​ດັນ​ເມຍ​ທີ່​ເປັນ​ຄລິດສະຕຽນ​ໃຫ້​ຍອມ​ອ່ອນ​ຂໍ້​ບໍ? ການ​ຢ້ານ​ຈະ​ເສຍ​ຫນ້າ​ອາດ​ມີ​ອິດທິພົນ​ຫລາຍ! ດັ່ງ​ນັ້ນ ສຳຄັນ​ທີ່​ຈະ​ຄິດ​ຕຶກຕອງ​ກ່ຽວ​ກັບ​ເລື່ອງ​ນີ້​ລ່ວງ​ຫນ້າ ໂດຍ​ຄຳນຶງ​ເຖິງ​ປັດໄຈ​ທັງ​ຫມົດ​ທີ່​ໄດ້​ກ່າວ​ມາ​ນັ້ນ ແນ່ນອນ​ຕ້ອງ​ຄຳນຶງ​ເຖິງ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ຕົນ​ເອງ​ດ້ວຍ.—ກິດຈະການ 24:16.

ຂ້ອຍ​ຄວນ​ຮັບ​ເງິນ​ບຳເຫນັດ​ຍາມ​ບຸນ​ຄລິດສະມາດ​ບໍ?

ຍາມ​ບຸນ​ຄລິດສະມາດ ນາຍ​ຈ້າງ​ຂອງ​ຄລິດສະຕຽນ​ອາດ​ຈະ​ສະເຫນີ​ຂອງ​ຂວັນ​ຫລື​ເງິນ​ບຳເຫນັດ​ໃຫ້. ຄລິດສະຕຽນ​ຄວນ​ປະຕິເສດ​ຂອງ​ຂວັນ​ດັ່ງ​ກ່າວ​ບໍ? ບໍ່​ຈຳເປັນ​ໃນ​ທຸກ​ກໍລະນີ. ນາຍ​ຈ້າງ​ອາດ​ບໍ່​ໄດ້​ຄິດ​ພໍ້​ຊ້ຳ​ວ່າ​ຄົນ​ທີ່​ຮັບ​ເງິນ​ບຳເຫນັດ​ນັ້ນ​ສະຫລອງ​ບຸນ​ຄລິດສະມາດ. ນາຍ​ຈ້າງ​ອາດ​ພຽງ​ແຕ່​ໃຫ້​ສ່ວນ​ແບ່ງ​ຈາກ​ກຳໄລ​ຂອງ​ບໍລິສັດ​ແກ່​ພະນັກງານ​ຫມົດ​ທຸກ​ຄົນ. ຫລື​ເງິນ​ບຳເຫນັດ​ອາດ​ເປັນ​ຫລັກຖານ​ສະແດງ​ວ່າ​ລາວ​ຮູ້ສຶກ​ຂອບໃຈ​ລູກ​ຈ້າງ​ທີ່​ໄດ້​ເຮັດ​ວຽກ​ມາ​ຕະຫລອດ​ປີ ອີກ​ທັງ​ໃຫ້​ກຳລັງ​ໃຈ​ລູກ​ຈ້າງ​ເພື່ອ​ເຮັດ​ວຽກ​ໃຫ້​ດີ​ຕໍ່ໆໄປ. ນາຍ​ຈ້າງ​ອາດ​ໃຫ້​ຂອງ​ຂວັນ​ແກ່​ພະນັກງານ​ຫມົດ​ທຸກ​ຄົນ ບໍ່​ວ່າ​ເປັນ​ຄົນ​ຢິວ ຄົນ​ມຸດສະລິມ ຫລື​ຄົນ​ທີ່​ນັບຖື​ສາສະໜາ​ອື່ນ ໂດຍ​ບໍ່​ໄດ້​ຄຳນຶງ​ວ່າ​ເຂົາ​ເຈົ້າ​ສະຫລອງ​ບຸນ​ຄລິດສະມາດ​ຫລື​ບໍ່. ດັງ​ນັ້ນ ພຽງ​ແຕ່​ການ​ໃຫ້​ຂອງ​ຂວັນ​ໃນ​ຍາມ​ບຸນ​ຫລື​ຍ້ອນ​ຊື່​ຂອງ​ບຸນ ກໍ​ບໍ່​ໄດ້​ຫມາຍ​ຄວາມ​ວ່າ​ພະຍານ​ພະ​ເຢໂຫວາ​ຈະ​ຮັບ​ເອົາ​ຂອງ​ຂວັນ​ນັ້ນ​ບໍ່​ໄດ້.

