ບົດທີ 10
ເປັນຫຍັງຂ້ອຍຄວນເບິ່ງແຍງສຸຂະພາບຂອງຕົວເອງ?
ໃຫ້ໝາຍ ✔ ໃສ່ທາງໜ້າເປົ້າໝາຍຂໍ້ທີ່ເຈົ້າຕ້ອງການບັນລຸ.
◻ ລົດຄວາມກັງວົນ
◻ ຄວບຄຸມອາລົມ
◻ ຮູ້ສຶກໝັ້ນໃຈຫຼາຍຂຶ້ນ
◻ ຕື່ນຕົວຫຼາຍຂຶ້ນ
◻ ມີກຳລັງວັງຊາຫຼາຍຂຶ້ນ
◻ ບຳລຸງຜິວໃຫ້ດີຂຶ້ນ
◻ ລົດນ້ຳໜັກ
ມີບາງສິ່ງບາງຢ່າງທີ່ຄົນໜຸ່ມສາວແບບເຈົ້າເລືອກບໍ່ໄດ້ ເຊັ່ນ ພໍ່ແມ່ ອ້າຍເອື້ອຍນ້ອງແລະບ່ອນຢູ່ອາໄສເປັນຕົ້ນ. ແຕ່ເຈົ້າສາມາດເຮັດບາງສິ່ງບາງຢ່າງເພື່ອຮັກສາສຸຂະພາບ ໄດ້. ໃນຂະນະທີ່ກຳມະພັນມີສ່ວນ ຫຼາຍຄັ້ງສຸຂະພາບຂຶ້ນກັບການທີ່ເຈົ້າເລືອກຮູບແບບຊີວິດ.a
ເຈົ້າອາດເວົ້າວ່າ ‘ແຕ່ຂ້ອຍມີອາຍຸຍັງໜ້ອຍໂພດທີ່ຈະກັງວົນກ່ຽວກັບເລື່ອງສຸຂະພາບ!’ ເຈົ້າຄິດແບບນັ້ນແທ້ໆບໍ? ຂໍໃຫ້ເບິ່ງເປົ້າໝາຍຕ່າງໆຢູ່ໜ້າ 71. ເຈົ້າໃສ່ເຄື່ອງໝາຍໄວ້ຈັກຂໍ້? ເຊື່ອຫຼືບໍ່ ສຸຂະພາບທີ່ດີເປັນປັດໄຈສຳຄັນຫຼາຍເພື່ອຈະບັນລຸເປົ້າໝາຍເຫຼົ່ານັ້ນ.
ແມ່ນຢູ່ ເຈົ້າອາດຮູ້ສຶກຄືກັບນາງແອມເບີອາຍຸ 17 ປີທີ່ບອກວ່າ: “ບໍ່ມີທາງທີ່ຂ້ອຍຈະອົດກິນແຕ່ທັນຍະພືດ ອາຫານໄຂມັນຕ່ຳ ແລະອາຫານທີ່ບໍ່ໃສ່ນ້ຳຕານໄດ້ຕະຫຼອດທຸກເວລາ!” ຖ້າຮູ້ສຶກແບບນັ້ນກໍຢ່າກັງວົນ ເຈົ້າບໍ່ຈຳເປັນຕ້ອງເຊົາກິນເຂົ້າໜົມຫວານຢ່າງສິ້ນເຊີງແລະຕັ້ງໜ້າຕັ້ງຕາແລ່ນອອກກຳລັງກາຍໄລຍະທາງໄກໆທຸກອາທິດ. ທີ່ຈິງແລ້ວເຈົ້າອາດພຽງແຕ່ປ່ຽນແປງເລັກໜ້ອຍເພື່ອຈະເລີ່ມມີຮູບຮ່າງທີ່ດີຂຶ້ນ ຮູ້ສຶກດີຂຶ້ນ ແລະມີແຮງຫຼາຍຂຶ້ນ. ຂໍໃຫ້ມາເບິ່ງວ່າຄົນຮຸ່ນດຽວກັນກັບເຈົ້າເຮັດເຊັ່ນນັ້ນໄດ້ແນວໃດ.
ກິນດີ—ຮຸ່ນດີ!
ຄຳພີໄບເບິນແນະນຳເຮົາໃຫ້ຮູ້ຈັກມີນິດໄສປະມານຕົນເອງ. ສຸພາສິດ 23:20 ກ່າວວ່າ: “ຢ່າ . . . ກິນຫຼາຍໂພດ.” ບໍ່ງ່າຍປານໃດທີ່ຈະເຮັດຕາມຄຳແນະນຳນີ້.
