ບົດຄວາມສຶກສາທີ 29
“ຈົ່ງໄປ . . . ກະທຳໃຫ້ພວກຕ່າງປະເທດທັງປວງເຂົ້າເປັນລູກສິດ”
“ເຫດສັນນີ້ທ່ານທັງຫຼາຍຈົ່ງໄປແລະກະທຳໃຫ້ພວກຕ່າງປະເທດທັງປວງເຂົ້າເປັນລູກສິດ.”—ມັດ. 28:19
ເພງ 60 ນີ້ໝາຍເຖິງຊີວິດຂອງເຂົາເຈົ້າ
ໃຈຄວາມສຳຄັນa
1-2. (ກ) ວຽກຫຼັກຂອງຄລິດສະຕຽນແມ່ນຫຍັງຕາມທີ່ພະເຍຊູສັ່ງໄວ້ໃນມັດທາຍ 28:18-20? (ຂ) ເຮົາຈະພິຈາລະນາຄຳຖາມຫຍັງແດ່ໃນບົດຄວາມນີ້?
ຫຼັງຈາກພະເຍຊູຟື້ນຄືນຈາກຕາຍ ເພິ່ນໄດ້ບອກພວກອັກຄະສາວົກໃຫ້ໄປຫາເພິ່ນຢູ່ເທິງພູ ເຂົາເຈົ້າຄືຊິຕື່ນເຕັ້ນຫຼາຍແທ້ໆຕອນທີ່ມາລວມຕົວກັນ. (ມັດ. 28:16) ນັ້ນອາດເປັນຕອນທີ່ ‘ພະອົງໄດ້ປາກົດແກ່ພວກພີ່ນ້ອງຫຼາຍກວ່າ 500 ຄົນ.’ (1 ໂກ. 15:6) ເປັນຫຍັງພະເຍຊູຈຶ່ງເອີ້ນເຂົາເຈົ້າມາພົບພະອົງຢູ່ຫັ້ນ? ກໍເພື່ອຈະມອບໝາຍວຽກທີ່ໜ້າຕື່ນເຕັ້ນໃຫ້ເຂົາເຈົ້າທີ່ວ່າ: “ທ່ານທັງຫຼາຍຈົ່ງໄປແລະກະທຳໃຫ້ພວກຕ່າງປະເທດທັງປວງເຂົ້າເປັນລູກສິດ.”—ອ່ານມັດທາຍ 28:18-20
2 ພວກລູກສິດທີ່ໄດ້ຍິນຄຳສັ່ງຂອງພະເຍຊູໄດ້ກາຍມາເປັນສ່ວນໜຶ່ງຂອງປະຊາຄົມຄລິດສະຕຽນໃນສະຕະວັດທຳອິດ. ໜ້າທີ່ຫຼັກຂອງຄລິດສະຕຽນຄືການຊ່ວຍຄົນໃຫ້ເຂົ້າມາເປັນລູກສິດຂອງພະຄລິດໃຫ້ຫຼາຍຂຶ້ນ.b ໃນປັດຈຸບັນ ມີປະຊາຄົມຄລິດສະຕຽນແທ້ທົ່ວໂລກຫຼາຍກວ່າໜຶ່ງແສນປະຊາຄົມ ແລະໜ້າທີ່ຫຼັກຂອງເຂົາເຈົ້າກໍຍັງຄືເກົ່າ. ໃນບົດຄວາມນີ້ ເຮົາຈະພິຈາລະນາສີ່ຄຳຖາມຄື: ເປັນຫຍັງການຊ່ວຍຄົນໃຫ້ເຂົ້າມາເປັນລູກສິດຈຶ່ງສຳຄັນ? ເຮົາຕ້ອງເຮັດຫຍັງແດ່ເພື່ອຈະຊ່ວຍຄົນໃຫ້ເຂົ້າມາເປັນລູກສິດ? ຄລິດສະຕຽນທຸກຄົນມີສ່ວນຮ່ວມໃນວຽກນີ້ບໍ? ແລະເປັນຫຍັງເຮົາຕ້ອງມີຄວາມອົດທົນເພື່ອຈະເຮັດວຽກນີ້?
ເປັນຫຍັງການຊ່ວຍຄົນໃຫ້ເຂົ້າມາເປັນລູກສິດຈຶ່ງສຳຄັນ?
3. ຕາມທີ່ບັນທຶກໃນໂຢຮັນ 14:6; 17:3 ເປັນຫຍັງການຊ່ວຍຄົນໃຫ້ເຂົ້າມາເປັນລູກສິດຈຶ່ງສຳຄັນ?
