ບົດທີ 7
ຂ້ອຍພ້ອມແລ້ວບໍທີ່ຈະຍ້າຍອອກຈາກເຮືອນ?
“ບາງຄັ້ງຂ້ອຍຮູ້ສຶກວ່າຄົນອື່ນເບິ່ງຂ້ອຍແບບດູຖູກເພາະວ່າຂ້ອຍອາຍຸ 19 ປີແລ້ວແລະຍັງຢູ່ເຮືອນນຳພໍ່ແມ່ ຄ້າຍຄືກັບວ່າຂ້ອຍຈະບໍ່ເປັນຜູ້ໃຫຍ່ຖ້າຂ້ອຍບໍ່ຍ້າຍອອກໄປຢູ່ດ້ວຍຕົວເອງ.”—ນາງ ແຄັດຕີ.
“ຂ້ອຍອາຍຸເກືອບຮອດ 20 ປີແລ້ວ ຂ້ອຍບໍ່ມັກທີ່ວ່າຂ້ອຍບໍ່ມີສິດມີສຽງໃນການຄວບຄຸມຊີວິດຂອງຕົນເອງ. ຂ້ອຍເຄີຍຄິດທີ່ຈະຍ້າຍອອກຈາກເຮືອນໄປຢູ່ດ້ວຍຕົວເອງ.”—ນາງ ຟີໂອນາ.
ເປັນເວລາດົນນານກ່ອນທີ່ເຈົ້າພ້ອມຈະຍ້າຍອອກຈາກເຮືອນ ເຈົ້າອາດເລີ່ມຄິດຢາກເປັນຕົວຂອງຕົວເອງ. ນັ້ນເປັນເລື່ອງປົກກະຕິ. ດັ່ງທີ່ພິຈາລະນາໃນບົດທີ 3 ຈຸດປະສົງດັ້ງເດີມຂອງພະເຈົ້າຄືໃຫ້ຄົນໜຸ່ມສາວເຕີບໃຫຍ່ແລະໃນທີ່ສຸດກໍແຍກອອກຈາກພໍ່ແມ່ໄປສ້າງຄອບຄົວຂອງຕົນເອງ. (ຕົ້ນເດີມ 2:23, 24; ມາລະໂກ 10:7, 8) ແຕ່ຈະຮູ້ໄດ້ແນວໃດວ່າເມື່ອໃດແທ້ໆທີ່ເຈົ້າພ້ອມແລ້ວຈະຍ້າຍອອກຈາກເຮືອນ? ຂໍພິຈາລະນາຄຳຖາມສຳຄັນສາມຂໍ້ທີ່ເຈົ້າຕ້ອງຕອບ. ຂໍ້ທຳອິດແມ່ນ . . .
ອັນໃດເປັນແຮງຈູງໃຈ?
ຂໍໃຫ້ເບິ່ງລາຍການທາງລຸ່ມນີ້. ໃຫ້ໝາຍຕົວເລກຕາມລຳດັບຄວາມສຳຄັນວ່າຍ້ອນເຫດຜົນຫຍັງເຈົ້າຈຶ່ງຢາກຍ້າຍອອກຈາກເຮືອນ.
