ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຂ້ອຍ​ຄວນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ສູບ​ຢາ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
    • ບົດ​ທີ 33

      ຂ້ອຍ​ຄວນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ສູບ​ຢາ?

      ຂໍ​ໃຫ້​ເບິ່ງ​ທາງ​ເລືອກ​ຕ່າງໆ ທາງ​ລຸ່ມ​ນີ້ ແລະ​ໃຫ້​ໝາຍ ✔ ໃສ່​ໃນ​ປ່ອງ​ທາງ​ຂ້າງ​ຫົວ​ຂໍ້​ທີ່​ບົ່ງ​ບອກ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ເຈົ້າ.

      ◻ ຂ້ອຍ​ຢາກ​ຮູ້​ຢາກ​ເຫັນ

      ◻ ຂ້ອຍ​ກຳລັງ​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ

      ◻ ຂ້ອຍ​ຢາກ​ເຂົ້າ​ກັບ​ຄົນ​ອື່ນ​ໄດ້

      ◻ ຂ້ອຍ​ກັງວົນ​ກ່ຽວ​ກັບ​ນ້ຳ​ໜັກ​ຂອງ​ຕົວ​ເອງ

      ຖ້າ​ເຈົ້າ​ໄດ້​ໝາຍ​ປ່ອງ​ດ​ໜຶ່ງ ​ທີ່​ຢູ່​ໜ້າ 237 ເຈົ້າ​ອາດ​ຈະ​ມີ​ຄວາມ​ຮູ້ສຶກ​ຄ້າຍ​ຄື​ກັບ​ຄົນ​ຮຸ່ນ​ດຽວ​ກັນ​ທີ່​ສູບ​ຢາ​ຫຼື​ຄິດ​ທີ່​ຈະ​ສູບ​ຢາ.a ຕົວຢ່າງ​ເຊັ່ນ

      ການ​ສະໜອງ​ຄວາມ​ຢາກ​ຮູ້​ຢາກ​ເຫັນ. “ຂ້ອຍ​ຢາກ​ຮູ້​ວ່າ​ການ​ສູບ​ຢາ​ເປັນ​ແນວ​ໃດ ດັ່ງ​ນັ້ນ​ຈຶ່ງ​ຂໍ​ຢາ​ສູບ​ກອກ​ໜຶ່ງ​ຈາກ​ໝູ່​ຜູ້​ຍິງ​ຄົນ​ໜຶ່ງ​ຢູ່​ໂຮງ​ຮຽນ​ແລ້ວ​ກໍ​ລັກ​ສູບ.”—ນາງ ເທ​ຊີ.

      ການ​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ​ແລະ​ຢາກ​ເຂົ້າ​ກັບ​ຄົນ​ອື່ນ​ໄດ້. “ພວກ​ໝູ່​ຢູ່​ໂຮງ​ຮຽນ​ມັກ​ເວົ້າ​ວ່າ ‘ຂ້ອຍ​ຢາກ ​ສູບ​ຢາ’ ແລະ​ເມື່ອ​ສູບ​ແລ້ວ​ກໍ​ເວົ້າ​ວ່າ ‘ໄຄ​ແດ່ ບັດ​ນີ້​ພໍ​ຈະ​ອົດ​ທົນ​ໄດ້​ແລ້ວ!’ ຕອນ​ທີ່​ເຄັ່ງ​ຕຶງ ຂ້ອຍ​ຢາກ​ຮູ້ສຶກ​ແບບ​ນັ້ນ​ຄື​ກັນ.”—ນາງ ນິກກີ.

      ການ​ລົດ​ນ້ຳ​ໜັກ. “ຍິງ​ສາວ​ບາງ​ຄົນ​ສູບ​ຢາ​ເພື່ອ​ຮັກສາ​ຮູບ​ຮ່າງ​ໃຫ້​ຈ່ອຍ ມັນ​ງ່າຍ​ກວ່າ​ການ​ອົດ​ອາຫານ!”—ນາງ ຊາ​ມານ​ທາ.

      ແຕ່​ກ່ອນ​ທີ່​ຈະ​ຈູດ​ຢາ​ສູບ​ກອກ​ທຳອິດ ຫຼື​ກອກ​ຕໍ່​ໄປ ຂໍ​ໃຫ້​ຢຸດ​ຄິດ​ຈັກ​ບຶດ​ໜຶ່ງ​ກ່ອນ. ຢ່າ​ເປັນ​ຄື​ກັບ​ປາ​ທີ່​ໂດດ​ຄຸບ​ເຫຍື່ອ​ຢູ່​ເບັດ. ແມ່ນ​ຢູ່​ປາ​ອາດ​ໄດ້​ເຫຍື່ອ​ກິນ ແຕ່​ມັນ​ກໍ​ຕ້ອງ​ຕາຍ! ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ຈົ່ງ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ແລະ​ໃຊ້ “ຄວາມ​ສາມາດ​ໃນ​ການ​ຄິດ​ຢ່າງ​ຊັດເຈນ” ຂອງ​ເຈົ້າ. (2 ເປໂຕ 3:1, ລ.ມ.) ຂໍ​ໃຫ້​ຕອບ​ຄຳຖາມ​ຕ່າງໆຕໍ່​ໄປ​ນີ້.

      ເຈົ້າ​ຮູ້ຈັກ​ຫຍັງ​ແດ່​ກ່ຽວ​ກັບ​ການ​ສູບ​ຢາ?

      ໃຫ້​ໝາຍ​ໃສ່​ວ່າ​ຖືກ​ຫຼື​ຜິດ.

      ກ. ການ​ສູບ​ຢາ​ຊ່ວຍ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ.

      ◻ ຖືກ ◻ ຜິດ

      ຂ. ຂ້ອຍ​ປ່ອຍ​ຄວັນ​ຢາ​ສູບ​ອອກ​ມາ​ໄດ້​ເກືອບ​ທັງ​ໝົດ.

      ◻ ຖືກ ◻ ຜິດ

      ຄ. ການ​ສູບ​ຢາ​ຈະ​ບໍ່​ກະທົບ​ໃສ່​ສຸຂະພາບ​ຈົນ​ກວ່າ​ອາຍຸ​ໄດ້​ຫຼາຍ​ກວ່າ​ນີ້.

      ◻ ຖືກ ◻ ຜິດ

      ງ. ການ​ສູບ​ຢາ​ຈະ​ເຮັດ​ໃຫ້​ເພດ​ກົງ​ກັນ​ຂ້າມ​ສົນ​ໃຈ​ຫຼາຍ​ຂຶ້ນ.

      ◻ ຖືກ ◻ ຜິດ

      ຈ. ຖ້າ​ສູບ​ຢາ ຂ້ອຍ​ບໍ່​ໄດ້​ກໍ່​ຄວາມ​ເສຍຫາຍ​ໃຫ້​ໃຜ​ນອກ​ຈາກ​ຕົວ​ເອງ.

      ◻ ຖືກ ◻ ຜິດ

      ສ. ພະເຈົ້າ​ບໍ່​ສົນ​ໃຈ​ດອກ​ວ່າ​ຂ້ອຍ​ຈະ​ສູບ​ຢາ​ຫຼື​ບໍ່.

      ◻ ຖືກ ◻ ຜິດ

      ຄຳຕອບ

      ກ. ຜິດ. ເຖິງ​ແມ່ນ​ວ່າ​ການ​ສູບ​ຢາ​ຈະ​ບັນເທົາ​ຄວາມ​ເຄັ່ງ​ຕຶງ​ຈາກ​ອາການ​ຖອນ​ຢາ​ໄດ້​ຊົ່ວຄາວ ແຕ່​ນັກ​ວິທະຍາສາດ​ເຫັນ​ວ່າ​ທີ່​ຈິງ​ແລ້ວ​ສານ​ນິໂກຕີນ​ເຮັດ​ໃຫ້​ລະດັບ​ຮອກໂມນ​ຄວາມ​ເຄັ່ງ​ຕຶງ​ສູງ​ຂຶ້ນ.

      ຂ. ຜິດ. ການ​ສຶກສາ​ຄົ້ນ​ຄວ້າ​ບາງ​ຢ່າງ​ສະແດງ​ວ່າ​ຝຸ່ນ​ຄວັນ​ຢາ​ສູບ​ຫຼາຍ​ກວ່າ 80 ສ່ວນ​ຮ້ອຍ​ທີ່​ເຈົ້າ​ຫັນ​ໃຈ​ເຂົ້າ​ໄປ​ຍັງ​ຕົກ​ຄ້າງ​ຢູ່​ໃນ​ຮ່າງກາຍ.

      ຄ. ຜິດ. ເຖິງ​ແມ່ນ​ວ່າ​ອັນຕະລາຍ​ຈະ​ເພີ່ມ​ຂຶ້ນ​ໃນ​ກອກ​ຢາ​ແຕ່​ລະ​ກອກ​ທີ່​ເຈົ້າ​ສູບ ແຕ່​ຜົນ​ກະທົບ​ບາງ​ຢ່າງ​ເກີດ​ຂຶ້ນ​ໂດຍ​ທັນທີ. ບາງ​ຄົນ​ຕິດ​ຢາ​ສູບ​ຍ້ອນ​ການ​ສູບ​ຢາ​ພຽງ​ກອກ​ດຽວ. ຄວາມ​ສາມາດ​ໃນ​ການ​ເຮັດ​ວຽກ​ຂອງ​ປອດ​ຈະ​ຫລຸດ​ລົງ ແລະ​ເຈົ້າ​ຈະ​ໄອ​ຊຳເຮື້ອ. ຜິວ​ໜັງ​ຈະ​ຫ່ຽວ​ຫຼາຍ​ຂຶ້ນ​ແລະ​ໄວ​ຂຶ້ນ. ການ​ສູບ​ຢາ​ເພີ່ມ​ຄວາມ​ສ່ຽງ​ຕໍ່​ການ​ເສື່ອມ​ສະມັດຖະພາບ​ທາງ​ເພດ ມີ​ອາການ​ຕື່ນ​ຕົກໃຈ ແລະ​ຊຶມເສົ້າ.