3 ເປັນຫຍັງການຊ່ວຍຄົນໃຫ້ເຂົ້າມາເປັນລູກສິດຈຶ່ງສຳຄັນ? ເພາະວ່າມີແຕ່ລູກສິດຂອງພະຄລິດເທົ່ານັ້ນທີ່ສາມາດເປັນໝູ່ກັບພະເຈົ້າໄດ້. ນອກຈາກນັ້ນ ຄົນທີ່ຕິດຕາມພະຄລິດຈະມີຊີວິດທີ່ດີຂຶ້ນໃນຕອນນີ້ ແລະມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປໃນອະນາຄົດ. (ອ່ານໂຢຮັນ 14:6; 17:3) ເຖິງວ່າພະເຍຊູໄດ້ມອບໝາຍໜ້າທີ່ທີ່ສຳຄັນນີ້ໃຫ້ເຮົາ ແຕ່ເຮົາບໍ່ໄດ້ເຮັດວຽກນີ້ດ້ວຍຕົວເອງ. ອັກຄະສາວົກໂປໂລຂຽນກ່ຽວກັບຕົວລາວແລະເພື່ອນຄລິດສະຕຽນວ່າ: “ເຮົາເປັນເພື່ອນຮ່ວມງານຂອງພະເຈົ້າ.” (1 ໂກ. 3:9, ລ.ມ.) ເປັນສິດທິພິເສດແທ້ໆທີ່ພະເຢໂຫວາແລະພະເຍຊູໄດ້ໃຫ້ມະນຸດທີ່ບໍ່ສົມບູນແບບເປັນເພື່ອນຮ່ວມງານຂອງພະອົງ!
4. ເຮົາໄດ້ບົດຮຽນຫຍັງຈາກປະສົບການຂອງອີວານແລະເມທິວດ້າ?
4 ວຽກສອນຄົນໃຫ້ເປັນລູກສິດເຮັດໃຫ້ເຮົາມີຄວາມສຸກຫຼາຍ. ໃຫ້ເຮົາມາເບິ່ງຕົວຢ່າງຂອງອີວານແລະເມທິວດ້າເມຍຂອງລາວທີ່ຢູ່ໂກລົມບີ. ເຂົາເຈົ້າປະກາດກັບຊາຍໜຸ່ມຄົນໜຶ່ງຊື່ດາວີເອ້ ທີ່ບອກເຂົາເຈົ້າວ່າ: “ຂ້ອຍຢາກປ່ຽນແປງຊີວິດຕົວເອງ ແຕ່ຂ້ອຍກໍເຮັດບໍ່ໄດ້.” ດາວີເອ້ເປັນນັກມວຍ ໃຊ້ຢາເສບຕິດ ເມົາເຫຼົ້າ ແລະຢູ່ກິນກັບແຟນຂອງລາວໂດຍທີ່ບໍ່ໄດ້ແຕ່ງດອງ. ອີວານບອກວ່າ: “ເຮົາເລີ່ມໄປຢາມລາວຢູ່ເຂດທີ່ຫ່າງໄກສອກຫຼີກ ເຮົາຕ້ອງຂີ່ລົດຖີບຫຼາຍຊົ່ວໂມງໃນຫົນທາງທີ່ມີແຕ່ຂີ້ຕົມ. ຫຼັງຈາກທີ່ເອຣິກກ້າເຫັນວ່າດາວີເອ້ໄດ້ປ່ຽນແປງຄວາມຄິດແລະການກະທຳ ເອຣິກກ້າກໍເຂົ້າມາສຶກສາຄຳພີໄບເບິນນຳ.” ໃນທີ່ສຸດ ດາວີເອ້ກໍເຊົາໃຊ້ຢາເສບຕິດ ເຊົາເມົາເຫຼົ້າ ເຊົາຕີມວຍແລະລາວກໍຍັງແຕ່ງດອງກັບເອຣິກກ້າ. ເມທິວດ້າບອກວ່າ: “ຕອນທີ່ດາວີເອ້ແລະເອຣິກກ້າຮັບບັບເຕມາປີ 2016 ເຮົາຈື່ຄຳເວົ້າຂອງດາວີເອ້ທີ່ວ່າ: ‘ຂ້ອຍຢາກປ່ຽນແປງຊີວິດຕົວເອງ ແຕ່ຂ້ອຍກໍເຮັດບໍ່ໄດ້.’ ເຮົາຮູ້ສຶກດີໃຈຫຼາຍຈົນຮ້ອງໄຫ້.” ແນ່ນອນ ເຮົາໝັ້ນໃຈໄດ້ວ່າເຮົາຈະມີຄວາມສຸກເມື່ອໄດ້ຊ່ວຍຜູ້ຄົນໃຫ້ເຂົ້າມາເປັນລູກສິດຂອງພະຄລິດ.
