ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ1 ບົດທີ 8 ໜ້າ 57-63
  • ຂ້ອຍ​ຈະ​ມີ​ໝູ່​ທີ່​ດີ​ໄດ້​ແນວ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຂ້ອຍ​ຈະ​ມີ​ໝູ່​ທີ່​ດີ​ໄດ້​ແນວ​ໃດ?
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຄຸນສົມບັດ​ຂອງ​ໝູ່​ຢ່າງ​ທີ 1 ຄຸນ​ລັກສະນະ​ທີ່​ເປັນ​ຕາ​ໜ້າ​ຍົກຍ້ອງ
  • ຄຸນສົມບັດ​ຂອງ​ໝູ່​ຢ່າງ​ທີ 2 ດຳເນີນ​ຊີວິດ​ຕາມ​ມາດຕະຖານ​ທີ່​ເປັນ​ຕາ​ໜ້າ​ນັບຖື
  • ຄຸນສົມບັດ​ຂອງ​ໝູ່​ຢ່າງ​ທີ 3 ມີ​ອິດທິພົນ​ໃນ​ທາງ​ທີ່​ດີ
  • ເລືອກ​ຄົບ​ໝູ່​ຢ່າງ​ສະຫຼາດ
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ເຈົ້າ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ໄດ້
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ຄວາມ​ສຳພັນ​ກັບ​ໝູ່
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ໜສ1 ບົດທີ 8 ໜ້າ 57-63

ບົດ​ທີ 8

ຂ້ອຍ​ຈະ​ມີ​ໝູ່​ທີ່​ດີ​ໄດ້​ແນວ​ໃດ?

“ຖ້າ​ຂ້ອຍ​ໃຈ​ຮ້າຍ ຂ້ອຍ​ຕ້ອງການ​ທີ່​ຈະ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ຜູ້​ໃດ​ຜູ້​ໜຶ່ງ. ຖ້າ​ຂ້ອຍ​ເສຍໃຈ ຂ້ອຍ​ຕ້ອງການ​ຜູ້​ໃດ​ຜູ້​ໜຶ່ງ​ປອບ​ໃຈ​ຂ້ອຍ. ຖ້າ​ຂ້ອຍ​ດີ​ໃຈ ຂ້ອຍ​ຕ້ອງການ​ໃຫ້​ຜູ້​ໃດ​ຜູ້​ໜຶ່ງ​ຮ່ວມ​ດີ​ໃຈ​ນຳ. ສຳລັບ​ຂ້ອຍ ການ​ມີ​ໝູ່​ເປັນ​ເລື່ອງ​ສຳຄັນ​ຫຼາຍ.”—ນາງ ບິດທານີ.

ມີ​ການ​ເວົ້າ​ກັນ​ວ່າ​ເດັກ​ນ້ອຍ​ຈຳເປັນ​ຕ້ອງ​ມີ​ໝູ່​ຫຼິ້ນ​ນຳ ໃນ​ຂະນະ​ທີ່​ໜຸ່ມ​ສາວ​ຈຳເປັນ​ຕ້ອງ​ມີ​ໝູ່​ແທ້. ມີ​ຫຍັງ​ທີ່​ແຕກຕ່າງ​ກັນ​ໃນ​ເລື່ອງ​ນີ້?

ໝູ່​ຫຼິ້ນ ຄື​ຜູ້​ທີ່​ຊ່ວຍ​ເຈົ້າ​ບໍ່​ໃຫ້​ເຫງົາ.

ໝູ່​ແທ້ ຄື​ຜູ້​ທີ່​ມີ​ຄ່າ​ນິຍົມ​ແບບ​ດຽວ​ກັບ​ເຈົ້າ.

ຍິ່ງ​ກວ່າ​ນັ້ນ ຄຳພີ​ໄບເບິນ​ກ່າວ​ວ່າ: “ສ່ຽວ​ຮັກ​ຢູ່​ທຸກ​ເວລາ​ແລະ [ເປັນ] ອ້າຍ​ນ້ອງ​ຜູ້​ໜຶ່ງ​ໄດ້​ເກີດ​ເພື່ອ​ຈະ​ຊ່ອຍ​ໃນ​ເວລາ​ຂັດສົນ​ຫຼາຍ.” (ສຸພາສິດ 17:17) ຄຳ​ເວົ້າ​ນີ້​ຄົງ​ຈະ​ເປັນ​ການ​ພັນລະນາ​ເຖິງ​ມິດຕະພາບ​ທີ່​ເລິກ​ເຊິ່ງ​ກວ່າ​ມິດຕະພາບ​ທີ່​ໄດ້​ຈາກ​ເດີ່ນ​ຫຼິ້ນ​ຂອງ​ເດັກ​ນ້ອຍ!