      ງ. ຜິດ. ນັກ​ຄົ້ນ​ຄວ້າ​ຊື່ ລອຍ ຈອນ​ສະ​ຕັນ ເຫັນ​ວ່າ​ໄວຮຸ່ນ​ທີ່​ສູບ​ຢາ “ສູນ​ເສຍ​ພາບ​ພົດ​ໃນ​ສາຍ​ຕາ​ຂອງ​ເພດ​ກົງ​ກັນ​ຂ້າມ​ເປັນ​ສ່ວນ​ຫຼາຍ.”

      ຈ. ຜິດ. ການ​ຫັນ​ໃຈ​ເອົາ​ຄວັນ​ຢາ​ສູບ​ທີ່​ຄົນ​ອື່ນ​ປ່ອຍ​ອອກ​ມາ​ເຮັດ​ໃຫ້​ຫຼາຍ​ພັນ​ຄົນ​ເສຍ​ຊີວິດ​ໃນ​ແຕ່​ລະ​ປີ. ຄວັນ​ຢາ​ສູບ​ທຳລາຍ​ຄອບຄົວ ໝູ່​ເພື່ອນ ແລະ​ແມ່ນ​ແຕ່​ສັດ​ລ້ຽງ​ຂອງ​ເຈົ້າ.

      ສ. ຜິດ. ຜູ້​ທີ່​ຕ້ອງການ​ໄດ້​ຮັບ​ຄວາມ​ພໍ​ໃຈ​ຈາກ​ພະເຈົ້າ​ຈະ​ຕ້ອງ​ຊຳຮະ​ຕົວ​ເອງ​ຈາກ “ການ​ຖ່ອຍ​ຮ້າຍ​ແຫ່ງ​ເນື້ອ​ໜັງ . . . ທຸກ​ຢ່າງ.” (2 ໂກລິນໂທ 7:1) ແນ່ນອນ ການ​ສູບ​ຢາ​ເຮັດ​ໃຫ້​ຮ່າງກາຍ​ເປິ​ເປື້ອນ. ຖ້າ​ເລືອກ​ທີ່​ຈະ​ເຮັດ​ໃຫ້​ຕົວ​ເອງ​ເປິ​ເປື້ອນ ທຳ​ຮ້າຍ​ຕົວ​ເອງ​ແລະ​ຄົນ​ອື່ນ​ດ້ວຍ​ການ​ໃຊ້​ຢາ​ສູບ ເຈົ້າ​ບໍ່​ສາມາດ​ເປັນ​ມິດ​ກັບ​ພະເຈົ້າ​ໄດ້.—ມັດທາຍ 22:39; ຄາລາຊີ 5:19-21.

      ວິທີ​ຕ້ານ​ທານ

      ຈະ​ເຮັດ​ແນວ​ໃດ​ຖ້າ​ມີ​ຄົນ​ຍື່ນ​ຢາ​ສູບ​ໃຫ້​ເຈົ້າ​ສູບ? ການ​ຕອບ​ສັ້ນໆແຕ່​ວ່າ​ໜັກແໜ້ນ​ທີ່​ວ່າ: “ຂອບໃຈ ຂ້ອຍ​ບໍ່​ສູບ​ຢາ” ໃຊ້​ໄດ້​ຜົນ​ຫຼາຍ​ເທື່ອ. ຖ້າ​ຄົນ​ນັ້ນ​ຍັດ​ຢຽດ​ຫຼື​ແມ່ນ​ແຕ່​ທ້າທາຍ​ເຈົ້າ ຂໍ​ໃຫ້​ຈື່​ໄວ້​ວ່າ​ເຈົ້າ​ມີ​ສິດ​ທີ່​ຈະ​ເລືອກ. ເຈົ້າ​ອາດ​ບອກ​ວ່າ:

      • “ຂ້ອຍ​ຮູ້​ວ່າ​ການ​ສູບ​ຢາ​ເປັນ​ອັນຕະລາຍ​ແລະ​ຕັດສິນ​ໃຈ​ວ່າ​ຈະ​ບໍ່​ສູບ​ຢາ.”

      • “ຂ້ອຍ​ຍັງ​ມີ​ອະນາຄົດ​ຍາວ​ນານ ຂ້ອຍ​ຍັງ​ບໍ່​ທັນ​ຢາກ​ຕາຍ​ໄວ.”

      • “ເຈົ້າ​ຈະ​ບໍ່​ຍອມ​ໃຫ້​ຂ້ອຍ​ມີ​ສິດ​ທີ່​ຈະ​ເລືອກ​ບໍ?”

      ເຊັ່ນ​ດຽວ​ກັບ​ໜຸ່ມ​ສາວ​ທີ່​ກ່າວ​ເຖິງ​ໃນ​ຕອນ​ຕົ້ນ​ຂອງ​ບົດ​ນີ້ ເຈົ້າ​ອາດ​ພົບ​ວ່າ​ແຮງ​ກົດ​ດັນ​ສ່ວນ​ຫຼາຍ​ມາ​ຈາກ​ພາຍ​ໃນ​ຕົວ​ເຈົ້າ. ຖ້າ​ເປັນ​ເຊັ່ນ​ນັ້ນ ເຈົ້າ​ສາມາດ​ຕ້ານ​ທານ​ຄວາມ​ປາຖະໜາ​ນັ້ນ​ໄດ້​ໂດຍ​ໃຫ້​ຄິດ​ຫາ​ເຫດຜົນ​ຈາກ​ຄຳຖາມ​ຕໍ່​ໄປ​ນີ້:

      • ‘ຂ້ອຍ​ຈະ​ໄດ້​ຮັບ​ປະໂຫຍດ​ແທ້ໆບໍ​ຈາກ​ການ​ສູບ​ຢາ? ຕົວຢ່າງ​ເຊັ່ນ ຖ້າ​ຂ້ອຍ​ຕັດສິນ​ໃຈ​ທີ່​ຈະ​ສູບ​ຢາ​ພຽງ​ເພື່ອ​ຈະ​ເປັນ​ທີ່​ຍອມ​ຮັບ​ຂອງ​ຄົນ​ອື່ນໆ ຂ້ອຍ​ຈະ​ເຂົ້າ​ກັນ​ໄດ້​ແທ້ໆກັບ​ຄົນ​ອື່ນ​ບໍ ໃນ​ເມື່ອ​ຂ້ອຍ​ເກືອບ​ຈະ​ບໍ່​ມີ​ອັນ​ໃດ​ອີກ​ເລີຍ​ທີ່​ຄື​ກັບ​ເຂົາ​ເຈົ້າ? ຂ້ອຍ​ຍັງ​ຢາກ ​ຈະ​ເຂົ້າ​ກັນ​ໄດ້​ກັບ​ຄົນ​ທີ່​ຮູ້ສຶກ​ຍິນດີ​ເມື່ອ​ເຫັນ​ຂ້ອຍ​ທຳລາຍ​ສຸຂະພາບ​ຂອງ​ຕົວ​ເອງ​ບໍ?’

      • ‘ຂ້ອຍ​ຈະ​ຕ້ອງ​ໃຊ້​ເງິນ​ເພື່ອ​ເປັນ​ຄ່າ​ຢາ​ສູບ​ແລະ​ຄ່າ​ປິ່ນປົວ​ສຸຂະພາບ​ຫຼາຍ​ສ່ຳ​ໃດ ແລະ​ຈະ​ຕ້ອງ​ສູນ​ເສຍ​ຄວາມ​ນັບຖື​ຈາກ​ຄົນ​ອື່ນ​ຫຼາຍ​ສ່ຳ​ໃດ?’

      • ‘ຂ້ອຍ​ເຕັມ​ໃຈ​ທີ່​ຈະ​ຕັດ​ມິດຕະພາບ​ກັບ​ພະເຈົ້າ​ເພື່ອ​ແລກ​ກັບ​ການ​ສູບ​ຢາ​ບໍ?’

      ແຕ່​ຈະ​ວ່າ​ແນວ​ໃດ​ຖ້າ​ເຈົ້າ​ຕິດ​ຢາ​ສູບ​ແລ້ວ? ເຈົ້າ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ເຊົາ​ສູບ​ຢາ?