ເຮົາຕ້ອງເຮັດຫຍັງແດ່ເພື່ອຈະຊ່ວຍຄົນໃຫ້ເຂົ້າມາເປັນລູກສິດ?
5. ຂັ້ນຕອນທຳອິດເພື່ອຈະຊ່ວຍຄົນໃຫ້ເຂົ້າມາເປັນລູກສິດແມ່ນຫຍັງ?
5 ຂັ້ນຕອນທຳອິດເພື່ອທີ່ເຮົາຈະຊ່ວຍຄົນໃຫ້ເຂົ້າມາເປັນລູກສິດຄື ຊອກຫາຄົນທີ່ເຕັມໃຈຢາກຮຽນຮູ້ຄວາມຈິງ. (ມັດ. 10:11) ເມື່ອເຮົາປະກາດກັບທຸກຄົນທີ່ເຮົາພົບ ເຮົາກໍສະແດງໃຫ້ເຫັນວ່າເຮົາເປັນພະຍານພະເຢໂຫວາ ແລະເມື່ອເຮົາເຮັດຕາມຄຳສັ່ງຂອງພະເຍຊູທີ່ໃຫ້ປະກາດ ນັ້ນກໍສະແດງວ່າເຮົາເປັນຄລິດສະຕຽນແທ້.
6. ສິ່ງໃດຈະຊ່ວຍເຮົາໃຫ້ປະສົບຜົນສຳເລັດໃນວຽກຮັບໃຊ້?
6 ບາງຄົນຢາກຮຽນຮູ້ຄວາມຈິງ ແຕ່ຫຼາຍຄົນທີ່ເຮົາປະກາດຕອນທຳອິດກໍອາດຈະບໍ່ສົນໃຈ. ດັ່ງນັ້ນ ເຮົາອາດຈະຕ້ອງກະຕຸ້ນເຂົາເຈົ້າໃຫ້ຢາກຮູ້ຈັກຄວາມຈິງ. ເພື່ອຈະເຮັດວຽກຮັບໃຊ້ໃຫ້ສຳເລັດ ເຮົາຕ້ອງກຽມຕົວຢ່າງດີ. ເລືອກຫົວເລື່ອງໃດໜຶ່ງທີ່ຈະເຮັດໃຫ້ຜູ້ຄົນທີ່ເຮົາພົບສົນໃຈ ຈາກນັ້ນ ໃຫ້ວາງແຜນວ່າຈະສະເໜີຫົວເລື່ອງນັ້ນແນວໃດ.
7. ເຈົ້າອາດເລີ່ມລົມກັບບາງຄົນແນວໃດ ແລະເຈົ້າຄິດວ່າເປັນຫຍັງຈຶ່ງສຳຄັນທີ່ຈະຟັງ ແລະນັບຖືຄວາມຄິດເຫັນຂອງຄົນອື່ນ?
7 ຕົວຢ່າງ ເຈົ້າອາດຈະຖາມເຈົ້າຂອງບ້ານວ່າ: “ຂ້ອຍຂໍຖາມຄວາມເຫັນເຈົ້າໄດ້ບໍ? ປັດຈຸບັນມີຫຼາຍບັນຫາທີ່ເຮົາແລະຄົນອື່ນໆຢູ່ທົ່ວໂລກປະສົບ. ເຈົ້າຄິດວ່າເປັນໄປໄດ້ບໍທີ່ໂລກເຮົາຈະມີລັດຖະບານດຽວເຊິ່ງຈະມາແກ້ໄຂບັນຫາຂອງເຮົາ?” ຈາກນັ້ນ ເຈົ້າສາມາດອ່ານດານຽນ 2:44. ຫຼືເຈົ້າອາດຈະຖາມບາງຄົນວ່າ: “ເຈົ້າຄິດວ່າເຄັດລັບທີ່ຈະສອນລູກໃຫ້ເປັນຄົນດີແມ່ນຫຍັງ? ຂ້ອຍຢາກຮູ້ວ່າເຈົ້າຄິດແນວໃດ?” ຈາກນັ້ນໃຫ້ອ່ານພະບັນຍັດ 6:6, 7. ບໍ່ວ່າເຈົ້າຈະເລືອກຫົວເລື່ອງໃດ ກໍໃຫ້ຄິດເຖິງຄົນທີ່ຈະຟັງເຈົ້າ ແລະໃຫ້ຄິດວ່າເຂົາເຈົ້າຈະໄດ້ຮັບປະໂຫຍດຈາກສິ່ງທີ່ຄຳພີໄບເບິນສອນແນວໃດ. ເມື່ອເຈົ້າລົມກັບຜູ້ຄົນ ເປັນເລື່ອງສຳຄັນຫຼາຍທີ່ເຈົ້າຈະຟັງ ແລະນັບຖືຄວາມຄິດເຫັນຂອງເຂົາເຈົ້າ. ການເຮັດແບບນີ້ ຈະຊ່ວຍເຈົ້າໃຫ້ເຂົ້າໃຈເຂົາເຈົ້າຫຼາຍຂຶ້ນແລະເຂົາເຈົ້າກໍອາດຈະຢາກຟັງເຈົ້າຫຼາຍຂຶ້ນນຳ.