ຄວາມ​ເປັນ​ຈິງ ເມື່ອ​ເຈົ້າ​ກ້າວ​ເຂົ້າ​ສູ່​ໄວ​ຜູ້​ໃຫຍ່ ເຈົ້າ​ຈຳເປັນ​ຕ້ອງ​ມີ​ໝູ່​ແທ້​ເຊິ່ງ

1. ມີ​ຄຸນ​ລັກສະນະ​ທີ່​ເປັນ​ຕາ​ໜ້າ​ຍົກຍ້ອງ

2. ດຳເນີນ​ຊີວິດ​ຕາມ​ມາດຕະຖານ​ທີ່​ເປັນ​ຕາ​ໜ້າ​ນັບຖື

3. ມີ​ອິດທິພົນ​ໃນ​ທາງ​ທີ່​ດີ ​ຕໍ່​ເຈົ້າ

ຄຳຖາມ ເຈົ້າ​ຈະ​ຫາ​ໝູ່​ທີ່​ມີ​ຄຸນສົມບັດ​ເຫຼົ່າ​ນີ້​ແນວ​ໃດ? ໃຫ້​ເຮົາ​ພິຈາລະນາ​ຄຸນສົມບັດ​ແຕ່​ລະ​ຢ່າງ​ນຳ​ກັນ.

ຄຸນສົມບັດ​ຂອງ​ໝູ່​ຢ່າງ​ທີ 1 ຄຸນ​ລັກສະນະ​ທີ່​ເປັນ​ຕາ​ໜ້າ​ຍົກຍ້ອງ

ສິ່ງ​ທີ່​ເຈົ້າ​ຄວນ​ຮູ້. ບໍ່​ແມ່ນ​ໝົດ​ທຸກ​ຄົນ​ຈະ​ເປັນ​ໝູ່​ແທ້​ໄດ້. ແມ່ນ​ແຕ່​ຄຳພີ​ໄບເບິນ​ໄດ້​ກ່າວ​ວ່າ: “ມີ​ໝູ່​ທີ່​ພ້ອມ​ຈະ​ທຳລາຍ​ກັນ​ໃຫ້​ຍ່ອຍ​ຍັບ.” (ສຸພາສິດ 18:24, ລ.ມ.) ນັ້ນ​ອາດ​ຟັງ​ຄື​ວ່າ​ໂຫດ​ແທ້. ແຕ່​ຂໍ​ໃຫ້​ຄິດ​ເບິ່ງ​ດູ ເຈົ້າ​ເຄີຍ​ມີ “ໝູ່” ທີ່​ເອົາ​ປຽບ​ເຈົ້າ​ບໍ? ຈະ​ວ່າ​ແນວ​ໃດ​ກັບ​ໝູ່​ທີ່​ເວົ້າ​ລັບ​ຫຼັງ​ຫຼື​ແພ່​ຂ່າວ​ລື​ທີ່​ບໍ່​ດີ​ກ່ຽວ​ກັບ​ເຈົ້າ? ປະສົບການ​ແບບ​ນັ້ນ​ເຮັດ​ໃຫ້​ເຈົ້າ​ບໍ່​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ຕົວ​ໝູ່​ໄດ້​ອີກ​ຕໍ່​ໄປ.a ຂໍ​ໃຫ້​ຈື່​ໄວ້​ສະເໝີ​ວ່າ​ເມື່ອ​ເວົ້າ​ເຖິງ​ໝູ່​ເພື່ອນ ຄຸນ​ນະ​ພາບ​ເປັນ​ສິ່ງ​ສຳຄັນ​ກວ່າ​ປະລິມານ!

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້. ໃຫ້​ເລືອກ​ຄົບ​ໝູ່​ສະເພາະ​ແຕ່​ຜູ້​ທີ່​ມີ​ຄຸນ​ລັກສະນະ​ທີ່​ສົມຄວນ​ຈະ​ຮຽນ​ເອົາ​ເປັນ​ແບບ​ຢ່າງ.