“ຄືກັບໄວຮຸ່ນຫຼາຍຄົນ ຂ້ອຍຫິວຕະຫຼອດເວລາ. ພໍ່ແມ່ມັກປຽບທຽບວ່າກະເພາະຂ້ອຍເປັນຄືກັບຖົງທີ່ໂລ່.”—ທ້າວ ແອນດູຣ ອາຍຸ 15 ປີ.
“ເນື່ອງຈາກຂ້ອຍບໍ່ເຫັນຜົນວ່າອາຫານບາງຊະນິດເປັນອັນຕະລາຍແທ້ໆແນວໃດຕໍ່ຂ້ອຍໃນເວລານີ້ ມັນບໍ່ເຫັນວ່າເສຍຫາຍຢູ່ບ່ອນໃດເລີຍ.”—ນາງ ແດນຽນ ອາຍຸ 19 ປີ.
ເຈົ້າຕ້ອງຄວບຄຸມຕົວເອງຫຼາຍຂຶ້ນກ່ຽວກັບການກິນບໍ? ຄົນໄວດຽວກັນກັບເຈົ້າບາງຄົນກ່າວເຖິງສິ່ງທີ່ໄດ້ຜົນດີດັ່ງນີ້.
ສັງເກດອາການອີ່ມ. ນາງຈູເລຍອາຍຸ 19 ປີເວົ້າວ່າ: “ຂ້ອຍເຄີຍກຳນົດປະລິມານອາຫານໃຫ້ຮ່າງກາຍ ແຕ່ຕອນນີ້ຂ້ອຍອີ່ມຂ້ອຍກໍເຊົາກິນທັນທີໂລດ.”
ຫຼີກລ່ຽງອາຫານທີ່ບໍ່ມີຄຸນປະໂຫຍດ. ທ້າວປີເຕີອາຍຸ 21 ປີບອກວ່າ: “ຂ້ອຍເຊົາກິນນ້ຳອັດລົມ ຂ້ອຍລົດນ້ຳໜັກໄດ້ 5 ກິໂລໃນເວລາພຽງໜຶ່ງເດືອນ!”
ໃຫ້ປ່ຽນແປງນິດໄສການກິນທີ່ບໍ່ຖືກ. ນາງເອຣິນອາຍຸ 19 ປີກ່າວວ່າ: “ຂ້ອຍພະຍາຍາມທີ່ຈະບໍ່ຕັກຮອບທີສອງ.”
ເຄັດລັບສູ່ຄວາມສຳເລັດ ໃຫ້ກິນທຸກຄາບ! ຖ້າບໍ່ກິນຄາບໜຶ່ງ ເຈົ້າຈະຮູ້ສຶກຫິວແລະມັກຈະກິນຫຼາຍໂພດໃນຄາບຕໍ່ໄປ.
ແຮ່ງອອກກຳລັງກາຍ—ແຮ່ງຮູ້ສຶກສົດຊື່ນ!
ຄຳພີໄບເບິນກ່າວວ່າ: “ການຫັດເຫື່ອແຮງກໍມີປະໂຫຍດ.” (1 ຕີໂມເຕ 4:8) ເຖິງຢ່າງນັ້ນກໍຕາມ ໜຸ່ມສາວຫຼາຍຄົນເບິ່ງຄືວ່າບໍ່ມັກອອກກຳລັງກາຍ.
“ເຈົ້າຄົງຈະບໍ່ເຊື່ອວ່າມີນັກຮຽນຫຼາຍຄົນຕົກວິຊາພະລະຕອນທີ່ຂ້ອຍຮຽນຢູ່ຊັ້ນມໍປາຍ. ມັນເປັນວິຊາທີ່ງ່າຍທີ່ສຸດຄືກັບການກິນເຂົ້າທ່ຽງ!”—ທ້າວ ຣິຊາດ ອາຍຸ 21 ປີ.
“ບາງຄົນຄິດວ່າ ‘ເປັນຫຍັງຕ້ອງໄປແລ່ນກາງແດດຮ້ອນໆຈົນເຫື່ອແຕກແລະໝົດແຮງ ໃນເມື່ອສາມາດຫຼິ້ນວິດີໂອເກມແລ້ວເຮັດຄືວ່າຕົນເອງກຳລັງເປັນຄົນທີ່ອອກກຳລັງກາຍກໍໄດ້?’”—ນາງ ຣຸດ ອາຍຸ 22 ປີ.
