ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ19 ມິຖຸນາ ໜ້າ 14-19
  • ເພິ່ງ​ພະ​ເຢໂຫວາ​ເມື່ອ​ຮູ້ສຶກ​ເຄັ່ງ​ຕຶງ​ແລະ​ທຸກ​ໃຈ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເພິ່ງ​ພະ​ເຢໂຫວາ​ເມື່ອ​ຮູ້ສຶກ​ເຄັ່ງ​ຕຶງ​ແລະ​ທຸກ​ໃຈ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2019
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເອລີຢາ “ເປັນ​ຄົນ​ທຳມະດາ​ຄື​ເຮົາ”
  • ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຮົາ
  • ອານາ ດາວິດ ແລະ​ຜູ້​ຂຽນ​ພະທຳ​ຄຳເພງ​ຄົນ​ໜຶ່ງ​ໝາຍ​ເພິ່ງ​ພະ​ເຢໂຫວາ
  • ໝາຍ​ເພິ່ງ​ພະ​ເຢໂຫວາ​ແລ້ວ​ຈະ​ປະສົບ​ຜົນ​ສຳເລັດ
  • ລູກ​ເຄີຍ​ຮູ້ສຶກ​ຢ້ານ​ໂດດ​ດ່ຽວ?
    ສອນລູກໃຫ້ເປັນຄົນດີ
  • ພະ​ເຢໂຫວາ​ຊ່ວຍ​ເອລີຢາ​ໃຫ້​ມີ​ກຳລັງ​ເຂັ້ມແຂງ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2019
ຫ19 ມິຖຸນາ ໜ້າ 14-19

ບົດ​ຄວາມ​ສຶກສາ​ທີ 25

ເພິ່ງ​ພະ​ເຢໂຫວາ​ເມື່ອ​ຮູ້ສຶກ​ເຄັ່ງ​ຕຶງ​ແລະ​ທຸກ​ໃຈ

“ຜູ້​ຂ້າ . . . ມີ​ໃຈ​ທຸກ​ໜັກ.”—1 ຊາມ. 1:15

ເພງ 30 ພະອົງ​ເປັນ​ພະເຈົ້າ ເປັນ​ພໍ່​ແລະ​ເພື່ອນ​ຂອງ​ຂ້ອຍ

ໃຈ​ຄວາມ​ສຳຄັນa

1. ເປັນ​ຫຍັງ​ເຮົາ​ຕ້ອງ​ຟັງ​ຄຳ​ເຕືອນ​ຂອງ​ພະ​ເຍຊູ?

ໃນ​ຄຳ​ພະຍາກອນ​ກ່ຽວ​ກັບ​ສະໄໝ​ສຸດ​ທ້າຍ ພະ​ເຍຊູ​ບອກ​ວ່າ: “ລະວັງ​ໃຫ້​ດີ ຢ່າ​ໝົກມຸ້ນ​ກັບ​ການ​ກິນ . . . ຫຼື​ມົວ​ແຕ່​ກັງວົນ​ກັບ​ຊີວິດ [ຫຼື “ອຸກ​ໃຈ​ວ່າ​ຈະ​ຫາ​ເງິນ​ບໍ່​ພໍ​ໃຊ້” ຫຼື “ກັງວົນ​ກັບ​ຊີວິດ​ປະຈຳ​ວັນ,” ໄຂ​ເງື່ອນ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່ (ສະບັບ​ສຶກສາ)].” (ລືກາ 21:34, ລ.ມ.) ເຮົາ​ຕ້ອງ​ຟັງ​ຄຳ​ເຕືອນ​ນີ້. ຍ້ອນ​ຫຍັງ? ຍ້ອນ​ວ່າ​ໃນ​ປັດຈຸບັນ ເຮົາ​ກໍ​ປະສົບ​ກັບ​ບັນຫາ​ຫຼາຍ​ຢ່າງ​ທີ່​ເຮັດ​ໃຫ້​ເຄັ່ງ​ຕຶງ​ຄື​ກັບ​ຄົນ​ອື່ນໆ.

2. ພີ່​ນ້ອງ​ຂອງ​ເຮົາ​ປະສົບ​ກັບ​ບັນຫາ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ໜັກ​ໃຈ?

2 ບາງ​ເທື່ອ ເຮົາ​ຕ້ອງ​ປະສົບ​ກັບ​ບັນຫາ​ຫຼາຍ​ຢ່າງ​ພ້ອມໆກັນ. ຂໍ​ໃຫ້​ເບິ່ງ​ຕົວຢ່າງ​ຕໍ່​ໄປ​ນີ້. ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ຊື່​ຈອນb ເຊິ່ງ​ເປັນ​ພະຍາດ​ເຍື່ອ​ຫຸ້ມ​ເສັ້ນ​ປະສາດ​ອັກເສບ (multiple sclerosis) ລາວ​ເສຍໃຈ​ຫຼາຍ​ເມື່ອ​ເມຍ​ທີ່​ຢູ່​ນຳ​ກັນ​ມາ​ປະມານ 19 ປີ​ໄດ້​ປະ​ຖິ້ມ​ລາວ. ຈາກ​ນັ້ນ ລູກ​ສາວ​ທັງ​ສອງ​ຄົນ​ກໍ​ເຊົາ​ຮັບໃຊ້​ພະ​ເຢໂຫວາ. ສ່ວນ​ຄູ່​ຜົວ​ເມຍ​ທີ່​ຊື່​ບ໋ອບ​ແລະ​ລິນ​ດາ​ມີ​ບັນຫາ​ທີ່​ຕ່າງ​ກັບ​ຈອນ. ເຂົາ​ເຈົ້າ​ຕົກ​ວຽກ ເຮືອນ​ກໍ​ຖືກ​ຍຶດ​ເພາະ​ບໍ່​ມີ​ເງິນ​ໄຊ້​ໜີ້. ນອກ​ຈາກ​ນັ້ນ ທ່ານ​ໝໍ​ບອກ​ລິນ​ດາ​ວ່າ ລາວ​ເປັນ​ໂລກ​ຫົວໃຈ​ທີ່​ອາດ​ເຮັດ​ໃຫ້​ລາວ​ຕາຍ​ໄດ້ ແລະ​ຍັງ​ເປັນ​ອີກ​ພະຍາດ​ໜຶ່ງ​ທີ່​ທຳລາຍ​ລະບົບ​ພູມ​ຕ້ານ​ທານ.

