ບົດທີ 7
ຈະເປັນແນວໃດຖ້າຂ້ອຍບໍ່ມັກຮູບຮ່າງໜ້າຕາໂຕເອງ?
ເຈົ້າບໍ່ມັກຮູບຮ່າງໜ້າຕາຂອງໂຕເອງບໍ?
□ ແມ່ນ □ ບໍ່ແມ່ນ
ເຈົ້າເຄີຍຄິດທີ່ຈະແກ້ໄຂຂໍ້ບົກພ່ອງເຫຼົ່ານັ້ນໂດຍການອົດເຂົ້າຫຼືເຮັດສັນຍະກຳບໍ?
□ ແມ່ນ □ ບໍ່ແມ່ນ
ຖ້າເຮັດໄດ້ ເຈົ້າຢາກແກ້ໄຂສ່ວນໃດຂອງຮ່າງກາຍ? (ໃຫ້ຂີດອ້ອມໃສ່ຂໍ້ນັ້ນ)
ຄວາມສູງ
ນ້ຳໜັກ
ຮູບຮ່າງ
ຜົມ
ສີຜິວ
ດັງ
ຖ້າໃນຄຳຖາມ 2 ຂໍ້ທຳອິດເຈົ້າຕອບວ່າແມ່ນ ແລະໃນຂໍ້ 3 ເຈົ້າຂີດອ້ອມເອົາສາມຢ່າງຂຶ້ນໄປ ເຈົ້າອາດຄິດວ່າໂຕເອງບໍ່ງາມ. ແຕ່ຄົນອື່ນບໍ່ໄດ້ຄິດແບບນັ້ນ. ເຈົ້າອາດຄິດຫຼາຍເກີນໄປເລື່ອງຮູບຮ່າງໜ້າຕາຂອງໂຕເອງ. ຈາກການສຳຫຼວດພົບວ່າຜູ້ຍິງມັກຈະຢ້ານນ້ຳໜັກຂຶ້ນຫຼາຍກວ່າຢ້ານເປັນມະເຮັງ ຢ້ານສູນເສຍພໍ່ແມ່ ຫຼືຢ້ານສົງຄາມນິວເຄຼຍ!
ແນ່ນອນວ່າຮູບຮ່າງໜ້າຕາມີຜົນຕໍ່ວິທີທີ່ເຈົ້າເບິ່ງໂຕເອງ ແລະວິທີທີ່ຜູ້ອື່ນປະຕິບັດຕໍ່ເຈົ້າ. ມາຣິຊ້າອາຍຸ 19 ປີບອກວ່າ: “ເມື່ອໃຫຍ່ຂຶ້ນ ເອື້ອຍຂອງຂ້ອຍທັງສອງຄົນງາມຫຼາຍ ແຕ່ຂ້ອຍພັດຕຸ້ຍ. ຢູ່ໂຮງຮຽນມີແຕ່ຄົນເຍາະເຍີ້ຍຂ້ອຍ. ແຕ່ທີ່ເຈັບສຸດແມ່ນ ປ້າຂອງຂ້ອຍຕັ້ງຊື່ຫຼິ້ນໃຫ້ຂ້ອຍວ່າ ອຸ້ຍລຸ້ຍ ເຊິ່ງເປັນຊື່ດຽວກັບໝາຂອງລາວທີ່ໂຕນ້ອຍແລະຕຸ້ຍ!” ຈູລີ້ອາຍຸ 16 ປີກໍມີປະສົບການຄ້າຍກັນ. ລາວບອກວ່າ: “ຜູ້ຍິງຄົນໜຶ່ງຢູ່ໂຮງຮຽນເວົ້າຢອກຂ້ອຍວ່າ ‘ນາງແຂ້ວກະຕ່າຍ.’ ທີ່ຈິງມັນກໍບໍ່ໄດ້ເປັນຫຍັງດອກ ແຕ່ມັນເຮັດໃຫ້ຂ້ອຍຮູ້ສຶກບໍ່ດີ ແລະແມ່ນແຕ່ຕອນນີ້ ຂ້ອຍກໍຍັງຮູ້ສຶກອາຍເລື່ອງແຂ້ວຂອງໂຕເອງຢູ່!”
ສົນໃຈຫຼືໝົກມຸ້ນ?
