ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຕາຍ​ແລ້ວ​ເປັນ​ແນວ​ໃດ?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
    • ບົດ​ທີ 6

      ຕາຍ​ແລ້ວ​ເປັນ​ແນວ​ໃດ?

      1-3. ຄົນ​ເຮົາ​ຢາກ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ຕາຍ? ແລະ​ສາສະໜາ​ຕ່າງໆສອນ​ແນວ​ໃດ?

      ຄຳພີ​ໄບເບິນ​ບອກ​ວ່າ​ອີກ​ບໍ່​ດົນ “ຄວາມ​ຕາຍ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ.” (ພະນິມິດ 21:4) ໃນ​ບົດ​ທີ 5 ເຮົາ​ຮູ້​ວ່າ​ຄ່າໄຖ່​ຊ່ວຍ​ເຮົາ​ໃຫ້​ມີ​ຊີວິດ​ຕະຫຼອດ​ໄປ​ໄດ້ ແຕ່​ຕອນ​ນີ້​ເຮົາ​ທຸກ​ຄົນ​ຍັງ​ຕ້ອງ​ຕາຍ. (ຜູ້​ເທສະໜາ​ປ່າວ​ປະກາດ 9:5) ດັ່ງ​ນັ້ນ ເລື່ອງ​ສຳຄັນ​ເລື່ອງ​ໜຶ່ງ​ທີ່​ເຮົາ​ຢາກ​ຮູ້​ກໍ​ຄື ເມື່ອ​ເຮົາ​ຕາຍ​ແລ້ວ​ຈະ​ເປັນ​ແນວ​ໃດ?

      2 ເຮົາ​ແຮ່ງ​ຢາກ​ຮູ້​ເລື່ອງ​ນີ້​ຫຼາຍ​ຖ້າ​ມີ​ຜູ້​ໃດ​ຜູ້​ໜຶ່ງ​ທີ່​ເຮົາ​ຮັກ​ໄດ້​ຕາຍ​ຈາກ​ໄປ. ເຮົາ​ຢາກ​ຮູ້​ວ່າ: ‘ຕອນ​ນີ້​ລາວ​ເປັນ​ແນວ​ໃດ? ລາວ​ຢູ່​ໃສ? ລາວ​ລຳບາກ​ບໍ? ລາວ​ເບິ່ງ​ເຮົາ​ຢູ່​ບໍ? ລາວ​ຊ່ວຍ​ເຮົາ​ໄດ້​ບໍ? ເຮົາ​ຈະ​ໄດ້​ພົບ​ລາວ​ອີກ​ບໍ?’

      3 ແຕ່​ລະ​ສາສະໜາ​ຕອບ​ຄຳຖາມ​ເຫຼົ່າ​ນີ້​ບໍ່​ຄື​ກັນ. ບາງ​ສາສະໜາ​ສອນ​ວ່າ ຖ້າ​ເຮັດ​ດີ​ກໍ​ໄດ້​ໄປ​ສະຫວັນ ຖ້າ​ເຮັດ​ຊົ່ວ​ກໍ​ຕົກ​ນະ​ລົກ. ບາງ​ສາສະໜາ​ກໍ​ສອນ​ວ່າ​ຕາຍ​ແລ້ວ​ເປັນ​ຜີ ຫຼື​ເປັນ​ວິນຍານ​ໄປ​ຢູ່​ກັບ​ບັນພະບຸລຸດ​ທີ່​ຕາຍ​ໄປ​ແລ້ວ. ບາງ​ສາສະໜາ​ສອນ​ວ່າ​ຫຼັງ​ຈາກ​ທີ່​ເຮົາ​ຕາຍ​ແລ້ວ​ແລະ​ຖືກ​ຕັດສິນ ເຮົາ​ຈະ​ມາ​ເກີດ​ໃໝ່ ຫຼື​ກັບ​ມາ​ມີ​ຊີວິດ​ໃນ​ອີກ​ຮ່າງ​ໜຶ່ງ ບາງ​ເທື່ອ​ກໍ​ມາ​ເກີດ​ເປັນ​ອີກ​ຄົນ​ໜຶ່ງ​ຫຼື​ເປັນ​ສັດ.

      4. ເລື່ອງ​ໜຶ່ງ​ທີ່​ສາສະໜາ​ຕ່າງໆສອນ​ຄື​ກັນ​ແມ່ນ​ຫຍັງ?

      4 ເບິ່ງ​ຄື​ວ່າ​ສາສະໜາ​ຕ່າງໆສອນ​ບໍ່​ຄື​ກັນ​ກ່ຽວ​ກັບ​ຄົນ​ຕາຍ. ແຕ່​ມີ​ເລື່ອງ​ໜຶ່ງ​ທີ່​ສອນ​ຄື​ກັນ ນັ້ນ​ແມ່ນ ເມື່ອ​ຄົນ​ເຮົາ​ຕາຍ​ແລ້ວ​ຈະ​ມີ​ວິນຍານ​ຍັງ​ເຫຼືອ​ຢູ່. ເປັນ​ແບບ​ນັ້ນ​ແທ້ໆບໍ?

      ຕາຍ​ແລ້ວ​ເປັນ​ແນວ​ໃດ?

      5, 6. ເມື່ອ​ຄົນ​ເຮົາ​ຕາຍ​ແລ້ວ​ເປັນ​ແນວ​ໃດ?

      5 ພະ​ເຢໂຫວາ​ຮູ້​ວ່າ​ເມື່ອ​ເຮົາ​ຕາຍ​ແລ້ວ​ຈະ​ເປັນ​ແນວ​ໃດ ແລະ​ພະອົງ​ບອກ​ເຮົາ​ວ່າ ຊີວິດ​ຈົບ​ສິ້ນ​ຕອນ​ທີ່​ເຮົາ​ຕາຍ. ຄວາມ​ຕາຍ​ຈຶ່ງ​ກົງ​ກັນ​ຂ້າມ​ກັບ​ຊີວິດ ດັ່ງ​ນັ້ນ ຄົນ​ຕາຍ​ແລ້ວ​ບໍ່​ມີ​ວິນຍານ ບໍ່​ມີ​ຄວາມ​ຮູ້ສຶກ​ແລະ​ບໍ່​ມີ​ຄວາມ​ຊົງ​ຈຳ​ເຫຼືອ​ຢູ່.a ເມື່ອ​ເຮົາ​ຕາຍ​ແລ້ວ​ກໍ​ເບິ່ງ​ບໍ່​ເຫັນ ບໍ່​ໄດ້​ຍິນ ແລະ​ບໍ່​ສາມາດ​ຄິດ​ຫຍັງ​ໄດ້​ອີກ​ເລີຍ.

      6 ກະສັດ​ໂຊໂລໂມນ​ຂຽນ​ໄວ້​ວ່າ “ຄົນ​ຕາຍ​ແລ້ວ​ບໍ່​ຮູ້ຈັກ​ສິ່ງ​ໃດ.” ຄົນ​ຕາຍ​ຮັກ​ຫຼື​ຊັງ​ໃຜ​ກໍ​ບໍ່​ໄດ້ ແລະ “ໃນ​ບ່ອນ​ທີ່​ຕາ​ບໍ່​ເຫັນ [“ຫຼຸມ​ຝັງ​ສົບ,” ລ.ມ.] ທີ່​ເຈົ້າ​ໄປ​ນັ້ນ​ບໍ່​ມີ​ກິດຈະການ ບໍ່​ມີ​ຄວາມ​ຄຶດ ບໍ່​ມີ​ວິຊາ​ຄວາມ​ຮູ້ ບໍ່​ມີ​ຄວາມ​ປັນຍາ.” (ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 9:5, 6, 10) ແລະ​ຄຳເພງ 146:4 (ລ.ມ.) ບອກ​ວ່າ ເມື່ອ​ຄົນ​ເຮົາ​ຕາຍ “ຄວາມ​ຄິດ​ຂອງ​ລາວ” ກໍ​ຕາຍ​ໄປ​ນຳ.

      ພະ​ເຢຊູ​ບອກ​ແນວ​ໃດ​ກ່ຽວ​ກັບ​ສະພາບ​ຂອງ​ຄົນ​ຕາຍ?

      ຜົວ​ແລະ​ເມຍ​ນັ່ງ​ຢູ່​ໃນ​ສວນ​ກຳລັງ​ຊື່ນຊົມ​ດອກ​ໄມ້

      ພະ​ເຢໂຫວາ​ສ້າງ​ມະນຸດ​ເພື່ອ​ໃຫ້​ຢູ່​ຕະຫຼອດ​ໄປ​ໃນ​ໂລກ

      7. ພະ​ເຢຊູ​ບອກ​ແນວ​ໃດ​ກ່ຽວ​ກັບ​ສະພາບ​ຂອງ​ຄົນ​ຕາຍ?

      7 ຕອນ​ທີ່​ລາຊະໂຣ​ໝູ່​ຮັກ​ຂອງ​ພະ​ເຢຊູ​ຕາຍ ເພິ່ນ​ບອກ​ພວກ​ລູກສິດ​ວ່າ: “ລາຊະໂຣ​ໝູ່​ຂອງ​ພວກ​ເຮົາ​ນອນ​ຫຼັບ​ຢູ່.” ແຕ່​ພະ​ເຢຊູ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ລາຊະໂຣ​ກຳລັງ​ນອນ​ຫຼັບ​ພັກຜ່ອນ ເພາະ​ວ່າ​ຫຼັງ​ຈາກ​ນັ້ນ​ເພິ່ນ​ບອກ​ວ່າ: “ລາຊະໂຣ​ຕາຍ​ແລ້ວ.” (ໂຢຮັນ 11:11-14) ພະ​ເຢຊູ​ເວົ້າ​ແບບ​ນີ້​ຍ້ອນ​ເພິ່ນ​ກຳລັງ​ປຽບ​ທຽບ​ຄວາມ​ຕາຍ​ຄື​ກັບ​ການ​ນອນ​ຫຼັບ​ສະໜິດ. ພະ​ເຢຊູ​ບໍ່​ໄດ້​ບອກ​ວ່າ​ລາຊະໂຣ​ຢູ່​ໃນ​ສະຫວັນ​ຫຼື​ເປັນ​ວິນຍານ​ໄປ​ຢູ່​ກັບ​ບັນພະບຸລຸດ​ທີ່​ຕາຍ​ໄປ​ແລ້ວ ແລະ​ກໍ​ບໍ່​ໄດ້​ບອກ​ວ່າ​ລາຊະໂຣ​ກຳລັງ​ທຸກ​ທໍລະມານ​ຢູ່​ໃນ​ນະ​ລົກ ຫຼື​ໄປ​ເກີດ​ໃໝ່ ຫຼື​ເປັນ​ຜີ. ແຕ່​ພະ​ເຢຊູ​ບອກ​ວ່າ​ລາຊະໂຣ​ເປັນ​ຄື​ກັບ​ຄົນ​ນອນ​ຫຼັບ​ສະໜິດ. ມີ​ພະ​ຄຳພີ​ຂໍ້​ອື່ນ​ອີກ​ທີ່​ປຽບ​ທຽບ​ຄ້າຍໆກັນ​ນີ້ ເຊັ່ນ: ຄຳພີ​ໄບເບິນ​ເວົ້າ​ເຖິງ​ຊະເຕຟາໂນ​ທີ່​ຖືກ​ຂ້າ​ວ່າ​ລາວ “ຫຼັບ​ໄປ.” (ກິດຈະການ 7:60, ໄຂ​ເງື່ອນ) ແລະ​ອັກຄະສາວົກ​ໂປໂລ​ຂຽນ​ກ່ຽວ​ກັບ​ຄລິດສະຕຽນ​ບາງ​ຄົນ​ທີ່​ຕາຍ​ໄປ​ແລ້ວ​ວ່າ​ພວກ​ເຂົາ “ຫຼັບ” ໄປ​ແລ້ວ.—1 ໂກຣິນໂທ 15:6, ໄຂ​ເງື່ອນ

      8. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະເຈົ້າ​ບໍ່​ໄດ້​ສ້າງ​ມະນຸດ​ມາ​ເພື່ອ​ໃຫ້​ຕາຍ?

