ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ24 ມັງກອນ ໜ້າ 19
  • ເຈົ້າ​ຮູ້​ບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຈົ້າ​ຮູ້​ບໍ?
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ເລື່ອງທີ່ຄ້າຍກັນ
  • “ບອກ​ຂ່າວ​ດີ​ເລື່ອງ​ພະເຢຊູ”
    ‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
  • ເປັນ​ທຳມະຊາດ
    ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
ຫ24 ມັງກອນ ໜ້າ 19
ຟີລິບ​ນັ່ງ​ນຳກັນ​ກັບ​ຜູ້ຊາຍ​ຄົນ​ເອທິໂອເປຍ​ແລະ​ອະທິບາຍ​ພະຄຳພີ​ໃຫ້​ລາວ​ໃນ​ລົດມ້າ​ທີ່​ມີ 4 ລໍ້​ແລະ​ມີ​ຄົນ​ຂັບ.

ເຈົ້າ​ຮູ້​ບໍ?

ຂ້າລາຊະການ​ຄົນ​ເອທິໂອເປຍ​ໃຊ້​ລົດມ້າ​ແບບ​ໃດ​ໃນ​ການ​ເດີນທາງ​ຕອນ​ທີ່​ຟີລິບ​ມາ​ຫາ​ລາວ?

ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່​ແປ​ຄຳ​ວ່າ “ລົດມ້າ” ຈາກ​ພາສາ​ດັ້ງເດີມ​ເຊິ່ງ​ອາດ​ໝາຍເຖິງ​ລົດມ້າ​ຊະນິດ​ຕ່າງ​ໆ. (ກຈກ. 8:28, 29, 38) ເບິ່ງ​ຄື​ວ່າ​ລົດມ້າ​ທີ່​ຂ້າລາຊະການ​ຄົນ​ເອທິໂອເປຍ​ໃຊ້​ມີ​ຂະໜາດ​ໃຫຍ່​ກວ່າ​ລົດມ້າ​ຂອງ​ທະຫານ​ຫຼື​ລົດມ້າ​ທີ່​ໃຊ້​ໃນ​ການ​ແຂ່ງຂັນ. ໃຫ້​ເຮົາ​ມາ​ເບິ່ງ​ບາງ​ເຫດຜົນ​ນຳ​ກັນ​ວ່າ​ເປັນ​ຫຍັງ​ຈຶ່ງ​ເວົ້າ​ແບບ​ນັ້ນ.

ຂ້າລາຊະການ​ຄົນ​ເອທິໂອເປຍ​ຜູ້​ນີ້​ເປັນ​ຄົນ​ທີ່​ມີ​ຕຳແໜ່ງ​ສູງ​ທີ່​ເດີນທາງ​ມາ​ໄກ​ຫຼາຍ. ຄຳ​ພີ​ໄບເບິນ​ບອກ​ວ່າ: “ລາວ​ເປັນ​ຂ້າລາຊະການ​ຊາວ​ເອທິໂອເປຍ​ທີ່​ມີ​ຕຳແໜ່ງ​ສູງ​ຂອງ​ລາຊີນີ​ກັນດາເກ​ຂອງ​ເອທິໂອເປຍ ແລະ​ເປັນ​ຜູ້​ເບິ່ງແຍງ​ຊັບສິນ​ທັງໝົດ​ຂອງ​ລາຊີນີ.” (ກຈກ. 8:27) ໃນ​ສະໄໝ​ແຕ່​ກີ້ ເຂດ​ຂອງ​ເອທິໂອເປຍ​ແມ່ນ​ຕັ້ງແຕ່​ທາງ​ໃຕ້​ສຸດ​ຂອງ​ປະເທດ​ເອຢິບ​ໄປ​ຈົນ​ຮອດ​ປະເທດ​ຊູດັງ​ໃນ​ປັດຈຸບັນ. ຂ້າລາຊະການ​ຜູ້​ນີ້​ອາດ​ຕ້ອງ​ປ່ຽນ​ລົດມ້າ​ຫຼາຍ​ກວ່າ​ໜຶ່ງ​ຄັນ​ໃນ​ການ​ເດີນທາງ ແລະ​ລາວ​ຄື​ຊິ​ເອົາ​ເຄື່ອງ​ໃຊ້​ທີ່​ຈຳເປັນ​ຫຼາຍ​ຢ່າງ​ມາ​ນຳ​ຍ້ອນ​ຕ້ອງ​ເດີນທາງ​ໄກ. ລົດມ້າ​ທີ່​ໃຊ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ໃນ​ສະຕະວັດ​ທຳ​ອິດ​ບາງ​ຊະນິດ​ມີ 4 ລໍ້​ແລະ​ມີ​ຫຼັງຄາ. ປຶ້ມ​ກິດຈະການ—ຄຳ​ອະທິບາຍ​ແບບ​ຕີ​ຄວາມໝາຍ (ພາສາ​ອັງກິດ) ບອກ​ວ່າ: “ລົດມ້າ​ແບບ​ນັ້ນ​ມີ​ບ່ອນ​ສຳລັບ​ໃສ່​ເຄື່ອງ​ໄດ້​ຫຼາຍ​ກວ່າ ເຮັດ​ໃຫ້​ການ​ເດີນທາງ​ສະດວກ​ສະບາຍ​ຫຼາຍ​ຂຶ້ນ ແລະ​ອາດ​ເຮັດ​ໃຫ້​ຜູ້​ໂດຍ​ສານ​ເດີນທາງ​ໄກ​ໄດ້.”

