ບົດທີ 12
ຂ້ອຍຈະເພີ່ມຄວາມເຊື່ອໝັ້ນໃນຕົວເອງໄດ້ແນວໃດ?
ພໍໃຈ ບໍ່ພໍໃຈ
ເມື່ອແຍງແວ່ນ ເຈົ້າພໍໃຈກັບໜ້າຕາຂອງຕົວເອງບໍ? ◻ ◻
ເຈົ້າຄິດວ່າເຈົ້າມີທັກສະທີ່ເປັນຕາໜ້າຍ້ອງຍໍບໍ? ◻ ◻
ເຈົ້າສາມາດຕ້ານທານແຮງກົດດັນຈາກຄົນໄວດຽວກັນໄດ້ບໍ? ◻ ◻
ເຈົ້າສາມາດຮັບເອົາຄຳຕຳໜິທີ່ເປັນຈິງໄດ້ບໍ? ◻ ◻
ເຈົ້າສາມາດຮັບໄດ້ບໍເມື່ອຄົນອື່ນເວົ້າເລື່ອງທີ່ບໍ່ເປັນຄວາມຈິງກ່ຽວກັບເຈົ້າ? ◻ ◻
ເຈົ້າຮູ້ສຶກວ່າເປັນທີ່ຮັກຂອງຄົນອື່ນບໍ? ◻ ◻
ເຈົ້າເອົາໃຈໃສ່ເບິ່ງແຍງສຸຂະພາບຂອງຕົວເອງບໍ? ◻ ◻
ເຈົ້າຍິນດີກັບຄົນອື່ນບໍເມື່ອເຂົາເຈົ້າປະສົບຄວາມສຳເລັດ? ◻ ◻
ໂດຍທົ່ວໄປເຈົ້າຄິດວ່າຕົວເອງເປັນຄົນທີ່ປະສົບຄວາມສຳເລັດບໍ? ◻ ◻
ຖ້າເຈົ້າຕອບຄຳຖາມຫຼາຍຂໍ້ທີ່ຢູ່ຂ້າງເທິງນັ້ນວ່າ ບໍ່ແມ່ນ ມັນອາດເປັນຍ້ອນວ່າເຈົ້າເບິ່ງບໍ່ເຫັນຈຸດດີຂອງຕົນເອງເນື່ອງຈາກການຂາດຄວາມໝັ້ນໃຈໃນຕົວເອງ. ບົດນີ້ຈະຊ່ວຍເຈົ້າໃຫ້ເຫັນຄຸນຄ່າຂອງຕົວເອງ!
ໜຸ່ມສາວສ່ວນຫຼາຍຮູ້ສຶກບໍ່ໝັ້ນໃຈໃນຮູບຮ່າງໜ້າຕາແລະຄວາມສາມາດຂອງຕົນເອງ ແລະກັງວົນເມື່ອມີການປຽບທຽບຕົວເຂົາເຈົ້າກັບຄົນອື່ນ. ເຈົ້າຕົກຢູ່ໃນໝວດນີ້ບໍ? ຖ້າເປັນເຊັ່ນນັ້ນ ກໍມີຫຼາຍຄົນທີ່ຮູ້ສຶກແບບດຽວກັບເຈົ້າ!
“ຂ້ອຍຮູ້ສຶກທໍ້ແທ້ຍ້ອນຂໍ້ບົກພ່ອງຕ່າງໆຂອງຕົວເອງ. ຂ້ອຍມັກຕຳໜິຕົວເອງເລື້ອຍໆ.”—ນາງ ເລຕິເຊຍ.
“ບໍ່ວ່າເຈົ້າຈະງາມຫຼືໜ້າຕາດີປານໃດກໍຕາມ ເຈົ້າຈະພົບພໍ້ຢູ່ສະເໝີວ່າມີຄົນທີ່ງາມແລະໜ້າຕາດີກວ່າເຈົ້າ.”—ນາງ ເຮລີ.