      8 ເຮົາ​ໄດ້​ຮຽນ​ຮູ້​ແລ້ວ​ວ່າ​ພະເຈົ້າ​ສ້າງ​ອາດາມ​ກັບ​ເອວາ​ມະນຸດ​ຄູ່​ທຳອິດ ແຕ່​ພະອົງ​ສ້າງ​ພວກ​ເຂົາ​ມາ​ເພື່ອ​ໃຫ້​ຕາຍ​ບໍ? ບໍ່​ແມ່ນ! ພະ​ເຢໂຫວາ​ສ້າງ​ພວກ​ເຂົາ​ໃຫ້​ມີ​ຄວາມ​ສຸກ​ກັບ​ຊີວິດ​ຕະຫຼອດ​ໄປ​ພ້ອມ​ທັງ​ມີ​ສຸຂະພາບ​ແຂງແຮງ​ສົມບູນ. ຕອນ​ທີ່​ພະ​ເຢໂຫວາ​ສ້າງ​ມະນຸດ ພະອົງ​ໃສ່​ຄວາມ​ຮູ້ສຶກ​ໃຫ້​ພວກ​ເຂົາ​ຢາກ​ມີ​ຊີວິດ​ຕະຫຼອດ​ໄປ​ນຳ. (ຜູ້​ເທສະໜາ​ປ່າວ​ປະກາດ 3:11) ບໍ່​ມີ​ພໍ່​ແມ່​ຄົນ​ໃດ​ຢາກ​ເຫັນ​ລູກ​ເຈັບ​ປ່ວຍ​ແລະ​ຕາຍ. ພະ​ເຢໂຫວາ​ກໍ​ຄື​ກັນ ພະອົງ​ບໍ່​ຢາກ​ເຫັນ​ພວກ​ເຮົາ​ເຈັບ​ປ່ວຍ ເຖົ້າ​ລົງ​ແລ້ວ​ກໍ​ຕາຍ. ແຕ່​ຖ້າ​ພະເຈົ້າ​ສ້າງ​ເຮົາ​ໃຫ້​ມີ​ຊີວິດ​ຕະຫຼອດ​ໄປ ແລ້ວ​ເປັນ​ຫຍັງ​ເຮົາ​ຈຶ່ງ​ຕາຍ?

      ເປັນ​ຫຍັງ​ເຮົາ​ຈຶ່ງ​ຕາຍ?

      9. ເປັນ​ຫຍັງ​ອາດາມ​ກັບ​ເອວາ​ຄວນ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ?

      9 ໃນ​ສວນ​ເອເດນ​ພະ​ເຢໂຫວາ​ບອກ​ອາດາມ​ວ່າ: “ໝາກ​ໄມ້​ທຸກ​ຢ່າງ​ໃນ​ສວນ​ນີ້​ເຈົ້າ​ກິນ​ໄດ້. ແຕ່​ວ່າ​ແຕ່​ຕົ້ນ​ໄມ້​ແຫ່ງ​ຄວາມ​ຮູ້​ການ​ດີ​ແລະ​ຊົ່ວ ເຈົ້າ​ຢ່າຊູ່​ກິນ ເຫດ​ວ່າ​ໃນ​ວັນ​ໃດ​ເຈົ້າ​ຫາກ​ກິນ​ແຕ່​ໝາກ​ນັ້ນ ເຈົ້າ​ຈະ​ຕາຍ​ໄປ​ເປັນ​ແທ້.” (ຕົ້ນເດີມ 2:9, 16, 17) ອາດາມ​ກັບ​ເອວາ​ຄວນ​ຈະ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ ຄຳ​ສັ່ງ​ທີ່​ຊັດເຈນ​ນີ້​ເຮັດ​ໄດ້​ບໍ່​ຍາກ. ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ອາດາມ​ກັບ​ເອວາ ແລະ​ພະອົງ​ຮູ້​ດີ​ວ່າ​ສິ່ງ​ໃດ​ດີ​ສິ່ງ​ໃດ​ຊົ່ວ. ຖ້າ​ພວກ​ເຂົາ​ເຊື່ອ​ຟັງ​ພະ​ເຢໂຫວາ​ກໍ​ສະແດງ​ວ່າ​ພວກ​ເຂົາ​ນັບຖື​ພະອົງ​ແລະ​ເຕັມ​ໃຈ​ໃຫ້​ພະອົງ​ປົກຄອງ ແລະ​ຍັງ​ເຮັດ​ໃຫ້​ເຫັນ​ອີກ​ວ່າ​ພວກ​ເຂົາ​ສຳນຶກ​ບຸນ​ຄຸນ​ທີ່​ພະອົງ​ໃຫ້​ທຸກ​ສິ່ງ​ທີ່​ດີ​ແກ່​ພວກ​ເຂົາ.

      10, 11. (ກ) ຊາຕານ​ເຮັດ​ແນວ​ໃດ​ໃຫ້​ອາດາມ​ກັບ​ເອວາ​ບໍ່​ເຊື່ອ​ຟັງ​ພະເຈົ້າ? (ຂ) ເປັນ​ຫຍັງ​ສິ່ງ​ທີ່​ອາດາມ​ກັບ​ເອວາ​ເຮັດ​ຈຶ່ງ​ບໍ່​ຄວນ​ໃຫ້​ອະໄພ?

      10 ແຕ່​ໜ້າ​ເສົ້າໃຈ ອາດາມ​ກັບ​ເອວາ​ເລືອກ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ. ຊາຕານ​ເວົ້າ​ກັບ​ເອວາ​ວ່າ: “ຈິງ​ຫຼື​ພະເຈົ້າ​ໄດ້​ບອກ​ຫ້າມ​ວ່າ​ພວກ​ເຈົ້າ​ຢ່າຊູ່​ກິນ​ໝາກ​ໄມ້​ທຸກ​ຢ່າງ​ໃນ​ສວນ​ນີ້?” ເອວາ​ຕອບ​ວ່າ: “ໝາກ​ໄມ້​ທັງ​ປວງ​ທີ່​ຢູ່​ໃນ​ສວນ​ນີ້​ພວກ​ເຮົາ​ພາ​ກັນ​ກິນ​ໄດ້. ແຕ່​ວ່າ​ໝາກ​ຜົນລະໄມ້​ນັ້ນ​ທີ່​ຢູ່​ກາງ​ສວນ​ພະເຈົ້າ​ໄດ້​ຫ້າມ​ວ່າ ‘ຢ່າ​ກິນ​ແລະ​ຢ່າ​ບາຍ ຢ້ານ​ວ່າ​ພວກ​ເຈົ້າ​ຈະ​ຕາຍ​ໄປ.’”—ຕົ້ນເດີມ 3:1-3

      11 ຈາກ​ນັ້ນ​ຊາຕານ​ກໍ​ບອກ​ວ່າ: “ພວກ​ເຈົ້າ​ຈະ​ບໍ່​ຕາຍ​ດອກ. ເພາະ​ວ່າ​ພະເຈົ້າ​ຮູ້​ຢູ່​ວ່າ​ພວກ​ເຈົ້າ​ຫາກ​ກິນ​ໝາກ​ໄມ້​ນັ້ນ​ໃນ​ວັນ​ໃດ ຕາ​ຂອງ​ພວກ​ເຈົ້າ​ຈະ​ມືນ​ແຈ້ງ​ຂຶ້ນ​ໃນ​ວັນ​ນັ້ນ ແລະ​ພວກ​ເຈົ້າ​ຈະ​ເປັນ​ເໝືອນ​ພະເຈົ້າ ຮູ້ຈັກ​ການ​ດີ​ແລະ​ຊົ່ວ.” (ຕົ້ນເດີມ 3:4-6) ຊາຕານ​ຢາກ​ໃຫ້​ເອວາ​ຄິດ​ວ່າ​ລາວ​ຕັດສິນ​ໃຈ​ເອງ​ໄດ້​ວ່າ​ສິ່ງ​ໃດ​ດີ​ສິ່ງ​ໃດ​ຊົ່ວ ແລະ​ມັນ​ກໍ​ຕົວະ​ອີກ​ວ່າ​ເຖິງ​ຈະ​ບໍ່​ເຊື່ອ​ຟັງ​ເຈົ້າ​ກໍ​ບໍ່​ເປັນ​ຫຍັງ​ດອກ. ເອວາ​ຈະ​ບໍ່​ຕາຍ​ຄື​ກັບ​ທີ່​ພະເຈົ້າ​ບອກ ລາວ​ຈຶ່ງ​ກິນ​ໝາກ​ໄມ້​ນັ້ນ ແລ້ວ​ຍື່ນ​ໃຫ້​ຜົວ​ກິນ​ນຳ. ອາດາມ​ກັບ​ເອວາ​ຮູ້​ຢູ່​ແກ່​ໃຈ​ວ່າ​ພະ​ເຢໂຫວາ​ສັ່ງ​ວ່າ​ຢ່າ​ກິນ​ໝາກ​ໄມ້​ນັ້ນ ແຕ່​ພວກ​ເຂົາ​ກໍ​ຍັງ​ກິນ ສະແດງ​ວ່າ​ພວກ​ເຂົາ​ເລືອກ​ທີ່​ຈະ​ບໍ່​ເຊື່ອ​ຟັງ​ພະເຈົ້າ. ການ​ທີ່​ພວກ​ເຂົາ​ກິນ​ໝາກ​ໄມ້​ທີ່​ພະເຈົ້າ​ຫ້າມ​ຈຶ່ງ​ເທົ່າ​ກັບ​ວ່າ​ພວກ​ເຂົາ​ບໍ່​ນັບຖື​ພະເຈົ້າ​ຜູ້​ເປັນ​ພໍ່​ໃນ​ສະຫວັນ​ທີ່​ຮັກ​ພວກ​ເຂົາ​ຫຼາຍ. ພວກ​ເຂົາ​ເຮັດ​ສິ່ງ​ທີ່​ບໍ່​ຄວນ​ໃຫ້​ອະໄພ!

      12. ເປັນ​ຫຍັງ​ຈຶ່ງ​ເປັນ​ຕາ​ຜິດ​ຫວັງ​ແທ້ໆທີ່​ອາດາມ​ແລະ​ເອວາ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ?

      12 ເປັນ​ຕາ​ຜິດ​ຫວັງ​ແທ້ໆທີ່​ມະນຸດ​ຄູ່​ທຳອິດ​ບໍ່​ເຊື່ອ​ຟັງ​ພະເຈົ້າ​ທັງໆທີ່​ພະອົງ​ສ້າງ​ພວກ​ເຂົາ​ມາ! ລອງ​ຄິດ​ເບິ່ງ​ແມ້ ຖ້າ​ເຈົ້າ​ເປັນ​ພໍ່​ແມ່​ທີ່​ພະຍາຍາມ​ລ້ຽງ​ດູ​ລູກ​ດ້ວຍ​ຄວາມ​ຮັກ ແຕ່​ພວກ​ເຂົາ​ພັດ​ເນ​ລະ​ຄຸນ ບໍ່​ເຊື່ອ​ຟັງ​ເຈົ້າ ແລະ​ເຮັດ​ຕາມ​ໃຈ​ຕົວ​ເອງ ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ? ເຈົ້າ​ຕ້ອງ​ຜິດ​ຫວັງ​ແລະ​ເສຍໃຈ​ຫຼາຍ​ແທ້ໆ.

      ອາດາມ​ຕອນ​ທີ່​ຫາ​ກໍ​ຖືກ​ສ້າງ

      ອາດາມ​ຖືກ​ສ້າງ​ມາ​ຈາກ​ດິນ ແລະ​ລາວ​ຕ້ອງ​ກັບ​ໄປ​ເປັນ​ດິນ​ອີກ

      13. ເມື່ອ​ພະ​ເຢໂຫວາ​ບອກ​ວ່າ “ເຈົ້າ​ຈະ​ຫຼົບ​ໄປ​ໃນ​ຂີ້ຝຸ່ນ​ອີກ” ໝາຍ​ຄວາມ​ວ່າ​ແນວ​ໃດ?

      13 ເມື່ອ​ອາດາມ​ກັບ​ເອວາ​ບໍ່​ເຊື່ອ​ຟັງ​ພະເຈົ້າ ພວກ​ເຂົາ​ຈຶ່ງ​ໝົດ​ໂອກາດ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. ພະ​ເຢໂຫວາ​ບອກ​ອາດາມ​ວ່າ: “ເພາະ​ວ່າ​ເຈົ້າ​ໄດ້​ອອກ​ມາ​ຈາກ​ດິນ ເພາະ​ວ່າ​ເຈົ້າ​ເປັນ​ຂີ້ຝຸ່ນ ແລະ​ເຈົ້າ​ຈະ​ຫຼົບ​ໄປ​ໃນ​ຂີ້ຝຸ່ນ​ອີກ.” (ອ່ານ​ຕົ້ນເດີມ 3:19) ນີ້​ໝາຍ​ຄວາມ​ວ່າ​ຫຼັງ​ຈາກ​ອາດາມ​ເຮັດ​ບາບ​ລາວ​ກໍ​ຕາຍ ລາວ​ກາຍ​ເປັນ​ດິນ​ຄື​ກັບ​ກ່ອນ​ທີ່​ຈະ​ຖືກ​ສ້າງ ນັ້ນ​ກໍ​ຄື​ບໍ່​ມີ​ຊີວິດ ບໍ່​ມີ​ວິນຍານ.—ຕົ້ນເດີມ 2:7

      14. ເປັນ​ຫຍັງ​ເຮົາ​ຈຶ່ງ​ຕາຍ?

      14 ຖ້າ​ຕອນ​ນັ້ນ​ອາດາມ​ກັບ​ເອວາ​ເຊື່ອ​ຟັງ​ພະເຈົ້າ ພວກ​ເຂົາ​ກໍ​ຈະ​ມີ​ຊີວິດ​ຢູ່​ຈົນ​ເຖິງ​ຕອນ​ນີ້. ແຕ່​ພວກ​ເຂົາ​ພັດ​ບໍ່​ເຊື່ອ​ຟັງ​ພະເຈົ້າ​ເຊິ່ງ​ເປັນ​ການ​ເຮັດ​ບາບ ແລະ​ສຸດ​ທ້າຍ​ກໍ​ຕ້ອງ​ຕາຍ. ບາບ​ເປັນ​ຄື​ກັບ​ພະຍາດ​ຮ້າຍແຮງ​ທີ່​ມະນຸດ​ຄູ່​ທຳອິດ​ຖ່າຍ​ທອດ​ມາ​ເຖິງ​ພວກ​ເຮົາ​ທີ່​ເປັນ​ລູກ​ຫຼານ. ເຮົາ​ທຸກ​ຄົນ​ຈຶ່ງ​ເກີດ​ມາ​ພ້ອມ​ກັບ​ບາບ ຍ້ອນ​ແນວ​ນີ້​ແຫຼະ​ເຮົາ​ຈຶ່ງ​ຕ້ອງ​ຕາຍ. (ໂຣມ 5:12) ແຕ່​ພະເຈົ້າ​ບໍ່​ຢາກ​ໃຫ້​ເປັນ​ແບບ​ນີ້ ພະອົງ​ບໍ່​ເຄີຍ​ຢາກ​ໃຫ້​ມະນຸດ​ຕາຍ ແລະ​ຄຳພີ​ໄບເບິນ​ກໍ​ເອີ້ນ​ຄວາມ​ຕາຍ​ວ່າ “ສັດຕູ.”—1 ໂກຣິນໂທ 15:26

      ຄວາມ​ຈິງ​ເຮັດ​ໃຫ້​ເຮົາຫຼຸດ​ພົ້ນ​ຈາກ​ຄວາມ​ເຊື່ອ​ຜິດໆ

      15. ເຮົາ​ຮູ້​ຄວາມ​ຈິງ​ອັນ​ໃດ​ກ່ຽວ​ກັບ​ຄົນ​ຕາຍ ແລະ​ເຮົາ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ຮູ້​ຄວາມ​ຈິງ​ເລື່ອງ​ນີ້?

      15 ຄວາມ​ຈິງ​ກ່ຽວ​ກັບ​ຄົນ​ຕາຍ​ເຮັດ​ໃຫ້​ເຮົາ​ຫຼຸດ​ພົ້ນ​ຈາກ​ຄວາມ​ເຊື່ອ​ຜິດໆ. ຫຼາຍ​ສາສະໜາ​ສອນ​ວ່າ​ຕາຍ​ແລ້ວ​ມີ​ວິນຍານ ແຕ່​ຄຳພີ​ໄບເບິນ​ບໍ່​ໄດ້​ສອນ​ແບບ​ນັ້ນ. ຄຳພີ​ໄບເບິນ​ສອນ​ວ່າ​ຄົນ​ຕາຍ​ບໍ່​ເຈັບ​ປວດ ແລະ​ບໍ່​ຮູ້ສຶກ​ຫຍັງ​ເລີຍ. ເຮົາ​ລົມ​ກັບ​ພວກ​ເຂົາ​ບໍ່​ໄດ້​ແລະ​ພວກ​ເຂົາ​ກໍ​ລົມ​ກັບ​ເຮົາ​ບໍ່​ໄດ້. ພວກ​ເຂົາ​ທຳ​ຮ້າຍ​ເຮົາ​ບໍ່​ໄດ້ ດັ່ງ​ນັ້ນ ເຮົາ​ບໍ່​ຕ້ອງ​ຢ້ານ​ຄົນ​ຕາຍ​ຫຼື​ຢ້ານ​ຜີ. ນອກ​ຈາກ​ນັ້ນ ເມື່ອ​ເຮົາ​ຮູ້​ຄວາມ​ຈິງ​ກ່ຽວ​ກັບ​ສະພາບ​ຂອງ​ຄົນ​ຕາຍ ເຮົາ​ກໍ​ບໍ່​ຕ້ອງ​ຫຼົງ​ເຊື່ອ​ແບບ​ຜິດໆອີກ​ຕໍ່​ໄປ ເຊັ່ນ: ເຮົາ​ບໍ່​ຕ້ອງ​ເສຍ​ເງິນ​ຫຼາຍ​ກັບ​ການ​ເຮັດ​ບຸນ​ໃຫ້​ຄົນ​ຕາຍ.

      16. ຫຼາຍ​ສາສະໜາ​ສອນ​ຜິດໆແນວ​ໃດ​ກ່ຽວ​ກັບ​ຄົນ​ຕາຍ?

      16 ຊາຕານ​ໃຊ້​ສາສະໜາ​ປອມ​ເພື່ອ​ຕົວະ​ເຮົາ​ແລະ​ເຮັດ​ໃຫ້​ເຮົາ​ເຊື່ອ​ແບບ​ຜິດໆວ່າ​ຄົນ​ຕາຍ​ບໍ່​ໄດ້​ຕາຍ​ແທ້ໆ. ຕົວຢ່າງ​ເຊັ່ນ: ບາງ​ສາສະໜາ​ສອນ​ວ່າ​ຫຼັງ​ຈາກ​ເຮົາ​ຕາຍ ວິນຍານ​ຈະ​ອອກ​ຈາກ​ຮ່າງ​ແລ້ວ​ໄປ​ຢູ່​ບ່ອນ​ໃດ​ບ່ອນ​ໜຶ່ງ. ເຈົ້າ​ເຄີຍ​ຖືກ​ສອນ​ມາ​ແບບ​ນີ້​ບໍ? ຊາຕານ​ໃຊ້​ເລື່ອງ​ຕົວະ​ຫຼອກ​ລວງ​ຜູ້​ຄົນ​ເພື່ອ​ບໍ່​ຢາກ​ໃຫ້​ຮູ້ຈັກ​ກັບ​ພະ​ເຢໂຫວາ.

      17. ຄຳ​ສອນ​ເລື່ອງ​ນະ​ລົກ​ເຮັດ​ໃຫ້​ຜູ້​ຄົນ​ຮູ້ສຶກ​ແນວ​ໃດ​ຕໍ່​ພະ​ເຢໂຫວາ?

      17 ສິ່ງ​ທີ່​ຫຼາຍ​ສາສະໜາ​ສອນ​ເປັນ​ເລື່ອງ​ທີ່​ໜ້າ​ຕົກໃຈ. ຕົວຢ່າງ​ເຊັ່ນ: ບາງ​ສາສະໜາ​ສອນ​ວ່າ​ຄົນ​ຊົ່ວ​ຕ້ອງ​ຖືກ​ທໍລະມານ​ໃນ​ນະ​ລົກ​ຕະຫຼອດ​ໄປ. ຄຳ​ຕົວະ​ແບບ​ນີ້​ເປັນ​ການ​ໃສ່​ຮ້າຍ​ພະ​ເຢໂຫວາ ເພາະ​ພະອົງ​ບໍ່​ເຄີຍ​ຄິດ​ທີ່​ຈະ​ໃຫ້​ຜູ້​ຄົນ​ຕ້ອງ​ທົນ​ທຸກ​ແບບ​ນັ້ນ. (ອ່ານ 1 ໂຢຮັນ 4:8) ຖ້າ​ພໍ່​ແມ່​ບາງ​ຄົນ​ລົງໂທດ​ລູກ​ໂດຍ​ເອົາ​ມື​ລູກ​ໄປ​ລົນ​ໄຟ ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ​ຕໍ່​ລາວ? ເຈົ້າ​ຄື​ຊິ​ຮູ້ສຶກ​ວ່າ​ລາວ​ໂຫດ​ຮ້າຍ​ແລະ​ບໍ່​ຢາກ​ຮູ້ຈັກ​ລາວ. ຊາຕານ​ມັນ​ກໍ​ຢາກ​ໃຫ້​ເຮົາ​ຮູ້ສຶກ​ແບບ​ນີ້​ຕໍ່​ພະ​ເຢໂຫວາ!

      18. ເປັນ​ຫຍັງ​ເຮົາ​ບໍ່​ຕ້ອງ​ຢ້ານ​ຜີ​ຫຼື​ວິນຍານ​ຄົນ​ຕາຍ?

      18 ບາງ​ສາສະໜາ​ສອນ​ວ່າ​ເມື່ອ​ຄົນ​ເຮົາ​ຕາຍ​ກໍ​ຈະ​ກາຍ​ເປັນ​ວິນຍານ​ຫຼື​ເປັນ​ຜີ ດັ່ງ​ນັ້ນ​ຈຶ່ງ​ຕ້ອງ​ເຄົາລົບ​ບູຊາ​ຄົນ​ຕາຍ. ບາງ​ຄົນ​ເຮັດ​ແບບ​ນັ້ນ​ຍ້ອນ​ຮັກ​ແລະ​ນັບຖື​ຄົນ​ທີ່​ຕາຍ​ໄປ ສ່ວນ​ຄົນ​ອື່ນ​ກໍ​ຢ້ານ​ເພາະ​ຄິດ​ວ່າ​ວິນຍານ​ນັ້ນ​ອາດ​ຈະ​ມາ​ຊ່ວຍ​ເຫຼືອ​ຫຼື​ມາ​ທຳ​ຮ້າຍ​ກໍ​ໄດ້. ຄົນ​ສ່ວນ​ຫຼາຍ​ເຊື່ອ​ຄຳ​ຕົວະ​ຫຼອກ​ລວງ​ນີ້​ກໍ​ເລີຍ​ຂາບ​ໄຫວ້​ບູຊາ​ຄົນ​ຕາຍ​ແທນ​ທີ່​ຈະ​ນະມັດສະການ​ພະ​ເຢໂຫວາ. ແຕ່​ຢ່າ​ລືມ​ວ່າ​ຄົນ​ຕາຍ​ບໍ່​ມີ​ຄວາມ​ຮູ້ສຶກ​ແລະ​ບໍ່​ຮັບ​ຮູ້​ຫຍັງ​ເລີຍ ດັ່ງ​ນັ້ນ ແທນ​ທີ່​ຈະ​ຢ້ານ​ຜີ​ແລະ​ຂາບ​ໄຫວ້​ບູຊາ​ຄົນ​ຕາຍ ເຮົາ​ຄວນ​ຢຳເກງ​ແລະ​ນະມັດສະການ​ພະ​ເຢໂຫວາ ເພາະ​ພະອົງ​ເປັນ​ຜູ້​ສ້າງ​ເຮົາ​ແລະ​ເປັນ​ພະເຈົ້າ​ທ່ຽງ​ແທ້​ອົງ​ດຽວ​ເທົ່າ​ນັ້ນ.—ພະນິມິດ 4:11

      19. ການ​ຮູ້​ຄວາມ​ຈິງ​ກ່ຽວ​ກັບ​ສະພາບ​ຂອງ​ຄົນ​ຕາຍ​ຊ່ວຍ​ເຮົາ​ແນວ​ໃດ?

      19 ການ​ຮູ້​ຄວາມ​ຈິງ​ກ່ຽວ​ກັບ​ສະພາບ​ຂອງ​ຄົນ​ຕາຍ​ເຮັດ​ໃຫ້​ເຮົາ​ຫຼຸດ​ພົ້ນ​ຈາກ​ຄຳ​ສອນ​ຜິດໆ ແລະ​ຄວາມ​ຈິງ​ເລື່ອງ​ນີ້​ຍັງ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄຳ​ສັນຍາ​ທີ່​ດີ​ເລີດ​ຂອງ​ພະ​ເຢໂຫວາ​ກ່ຽວ​ກັບ​ຊີວິດ​ແລະ​ອະນາຄົດ​ຂອງ​ເຮົາ​ນຳ​ອີກ.

      20. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຕໍ່​ໄປ?

      20 ດົນ​ນານ​ມາ​ແລ້ວ ຜູ້​ຮັບໃຊ້​ຄົນ​ໜຶ່ງ​ຂອງ​ພະເຈົ້າ​ຊື່​ໂຢບ​ຖາມ​ວ່າ: “ຖ້າ​ຄົນ​ເຮົາ​ຕາຍ​ແລ້ວ​ຈະ​ມີ​ຊີວິດ​ອີກ​ໄດ້​ບໍ?” (ໂຢບ 14:14, ລ.ມ.) ເປັນ​ໄປ​ໄດ້​ບໍ​ທີ່​ຄົນ​ຕາຍ​ຈະ​ກັບ​ມາ​ມີ​ຊີວິດ​ອີກ? ສິ່ງ​ທີ່​ພະເຈົ້າ​ບອກ​ເຮົາ​ໃນ​ຄຳພີ​ໄບເບິນ​ເປັນ​ຕາ​ຕື່ນ​ເຕັ້ນ​ຫຼາຍ. ເຮົາ​ຈະ​ຮຽນ​ເລື່ອງ​ນີ້​ໃນ​ບົດ​ຕໍ່​ໄປ.

      a ຫຼາຍ​ຄົນ​ເຊື່ອ​ວ່າ​ເມື່ອ​ເຮົາ​ຕາຍ​ແລ້ວ​ກໍ​ກາຍ​ເປັນ​ຜີ​ຫຼື​ເປັນ​ວິນຍານ ແຕ່​ຄຳພີ​ໄບເບິນ​ບໍ່​ໄດ້​ສອນ​ແບບ​ນັ້ນ. ເບິ່ງ​ຄຳ​ອະທິບາຍ​ເພີ່ມ​ເຕີມ 17 ແລະ 18

      ສະຫຼຸບ

      ຄວາມ​ຈິງ​ເລື່ອງ​ທີ 1 ຄົນ​ຕາຍ​ແລ້ວ​ບໍ່​ມີ​ວິນຍານ

      “ຄົນ​ຕາຍ​ແລ້ວ​ບໍ່​ຮູ້ຈັກ​ສິ່ງ​ໃດ.”—ຜູ້​ເທສະໜາ​ປ່າວ​ປະກາດ 9:5

      ຕາຍ​ແລ້ວ​ເປັນ​ແນວ​ໃດ?