      ວິທີ​ເຊົາ​ສູບ​ຢາ

      1. ໂນ້ມນ້າວ​ໃຈ​ຕົວ​ເອງ. ໃຫ້​ຂຽນ​ເຫດຜົນ​ຕ່າງໆທີ່​ເຈົ້າ ​ຄວນ​ເຊົາ​ສູບ​ຢາ ແລະ​ໃຫ້​ເຈົ້າ​ທົບ​ທວນ​ເຫດຜົນ​ນັ້ນ​ເລື້ອຍໆ. ຄວາມ​ປາຖະໜາ​ທີ່​ຢາກ​ເປັນ​ຄົນ​ສະອາດ​ໃນ​ສາຍ​ຕາ​ຂອງ​ພະເຈົ້າ​ສາມາດ​ເປັນ​ແຮງ​ກະຕຸ້ນ​ທີ່​ມີ​ພະລັງ​ຫຼາຍ.—ໂລມ 12:1; ເອເຟດ 4:17-19.

      2. ຂໍ​ຄວາມ​ຊ່ວຍເຫຼືອ. ຖ້າ​ເຈົ້າ​ລັກ​ສູບ​ຢາ​ໂດຍ​ທີ່​ບໍ່​ໃຫ້​ໃຜ​ຮູ້ ບັດ​ນີ້​ຮອດ​ເວລາ​ແລ້ວ​ທີ່​ຈະ​ບອກ​ໃຫ້​ຄົນ​ອື່ນ​ຮູ້. ບອກ​ຄົນ​ເຫຼົ່າ​ນັ້ນ​ທີ່​ເຈົ້າ​ເຄີຍ​ປິດ​ບັງ​ໃຫ້​ຮູ້​ວ່າ​ເຈົ້າ​ກຳລັງ​ຈະ​ເຊົາ ແລະ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ເຂົາ​ເຈົ້າ. ຖ້າ​ເຈົ້າ​ຕ້ອງການ​ຢາກ​ຮັບໃຊ້​ພະເຈົ້າ ໃຫ້​ອະທິດຖານ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະອົງ.—1 ໂຢຮັນ 5:14.

      3. ກຳນົດ​ມື້​ເຊົາ​ສູບ​ຢາ. ໃຫ້​ເວລາ​ຕົວ​ເອງ​ສອງ​ອາທິດ​ຫຼື​ໜ້ອຍ​ກວ່າ​ນັ້ນ ແລະ​ໃຫ້​ໝາຍ​ໃສ່​ໃນ​ປະຕິທິນ​ສຳລັບ​ມື້​ທີ່​ເຈົ້າ​ຕັ້ງ​ໃຈ​ທີ່​ຈະ​ເຊົາ​ສູບ​ຢາ. ໃຫ້​ບອກ​ຄອບຄົວ​ແລະ​ໝູ່​ເພື່ອນ​ວ່າ​ເຈົ້າ​ຈະ​ເຊົາ​ສູບ​ຢາ​ນັບ​ຕັ້ງ​ແຕ່​ມື້​ນັ້ນ​ເປັນ​ຕົ້ນ​ໄປ.

      4. ຊອກ​ຫາ​ແລະ​ທຳລາຍ. ກ່ອນ​ຈະ​ຮອດ​ມື້​ທີ່​ກຳນົດ​ໄວ້​ສຳລັບ​ການ​ເຊົາ​ສູບ​ຢາ ໃຫ້​ຊອກ​ຫາ​ຢາ​ສູບ​ຢ່າງ​ລະອຽດ​ໃນ​ຫ້ອງ​ນອນ ໃນ​ລົດ ແລະ​ຕູ້​ເຄື່ອງ​ນຸ່ງ ແລ້ວ​ທຳລາຍ​ມັນ. ເອົາ​ກະ​ໄຟແຊ໋ກ ກັບ​ໄຟ​ຂີດ ແລະ​ແນວ​ເຂ່ຍ​ຂີ້​ກອກ​ຢາ​ໄປ​ຖິ້ມ.

      5. ຮັບ​ມື​ກັບ​ອາການ​ຂອງ​ການ​ຖອນ​ພິດ​ຢາ. ດື່ມ​ນ້ຳ​ໝາກ​ໄມ້​ແລະ​ນ້ຳ​ລ້າ​ໃຫ້​ຫຼາຍ ແລະ​ໃຫ້​ນອນ​ຫຼາຍ​ກວ່າ​ປົກກະຕິ. ຂໍ​ໃຫ້​ຈື່​ໄວ້​ວ່າ​ຄວາມ​ຮູ້ສຶກ​ບໍ່​ສະບາຍ​ຈະ​ມີ​ຢູ່​ຊົ່ວຄາວ ແຕ່​ຂະນະ​ດຽວ​ກັນ​ຜົນ​ປະໂຫຍດ​ຈະ​ມີ​ຢູ່​ຖາວອນ!

      6. ຫຼີກ​ລ່ຽງ​ການ​ລໍ້​ໃຈ. ໃຫ້​ຫຼີກ​ໜີ​ຈາກ​ສະພາບການ​ແລະ​ສະຖານ​ທີ່​ຕ່າງໆທີ່​ຈະ​ຖືກ​ລໍ້​ໃຈ​ໃຫ້​ສູບ​ຢາ. ນອກ​ຈາກ​ນັ້ນ ເຈົ້າ​ອາດ​ຈຳເປັນ​ຕ້ອງ​ເຊົາ​ຄົບຫາ​ກັບ​ຄົນ​ທີ່​ສູບ​ຢາ.—ສຸພາສິດ 13:20.

      ຢ່າ​ຖືກ​ຫຼອກ​ລວງ

      ໃນ​ແຕ່​ລະ​ປີ ບໍລິສັດ​ຢາ​ສູບ​ໃຊ້​ເງິນ​ຫຼາຍ​ຕື້​ໂດລາ​ສະຫະລັດ​ອາເມລິກາ​ສຳລັບ​ການ​ໂຄສະນາ. ໃຜ​ຄື​ກຸ່ມ​ເປົ້າ​ໝາຍ? ເອກະສານ​ພາຍ​ໃນ​ຂອງ​ບໍລິສັດ​ຢາ​ສູບ​ກ່າວ​ດັ່ງ​ນີ້: “ໄວຮຸ່ນ​ໃນ​ວັນ​ນີ້​ສາມາດ​ເປັນ​ລູກ​ຄ້າ​ປະຈຳ​ໃນ​ວັນ​ໜ້າ.”

      ຢ່າ​ຍອມ​ໃຫ້​ພວກ​ນັກ​ທຸລະກິດ​ບໍລິສັດ​ຢາ​ສູບ​ດູດ​ເອົາ​ເງິນ​ໄປ​ຈາກ​ກະເປົ໋າ​ຂອງ​ເຈົ້າ. ຈະ​ກິນ​ເຫຍື່ອ​ລໍ້​ຂອງ​ເຂົາ​ເຈົ້າ​ເຮັດ​ຫຍັງ? ທັງ​ພວກ​ນັກ​ທຸລະກິດ​ຢາ​ສູບ​ແລະ​ໝູ່​ຂອງ​ເຈົ້າ​ທີ່​ສູບ​ຢາ​ລ້ວນ​ແຕ່​ບໍ່​ຫວັງ​ດີ​ນຳ​ເຈົ້າ. ແທນ​ທີ່​ຈະ​ຟັງ​ພວກ​ເຂົາ​ເຈົ້າ ຂໍ​ໃຫ້​ເຈົ້າ​ຟັງ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ແລະ​ຮຽນ​ຮູ້​ສິ່ງ​ທີ່​ເປັນ “ປະໂຫຍດ​ແກ່​ເຈົ້າ.”—ເອຊາອີ 48:17.

      ໃນ​ບົດ​ຕໍ່​ໄປ

      ໝູ່​ເພື່ອນ​ກົດ​ດັນ​ເຈົ້າ​ໃຫ້​ດື່ມ​ເຫຼົ້າ​ບໍ? ຈົ່ງ​ຮຽນ​ຮູ້​ເຫດຜົນ​ທີ່​ຈຳເປັນ​ຕ້ອງ​ຮູ້​ຂອບ​ເຂດ​ຈຳກັດ​ຂອງ​ຕົວ​ເອງ.

      [ຂໍ້​ຄວາມ​ໄຂ​ເງື່ອນ]

      a ເຖິງ​ແມ່ນ​ວ່າ​ໃນ​ບົດ​ນີ້​ຈະ​ພິຈາລະນາ​ກ່ຽວ​ກັບ​ຄົນ​ທີ່​ສູບ​ຢາ ແຕ່​ບັນຫາ​ແລະ​ອັນຕະລາຍ​ທີ່​ກ່າວ​ເຖິງ​ກໍ​ໃຊ້​ໄດ້​ກັບ​ຄົນ​ທີ່​ຄ້ຽວ​ຢາ​ເສັ້ນ.

      ຂໍ້​ພະ​ຄຳພີ​ຫຼັກ

      “ເຮົາ​ທັງ​ຫຼາຍ​ຕ້ອງ​ຊຳຮະ​ຕົວ​ໃຫ້​ປາສະຈາກ​ການ​ຖ່ອຍ​ຮ້າຍ​ແຫ່ງ​ເນື້ອ​ໜັງ.”—2 ໂກລິນໂທ 7:1.

      ຄຳ​ແນະນຳ

      ໃຫ້​ຫຼີກ​ລ່ຽງ​ການ​ອ້າງ​ເຫດຜົນ​ເຊັ່ນ ຄວາມ​ຄິດ​ທີ່​ວ່າ ‘ຂ້ອຍ​ຈະ​ສູບ​ຢາ​ພຽງ​ອຶກ​ດຽວ​ເທົ່າ​ນັ້ນ.’ ຫຼາຍ​ເທື່ອ​ການ​ສູບ​ຢາ​ພຽງ​ອຶກ​ດຽວ​ມັກ​ພາ​ໃຫ້​ເລີ່ມ​ຕົ້ນ​ສູບ​ຢາ​ຄືນ​ອີກ.—ເຢເຣມີ 17:9.