3. ຕາມ​ທີ່​ຂຽນ​ໄວ້​ໃນ​ຟີລິບ 4:6, 7 ເຮົາ​ສາມາດ​ໝັ້ນ​ໃຈ​ໃນ​ເລື່ອງ​ຫຍັງ?

3 ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ພໍ່​ທີ່​ຮັກ​ເຊິ່ງ​ເປັນ​ຜູ້​ສ້າງ​ເຮົາ​ເຂົ້າ​ໃຈ​ວ່າ​ຄວາມ​ເຄັ່ງ​ຕຶງ​ສົ່ງ​ຜົນ​ຕໍ່​ເຮົາ​ແນວ​ໃດ ແລະ​ພະອົງ​ກໍ​ຢາກ​ຊ່ວຍ​ເຮົາ​ໃຫ້​ຮັບ​ມື​ກັບ​ບັນຫາ​ທີ່​ເຮົາ​ປະສົບ. (ອ່ານ​ຟີລິບ 4:6, 7) ຄຳພີ​ໄບເບິນ​ມີ​ຫຼາຍ​ເລື່ອງ​ທີ່​ເວົ້າ​ກ່ຽວ​ກັບ​ບັນຫາ​ຕ່າງໆທີ່​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ເອົາ​ຊະນະ​ໄດ້ ແລະ​ຍັງ​ເວົ້າ​ເຖິງ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ​ແລະ​ທຸກ​ໃຈ. ໃຫ້​ເຮົາ​ມາ​ພິຈາລະນາ​ບາງ​ຕົວຢ່າງ​ນຳ​ກັນ.

ເອລີຢາ “ເປັນ​ຄົນ​ທຳມະດາ​ຄື​ເຮົາ”

4. ເອລີຢາ​ປະສົບ​ກັບ​ບັນຫາ​ຫຍັງ​ແດ່ ແລະ​ລາວ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ຫຍັງ?

4 ເອລີຢາ​ຮັບໃຊ້​ພະ​ເຢໂຫວາ​ໃນ​ໄລຍະ​ທີ່​ຫຍຸ້ງຍາກ​ລຳບາກ ແລະ​ປະສົບ​ກັບ​ບັນຫາ​ທີ່​ໜັກ​ໜ່ວງ. ກະສັດ​ອາກາບ​ເປັນ​ກະສັດ​ອົງ​ໜຶ່ງ​ຂອງ​ອິດສະລາແອນ​ທີ່​ບໍ່​ສັດ​ຊື່ ລາວ​ແຕ່ງ​ດອງ​ກັບ​ເຢຊາເບນ​ເຊິ່ງ​ເປັນ​ຄົນ​ຊົ່ວ​ທີ່​ນະມັດສະການ​ພະ​ບາອານ. ສອງ​ຜົວ​ເມຍ​ນີ້​ເຮັດ​ໃຫ້​ແຜ່ນດິນ​ເຕັມ​ໄປ​ດ້ວຍ​ການ​ນະມັດສະການ​ພະ​ບາອານ ແລະ​ໄດ້​ຂ້າ​ຜູ້​ພະຍາກອນ​ຂອງ​ພະ​ເຢໂຫວາ​ຫຼາຍ​ຄົນ. ແຕ່​ເອລີຢາ​ໜີ​ລອດ​ໄປ​ໄດ້​ແລະ​ລາວ​ຍັງ​ລອດ​ຈາກ​ໄພ​ອຶດ​ຫິວ​ໂດຍ​ໝາຍ​ເພິ່ງ​ພະ​ເຢໂຫວາ. (1 ກະ. 17:2-4, 14-16) ນອກ​ຈາກ​ນັ້ນ ເອລີຢາ​ໄດ້​ໝາຍ​ເພິ່ງ​ພະ​ເຢໂຫວາ​ເມື່ອ​ປະເຊີນ​ໜ້າ​ກັບ​ຜູ້​ພະຍາກອນ​ແລະ​ຜູ້​ນະມັດສະການ​ຂອງ​ພະ​ບາອານ ແລະ​ຍັງ​ກະຕຸ້ນ​ຊາວ​ອິດສະລາແອນ​ໃຫ້​ຮັບໃຊ້​ພະ​ເຢໂຫວາ. (1 ກະ. 18:21-24, 36-38) ເອລີຢາ​ມີ​ຫຼັກ​ຖານ​ຫຼາຍ​ຢ່າງ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ຊ່ວຍ​ລາວ​ໃນ​ສະພາບການ​ທີ່​ຫຍຸ້ງຍາກ​ລຳບາກ​ເຫຼົ່າ​ນັ້ນ.

ທູດ​ສະຫວັນ​ຊ່ວຍ​ເອລີຢາ​ໃຫ້​ມີ​ແຮງ

ພະ​ເຢໂຫວາ​ສົ່ງ​ທູດ​ສະຫວັນ​ອົງ​ໜຶ່ງ​ມາ​ຊ່ວຍ​ເອລີຢາ​ໃຫ້​ກັບ​ມາ​ມີ​ແຮງ​ອີກ (ເບິ່ງ​ຂໍ້ 5-6)c

5-6. ຕາມ​ທີ່​ຂຽນ​ໄວ້​ໃນ 1 ກະສັດ 19:1-4 ເອລີຢາ​ຮູ້ສຶກ​ແນວ​ໃດ ແລະ​ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະອົງ​ຮັກ​ລາວ?