ເຖິງ​ວ່າ​ການ​ໃຫ້​ຂອງ​ຂວັນ​ນັ້ນ​ແມ່ນ​ຍ້ອນ​ວັນ​ບຸນ​ທາງ​ສາສະໜາ ກໍ​ບໍ່​ໄດ້​ຫມາຍ​ຄວາມ​ວ່າ​ຜູ້​ຮັບ​ມີ​ທັດສະນະ​ທາງ​ສາສະໜາ​ແບບ​ດຽວ​ກັນ​ກັບ​ຜູ້​ໃຫ້. ເພື່ອນ​ຮ່ວມ​ງານ​ຫລື​ຍາດ​ພີ່​ນ້ອງ​ອາດ​ບອກ​ຜູ້​ເປັນ​ພະຍານ​ວ່າ “ຂ້ອຍ​ຮູ້​ວ່າ​ເຈົ້າ​ບໍ່​ສະຫລອງ​ບຸນ​ນີ້ ແຕ່​ຂ້ອຍ​ຢາກ​ໃຫ້​ເຈົ້າ​ຮັບ​ເອົາ​ຂອງ​ຂວັນ​ນີ້​ຈາກ​ຂ້ອຍ.” ຖ້າ​ເລື່ອງ​ນີ້​ບໍ່​ລົບກວນ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ຄລິດສະຕຽນ ລາວ​ກໍ​ອາດ​ເລືອກ​ທີ່​ຈະ​ຮັບ​ຂອງ​ຂວັນ​ນັ້ນ​ແລະ​ກ່າວ​ຄຳ​ຂອບໃຈ​ໂດຍ​ບໍ່​ຕ້ອງ​ເວົ້າ​ເຖິງ​ວັນ​ບຸນ. (ກິດຈະການ 23:1) ບາງ​ທີ​ເມື່ອ​ມີ​ໂອກາດ​ເຫມາະ​ສົມ ຄລິດສະຕຽນ​ອາດ​ອະທິບາຍ​ຈຸດ​ຢືນ​ຂອງ​ຕົນ​ແບບ​ຜ່ອນ​ສັ້ນ​ຜ່ອນ​ຍາວ ໂດຍ​ບໍ່​ເຮັດ​ໃຫ້​ຜູ້​ທີ່​ໃຫ້​ຂອງ​ຂວັນ​ເກີດ​ຄວາມ​ຂຸ່ນ​ເຄືອງ.

ແນວ​ໃດ​ກໍ​ຕາມ ຈະ​ວ່າ​ແນວ​ໃດ​ຖ້າ​ຄົນ​ທີ່​ໃຫ້​ຂອງ​ຂວັນ​ມີ​ເຈຕະນາ​ຊັດເຈນ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ຄລິດສະຕຽນ​ບໍ່​ຫມັ້ນຄົງ​ໃນ​ຄວາມ​ເຊື່ອ​ຫລື​ຍອມ​ອ່ອນ​ຂໍ້​ເພື່ອ​ເຫັນ​ແກ່​ຜົນ​ປະໂຫຍດ​ທາງ​ວັດຖຸ? ຖ້າ​ເປັນ​ແນວ​ນັ້ນ ດີ​ທີ່​ສຸດ​ທີ່​ຈະ​ປະຕິເສດ​ຂອງ​ຂວັນ​ນັ້ນ. ແນ່ນອນ ເຮົາ​ຕ້ອງການ​ຖວາຍ​ຄວາມ​ເຫລື້ອມໃສ​ໂດຍ​ສະເພາະ​ແກ່​ພະ​ເຢໂຫວາ​ພະເຈົ້າ.—ມັດທາຍ 4:8-10.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