      ເຈົ້າ​ຮູ້​ບໍ . . .?

      ຢາ​ສູບ​ທີ່​ບໍ່​ມີ​ຄວັນ​ເຊັ່ນ ຢາ​ເສັ້ນ​ສຳລັບ​ຄ້ຽວ ໃຫ້​ສານ​ນິໂກຕີນ​ຫຼາຍ​ກວ່າ​ຢາ​ສູບ​ເປັນ​ກອກ​ແລະ​ມີ​ສານ​ປະກອບ​ທີ່​ພາ​ໃຫ້​ເປັນ​ມະເຮັງ​ຫຼາຍ​ກວ່າ 25 ຊະນິດ ເຊິ່ງ​ເພີ່ມ​ອັດຕາ​ສ່ຽງ​ໃຫ້​ຜູ້​ທີ່​ຄ້ຽວ​ຢາ​ເສັ້ນ​ທີ່​ຈະ​ເປັນ​ມະເຮັງ​ຢູ່​ໃນ​ລຳ​ຄໍ​ແລະ​ໃນ​ປາກ.

      ແຜນ​ພາກ​ປະຕິບັດ!

      ຖ້າ​ໝູ່​ຢູ່​ໂຮງ​ຮຽນ​ກົດ​ດັນ​ໃຫ້​ສູບ​ຢາ ຂ້ອຍ​ຈະ ․․․․․

      ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່ (ແມ່) ກ່ຽວ​ກັບ​ເລື່ອງ​ນີ້​ແມ່ນ ․․․․․

      ເຈົ້າ​ຄິດ​ວ່າ​ແນວ​ໃດ?

      • ເຖິງ​ແມ່ນ​ວ່າ​ຮູ້​ເຖິງ​ອັນຕະລາຍ ແຕ່​ເປັນ​ຫຍັງ​ເຈົ້າ​ອາດ​ຍັງ​ຖືກ​ລໍ້​ໃຈ​ໃຫ້​ສູບ​ຢາ?

      • ສິ່ງ​ໃດ​ທີ່​ເຮັດ​ໃຫ້​ເຈົ້າ​ແນ່​ໃຈ​ວ່າ​ການ​ສູບ​ຢາ​ແມ່ນ​ສິ່ງ​ທີ່​ບໍ່​ດີ?

      [ຈຸດເດັ່ນໜ້າ 240]

      “ເມື່ອ​ມີ​ຄົນ​ຍື່ນ​ຢາ​ສູບ​ໃຫ້​ສູບ ຂ້ອຍ​ພຽງ​ແຕ່​ຍິ້ມ​ແລະ​ຕອບ​ວ່າ ‘ຂອບໃຈ ຂ້ອຍ​ບໍ່​ຢາກ​ເປັນ​ມະເຮັງ.’”—ນາງ ເອລານາ

      [ກອບ/ຮູບ​ພາບ​ໜ້າ 241]

      ກັນຊາ​ເປັນ​ອັນຕະລາຍ​ແທ້ໆ​ບໍ?

      ນາງ​ເອເລນ​ເຊິ່ງ​ອາໄສ​ຢູ່​ປະເທດ​ອຽກລັງ (ໄອແລນ) ເວົ້າ​ວ່າ: “ບາງ​ຄົນ​ເວົ້າ​ວ່າ​ການ​ໃຊ້​ກັນຊາ​ເປັນ​ທາງ​ອອກ​ຂອງ​ບັນຫາ ແລະ​ບໍ່​ມີ​ຜົນ​ກະທົບ​ຂ້າງ​ຄຽງ​ຈັກ​ແນວ.” ເຈົ້າ​ເຄີຍ​ໄດ້​ຍິນ​ຄຳ​ເວົ້າ​ທີ່​ຄ້າຍໆກັນ​ນີ້​ກ່ຽວ​ກັບ​ກັນຊາ​ບໍ? ຂໍ​ໃຫ້​ສົມ​ທຽບ​ຄວາມ​ຄິດ​ຜິດໆທີ່​ມີ​ຢູ່​ທົ່ວໄປ​ກັບ​ຄວາມ​ເປັນ​ຈິງ.

      ຄວາມ​ຄິດ​ຜິດໆ. ກັນຊາ​ບໍ່​ໄດ້​ກໍ່​ຄວາມ​ເສຍຫາຍ.

      ຄວາມ​ເປັນ​ຈິງ. ເປັນ​ທີ່​ຮູ້ຈັກ​ຫຼື​ສົງໄສ​ກັນ​ວ່າ​ຜົນ​ກະທົບ​ໄລຍະ​ຍາວ​ຂອງ​ກັນຊາ​ແມ່ນ​ມີ​ດັ່ງ​ຕໍ່​ໄປ​ນີ້ ທຳລາຍ​ຄວາມ​ຊົງ​ຈຳ ສູນ​ເສຍ​ຄວາມ​ສາມາດ​ໃນ​ການ​ຮຽນ​ຮູ້ ປິດ​ກັ້ນ​ລະບົບ​ພູມ​ຕ້ານ​ທານ ພ້ອມ​ກັນ​ນັ້ນ​ກໍ​ເຮັດ​ໃຫ້​ເສື່ອມ​ສະມັດຖະພາບ​ທາງ​ເພດ​ຂອງ​ທັງ​ຜູ້​ຊາຍ​ແລະ​ຜູ້​ຍິງ. ກັນຊາ​ສາມາດ​ພາ​ໃຫ້​ເກີດ​ພາວະ​ກະວົນກະວາຍ ເປັນ​ໂລກ​ຈິດ ແລະ​ວິຕົກ​ສົງໄສ. ເດັກ​ນ້ອຍ​ທີ່​ເກີດ​ຈາກ​ຜູ້​ຍິງ​ທີ່​ສູບ​ກັນຊາ​ອາດ​ເປັນ​ໄປ​ໄດ້​ຫຼາຍ​ທີ່​ຈະ​ມີ​ບັນຫາ​ໃນ​ເລື່ອງ​ພຶດຕິກຳ ມີ​ສະມາທິ​ສັ້ນ ແລະ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ໃນ​ການ​ເຮັດ​ການ​ຕັດສິນ​ໃຈ.

      ຄວາມ​ຄິດ​ຜິດໆ. ຄວັນ​ຈາກ​ກັນຊາ​ເປັນ​ອັນຕະລາຍ​ໜ້ອຍ​ກວ່າ​ຄວັນ​ຈາກ​ຢາ​ສູບ.

      ຄວາມ​ເປັນ​ຈິງ. ເມື່ອ​ສົມ​ທຽບ​ກັບ​ການ​ສູບ​ຢາ ການ​ສູບ​ກັນຊາ​ຈະ​ເຮັດ​ໃຫ້​ສານ​ນ້ຳມັນ​ດິບ​ເກາະ​ຢູ່​ລະບົບ​ຫັນ​ໃຈ​ເຖິງ​ສີ່​ເທົ່າ ແລະ​ຈະ​ນຳ​ເອົາ​ອາຍ​ກາກບອນອົກຊິດ​ທີ່​ເປັນ​ພິດ​ເຂົ້າ​ໄປ​ໃນ​ລະບົບ​ເລືອດ​ເຖິງ​ຫ້າ​ເທົ່າ. ການ​ສູບ​ກັນຊາ​ຫ້າ​ກອກ​ສາມາດ​ສົ່ງ​ສານ​ພິດ​ທີ່​ພາ​ໃຫ້​ເກີດ​ມະເຮັງ​ໃນ​ປະລິມານ​ເທົ່າ​ກັນ​ກັບ​ການ​ສູບ​ຢາ​ໝົດ​ຊອງ.

      ຄວາມ​ຄິດ​ຜິດໆ. ກັນຊາ​ບໍ່​ສາມາດ​ຕິດ​ໄດ້.

      ຄວາມ​ເປັນ​ຈິງ. ໄວຮຸ່ນ​ທີ່​ມີ​ບັນຫາ​ທາງ​ຈິດ​ຫຼື​ທາງ​ອາລົມ​ສາມາດ​ກາຍ​ເປັນ​ຜູ້​ທີ່​ຕິດ​ກັນຊາ​ໄດ້​ໄວ. ສ່ວນ​ຄົນ​ອື່ນໆພາຍ​ຫຼັງ​ທີ່​ສູບ​ກັນຊາ​ເປັນ​ໄລຍະ​ເວລາ​ດົນ​ສາມາດ​ກາຍ​ເປັນ​ຄົນ​ທີ່​ຕິດ​ກັນຊາ​ໄດ້. ນອກ​ຈາກ​ນັ້ນ​ແລ້ວ ການ​ສຶກສາ​ຄົ້ນ​ຄວ້າ​ສະແດງ​ໃຫ້​ເຫັນ​ວ່າ​ໄວຮຸ່ນ​ທີ່​ສູບ​ກັນຊາ​ມີ​ຄວາມ​ສ່ຽງ​ສູງ​ຫຼາຍ​ໃນ​ການ​ຕິດ​ຢາເສບຕິດ​ປະເພດ​ອື່ນໆເຊັ່ນ ໂຄ​ເຄນ.