      • ຄຳເພງ 146:3, 4; ຜູ້​ເທສະໜາ​ປ່າວ​ປະກາດ 9:6, 10

        ເມື່ອ​ເຮົາ​ຕາຍ​ແລ້ວ​ກໍ​ເບິ່ງ​ບໍ່​ເຫັນ ບໍ່​ໄດ້​ຍິນ ແລະ​ບໍ່​ສາມາດ​ຄິດ​ຫຍັງ​ໄດ້​ອີກ​ເລີຍ.

      • ໂຢຮັນ 11:11-14

        ພະ​ເຢຊູ​ປຽບ​ທຽບ​ຄົນ​ຕາຍ​ຄື​ກັບ​ຄົນ​ນອນ​ຫຼັບ.

      ຄວາມ​ຈິງ​ເລື່ອງ​ທີ 2 ພະ​ເຢໂຫວາ​ບໍ່​ເຄີຍ​ຢາກ​ໃຫ້​ມະນຸດ​ຕາຍ

      ‘ແຕ່​ວ່າ​ຕົ້ນ​ໄມ້​ແຫ່ງ​ຄວາມ​ຮູ້​ການ​ດີ​ແລະ​ຊົ່ວ ເຈົ້າ​ຢ່າຊູ່​ກິນ ເຫດ​ວ່າ​ໃນ​ວັນ​ໃດ​ເຈົ້າ​ຫາກ​ກິນ​ແຕ່​ໝາກ​ນັ້ນ ເຈົ້າ​ຈະ​ຕາຍ​ໄປ​ເປັນ​ແທ້.’—ຕົ້ນເດີມ 2:17

      ເປັນ​ຫຍັງ​ເຮົາ​ຈຶ່ງ​ຕາຍ?

      • ຕົ້ນເດີມ 3:1-6

        ຊາຕານ​ຕົວະ​ເອວາ​ເລື່ອງ​ຜົນ​ທີ່​ຈະ​ເກີດ​ຂຶ້ນ​ຈາກ​ການ​ບໍ່​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະເຈົ້າ. ເມື່ອ​ອາດາມ​ກັບ​ເອວາ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ​ເຊິ່ງ​ເປັນ​ການ​ເຮັດ​ບາບ ແລະ​ສຸດ​ທ້າຍ​ພວກ​ເຂົາ​ກໍ​ຕ້ອງ​ຕາຍ.

      • ຕົ້ນເດີມ 3:19

        ຫຼັງ​ຈາກ​ອາດາມ​ຕາຍ ລາວ​ກາຍ​ເປັນ​ດິນ​ຄື​ກັບ​ກ່ອນ​ທີ່​ຈະ​ຖືກ​ສ້າງ ນັ້ນ​ຄື​ບໍ່​ມີ​ຊີວິດ ບໍ່​ມີ​ວິນຍານ.

      • ໂຣມ 5:12

        ບາບ​ເປັນ​ຄື​ກັບ​ພະຍາດ​ຮ້າຍແຮງ​ທີ່​ມະນຸດ​ຄູ່​ທຳອິດ​ຖ່າຍ​ທອດ​ມາ​ເຖິງ​ພວກ​ເຮົາ​ທີ່​ເປັນ​ລູກ​ຫຼານ. ເຮົາ​ທຸກ​ຄົນ​ຈຶ່ງ​ເກີດ​ມາ​ພ້ອມ​ກັບ​ບາບ ຍ້ອນ​ແນວ​ນີ້​ແຫຼະ​ເຮົາ​ຈຶ່ງ​ຕ້ອງ​ຕາຍ.

      • 1 ໂກຣິນໂທ 15:26

        ຄຳພີ​ໄບເບິນ​ເອີ້ນ​ຄວາມ​ຕາຍ​ວ່າ​ສັດຕູ.

      ຄວາມ​ຈິງ​ເລື່ອງ​ທີ 3 ຄວາມ​ຈິງ​ກ່ຽວ​ກັບ​ສະພາບ​ຂອງ​ຄົນ​ຕາຍ​ເຮັດ​ໃຫ້​ເຮົາ​ຫຼຸດ​ພົ້ນ​ຈາກ​ຄວາມ​ເຊື່ອ​ແບບ​ຜິດໆ

      “ຖ້າ​ຄົນ​ເຮົາ​ຕາຍ​ແລ້ວ​ຈະ​ມີ​ຊີວິດ​ອີກ​ໄດ້​ບໍ? ຂ້ອຍ​ຈະ​ລໍ​ຖ້າ . . . ຈົນ​ກວ່າ​ຈະ​ເຖິງ​ເວລາ​ທີ່​ຂ້ອຍ​ຈະ​ຖືກ​ປ່ອຍ.”—ໂຢບ 14:14, ລ.ມ.

      ການ​ຮູ້​ຄວາມ​ຈິງ​ກ່ຽວ​ກັບ​ຄົນ​ຕາຍ​ຊ່ວຍ​ເຮົາ​ໃຫ້​ຫຼຸດ​ພົ້ນ​ຈາກ​ຄວາມ​ເຊື່ອ​ແບບ​ຜິດໆແນວ​ໃດ?

      • 1 ໂຢຮັນ 4:8

        ພະ​ເຢໂຫວາ​ບໍ່​ເຄີຍ​ຄິດ​ທີ່​ຈະ​ໃຫ້​ຜູ້​ຄົນ​ຕ້ອງ​ທົນ​ທຸກ. ຄຳ​ສອນ​ເລື່ອງ​ນະ​ລົກ​ຈຶ່ງ​ເປັນ​ການ​ໃສ່​ຮ້າຍ​ພະອົງ.

      • ພະນິມິດ 4:11

        ຫຼາຍ​ຄົນ​ຢ້ານ​ຄົນ​ຕາຍ​ຈຶ່ງ​ຂາບ​ໄຫວ້​ບູຊາ​ຄົນ​ຕາຍ​ແທນ​ທີ່​ຈະ​ນະມັດສະການ​ພະ​ເຢໂຫວາ ແຕ່​ແທ້ໆແລ້ວ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທ່ຽງ​ແທ້​ອົງ​ດຽວ​ເທົ່າ​ນັ້ນ​ທີ່​ເຮົາ​ຄວນ​ນະມັດສະການ.

  • ຄົນ​ຕາຍ​ຈະ​ກັບ​ມາ​ມີ​ຊີວິດ​ອີກ!
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
    • ບົດ​ທີ 7

      ຄົນ​ຕາຍ​ຈະ​ກັບ​ມາ​ມີ​ຊີວິດ​ອີກ!

      1-3. ເຮົາ​ທຸກ​ຄົນ​ຄື​ກັບ​ກຳລັງ​ຕິດ​ຄຸກ​ຫຍັງ​ຢູ່? ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ເຮັດ​ຫຍັງ?

      ສົມມຸດ​ວ່າ​ເຈົ້າ​ຖືກ​ຕັດສິນ​ໃຫ້​ຕິດ​ຄຸກ​ຕະຫຼອດ​ຊີວິດ​ທັງໆທີ່​ເຈົ້າ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ. ເຈົ້າ​ບໍ່​ສາມາດ​ເຮັດ​ຫຍັງ​ໄດ້​ເພື່ອ​ຊ່ວຍ​ຕົວ​ເອງ​ໃຫ້​ພົ້ນ​ໂທດ​ແລະ​ບໍ່​ມີ​ຫວັງ​ເລີຍ​ວ່າ​ຈະ​ຖືກ​ປ່ອຍ​ຕົວ. ແຕ່​ໃນ​ຂະນະ​ທີ່​ໝົດ​ຫວັງ​ຢູ່​ນັ້ນ​ກໍ​ມີ​ຄົນ​ໜຶ່ງ​ມາ​ຊ່ວຍ​ເຈົ້າ ລາວ​ມີ​ອຳນາດ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ໂທດ​ໄດ້ ແລະ​ລາວ​ກໍ​ສັນຍາ​ວ່າ​ຈະ​ຊ່ວຍ​ເຈົ້າ​ແທ້ໆ! ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ?

      2 ເຮົາ​ທຸກ​ຄົນ​ຄື​ກັບ​ກຳລັງ​ຕິດ​ຄຸກ​ຢູ່. ຄຸກ​ທີ່​ເວົ້າ​ເຖິງ​ນີ້​ກໍ​ແມ່ນ​ຄວາມ​ຕາຍ. ບໍ່​ມີ​ທາງ​ທີ່​ເຮົາ​ຈະ​ອອກ​ໄປ​ຈາກ​ຄຸກ​ນີ້​ໄດ້​ເຖິງ​ວ່າ​ຈະ​ພະຍາຍາມ​ຫຼາຍ​ສ່ຳ​ໃດ​ກໍ​ຕາມ. ແຕ່​ພະ​ເຢໂຫວາ​ມີ​ອຳນາດ​ປົດ​ປ່ອຍ​ເຮົາ​ຈາກ​ຄວາມ​ຕາຍ​ໄດ້ ແລະ​ພະອົງ​ສັນຍາ​ວ່າ “ສັດຕູ​ໂຕ​ສຸດ​ທ້າຍ​ທີ່​ຈະ​ຖືກ​ທຳລາຍ​ກໍ​ແມ່ນ​ຄວາມ​ຕາຍ.”—1 ໂກຣິນໂທ 15:26

      3 ລອງ​ຄິດ​ເບິ່ງ​ວ່າ​ເຈົ້າ​ຈະ​ຮູ້ສຶກ​ໂລ່ງ​ໃຈ​ສ່ຳ​ໃດ​ຖ້າ​ບໍ່​ຕ້ອງ​ຕາຍ! ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ຈະ​ທຳລາຍ​ຄວາມ​ຕາຍ​ເທົ່າ​ນັ້ນ ແຕ່​ພະອົງ​ຍັງ​ຈະ​ເຮັດ​ໃຫ້​ຄົນ​ທີ່​ຕາຍ​ໄປ​ແລ້ວ​ກັບ​ມາ​ມີ​ຊີວິດ​ອີກ. ພະ​ເຢໂຫວາ​ສັນຍາ​ວ່າ​ຄົນ​ຕາຍ​ຈະ​ກັບ​ມາ​ມີ​ຊີວິດ​ອີກ. ຖ້າ​ເລື່ອງ​ນີ້​ເກີດ​ຂຶ້ນ​ແທ້​ຈະ​ດີ​ສ່ຳ​ໃດ. (ເອຊາອີ 26:19) ນີ້​ແມ່ນ​ສິ່ງ​ທີ່​ຄຳພີ​ໄບເບິນ​ເອີ້ນ​ວ່າ​ການ​ຄືນ​ມາ​ຈາກ​ຕາຍ.

      ເມື່ອ​ຄົນ​ທີ່​ເຮົາ​ຮັກ​ຕາຍ​ຈາກ​ໄປ

      4. (ກ) ເຮົາ​ຈະ​ໄດ້​ກຳລັງ​ໃຈ​ຈາກ​ໃສ​ເມື່ອ​ຄົນ​ທີ່​ເຮົາ​ຮັກ​ຕາຍ? (ຂ) ມີ​ໃຜ​ແດ່​ທີ່​ເປັນ​ໝູ່​ຮັກ​ຂອງ​ພະ​ເຢຊູ?