ຂ້າລາຊະການ​ຄົນ​ເອທິໂອເປຍ​ກຳລັງ​ອ່ານ​ມ້ວນ​ໜັງສື​ຢູ່​ຕອນ​ທີ່​ຟີລິບ​ມາ​ຫາ​ລາວ. ຄຳພີ​ໄບເບິນ​ບອກ​ວ່າ: “ຟີລິບ​ກໍ​ແລ່ນ​ໄປ​ທາງ​ຂ້າງ​ລົດມ້າ​ແລະ​ໄດ້​ຍິນ​ຂ້າລາຊະການ​ຄົນ​ນັ້ນ​ອ່ານ​ປຶ້ມ​ຂອງ​ຜູ້​ພະຍາກອນ​ເອຊາຢາ.” (ກຈກ. 8:30) ລົດມ້າ​ທີ່​ໃຊ້​ສຳລັບ​ເດີນທາງ​ບໍ່​ໄດ້​ຂັບ​ໄວ​ປານໃດ ຍ້ອນ​ແນວ​ນັ້ນ​ຂ້າລາຊະການ​ຄົນ​ເອທິໂອເປຍ​ສາມາດ​ອ່ານ​ມ້ວນ​ໜັງສື​ໃນ​ລະຫວ່າງ​ເດີນທາງ​ໄດ້​ແລະ​ເຮັດ​ໃຫ້​ຟີລິບ​ສາມາດ​ແລ່ນ​ນຳ​ລົດມ້າ​ໄດ້​ທັນ.

ຂ້າລາຊະການ​ຄົນ​ເອທິໂອເປຍ “ຊວນ​ຟີລິບ​ໃຫ້​ຂຶ້ນ​ລົດ​ໄປ​ນຳ​ກັນ.” (ກຈກ. 8:31) ປົກກະຕິ​ແລ້ວ ຖ້າ​ເປັນ​ລົດມ້າ​ທີ່​ໃຊ້​ໃນ​ການ​ແຂ່ງຂັນ ຄົນ​ທີ່​ຢູ່​ໃນ​ລົດມ້າ​ນັ້ນ​ຈະ​ຢືນ ແຕ່​ລົດມ້າ​ທີ່​ໃຊ້​ສຳລັບ​ເດີນທາງ​ຄື​ຊິ​ກວ້າງ​ເຕີບ​ຈົນ​ຂ້າລາຊະການ​ກັບ​ຟີລິບ​ນັ່ງ​ນຳ​ກັນ​ໄດ້.

ດັ່ງນັ້ນ ຈາກ​ບັນທຶກ​ໃນ​ປຶ້ມ​ກິດຈະການ​ບົດ 8 ແລະ​ຫຼັກຖານ​ທາງ​ປະຫວັດສາດ​ທີ່​ມີ​ໃນ​ປັດຈຸບັນ ປຶ້ມ​ຂອງ​ເຮົາ​ຈຶ່ງ​ໃຫ້​ພາບ​ວ່າ​ຂ້າລາຊະການ​ຄົນ​ເອທິໂອເປຍ​ນັ່ງ​ຢູ່​ລົດມ້າ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ລົດມ້າ​ຂອງ​ທະຫານ​ຫຼື​ລົດມ້າ​ທີ່​ໃຊ້​ໃນ​ການ​ແຂ່ງຂັນ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