ມັນກໍບໍ່ຜິດທີ່ເຈົ້າຈະສົນໃຈຮູບຮ່າງໜ້າຕາຂອງໂຕເອງ. ທີ່ຈິງ ຄຳພີໄບເບິນເວົ້າເຖິງຍິງຊາຍຫຼາຍຄົນທີ່ມີຮູບຮ່າງໜ້າຕາດີ ເຊັ່ນ: ຊາຣາ ຣາເຄນ ໂຢເຊັບ ດາວິດ ແລະອາບີກາຍນຳ. ຄຳພີໄບເບິນບອກວ່າຜູ້ຍິງຄົນໜຶ່ງທີ່ຊື່ອາບີຊາກ “ງາມແທ້ງາມວ່າ.”—1 ກະສັດ 1:4
ແຕ່ໄວລຸ້ນຫຼາຍຄົນມັກໝົກມຸ້ນຢູ່ກັບຮູບຮ່າງໜ້າຕາຂອງໂຕເອງ. ຕົວຢ່າງເຊັ່ນ ຜູ້ຍິງບາງຄົນເຊື່ອວ່າໂຕເອງຕ້ອງມີຮູບຮ່າງຈ່ອຍໆນ້ອຍໆຈຶ່ງຈະງາມ ແລະບັນດານາງແບບທີ່ຫຸ່ນຈ່ອຍໆເຊິ່ງໂຄສະນາຢູ່ວາລະສານຕ່າງໆກໍແຮ່ງເຮັດໃຫ້ຫຼາຍຄົນເຊື່ອແບບນັ້ນ. ເຂົາເຈົ້າລືມໄປວ່າຮູບທີ່ເຫັນນັ້ນຖືກເອົາມາແຕ່ງຢູ່ຄອມພິວເຕີເພື່ອເຮັດໃຫ້ນາງແບບງາມຂຶ້ນ. ສ່ວນນາງແບບທີ່ຄີງບາງຮ່າງນ້ອຍກໍຕ້ອງຮັກສາຫຸ່ນໄວ້ໂດຍການອົດອາຫານ! ຖ້າເຈົ້າປຽບທຽບໂຕເອງກັບນາງແບບເຫຼົ່ານັ້ນ ເຈົ້າອາດຈະຮູ້ສຶກທຸກໃຈໄດ້. ແລ້ວເຈົ້າຈະເຮັດແນວໃດຖ້າບໍ່ພໍໃຈກັບຮູບຮ່າງໜ້າຕາຂອງໂຕເອງແທ້ໆ? ກ່ອນອື່ນ ເຈົ້າຕ້ອງເບິ່ງໂຕເອງຕາມຄວາມເປັນຈິງ.
ເຈົ້າເບິ່ງໂຕເອງຜິດພ້ຽນໄປບໍ?
ເຈົ້າເຄີຍເບິ່ງໂຕເອງໃນແວ່ນທີ່ເຮັດໃຫ້ພາບຜິດພ້ຽນໄປບໍ? ພາບທີ່ເຈົ້າເຫັນຈະເບິ່ງຄືນ້ອຍກວ່າຫຼືໃຫຍ່ກວ່າຄວາມເປັນຈິງ. ແຕ່ບໍ່ວ່າຈະເປັນແບບໃດ ມັນກໍບໍ່ແມ່ນພາບສະທ້ອນທີ່ຖືກຕ້ອງ.
ຄ້າຍຄືກັນ ໄວລຸ້ນຫຼາຍຄົນເບິ່ງໂຕເອງຜິດພ້ຽນໄປ. ການສຳຫຼວດໜຶ່ງພົບວ່າ ຜູ້ຍິງ 58 ເປີເຊັນຄິດວ່າໂຕເອງມີນ້ຳໜັກເກີນ ແຕ່ທີ່ຈິງມີພຽງ 17 ເປີເຊັນທີ່ເປັນແບບນັ້ນ. ອີກການສຳຫຼວດໜຶ່ງພົບວ່າ 45 ເປີເຊັນຂອງຜູ້ຍິງທີ່ຄິດວ່າໂຕເອງມີນ້ຳໜັກເກີນ ທີ່ຈິງແລ້ວມີນ້ຳໜັກຕ່ຳກວ່າມາດຕະຖານ!