      4 ເມື່ອ​ຄົນ​ໃນ​ຄອບຄົວ​ຫຼື​ໝູ່​ສະໜິດ​ຂອງ​ເຮົາ​ຕາຍ ເຮົາ​ໂສກ​ເສົ້າ​ເສຍໃຈ​ຈົນ​ທົນ​ບໍ່​ໄດ້. ເຮົາ​ອາດ​ຮູ້ສຶກ​ໝົດ​ຫວັງ​ທີ່​ຊ່ວຍ​ຫຍັງ​ລາວ​ບໍ່​ໄດ້​ເລີຍ. ເຮົາ​ບໍ່​ສາມາດ​ຊ່ວຍ​ລາວ​ໃຫ້​ກັບ​ມາ​ມີ​ຊີວິດ​ອີກ. ແຕ່​ຄຳພີ​ໄບເບິນ​ໃຫ້​ກຳລັງ​ໃຈ​ເຮົາ. (ອ່ານ 2 ໂກຣິນໂທ 1:3, 4) ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ໜຶ່ງ ແລ້ວ​ເຮົາ​ຈະ​ເຫັນ​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຕ້ອງການ​ຫຼາຍ​ແທ້ໆທີ່​ຈະ​ໃຫ້​ຄົນ​ທີ່​ເຮົາ​ຮັກ​ເຊິ່ງ​ຕາຍ​ໄປ​ແລ້ວ​ກັບ​ມາ​ມີ​ຊີວິດ​ອີກ. ຕອນ​ທີ່​ພະ​ເຢຊູ​ຢູ່​ໃນ​ໂລກ ເພິ່ນ​ມັກ​ໄປ​ຫາ​ລາຊະໂຣ ມາທາ​ກັບ​ມາຣີ ທັງ​ສາມ​ເອື້ອຍ​ນ້ອງ​ເປັນ​ໝູ່​ຮັກ​ຂອງ​ພະ​ເຢຊູ. ຄຳພີ​ໄບເບິນ​ບອກ​ວ່າ: “ພະ​ເຢຊູ​ຮັກ​ມາທາ​ກັບ​ມາຣີ​ລວມ​ທັງ​ລາຊະໂຣ​ນຳ.” ແລ້ວ​ມື້​ໜຶ່ງ​ລາຊະໂຣ​ກໍ​ຕາຍ.—ໂຢຮັນ 11:3-5

      5, 6. (ກ) ພະ​ເຢຊູ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຫັນ​ຄົນ​ໃນ​ຄອບຄົວ​ແລະ​ໝູ່​ເພື່ອນ​ຂອງ​ລາຊະໂຣ​ຮ້ອງໄຫ້​ເສຍໃຈ​ຍ້ອນ​ລາວ​ຕາຍ? (ຂ) ເປັນ​ຫຍັງ​ການ​ທີ່​ຮູ້​ວ່າ​ພະ​ເຢຊູ​ຮູ້ສຶກ​ໂສກ​ເສົ້າ​ເມື່ອ​ມີ​ຄົນ​ຕາຍ​ຈຶ່ງ​ເປັນ​ເລື່ອງ​ທີ່​ໃຫ້​ກຳລັງ​ໃຈ​ເຮົາ?

      5 ພະ​ເຢຊູ​ໄປ​ຫາ​ມາທາ​ແລະ​ມາຣີ​ເພື່ອ​ປອບ​ໃຈ​ພວກ​ເຂົາ. ເມື່ອ​ມາທາ​ໄດ້​ຍິນ​ວ່າ​ພະ​ເຢຊູ​ກຳລັງ​ມາ ລາວ​ກໍ​ອອກ​ໄປ​ຫາ​ເພິ່ນ​ຢູ່​ນອກ​ເມືອງ ມາທາ​ດີ​ໃຈ​ທີ່​ໄດ້​ພົບ​ພະ​ເຢຊູ. ແຕ່​ລາວ​ເວົ້າ​ກັບ​ເພິ່ນ​ວ່າ: “ຖ້າ​ທ່ານ​ຢູ່​ທີ່​ນີ້ ລາວ​ຄື​ຊິ​ບໍ່​ຕາຍ.” ມາທາ​ຄິດ​ວ່າ​ພະ​ເຢຊູ​ມາ​ຊ້າ​ເກີນ​ໄປ ຫຼັງ​ຈາກ​ນັ້ນ​ພະ​ເຢຊູ​ກໍ​ເຫັນ​ມາຣີ​ຮ້ອງໄຫ້. ເມື່ອ​ເຫັນ​ວ່າ​ທຸກ​ຄົນ​ທີ່​ຢູ່​ຫັ້ນ​ໂສກ​ເສົ້າ​ເສຍໃຈ ເພິ່ນ​ກໍ​ຮູ້ສຶກ​ສະເທືອນ​ໃຈ ເຈັບ​ປວດ​ໃຈ ແລະ​ຮ້ອງໄຫ້​ຄື​ກັນ. (ໂຢຮັນ 11:21, 33, 35) ເລື່ອງ​ນີ້​ເຮັດ​ໃຫ້​ເຫັນ​ວ່າ​ພະ​ເຢຊູ​ຮູ້ສຶກ​ແບບ​ດຽວ​ກັບ​ເຮົາ​ຕອນ​ທີ່​ສູນ​ເສຍ​ຄົນ​ທີ່​ຮັກ.

      6 ການ​ທີ່​ພະ​ເຢຊູ​ຮູ້ສຶກ​ໂສກ​ເສົ້າ​ເຮັດ​ໃຫ້​ເຮົາ​ໄດ້​ກຳລັງ​ໃຈ ເພາະ​ວ່າ​ພະ​ເຢຊູ​ຄື​ກັບ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ. ນີ້​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ກໍ​ຮູ້ສຶກ​ໂສກ​ເສົ້າ​ແລະ​ກຽດ​ຊັງ​ຄວາມ​ຕາຍ​ຄື​ກັນ. (ໂຢຮັນ 14:9) ພະ​ເຢໂຫວາ​ມີ​ລິດເດດ​ທີ່​ຈະ​ທຳລາຍ​ຄວາມ​ຕາຍ​ໃຫ້​ໝົດ​ໄປ​ຕະຫຼອດ​ການ ແລະ​ອີກ​ບໍ່​ດົນ​ພະອົງ​ຈະ​ເຮັດ​ສິ່ງ​ນັ້ນ.

      “ລາຊະໂຣ ອອກ​ມາ!”

      7, 8. ເປັນ​ຫຍັງ​ມາທາ​ບໍ່​ຢາກ​ໃຫ້​ກິ້ງ​ຫີນ​ອອກ​ຈາກ​ອຸໂມງ​ໄວ້​ສົບ​ຂອງ​ລາຊະໂຣ? ແຕ່​ພະ​ເຢຊູ​ເຮັດ​ຫຍັງ?

      7 ເມື່ອ​ພະ​ເຢຊູ​ມາ​ຮອດ​ອຸໂມງ​ໄວ້​ສົບ​ຂອງ​ລາຊະໂຣ​ເຊິ່ງ​ມີ​ຫີນ​ໃຫຍ່​ປິດ​ປາກ​ອຸໂມງ​ໄວ້ ພະ​ເຢຊູ​ຈຶ່ງ​ບອກ​ໃຫ້ “ກິ້ງ​ຫີນ​ອອກ​ໄປ.” ແຕ່​ມາທາ​ບໍ່​ຢາກ​ໃຫ້​ເຮັດ​ແບບ​ນັ້ນ ເພາະ​ສົບ​ຂອງ​ລາຊະໂຣ​ຢູ່​ໃນ​ອຸໂມງ​ໄດ້ 4 ມື້​ແລ້ວ. (ໂຢຮັນ 11:39) ລາວ​ບໍ່​ຮູ້​ວ່າ​ພະ​ເຢຊູ​ຈະ​ເຮັດ​ຫຍັງ​ເພື່ອ​ຊ່ວຍ​ລາຊະໂຣ.

      ພະ​ເຢຊູ​ປຸກ​ລາຊະໂຣ​ໃຫ້​ຄືນ​ມາ​ຈາກ​ຕາຍ ຄອບຄົວ​ແລະ​ໝູ່​ເພື່ອນ​ຂອງ​ລາວ​ດີ​ໃຈ​ຫຼາຍ

      ລອງ​ນຶກ​ພາບ​ເບິ່ງ​ວ່າ​ຄອບຄົວ​ແລະ​ໝູ່​ເພື່ອນ​ຂອງ​ລາຊະໂຣ​ຈະ​ດີ​ໃຈ​ຫຼາຍ​ສ່ຳ​ໃດ​ທີ່​ລາວ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ!—ໂຢຮັນ 11:38-44

      8 ຫຼັງ​ຈາກ​ກິ້ງ​ຫີນ​ອອກ​ໄປ​ແລ້ວ ພະ​ເຢຊູ​ຮ້ອງ​ບອກ​ລາຊະໂຣ​ວ່າ “ອອກ​ມາ!” ແລ້ວ​ມາທາ​ກັບ​ມາຣີ​ກໍ​ເຫັນ​ສິ່ງ​ທີ່​ເຮັດ​ໃຫ້​ຕົກຕະລຶງ. “ລາຊະໂຣ​ທີ່​ຕາຍ​ໄປ​ແລ້ວ​ກໍ​ຍ່າງ​ອອກ​ມາ​ທັງໆທີ່​ຍັງ​ມີ​ຜ້າ​ພັນ​ມື​ພັນ​ຕີນ​ຢູ່ ແລະ​ມີ​ຜ້າ​ພັນ​ໜ້າ​ຄື​ກັນ.” (ໂຢຮັນ 11:43, 44) ລາຊະໂຣ​ກັບ​ມາ​ມີ​ຊີວິດ​ອີກ! ພະ​ເຢຊູ​ປຸກ​ລາຊະໂຣ​ໃຫ້​ຄືນ​ມາ​ຈາກ​ຕາຍ. ລາວ​ໄດ້​ກັບ​ມາ​ຢູ່​ກັບ​ຄອບຄົວ​ແລະ​ໝູ່​ເພື່ອນ​ອີກ​ເທື່ອ​ໜຶ່ງ. ພວກ​ເຂົາ​ສາມາດ​ເວົ້າ​ລົມ​ແລະ​ກອດ​ລາຊະໂຣ​ໄດ້. ນີ້​ເປັນ​ເລື່ອງ​ທີ່​ມະຫັດສະຈັນ​ແທ້ໆ!

      “ນາງ​ນ້ອຍ ຂ້ອຍ​ບອກ​ໃຫ້​ເຈົ້າ​ລຸກ​ຂຶ້ນ!”

      9, 10. (ກ) ໃຜ​ໃຫ້​ລິດເດດ​ພະ​ເຢຊູ​ປຸກ​ຄົນ​ໃຫ້​ຄືນ​ມາ​ຈາກ​ຕາຍ? (ຂ) ເປັນ​ຫຍັງ​ການ​ອ່ານ​ເລື່ອງ​ຂອງ​ຄົນ​ທີ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ຈຶ່ງ​ເປັນ​ປະໂຫຍດ​ຕໍ່​ເຮົາ?

      9 ພະ​ເຢຊູ​ເຮັດ​ໃຫ້​ຄົນ​ຄືນ​ມາ​ຈາກ​ຕາຍ​ດ້ວຍ​ລິດເດດ​ຂອງ​ເພິ່ນ​ເອງ​ບໍ? ບໍ່​ແມ່ນ ກ່ອນ​ທີ່​ພະ​ເຢຊູ​ຈະ​ປຸກ​ລາຊະໂຣ ເພິ່ນ​ອະທິດຖານ​ເຖິງ​ພະ​ເຢໂຫວາ ແລ້ວ​ພະ​ເຢໂຫວາ​ກໍ​ໃຫ້​ລິດເດດ​ເພິ່ນ​ປຸກ​ລາຊະໂຣ. (ອ່ານ​ໂຢຮັນ 11:41, 42) ລາຊະໂຣ​ບໍ່​ແມ່ນ​ຄົນ​ດຽວ​ທີ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ. ຄຳພີ​ໄບເບິນ​ບອກ​ເຮົາ​ກ່ຽວ​ກັບ​ເລື່ອງ​ຂອງ​ເດັກ​ນ້ອຍ​ຜູ້​ຍິງ​ຄົນ​ໜຶ່ງ​ອາຍຸ 12 ປີ​ທີ່​ເຈັບ​ປ່ວຍ​ໜັກ. ຢາອີໂຣ​ພໍ່​ຂອງ​ເດັກ​ນ້ອຍ​ຄົນ​ນີ້​ຮູ້ສຶກ​ໝົດ​ຫວັງ​ຈຶ່ງ​ໄປ​ຂໍ​ໃຫ້​ພະ​ເຢຊູ​ມາ​ຊ່ວຍ​ປິ່ນປົວ​ລູກ​ຄົນ​ດຽວ​ຂອງ​ລາວ. ຕອນ​ທີ່​ຢາອີໂຣ​ກຳລັງ​ເວົ້າ​ກັບ​ພະ​ເຢຊູ​ກໍ​ມີ​ຄົນ​ມາ​ບອກ​ລາວ​ວ່າ: “ລູກ​ສາວ​ຂອງ​ເຈົ້າ​ຕາຍ​ແລ້ວ ບໍ່​ຕ້ອງ​ລົບກວນ​ອາຈານ​ແລ້ວ.” ແຕ່​ພະ​ເຢຊູ​ບອກ​ຢາອີໂຣ​ວ່າ: “ບໍ່​ຕ້ອງ​ຢ້ານ ຂໍ​ໃຫ້​ສະແດງ​ຄວາມ​ເຊື່ອ​ເທົ່າ​ນັ້ນ ລູກ​ສາວ​ຂອງ​ເຈົ້າ​ຈະ​ບໍ່​ເປັນ​ຫຍັງ.” ຈາກ​ນັ້ນ ເພິ່ນ​ກັບ​ຢາອີໂຣ​ກໍ​ເດີນ​ທາງ​ໄປ​ນຳ​ກັນ. ຕອນ​ທີ່​ໃກ້​ຈະ​ຮອດ​ເຮືອນ ພະ​ເຢຊູ​ກໍ​ເຫັນ​ແລະ​ໄດ້​ຍິນ​ຄົນ​ຮ້ອງໄຫ້ ເພິ່ນ​ຈຶ່ງ​ບອກ​ພວກ​ເຂົາ​ວ່າ: “ຢ່າ​ຮ້ອງໄຫ້​ເລີຍ ເດັກ​ນ້ອຍ​ຄົນ​ນີ້​ບໍ່​ໄດ້​ຕາຍ ແຕ່​ນອນ​ຫຼັບ​ຢູ່.” ພໍ່​ແມ່​ຂອງ​ເດັກ​ນ້ອຍ​ຄື​ຊິ​ສົງໄສ​ວ່າ​ທີ່​ພະ​ເຢຊູ​ເວົ້າ​ໝາຍ​ຄວາມ​ວ່າ​ແນວ​ໃດ ແລ້ວ​ພະ​ເຢຊູ​ກໍ​ບອກ​ໃຫ້​ທຸກ​ຄົນ​ອອກ​ໄປ​ແລະ​ໃຫ້​ພໍ່​ແມ່​ຂອງ​ເດັກ​ນ້ອຍ​ເຂົ້າ​ມາ​ໃນ​ຫ້ອງ​ທີ່​ມີ​ສົບ​ຢູ່. ຈາກ​ນັ້ນ ພະ​ເຢຊູ​ກໍ​ຈັບ​ມື​ເດັກ​ນ້ອຍ​ຄ່ອຍໆແລະ​ເວົ້າ​ວ່າ: “ນາງ​ນ້ອຍ ຂ້ອຍ​ບອກ​ໃຫ້​ເຈົ້າ​ລຸກ​ຂຶ້ນ!” ຂໍ​ໃຫ້​ນຶກ​ພາບ​ວ່າ​ພໍ່​ແມ່​ຂອງ​ລາວ​ຈະ​ດີ​ໃຈ​ສ່ຳ​ໃດ​ທີ່​ເຫັນ​ລູກ​ລຸກ​ຂຶ້ນ​ຍ່າງ! ພະ​ເຢຊູ​ປຸກ​ລູກ​ຂອງ​ພວກ​ເຂົາ​ໃຫ້​ຄືນ​ມາ​ຈາກ​ຕາຍ. (ມາຣະໂກ 5:22-24, 35-42; ລູກາ 8:49-56) ຕັ້ງ​ແຕ່​ນັ້ນ​ມາ ທຸກ​ຄັ້ງ​ທີ່​ເຫັນ​ລູກ​ສາວ​ຜູ້​ນີ້ ພວກ​ເຂົາ​ກໍ​ຄິດ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ໃຫ້​ພະ​ເຢຊູ​ເຮັດ​ເພື່ອ​ພວກ​ເຂົາ.a