․․․․․ ໜີຈາກບັນຫາຕ່າງໆຢູ່ເຮືອນ
․․․․․ ມີອິດສະຫຼະພາບຫຼາຍຂຶ້ນ
․․․․․ ມີຖານະທີ່ດີຂຶ້ນໃນສາຍຕາຂອງໝູ່ເພື່ອນ
․․․․․ ຊ່ວຍໝູ່ທີ່ຢາກໄດ້ຄົນມາຊ່ວຍກັນຈ່າຍຄ່າບ່ອນພັກນຳ
․․․․․ ຊ່ວຍວຽກອາສາສະໝັກໃນບ່ອນອື່ນ
․․․․․ ໄດ້ປະສົບການຫຼາຍຂຶ້ນ
․․․․․ ຫລຸດຜ່ອນພາລະທາງດ້ານການເງິນຂອງພໍ່ແມ່
․․․․․ ອື່ນໆ ․․․․․
ເຫດຜົນຕ່າງໆທີ່ກ່າວໄວ້ຂ້າງເທິງນັ້ນບໍ່ມີຂໍ້ໃດບໍ່ດີສະເໝີໄປ. ຄຳຖາມກໍຄືວ່າ ອັນໃດແມ່ນແຮງຈູງໃຈຂອງເຈົ້າ? ຕົວຢ່າງເຊັ່ນ ຖ້າເຈົ້າຢາກຍ້າຍອອກຈາກເຮືອນພຽງເພື່ອຫຼີກໜີຂໍ້ຈຳກັດຕ່າງໆ ເຈົ້າອາດເຖິງຂັ້ນຕົກຕະລຶງ!
ນາງດານຽວ ເຊິ່ງຍ້າຍອອກຈາກເຮືອນໄລຍະໜຶ່ງຕອນອາຍຸ 20 ປີ ໄດ້ຮຽນຮູ້ຫຼາຍຢ່າງຈາກປະສົບການນັ້ນ. ລາວເລົ່າວ່າ: “ພວກເຮົາທຸກຄົນຕ້ອງອົດທົນກັບຂໍ້ຈຳກັດບາງຢ່າງ. ເມື່ອອອກໄປຢູ່ດ້ວຍຕົວເອງ ຕາຕະລາງເຮັດວຽກຫຼືການຂາດເຂີນທາງດ້ານການເງິນຍ່ອມເປັນຕົວກຳນົດໃນສິ່ງທີ່ເຈົ້າສາມາດເຮັດໄດ້.” ນາງຄາເມັນ ເຊິ່ງຍ້າຍໄປຢູ່ຕ່າງປະເທດເປັນເວລາຫົກເດືອນເວົ້າວ່າ: “ຂ້ອຍມັກປະສົບການຄັ້ງນັ້ນຫຼາຍ ແຕ່ຮູ້ສຶກຕະຫຼອດວ່າຕົວເອງບໍ່ມີເວລາຫວ່າງເລີຍ! ຂ້ອຍຕ້ອງເຮັດວຽກເຮືອນຕາມປົກກະຕິເຊັ່ນ ອະນາໄມບ່ອນຢູ່ ແປງສິ່ງຕ່າງໆທີ່ເພ ຫຼົກຫຍ້າ ຊັກເຄື່ອງນຸ່ງ ຖູພື້ນ ແລະວຽກອື່ນໆອີກ.”
ຢ່າຍອມໃຫ້ຄົນອື່ນຂຸ້ນຂ້ຽວເລັ່ງເຈົ້າໃຫ້ຕັດສິນໃຈ. (ສຸພາສິດ 29:20) ເຖິງແມ່ນວ່າມີເຫດຜົນພຽງພໍທີ່ຈະຍ້າຍອອກຈາກເຮືອນ ແຕ່ການມີຄວາມຕັ້ງໃຈທີ່ດີກໍຍັງບໍ່ພຽງພໍ. ເຈົ້າຕ້ອງມີທັກສະຕ່າງໆເພື່ອຈະເອົາຕົວລອດໄດ້ ເຊິ່ງຈະນຳໄປສູ່ຄຳຖາມຂໍ້ທີສອງ . . .
ຂ້ອຍພ້ອມແລ້ວບໍ?
ການຍ້າຍອອກໄປຢູ່ດ້ວຍຕົວເອງເປັນຄືກັບການຍ່າງໃນປ່າ. ເຈົ້າຈະຍ່າງທ່ຽວໃນປ່າໂດຍບໍ່ຮູ້ຈັກຕັ້ງເຕັ້ນ ດັງໄຟ ແຕ່ງກິນ ແລະອ່ານແຜນທີ່ບໍ່ເປັນບໍ? ຄົງຈະບໍ່ເປັນແບບນັ້ນ! ແນວໃດກໍຕາມ ໜຸ່ມສາວຫຼາຍຄົນໄດ້ຍ້າຍອອກຈາກເຮືອນທັ່ງໆທີ່ເກືອບບໍ່ມີທັກສະທີ່ຈຳເປັນໃນການເບິ່ງແຍງເຮືອນຊານ.