5 ອ່ານ 1 ກະສັດ 19:1-4. ເຖິງ​ຢ່າງ​ນັ້ນ ລາວ​ກໍ​ຍັງ​ຢ້ານ​ເມື່ອ​ລາຊີນີ​ເຢຊາເບນ​ໄດ້​ຂູ່​ວ່າ​ຈະ​ຂ້າ​ລາວ. ລາວ​ຈຶ່ງ​ໜີ​ໄປ​ເມືອງ​ເບເອນເຊບາ ລາວ​ທໍ້​ໃຈ​ເຖິງ​ຂັ້ນ​ວ່າ “ຂໍ​ໃຫ້​ຈິດ​ໃຈ​ເອງ​ເຖິງ​ຕາຍ [“ອະທິດຖານ​ຂໍ​ໃຫ້​ຕາຍ,” ລ.ມ.]” ເປັນ​ຫຍັງ​ລາວ​ຮູ້ສຶກ​ແນວ​ນັ້ນ? ເອລີຢາ​ເປັນ​ຄົນ​ບໍ່​ສົມບູນ​ແບບ​ແລະ “ເປັນ​ຄົນ​ທຳມະດາ​ຄື​ເຮົາ.” (ຢໂກ. 5:17, ລ.ມ.) ບາງ​ທີ ລາວ​ຮູ້ສຶກ​ບໍ່​ໄຫວ​ຍ້ອນ​ວ່າ​ເຄັ່ງ​ຕຶງ​ແລະ​ໝົດ​ແຮງ. ເບິ່ງ​ຄື​ເອລີຢາ​ຄິດ​ວ່າ​ຄວາມ​ພະຍາຍາມ​ຂອງ​ລາວ​ທີ່​ສົ່ງເສີມ​ການ​ນະມັດສະການ​ແທ້​ຢູ່​ອິດສະລາແອນ​ບໍ່​ໄດ້​ເກີດ​ຜົນ​ຫຍັງ ແລະ​ເຫຼືອ​ແຕ່​ລາວ​ຜູ້​ດຽວ​ທີ່​ເປັນ​ຜູ້​ຮັບໃຊ້​ພະ​ເຢໂຫວາ. (1 ກະ. 18:3, 4, 13; 19:10, 14) ເຮົາ​ອາດ​ຈະ​ບໍ່​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ຜູ້​ພະຍາກອນ​ທີ່​ສັດ​ຊື່​ຄົນ​ນີ້​ຄິດ​ແບບ​ນີ້ ແຕ່​ພະ​ເຢໂຫວາ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ລາວ.

6 ພະ​ເຢໂຫວາ​ບໍ່​ໄດ້​ໃຈ​ຮ້າຍ​ທີ່​ເອລີຢາ​ສະແດງ​ຄວາມ​ຮູ້ສຶກ​ແບບ​ນັ້ນ. ແຕ່​ພະອົງ​ພັດ​ຊ່ວຍ​ລາວ​ໃຫ້​ກັບ​ມາ​ມີ​ແຮງ​ອີກ. (1 ກະ. 19:5-7) ຕໍ່​ມາ ພະ​ເຢໂຫວາ​ໄດ້​ຊ່ວຍ​ເອລີຢາ​ປັບ​ປຸງ​ຄວາມ​ຄິດ​ໂດຍ​ໃຫ້​ລາວ​ເຫັນ​ລິດ​ອຳນາດ​ທີ່​ໜ້າ​ງຶດງໍ້​ຂອງ​ພະອົງ. ຈາກ​ນັ້ນ ພະອົງ​ໄດ້​ໃຫ້​ເອລີຢາ​ຮູ້​ວ່າ ຍັງ​ມີ​ອີກ 7.000 ຄົນ​ທີ່​ບໍ່​ຍອມ​ນະມັດສະການ​ພະ​ບາອານ. (1 ກະ. 19:11-18) ໂດຍ​ສິ່ງ​ເຫຼົ່າ​ນີ້ ພະ​ເຢໂຫວາ​ສະແດງ​ໃຫ້​ເອລີຢາ​ເຫັນ​ວ່າ​ພະອົງ​ຮັກ​ລາວ​ແທ້ໆ.

ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຮົາ

7. ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ແນວ​ໃດ​ຈາກ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ເອລີຢາ?

7 ເຈົ້າ​ກຳລັງ​ປະສົບ​ກັບ​ສະພາບການ​ທີ່​ເຮັດ​ໃຫ້​ເຄັ່ງ​ຕຶງ​ແລະ​ທຸກ​ໃຈ​ບໍ? ການ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ເອລີຢາ ຈຶ່ງ​ເຮັດ​ໃຫ້​ເຮົາ​ມີ​ກຳລັງ​ໃຈ​ແທ້ໆ! ເລື່ອງ​ນີ້​ຮັບຮອງ​ກັບ​ເຮົາ​ວ່າ ພະ​ເຢໂຫວາ​ເຂົ້າ​ໃຈ​ວ່າ​ສິ່ງ​ໃດ​ທີ່​ເຮົາ​ເຮັດ​ໄດ້​ແລະ​ເຮັດ​ບໍ່​ໄດ້. ພະອົງ​ຮູ້ຈັກ​ຂີດ​ຈຳກັດ​ຂອງ​ເຮົາ ແລະ​ຍັງ​ຮູ້ຈັກ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ຂອງ​ເຮົາ. (ເພງ. 103:14; 139:3, 4) ຖ້າ​ເຮົາ​ຮຽນ​ແບບ​ເອລີຢາ​ໂດຍ​ໝາຍ​ເພິ່ງ​ພະ​ເຢໂຫວາ ພະອົງ​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບ​ມື​ກັບ​ບັນຫາ​ທີ່​ເຮັດ​ໃຫ້​ເຮົາ​ເຄັ່ງ​ຕຶງ​ແລະ​ທຸກ​ໃຈ.—ເພງ. 55:22

8. ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ​ແລະ​ຄວາມ​ທຸກ​ໃຈ​ໄດ້​ແນວ​ໃດ?