ນັກວິໄຈບາງຄົນບອກວ່າຜູ້ຍິງສ່ວນໃຫຍ່ມັກກັງວົນເລື່ອງນ້ຳໜັກຂອງໂຕເອງຫຼາຍເກີນໄປ. ແຕ່ຖ້າເຈົ້າມີຮູບຮ່າງທີ່ໃຫຍ່ແທ້ໆກໍມີເຫດຜົນທີ່ຈະກັງວົນ. ຖ້າເປັນແບບນັ້ນຈະເຮັດແນວໃດ? ໃຫ້ເຮົາມາເບິ່ງສາເຫດນຳກັນກ່ອນ.
ສາເຫດຫຼັກແມ່ນມາຈາກກຳມະພັນ. ບາງຄົນມີຮູບຮ່າງຈ່ອຍຜອມໂດຍທຳມະຊາດ. ແຕ່ຖ້າກຳມະພັນຂອງເຈົ້າກຳນົດໃຫ້ມີຮູບຮ່າງກົມແລະມີເນື້ອມີໜັງ ກໍເປັນໄປໄດ້ຍາກທີ່ເຈົ້າຈະຈ່ອຍ. ເຖິງວ່າເຈົ້າຈະມີນ້ຳໜັກພໍດີຕາມມາດຕະຖານ ເຈົ້າກໍອາດຈະຍັງຮູ້ສຶກວ່າໂຕເອງຕຸ້ຍເກີນໄປ. ການອອກກຳລັງກາຍແລະການຄວບຄຸມອາຫານອາດຊ່ວຍໄດ້ຢູ່ ແຕ່ເຈົ້າບໍ່ສາມາດປ່ຽນຮູບຮ່າງທີ່ເປັນມາແຕ່ເກີດໄດ້.
ອີກສາເຫດໜຶ່ງທີ່ອາດມີຜົນແມ່ນ ການປ່ຽນແປງໃນຊ່ວງໄວລຸ້ນ. ເມື່ອຮອດຊ່ວງຂຶ້ນສາວ ຜູ້ຍິງຈະມີໄຂມັນໃນຮ່າງກາຍເພີ່ມຂຶ້ນຈາກ 8 ເປີເຊັນເປັນ 22 ເປີເຊັນ. ເດັກນ້ອຍຜູ້ຍິງອາຍຸ 11-12 ປີທີ່ອວບອ້ວນກໍຈະກາຍເປັນໄວລຸ້ນທີ່ມີຮູບຮ່າງເປັນສັດເປັນສ່ວນ. ແຕ່ຖ້າຮູບຮ່າງຂອງເຈົ້າບໍ່ດີຍ້ອນຂາດສານອາຫານຫຼືຍ້ອນບໍ່ໄດ້ອອກກຳລັງກາຍ ເຈົ້າຈະເຮັດແນວໃດ? ແລະຈະເປັນແນວໃດຖ້າເຈົ້າຕ້ອງຫຼຸດນ້ຳໜັກແທ້ໆຍ້ອນບັນຫາສຸຂະພາບ?
ການຫຼຸດນ້ຳໜັກທີ່ຖືກຕ້ອງ
ຄຳພີໄບເບິນແນະນຳໃຫ້ເຮົາ “ຄວບຄຸມໂຕເອງໄດ້ໃນທຸກດ້ານ.” (1 ຕີໂມທຽວ 3:11) ດັ່ງນັ້ນ ຢ່າອົດອາຫານຫຼືຄວບຄຸມອາຫານຫຼາຍເກີນໄປ. ວິທີທີ່ດີທີ່ສຸດໃນການຫຼຸດນ້ຳໜັກແມ່ນ ການກິນອາຫານທີ່ມີປະໂຫຍດແລະອອກກຳລັງກາຍແບບພໍດີ.