“ຂ້ອຍກັງວົນຫຼາຍເມື່ອຢູ່ທ່າມກາງຄົນອື່ນ. ຂ້ອຍຢ້ານເຂົາເຈົ້າຈະຄິດວ່າຂ້ອຍເປັນຄົນທີ່ບໍ່ສຳຄັນ.”—ນາງ ຣາເຊວ.
ຖ້າເຈົ້າຮູ້ສຶກຄືກັບຄຳກ່າວຂ້າງເທິງນັ້ນ ຢ່າທໍ້ໃຈ. ມີສິ່ງທີ່ສາມາດ ຊ່ວຍໄດ້. ຂໍໃຫ້ພິຈາລະນາສາມປັດໄຈທີ່ຈະຊ່ວຍເພີ່ມຄວາມເຊື່ອໝັ້ນໃນຕົວເອງແລະເຮັດໃຫ້ເຈົ້າເບິ່ງຕົວເອງໃນແງ່ບວກຫຼາຍຂຶ້ນ.
ເປັນຄົນເສຍສະລະ
ຂໍ້ພະຄຳພີຫຼັກ. “ການປະທານໃຫ້ກໍເປັນເຫດໃຫ້ມີຄວາມສຸກຫຼາຍກວ່າການຮັບເອົາ.”—ກິດຈະການ 20:35.
ນັ້ນໝາຍເຖິງຫຍັງ. ເມື່ອເຈົ້າຊ່ວຍຄົນອື່ນ ເຈົ້າກໍຊ່ວຍຕົວເອງນຳ. ໂດຍວິທີໃດ? ສຸພາສິດຂໍ້ໜຶ່ງໃນຄຳພີໄບເບິນກ່າວວ່າ: “ຜູ້ທີ່ມີໃຈເຜື່ອແຜ່ ຍ່ອມຈະເລີນຮຸ່ງເຮືອງ. ຜູ້ທີ່ຊ່ວຍເຫຼືອຄົນອື່ນ ຍ່ອມໄດ້ຮັບຄວາມຊ່ວຍເຫຼືອຕອບ.” (ສຸພາສິດ 11:25, ທ.ປ.) ເປັນຄວາມຈິງ ເຈົ້າເອງຈະຮູ້ສຶກດີຂຶ້ນກ່ຽວກັບຕົວເອງເມື່ອເຈົ້າຊ່ວຍເຫຼືອຄົນອື່ນ!a
“ຂ້ອຍຄິດເຖິງສິ່ງທີ່ຈະເຮັດໄດ້ເພື່ອຄົນອື່ນແລະພະຍາຍາມສະໜອງຄວາມຈຳເປັນຂອງບາງຄົນໃນປະຊາຄົມ. ການໃຫ້ຄວາມຮັກແລະຄວາມເອົາໃຈໃສ່ຄົນອື່ນເຮັດໃຫ້ຂ້ອຍຮູ້ສຶກດີຂຶ້ນ.”—ນາງ ບຣີແອນນາ.
“ວຽກຮັບໃຊ້ຂອງຄລິດສະຕຽນເປັນວຽກທີ່ໃຫ້ຄວາມຍິນດີເພາະເປັນວຽກທີ່ເຮັດໃຫ້ເຈົ້າຕ້ອງເຊົາຄິດເຖິງຕົວເອງແລະເລີ່ມຄິດເຖິງຄົນອື່ນ.”—ທ້າວ ເຈວອນ.
ຂໍ້ຄວນລະວັງ ຢ່າຊ່ວຍຄົນອື່ນພຽງເພື່ອຫວັງຈະໄດ້ສິ່ງຕອບແທນ. (ມັດທາຍ 6:2-4) ການໃຫ້ດ້ວຍເຈຕະນາທີ່ຜິດບໍ່ມີປະໂຫຍດຫຍັງສຳລັບເຈົ້າ. ຕາມປົກກະຕິແລ້ວຜູ້ຄົນຈະເຫັນວ່າເຈົ້າບໍ່ມີເຈຕະນາທີ່ຖືກຕ້ອງ!—1 ເທຊະໂລນີກ 2:5, 6.