      [ກອບ/ຮູບ​ພາບ​ໜ້າ 244]

      ຜົນ​ກະທົບ​ຂອງ​ຢາ​ສູບ​ຕໍ່​ຮ່າງກາຍ​ຂອງ​ເຈົ້າ

      ໃຫ້​ເບິ່ງ​ຄົນ​ທີ່​ມີ​ສຸຂະພາບ​ແຂງແຮງ​ທີ່​ສະແດງ​ໃນ​ໂຄສະນາ​ຢາ​ສູບ ຈາກ​ນັ້ນ​ໃຫ້​ສົມ​ທຽບ​ຮູບ​ພາບ​ເຫຼົ່າ​ນັ້ນ​ກັບ​ສິ່ງ​ທີ່​ການ​ສູບ​ຢາ​ເຊິ່ງ​ແທ້​ຈິງ​ແລ້ວ​ສົ່ງ​ຜົນ​ກະທົບ​ຕໍ່​ຮ່າງກາຍ.

      ປາກ​ແລະ​ຮູ​ຄໍ ສາມາດ ເປັນ​ມະເຮັງ​ໄດ້

      [ຮູບພາບ]

      ເຮັດ​ໃຫ້​ລີ້ນ​ເປັນ​ມະເຮັງ

      ຫົວໃຈ ເຮັດ​ໃຫ້​ເສັ້ນ​ເລືອດ​ໃຫຍ່​ໃນ​ຫົວໃຈ​ແຂງ​ແລະ​ຕີບ ເຮັດ​ໃຫ້​ຫົວໃຈ​ຂາດ​ທາດ​ອົກຊີແຊນ ແລະ​ເພີ່ມ​ອັດຕາ​ສ່ຽງ​ຂອງ​ການ​ເປັນ​ພະຍາດ​ຫົວໃຈ​ເຖິງ​ສີ່​ເທົ່າ

      [ຮູບພາບ]

      ເຮັດ​ໃຫ້​ເສັ້ນ​ເລືອດ​ໃຫຍ່​ຕັນ

      ປອດ ທຳລາຍ​ຖົງ​ອາກາດ​ໃນ​ປອດ ເຮັດ​ໃຫ້​ຫຼອດ​ລົມ​ອັກເສບ ແລະ​ເພີ່ມ​ອັດຕາ​ສ່ຽງ​ໃນ​ການ​ເປັນ​ມະເຮັງ​ໃນ​ປອດ​ເຖິງ 23 ເທົ່າ

      [ຮູບພາບ]

      ປອດ​ຂອງ​ຄົນ​ທີ່​ສູບ​ຢາ

      ສະໝອງ ເພີ່ມ​ຄວາມ​ສ່ຽງ​ຕໍ່​ເສັ້ນ​ເລືອດ​ໃນ​ສະໝອງ​ອຸດ​ຕັນ​ເຖິງ​ສີ່​ເທົ່າ

      ຜິວ​ໜັງ ເຮັດ​ໃຫ້​ຫ່ຽວ​ກ່ອນ​ຮອດ​ອາຍຸ

      ແຂ້ວ ເຮັດ​ໃຫ້​ປ່ຽນ​ສີ

      ກະເພາະ ເຮັດ​ໃຫ້​ເປັນ​ມະເຮັງ

      ມ້າມ ເຮັດ​ໃຫ້​ເປັນ​ມະເຮັງ

      ພົກ​ຍ່ຽວ ເຮັດ​ໃຫ້​ເປັນ​ມະເຮັງ

      ໝາກ​ໄຂ່​ຫຼັງ ເຮັດ​ໃຫ້​ເປັນ​ມະເຮັງ

      [ຮູບ​ພາບ​ໜ້າ 239]

      ຄື​ກັບ​ປາ​ທີ່​ໂດດ​ຄຸບ​ເຫຍື່ອ​ຢູ່​ເບັດ ຜູ້​ທີ່​ສູບ​ຢາ​ໄດ້​ສິ່ງ​ຕອບ​ແທນ​ແຕ່​ຕ້ອງ​ຈ່າຍ​ດ້ວຍ​ລາຄາ​ແພງ

  • ດື່ມ​ເຫຼົ້າ​ຢ່າງ​ບໍ່​ອັ້ນ​ຜິດ​ຄື​ແນວ​ໃດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
    • ບົດ​ທີ 34

      ດື່ມ​ເຫຼົ້າ​ຢ່າງ​ບໍ່​ອັ້ນ​ຜິດ​ຄື​ແນວ​ໃດ?

      ເຈົ້າ​ຈະ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້​ແນວ​ໃດ? ໃຫ້​ໝາຍ ✔ ໃສ່​ໃນ​ປ່ອງ​ທາງ​ຂ້າງ​ຄຳຕອບ​ຂອງ​ເຈົ້າ.

      ມີ​ໝູ່​ຂອງ​ເຈົ້າ​ຄົນ​ໃດ​ບໍ​ທີ່​ດື່ມ​ເຫຼົ້າ​ກ່ອນ​ຮອດ​ກະສຽນ​ອາຍຸ​ຫຼື​ດື່ມ​ເຫຼົ້າ​ຢ່າງ​ບໍ່​ອັ້ນ?

      ◻ ມີ ◻ ບໍ່​ມີ

      ໝູ່​ເຄີຍ​ກົດ​ດັນ​ໃຫ້​ເຈົ້າ​ດື່ມ​ເຫຼົ້າ​ບໍ?

      ◻ ເຄີຍ ◻ ບໍ່​ເຄີຍ

      ເຈົ້າ​ເຄີຍ​ດື່ມ​ເຫຼົ້າ​ຢ່າງ​ບໍ່​ອັ້ນ​ບໍ?

      ◻ ເຄີຍ ◻ ບໍ່​ເຄີຍ

      ການ​ດື່ມ​ເຫຼົ້າ​ຢ່າງ​ບໍ່​ອັ້ນ​ແມ່ນ​ຫຍັງ? ບາງ​ຄົນ​ບອກ​ວ່າ​ມັນ​ຄື​ການ​ດື່ມ​ພຽງ​ເພື່ອ​ໃຫ້​ເມົາ. ລາຍງານ​ຂອງ​ສະຖາບັນ​ທີ່​ເບິ່ງ​ແຍງ​ດ້ານ​ການ​ໃຊ້​ເຄື່ອງ​ດື່ມ​ປະເພດ​ເຫຼົ້າ​ໃນ​ທາງ​ຜິດ​ແລະ​ພະຍາດ​ຕິດ​ເຫຼົ້າ​ແຫ່ງ​ສະຫະລັດ​ອາເມລິກາ​ພະຍາຍາມ​ຈະ​ອະທິບາຍ​ໃຫ້​ເຈາະ​ຈົງ​ຫຼາຍ​ກວ່າ​ນັ້ນ. ສະຖາບັນ​ນີ້​ຍັງ​ກ່າວ​ວ່າ: “ການ​ດື່ມ​ຢ່າງ​ບໍ່​ອັ້ນ​ໝາຍ​ເຖິງ​ການ​ດື່ມ​ຫ້າ​ຈອກ​ລຽນ​ຕິດ​ບາດ​ດຽວ​ຫຼື​ຫຼາຍ​ກວ່າ​ນັ້ນ​ສຳລັບ​ຜູ້​ຊາຍ ແລະ​ສີ່​ຈອກ​ລຽນ​ຕິດ​ບາດ​ດຽວ​ຫຼື​ຫຼາຍ​ກວ່າ​ນັ້ນ​ສຳລັບ​ຜູ້​ຍິງ.”

      ຖ້າ​ເຄີຍ​ຖືກ​ລໍ້​ໃຈ​ໃຫ້​ດື່ມ​ເຫຼົ້າ​ຫຼາຍ​ໂພດ​ຫຼື​ດື່ມ​ທັງໆທີ່​ອາຍຸ​ຍັງ​ບໍ່​ຮອດ​ກະສຽນ ບໍ່​ແມ່ນ​ມີ​ພຽງ​ແຕ່​ເຈົ້າ​ຄົນ​ດຽວ. ໜຸ່ມ​ສາວ​ຫຼາຍ​ຄົນ​ໃຊ້​ເຄື່ອງ​ດື່ມ​ປະເພດ​ເຫຼົ້າ​ໃນ​ທາງ​ທີ່​ຜິດ.a ແຕ່​ຂໍ​ໃຫ້​ຖາມ​ຕົວ​ເອງ​ວ່າ ‘ຂ້ອຍ​ຮູ້​ແທ້ໆບໍ​ເຖິງ​ເຫດຜົນ​ທີ່​ຂ້ອຍ​ຕ້ອງການ​ດື່ມ​ເຫຼົ້າ ແລະ​ເຫຼົ້າ​ສາມາດ​ມີ​ຜົນ​ກະທົບ​ຫຍັງ​ແດ່?’ ຕົວຢ່າງ​ເຊັ່ນ ເຈົ້າ​ຈະ​ຕອບ​ຄຳຖາມ​ເຫຼົ່າ​ນີ້​ທີ່​ວ່າ​ຖືກ​ຫຼື​ຜິດ​ວ່າ​ແນວ​ໃດ? ໃຫ້​ໝາຍ ✔ ໃນ​ປ່ອງ​ທາງ​ຂ້າງ​ຄຳຕອບ​ຂອງ​ເຈົ້າ ແລະ​ຈາກ​ນັ້ນ​ໃຫ້​ພິຈາລະນາ​ຂໍ້​ຄວາມ​ຈິງ​ຕ່າງໆ.