ຢ່າຫຼຸດນ້ຳໜັກແບບທີ່ຫຼາຍຄົນນິຍົມ ເຊັ່ນ ກິນຢາຫຼຸດນ້ຳໜັກ ເຊິ່ງອາດເຮັດໃຫ້ເຈົ້າບໍ່ຢາກກິນອາຫານຊົ່ວຄາວ ແຕ່ຮ່າງກາຍຈະປັບໂຕໄດ້ໄວຫຼາຍ ແລະເຈົ້າກໍກັບມາຢາກກິນອີກ. ນອກຈາກນັ້ນ ຢາອາດເຮັດໃຫ້ລະບົບເຜົາຜານຂອງເຈົ້າຊ້າລົງ ເຮັດໃຫ້ນ້ຳໜັກຂອງເຈົ້າເພີ່ມຂຶ້ນ ແລະມີຜົນຂ້າງຄຽງອື່ນໆນຳ ເຊັ່ນ ອາການວິນຫົວ ຄວາມດັນເລືອດສູງ ວິຕົກກັງວົນ ແລະອາດເຖິງຂັ້ນຕິດຢາໄດ້. ຢາໄລ່ຍ່ຽວຫຼືຢາທີ່ເລັ່ງການເຜົາຜານກໍມີຜົນຂ້າງຄຽງຄືກັນ.
ແຕ່ຖ້າເຈົ້າກິນອາຫານຢ່າງເໝາະສົມແລະອອກກຳລັງກາຍສະໝ່ຳສະເໝີ ເຈົ້າກໍຈະຫຸ່ນດີແລະມີສຸຂະພາບທີ່ດີ. ການເຕັ້ນແອໂຣບິກເປັນປະຈຳຈະຊ່ວຍໃຫ້ເຈົ້າມີສຸຂະພາບດີຂຶ້ນ. ການເຮັດສິ່ງງ່າຍໆເຊັ່ນ ການຍ່າງໄວຫຼືຂຶ້ນລົງຂັ້ນໄດກໍຊ່ວຍໄດ້ຄືກັນ.
ລະວັງເປັນໂລກອະໂນເຣກເຊຍ!
ເມື່ອພະຍາຍາມຫຼຸດນ້ຳໜັກ ໜຸ່ມສາວບາງຄົນກາຍເປັນໂລກອະໂນເຣກເຊຍ (Anorexia) ເຊິ່ງກໍຄືມີອາການຜິດປົກກະຕິດ້ານການກິນແລະຈະກິນເຂົ້າແຕ່ໜ້ອຍດຽວຈົນເຮັດໃຫ້ເຖິງຕາຍໄດ້. ຫຼັງຈາກມາຊາມິໄປຫາໝໍທີ່ປິ່ນປົວໂລກອະໂນເຣກເຊຍໄດ້ສີ່ເດືອນ ລາວກໍເລົ່າວ່າ: “ເມື່ອມີຄົນບອກຂ້ອຍວ່າ ‘ເຈົ້າເບິ່ງຄືແຂງແຮງຂຶ້ນເນາະ’ ຂ້ອຍຈະຮູ້ສຶກວ່າ ‘ສົງໄສຂ້ອຍເລີ່ມຕຸ້ຍແລ້ວ.’ ບາງເທື່ອຂ້ອຍກໍຮ້ອງໄຫ້ແລະຄິດວ່າ ‘ຂ້ອຍຢາກນ້ຳໜັກສ່ຳເກົ່າສ່ຳກັບຕອນທີ່ຍັງບໍ່ໄດ້ໄປຫາໝໍ.’”
ຄົນເຮົາອາດເປັນໂລກອະໂນເຣກເຊຍໂດຍບໍ່ໄດ້ຕັ້ງໃຈ. ຕົວຢ່າງເຊັ່ນ ໄວລຸ້ນຍິງຄົນໜຶ່ງອາດເລີ່ມຫຼຸດນ້ຳໜັກປະມານ 1-2 ກິໂລກຣາມ. ເມື່ອຫຼຸດໄດ້ແລ້ວ ລາວກໍຍັງບໍ່ພໍໃຈ. ລາວແນມເບິ່ງໂຕເອງຢູ່ແວ່ນຢ່າງຜິດຫວັງແລະຄິດວ່າ “ຂ້ອຍຍັງຕຸ້ຍຢູ່!” ລາວເລີຍຕັ້ງໃຈຈະຫຼຸດນ້ຳໜັກອີກ ແລ້ວກໍຫຼຸດອີກ. ເປັນແບບນີ້ໄປເລື້ອຍໆ ຈົນໃນທີ່ສຸດເປັນໂລກອະໂນເຣກເຊຍ.