ໃນສ່ວນຂອງເຈົ້າ. ຂໍໃຫ້ນຶກເຖິງບາງຄົນທີ່ເຈົ້າເຄີຍຊ່ວຍໃນອະດີດ. ຜູ້ນັ້ນແມ່ໃຜ ແລະເຈົ້າໄດ້ເຮັດຫຍັງເພື່ອລາວ?
․․․․․
ເຈົ້າຮູ້ສຶກແນວໃດຫຼັງຈາກນັ້ນ?
․․․․․
ໃຫ້ຄິດເຖິງອີກຄົນໜຶ່ງທີ່ເຈົ້າອາດຊ່ວຍໄດ້ ແລະໃຫ້ຂຽນລົງວ່າເຈົ້າຈະຊ່ວຍລາວແນວໃດ.
․․․․․
ຊອກໝູ່ທີ່ດີ
ຂໍ້ພະຄຳພີຫຼັກ. “ສ່ຽວຮັກຢູ່ທຸກເວລາແລະ [ເປັນ] ອ້າຍນ້ອງຜູ້ໜຶ່ງໄດ້ເກີດເພື່ອຈະຊ່ອຍໃນເວລາຂັດສົນຫຼາຍ.”—ສຸພາສິດ 17:17.
ນັ້ນໝາຍເຖິງຫຍັງ. ໝູ່ທີ່ດີຈະໃຫ້ການຊ່ວຍເຫຼືອຄ້ຳຊູໄດ້ຫຼາຍໃນຍາມທີ່ຍາກລຳບາກ. (1 ຊາເມືອນ 18:1; 19:2) ແມ່ນແຕ່ຄິດວ່າມີບາງຄົນສົນໃຈເຮົາກໍຍັງເຮັດໃຫ້ເຮົາສົດຊື່ນ. (1 ໂກລິນໂທ 16:17, 18) ສະນັ້ນ ຈົ່ງຄົບຫາຢ່າງໃກ້ຊິດກັບຄົນທີ່ເປັນແຮງຊັກຈູງທີ່ດີຕໍ່ເຈົ້າ.
“ໝູ່ແທ້ຈະບໍ່ຍອມປ່ອຍໃຫ້ເຈົ້າທໍ້ແທ້ເລື້ອຍໄປ.”—ທ້າວ ດອນເນວ.
“ບາງຄັ້ງສິ່ງສຳຄັນທີ່ສຸດຄືການຮູ້ວ່າມີຄົນສົນໃຈເຮົາແທ້ໆ. ນັ້ນເຮັດໃຫ້ເຈົ້າຮູ້ສຶກມີຄ່າ.”—ນາງ ເຮເຕີ.
ຂໍ້ຄວນລະວັງ ເຈົ້າຕ້ອງແນ່ໃຈວ່າໝູ່ເຮັດໃຫ້ເຈົ້າສາມາດສະແດງຕົວຕົນທີ່ແທ້ຈິງອອກມາ ບໍ່ແມ່ນບຸກຄົນທີ່ທຳທ່າເຮັດເພື່ອໃຫ້ເຂົ້າກັບໝູ່ເພື່ອນໄດ້. (ສຸພາສິດ 13:20; 18:24; 1 ໂກລິນໂທ 15:33) ການເຮັດສິ່ງທີ່ບໍ່ເໝາະສົມເພື່ອໃຫ້ຄົນອື່ນປະທັບໃຈຈະເຮັດໃຫ້ເຈົ້າຮູ້ສຶກເສື່ອມເສຍແລະຖືກສວຍໃຊ້.—ໂລມ 6:21.