      ກ. ໄວຮຸ່ນ​ດື່ມ​ພຽງ​ຍ້ອນ​ວ່າ​ມັກ​ລົດ​ຊາດ​ຂອງ​ເຫຼົ້າ​ເທົ່າ​ນັ້ນ.

      ◻ ຖືກ ◻ ຜິດ

      ຂ. ເນື່ອງ​ຈາກ​ອາຍຸ​ຍັງ​ໜ້ອຍ​ແລະ​ສຸຂະພາບ​ດີ​ກວ່າ ໄວຮຸ່ນ​ປະສົບ​ກັບ​ຜົນ​ເສຍຫາຍ​ຂ້າງ​ຄຽງ​ໜ້ອຍ​ກວ່າ​ຈາກ​ການ​ໃຊ້​ເຫຼົ້າ​ແບບ​ຜິດໆເມື່ອ​ສົມ​ທຽບ​ກັບ​ຜູ້​ໃຫຍ່.

      ◻ ຖືກ ◻ ຜິດ

      ຄ. ການ​ດື່ມ​ເຫຼົ້າ​ຢ່າງ​ບໍ່​ອັ້ນ​ບໍ່​ໄດ້​ທຳລາຍ​ຊີວິດ.

      ◻ ຖືກ ◻ ຜິດ

      ງ. ຄຳພີ​ໄບເບິນ​ຕຳໜິ​ການ​ໃຊ້​ເຫຼົ້າ​ທຸກ​ຮູບ​ແບບ.

      ◻ ຖືກ ◻ ຜິດ

      ຈ. ຜົນ​ພຽງ​ຢ່າງ​ດຽວ​ຈາກ​ການ​ດື່ມ​ເຫຼົ້າ​ຢ່າງ​ບໍ່​ອັ້ນ​ແມ່ນ​ເສຍ​ສຸຂະພາບ.

      ◻ ຖືກ ◻ ຜິດ

      ກ. ໄວຮຸ່ນ​ດື່ມ​ພຽງ​ຍ້ອນ​ວ່າ​ມັກ​ລົດ​ຊາດ​ຂອງ​ເຫຼົ້າ​ເທົ່າ​ນັ້ນ. ຄຳຕອບ​ຄື ຜິດ. ໃນ​ການ​ສຳຫຼວດ​ຄວາມ​ຮູ້​ເລື່ອງ​ເຫຼົ້າ​ຢູ່​ປະເທດ​ອົດສະຕຣາລີ ຄົນ​ໜຸ່ມ​ສາວ 36 ສ່ວນ​ຮ້ອຍ​ທີ່​ຖືກ​ສອບ​ຖາມ​ກ່າວ​ວ່າ ເຫດຜົນ​ຫຼັກ​ທີ່​ດື່ມ​ເຫຼົ້າ​ຄື​ເພື່ອ​ເຂົ້າ​ກັບ​ສັງຄົມ​ໝູ່​ຄູ່. ໃນ​ປະເທດ​ສະຫະລັດ​ອາເມລິກາ ການ​ສຳຫຼວດ​ພົບ​ວ່າ 66 ສ່ວນ​ຮ້ອຍ​ກ່າວ​ວ່າ ດື່ມ​ເຫຼົ້າ​ຍ້ອນ​ຖືກ​ກົດ​ດັນ​ຈາກ​ຄົນ​ໄວ​ດຽວ​ກັນ. ແນວ​ໃດ​ກໍ​ຕາມ ມີ​ຫຼາຍ​ກວ່າ​ເຄິ່ງ​ໜຶ່ງ​ຍັງ​ກ່າວ​ວ່າ​ດື່ມ​ເຫຼົ້າ​ເພື່ອ​ພະຍາຍາມ​ລືມ​ບັນຫາ​ຕ່າງໆ.

      ຂ. ເນື່ອງ​ຈາກ​ອາຍຸ​ຍັງ​ໜ້ອຍ​ແລະ​ສຸຂະພາບ​ດີ​ກວ່າ ໄວຮຸ່ນ​ປະສົບ​ກັບ​ຜົນ​ເສຍຫາຍ​ຂ້າງ​ຄຽງ​ໜ້ອຍ​ກວ່າ​ຈາກ​ການ​ໃຊ້​ເຫຼົ້າ​ແບບ​ຜິດໆເມື່ອ​ສົມ​ທຽບ​ກັບ​ຜູ້​ໃຫຍ່. ຄຳຕອບ​ຄື ຜິດ. ບົດ​ຄວາມ​ໃນ​ວາລະສານ​ດິດສະຄາເວີ ກ່າວ​ວ່າ: “ການ​ຄົ້ນ​ຄວ້າ​ໃໝ່​ຊີ້​ບອກ​ວ່າ​ນັກ​ດື່ມ​ທີ່​ອາຍຸ​ຍັງ​ໜ້ອຍ​ກຳລັງ​ຫຼິ້ນ​ກັບ​ອັນຕະລາຍ​ຮ້າຍແຮງ.” ຮ້າຍແຮງ​ຍ້ອນ​ຫຍັງ? “ໄວຮຸ່ນ​ທີ່​ດື່ມ​ເຫຼົ້າ​ຫຼາຍ​ເກີນ​ໄປ​ອາດ​ທຳລາຍ​ຄວາມ​ສາມາດ​ດ້ານ​ການ​ຄິດ​ໃນ​ລະດັບ​ທີ່​ຫຼາຍ​ສົມຄວນ.”

      ການ​ດື່ມ​ເຫຼົ້າ​ເປັນ​ເວລາ​ດົນ​ນານ​ຍັງ​ອາດ​ຈະ​ເຮັດ​ໃຫ້​ເປັນ​ສິວ​ຫຼາຍ​ຂຶ້ນ ຜິວ​ໜັງ​ຫ່ຽວ​ກ່ອນ​ໄວ ນ້ຳ​ໜັກ​ເພີ່ມ​ຂຶ້ນ ຕົກ​ເປັນ​ທາດ​ຂອງ​ເຫຼົ້າ ແລະ​ຕິດ​ຢາເສບຕິດ. ເຫຼົ້າ​ຍັງ​ມີ​ຜົນ​ເສຍ​ຢ່າງ​ຮ້າຍແຮງ​ຕໍ່​ລະບົບ​ປະສາດ ຕັບ ແລະ​ຫົວໃຈ.

      ຄ. ການ​ດື່ມ​ເຫຼົ້າ​ຢ່າງ​ບໍ່​ອັ້ນ​ບໍ່​ໄດ້​ທຳລາຍ​ຊີວິດ. ຄຳຕອບ​ຄື ຜິດ. ທາດ​ເຫຼົ້າ​ໃນ​ປະລິມານ​ທີ່​ຫຼາຍ​ເກີນ​ໄປ​ຈະ​ເຮັດ​ໃຫ້​ສະໝອງ​ຂາດ​ທາດ​ອົກຊີແຊນ ດັ່ງ​ນັ້ນ ອະໄວຍະວະ​ທີ່​ສຳຄັນ​ໃນ​ຮ່າງກາຍ​ອາດ​ຈະ​ຢຸດ​ເຮັດ​ວຽກ. ອາດ​ມີ​ອາການ​ຮາກ ໝົດ​ສະຕິ ຫັນ​ໃຈ​ຊ້າ​ຫຼື​ບໍ່​ສະໝ່ຳ​ສະເໝີ. ໃນ​ບາງ​ກໍລະນີ​ອາດ​ເຖິງ​ຂັ້ນ​ເສຍ​ຊີວິດ.

      ງ. ຄຳພີ​ໄບເບິນ​ຕຳໜິ​ການ​ໃຊ້​ເຄື່ອງ​ດື່ມ​ປະເພດ​ເຫຼົ້າ​ທຸກ​ຮູບ​ແບບ. ຄຳຕອບ​ຄື ຜິດ. ຄຳພີ​ໄບເບິນ​ບໍ່​ໄດ້​ຕຳໜິ​ການ​ດື່ມ​ເຫຼົ້າ ແລະ​ທັງ​ບໍ່​ໄດ້​ຫ້າມ​ຄົນ​ໜຸ່ມ​ສາວ​ບໍ່​ໃຫ້​ມີ​ຄວາມ​ມ່ວນ​ຊື່ນ. (ຄຳເພງ 104:15; ຜູ້​ເທສະໜາ​ປ່າວ​ປະກາດ 10:19) ແນ່ນອນ​ວ່າ​ຕ້ອງ​ມີ​ອາຍຸ​ຕາມ​ທີ່​ກົດ​ໝາຍ​ກຳນົດ​ໄວ້​ເພື່ອ​ດື່ມ​ເຫຼົ້າ.—ໂລມ 13:1.