8. ເປັນຫຍັງເຮົາຕ້ອງພະຍາຍາມກັບໄປຢາມຢູ່ເລື້ອຍໆ?
8 ກ່ອນທີ່ຄົນໃດຄົນໜຶ່ງຈະຕັດສິນໃຈສຶກສາຄຳພີໄບເບິນ ເຈົ້າອາດຕ້ອງໃຊ້ເວລາແລະຄວາມພະຍາຍາມທີ່ຈະກັບໄປຢາມເຂົາເຈົ້າ. ຍ້ອນຫຍັງ? ກໍເພາະວ່າຜູ້ຄົນອາດຈະບໍ່ຢູ່ເຮືອນຫຼືບໍ່ສະດວກຕອນທີ່ເຮົາໄປຢາມ. ນອກຈາກນັ້ນ ເຈົ້າອາດຈະຕ້ອງກັບໄປຢາມຫຼາຍໆເທື່ອຈົນເຈົ້າຂອງບ້ານຮູ້ສຶກສະດວກໃຈທີ່ຈະສຶກສາຄຳພີໄບເບິນ. ຂໍໃຫ້ຈື່ໄວ້ວ່າ ຕົ້ນໄມ້ຈະໃຫຍ່ຂຶ້ນເມື່ອຫົດນ້ຳເປັນປະຈຳ ຄ້າຍກັນ ຜູ້ຄົນຈະຮັກພະເຢໂຫວາແລະພະເຍຊູຫຼາຍຂຶ້ນຖ້າເຮົາໄປລົມເລື່ອງຄຳພີໄບເບິນກັບເຂົາເຈົ້າເປັນປະຈຳ.
ຄລິດສະຕຽນທຸກຄົນມີສ່ວນຮ່ວມໃນວຽກສອນຄົນໃຫ້ເປັນລູກສິດບໍ?
ພະຍານພະເຢໂຫວາທົ່ວໂລກມີສ່ວນຮ່ວມໃນການຊອກຫາຄົນທີ່ເຕັມໃຈຕອບຮັບຄວາມຈິງ (ເບິ່ງຂໍ້ 9-10)c
9-10. ເປັນຫຍັງເຮົາສາມາດເວົ້າໄດ້ວ່າຄລິດສະຕຽນທຸກຄົນມີສ່ວນຮ່ວມໃນການຊອກຫາຄົນທີ່ມີຫົວໃຈສັດຊື່?
9 ຄລິດສະຕຽນທຸກຄົນມີສ່ວນຮ່ວມໃນການຊອກຫາຄົນທີ່ມີຫົວໃຈສັດຊື່. ເຮົາອາດປຽບທຽບວຽກນີ້ຄືກັບການຊອກຫາເດັກນ້ອຍທີ່ເສຍ. ມັນຄືກັນແນວໃດ? ຂໍໃຫ້ພິຈາລະນາເຫດການໜຶ່ງທີ່ເປັນເລື່ອງຈິງ. ມີເດັກນ້ອຍຜູ້ຊາຍຄົນໜຶ່ງອາຍຸ 3 ປີທີ່ຍ່າງອອກຈາກເຮືອນແລະບໍ່ຮູ້ທາງກັບ. ມີປະມານ 500 ຄົນໄດ້ຊ່ວຍກັນຊອກຫາລາວ. ຫຼັງຈາກ 20 ຊົ່ວໂມງຜ່ານໄປ ກໍມີອາສາສະໝັກຄົນໜຶ່ງໄປເຫັນເດັກນ້ອຍຄົນນັ້ນຢູ່ສວນສາລີ. ແຕ່ອາສາສະໝັກຄົນນັ້ນບໍ່ຍອມຮັບຄຳຊົມເຊີຍ ລາວບອກວ່າ: “ເຮົາຊອກເດັກນ້ອຍຄົນນັ້ນເຫັນກໍເພາະວ່າຫຼາຍຮ້ອຍຄົນໄດ້ຊ່ວຍກັນຊອກຫາ.”