ຖ້າເຈົ້າມີອາການຂອງໂລກອະໂນເຣກເຊຍຫຼືຄວາມຜິດປົກກະຕິໃນການກິນອາຫານ ເຈົ້າຕ້ອງຂໍຄວາມຊ່ວຍເຫຼືອ. ໃຫ້ບອກພໍ່ແມ່ຫຼືຜູ້ໃຫຍ່ຄົນອື່ນໆທີ່ເຈົ້າໄວ້ໃຈ. ສຸພາສິດຂໍ້ໜຶ່ງໃນຄຳພີໄບເບິນບອກວ່າ: “ໝູ່ແທ້ສະແດງຄວາມຮັກສະເໝີ ແລະເປັນຄືກັບອ້າຍນ້ອງທີ່ເກີດມາເພື່ອຊ່ວຍກັນໃນຍາມທີ່ຍາກລຳບາກ.”—ສຸພາສິດ 17:17
ຄວາມງາມທີ່ແທ້ຈິງແມ່ນຫຍັງ?
ໂດຍລວມແລ້ວ ຄຳພີໄບເບິນບໍ່ໄດ້ເນັ້ນເລື່ອງຮູບຮ່າງໜ້າຕາຂອງຄົນເຮົາ. ແຕ່ເນັ້ນທີ່ບຸກຄົນພາຍໃນຫຼືນິດໄສໃຈຄໍຂອງເຮົາຕ່າງຫາກ ເພາະເປັນສິ່ງທີ່ພະເຈົ້າເບິ່ງວ່າມີຄ່າແລະສວຍງາມໃນສາຍຕາຂອງເພິ່ນ.—ສຸພາສິດ 11:20, 22
ໃຫ້ເຮົາມາເບິ່ງຕົວຢ່າງຂອງອັບຊາໂລມລູກຊາຍຂອງກະສັດດາວິດ. ຄຳພີໄບເບິນບອກວ່າ: “ທົ່ວແຜ່ນດິນອິດສະຣາເອນບໍ່ມີຜູ້ຊາຍຄົນໃດຖືກຍ້ອງວ່າຫຼໍ່ສ່ຳກັບອັບຊາໂລມ. ຕັ້ງແຕ່ຫົວຮອດຕີນ ລາວບໍ່ມີບ່ອນຕິເລີຍ.” (2 ຊາມູເອນ 14:25) ແຕ່ຊາຍໜຸ່ມຄົນນີ້ພັດທໍລະຍົດ. ຄວາມຍິ່ງແລະຄວາມທະເຍີທະຍານເຮັດໃຫ້ລາວພະຍາຍາມຍາດບັນລັງຂອງກະສັດທີ່ພະເຢໂຫວາແຕ່ງຕັ້ງ. ດັ່ງນັ້ນ ຄຳພີໄບເບິນຈຶ່ງເວົ້າເຖິງອັບຊາໂລມວ່າເປັນຄົນຊົ່ວ ບໍ່ສຳນຶກບຸນຄຸນແລະຄຽດແຄ້ນຄົນອື່ນຈົນລົງມືຂ້າ.
ສິ່ງທີ່ສຳຄັນຄື ‘ພະເຢໂຫວາເບິ່ງທີ່ຫົວໃຈ’ ບໍ່ໄດ້ເບິ່ງວ່າຜູ້ຍິງຄົນໃດຄີງບາງຮ່າງນ້ອຍ ຫຼືຜູ້ຊາຍຄົນໃດກ້າມໃຫຍ່ເປັນມັດ. (ສຸພາສິດ 21:2) ດັ່ງນັ້ນ ເຖິງວ່າການຢາກມີຮູບຮ່າງໜ້າຕາດີຈະບໍ່ໄດ້ຜິດຫຍັງ ແຕ່ສິ່ງທີ່ສຳຄັນກວ່າເລື່ອງໜ້າຕາກໍຄືນິດໄສໃຈຄໍ. ໃນຄວາມເປັນຈິງແລ້ວ ຄຸນລັກສະນະແບບຄລິດສະຕຽນຈະເຮັດໃຫ້ຜູ້ອື່ນມັກເຈົ້າຫຼາຍກວ່າການມີກ້າມເປັນມັດຫຼືໜ້າທ້ອງທີ່ກະຊັບ!