8 ຄວາມ​ເຄັ່ງ​ຕຶງ​ແລະ​ຄວາມ​ທຸກ​ໃຈ​ສາມາດ​ເຮັດ​ໃຫ້​ເຮົາ​ຄິດ​ໃນ​ແງ່​ລົບ ແລະ​ຮູ້ສຶກ​ໝົດ​ກຳລັງ​ໃຈ. ຖ້າ​ເປັນ​ແບບ​ນັ້ນ ຂໍ​ໃຫ້​ຈື່​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບ​ມື​ໄດ້. ພະອົງ​ຈະ​ຊ່ວຍ​ເຮົາ​ໄດ້​ແນວ​ໃດ? ພະອົງ​ເຊີນ​ເຮົາ​ໃຫ້​ເວົ້າ​ກັບ​ພະອົງ​ກ່ຽວ​ກັບ​ບັນຫາ​ຂອງ​ເຮົາ ແລະ​ພະອົງ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ. (ຄຳເພງ 5:3; 1 ເປໂຕ 5:7) ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເລື້ອຍໆແລະ​ເລົ່າ​ໃຫ້​ພະອົງ​ຟັງ​ວ່າ​ເຮົາ​ເຈິ​ບັນຫາ​ຫຍັງ​ແດ່. ເຖິງ​ວ່າ​ພະອົງ​ບໍ່​ໄດ້​ເວົ້າ​ກັບ​ເຮົາ​ໂດຍ​ກົງ​ຄື​ດັ່ງ​ທີ່​ເວົ້າ​ກັບ​ເອລີຢາ ແຕ່​ພະອົງ​ກໍ​ເວົ້າ​ກັບ​ເຮົາ​ໂດຍ​ທາງ​ຄຳພີ​ໄບເບິນ​ແລະ​ອົງການ​ຂອງ​ພະອົງ. ເລື່ອງ​ທີ່​ເຮົາ​ອ່ານ​ໃນ​ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ຫວັງ​ແລະ​ກຳລັງ​ໃຈ. ນອກ​ຈາກ​ນັ້ນ ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ກໍ​ຈະ​ໃຫ້​ກຳລັງ​ໃຈ​ເຮົາ​ຄື​ກັນ.—ໂລມ 15:4; ເຫບ. 10:24, 25

9. ໝູ່​ທີ່​ໄວ້​ໃຈ​ໄດ້​ອາດ​ຊ່ວຍ​ເຮົາ​ແນວ​ໃດ?

9 ເມື່ອ​ພະ​ເຢໂຫວາ​ບອກ​ເອລີຢາ​ມອບ​ວຽກ​ໃຫ້​ເອລີເຊ ພະອົງ​ໄດ້​ໃຫ້​ເອລີຢາ​ມີ​ໝູ່​ທີ່​ດີ​ເຊິ່ງ​ຈະ​ຊ່ວຍ​ລາວ​ຕອນ​ທີ່​ລາວ​ຮູ້ສຶກ​ໝົດ​ກຳລັງ​ໃຈ. ຄ້າຍ​ຄື​ກັນ ເມື່ອ​ເຮົາ​ເລົ່າ​ຄວາມ​ຮູ້ສຶກ​ໃຫ້​ກັບ​ໝູ່​ທີ່​ໄວ້​ໃຈ​ຟັງ ລາວ​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບ​ມື​ກັບ​ຄວາມ​ໜັກ​ໃຈ​ໄດ້. (2 ກະ. 2:2; ສຸພາ. 17:17) ແຕ່​ຖ້າ​ເຈົ້າ​ບໍ່​ມີ​ໝູ່​ແບບ​ນັ້ນ ໃຫ້​ອະທິດຖານ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ຊອກ​ໝູ່​ທີ່​ເປັນ​ຜູ້​ໃຫຍ່​ດ້ານ​ຄວາມ​ເຊື່ອ​ທີ່​ສາມາດ​ໃຫ້​ກຳລັງ​ໃຈ​ເຈົ້າ​ໄດ້.

10. ປະສົບການ​ຂອງ​ເອລີຢາ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຫວັງ​ແນວ​ໃດ ແລະ​ຄຳ​ສັນຍາ​ໃນ​ເອຊາອີ 40:28, 29 ຊ່ວຍ​ເຮົາ​ແນວ​ໃດ?

10 ພະ​ເຢໂຫວາ​ຊ່ວຍ​ເອລີຢາ​ໃຫ້​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ​ແລະ​ທຸກ​ໃຈ ແລະ​ຮັບໃຊ້​ຢ່າງ​ສັດ​ຊື່​ເປັນ​ເວລາ​ຫຼາຍ​ປີ. ປະສົບການ​ຂອງ​ເອລີຢາ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຫວັງ​ເພາະ​ເຮົາ​ອາດ​ຈະ​ປະສົບ​ກັບ​ສະພາບການ​ທີ່​ຫຍຸ້ງຍາກ​ເຊິ່ງ​ເຮັດ​ໃຫ້​ທໍ້​ໃຈ​ແລະ​ໝົດ​ກຳລັງ. ແຕ່​ຖ້າ​ເຮົາ​ໝາຍ​ເພິ່ງ​ພະ​ເຢໂຫວາ ພະອົງ​ຈະ​ໃຫ້​ເຮົາ​ມີ​ກຳລັງ​ເພື່ອ​ຮັບໃຊ້​ພະອົງ​ຕໍ່ໆໄປ.—ອ່ານ​ເອຊາອີ 40:28, 29