ໃນສ່ວນຂອງເຈົ້າ. ໃນປ່ອງທາງລຸ່ມນີ້ໃຫ້ຂຽນຊື່ໝູ່ຄົນໜຶ່ງທີ່ອາດຈະຊ່ວຍເຈົ້າເພີ່ມຄວາມໝັ້ນໃຈໃນຕົວເອງ ໃນທາງທີ່ດີ.
․․․․․
ໜ້າຈະເຮັດນັດໝາຍເພື່ອໃຊ້ເວລາກັບຄົນທີ່ເຈົ້າຂຽນຊື່ໄວ້ຂ້າງເທິງນັ້ນ. (ຂໍ້ສັງເກດ ຄົນນັ້ນບໍ່ຈຳເປັນຕ້ອງຢູ່ໃນໄວດຽວກັບເຈົ້າກໍໄດ້.)
ຢ່າຍອມແພ້ເມື່ອເຈົ້າຜິດພາດ
ຂໍ້ພະຄຳພີຫຼັກ. “ເຫດວ່າຄົນທັງປວງໄດ້ກະທຳບາບ ແລະບໍ່ເຖິງແກ່ລັດສະໝີແຫ່ງພະເຈົ້າ.”—ໂລມ 3:23.
ນັ້ນໝາຍເຖິງຫຍັງ. ເປັນຄວາມຈິງທີ່ວ່າເຈົ້າເປັນຄົນບໍ່ສົມບູນແບບ. ນັ້ນໝາຍຄວາມວ່າຈະມີບາງຄັ້ງຄາວທີ່ເຈົ້າຈະເວົ້າຫຼືແມ່ນແຕ່ເຮັດສິ່ງທີ່ຜິດພາດ. (ໂລມ 7:21-23; ຢາໂກໂບ 3:2) ເຖິງແມ່ນເຈົ້າບໍ່ສາມາດຫຼີກລ່ຽງການເຮັດຜິດພາດ ເຈົ້າສາມາດຄວບຄຸມປະຕິກິລິຍາຂອງເຈົ້າທີ່ມີຕໍ່ຄວາມຜິດພາດນັ້ນໄດ້. ຄຳພີໄບເບິນກ່າວວ່າ: “ຄົນຊອບທຳລົ້ມລົງ 7 ເທື່ອແລະລຸກຂຶ້ນອີກ.”—ສຸພາສິດ 24:16.
“ບາງຄັ້ງການຂາດຄວາມນັບຖືຕົວເອງເກີດຈາກການທີ່ເຮົາປຽບທຽບຂໍ້ອ່ອນແອຂອງເຮົາກັບຄວາມເຂັ້ມແຂງຂອງອີກຄົນໜຶ່ງ.”—ທ້າວ ເຄວິນ.
“ແຕ່ລະຄົນມີທັງຈຸດດີແລະຈຸດບົກພ່ອງ. ເຮົາຄວນພູມໃຈໃນຈຸດດີແລະພະຍາຍາມແກ້ໄຂຈຸດບົກພ່ອງ.”—ນາງ ລໍເຣນ.
ຂໍ້ຄວນລະວັງ ຢ່າໃຊ້ຄວາມບໍ່ສົມບູນແບບເປັນຂໍ້ແກ້ຕົວສຳລັບການເຮັດຜິດ. (ຄາລາຊີ 5:13) ການເຮັດຜິດໂດຍເຈຕະນາຈະເຮັດໃຫ້ເຈົ້າບໍ່ໄດ້ຮັບຄວາມພໍໃຈຈາກພະເຢໂຫວາພະເຈົ້າ ເຊິ່ງເປັນສິ່ງສຳຄັນທີ່ສຸດທີ່ເຈົ້າຈະຫາໄດ້!—ເຫບເລີ 10:26, 27.
ໃນສ່ວນຂອງເຈົ້າ. ໃນປ່ອງທາງລຸ່ມນີ້ໃຫ້ຂຽນຄຸນລັກສະນະຢ່າງໜຶ່ງທີ່ເຈົ້າຕ້ອງການປັບປຸງໃຫ້ດີຂຶ້ນ.