“ທຸກ​ຄົນ​ຄິດ​ເຖິງ​ນາງ​ຟີໂອນາ​ໝູ່​ຂອງ​ຂ້ອຍ​ໃນ​ທາງ​ທີ່​ດີ. ຂ້ອຍ​ຢາກ​ໃຫ້​ມີ​ຄົນ​ເວົ້າ​ເຖິງ​ຂ້ອຍ​ໃນ​ທາງ​ທີ່​ດີ​ເຊັ່ນ​ກັນ. ຂ້ອຍ​ຢາກ​ມີ​ຊື່ສຽງ​ແບບ​ດຽວ​ກັບ​ທີ່​ລາວ​ມີ. ສຳລັບ​ຂ້ອຍ​ແລ້ວ ນັ້ນ​ເປັນ​ສິ່ງ​ທີ່​ເປັນ​ຕາ​ໜ້າ​ຍົກຍ້ອງ.”—ນາງ ອີເວັດ ອາຍຸ 17 ປີ.

ໃຫ້​ລອງ​ເຮັດ​ບົດ​ຝຶກ​ຫັດ​ນີ້.

1. ອ່ານ​ຄາລາຊີ 5:22, 23.

2. ໃຫ້​ຖາມ​ຕົວ​ເອງ​ວ່າ ‘ໝູ່​ຂອງ​ຂ້ອຍ​ໄດ້​ສະແດງ​ຄຸນ​ລັກສະນະ​ບາງ​ຢ່າງ​ທີ່​ມີ​ໃນ “ໝາກ​ແຫ່ງ​ພະ​ວິນຍານ” ບໍ?’

3. ໃຫ້​ຂຽນ​ລາຍ​ຊື່​ໝູ່​ສະໜິດ​ທີ່​ສຸດ​ໃສ່​ທາງ​ລຸ່ມ​ນີ້. ທາງ​ຂ້າງ​ແຕ່​ລະ​ຊື່ ໃຫ້​ຂຽນ​ລັກສະນະ​ນິດໄສ​ໃຈ​ຄໍ​ທີ່​ກົງ​ກັບ​ຜູ້​ນັ້ນ​ຫຼາຍ​ທີ່​ສຸດ

ຊື່ ນິດໄສ​ໃຈ​ຄໍ

․․․․․ ․․․․․

ຄຳ​ແນະນຳ ຖ້າ​ເຈົ້າ​ຄິດ​ພໍ້​ແຕ່​ນິດໄສ​ໃຈ​ຄໍ​ທີ່​ບໍ່​ດີ ກໍ​ອາດ​ຮອດ​ເວລາ​ແລ້ວ​ທີ່​ຈະ​ຊອກ​ໝູ່​ທີ່​ດີ​ກວ່າ​ນັ້ນ!

ຄຸນສົມບັດ​ຂອງ​ໝູ່​ຢ່າງ​ທີ 2 ດຳເນີນ​ຊີວິດ​ຕາມ​ມາດຕະຖານ​ທີ່​ເປັນ​ຕາ​ໜ້າ​ນັບຖື

ສິ່ງ​ທີ່​ເຈົ້າ​ຄວນ​ຮູ້. ແຮ່ງ​ເຈົ້າ​ຕ້ອງການ​ຢາກ​ມີ​ໝູ່​ຫຼາຍ​ເທົ່າ​ໃດ ກໍ​ເບິ່ງ​ຄື​ວ່າ​ເຈົ້າ​ຈະ​ໄດ້​ໝູ່​ແບບ​ທີ່​ບໍ່​ເປັນ​ຕາ​ເອົາ​ຫຼາຍ​ເທົ່າ​ນັ້ນ. ພະ​ຄຳພີ​ກ່າວ​ວ່າ: “ຜູ້​ສ່ຽວ​ຂອງ​ພວກ​ຄົນ​ໂງ່​ກໍ​ຈະ​ໃຫ້​ຕົວ​ຊົ່ວ​ໄປ.” (ສຸພາສິດ 13:20) ຄຳ​ວ່າ “ຄົນ​ໂງ່” ບໍ່​ໄດ້​ໝາຍ​ເຖິງ​ຜູ້​ທີ່​ຮຽນ​ໜັງສື​ອ່ອນ​ຫຼື​ຜູ້​ທີ່​ບໍ່​ສະຫຼາດ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ຄຳ​ນີ້​ພັນລະນາ​ເຖິງ​ຄົນ​ທີ່​ບໍ່​ຍອມ​ຮັບ​ຟັງ​ການ​ຫາ​ເຫດຜົນ​ທີ່​ສຸຂຸມ ແລະ​ຍັງ​ຝືນ​ຕິດ​ຕາມ​ແນວ​ທາງ​ການ​ປະພຶດ​ດ້ານ​ສິລະທຳ​ທີ່​ລະຫຼວມ. ນັ້ນ​ຄື​ລັກສະນະ​ຂອງ​ໝູ່​ທີ່​ບໍ່​ຄວນ​ຄົບຫາ!