ອານາ ດາວິດ ແລະ​ຜູ້​ຂຽນ​ພະທຳ​ຄຳເພງ​ຄົນ​ໜຶ່ງ​ໝາຍ​ເພິ່ງ​ພະ​ເຢໂຫວາ

11-13. ໃນ​ສະໄໝ​ບູຮານ​ຄວາມ​ເຄັ່ງ​ຕຶງ​ສົ່ງ​ຜົນ​ແນວ​ໃດ​ຕໍ່​ຜູ້​ຮັບໃຊ້​ຂອງ​ພະເຈົ້າ 3 ຄົນ?

11 ຍັງ​ມີ​ອີກ​ຫຼາຍ​ຄົນ​ໃນ​ຄຳພີ​ໄບເບິນ​ທີ່​ໄດ້​ປະສົບ​ກັບ​ຄວາມ​ເຄັ່ງ​ຕຶງ​ແລະ​ທຸກ​ໃຈ. ຕົວຢ່າງ: ອານາ​ຮູ້ສຶກ​ອັບອາຍ​ຂາຍ​ໜ້າ​ຍ້ອນ​ລາວ​ບໍ່​ມີ​ລູກ ແລະ​ເມຍ​ອີກ​ຄົນ​ໜຶ່ງ​ຂອງ​ຜົວ​ໄດ້​ເຍາະ​ເຍີ້ຍ​ລາວ. (1 ຊາມ. 1:2, 6) ຄວາມ​ກົດ​ດັນ​ແບບ​ນີ້​ເຮັດ​ໃຫ້​ລາວ​ທຸກ​ໃຈ​ຈົນ​ຮ້ອງໄຫ້​ແລະ​ບໍ່​ຢາກ​ກິນ​ເຂົ້າ.—1 ຊາມ. 1:7, 10

12 ບາງ​ຄັ້ງ ກະສັດ​ດາວິດ​ກໍ​ຮູ້ສຶກ​ບໍ່​ໄຫວ​ຍ້ອນ​ຄວາມ​ເຄັ່ງ​ຕຶງ. ໃຫ້​ຄິດ​ເຖິງ​ບັນຫາ​ທີ່​ລາວ​ປະສົບ ລາວ​ຮູ້ສຶກ​ຜິດ​ຍ້ອນ​ເຄີຍ​ເຮັດ​ຜິດ​ພາດ​ຫຼາຍ​ຢ່າງ. (ເພງ. 40:12) ອັບ​ຊາ​ໂລມ​ລູກ​ຊາຍ​ທີ່​ລາວ​ຮັກ​ຫຼາຍ​ໄດ້​ກະບົດ​ຕໍ່​ລາວ ແລະ​ສຸດ​ທ້າຍ​ກໍ​ຕາຍ. (2 ຊາມ. 15:13, 14; 18:33) ແລະ​ຍັງ​ບໍ່​ພໍ ໝູ່​ສະໜິດ​ທີ່​ສຸດ​ຄົນ​ໜຶ່ງ​ຂອງ​ລາວ​ກໍ​ຫັກ​ຫຼັງ​ລາວ. (2 ຊາມ. 16:23–17:2; ເພງ. 55:12-14) ຄຳເພງ​ຫຼາຍ​ບົດ​ທີ່​ດາວິດ​ຂຽນ​ໄດ້​ພັນລະນາ​ໃຫ້​ເຫັນ​ເຖິງ​ຄວາມ​ຮູ້ສຶກ​ທີ່​ທໍ້​ແທ້​ໃຈ ແລະ​ຕະຫຼອດ​ຈົນ​ເຖິງ​ຄວາມ​ໄວ້​ວາງໃຈ​ພະ​ເຢໂຫວາ​ຢ່າງ​ບໍ່​ປ່ຽນ​ແປງ.—ເພງ. 38:5-10; 94:17-19

ຜູ້​ຂຽນ​ພະທຳ​ຄຳເພງ​ເຊິ່ງ​ອາດ​ເປັນ​ລູກ​ຫຼານ​ຄົນ​ໜຶ່ງ​ຂອງ​ອາຊາບ​ກຳລັງ​ມີ​ຄວາມ​ສຸກ​ກັບ​ການ​ຂຽນ​ບົດ​ເພງ​ແລະ​ຮ້ອງ​ເພງ​ກັບ​ໝູ່​ທີ່​ເປັນ​ຄົນ​ເລວີ

ອັນ​ໃດ​ຊ່ວຍ​ໃຫ້​ຜູ້​ຂຽນ​ພະທຳ​ຄຳເພງ​ກັບ​ມາ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ມີ​ຄວາມ​ສຸກ​ອີກ? (ເບິ່ງ​ຂໍ້ 13-15)d

13 ຜູ້​ຂຽນ​ພະທຳ​ຄຳເພງ​ຄົນ​ໜຶ່ງ​ໄດ້​ອິດສາ​ຊີວິດ​ຂອງ​ຄົນ​ຊົ່ວ. ລາວ​ອາດ​ຈະ​ເປັນ​ລູກ​ຫຼານ​ຂອງ​ອາຊາບ​ເຊິ່ງ​ເປັນ​ຄົນ​ເລວີ​ທີ່​ຮັບໃຊ້​ຢູ່ ‘ບ່ອນ​ບໍລິສຸດ​ຂອງ​ພະເຈົ້າ.’ ຜູ້​ຂຽນ​ພະທຳ​ຄຳເພງ​ນີ້​ຮູ້ສຶກ​ເຄັ່ງ​ຕຶງ​ຫຼາຍ​ຈົນ​ບໍ່​ມີ​ຄວາມ​ສຸກ​ແລະ​ບໍ່​ພໍ​ໃຈ​ກັບ​ຊີວິດ. ລາວ​ເຖິງ​ຂັ້ນ​ຄິດ​ວ່າ​ພອນ​ຕ່າງໆທີ່​ໄດ້​ຮັບ​ຈາກ​ການ​ຮັບໃຊ້​ພະເຈົ້າ​ບໍ່​ຄຸ້ມ​ຄ່າ.—ເພງ. 73:2-5, 7, 12-14, 16, 17, 21