ກະສັດຊາໂລໂມນຜູ້ສະຫຼາດຫຼັກແຫຼມກ່າວວ່າ: “ຄົນຮູ້ກໍຄອຍລະວັງບາດຕີນແຫ່ງຕົນ.” (ສຸພາສິດ 14:15) ເພື່ອຊ່ວຍເຈົ້າໃນການຕັດສິນໃຈວ່າພ້ອມແລ້ວຫຼືບໍ່ທີ່ຈະຍ້າຍອອກໄປຢູ່ດ້ວຍຕົວເອງ ຂໍໃຫ້ພິຈາລະນາຫົວຂໍ້ຕ່າງໆຕໍ່ໄປນີ້. ໃຫ້ໝາຍ ✔ ທາງຂ້າງຫົວຂໍ້ຂອງທັກສະທີ່ເຈົ້າມີຢູ່ແລ້ວ ແລະໃຫ້ໝາຍ X ທາງຂ້າງຫົວຂໍ້ຂອງທັກສະທີ່ເຈົ້າຕ້ອງຮຽນຮູ້ຕໍ່ໄປອີກ.
◻ ການບໍລິຫານເງິນ. ນາງເຊຣິນາອາຍຸ 19 ປີ ກ່າວວ່າ: “ຂ້ອຍບໍ່ເຄີຍຈ່າຍຄ່າໃຊ້ຈ່າຍເອງຈັກເທື່ອ. ຂ້ອຍຢ້ານທີ່ຈະຍ້າຍອອກຈາກພໍ່ແມ່ແລະເຮັດງົບປະມານຂອງຕົວເອງ.” ເຈົ້າຈະຮຽນຮູ້ວິທີບໍລິຫານເງິນໄດ້ແນວໃດ?
ສຸພາສິດໃນຄຳພີໄບເບິນຂໍ້ໜຶ່ງກ່າວວ່າ: “ຄົນປັນຍາແລ້ວຈະຟັງເອົາແລະຈະຈຳເລີນຂຶ້ນໃນຄວາມຮູ້.” (ສຸພາສິດ 1:5) ຄັນຊັ້ນ ເປັນຫຍັງບໍ່ຖາມພໍ່ແມ່ເບິ່ງວ່າຈະຕົກເປັນເງິນຫຼາຍປານໃດໃນແຕ່ລະອາທິດສຳລັບຜູ້ດຽວເພື່ອຈ່າຍຄ່າເຊົ່າເຮືອນ ຊື້ເຄື່ອງກິນ ແລະຄ່າຕ່າງໆຖ້າຈະມີລົດຫຼືຄ່າເດີນທາງຢ່າງອື່ນ? ຈາກນັ້ນ ຂໍໃຫ້ພໍ່ແມ່ຊ່ວຍເພື່ອທີ່ຈະຮຽນຮູ້ວິທີບໍລິຫານເງິນແລະຈ່າຍຄ່າໃຊ້ຈ່າຍຕ່າງໆ.a
◻ ທັກສະພາຍໃນເຮືອນ ທ້າວໄບອັນອາຍຸ 17 ປີເວົ້າວ່າ: ສິ່ງທີ່ຂ້ອຍຢ້ານຫຼາຍທີ່ສຸດກ່ຽວກັບການຍ້າຍອອກໄປຈາກພໍ່ແມ່ແມ່ນການຊັກເຄື່ອງນຸ່ງເອງ. ເຈົ້າຈະຮູ້ໄດ້ແນວໃດວ່າເຈົ້າພ້ອມແລ້ວທີ່ຈະເບິ່ງແຍງຕົວເອງ? ທ້າວອາຣອນອາຍຸ 20 ປີ ໃຫ້ຄຳແນະນຳວ່າ: “ລອງພະຍາຍາມໃຊ້ຊີວິດຄືເຈົ້າຢູ່ຕາມລຳພັງຈັກໜຶ່ງອາທິດ. ໃຫ້ແຕ່ງກິນເອງ ໄປຊື້ເອງຢູ່ຮ້ານ ແລະຈ່າຍເງິນທີ່ຫາເອງ. ໃຫ້ນຸ່ງເຄື່ອງທີ່ຊັກແລະຮີດເອງ. ເຮັດວຽກເຮືອນທັງໝົດດ້ວຍຕົວເອງ. ໃຫ້ໄປບ່ອນທີ່ຕ້ອງການໄປດ້ວຍຕົວເອງໂດຍບໍ່ໃຫ້ໃຜໄປຮັບໄປສົ່ງ.” ການເຮັດຕາມຄຳແນະນຳນັ້ນຈະເປັນປະໂຫຍດຕໍ່ເຈົ້າສອງຢ່າງ ນັ້ນຄື (1) ຊ່ວຍໃຫ້ມີທັກສະທີ່ມີຄຸນຄ່າ ແລະ (2) ເພີ່ມຄວາມຮູ້ຄຸນຄ່າຕໍ່ກັບວຽກທີ່ພໍ່ແມ່ເຮັດເພື່ອເຈົ້າ.
◻ ທັກສະທາງສັງຄົມ ເຈົ້າເຂົ້າກັນດີກັບພໍ່ແມ່ແລະອ້າຍເອື້ອຍນ້ອງບໍ? ຖ້າບໍ່ ເຈົ້າອາດຄິດເອົາເອງວ່າຊີວິດຈະງ່າຍກວ່າເມື່ອຍ້າຍເຂົ້າໄປຢູ່ກັບໝູ່. ແຕ່ຂໍໃຫ້ພິຈາລະນາສິ່ງທີ່ນາງອີບຟອາຍຸ 18 ປີ ເວົ້າວ່າ: “ໝູ່ຂ້ອຍສອງຄົນຍ້າຍມາຢູ່ນຳກັນ. ເຂົາເຈົ້າເຄີຍເປັນໝູ່ທີ່ສະໜິດກັນທີ່ສຸດກ່ອນຈະມາເຊົ່າຢູ່ຫ້ອງພັກດຽວກັນ ແຕ່ເຂົາເຈົ້າພັດຢູ່ນຳກັນບໍ່ໄດ້. ຜູ້ໜຶ່ງເປັນລະບຽບ ແຕ່ອີກຜູ້ໜຶ່ງພັດບໍ່ເປັນລະບຽບ. ຜູ້ໜຶ່ງສົນໃຈໃນເລື່ອງພະເຈົ້າ ແຕ່ອີກຜູ້ໜຶ່ງພັດບໍ່ສົນໃຈປານໃດ. ເຂົາເຈົ້າເຂົ້າກັນບໍ່ໄດ້ແທ້ໆ!”
ອັນໃດແມ່ນວິທີແກ້ບັນຫາ? ນາງເອຣິນອາຍຸ 18 ປີ ເວົ້າວ່າ: “ເຈົ້າສາມາດຮຽນຮູ້ຫຼາຍຢ່າງກ່ຽວກັບວິທີເຂົ້າກັບຄົນອື່ນໃນຂະນະທີ່ຍັງຢູ່ເຮືອນນຳພໍ່ແມ່ ເຈົ້າຮຽນຮູ້ວິທີແກ້ບັນຫາຕ່າງໆແລະການຍິນຍອມ. ຂ້ອຍສັງເກດວ່າຜູ້ທີ່ຍ້າຍອອກໄປຈາກເຮືອນເພື່ອຫຼີກລ່ຽງຄວາມຂັດແຍ່ງກັບພໍ່ແມ່ໄດ້ຮຽນຮູ້ວິທີທີ່ຈະແລ່ນໜີຈາກຄວາມຂັດແຍ່ງ ບໍ່ໄດ້ຮຽນຮູ້ການແກ້ໄຂບັນຫາ.”