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້. ແທນ​ທີ່​ຈະ​ຄົບ​ກັບ​ຜູ້​ໃດ​ກໍ​ໄດ້​ເປັນ​ໝູ່ ຈົ່ງ​ເລືອກ​ເຟັ້ນ​ໃນ​ການ​ເລືອກ​ໝູ່. (ຄຳເພງ 26:4) ນັ້ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຈົ້າ​ເປັນ​ຄົນ​ມີ​ອະຄະຕິ. ໃນ​ບົດ​ຄວາມ​ນີ້ ການ​ເປັນ​ຄົນ​ເລືອກ​ເຟັ້ນ​ໃນ​ການ​ເລືອກ​ໝາຍ​ຄວາມ​ວ່າ​ເຈົ້າ​ຕ້ອງ​ເປັນ​ຄົນ​ຮອບຄອບ​ພຽງ​ພໍ​ທີ່​ຈະ​ເຫັນ​ຄວາມ​ແຕກຕ່າງ​ລະຫວ່າງ “ຄົນ​ຊອບທຳ​ກັບ​ຄົນ​ຮ້າຍ . . . ຄົນ​ທີ່​ບົວລະບັດ​ພະເຈົ້າ​ກັບ​ຄົນ​ທີ່​ບໍ່​ບົວລະບັດ​ພະເຈົ້າ.”—ມາລາກີ 3:18.

“ຂ້ອຍ​ຮູ້ສຶກ​ຂອບໃຈ​ທີ່​ພໍ່​ແມ່​ຊ່ວຍ​ຂ້ອຍ​ໃຫ້​ພົບ​ໝູ່​ໃນ​ໄວ​ດຽວ​ກັນ​ເຊິ່ງ​ດຳເນີນ​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະເຈົ້າ.”—ທ້າວ ຄລິດສະໂຕເຟີ ອາຍຸ 13 ປີ.

ຂໍ​ໃຫ້​ຕອບ​ຄຳຖາມ​ທາງ​ລຸ່ມ​ນີ້

ເມື່ອ​ຢູ່​ກັບ​ໝູ່ ຂ້ອຍ​ມັກ​ກັງວົນ​ວ່າ​ເຂົາ​ເຈົ້າ​ອາດ​ພະຍາຍາມ​ກົດ​ດັນ​ຂ້ອຍ​ໃຫ້​ເຮັດ​ໃນ​ບາງ​ສິ່ງ​ທີ່​ຂ້ອຍ​ຮູ້​ວ່າ​ຜິດ​ບໍ?

◻ ແມ່ນ

◻ ບໍ່​ແມ່ນ

ຂ້ອຍ​ລັງເລ​ໃຈ​ທີ່​ຈະ​ແນະນຳ​ໝູ່​ໃຫ້​ພໍ່​ແມ່​ຮູ້ຈັກ​ບໍ ເພາະ​ຢ້ານ​ວ່າ​ພວກ​ເພິ່ນ​ອາດ​ບໍ່​ຍອມ​ຮັບ​ເຂົາ​ເຈົ້າ?

◻ ແມ່ນ

◻ ບໍ່​ແມ່ນ

ຄຳ​ແນະນຳ: ຖ້າ​ເຈົ້າ​ຕອບ​ຄຳຖາມ​ທີ່​ຢູ່​ຂ້າງ​ເທິງ​ນັ້ນ​ວ່າ​ແມ່ນ ຂໍ​ໃຫ້​ຊອກ​ໝູ່​ທີ່​ມີ​ມາດຕະຖານ​ສູງ​ກວ່າ​ນັ້ນ​ເຊິ່ງ​ເປັນ​ຜູ້​ທີ່​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ການ​ດຳເນີນ​ຊີວິດ​ແບບ​ຄລິດສະຕຽນ?