10 ຫຼາຍຄົນໃນໂລກເປັນຄືກັບເດັກນ້ອຍຄົນນັ້ນທີ່ຫຼົງທາງ ເຂົາເຈົ້າບໍ່ມີຄວາມຫວັງແລະຕ້ອງການຄວາມຊ່ວຍເຫຼືອ. (ເອເຟ. 2:12) ພວກເຮົາຫຼາຍກວ່າແປດລ້ານຄົນກໍກຳລັງຊ່ວຍກັນຊອກຫາຄົນເຫຼົ່ານັ້ນທີ່ຢາກຮູ້ຄວາມຈິງແທ້ໆ. ເຖິງວ່າເຈົ້າອາດຈະບໍ່ເຈິຄົນທີ່ຢາກສຶກສາຄຳພີໄບເບິນ ແຕ່ຜູ້ປະກາດທີ່ກຳລັງເຮັດວຽກໃນເຂດດຽວກັນກັບເຈົ້າອາດຈະເຈິບາງຄົນທີ່ຢາກຮຽນຄວາມຈິງໃນຄຳພີໄບເບິນ. ເມື່ອພີ່ນ້ອງຄົນໜຶ່ງເຈິຄົນສົນໃຈແລະສຸດທ້າຍຄົນນັ້ນກໍເຂົ້າມາເປັນລູກສິດຂອງພະຄລິດ ພີ່ນ້ອງທຸກຄົນທີ່ຊ່ວຍກັນປະກາດກໍມີເຫດຜົນທີ່ຈະມີຄວາມສຸກ.
11. ເຖິງວ່າເຈົ້າຈະບໍ່ມີນັກສຶກສາ ແຕ່ເຈົ້າຈະມີສ່ວນຮ່ວມໃນການຊ່ວຍຄົນໃຫ້ເຂົ້າມາເປັນລູກສິດໄດ້ແນວໃດ?
11 ເຖິງວ່າຕອນນີ້ເຈົ້າຈະບໍ່ມີນັກສຶກສາ ແຕ່ເຈົ້າກໍສາມາດຊ່ວຍຄົນໃຫ້ເຂົ້າມາເປັນລູກສິດໃນວິທີອື່ນໄດ້. ຕົວຢ່າງ ເຈົ້າສາມາດຕ້ອນຮັບຄົນໃໝ່ທີ່ມາຫໍປະຊຸມ. ການສະແດງຄວາມຮັກແບບນີ້ຈະຊ່ວຍລາວໃຫ້ເຫັນວ່າເຮົາເປັນຄລິດສະຕຽນແທ້. (ໂຢ. 13:34, 35) ເຖິງວ່າເຈົ້າຈະອອກຄວາມຄິດເຫັນສັ້ນໆໃນລະຫວ່າງການປະຊຸມ ແຕ່ນັ້ນກໍເປັນການສອນຄົນໃໝ່ໃຫ້ຮູ້ວິທີສະແດງຄວາມເຊື່ອ. ນອກຈາກນີ້ ເຈົ້າຍັງສາມາດໄປຮັບໃຊ້ກັບຜູ້ປະກາດໃໝ່ ແລະຊ່ວຍລາວໃຫ້ຮູ້ໃຊ້ຂໍ້ຄຳພີເພື່ອຫາເຫດຜົນກັບຜູ້ຄົນ. ເມື່ອເຈົ້າເຮັດແບບນີ້ ເຈົ້າກໍກຳລັງສອນລາວໃຫ້ຮຽນແບບພະຄລິດ.—ລືກາ 10:25-28
12. ເຮົາຕ້ອງມີຄວາມສາມາດພິເສດບໍຈຶ່ງຈະສອນຄົນອື່ນໃຫ້ເປັນລູກສິດຂອງພະເຍຊູໄດ້? ຂໍໃຫ້ອະທິບາຍ
12 ເຮົາບໍ່ຄວນຄິດວ່າ ເຮົາຕ້ອງມີຄວາມສາມາດພິເສດຈຶ່ງຈະສອນຄົນອື່ນໃຫ້ເປັນລູກສິດຂອງພະເຍຊູໄດ້. ຍ້ອນຫຍັງ? ຂໍໃຫ້ເບິ່ງຕົວຢ່າງຂອງຟອດຕິນ້າທີ່ຢູ່ໃນໂບລີວີ. ຕອນທີ່ລາວພົບພະຍານພະເຢໂຫວາເທື່ອທຳອິດ ລາວອ່ານໜັງສືບໍ່ໄດ້. ຈາກນັ້ນ ລາວກໍຝຶກອ່ານໄດ້ໜ້ອຍໜຶ່ງ ແຕ່ຕອນນີ້ລາວຮັບບັບເຕມາແລ້ວແລະມັກສອນຄຳພີໄບເບິນໃຫ້ຄົນອື່ນ. ລາວນຳການສຶກສາກັບນັກສຶກສາຫ້າຄົນທຸກອາທິດ. ເຖິງວ່າລາວຈະອ່ານບໍ່ເກັ່ງເທົ່ານັກສຶກສາຂອງລາວ ແຕ່ລາວກໍຊ່ວຍຫົກຄົນໃຫ້ກ້າວໜ້າຈົນຮັບບັບເຕມາ.—ລືກາ 10:21
13. ເຖິງວ່າເຮົາຈະຫຍຸ້ງຫຼາຍ ແຕ່ຖ້າເຮົາເຮັດວຽກຊ່ວຍຄົນໃຫ້ເປັນລູກສິດເຮົາຈະໄດ້ພອນຫຍັງ?