14-15. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ 3 ຄົນ​ໃນ​ຄຳພີ​ໄບເບິນ​ທີ່​ຂໍ​ຄວາມ​ເຊື່ອ​ເຫຼືອ​ຈາກ​ພະ​ເຢໂຫວາ?

14 ຜູ້​ຮັບໃຊ້​ທັງ 3 ຄົນ​ທີ່​ເວົ້າ​ຂ້າງ​ເທິງ​ນັ້ນ​ໄດ້​ໝາຍ​ເພິ່ງ​ພະ​ເຢໂຫວາ. ເຂົາ​ເຈົ້າ​ໝາຍ​ເພິ່ງ​ພະອົງ​ໂດຍ​ລະບາຍ​ຄວາມ​ທຸກ​ໃຈ​ໃນ​ການ​ອະທິດຖານ​ຢ່າງ​ຈິງ​ຈັງ​ແລະ​ເວົ້າ​ກົງໆເຖິງ​ເຫດຜົນ​ທີ່​ຮູ້ສຶກ​ເຄັ່ງ​ຕຶງ​ຫຼາຍ. ທີ່​ສຳຄັນ ເຂົາ​ເຈົ້າ​ກໍ​ຍັງ​ໄປ​ບ່ອນ​ນະມັດສະການ​ພະ​ເຢໂຫວາ​ເປັນ​ປະຈຳ.—1 ຊາມ. 1:9, 10; ເພງ. 55:22; 73:17; 122:1

15 ພະ​ເຢໂຫວາ​ເຫັນ​ອົກ​ເຫັນ​ໃຈ​ແລະ​ຕອບ​ຄຳ​ອະທິດຖານ​ຂອງ​ເຂົາ​ເຈົ້າ​ທຸກ​ຄົນ. ອານາ​ມີ​ຄວາມ​ສະຫງົບ​ໃຈ​ຫຼາຍ​ຂຶ້ນ. (1 ຊາມ. 1:18) ດາວິດ​ບອກ​ວ່າ: “ຄົນ​ຊອບທຳ​ມີ​ຄວາມ​ທຸກ​ລຳບາກ​ເປັນ​ອັນ​ມາກ ແຕ່​ວ່າ​ພະ​ເຢໂຫວາ​ຊ່ອຍ​ເພິ່ນ​ໃຫ້​ພົ້ນ​ຈາກ​ການ​ລຳບາກ​ທຸກ​ປະການ.” (ເພງ. 34:19) ແລະ​ຜູ້​ຂຽນ​ພະທຳ​ຄຳເພງ​ສະຫຼຸບ​ວ່າ ພະ​ເຢໂຫວາ​ໄດ້ “ກຳ​ເອົາ​ມື​ຂວາ​ຂອງ [ລາວ]” ແລະ​ໄດ້​ໃຫ້​ຄຳ​ແນະນຳ​ລາວ​ດ້ວຍ​ຄວາມ​ຮັກ. ລາວ​ຮ້ອງ​ເພງ​ວ່າ: “ຝ່າຍ​ຂ້າ​ນ້ອຍ ຂ້າ​ນ້ອຍ​ຫຍັບ​ເຂົ້າ​ມາ​ໃກ້​ພະເຈົ້າ​ອັນ​ນີ້​ແມ່ນ​ການ​ດີ​ຂອງ​ຂ້າ​ນ້ອຍ. ຂ້າ​ນ້ອຍ​ໄດ້​ວາງ​ຄວາມ​ໄວ້​ໃຈ​ໃນ​ພະອົງ​ເຈົ້າ​ພະ​ເຢໂຫວາ.” (ເພງ. 73:23, 24, 28) ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ 3 ຄົນ​ນີ້? ບາງ​ຄັ້ງ ເຮົາ​ຈະ​ປະສົບ​ກັບ​ບັນຫາ​ທີ່​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ເຄັ່ງ​ຕຶງ​ແລະ​ທຸກ​ໃຈ. ແຕ່​ເຮົາ​ຈະ​ຮັບ​ມື​ໄດ້ ຖ້າ​ເຮົາ​ຄິດ​ຕຶກຕອງ​ເຖິງ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຫຼືອ​ຄົນ​ອື່ນ ໝາຍ​ເພິ່ງ​ພະ​ເຢໂຫວາ​ໂດຍ​ການ​ອະທິດຖານ ແລະ​ເຊື່ອ​ຟັງ​ທຸກ​ຢ່າງ​ທີ່​ພະອົງ​ຂໍ​ໃຫ້​ເຮົາ​ເຮັດ.—ເພງ. 143:1, 4-8

ໝາຍ​ເພິ່ງ​ພະ​ເຢໂຫວາ​ແລ້ວ​ຈະ​ປະສົບ​ຜົນ​ສຳເລັດ

ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ຮູ້ສຶກ​ໂສກ​ເສົ້າ​ເມື່ອ​ລາວ​ແຍກ​ຕົວ​ຢູ່​ຄົນ​ດຽວ ແຕ່​ເມື່ອ​ລາວ​ປະກາດ​ກັບ​ແມ່​ປ້າ​ຄົນ​ໜຶ່ງ​ທີ່​ນັ່ງ​ຢູ່​ລໍ້​ຍູ້ ລາວ​ກໍ​ຮູ້ສຶກ​ເຫັນ​ອົກ​ເຫັນ​ໃຈ​ຫຼາຍ​ຂຶ້ນ