      10 ຄົນ​ທີ່​ພະ​ເຢຊູ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ໃນ​ຕອນ​ນັ້ນ ໃນ​ທີ່​ສຸດ​ກໍ​ຕ້ອງ​ຕາຍ​ອີກ. ແຕ່​ເຖິງ​ຢ່າງ​ນັ້ນ​ການ​ໄດ້​ອ່ານ​ເລື່ອງ​ຂອງ​ພວກ​ເຂົາ​ກໍ​ມີ​ປະໂຫຍດ​ຫຼາຍ​ເພາະ​ເລື່ອງ​ນີ້​ໃຫ້​ຄວາມ​ຫວັງ​ແທ້​ກັບ​ເຮົາ ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ຕ້ອງການ​ປຸກ​ຄົນ​ຕາຍ​ໃຫ້​ຄືນ​ມາ​ມີ​ຊີວິດ​ອີກ ແລະ​ໃນ​ອະນາຄົດ​ພະອົງ​ຈະ​ເຮັດ​ແບບ​ນັ້ນ​ແນ່ນອນ.

      ສິ່ງ​ທີ່​ເຮົາ​ໄດ້​ຮຽນ​ຈາກ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ

      ເປໂຕ​ປຸກ​ໂດຣະກາ​ໃຫ້​ຄືນ​ມາ​ຈາກ​ຕາຍ​ຕໍ່​ໜ້າ​ຄົນ​ອື່ນ

      ອັກຄະສາວົກ​ເປໂຕ​ປຸກ​ຍິງ​ຄລິດສະຕຽນ​ຊື່​ໂດຣະກາ​ໃຫ້​ຄືນ​ມາ​ຈາກ​ຕາຍ.—ກິດຈະການ 9:36-42

      ແມ່​ໝ້າຍ​ກອດ​ລູກ​ຊາຍ​ຫຼັງ​ຈາກ​ທີ່​ເອລີຢາ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ

      ເອລີຢາ​ປຸກ​ລູກ​ຊາຍ​ຄົນ​ດຽວ​ຂອງ​ແມ່​ໝ້າຍ​ໃຫ້​ຄືນ​ມາ​ຈາກ​ຕາຍ.—1 ກະສັດ 17:17-24

      11. ຜູ້​ເທສະໜາ​ປ່າວ​ປະກາດ 9:5 ບອກ​ຄວາມ​ຈິງ​ຫຍັງ​ກ່ຽວ​ກັບ​ສະພາບ​ຂອງ​ລາຊະໂຣ​ເມື່ອ​ລາວ​ຕາຍ?

      11 ຄຳພີ​ໄບເບິນ​ບອກ​ຢ່າງ​ຈະ​ແຈ້ງ​ວ່າ “ຄົນ​ຕາຍ​ແລ້ວ​ບໍ່​ຮູ້ຈັກ​ສິ່ງ​ໃດ.” ແລະ​ຕອນ​ທີ່​ລາຊະໂຣ​ຕາຍ​ກໍ​ເປັນ​ແບບ​ນັ້ນ​ແທ້ໆ. (ຜູ້​ເທສະໜາ​ປ່າວ​ປະກາດ 9:5) ລາວ​ເປັນ​ຄື​ຄົນ​ນອນ​ຫຼັບ​ຄື​ກັບ​ທີ່​ພະ​ເຢຊູ​ບອກ. (ໂຢຮັນ 11:11) ຕອນ​ທີ່​ລາຊະໂຣ​ຢູ່​ໃນ​ອຸໂມງ​ຝັງ​ສົບ ລາວ “ບໍ່​ຮູ້ຈັກ​ສິ່ງ​ໃດ.”

      12. ເປັນ​ຫຍັງ​ເຮົາ​ໝັ້ນ​ໃຈ​ວ່າ​ເລື່ອງ​ທີ່​ລາຊະໂຣ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ເປັນ​ເລື່ອງ​ທີ່​ເກີດ​ຂຶ້ນ​ແທ້ໆ?

      12 ການ​ທີ່​ລາຊະໂຣ​ກັບ​ມາ​ມີ​ຊີວິດ​ອີກ​ພິສູດ​ວ່າ​ການ​ຄືນ​ມາ​ຈາກ​ຕາຍ​ເປັນ​ເລື່ອງ​ທີ່​ເກີດ​ຂຶ້ນ​ແທ້. ຕອນ​ທີ່​ພະ​ເຢຊູ​ປຸກ​ລາຊະໂຣ​ໃຫ້​ຄືນ​ມາ​ຈາກ​ຕາຍ​ມີ​ຫຼາຍ​ຄົນ​ເຫັນ​ເຫດການ​ນັ້ນ ແມ່ນ​ແຕ່​ສັດຕູ​ຂອງ​ພະ​ເຢຊູ​ກໍ​ຮູ້​ວ່າ​ເພິ່ນ​ເຮັດ​ການ​ອັດສະຈັນ​ນີ້. (ໂຢຮັນ 11:47) ນອກ​ຈາກ​ນັ້ນ ມີ​ຫຼາຍ​ຄົນ​ພາ​ກັນ​ໄປ​ເບິ່ງ​ແລະ​ລົມ​ກັບ​ລາຊະໂຣ. ຜົນ​ກໍ​ຄື​ພວກ​ເຂົາ​ເຊື່ອ​ວ່າ​ພະ​ເຢຊູ​ເປັນ​ຜູ້​ທີ່​ພະເຈົ້າ​ສົ່ງ​ມາ. ແຕ່​ພວກ​ສັດຕູ​ບໍ່​ມັກ ພວກ​ເຂົາ​ຈຶ່ງ​ວາງ​ແຜນ​ຈະ​ຂ້າ​ທັງ​ພະ​ເຢຊູ​ແລະ​ລາຊະໂຣ.—ໂຢຮັນ 11:53; 12:9-11

      13. ເປັນ​ຫຍັງ​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ປຸກ​ຄົນ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແທ້ໆ?

      13 ພະ​ເຢຊູ​ບອກ​ວ່າ​ທຸກ​ຄົນ​ທີ່​ຢູ່​ໃນ “ອຸໂມງ​ລະນຶກ” ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ. (ໂຢຮັນ 5:28, ໄຂ​ເງື່ອນ) ນີ້​ໝາຍ​ຄວາມ​ວ່າ​ຄົນ​ຕາຍ​ທຸກ​ຄົນ​ທີ່​ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງ​ພະ​ເຢໂຫວາ​ຈະ​ກັບ​ມາ​ມີ​ຊີວິດ​ອີກ. ແຕ່​ການ​ທີ່​ພະ​ເຢໂຫວາ​ຈະ​ປຸກ​ຜູ້​ໃດ​ຜູ້​ໜຶ່ງ​ໃຫ້​ຄືນ​ມາ​ເປັນ​ຄົນ​ເກົ່າ ພະອົງ​ຕ້ອງ​ຈື່​ລາຍ​ລະອຽດ​ທຸກ​ຢ່າງ​ກ່ຽວ​ກັບ​ຄົນ​ນັ້ນ​ໄດ້. ແລ້ວ​ພະອົງ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແທ້ໆບໍ? ໄດ້​ແທ້. ຂະໜາດ​ເອກະພົບ​ຂອງ​ເຮົາ​ທີ່​ມີ​ດວງ​ດາວ​ຫຼາຍ​ພັນ​ລ້ານ​ດວງ ຄຳພີ​ໄບເບິນ​ກໍ​ຍັງ​ບອກ​ວ່າ​ພະ​ເຢໂຫວາ​ຮູ້​ຊື່​ດວງ​ດາວ​ເຫຼົ່າ​ນັ້ນ​ທັງ​ໝົດ. (ອ່ານ​ເອຊາອີ 40:26) ຖ້າ​ພະເຈົ້າ​ຈື່​ຊື່​ດາວ​ແຕ່​ລະ​ດວງ​ໄດ້ ກໍ​ບໍ່​ຍາກ​ທີ່​ພະອົງ​ຈະ​ຈື່​ລາຍ​ລະອຽດ​ທຸກ​ຢ່າງ​ຂອງ​ຄົນ​ທີ່​ພະອົງ​ຈະ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ. ນອກ​ຈາກ​ນັ້ນ ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ມີ​ລິດເດດ​ທີ່​ຈະ​ເຮັດ​ໃຫ້​ຄົນ​ຕາຍ​ກັບ​ມາ​ມີ​ຊີວິດ​ອີກ​ແທ້ໆ ເພາະ​ພະອົງ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ​ທຸກ​ຢ່າງ.

      14, 15. ຄຳເວົ້າ​ຂອງ​ໂຢບ​ເຮັດ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ຕ້ອງການ​ເຮັດ​ຫຍັງ?

      14 ໂຢບ​ຊາຍ​ທີ່​ສັດ​ຊື່​ຕໍ່​ພະເຈົ້າ​ເຊື່ອ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ. ລາວ​ຖາມ​ວ່າ: “ຖ້າ​ຄົນ​ເຮົາ​ຕາຍ​ແລ້ວ​ຈະ​ມີ​ຊີວິດ​ອີກ​ໄດ້​ຫຼື?” ແລ້ວ​ລາວ​ກໍ​ເວົ້າ​ກັບ​ພະ​ເຢໂຫວາ​ຕໍ່​ໄປ​ວ່າ: “ພະອົງ​ຈະ​ເອີ້ນ​ແລະ​ຂ້ອຍ​ຈະ​ຕອບ. ພະອົງ​ຄິດ​ເຖິງ​ຄົນ​ທີ່​ພະອົງ​ສ້າງ​ມາກ​ເຫຼືອ​ເກີນ.” ໂຢບ​ຮູ້​ວ່າ​ພະ​ເຢໂຫວາ​ລໍ​ຖ້າ​ມື້​ທີ່​ພະອົງ​ຈະ​ປຸກ​ຄົນ​ຕາຍ​ໃຫ້​ກັບ​ມາ​ມີ​ຊີວິດ​ອີກ.—ໂຢບ 14:13-15, ລ.ມ.