․․․․․
ໃຫ້ຂຽນວັນທີຂອງມື້ນີ້ໃສ່ທາງຂ້າງຄຸນລັກສະນະທີ່ເຈົ້າຂຽນໄວ້. ຄົ້ນຄວ້າວິທີປັບປຸງຄຸນລັກສະນະນັ້ນ ແລະໃຫ້ກວດເບິ່ງຄວາມກ້າວໜ້າຂອງເຈົ້າໃນອີກໜຶ່ງເດືອນ.
ຄຸນຄ່າທີ່ແທ້ຈິງຂອງເຈົ້າ
ຄຳພີໄບເບິນກ່າວວ່າ: “ພະເຈົ້າໃຫຍ່ກວ່າໃຈຂອງພວກເຮົາ.” (1 ໂຢຮັນ 3:20) ເລື່ອງນີ້ໝາຍຄວາມວ່າພະອົງເຫັນຄຸນຄ່າໃນຕົວເຈົ້າເຊິ່ງເຈົ້າເອງອາດບໍ່ເຫັນ. ແຕ່ຄວາມບໍ່ສົມບູນພ້ອມຂອງເຈົ້າປ່ຽນຄຸນຄ່ານັ້ນບໍ? ຂໍໃຫ້ນຶກພາບວ່າເຈົ້າມີເງິນໃບ 50.000 ກີບເຊິ່ງມີຮອຍຈີກນ້ອຍໆ. ເຈົ້າຈະຖິ້ມມັນຫຼືເບິ່ງມັນວ່າໄຮ້ຄ່າຍ້ອນຮອຍຈີກນັ້ນບໍ? ບໍ່ມີທາງ! ຄ່າຂອງມັນຍັງເປັນ 50.000 ກີບບໍ່ວ່າຈະມີຮອຍຈີກຫຼືບໍ່ມີ.
ເລື່ອງນີ້ຄ້າຍກັບທັດສະນະຂອງພະເຈົ້າກ່ຽວກັບຄຸນຄ່າຂອງເຈົ້າ. ຂໍ້ບົກພ່ອງຂອງເຈົ້າບໍ່ໄດ້ເຮັດໃຫ້ພະອົງບໍ່ເຫັນຄຸນຄ່າຂອງເຈົ້າ. ພະອົງສັງເກດແລະຮູ້ຄ່າຄວາມພະຍາຍາມຂອງເຈົ້າທີ່ຈະເຮັດໃຫ້ພະອົງພໍໃຈ ເຖິງແມ່ນວ່າເລື່ອງນັ້ນຈະເບິ່ງຄືວ່າບໍ່ສຳຄັນເລີຍສຳລັບເຈົ້າ! ທີ່ຈິງ ຄຳພີໄບເບິນຮັບຮອງວ່າ: “ເຫດວ່າພະເຈົ້າບໍ່ເປັນບໍ່ຊອບທຳຈະລືມກິດຈະການຂອງທ່ານທັງຫຼາຍ ແລະຄວາມຮັກທີ່ທ່ານທັງຫຼາຍໄດ້ສຳແດງສຳລັບນາມຊື່ຂອງພະອົງ.”—ເຫບເລີ 6:10.
ບາງຄັ້ງຄວາມໂສກເສົ້າທີ່ຮຸນແຮງເຮັດໃຫ້ເຈົ້າໜັກໃຈບໍ? ຖ້າເປັນເຊັ່ນນັ້ນ ເຈົ້າສາມາດເຮັດຫຍັງໃນເລື່ອງນີ້?
[ຂໍ້ຄວາມໄຂເງື່ອນ]
a ຖ້າເຈົ້າເປັນພະຍານພະເຢໂຫວາຂໍໃຫ້ຄິດເຖິງຄວາມຍິນດີຢ່າງຍິ່ງທີ່ຈະໄດ້ຮັບເມື່ອບອກຂ່າວສານເລື່ອງລາຊະອານາຈັກແກ່ຄົນອື່ນໆ.—ເອຊາອີ 52:7.