13 ຄລິດສະຕຽນຫຼາຍຄົນຫຍຸ້ງຫຼາຍເພາະມີສິ່ງທີ່ສຳຄັນຫຼາຍຢ່າງທີ່ຕ້ອງເຮັດ. ແຕ່ເຂົາເຈົ້າກໍຈັດເວລາເພື່ອໄປສອນຄຳພີໄບເບິນແລະເຂົາເຈົ້າກໍມີຄວາມສຸກຫຼາຍ. ຂໍໃຫ້ເບິ່ງຕົວຢ່າງຂອງພີ່ນ້ອງຄົນໜຶ່ງຊື່ເມລານີ ລາວເປັນແມ່ລ້ຽງດ່ຽວທີ່ລ້ຽງລູກສາວອາຍຸ 8 ປີຢູ່ອາລັດສະກາ. ນອກຈາກນັ້ນ ລາວຍັງເຮັດວຽກເຕັມເວລາ ແລະຊ່ວຍເບິ່ງແຍງພໍ່ແມ່ທີ່ເປັນມະເຮັງ. ເມລານີເປັນພະຍານພະເຢໂຫວາຄົນດຽວທີ່ຢູ່ໃນເມືອງທີ່ຫ່າງໄກສອກຫຼີກ. ລາວອະທິດຖານເປັນປະຈຳເພື່ອຂໍກຳລັງທີ່ຈະຕໍ່ສູ້ກັບອາກາດໜາວຕອນທີ່ໄປປະກາດເພາະລາວຢາກເຈິບາງຄົນທີ່ຢາກສຶກສາຄຳພີໄບເບິນ. ໃນທີ່ສຸດ ລາວກໍພົບຊາຣາເຊິ່ງຕື່ນເຕັ້ນທີ່ຈະໄດ້ຮູ້ຈັກຊື່ຂອງພະເຈົ້າ. ຫຼັງຈາກນັ້ນບໍ່ດົນ ຊາຣາກໍສຶກສາຄຳພີໄບເບິນ. ເມລານີບອກວ່າ: “ທຸກໆແລງວັນສຸກ ຂ້ອຍຈະເມື່ອຍຫຼາຍ ແຕ່ຂ້ອຍກັບລູກສາວກໍພະຍາຍາມອອກໄປນຳການສຶກສາ ແລະນີ້ເຮັດໃຫ້ພວກເຮົາໄດ້ຮັບປະໂຫຍດຫຼາຍ. ພວກເຮົາມີຄວາມສຸກກັບການຄົ້ນຄວ້າເພື່ອຫາຄຳຕອບທີ່ຊາຣາຖາມ ແລະເຮົາກໍດີໃຈທີ່ເຫັນຊາຣາມາເປັນໝູ່ກັບພະເຢໂຫວາ.” ຊາຣາກ້າຫານທີ່ຈະປະເຊີນກັບການຕໍ່ຕ້ານ ລາວລາອອກຈາກໂບດ ແລະກໍຮັບບັບເຕມາ.
ເປັນຫຍັງເຮົາຕ້ອງມີຄວາມອົດທົນເພື່ອຈະເຮັດວຽກຊ່ວຍຄົນໃຫ້ເປັນລູກສິດ?
14. (ກ) ການຊ່ວຍຄົນໃຫ້ເປັນລູກສິດເປັນຄືກັບການຫາປາແນວໃດ? (ຂ) ເຈົ້າຮູ້ສຶກແນວໃດກັບຄຳເວົ້າຂອງໂປໂລໃນ 2 ຕີໂມເຕ 4:1, 2?