      15 ເຈົ້າ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ຫວັງ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ? ເຈົ້າ​ອາດ​ສົງໄສ​ວ່າ ‘ຄັນ​ຊັ້ນ​ຄົນ​ໃນ​ຄອບຄົວ​ແລະ​ໝູ່​ເພື່ອນ​ຂອງ​ຂ້ອຍ​ທີ່​ຕາຍ​ໄປ​ແລ້ວ​ກໍ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ນຳ​ບໍ?’ ເປັນ​ເລື່ອງ​ທີ່​ໃຫ້​ກຳລັງ​ໃຈ​ຫຼາຍ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ຕ້ອງການ​ແທ້ໆທີ່​ຈະ​ໃຫ້​ຄົນ​ຕາຍ​ກັບ​ມາ​ມີ​ຊີວິດ​ອີກ. ໃຫ້​ເຮົາ​ມາ​ເບິ່ງ​ໃນ​ຄຳພີ​ໄບເບິນ​ວ່າ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ຈະ​ຢູ່​ໃສ ແລະ​ມີ​ໃຜ​ແດ່​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ.

      ພວກ​ເຂົາ “ຈະ​ໄດ້​ຍິນ​ສຽງ​ເພິ່ນ ແລະ​ຈະ​ອອກ​ມາ”

      16. ຄົນ​ທີ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ຈະ​ຢູ່​ໃສ​ແລະ​ຈະ​ມີ​ຊີວິດ​ແບບ​ໃດ?

      16 ໃນ​ອະດີດ ຄົນ​ທີ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ໄດ້​ກັບ​ມາ​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້​ນຳ​ຄອບຄົວ​ແລະ​ໝູ່​ເພື່ອນ​ຂອງ​ພວກ​ເຂົາ ແລະ​ໃນ​ອະນາຄົດ​ຄົນ​ທີ່​ຖືກ​ປຸກ​ກໍ​ຈະ​ໄດ້​ຢູ່​ໃນ​ໂລກ​ນີ້​ຄື​ກັນ. ແຕ່​ຈະ​ຢູ່​ໃນ​ສະພາບ​ທີ່​ດີ​ກວ່າ​ນີ້​ຫຼາຍ. ຍ້ອນ​ຫຍັງ? ຍ້ອນ​ພວກ​ເຂົາ​ຈະ​ມີ​ໂອກາດ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ ບໍ່​ຕ້ອງ​ເຈັບ​ປ່ວຍ​ແລະ​ຕາຍ​ຄື​ກັບ​ທີ່​ເປັນ​ຢູ່​ໃນ​ທຸກ​ມື້​ນີ້. ພວກ​ເຂົາ​ຈະ​ໄດ້​ຢູ່​ໂລກ​ທີ່​ບໍ່​ມີ​ສົງຄາມ​ແລະ​ອາດຊະຍາກຳ.

      17. ໃຜ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ?

      17 ໃຜ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ? ພະ​ເຢຊູ​ບອກ​ວ່າ “ທຸກ​ຄົນ​ເຊິ່ງ​ຢູ່​ໃນ​ອຸໂມງ​ຝັງ​ສົບ​ຈະ​ໄດ້​ຍິນ​ສຽງ​ເພິ່ນ ແລະ​ຈະ​ອອກ​ມາ.” (ໂຢຮັນ 5:28, 29) ແລະ​ພະນິມິດ​ບົດ 20:13 ບອກ​ວ່າ: “ທະເລ​ໄດ້​ປ່ອຍ​ຄົນ​ທີ່​ຕາຍ​ໃນ​ທະເລ ຄວາມ​ຕາຍ​ແລະ​ຫຼຸມ​ຝັງ​ສົບ​ກໍ​ປ່ອຍ​ຄົນ​ຕາຍ​ທີ່​ຢູ່​ໃນ​ນັ້ນ.” ຂໍ້​ນີ້​ໝາຍ​ຄວາມ​ວ່າ​ຫຼາຍ​ພັນ​ລ້ານ​ຄົນ​ທີ່​ຕາຍ​ໄປ​ແລ້ວ​ຈະ​ກັບ​ມາ​ມີ​ຊີວິດ​ອີກ. ອັກຄະສາວົກ​ໂປໂລ​ຍັງ​ບອກ​ວ່າ “ທັງ​ຄົນ​ດີ​ແລະ​ຄົນ​ຊົ່ວ” ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ. (ອ່ານ​ກິດຈະການ 24:15) ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ?

      ໃນ​ສວນ​ອຸທິຍານ ຄົນ​ທີ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ຈະ​ກັບ​ມາ​ຢູ່​ກັບ​ຄົນ​ທີ່​ພວກ​ເຂົາ​ຮັກ​ອີກ

      ຄົນ​ຕາຍ​ຈະ​ຖືກ​ປຸກ​ໃຫ້​ກັບ​ມາ​ມີ​ຊີວິດ​ອີກ​ເພື່ອ​ຢູ່​ກັບ​ຄົນ​ທີ່​ພວກ​ເຂົາ​ຮັກ​ໃນ​ອຸທິຍານ

      18. “ຄົນ​ດີ” ທີ່​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ໝາຍ​ເຖິງ​ໃຜ​ແດ່?

      18 “ຄົນ​ດີ” ໃນ​ພະ​ຄຳພີ​ຂໍ້​ນີ້​ໝາຍ​ລວມ​ເຖິງ​ຄົນ​ທີ່​ເຮັດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ ແລະ​ຮັບໃຊ້​ພະອົງ​ຢ່າງ​ສັດ​ຊື່​ທັງ​ໃນ​ສະໄໝ​ກ່ອນ​ແລະ​ສະໄໝ​ນີ້. ຕົວຢ່າງ​ເຊັ່ນ: ໂນອາ ອັບຣາຮາມ ຊາຣາ ໂມເຊ ຣຸດ ເອເຊເທຣ ເປັນ​ຄົນ​ທີ່​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ກ່ອນ​ທີ່​ພະ​ເຢຊູ​ຈະ​ມາ​ໃນ​ໂລກ. ພວກ​ເຂົາ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຢູ່​ໃນ​ໂລກ​ອີກ. ເຈົ້າ​ອ່ານ​ເລື່ອງ​ຂອງ​ບາງ​ຄົນ​ໄດ້​ໃນ​ປຶ້ມ​ເຮັບເຣີ​ບົດ 11. ແລ້ວ​ຄົນ​ທີ່​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ໃນ​ສະໄໝ​ນີ້​ທີ່​ຕາຍ​ໄປ​ເດ? ພວກ​ເຂົາ​ກໍ​ຢູ່​ໃນ​ກຸ່ມ “ຄົນ​ດີ” ທີ່​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ຄື​ກັນ.

      19. ໃຜ​ແມ່ນ “ຄົນ​ຊົ່ວ” ທີ່​ຈະ​ຖືກ​ປຸກ? ພວກ​ເຂົາ​ໄດ້​ຮັບ​ໂອກາດ​ຫຍັງ​ຈາກ​ພະ​ເຢໂຫວາ?

      19 “ຄົນ​ຊົ່ວ” ໃນ​ພະ​ຄຳພີ​ຂໍ້​ນີ້​ໝາຍ​ລວມ​ເຖິງ​ຫຼາຍ​ພັນ​ລ້ານ​ຄົນ​ທີ່​ຍັງ​ບໍ່​ໄດ້​ເຮັດ​ດີ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ ຍ້ອນ​ພວກ​ເຂົາ​ຍັງ​ບໍ່​ມີ​ໂອກາດ​ຮູ້ຈັກ​ພະອົງ. ເຖິງ​ວ່າ​ພວກ​ເຂົາ​ຕາຍ​ໄປ​ແລ້ວ ພະ​ເຢໂຫວາ​ກໍ​ບໍ່​ລືມ​ພວກ​ເຂົາ. ພະອົງ​ຈະ​ປຸກ​ພວກ​ເຂົາ​ໃຫ້​ກັບ​ມາ​ມີ​ຊີວິດ​ອີກ ເພື່ອ​ພວກ​ເຂົາ​ຈະ​ມີ​ໂອກາດ​ໄດ້​ຮຽນ​ຮູ້​ເລື່ອງ​ພະ​ເຢໂຫວາ​ແລະ​ຮັບໃຊ້​ພະອົງ.

      20. ເປັນ​ຫຍັງ​ບໍ່​ແມ່ນ​ທຸກ​ຄົນ​ຈະ​ຖືກ​ປຸກ?

      20 ນີ້​ໝາຍ​ຄວາມ​ວ່າ​ຄົນ​ຕາຍ​ທຸກ​ຄົນ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ບໍ? ບໍ່​ແມ່ນ. ພະ​ເຢຊູ​ບອກ​ວ່າ​ຈະ​ມີ​ບາງ​ຄົນ​ທີ່​ຈະ​ບໍ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ. ຄົນ​ທີ່​ຖືກ​ຕັດສິນ​ວ່າ​ເປັນ​ຄົນ​ບາບ​ທີ່​ບໍ່​ກັບ​ໃຈ​ຈະ​ບໍ່​ຖືກ​ປຸກ. (ລູກາ 12:5) ແລ້ວ​ໃຜ​ຈະ​ເປັນ​ຜູ້ຕັດສິນ​ວ່າ​ຜູ້​ໃດ​ແມ່ນ​ຄົນ​ກຸ່ມ​ນີ້​ທີ່​ຈະ​ບໍ່​ຖືກ​ປຸກ? ພະ​ເຢໂຫວາ​ເປັນ​ຜູ້ຕັດສິນ ພະອົງ​ເປັນ​ຜູ້ຕັດສິນ​ອົງ​ສູງ​ສຸດ. ສ່ວນ​ເລື່ອງ​ການ “ຕັດສິນ​ທັງ​ຄົນ​ເປັນ​ແລະ​ຄົນ​ຕາຍ” ພະ​ເຢໂຫວາ​ໃຫ້​ອຳນາດ​ພະ​ເຢຊູ​ໃນ​ການ​ຕັດສິນ.—ກິດຈະການ 10:42; ເບິ່ງ​ຄຳ​ອະທິບາຍ​ເພີ່ມ​ເຕີມ 19

      ຖືກ​ປຸກ​ໃຫ້​ໄປ​ສະຫວັນ

      21, 22. (ກ) ຄົນ​ທີ່​ຖືກ​ປຸກ​ໃຫ້​ໄປ​ສະຫວັນ​ຈະ​ມີ​ຮ່າງກາຍ​ແບບ​ໃດ? (ຂ) ໃຜ​ເປັນ​ຄົນ​ທຳອິດ​ທີ່​ຖືກ​ປຸກ​ໃຫ້​ໄປ​ສະຫວັນ?

      21 ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ​ຈະ​ມີ​ບາງ​ຄົນ​ໄດ້​ໄປ​ສະຫວັນ. ຄົນ​ນັ້ນ​ຈະ​ຖືກ​ປຸກ​ໃຫ້​ມີ​ຊີວິດ​ໃໝ່ ບໍ່​ແມ່ນ​ຮ່າງກາຍ​ແບບ​ມະນຸດ ແຕ່​ເປັນ​ຮ່າງກາຍ​ສຳລັບ​ສະຫວັນ​ທີ່​ບາງ​ຄົນ​ເອີ້ນ​ວ່າ​ກາຍ​ທິບ​ເຊິ່ງ​ເປັນ​ກາຍ​ທີ່​ເຮົາ​ເບິ່ງ​ບໍ່​ເຫັນ.

      22 ພະ​ເຢຊູ​ເປັນ​ຄົນ​ທຳອິດ​ທີ່​ຖືກ​ປຸກ​ໃຫ້​ໄປ​ສະຫວັນ. (ໂຢຮັນ 3:13) ຫຼັງ​ຈາກ​ທີ່​ຕາຍ​ໄດ້ 3 ມື້ ພະ​ເຢໂຫວາ​ກໍ​ປຸກ​ເພິ່ນ​ໃຫ້​ຄືນ​ມາ​ຈາກ​ຕາຍ. (ກິດຈະການ 13:34, 35) ພະ​ເຢຊູ​ບໍ່​ໄດ້​ຖືກ​ປຸກ​ໃຫ້​ຄືນ​ມາ​ເພື່ອ​ມີ​ຮ່າງກາຍ​ແບບ​ມະນຸດ. ອັກຄະສາວົກ​ເປໂຕ​ບອກ​ວ່າ​ພະ​ເຢຊູ “ຖືກ​ຂ້າ​ໃນ​ຮ່າງກາຍ​ມະນຸດ ແຕ່​ໄດ້​ຊີວິດ​ໃໝ່​ໃນ​ຮ່າງກາຍ​ສຳລັບ​ສະຫວັນ.” (1 ເປໂຕ 3:18) ພະ​ເຢຊູ​ກັບ​ມາ​ມີ​ຊີວິດ​ເປັນ​ຜູ້​ທີ່​ມີ​ລິດເດດ​ຫຼາຍ​ໃນ​ຮ່າງກາຍ​ສຳລັບ​ສະຫວັນ. (1 ໂກຣິນໂທ 15:3-6) ແລະ​ຄຳພີ​ໄບເບິນ​ຍັງ​ບອກ​ວ່າ​ມີ​ຄົນ​ອື່ນ​ອີກ​ທີ່​ຈະ​ມີ​ຮ່າງກາຍ​ສຳລັບ​ສະຫວັນ​ຄື​ກັບ​ພະ​ເຢຊູ.