◻ ກິດຈະວັດສ່ວນຕົວກ່ຽວກັບການນະມັດສະການ ບາງຄົນຍ້າຍອອກຈາກເຮືອນດ້ວຍຄວາມຕັ້ງໃຈຈະປົບໜີຈາກກິດຈະວັດທາງສາສະໜາຂອງພໍ່ແມ່. ສ່ວນຄົນອື່ນໆຕັ້ງໃຈຢ່າງເຕັມທີທີ່ຈະຮັກສາແຜນການໃນການສຶກສາຄຳພີໄບເບິນເປັນສ່ວນຕົວແລະການນະມັດສະການ ແຕ່ໃນບໍ່ຊ້າກໍຄ່ອຍໆເລີ່ມມີນິດໄສທີ່ບໍ່ດີ. ເຈົ້າຈະຫຼີກລ່ຽງບໍ່ໃຫ້ ‘ຄວາມເຊື່ອທີ່ເປັນເໝືອນດັ່ງເຮືອຫຼົ້ມ’ ໄດ້ແນວໃດ?b—1 ຕີໂມເຕ 1:19.
ພະເຢໂຫວາພະເຈົ້າຢາກໃຫ້ເຮົາທຸກຄົນພິສູດໃຫ້ຕົວເອງໃນສິ່ງທີ່ຕົວເອງເຊື່ອ. (ໂລມ 12:1, 2) ໃຫ້ສ້າງກິດຈະວັດທີ່ດີເປັນສ່ວນຕົວໃນການສຶກສາຄຳພີໄບເບິນແລະໃນການນະມັດສະການ ແລ້ວເຮັດຕາມກິດຈະວັດນັ້ນຕໍ່ໄປໆ. ເປັນຫຍັງບໍ່ຂຽນກິດຈະວັດການນະມັດສະການໄວ້ໃນປະຕິທິນແລະໃຫ້ລອງເບິ່ງວ່າເຈົ້າສາມາດເຮັດຕາມໄດ້ບໍເປັນເວລາໜຶ່ງເດືອນໂດຍທີ່ພໍ່ແມ່ບໍ່ຕ້ອງກະຕຸ້ນໃຫ້ເຮັດ?
ສຸດທ້າຍ ຄຳຖາມຂໍ້ທີສາມທີ່ຕ້ອງພິຈາລະນາແມ່ນ . . .
ຂ້ອຍກຳລັງມຸ່ງໜ້າໄປໃສ?
ເຈົ້າຢາກຍ້າຍອອກຈາກເຮືອນເພື່ອຫຼີກໜີຈາກບັນຫາຕ່າງໆບໍ? ຫຼືເພື່ອຫລຸດພົ້ນຈາກສິດອຳນາດຂອງພໍ່ແມ່ບໍ? ຖ້າເປັນເຊັ່ນນັ້ນ ເຈົ້າສົນໃຈແຕ່ຈະຍ້າຍອອກຈາກເຮືອນ ໂດຍບໍ່ໄດ້ສົນໃຈວ່າຈະປະເຊີນກັບສິ່ງໃດແດ່. ການຄິດແບບນັ້ນເປັນຄືກັບການພະຍາຍາມຂັບລົດໃຫຍ່ໂດຍຈ້ອງຕາເບິ່ງແຕ່ກະຈົກເພື່ອເບິ່ງທາງຫຼັງ ມີແຕ່ສົນໃຈສິ່ງທີ່ຢູ່ທາງຫຼັງຈົນບໍ່ເຫັນວ່າມີຫຍັງຢູ່ທາງໜ້າ. ເຮົາໄດ້ບົດຮຽນຫຍັງຈາກເລື່ອງນີ້? ຢ່າໝົກມຸ້ນນຳແຕ່ການຍ້າຍອອກຈາກ ເຮືອນ ແຕ່ໃຫ້ເລັງໃສ່ເປົ້າໝາຍທີ່ມີຄ່າ.