ເມື່ອໄດ້ຍິນຄຳວ່າ “ອອກກຳລັງກາຍ” ກໍເຮັດໃຫ້ເຈົ້າເມື່ອຍແລ້ວບໍ? ຖ້າຢ່າງນັ້ນ ຕໍ່ໄປນີ້ເປັນຜົນປະໂຫຍດສາມຢ່າງຂອງການອອກກຳລັງກາຍເປັນປະຈຳ.
ຜົນປະໂຫຍດຢ່າງທີ 1. ການອອກກຳລັງກາຍສ້າງພູມຕ້ານທານ. ນາງຣາເຊວອາຍຸ 19 ປີເວົ້າວ່າ: “ພໍ່ເວົ້າສະເໝີວ່າ ‘ຖ້າລູກບໍ່ສາມາດຊອກເວລາອອກກຳລັງກາຍ ລູກກໍຈະຊອກຫາເວລາເຈັບປ່ວຍ.’”
ຜົນປະໂຫຍດຢ່າງທີ 2. ການອອກກຳລັງກາຍເຮັດໃຫ້ມີການປ່ອຍສານເຄມີໃນສະໝອງທີ່ຊ່ວຍໃຫ້ຈິດໃຈສະຫງົບ. ນາງເອມິລີອາຍຸ 16 ປີເວົ້າວ່າ: “ການແລ່ນເປັນການປົດປ່ອຍທີ່ດີເມື່ອຂ້ອຍມີຫຼາຍເລື່ອງທີ່ຕ້ອງຄຶດ. ຂ້ອຍຮູ້ສຶກວ່າຮ່າງກາຍສົດຊື່ນແລະອາລົມຜ່ອນຄາຍຫຼາຍ.”
ຜົນປະໂຫຍດຢ່າງທີ 3. ການອອກກຳລັງກາຍເຮັດໃຫ້ມ່ວນຊື່ນ. ນາງຣຸດອາຍຸ 22 ປີເວົ້າວ່າ: “ຂ້ອຍມັກກິດຈະກຳກາງແຈ້ງ ດັ່ງນັ້ນຈຶ່ງອອກກຳລັງກາຍດ້ວຍການຍ່າງ ການລອຍນ້ຳ ແລະການຂີ່ລົດຖີບ.”
ເຄັດລັບສູ່ຄວາມສຳເລັດ ໃຫ້ກັນເວລາໄວ້ອາທິດລະສາມເທື່ອຢ່າງໜ້ອຍເທື່ອລະ 20 ນາທີເພື່ອເຮັດກິດຈະກຳທີ່ຕ້ອງອອກກຳລັງກາຍຫຼາຍໆຕາມທີ່ເຈົ້າມັກ.
ນອນຫຼັບດີ—ການເຮັດວຽກກໍດີນຳ!
ຄຳພີໄບເບິນກ່າວວ່າ: “ຝ່າມືເບື້ອງດຽວເຕັມແລະມີຄວາມສຸກກະເສີມດ້ວຍກໍປະເສີດກວ່າມືທັງສອງເຕັມແລະມີວຽກແລະໄລ່ຕິດຕາມລົມ.” (ຜູ້ເທສະໜາປ່າວປະກາດ 4:6) ຖ້ານອນຫຼັບບໍ່ພຽງພໍ ເຈົ້າຈະເຮັດວຽກບໍ່ໄດ້ດີປານໃດ!
ນາງຣາເຊວອາຍຸ 19 ປີເວົ້າວ່າ: “ຖ້າຂ້ອຍນອນບໍ່ພໍ ຂ້ອຍບໍ່ສາມາດເຮັດວຽກໄດ້ແບບປົກກະຕິ. ຂ້ອຍບໍ່ມີສະມາທິເລີຍ!”
ນາງຄລິດສະຕີນອາຍຸ 19 ປີເວົ້າວ່າ: “ເມື່ອຮອດຕອນບ່າຍ 2 ໂມງ ຂ້ອຍເມື່ອຍເອົາແທ້ເອົາວ່າຈົນເກືອບນອນຫຼັບໃນຂະນະທີ່ເວົ້າລົມກັນຢູ່!”
ເຈົ້າຈຳເປັນຕ້ອງນອນຫຼັບໃຫ້ຫຼາຍຂຶ້ນບໍ? ຕໍ່ໄປນີ້ເປັນສິ່ງທີ່ບາງຄົນໃນໄວດຽວກັບເຈົ້າໄດ້ເຮັດ.
ຫຼີກລ່ຽງການນອນເດິກ. ນາງເຄັດເທີລີນອາຍຸ 18 ປີບອກວ່າ: “ຂ້ອຍພະຍາຍາມໄປນອນບໍ່ເດິກປານໃດ.”