      23, 24. ໃຜ​ຈະ​ຖືກ​ປຸກ​ໃຫ້​ໄປ​ຢູ່​ກັບ​ພະ​ເຢຊູ​ໃນ​ສະຫວັນ ແລະ​ຈະ​ມີ​ຈຳນວນ​ເທົ່າ​ໃດ?

      23 ບໍ່​ດົນ​ກ່ອນ​ພະ​ເຢຊູ​ຈະ​ຕາຍ ເພິ່ນ​ບອກ​ລູກສິດ​ທີ່​ສັດ​ຊື່​ວ່າ: “ຂ້ອຍ​ກຳລັງ​ຈະ​ໄປ​ກຽມ​ບ່ອນ​ຢູ່​ໃຫ້​ພວກ​ເຈົ້າ.” (ໂຢຮັນ 14:2) ນີ້​ໝາຍ​ຄວາມ​ວ່າ​ລູກສິດ​ຂອງ​ເພິ່ນ​ບາງ​ຄົນ​ຈະ​ຖືກ​ປຸກ​ໃຫ້​ໄປ​ຢູ່​ກັບ​ເພິ່ນ​ໃນ​ສະຫວັນ. ມີ​ຈັກ​ຄົນ​ທີ່​ຖືກ​ປຸກ​ໃຫ້​ໄປ​ສະຫວັນ? ພະ​ເຢຊູ​ບອກ​ວ່າ​ຄົນ​ທີ່​ຈະ​ໄປ​ສະຫວັນ​ມີ​ບໍ່​ຫຼາຍ ເພິ່ນ​ເອີ້ນ​ພວກ​ເຂົາ​ວ່າ “ແກະ​ຝູງ​ນ້ອຍ.” (ລູກາ 12:32) ອັກຄະສາວົກ​ໂຢຮັນ​ເຫັນ​ພະ​ເຢຊູ “ຢືນ​ຢູ່​ເທິງ​ພູເຂົາ​ຊີໂອນ [ສະຫວັນ] ແລະ​ມີ​ຄົນ 144.000 ຄົນ​ຢູ່​ນຳ.” ນີ້​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ຄົນ​ທີ່​ໄປ​ສະຫວັນ​ມີ​ຈຳນວນ 144.000 ຄົນ.—ພະນິມິດ 14:1

      24 ຄລິດສະຕຽນ 144.000 ຈະ​ຖືກ​ປຸກ​ຕອນ​ໃດ? ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ​ພວກ​ເຂົາ​ຈະ​ຖືກ​ປຸກ​ຫຼັງ​ຈາກ​ພະ​ເຢຊູ​ເລີ່ມ​ປົກຄອງ​ໃນ​ສະຫວັນ. (1 ໂກຣິນໂທ 15:23) ຕອນ​ນີ້​ເຮົາ​ກຳລັງ​ຢູ່​ໃນ​ໄລຍະ​ນັ້ນ​ເຊິ່ງ​ເປັນ​ເວລາ​ທີ່ 144.000 ຄົນ​ຖືກ​ປຸກ ແລະ​ພວກ​ເຂົາ​ສ່ວນ​ຫຼາຍ​ກໍ​ຖືກ​ປຸກ​ໃຫ້​ໄປ​ສະຫວັນ​ແລ້ວ. ສ່ວນ​ຄົນ​ທີ່​ເຫຼືອ​ຢູ່​ຕອນ​ນີ້​ເມື່ອ​ພວກ​ເຂົາ​ຕາຍ​ກໍ​ຈະ​ຖືກ​ປຸກ​ໃຫ້​ໄປ​ສະຫວັນ​ທັນທີ. ແລ້ວ​ຄົນ​ທີ່​ບໍ່​ໄດ້​ຢູ່​ໃນ​ກຸ່ມ 144.000 ຄົນ​ເດ? ພວກ​ເຂົາ​ຈະ​ຖືກ​ປຸກ​ໃນ​ອະນາຄົດ​ແລະ​ຈະ​ຄືນ​ມາ​ມີ​ຊີວິດ​ໃນ​ໂລກ​ທີ່​ເປັນ​ສວນ​ອຸທິຍານ.

      25. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຕໍ່​ໄປ?

      25 ອີກ​ບໍ່​ດົນ​ພະ​ເຢໂຫວາ​ຈະ​ປົດ​ປ່ອຍ​ມະນຸດ​ທຸກ​ຄົນ​ຈາກ​ຄວາມ​ຕາຍ ແລະ​ຄວາມ​ຕາຍ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ! (ອ່ານ​ເອຊາອີ 25:8) ແລ້ວ​ຄົນ​ທີ່​ຖືກ​ປຸກ​ໃຫ້​ໄປ​ສະຫວັນ​ເດ ພວກ​ເຂົາ​ຈະ​ໄປ​ເຮັດ​ຫຍັງ​ຢູ່​ຫັ້ນ? ຄຳພີ​ໄບເບິນ​ບອກ​ວ່າ​ພວກ​ເຂົາ​ຈະ​ປົກຄອງ​ກັບ​ພະ​ເຢຊູ​ໃນ​ລັດຖະບານ​ຂອງ​ພະເຈົ້າ. ເຮົາ​ຈະ​ຮຽນ​ເລື່ອງ​ລັດຖະບານ​ນີ້​ໃນ​ບົດ​ຕໍ່​ໄປ.

      a ຄຳພີ​ໄບເບິນ​ຍັງ​ມີ​ເລື່ອງ​ຂອງ​ຄົນ​ອື່ນໆທີ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ທັງ​ຄົນ​ໜຸ່ມ​ແລະ​ຜູ້​ເຖົ້າ ຜູ້​ຊາຍ​ແລະ​ຜູ້​ຍິງ ຄົນ​ອິດສະຣາເອນ​ແລະ​ຄົນ​ຕ່າງ​ຊາດ. ເຈົ້າ​ອ່ານ​ເລື່ອງ​ຂອງ​ພວກ​ເຂົາ​ໄດ້​ໃນ 1 ກະສັດ 17:17-24; 2 ກະສັດ 4:32-37; 13:20, 21; ມັດທາຍ 28:5-7; ລູກາ 7:11-17; 8:40-56; ກິດຈະການ 9:36-42; 20:7-12

      ສະຫຼຸບ

      ຄວາມ​ຈິງ​ເລື່ອງ​ທີ 1 ພະ​ເຢໂຫວາ​ຈະ​ທຳລາຍ​ຄວາມ​ຕາຍ

      “ສັດຕູ​ໂຕ​ສຸດ​ທ້າຍ​ທີ່​ຈະ​ຖືກ​ທຳລາຍ​ກໍ​ແມ່ນ​ຄວາມ​ຕາຍ.”—1 ໂກຣິນໂທ 15:26

      ຄຳພີ​ໄບເບິນ​ໃຫ້​ກຳລັງ​ໃຈ​ເຮົາ​ແນວ​ໃດ​ເມື່ອ​ຄົນ​ທີ່​ເຮົາ​ຮັກ​ຕາຍ​ຈາກ​ໄປ?

      • 2 ໂກຣິນໂທ 1:3, 4

        ເມື່ອ​ຄົນ​ໃນ​ຄອບຄົວ​ຫຼື​ໝູ່​ສະໜິດ​ຕາຍ ເຮົາ​ອາດ​ໝົດ​ຫວັງ​ທີ່​ຊ່ວຍ​ຫຍັງ​ລາວ​ບໍ່​ໄດ້​ເລີຍ. ແຕ່​ຄຳພີ​ໄບເບິນ​ໃຫ້​ກຳລັງ​ໃຈ​ເຮົາ​ແທ້ໆ.

      • ເອຊາອີ 25:8; 26:19

        ພະ​ເຢໂຫວາ​ມີ​ລິດເດດ​ທີ່​ຈະ​ທຳລາຍ​ຄວາມ​ຕາຍ​ໃຫ້​ໝົດ​ໄປ​ຕະຫຼອດ​ການ. ພະອົງ​ຈະ​ເຮັດ​ໃຫ້​ຄົນ​ຕາຍ​ກັບ​ມາ​ມີ​ຊີວິດ​ອີກ.

      ຄວາມ​ຈິງ​ເລື່ອງ​ທີ 2 ເຮົາ​ເຊື່ອ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ໄດ້

      “ນາງ​ນ້ອຍ ຂ້ອຍ​ບອກ​ໃຫ້​ເຈົ້າ​ລຸກ​ຂຶ້ນ!”—ມາຣະໂກ 5:41

      ເປັນ​ຫຍັງ​ເຮົາ​ເຊື່ອ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ​ໄດ້?

      • ໂຢຮັນ 11:1-44

        ພະ​ເຢຊູ​ປຸກ​ລາຊະໂຣ​ໃຫ້​ຄືນ​ມາ​ຈາກ​ຕາຍ.

      • ມາຣະໂກ 5:22-24, 35-42

        ພະ​ເຢຊູ​ປຸກ​ເດັກ​ນ້ອຍ​ຜູ້​ຍິງ​ຄົນ​ໜຶ່ງ​ໃຫ້​ຄືນ​ມາ​ຈາກ​ຕາຍ.

      • ໂຢຮັນ 11:41, 42

        ພະ​ເຢຊູ​ໃຊ້​ລິດເດດ​ທີ່​ໄດ້​ຮັບ​ຈາກ​ພະ​ເຢໂຫວາ​ເພື່ອ​ປຸກ​ຄົນ​ຕາຍ​ໃຫ້​ກັບ​ມາ​ມີ​ຊີວິດ​ອີກ.

      • ໂຢຮັນ 12:9-11

        ມີ​ພະຍານ​ຫຼາຍ​ຄົນ​ເຫັນ​ພະ​ເຢຊູ​ປຸກ​ຄົນ​ຕາຍ ແມ່ນ​ແຕ່​ພວກ​ສັດຕູ​ກໍ​ຮູ້​ວ່າ​ເພິ່ນ​ເຮັດ​ໄດ້.

      ຄວາມ​ຈິງ​ເລື່ອງ​ທີ 3 ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຫຼາຍ​ພັນ​ລ້ານ​ຄົນ​ທີ່​ຕາຍ​ໄປ​ແລ້ວ​ກັບ​ມາ​ມີ​ຊີວິດ​ອີກ

      “ພະອົງ​ຈະ​ເອີ້ນ​ແລະ​ຂ້ອຍ​ຈະ​ຕອບ. ພະອົງ​ຄິດ​ເຖິງ​ຄົນ​ທີ່​ພະອົງ​ສ້າງ​ມາກ​ເຫຼືອ​ເກີນ.”—ໂຢບ 14:13-15, ລ.ມ.

      ໃຜ​ແດ່​ຈະ​ຖືກ​ປຸກ?

      • ໂຢຮັນ 5:28, 29

        ທຸກ​ຄົນ​ທີ່​ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງ​ພະ​ເຢໂຫວາ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ.

      • ກິດຈະການ 24:15

        ທັງ​ຄົນ​ດີ​ແລະ​ຄົນ​ຊົ່ວ​ຈະ​ຖືກ​ປຸກ.

      • ເອຊາອີ 40:26

        ພະ​ເຢໂຫວາ​ຈື່​ຊື່​ດາວ​ແຕ່​ລະ​ດວງ​ໄດ້ ດັ່ງ​ນັ້ນ​ຈຶ່ງ​ບໍ່​ຍາກ​ທີ່​ພະອົງ​ຈະ​ຈື່​ລາຍ​ລະອຽດ​ທຸກ​ຢ່າງ​ຂອງ​ຄົນ​ທີ່​ພະອົງ​ຈະ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ.

      ຄວາມ​ຈິງ​ເລື່ອງ​ທີ 4 ບາງ​ຄົນ​ຖືກ​ປຸກ​ໃຫ້​ໄປ​ຢູ່​ສະຫວັນ

      “ຂ້ອຍ​ກຳລັງ​ຈະ​ໄປ​ກຽມ​ບ່ອນ​ຢູ່​ໃຫ້​ພວກ​ເຈົ້າ.”—ໂຢຮັນ 14:2

      ໃຜ​ຖືກ​ປຸກ​ໃຫ້​ໄປ​ສະຫວັນ?

      • 1 ເປໂຕ 3:18

        ພະ​ເຢຊູ​ເປັນ​ຄົນ​ທຳອິດ​ທີ່​ຖືກ​ປຸກ​ໃຫ້​ໄປ​ສະຫວັນ.

      • ລູກາ 12:32

        ພະ​ເຢຊູ​ບອກ​ວ່າ​ລູກສິດ​ຂອງ​ເພິ່ນ​ທີ່​ຈະ​ຖືກ​ປຸກ​ໃຫ້​ໄປ​ສະຫວັນ​ບໍ່​ມີ​ຫຼາຍ.

      • ພະນິມິດ 14:1

        ຄົນ​ທີ່​ພະ​ເຢໂຫວາ​ເລືອກ​ໃຫ້​ໄປ​ສະຫວັນ​ມີ​ທັງ​ໝົດ 144.000 ຄົນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