ທຳອິດ ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ມັກ​ແຍກ​ຕົວ​ຢູ່​ຄົນ​ດຽວ ແຕ່​ເມື່ອ​ລາວ​ພະຍາຍາມ​ຊອກ​ຫາ​ວິທີ​ຊ່ວຍ​ຄົນ​ອື່ນ ສະພາບການ​ຂອງ​ລາວ​ກໍ​ດີ​ຂຶ້ນ (ເບິ່ງ​ຂໍ້ 16-17)

16-17. (ກ) ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ແຍກ​ຕົວ​ອອກ​ຈາກ​ພະ​ເຢໂຫວາ​ແລະ​ປະຊາຊົນ​ຂອງ​ພະອົງ? (ຂ) ເຮົາ​ຈະ​ໄດ້​ກຳລັງ​ໃຈ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

16 ສາມ​ຕົວຢ່າງ​ນັ້ນ​ຍັງ​ສອນ​ບົດຮຽນ​ທີ່​ສຳຄັນ​ອີກ​ຢ່າງ​ໜຶ່ງ​ໃຫ້​ເຮົາ​ຄື ເຮົາ​ບໍ່​ຄວນ​ແຍກ​ຕົວ​ອອກ​ຈາກ​ພະ​ເຢໂຫວາ​ແລະ​ປະຊາຊົນ​ຂອງ​ພະອົງ. (ສຸພາ. 18:1) ແນນ​ຊີ​ທຸກ​ໃຈ​ແລະ​ເຄັ່ງ​ຕຶງ​ຫຼາຍ​ເມື່ອ​ຜົວ​ຖິ້ມ​ລາວ. ລາວ​ບອກ​ວ່າ: “ບາງ​ຄັ້ງ​ຂ້ອຍ​ບໍ່​ຢາກ​ເຫັນ​ແລະ​ບໍ່​ຢາກ​ເວົ້າ​ກັບ​ໃຜ​ເປັນ​ເວລາ​ຫຼາຍ​ມື້. ແຕ່​ແຮ່ງ​ຂ້ອຍ​ແຍກ​ຕົວ​ຢູ່​ຄົນ​ດຽວ ຂ້ອຍ​ກໍ​ແຮ່ງ​ຮູ້ສຶກ​ໂສກ​ເສົ້າ​ຫຼາຍ​ຂຶ້ນ.” ເມື່ອ​ແນນ​ຊີ​ພະຍາຍາມ​ຊ່ວຍ​ຄົນ​ອື່ນ​ທີ່​ມີ​ບັນຫາ ສະພາບການ​ຂອງ​ລາວ​ກໍ​ປ່ຽນ​ໄປ. ລາວ​ບອກ​ວ່າ: “ເມື່ອ​ຂ້ອຍ​ຟັງ​ຄົນ​ອື່ນ​ເວົ້າ​ກ່ຽວ​ກັບ​ບັນຫາ​ຂອງ​ເຂົາ​ເຈົ້າ ຂ້ອຍ​ສັງເກດ​ເຫັນ​ວ່າ​ແຮ່ງ​ຂ້ອຍ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ອື່ນ ຂ້ອຍ​ກໍ​ແຮ່ງ​ຮູ້ສຶກ​ອີ່ຕົນ​ຕົວ​ເອງ​ໜ້ອຍ​ລົງ.”

17 ເຮົາ​ຈະ​ໄດ້​ກຳລັງ​ໃຈ​ຫຼາຍ​ຂຶ້ນ​ເມື່ອ​ເຂົ້າ​ຮ່ວມ​ການ​ປະຊຸມ​ເປັນ​ປະຈຳ. ເມື່ອ​ເຮົາ​ໄປ​ປະຊຸມ ເຮົາ​ກໍ​ເປີດ​ໂອກາດ​ໃຫ້​ພະ​ເຢໂຫວາ​ເປັນ “ຜູ້​ຊ່ວຍ​ແລະ​ຜູ້​ປອບ​ໂຍນ” ເຮົາ. (ເພງ. 86:17, ລ.ມ.) ຢູ່​ການ​ປະຊຸມ ພະ​ເຢໂຫວາ​ໃຫ້​ກຳລັງ​ໃຈ​ເຮົາ​ໂດຍ​ທາງ​ພະລັງ​ບໍລິສຸດ ຄຳພີ​ໄບເບິນ ແລະ​ພີ່​ນ້ອງ​ໃນ​ປະຊາຄົມ. ການ​ປະຊຸມ​ເຮັດ​ໃຫ້​ເຮົາ​ມີ​ໂອກາດ​ທີ່​ຈະ “ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ.” (ໂລມ 1:11, 12. ລ.ມ.) ພີ່​ນ້ອງ​ຍິງ​ຊື່​ໂຊເຟຍ​ບອກ​ວ່າ: “ພະ​ເຢໂຫວາ​ແລະ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ຊ່ວຍ​ໃຫ້​ຂ້ອຍ​ອົດ​ທົນ ການ​ປະຊຸມ​ປະຈຳ​ປະຊາຄົມ​ເປັນ​ເລື່ອງ​ສຳຄັນ​ທີ່​ສຸດ​ສຳລັບ​ຂ້ອຍ. ຂ້ອຍ​ເຫັນ​ວ່າ ແຮ່ງ​ຂ້ອຍ​ເຮັດ​ວຽກ​ຮັບໃຊ້​ແລະ​ຄົບຫາ​ກັບ​ພີ່​ນ້ອງ​ຫຼາຍ​ເທົ່າ​ໃດ ຂ້ອຍ​ກໍ​ແຮ່ງ​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ​ແລະ​ຄວາມ​ທຸກ​ໃຈ​ໄດ້​ງ່າຍ​ຂຶ້ນ.”