14 ເຖິງວ່າເຈົ້າຍັງບໍ່ທັນໄດ້ພົບໃຜທີ່ຢາກສຶກສາ ແຕ່ກໍຢ່າຟ້າວທໍ້ໃຈ ໃຫ້ພະຍາຍາມຊອກຄົນທີ່ສົນໃຈຕໍ່ໆໄປ. ຂໍໃຫ້ຈື່ວ່າ ພະເຍຊູປຽບທຽບການຊ່ວຍຄົນໃຫ້ເປັນລູກສິດຄືກັບການຫາປາ. ຄົນຫາປາອາດໃຊ້ເວລາຫຼາຍຊົ່ວໂມງຊົ່ວຊິໄດ້ປາ. ເຂົາເຈົ້າມັກຈະເຮັດວຽກຕອນເດິກໆຫຼືຕອນເຊົ້າໆ ແລະບາງເທື່ອເຂົາເຈົ້າກໍແລ່ນເຮືອໄປໄກຫຼາຍ. (ລືກາ 5:5) ຄ້າຍຄືກັນ ພີ່ນ້ອງບາງຄົນອົດທົນແລະໃຊ້ເວລາຫຼາຍຊົ່ວໂມງເພື່ອຊອກຫາຜູ້ຄົນໃນເວລາຕ່າງກັນແລະໃນຫຼາຍໆບ່ອນ. ຍ້ອນຫຍັງ? ເພື່ອເຂົາເຈົ້າຈະມີໂອກາດໄດ້ພົບຜູ້ຄົນຫຼາຍຂຶ້ນ. ຄົນທີ່ພະຍາຍາມເຮັດແບບນັ້ນມັກຈະໄດ້ຮັບພອນຍ້ອນເຂົາເຈົ້າໄດ້ພົບຄົນທີ່ສົນໃຈຂ່າວສານຂອງເຮົາ. ເຈົ້າພະຍາຍາມປະກາດໃນເວລາແລະສະຖານທີ່ທີ່ຈະພົບຜູ້ຄົນຫຼາຍຂຶ້ນໄດ້ບໍ?—ອ່ານ 2 ຕີໂມເຕ 4:1, 2
ໃຫ້ອົດທົນຊ່ວຍນັກສຶກສາຂອງເຈົ້າເພື່ອໃຫ້ຮູ້ຈັກພະເຢໂຫວາ ຮັກພະອົງ ແລະເຊື່ອຟັງພະອົງ (ເບິ່ງຂໍ້ 15-16)d
15. ເປັນຫຍັງຕ້ອງມີຄວາມອົດທົນເມື່ອສອນນັກສຶກສາ?
15 ເປັນຫຍັງຕ້ອງມີຄວາມອົດທົນເມື່ອສອນນັກສຶກສາ? ເຫດຜົນໜຶ່ງກໍຄື ເຮົາບໍ່ພຽງແຕ່ຊ່ວຍນັກສຶກສາໃຫ້ຮຽນຮູ້ແລະຮັກຄຳສອນໃນຄຳພີໄບເບິນ ແຕ່ເຮົາຕ້ອງຊ່ວຍລາວໃຫ້ຮູ້ຈັກແລະຮັກພະເຢໂຫວາເຊິ່ງເປັນຜູ້ປະພັນຄຳພີໄບເບິນ. ນອກຈາກນັ້ນ ເຮົາບໍ່ພຽງແຕ່ສອນລາວໃຫ້ຮູ້ວ່າພະເຍຊູຢາກໃຫ້ລູກສິດເຮັດຫຍັງ ແຕ່ເຮົາຕ້ອງຊ່ວຍລາວໃຫ້ຮູ້ວ່າຈະໃຊ້ຊີວິດແບບຄລິດສະຕຽນແທ້ແນວໃດ. ເຮົາຕ້ອງອົດທົນຊ່ວຍລາວຕອນທີ່ລາວພະຍາຍາມໃຊ້ຫຼັກການໃນຄຳພີໄບເບິນ. ນັກສຶກສາບາງຄົນສາມາດປ່ຽນຄວາມຄິດແລະນິດໄສໄດ້ໃນບໍ່ເທົ່າໃດເດືອນ ສ່ວນບາງຄົນກໍຕ້ອງໃຊ້ເວລາດົນກວ່ານັ້ນ.
16. ເຮົາໄດ້ຮຽນຮູ້ຫຍັງຈາກຕົວຢ່າງຂອງຣາອູນ?