ອ່ານເພີ່ມເຕີມກ່ຽວກັບຫົວຂໍ້ນີ້ໃນເຫຼັ້ມທີ 1 ບົດທີ 10
ໜຸ່ມສາວຫຼາຍຄົນເຈັບປ່ວຍຊຳເຮື້ອຫຼືພິການ. ຖ້າເຈົ້າເປັນແບບນັ້ນ ເຈົ້າຈະຮັບມືໄດ້ແນວໃດ?
ຂໍ້ຄຳພີຫຼັກ
“ມະນຸດເບິ່ງໜ້າຕາພາຍນອກ ແຕ່ພະເຢໂຫວາເບິ່ງຫົວໃຈ.”—1 ຊາມູເອນ 16:7
ຄຳແນະນຳ
ຖ້າເຈົ້າຢາກຫຼຸດນ້ຳໜັກ . . .
● ຢ່າອົດອາຫານເຊົ້າ. ຖ້າເຈົ້າເຮັດແບບນັ້ນ ເຈົ້າຈະຫິວແລະກິນຫຼາຍກວ່າປົກກະຕິ.
● ໃຫ້ກິນນ້ຳຫຼາຍໆກ່ອນກິນອາຫານແຕ່ລະຄາບ. ມັນຈະຊ່ວຍຫຼຸດຄວາມຢາກອາຫານແລະຊ່ວຍຄວບຄຸມປະລິມານການກິນໄດ້.
ເຈົ້າຮູ້ບໍ . . . ?
ຜູ້ຊ່ຽວຊານບາງຄົນເຕືອນວ່າ ຖ້າເຈົ້າພະຍາຍາມອົດເຂົ້າເພື່ອຫຼຸດນ້ຳໜັກ ຮ່າງກາຍຂອງເຈົ້າກໍຈະປັບໂຕເຮັດໃຫ້ລະບົບເຜົາຜານເຮັດວຽກຊ້າລົງ ແລະນ້ຳໜັກເຈົ້າກໍຈະຂຶ້ນມາໄວຄືເກົ່າ!
ແຜນພາກປະຕິບັດ!
ຂ້ອຍຈະເບິ່ງແຍງສຸຂະພາບໃຫ້ດີຂຶ້ນໂດຍການ ․․․․․
ການອອກກຳລັງກາຍທີ່ເໝາະກັບຂ້ອຍແມ່ນ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ແມ່ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດແນວໃດ?
● ເຈົ້າຮູ້ສຶກແນວໃດກັບຮູບຮ່າງໜ້າຕາຂອງເຈົ້າ?
● ເຈົ້າຄິດວ່າຈະເຮັດແນວໃດເພື່ອໃຫ້ຮູບຮ່າງໜ້າຕາຂອງເຈົ້າດີຂຶ້ນ?
● ຖ້າໝູ່ເຈົ້າມີຄວາມຜິດປົກກະຕິດ້ານການກິນ ເຈົ້າຈະລົມກັບລາວແນວໃດ?
● ເຈົ້າຈະຊ່ວຍນ້ອງໃຫ້ມີທັດສະນະທີ່ສົມດຸນກ່ຽວກັບຮູບຮ່າງໜ້າຕາຂອງລາວແນວໃດ?
[ຖ້ອຍຄຳທີ່ຍົກມາໜ້າ 69]
“ຂ້ອຍຖືກຄົນອື່ນເວົ້າກວນຕະຫຼອດວ່າຕາໃຫຍ່ໂພດ. ຂ້ອຍພະຍາຍາມທີ່ຈະບໍ່ຄິດຫຼາຍແລະໝັ້ນໃຈວ່າໂຕເອງກໍມີຂໍ້ດີຢ່າງອື່ນ. ຕອນນີ້ຂ້ອຍພໍໃຈຮູບຮ່າງໜ້າຕາຂອງໂຕເອງ.”—ແອມເບີ
[ຮູບພາບໜ້າ 68]
ເມື່ອແຍງແວ່ນທີ່ເຮັດໃຫ້ພາບຜິດພ້ຽນ ພາບທີ່ເຫັນກໍຈະຜິດພ້ຽນຈາກຄວາມເປັນຈິງ. ເຈົ້າເບິ່ງໂຕເອງແບບນັ້ນບໍ?