      ແນວ​ໃດ​ກໍ​ຕາມ ຄຳພີ​ໄບເບິນ​ເຕືອນ​ບໍ່​ໃຫ້​ດື່ມ​ເຫຼົ້າ​ຫຼາຍ​ເກີນ​ໄປ. ສຸພາສິດ 20:1 ກ່າວ​ວ່າ: “ນ້ຳ​ອະງຸ່ນ​ເປັນ​ຂອງ​ຫົວຂວັນ​ແລະ​ເຫຼົ້າ​ກໍ​ໃຫ້​ເກີດ​ສຽງ​ອຶກກະທຶກ ແລະ​ບຸກຄະລະ​ຜູ້​ໃດ​ຫຼົງ​ກຳນົດ​ໃນ​ສິ່ງ​ນັ້ນ​ກໍ​ບໍ່​ມີ​ປັນຍາ.” ເຫຼົ້າ​ອາດ​ເຮັດ​ໃຫ້​ປະພຶດ​ຕົວ​ແບບ​ທີ່​ເປັນ​ຕາ​ຫົວຂວັນ! ແມ່ນ​ຢູ່ ເຫຼົ້າ​ອາດ​ເຮັດ​ໃຫ້​ຮູ້ສຶກ​ມ່ວນ​ຊື່ນ​ໄລຍະ​ໜຶ່ງ ແຕ່​ຖ້າ​ດື່ມ​ຫຼາຍ​ເກີນ​ໄປ ມັນ “ຂົບ​ຄື​ງູ” ແລະ​ເຮັດ​ໃຫ້​ປະສົບ​ບັນຫາ​ຫຼາຍ​ຢ່າງ.—ສຸພາສິດ 23:32.

      ຈ. ຜົນ​ພຽງ​ຢ່າງ​ດຽວ​ທີ່​ເກີດ​ຈາກ​ການ​ດື່ມ​ເຫຼົ້າ​ຢ່າງ​ບໍ່​ອັ້ນ​ແມ່ນ​ເສຍ​ສຸຂະພາບ. ຄຳຕອບ​ຄື ຜິດ. ຖ້າ​ເມົາ​ເຫຼົ້າ ເຈົ້າ​ອາດ​ສ່ຽງ​ທີ່​ຈະ​ຖືກ​ທຳ​ຮ້າຍ​ດ້ວຍ​ຫຼາກ​ຫຼາຍ​ຮູບ​ແບບ ຫຼື​ແມ່ນ​ແຕ່​ຖືກ​ຂົ່ມຂືນ​ຊ້ຳ. ໃນ​ຂະນະ​ດຽວ​ກັນ ເຈົ້າ​ອາດ​ເປັນ​ອັນຕະລາຍ​ຕໍ່​ຄົນ​ອື່ນ​ນຳ​ອີກ ໂດຍ​ປະພຶດ​ແບບ​ທີ່​ບໍ່​ສອດຄ່ອງ​ກັບ​ນິດໄສ​ແທ້​ຈິງ​ຂອງ​ເຈົ້າ. ຄຳພີ​ໄບເບິນ​ເຕືອນ​ວ່າ​ຖ້າ​ດື່ມ​ເຫຼົ້າ​ຫຼາຍ​ເກີນ​ໄປ “ເຈົ້າ​ຈະ​ບໍ່​ສາມາດ​ຄິດ​ຫຼື​ເວົ້າ​ໄດ້​ຢ່າງ​ແຈ່ມແຈ້ງ.” (ສຸພາສິດ 23:33, ທ.ປ.) ສະຫລຸບ​ແລ້ວ ເຈົ້າ​ຈະ​ເຮັດ​ໃຫ້​ຕົວ​ເອງ​ເບິ່ງ​ຄື​ເປັນ​ຄົນ​ໂງ່! ມີ​ຜົນ​ເສຍຫາຍ​ທີ່​ເຈັບ​ປວດ​ຢ່າງ​ອື່ນ​ເຊິ່ງ​ລວມ​ເຖິງ​ການ​ທຳລາຍ​ສາຍ​ສຳພັນ​ກັບ​ໝູ່​ເພື່ອນ ຜົນ​ການ​ຮຽນ​ແລະ​ການ​ເຮັດ​ວຽກ​ຕົກ​ຕ່ຳ ມີ​ປະຫວັດ​ກໍ່​ອາດຊະຍາກຳ ແລະ​ທຸກ​ຍາກ.—ສຸພາສິດ 23:21.

      ສິ່ງ​ສຳຄັນ​ທີ່​ສຸດ ຈົ່ງ​ຄິດ​ເຖິງ​ຜົນ​ເສຍຫາຍ​ຝ່າຍ​ວິນຍານ​ທີ່​ອາດ​ເກີດ​ຈາກ​ການ​ດື່ມ​ເຫຼົ້າ​ຫຼາຍ​ເກີນ​ໄປ. ພະ​ເຢໂຫວາ​ພະເຈົ້າ​ຕ້ອງການ​ໃຫ້​ເຮົາ​ຮັບໃຊ້​ພະອົງ​ດ້ວຍ “ສຸດ​ຄວາມ​ຄຶດ” ບໍ່​ແມ່ນ​ຮັບໃຊ້​ດ້ວຍ​ຄວາມ​ຄຶດ​ທີ່​ໄດ້​ຮັບ​ຄວາມ​ເສຍຫາຍ​ແບບ​ບໍ່​ຈຳເປັນ​ເນື່ອງ​ຈາກ​ການ​ດື່ມ​ເຫຼົ້າ​ຫຼາຍ​ເກີນ​ໄປ. (ມັດທາຍ 22:37) ພະ​ຄຳ​ຂອງ​ພະເຈົ້າ​ບໍ່​ພຽງ​ແຕ່​ຕຳໜິ​ການ “ເມົາ​ນ້ຳ​ອະງຸ່ນ” ແຕ່​ຍັງ​ຕຳໜິ​ການ “ດື່ມ​ເກີນ​ກຳນົດ” ນຳ​ອີກ. (1 ເປໂຕ 4:3) ດ້ວຍ​ເຫດ​ນີ້ ການ​ດື່ມ​ຢ່າງ​ບໍ່​ອັ້ນ​ຈຶ່ງ​ຂັດ​ກັບ​ໃຈ​ປະສົງ​ຂອງ​ຜູ້​ສ້າງ​ຂອງ​ເຮົາ ແລະ​ຈະ​ຂັດ​ຂວາງ​ເຮົາ​ບໍ່​ໃຫ້​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະເຈົ້າ.

      ເຈົ້າ​ຈະ​ເລືອກ​ແນວ​ໃດ?

      ເຈົ້າ​ຈະ​ພຽງ​ແຕ່​ເຮັດ​ແບບ​ຄົນ​ໄວ​ດຽວ​ກັນ​ທີ່​ໃຊ້​ເຄື່ອງ​ດື່ມ​ປະເພດ​ເຫຼົ້າ​ໃນ​ທາງ​ຜິດ​ບໍ? ຄຳພີ​ໄບເບິນ​ກ່າວ​ວ່າ: “ທ່ານ​ທັງ​ຫຼາຍ​ບໍ່​ຮູ້​ຫຼື​ວ່າ​ພວກ​ທ່ານ​ຈະ​ມອບ​ຕົວ​ໄວ້​ເປັນ​ທາດ​ຈະ​ຟັງ​ຄຳ​ຂອງ​ຜູ້​ໃດ ທ່ານ​ກໍ​ເປັນ​ທາດ​ຂອງ​ຜູ້​ນັ້ນ.” (ໂລມ 6:16) ເຈົ້າ​ຕ້ອງການ​ແທ້ໆບໍ​ທີ່​ຈະ​ເປັນ​ທາດ​ຂອງ​ໝູ່​ເພື່ອນ​ຫຼື​ເປັນ​ທາດ​ຂອງ​ເຫຼົ້າ?

      ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ເຈົ້າ​ຕິດ​ການ​ດື່ມ​ເຫຼົ້າ​ຢ່າງ​ບໍ່​ອັ້ນ? ຈົ່ງ​ຂໍ​ຄວາມ​ຊ່ວຍເຫຼືອ​ທັນທີ​ໂດຍ​ບອກ​ພໍ່​ແມ່​ຫຼື​ໝູ່​ທີ່​ອາວຸໂສ. ຈົ່ງ​ໝາຍ​ເພິ່ງ​ພະ​ເຢໂຫວາ​ພະເຈົ້າ​ໂດຍ​ການ​ອະທິດຖານ​ແລະ​ອ້ອນ​ວອນ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະອົງ. ທີ່​ຈິງ ພະອົງ​ເປັນ “ຄວາມ​ຊ່ອຍ​ທີ່​ໄດ້​ງ່າຍ​ເລື້ອຍໆໃນ​ຄວາມ​ຂັດສົນ​ທັງ​ຫຼາຍ.” (ຄຳເພງ 46:1) ເນື່ອງ​ຈາກ​ການ​ດື່ມ​ຢ່າງ​ບໍ່​ອັ້ນ​ແລະ​ການ​ດື່ມ​ກ່ອນ​ຮອດ​ກະສຽນ​ອາຍຸ​ສ່ວນ​ຫຼາຍ​ເປັນ​ຜົນ​ມາ​ຈາກ​ຄວາມ​ກົດ​ດັນ​ຂອງ​ຄົນ​ຮຸ່ນ​ດຽວ​ກັນ ເຈົ້າ​ອາດ​ຈຳເປັນ​ຕ້ອງ​ເຮັດ​ການ​ປ່ຽນ​ແປງ​ຂະໜາດ​ໃຫຍ່​ໃນ​ເລື່ອງ​ການ​ເລືອກ​ໝູ່.b ການ​ປ່ຽນ​ແປງ​ແບບ​ນີ້​ບໍ່​ງ່າຍ ແຕ່​ດ້ວຍ​ຄວາມ​ຊ່ວຍເຫຼືອ​ຈາກ​ພະ​ເຢໂຫວາ​ເຈົ້າ​ສາມາດ​ເຮັດ​ໄດ້​ສຳເລັດ.