ໜຸ່ມສາວພະຍານພະເຢໂຫວາບາງຄົນໄດ້ຍ້າຍອອກຈາກເຮືອນເພື່ອທີ່ຈະສາມາດປະກາດໃນຂົງເຂດໂດດດ່ຽວພາຍໃນປະເທດຂອງຕົນຫຼືແມ່ນແຕ່ໃນຕ່າງປະເທດ. ສ່ວນບາງຄົນຍ້າຍອອກຈາກເຮືອນເພື່ອໄປຊ່ວຍກໍ່ສ້າງສະຖານທີ່ສຳລັບການນະມັດສະການຫຼືເພື່ອເຮັດວຽກຢູ່ສຳນັກງານສາຂາຂອງພະຍານພະເຢໂຫວາ. ສ່ວນຄົນອື່ນຮູ້ສຶກວ່າຄວນຢູ່ຕາມລຳພັງຈັກໄລຍະໜຶ່ງກ່ອນຈະແຕ່ງດອງ.c
ບໍ່ວ່າເປົ້າໝາຍຂອງເຈົ້າອາດຈະເປັນແນວໃດກໍຕາມ ຂໍໃຫ້ຕັດສິນໃຈຄັກໆ. ສຸພາສິດຂໍ້ໜຶ່ງໃນຄຳພີໄບເບິນກ່າວວ່າ: “ຄວາມຄຶດທັງຫຼາຍຂອງຄົນອຸດສາກໍນຳໄປເຖິງຄວາມບໍລິບູນ ແຕ່ວ່າຄົນທີ່ມີໃຈເບົາທຸກຄົນຈະໄດ້ແຕ່ຄວາມອຶດຢາກ.” (ສຸພາສິດ 21:5) ຂໍໃຫ້ຟັງຄຳແນະນຳຈາກພໍ່ແມ່. (ສຸພາສິດ 23:22) ຂໍໃຫ້ອະທິດຖານກ່ຽວກັບເລື່ອງນີ້. ແລະໃນຂະນະທີ່ເຮັດການຕັດສິນໃຈ ຂໍໃຫ້ຄຳນຶງເຖິງຫຼັກການຕ່າງໆໃນຄຳພີໄບເບິນດັ່ງທີ່ໄດ້ພິຈາລະນາໄປແລ້ວ.
ຄຳຖາມບໍ່ແມ່ນທີ່ວ່າຂ້ອຍພ້ອມແລ້ວບໍທີ່ຈະຍ້າຍອອກຈາກເຮືອນ? ແຕ່ຄວນຖາມວ່າຂ້ອຍພ້ອມແລ້ວບໍທີ່ຈະເບິ່ງແຍງເຮືອນຊານດ້ວຍຕົວເອງ? ຖ້າເຈົ້າຕອບຄຳຖາມຂໍ້ຫຼັງວ່າແມ່ນ ສະນັ້ນເຈົ້າອາດພ້ອມແລ້ວທີ່ຈະຍ້າຍອອກຈາກເຮືອນ.
[ຂໍ້ຄວາມໄຂເງື່ອນ]
a ສຳລັບຂໍ້ມູນເພີ່ມເຕີມຂໍໃຫ້ເບິ່ງໃນບົດທີ 19 ຂອງເຫຼັ້ມທີ 2.
b ສຳລັບຂໍ້ມູນເພີ່ມເຕີມຂໍໃຫ້ເບິ່ງໃນບົດທີ 34 ແລະບົດທີ 35 ຂອງເຫຼັ້ມທີ 2.
c ໃນບາງວັດທະນະທຳເປັນທຳນຽມທີ່ລູກ ໂດຍສະເພາະແລ້ວແມ່ນລູກສາວຕ້ອງຢູ່ເຮືອນນຳພໍ່ແມ່ຈົນກວ່າຈະແຕ່ງດອງ. ຄຳພີໄບເບິນບໍ່ໄດ້ໃຫ້ຄຳແນະນຳທີ່ສະເພາະເຈາະຈົງໃນເລື່ອງນີ້.