ບໍ່ລົມກັບໝູ່ຕອນເດິກໆ. ທ້າວຣິຊາດອາຍຸ 21 ປີເວົ້າວ່າ: “ບາງເທື່ອໝູ່ໂທລະສັບມາຫາຫຼືສົ່ງຂໍ້ຄວາມມາຫາຕອນເດິກໆ ແຕ່ໃນມໍ່ໆນີ້ຂ້ອຍຮຽນຮູ້ທີ່ຈະເຊົາລົມແລະໄປນອນ.”
ຕັ້ງໃຈໄປນອນໃຫ້ເປັນເວລາ. ນາງເຈັນນີເຟີອາຍຸ 20 ປີເວົ້າວ່າ: “ເມື່ອບໍ່ດົນມານີ້ຂ້ອຍພະຍາຍາມໄປນອນແລະຕື່ນໃຫ້ເປັນເວລາທຸກມື້.”
ເຄັດລັບສູ່ຄວາມສຳເລັດ ພະຍາຍາມນອນໃຫ້ໄດ້ຢ່າງໜ້ອຍຄືນລະແປດຊົ່ວໂມງ.
ເຈົ້າຈະໄດ້ຮັບຜົນປະໂຫຍດຖ້າພຽງແຕ່ເຮັດຕາມຂັ້ນຕອນງ່າຍໆສອງສາມຂັ້ນຕອນໃນການເບິ່ງແຍງຕົວເອງ. ຂໍໃຫ້ຈື່ໄວ້ວ່າ ການມີສຸຂະພາບດີຈະຊ່ວຍໃຫ້ເປັນຕາເບິ່ງ ຮູ້ສຶກດີ ແລະເຮັດວຽກໄດ້ດີ. ບໍ່ຄືກັບສິ່ງອື່ນໃນຊີວິດ ສຸຂະພາບເປັນສິ່ງທີ່ເຈົ້າສາມາດຄວບຄຸມໄດ້ ໃນລະດັບໃດໜຶ່ງ. ນາງເອຣິນອາຍຸ 19 ປີເວົ້າວ່າ: “ໃນທີ່ສຸດ ສຸຂະພາບຂອງເຈົ້າຂຶ້ນກັບຕົວເຈົ້າເອງ ຜູ້ດຽວ.”
ເຈົ້າແລະພໍ່ແມ່ບໍ່ເຫັນດີນຳກັນກ່ຽວກັບເລື່ອງເຄື່ອງນຸ່ງບໍ? ໃຫ້ພິຈາລະນາເຖິງວິທີທີ່ສາມາດເຫັນດີນຳກັນໄດ້!
[ຂໍ້ຄວາມໄຂເງື່ອນ]
a ພວກເຮົາຍອມຮັບວ່າຫຼາຍຄົນປະສົບກັບບັນຫາສຸຂະພາບຫຼືຄວາມພິການທີ່ບໍ່ສາມາດຮັກສາໄດ້. ບົດນີ້ສາມາດຊ່ວຍຄົນເຊັ່ນນັ້ນໃຫ້ມີສຸຂະພາບທີ່ດີຂຶ້ນໄດ້ຕາມສະພາບຂອງຕົນ.
ຂໍ້ພະຄຳພີຫຼັກ
“ການຫັດເຫື່ອແຮງກໍມີປະໂຫຍດ.”—1 ຕີໂມເຕ 4:8.
ຄຳແນະນຳ
ໃຫ້ຊອກໝູ່ອອກກຳລັງກາຍນຳ. ການເຮັດແບບນີ້ຈະຊ່ວຍຊຸກຍູ້ເຈົ້າເພາະບໍ່ຢາກເຮັດໃຫ້ໝູ່ຜິດຫວັງ.
ເຈົ້າຮູ້ບໍ . . .?
ການອອກກຳລັງກາຍເຮັດໃຫ້ຮ່າງກາຍປ່ອຍທາດເຄມີອອງດ໋ອກຟິນໃນສະໝອງທີ່ສາມາດຜ່ອນຄາຍຄວາມເຈັບປວດແລະເຮັດໃຫ້ຮູ້ສຶກຢູ່ສະບາຍ.
ແຜນພາກປະຕິບັດ!
ເປົ້າໝາຍທີ່ສົມເຫດຜົນເຊິ່ງຂ້ອຍອາດຕັ້ງໄດ້ໃນເລື່ອງການກິນແມ່ນ ․․․․․
ເປົ້າໝາຍທີ່ສົມເຫດຜົນເຊິ່ງຂ້ອຍອາດຕັ້ງໄດ້ ໃນເລື່ອງການອອກກຳລັງກາຍແມ່ນ ․․․․․
ຂ້ອຍຈະພະຍາຍາມນອນ ․․․․․ ຊົ່ວໂມງຕໍ່ຄືນສຳລັບເດືອນຕໍ່ໄປ.