ຂໍ້ພະຄຳພີຫຼັກ
“ແຕ່ວ່າໃຫ້ຄົນທຸກຄົນລອງເບິ່ງກິດຈະການຂອງຕົນເອງ ແລະເມື່ອນັ້ນເພິ່ນຈະອວດໃນຕົນເອງຜູ້ດຽວແລະບໍ່ໃຊ່ໃນຜູ້ອື່ນ.”—ຄາລາຊີ 6:4.
ຄຳແນະນຳ
ຢ່າເວົ້າໃຫ້ຕົວເອງດ້ວຍຄຳເວົ້າຕ່າງໆເຊັ່ນ ‘ຂ້ອຍຫຼົມແຫຼວຕະຫຼອດ’ ແລະ ‘ຂ້ອຍບໍ່ເຄີຍເຮັດຫຍັງຖືກຈັກແນວ.’ ການເວົ້າເກີນຄວາມຈິງແບບນີ້ມີແຕ່ຈະເຮັດໃຫ້ເຈົ້າທໍ້ໃຈ. ແທນທີ່ຈະຄິດແນວນັ້ນ ໃຫ້ຍອມຮັບຂໍ້ບົກພ່ອງຂອງຕົວເອງ ແຕ່ກໍຍັງສຳນຶກເຖິງຂໍ້ດີຂອງຕົວເອງ.
ເຈົ້າຮູ້ບໍ . . .?
ວິທີທີ່ເຈົ້າມີທັດສະນະຕໍ່ກັບຕົວເອງສາມາດສົ່ງຜົນກະທົບຕໍ່ວິທີທີ່ຄົນອື່ນມີທັດສະນະຕໍ່ເຈົ້າ . . . ແລະແມ່ນແຕ່ວິທີທີ່ເຂົາເຈົ້າປະຕິບັດກັບເຈົ້າ.
ແຜນພາກປະຕິບັດ!
ເມື່ອຄົນຮຸ່ນດຽວກັນດູຖູກຂ້ອຍ ຂ້ອຍຈະ ․․․․․
ເມື່ອຮູ້ສຶກວ່າຂ້ອຍມີແຕ່ສັງເກດເຫັນຈຸດບົກພ່ອງຂອງຕົນເອງ ຂ້ອຍຈະ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ (ແມ່) ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດວ່າແນວໃດ?
• ອາດເປັນເພາະເຫດໃດໂດຍສະເພາະແລ້ວແມ່ນຄົນໜຸ່ມສາວທີ່ມີທ່າອ່ຽງທີ່ຈະຂາດຄວາມເຊື່ອໝັ້ນໃນຕົວເອງ?
• ເປັນຫຍັງຈຶ່ງເປັນເລື່ອງສຳຄັນທີ່ຈະມີຄວາມນັບຖືຕົວເອງໃນລະດັບໃດໜຶ່ງ?
[ຈຸດເດັ່ນໜ້າ 88]
“ຄົນໜຶ່ງອາດຈະເປັນຄົນງາມແຕ່ກໍຍັງຮູ້ສຶກວ່າຕົວເອງຂີ້ຮ້າຍ. ສ່ວນອີກຄົນໜຶ່ງອາດບໍ່ງາມປານໃດແຕ່ພັດຄິດວ່າຕົນເອງງາມທີ່ສຸດ. ມັນເປັນເລື່ອງຂອງທັດສະນະ.”—ນາງ ເອລິຊາ
[ຮູບພາບໜ້າ 90]
ຄ່າຂອງເງິນບໍ່ໄດ້ລົດລົງຍ້ອນຮອຍຈີກ ຄຸນຄ່າຂອງເຈົ້າກໍບໍ່ໄດ້ລົດລົງໃນສາຍຕາຂອງພະເຈົ້າເນື່ອງຈາກຄວາມບໍ່ສົມບູນພ້ອມ