ຄຸນສົມບັດ​ຂອງ​ໝູ່​ຢ່າງ​ທີ 3 ມີ​ອິດທິພົນ​ໃນ​ທາງ​ທີ່​ດີ

ສິ່ງ​ທີ່​ເຈົ້າ​ຄວນ​ຮູ້. ຄຳພີ​ໄບເບິນ​ກ່າວ​ວ່າ: “ການ​ທີ່​ຈະ​ຄົບຫາ​ກັນ​ກັບ​ຄົນ​ຊົ່ວ​ນັ້ນ​ຈະ​ກະທຳ​ໃຫ້​ທຳນຽມ​ອັນ​ດີ​ກາຍ​ເປັນ​ຊົ່ວ​ໄປ​ດ້ວຍ.” (1 ໂກລິນໂທ 15:33) ຍິງ​ສາວ​ຊື່​ລໍເຣັນ​ບອກ​ວ່າ: “ໝູ່​ທີ່​ຮຽນ​ໜັງສື​ຢູ່​ຫ້ອງ​ດຽວ​ກັນ​ຈະ​ຍອມ​ຮັບ​ຂ້ອຍ​ຕາບ​ໃດ​ທີ່​ຂ້ອຍ​ເຮັດ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ບອກ​ໃຫ້​ເຮັດ. ຂ້ອຍ​ຮູ້ສຶກ​ເຫງົາ ດັ່ງ​ນັ້ນ​ຂ້ອຍ​ຈຶ່ງ​ຕັດສິນ​ໃຈ​ເຮັດ​ຄື​ພວກ​ເຂົາ​ເຈົ້າ​ເພື່ອ​ຈະ​ເປັນ​ທີ່​ຍອມ​ຮັບ.” ລໍເຣັນ​ຄົ້ນ​ພົບ​ວ່າ​ເມື່ອ​ເຈົ້າ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ມາດຕະຖານ​ຂອງ​ຄົນ​ອື່ນ ເຈົ້າ​ເປັນ​ຄື​ກັບ​ໝາກ​ດ້າມ​ຢູ່​ເທິງ​ແປ້ນ ທີ່​ເຂົາ​ເຈົ້າ ​ຈະ​ວາງ​ໄວ້​ບ່ອນ​ໃດ​ກໍ​ໄດ້​ຕາມ​ໃຈ. ເຈົ້າ​ຄວນ​ຈະ​ໄດ້​ໝູ່​ທີ່​ດີ​ກວ່າ​ນັ້ນ!

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້. ຍຸດຕິ​ສາຍ​ສຳພັນ​ກັບ​ໝູ່​ທີ່​ຢືນຢັນ​ວ່າ​ເຈົ້າ​ຕ້ອງ​ເຮັດ​ຕາມ​ຮູບ​ແບບ​ຊີວິດ​ຂອງ​ເຂົາ​ເຈົ້າ. ຖ້າ​ເລີ່ມ​ຕົ້ນ​ເຮັດ​ຕາມ​ຂັ້ນ​ຕອນ​ນີ້ ເຈົ້າ​ອາດ​ມີ​ໝູ່​ໜ້ອຍ​ລົງ ແຕ່​ເຈົ້າ​ຈະ​ຮູ້ສຶກ​ນັບຖື​ຕົວ​ເອງ​ຫຼາຍ​ຂຶ້ນ​ແລະ​ເຈົ້າ​ຈະ​ເປີດ​ທາງ​ໄວ້​ເພື່ອ​ໃຫ້​ມີ​ໝູ່​ທີ່​ດີ​ຂຶ້ນ ເຊິ່ງ​ເປັນ​ສາຍ​ສຳພັນ​ທີ່​ສົ່ງ​ຜົນ​ຕໍ່​ເຈົ້າ​ໃນ​ທາງ​ທີ່​ດີ​ຂຶ້ນ.—ໂລມ 12:2.

“ທ້າວ ຄລິນ​ໝູ່​ສະໜິດ​ຂອງ​ຂ້ອຍ​ເປັນ​ຄົນ​ທີ່​ມີ​ເຫດ​ຜົນ​ແລະ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ອື່ນ ລາວ​ເປັນ​ແຫຼ່ງ​ແຫ່ງ​ການ​ໜູນ​ໃຈ​ທີ່​ດີ​ທີ່​ສຸດ​ສຳລັບ​ຂ້ອຍ.”—ທ້າວ ເຈສັນ ອາຍຸ 21 ປີ.