      ໃນ​ບົດ​ຕໍ່​ໄປ

      ສາມາດ​ເອົາ​ຊະນະ​ການ​ຕິດ​ຢາເສບຕິດ​ໄດ້. ໃຫ້​ເບິ່ງ​ວ່າ​ໂດຍ​ວິທີ​ໃດ.

      [ຂໍ້​ຄວາມ​ໄຂ​ເງື່ອນ]

      a ຂໍ​ໃຫ້​ເບິ່ງ​ຂອບ​ສີ່​ລ່ຽມ “ໃຜ​ກຳລັງ​ເຮັດ​ສິ່ງ​ນີ້?” ໃນ​ໜ້າ 249.

      b ສາມາດ​ເບິ່ງ​ຂໍ້​ມູນ​ເພີ່ມ​ເຕີມ​ໃນ​ບົດ​ທີ 8 ແລະ​ບົດ​ທີ 9 ຂອງ​ປຶ້ມ​ຫົວ​ນີ້ ແລະ​ບົດ​ທີ 15 ຂອງ​ເຫຼັ້ມ​ທີ 2.

      ຂໍ້​ພະ​ຄຳພີ​ຫຼັກ

      “ຄົນ​ຂີ້​ເຫຼົ້າ . . . ຄົງ​ຈະ​ເປັນ​ຄົນ​ຈົນ.”—ສຸພາສິດ 23:21.

      ຄຳ​ແນະນຳ

      ໃຫ້​ລະບຸ​ເຫດຜົນ​ຕ່າງໆວ່າ​ເປັນ​ຫຍັງ​ຈຶ່ງ​ຢາກ​ດື່ມ​ເຫຼົ້າ. ຈາກ​ນັ້ນ​ໃຫ້​ຄິດ​ເຖິງ​ທາງ​ເລືອກ ວິທີ​ທາງ​ຕ່າງໆທີ່​ຈະ​ເຮັດ​ໃຫ້​ສຸຂະພາບ​ແຂງແຮງ​ກວ່າ ເຊິ່ງ​ພາ​ໃຫ້​ເຈົ້າ​ເອງ​ມ່ວນ​ຊື່ນ​ຫຼື​ເຮັດ​ໃຫ້​ຄວາມ​ຮູ້ສຶກ​ກະວົນກະວາຍ​ສະຫງົບ​ລົງ.

      ເຈົ້າ​ຮູ້​ບໍ . . .?

      ການ​ສຶກສາ​ຄົ້ນ​ຄວ້າ​ແຫ່ງ​ໜຶ່ງ​ໃນ​ສະຫະລັດ​ອາເມລິກາ​ລາຍງານ​ວ່າ: “ຜູ້​ທີ່​ດື່ມ​ຢ່າງ​ບໍ່​ອັ້ນ​ເລື້ອຍໆມີ​ໂອກາດ​ທີ່​ຈະ​ຂາດ​ໂຮງ​ຮຽນ ເຮັດ​ວຽກ​ບ້ານ​ບໍ່​ທັນ ໄດ້​ຮັບ​ບາດເຈັບ ແລະ​ທຳລາຍ​ຊັບ​ສິນ​ສູງ​ເຖິງ​ແປດ​ເທົ່າ​ເມື່ອ​ສົມ​ທຽບ​ກັບ​ຄົນ​ທີ່​ບໍ່​ໄດ້​ດື່ມ​ແບບ​ນີ້.”

      ແຜນ​ພາກ​ປະຕິບັດ!

      ຖ້າ​ໝູ່​ຕ້ອງການ​ໃຫ້​ຂ້ອຍ​ດື່ມ​ເຫຼົ້າ​ໃນ​ທາງ​ທີ່​ຜິດ​ນຳ​ເຂົາ​ເຈົ້າ ຂ້ອຍ​ຈະ​ເວົ້າ​ວ່າ ․․․․․

      ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່ (ແມ່) ກ່ຽວ​ກັບ​ເລື່ອງ​ນີ້​ແມ່ນ ․․․․․

      ເຈົ້າ​ຄິດ​ວ່າ​ແນວ​ໃດ?

      • ເປັນ​ຫຍັງ​ໝູ່​ຈຶ່ງ​ຢາກ​ໃຫ້​ຄົນ​ອື່ນ​ເຂົ້າ​ຮ່ວມ​ນຳ​ເຂົາ​ເຈົ້າ​ໃນ​ການ​ດື່ມ​ເຫຼົ້າ​ໃນ​ທາງ​ທີ່​ຜິດ?

      • ການ​ດື່ມ​ເຫຼົ້າ​ໃນ​ທາງ​ທີ່​ຜິດ​ຈະ​ເຮັດ​ໃຫ້​ເພດ​ກົງ​ກັນ​ຂ້າມ​ປະທັບ​ໃຈ​ບໍ ແລະ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຕອບ​ແບບ​ນັ້ນ?

      [ຈຸດເດັ່ນໜ້າ 250]

      “ເມື່ອ​ໝູ່​ທີ່​ຮຽນ​ໜັງສື​ຢູ່​ຫ້ອງ​ດຽວ​ກັນ​ຍື່ນ​ເຫຼົ້າ​ໃຫ້​ຂ້ອຍ​ດື່ມ ຂ້ອຍ​ບອກ​ວ່າ​ບໍ່​ຈຳເປັນ​ຕ້ອງ​ດື່ມ​ເຫຼົ້າ​ຈຶ່ງ​ຈະ​ມ່ວນ​ຊື່ນ​ໄດ້.”—ທ້າວ ມາກ

      [ກອບໜ້າ 249]

      ໃຜ​ກຳລັງ​ເຮັດ​ສິ່ງ​ນີ້?

      ການ​ສຶກສາ​ຄົ້ນ​ຄວ້າ​ກ່ຽວ​ກັບ​ນັກ​ຮຽນ​ຊັ້ນ​ມັດທະຍົມ​ໃນ​ປະເທດ​ອັງກິດ ປະເທດ​ສະກ໋ອດແລນ ແລະ​ປະເທດ​ເວວ ຊີ້​ບອກ​ວ່າ​ເດັກ​ອາຍຸ 13 ແລະ 14 ປີ​ຂອງ​ຈຳນວນ​ໜຶ່ງ​ໃນ​ສີ່​ບອກ​ວ່າ: “ເຄີຍ​ດື່ມ​ເຄື່ອງ​ດື່ມ​ທີ່​ມີ​ເຫຼົ້າ​ຢ່າງ​ໜ້ອຍ​ຫ້າ​ຈອກ​ລຽນ​ຕິດ​ບາດ​ດຽວ.” ປະມານ​ເຄິ່ງ​ໜຶ່ງ​ຂອງ​ເດັກ​ທີ່​ມີ​ອາຍຸ 15 ເຖິງ 16 ປີ​ເຊິ່ງ​ຖືກ​ສຳຫຼວດ​ບອກ​ວ່າ​ເຂົາ​ເຈົ້າ​ເຄີຍ​ເຮັດ​ແບບ​ດຽວ​ກັນ​ນັ້ນ. ກະຊວງ​ສາທາລະນະ​ສຸກ​ແລະ​ບໍລິການ​ປະຊາຊົນ​ຂອງ​ສະຫະລັດ​ອາເມລິກາ​ລາຍງານ​ວ່າ: “ໄວຮຸ່ນ​ອາຍຸ 12 ຫາ 20 ປີ​ປະມານ 10,4 ລ້ານ​ຄົນ​ກ່າວ​ວ່າ​ດື່ມ​ເຄື່ອງ​ດື່ມ​ທີ່​ມີ​ເຫຼົ້າ. ໃນ​ຈຳນວນ​ນີ້ 5,1 ລ້ານ​ຄົນ​ເປັນ​ຜູ້​ທີ່​ດື່ມ​ຢ່າງ​ບໍ່​ອັ້ນ​ແລະ​ມີ​ນັກ​ດື່ມ​ໜັກ 2,3 ລ້ານ​ຄົນ​ທີ່​ດື່ມ​ຢ່າງ​ບໍ່​ອັ້ນ​ຢ່າງ​ໜ້ອຍ​ຫ້າ​ເທື່ອ​ໃນ​ໜຶ່ງ​ເດືອນ.” ການ​ສຶກສາ​ຄົ້ນ​ຄວ້າ​ທີ່​ເຮັດ​ຢູ່​ປະເທດ​ອົດສະຕຣາລີ​ຊີ້​ບອກ​ວ່າ ໃນ​ປະເທດ​ນັ້ນ​ເດັກ​ຍິງ​ມັກ​ດື່ມ​ຢ່າງ​ບໍ່​ອັ້ນ​ຫຼາຍ​ກວ່າ​ເດັກ​ຊາຍ ບາງ​ຄົນ​ດື່ມ 13 ຫາ 30 ຈອກ​ລຽນ​ຕິດ​ບາດ​ດຽວ!

      [ຮູບ​ພາບ​ໜ້າ 251]

      ເຫຼົ້າ​ຕອດ​ຄື​ງູ​ຮ້າຍ

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