ສິ່ງທີ່ຂ້ອຍຢາກຖາມພໍ່ (ແມ່) ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດວ່າແນວໃດ?
• ການເບິ່ງແຍງສຸຂະພາບຂອງເຈົ້າມີຜົນກະທົບແນວໃດຕໍ່ຄວາມໝັ້ນໃຈຂອງເຈົ້າເອງ?
• ມີສິ່ງໃດທີ່ສຳຄັນກວ່າການເບິ່ງແຍງສຸຂະພາບຂອງຕົວເອງ?—1 ຕີໂມເຕ 4:8.
[ຈຸດເດັ່ນໜ້າ 74]
“ຂ້ອຍມັກຄວາມຮູ້ສຶກຕອນທີ່ໄດ້ອອກກຳລັງກາຍ. ແລະເມື່ອຮູບຮ່າງດີຂຶ້ນຍ້ອນການອອກກຳລັງກາຍຂ້ອຍຮູ້ສຶກໝັ້ນໃຈໃນຕົວເອງຫຼາຍ!”—ນາງ ເອມິລີ
[ກອບໜ້າ 73]
“ຂ້ອຍປັບປຸງຮູບແບບຊີວິດ”
“ຂ້ອຍເປັນໄວຮຸ່ນທີ່ຕຸ້ຍຫຼາຍ ເຊິ່ງຂ້ອຍບໍ່ຢາກເປັນເຊັ່ນນັ້ນ. ຂ້ອຍບໍ່ມັກຮູບຮ່າງຂອງຕົນເອງແລະຄວາມຮູ້ສຶກທີ່ຕົນເອງມີ! ບາງຄັ້ງຂ້ອຍພະຍາຍາມລົດນ້ຳໜັກດ້ວຍອາຫານພິເສດ ແຕ່ກໍກັບມາຕຸ້ຍຄືເກົ່າທຸກຄັ້ງ. ດັ່ງນັ້ນ ເມື່ອອາຍຸ 15 ປີຂ້ອຍຕັດສິນໃຈວ່າບໍ່ຢາກຕຸ້ຍອີກຕໍ່ໄປແລ້ວແລະຈຳເປັນຕ້ອງປັບປຸງຮູບແບບຊີວິດຂອງຕົນເອງ. ຂ້ອຍຕ້ອງການລົດນ້ຳໜັກຢ່າງຖືກວິທີ ເຊິ່ງຈະບໍ່ກັບມາຕຸ້ຍອີກຕະຫຼອດຊີວິດ. ຂ້ອຍຊື້ປຶ້ມທີ່ເວົ້າເລື່ອງອາຫານພື້ນຖານເຊິ່ງບຳລຸງຮ່າງກາຍແລະຫຼັກການອອກກຳລັງກາຍ ແລ້ວຂ້ອຍເຮັດຕາມສິ່ງທີ່ໄດ້ອ່ານ. ຂ້ອຍຕັ້ງໃຈແນວແນ່ເຖິງແມ່ນວ່າເຮັດບໍ່ໄດ້ເປັນບາງຄັ້ງຄາວຫຼືຮູ້ສຶກທໍ້ໃຈ ແຕ່ກໍບໍ່ຍອມແພ້. ເດົາເບິ່ງວ່າເກີດຫຍັງຂຶ້ນ? ມັນໄດ້ຜົນ! ພາຍໃນເວລາໜຶ່ງປີ ຂ້ອຍລົດນ້ຳໜັກໄດ້ 27 ກິໂລ. ຂ້ອຍຮັກສານ້ຳໜັກຄົງທີ່ເປັນເວລາສອງປີ. ຂ້ອຍບໍ່ເຄີຍຄິດວ່າຈະເປັນໄປໄດ້! ຂ້ອຍຄິດວ່າເຫດຜົນທີ່ຂ້ອຍປະສົບຜົນສຳເລັດຄືຂ້ອຍບໍ່ໄດ້ຄວບຄຸມອາຫານພຽງຢ່າງດຽວ ຂ້ອຍປັບປຸງຮູບແບບຊີວິດ.”—ນາງ ເຄັດເທິຣິນ ອາຍຸ 18 ປີ.
[ຮູບພາບໜ້າ 74]
ສຸຂະພາບຂອງເຈົ້າເປັນຄືກັບລົດ ຖ້າບໍ່ຮັກສາໃນແບບທີ່ຖືກຕ້ອງ ມັນກໍຈະເພ