ຂໍ​ໃຫ້​ຖາມ​ຕົວ​ເອງ​ດ້ວຍ​ຄຳຖາມ​ຕໍ່​ໄປ​ນີ້

ຂ້ອຍ​ປ່ຽນ​ວິທີ​ແຕ່ງ​ຕົວ ການ​ເວົ້າ ຫຼື​ປະພຶດ​ແບບ​ບໍ່​ງາມ​ເພື່ອ​ເອົາ​ໃຈ​ໝູ່​ບໍ?

◻ ແມ່ນ

◻ ບໍ່​ແມ່ນ

ຂ້ອຍ​ເອງ​ໄປ​ສະຖານ​ທີ່​ທີ່​ໜ້າ​ສົງໄສ​ໃນ​ເລື່ອງ​ຫຼັກ​ສິລະທຳ​ບໍ ເຊິ່ງ​ຂ້ອຍ​ຈະ​ບໍ່​ໄປ​ຖ້າ​ບໍ່​ແມ່ນ​ຍ້ອນ​ໝູ່​ພາ​ໄປ?

◻ ແມ່ນ

◻ ບໍ່​ແມ່ນ

ຄຳ​ແນະນຳ ຖ້າ​ເຈົ້າ​ຕອບ​ຄຳຖາມ​ວ່າ​ແມ່ນ ໃຫ້​ຂໍ​ຄຳ​ແນະນຳ​ຈາກ​ພໍ່​ແມ່​ຫຼື​ຜູ້​ໃຫຍ່​ທີ່​ອາວຸໂສ​ຈັກ​ຄົນ​ໜຶ່ງ. ຖ້າ​ເຈົ້າ​ເປັນ​ພະຍານ​ພະ​ເຢໂຫວາ ເຈົ້າ​ສາມາດ​ລົມ​ກັບ​ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ຄລິດສະຕຽນ​ແລະ​ບອກ​ໃຫ້​ເພິ່ນ​ຮູ້​ວ່າ​ເຈົ້າ​ຢາກ​ໄດ້​ຄວາມ​ຊ່ວຍເຫຼືອ​ໃນ​ການ​ເລືອກ​ໝູ່​ເຊິ່ງ​ຈະ​ເປັນ​ອິດທິພົນ​ທີ່​ດີ​ກວ່າ​ສຳລັບ​ເຈົ້າ.

ສາມາດ​ອ່ານ​ເພີ່ມ​ເຕີມ​ກ່ຽວ​ກັບ​ຫົວ​ເລື່ອງ​ນີ້​ໃນ​ບົດ​ທີ 9 ຂອງ​ເຫຼັ້ມ​ທີ 2

ໃນ​ບົດ​ຕໍ່​ໄປ

ເປັນ​ຍ້ອນ​ໝູ່​ຫຼື​ບາງ​ເທື່ອ​ເປັນ​ຍ້ອນ​ຫົວໃຈ​ຂອງ​ເຈົ້າ​ທີ່​ກົດ​ດັນ​ໃຫ້​ເຈົ້າ​ເຮັດ​ສິ່ງ​ທີ່​ບໍ່​ດີ? ຂໍ​ໃຫ້​ພິຈາລະນາ​ວິທີ​ທີ່​ເຈົ້າ​ສາມາດ​ຕ້ານ​ທານ​ໄດ້!

[ຂໍ້​ຄວາມ​ໄຂ​ເງື່ອນ]

a ແນ່ນອນ​ວ່າ​ທຸກ​ຄົນ​ເຮັດ​ຜິດ​ພາດ​ໄດ້. (ໂລມ 3:23) ດັ່ງ​ນັ້ນ ເມື່ອ​ໝູ່​ຄົນ​ໜຶ່ງ​ເຮັດ​ໃຫ້​ເຈົ້າ​ເສຍໃຈ​ແຕ່​ຈາກ​ນັ້ນ​ກໍ​ຂໍ​ໂທດ​ຢ່າງ​ຈິງ​ໃຈ ຂໍ​ໃຫ້​ຈື່​ໄວ້​ວ່າ: “ຄວາມ​ຮັກ​ກໍ​ປົກ​ອັດ​ການ​ຜິດ​ໄວ້​ຫຼາຍ​ປະການ.”—1 ເປໂຕ 4:8.

ຂໍ້​ພະ​ຄຳພີ​ຫຼັກ

“ມິດ​ສະຫາຍ​ທີ່​ສະຖິດ​ຢູ່ ສະໜິດ​ກວ່າ​ອ້າຍ​ນ້ອງ​ອີກ.”—ສຸພາສິດ 18:24.