ຂໍ້ພະຄຳພີຫຼັກ
“ຜູ້ຊາຍຈະລາພໍ່ແມ່.”—ມັດທາຍ 19:5.
ຄຳແນະນຳ
ໃຫ້ຈ່າຍເງິນໃຫ້ພໍ່ແມ່ໄລຍະໜຶ່ງເປັນຄ່າເຄື່ອງກິນ ຄ່າບ່ອນພັກເຊົ່າ ແລະຄ່າໃຊ້ຈ່າຍອື່ນໆ. ຖ້າບໍ່ສາມາດຫຼືບໍ່ເຕັມໃຈທີ່ຈະຈ່າຍຄ່າໃຊ້ຈ່າຍຕ່າງໆຂອງຕົວເອງໃນຂະນະທີ່ຍັງຢູ່ເຮືອນນຳພໍ່ແມ່ ເຈົ້າກໍຍັງບໍ່ພ້ອມທີ່ຈະຍ້າຍອອກໄປຢູ່ດ້ວຍຕົວເອງ.
ເຈົ້າຮູ້ບໍ . . .?
ຈຸດປະສົງໃນການຍ້າຍອອກໄປຈາກພໍ່ແມ່ສາມາດກະທົບໃສ່ຄວາມຍິນດີຂອງເຈົ້າພາຍຫຼັງທີ່ເຮັດເຊັ່ນນັ້ນ.
ແຜນພາກປະຕິບັດ!
ເປົ້າໝາຍທີ່ຂ້ອຍຢາກເຮັດໃຫ້ສຳເລັດໂດຍການຍ້າຍອອກໄປຈາກພໍ່ແມ່ແມ່ນ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ (ແມ່) ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດວ່າແນວໃດ?
• ເຖິງແມ່ນວ່າຊີວິດພາຍໃນຄອບຄົວຈະຫຍຸ້ງຍາກ ແຕ່ການຢູ່ເຮືອນນຳພໍ່ແມ່ໄລຍະໜຶ່ງສາມາດເປັນປະໂຫຍດຕໍ່ເຈົ້າແນວໃດ?
• ໃນຂະນະທີ່ຍັງຢູ່ເຮືອນນຳພໍ່ແມ່ ເຈົ້າສາມາດເຮັດຫຍັງໄດ້ແດ່ເພື່ອເປັນປະໂຫຍດທັງຕໍ່ຄອບຄົວແລະຊ່ວຍເຈົ້າໃຫ້ກຽມພ້ອມເພື່ອຈະເບິ່ງແຍງເຮືອນຊານຂອງຕົວເອງ?
[ຈຸດເດັ່ນໜ້າ 52]
“ເປັນເລື່ອງທຳມະດາທີ່ຢາກເປັນຕົວຂອງຕົວເອງ. ແຕ່ຖ້າແຮງຈູງໃຈໃນການຍ້າຍອອກຈາກເຮືອນແມ່ນພຽງເພື່ອໜີຈາກກົດລະບຽບຕ່າງໆ ນັ້ນສະແດງໃຫ້ເຫັນວ່າເຈົ້າຍັງບໍ່ພ້ອມແທ້ໆທີ່ຈະຍ້າຍອອກຈາກເຮືອນ.”—ທ້າວ ອາຣອນ
[ຮູບພາບໜ້າ 50, 51]
ການຍ້າຍອອກໄປຢູ່ດ້ວຍຕົວເອງເປັນຄືກັບການຍ່າງໃນປ່າ—ເຈົ້າຕ້ອງຮຽນຮູ້ທັກສະຕ່າງໆທີ່ຈະເອົາຕົວຢູ່ລອດໄດ້ກ່ອນຈະເລີ່ມຕົ້ນການເດີນທາງ