18. ຖ້າ​ເຮົາ​ຮູ້ສຶກ​ທໍ້​ໃຈ ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຫຍັງ?

18 ເມື່ອ​ເຮົາ​ຮູ້ສຶກ​ທໍ້​ໃຈ ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ສັນຍາ​ວ່າ​ພະອົງ​ຈະ​ກຳຈັດ​ຄວາມ​ເຄັ່ງ​ຕຶງ​ແລະ​ຄວາມ​ທຸກ​ໃຈ​ອອກ​ໄປ​ໃນ​ອະນາຄົດ ແຕ່​ພະອົງ​ຍັງ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ​ແລະ​ຄວາມ​ທຸກ​ໃຈ​ໃນ​ປັດຈຸບັນ. ພະອົງ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ “ຄວາມ​ຕ້ອງການ​ແລະ​ກຳລັງ” ທີ່​ຈະ​ຮັບ​ມື​ກັບ​ຄວາມ​ຮູ້ສຶກ​ທໍ້​ໃຈ​ແລະ​ໝົດ​ຫວັງ.—ຟີລິບ 2:13, ລ.ມ.

19. ໃນ​ໂລມ 8:37-39 ມີ​ຄຳ​ຮັບຮອງ​ຫຍັງ​ກັບ​ເຮົາ?

19 ອ່ານ​ໂລມ 8:37-39. ອັກຄະສາວົກ​ໂປໂລ​ຮັບຮອງ​ກັບ​ເຮົາ​ວ່າ ບໍ່​ມີ​ຫຍັງ​ທີ່​ຈະ​ແຍກ​ເຮົາ​ອອກ​ຈາກ​ຄວາມ​ຮັກ​ຂອງ​ພະເຈົ້າ​ໄດ້. ເຮົາ​ຈະ​ຊ່ວຍ​ພີ່​ນ້ອງ​ຂອງ​ເຮົາ​ທີ່​ກຳລັງ​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ​ແລະ​ຄວາມ​ທຸກ​ໃຈ​ໄດ້​ແນວ​ໃດ? ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ພິຈາລະນາ​ວ່າ​ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ແນວ​ໃດ​ໃນ​ການ​ເຫັນ​ອົກ​ເຫັນ​ໃຈ​ແລະ​ຊ່ວຍ​ພີ່​ນ້ອງ​ທີ່​ມີ​ຄວາມ​ເຄັ່ງ​ຕຶງ​ແລະ​ທຸກ​ໃຈ.

ເຈົ້າ​ຈະ​ຕອບ​ແນວ​ໃດ?

  • ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ເອລີຢາ​ໃຫ້​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ​ແລະ​ຄວາມ​ທຸກ​ໃຈ?

  • ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ 3 ຄົນ​ໃນ​ຄຳພີ​ໄບເບິນ​ໃນ​ເລື່ອງ​ການ​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ​ແລະ​ຄວາມ​ທຸກ​ໃຈ?

  • ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ​ແລະ​ຄວາມ​ທຸກ​ໃຈ?

ເພງ 44 ຄຳ​ອະທິດຖານ​ຂອງ​ຄົນ​ທຸກ​ໃຈ

a ການ​ມີ​ຄວາມ​ກົດ​ດັນ​ຫຼື​ຄວາມ​ເຄັ່ງ​ຕຶງ​ດົນ​ໂພດ​ຈະ​ສົ່ງ​ຜົນ​ເສຍ​ຕໍ່​ທັງ​ຮ່າງກາຍ​ແລະ​ອາລົມ​ຄວາມ​ຮູ້ສຶກ​ຂອງ​ເຮົາ. ພະ​ເຢໂຫວາ​ຊ່ວຍ​ເຮົາ​ແນວ​ໃດ? ເຮົາ​ຈະ​ພິຈາລະນາ​ວິທີ​ທີ່​ພະອົງ​ຊ່ວຍ​ເອລີຢາ​ໃຫ້​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ​ແລະ​ທໍ້​ໃຈ. ຕົວຢ່າງ​ອື່ນ​ໃນ​ພະ​ຄຳພີ​ຈະ​ສະແດງ​ໃຫ້​ເຫັນ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ​ເພື່ອ​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ເມື່ອ​ມີ​ຄວາມ​ເຄັ່ງ​ຕຶງ​ແລະ​ທຸກ​ໃຈ.

b ຊື່​ໃນ​ບົດ​ຄວາມ​ນີ້​ເປັນ​ຊື່​ສົມມຸດ.

c ຄຳ​ອະທິບາຍ​ຮູບ​ພາບ: ທູດ​ສະຫວັນ​ຄ່ອຍໆປຸກ​ເອລີຢາ​ໃຫ້​ຕື່ນ ແລະ​ເອົາ​ນ້ຳ​ກັບ​ເຂົ້າຈີ່​ໃຫ້​ລາວ​ກິນ.

d ຄຳ​ອະທິບາຍ​ຮູບ​ພາບ: ຜູ້​ຂຽນ​ພະທຳ​ຄຳເພງ​ເຊິ່ງ​ອາດ​ເປັນ​ລູກ​ຫຼານ​ຄົນ​ໜຶ່ງ​ຂອງ​ອາຊາບ​ກຳລັງ​ມີ​ຄວາມ​ສຸກ​ກັບ​ການ​ຂຽນ​ບົດ​ເພງ​ແລະ​ຮ້ອງ​ເພງ​ກັບ​ໝູ່​ທີ່​ເປັນ​ຄົນ​ເລວີ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