ເງິນ
ເປັນຫຍັງການຮັກເງິນຈຶ່ງເປັນອັນຕະລາຍ?
ເບິ່ງ “ນິຍົມວັດຖຸ”
ຄຳພີໄບເບິນສະແດງໃຫ້ເຫັນແນວໃດວ່າການຫາເງິນເພື່ອມາລ້ຽງຄອບຄົວບໍ່ແມ່ນເລື່ອງຜິດ?
ປຍຈ 7:12; 10:19; ອຟຊ 4:28; 2ທຊ 3:10; 1ຕມ 5:8, 18
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
ປຖກ 31:38-42—ເຖິງວ່າລາບານປ່ຽນຄ່າຈ້າງຂອງຢາໂຄບໄປເລື້ອຍໆແຕ່ຢາໂຄບກໍຍັງເຮັດວຽກໜັກຕໍ່ໆໄປແລະພະເຢໂຫວາອວຍພອນຄວາມພະຍາຍາມຂອງລາວໃນການຫາລ້ຽງຄອບຄົວ
ລກ 19:12, 13, 15-23—ເຮົາຮຽນຮູ້ຈາກຕົວຢ່າງປຽບທຽບເລື່ອງໜຶ່ງຂອງພະເຢຊູວ່າເປັນເລື່ອງປົກກະຕິທີ່ຜູ້ຄົນຈະເອົາເງິນໄປລົງທຶນເພື່ອໃຫ້ໄດ້ເງິນຫຼາຍຂຶ້ນ
ຄຳພີໄບເບິນເວົ້າວ່າແນວໃດກ່ຽວກັບການຢືມແລະໃຫ້ຢືມເງິນ?
ເປັນຫຍັງການຫຼີກລ່ຽງການຢືມເງິນຈຳນວນຫຼາຍຈຶ່ງດີທີ່ສຸດ?
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
ນຮຢ 5:2-8—ຄົນອິດສະຣາເອນບາງຄົນໃນສະໄໝຂອງເນເຮມີຢາບໍ່ມີຄວາມເມດຕາຕໍ່ຜູ້ທີ່ເປັນໜີ້ເຂົາເຈົ້າ
ມທ 18:23-25—ຕົວຢ່າງປຽບທຽບຂອງພະເຢຊູເຕືອນເຮົາວ່າຖ້າເຮົາບໍ່ໄຊ້ໜີ້ ເຮົາອາດຖືກລົງໂທດ
ເຮົາຄວນເຮັດແນວໃດກ່ອນທີ່ເຮົາຈະເຮັດທຸລະກິດກັບຄົນທີ່ບໍ່ມີຄວາມເຊື່ອ ໝູ່ຮ່ວມຄວາມເຊື່ອ ຫຼືແມ່ນແຕ່ຍາດຕິພີ່ນ້ອງ?
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
ປຖກ 23:14-20—ເມື່ອອັບຣາຮາມກຳລັງຈະຝັງສົບຊາຣາ ລາວຈ່າຍຄ່າດິນແລະຖ້ຳຕໍ່ໜ້າພະຍານ ເພື່ອບໍ່ໃຫ້ຜູ້ໃດສາມາດໂຕ້ຖຽງການຊື້ຂາຍໄດ້ໃນພາຍຫຼັງ
ຢຣມ 32:9-12—ເມື່ອຜູ້ພະຍາກອນເຢເຣມີຢາຊື້ດິນຈາກລູກຊາຍຂອງລຸງ ລາວໄດ້ເຮັດໃບສັນຍາຊື້ຂາຍ ເຮັດສຳເນົາ ແລະຈ່າຍເງິນຕໍ່ໜ້າພະຍານ