16 ມິດຊັນນາລີຄົນໜຶ່ງໃນປະເທດເປຣູມີປະສົບການທີ່ດີທີ່ລາວອົດທົນ. ລາວເວົ້າວ່າ: “ຂ້ອຍເຄີຍສຶກສາໃຫ້ຣາອູນຈົນຈົບປຶ້ມສອງຫົວແລ້ວ ແຕ່ລາວກໍຍັງມີບັນຫາທີ່ໜັກໜ່ວງໃນຊີວິດຫຼາຍຢ່າງ. ລາວມີບັນຫາກັບເມຍ ລາວມັກໃຊ້ຄຳຫຍາບຄາຍ ແລະລູກບໍ່ນັບຖືລາວຍ້ອນລາວເຮັດບໍ່ດີ. ແຕ່ລາວກໍຍັງມາປະຊຸມເປັນປະຈຳ ດັ່ງນັ້ນ ຂ້ອຍຈຶ່ງບໍ່ເຊົາໄປຢາມລາວເພື່ອຊ່ວຍລາວແລະຄອບຄົວ. ຫຼັງຈາກ 3 ປີທີ່ຂ້ອຍປະກາດກັບລາວ ໃນທີ່ສຸດລາວກໍມີຄຸນສົມບັດທີ່ຈະຮັບບັບເຕມາ.”
17. ເຮົາຈະພິຈາລະນາຫຍັງໃນບົດຄວາມຕໍ່ໄປ?
17 ພະເຍຊູສັ່ງເຮົາວ່າ “ຈົ່ງໄປ . . . ກະທຳໃຫ້ພວກຕ່າງປະເທດທັງປວງເຂົ້າເປັນລູກສິດ.” ເພື່ອຈະເຮັດວຽກມອບໝາຍນີ້ສຳເລັດ ເຮົາຕ້ອງລົມກັບຜູ້ຄົນທີ່ມີຄວາມຄິດແຕກຕ່າງຈາກເຮົາຫຼາຍ ລວມທັງຄົນທີ່ບໍ່ເຊື່ອຖືສາສະໜາຫຍັງເລີຍຫຼືຄົນທີ່ບໍ່ເຊື່ອວ່າມີພະເຈົ້າ. ບົດຄວາມຕໍ່ໄປເຮົາຈະພິຈາລະນາວ່າ ເຮົາຈະປະກາດຂ່າວດີກັບຄົນເຫຼົ່ານີ້ໄດ້ແນວໃດ.
ເພງ 68 ການຫວ່ານເມັດລາຊະອານາຈັກ
a ວຽກມອບໝາຍຫຼັກຂອງຄລິດສະຕຽນຄືການຊ່ວຍຄົນໃຫ້ເຂົ້າມາເປັນລູກສິດຂອງພະຄລິດ. ບົດຄວາມນີ້ມີຄຳແນະນຳທີ່ເປັນປະໂຫຍດທີ່ຈະຊ່ວຍເຮົາໃຫ້ເຮັດວຽກມອບໝາຍນີ້ໄດ້ສຳເລັດ.
b ການອະທິບາຍສຳນວນ: ລູກສິດຂອງພະຄລິດບໍ່ພຽງແຕ່ຮຽນຮູ້ສິ່ງທີ່ເພິ່ນສອນຢ່າງດຽວ ແຕ່ເຂົາເຈົ້າເອົາສິ່ງທີ່ໄດ້ຮຽນໄປນຳໃຊ້. ເຂົາເຈົ້າພະຍາຍາມຕິດຕາມຮອຍຕີນຂອງພະເຍຊູຫຼືເຮັດຕາມຕົວຢ່າງຂອງເພິ່ນໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ເຮັດໄດ້.—1 ເປ. 2:21
c ຄຳອະທິບາຍຮູບພາບ: ຜູ້ຊາຍຄົນໜຶ່ງກຳລັງເດີນທາງໄປທ່ຽວໄດ້ຮັບແຜ່ນພັບຈາກພະຍານພະເຢໂຫວາຢູ່ສະໜາມບິນ. ຕໍ່ມາ ຕອນທີ່ລາວກຳລັງຍ່າງເລາະຢູ່ ລາວກໍເຫັນພະຍານພະເຢໂຫວາຢືນປະກາດຢູ່ບ່ອນສາທາລະນະ. ເມື່ອລາວກັບບ້ານ ກໍມີພີ່ນ້ອງມາປະກາດກັບລາວຢູ່ເຮືອນ.
d ຄຳອະທິບາຍຮູບພາບ: ຜູ້ຊາຍຄົນດຽວກັນນີ້ໄດ້ສຶກສາຄຳພີໄບເບິນ ແລະໃນທີ່ສຸດລາວກໍຮັບບັບເຕມາ.