ຄຳ​ແນະນຳ

ຖ້າ​ເຈົ້າ​ດຳເນີນ​ຊີວິດ​ຕາມ​ມາດຕະຖານ​ທີ່​ໜ້າ​ນັບຖື ເປັນ​ໄປ​ໄດ້​ຫຼາຍ​ທີ່​ຄົນ​ອື່ນໆເຊິ່ງ​ປາຖະໜາ​ທີ່​ຈະ​ດຳເນີນ​ຊີວິດ​ແບບ​ດຽວ​ກັນ​ນັ້ນ​ຈະ​ຊອກ​ຫາ​ເຈົ້າ. ເຂົາ​ເຈົ້າ​ຈະ​ເປັນ​ໝູ່​ປະເພດ​ທີ່​ດີ​ທີ່​ສຸດ!

ເຈົ້າ​ຮູ້​ບໍ . . .?

ພະເຈົ້າ​ບໍ່​ໄດ້​ລຳອຽງ ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ພະອົງ​ເລືອກ​ເຟັ້ນ​ຫຼາຍ​ເມື່ອ​ກ່ຽວ​ຂ້ອງ​ກັບ​ປະເດັນ​ທີ່​ວ່າ​ໃຜ​ຈະ​ໄດ້​ຮັບ​ການ​ຍອມ​ຮັບ​ໃນ​ຖານະ​ເປັນ​ແຂກ “ໃນ​ຈຳໜັກ​ຂອງ​ພະອົງ.”—ຄຳເພງ 15:1-5.

ແຜນ​ພາກ​ປະຕິບັດ!

ເພື່ອ​ພົບ​ໝູ່​ທີ່​ດີ ຂ້ອຍ​ຈະ ․․․․․

ບາງ​ຄົນ​ທີ່​ອາຍຸ​ຫຼາຍ​ກວ່າ​ຂ້ອຍ​ເຊິ່ງ​ຂ້ອຍ​ຢາກ​ຮູ້ຈັກ​ຫຼາຍ​ຂຶ້ນ​ລວມ​ມີ ․․․․․

ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່ (ແມ່) ໃນ​ເລື່ອງ​ນີ້​ແມ່ນ ․․․․․

ເຈົ້າ​ຄິດ​ວ່າ​ແນວ​ໃດ?

• ຄຸນ​ລັກສະນະ​ອັນ​ໃດ​ທີ່​ເຈົ້າ​ຖື​ວ່າ​ມີ​ຄຸນຄ່າ​ຫຼາຍ​ທີ່​ສຸດ​ໃນ​ຕົວ​ໝູ່ ແລະ​ຍ້ອນ​ຫຍັງ​ຈຶ່ງ​ຖື​ວ່າ​ມີ​ຄຸນຄ່າ?

• ຄຸນ​ລັກສະນະ​ອັນ​ໃດ​ແດ່​ທີ່​ເຈົ້າ​ຕ້ອງ​ປັບ​ປຸງ​ເພື່ອ​ຈະ​ເປັນ​ໝູ່​ທີ່​ດີ​ກວ່າ​ນີ້?

[ຈຸດເດັ່ນໜ້າ 60]

“ເມື່ອ​ພໍ່​ແມ່​ພາ​ຂ້ອຍ​ອອກ​ຈາກ​ກຸ່ມ​ໝູ່​ເພື່ອນ​ທີ່​ຄົບຫາ​ຢູ່ ຂ້ອຍ​ບອກ​ກັບ​ຕົວ​ເອງ​ວ່າ​ເຂົາ​ເຈົ້າ​ເປັນ​ກຸ່ມ​ດຽວ​ທີ່​ຂ້ອຍ​ຢາກ​ຄົບຫາ​ນຳ. ແນວ​ໃດ​ກໍ​ຕາມ ຄຳ​ແນະນຳ​ຂອງ​ພໍ່​ແມ່​ເປັນ​ສິ່ງ​ທີ່​ດີ ແລະ​ທັນທີ​ທີ່​ຂ້ອຍ​ເລີ່ມ​ຄິດ​ຢ່າງ​ຈິງ​ຈັງ​ກ່ຽວ​ກັບ​ຄຳ​ແນະນຳ​ນັ້ນ ຂ້ອຍ​ກໍ​ສຳນຶກ​ວ່າ​ຍັງ​ມີ​ໝູ່​ທີ່​ດີ​ກວ່າ​ນັ້ນ​ອີກ​ມາກ​ມາຍ.”—ທ້າວ ໂຄ

[ກອບໜ້າ 61]

ລອງ​ເຮັດ​ຕາມ​ຄຳ​ແນະນຳ​ຕໍ່​ໄປ​ນີ້

ເວົ້າ​ກັບ​ພໍ່​ແມ່​ໃນ​ເລື່ອງ​ໝູ່. ຖາມ​ພໍ່​ແມ່​ກ່ຽວ​ກັບ​ປະເພດ​ຂອງ​ໝູ່​ທີ່​ພວກ​ເພິ່ນ​ມີ​ຕອນ​ອາຍຸ​ສ່ຳ​ເຈົ້າ. ພວກ​ເພິ່ນ​ຮູ້ສຶກ​ເສຍໃຈ​ກັບ​ຄົນ​ທີ່​ພວກ​ເພິ່ນ​ເລືອກ​ເປັນ​ໝູ່​ບໍ? ຖ້າ​ແມ່ນ ຍ້ອນ​ຫຍັງ? ຖາມ​ພວກ​ເພິ່ນ​ວ່າ​ເຈົ້າ​ຈະ​ຫຼີກ​ລ່ຽງ​ບັນຫາ​ຕ່າງໆທີ່​ພວກ​ເພິ່ນ​ເຄີຍ​ປະສົບ​ໄດ້​ແນວ​ໃດ?

ແນະນຳ​ໝູ່​ໃຫ້​ພໍ່​ແມ່​ຮູ້ຈັກ. ຖ້າ​ເຈົ້າ​ລັງເລ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ ໃຫ້​ຖາມ​ຕົວ​ເອງ​ວ່າ ‘ເປັນ​ຫຍັງ​ຈຶ່ງ​ລັງເລ?’ ໝູ່​ມີ​ບາງ​ຢ່າງ​ບໍ​ທີ່​ເຈົ້າ​ຮູ້​ວ່າ​ພໍ່​ແມ່​ຈະ​ບໍ່​ຍອມ​ຮັບ? ຖ້າ​ເປັນ​ເຊັ່ນ​ນັ້ນ ເຈົ້າ​ອາດ​ຈຳເປັນ​ຕ້ອງ​ເລືອກ​ເຟັ້ນ​ກວ່າ​ນີ້​ເມື່ອ​ເລືອກ​ໝູ່.

ເປັນ​ຜູ້​ຟັງ​ທີ່​ດີ. ສະແດງ​ຄວາມ​ສົນ​ໃຈ​ໃນ​ສະຫວັດດີພາບ​ແລະ​ສິ່ງ​ທີ່​ໝູ່​ເປັນ​ຫ່ວງ.—ຟີລິບ 2:4.

ເປັນ​ຄົນ​ໃຫ້​ອະໄພ. ຢ່າ​ຄາດ​ໝາຍ​ຄວາມ​ສົມບູນ​ແບບ. “ເຮົາ​ທັງ​ປວງ​ກະທຳ​ຜິດ​ຫຼາຍ​ປະການ.”—ຢາໂກໂບ 3:2.

ໃຫ້​ຄວາມ​ເປັນ​ສ່ວນ​ຕົວ​ກັບ​ໝູ່​ແດ່. ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ຕິດ​ກັບ​ໝູ່​ຕະຫຼອດ​ເວລາ. ເພື່ອນ​ແທ້​ຈະ​ຢູ່​ພ້ອມ​ສະເໝີ​ທີ່​ຈະ​ຊ່ວຍ​ໃນ​ຍາມ​ຈຳເປັນ.—ຜູ້​ເທສະໜາ​ປ່າວ​ປະກາດ 4:9, 10.

[ຮູບ​ພາບ​ໜ້າ 63]

ເມື່ອ​ເຈົ້າ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ມາດຕະຖານ​ຂອງ​ຄົນ​ອື່ນ ເຈົ້າ​ກາຍ​ເປັນ​ຄື​ກັບ​ໝາກ​ດ້າມ​ຢູ່​ເທິງ​ແປ້ນ ທີ່​ເຂົາ​ເຈົ້າ​ຈະ​ວາງ​ໄວ້​ບ່ອນ​ໃດ​ກໍ​ໄດ້​ຕາມ​ໃຈ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